eternal life
ທ່ານໄດ້ຊີວິດທີ່ເປັນນິລັນຫຼືຍັງ?ພຣະຄຳພີໄດ້ບອກຢ່າງຊັດເຈນໃນທາງທີ່ໄປສູ່ຊີວິດນິລັນ. ປະການທຳອິດ, ເຮົາຕ້ອງຄິດກ່ອນວ່າເຮົານັ້ນມີ ຄວາມບາບ ແລະ ຖືກຕັດຂາດຈາກພຣະເຈົ້າ (ເບິ່ງພຣະທຳໂຣມ ບົດທີ 3 ຂໍ້ທີ 23). ກ່າວໄວ້ວ່າ “ເພາະວ່າທຸກຄົນ ໄດ້ກະທຳບາບ ແລະ ເສື່ອມຈາກພຣະສິຣິຂອງພຣະເຈົ້າ” ເຮົາໄດ້ທຳໃນສິ່ງທີ່ພຣະເຈົ້າບໍ່ພໍໃຈເຊິ່ງເຮັດໃຫ້ເຮົາສົມຄວນ ຖືກການລົງໂທດ. ຕັ້ງແຕ່ເດີມມາແລ້ວບາບຂອງພວກເຮົາທັງ ຫຼາຍເຮັດໃຫ້ພວກເຮົາແຍກຫ່າງອອກຈາກພຣະເຈົ້າ ນັ້ນຄືຊີວິດທີ່ເປັນນິລັນໃນພຣະເຍຊູ ຄຣີດສ ພຣະຜູ້ເປັນເຈົ້າຂອງພວກເຮົາ” (ເບິ່ງພຣະທຳໂຣມ ບົດທີ 6 ຂໍ້ທີ 23). ແຕ່ພຣະເຍຊູຄຣີດສ, ບໍ່ໄດ້ກະທຳບາບເລຍ (ເບິ່ງພຣະທຳ 1 ເປເຕີ ບົດທີ 2 ຂໍ້ທີ 22), ພຣະບຸດຂອງພຣະເຈົ້າຊົງ ມາເກີດເປັນມະນຸດ (ເບິ່ງພຣະທຳຢອນ ບົດທີ 1 ຂໍ້ທີ 1 ແລະ ຂໍ້ທີ 14) ແລະການຕາຍກໍ່ເປັນຊຳລະໂທດບາບ ຂອງເຮົາ “ແຕ່ພຣະເຈົ້າໄດ້ສຳແດງຄວາມຮັກຂອງພຣະອົງແກ່ພວກເຮົາທັງຫຼາຍຄື ຂະນະທິ່ພວກເຮົາເປັນຄົນບາບ ຢູ່ນັ້ນ, ພຣະຄຣີດສໄດ້ສິ້ນພຣະຊົນເພື່ອເຮົາ” (ພຣະທຳໂຣມບົດທີ 5 ຂໍ້ທີ 8). (ໃນພຣະທຳ ຢອດ ບົດທີ 19 ຂໍ້ທີ 31-42) ພຣະເຍຊູຄຣີດສ ສິ້ນພຣະຊົນຢູ່ບົນໄມ້ກາງເຂນ ເຊິ່ງໄດ້ຮັບເອົາໂທດທີ່ພວກເຮົາທັງຫຼາຍສົມຄວນໄດ້ຮັບນັ້ນ ເພື່ອເຮົາຈະເປັນຄົນທີ່ຊອບທຳຂອງພຮະເຈົ້າ (ເບິ່ງໃນພຣະທຳ 2 ໂຄຣີນ ບົດທີ 5 ຂໍ້ທີ 21). ເພື່ອພິສູດວ່າໄຊຊະ ນະຂອງພຣະອົງຢູ່ເໜືອຄວາມບາບ ແລະ ຄວາມຕາຍ (ເບິ່ງໃນພຣະທຳ 1 ໂຄຣີນ ບົດທີ 15 ຂໍ້ທີ 1-4). ເພື່ອພິສູດ ວ່າໄຊຊະນະຂອງພຣະອົງ ຢູ່ເໜືອຄວາມບາບ ແລະ ຄວາມຕາຍ (ເບິ່ງພຣະທຳ 1 ເປເຕີ ບົດທີ 1 ຂໍ້ທີ 3). ກ່າວ ໄວ້ວ່າ “ພຣະເຍຊູຜູ້ທີ່ໃຫ້ຄວາມກະລຸນາແກ່ພວກເຮົາ ພວກເຮົາໄດ້ໃຫ້ພວກເຮົາກຳເນີດໃໝ່ ເຂົ້າສູ່ຄວາມຫວັງທີ່ຈະມີ ຊີວິດຢູ່ໂດຍການຄືນຊີວິດຂອງພຣະເຍຊູຈາກຄວາມຕາຍ”. ໂດຍຄວາມເຊື່ອຄວາມໄວ້ວາງໃຈ ແລະ ຄວາມສັດທາ ເຮົາທັງຫຼາຍຈົ່ງຫັນກັບມາຈາກຄວາມບາບຂອງເຮົາ ແລະ ຫັນໄປຫາພຣະຄຣີດສ ເພື່ອພຣະອົງຈະຊ່ວຍເຫຼືອພວກເຮົາເພື່ອພົ້ນຈາກອະບາຍ ແລະ ບຶງໄຟນາລົກ (ເບິ່ງພຣະກິດ ຈະກໍາຂອງອັດທຣູ ບົດທີ 3 ຂໍ້ທີ 19). ຖ້າເຮົາວາງຄວາມເຊື່ອ ຄວາມໄວ້ວາງໃຈ ແລະ ຄວາມສັດທາຂອງເຮົາຕໍ່ ພຣະອົງ ມີຄວາມເຊື່ອໃນເລື້ອງການສິ້ນພຣະຊົນຂອງພຣະອົງທີ່ຢູ່ເທິງໄມ້ກາງເຂນ ເພື່ອໄຖບາບຜິດຂອງເຮົາ. ເຮົາກໍ່ ຈະໄດ້ຮັບການອະໄພບາບຜິດ ການສັນຍານວ່າເຮົາຈະໄດ້ມີຊີວິດນີລັນ ຢູ່ໃນແຜ່ນດິນສະຫວັນ (ເບິ່ງພຣະທຳຢອນ ບົດທີ 3 ຂໍ້ທີ 16). “ເພາະວ່າພຣະເຈົ້າຮັກໂລກ ຈົນວ່າໄດ້ປະທານບຸດຄົນດຽວຂອງພຣະອົງ ເພື່ອທຸກຄົນວາງໃຈໃນ ພຣະອົງນັ້ນຈະບໍ່ພິນາດແຕ່ມີຊີວິດນິລັນ” ໃນພຣະທຳໂຣມບົດທີ 10 ຂໍ້ທີ 9 “ຄືວ່າຖ້າທ່ານຈະຮັບດ້ວຍປາກຂອງ ທ່ານວ່າພຣະເຍຊູ ເປັນພຣະຜູ້ເປັນເຈົ້າ ແລະ ເຊື່ອໃນຈິດໃຈວ່າ ພຣະເຈົ້າໄດ້ຊຸບພຣະອົງໃຫ້ຟື້ນຂື້ນມາຈາກຄວາມ ຕາຍ. ທ່ານຈະລອດ” ຄວາມເຊື່ອ ຄວາມໄວ້ວາງໃຈ ແລະ ຄວາມສັດທາເປັນພຽງສິ່ງດຽວທີ່ເຮັດໃຫ້ງານຂອງ ພຣະເຈົ້າສຳເລັດຢູ່ບົນໄມ້ກາງເຂນ ແລະ ເປັນຫົນທາງດຽວເທົ່ານັ້ນທີ່ຈະນຳໄປສູ່ຊີວິດນິລັນ. ພຣະທຳເອເຟຊັສ ບົດທີ 2 ຂໍ້ທີ 8 ແລະ 9 ກ່າວໄວ້ວ່າ “ດ້ວຍວ່າທ່ານທັງຫຼາຍການລອດນັ້ນກໍ່ລອດໂດຍພຣະຄຸນ ແລະ ຄວາມເຊື່ອ ບໍ່ແມ່ນ ໂດຍຕົວທ່ານທັງຫຼາຍກະທຳເອງ. ແຕ່ແມ່ນພະເຈົ້າໄດ້ມອບການລອດນັ້ນໃຫ້ ຄວາມລອດນັ້ນຈະເນື່ອງມາຈາກການ ກະທຳຢ່າງດຽວກໍ່ບໍ່ແມ່ນ ເພື່ອໃຫ້ຄົນໜຶ່ງຄົນໃດລອດໄດ້ ” ຖ້າທ່ານຕ້ອງການຕ້ອນຮັບພຣະເຍຊູຄຣີດສເປັນຜູ້ຊ່ວຍໃຫ້ລອດ ນີ້ເປັນຕົວຢ່າງຂອງຄຳອະທິຖານ. ຈົ່ງຈຳໄວ້ວ່າ ຜູ້ທີ່ກ່າວຄຳອະທິຖານນີ້ ຫຼືຜູ້ອື່ນທີ່ກ່າວຄຳອະທິຖານນີ້ບໍ່ໄດ້ຊ່ວຍໃຫ້ທ່ານລອດ. ຄວາມເຊື່ອໃນພຣະເຍຊູຄຣີດສ ເປັນພຽງສິ່ງດຽວເທົ່ານັ້ນທີ່ຈະຊ່ວຍໃຫ້ທ່ານລອດຈາກຄວາມບາບ. ຄຳອະທິຖານນີ້ເປັນຫົນທາງທີ່ງ່າຍດາຍ ທີ່ຈະ ບອກພຣະເຈົ້າວ່າ ທ່ານມີຄວາມເຊື່ອໃນພຣະອົງ ແລະ ຂອບໃຈໃນການຊ່ວຍເຫຼືອທ່ານໃຫ້ພົ້ນຈາກຄວາມບາບ ແລະ ຄວາມອະບາຍ ແລະ ບຶງໄຟນາລົກ. ![]() “ຂ້າແດ່ພະເຈົ້າ ຂ້າພຣະອົງຮູ້ວ່າຂ້າພຣະອົງກະທຳບາບຕໍ່ພຣະອົງ ແລະ ຂ້າພະອົງສົມຄວນທີ່ຈະຮັບໂທດບາບນັ້ນ. ແຕ່ພຣະເຍຊູຄຣີດສ ໄດ້ຮັບເອົາການທຳໂທດບາບນັ້ນຂອງຂ້າພຣະອົງໄປ ເສຍ. ເພື່ອຈະນຳເອົາຂ້າພຣະອົງຜ່ານຄວາມເຊື່ອທີ່ວ່າ ຂ້າພຣະອົງໄດ້ຮັບເອົາອະໄພບາບ. ຂ້າພະອົງໄດ້ຫັນກັບຈາກ ຄວາມບາບທັງສິ້ນທັງມວນ ແລະ ຂ້າພະອົງກໍ່ໄດ້ວາງຄວາມເຊື່ອ ໄວ້ວາງໃຈຂອງຂ້າພຣະອົງສຳລັບການຊ່ວຍເຫຼືອ ໃຫ້ພົ້ນຈາກຄວາມຜິດບາບ ແລະບຶງໄຟນາລົກ ຂອບໃຈພຣະເຈົ້າສຳລັບຄວາມເມດຕາ ແລະ ການອະໄພບາບທີ່ ແສນວິເສດ ແລະ ໜ້າອັດສະຈັນ ແລະ ຂໍປະທານຊີວິດນີລັນໃຫ້ກັບພຣະອົງດ້ວຍເຖີນ ອາເມນ!" |