1 Timothy 1 ຕິໂມທຽວ11 ຈາກ ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕາມພຣະບັນຊາຂອງພຣະເຈົ້າ ຜູ້ຊົງເປັນພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ ແລະພຣະເຢຊູຄຣິດ ຜູ້ຊົງເປັນຄວາມຫວັງຂອງພວກເຮົາ2 ເຖິງ ຕີໂມທຽວ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອ ຂໍໃຫ້ພຣະຄຸນ ແລະພຣະກະຣຸນາແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງມີຢູ່ກັບເຈົ້າເທີນ 3 ເມື່ອເຮົາກຳລັງໄປແຂວງມາເກໂດເນັຽນັ້ນ ເຮົາໄດ້ຂໍຮ້ອງເຈົ້າໃຫ້ຄອຍຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມລາງຄົນບໍ່ໃຫ້ເຂົາສອນຄຳໂອວາດຢ່າງອື່ນ 4 ທັງບໍ່ໃຫ້ເຂົາໃສ່ໃຈໃນເຣື່ອງນິຍາຍຕ່າງໆ ແລະເຣື່ອງເຊື້ອສາຍອັນບໍ່ຮູ້ສ້ຽງສຸດ ຊຶ່ງເປັນເຫດໃຫ້ເກີດບັນຫາ ແທນທີ່ຈະໃຫ້ເປັນໄປຕາມແຜນການຂອງພຣະເຈົ້າ ອັນກ່ຽວກັບຄວາມເຊື່ອ 5 ແຕ່ຈຸດປະສົງຂອງຄວາມສັ່ງຫ້າມນັ້ນ ກໍຄືໃຫ້ມີຄວາມຮັກທີ່ເກີດມາຈາກໃຈອັນບໍຣິສຸດ ແລະຈາກໃຈສຳນຶກວ່າຕົນຊອບ ແລະຈາກຄວາມເຊື່ອອັນຈິງໃຈ 6 ບາງຄົນກໍໄດ້ຜິດຈຸດປະສົງ ຫລິກໄປຈາກສິ່ງເຫລົ່ານີ້ຫລົງໄປຫາຄວາມເວົ້າທີ່ໄຮ້ປໂຍດ 7 ແມ່ນວ່າເຂົາບໍ່ເຂົ້າໃຈສິ່ງທີ່ເຂົາກ່າວ ແລະສິ່ງທີ່ເຂົາຢືນຢັນ ເຂົາກໍຍັງປາຖນາຈະເປັນຄຣູສອນພຣະບັນຍັດ 8 ເຮົາທັງຫລາຍຮູ້ແລ້ວວ່າພຣະບັນຍັດນັ້ນດີຢູ່ ຖ້າຜູ້ໃດໃຊ້ໃຫ້ຖືກຕ້ອງ 9 ໂດຍຮູ້ວ່າກົດຫມາຍບໍ່ໄດ້ຕັ້ງໄວ້ສຳລັບຄົນສັດຊື່ສຸຈຣິດ ແຕ່ໄດ້ຕັ້ງໄວ້ສຳລັບຄົນຕໍ່ໄປນີ້ຄື ຄົນບໍ່ຟັງກົດຫມາຍ ຄົນບໍ່ຍອມຢູ່ໃຕ້ລະບຽບ ຄົນບໍ່ນັບຖືພຣະເຈົ້າ ຄົນຜິດບາບ ຄົນອະທັມ ຄົນຢູ່ນອກສາສນາ ຄົນຂ້າພໍ່ຕີແມ່ ຄົນຂ້າຄົນ 10 ຄົນຫລິ້ນຊູ້ ຊາຍຫລິ້ນກັບຊາຍ ຜູ້ຮ້າຍລັກຄົນ ຄົນຂີ້ຕົວະ ຄົນສາບານໂດຍຄຳບໍ່ຈິງ ແລະສິ່ງອື່ນໆທີ່ຂັດກັບຫລັກໂອວາດຄຳສອນ 11 ຕາມທີ່ມີຢູ່ໃນຂ່າວປະເສີດ ຊຶ່ງກ່າວເຖິງພຣະຣັສມີຂອງພຣະເຈົ້າຜູ້ຊົງສເວີຍສຸກ ຄືຂ່າວປະເສີດທີ່ໄດ້ຊົງມອບໄວ້ກັບເຮົາແລ້ວ 12 ເຮົາໂມທະນາພຣະຄຸນພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງຊູກຳລັງເຮົາ ດ້ວຍວ່າພຣະອົງຊົງພຣະກະຣຸນາຖືວ່າເຮົາເປັນຄົນສັດຊື່ ຈຶ່ງຊົງຕັ້ງເຮົາໄວ້ໃຫ້ປະຕິບັດພຣະຣາຊກິຈຂອງພຣະອົງ 13 ເຖິງແມ່ນວ່າເມື່ອກ່ອນນັ້ນເຮົາໄດ້ເປັນຄົນຫຍາບຊ້າ ຂົ່ມເຫັງ ແລະຫມິ່ນປມາດພຣະອົງ ແຕ່ເຮົາຍັງໄດ້ຮັບພຣະກະຣຸນາ ເພາະວ່າເຮົາໄດ້ເຮັດຢ່າງນັ້ນດ້ວຍຄວາມບໍ່ຮູ້ ແລະດ້ວຍຄວາມບໍ່ເຊື່ອ 14 ແລະອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍໄດ້ຊົງໂຜດປະທານພຣະຄຸນໃຫ້ເຮົາຫລາຍເຫລືອລົ້ນ ພ້ອມດ້ວຍຄວາມເຊື່ອ ແລະຄວາມຮັກຊຶ່ງມີຢູ່ໃນພຣະເຢຊູຄຣິດ 15 ຄຳນີ້ເປັນຄຳສັດຈິງ ແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດເຂົ້າມາໃນໂລກເພື່ອຈະຊົງໂຜດເອົາຄົນບາບໃຫ້ພົ້ນ ແລະໃນຈຳພວກຄົນບາບນັ້ນແມ່ນເຮົານີ້ແຫລະເປັນຜູ້ຕົ້ນ 16 ແຕ່ວ່າເພາະເຫດນີ້ເຮົາຈຶ່ງໄດ້ຮັບພຣະກະຣຸນາ ຄືວ່າເພື່ອພຣະເຢຊູຄຣິດຈະໄດ້ຊົງສະແດງຄວາມອົດກັ້ນພຣະທັຍທຸກຢ່າງ ໃຫ້ເຫັນໃນຕົວເຮົາຊຶ່ງເປັນຜູ້ຕົ້ນນັ້ນ ຄືໃຫ້ເປັນແບບຢ່າງແກ່ພວກຄົນທີ່ຈະເຊື່ອໃນພຣະອົງ ແລ້ວຮັບຊີວິດອັນຕລອດໄປເປັນນິດ 17 ພຣະກຽດແລະພຣະຣັສມີຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເຣີນຢູ່ເປັນນິດ ຜູ້ຊົງເປັນອົງອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວສືບໆໄປເປັນນິດ ອາແມນ 18 ຕີໂມທຽວ ລູກຂອງເຮົາເອີຍ ຂໍ້ຄວາມດັ່ງນີ້ເຮົາໄດ້ຝາກໄວ້ກັບເຈົ້າ ຕາມຄວາມທຳນວາຍທີ່ກ່າວເຖິງເຈົ້າເມື່ອກ່ອນນັ້ນ ເພື່ອຂໍ້ຄວາມທັງຫລາຍນັ້ນຈະເປັນກຳລັງໃຈໃຫ້ເຈົ້າເຂົ້າໃນການເສິກອັນດີ 19 ຈົ່ງຍຶດຖືຄວາມເຊື່ອໄວ້ ແລະມີໃຈສຳນຶກວ່າຕົນຊອບ ຊຶ່ງສິ່ງເຫລົ່ານີ້ລາງຄົນໄດ້ປັດຖິ້ມເສັຽ ຄວາມເຊື່ອຂອງເຂົາຈຶ່ງຫລົ້ມຈົມລົງເຫມືອນເຮືອແຕກ 20 ໃນຄົນເຫລົ່ານັ້ນມີ ອີເມນາໂຢ ແລະອາເລກຊັນໂດທີ່ເຮົາໄດ້ມອບໄວ້ກັບຊາຕານແລ້ວ ເພື່ອເຂົາຈະໄດ້ຮຽນຮູ້ແລະບໍ່ກ່າວຄຳຫຍາບຊ້າຕໍ່ພຣະເຈົ້າ 21 ເຫດສັນນັ້ນກ່ອນສິ່ງອື່ນໃດ ເຮົາຂໍຮ້ອງເຈົ້າທັງຫລາຍໃຫ້ອ້ອນວອນ ໄຫວ້ວອນ ທູນຂໍ ແລະຂອບພຣະຄຸນເພື່ອຄົນທັງປວງ2 ເພື່ອກະສັດທັງຫລາຍ ແລະເພື່ອຄົນທັງປວງທີ່ມີຕຳແຫນ່ງສູງ ເພື່ອເຮົາທັງຫລາຍຈະໄດ້ດຳເນີນຊີວິດຢ່າງງຽບໆ ແລະສງົບສຸກ ໃນທາງທັມແລະສະງ່າຜ່າເຜີຍທຸກຢ່າງ 3 ການເຮັດແນວນັ້ນເປັນການດີ ແລະເປັນທີ່ຊອບພຣະທັຍພຣະເຈົ້າ ຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 4 ຜູ້ຊົງມີພຣະປະສົງໃຫ້ຄົນທັງປວງພົ້ນ ແລະໃຫ້ສັງເກດຮູ້ຄວາມຈິງ 5 ດ້ວຍເຫດວ່າມີພຣະເຈົ້າອົງດຽວ ແລະມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ ຄືພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ 6 ຜູ້ໄດ້ຊົງສລະພຣະອົງເອງເປັນຄ່າໄຖ່ສຳລັບຄົນທັງປວງ ຊຶ່ງການນີ້ເປັນພຍານໃນເວລາອັນເຫມາະສົມ 7 ແລະສຳລັບການນີ້ເຮົາຈຶ່ງໄດ້ຖືກຊົງຕັ້ງໄວ້ໃຫ້ເປັນຜູ້ປະກາດແລະເປັນອັຄສາວົກ (ເຮົາກ່າວຄວາມຈິງ ບໍ່ໄດ້ກ່າວຄຳຕົວະ) ແລະເປັນຄຣູສອນຄວາມເຊື່ອ ແລະຄວາມຈິງແກ່ຄົນຕ່າງຊາດ 8 ເຫດສັນນັ້ນເຮົາປະສົງຢາກໃຫ້ຜູ້ຊາຍທັງຫລາຍໄຫວ້ວອນໃນທຸກແຫ່ງ ດ້ວຍຍໍມືບໍຣິສຸດ ໂດຍບໍ່ມີຄວາມຄຽດ ແລະການຜິດຖຽງກັນ 9 ຝ່າຍພວກຜູ້ຍິງກໍເຫມືອນກັນ ໃຫ້ແຕ່ງຕົວຢ່າງສຸພາບຮຽບຮ້ອຍ ແລະສງ່ຽມຄ່ຽມຄົມ ບໍ່ແມ່ນດ້ວຍເກົ້າຜົມເກີນແບບ ຫລືປະດັບກາຍດ້ວຍເຄື່ອງຄຳ ແລະໄຂ່ມຸກ ຫລືເຄື່ອງນຸ່ງອັນມີຄ່າແພງ 10 ແຕ່ໃຫ້ປະດັບກາຍດ້ວຍເຮັດການດີ ໃຫ້ສົມກັບຜູ້ຍິງທີ່ປະກາດຕົນວ່າເປັນຜູ້ນັບຖືພຣະເຈົ້າ 11 ໃຫ້ຜູ້ຍິງຮຽນຮູ້ຢ່າງງຽບໆ ແລະດ້ວຍໃຈອ່ອນນ້ອມ 12 ເຮົາບໍ່ອະນຸຍາດໃຫ້ຜູ້ຍິງສັ່ງສອນ ຫລືໃຊ້ອຳນາດເຫນືອຜູ້ຊາຍ ແຕ່ໃຫ້ເຂົາມິດງຽບຢູ່ 13 ດ້ວຍວ່າພຣະເຈົ້າໄດ້ຊົງປັ້ນອາດາມຂຶ້ນກ່ອນ ແລ້ວຈຶ່ງຊົງສ້າງເອວາ ແລະອາດາມບໍ່ໄດ້ຖືກຫລອກລວງ ແຕ່ຜູ້ຍິງໄດ້ຖືກຫລອກລວງຈຶ່ງຕົກໃນການລ່ວງລະເມີດ 14 ແຕ່ເຖິງປານນັ້ນກໍດີ ຜູ້ຍິງຍັງຈະຮັບການຊົງໂຜດໃຫ້ພົ້ນໄດ້ດ້ວຍການເກີດລູກ ຖ້າເຂົາຕັ້ງຫມັ້ນຄົງຢູ່ໃນຄວາມເຊື່ອ ໃນຄວາມຮັກ ແລະໃນຄວາມບໍຣິສຸດ ພ້ອມດ້ວຍຄວາມສງ່ຽມຄ່ຽມຄົມ 31 ຄຳນີ້ເປັນຄຳຈິງ ຄືວ່າຖ້າຜູ້ໃດປາຖນາຫນ້າທີ່ເປັນຜູ້ດູແລຄຣິສຕະຈັກ ຜູ້ນັ້ນປາຖນາການງານອັນດີ2 ຜູ້ດູແລນັ້ນຕ້ອງເປັນຄົນທີ່ບໍ່ມີໃຜຕິໄດ້ ເປັນຜົວຂອງຍິງຄົນດຽວ ເປັນຄົນຮູ້ຈັກບັງຄັບຕົນເອງ ມີສະຕິອັນດີຮອບຄອບ ມີກິຣີຍາຮຽບຮ້ອຍ ມີໃຈສັດທາເຫລື້ອມໃສໃນການຮັບແຂກ ເຫມາະສົມທີ່ຈະເປັນຄຣູ 3 ບໍ່ເປັນຄົນເມົາເຫລົ້າ ບໍ່ເປັນຄົນຫຍາບຊ້າສາໂຫດ ແຕ່ເປັນຄົນມີໃຈສຸພາບ ບໍ່ເປັນຄົນມັກຜິດຖຽງກັນ ບໍ່ເປັນຄົນເຫັນແກ່ເງິນ 4 ຕ້ອງເປັນຄົນຄອບຄອງບ້ານເຮືອນຂອງຕົນໄດ້ດີ ທີ່ໃຫ້ລູກທັງຫລາຍຂອງຕົນຍອມຟັງດ້ວຍຄວາມອ່ອນນ້ອມທຸກຢ່າງ 5 (ເພາະວ່າຖ້າຊາຍຜູ້ໃດບໍ່ຮູ້ຈັກຄອບຄອງບ້ານເຮືອນຂອງຕົນ ຜູ້ນັ້ນຈະດູແລຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ) 6 ຢ່າຕັ້ງຜູ້ທີ່ເຊື່ອໃຫມ່ໆໃຫ້ເປັນຜູ້ດູແລ ຢ້ານວ່າຈະອວດຕົວຂຶ້ນດ້ວຍຄວາມຈອງຫອງ ແລ້ວຈະຖືກໂທດເຫມືອນຢ່າງພຍາມານ 7 ອີກປະການນຶ່ງ ຜູ້ດູແລນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ຢ້ານວ່າຈະຖືກການຕິຕຽນນິນທາ ແລະຖືກບ້ວງບາດຂອງມານ 8 ຝ່າຍພວກຜູ້ບົວລະບັດນັ້ນກໍເຫມືອນກັນ ຄືຕ້ອງເປັນຄົນເອົາການເອົາງານ ບໍ່ເປັນຄົນສອງລີ້ນ ບໍ່ເປັນຄົນດື່ມເຫລົ້າແວງເກີນສ່ວນ ບໍ່ເປັນຄົນໂລບເຫັນແກ່ໄດ້ 9 ແຕ່ຕ້ອງເປັນຄົນຍຶດຫມັ້ນໃນຂໍ້ລັບເລິກແຫ່ງຄວາມເຊື່ອດ້ວຍໃຈສຳນຶກວ່າຕົນຊອບ 10 ຈົ່ງລອງເບິ່ງຄົນເຫລົ່ານີ້ເສັຽກ່ອນ ແລະເມື່ອເຫັນວ່າບໍ່ມີຂໍ້ຕິຕຽນໄດ້ ຈຶ່ງຕັ້ງເຂົາໄວ້ໃນຕໍາແຫນ່ງຜູ້ບົວລະບັດ 11 ຝ່າຍຜູ້ຍິງກໍເຫມືອນກັນ ຕ້ອງເປັນຄົນເອົາການເອົາງານ ບໍ່ເປັນຄົນໃສ່ຮ້າຍປ້າຍສີ ແຕ່ຕ້ອງເປັນຄົນຣູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນສິ່ງທັງປວງ 12 ຝ່າຍຜູ້ບົວລະບັດນັ້ນ ຕ້ອງເປັນຜົວຂອງຍິງຄົນດຽວ ເປັນຄົນຮູ້ຈັກຄອບຄອງລູກ ແລະບ້ານເຮືອນຂອງຕົນໄດ້ດີ 13 ເພາະວ່າຜູ້ທີ່ດຳເນີນຫນ້າທີ່ບົວລະບັດໄດ້ດີນັ້ນກໍໄດ້ຮັບກຽດ ແລະມີໃຈກ້າອາດກ່າວເຖິງຄວາມເຊື່ອທີ່ມີໃນພຣະເຢຊູຄຣິດ 14 ເຮົາຫວັງໃຈວ່າໃນມໍ່ໆນີ້ ເຮົາຈະໄດ້ມາຫາເຈົ້າທັງຫລາຍ ເຮົາຈຶ່ງຂຽນຂໍ້ຄວາມນີ້ມາເຖິງພວກເຈົ້າ ກໍເພື່ອວ່າ, 15 ຖ້າເຮົາຫາກຍັງຊ້າຢູ່ ພວກເຈົ້າກໍຈະໄດ້ຮູ້ວ່າຄວນຈະບົວລະບັດຢ່າງໃດໃນຄອບຄົວຂອງພຣະເຈົ້າ ຄືຄຣີສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ທີ່ເປັນເສົາ ແລະຮາກແຫ່ງຄວາມຈິງ 16 ເຮົາຕ້ອງຍອມຮັບວ່າ ຂໍ້ລັບເລິກແຫ່ງສາສນາຂອງເຮົານີ້ກໍໃຫຍ່ຫລາຍ ຄືວ່າ ພຣະອົງຊົງປາກົດມີສະພາບເປັນມະນຸດ ພຣະວິນຍານໄດ້ຊົງປະກາດວ່າຊົງເປັນຜູ້ຊອບທັມ ຝູງເທວະດາກໍໄດ້ເຫັນ ມີຜູ້ປະກາດພຣະອົງແກ່ພວກຕ່າງຊາດ ມີຊາວໂລກໄດ້ເຊື່ອຖືພຣະອົງ ພຣະອົງຊົງຖືກຮັບຂຶ້ນເມື່ອສູ່ພຣະຣັສມີ 41 ພຣະວິນຍານຊົງກ່າວໄວ້ໂດຍແຈ່ມແຈ້ງວ່າ ໃນຄາວພາຍຫນ້າຈະມີລາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີຮ້າຍ2 ຊຶ່ງມາຈາກການຫນ້າຊື່ໃຈຄົດຂອງຄົນທີ່ກ່າວຕົວະ ຄືຄົນທີ່ໃຈສຳນຶກຜິດແລະຊອບຂອງເຂົາຖືກຫມາຍໄວ້ເຫມືອນກັບຮອຍເຫລັກແດງ 3 ເຂົາຫ້າມບໍ່ໃຫ້ເອົາກັນເປັນຜົວເມັຽ ຫ້າມບໍຣິໂພກອາຫານບາງຊະນິດຊຶ່ງພຣະເຈົ້າໄດ້ຊົງສ້າງໄວ້ ໃຫ້ຜູ້ທີ່ເຊື່ອແລະຮູ້ຈັກຄວາມຈິງນັ້ນໄດ້ຮັບບໍຣິໂພກດ້ວຍຂອບພຣະຄຸນ 4 ດ້ວຍວ່າສິ່ງສາຣະພັດຊຶ່ງພຣະເຈົ້າໄດ້ຊົງສ້າງໄວ້ນັ້ນກໍເປັນຂອງດີ ບໍ່ມີສິ່ງໃດທີ່ຄວນປະຖິ້ມຈັກສິ່ງ ແຕ່ຄວນຮັບເອົາທຸກສິ່ງດ້ວຍຂອບພຣະຄຸນ 5 ເພາະວ່າສິ່ງເຫລົ່ານັ້ນກໍຊົງຊຳຮະໄວ້ແລ້ວ ໂດຍພຣະທັມຂອງພຣະເຈົ້າແລະຄຳວອນຂໍ 6 ຖ້າເຈົ້າຈະໃຫ້ຄຳແນະນຳເຫລົ່ານີ້ແກ່ພວກພີ່ນ້ອງ ເຈົ້າກໍຈະເປັນຜູ້ບົວລະບັດທີ່ດີຂອງພຣະເຢຊູຄຣິດ ບຳຣຸງຕົນດ້ວຍຂໍ້ຄວາມເຣື່ອງຄວາມເຊື່ອ ແລະດ້ວຍຫລັກຄຳສອນອັນດີທີ່ເຈົ້າໄດ້ຂັບຕາມນັ້ນ 7 ຈົ່ງເວັ້ນຫນີຈາກນີຍາຍປະໂລມໂລກ ທີ່ພວກຜູ້ຍິງເຖົ້າເຄີຍເລົ່າໃຫ້ຟັງນັ້ນ ແຕ່ຈົ່ງຝຶກຕົນໃນການນັບຖືພຣະເຈົ້າຢ່າງຖືກຕ້ອງ ເພາະການຝຶກຫັດທາງກາຍນັ້ນມີປໂຍດບາງຢ່າງ 8 ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງມີປໂຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາໄວ້ສຳລັບຊີວິດໃນປັດຈຸບັນແລະໃນອານາຄົດດ້ວຍ 9 ຂໍ້ຄວາມນີ້ກໍສັດຈິງ ແລະສົມຄວນທຸກຄົນຈະໄດ້ຮັບເຊື່ອເອົາໄວ້ 10 ເຫດທີ່ເຮົາເຮັດການຫນັກຫນ່ວງ ແລະອົດສາສູ້ ກໍເພາະວ່າເຮົາໄດ້ໄວ້ວາງໃຈໃນພຣະເຈົ້າຜູ້ຊົງພຣະຊົນຢູ່ ຜູ້ຊົງໂຜດໃຫ້ພົ້ນຂອງຄົນທັງປວງ ເປັນຕົ້ນຂອງພວກຄົນທີ່ເຊື່ອໃນພຣະອົງ 11 ຈົ່ງສັ່ງສອນຂໍ້ຄວາມເຫລົ່ານີ້ 12 ຢ່າໃຫ້ຜູ້ໃດຫມິ່ນປມາດຄວາມຫນຸ່ມຂອງເຈົ້າ ແຕ່ຈົ່ງເປັນແບບຢ່າງແກ່ຄົນທັງປວງທີ່ເຊື່ອ ທັງໃນທາງກິຣິຍາແລະວາຈາ ໃນຄວາມຮັກ ໃນຄວາມເຊື່ອ ແລະໃນຄວາມບໍຣິສຸດ 13 ຈົ່ງຕັ້ງໃຈໃນການອ່ານຫນັງສື ໃນການເຕືອນສະຕິ ແລະໃນການສັ່ງສອນ ຈົນກວ່າເຮົາຈະມາ 14 ຢ່າເບິດເສີຍຕໍ່ຄຸນທັມທີ່ມີຢູ່ໃນຕົວເຈົ້າ ທີ່ໄດ້ຊົງປະທານແກ່ເຈົ້າດ້ວຍຄຳທຳນວາຍເມື່ອຄນະເຖົ້າແກ່ໄດ້ວາງມືໃສ່ເຈົ້າ 15 ຈົ່ງຫມັ່ນຮ່ຳເພິງຂໍ້ຄວາມເຫລົ່ານີ້ດ້ວຍສຸດໃຈ ເພື່ອຄວາມຈະເຣີນຂອງເຈົ້າຈະໄດ້ປາກົດແກ່ຄົນທັງປວງ 16 ຈົ່ງລະວັງຕົວ ແລະການສັ່ງສອນຂອງເຈົ້າໃຫ້ດີ ຈົ່ງຕັ້ງຫມັ້ນຢູ່ໃນຂໍ້ຄວາມເຫລົ່ານີ້ ເພາະເມື່ອເຮັດຢ່າງນັ້ນເຈົ້າຈະຊ່ອຍຕົນເອງ ກັບທັງຊ່ອຍຄົນທັງຫລາຍທີ່ຟັງເຈົ້ານັ້ນໃຫ້ພົ້ນ 51 ຢ່າໃສ່ຄຳຫຍາບໃນການຕັກເຕືອນຊາຍຜູ້ອາວຸໂສ ແຕ່ຈົ່ງຂໍຮ້ອງເຫມືອນທ່ານເປັນພໍ່ ຈົ່ງຖືວ່າພວກຊາຍຫນຸ່ມນັ້ນເປັນເຫມືອນອ້າຍນ້ອງ2 ແລະພວກຍິງຜູ້ມີອາວຸໂສເປັນເຫມືອນແມ່ ສ່ວນພວກຜູ້ຍິງຫນຸ່ມໃຫ້ເປັນເຫມືອນເອື້ອຍນ້ອງ ໂດຍມີໃຈບໍຣິສຸດຕໍ່ເຂົາ 3 ຈົ່ງຮັບຮູ້ພວກແມ່ຫມ້າຍທີ່ເປັນແມ່ຫມ້າຍແທ້ຈິງ 4 ຖ້າແມ່ຫມ້າຍຄົນໃດມີລູກຫລືຫລານ ກໍໃຫ້ລູກຫລານນັ້ນຮຽນວີທີປະຕິບັດທາງສາສນາ ໂດຍບົວລະບັດຕໍ່ຄອບຄົວຂອງຕົນກ່ອນ ແລະໃຫ້ຕອບແທນຄຸນພໍ່ແມ່ ເພາະວ່າການເຮັດຢ່າງນັ້ນເປັນທີ່ຊອບຕໍ່ພຣະພັກພຣະເຈົ້າ 5 ຝ່າຍຜູ້ຍິງທີ່ເປັນແມ່ຫມ້າຍແທ້ ແລະຖືກປະຢູ່ແຕ່ຜູ້ດຽວນັ້ນ ກໍຍອມມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຕັ້ງຫມັ້ນຄົງຢູ່ໃນການວອນຂໍ ແລະໃນການໄຫວ້ວອນທັງກາງເວັນແລະກາງຄືນ 6 ສ່ວນຜູ້ຍິງທີ່ປ່ອຍຕົວໄປຕາມຄວາມສນຸກນັ້ນ ກໍຕາຍແລ້ວທັງເປັນ 7 ຈົ່ງສັ່ງເນັ້ນຂໍ້ນີ້ເພື່ອເຂົາຈະບໍ່ຖືກຕິຕຽນ 8 ຖ້າແມ່ນຜູ້ໃດບໍ່ບຳຣຸງລ້ຽງດູຍາດພີ່ນ້ອງຂອງຕົນ ເປັນຕົ້ນວ່າຄົນໃນຄອບຄົວຂອງຕົນ ຜູ້ນັ້ນກໍໄດ້ປະຕິເສດພຣະສາສນາເສັຽແລ້ວ ແລະແຮ່ງຊົ່ວກວ່າຄົນທີ່ບໍ່ເຊື່ອເສັຽອີກ 9 ຢ່າໄດ້ລົງຊື່ແມ່ຫມ້າຍຄົນໃດໃນທະບຽນ ເວັ້ນໄວ້ແຕ່ຜູ້ທີ່ມີອາຍຸຫົກສິບປີ ແລະເປັນເມັຽຂອງຊາຍຄົນດຽວ 10 ແລະຈະຕ້ອງເປັນຜູ້ທີ່ມີຊື່ວ່າໄດ້ເຮັດການດີ ຄືໄດ້ບຳຣຸງລ້ຽງລູກ ພໍໃຈຮັບແຂກ ໄດ້ລ້າງຕີນພວກໄພ່ພົນຂອງພຣະເຈົ້າ ໄດ້ສົງເຄາະຄົນທີ່ມີຄວາມທຸກລຳບາກ ແລະຫມັ່ນຕິດຕາມການດີທຸກຢ່າງ 11 ແຕ່ແມ່ຫມ້າຍທີ່ຍັງຫນຸ່ມກວ່ານັ້ນຢ່າຍອມຮັບ ເພາະວ່າເມື່ອເຂົາຫລົງຫ່າງຈາກພຣະຄຣິດໄປແລ້ວເຂົາກໍຢາກເອົາຜົວໃຫມ່ 12 ເຂົາຈະຕ້ອງຖືກຕຳຫນິ ເພາະເຂົາໄດ້ລະເມີດຄຳປະຕິຍານເດີມຂອງເຂົາ 13 ນອກຈາກນັ້ນເຂົາກໍຈະຮຽນເປັນຄົນມັກຢູ່ລ້າ ທ່ຽວໄປເຮືອນຫລັງນັ້ນຫລັງນີ້ ບໍ່ໃຊ່ເປັນແຕ່ຄົນມັກຢູ່ລ້າເທົ່ານັ້ນ ແຕ່ຍັງເປັນຄົນມັກເວົ້າຄວາມບໍ່ມີແກ່ນສານ ທັງເປັນຄົນເຂົ້າຫຍຸ້ງກ່ຽວກັບທຸຣະກິດຂອງຜູ້ອື່ນ ແລະມັກເວົ້າແຕ່ສິ່ງທີ່ບໍ່ສົມຄວນ 14 ເຫດສັນນັ້ນເຮົາຈຶ່ງປາຖນາໃຫ້ພວກແມ່ຫມ້າຍທີ່ຍັງຫນຸ່ມນັ້ນເອົາຜົວ ມີລູກ ແລະດູແລບ້ານເຮືອນ ເພື່ອບໍ່ໃຫ້ສັດຕຣູມີຊ່ອງທາງນິນທາໄດ້ 15 ເພາະວ່າມີລາງຄົນໄດ້ຫລົງຕາມຊາຕານໄປແລ້ວ 16 ຖ້າຍິງຜູ້ມີຄວາມເຊື່ອຄົນໃດມີພີ່ນ້ອງເປັນແມ່ຫມ້າຍ ກໍໃຫ້ທ່ານຊ່ອຍລ້ຽງດູ ຢ່າໃຫ້ເປັນພາຣະຂອງຄຣິສຕະຈັກ ເພື່ອຄຣິສຕະຈັກຈະໄດ້ສົງເຄາະພວກທີ່ເປັນແມ່ຫມ້າຍອັນແທ້ຈິງ 17 ຈົ່ງຖືວ່າພວກເຖົ້າແກ່ທີ່ປົກຄອງດີນັ້ນ ສົມຄວນໄດ້ຮັບກຽດສອງທໍ່ ເປັນຕົ້ນວ່າ ພວກເຖົ້າແກ່ທີ່ເທສນາ ແລະສັ່ງສອນດ້ວຍການຫນັກຫນ່ວງ 18 ເພາະພຣະຄຳພີກ່າວວ່າ, “ຢ່າເອົາສອບໃສ່ສົບງົວທີ່ກຳລັງຢຽບເຂົ້າ” ແລະ “ຄົນງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ” 19 ຢ່າຍອມຮັບຄຳກ່າວຫາໃສ່ເຖົ້າແກ່ຄົນໃດ ເວັ້ນເສັຽແຕ່ມີພຍານສອງຫລືສາມປາກ 20 ສຳລັບຜູ້ທີ່ຍັງເຮັດຜິດນັ້ນ ຈົ່ງຕິຕຽນເຂົາຊ້ອງຫນ້າຄົນທັງປວງ ເພື່ອຜູ້ອື່ນຈະມີຄວາມຢ້ານ ເຫມືອນກັນ 21 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະພຣະເຢຊູຄຣິດ ແລະຝູງເທວະດາທີ່ຊົງເລືອກໄວ້ແລ້ວນັ້ນ ໃຫ້ເຈົ້າຮັກສາລະບຽບເຫລົ່ານີ້ໄວ້ໂດຍບໍ່ເຫັນແກ່ຫນ້າຜູ້ໃດ ແລະບໍ່ເຮັດການໃດໆດ້ວຍໃຈລຳອຽງ 22 ຢ່າຟ້າວວາງມືລົງໃສ່ຜູ້ໃດ ຢ່າເຂົ້າມີສ່ວນຮ່ວມການຜິດບາບກັບຄົນອື່ນ ຈົ່ງຮັກສາຕົວໄວ້ໃຫ້ບໍຣິສຸດ 23 ຕໍ່ໄປຢ່າດື່ມແຕ່ນ້ຳສິ່ງດຽວ ແຕ່ຄວນໃຊ້ເຫລົ້າແວງແດ່ເລັກນ້ອຍ ເພາະເຫັນແກ່ກະເພາະອາຫານ ແລະຄວາມອ່ອນແຮງທີ່ເຈົ້າມີຢູ່ເລື້ອຍນັ້ນ 24 ການຜິດບາບຂອງລາງຄົນກໍປາກົດຢ່າງເປີດເຜີຍ ນຳເຂົາໄປສູ່ການພິພາກສາ ແຕ່ການຜິດບາບຂອງລາງຄົນກໍປາກົດຕາມພາຍຫລັງ 25 ສ່ວນການດີກໍປາກົດເປິດເຜີຍຢ່າງດຽວກັນ ແລະເຖິງແມ່ນວ່າບໍ່ປາກົດຄັກກໍປົກບັງໄວ້ບໍ່ໄດ້ 61 ສ່ວນຄົນທັງຫລາຍທີ່ເຂົ້າຢູ່ໃຕ້ແອກແຫ່ງຄວາມເປັນຂ້ອຍຂ້ານັ້ນ ໃຫ້ຖືວ່ານາຍຂອງຕົນເປັນຜູ້ສົມຄວນຮັບກຽດທຸກຢ່າງ ເພື່ອວ່າພຣະນາມຂອງພຣະເຈົ້າ ແລະຄຳໂອວາດຈະບໍ່ຖືກປມາດ2 ຝ່າຍພວກຂ້ອຍຂ້າທີ່ມີນາຍເປັນຜູ້ທີ່ເຊື່ອແລ້ວກໍຢ່າຄຶດປມາດນາຍນັ້ນ ເພາະເຫດວ່າເປັນພີ່ນ້ອງກັນ ແຕ່ວ່າຫລາຍກວ່ານັ້ນເຂົາຕ້ອງຮັບໃຊ້ນາຍໃຫ້ດີຂຶ້ນ ເພາະເຫດວ່ານາຍຜູ້ຮັບປໂຍດຈາກການງານຂອງຕົນນັ້ນ ກໍເປັນຜູ້ມີຄວາມເຊື່ອ ແລະເປັນທີ່ຮັກ 3 ຈົ່ງສັ່ງສອນ ແລະເຕືອນສະຕິຂໍ້ຄວາມເຫລົ່ານີ້ ຖ້າຜູ້ໃດສອນຜິດໄປຈາກນີ້ ແລະບໍ່ຍອມເຫັນຕາມພຣະທັມອັນມີຫລັກຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະຄຳໂອວາດທີ່ສົມກັບການນັບຖືພຣະເຈົ້າຢ່າງຖືກຕ້ອງ 4 ຜູ້ນັ້ນກໍເປັນຄົນຈອງຫອງ ບໍ່ຮູ້ຈັກສິ່ງໃດ ແຕ່ມົວເມົາໃນການຖົກຖຽງກັນ ແລະທະເລາະວິວາດກັນເຖິງເຣື່ອງຄຳ ຊຶ່ງເປັນເຫດໃຫ້ເກີດການເຫິງສາກັນ ການຜິດຖຽງກັນ ການຫມິ່ນປມາດກັນ ການບໍ່ໄວ້ວາງໃຈຄຶດຮ້າຍຕໍ່ກັນ 5 ແລະການກະທົບກະເທືອນບໍ່ຂາດລະຫວ່າງຄົນໃຈທຸຈຣິດ ແລະຂາດຄວາມຈິງ ທີ່ຄຶດວ່າການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນເປັນທາງທີ່ຈະໄດ້ກຳໄຣ 6 ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄຣອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່ 7 ເພາະວ່າພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກສັນໃດ ເຮົາກໍຈະເອົາສິ່ງໃດອອກໄປຈາກໂລກບໍ່ໄດ້ສັນນັ້ນ 8 ແຕ່ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມກໍໃຫ້ເຮົາພໍໃຈກັບສິ່ງເຫລົ່ານັ້ນ 9 ສ່ວນຄົນເຫລົ່ານັ້ນທີ່ຢາກລ້ຳຣວຍກໍຕົກໃນການທົດລອງ ໃນບ້ວງແຮ້ວ ແລະໃນຕັນຫາອັນໂງ່ຫລາຍຢ່າງ ຊຶ່ງເປັນໄພແກ່ຕົວທີ່ເຮັດໃຫ້ມະນຸດຈົມລົງໃນຄວາມວິນາດຈິບຫາຍເສື່ອມສູນໄປ 10 ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະເຫດຄວາມໂລບນີ້ແຫລະ ຈຶ່ງຊັກຈູງຜູ້ລາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດດ້ວຍຄວາມເຈັບແສບຫລາຍປະການ 11 ແຕ່ເຈົ້າຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກຫນີຈາກສິ່ງເຫລົ່ານີ້ ແລະຈົ່ງຕິດຕາມຄວາມຊອບທັມ ຄວາມນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມສັດຊື່ ຄວາມຮັກ ຄວາມຫມັ່ນພຽນ ແລະຄວາມອ່ອນສຸພາບ 12 ຈົ່ງອົດສາແຂ່ງຂັນສູ້ຕາມແນວທາງຂອງຄວາມເຊື່ອ ຈົ່ງຍຶດເອົາຊີວິດອັນຕລອດໄປເປັນນິດໄວ້ ຊຶ່ງພຣະເຈົ້າໄດ້ຊົງເອີ້ນໃຫ້ເຈົ້າຮັບນັ້ນ ໃນເມື່ອເຈົ້າໄດ້ຮັບເຊື່ອ ແລະປະຕິຍານຕົນຢ່າງດີຕໍ່ຫນ້າພຍານຫລາຍຄົນ 13 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ພຣະພັກພຣະເຢຊູຄຣິດ ຜູ້ໄດ້ຊົງເປັນພຍານເຖິງຄຳປະຕິຍານອັນດີຕໍ່ຫນ້າປົນທຽວປີລາດ 14 ໃຫ້ເຈົ້າຮັກສາຄຳສັ່ງນີ້ໄວ້ ຢ່າໃຫ້ດ່າງພ້ອຍ ຢ່າໃຫ້ມີທີ່ຕິໄດ້ ຈົນເຖິງເວລາທີ່ພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍຈະສະເດັດສ່ອງສວ່າງມາປາກົດ 15 ຊຶ່ງພຣະເຈົ້າຜູ້ສເວີຍສຸກ ແລະຊົງຣິດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາກະສັດເຫນືອກະສັດທັງປວງ ແລະຊົງເປັນເຈົ້າເຫນືອເຈົ້າທັງປວງ ຈະຊົງສະແດງໃຫ້ປາກົດຕາມເວລາກຳນົດ 16 ພຣະອົງຜູ້ດຽວຊົງເປັນອະມະຕະ ແລະຊົງສະຖິດຢູ່ໃນຄວາມສວ່າງ ຊຶ່ງບໍ່ມີຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະບໍ່ສາມາດຈະເຫັນໄດ້ ພຣະກຽດ ແລະຣິດທານຸພາບອັນຖາວອນ ຈົ່ງມີແກ່ພຣະອົງນັ້ນ ອາແມນ 17 ເຈົ້າຈົ່ງສັ່ງຄົນທີ່ຮັ່ງມີຝ່າຍໂລກ ຢ່າໃຫ້ເຂົາເປັນຄົນມີໃຈອວດອົ່ງຖືໂຕ ຫລືວາງໃຈໃນຊັບສິນອັນບໍ່ຫມັ່ນທ່ຽງ ແຕ່ໃຫ້ໄວ້ໃຈໃນພຣະເຈົ້າ ຜູ້ຊົງປະທານສິ່ງສາຣະພັດໃຫ້ແກ່ເຮົາທັງຫລາຍຢ່າງບໍຣິບູນ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ 18 ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ໃຫ້ເຂົາຮັ່ງມີໃນການປະຕິບັດອັນດີງາມ ໃຫ້ເຂົາມີໃຈສັດທາເອື້ອເຟື້ອເຜື່ອແຜ່ ແລະບໍ່ເຫັນແກ່ຕົວ 19 ຢ່າງນີ້ຈຶ່ງຈະໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບຕົນ ເພື່ອເປັນຮາກຖານອັນດີສຳລັບຄາວພາຍຫນ້າ ເພື່ອເຂົາຈະໄດ້ຍຶດເອົາຊີວິດອັນທ່ຽງແທ້ 20 ຕີໂມທຽວເອີຍ ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນຈົ່ງຮັກສາໄວ້ ຈົ່ງເວັ້ນເສັຽຈາກການເວົ້າອັນບໍ່ເປັນປໂຍດ ແລະຂັດຕໍ່ສາສນາ ແລະຈາກຂໍ້ໂຕ້ຖຽງຂອງສິ່ງທີ່ເຂົາເອີ້ນຜິດວ່າເປັນວິຊາຄວາມຮູ້ 21 ຊຶ່ງລາງຄົນໄດ້ຍອມວ່າຮັບເອົາແລ້ວ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ ຂໍພຣະຄຸນ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ |