Philippians
you will need the DokChampa font - click here


ຟິລິບ​ປອຍ


1

1 ໂປ​ໂລ ແລະ​ຕີ​ໂມ​ທຽວ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເຖິງ ພວ​ກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ທີ່​ຢູ່​ໃນ​ເມືອງ​ຟີ​ລີບ​ປອຍ ທັງ​ບັນ​ດາ​ຜູ້​ດູ​ແລ ແລະ​ຜູ້​ບົວ​ຣະ​ບັດ

2 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ພວກ​ເຮົາ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

3 ເຮົາ​ລະ​ນຶກ​ເຖິງ​ເຈົ້າ​ທັງ​ຫລາຍ​ເມື່ອ​ໃດ ກໍ​ໄດ້​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ທຸກ​ເທື່ອ

4 ແລະ​ທຸກ​ເວ​ລາ​ທີ່​ເຮົາ​ອ້ອນວອນ​ຂໍ​ເພື່ອ​ພວກ​ເຈົ້າ ເຮົາ​ກໍ​ທູນ​ຂໍ​ດ້ວຍ​ໃຈ​ຍິນ​ດີ

5 ເພາະ​ເຫດ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ມີ​ສ່ວນ​ໃນ​ງານ​ຂ່າວ​ປະ​ເສີດ​ດ້ວຍ​ກັນ ຕັ້ງ​ແຕ່​ວັນ​ຕົ້ນ​ນັ້ນ​ແລະ​ຕໍ່​ມາ​ຈົນ​ເຖິງ​ບັດ​ນີ້

6 ເຮົາ​ແນ່​ໃຈ​ວ່າ​ພຣະ​ອົງ​ຜູ້​ຊົງ​ຕັ້ງ​ຕົ້ນ​ການ​ດີ​ໄວ້​ໃນ​ພວກ​ເຈົ້າ​ແລ້ວ ຄົງ​ຈະ​ຊົງ​ກະ​ທຳ​ໃຫ້​ສໍາ​ເຣັດ​ຈົນ​ເຖິງວັນ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ

7 ການ​ທີ່​ເຮົາ​ຄຶດ​ເຖິງ​ເຈົ້າ​ທັງ​ຫລາຍ​ດັ່ງ​ນັ້ນ​ກໍ​ສົມ​ຄວນຢູ່​ແລ້ວ ເພາະ​ວ່າ​ເຮົາ​ມີ​ໃຈ​ຮັກ​ພວກ​ເຈົ້າ​ທຸກ​ຄົນ ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະ​ຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳ​ຈອງ ແລະ​ໃນ​ການ​ກ່າວ​ປ້ອງ​ກັນ​ໃຫ້​ຂ່າວ​ປະ​ເສີດ​ນັ້ນ​ຕັ້ງ​ຫມັ້ນ​ຄົງ​ຢູ່

8 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ ເຮົາ​ເປັນ​ຫ່ວງ​ເຈົ້າ​ທັງ​ຫລາຍ​ພຽງ​ໃດ​ຕາມ​ພຣະ​ທັຍ​ເມດ​ຕາ​ຂອງ​ພຣະ​ເຢ​ຊູ​ຄຣິດ

9 ແລະ​ເຮົາ​ອ້ອນວອນ​ຂໍ​ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ທັງ​ຫລາຍ​ຈະ​ເຣີນ​ຫລາຍ​ຂຶ້ນ​ສເມີ ພ້ອມ​ກັບ​ຄວາມ​ຮູ້​ແລະ​ຄວາມ​ສັງ​ເກດ​ທຸກ​ຢ່າງ

10 ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ສັງ​ເກດ​ໄດ້​ວ່າ ສິ່ງ​ໃດ​ປະ​ເສີດ​ທີ່​ສຸດ ແລະເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ບໍ​ຣິ​ສຸດ ແລະ​ບໍ່​ມີ​ທີ່​ຕິ​ໄດ້​ໃນ​ວັນ​ແຫ່ງ​ພຣະ​ຄຣິດ

11 ຈະ​ໄດ້​ເປັນ​ຜູ້​ບໍ​ຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບ​ທັມ ຊຶ່ງ​ເກີດ​ຂຶ້ນ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຖວາຍ​ພຣະ​ກຽດ​ແລະ​ຄວາມ​ສັຣ​ເສີນ​ແກ່​ພຣະ​ເຈົ້າ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ປາ​ຖ​ນາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ ເຫດ​ການທີ່​ເກີດ​ຂຶ້ນ​ແກ່​ເຮົາ​ນັ້ນ​ກໍ​ກັບ​ເປັນ​ເຫດ​ໃຫ້​ຂ່າວ​ປະ​ເສີດແຜ່ກວ້າງ​ອອກ​ໄປ

13 ຈົນ​ປາ​ກົດ​ທົ່ວ​ໄປ​ໃນ​ຫມູ່​ຜູ້​ຄຸມ ແລະ​ຄົນ​ອື່ນໆ​ວ່າ​ການ​ຈຳ​ຈອງ​ທີ່​ເຮົາ​ຖືກ​ນັ້ນ​ກໍ​ເພື່ອ​ພຣະ​ຄຣິດ

14 ພວກ​ພີ່​ນ້ອງ​ສ່ວນ​ຫລາຍ​ໄດ້​ເກີດ​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ການ​ຈຳ​ຈອງ​ຂອງ​ເຮົາ​ນັ້ນ ແລະ​ພວກ​ເຂົາ​ມີ​ໃຈ​ກ້າ​ຂຶ້ນ​ຢ່າງ​ລົ້ນ​ເຫລືອ​ທີ່​ຈະ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໂດຍ​ບໍ່​ມີ​ຄວາມ​ຢ້ານ

15 ຄວາມ​ຈິງ ມີ​ລາງ​ຄົນ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ດ້ວຍ​ໃຈ​ອິດ​ສາ​ແລະ​ຜິດ​ຖຽງ​ກັນ ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະ​ກາດ​ດ້ວຍ​ໃຈ​ຫວັງ​ດີ

16 ພວກ​ນີ້​ແຫລະ, ປະ​ກາ​ດດ້ວຍ​ໃຈ​ຮັກ​ໂດຍ​ຮູ້​ແລ້ວ​ວ່າ ຊົງ​ຕັ້ງ​ເຮົາ​ໄວ້​ໃຫ້​ກ່າວ​ປ້ອງ​ກັນ​ຂ່າວ​ປະ​ເສີດ​ນັ້ນ​ໄວ້

17 ແຕ່​ພວກ​ອື່ນ​ປະ​ກາດ​ຂ່າວ​ພຣະ​ຄຣິດ​ດ້ວຍ​ການ​ແຂ່ງ​ດີ​ກັນ ບໍ່​ໃຊ່​ດ້ວຍ​ໃຈ​ສຸຈ​ຣິດ ແຕ່​ຈົງ​ໃຈ​ຈະ​ເພີ້ມ​ຄວາມ​ທຸກ​ລຳ​ບາກ​ໃຫ້​ເຮົາ​ເມື່ອ​ເຮົາ​ຖືກ​ຈຳ​ຈອງ

18 ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະ​ການ​ໃດ ເຖິງ​ແມ່ນ​ວ່າ​ເຂົາ​ຈະ​ປະ​ກາດ​ພຣະ​ຄຣິດ​ດ້ວຍ​ປະ​ການ​ໃດ​ກໍ​ຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງ​ເຮັດ​ຫລື​ໃຈ​ຈິງ​ກໍ​ດີ ແຕ່​ເຂົາ​ກໍ​ຍັງ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນ​ດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນ​ດີ​ຕໍ່​ໄປ

19 ເພາະ​ເຮົາ​ຮູ້​ວ່າ​ໂດຍ​ການ​ອ້ອນວອນ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ໂດຍ​ການ​ຊ່ອຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ ການ​ນີ້​ຈະ​ເປັນ​ເຫດ​ໃຫ້​ເຮົາ​ເຖິງ​ການ​ປົດ​ປ່ອຍ

20 ເພາະ​ເປັນ​ຄວາມ​ມຸ້ງ​ມາດ​ປາ​ຖ​ນາ​ແລະ​ຄວາມ​ຫວັງ​ຂອງ​ເຮົາ​ວ່າ ເຮົາ​ຈະ​ບໍ່​ມີ​ຄວາມ​ລະ​ອາຍ​ໃນ​ສິ່ງ​ໃດ​ເລີຍ ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ທີ່​ມີ​ໃຈ​ກ້າ​ສເມີ​ສັນ​ໃດ ບັດ​ນີ້​ກໍຂໍ​ໃຫ້​ເປັນ​ຢ່າງ​ດຽວ​ກັນ​ສັນ​ນັ້ນ ພຣະ​ຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດ​ຕິ​ຍົດ​ໃນ​ຮ່າງ​ກາຍ​ຂອງ​ເຮົາ​ສເມີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່ ຫລື​ຕາຍກໍ​ຕາມ

21 ເພາະ​ວ່າ​ຖ້າ​ເຮົາ​ມີ​ຊີ​ວິດ​ພຣະ​ຄຣິດ​ເປັນ​ຊີ​ວີດ​ນັ້ນ ຖ້າເຮົາ​ຕາຍກໍເປັນ​ປ​ໂຍດ​ແກ່​ເຮົາ

22 ຖ້າ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ຮ່າງ​ກາຍ​ນີ້ ເຮົາ​ກໍ​ຈະ​ເຮັດ​ການ​ງານ​ໃຫ້​ເກີດ​ຜົນ ແຕ່​ເຮົາບອກ​ບໍ່​ໄດ້​ວ່າ​ຈະ​ເລືອກ​ເອົາ​ອັນ​ໃດ​ດີ

23 ເຮົາ​ລັງ​ເລ​ໃຈ​ຢູ່ໃນ​ລະ​ຫວ່າງສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາ​ຖ​ນາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະ​ຄຣິດ​ຊຶ່ງ​ປະ​ເສີດ​ຫລາຍກວ່າ

24 ແຕ່​ການ​ທີ່​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ຮ່າງ​ກາຍ​ນີ້ ກໍ​ເປັນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ພວກ​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ

25 ເມື່ອ​ເຮົາ​ແນ່​ໃຈ​ຢ່າງ​ນີ້​ແລ້ວ​ເຮົາ​ກໍ​ຊາບ​ວ່າ ເຮົາ​ຈະ​ຍັງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ເຈົ້າ​ຈະ​ເຣີນ​ຂຶ້ນ​ແລະ​ຊົມ​ຊື່ນ​ຍິນ​ດີ​ໃນ​ຄວາມ​ເຊື່ອ

26 ເພື່ອ​ຄວາມ​ພາກ​ພູມ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ ເພາະ​ດ້ວຍ​ເຮົາ​ນັ້ນ ຈະ​ທະ​ວີ​ຫລາຍ​ຂຶ້​ນ​ໃນ​ພຣະ​ເຢ​ຊູຄຣິດ ເພາະ​ເຫດ​ທີ່​ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ​ອີກ

27 ຂໍ​ແຕ່​ພຽງ​ໃຫ້​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດ​ໃຫ້​ສົມ​ກັບ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກ​ເຈົ້າ​ຫລື​ບໍ່​ມາ​ກໍ​ຕາມ ເຮົາ​ກໍ​ຈະ​ໄດ້​ຍິນ​ຂ່າວ​ຂອງ​ພວກ​ເຈົ້າ​ວ່າ ເຈົ້າ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຕໍ່​ສູ້​ເຫມືອນ​ຢ່າງ​ເປັນ​ຄົນ​ດຽວ​ເພື່ອ​ຄວາມ​ເຊື່ອ​ອັນ​ເກີດ​ຈາກ​ຂ່າວ​ປະ​ເສີດ​ນັ້ນ

28 ແລະ​ພວກ​ເຈົ້າ​ບໍ່​ຢ້ານ​ກົວ​ຜູ້​ທີ່​ຂັດ​ຂວາງ​ແຕ່​ປະ​ການ​ໃດ​ຈັກ​ເທື່ອ ເມື່ອ​ເປັນ​ດັ່ງ​ນີ້​ກໍ​ຈະ​ເປັນ​ຫລັ​ກ​ຖານ​ໃຫ້​ເຂົາ​ຮູ້​ຄັ​ກ​ວ່າ ເຂົາ​ຈະ​ເຖິງ​ຄວາມ​ຈິບ​ຫາຍ ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ​ກໍ​ຄົງ​ຈະ​ເຖິງ​ຄວາມ​ພົ້ນ ແລະ​ການ​ນັ້ນ​ກໍ​ເປັນ​ມາ​ຈາກ​ພຣະ​ເຈົ້າ

29 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງ​ຫ​ລາຍ​ເພາະ​ເຫັນ​ແກ່​ພຣະ​ຄຣິດ ບໍ່​ໃຊ່​ໃຫ້​ພວກ​ເຈົ້າ​ເຊື່ອ​ແຕ່​ໃນ​ພຣະ​ອົງ​ເທົ່າ​ນັ້ນ ແຕ່​ໃຫ້​ພວກ​ເຈົ້າ​ທົນ​ຄວາມ​ທຸກ​ເພາະ​ເຫັນ​ແກ່ພຣະ​ອົງ​ດ້ວຍ

30 ຄື​ໃຫ້​ເຈົ້າ​ທັງ​ຫ​ລາຍ​ຕໍ່​ສູ້​ຢ່າງ​ດຽວ​ກັບ​ທີ່​ພວກ​ເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່​ສູ້​ແລ້ວ​ນັ້ນ ແລະ​ຊຶ່ງ​ພວກ​ເຈົ້າ​ໄດ້​ຍິນ​ວ່າ​ເຮົາ​ກຳ​ລັງ​ຕໍ່​ສູ້​ຢູ່​ໃນ​ຂ​ນະ​ນີ້



2

1 ເຫດ​ສັນ​ນັ້ນ​ຖ້າ​ຊີ​ວິດ​ໃນ​ພຣະ​ຄຣິດ​ອຳ​ນວຍ​ການ​ຊູ​ກຳ​ລັງ​ໃຈ ຖ້າ​ມີ​ຄວາມ​ເລົ້າ​ໂລມ​ປະ​ການ​ໃດ​ໃນ​ຄ​ວາມ​ຮັກ ຖ້າ​ມີ​ສ່ວນ​ຮ່ວມ​ໃຈ​ກັບ​ພຣະ​ວິນ​ຍານ​ປະ​ການ​ໃດ ຖ້າ​ມີ​ຄວາມ​ເມດ​ຕາ​ເອັນ​ດູ​ປະ​ການ​ໃດ

2 ກໍ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ເຮັດ​ໃຫ້​ຄວາມ​ຍິນ​ດີ​ຂອງ​ເຮົາ​ຄົບ​ເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄຶດ​ຢ່າງ​ດຽວ​ກັນ ມີ​ຄວາມ​ຮັກ​ຢ່າງ​ດຽວ​ກັນ ມີໃຈ​ຮ່ວມ​ສາ​ມັກ​ຄີ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ

3 ຢ່າ​ເຮັດ​ສິ່ງ​ໃດ​ໃນ​ທາງ​ຊີງດີ​ຫລື​ຖື​ດີ​ກັນ ແຕ່​ຈົ່ງ​ຖ່ອມ​ໃຈ​ລົງ​ຖື​ວ່າ​ຄົນ​ອື່ນ​ດີກວ່າ​ຕົ​ນ

4 ຢ່າໃຫ້​ຜູ້​ໃດ​ເຫັນ​ແກ່​ປ​ໂຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ຈົ່ງ​ເຫັນ​ແກ່​ປ​ໂຍດ​ຂອງ​ຄົນ​ອື່ນ​ດ້ວຍ

5 ເຈົ້າ​ທັງ​ຫລາຍ​ຈົ່ງ​ມີ​ນ້ຳ​ໃຈ​ຕໍ່​ກັນ​ເຫມືອນ​ຢ່າງ​ທີ່​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ

6 ພຣະ​ອົງ​ຊົງ​ສະ​ພາບ​ຂອງ​ພຣະ​ເຈົ້າ ແຕ່​ບໍ່​ໄດ້​ຊົງ​ຖືວ່າ​ການ​ເທົ່າ​ທຽມ​ກັບ​ພຣະ​ເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງຍຶດ​ຫວງ​ໄວ້

7 ແຕ່​ໄດ້​ກັບ​ຊົງ​ຍອມ​ສ​ລະ ແລະ​ຊົງ​ຮັບ​ສະ​ພາບ​ຂ້ອຍ​ຂ້າ ຊົງ​ຖືກຳ​ເນີດ​ເປັນ​ມະ​ນຸດ

8 ແລະ​ເມື່​ອຊົງ​ປາ​ກົດ​ພຣະ​ອົງ​ໃນ​ສະ​ພາ​ບ​ມະ​ນຸດ​ແລ້ວ ພຣະ​ອົງ​ກໍ​ຊົງ​ຖ່ອມ​ພຣະ​ອົງ​ລົງ ຍອມ​ເຊື່ອ​ຟັງ​ຈົນ​ເຖິງ​ຄວາມ​ມໍ​ຣະ​ນາ ຄື​ເຖິງ​ຄວາມ​ມໍ​ຣະ​ນາ​ທີ່​ໄມ້​ກາງ​ແຂນ

9 ເຫດ​ສັນ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ໄດ້​ຊົງ​ຍົກ​ພຣະ​ອົງ​ຂຶ້ນ​ເຖິງ​ທີ່​ສູງ​ສຸດ ແລະ​ໄດ້​ຊົງ​ປະ​ທານ​ພຣະ​ນາມ​ນັ້ນ ຊຶ່ງ​ຢູ່​ເຫນືອ​ນາມ​ທັງ​ປວງ​ໃຫ້​ແກ່​ພຣະ​ອົງ

10 ເພື່ອ​ເພາະ​ພຣະ​ນາມນັ້ນ​ທຸ​ກຫົວ​ເຂົ່າ​ໃນ​ສວັນ ເທິງ​ແຜ່ນ​ດິນ​ໂລກ ແລະ​ໃຕ້​ພື້ນ​ດິນ​ກໍ​ດີ ຈະ​ໄດ້​ຄຸ​ເຂົ່າ​ລົງ​ຂາບ​ພຣະ​ເຢ​ຊູ

11 ເພື່ອ​ທຸກ​ລີ້ນ​ຈະ​ຍອມ​ຮັບ​ວ່າ “ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນອົງ​ພຣະ​ຜູ້​ເປັນ​ເຈົ້າ” ອັນ​ເປັນ​ການ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ບິ​ດາ​ເຈົ້າ

12 ເຫດ​ສັນ​ນີ້​ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຫມືອນ​ດັ່ງ​ເຈົ້າ​ທັງ​ຫລາຍ​ເຄີຍ​ເຊື່ອ​ຟັງ​ທຸກ​ເວ​ລາ​ສັນ​ໃດ ພວກ​ເຈົ້າ​ຈົ່ງ​ອົດ​ສາ​ພ​ຍາ​ຍາມ​ດ້ວຍ​ຄວາມ​ຢຳ​ເກງ​ແລະ​ຕົວ​ສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນ​ນັ້ນ ບໍ່​ໃຊ່​ຈຳ​ເພາະ​ເມື່ອ​ເຮົາ​ຢູ່​ນຳ​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອິກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ

13 ເພາະ​ວ່າແມ່ນ​ພຣະ​ເຈົ້າ​ເປັນ​ຜູ້​ຊົງ​ກະ​ທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງ​ຫລາຍ ໃຫ້​ມີ​ໃຈ​ປາ​ຖ​ນາ​ແລະ​ໃຫ້​ເຮັດ​ໄປ​ເພື່ອ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ

14 ຈົ່ງ​ເຮັດ​ທຸກ​ສິ່ງ​ໂດຍ​ບໍ່​ມີ​ການ​ຈົ່ມ​ແລະ​ຖົກ​ຖຽງ​ກັນ

15 ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ຖືກ​ຕິ​ຕຽນ​ແລະ​ບໍ່​ມີ​ຄວາມ​ຜິດ ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ບໍ່​ມີ​ຕຳ​ຫນີ​ໃນ​ຖ້າມ​ກາງ​ເຊື້ອ​ຊາດ​ອັນ​ຄົດ​ໂກງ​ແລະ​ຊົ່​ວ​ຊ້າ ເຈົ້າ​ທັງ​ຫລາຍ​ຈົ່ງ​ປາ​ກົດ​ໃນ​ຖ້າມ​ກາງ​ເຂົາ​ເຫມືອນ​ດັ່ງ​ດວງ​ສວ່າງ​ຕ່າງໆ​ທີ່​ສ່ອງ​ແຈ້ງ​ໃນ​ໂລກ

16 ຄື​ສະ​ແດງ​ພຣະ​ທັມ​ອັນ​ປະ​ກອບ​ດ້ວຍ​ຊີ​ວິດ ເພື່ອ​ເຮົາ​ຈະ​ມີ​ບ່ອນອວດ​ໄດ້​ໃນ​ວັນ​ຂອງ​ພຣະ​ຄຣິດ​ວ່າ ເຮົາ​ບໍ່​ໄດ້​ແລ່ນ​ແລະ​ບໍ່​ໄດ້​ເຮັດ​ການ​ຫນັກ​ຫນ່​ວງ​ເປັນ​ການ​ເສັຽ​ປ​ໂຍ​ດ

17 ເຖິງ​ແມ່ນ​ວ່າ​ເຮົາ​ຕ້ອງ​ຖືກ​ຖ​ອກ​ລົງ​ໃຫ້​ຄົບ​ເຄື່ອງ​ບູ​ຊາ ຊຶ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ຖວາຍ​ດ້ວຍ​ຄວາມ​ເຊື່ອ​ນັ້ນ ເຮົາ​ກໍ​ຍິນ​ດີ​ແລະ​ຊື່ນ​ຊົມ​ຍິນ​ດີ​ຮ່ວມ​ກັບ​ເຈົ້າ​ທັງ​ປວງ

18 ຊຶ່ງ​ເຈົ້າ​ທັງ​ຫລາຍ​ກໍ​ຄວນ​ຈະ​ຍິນ​ດີ​ດ້ວຍ​ກັນ​ກັບ​ເຮົາ ແລະ​ຊື່ນ​ຊົມ​ດ້ວຍ​ຢ່າງ​ດຽວ​ກັນ

19 ເຮົາ​ຫວັງ​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ວ່າ ໃນ​ບໍ່​ຊ້າ​ນີ້​ເຮົາ​ຈະ​ໃຫ້​ຕີ​ໂມ​ທຽວ​ໄປ​ຫາ​ພວກ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊູ​ໃຈ​ເມື່ອ​ໄດ້​ຮັບ​ຂ່າວ​ຂອງ​ເຈົ້າ​ທັງ​ຫລາຍ

20 ເຮົາ​ບໍ່​ມີຜູ້ໃດ​ທີ່​ມີ​ນ້ຳ​ໃຈ​ເຫມືອນ​ຕີ​ໂມ​ທຽວ ຜູ້​ເປັນ​ຄົນ​ເອົາ​ໃຈ​ໃສ່​ໃນ​ຄວາມ​ສຸກ​ທຸກ​ຂອງ​ພວກ​ເຈົ້າ​ໂດຍ​ແທ້

21 ເພາະ​ວ່າ​ຄົນ​ອື່ນໆ​ຍ່ອມ​ສ​ແວງ​ຫາ​ຜົນ​ປ​ໂຍດ​ສ່ວນ​ຕົວ ບໍ່​ສ​ແວງ​ຫາ​ປ​ໂຍດ​ຂອງ​ພຣະ​ເຢ​ຊູ​ຄຣິດ

22 ແຕ່​ເຈົ້າ​ທັງ​ຫລາຍ​ກໍ​ຮູ້​ເຖິງ​ຄຸ​ນ​ຄ່າ​ຂອງ​ຕີ​ໂມ​ທຽວ​ດີ​ແລ້ວ​ວ່າ ທ່ານ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ເຮົາ​ໃນ​ການ​ປະ​ຕິ​ບັດ​ຂ່າວ​ປະ​ເສີດ​ເຫມືອນ​ລູກ​ຮັບ​ໃຊ້​ພໍ່

23 ເຫດ​ສັນ​ນັ້ນ​ເມື່ອ​ພໍ​ຈະ​ເຫັນ​ໄດ້​ວ່າ ມີ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ ເຮົາ​ຫວັງ​ໃຈ​ວ່າ​ເມື່ອ​ນັ້ນ​ຈະ​ໃຊ້​ທ່ານ​ໄປ​ໂລດ

24 ແລະ​ເຮົາ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃນ​ບໍ່​ຊ້າ​ນີ້​ເຮົາ​ເອງ​ຈະ​ມາ​ຫາ​ພວກ​ເຈົ້າ​ເຫມືອນ​ກັນ

25 ເຮົາ​ຄຶດ​ເຫັນ​ວ່າ ຈຳ​ເປັນ​ຕ້ອງ​ໃຫ້​ເອ​ປາ​ໂຟ​ດີ​ໂຕ ນ້ອງ​ຊາຍ​ຂອງ​ເຮົາ​ກັບ​ຄື​ນໄປ​ຫາ​ເຈົ້າ​ທັງຫລາຍ ທ່ານ​ຜູ້​ນີ້​ເປັນ​ເພື່ອນ​ຣ່ວມງານ​ແລະ​ເພື່ອນ​ທະ​ຫານ​ດ້ວຍ​ກັນ​ກັ​ບເຮົາ ແລະ​ເປັນ​ຜູ້​ຮັບໃຊ້​ທີ​ພວກ​ເຈົ້າ​ໃຫ້​ມາ​ບົວ​ຣະ​ບັດ​ເຮົາ​ໃນ​ຍາມ​ຂັດ​ສົນ

26 ດ້ວຍວ່າ​ທ່ານເປັນ​ຫ່ວງ​ຄຶດ​ເຖິງ​ພວກ​ເຈົ້າ​ຫລາຍ ແລະ​ເນື່ອງ​ຈາກ​ພວກ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ທ່ານ​ບໍ່​ສະ​ບາຍ​ນັ້ນ ທ່ານ​ກໍ​ທຸກ​ໃຈ

27 ຄວາມ​ຈິງ ທ່ານກໍ​ບໍ່​ສະບາຍ​ແລະ​ເກືອບ​ຕາຍ​ໄປ​ແທ້ ແຕ່​ພຣະ​ເຈົ້າ​ຊົງ​ພຣະ​ກະ​ຣຸ​ນາ​ໂຜດ​ເອົາ​ທ່ານໄວ້ ແລະ​ບໍ່​ແມ່ນ​ຊົງ​ໂຜດ​ແຕ່​ເພີ່ນຄົນ​ດຽວ ແຕ່​ຊົງ​ໂຜດ​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນ​ທຸກ

28 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ຟ້າວ​ໃຊ້​ທ່ານ​ໄປ ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ຄວາມ​ຍິນ​ດີ​ເມືອ​ໄດ້​ເຫັນ​ທ່ານ​ອີກ ແລະ​ຄວາມ​ທຸກ​ຂອງ​ເຮົາ​ກໍ​ຈະ​ໄດ້​ເບົາ​ບາງ​ລົງ

29 ເຫດ​ສັນ​ນັ້ນ​ຈົ່ງ​ຕ້ອນ​ຮັບ​ທ່ານ​ໄວ້​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ເຕັມ​ໃຈ​ຍິນ​ດີ ແລະ​ຈົ່ງ​ນັບ​ຖື​ທຸກ​ຄົນ​ທີ່​ເປັນ​ຄົນ​ຢ່າງ​ດຽວ​ກັບ​ທ່ານ

30 ເພາະ​ທ່ານ​ເກືອບ​ຈະ​ສີ້ນ​ຊີ​ວິດ​ເສັຽ​ເນື່ອງ​ຈາກ​ການ​ປະ​ຕິ​ບັດ​ງານ​ຂອງ​ພຣະ​ຄຣິດ ຄື​ທ່ານໄດ້​ສ່ຽງ​ຊີ​ວິດ​ຂອງ​ຕົນ ເພື່ອ​ການ​ປະ​ຕິ​ບັດ​ທີ່​ບົກ​ພ່ອງ​ຂອງ​ພວກ​ເຈົ້າ​ຕໍ່​ເຮົາ​ນັ້ນ​ຈະ​ໄດ້​ເຕັມ​ບໍ​ຣິ​ບູນ



3

1 ສຸ​ດ​ທ້າຍ​ນີ້ ຂໍ​ໃຫ້​ພວກ​ພີ່​ນ້ອງຂອງ​ເຮົາ​ຊົມ​ຊື່ນ​ຍິນ​ດີ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ ການ​ທີ່​ເຮົາ​ຂຽນ​ຊ້ຳ​ຂໍ້​ຄວາມ​ເຫລົ່າ​ນີ້​ເຖິງ​ເຈົ້າ​ທັງ​ຫລາຍ ກໍ​ບໍ່​ເປັນ​ການ​ລຳ​ບາ​ກແກ່​ເຮົາ​ດອກ ແຕ່​ເປັນ​ການປອດ​ພັຍ​ແກ່​ພວກ​ເຈົ້າ

2 ຈົ່ງ​ລະ​ວັງ​ພວກ​ຫມາ ຈົ່ງ​ລະ​ວັງ​ພວກ​ຄົນ​ທີ່​ເຮັດ​ການ​ຊົ່ວ ຈົ່ງ​ລະ​ວັງ​ພວກ​ຖື​ການ​ປາດ​ເນື້ອ​ເຖືອ​ຫນັງ

3 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ພວກ​ທີ່​ຖື​ພິ​ທີ​ຕັດ​ແທ້ ເປັນ​ຜູ້​ນະ​ມັ​ສ​ການ​ພຣະ​ເຈົ້າ​ດ້ວຍ​ຈິດ​ວິນ​ຍານ ແລະ​ເອົາ​ພຣະ​ເຢ​ຊູ​ຄຣິດ​ມາ​ອວດ ແລະ​ບໍ່​ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ

4 ເຖິງ​ແມ່ນ​ວ່າ​ເຮົາ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະ​ນຸດ​ກໍ​ຕາມ ຖ້າ​ຄົນ​ອື່ນ​ນຶກວ່າຕົນ​ມີ​ເຫດທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະ​ນຸດ​ນັ້ນ ເຮົາ​ກໍ​ມີ​ຫລາຍກວ່າ​ເຂົາ​ອີກ

5 ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິ​ທີ​ຕັດ ເຮົາ​ເປັນຊາດ​ອິ​ສ​ຣາ​ເອນ ແຕ່​ຕະ​ກູນ​ເບັນ​ຢາ​ມີນ ເປັນ​ຄົນ​ເຮັບ​ເຣີ ເກີດ​ຈາກ​ຊາວ​ເຮັບ​ເຣີ ໃນ​ດ້ານພຣະ​ບັນ​ຍັດ​ເຮົາ​ກໍ​ຢູ່​ໃນ​ຄ​ນະ​ຟາ​ຣິ​ຊາຍ

6 ໃນ​ດ້ານ​ໃຈ​ຮ້ອນ​ຮົນ​ເຮົາ​ກໍ​ໄດ້​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ ໃນ​ດ້ານ​ຄວາມ​ຊອບ​ທັມ​ຊຶ່ງ​ມີ​ຢູ່​ໂດຍ​ພຣະ​ບັນ​ຍັດ ເຮົາ​ກໍ​ບໍ່​ມີທີ່​ຕິ​ຕຽນ​ໄດ້

7 ແຕ່​ວ່າ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ປ​ໂຍດ​ແກ່​ເຮົາ ເຮົາ​ຖື​ສິ່ງ​ນັ້ນ​ວ່າ​ເປັນ​ອັນ​ໄຮ້​ປ​ໂຍດ​ແກ່​ເຮົາ​ແລ້ວ ເພາະ​ເຫັນ​ແກ່​ພຣະ​ຄຣິດ

8 ທີ່​ຈິງ, ຮົາ​ຖື​ວ່າສິ່ງ​ສາ​ຣະ​ພັດ​ເປັນ​ຂອ​ງໄຮ້​ປ​ໂຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ເຫລືອ​ລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ເພາະ​ເຫດ​ພຣະ​ອົງ​ນັ້ນ, ເຮົາ​ຈຶ່ງ​ໄດ້​ຍອມ​ສ​ລະ​ສິ່ງ​ສາ​ຣະ​ພັດ ແລະ​ຖື​ວ່າ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ເຫມືອນ​ຂີ້​ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະ​ຄຣິດ​ມາ​ເປັນ​ປ​ໂຍດ​ແກ່​ເຮົາ

9 ແລະ​ຈະ​ໄດ້​ປາ​ກົດ​ຢູ່​ໃນ​ພຣະ​ອົງ​ໂດຍ​ບໍ່​ມີ​ຄວາມ​ຊອບ​ທັມ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ພຣະ​ບັນ​ຍັດ ແຕ່​ມີ​ມາ​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ເປັນ​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ອາ​ສັຍ​ຄວາມ​ເຊື່ອ

10 ເຮົາ​ຕ້ອງ​ການ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ​ຮູ້​ຈັກ​ຣິດ​ອຳ​ນາດ​ອັນ​ປາ​ກົດ​ໃນ​ການ​ທີ່​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະ​ອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເຫມືອນ​ຢ່າງ​ພຣະ​ອົງ

11 ເພື່ອ​ຖ້າ​ເປັນ​ໄປ​ໄດ້ ເຮົາ​ກໍ​ຈະ​ໄດ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ​ດ້ວຍ

12 ບໍ່​ໃຊ່​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ຫລື​ວ່າ​ເຖິງທີ່​ສຳ​ເຣັດ​ແລ້ວ ແຕ່​ເຮົາ​ກຳ​ລັງ​ບາກ​ບັ່ນ​ມຸ້ງ​ຫນ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ເອົາ​ເປັນ​ຂອງ​ຕົນເຫມືອນ​ດັ່ງ​ພຣະ​ເຢຊູ​ຄຣິດ​ໄດ້​ຊົງ​ຮັບ​ເຮົາ​ໄວ້​ເປັນ​ຂອງ​ພຣະ​ອົງ​ແລ້ວ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ບໍ່​ຖື​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ແຕ່​ເຮົາ​ເຮັດ​ຢ່າງ​ນຶ່ງ ຄື​ລືມ​ສິ່ງ​ເຫລົ່າ​ນັ້ນ​ທີ່​ຜ່ານ​ພົ້ນ​ໄປ​ແລ້ວ​ເສັຽ ແລະ​ໂນ້ມ​ຕົວ​ອອກ​ໄປ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ຢູ່​ເບື້ອງ​ຫນ້າ

14 ເຮົາ​ກຳ​ລັງ​ບາກ​ບັ່ນ​ມຸ້ງ​ຫນ້າ​ໄປ​ສູ່ຫລັກ​ຊັຍ​ເພື່ອ​ຈະ​ໄດ້​ຮັບ​ຮາງວັນ ຄື​ຊີວິດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະ​ເຢ​ຊູ​ຄຣິດ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ

15 ເຮົາ​ທັງ​ປວງ​ຊຶ່ງ​ເປັນ​ຜູ້​ໃຫຍ່​ຖ້ວນ​ແລ້ວ ຄວນ​ຄຶດ​ຢ່າງ​ນັ້ນ ແລະ​ຖ້າ​ເຈົ້າ​ທັງ​ຫລາຍ​ຄຶດ​ຢ່າງ​ອື່ນພຣະ​ເຈົ້າ​ກໍ​ຈະ​ຊົງ​ສະ​ແດງ​ສິ່ງ​ນັ້ນ​ແກ່ພວກ​ເຈົ້າ​ດ້ວຍ

16 ແຕ່ພວກ​ເຮົາ​ເຖິງ​ຍ່ານ​ໃດ​ແລ້ວ ກໍ​ໃຫ້​ພວກ​ເຮົາ​ດຳ​ເນີນ​ຊື່​ໄປ​ຕາມ​ນັ້ນ

17 ພີ່​ນ້ອງ​ທັງ​ຫລາ​ຍ​ເອີຍ, ຈົ່ງ​ພາ​ກັນ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ແລະ​ຄອຍ​ເບິ່ງ​ຄົນ​ເຫລົ່າ​ນັ້ນ​ທີ່​ເຮັດ​ຕາມ​ແບບ​ດຽວ​ກັນ ເຫມືອນ​ດັ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ເອົາ​ພວກ​ເຮົາ​ເປັນ​ຕົວ​ຢ່າງ​ແລ້ວ

18 ເພາະ​ວ່າ​ມີ​ຫລາຍ​ຄົນ​ທີ່ດໍາເນີນ​ຊີ​ວິດ​ເປັນ​ສັດ​ຕຣູ​ຕໍ່​ໄມ້​ກາງ​ແຂນ​ຂອງ​ພຣະ​ຄຣິດ ຊຶ່ງ​ເຮົາ​ໄດ້​ບອກ​ເຣື່ອງ​ນີ້​ແກ່​ພວກ​ເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດ​ນີ້​ຍັງ​ບອກ​ເຈົ້າ​ອີກ​ດ້ວຍ​ນ້ຳ​ຕາ​ໄຫລ

19 ປາຍ​ທາງ​ຂອງ​ຄົນ​ເຫລົ່າ​ນັ້ນ​ຄື​ຄວາມ​ຈິບ​ຫາຍ ພຣະ​ຂອງ​ເຂົາ​ກໍ​ຄື​ທ້ອງ​ເຂົາ​ເອງ ເຂົາ​ຍົກ​ເອົາ​ການ​ທີ່​ຫນ້າ​ອັບ​ອາຍ​ຂຶ້ນ​ມາ​ໂອ້ອວດ ເຂົາ​ສົນ​ໃຈ​ໃນ​ວັດ​ຖຸ​ຝ່າຍ​ໂລກ

20 ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງ​ຫລາຍ​ນັ້ນ​ຢູ່​ໃນ​ສວັນ ພວກ​ເຮົາ​ລໍ​ຄອຍ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ ຊຶ່ງ​ຈະ​ສະ​ເດັດ​ມາ​ຈາກ​ສວັນ ຄື​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

21 ພຣະ​ອົງ​ຈະ​ຊົງ​ປ່ຽນ​ແປງ​ຮ່າງ​ກາຍ​ອັນ​ຕ່ຳ​ຕ້ອຍ​ຂອງ​ພວກ​ເຮົາ ໃຫ້​ເປັນ​ເຫມືອນ​ພຣະ​ກາຍ​ອັນ​ຊົງ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ດ້ວຍ​ຣິດ​ທາ​ນຸ​ພາບ​ຊຶ່ງ​ເຮັດ​ໃຫ້​ພຣະ​ອົງ​ຊົງ​ປາບ​ສາ​ຣະ​ພັດ​ລົງ​ໃຕ້​ບັງ​ຄັບ​ຂອງ​ພຣະ​ອົງ



4

1 ເຫດ​ສັນ​ນັ້ນ​ພວກ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ ຜູ້​ເປັນ​ທີ່​ປາ​ຖ​ນາ ເປັ​ນ​ທີ່​ຍິນ​ດີ ແລະ​ເປັນ​ພວງ​ມາ​ລັຍ​ຂອງ​ເຮົາ ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

2 ເຮົາ​ຂໍ​ເຕືອນ​ນາງ​ຢູ​ໂອ​ເດັຽ ແລະ​ຂໍ​ເຕືອນ​ນາງ​ຊິນ​ຕີ​ເຂ ໃຫ້​ມີ​ໃຈ​ປອງດອງ​ກັນ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

3 ເຮົາ​ຂໍ​ຮ້ອງ​ເຈົ້າ​ຜູ້​ເປັນ​ເພື່ອນ​ຮ່ວມ​ງານ​ຝ່າ​ຍ​ຂ່າວ​ປະ​ເສີດ​ກັບ​ເຮົາ ແລະ​ກະ​ເລ​ເມ​ພ້ອມ​ກັ​ບ​ຄົນ​ອື່ນ​ທີ່​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ເຮົາ ຊຶ່ງ​ຊື່​ຂອງ​ເຂົາ​ທັງ​ຫລາຍ​ນັ້ນ​ມີ​ຢູ່​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ​ແລ້ວ

4 ຈົ່ງ​​ຊົມຊື່ນ​ຍິນ​ດີ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ເວ​ລາ ເຮົາ​ຂໍ​ຢ້ຳ​ອີກວ່າ ຈົ່ງ​ຊົມ​ຊື່ນ​ຍິນດີເທີນ

5 ຈົ່ງ​ໃຫ້​ໃຈ​ອ່ອນ​ສຸ​ພາບ​ຂອ​ງ​ເຈົ້າ​ທັງ​ຫລາຍ​ປາ​ກົດ​ແກ່​ຄົນ​ທັງ​ປວງ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ໃກ້​ແລ້ວ

6 ຢ່າ​ທຸກ​ຮ້ອນ​ໃຈ​ດ້ວຍ​ສິ່ງ​ໃດ​ເລີຍ ແຕ່​ຈົ່ງ​ທູນ​ເຣື່ອງ​ຄວາມ​ປາ​ຖ​ນາ​ຂອງ​ພວກ​ເຈົ້າ​ທຸກ​ຢ່າງ​ຕໍ່​ພຣະ​ເຈົ້າ ດ້ວຍ​ການ​ໄຫວ້ວອນ ແລະ​ການ​ອ້ອນວອນ​ຂໍ ພ້ອມ​ກັບ​ການ​ຂອບ​ພຣະ​ຄຸນ

7 ແລ້ວ​ສັນ​ຕິ​ສຸກ​ອັນ​ມາ​ແຕ່​ພຣະ​ເຈົ້າ​ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ ຈະ​ເຝົ້າ​ຮັກ​ສາ​ຈິດ​ໃຈ​ແລະ​ຄວາມ​ຄຶດ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ໃນ​ພຣະ​ເຢ​ຊູ​ຄຣິດ

8 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ໃນ​ທີ່​ສຸດ​ນີ້, ສິ່ງ​ທີ່​ສັດ​ຈີງ ສິ່ງ​ໃດ​ທີ່​ຫນ້າ​ນັບ​ຖື ສິ່ງ​ໃດ​ທີ່​ຍຸດ​ຕິ​ທັມ ສິ່ງ​ໃດທີ່​ບໍ​ຣິ​ສຸດ ສິ່ງ​ທີ່​ຫນ້າ​ຮັກ ສິ່ງ​ໃດ​ທີ່​ຫນ້າ​ຍີນ​ດີ ສິ່ງ​ທີ່​ລ້ຳ​ເລີດ ແລະ​ຖ້າ​ມີ​ສິ່ງ​ໃດ​ທີ່​ຄວນ​ແກ່​ການ​ສັຣ​ເສີນ ຈົ່ງ​ພິ​ຈາ​ຣະ​ນາ​ເຖິງ​ສິ່ງ​ເຫລົ່າ​ນັ້ນ

9 ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ຮູ້ ໄດ້​ຮັບ​ໄວ້ ໄດ້​ຍິນ ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະ​ເຈົ້າ​ຜູ້​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ຈະ​ຊົງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ

10 ເຮົາ​ມີ​ໃຈ​ຊົມ​ຊື່ນ​ຍິນ​ດີ​ຫລວງ​ຫລາຍ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ໃນ​ທີ່​ສຸດ​ນີ້ ພວກ​ເຈົ້າ​ໄດ້​ຫວນ​ລະ​ນຶກ​ເຖິງ​ເຮົາ​ອີກ ຄວາມ​ຈິງ, ເຈົ້າ​ທັງ​ຫ​ລາຍ​ກໍ​ເຄີຍ​ຄຶດ​ເຖິງ​ເຮົາ​ຢູ່ ແຕ່​ຍັງ​ບໍ່​ມີ​ໂອ​ກາດ​ທີ່​ຈະ​ສະ​ແດງ

11 ເຮົາ​ບໍ່​ໄດ້​ຈົ່ມ​ເຖິງ​ເຣື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖາ​ນະ​ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ຮຽນ​ຮູ້​ແລ້ວ​ທີ່​ຈະ​ພໍ​ໃຈ​ຢູ່​ຢ່າງ​ນັ້ນ

12 ເຮົາ​ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ການ​ຕົກ​ຕ່ຳ ແລະ​ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ຄວາມ​ອຸ​ດົມ​ສົມ​ບູນ ບໍ່​ວ່າ​ໃນ​ກໍ​ຣະ​ນີ​ໃດໆ​ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ແງ່​ຄວາມ​ລັບ​ທີ່​ຈະ​ປະ​ສົບ​ກັບ​ຄວາມ​ອີ່​ມທ້ອງ​ແລະ​ຄວາ​ມອຶດ​ຢາກ ຄວາມ​ສົມ​ບູນ​ພູນ​ສຸກ​ແລະ​ຄວາມ​ຂັດ​ສົນ

13 ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງຊູ​ກຳ​ລັງ​ເຮົາ

14 ເຖິງ​ປານ​ນັ້ນ​ກໍ​ເປັນ​ຄວາມ​ກະ​ຣຸ​ນາ​ຂອງ​ເຈົ້າ​ທັງ​ຫລາຍ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ

15 ແຕ່​ພວກ​ເຈົ້າ ຊາວ​ຟີ​ລິບ​ປອຍ, ກໍ​ຊາບ​ແລ້ວ​ວ່າ​ ໃນ​ຂັ້ນ​ຕົ້ນ​ຂອງ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ນັ້ນ ແມ່ນ​ຕອນ​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາ​ເກ​ໂດ​ເນັຽ​ໄປ ບໍ່​ມີ​ຄ​ຣິ​ສ​ຕະ​ຈັກ​ໃດ​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ເຮົາ​ໃນ​ຣາຍ​ໄດ້​ຣາຍ​ຈ່າຍ ນອກ​ຈາກ​ພວກ​ເຈົ້າ​ພວກ​ດຽວ​ເທົ່າ​ນັ້ນ

16 ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທ​ຊະ​ໂລ​ນິກ ພວກ​ເຈົ້າ​ໄດ້​ຝາກ​ຂອງ​ມາ​ຊ່ອຍ​ເຮົາ​ກວ່າ​ເທື່ອ​ນຶ່ງ

17 ບໍ່​ໃຊ່​ວ່າ​ເຮົາ​ປາ​ຖ​ນາ​ຈະ​ໄດ້​ຮັບ​ຂອງ​ທ່ານ​ຈາກ​ເຈົ້າ​ທັງ​ຫລາຍ ແຕ່​ເຮົາ​ປາ​ຖ​ນາ​ຢາ​ກ​ໃຫ້​ພວກ​ເຈົ້າ​ໄດ້​ຜົນ​ກຳ​ໄລ​ເພີ້ມ​ຂຶ້ນ​ໃນ​ບັນ​ຊີ​ຂອງ​ພ​ວກ​ເຈົ້າ

18 ເຮົາ​ໄດ້​ຮັບ​ຄົບ​ຈຳ​ນວນ ແລະ​ມີ​ບໍ​ຣິ​ບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມ​ຢູ່​ເພາະ​ໄດ້​ຮັບ​ຂອງ​ຈາກ​ເອ​ປາ​ໂຟ​ດີ​ໂຕ ຊຶ່ງ​ເຈົ້າ​ທັງ​ຫລາຍ​ສົ່ງ​ໄປ​ໃຫ້​ເປັນ​ຂອງ​ທານ​ທີ່​ມີ​ກິ່ນ​ຫອມ​ຫວານ ເປັນ​ເຄື່ອງ​ບູ​ຊາ​ທີ່​ຊົງ​ໂຜດ​ຮັບ​ແລະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ

19 ແລະ​ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ຊົງ​ໂຜດ​ປະ​ທານ​ສາ​ຣະ​ພັດ​ທີ່​ພວກ​ເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ໃນ​ພຣະ​ເຢ​ຊູ​ຄຣິດ

20 ຂໍ​ໃຫ້​ພຣະ​ກຽດ​ຕິ​ຍົດ​ຈົ່ງມີ​ແກ່​ພຣະ​ເຈົ້າ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

21 ເຮົາ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ໃນ​ພຣະ​ເຢ​ຊູ​ຄຣິດ ພີ່​ນ້ອງ​ທັງ​ຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍດ້​ວຍ

22 ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ ກໍ​ຝາ​ກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ເປັນ​ຕົ້ນ​ວ່າ​ພວກ​ທີ່​ຢູ່​ໃນ​ພຣະ​ຣາຊວັງ​ຂອງ​ກາຍ​ຊາ

23 ຂໍໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ​ເທີນ



AMAZING GRACE BIBLE INSTITUTE