2 John 2 ໂຢຮັນ11 ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານຍິງທີ່ຊົງເລືອກໄວ້ກັບບັນດາລູກຂອງທ່ານ ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ ບໍ່ແມ່ນແຕ່ຂ້າພະເຈົ້າຜູ້ດຽວ ແຕ່ຄົນທັງປວງທີ່ຮູ້ຈັກຄວາມຈິງກໍຮັກເຫມືອນກັນ2 ຍ້ອນຄວາມຈິງທີ່ຕັ້ງຢູ່ໃນເຮົາທັງຫລາຍ ແລະຊຶ່ງຈະດຳຣົງຢູ່ກັບພວກເຮົາສືບໆໄປເປັນນິດ 3 ພຣະຄຸນ, ພຣະເມດຕາ, ແລະສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະຈາກພຣະເຢຊູຄຣິດພຣະບຸດຂອງພຣະບິດານັ້ນ ຈະສະຖິດຢູ່ກັບພວກເຮົາທັງຫລາຍໃນຄວາມຈິງແລະໃນຄວາມຮັກ 4 ຂ້າພະເຈົ້າໄດ້ມີຄວາມຍິນດີຫລວງຫລາຍ ເພາະໄດ້ພົບລູກຂອງທ່ານລາງຄົນດຳເນີນຊີວິດຕາມຄວາມຈິງ ຕາມທີ່ເຮົາທັງຫລາຍໄດ້ຮັບຂໍ້ບັນຍັດຈາກພຣະບິດາ 5 ທ່ານຍິງເອີຍ, ຂ້າພະເຈົ້າຂໍເຊີນທ່ານໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ ບໍ່ແມ່ນເຫມືອນກັບວ່າເຮົາໄດ້ຂຽນຂໍ້ບັນຍັດໃຫມ່ມາຍັງທ່ານ ແຕ່ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ມີມາແລ້ວຕັ້ງແຕ່ເດີມ 6 ນີ້ແຫລະ, ເປັນຄວາມຮັກ ຄືໃຫ້ເຮົາທັງຫລາຍປະຕິບັດຕາມບັນດາຂໍ້ບັນຍັດຂອງພຣະອົງ ນີ້ແຫລະ, ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ຍິນໄດ້ຟັງຕັ້ງແຕ່ຕົ້ນເດີມນັ້ນ ເພື່ອພວກທ່ານຈະໄດ້ປະຕິບັດຕາມ 7 ເພາະວ່າມີຜູ້ຫລອກລວງເປັນຈຳນວນຫລາຍໄດ້ອອກໄປໃນໂລກ ຄົນເຫລົ່ານີ້ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ ຄົນນັ້ນແຫລະ, ເປັນຜູ້ຫລອກລວງແລະເປັນຜູ້ຕໍ່ສູ້ພຣະຄຣິດ 8 ທ່ານທັງຫລາຍຈົ່ງລະວັງຕົວໃຫ້ດີ ເພື່ອພວກທ່ານຈະບໍ່ເສັຽຜົນປໂຍດໃນການເຮັດຂອງຕົນ ແຕ່ເພື່ອພວກທ່ານຈະໄດ້ຮັບບຳເຫນັດເຕັມສ່ວນ 9 ຜູ້ໃດລ່ວງເກີນແລະບໍ່ດຳຣົງຢູ່ໃນພຣະໂອວາດຂອງພຣະຄຣິດຜູ້ນັ້ນກໍບໍ່ມີພຣະເຈົ້າ ຜູ້ໃດດຳຣົງຢູ່ໃນພຣະໂອວາດນີ້ ຜູ້ນັ້ນແຫລະ, ທັງມີພຣະບິດາແລະມີພຣະບຸດ 10 ຖ້າຜູ້ໃດມາຫາພວກທ່ານແລະບໍ່ນັບຖືພຣະໂອວາດນີ້ມານຳ ຢ່າຮັບຜູ້ນັ້ນໄວ້ໃນເຮືອນ ແລະຢ່າສະແດງຄວາມຄຳນັບຕໍ່ຜູ້ນັ້ນ 11 ເພາະວ່າຜູ້ທີ່ສະແດງຄວາມຄຳນັບຕໍ່ເຂົາ ກໍເຂົ້າສ່ວນໃນການຊົ່ວຂອງເຂົາ 12 ຂ້າພະເຈົ້າຍັງມີຂໍ້ຄວາມອີກຫລາຍຂໍ້ທີ່ຈະຂຽນເຖິງທ່ານທັງຫລາຍ ແຕ່ກໍບໍ່ຢາກໃຊ້ເຈັ້ຽແລະນ້ຳຫມຶກຂຽນ ແຕ່ຂ້າພະເຈົ້າຫວັງວ່າຈະມາຫາພວກທ່ານແລະສົນທະນາກັນປາກຕໍ່ປາກ ເພື່ອຄວາມຍິນດີຂອງພວກເຮົາຈະໄດ້ຄົບເຕັມ 13 ບັນດາລູກນ້ອງສາວຂອງທ່ານທີ່ຊົງເລືອກໄວ້ນັ້ນ ກໍຝາກຄວາມຄຶດເຖິງມາຍັງທ່ານ |