Hebrews
you will need the DokChampa font - click here


ເຮັບ​ເຣີ


1

1 ໃນສະ​ໄຫມ​ພຣະ​ເຈົ້າ​ໄດ້ຊົງ​ກ່າວ​ຫລາຍ​ເທື່ອ​ດ້ວຍ​ວິ​ທີ​ຕ່າງໆ ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ທັງ​ຫລາຍ​ທາງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ

2 ແຕ່​ໃນ​ຄາວ​ສຸດ​ທ້າຍ​ນີ້ ພຣະ​ອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງ​ຫລາຍ​ທາງ​ພຣະ​ບຸດ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັ​ພ​ສິ່ງ​ທັງ​ປວງ​ເປັນ​ມໍ​ຣະ​ດົກ ແລະ​ດ້ວຍ​ພຣະ​ບຸດ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ສ້າງ​ໂລ​ກທັງ​ຫລາຍ

3 ພຣະ​ບຸດ​ນັ້ນ​ເປັນ​ແສງ​ສະ​ທ້ອນ​ພຣະ​ສະ​ງ່າ​ຣາສີ​ຂອງ​ພຣະ​ເຈົ້າ ແລະ​ມີ​ສະ​ພາບ​ເປັນ​ແບບ​ພິມດຽວ​ກັນ​ກັບ​ພຣະ​ອົງ ແລະ​ຊົງ​ຄ້ຳ​ຊູ​ພິ​ພົບ​ໂລກ​ໄວ້​ດ້ວຍ​ ພຣະ​ວັ​ຈ​ນະ​ອັນ​ຊົງ​ຣິດ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ຊຳ​ຮະ​ຄວາມ​ຜິດ​ບາບ​ແລ້ວ ກໍ​ຊົງ​ປະ​ທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ໃນ​ບ່ອນ​ສູງ

4 ອັນ​ນຶ່ງ, ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ນາມ​ຍົດ​ອັນ​ປະ​ເສີດ​ເລີ​ດ​ລ້ຳ​ກວ່າ​ເທວະ​ດາ​ໃຫ້​ພຣະ​ອົງ​ຢ່າງ​ໃດ ພຣະ​ອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະ​ເສີດ​ເລີດ​ລ້ຳ​ກວ່າ​ເທວະ​ດາ​ຢ່າງ​ນັ້ນ

5 ເພາະ​ວ່າ​ມີ​ຕົນ​ໃດ​ແດ່​ໃນ​ບັນ​ດາ​ເທວະ​ດາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ ວັນ​ນີ້​ເຮົາ​ໄດ້​ໃຫ້​ກຳ​ເນີດ​ແດ່​ທ່ານ” ຫລື​ຊົງ​ກ່າວອີ​ກວ່າ, “ເຮົາ​ຈະ​ເປັນ​ບິ​ດາ​ຂອງ​ທ່ານ ແລະ​ທ່ານ​ຈະ​ເປັນ​ບຸດ​ຂອງ​ເຮົາ”

6 ແລະ​ອີກ​ເທື່ອ​ນຶ່ງ, ເມື່ອ​ພຣະ​ອົງ​ຊົງ​ນຳ​ພຣະ​ບຸດ​ອົງ​ກົກ​ເຂົ້າ​ມາ​ໃນ​ໂລກ ກໍ​ຊົງ​ກ່າວ​ວ່າ, “ໃຫ້​ບັນ​ດາ​ເທວະ​ດາ​ຂອງ​ພຣະ​ເຈົ້າ​ຂາບ​ໄຫວ້​ທ່ານ”

7 ສ່ວນ​ເທວະ​ດາ​ເຫລົ່າ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ເທວະ​ດາ​ຂອງ​ພຣະ​ອົງ​ເປັນ​ເຫມືອນ​ລົມ ແລະ​ຊົງ​ບັນ​ດານ​ໃຫ້​ພວກ​ຜູ້​ຮັບ​ໃຊ້ຂອງ​ພຣະ​ອົງ​ເປັນ​ເຫມືອນ​ແປວ​ໄຟ”

8 ແຕ່​ສ່ວນ​ພຣະ​ບຸດ​ນັ້ນພຣະ​ອົງ​ຊົງ​ກ່າວວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ກໍ​ຕັ້ງ​ຢູ່​ເປັນ​ນິດ​ຕລອດ​ໄປ ພຣະ​ຄະທາ​ແຫ່ງ​ຣາ​ຊ​ອາ​ນາ​ຈັກຂອງ​ພຣະ​ອົງ ກໍ​ເປັນ​ພຣະ​ຄະ​ທາ​ອັນ​ທ່ຽງ​ທັມ

9 ພຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ ແລະ​ຊົງ​ກຽດ​ຊັງ​ຄວາມ​ອະ​ທັມ ເພາະ​ສັນ​ນັ້ນ​ພຣະ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ໄດ້​ຊົງ​ຫົດ​ສົງ​ພຣະ​ອົງ​ໄວ້ ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ ຫລາຍກວ່າ​ພຣະ​ສະ​ຫາຍ​ທັງ​ປວງ​ຂອງ​ພຣະ​ອົງ

10 ແລະ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຕົ້ນ​ເດີມ​ພຣະ​ອົງ​ຊົງ​ວາງ​ຮາກ​ແຜ່ນ​ດິນ​ໂລ​ກ​ໄວ້ ແລະ​ຟ້າ​ສວັນ​ເປັນ​ກິ​ຈ​ການ​ແຫ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ

11 ສິ່ງ​ເຫລົ່າ​ນີ້​ຈະ​ດັບ​ສູນ​ໄປ ແຕ່​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່ ສິ່ງເຫລົ່າ​ນີ້​ຈະ​ເກົ່າ​ແກ່​ໄປ​ຫມົດ​ເຫມືອນ​ດັ່ງ​ເຄື່ອງ​ນຸ່ງ​ຫົ່ມ

12 ພຣະ​ອົງ​ຈະ​ຊົງ​ມ້ວນ​ສິ່ງ​ເຫລົ່າ​ນີ້​ໄວ້​ເຫມືອນ​ດັ່ງ​ມ້ວນ​ເສື້ອ​ຄຸມ (ຄື​ມ້ວນ​ເສື້ອ​ໃຫຍ່) ແລະ​ສິ່ງ​ເຫລົ່າ​ນີ້​ຈະ​ປ່ຽນ​ແປງ​ໄປ ແຕ່​ຝ່າຍ​ພຣະ​ອົງ​ຍັງ​ຊົງ​ເປັນ​ຢ່າງເດີມ ແລະ​ປີ​ເດືອນ​ຂອງ​ພຣະ​ອົງ​ຈະ​ບໍ່​ສິ້ນ​ສຸດ”

13 ນອກ​ຈາກນັ້ນ​ພຣະ​ອົງ​ຊົງ​ເຄີຍ​ກ່າວ​ແກ່​ເທວະ​ດາ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມືຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່ໃຕ້​ຕີນ​ຂອງ​ທ່ານ”

14 ຝູງ​ເທວະ​ດາ​ທັງ​ປວງ​ນັ້ນ ແມ່ນ​ວິນ​ຍານ​ຮັບ​ໃຊ້​ທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ​ບົວ​ລະ​ບັດ​ບັນ​ດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ​ພົ້ນ​ເປັນ​ມໍ​ຣະ​ດົກ ບໍ່​ແມ່ນ​ຫລື



2

1 ເຫດ​ສັນ​ນັ້ນ​ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່ ໃນ​ຂໍ້​ຄວາມ​ທີ່​ພວກ​ເຮົາ​ໄດ້​ຍິນ​ໄດ້​ຟັງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ຢ້ານ​ວ່າ​ພວກ​ເຮົາ​ຈະ​ລ່ວງ​ກາຍ​ໄປ​ຈາກ​ຂໍ້​ຄວາມ​ເຫລົ່າ​ນັ້ນ

2 ດ້ວຍ​ວ່າ​ເມື່ອ​ຖ້ອຍ​ຄຳ​ຊຶ່ງ​ເທວະ​ດາ​ໄດ້​ກ່າວ​ນັ້ນ​ປາ​ກົດ​ເປັນ​ຈິງ ແລະ​ການ​ລ່ວງ​ລະ​ເມີດ​ກັບ​ການ​ບໍ່​ເຊື່ອ​ຟັງ​ທຸກ​ຢ່າງ​ໄດ້​ຮັບ​ຜົນ​ຕອ​ບ​ສນອງ​ຕາມ​ຄວາມ​ຍຸດ​ຕິ​ທັມ​ແລ້ວ

3 ດັ່ງ​ນັ້ນ, ຖ້າ​ພວກ​ເຮົາ​ລະ​ເລີຍ​ຕໍ່​ຄວາມ​ລອດ​ພົ້ນ​ອັນ​ໃຫຍ່​ຫລວງ​ນີ້ ພວກ​ເຮົາ​ຈະ​ຫນີ​ພົ້ນ​ໄປ​ໄດ້​ຢ່າງ​ໃດ ຄວາມ​ພົ້ນ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ກາດ​ໃນ​ເວ​ລາ​ຫົວ​ທີ ແລະ​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຢືນ​ຢັນ​ແກ່​ພວກ​ເຮົາ​ວ່າ​ເປັນ​ຄວາມ​ຈິງ

4 ທັງ​ນີ້​ພຣະ​ເຈົ້າ​ກໍ​ຊົງ​ເປັນ​ພຍານ​ຮ່ວມ​ກັນ​ກັບ​ເຂົາ ໂດຍ​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ ການ​ອັ​ດ​ສະ​ຈັນ ການ​ອິດ​ທິ​ຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະ​ທານ​ຈາກ​ພຣະ​ວິ​ນຍານ​ບໍ​ຣິ​ສຸດ ຊຶ່ງ​ຊົງ​ປະ​ທານ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ

5 ເພາະ​ວ່າ​ໂລກຫນ້າ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ພຣະ​ອົງ​ບໍ່​ໄດ້​ຊົງ​ມອບ​ໃຫ້​ຢູ່​ໃຕ້​ບັງ​ຄັບ​ຝູງ​ເທ​ວະ​ດາ,

6 ແຕ່​ໃນ​ບ່ອນ​ນຶ່ງ​ມີ​ຄຳ​ກ່າວ​ເປັນ​ພຍານ​ວ່າ, “ມະ​ນຸດເປັນ​ຜູ້​ໃດ​ທີ່​ເຈົ້າ​ຈະ​ຊົງ​ລະ​ນຶກ​ເຖິງ ຫລື​ມະ​ນຸດ​ເປັນ​ຜູ້​ໃດ​ທີ່​ຈະ​ຊົງ​ຫ່ວງ​ໃຍ

7 ພຣະ​ອົງ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ມະ​ນຸດ​ນັ້ນ​ຕ່ຳ​ກວ່າ​ເທວະ​ດາ​ພຽງ​ລະ​ຍະ​ນຶ່ງ ແລະ​ຊົງ​ເອົາ​ສະ​ງ່າ​ຣາ​ສີ​ກັບ​ຍົດ​ສັກ​ເປັນ​ພວງ​ມາ​ລັຍ​ມາ​ສວ​ມ​ໃຫ້

8 ພຣະ​ອົງເຈົ້າ​ຊົງ​ມອບ​ສິ່ງ​ທັງ​ປວງ​ໃຫ້​ຢູ່​ພາຍ​ໃຕ້​ຕີນ​ຂອງ​ທ່ານ” ໃນ​ການ​ທີ່​ພຣະ​ອົງ​ມອບ​ສິ່ງ​ທັງ​ປວງ​ໃຫ້​ຢູ່ໃຕ້​ອຳ​ນາດ​ຂອງ​ທ່ານ​ນັ້ນ ບໍ່​ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້​ນອກ​ເຫນືອ​ຈາກ​ອຳ​ນາດ​ຂອງ​ທ່ານ ແຕ່​ບັດ​ນີ້​ພວກ​ເຮົາ​ຍັງບໍ່​ເຫັນ​ວ່າສິ່ງ​ທັງ​ປວງ​ຢູ່​ໃຕ້​ອຳ​ນາດ​ຂອງ​ທ່ານ

9 ແຕ່​ພວກ​ເຮົາ​ກໍ​ເຫັນ​ພຣະ​ເຢ​ຊູ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ຕ່ຳ​ກວ່າ​ເທວະ​ດາ​ພຽງ​ລະ​ຍະ​ນຶ່ງ​ນັ້ນ ໄດ້​ຊົງ​ຮັບ​ພຣະ​ສະ​ງ່າ​ຣາ​ສີ​ແລະ​ພຣະ​ກຽດ​ເປັນ​ພວງ​ມາ​ລັຍ ເພາະ​ທີ່​ພຣະ​ອົງ​ຊົງ​ສິ້ນ​ພຣະ​ຊົນ​ດ້ວຍ​ຄວາມ​ທໍ​ຣະ​ມານ ທັງ​ນີ້, ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະ​ນຸດ​ທຸກ​ຄົນ

10 ດ້ວຍ​ວ່າ ໃນ​ການ​ທີ່​ພຣະ​ເຈົ້າຈະ​ຊົງ​ພາ​ບຸດ​ຫລວງ​ຫລາຍໄປ​ສູ່​ສະ​ງ່າ​ຣາ​ສີ​ນັ້ນ ກໍ​ເປັນ​ການ​ເຫມາະ​ສົມ​ຢູ່​ແລ້ວ​ທີ່​ພຣະ​ເຈົ້າ​ຜູ້​ຊຶ່ງ​ທຸກ​ສິ່ງ​ດຳ​ຣົງ​ຢູ່​ໂດຍ​ພຣະ​ອົງ​ແລະ​ເພື່ອ​ພຣະ​ອົງ​ຈະ​ຊົງ​ໃຫ້​ຜູ້​ນຳ​ທາງ​ຄວາມ​ລອດ​ພົ້ນ​ໃຫ້ເຂົາ​ເຫລົ່າ​ນັ້ນ ໃຫ້​ເຖິງ​ທີ່​ສຳ​ເຣັດ​ໂດຍ​ການ​ທົນ​ທຸກ​ທໍ​ຣະ​ມານ

11 ເພາະ​ວ່າ​ທັງ​ຜູ້​ທີ່​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດແລະ​ຄົນ​ເຫລົ່າ​ນັ້ນ​ທີ​ຖືກ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ກໍ​ມາ​ຈາກ​ບ່ອນ​ດຽວ​ກັນ ເພາະ​ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ລະ​ອາຍ​ໃນ​ການ​ທີ່​ຈະ​ຊົງ​ເອີ້ນ​ເຂົາ​ເຫລົ່າ​ນັ້ນ​ວ່າ​ເປັນ “ອ້າຍ​ນ້ອງ”

12 ດັ່ງ​ທີ່​ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ປະ​ກາດ​ພຣະນາມ​ຂອງ​ພຣະ​ອົງ​ແກ່​ອ້າຍ​ນ້ອງ​ຂອງ​ເຮົາ ເຮົາ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ​ໃນ​ຖ້າມ​ກາງ​ຊຸມ​ນຸມ​ຊົນ”

13 ແລະ​ຊົງ​ກ່າວ​ອີກວ່າ, “ຝ່າຍ​ເຮົາ, ເຮົາ​ກໍ​ວາງ​ໃຈໃນ​ພຣະ​ອົງ” ທັງ​ຊົງ​ກ່າວ​ອີກວ່າ, “ນີ້​ແຫລະ, ຕົວ​ເຮົາ​ກັບ​ບຸດ​ທັງ​ຫລາຍ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ແກ່​ເຮົາ​ນັ້ນ”

14 ເຫດ​ສັນ​ນັ້ນ, ເພາະ​ພວກ​ລູກ​ໄດ້​ຮ່ວມ​ຊາດ​ມະ​ນຸດ​ອັນ​ດຽວ​ກັນ ຝ່າຍ​ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ຊາດ​ມະ​ນຸດ​ເຫມືອນ​ກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະ​ອົງ​ຈະ​ໄດ້​ຊົງ​ທຳ​ລາຍ​ຜູ້​ທີ່​ມີ​ອຳ​ນາດ​ແຫ່ງ​ຄວາມ​ຕາຍ ຄື​ພ​ຍາ​ມານ

15 ແລະ​ຈະ​ໄດ້​ຊົງ​ປ່ອຍ​ຄົນ​ທັງ​ປວງ​ທີ່​ເປັນ​ຂ້ອຍ​ຂ້າ​ຍ້ອນ​ຢ້ານ​ຄວາມ​ຕາຍ​ຕລອດ​ຊີ​ວິດ​ນັ້ນ ​ໃຫ້​ລອດ​ພົ້ນ

16 ຈິງ​ແທ້, ພຣະ​ອົງບໍ່​ໄດ້​ຊົງ​ເປັນ​ຫ່ວງພວກ​ເທວະ​ດາ ແຕ່​ຊົງ​ເປັນ​ຫ່ວງ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ

17 ເຫດ​ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ຕ້ອງ​ການ​ເປັນ​ເຫມືອນ​ອ້າຍ​ນ້ອງ​ຂອງ​ຕົນ​ທຸກ​ຢ່າງ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຊົງ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ປະ​ກອບ​ດ້ວຍ​ເມດ​ຕາ​ແລະ​ຄວາມ​ສັດ​ຊື່​ໃນ​ການ​ງານ​ທຸກ​ຢ່າງ​ທີ່​ກ່ຽວ​ກັບ​ພຣະ​ເຈົ້າ ເພື່ອ​ໃຊ້​ແທນ​ຄວາມ​ຜິດ​ບາບ​ຂອງ​ພົ​ລ​ເມືອງ

18 ເພາະ​ເຫດ​ທີ່​ພຣະ​ອົງ​ເອງ​ໄດ້​ຊົງ​ທົນ​ທຸກ​ທໍ​ຣະ​ມານ​ແລະ​ຖືກ​ທົດ​ລອງ ພຣະ​ອົງ​ຈຶ່ງ​ຊົງ​ສາ​ມາດ​ຊ່ອຍ​ຜູ້​ທີ່​ກຳ​ລັງ​ຖືກ​ທົດ​ລອງ​ນັ້ນ​ໄດ້



3

1 ເພາະ​ສັນ​ນັ້ນ, ພີ່​ນ້ອງ​ຜູ້​ບໍ​ຣິ​ສຸດ​ແລະ​ຜູ້​ເຂົ້າ​ສ່ວນ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ຄຶດ​ເຖິງ​ອັ​ຄ​ສາ​ວົກ​ແລະ​ມະ​ຫາ​ປະ​ໂຣ​ຫິດ​ຂອງ​ພຣະ​ສາສ​ນາ​ທີ່​ເຮົາ​ຮັບ​ເຊື່ອ​ນັ້ນ ຄື​ພຣະ​ເຢ​ຊູ

2 ພຣະ​ອົງ​ຊົງ​ສັດ​ຊື່​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ແຕ່ງ​ຕັ້ງ​ພຣະ​ອົງ​ໄວ້ ເຫມືອນ​ຢ່າງ​ໂມ​ເຊ​ໄດ້​ສັດ​ຊື່​ຖ້າມ​ກາງ​ຍາດ​ວົງ​ທັງ​ຫມົດ ອັນ​ເປັນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ

3 ເພາະ​ສົມ​ຄວນ​ຢູ່​ແລ້ວ​ທີ່​ພ​ຣະ​ອົງ​ນີ້​ມີ​ພຣະ​ກຽດ​ຫລາຍກວ່າ​ໂມ​ເຊ ເຫມືອນ​ດັ່ງ​ກົກ​ເຄົ້າ​ຍາດ​ວົງ​ມີ​ກຽດ​ຫລາຍຍາດ​ວົງ

4 ດ້ວຍ​ວ່າ​ທຸກ​ຍາດ​ວົງ​ກໍ​ມີ​ກົກ​ເຄົ້າ ແຕ່​ຜູ້​ຊົງ​ເປັນ​ກົກ​ເຄົ້າ​ຂອງ​ສັ​ພ​ສິ່ງ​ທັງ​ປວງ​ນັ້ນ​ແມ່ນ​ພຣະ​ເຈົ້າ

5 ໃນ​ຍາດ​ວົງ​ທັງ​ຫມົດ​ອັນ​ເປັນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ​ນັ້ນ ໂມ​ເຊ​ໄດ້​ສັດ​ຊື່​ໃນ​ຖາ​ນະ​ເປັນ​ຜູ້​ຮັບ​ໃຊ້ ເພື່ອ​ເປັນ​ພຍານ​ໃນ​ເຣື່ອງ​ຕ່າງໆ​ຊຶ່ງ​ພຣະ​ເຈົ້າ​ຈະ​ຊົງ​ກ່າວ​ຕໍ່​ໄປ

6 ແຕ່​ຝ່າຍ​ພຣະ​ຄຣິດ​ກໍ​ຊົງສັດ​ຊື່​ໃນ​ຖາ​ນະ​ເປັນ​ພຣະ​ບຸດ​ຢູ່​ເຫນືອ​ຍາດ​ວົງ ອັນ​ເປັ​ນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ ແລະ​ເຮົາ​ທັງ​ຫລາຍ​ກໍ​ເປັນ​ຄົວ​ເຮືອນ​ນັ້ນ​ແຫລະ, ຖ້າ​ຫາກ​ເຮົາ​ຍຶດ​ຖື​ເອົາ​ຄວາມ​ກ້າ​ຫານ​ແລະ​ຄວາມ​ພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້ (ໃຫ້​ຫມັ້ນ​ຄົງ​ຈະ​ເຖິງ​ທີ່​ສຸດ)

7 ເຫດ​ສັນ​ນັ້ນ​ຕາມ​ທີ່​ພຣະ​ວິນ​ຍານ​ໄດ້​ຊົງ​ກ່າວ​ໄວ້​ວ່າ, “ວັນ​ນີ້, ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ

8 ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ​ເຫມືອນ​ຢ່າງ​ໃນ​ຄາວ​ຄັດ​ຄ້ານ ຄື​ເວ​ລາມີ​ການ​ທົດ​ລອງ​ໃນ​ປ່າ

9 ທີ່​ນັ້ນ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ໄດ້​ທົດ​ລອງ​ເຮົາ​ໂດຍ​ໄດ້​ເອົາ​ເຮົາ​ເຂົ້າ​ພິ​ສູດ ເຖິງ​ແມ່ນ​ວ່າ​ເຂົາ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ເຮົາ​ຕລອດ​ສີ່​ສິບ​ປີ

10 ເພາະ​ເຫດ​ນັ້ນ​ເຮົາ​ຈຶ່ງ​ເຄືອງ​ໃຈ​ກັບ​ຄົນ​ສະ​ໄຫມ​ນັ້ນ ແລະ​ເວົ້າ​ວ່າ “ໃຈ​ຂອງ​ເຂົາ​ມັກ​ຫລົງ​ຜິດ​ຢູ່​ສເມີ ເຂົາ​ບໍ່​ຮູ້​ຈັກ​ຫົນ​ທາງ​ຂອງ​ເຮົາ”

11 ຕາມ​ທີ່​ເຮົາ​ໄດ້​ສາ​ບານ​ດ້ວຍ​ຄວາມ​ເຄືອງ​ໃຈ​ວ່າ, “ເຂົາ​ຈະ​ບໍ່​ເຂົ້າ​ຮ່ວ​ມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ”

12 ພີ່​ນ້ອງ​ທັງ​ຫລາຍ​, ຈົ່ງ​ລະ​ວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ຜູ້ນຶ່ງ​ໃນ​ພວກ​ທ່ານ​ມີ​ໃຈ​ຊົ່ວ​ແລະ​ບໍ່​ເຊື່ອ ຄື​ໃຈ​ປະ​ຖິ້ມ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່

13 ແຕ່​ຈົ່ງ​ເຕືອນ​ສະ​ຕິ​ກັນ​ແລະ​ກັນ​ທຸກວັນ​ຕລອດ​ເວ​ລາ​ທີ່​ຍັງ​ເອີ້ນ​ໄດ້​ວ່າ “ວັນ​ນີ້” ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ໃນ​ພວກທ່ານ​ມີ​ໃຈ​ແຂງ​ກະ​ດ້າງ​ໄປ ເພາະ​ກົນ​ອຸ​ບາຍ​ແຫ່ງ​ຄວາມ​ບາບ

14 ເພາະ​ວ່າ​ພວກ​ເຮົາ​ໄດ້​ເກີດ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ກັບ ​ພຣະ​ຄຣິດ ຖ້າ​ເຮົາ​ຍຶດ​ຖື​ເອົາ​ຄວາມ​ໄວ້​ວາງ​ໃຈ​ທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ຕົ້ນ​ນັ້ນ​ໄວ້​ໃຫ້​ຫມັ້ນ​ຄົງ​ຈະ​ເຖິງ​ທີ່​ສຸດ

15 ເມື່ອ​ມີ​ຄຳ​ກ່າວ​ໄວ້​ວ່າ, “(ວັນ​ນີ້) ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ ເຫມືອນ​ຢ່າງ​ໃນ​ຄາວ​ການ​ຄັດ​ຄ້ານ​ນັ້ນ”

16 ແມ່ນ​ໃຜ​ຫນໍ ທີ່​ໄດ້​ຍິນ​ແລ້ວ​ແຕ່​ຍັງ​ໄດ້​ຄັດ​ຄ້ານ ບໍ່​ແມ່ນ​ຄົນ​ທັງ​ປວງ​ທີ່​ໂມ​ເຊ​ໄດ້​ນຳ​ອອກ​ມາ​ຈາກປະ​ເທດ​ເອ​ຢິບ​ນັ້ນ​ຫລື

17 ແລະ​ແມ່ນ​ໃຜ​ຫນໍ ທີ່​ພຣະ​ອົງ​ໄດ້​ຊົງ​ເຄືອງ​ພຣະ​ທັຍ​ຕລອດ​ສີ່​ສິບ​ປີ ກໍ​ແມ່ນ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຮັດ​ບາບ ແລະ​ຊາກ​ສົບ​ຂອງ​ເຂົາ​ໄດ້​ຕົກ​ຢູ່​ໃນ​ປ່າ ບໍ່​ແມ່ນ​ຫລື

18 ແລະ​ແກ່​ໃຜ​ຫນໍ ທີ່​ພຣະ​ອົງ​ໄດ້​ຊົງ​ສາ​ບານ​ຕົວ​ວ່າ ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະ​ອົງ​ຈັກ​ເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ເຫລົ່າ​ນັ້ນ ບໍ່​ແມ່ນ​ຫລື

19 ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ເພາະ​ຄວາມ​ບໍ່​ເຊື່ອ​ຟັງ​ ເຂົາ​ຈຶ່ງ​ເຂົ້າ​ໄປ​ບໍ່​ໄດ້



4

1 ເຫດ​ສັນ​ນັ້ນ, ເມື່​ອ​ພຣະ​ສັນ​ຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ຮ່ວມບ່ອນ​ພັກ​ເຊົາ​ຂອງ​ພຣະ​ອົງ ກໍ​ໃຫ້​ເຮົາ​ທັງ​ຫລາຍ​ຢຳ​ເກງ ເພາະ​ຢ້ານ​ຈະ​ມີ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ໄປ​ບໍ່​ເຖິງ

2 ເພາະ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ປະ​ເສີດ​ຢ່າງ​ດຽວ​ກັນ​ກັບ​ເຂົາ ແຕ່​ວ່າ​ເຂົາ​ບໍ່​ໄດ້​ຮັບ​ປ​ໂຍດ​ຈາກ​ຂ່າວ​ປະ​ເສີດ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຣັບ​ດ້ວຍ​ຄວາມ​ເຊື່ອ

3 ສຳ​ລັບ​ເຮົາ​ທັງ​ຫລາຍ​ຜູ້​ມີ​ຄວາມ​ເຊື່ອ​ແລ້ວ ຈະ​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຕາມ​ເຣື່ອງ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້​ແລ້ວ​ວ່າ, “ເຮົາ​ຈຶ່ງ​ສາ​ບານ​ດ້ວຍ​ຄວາມ​ເຄືອງ​ໃຈ​ວ່າ ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ”

4 ເຖິງ​ແມ່ນ​ວ່າ​ງານ​ຂອງ​ພຣະ​ອົງ​ຈະ​ສຳ​ເຣັດ​ແລ້ວ​ຕັ້ງ​ແຕ່​ສ້າງ​ໂລກ ແລະ​ມີ​ບ່ອນ​ນຶ່ງ​ທີ່​ໄດ້​ກ່າວ​ເຖິງວັນ​ຖ້ວນ​ເຈັດ​ດັ່ງ​ນີ້​ວ່າ, “ໃນ​ວັນ​ຖ້ວນ​ເຈັດ​ພ​ຣະ​ເຈົ້າ​ໄດ້​ຊົງ​ຢຸດ​ພັກ​ການ​ງານ​ທັງ​ສິ້​ນ​ຂອງ​ພຣະ​ອົງ”

5 ແລະ​ໃນ​ບ່ອນ​ນັ້ນ​ມີ​ຄຳ​ວ່າ, “ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຣ່ວມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ”

6 ທີ່​ຈິງ, ຍັງ​ມີ​ລາງ​ຄົນ​ທີ່​ຈະ​ເຂົ້າ​ຮ່ວ​ມບ່ອນ​ນັ້ນ ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຍິນ​ຂ່າວ​ປະ​ເສີດ​ຄາວ​ກ່ອນ​ບໍ່​ໄດ້​ເຂົ້າ​ເພາະ​ເຂົາ​ບໍ່​ເຊື່ອ​ຟັງ

7 ດັ່ງ​ນັ້ນ​ ພຣະ​ອົງໄດ້​ຊົງ​ກຳ​ນົດ​ໄວ້​ອີກວັນ​ນຶ່ງ​ຄື “ວັນ​ນີ້” ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ທາງ​ດາ​ວິດ​ໃນ​ເວ​ລາ​ຕໍ່​ມາ​ເຫິງ​ນານ​ເຫມືອນ​ໄດ້​ອ້າງ​ມາ​ແລ້ວ​ວ່າ, “ວັນ​ນີ້, ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ”

8 ເພາະ​ວ່າຖ້າ​ໂຢ​ຊວຍ​ໄດ້​ພາເຂົາ​ເຂົ້າ​ໄປ​ສູ່​ບ່ອນ​ພັກ​ນັ້ນ​ແລ້ວ ພຣະ​ເຈົ້າ​ກໍ​ຄົງ​ບໍ່​ໄດ້​ຊົງກ່າວ​ໃນ​ພາຍ​ຫລັງ​ເຖິງວັນ​ອື່ນ​ອີກ

9 ເຫດ​ສັນ​ນີ້ ຍັງ​ມີ​ວັນ​ພັກ​ເຊົາ ຄື​ວັນ​ສະ​ບາ​ໂຕ​ ສໍາ​ລັບ​ພົ​ລ​ເມືອງ​ຂອງ​ພຣະ​ເຈົ້າ

10 ເພາະ​ວ່າ​ຜູ້​ໃດ​ທີ່​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະ​ເຈົ້າ​ແລ້ວ ກໍ​ໄດ້​ພັກ​ການ​ງານ​ຂອງ​ຕົນ​ເຫ​ມືອນ​ພຣະ​ເຈົ້າ​ໄດ້​ຊົງ​ພັກ​ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ອົງ

11 ເຫດ​ສັນ​ນັ້ນ ເຮົາ​ທັງ​ຫລາຍ​ຈົ່ງ​ອົດ​ສາ​ພຍາ​ຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກ​ເຊົາ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ນຶ່ງຜູ້​ໃດ​ຫລົງ​ໄປ​ເຫມືອນ​ຄົນ​ບໍ່​ເຊື່ອ​ຟັງ​ເຫລົ່າ​ນັ້ນ

12 ເພາະ​ວ່າ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ປະ​ກອບ​ດ້ວຍ​ຊີ​ວິດ​ແລະ​ຣິດ​ເດດ ຄົມ​ກວ່າດາບ​ສອງ​ຄົມ​ທຸກດວງ​ແທງ​ຊອດ​ເຖິງ​ຈິດ​ໃຈ​ແລະ​ວິນ​ຍານ​ຕລອດ​ທັງ​ຄໍ່​ກະ​ດູກ​ແລະ​ໄຂ​ໃນ​ກະ​ດູກ​ຕິດ​ຕໍ່​ກັນ ຈຶ່ງ​ສັງ​ເກດ​ຮູ້​ຄວາມ​ຄຶດ​ແລະ​ຄວາມ​ມຸ້ງ​ຫມາຍ​ໃນ​ໃຈ​ໄດ້

13 ໃນ​ທຸກ​ສິ່ງ​ທີ່​ສ້າງ​ຂຶ້ນ​ນັ້ນ ບໍ່​ມີ​ສິ່ງ​ໃດ​ບັງ​ລັບ​ໄວ້​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ແຕ່​ທຸກ​ສິ່ງ​ໄດ້​ປາ​ກົດ​ແຈ້ງ​ຕໍ່​ພຣະ​ເນດ​ຂອງ​ພຣະ​ອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ

14 ເຫ​ດສັນ​ນັ້ນ ຄັນ​ພວກ​ເຮົາ​ມີ​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ໃຫຍ່​ທີ່​ຜ່ານ​ຟ້າ​ສວັນ​ໄປ​ແລ້ວ ຄື​ພຣະ​ເຢ​ຊູ​ພຣະ​ບຸດ​ຂ​ອງ​ພຣະ​ເຈົ້າ ຂໍ​ໃຫ້ພວກ​ເຮົາ​ຍຶດຖື​ຄວາມ​ເຊື່ອ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ​ໃຫ້​ຫມັ້ນ​ຄົງ

15 ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ມີ​ມະ​ຫາ​ປະ​ໂຣ​ຫິດ​ທີ່​ບໍ່​ສາ​ມາດ​ຈະ​ເຫັນ​ໃຈ​ໃນ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຮົາ ເຖິງ​ປານ​ນັ້ນ​ພຣະ​ອົງ​ກໍ​ຍັງ​ບໍ່​ມີບາບ

16 ເຫ​ດສັນ​ນັ້ນ ໃຫ້​ເຮົາ​ທັງ​ຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະ​ຄຸນ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ພຣະ​ເມດ​ຕາ ແລະ​ພົບ​ພຣະ​ຄຸນ​ທີ່​ຈະ​ຊ່ອຍ​ເຮົາ​ໃນ​ເວ​ລາ​ທີ່​ຕ້ອງ​ການ



5

1 ຝ່າຍ​ມະ​ຫາປະ​ໂຣ​ຫິດ​ທຸກ​ຕົນ​ກໍ​ຖືກ​ເລືອກ​ໄວ້​ຈາກ​ມະ​ນຸດ ແລະ​ແຕ່ງ​ຕັ້ງ​ໃຫ້​ກະ​ທຳ​ບັນ​ດາ​ກິ​ຈ​ການ​ທີ່​ກ່ຽວ​ກັບ​ພຣະ​ເຈົ້າ​ແທນ​ມະ​ນຸດ ຄື​ນຳ​ຂອງ​ປະ​ທານ​ແລະ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ເພື່ອ​ລຶບ​ລ້າງ​ການ​ຜິດບາບ

2 ທ່ານ​ສະ​ແດງ​ໃຈ​ອົດ​ທົນ​ດົນ​ນານ​ຕໍ່​ຄົນ​ໂງ່​ແລະ​ຄົນ​ຫລົງ​ຜິດ​ໄດ້ ເພາະ​ທ່ານ​ເອງ​ກໍ​ມີ​ຄວາມ​ອ່ອນ​ແອ​ລ້ອມ​ຢູ່​ເຫມືອນ​ກັນ

3 ເພາະ​ເຫດ​ນີ້​ທ່ານ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງ​ບູ​ຊາ​ເພື່ອ​ ລຶ​ບ​ລ້າງ​ການ​ຜິດບາບ ທັງ​ເພື່ອ​ຕົວ​ເອງ​ແລະ​ເພື່ອພົ​​ລເມືອງ​ເຫມືອນ​ກັນ

4 ບໍ່​ຫ່ອນ​ມີ​ຜູ້​ໃດ​ຕັ້ງ​ຕົນ​ເອງ​ຢູ່​ໃນ​ຕຳ​ແຫນ່ງ​ນີ້ ມີ​ແຕ່​ພຣະ​ເຈົ້າ​ຊົງ​ເອີ້ນ​ເອົາ​ເຫມືອນ​ຢ່າງ​ຊົງ​ເອີ້ນ​ອາ​ໂຣນ​ນັ້ນ

5 ໃນ​ທຳ​ນອງ​ດຽວ​ກັນ ພຣະ​ຄຣິດ​ກໍ​ບໍ່​ໄດ້​ຊົງ​ຍົກ​ຍໍ​ພຣະ​ອົງ​ເອງ​ຂຶ້ນ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ແຕ່​ຊົງ​ຮັບ​ພຣະ​ກຽດ​ນີ້​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ກ່າວ​ກັບ​ພຣະ​ອົງ​ວ່າ, “ທ່ານ​ນັ້ນ​ແຫລະ​, ເປັນ​ບຸດ​ຂອງ​ເຮົາ ຝາຍ​ເຮົາ, ເຮົາ​ໃຫ້​ກຳ​ເນີດ​ທ່ານ​ໃນ​ວັນ​ນີ້”

6 ເຫມືອນ​ດັ່ງ​ພຣະ​ອົງ​ຊົງ​ກ່າວ​ໄວ້​ໃນ​ບ່ອນ​ອື່ນ​ວ່າ, “ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ”

7 ຝ່າຍພຣະ​ບຸດ​ນັ້ນ, ຂ​ນະ​ເມື່ອ​ຊົງ​ເປັນມະ​ນຸດ​ຢູ່ ພຣະ​ອົງ​ໄດ້​ຊົງ​ຖວາຍ​ຄຳ​ອ້ອນວອນ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງ​ໄຫ້​ຢ່າງ​ຫນັກ ແລະ​ມີ​ນ້ຳ​ພຣະ​ເນດ​ໄຫລ ທູນ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ສາ​ມາດ​ໂຜດ​ໃຫ້ພຣະ​ອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ສະ​ດັບ​ຮັບ​ຟັງ​ເນື່ອງ​ດ້ວຍ​ຄວາມ​ຢຳ​ເກງ​ຂອງ​ພຣະ​ອົງ

8 ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຊົງ​ເປັນ​ມະ​ບຸດ ກໍ​ຍັງ​ຊົງ​ຮຽນ​ຮູ້​ທີ່ຈະ​ນ້ອມຍອມ​ເຊື່ອ​ຟັງ ໂດຍ​ຄວາມ​ທຸກ​ລຳ​ບາກ​ທີ່​ພຣະ​ອົງ​ໄດ້​ຊົງ​ທົນ​ນັ້ນ

9 ເມື່ອ​ພ​ຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ບຸດ​ເຖິງ​ທີ່​ສຳ​ເຣັດ​ແລ້ວ ພຣະ​ບຸດ​ນັ້ນ​ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳ​ເນີດ​ແຫ່ງ​ຄວາມ​ລອດ​ພົ້ນ​ອັນ​ຕລອດ​ໄປ​ເປັນນິດ ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ຟັງ​ພຣະ​ອົງ

10 ໂດຍ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ພຣະ​ອົງ​ໃຫ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ

11 ກ່ຽວ​ກັບ​ມະ​ຫາ​ປະ​ໂຣ​ຫິດ​ນັ້ນ​ມີ​ເຣື່ອງ​ເວົ້າ​ຫລາຍ ແລະ​ຍາກ​ທີ່​ຈະ​ອະ​ທິ​ບາຍໃຫ້​ເຂົ້າ​ໃຈ​ໄດ້ ເພາະ​ວ່າ​ທ່ານ​ທັງ​ຫລາຍກາຍ​ເປັນ​ຄົນ​ຫູ​ຫນັກ​ເສັຽ​ແລ້ວ

12 ເຖິງ​ແມ່ນ​ວ່າ ຂ​ນະ​ນີ້​ທ່ານ​ທັງ​ຫລາຍ​ຄວນ​ຈະ​ເປັນ​ຄ​ຣູ​ໄດ້​ແຕ່​ດົນ​ແລ້ວ​ກໍ​ດີ ພວກ​ທ່ານ​ກໍ​ຍັງ​ຕ້ອງ​ການ​ໃຫ້​ຄົນ​ອື່ນ​ສອນ​ຫລັກ​ທັມ​ເບື້ອງ​ຕົ້ນ​ແຫ່ງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແກ່​ພວກ​ທ່ານອີກ ທ່ານ​ທັງ​ຫລາຍ​ກັບ​ກາຍ​ເປັນ​ຄົນ​ຕ້ອງ​ການ​ນ້ຳ​ນົມ ບໍ່​ແມ່ນ​ອາ​ຫານ​ແຂງ

13 ດ້ວຍ​ວ່າ​ທຸກ​ຄົນ​ທີ່​ຍັງ​ກິນ​ນ້ຳ​ນົມ​ຢູ່​ນັ້ນ ຍັງ​ບໍ່​ຊຳ​ນານ​ໃນ​ເຣື່ອງ​ສີນ​ທັມ ເພາະ​ເຂົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່

14 ອາ​ຫານ​ແຂງ​ເປັນ​ອາ​ຫານ​ສຳ​ລັບ​ຜູ້​ແກ່​ແລ້ວ ຄື​ສຳ​ລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກ​ຫັດ​ອົບ​ຣົມ​ໃຫ້​ສາ​ມາດ​ສັງ​ເກດ​ວ່າ ສິ່ງ​ໃດ​ດີ​ແລະ​ສິ່ງ​ໃດ​ຊົ່ວ



6

1 ເຫດ​ສັນ​ນັ້ນ ໃຫ້​ພວກ​ເຮົາ​ປະ​ຫລັກ​ທັມ​ເບື້ອງ​ຕົ້ນ​ຂອງ​ພຣະ​ຄຣິດ​ໄວ້ ແລະ​ກ້າວ​ຫນ້າ​ໄປ​ສູ່​ຄວາມ​ເປັນ​ຜູ້​ແກ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫລົ່າ​ນີ້​ມາ​ວາງ​ເປັນ​ຮາກ​ຖານ​ຊ້ຳ​ອີກ ຄື​ການ​ກັບ​ໃຈ​ໃຫມ່​ຈາກ​ກິ​ຈ​ການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ

2 ແລະ​ຄຳ​ສອນ​ວ່າ​ດ້ວຍ​ພິ​ທີ​ຊຳ​ຮະ​ລ້າງ ພິ​ທີ​ວາງ​ມື ແລະ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ກັບ​ການ​ພິ​ພາກ​ສາ​ລົງ​ໂທດ​ເປັນ​ນິດ

3 ສິ່ງ​ນີ້​ແຫລະ, ພວກ​ເຮົາ​ຈະ​ກະ​ທຳ ຖ້າພຣະ​ເຈົ້າ​ຊົງ​ໂຜດ​ອະ​ນຸ​ຍາດ

4 ເພາະ​ວ່າ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ຄວາມ​ສ​ວ່າງ​ມາ​ເທື່ອ​ນຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະ​ທານ​ຈາກ​ສວັນ ໄດ້​ກາຍ​ເປັນ​ຜູ້​ເຂົ້າ​ສ່ວນ​ໃນ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ

5 ແລະ​ໄດ້​ຊີມ​ຣົດ​ອັນ​ດີ​ແຫ່ງ​ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ ກັບ​ຣິດ​ເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ

6 ຖ້າ​ເຂົາ​ເຫລົ່າ​ນັ້ນ​ໄດ້​ຕົກ​ເສັຽ​ໄປ​ແລ້ວ ກໍ​ເຫລືອ​ວິ​ສັຍ​ທີ່​ຈະ​ນຳ​ເຂົາ​ມາ​ສູ່​ການ​ກັບ​ໃຈ​ອີ​ກ​ໄດ້ ເພາະ​ເຂົາ​ເອງ​ຄຶງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ເສັຽ ແລະ​ເຮັດ​ໃຫ້​ ພຣະ​ອົງ​ຊົງ​ໄດ້ຮັບການ​ປະ​ຈານຂາຍ​ຫນ້າ

7 ດ້ວຍ​ວ່າ​ພື້ນ​ດິນຕອນໃດ​ດູດ​ຮັບ​ເອົາ​ນ້ຳ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດ​ຜົນ​ງອກ​ຂຶ້ນ​ໃຫ້​ປ​ໂຍດ​ແກ່​ຄົນ​ປູກ​ຝັງນັ້ນ ກໍ​ຮັບ​ພຣະ​ພອນ​ຈາກ​ພຣະ​ເຈົ້າ

8 ແຕ່​ພື້ນ​ດິນ​ທີ່​ເກີດ​ສ້ຽນ​ຫນາມກໍ​ນັບ​ວ່າ​ບໍ່​ມີ​ຄ່າ ແລະ​ເກືອບ​ຈະ​ຖືກ​ຊົງ​ປ້ອຍ​ດ່າ ແລ້ວ​ໃນ​ທີ່​ສຸດ​ກໍ​ຈະ​ຖືກ​ເຜົາ​ໄຟ​ເສັຽ

9 ແຕ່​ພວກ​ທີ່​ຮັກ​ເອີຍ, ເຖິ​ງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງ​ນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າ​ທີ​ຂອງ​ພວກ​ທ່ານ​ນັ້ນ​ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ​ກໍ​ຄື​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ພົ້ນ

10 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ອະ​ຍຸດ​ຕິ​ທັມ ຊຶ່ງ​ຈະ​ຊົງ​ລືມ​ການ​ງານ​ທີ່​ພວກ​ທ່ານ​ໄດ້​ເຮັດ ແລະ​ຄວາມ​ຮັກ​ທີ່​ທ່ານ​ໄດ້​ສະ​ແດງ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ ຄື​ການ​ຮັບ​ໃຊ້​ໄພ່​ພົນ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ພວກ​ທ່ານ​ຍັງ​ຮັບ​ໃຊ້​ຢູ່

11 ດ້ວຍ​ວ່າ​ເຮົາ​ປາ​ຖ​ນາ​ໃຫ້​ທ່ານ​ທຸກ​ຄົນ​ສະ​ແດງ​ໃຈ​ຮ້ອນ​ຮົນ​ຢ່າງ​ດຽວ​ກັນ​ຈົນ​ເຖິງ​ທີ່​ສຸດ ເພື່ອ​ໃຫ້​ຄວາມ​ຫວັງ​ຂອງ​ພວກ​ທ່ານ​ປະ​ສົບ​ຄວາມ​ສຳ​ເຣັດ

12 ເພື່ອ​ຈະ​ບໍ່​ໃຫ້​ພວກ​ທ່ານ​ກາຍ​ເປັນ​ຄົນ​ເພີກ​ເສີຍ ແຕ່​ໃຫ້​ຕາມ​ແບບຢ່າງ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່ອາ​ໄສ​ຄວາມ​ເຊື່ອ​ແລະ​ຄວາມ​ພຽນ ຈຶ່ງ​ໄດ້​ຮັບ​ມໍ​ຣະ​ດົກ​ຕາມ​ພຣະ​ສັນ​ຍາ

13 ເມື່ອ​ພ​ຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ​ນັ້ນ ໂດຍ​ເຫດ​ທີ່​ບໍ່​ມີ​ໃຜ​ເປັນ​ໃຫຍ່ກວ່າ​ພຣະ​ອົງ ທີ່​ພຣະ​ອົງ​ຈະ​ຊົງ​ສາ​ບານ​ດ້ວຍ​ອອກ​ຊື່​ຜູ້​ນັ້ນ​ໄດ້ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ສ່າ​ບານ​ດ້ວຍ​ພຣະ​ນາມ​ຂອງ​ພຣະ​ອົງ​ເອງ

14 ວ່າ, “ຈິງ​ແທ້, ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ທະ​ວີ​ຫລາຍ​ຂຶ້ນ”

15 ຢ່າງ​ນັ້ນ​ແຫລະ, ເມື່ອ​ອັບ​ຣາ​ຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ທ່ານ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະ​ສັນ​ຍາ​ນັ້ນ

16 ດ້ວຍ​ວ່າ​ຝ່າຍ​ມະ​ນຸດ​ເຄີຍ​ສາ​ບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່ກວ່າ​ຕົນ ແລ​ເມື່ອ​ເກີດ​ການ​ຖົກ​ຖຽງ​ກັນ​ຂຶ້ນ ຄຳ​ສາ​ບານ​ນັ້ນ​ກໍ​ເປັນ​ຄໍາ​ຢືນ​ຢັນ​ອັນ​ເດັດ​ຂາດ

17 ສັນ​ນັ້ນ ເມື່ອ​ພຣະ​ເຈົ້າ​ຊົງ​ມີ​ພຣະ​ປະ​ສົງ​ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ໄດ້​ຮັບມໍ​ຣະ​ດົກ​ຕາມ ພຣະ​ສັນ​ຍາ​ນັ້ນຮູ້​ຈັກ​ຄັກ​ແນ່​ຕື່ມ​ຂຶ້ນ​ວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຈະ​ບໍ່​ປ່ຽນ​ແປງ​ຈັກ​ເທື່ອ ພຣະ​ອົງ​ຈຶ່ງ​ຊົງ​ຢືນ​ຢັນ​ພຣະ​ສັນ​ຍາ​ນັ້ນ ດ້ວຍ​ຄຳ​ສາ​ບານ

18 ເພື່ອ​ວ່າ​ໂດຍ​ສອງ​ປະ​ການ​ທີ່​ປ່ຽນ​ແປງ​ບໍ່​ໄດ້ (ໃນ​ສິ່ງ​ນັ້ນ​ພຣະ​ເຈົ້າ​ບໍ່​ຊົງ​ສາ​ມາດ​ກ່າວ​ມຸ​ສາ​ໄດ້) ເຮົາ, ຜູ້​ທີ່​ໄດ້​ຫນີ​ພັຍ, ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ຊູ​ໃຈ​ອັນ​ແຮງ​ກ້າ​ໃນ​ການ​ທີ່​ຈະ​ຍຶດ​ຖື​ຄວາມ​ຫວັງ​ຊຶ່ງ​ມີ​ຢູ່​ຕໍ່​ຫນ້າ​ເຮົາ​ນັ້ນ

19 ຄວາມ​ຫວັງ​ທີ່​ພວກ​ເຮົາ​ຍຶດ​ຖື​ນັ້ນ​ເປັນ​ສມໍ​ທີ່​ແທ້​ຈິງ​ແລະ​ຫມັ້ນ​ຄົງ​ຂອງ​ຈິດ​ໃຈ ຄວາມ​ຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກ​ສິດ​ທີ່​ສຸດ​ຢູ່​ເບື້ອງ​ຫລັງ​ຜ້າ​ກັ້ງ

20 ທີ່​ພຣະ​ເຢ​ຊູ​ຜູ້​ຊົງ​ນຳ​ຫນ້າ​ໄດ້​ສະ​ເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກ​ເຮົາແລ້ວ ເພາະ​ພຣະ​ອົງ​ໄດ້​ຊົງ​ກາຍ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ຕລອດ​ໄປ​ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ



7

1 ສ່ວນ​ເມນ​ຄີ​ເຊ​ເດັກ​ຜູ້​ນີ້​ຄື​ກະ​ສັດ​ເມືອງ​ຊາ​ເລມ ເປັນ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ໄດ້​ພົບ​ອັບ​ຣາ​ຮາມ ຂ​ນະທີ່​ອັບ​ຣາ​ຮາມ​ກຳ​ລັງ​ກັບ​ມາ​ຈາ​ກການ​ຮົບ​ກັບ​ກະ​ສັດ​ທັງ​ຫລາຍ​ດ້ວຍ​ຊັຍ​ຊະ​ນະ ແລະ​ໄດ້​ຊົງ​ອວຍ​ພອນ​ແກ່​ທ່ານ

2 ອັບ​ຣາ​ຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງ​ຫມົດ ເປັນ​ສິບ​ສ່ວນ ເອົາ​ສ່ວນ​ນຶ່ງ​ຖວາຍ​ແກ່​ເມນ​ຄີ​ເຊ​ເດັກ ເມນ​ຄີ​ເຊ​ເດັກ​ແປ​ຢ່າງ​ນຶ່ງວ່າ​ກະ​ສັດ​ແຫ່ງ​ຄວາມ​ຊອບ​ທັມ ຕາມ​ຄວາມ​ຫມາຍ​ແຫ່ງ​ພຣະ​ນາມ​ຂອງ​ທ່ານ ແລະ​ອີກ​ເປັນ​ກະ​ສັດ​ແຫ່ງ​ສັນ​ຕິ​ສຸກ ຕາມ​ຄວາມ​ຫມາຍ​ຂອງ​ຊື່​ເມືອງ​ຊາ​ເລມ

3 ບິ​ດາມານ​ດາ​ຫລື​ເຊື້ອ​ວົງ​ຂອງ​ທ່ານ​ບໍ່​ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີ​ວິດ​ຂອງ​ທ່ານ​ກໍ​ບໍ່​ມີ​ເຫມືອນ​ກັນ ແຕ່​ເປັນ​ເຫມືອນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈຶ່ງ​ດຳ​ຣົງ​ຢູ່​ເປັນ​ປະ​ໂຣ​ຫິດ​ສືບໆ​ໄປ

4 ຈົ່ງ​ຄຶດ​ເບິ່ງ​ແມ໋​,ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບ​ຣາ​ຮາມ​ເປັນ​ຕົ້​ນຕະ​ກູນ​ນັ້ນ​ຍັງ​ໄດ້​ແບ່ງ​ຊັບ​ຊະ​ເລີຍ​ອັນ​ດີ​ທີ່​ສຸດ​ ເອົາ​ນຶ່ງ​ສ່ວນ​ສິບ​ມາ​ຖວາຍ​ແກ່​ທ່ານ

5 ແລະ​ບັນ​ດາ​ເຊື້ອ​ສາຍ​ຂອງ​ເລ​ວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ນັ້ນ ເຖິງ​ແມ່ນ​ວ່າ​ຄົນ​ເຫລົ່າ​ນັ້ນ​ສືບ​ເຊື້ອ​ສາຍ​ມາ​ຈາກ​ອັບ​ຣາ​ຮາມ ກໍ​ຍັງ​ມີ​ພຣະ​ບັນ​ຍັດ​ສັ່ງ​ໃຫ້​ຮັບ​ນຶ່ງ​ສ່ວນ​ສິບ​ຈາກ​ພົລເມືອງ ຄື​ຈາກ​ພວ​ກພີ່​ນ້ອງ​ຂອງ​ຕົນ

6 ແຕ່​ເມນ​ຄີ​ເຊ​ເດັກ​ຜູ້​ນີ້​ບໍ່​ແມ່ນ​ເຊື້ອ​ສາຍ​ຂອງ​ເຂົາ ກໍ​ຍັງ​ໄດ້​ຮັບ​ນຶ່ງ​ສ່ວນ​ສິບ​ຈາກ​ອັບ​ຣາ​ຮາມ ແລະ​ໄດ້​ອວຍ​ພອນ​ໃຫ້​ອັບ​ຣາ​ຮາມ​ຜູ້​ໄດ້​ຮັບ​ພຣະ​ສັນ​ຍາ​ຈາກ​ພຣະ​ເຈົ້າ

7 ສິ່ງ​ທີ່​ຖຽງ​ບໍ່​ໄດ້​ກໍ​ຄື​ຜູ້​ນ້ອຍ​ຮັບ​ພອນ​ຈາກ​ຜູ້​ໃຫຍ່

8 ອີກ​ປະ​ການ​ນຶ່ງ, ໃນ​ກໍ​ຣະ​ນີ​ປະ​ໂຣ​ຫິດ​ຕະ​ກູນ​ເລວີ​ນັ້ນ ມະ​ນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ນຶ່ງ​ສ່ວນ​ສິບ ແຕ່ໃນ​ກໍ​ຣະ​ນີ​ເມນ​ຄີ​ເຊ​ເດັກ​ຜູ້​ຣັບ​ນຶ່ງ​ສ່ວນ​ສິບ​ນັ້ນ ມີ​ຫລັກ​ຖານ​ໃນ​ພຣະ​ຄັມ​ພີ​ວ່າ​ທ່ານຍັງ​ມີ​ຊີ​ວິດ​ຢູ່

9 ຖ້າ​ຈະ​ເວົ້າ​ອີກ​ຢ່າງ​ນຶ່ງ​ກໍ​ວ່າ​ເລ​ວີ​ຜູ້​ຮັບ​ນຶ່ງ​ສ່ວນ​ສິບ​ນັ້ນ ກໍ​ຍັງ​ໄດ້​ຖວາຍ​ນຶ່ງ​ສ່ວນ​ສິບ​ແກ່​ເມນ​ຄີ​ເຊ​ເດັກ​ທາງ​ອັບ​ຣາ​ຮາມ

10 ເພາະ​ວ່າ​ໃນ​ຂ​ນະ​ທີ່​ເມນ​ຄີ​ເຊ​ເດັກ​ໄດ້​ພົບ​ອັບ​ຣາ​ຮາມ ເລ​ວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນ​ພະ​ບຸ​ຣຸດ ຄື​ອັບ​ຣາ​ຮາມ

11 ດັ່ງ​ນັ້ນ, ຖ້າພວກ​ປະ​ໂຣ​ຫິດ​ໄດ້​ນຳ​ຜົນ​ທີ່​ສຳ​ເຣັດ​ແລ້ວ (ດ້ວຍ​ວ່າ​ພົ​ລ​ເມືອງ​ໄດ້ຮັບ​ພຣະ​ບັນ​ຍັດ​ດ້ວຍ​ວິ​ທີ​ນີ້) ເປັນ​ສັນ​ໃດ​ຈຶ່ງ​ຕ້ອງ​ມີ​ປະ​ໂຣ​ຫິດ​ອື່ນ​ອີກ ຕາມ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ ແທນ​ພວກ​ປະ​ໂຣ​ຫິດ​ໃນລຳ​ດັບ​ດຽວ​ກັບ​ອາ​ໂຣນ

12 ເພາະ​ເມື່ອ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ປ່ຽນ​ແປງ​ໄປ​ແລ້ວ ພຣະ​ບັນ​ຍັດ​ກໍ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໄປ​ເຫມືອນ​ກັນ​

13 ເພາະ​ວ່າ​ທ່ານ​ທີ່​ເຮົາ​ກ່າວເຖິງນັ້ນ​ກໍ​ມາ​ຈາກ​ຕະ​ກູນ​ອື່ນ ຄື​ຕະ​ກູນ​ທີ່ຍັງ​ບໍ່​ມີ​ຜູ້​ໃດ​ເຄີຍ​ປະ​ຕິ​ບັດ​ທີ່​ແທ່ນ​ບູ​ຊາ​ຈັກ​ເທື່ອ

14 ເພາະ​ປາ​ກົດ​ແຈ້ງ​ແລ້ວ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັ​ງ​ຫລາຍ​ໄດ້​ຊົງ​ສືບ​ເຊື້ອ​ສາຍ​ມາ​ຈາກ​ຕະ​ກູນ​ຢູ​ດາ ແຕ່​ເມື່ອ​ໂມ​ເຊ​ໄດ້​ກ່າວ​ເຖິງ​ປະ​ໂຣ​ຫິດ​ກໍບໍ່​ໄດ້​ກ່າວ​ເຖິງ​ຕະ​ກູນ​ນີ້

15 ເຣື່ອງ​ນີ້​ກໍ​ປາ​ກົດ​ແຈ້ງ​ຂຶ້ນອີກ ຖ້າມີ​ປະ​ໂຣ​ຫິດ​ອີກ​ຕົນ​ນຶ່ງ​ຕາມ​ແບບ​ຢ່າງ​ເມນ​ຄີ​ເຊ​ເດັກ

16 ຜູ້​ຊຶ່ງ​ເປັນ​ປະ​ໂຣ​ຫິດ​ທີ່​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕາມ​ກົດ​ບັນ​ຍັດ​ຂອງ​ມະ​ນຸດ ແຕ່​ໂດຍ​ຣິດ​ເດດ​ແຫ່ງ​ຊີ​ວິດ​ອັນບໍ່​ຮູ້​ເສື່ອມ​ສູນ

17 ເພາະ​ມີ​ພຍານ​ກ່າວ​ເຖິງ​ທ່ານ​ວ່າ, “ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ​ເປັນ​ນິດ ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ”

18 ດ້ວຍ​ວ່າ​ກົດ​ບັນ​ຍັດ​ທີ່​ມີ​ມາ​ກ່ອນ​ນັ້ນ​ໄດ້​ຊົງ​ຍົກ​ເລີກ​ເສັຽ​ແລ້ວ ເພາະ​ຂາດ​ຣິດ​ແລະ​ໄຮ້​ປ​ໂຍດ

19 (ເພາະ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ບໍ່​ໄດ້​ທຳ​ໃຫ້​ສິ່ງ​ໃດ​ເຖິງ​ທີ່​ສຳ​ເຣັດ) ແຕ່​ມີ​ຄວາ​ມ​ຫວັງ​ອັນ​ດີກວ່າ​ໄດ້​ເພີ້ມ​ເຕີມ​ເຂົ້າ​ມາ ໂດຍ​ຄວາມ​ຫວັງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະ​ເຈົ້າ​ໄດ້

20 ການ​ນີ້​ໄດ້​ບັງ​ເກີດ​ມີ​ມາ​ໂດຍ​ການ​ຊົງ​ສາ​ບາ​ນໄວ້ ສ່ວນ​ຄົນ​ອື່ນ​ນັ້ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ເປັນ​ປະ​ໂຣ​ຫິດ​ໂດຍ​ບໍ່​ມີ​ຄວາມ​ສາ​ບານ

21 ແຕ່​ທ່ານ​ຜູ້​ນີ້​ຖືກ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ໄດ້​ຮັ​ບ​ຄວາມ​ສາ​ບານ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສາ​ບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະ​ທັຍ​ວ່າ ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ”

22 ດັ່ງ​ນັ້ນ ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກາຍ​ເປັນ​ຜູ້​ຮັບ​ປະ​ກັນ​ຄຳ​ສັນ​ຍາ​ອັນ​ດີກວ່າ

23 ພວກ​ປະ​ໂຣ​ຫິດ​ຕະ​ກູນ​ເລວີ​ນັ້ນ​ສືບ​ຕຳ​ແຫນ່ງ​ຕໍ່​ກັນ​ມາ​ຫລາ​ຍຄົນ ເພາະ​ຄວາມ​ຕາຍ​ຂັດ​ຂວາງ​ເຂົາ​ບໍ່​ໃຫ້​ປະ​ຕິ​ບັດ​ງານ​ຕລອດ​ໄປ

24 ແຕ່​ພຣະ​ເຢ​ຊູ​ນີ້​ຊົງ​ດຳ​ຣົງ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ທີ່​ບໍ່​ສືບ​ຕໍ່​ກັນ​ ເພາະ​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນິດ

25 ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ຊົງ​ສາ​ມາດ​ເປັນ​ນິດ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງ​ປວງ​ທີ່​ໄດ້​ເຂົ້າ​ມາ​ຫາພຣະ​ເຈົ້າ​ໂດຍ​ທາງ​ພຣະ​ອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດ​ພົ້ນ ເພາະ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ ເພື່ອ​ຊ່ອຍ​ທູນ​ຂໍ​ພຣະ​ກະ​ຣຸ​ນາ​ໃຫ້​ຄົນ​ເຫລົ່າ​ນັ້ນ

26 ມະ​ຫາ​ປະ​ໂຣ​ຫິດ​ຢ່າງ​ນີ້​ແຫລະ, ທີ່​ເຫມາະ​ສົມ​ສຳ​ລັບ​ພວກ​ເຮົາ ຄື​ເປັນ​ຜູ້​ບໍ​ຣິ​ສຸດ​ປາ​ສ​ຈາກຜິດ ຫລື​ສິ່ງ​ຊົ່ວ​ມົວ​ຫມອງ ແຍກ​ຈາກ​ຄົນ​ບາບ​ທັງ​ປວງ ຊົງ​ປະ​ທັບ​ຢູ່​ເຫນືອ​ມະ​ຫາ​ສວັນ

27 ພຣະ​ອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູ​ຊາ​ມາ​ທຸກໆ​ວັນ​ເຫມືອນ​ດັ່ງ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ອື່ນໆ ຜູ້​ຊຶ່ງ​ຕອນ​ແຣກ​ຖວາຍ​ສຳ​ລັບ​ການ​ຜິດ​ບາບ​ຂອງ​ຕົນ​ເອງ ແລ້ວ​ຈຶ່ງ​ຖວາຍ​ສຳ​ລັບ​ຄວາມ​ຜິດ​ບາບ​ຂອງ​ພົລ​ເມືອງ ສ່ວນ​ພຣະ​ເຢ​ຊູ​ໄດ້​ຊົງ​ຖວາຍ​ເຄື່ອງ​ບູ​ຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ ຄື​ເມື່ອ​ພຣະ​ອົງ​ໄດ້​ຊົງ​ນຳ​ພຣະ​ອົງ​ເອງ​ມາ​ຖວາຍ

28 ຝ່າຍ​ພຣະ​ບັນ​ຍັດ​ກໍ​ຮັບ​ມະ​ນຸດ​ທີ່​ອ່ອ​ນ​ກຳ​ລັງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ ແຕ່​ຄຳ​ສາ​ບານ​ທີ່​ຊົງ​ກ່າວ​ໄວ້​ພາຍ​ຫລັງ​ພຣະ​ບັນ​ຍັດ​ນັ້ນ ໄດ້​ຊົງ​ແຕ່ງ​ຕັ້ງ​ພຣະ​ບຸດ​ຂຶ້ນ ຜູ້​ຊຶ່​ງເຖິງ​ຄວາມ​ສຳ​ເຣັດ​ເປັນ​ນິດ



8

1 ເຣື່ອງ​ທີ່​ເຮົາ​ກຳ​ລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳ​ຄັນ ຄື​ພວກ​ເຮົາ​ມີ​ມະ​ຫາ​ປະ​ໂຣ​ຫິດ​ຢ່າງ​ນີ້ ຄື​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ປະ​ທັບ​ຢູ່​ເບື້ອງ​ຂວາ​ພຣະ​ທີ່​ນັ່ງ​ຂອງ​ຜູ້​ຊົງ​ເດ​ຊາ​ນຸ​ພາບ​ໃນ​ມະ​ຫາ​ສວັນ

2 ເປັນ​ຜູ້​ບົວ​ລະ​ບັດ​ໃນ​ສະ​ຖານ​ທີ່​ສັກ​ສິດ ຄື​ໃນ​ສຳ​ນັກ​ຜ້າ​ອັນ​ແທ້​ຈິງ ຊຶ່ງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້ ບໍ່​ແມ່ນ​ມະ​ນຸດ​ຕັ້ງ

3 ເພາະ​ວ່າ​ມະ​ຫາ​ປະ​ໂຣ​ຫິດ​ທຸກ​ຕົນ​ໄດ້​ຕັ້ງ​ຂຶ້ນ​ເພື່ອ​ໃຫ້​ຖວາ​ຍ​ຂອງ​ທານ​ແລະ​ເຄື່ອງ​ບູ​ຊາ ດ້ວຍ​ເຫດ​ນີ້ ຈຶ່ງ​ຈຳ​ເປັນ​ທີ່​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ນີ້​ຈະ​ຕ້ອງ​ມີ​ສິ່ງ​ນຶ່ງ​ສິ່ງ​ໃດ​ຖວາຍ​ເຫມືອນ​ກັນ

4 ຖ້າພຣະ​ອົງ​ຊົງ​ຢູ່​ໃນ​ໂລກ​ນີ້ ພຣະ​ອົງ​ກໍ​ຈະບໍ່​ຊົງ​ເປັນ​ປະ​ໂຣ​ຫິດ ເພາະ​ວ່າ​ມີ​ປະ​ໂຣ​ຫິດ​ທີ່​ຖວາຍ​ຂອງ​ທານ​ຕາມ​ພຣະ​ບັນ​ຍັດ​ຢູ່​ແລ້ວ

5 ປະ​ການ​ນຶ່ງ, ປະ​ໂຣ​ຫິດ​ເຫລົ່າ​ນັ້ນ​ບົວ​ລະ​ບັດ​ເປັນ​ແຕ່​ແບບ​ແລະ​ເງົາ​ແຫ່ງ​ສິ່ງ​ສັກ​ສິດ​ໃນ​ສວັນ​ເຫມືອນ​ໂມ​ເຊ, ເມື່ອ​ທ່ານ​ຈະ​ຕັ້ງ​ສຳ​ນັກ​ຜ້າ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ເຕືອນ​ສະ​ຕິ​ທ່ານ​ວ່າ, “ດັ່ງ​ນີ້, ເຈົ້າ​ຕ້ອງ​ເຮັດ​ທຸກ​ສິ່ງ​ຕາມ​ແບບ​ຢ່າງ​ທີ່​ເຮົາ​ໄດ້ສະ​ແດງ​ແກ່​ເຈົ້າ​ເທິງ​ພູ​ນັ້ນ”

6 ແຕ່​ພຣະ​ເຢຊູ​ໄດ້​ຊົງ​ຮັບ​ພາ​ຣະ​ກິດ​ຊຶ່ງ​ປະ​ເສີດກວ່າ​ຂອງປະ​ໂຣ​ຫິດ​ເຫລົ່າ​ນັ້ນ ເຫມືອນ​ດັ່ງ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ​ກໍ​ປະ​ເສີດກວ່າ​ພຣະ​ສັນ​ຍາ​ເດີມ ເພາະ​ວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ສັນ​ຍາ​ທັງ​ຫລາຍ​ອັນ​ປະ​ເສີດກວ່າ​ເກົ່າ

7 ດ້ວຍ​ວ່າ​ຖ້າ​ພຣະ​ສັນ​ຍາ​ເດີມ​ນັ້ນ​ບໍ່​ມີ​ຂໍ້​ຕິ​ແລ້ວ ກໍ​ບໍ່​ຈຳ​ເປັນ​ຊອກ​ພຣະ​ສັນ​ຍາ​ທີ່​ສອງ​ມາ​ແທນ

8 ເພາະ​ວ່າ​ພຣະ​ອົງ​ຊົງ​ກ່າວ​ຕິ​ເຂົາ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ເບິ່ງ​ແມ໋, ພາຍ​ຫນ້າ​ຈະ​ມີ​ຄາວ​ນຶ່ງ​ທີ່​ເຮົາ​ຈະ​ທຳ​ຄຳ​ສັນ​ຍາ​ໃຫມ່​ກັບ​ຍາດ​ວົງ​ອິ​ສ​ຣາ​ເອນ​ແລະ​ຍາດ​ວົງ​ຢູ​ດາ

9 ຈະ​ບໍ່​ເຫມືອນ​ຄຳ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈັບ​ມື​ຂອງ​ເຂົາ​ພາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ” ເພາະ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ “ເຂົາ​ເຫລົ່າ​ນັ້ນ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄຳ​ສັນ​ຍາ​ຂອງ​ເຮົາ ຝ່າຍ​ເຮົາ​ຈຶ່ງ​ເພີດ​ເສີຍ​ຕໍ່​ເຂົາ”

10 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ອີກວ່າ, “ນີ້​ແມ່ນ​ຄຳ​ສັນ​ຍາ​ ທີ່​ເຮົາ​ຈະ​ສັນ​ຍາ​ໄວ້​ກັບ​ຍາດ​ວົງ​ອິ​ສ​ຣາ​ເອນ ພາຍ​ຫລັງ​ສະ​ໄຫມ​ນັ້ນ ຄື​ເຮົາ​ຈະ​ບັນ​ຈຸ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາ ເຮົາ​ຈະ​ຈາ​ຣຶກ​ຂໍ້​ບັນ​ຍັດ​ນັ້ນ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຂົາ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ຝ່າຍ​ເຂົາ​ຈະ​ເປັນ​ພົລ​ເມືອງ​ຂອງ​ເຮົາ

11 ເຂົາ​ຈະ​ບໍ່​ສອນ​ເພື່ອນ​ບ້ານ​ແລະ​ພີ່​ນ້ອງ​ຂອງ​ຕົນ​ແຕ່​ລະ​ຄົນ​ວ່າ, “ຈົ່ງ​ຮູ້​ຈັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ເພາະ​ເຂົາ​ທຸກ​ຄົນ​ຈະ​ຮູ້​ຈັກ​ເຮົາ ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ

12 ເພາະ​ເຮົາ​ຈະ​ກະ​ຣຸ​ນາ​ຕໍ່​ການ​ອະ​ທັມ​ຂອ​ງ​ເຂົາ ແລະ​ການ​ຜິດ​ບາບ​ຂອງ​ເຂົາ ເຮົາ​ຈະ​ບໍ່​ຈົດ​ຈຳ​ຕໍ່​ໄປ”

13 ເມື່ອ​ພຣະ​ອົງ​ຊົງ​ກ່າວວ່າ, “ຄຳ​ສັນ​ຍາ​ໃຫມ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ຄຳ​ສັນ​ຍາ​ເດີມ​ນັ້ນ​ພົ້ນ​ສະ​ໄຫມ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະ​ໄຫມ​ແລະ​ເກົ່າ​ໄປ​ແລ້ວ​ນັ້ນ​ກໍ​ຈວນ​ຈະ​ເສື່ອມ​ສູນ​ໄປ



9

1 ເຖິງ​ແມ່ນ​ຄຳ​ສັນ​ຍາ​ເດີມ​ນັ້ນ​ກໍ​ມີ​ກົດ​ໃນ​ການ​ນະ​ມັ​ສ​ການ ແລະ​ມີ​ສະ​ຖານ​ອັນ​ສັກ​ສິດ​ທີ່​ແຜ່ນ​ດິນ​ໂລກ

2 ດ້ວຍ​ວ່າ​ມີ​ສຳ​ນັກ​ຜ້າ​ທີ່​ຈັດ​ຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນ​ນອກ​ຊຶ່ງ​ມີ​ເຄື່ອງ​ຣອງ​ຕີນ​ໂຄມ ມີ​ໂຕະ ແລະ​ມີ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳ​ອີດ​ນີ້​ເອີ້ນ​ວ່າ​ສະ​ຖານ​ທີ່​ສັກ​ສິດ

3 ພາຍ​ໃນ​ຜ້າ​ກັ້ງ​ຊັ້ນ​ທີ່​ສອງ​ມີ​ຫ້ອງ​ຊຶ່ງ​ເອີ້ນ​ວ່າ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ

4 ໃນ​ຫ້ອງ​ນັນ​ມີ​ແທ່ນ​ຄຳ​ສຳ​ລັ​ບ​ເຜົາ​ເຄື່ອງ​ຫອມ ມີ​ຫີບ​ຫຸ້ມ​ຫໍ່​ດ້ວຍ​ທອງ​ຄຳ​ທຸ​ກດ້ານ​ສຳ​ລັບ​ໃສ່​ຄຳ​ສັນ​ຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມາ​ນາ​ໄວ້ ມີ​ໄມ້​ເທົ້າ​ຂອງ​ອາ​ໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນຫີນ​ຈາ​ຣຶກ​ຄຳ​ສັນ​ຍາ​ແລ້ວ

5 ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຊ​ຣູ​ບິມ​ປະ​ກອບ​ດ້ວຍ​ສະ​ງ່າ​ຣາ​ສີ​ອັນຮຸ່ງເຮືອງ​ຂອງ​ພຣະ​ເຈົ້າ ປົກ​ຄຸມ​ພຣະ​ທີ່​ນັ່ງ​ອັນ​ຊົງ​ພຣະ​ກະ​ຣຸ​ນາ​ນັ້ນ ສິ່ງເຫລົ່າ​ນີ້​ເຮົາ​ຈະ​ພັນ​ລະ​ນາ​ໃຫ້​ລະ​ອຽດ​ໃນ​ທີ່​ນີ້​ບໍ່​ໄດ້

6 ເມື່ອ​ຈັດ​ຕັ້ງ​ສິ່ງເຫລົ່າ​ນີ້​ໄວ້​ຢ່າງ​ນັ້ນ​ແລ້ວ ພວກ​ປະ​ໂຣ​ຫິດ​ກໍ​ເຂົ້າ​ໄປ​ປະ​ກອບ​ພິ​ທີ​ທຸ​ກ​ເວ​ລາ​ໃນ​ຫ້ອງ​ຊັ້ນ​ນອກ​ນັ້ນ

7 ແຕ່​ໃນ​ຫ້ອງທີ່​ສອງ​ນັ້ນ​ມີ​ປະ​ຫາ​ປະ​ໂຣ​ຫິດ​ຜູ້​ດຽວ​ເທົ່າ​ນັ້ນ ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ ແຕ່​ຕ້ອງ​ນຳ​ເລືອດ​ເຂົ້າ​ໄປ​ຖວາຍ​ເພື່ອ​ຕົນ​ເອງ ແລະ​ເພື່ອ​ຄວາມ​ຜິດ​ໂດຍ​ບໍ່​ເຈ​ຕະ​ນາ​ຂອງ​ພົ​ລ​ເມືອງ

8 ຢ່າງ​ນັ້ນ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຊົງ​ສະ​ແດງວ່າ ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ນັ້ນ ຍັງ​ບໍ່​ໄດ້​ປາ​ກົດ​ໃຫ້​ເຫັນ​ໃນ​ເມື່ອ​ຫ້ອງ​ຕົ້ນ​ນັ້ນ​ຍັງ​ຕັ້ງ​ຢູ່

9 ຫ້ອງ​ຊັ້ນ​ນອກ​ນັ້ນ​ເປັນ​ເຄື່ອງ​ຫມາຍ​ເຖິງ​ສະ​ໄຫມ​ປັດ​ຈຸ​ບັນ ຄື​ຫມາຍ​ຄວາມ​ວ່າ​ການ​ຖວາ​ຍ​ຂອງ​ທານ​ແລະ​ເຄື່ອງ​ບູ​ຊາ​ຕາມ​ແບບ​ນີ້ ຈະ​ຊຳ​ຮະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່​ໄດ້

10 ເພາະ​ເປັນ​ເຣື່ອງ​ຂອງ​ກິນ ຂອງ​ດື່ມ​ແລະ​ພິ​ທີ​ຊຳ​ຮະ​ລ້າງ​ຕ່າງໆ​ເທົ່າ​ນັ້ນ ເປັນ​ພິ​ທີ​ສຳ​ລັບ​ການ​ປະ​ຕິ​ບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນ​ຍັດ​ໄວ້​ຈົນ​ກວ່າ​ຈະ​ໄດ້​ຊົງ​ປ່ຽນ​ໃຫມ່

11 ສ່ວນ​ພຣະ​ຄຣິດ ໄດ້​ສະ​ເດັດ​ມາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ສຳ​ລັບ​ສິ່ງ​ປະ​ເສີດ​ຊຶ່ງ​ມາ​ເຖິງ​ແລ້ວ ພຣະ​ອົງ​ກໍ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສຳ​ນັກ​ອັນ​ໃຫຍ່​ແລະ​ປະ​ເສີດ ກວ່າ​ແຕ່​ກ່ອນ (ທີ່​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ ຄື​ບໍ່ແມ່ນ​ສິ່ງ​ຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກ​ນີ້)

12 ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ນຳ​ເລືອດ​ແບ້​ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳ​ເຣັດ​ການ​ໄຖ່​ບາບອັນ​ຕລອດ​ໄປ

13 ເພາະ​ວ່າ​ຖ້າ​ເລືອດ​ແບ້​ຫລື​ເລືອ​ດງົວ​ເຖິກ ແລະ​ຂີ້​ເຖົ່າ​ໄຟ​ຂອງ​ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ​ຊົ່ວ​ມົວ​ຫມອງ​ຍົງ​ອາດ​ຊຳ​ຮະ​ຮ່າງ​ກາຍ​ໃຫ້​ສະ​ອາດ​ໄດ້

14 ຫລາຍກວ່າ​ນັ້ນ​ຈັກ​ພຽງ​ໃດ ພຣະ​ໂລ​ຫິດ​ຂອງ​ພຣະ​ຄ​ຣີດ ຜູ້​ໄດ້​ຊົງ​ຖວາຍ​ພຣະ​ອົງ​ເອງ​ແດ່​ພຣະ​ເຈົ້າ​ໂດຍພຣະ​ວິ​ນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນ​ນິດ ເປັນ​ເຄື່ອງ​ບູ​ຊາ​ປາ​ສ​ຈາກ​ຕຳ​ຫນິ ກໍ​ຈະ​ຊົງ​ຊຳ​ຮະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຮົາ​ທັງ​ຫລາຍ ໃຫ້​ພົ້ນ​ຈາກ​ກິ​ຈ​ການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບ​ໃຊ້​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່

15 ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ຄຳ​ສັນ​ຍາ​ໃຫມ່ ເພື່ອ​ໃຫ້​ຄົນ​ທັງ​ຫລາຍ​ທີ່​ພຣະ​ອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍ​ຣະ​ດົກ​ຕລອດ​ໄປ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ເຂົາ​ໃຫ້​ພົ້ນ​ຈາກ​ຜິດ​ບາບ​ທີ່​ເກີດ​ໃຕ້​ຄຳ​ສັນ​ຍາ​ເດີມ

16 ເພາະ​ວ່າໃນ​ກໍ​ຣະ​ນີ​ທີ່​ກ່ຽວ​ກັບ​ຫນັງ​ສື​ພິ​ນັຍ​ກັມ ກໍ​ຈະ​ຕ້ອງ​ພິ​ສູດ​ວ່າ​ຜູ້​ເຮັດ​ຫນັງ​ສື​ນັ້ນ​ຕາຍ​ແລ້ວ ຄົນ​ນັ້ນ​ຕ້ອງ​ຕາຍ​ເສັຽກ່ອນ ຫນັງ​ສື​ພິ​ນັຍ​ກັມ​ຈຶ່ງ​ຈະ​ໃຊ້​ໄດ້

17 ເພາະ​ຖ້າ​ຜູ້​ທີ່​ເຮັດ​ຫນັ​ງສື​ນັ້ນ​ຍັງມີ​ຊີ​ວິດ​ຢູ່ ຫນັງ​ສື​ພິນັຍ​ກັມ​ນັ້ນ​ກໍ​ໃຊ້​ບໍ່​ໄດ້

18 ເພາະ​ເຫດ​ນັ້ນ, ເຖິງ​ແມ່ນ​ຄຳ​ສັນ​ຍາ​ເດີມ​ກໍ​ບໍ່​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ປາ​ສ​ຈາກ​ເລືອດ

19 ເພາະ​ວ່າ​ເມື່ອ​ໂມ​ເຊ​ໄດ້​ປະ​ກາດ​ຄຳ​ສັ່ງ​ທຸກ​ຂໍ້​ຕາມ​ພຣະ​ບັນ​ຍັດ​ແກ່​ບັນ​ດາ​ພົ​ລເມືອງ​ແລ້ວ ທ່ານ​ກໍ​ເອົາ​ເລືອດ​ລູກ​ງົວ (ແລະ​ເລືອດ​ແບ້) ກັບ​ນ້ຳ ແລ້ວ​ເອົາ​ຂົນ​ແກະ​ສີ​ແດງ​ແລະ​ຕົ້ນ​ກູ​ສິບ ມາ​ຈຸ່ມ​ຊິດ​ໃສ່​ຫນັງ​ສື​ມ້ວນ​ນັ້ນ​ກັບ​ທັງ​ພົລ​ເມືອງ​ທັງ​ປວງ

20 ໂດຍ​ກ່າວ​ວ່າ, “ນີ້​ແຫລະ, ຄື​ເລືອດ​ທີ່​ກ່ຽວ​ກັບ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ຊົງ​ບັນ​ຍັດ​ໄວ້​ແກ່​ເຈົ້າ​ທັງ​ຫລາຍ”

21 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ ທ່ານ​ກໍ​ໄດ້​ເອົາ​ເລືອດ​ຊິດ​ໃສ່​ສຳ​ນັກ​ຜ້າ​ກັບ​ເຄື່ອງ​ໃຊ້​ໃນ​ພິ​ທີ​ນະ​ມັ​ສ​ການ​ທຸກ​ຊະ​ນິດ​ເຫມືອນ​ກັນ

22 ແລ້ວ​ຕາມ​ພຣະ​ບັນ​ຍັດ​ນັ້ນ ເກືອບ​ທຸກ​ສິ່ງ​ຕ້ອງ​ຊຳ​ຮະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່​ມີ​ເລືອດ​ໄຫລ​ອອກ​ແລ້ວ​ການ​ໃຫ້​ອະ​ພັຍ​ກໍ​ບໍ່​ມີ

23 ເຫດ​ສັນ​ນີ້ ສິ່ງ​ຂອງ​ໃນ​ໂລກ​ນີ້ ທີ່​ມີ​ແບບ​ຕົວ​ຢ່າງ​ໃນ​ສວັນ ຈຳ​ເປັນ​ຕ້ອງ​ຊຳ​ຮະ​ໂດຍ​ໃຊ້​ເຄື່ອງ​ບູ​ຊາ​ອັນ​ປະ​ເສີດກວ່າ​ອີກ

24 ເພາະ​ວ່າ​ພຣະ​ຄຣິດ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ ຊຶ່ງ​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ​ຕາມ​ແບບ​ຢ່າງ​ໃນ​ສວັນ ແຕ່​ດຽວ​ນີ້​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ມະ​ຫາ​ສວັນ ເພື່ອ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ແທນ​ເຮົາ​ທັງ​ຫລາຍ

25 ພຣະ​ອົງ​ບໍ່​ຕ້ອງ​ຊົງ​ຖວາຍ​ພຣະ​ອົງ​ເອງ​ເລື້ອຍໆ ບໍ່​ເຫມືອນ​ມະ​ຫາ​ປະ​ໂຣ​ຫິດ​ທີ່​ເຂົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທຸກ​ປີ ແລະ​ນຳ​ເລືອດ​ຊຶ່ງ​ບໍ່​ແມ່ນ​ເລືອດ​ຂອງ​ຕົ​ນ​ເອງ​ເຂົ້າ​ໄປ​ຖວາຍ

26 ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ, ພຣະ​ອົງ​ຄົງ​ຈະ​ຕ້ອງ​ຊົງ​ທົນທຸກ​ທໍ​ຣະ​ມານ​ເປັນ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ ແຕ່​ໃນ​ຄາວ​ທີ່​ສຸດ​ນີ້​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ເພື່ອ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ພຽງ​ເທື່ອ​ດຽວ ເພື່ອ​ລົບ​ລ້າງ​ບາບ​ເປັນ​ການ​ສິ້ນ​ສຸດ

27 ມະ​ນຸດ​ຖືກ​ຊົງ​ກຳ​ນົດ​ໄວ້​ແລ້ວ​ວ່າ​ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງ​ຈາກ​ນັ້ນ​ຈະ​ມີ​ກາ​ນຊົງ​ພິ​ພາກ​ສາ​ສັນ​ໃດ

28 ພຣະ​ຄຣິດ​ກໍ​ສັນ​ນັ້ນ ຄື​ພຣະ​ອົງ​ຊົງ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ເທື່ອ​ດຽວ ເພື່ອ​ແບກ​ບາບ​ຂອງ​ຄົນ​ຈຳ​ນວນ​ຫລາຍ​ໄວ້ ພຣະ​ອົງ​ຈະ​ຊົງ​ປາ​ກົດ​ເປັນ​ເທື່ອ​ທີ່​ສອງ ໂດຍ​ບໍ່​ກ່ຽວ​ກັບ​ບາບ​ ແຕ່​ເພື່ອ​ໂຜດ​ບັນ​ດາ​ຜູ້​ທີ່​ລໍ​ຄອຍ​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ ໃຫ້​ໄດ້​ຮັບ​ຄວາມ​ພົ້ນ



10

1 ດ້ວຍ​ວ່າ​ພຣະ​ບັນ​ຍັດ​ເປັນ​ພຽງ​ແຕ່​ເງົາ​ຂອງ​ສິ່ງ​ປະ​ເສີດ​ທີ່​ຈະ​ມາ​ພາຍ​ຫນ້າ​ນັ້ນ ແລະ​ບໍ່​ແມ່ນ​ຕົວ​ຈິງ​ຂອງ​ສິ່ງ​ເຫລົ່າ​ນັ້ນ ເຄື່ອງ​ບູ​ຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ ສເມີ​ມາ​ຕາມ​ພຣະ​ບັນ​ຍັດ ກໍ​ບໍ່​ອາດ​ຈະ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນັ້ນ​ເຖິງ​ທີ່​ສຳ​ເຣັດ​ໄດ້​ຈັກ​ເທື່ອ

2 ເພາະ​ຖ້າ​ຢ່າງ​ນັ້ນ​ໄດ້ ເຂົາ​ຄົງ​ໄດ້​ຢຸດ​ການ​ຖວາຍ​ເຄື່ອງ​ບູ​ຊາ​ແລ້ວ ບໍ່​ແມ່ນ​ຫລື ຖ້າ​ຜູ້​ໃດ​ນະ​ມັ​ສ​ການ​ນັ້ນ​ໄດ້​ຮັບ​ການ​ຊຳ​ຮະ​ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ​ແລ້ວ ຄົນ​ເຫລົ່າ​ນັ້ນ​ຄົງ​ຈະບໍ່​ຮູ້ສຶກວ່າ​ມີ​ບາບ​ອີກ​ຕໍ່​ໄປ

3 ແຕ່​ການ​ຖວາຍເຄືອງ​ບູ​ຊາ​ນັ້ນ​ເປັນ​ການ​ເຕືອນ​ໃຫ້​ລະ​ນຶກ​ເຖິງ​ບາບ​ທຸກ​ປີ

4 ເຫດ​ວ່າ​ເລືອດ​ງົວ​ເຖິກ​ແລະ​ເລືອດ​ແບ້​ບໍ່​ສາ​ມາດ​ຊຳ​ຮະ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ຈັກ​ເທື່ອ

5 ດັ່ງ​ນັ້ນ, ເມື່ອ​ພຣະ​ຄຣິດ​ສະ​ເດັດ​ເຂົ້າ​ມາ​ໃນ​ໂລກ ພຣະ​ອົງ​ຊົງ​ທູນ​ວ່າ, “ເຄື່ອງ​ບູ​ຊາ​ແລະ​ຂອງ​ທານ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ປະ​ສົງ ແຕ່​ພຣະ​ອົງ​ໄດ້​ຈັດ​ຕຽມ​ຮ່າງ​ກາຍ​ສຳ​ລັບ​ຂ້າ​ພຣະ​ອົງ

6 ເຄື່ອງ​ເຜົາ​ບູ​ຊາ​ ແລະ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ນັ້ນ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ

7 ເມື່ອ​ນັ້ນ​ຂ້າ​ພຣະ​ອົງ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ມາ​ເພື່ອ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ຕາມ​ທີ່​ມີ​ເຣື່ອງ​ຂອງ​ຂ້າ​ພຣະ​ອົງ​ຂຽນ​ໄວ້​ໃນ​ຫນັງ​ສື​ມ້ວນ​ນັ້ນ”

8 ເມື່ອ​ພຣະອົງ​ຊົງ​ກ່າວ​ແລ້ວ​ວ່າ, “ເຄື່ອງ​ບູ​ຊາ​ແລະ​ຂອງ​ທານ” ກັບ “ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ ທີ່​ເຂົາ​ໄດ້​ບູ​ຊາ​ຕາມ​ພຣະ​ບັນ​ຍັດ​ນັ້ນ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ປະ​ສົງ​ແລະບໍ່​ຊົງ​ພໍ​ພຣະ​ທັຍ”

9 ຕໍ່​ນັ້ນ​ມາ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ, ຂ້າ​ພ​ຣະ​ອົງ​ໄດ້​ມາ​ເພື່ອ​ຈະ​ເຮັດ​ຕາມນໍ້າ​ພຣະ​ທັຍ​ຂອງ​ພຣະ​ອົງ” ພຣະ​ອົງ​ຊົງ​ເລີກ​ລະ​ບົບ​ເດີມ​ນັ້ນ​ເສັຽ ເພື່ອ​ຈະ​ຊົງ​ຕັ້ງ​ລະ​ບົບ​ທີ່​ສອງ​ໄວ້

10 ແລະ​ໂດຍ​ນ້ຳ​ພຣະ​ທັຍ​ນັ້ນ​ແຫລະ, ທີ່​ເຮົາ​ທັ​ງ​ຫລາຍ​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ດ້ວຍ​ການ​ຖວາຍ​ພຣະ​ກາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທື່ອ​ດຽວ​ເທົ່າ​ນັ້ນ ເປັນ​ການ​ສິ້ນ​ສຸດ

11 ຝ່າຍ​ປະ​ໂຣ​ຫິດ​ທຸກ​ຕົນ​ກໍຢືນ​ບົວ​ລະ​ບັດ​ຢູ່​ທຸກວັນ ໂດຍ​ການ​ນຳ​ເຄື່ອງ​ບູ​ຊາ​ຢ່າງ​ດຽວ​ກັນ​ມາ​ຖວາຍ​ເລື້ອຍໆ ເຄື່ອງ​ບູ​ຊາ​ນ້ຳ​ນ​ບໍ່​ສາ​ມາດ​ຊຳ​ຮະ​ລ້າງ​ບາບ​ໄດ້​ຈັກ​ເທື່ອ

12 ແຕ່​ເມື່ອ​ປະ​ໂຣ​ຫິດ​ຕົນ​ນີ້​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ອັນ​ດຽວ ເປັນ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ໄດ້​ຕລອດ​ໄປ “ພຣະ​ອົງ​ກໍ​ສະ​ເດັດ​ປະ​ທັບ​ເບື້ອງ​ຂວາ​ຂອງ​ພຣະ​ເຈົ້າ”

13 ເພື່ອ​ຊົງ​ຄອຍ​ຢູ່ “ຈົນ​ບັນ​ດາ​ສັດ​ຕຣູ​ຂອງ​ພຣະ​ອົງ​ຖືກ​ປາບ​ລົງ​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ”

14 ເພາະ​ວ່າ​ດ້ວຍ​ເຄື່ອງ​ບູ​ຊາ​ອັນ​ດຽວ ພຣະ​ອົງ​ໄດ້​ຊົງ​ໂຜດ​ຄົນ​ທັງ​ຫລາຍ​ທີ່​ຊົງ​ຊຳ​ຮະ​ເປັນ​ບໍ​ຣິ​ສຸດ​ນັ້ນ​ໃຫ້​ເຖິງ​ທີ່​ສຳ​ເຣັດ​ເປັນນິດ​

15 ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດຊົງ​ເປັນ​ພຍານ​ໃຫ​ແກ່​ພວກ​ເຮົາ​ເຫມືອນ​ກັນ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,

16 “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ນີ້​ແມ່ນ​ຄຳ​ສັນ​ຍາ​ທີ່​ເຮົາ​ຈະ​ສັນ​ຍາ​ໄວ້​ກັບ​ເຂົາ​ພາຍຫລັງ​ສະ​ໄຫມ​ນັ້ນ ຄື​ເຮົາ​ຈະ​ບັນ​ຈຸ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ໄວ້​ໃນ​ຈິ​ດ​ໃຈ​ຂອງ​ເຂົາ ເຮົາ​ຈະ​ຈາ​ຣຶກ​ຂໍ້​ບັນ​ຍັດ​ນັ້ນ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຂົາ”

17 (ແລະ​ຊົງ​ກ່າວ​ຕໍ່​ໄປ​ວ່າ) “ແລະ​ການ​ຜິດ​ບາບ​ກັບ​ການ​ອະ​ທັມ​ຂອງ​ເຂົາ ເຮົາ​ຈະບໍ່​ຈົດ​ຈຳ​ຕໍ່​ໄປ​ອີກ​ຈັກ​ເທື່ອ”

18 ເພາະ​ວ່າ​ເມື່ອ​ມີ​ການ​ໃຫ້​ອະ​ພັຍ​ແລ້ວ ກໍ​ບໍ່​ມີ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ຕໍ່​ໄປ

19 ດັ່ງ​ນັ້ນ​ພີ່ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ທັງ​ຫລາຍ​ມີ​ໃຈ​ກ້າ​ຈະ​ເຂົ້າ​ໄປ​ໃນ​ສະ​ຖານ​ສັກ​ສິດ​ທີ່​ສຸດ​ດ້ວຍ​ຄວາມ​ຕາຍ​ຂອງ​ພຣະ​ເຢ​ຊູ

20 ຕາມ​ທາງ​ໃຫມ່​ຊຶ່ງ​ມີ​ຊີ​ວິດ ທີ່​ພຣະ​ອົງ​ໄດ້​ຊົງ​ໄຂ​ອອກ​ໃຫ້​ພວກ​ເຮົາ ຜ່ານ​ເຂົາ​ໄປ​ທາງ​ຜ້າ​ກັ້ງ​ນັ້ນ ຄື​ທາງ​ພຣະ​ກາຍ​ຂອງ​ພຣະ​ອົງ

21 ອີກ​ປະ​ການ​ນຶ່ງ, ພວກ​ເຮົາ​ມີ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ເຫມືອນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ​ແລ້ວ​

22 ໂດຍ​ເຫດ​ນີ້, ຈົ່ງ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃກ້​ດ້ວຍ​ຈິງ​ໃຈ ດ້ວຍ​ຄວາມ​ເຊື່ອ​ອັນ​ເຕັມ​ບໍ​ຣິ​ບູນ ມີ​ໃຈ​ທີ່​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ຈາ​ກການ​ຮູ້​ສຶກ​ຕົວ​ວ່າ​ມີ​ບາບ ແລະ​ມີ​ຮ່າງ​ກາຍ​ທີ່​ຊຳ​ຮະ​ລ້າງ​ດ້ວຍ​ນ້ຳ​ບໍ​ຣິ​ສຸດ

23 ຈົ່ງ​ຍຶດ​ຫມັ້ນ​ໃນ​ຄວາມ​ຫວັງ​ທີ່​ພວກ​ເຮົາ​ປະ​ກາດ​ຕົວ​ວ່າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ເຄື່ອນ​ໄຫວ ເພາະ​ວ່າ​ພຣະ​ອົງ​ຜູ້​ຊົງ​ປະ​ທານ​ພຣະ​ສັນ​ຍາ​ນັ້ນ​ກໍ​ຊົງ​ສັດ​ຊື່

24 ຈົ່ງ​ຄ່ອຍ​ພິ​ຈາ​ຣະ​ນາ​ເບິ່ງ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ປຸກ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຣັດ​ການ​ດີ​ງາມ

25 ຢ່າ​ປະ​ການ​ປະ​ຊຸມ​ກັນ​ເຫມືອ​ນ​ຢ່າງ​ລາງ​ຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ຫນຸນ​ໃຈ​ກັນ​ຫລາຍກວ່າ​ເກົ່າ​ອີກ ເພາະ​ທ່ານ​ກໍ​ຮູ້​ກໍ​ເຫັນ​ຢູ່​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ

26 ດ້ວຍ​ວ່າ​ຖ້າ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ເຣື່ອງ​ຄວາມ​ຈິງ​ແລ້ວ ແຕ່​ຍັງ​ເຈ​ຕະ​ນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ກໍ​ຈະ​ບໍ່​ມີ​ເຫລືອ​ຢູ່​ຕໍ່​ໄປ

27 ເຫລືອ​ແຕ່​ຄວາມ​ຢ້ານ​ອັນ​ພິ​ລຶກ​ໃນ​ການ​ລໍ​ຖ້າ​ການ​ພິ​ພາກ​ສາ​ລົງ​ໂທດ ແລະ​ໄຟ​ອັນຮ້າຍ​ແຮງ​ທີ່​ຈະ​ເຜົາ​ຜານ​ບັນ​ດາ​ຄົນ​ທີ່​ຕໍ່​ສູ້​ພຣະ​ເຈົ້າ

28 ຄົນ​ທີ່​ລະ​ເມີ​ດບັນ​ຍັດ​ຂອງ​ໂມ​ເຊ​ນັ້ນ ຖ້າ​ມີ​ພຍານ​ສອງ​ຫລື​ສາມ​ປາກ ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່​ມີ​ຄວາມ​ເມດ​ຕາ

29 ທ່ານ​ທັງ​ຫລາຍ ຈົ່ງ​ຄຶດ​ເບິ່ງວ່າ ຄົນ​ທີ່​ຢຽບ​ຢ່ຳ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ຖື​ພຣະ​ໂລ​ຫິດ​ອັນ​ກ່ຽວ​ກັບ​ພຣະ​ສັນ​ຍາ ຊຶ່ງ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣີ​ສຸດ​ວ່າ​ເປັນ​ສິ່ງ​ຊົ່ວ​ຊ້າ ກັບ​ທັງ​ປ​ມາດ​ພຣະ​ວິນ​ຍານຜູ້​ຊົງ​ພຣະ​ຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງ​ໂທດ​ຫລາຍ​ກວ່າ​ຄົນ​ເຫລົ່າ​ນັ້ນ​ຈັກ​ເທົ່າ​ໃດ

30 ເພາະ​ພວກ​ເຮົາ​ໄດ້​ຮູ້​ຈັກ​ພ​ຣະ​ອົງ​ຜູ້​ຊົງ​ກ່າວ​ວ່າ “ການ​ແກ້​ແຄ້ນ​ເປັນ​ທຸ​ຣະ​ຂອງ​ເຮົາ ຝ່າຍ​ເຮົາ​ຈະ​ຕອບ​ແທນ” ແລະ​ໄດ້​ຊົງ​ກ່າວ​ອີກວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ພົລ​ເມືອງ​ຂອງ​ພຣະ​ອົງ”

31 ການ​ຕົກ​ຢູ່​ໃນ​ເງື້ອມ​ພຣະ​ຫັດຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ນັ້ນ ກໍເປັນ​ທີ່​ຫນ້າ​ຫວາດ​ກົວ

32 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ນຶກ​ເຖິງ​ຄາວ​ກ່ອນ​ນັ້ນ ຫລັງ​ຈາກ​ທີ່​ທ່ານ​ໄດ້​ຮັບ​ຄວາມ​ສວ່າງ​ແລ້ວ ພວກ​ທ່ານ​ໄດ້​ສູ້​ທົນ​ຕໍ່​ຄວາມ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ

33 ລາງ​ເທື່ອ​ພວກ​ທ່ານ​ກໍ​ຖືກ​ການ​ປະ​ຈານ​ອັບ​ອາຍ​ຂາຍ​ຫນ້າ ແລະ​ຖືກ​ຂົ່ມ​ເຫັງ​ໃຫ້​ປະ​ຊາ​ຊົນ​ຊົມ ລາງ​ເທື່ອ​ພວກ​ທ່ານ​ກໍ​ເຂົ້າ​ຮ່ວມ​ທຸກ​ຄົນ​ກັບ​ຄົນ​ທີ່​ຖືກ​ການ​ຢ່າງ​ດຽວ​ກັນ​ນັ້ນ

34 ເພາະ​ວ່າ​ທ່ານ​ທັງ​ຫລາຍ​ມີ​ໃຈ​ເມດ​ຕາ​ຕໍ່​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ຜູກ​ມັດ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງ​ຂອງໆ​ພວກ​ທ່ານ​ໄປ ພວກ​ທ່ານ​ກໍ​ຂຍອມ​ໃຫ້​ເຂົາ​ດ້ວຍ​ໃຈ​ຍິນ​ດີ ເພາະ​ພວກ​ທ່ານ​ຮູ້​ແລ້ວ​ວ່າ ພວກ​ທ່ານ​ເອງ​ມີ​ຊັບ​ສົມ​ບັດ​ດີກວ່າ​ແລະ​ຖາ​ວອນກວ່າ​ນັ້ນ​ອີກ

35 ເຫ​ດ​ສັນ​ນັ້ນ​ຢ່າ​ໄດ້​ປະ​ຖິ້ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພວກ​ທ່ານ ທີ່​ຈະ​ມີ​ຮາງວັນ​ອັນ​ໃຫຍ່​ນັ້ນ

36 ທ່ານ​ທັງ​ຫລາຍ​ຈຳ​ເປັນຕ​ອ້ງ​ມີ​ຄວາມ​ອົດ​ທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາ​ມ​ທີ່​ຊົງ​ສັນ​ຍາ​ໄວ້

37 “ອີກ​ບໍ່​ເຫີງ, ບໍ່​ເຫີງ​ເທົ່າ​ໃດ ພຣະ​ອົງ​ຜູ້​ຈະ​ສະ​ເດັດ​ມາ​ກໍ​ຈະ​ສະ​ເດັດ​ມາ ແລະ​ຈະ​ບໍ່​ຊົງ​ຊັກ​ຊ້າ

38 ແຕ່​ຄົນຊອ​ບ​ທັມ​ຂອງ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ເຊື່ອ ຖ້າ​ເຂົາ​ຫາກ​ຫລົ​ບ​ຖອຍ​ຫລັງ ເຮົາ​ຈະ​ບໍ່​ພໍ​ໃຈ​ໃນ​ຄົນ​ນັ້ນ”

39 ສ່ວນ​ພວກ​ເຮົາ, ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ​ຈົນ​ເຖິງ​ຄວາມ​ຈິບ​ຫາຍ​ເສັຽ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມ​ເຊື່ອ ຈຶ່ງ​ຮັກ​ສາ​ຊີ​ວິດ​ແລະ​ຈິດ​ໃຈ​ຂອງ​ຕົນ​ໄວ້​ໄດ້



11

1 ອັນ​ນຶ່ງ, ຄວາມ​ເຊື່ອ​ ຄື​ຄວາມ​ແນ່ນອນ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ​ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ

2 ເພາະ​ດ້ວຍ​ຄວາມ​ເຊື່ອ​ນີ້​ເອງ ພວກ​ເຖົ້າ​ເກົ່າ​ບູ​ຮານ​ໄດ້​ຮັບ​ຄຳ​ພຍານ​ອັນ​ດີ

3 ໂດຍ​ຄວາມ​ເຊື່ອ​ນີ້​ເຮົາ​ທັງ​ຫລາຍ​ຈຶ່ງ​ເຂົ້າ​ໃຈ​ວ່າ​ໂລກ​ຈັກ​ກະ​ວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ ດັ່ງ​ນັ້ນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ກໍ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ປາກົດ​ໃຫ້​ເຫັນ

4 ເພາະ​ອາ​ເບນ​ມີ​ຄວາມ​ເຊື່ອ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູ​ຊາ​ອັນ​ຖືກ​ຕ້ອງກວ່າ​ເຄື່ອງ​ບູ​ຊາ​ຂອງ​ກາ​ອິນ​ມາ​ຖວາຍ​ແດ່​ພຣະ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຄຳ​ ພຍານ​ວ່າ​ເປັນ​ຄົນ​ຊອບ​ທັມ ພຣະ​ເຈົ້າ​ຫໍ​ໄດ້​ຊົງ​ເປັນ​ພຍານ​ແກ່​ຂອງ​ທານ​ຂອງ​ທ່ານ ເຖິງ​ແມ່ນ​ວ່າ​ອາ​ເບນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມ​ເຊື່ອ​ທ່ານ​ຈຶ່ງ​ຍັງ​ເວົ້າ​ຢູ່

5 ເພາະ​ເອ​ໂນກ​ມີ​ຄວາມ​ເຊື່ອ​ນີ້​ພຣະ​ເຈົ້າ​ຈຶ່ງ​ຊົງ​ຮັບ​ທ່ານ​ຂຶ້ນ​ໄປ ເພື່ອ​ບໍ່ໃຫ້​ທ່ານ​ພົບກັບ​ຄວາມ​ຕາຍ ແລະ​ບໍ່​ມີ​ຜູ້​ໃດ​ພົບ​ເຫັນ​ທ່ານ ເພາະ​ພຣະ​ເຈົ້າ​ຊົງ​ຮັບ​ເອົາ​ທ່ານ​ໄປ​ແລ້ວ ອັນນຶ່ງ, ກ່ອນ​ທີ່​ຊົງ​ຮັບ​ເອົາ​ທ່ານ​ຂຶ້ນ​ໄປ​ນັ້ນ ມີ​ຜູ້​ເປັນ​ພຍານ​ວ່າ​ທ່ານ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ

6 ແຕ່​ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ແລ້ວ​ຈະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ຜູ້​ທີ່​ມາ​ເຝົ້າ​ພຣະ​ເຈົ້າ​ໄດ້​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ພຣະ​ອົງ​ຊົງ​ເປັນ​ຜູ້​ປະ​ທານ​ຮາງວັນ​ໃຫ້​ແກ່​ທຸກ​ຄົນ​ທີ່​ສ​ແວງ​ຫາ​ພຣະ​ອົງ

7 ເພາະ​ໂນອາ​ມີ​ຄວາມ​ເຊື່ອ​ນີ້ ພຣະ​ເຈົ້າ​ຈົ່ງຊົງ​ຕັກ​ເຕືອນ​ໃຫ້​ຮູ້​ເຖິງ​ເຫດ​ການ​ທີ່​ຍັງບໍ່​ປາ​ກົດ ທ່ານ​ຈຶ່ງ​ຢຳ​ເກງ​ແລະ​ຕໍ່​ນາ​ວາ ເພື່ອ​ໃຫ້​ຄອບ​ຄົວ​ຂອງ​ຕົ​ນ​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ດ້ວຍ​ເຫດ​ນີ້, ທ່ານ​ຈຶ່ງ​ຕັດ​ສີນ​ລົງ​ໂທດ​ໃສ່​ມະ​ນຸ​ສ​ໂລກ​ແລະ​ໄດ້​ກາຍ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ ຄື​ຄວາມ​ຊອບ​ທັມ​ຊຶ່ງ​ເກີດ​ມາ​ຈາກ​ຄວາມ​ເຊື່ອ

8 ເພາະ​ອັບ​ຣາ​ຮາມ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ທ່ານ​ອອ​ກເດີນ​ທາງ​ໄປ​ຍັງບ່ອນ​ທີ່​ທ່ານ​ຈະ​ໄດ້​ຮັບ​ເປັນ​ມໍ​ຣະ​ດົກ ທ່ານ​ໄດ້​ເຊື່ອ​ຟັງ​ແລະ​ໄດ້​ເດີນ​ທາງ​ອອກ​ໄປ​ໂດຍບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ

9 ເພາະ​ທ່ານ​ມີ​ຄວາມ​ເຊື່ອນີ້ ຈຶ່ງ​ໄດ້​ອາ​ໄສຢູ່​ໃນ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ໄວ້​ນັນ​ເຫມືອນ​ເປັນ​ຄົນ​ຕ່າງ​ດ້າວ ຄື​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ​ນ​ດ້ວຍ​ກັນ​ກັບ​ອີ​ຊາກ​ ແລະ​ຢາ​ໂຄ​ບ ຜູ້​ຊຶ່ງ​ໄດ້​ຮ່ວມ​ຮັບ​ພຣະ​ສັນ​ຍາ​ເປັນ​ມໍ​ຣະ​ດົກ​ອັນ​ດຽວ​ກັນ

10 ທ່ານ​ໄດ້​ລໍ​ຄອຍ​ນະ​ຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ ຊຶ່ງ​ພຣະ​ເຈົ້າ​ຊົງ​ເປັນ​ນາຍ​ຊ່າງ​ແລະ​ຊົງ​ເປັນຜູ້​ສ້າງ​ຂຶ້ນ

11 ເພາະ​ທ່ານ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ມີ​ກຳ​ລັງ​ໃຫ້​ບັງ​ເກີດ​ເຊື້ອ​ສາຍ ເມື່ອ​ອາ​ຍຸ​ແກ່​ເກີນ​ແລ້ວ​ແລະ​ນາງ​ຊາ​ຣາ​ກໍ​ເປັນ​ຫມັນ ແຕ່​ອັບ​ຣາ​ຮາມ​ກໍ​ຖື​ວ່າ​ພຣະ​ອົງ​ຜູ້​ຊົງ​ສັນ​ຍາ​ນັ້ນ​ເປັນ​ຜູ້​ສັດ​ຊື່

12 ເຫດ​ສັນ​ນັ້ນ ຈາກ​ຊາຍ​ຄົນ​ດຽວ​ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ​ເຫມືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍມີ​ຜູ້​ສືບ​ເຊື້​ອ​ສາຍ​ເກີດ​ມາ​ຢ່າງ​ຫລວງ​ຫລາຍ​ເຫມືອນດວງ​ດາວ​ໃນ​ທ້ອງ​ຟ້າ ແລະ​ເຫມືອນ​ເມັດ​ຊາຍ​ທີ່​ນັບບໍ່​ຖ້ວນ​ຢູ່​ແຄມ​ທະ​ເລ

13 ສ່ວນ​ຄົນ​ເຫລົ່າ​ນັ້ນ, ໄດ້​ຕາຍ​ໄປ​ໃນ​ຂ​ນະ​ທີ່​ມີ​ຄວາມ​ເຊື່ອ ໂດຍ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນ​ຍາ​ໄວ້ ແຕ່​ເຂົາກໍ​ໄດ້​ເຫັນ​ແລະ​ຕ້ອນ​ຮັບ​ໄວ້​ຕັ້ງ​ແຕ່​ໄກ ແລະ​ຍອມ​ຕົວ​ວ່າ​ເຂົາ​ເປັນ​ພຽງ​ແຂ​ກ​ເມືອງ​ທີ່​ທ່ອງ​ທ່ຽວ​ໄປ​ມາ​ໃນ​ໂລກ

14 ເພາະ​ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ຄັກ​ແລ້ວ​ວ່າ ເຂົາ​ກຳ​ລັງ​ສ​ແວງ​ຫາ​ບ້າ​ນ​ເມືອງ​ຂອງ​ຕົນ

15 ຈິງ​ແທ້, ຖ້າ​ເຂົາ​ໄດ້​ຄຶດ​ເຖິງ​ບ້ານ​ເມືອງ​ທີ່​ເຂົາ​ຈາກ​ມາ​ແລ້ວ​ນັ້ນ ເຂົາ​ກໍ​ຄົງ​ຈະ​ມີ​ໂອ​ກາດ​ກັບ​ຄືນ​ໄດ້

16 ແຕ່​ບັດ​ນີ້​ເຂົາ​ປາ​ຖ​ນາ​ທີ່​ຈະ​ຢູ່​ໃນ​ເມືອງ​ອັນ​ປະ​ເສີດກວ່າ​ນັ້ນ ຄື​ເມືອງ​ສວັນ ເຫດ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ບໍ່​ຊົງ​ລະ​ອາຍ ເມື່ອ​ເຂົາ​ເອີ້ນ​ພຣະ​ອົງ​ວ່າ​ເປັນ​ພຣະ​ເຈົ້າ​ຂອ​ງ​ເຂົາ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ຈັດ​ແຈງ​ນະ​ຄອນ​ນຶ່ງ​ໄວ້​ສຳ​ລັບ​ເຂົາ​ແລ້ວ

17 ເພາະ​ອັບ​ຣາ​ຮາມ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ທ່ານ​ຖືກ​ລອງ​ໃຈ​ຈຶ່ງ​ໄດ້​ຖວາຍ​ອີ​ຊາກ​ເປັນ​ເຄື່ອງ​ບູ​ຊາ ເຖິງ​ແມ່ນ​ທ່ານ​ເປັນ​ຜູ້​ໄດ້​ຮັບ​ພຣະ​ສັນ​ຍາ ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ​ລະ​ຄົນ​ດຽວ​ຂອງ​ທ່ານ

18 ຄື​ລູກ​ທີ່​ມີ​ພຣະ​ສັນ​ຍາ​ກ່າວ​ເຖິງວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ສືບ​ຕໍ່​ໄປ​ທາງ​ອີ​ຊາກ”

19 ແຕ່​ອັບ​ຣາ​ຮາມຄຶດ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ສາ​ມາດ​ໃຫ້​ມີ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້ ແລະ​ທ່ານ​ກໍ​ໄດ້​ຮັບ​ລູກ​ນັ້ນ​ປຽບ​ເຫມືອນ​ເປັນ​ຄືນ​ມາ​ແທ້

20 ເພາະ​ອີ​ຊາກ​ມີ​ຄວາມ​ເຊື່ອ​ນີ້ ຈຶ່ງ​ໄດ້​ອວຍ​ພອນ​ຢາ​ໂຄບ​ແລະ​ເອ​ຊາວ​ສຳ​ລັບ​ເຫດ​ການ​ທີ່​ຈະ​ເກີດ​ຂຶ້ນໃນ​ພາຍ​ຫນ້າ

21 ເພາະ​ຢາ​ໂຄບ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ໃກ້​ຈະ​ຕາຍ​ຈຶ່ງ​ໄດ້​ອວຍ​ພອນ​ແກ່​ລູກ​ຊາຍ​ຂອງ​ໂຢ​ເຊັບ​ທຸກ​ຄົນ ແລະ​ຫມູບ​ນະ​ມັ​ສ​ການ​ພຣະ​ເຈົ້າ​ເຫນືອ​ຫົວ​ໄມ້​ເທົ້າ​ຂອງ​ຕົນ

22 ເພາະ​ໂຢ​ເຊັບ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ກຳ​ລັງ​ຈະ​ຫມົດຊີ​ວິດ​ຈຶ່ງ​ໄດ້​ກ່າວ​ເຖິງ​ເຣື່ອງ​ອິ​ສ​ຣາເອນ​ຈະ​ອອກ​ໄປ​ນັ້ນ ແລະ​ໄດ້​ສັ່ງ​ໄວ້​ເຖິງ​ເຣື່ອງ​ກະ​ດູກ​ຂອງ​ຕົນ

23 ເພາະ​ພໍ່​ແມ່​ຂອງ​ໂມ​ເຊ​ມີ​ຄວາມ​ເຊື່ອ​ນີ້ ເມື່​ອໂມ​ເຊ​ເກີດ​ຈຶ່ງ​ໄດ້​ເຊື່ອງ​ໄວ້​ລະ​ຫວ່າງ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມ​ເຊ​ມີ​ຮູບ​ງາມ ແລະ​ພໍ່​ແມ່​ບໍ່​ໄດ້​ຢ້ານ​ຂໍ້​ດຳ​ຣັດ​ຂອງ​ກະ​ສັດ

24 ເພາະ​ໂມ​ເຊ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ໃຫຍ່​ມາ​ແລ້ວ​ທ່ານ​ບໍ່​ຍອມ​ໃຫ້​ຜູ້​ໃດ​ເອີ້ນ​ຕົນ​ເປັນ​ບຸດ​ທິ​ດາ​ຂອງ​ຟາ​ຣາ​ໂອ

25 ທ່ານ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳ​ບາກ​ກັບ​ພົລເມືອງ​ຂອງ​ພຣະ​ເຈົ້າ​ແທນ​ຄວາມ​ເພີດ​ເພີນ​ຊົ່ວ​ຄາວ​ໃນ​ຄວາມ​ບາບ

26 ທ່ານ​ຖືວ່າ​ການ​ອົດ​ທົນ​ຕໍ່​ຄວາມ​ອັບ​ອາຍ​ເພື່ອ​ພຣະ​ຄຣິດ​ປະ​ເສີດກ​ວ່າ​ສົມ​ບັດ​ຂອງ​ປະ​ເທດ​ເອ​ຢິບ​ເພາະ​ທ່ານ​ເລັງ​ເຫັນ​ຮາງວັນ​ທີ່​ຈະ​ໄດ້​ຣັບ​ນັ້ນ

27 ເພາະ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ອອກ​ຈາກ​ປະ​ເທດ​ເອຢິບ​ເສັຽ ໂດຍ​ບໍ່​ຢ້ານ​ຄວາມ​ຮ້າຍ​ຂາດ​ຂອງ​ກະ​ສັດ​ນັ້ນ ເພາະ​ທ່ານ​ຫມັ້ນ​ໃຈ​ເຫມືອນ​ກັບ​ວ່າ​ໄດ້​ເຫັນ​ພຣະ​ອົງ​ຜູ້​ບໍ່​ຊົງ​ປາ​ກົດ​ແກ່​ຕາ

28 ເພາະ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ໄດ້​ຖື​ເທ​ສການ​ປັ​ສ​ຄາ ແລະ​ພິ​ທີ​ຊິດ​ເລືອດ ເພື່ອບໍ່​ໃຫ້​ເພັ​ຊ​ຄາດ​ຜູ້​ປະ​ຫານ​ຊີ​ວິດ​ລູກ​ກົກ​ມາ​ຖືກ​ພວກ​ອິ​ສ​ຣາ​ເອນ​ໄດ້

29 ເພາະ​ພວກ​ອິ​ສ​ຣາ​ເອນ​ມີ​ຄວາມ​ເຊື່ອ​ນີ້ ເຂົາ​ຈຶ່ງ​ຍ່າງ​ຂ້າມ​ທະ​ເລ​ແດງ ເຫມືອນ​ກັບ​ຍ່າງ​ເທິງ​ດິນ​ແຫ້ງ ແຕ່​ເມື່ອ​ຊາວ​ເອ​ຢິບ​ໄດ້​ທົດ​ລອງ​ຂ້າມ​ເບິ່ງ ເຂົາ​ກໍ​ຈົມ​ນ້ຳ​ຕາຍ​ຫມົດ

30 ເພາະ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ພວກ​ອິ​ສ​ຣາ​ເອນ​ໄດ້​ວຽນ​ລ້ອມ​ເມືອງ​ເຢ​ຣີ​ໂກ​ເຖິງ​ເຈັດ​ວັນ​ແລ້ວ ກຳ​ແພງ​ເມືອງ​ນັ້ນຈຶ່ງ​ເພ​ພັງ​ລົງ

31 ເພາະ​ມີ​ຄວາມ​ເຊື່ອ​ນີ້ ຣາ​ຮາບ​ຍິງ​ໂສ​ເພ​ນີ​ຈຶ່ງ​ບໍ່​ຈິບ​ຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ເຊື່ອ​ຟັງ ເພາະ​ນາງ​ໄດ້​ຕ້ອນ​ຮັບ​ພວກ​ສອດ​ແນມ​ເປັນ​ຢ່າງ​ດີ

32 ແລະ​ເຮົາ​ຈະ​ເວົ້າ​ສິ່ງ​ໃດ​ຕໍ່​ໄປ​ອີກ​ແດ່ ເພາະ​ບໍ່​ມີ​ເວ​ລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີ​ເດ​ໂອນ ບາ​ຣາກ ແຊມ​ຊັນ ເຢັ​ຟ​ທາ ດາ​ວິດ ແລະ​ຊາ​ມູ​ເອນ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ

33 ເພາະ​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ເຊື່ອ ເຂົາ​ຈຶ່ງ​ໄດ້​ມີ​ຊັຍ​ເຫນືອ​ແຜ່ນ​ດິນ​ຕ່າງໆ ໄດ້​ຈັດ​ຕັ້ງ​ລະ​ບົບ​ຄວາມ​ຍຸດ​ຕິ​ທັມ ໄດ້​ຮັບ​ຜົນ​ຕາມ​ພຣະ​ສັນ​ຍາ ໄດ້​ອັດ​ປາກ​ສິງ

34 ໄດ້​ມອດ​ໄຟ​ອັນ​ຮ້ອນ​ກ້າ ໄດ້​ພົ້ນ​ຈາກ​ຄົມ​ດາບ ຄວາມ​ອ່ອນ​ແອ​ຂອງ​ເຂົາ​ກໍ​ກັບ​ກາຍ​ເປັນ​ຄວາມ​ແຂງ​ແຮງ ມີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ເສິກ​ສົງ​ຄາມ ໄດ້​ຕີ​ກອງ​ທັບ​ຕ່າງ​ປະ​ເທດ​ໃຫ້​ແຕກ​ຫນີ​ໄປ

35 ພວກ​ຜູ້​ຍິງ​ກໍ​ໄດ້​ຣັບ​ຄົນ​ທີ່​ຕາຍ​ແລ້ວ​ຂອງ​ເຂົາ ໂດຍ​ທາງ​ເປັນ​ຄືນ​ມາ​ອີກ ລາງ​ຄົນ​ກໍ​ໄດ້​ຖືກ​ທໍ​ຣະ​ມານ ແຕ່ກໍ​ບໍ່​ຍອມ​ຮັບ​ການ​ປົດ​ປ່ອຍ ເພື່ອ​ເຂົາ​ຈະ​ໄດ້​ຣັ​ບ​ການ​ຄືນ​ມາ​ອັນ​ປະ​ເສີດກວ່າ

36 ລາງ​ຄົນ​ຖືກ​ທົດ​ລອງ​ໃຈ​ດ້ວຍ​ມີ​ຜູ້​ເຍາະ​ເຍີ້ຍ​ແລະ​ຂ້ຽນ​ຕີ ອີກ​ລາງ​ຄົນ​ຖືກ​ລ່າມ​ໂສ້​ແລະ​ຖື​ກຂັງ​ຄຸກ​ເຫມືອນ​ກັນ

37 ລາງ​ຄົນ​ໄດ້​ຖືກ​ເຂົາ​ຄວ່າງ​ຫີນ​ໃສ່ ໄດ້​ຖືກ​ເລື່ອຍ​ເປັນ​ທ່ອນ ໄດ້​ຖືກ​ຂ້າດ້ວຍ​ຄົມ​ດາບ​ເສັຽ ໄດ້​ນຸ່ງ​ຫົ່ມ​ຫນັງ​ແກະ​ຫນັງ​ແບ້​ທຽວ​ໄປ​ມາ ອຶດ​ເຂົ້າ​ຫິວ​ນ້ຳ ທົນ​ທຸກ​ເວ​ທະ​ນາ ແລະ​ທົນ​ການ​ກົດ​ຂີ່​ຂົ່​ມ​ເຫັງ

38 (ແຜ່ນ​ດິນ​ໂລກ​ກໍ​ບໍ່​ສົມ​ກັບ​ຄົນ​ເຫລົ່າ​ນັ້ນ) ເຂົາ​ໄດ້​ທຽວໄປ​ມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖ້ຳ​ແລະ​ໃນ​ຂຸມ

39 ຄົນ​ທັງ​ປວງ​ນີ້, ເຖິງ​ແມ່ນ​ເຂົາ​ໄດ້​ຮັບ​ຄຳ​ພຍານ​ອັນ​ດີ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເຂົາ ແຕ່​ເຂົາ​ກໍ​ຍັງບໍ່​ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ​ນັ້ນ

40 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຈັດ​ແຈງ​ສິ່ງ​ທີ່​ປະ​ເສີດກວ່າ​ນັ້ນ​ສຳ​ລັບ​ພວກ​ເຮົາ ເພື່ອ​ວ່າ​ນອກ​ຈາກ​ພວກ​ເຮົາ​ເຂົາ​ຈະບໍ່​ເຖິງ​ທີ່​ສຳ​ເຣັດ​ໄດ້



12

1 ເຫດ​ສັນ​ນັ້ນ​ ເມື່ອ​ເຮົາ​ທັງ​ຫລາຍ​ມີ​ຝູງ​ພຍານ​ຫລວງ​ຫລາຍ​ຢູ່​ຮອບ​ຂ້າງ​ຢ່າງ​ນີ້​ແລ້ວ ພວກ​ເຮົາ​ຈົ່ງ​ຊັດ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດ​ບາບ​ທີ່​ຕິດ​ແຫນ້ນ​ໂດຍ​ງ່າຍ ສ່ວ​ນການ​ແລ່ນ​ແຂ່ງ​ທີ່​ກຳ​ນົດ​ໄວ້​ຕໍ່​ຫນ້າ​ພວກ​ເຮົາ​ນັ້ນ ຈົ່ງ​ພາ​ກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພ​ຍາ​ຍາມ

2 ຈົ່ງ​ປັກ​ຕາ​ເບິ່ງ​ພຣະ​ເຢ​ຊູ ຄື​ຜູ້​ບຸກ​ເບີກຄວາມ​ເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຖິງ​ທີ່​ສຳ​ເຣັດ ພຣະ​ອົງ​ໄດ້​ຊົງ​ອົດ​ທົນ​ຕໍ່​ໄມ້​ກາງ​ແຂນ ເພາະ​ເຫັ​ນແກ່​ຄວາມ​ຍິນ​ດີ​ທີ່​ຕັ້ງ​ໄວ້​ຕໍ່​ຫນ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຖື​ວ່າ​ຄວາມ​ລະ​ອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳ​ຄັນ ຈຶ່ງ​ໄດ້​ປະ​ທັບ​ລົງ​ເບື້ອງ​ຂວາ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ

3 ຈົ່ງ​ພິ​ຈາ​ຣະ​ນາ​ຄຶດ​ເຖິງ​ພຣະ​ອົງ ຜູ້​ຊົງ​ອົດ​ທົນ​ການ​ຂັດ​ຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່​ສູ້​ພຣະ​ອົງ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ຫມົດ​ກຳ​ລັງ​ໃຈ

4 ໃນ​ການ​ຕໍ່​ສູ້​ກັບ​ບາບ​ນັ້ນ ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຕໍ່​ສູ້​ເຖິງ​ຂະ​ຫນາດ​ເລືອດ​ຕົກ

5 ແລະ​ພວກ​ທ່ານ​ໄດ້​ລືມ​ຄຳ​ເຕືອນ​ທີ່​ພຣະ​ອົງ​ໄດ້​ຊົງ​ເຕືອນ​ໃນ​ຖາ​ນະ​ທີ່​ເປັນ​ລູກວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ປ​ມາດ​ຕໍ່​ການ​ຕີ​ສອນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຢ່ານ້ອຍ​ໃຈ​ເມື່ອ​ພຣະ​ອົງ​ຊົງ​ຕິ​ຕຽນ

6 ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕີ​ສອນ​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ ແລະ​ເມື່ອ​ພຣະ​ອົງ​ຊົງ​ຮັບ​ຜູ້​ໃດ​ເປັນ​ລູກພຣະ​ອົງ​ກໍ​ຊົງ​ຂ້ຽນ​ສອນ​ຜູ້​ນັ້ນ​“

7 ທ່ານ​ທັງ​ຫລາຍ​ຈົ່ງ​ຣັບ​ແລະ​ທົນ​ເອົາ​ເທາະ ເພາະ​ເປັນ​ການ​ຕີ​ສອນ ພຣະ​ເຈົ້າ​ຊົງ​ປະ​ຕິ​ບັດ​ຕໍ່​ພວກ​ທ່ານ​ໃນ​ຖາ​ນະ​ທີ່​ພວກ​ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ ດ້ວຍ​ວ່າ​ມີ​ລູກ​ຄົນ​ໃດ​ແດ່​ທີ່​ພໍ່ບໍ່​ໄດ້​ຕີ​ສອນ​ເຂົາ

8 ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຖືກ​ຕີ​ສອນ ຊຶ່ງ​ລູກ​ທຸກ​ຄົນ​ຕ້ອງ​ຖືກ​ນັ້ນ ພວກ​ທ່ານ​ກໍ​ເປັນ​ລູກ​ທາງ ບໍ່​ເປັນ​ລູກ​ແທ້

9 ອີກ​ປະ​ການ​ນຶ່ງ, ເຮົາ​ທັງ​ຫລາຍ​ມີ​ພໍ່​ເປັນ​ມະ​ນຸດ​ທີ່​ໄດ້​ຕີ​ສອນ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ນັບຖື​ພໍ່​ນັ້ນ ຫລາຍກວ່າ​ນັ້ນ​ອີກ ພວກ​ເຮົາ​ຄວນ​ຢູ່​ໃຕ້​ບັງ​ຄັບ​ຂອງ​ພຣະ​ບິ​ດາ​ແຫ່ງ​ບັນ​ດາ​ວິນ​ຍານ​ຈິດ ແລະ​ມີ​ຊີ​ວິດ​ຈະ​ເຣີນ ບໍ່​ແມ່ນ​ຫລື

10 ຝ່າຍ​ພໍ່​ເຫລົ່າ​ນັ້ນ​ໄດ້​ຕີ​ສອນ​ພວກ​ເຮົາ​ໃນ​ຊົ່ວ​ເງ​ລາ​ເລັກ​ນ້ອຍ ຕາມ​ຄວາມ​ເຫັນ​ດີ​ຂອງ​ເຂົາ​ເທົ່າ​ນັ້ນ ແຕ່​ພຣະ​ອົງ​ຊົງ​ຕີ​ສອນ​ພວກ​ເຮົາ​ເພື່ອ​ປ​ໂຍ​ດ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ເຂົ້າ​ສ່ວນ​ໃນ​ສະ​ພາບ​ຄວາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ

11 ໃນ​ຂ​ນະ​ທີ່​ມີ​ການ​ຕີ​ສອນ​ນັ້ນ​ບໍ່​ເປັນ​ຫນ້າ​ຊື່ນ​ໃຈ​ເລີຍ ມີ​ແຕ່​ເຣື່ອງ​ເສົ້າ​ໃຈ ແຕ່ຕໍ່​ມາ​ພາຍ​ຫລັງ​ຈະ​ກໍ່​ໃຫ້​ເກີດ​ຜົນ ຄື​ຄວາມ​ສຸກ​ສຳ​ຣານ​ແລະ​ຄວາມ​ຊອບ​ທັມ​ແກ່​ບັນ​ດາ​ຄົນ​ທີ່​ຖືກ​ແອບ​ສອນ​ແລ້ວ​ນັ້ນ

12 ເພາະ​ເຫດ​ນັ້ນ, “ຈົ່ງ​ຍົກ​ມື​ທີ່​ລ່ອຍ​ອ່ອນ​ແລະ​ຫົວ​ເຂົ່າ​ທີ່​ອ່ອນ​ກຳ​ລັງ ຈົ່ງ​ໃຫ້​ມີ​ກຳ​ລັງ​ຂຶ້ນ”

13 “ຈົ່ງ​ແປງ​ທາງ​ໃຫ້​ຊື່​ສຳ​ລັບ​ຕີນ” ຂອງ​ພວກ​ທ່ານ ເພື່ອ​ຂາ​ທີ່​ພິ​ການ​ນັ້ນ​ແທນ​ທີ່​ຈະ​ພິກ​ໂບ​ກ​ກໍ​ຈະ​ດີ​ເປັນ​ປົກ​ກະ​ຕິ

14 ຈົ່ງ​ອົດ​ສາ​ພ​ຍາ​ຍາມ​ທີ່​ຈະ​ຢູ່​ຢ່າງ​ສ​ງົບ​ສຸກ​ກັບ​ຄົນ​ທັງ​ຫລາຍ ແລະ​ອົດ​ສາ​ພ​ຍາ​ຍາມ​ທີ່ຈະ​ໄດ້​ໃຈ​ບໍ​ຣິ​ສຸດ ຊຶ່ງ​ຖ້າ​ໃຈ​ບໍ່​ບໍ​ຣິ​ສຸດ​ກໍ​ຈະ​ບໍ່​ມີຜູ້​ໃດ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

15 ຈົ່ງ​ຄ່ອຍ​ຮັ​ກ​ສາ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ຂາດ​ຈາກ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຢ້ານ​ວ່າ​ຈະ​ມີ​ຮາກ​ຂົມ​ຂື່ນງອກ​ຂຶ້ນ​ມາ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ ຊຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວ​ຫມອງ​ໄປ

16 ຢ້ານວ່າ​ມີ​ຄົນ​ຂາດ​ສີນ​ທັມ​ຫລື​ຄົນ​ປ​ມາດ​ຕໍ່​ສິ່ງ​ສັກ​ສິດ​ເຫມືອນ​ເອ​ຊາວ ຜູ້​ໄດ້​ເອົາ​ສິດ​ຂອງ​ບຸດ​ກົກ​ນັ້ນ​ແລກ​ກັບ​ອາ​ຫານ​ຄາບ​ດຽວ

17 ເພາະ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຕໍ່​ມາ​ພາ​ຍ​ຫລັງ ເມື່ອ​ເອ​ຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນມໍ​ຣະ​ດົກ ທ່ານ​ກໍ​ໄດ້​ຮັບ​ແຕ່​ຄຳ​ປະ​ຕິ​ເສດ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສ​ແວງ​ຫາ​ຈົນ​ນ້ຳ​ຕາ​ໄຫລ​ກໍ​ບໍ່​ມີ​ທາງ​ແກ້ໄຂ​ເລີຍ

18 ທ່ານ​ທັ​ງ​ຫລາຍ​ບໍ່​ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄຫມ້​ຢູ່ ເຖິງ​ທີ່​ມືດ​ດຳ​ແລະ​ມືດ​ມົວ ແລະ​ເຖິງ​ທີ່​ລົມ​ພະ​ຍຸ

19 ເຖິງ​ສຽງ​ແກ ແລະ​ເຖິງ​ພຣະ​ສຸ​ຣະ​ສຽງ ຊຶ່ງ​ຄົນ​ທັງ​ຫລາຍ​ເມື່ອ​ໄດ້​ຍິນ ແລ້ວໄດ້​ອ້ອນວອນ​ຂໍ​ບໍ່​ໃຫ້ຊົງ​ກ່າວ​ຈັກ​ຄຳ​ຕໍ່​ເຂົາ​ອີກ

20 ເພາະ​ວ່າ​ຂໍ້​ຄວາມ​ທີ່​ຊົງ​ບັນ​ຍັດ​ໄວ້​ນັ້ນ​ເຂົາ​ທົນ​ບໍ່​ໄດ້ ຄື​ວ່າ, “ແມ່ນ​ແຕ່​ສັດ​ເດັຽ​ຣະ​ສານ​ໂຕ​ນຶ່ງ​ໂຕ​ໃດ ຖ້າ​ຖືກ​ຕ້ອງ​ພູ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຄວ່າ​ງດ້ວຍ​ກ້ອນ​ຫີນ​ໃຫ້​ຕາຍ”

21 ສິ່ງ​ທີ່​ປາ​ກົດ​ນັ້ນ​ກໍ​ເປັນ​ຫນ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມ​ເຊ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຢ້ານ​ເຕັມ​ທີ ຈົນ​ຕົວ​ສັ່ນ”

22 ແຕ່​ທ່ານ​ທັງ​ຫລາຍ​ໄດ້​ມາ​ເຖິງ​ພູ​ຊີ​ໂອນ ມາ​ເຖິງ​ນະ​ຄອນ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຄື​ນະ​ຄອນເຢ​ຣູ​ຊາ​ເລັມ​ຊັ້ນ​ຟ້າ ມາ​ເຖິງ​ຝູງ​ເທວະ​ດາ​ນັບ​ເປັນ​ຈຳ​ນວນ​ຫມື່ນໆ​ທີ່​ຊຸມ​ນຸມ​ກັນ​ເປັນ​ງານ​ມ່ວນ​ຊື່ນ

23 ມາ​ເຖິງ​ທີ່​ຊຸມ​ນຸມ​ຂອງ​ບຸດ​ກົກ​ຜູ້​ມີ​ຊື່​ຈາ​ຣຶກ​ໄວ້​ແລ້ວ​ໃນ​ສວັນ ມາ​ເຖິງ​ພຣະ​ເຈົ້າ​ຜູ້​ຊົງ​ພິ​ພາກ​ສາ​ຄົນ​ທັງ​ປວງ ແລະ​ມາ​ເຖິງວິນ​ຍານ​ຈິດ​ຂອງ​ຄົນ​ຊອບ​ທັມ​ຜູ້​ເຖິງ​ທີ່​ສຳ​ເຣັດ​ແລ້ວ

24 ມາ​ເຖິງ​ພຣະ​ເຢ​ຊູ​ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ຄຳ​ສັນ​ຍາມ​ໃຫມ່ ແລະ​ມາ​ເຖິງ​ພຣະ​ໂລ​ຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ​ ທີ່​ມີ​ສຽງ​ອັນ​ດີກວ່າ​ເລືອ​ດຂອງ​ອາ​ເບນ​ອີກ

25 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ປະຕິ​ເສດ​ບໍ່​ຍອມ​ຟັງ​ພຣະ​ອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງ​ຫລາຍ​ທີ່​ປະ​ຕິ​ເສດ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ຂອງ​ພຣະ​ອົງ​ໃນ​ໂລກ ບໍ່​ພົ້ນ​ໂທດ​ທີ່​ເຂົາ​ປະ​ຕິ​ເສດ​ນັ້ນ ພວກ​ເຮົາ​ຜູ້ອ​ວ່າຍ​ຫນ້າ​ຈາກ​ພຣະ​ອົງ​ຜູ້​ຊົງ​ຕັກ​ເຕືອນ​ຈາກ​ສວັນ ກໍ​ຈະ​ບໍ່ພົ້ນ​ໂທດຫລາຍກວ່າ​ເຂົາ​ເຫລົ່າ​ນັ້ນ​ເສັຽອີກ

26 ແມ່ນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ນີ້​ທີ່​ໄດ້​ບັນ​ດານ​ໃຫ້​ແຜ່ນ​ດິນ​ຫວັ່ນ​ໄຫວ​ໃນ​ຄາວ​ນັ້ນ ແຕ່​ບັດ​ນີ້​ພຣະ​ອົງ​ຊົງ​ກ່າວ​ສັນ​ຍາ​ໄວ້​ວ່າ, “ຍັງ​ອີກ​ເທື່ອ​ນຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ສ​ນັ່ນ​ຫວັ່ນ​ໄຫວ ບໍ່​ແມ່ນ​ແຕ່​ແຜ່ນ​ດິ​ນໂລກ​ເທົ່າ​ນັ້ນ ແຕ່​ທັງ​ທ້ອງ​ຟ້າ​ເຫມືອນ​ກັນ”

27 ຂໍ້​ຄວາມ​ທີ່​ວ່າ “ຍັງ​ອີກ​ເທື່ອ​ນຶ່ງ” ນັ້ນ​ສະ​ແດງວ່າ ສິ່ງ​ທີ່​ຫວັ່ນ​ໄຫວ​ນັ້ນ​ຈະ​ຖືກ​ຍົກ​ຍ້າຍ​ໄປ​ເສັຽ ເຫມືອນ​ກັບ​ສິ່ງ​ທີ່​ຊົງ​ສ້າງ​ໃຫ້​ມີ​ຂຶ້ນ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຫວັ່ນ​ໄຫວຍັງ​ຄົງ​ເຫລືອ​ຢູ່

28 ເຫດ​ສັນ​ນັ້ນ ເນື່ອງ​ດ້ວຍ​ພວກ​ເຮົາ​ຮັບ​ແຜ່​ນດິນ​ທີ່​ຫວັ່ນ​ໄຫວບໍ່ໄດ້​ແລ້ວ ກໍ​ໃຫ້​ພວກ​ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ເພື່ອ​ພວກ​ເຮົາ​ຈະ​ໄດ້​ບົວ​ລະ​ບັດ​ພຣະ​ເຈົ້າ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ເຄົາ​ຣົ​ບ​ຢຳ​ເກງ

29 ເພາະ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ເປັນ​ໄຟ​ທີ່​ເຜົາ​ຜານ



13

1 ຈົ່ງ​ໃຫ້​ຄວາມ​ຮັກ​ຢ່າງ​ພີ່​ນ້ອງ​ມີ​ຢູ່​ຕໍ່​ກັນ​ສເມີ​ໄປ

2 ຢ່າ​ລືມ​ການ​ຕ້ອນ​ຮັບ​ແຂກ ເພາະ​ວ່າ​ດ້ວຍ​ການ​ເຮັດ​ດັ່ງ​ນັ້ນ ບາງ​ຄົນ​ກໍ​ໄດ້​ຕ້ອນ​ຮັບ​ເທວະ​ດາ​ໂດຍ​ຕົນ​ບໍ່​ທັນຮູ້

3 ຈົ່ງ​ລະ​ນຶກ​ເຖິງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ລ່າມ​ໂສ້ ເຫມືອນ​ກັບ​ວ່າ​ພວກ​ທ່ານ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ນັ້ນ​ເຫມືອນ​ກັນ​ຈົ່ງ​ລະ​ນຶກ​ເຖິງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ຂົ່ມ​ເຫັງ ເພາະ​ວ່າ​ພວກ​ທ່ານກໍ​ມີ​ຮ່າງ​ກາຍ​ເຫມືອນ​ກັນ

4 ຈົ່ງ​ໃຫ້​ການ​ສົມ​ຣົດ​ເປັນທີ່​ນັບ​ຖື​ແກ່​ຄົນ​ທັງ​ປວງ ແລະ​ໃຫ້​ຕຽງ​ສົມ​ຣົດ​ເວັ້ນ​ຈາກ​ການ​ຊົ່ວ​ຮ້າຍ ເພາະ​ຄົນ​ຜິດ​ຊາຍ​ແລະ​ຄົນ​ຫລິ້ນ​ຊູ້​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ເຂົາ

5 ຈົ່ງ​ໃຫ້​ການ​ດຳ​ເນີນ​ຊີ​ວິດ​ຂອງ​ທ່ານ ເວັ້ນ​ຈາ​ກການ​ຮັກ​ເງິນ​ຮັກ​ຄຳ ຈົ່ງ​ພໍ​ໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະ​ເຈົ້າ​ເອງ​ຊົງ​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສັຽ​ຈັກ​ເທື່ອ”

6 ເພາະ​ເຫດ​ນັ້ນ ເຮົາ​ທັງ​ຫລາຍ​ອາດ​ກ່າວ​ດ້ວຍ​ໃຈ​ກ້າ​ໄດ້​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້​ແຫລະ, ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຢ້ານ ມະ​ນຸດ​ຄົນ​ໃດ​ຫນໍ​ຈະ​ເຮັດ​ອັນ​ໃດ​ແກ່​ຂ້າ​ພະ​ເຈົ້າ​ໄດ້”

7 ຈົ່ງ​ລະ​ນຶກ​ເຖິງ​ພວກ​ຜູ້​ນຳ​ຂອງ​ທ່ານ​ທັງ​ຫລາຍ ຄື​ຜູ້​ທີ່​ໄດ້​ປະ​ກາດ​ພຣະ​ທັມ​ແກ່ພວກ​ທ່ານ ຈົ່ງພິ​ຈາ​ຣະ​ນາ​ເບິ່ງ​ຜົນ​ສຸດ​ທ້າຍ​ແຫ່ງ​ຊີ​ວິດ​ຂອງ​ເຂົາ ແລະ​ຈົ່ງ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄວາມ​ເຊື່ອ​ຂອງ​ເຂົາ

8 ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນ​ຢູ່​ສເມີ​ກັບ​ທັງ​ໃນ​ເວ​ລາວານ​ນີ້ ໃນ​ເວ​ລາ​ວັນ​ນີ້ ແລະ​ສືບໆ​ໄປ​ເປັນ​ນິດ

9 ຢ່າ​ຍອມ​ໃຫ້​ຄວາມ​ສອນ​ອັນ​ແຕກ​ຕ່າງ​ນັ້ນ​ພາຕົວ​ຫລົງ​ໄປ ເພາະ​ເປັນ​ການ​ດີ​ຢູ່​ແລ້ວ​ທີ່​ຈະ​ໃຫ້​ກຳ​ລັງ​ໃຈ​ເຂັ້ມ​ແຂງ​ຂຶ້ນ​ດ້ວຍ​ພຣະ​ຄຸນ ບໍ່​ແມ່ນ​ດ້ວຍ​ອາ​ຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປ​ໂຍດ​ແກ່​ຄົນ​ທີ່​ປະ​ຕິ​ບັດ​ຕາມ

10 ພວກ​ເຮົາ​ມີ​ແທ່ນ​ບູ​ຊາ​ແທ່ນ​ນຶ່ງ ຊຶ່ງ​ຄົນ​ຜູ້​ປະ​ຕິ​ບັດ​ໃນ​ສຳ​ນັກ​ຜ້າ​ນັ້ນ​ບໍ່​ມີ​ສິດ​ທີ່​ຈະ​ຮັບ​ປະ​ທານ​ຂອງ​ຈາກ​ແທ່ນ​ນັ້ນ​ໄດ້

11 ດ້ວຍ​ວ່າ​ຊາກ​ສັດ​ເຫລົ່າ​ນັ້ນ ທີ່​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ເອົາ​ເລືອດ​ມັນ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ ເພື່ອ​ເປັນ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ ເຂົາ​ເຄີຍ​ເອົາ​ໄປ​ເຜົາ​ເສັຽນ​ອກ​ຄ້າຍ

12 ດ້ວຍ​ເຫດ​ນັ້ນ​ພຣະ​ເຢ​ຊູ​ກໍ​ເຫມືອນ​ກັນ​ໄດ້​ຊົງ​ທົນ​ທຸກ​ທໍ​ຣະ​ມານນອກ​ປະ​ຕູ​ເມືອງ ເພື່ອ​ຊຳ​ຮະ​ພົລ​ເມືອງ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ອົງ​ເອງ

13 ເຫດ​ສັນ​ນັ້ນ ໃຫ້​ເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະ​ອົງ​ນອກ​ຄ້າຍ​ນັ້ນ ແລະ​ຍອມ​ທົນ​ເອົາ​ຄຳ​ຫມິ່ນ​ປ​ມາດ ຊຶ່ງ​ພຣະ​ອົງ​ຊົງ​ທົນ​ເອົາ​ນັ້ນ

14 ເພາະ​ວ່າ​ທີ່​ນີ້​ພວກ​ເຮົາ​ບໍ່​ມີ​ນະ​ຄອນ​ອັນ​ຖາວອນ ແຕ່​ພວກ​ເຮົາ​ສ​ແວງ​ຫາ​ນະ​ຄອນ​ທີ່​ຈະ​ມີ​ມາ​ໃນ​ພາຍ​ຫນ້າ​ນັ້ນ

15 ເຫດ​ສັນ​ນັ້ນ ໃຫ້​ເຮົາ​ທັງ​ຫລາຍ​ຖວາຍ​ຄຳ​ສັຣ​ເສີນ ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ເຈົ້າ​ໂດຍ​ຕລອດ​ໄປ​ທາງ​ພຣະ​ອົງ​ນັ້ນ ຄື​ຜົນ​ແຫ່ງ​ຮີມ​ສົບ​ປາກ​ທີ່​ຍອມ​ຮັບ​ຮູ້​ພຣະ​ນາມ​ຂອງ​ພຣະ​ອົງ

16 ແຕ່​ທີ່​ຈະ​ທຳ​ຄຸນ​ຄວາມ​ດີ​ແລະ​ມີ​ໃຈ​ເຜື່ອ​ແຜ່​ຊຶ່ງ​ກັນ​ແລະ​ກັນ​ນັ້ນ ຢ່າ​ໄດ້​ລືມ​ເສັຽ ເພາະ​ເຄື່ອງ​ບູ​ຊາ​ຢ່າງ​ນີ້​ແຫລະ, ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ

17 ທ່ານ​ທັງ​ຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອ​ວາດ​ຜູ້​ນຳ​ຂອງ​ພວກ​ທ່ານ ເພາະ​ເຂົາ​ເຫລົ່າ​ນັ້ນ​ດູ​ແລ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ຢູ່ ເຫມືອນ​ນຶ່ງ​ຜູ້​ທີ່​ຈະ​ຕ້ອງ​ສ​ເນີ​ຣາຍ​ງານ ເພື່​ອເຂົາ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນ​ໃຈ ບໍ່​ແມ່ນ​ດ້ວຍ​ຄວາມ​ເສົ້າ​ໃຈ ຊຶ່ງຈະ​ບໍ່​ເປັນ​ປ​ໂຍດ​ແກ່​ທ່ານ​ທັງ​ຫລາຍ

18 ຈົ່ງ​ອ້ອນວອນ​ເພື່ອ​ພວກ​ເຮົາ​ຢູ່ ເພາະ​ເຮົາ​ເຊື່ອ​ແນ່​ວ່າ​ພວ​ກ​ເຮົາ​ມີ​ໃຈ​ສຳ​ນຶ​ກຜິດ​ແລະ​ຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາ​ຖ​ນາ​ທີ່​ຈະ​ດຳ​ເນີນ​ຊີ​ວິດ​ຕາມຢ່າງ​ດີ​ໃນ​ທຸກ​ສິ່ງ

19 ຂ້າ​ພະ​ເຈົ້າ​ຂໍ​ເລັ່ງ​ຮັດ​ພວກ​ທ່ານ​ຫລາຍ​ຂຶ້ນ ໃຫ້​ອ້ອນວອ​ນ່​ຢາງ​ນັ້ນ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ​ຢູ່​ກັບ​ພວກ​ທ່ານ​ໂດຍ​ໄວ

20 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ສັນ​ຕິ​ສຸກ ຜູ້​ໄດ້​ຊົງ​ນຳ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ໃຫ້​ຄືນ​ມາ​ຈາກ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວ​ກັບ​ຄຳ​ສັນ​ຍາ​ອັນ​ຕັ້ງ​ຢູ່​ເປັນ​ນິດ​ນັ້ນ

21 ຈົ່ງຊົງ​ກະ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຄົບ​ຖ້ວນ​ໃນການ​ດີ​ທຸກ​ຢ່າງ ເພື່ອ​ຈະ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ທັຍ​ພຣະ​ອົງ ແລະ​ຊົງ​ທຳ​ງານ​ພາຍ​ໃນ​ທ່ານ​ທັງ​ຫລາຍ​ຕາມ​ທີ່​ຊອບ​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ອົງ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ ສະ​ງ່າ​ຣາ​ສີ​ມີ​ແດ່​ພຣະ​ ຄຣິດ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

22 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ອ້ອນວອນ​ທ່ານ​ທັງ​ຫລາຍ​ໃຫ້​ພຽນຟັງ​ຄຳ​ເຕືອນ​ສະ​ຕິ​ນີ້ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ມາ​ຫາພວກ​ທ່ານ​ບໍ່​ຫລາຍ​ຄຳ

23 ຈົ່ງ​ຮູ້​ວ່າ​ຕີ​ໂມ​ທຽວ​ນ້ອງ​ຂອງ​ເຮົາ​ທັງ​ຫລາຍ​ຖືກ​ປ່ອຍ​ແລ້ວ ຖ້າ​ທ່ານ​ມາ​ຮອດ​ໄວ ຂ້າ​ພະ​ເຈົ້າ​ຈະ​ມາ​ຢ້ຽມ​ຢາມ​ພວກ​ທ່ານ​ພ້ອມ​ກັບ​ທ່ານ

24 ຂ້າ​ພະ​ເຈົ້າ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ບັນ​ດາ​ຜູ້​ນຳ​ຂອງ​ພວກ​ທ່ານ ແລະ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ ພວກ​ພີ່​ນ້ອງ​ທີ່​ມາ​ຈາກ​ອີ​ຕາ​ເລັຽກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ທ່ານ

25 ຂໍ​ພຣະ​ຄຸນ ຈົ່ງ​ສະ​ຖິດ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ເທີນ



AMAZING GRACE BIBLE INSTITUTE