2 Corinthians 2 ໂກຣິນໂທ11 ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດຕາມນ້ຳພຣະທັຍຂອງພຣະເຈົ້າ ແລະຕີໂມທຽວພີ່ນ້ອງຂອງເຮົາເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ ກັບໄພ່ພົນທັງປວງຂອງພຣະເຈົ້າທີ່ຢູ່ທົ່ວແຂວງອະຂາຢາ2 ຂໍຂອບພຣະຄຸນແລະສັນຕິສຸກທີ່ມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າຈົ່ງມີແກ່ເຈົ້າທັງຫລາຍເທີນໂປໂລໂມທະນາພຣະຄຸນພຣະເຈົ້າ 3 ຈົ່ງສັຣເສີນພຣະເຈົ້າຄືພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາຜູ້ຊົງຄວາມເມດຕາ ແລະພຣະເຈົ້າຜູ້ຊົງເລົ້າໂລມໃຈທຸກຢ່າງ 4 ພຣະອົງຊົງເລົ້າໂລມໃຈເຮົາໃນການທຸກລຳບາກທຸກຢ່າງຂອງເຮົາ ເພື່ອເຮົາຈະສາມາດໄດ້ເລົ້າໂລມໃຈຄົນເຫລົ່ານັ້ນ ທີ່ມີຄວາມທຸກລຳບາກຢ່າງໃດຢ່າງນຶ່ງ ດ້ວຍຄວາມເລົ້າໂລມໃຈທີ່ເຮົາເອງໄດ້ຣັບມາຈາກພຣະເຈົ້າ 5 ເພາະວ່າເຮົາມີສ່ວນທົນທຸກກັບພຣະຄຣິດຫລາຍເຫລືອລົ້ນສັນໃດ ຄວາມເລົ້າໂລມໃຈຂອງເຮົາເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນສັນນັ້ນ 6 ທີ່ເຮົາທົນຄວາມທຸກລຳບາກນັ້ນ ກໍເພື່ອໃຫ້ເຈົ້າທັງຫລາຍໄດ້ຮັບຄວາມເລົ້າໂລມໃຈແລະຄວາມພົ້ນ ແລະທີ່ເຮົາໄດ້ຮັບຄວາມເລົ້າໂລມໃຈທີ່ຈະໃຫ້ເຈົ້າທັງຫລາຍພຽນສູ້ທົນເອົາຄວາມທຸກ ເຫມືອນຢ່າງເຮົາສູ້ທົນຢູ່ນັ້ນ 7 ເຮົາຈຶ່ງມີຄວາມຫວັງແນ່ນອນໃຈໃນເຈົ້າທັງຫລາຍ ເພາະເຮົາຮູ້ວ່າພວກເຈົ້າໄດ້ມີສ່ວນໃນຄວາມທຸກສັນໃດ ເຈົ້າທັງຫລາຍຈະໄດ້ມີສ່ວນໃນຄວາມເລົ້າໂລມໃຈຂອງເຮົາສັນນັ້ນ 8 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ເຈົ້າທັງຫລາຍຮູ້ເຖິງຄວາມທຸກລຳບາກທີ່ເກີດຂຶ້ນແກ່ເຮົາໃນແຂວງອາເຊັຽ ຊຶ່ງເຮັດໃຫ້ເຮົາຫນັກໃຈເຫລືອກຳລັງ ຈົນເຮົາຫມົດຫວັງທີ່ຈະເອົາຊີວິດພົ້ນໄດ້ 9 ທີ່ຈິງ, ເຮົາຄາດວ່າເຮົາໄດ້ຖືກໂທດປະຫານຊີວິດແລ້ວ ແຕ່ທີ່ເປັນດັ່ງນັ້ນ ກໍເພື່ອບໍ່ໃຫ້ເຮົາໄວ້ໃຈໃນຕົນເອງ ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງບັນດານໃຫ້ຄົນທັງປວງຄືນມາຈາກຕາຍ 10 ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍຣະນະພັຍ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ 11 ຂໍໃຫ້ເຈົ້າທັງຫລາຍຮ່ວມກັນຊ່ອຍໃນການອ້ອນວອນສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ຂອບພຣະຄຸນຍ້ອນເຮົາ ເນື່ອງຈາກພຣະຄຸນທີ່ຊົງປະທານແກ່ເຮົາ ອັນເປັນການຊົງຕອບສນອງຕໍ່ຄຳອ້ອນວອນຂອງຄົນຈຳນວນຫລາຍ 12 ນີ້ເປັນສິ່ງເຮົາອວດອ້າງໄດ້ ຄືວ່າໃຈສຳນຶກຜິດແລະຊອບຂອງເຮົາເປັນພຍານວ່າເຮົາໄດ້ສະແດງຕົວຢ່າງແຈ່ມແຈ້ງແກ່ໂລກ ແລະຫລາຍກວ່ານັ້ນກໍຄືສະແດງຕໍ່ຫນ້າເຈົ້າທັງຫລາຍ ດ້ວຍນ້ຳໃຈບໍຣິສຸດແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ແລະບໍ່ໃຊ່ຕາມປັນຍາຂອງໂລກ ແຕ່ຕາມພຣະຄຸນຊຶ່ງພຣະເຈົ້າໄດ້ຊົງໂຜດປະທານ 13 ເຫດວ່າເຮົາບໍ່ໄດ້ຂຽນເຣື່ອງອື່ນເຖິງເຈົ້າທັງຫລາຍ ນອກຈາກເຣື່ອງທີ່ພວກເຈົ້າສາມາດອ່ານແລະເຂົ້າໃຈໄດ້ ເຮົາຫວັງໃຈວ່າພວກເຈົ້າຄົງຈະເຂົ້າໃຈຢ່າງຖ້ວນຖີ່ 14 ເຫມືອນດັ່ງພວກເຈົ້າໄດ້ເຂົ້າໃຈບາງສ່ວນແລ້ວວ່າ ໃນວັນຂອງພຣະເຢຊູເຈົ້າຂອງເຮົາທັງຫລາຍ ພວກເຈົ້າຈະມີຄວາມພາກພູມໃຈໃນພວກເຮົາ ຢ່າງດຽວກັບກັບທີ່ເຮົາຈະມີຄວາມພາກພູມໃຈໃນເຈົ້າທັງຫລາຍ 15 ເພາະຮູ້ສຶກແນ່ໃຈໃນເຣື່ອງນີ້ ແຕ່ຫົວທີເຮົາຢາກໄປຫາເຈົ້າທັງຫລາຍ ເພື່ອພວກເຈົ້າຈະໄດ້ປໂຍດສອງເທື່ອ 16 ຄືເຮົາຫມາຍໃຈຈະແວ່ຢາມພວກເຈົ້າລະຫວ່າງທີ່ເດີນທາງໄປຍັງແຂວງມາເກໂດເນັຽ ແລະເມື່ອເຮົາກັບມາຈາກແຂວງມາເກໂດເນັຽ ກໍຈະແວ່ຢ້ຽມຢາມພວກເຈົ້າອີກ ເພື່ອພວກເຈົ້າຈະໄດ້ຈັດສົ່ງໄປເຖິງແຂວງຢູດາຍ 17 ເມື່ອເຮົາຫມາຍໃຈແລ້ວທີ່ຈະເຣັດຢ່າງນັ້ນ ເຮົາໄດ້ປິ້ນແປ່ໄປມາຫລື ຫລືວ່າຄວາມຫມາຍໃຈຂອງເຮົາເປັນມາຢ່າງມະນຸດທຳມະດາ ຈົນເຮົາພ້ອມທີ່ຈະກ່າວວ່າ “ເອີ ໆ” “ບໍ່ ໆ” ດັ່ງນັ້ນຫລື 18 ພຣະເຈົ້າຊົງສັດຊື່ທ່ຽງທັມສັນໃດ ຂໍ້ຄວາມຂອງເຮົາທີ່ກ່າວກັບເຈົ້າທັງຫລາຍນັ້ນຈຶ່ງບໍ່ເປັນຄຳ “ເອີ ໆ” ບໍ່ ໆ” 19 ເພາະວ່າພຣະບຸດຂອງພຣະເຈົ້າຄື ພຣະເຢຊູຄຣິດ ຜູ້ຊຶ່ງເຮົາກັບຊີລາວານ ແລະຕີໂມທຽວໄດ້ປະກາດໃນຖ້າມກາງພວກເຈົ້ານັ້ນ ກໍບໍ່ໃຊ່ເປັນຄຳ “ຈິງ” ແລະ “ບໍ່ຈິງ” ແຕ່ໃນພຣະອົງນັນລ້ວນແລ້ວແຕ່ຄຳຈິງ 20 ບັນດາພຣະສັນຍາຂອງພຣະເຈົ້າກໍຈິງໂດຍພຣະເຢຊູ ເພາະເຫດສັນນີ້ເຮົາຈຶ່ງເວົ້າວ່າ “ອາແມນ” ໂດຍພຣະອົງ ເພື່ອເປັນທີ່ຖວາຍພຣະກຽດແກ່ພຣະເຈົ້າ 21 ຜູ້ຊຶ່ງຊົງຕັ້ງພວກເຮົາກັບເຈົ້າທັງຫລາຍໄວ້ໃນພຣະຄຣິດ ແລະໄດ້ຊົງຫົດສົງຕັ້ງພວກເຮົາໄວ້ນັ້ນກໍຄືພຣະເຈົ້າ 22 ພຣະອົງໄດ້ຊົງປະທັບຕາໃສ່ພວກເຮົາ ແລະຊົງປະທານພຣະວິນຍານໄວ້ໃນໃຈຂອງພວກເຮົາເປັນມັດຈຳດ້ວຍ 23 ຝ່າຍເຮົາຈຶ່ງທູນຂໍພຣະເຈົ້າຊົງເປັນພຍານຝ່າຍຈິດໃຈຂອງເຮົາວ່າ ທີ່ເຮົາຍັງບໍ່ໄດ້ໄປເຖິງເມືອງໂກຣິນໂທນັ້ນກໍເພື່ອຈະງົດໂທດຂອງເຈົ້າທັງຫລາຍໄວ້ກ່ອນ 24 ບໍ່ໃຊ່ວ່າເຮົາເປັນນາຍບັງຄັບຄວາມເຊື່ອຂອງພວກເຈົ້າ ເພາະວ່າພວກເຈົ້າຢືນຫມັ້ນຢູ່ໃນຄວາມເຊື່ອແລ້ວ ແຕ່ວ່າເຮົາເປັນຜູ້ຮ່ວມງານເພື່ອເຈົ້າຈະຮັບຄວາມຊົມຊື່ນຍິນດີ 21 ເຮົາໄດ້ຕັ້ງໃຈດັ່ງນີ້ວ່າຈະບໍ່ມາຫາພວກເຈົ້າອີກເມື່ອມີຄວາມທຸກໂສກຢູ່2 ເພາະຖ້າເຮົາເຮັດໃຫ້ພວກເຈົ້າເປັນທຸກໂສກ ແມ່ນໃຜຈະເຣັດໃຫ້ເຮົາມີຄວາມຍິນດີ ກໍຄືຜູ້ທີ່ເຮົາເຮັດໃຫ້ມີຄວາມທຸກໂສກນັ້ນແຫລະ 3 ແລະເຮົາໄດ້ຂຽນຂໍ້ຄວາມນັ້ນ ເພື່ອວ່າເມື່ອເຮົາມາ, ເຮົາຈະບໍ່ໄດ້ຄວາມທຸກໂສກຈາກຄົນເຫລົ່ານັ້ນ ທີ່ຄວນຈະເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີ ເຮົາໄວ້ໃຈໃນພວກເຈົ້າວ່າ ຄວາມຍິນດີຂອງເຮົາກໍເປັນຄວາມຍິນດີຂອງເຈົ້າທັງປວງດ້ວຍ 4 ເນື່ອງດ້ວຍຄວາມທຸກລຳບາກແລະຄວາມທຸກຮ້ອນໃຈຫລາຍ ເຮົາຈຶ່ງໄດ້ຂຽນມາຍັງເຈົ້າທັງຫລາຍນັ້ນດ້ວຍນ້ຳຕາໄຫລ ບໍ່ໃຊ່ເພື່ອຈະໃຫ້ພວກເຈົ້າເປັນທຸກໂສກ ແຕ່ເພື່ອຈະໃຫ້ເຈົ້າທັງຫລາຍຮູ້ຈັກຄວາມຮັກອັນລົ້ນເຫລືອທີ່ເຮົາມີຕໍ່ພວກເຈົ້ານັ້ນ 5 ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມທຸກໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາເປັນທຸກໂສກແຕ່ຜູ້ດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເປັນທຸກໂສກດ້ວຍ (ທີ່ວ່າບາງຄົນນັ້ນກໍຄືເຮົາບໍ່ຢາກເວົ້າໃສ່ຜູ້ນັ້ນຈົນເກີນໄປ) 6 ທີ່ຄົນສ່ວນຫລາຍໄດ້ລົງໂທດໃສ່ຄົນຢ່າງນັ້ນກໍພໍສົມຄວນແລ້ວ 7 ສັນນັ້ນເຈົ້າທັງຫລາຍຄວນຈະຍົກໂທດໃຫ້ຜູ້ນັ້ນ ແລະໃຫ້ທ່ານໄດ້ຮັບຄວາມບັນເທົາທຸກກໍດີກວ່າ ຢ້ານວ່າຄົນນັ້ນຈະຈົມລົງໃນຄວາມທຸກໂສກອັນເຫລືອລົ້ນ 8 ດັ່ງນັ້ນເຮົາວອນຂໍພວກເຈົ້າໃຫ້ສະແດງຄວາມຮັກຢ່າງຄັກແນ່ຕໍ່ຄົນນັ້ນອີກ 9 ນີ້ຄືເຫດທີ່ເຮົາໄດ້ຂຽນເຖິງເຈົ້າທັງຫລາຍ ເພື່ອຫວັງຈະລອງເບິ່ງພວກເຈົ້າວ່າ ພວກເຈົ້າຈະຍອມເຊື່ອຟັງທຸກສິ່ງທຸກປະການຫລືບໍ່ 10 ຖ້າພວກເຈົ້າຈະຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເຫມືອນກັນ ຖ້າເຮົາໄດ້ຍົກໂທດຂອງຜູ້ໃດແລ້ວ ເຮົາໄດ້ຍົກໂທດຂອງຜູ້ນັ້ນເພາະເຫັນແກ່ເຈົ້າທັງຫລາຍຕໍ່ພຣະພັກຂອງພຣະຄຣິດ 11 ເພື່ອບໍ່ໃຫ້ຊາຕານມີຊັຍເຫນືອພວກເຮົາ ເພາະເຮົາຮູ້ແຜນການຂອງມັນແລ້ວ 12 ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດເຣື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງໄຂຊ່ອງທາງໃຫ້ແກ່ເຮົາ 13 ເຖິງປານນັ້ນເຮົາກໍບໍ່ມີຄວາມສະບາຍໃຈ ເພາະບໍ່ໄດ້ພົບຕີໂຕນ້ອງຂອງເຮົາທີ່ນັ້ນ ເຮົາຈຶ່ງໄດ້ລາພວກນັ້ນເດີນທາງໄປຍັງແຂວງມາເກໂດເນັຽ 14 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປຕາມກະບວນ ຝ່າຍຄວາມຊັຍຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງໃຫ້ປາກົດດ້ວຍເຮົາໃນທຸກບ່ອນ 15 ດ້ວຍວ່າເຮົາທັງຫລາຍເປັນກິ່ນອັນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນຖ້າມກາງຄົນທັງຫລາຍທີ່ກຳລັງຊົງໂຜດໃຫ້ພົ້ນ ແລະໃນຖ້າມກາງຄົນທັງຫລາຍທີ່ກຳລັງຈິບຫາຍດ້ວຍ 16 ຝ່າຍນຶ່ງເປັນກິ່ນຂອງຄວາມຕາຍຊຶ່ງຈະນຳໄປສູ່ຄວາມຕາຍ ຝ່າຍນຶ່ງອີກເປັນກິ່ນຫອມຂອງຊີວິດຊຶ່ງນຳໄປສູ່ຊີວິດ ໃຜຫນໍຈະພໍສົມກັບສິ່ງທັງຫລາຍນີ້ 17 ດ້ວຍວ່າເຮົາບໍ່ເຫມືອນຫລາຍຄົນ ທີ່ເອົາພຣະທັມຂອງພຣະເຈົ້າມາປອມແປງແລະຂາຍກິນ ແຕ່ເນື່ອງດ້ວຍເຮົາໄດ້ຮັບໃຊ້ມາຈາກພຣະເຈົ້າ ເຮົາຈຶ່ງກ່າວດ້ວຍຄວາມສັດຊື່ຕໍ່ພຣະພັກຂອງພຣະເຈົ້າ ເຫມືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ 31 ເຮົາກຳລັງຈະຍ້ອງຍໍຕົວເຮົາເອງຫລື ຫລືວ່າເຮົາຕ້ອງການຫນັງສືແນະນຳຕົວມາໃຫ້ແກ່ພວກເຈົ້າເຫມືອນ່ຢາງບາງຄົນຫລື ເຮົາຕ້ອງການຫນັງສືນຳຕົວຈາກພວກເຈົ້າຫລື2 ແມ່ນເຈົ້າທັງຫລາຍນັ້ນແຫລະ, ເປັນຫນັງສືຂອງເຮົາທີ່ຈາຣຶກໄວ້ໃນຫົວໃຈຂອງເຮົາໃຫ້ຄົນທັງປວງໄດ້ຮູ້ແລະໄດ້ອ່ານ 3 ເຈົ້າທັງຫລາຍປາກົດອອກເປັນຫນັງສືທີ່ມາຈາກພຣະຄຣິດ ທີ່ເຮົາເປັນຜູ້ສົ່ງໂດຍບໍ່ໄດ້ຊົງຂຽນດ້ວຍນ້ຳມຶກແຕ່ຊົງຂຽນດ້ວຍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະບໍ່ໄດ້ຂຽນໄວ້ທີ່ແຜ່ນຫີນແຕ່ຊົງຂຽນໃສ່ແຜ່ນເນື້ອທີ່ເປັນຫົວໃຈ 4 ເຮົາມີຄວາມໄວ້ໃຈໃນພຣະເຈົ້າໂດຍພຣະຄຣິດຢ່າງນັ້ນ 5 ບໍ່ໃຊ່ເຮົາຈະຄຶດຖືວ່າ ສິ່ງນຶ່ງສິ່ງໃດໄດ້ເກີດຈາກຄວາມສາມາດຂອງເຮົາເອງ ແຕ່ຄວາມສາມາດຂອງເຮົາມາຈາກພຣະເຈົ້າ 6 ຄືຜູ້ຊົງໂຜດປະທານໃຫ້ເຮົາສາມາດທີ່ຈະເປັນຜູ້ຮັບໃຊ້ຝ່າຍພຣະສັນຍາໃຫມ່ ຊຶ່ງບໍ່ໄດ້ປະກອບດ້ວຍຕົວອັກສອນ ແຕ່ປະກອບດ້ວຍພຣະວິນຍານ ດ້ວຍຕົວອັກສອນນັນປະຫານໃຫ້ຕາຍ ແຕ່ສ່ວນພຣະວິນຍານນັ້ນຊົງປະທານໃຫ້ມີຊີວິດ 7 ແຕ່ຖ້າການປະຕິບັດທີ່ນໍາໄປເຖິງຄວາມຕາຍ ຄືການປະຕິບັດຕາມຕົວອັກສອນຊຶ່ງຊົງຈາຣຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັສມີ ເຖິງແມ່ນວ່າເປັນຣັສມີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິສຣາເອນເບິ່ງຫນ້າຂອງໂມເຊບໍ່ໄດ້ 8 ດັ່ງນັ້ນການທີ່ປະຕິບັດຕາມພຣະວິນຍານ ຈະບໍ່ມີຣັສມີຫລາຍກວ່ານັ້ນອີກຫລື 9 ເພາະວ່າຖ້າການປະຕິບັດຊຶ່ງໃຫ້ມີການພິພາກສາລົງໂທດຍັງມີຣັສມີ ການປະຕິບັດສຳລັບໃຫ້ມີຄວາມຊອບທັມກໍຈະມີຣັສມີລື່ນກວ່ານັ້ນອີກ 10 ຫມາຍຄວາມວ່າ ຣັສມີທີ່ຊົງປະທານໃຫ້ນັ້ນກໍອັບແສງໄປແລ້ວ ເພາະຖືກຣັສມີອັນຮຸ່ງເຮືອງກວ່າໄດ້ສ່ອງແສງຂົ່ມໄວ້ 11 ດ້ວຍວ່າຖ້າສິ່ງທີ່ໄດ້ຈາງໄປຍັງມີຣັສມີພຽງນັ້ນ ສິ່ງທີ່ຕັ້ງຢູ່ຖາວອນຄົງມີຣັສມີຫລາຍກວ່ານັ້ນອີກ 12 ເຫດສັນນັ້ນເມື່ອເຮົາມີຄວາມຫວັງຢ່າງນັ້ນແລ້ວ ເຮົາກໍມີໃຈກ້າຫລາຍຂຶ້ນ ບໍ່ໃຊ່ເຫມືອນດັ່ງໂມເຊທີ່ເອົາຜ້າປົກຫນ້າໄວ້ 13 ເພື່ອບໍ່ໃຫ້ພວກອິສຣາເອນເຫັນອະວະສານຂອງສິ່ງທີ່ກຳລັງຊົງຍົກເລີກເສັຽ 14 ແຕ່ຈິດໃຈຂອງເຂົາປຶກຕັນໄປ ເພາະວ່າຈົນເຖິງທຸກວັນນີ້ ເມື່ອເຂົາອ່ານພຣະສັນຍາເດີມ ຜ້າປົກຫນ້າຢ່າງດຽວນັ້ນຍັງຄົງຢູ່ບໍ່ໄດ້ເປີດອອກ ເພາະຜ້າຜືນນັ້ນຖືກຊົງເປີດອອກກໍໂດຍພຣະຄຣິດເທົ່ານັ້ນ 15 ແຕ່ວ່າຕລອດມາເຖິງທຸກວັນນີ້ ເມື່ອໃດເຂົາອ່ານພຣະທັມໂມເຊກໍມີຜ້າປົກປິດໃຈຂອງເຂົາຢູ່ 16 “ແຕ່ວ່າເມື່ອໃດທ່ານຫລົບເຂົ້າໄປເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນຈຶ່ງຍົກອອກເສັຽ” 17 ຄຳວ່າ “ອົງພຣະຜູ້ເປັນເຈົ້າ” ນັ້ນຫມາຍເຖິງພຣະວິນຍານແລະພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຊົງຢູ່ທີ່ໃດ ເສຣີພາບກໍມີຢູ່ທີ່ນັ້ນ 18 ແຕ່ເຮົາທັງຫລາຍບໍ່ມີຜ້າປົກຫນ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເຫມືອນພຣະອົງ ໂດຍມີສະງ່າຣາສີເປັນລຳດັບຂຶ້ນໄປ 41 ເພາະເຫດທີ່ເຮົາໄດ້ຮັບໃຊ້ໃນການບົວລະບັດນີ້ໂດຍໄດ້ຮັບພຣະກະຣຸນາ ເຮົາຈຶ່ງບໍ່ທໍ້ຖອຍ2 ເຮົາໄດ້ປະຖິ້ມການບັງລັບອັນເປັນທີ່ຫນ້າອັບອາຍນັ້ນ ເຮົາບໍ່ໄດ້ເຮັດກົນອຸບາຍ ແລະບໍ່ໄດ້ປອມແປງພຣະທັມຂອງພຣະເຈົ້າ ແຕ່ວ່າໄດ້ສະແດງຄວາມສັດຈິງໃຫ້ປາກົດແຈ້ງ ເຮົາກໍພຍາຍາມເຮັດໃຫ້ຕົວເປັນທີ່ຊອບແກ່ໃຈສຳນຶກຜິດແລະຊອບຂອງຄົນທັງປວງຕໍ່ພຣະພັກພຣະເຈົ້າ 3 ແຕ່ຖ້າຂ່າວປະເສີດທີ່ເຮົາປະກາດນັນຖືກປົກບັງໄວ້ ກໍປົກບັງຈຳພວກຄົນທັງຫລາຍທີ່ກຳລັງຈິບຫາຍໄປ 4 ສ່ວນຄົນເຫລົ່ານັ້ນທີ່ບໍ່ເຊື່ອ ພຣະຂອງສະໄຫມນີ້ໄດ້ເຮັດໃຫ້ໃຈຂອງເຂົາມືດໄປ ເພື່ອບໍ່ໃຫ້ເຂົາໄດ້ເຫັນແສງສວ່າງຂອງຂ່າວປະເສີດເຣື່ອງພຣະສະງ່າຣາສີຂອງພຣະຄຣິດ ຜູ້ຊົງມີລັກສະນະຢ່າງພຣະເຈົ້າ 5 ເຮົາບໍ່ໄດ້ປະກາດຕົວເຮົາເອງ ແຕ່ໄດ້ປະກາດພຣະຄຣິດຄືພຣະເຢຊູວ່າເປັນອົງພຣະຜູ້ເປັນເຈົ້າ ແລະປະກາດຕົວເຮົາເອງວ່າເປັນຜູ້ຮັບໃຊ້ ຂອງເຈົ້າທັງຫລາຍເພາະເຫັນແກ່ພຣະເຢຊູ 6 ດ້ວຍວ່າພຣະເຈົ້າອົງນັ້ນຜູ້ໄດ້ຊົງກ່າວໄວ້ວ່າ “ຄວາມສວ່າງຈະສ່ອງອອກມາຈາກຄວາມມືດ” ໄດ້ຊົງສ່ອງສວ່າງເຂົ້າໃນໃຈຂອງເຮົາ ເພື່ອເຮົາຈະໄດ້ມີຄວາມສວ່າງແຫ່ງຄວາມຮູ້ເຖິງພຣະສະງ່າຣາສີຂອງພຣະເຈົ້າ ຊຶ່ງປາກົດແຈ້ງໃນພຣະພັກຂອງພຣະຄຣິດ 7 ແຕ່ວ່າຂອງມີຄ່ານີ້ເຮົາມີໃນພາຊນະດິນ ເພື່ອໃຫ້ເຫັນວ່າຣິດເດດອັນເລີດປະເສີດນັ້ນຈະເປັນຂອງພຣະເຈົ້າ ບໍ່ໃຊ່ເປັນຂອງເຮົາເອງ 8 ເຮົາຖືກຄວາມທຸກລຳບາກອ້ອມຂ້າງ ແຕ່ບໍ່ເຖິງອັຕຄັດ ເຮົາຈົນປັນຍາ ແຕ່ຍັງບໍ່ຫມົດຫົນທາງອອກ 9 ເຮົາຖືກສັດຕຣູໄລ່ ແຕ່ກໍບໍ່ເຖິງຕົກໃນເງື້ອມມືເຂົາ ເຮົາຖືກຕີລົ້ມແລ້ວ ແຕ່ວ່າບໍ່ເຖິງຕາຍ 10 ຕົວຂອງເຮົາຍອມຢູ່ໃກ້ກັບຄວາມຕາຍເຫມືອນຢ່າງພຣະເຢຊູຢູ່ສເມີ ເພື່ອຊີວິດຂອງພຣະເຢຊູຈະໄດ້ປາກົດໃນຕົວເຮົາດ້ວຍ 11 ເພາະວ່າເຮົາທີ່ມີຊີວິດຢູ່ນັ້ນ ກໍຕ້ອງຖືກມອບໄວ້ແກ່ຄວາມຕາຍຢູ່ສເມີເພາະເຫັນແກ່ພຣະເຢຊູ ເພື່ອຊີວິດຂອງພຣະອົງຈະໄດ້ປາກົດໃນເນື້ອກາຍອັນຕາຍເປັນຂອງເຮົາເຫມືອນກັນ 12 ດັ່ງນັ້ນຄວາມຕາຍຈິງກຳລັງສະແດງຣິດຢູ່ໃນພວກເຮົາ ແຕ່ຊີວິດກຳລັງສະແດງຣິດຢູ່ໃນພວກເຈົ້າ 13 ເຮົາມີໃຈເຊື່ອຢ່າງດຽວກັນກັບຜູ້ທີ່ຂຽນໄວ້ແລ້ວວ່າ “ຂ້າພະເຈົ້າໄດ້ເຊື່ອ ເພາະສັນນັ້ນຂ້າພະເຈົ້າຈຶ່ງໄດ້ກ່າວໄວ້” ເຮົາກໍເຊື່ອເຫມືອນກັນ ເພາະສັນນັ້ນເຮົາຈຶ່ງກ່າວໄວ້ 14 ເຮົາຮູ້ວ່າພຣະອົງຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຄືນພຣະຊົນ ກໍຈະຊົງບັນດານໃຫ້ເຮົາຄືນຂຶ້ນມາກັບພຣະເຢຊູເຫມືອນກັນ ແລະຈະຊົງນຳພາເຮົາເຂົ້າມາເຝົ້າພ້ອມກັນກັບເຈົ້າທັງຫລາຍ 15 ເພາະວ່າສິ່ງສາຣະພັດນັ້ນເປັນໄປເພື່ອປໂຍດຂອງເຈົ້າທັງຫລາຍ ເພື່ອວ່າເມື່ອພຣະຄຸນມາເຖິງຄົນເປັນຈຳນວນຫລວງຫລາຍ ກໍຈະມີການຂອບພຣະຄຸນຫລາຍຂຶ້ນເຫມືອນກັນ ຈຶ່ງເປັນການຖວາຍພຣະກຽດແກ່ພຣະເຈົ້າ 16 ເຫດສັນນັ້ນເຮົາຈຶ່ງບໍ່ທໍ້ຖອຍ ເຖິງແມ່ນວ່າກາຍພາຍນອກຂອງເຮົາກຳລັງຊຸດໂຊມໄປ ແຕ່ໃຈພາຍໃນນັ້ນກໍຍັງຈະເຣີນຂຶ້ນໃຫມ່ທຸກໆວັນ 17 ເຫດວ່າການທຸກລຳບາກອັນເບົາບາງທີ່ມີຢູ່ເປັນຊົ່ວຂນະນຶ່ງນັ້ນກໍກຳລັງຈັດໃຫ້ເຮົາມີສະງ່າຣາສີຢ່າງຖາວອນຫລາຍ ຫາທີ່ປຽບບໍ່ໄດ້ 18 ເພາະວ່າເຮົາບໍ່ໄດ້ເຫັນແກ່ສິ່ງທີ່ຕາເຫັນຢູ່ ແຕ່ເຫັນແກ່ສິ່ງທີ່ຕາບໍ່ເຫັນ ດ້ວຍວ່າສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງຊົ່ວຄາວ ແຕ່ສິ່ງທີ່ຕາບໍ່ເຫັນນັ້ນກໍຖາວອນເປັນນິດ 51 ເພາະເຮົາຮູ້ແລ້ວວ່າ ຖ້າວ່າເຮືອນຂອງເຮົາໃນໂລກນີ້ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສັຽ ເຮົາກໍຍັງມີບ່ອນຢູ່ອາໄສຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສວັນ2 ເພາະວ່າທີ່ຈິງ ໃນຮ່າງກາຍນີ້ເຮົາຍັງໂອ່ຍອາລັຍຢູ່ ປາຖນາຫາຢ່າງຮ້ອນຮົນຢາກຫົ່ມເອົາທີ່ຢູ່ຂອງເຮົາອັນມາແຕ່ສວັນ 3 ເພື່ອວ່າເມື່ອເຮົາຫົ່ມແລ້ວ ເຮົາຈະບໍ່ປາກົດເຫມືອນປະເປືອຍ 4 ເພາະວ່າເຮົາຜູ້ອາໄສໃນຮ່າງກາຍນີ້ ຈຶ່ງໂອ່ຍອາລັຍເປັນທຸກໃຈຢ່າງຫນັກຫນ່ວງ ບໍ່ໃຊ່ປາຖນາຢາກຢູ່ຕົວເປົ່າ ແຕ່ປາຖນາຢາກຫົ່ມກາຍໃຫມ່ນັ້ນ ເພື່ອວ່າຮ່າງກາຍທີ່ຕາຍເປັນນີ້ຈະໄດ້ຖືກຖ້ວມລົ້ນດ້ວຍຊີວິດ 5 ແຕ່ແມ່ນພຣະເຈົ້າຊົງເປັນຜູ້ຈັດແຈ່ງເຮົາໄວ້ສຳລັບການປ່ຽນແປງນີ້ ແລະພຣະອົງໄດ້ຊົງໂຜດປະທານພຣະວິນຍານເປັນເຄື່ອງມັດຈຳໄວ້ກັບເຮົາ 6 ດ້ວຍເຫດນັ້ນເຮົາຈຶ່ງມີໃຈກ້າຢູ່ສເມີ ດ້ວຍຮູ້ວ່າຂນະເມື່ອເຮົາຢູ່ໃນເຮືອນ ຄືຮ່າງກາຍນີ້ ເຮົາກໍຢູ່ຫ່າງຈາກເຮືອນ ຊຶ່ງຢູ່ໃນອົງພຣະຜູ້ເປັນເຈົ້າ 7 ດ້ວຍວ່າເຮົາດຳເນີນໄປຕາມຄວາມເຊື່ອ ບໍ່ໃຊ່ຕາມທີ່ຕາເຫັນ 8 ເຮົາມີໃຈກ້າແລະພໍໃຈທີ່ຈະອອກຈາກເຮືອນ ຄືຮ່າງກາຍນີ້ໄປຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າກໍດີກວ່າ 9 ເຫດນັ້ນເຮົາຕັ້ງເປົ້າຫມາຍຂອງເຮົາວ່າ ຖ້າເຮົາຢູ່ໃນເຮືອນ ຄືຮ່າງກາຍນີ້ຫລືບໍ່ຢູ່ກໍດີ ເຮົາກໍຈະພຍາຍາມເຮັດໃຫ້ເປັນທີ່ຊອບພຣະທັຍຂອງພຣະອົງ 10 ດ້ວຍວ່າຈຳເປັນທີ່ເຮົາທຸກຄົນຈະຕ້ອງປາກົດຕົວຕໍ່ຫນ້າບັນລັງພິພາກສາຂອງພຣະຄຣິດ ເພື່ອທຸກຄົນຈະໄດ້ຮັບສົມກັບການທີ່ຕົວໄດ້ເຮັດໃນຮ່າງກາຍນີ້ ແລ້ວແຕ່ຈະດີຫລືຊົ່ວ 11 ເພາະເຫດທີ່ເຮົາຮູ້ຈັກຄວາມຢຳເກງອົງພຣະຜູ້ເປັນເຈົ້າແລ້ວ ເຮົາຈຶ່ງຊັກຊວນຄົນທັງຫລາຍ ເຮົາເປັນ່ຢ່າງໃດພຣະເຈົ້າກໍຊົງຊາບຢູ່ແລ້ວ ແລະເຮົາຫວັງໃຈວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າຄົງຮູ້ຈັກເຮົາເຫມືອນກັນ 12 ນີ້ບໍ່ແມ່ນເຮົາຍ້ອງຍໍຕົວເຮົາເອງຕໍ່ເຈົ້າທັງຫລາຍອີກ ແຕ່ເຮົາໃຫ້ພວກເຈົ້າມີໂອກາດທີ່ຈະນຳເຮົາອອກອວດໄດ້ ເພື່ອເຈົ້າທັງຫລາຍຈະໄດ້ມີຂໍ້ໂຕ້ຕອບກັບຄົນທັງຫລາຍທີ່ມັກອວດໃນສິ່ງພາຍນອກ ບໍ່ແມ່ນໃນສິ່ງທີ່ຢູ່ໃນໃຈ 13 ເພາະວ່າຖ້າເຮົາໄດ້ເຣັດຢ່າງຄົນເສັຽຈິດເຮົາກໍເຮັດເພາະເຫັນແກ່ພຣະເຈົ້າ ຫລືຖ້າເຮົາເຮັດຢ່າງຄົນປົກກະຕິ ກໍເພາະເຫັນແກ່ເຈົ້າທັງຫລາຍ 14 ດ້ວຍວ່າຄວາມຮັກຂອງພຣະຄຣິດຊົງບັງຄັບເຮົາຢູ່ ເພາະເຮົາໄດ້ຄຶດເຫັນຢ່າງນີ້ວ່າ ມີຜູ້ນຶ່ງໄດ້ຕາຍແທນຄົນທັງປວງ ເຫດດັ່ງນັ້ນຄົນທັງປວງນັ້ນຈຶ່ງໄດ້ເຂົ້າສ່ວນໃນຄວາມຕາຍນັ້ນ 15 ແລະພຣະອົງນັ້ນໄດ້ຊົງວາຍພຣະຊົນແທນຄົນທັງປວງ ເພື່ອຄົນທັງຫລາຍຜູ້ທີ່ມີຊີວິດຢູ່ນັ້ນ ຈະໄດ້ມີຊີວິດເພື່ອປໂຍດແກ່ຕົວເອງອີກຕໍ່ໄປ ແຕ່ຈະມີຊີວິດຢູ່ເພື່ອພຣະອົງຜູ້ຊົງສິ້ນພຣະຊົນ ແລະໄດ້ຊົງຖືກບັນດານໃຫ້ຄືນພຣະຊົນເພາະເຫັນແກ່ເຂົາ 16 ເຫດສັນນັ້ນ ແຕ່ນີ້ຕໍ່ໄປເຮົາຈະບໍ່ສັງເກດຮູ້ຜູ້ໃດຕາມມາຕຖານຂອງມະນຸດ ເຖິງແມ່ນເມື່ອກ່ອນເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາຕຖານຂອງມະນຸດກໍຕາມ ແຕ່ດຽວນີ້ເຮົາກໍບໍ່ສັງເກດຮູ້ພຣະອົງຢ່າງນັ້ນອີກ 17 ເຫດສັນນັ້ນຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງຂຶ້ນໃຫມ່ແລ້ວ ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ໋, ກາຍເປັນສິ່ງໃຫມ່ທັງນັ້ນ 18 ສິ່ງທັງປວງນີ້ເກີດມາຈາກພຣະເຈົ້າ ຜູ້ຊົງໂຜດໃຫ້ເຮົາຄືນດີກັບພຣະອົງທາງພຣະຄຣິດ ແລະຊົງປະທານໃຫ້ເຮົາມີຫນ້າທີ່ປະຕິບັດໃນການຄືນດີນັ້ນ 19 ຄືພຣະເຈົ້າຜູ້ຊົງສະຖິດຢູ່ໃນອົງພຣະຄຣິດ ໄດ້ຊົງກະທຳໃຫ້ມະນຸດຄືນດີກັນກັບພຣະອົງ ບໍ່ໄດ້ຊົງຖືໂທດໃນການຜິດບາບຂອງເຂົາ ແລະຊົງມອບຂ່າວເຣື່ອງການທີ່ພຣະອົງໃຫ້ຄືນດີກັນນັ້ນໄວ້ກັບເຮົາ 20 ເຫດສັນນັ້ນເຮົາຈຶ່ງເປັນທູດຂອງພຣະຄຣິດ ໂດຍທີ່ພຣະເຈົ້າຊົງຂໍຮ້ອງເຈົ້າທັງຫລາຍທາງເຮົາ ເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພຣະຄຣິດວ່າ “ຈົ່ງຍອມໃຫ້ພຣະເຈົ້າຊົງກະທຳໃຫ້ເຈົ້າຄືນດີກັນກັບພຣະອົງເທີນ” 21 ເພາະວ່າພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງເຮົາ ເພື່ອພວກເຮົາຈະໄດ້ສ່ວນໃນຄວາມຊອບທັມຂອງພຣະເຈົ້າໂດຍທາງພຣະອົງ 61 ໃນເມື່ອເປັນຄົນຮ່ວມງານກັບພຣະອົງ ເຮົາຈຶ່ງອ້ອນວອນຂໍເຈົ້າທັງຫລາຍ ທີ່ພວກເຈົ້າໄດ້ຮັບ ພຣະຄຸນຂອງພຣະເຈົ້າ ຢ່າໃຫ້ເປັນການໄຮ້ປໂຍດ2 ເພາະພຣະອົງຊົງກ່າວວ່າ, “ໃນຄາວທີ່ກະຣຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມພົ້ນ ເຮົາໄດ້ສົງເຄາະເຈົ້າ” ບັດນີ້ແຫລະ, ຄືຄາວແຫ່ງພຣະກະຣຸນາ ບັດນີ້ແຫລະ, ຄືວັນແຫ່ງຄວາມໂຜດໃຫ້ພົ້ນ 3 ເຮົາບໍ່ໄດ້ໃຫ້ຜູ້ໃດມີເຫດສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ເຮົາຮັບໃຊ້ປະຕິບັດນັ້ນເປັນທີ່ເຂົາຈະຕິຕຽນໄດ້ 4 ແຕ່ເຮົາຜູ້ເປັນຄົນຮັບໃຊ້ຂອງພຣະເຈົ້າ ໄດ້ສເນີຕົວໃຫ້ເປັນທີ່ຊອບໃນການທັງປວງ ໂດຍຄວາມພຽນອົດທົນຫລວງຫລາຍໃນຄວາມທຸກລຳບາກ ໃນຄວາມຂັດສົນ ໃນການບີບຄັ້ນ 5 ໃນການຖືກຂ້ຽນ ໃນການຖືກຄຸກ ໃນການວຸ້ນວາຍ ໃນການງານຕ່າງໆ ໃນການອົດຫລັບອົດນອນ ໃນການອົດອາຫານ 6 ໂດຍຄວາມບໍຣິສຸດ ໂດຍຄວາມຮູ້ ໂດຍຄວາມອົດທົນດົນນານ ໂດຍໃຈກະຣຸນາ ໂດຍພຣະວິນຍານບໍຣິສຸດ ໂດຍຄວາມຮັກອັນບໍ່ປອມ 7 ໂດຍຖ້ອຍຄຳອັນສັດຈິງ ໂດຍຣິດອຳນາດຂອງພຣະເຈົ້າ ໃຊ້ເຄື່ອງອາວຸດແຫ່ງຄວາມຊອບທັມດ້ວຍມືຂວາແລະມືຊ້າຍ 8 ທັງເວລາມີຍົດແລະເວລາອັບປຍົດ ທັງເວລາລືກັນວ່າບໍ່ດີແລະເວລລືກັນວ່າດີ ຖືກເຂົາຫາວ່າເປັນຄົນລໍ້ລວງ ແຕ່ຍັງເປັນຄົນສັດຊື່ 9 ຖືກເຂົາຫາວ່າເປັນຄົນບໍ່ມີໃຜຮູ້ຈັກ ແຕ່ຍັງເປັນຄົນທີ່ເຂົາຮູ້ຈັກດີ ເປັນຄົນທີ່ກຳລັງຈະຕາຍ ແຕ່ເບິ່ງແມ໋, ເຮົາຍັງເປັນຢູ່ ເປັນຄົນຖືກລົງໂທດ ແຕ່ຍັງບໍ່ເຖິງຕາຍ 10 ເປັນຄົນທີ່ມີຄວາມທຸກໂສກ ແຕ່ຍັງຊົມຊື່ນຍິນດີຢູ່ສເມີ ເປັນຄົນທຸກຍາກ ແຕ່ຍັງເຮັດໃຫ້ຫລາຍຄົນເກີດຮັ່ງມີ ເປັນຄົນບໍ່ມີສິ່ງໃດ ແຕ່ຍັງມີສິ່ງສາຣະພັດ 11 ຊາວໂກຣິນໂທເອີຍ ເຮົາກ່າວກັບເຈົ້າທັງຫລາຍໂດຍບໍ່ໄດ້ອັດບັງສິ່ງໃດໄວ້ ແລະໄດ້ແບໃຈຂອງເຮົາອອກໃຫ້ເຈົ້າເຫັນ 12 ເຮົາບໍ່ໄດ້ອັດບັງໃຈຂອງເຮົາໄວ້ຕໍ່ພວກເຈົ້າ ແຕ່ແມ່ນພວກເຈົ້າໄດ້ອັດບັງໃຈໄວ້ຕໍ່ເຮົາ 13 ເຮົາເວົ້າກັບພວກເຈົ້າເຫມືອນເວົ້າກັບລູກ ຈົ່ງເຮັດກັບເຮົາເຫມືອນດັ່ງເຮົາເຮັດກັບພວກເຈົ້າ ຄືຈົ່ງແບໃຈຂອງເຈົ້າທັງຫລາຍອອກໃຫ້ກວ້າງເທີນ 14 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສເມີກັນ ເພາະວ່າຄວາມຊອບທັມຈະບໍ່ມີຫຸ້ນສ່ວນອັນໃດກັບຄວາມອະທັມ ແລະຄວາມສວ່າງຈະເຂົ້າສນິດກັບຄວາມມືດໄດ້ຢ່າງໃດ 15 ພຣະຄຣິດກັບເບລີອານຈະລົງລອຍກັນໄດ້ຢ່າງໃດ ຫລືຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນກັບຄົນທີ່ບໍ່ເຊື່ອ 16 ວິຫານຂອງພຣະເຈົ້າຈະຕົກລົງກັນກັບພຣະທຽມໄດ້ຢ່າງໃດ ດ້ວຍວ່າເຮົາທັງຫລາຍເປັນວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ດັ່ງທີ່ພຣະເຈົ້າໄດ້ຊົງກ່າວໄວ້ແລ້ວວ່າ, “ເຮົາຈະສະຖິດຢູ່ໃນເຂົາທັງຫລາຍ ແລະຈະທຽວຢູ່ໃນຖ້າມກາງເຂົາ ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນໄພ່ພົນຂອງເຮົາ” 17 ດ້ວຍເຫດນັ້ນອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຈົ່ງອອກມາຈາກຖ້າມກາງເຂົາເຫລົ່ານັ້ນ ແລະຈົ່ງຢູ່ຕ່າງຫາກ ຢ່າຖືກຕ້ອງສິ່ງທີ່ຖ່ອຍຮ້າຍ ແລ້ວຝ່າຍເຮົາ ຈຶ່ງຈະຮັບເຈົ້າທັງຫລາຍໄວ້ 18 ເຮົາຈະເປັນບິດາຂອງພວກເຈົ້າ ແລະຝ່າຍເຈົ້າຈະເປັນບຸດຊາຍຍິງຂອງເຮົາ” ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບສູງສຸດໄດ້ຊົງກ່າວໄວ້ດັ່ງນັ້ນ 71 ພວກທີ່ຮັກເອີຍ ເມື່ອພວກເຮົາມີພຣະສັນຍາດັ່ງນັ້ນແລ້ວ ໃຫ້ເຮົາທັງຫລາຍຊຳຮະຕົວຈາກຮອຍເປື້ອນທຸກຢ່າງຂອງເນື້ອກາຍແລະວິນຍານຈິດ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນໂດຍຄວາມຢຳເກງພຣະເຈົ້າ2 ຈົ່ງມີໃຈກວ້າງຕ້ອນຮັບເຮົາເທີນ ເຮົາບໍ່ໄດ້ເຮັດຮ້າຍແກ່ຜູ້ໃດ ບໍ່ໄດ້ທຳລາຍຜູ້ໃດ ຫລືບໍ່ໄດ້ເອົາປຽບຜູ້ໃດຈັກເທື່ອ 3 ເຮົາກ່າວຢ່າງນີ້ກໍບໍ່ແມ່ນເພື່ອຈະໃສ່ໂທດພວກເຈົ້າ ເພາະເຮົາໄດ້ບອກແລ້ວວ່າ ເຈົ້າທັງຫລາຍຢູ່ໃນໃຈຂອງເຮົາ ຄືຈະຕາຍຫລືຈະເປັນກໍຢູ່ດ້ວຍກັນ 4 ເຮົາມີຄວາມໄວ້ໃຈແລະພາກພູມໃຈໃນພວກເຈົ້າຢ່າງຫລວງຫລາຍ ເຮົາໄດ້ຮັບຄວາມຊູໃຈຢ່າງບໍຣິບູນ ແລະໃນຄວາມທຸກລຳບາກຂອງເຮົາທຸກຢ່າງ ເຮົາກໍຍັງມີຄວາມຊົມຊື່ນຍິນດີຢ່າງລົ້ນເຫລືອ 5 ເພາະເຖິງແມ່ນວ່າເຮົາໄດ້ມາເຖິງແຂວງມາເກໂດເນັຽແລ້ວ ຮ່າງກາຍຂອງເຮົາກໍບໍ່ໄດ້ພັກຜ່ອນຈັກຍາມ ແຕ່ເຮົາມີຄວາມທຸກລຳບາກຢູ່ອ້ອມຂ້າງ ພາຍນອກມີການຕໍ່ສູ້ ພາຍໃນກໍມີຄວາມຢ້ານ 6 ແຕ່ເຖິງປານນັ້ນ ພຣະເຈົ້າຜູ້ຊົງໂຜດຫນຸນໃຈຄົນທີ່ທໍ້ຖອຍ ໄດ້ຊົງໂຜດຫນຸນໃຈເຮົາດ້ວຍການທີ່ຕີໂຕໄດ້ມາເຖິງນັ້ນ 7 ແລະບໍ່ໃຊ່ແຕ່ພຽງການມາຂອງຕີໂຕເທົ່ານັ້ນ ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາລັຍແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ 8 ເພາະເຖິງແມ່ນຈົດຫມາຍຂອງເຮົາສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເພາະເຮົາເຫັນວ່າຈົດຫມາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວດຽວເທົ່ານັ້ນ 9 ບັດນີ້ເຮົາມີຄວາມຊົມຊື່ນຍິນດີບໍ່ໃຊ່ເພາະຄວາມທຸກໃຈຂອງເຈົ້າທັງຫລາຍ ແຕ່ເພາະຄວາມທຸກໃຈນັ້ນເປັນເຫດໃຫ້ພວກເຈົ້າກັບໃຈເສັຽໃຫມ່ ເພາະວ່າພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ຊອບພຣະທັຍພຣະເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກເຮົາຈັກຢ່າງ 10 ດ້ວຍວ່າຄວາມທຸກໃຈຕາມຢ່າງຊອບພຣະທັຍພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສັຽໃຫມ່ ຊຶ່ງນຳໄປສູ່ຄວາມພົ້ນໂດຍບໍ່ຄວນກິນແຫນງ ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມຕາຍ 11 ຈົ່ງພິຈາຣະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈຕາມຢ່າງຊອບພຣະທັຍພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາລັຍ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫລົ່ານີ້ເຈົ້າທັງຫລາຍໄດ້ສະແດງຕົວວ່າເປັນຄົນບໍ່ມີຜິດໃນການນັ້ນແລ້ວ 12 ເຫດສັນນັ້ນເຖິງແມ່ນວ່າເຮົາໄດ້ຂຽນມາເຖິງເຈົ້າທັງຫລາຍ ກໍບໍ່ໃຊ່ຍ້ອນຜູ້ທີ່ໄດ້ເຮັດຜິດຫລືຍ້ອນຜູ້ທີ່ຖືກຜິດນັ້ນ ແຕ່ເພື່ອຄວາມຂຍັນຂັນແຂງທີ່ພວກເຈົາມີຕໍ່ເຮົານັ້ນ ຈະໄດ້ປາກົດແກ່ເຈົ້າທັງຫລາຍຊ້ອງພຣະພັກພຣະເຈົ້າ 13 ໂດຍເຫດນັ້ນແຫລະ ເຮົາຈຶ່ງມີຄວາມຊູໃຈ ນອກຈາກຄວາມຊູໃຈຂອງເຮົານັ້ນ ເຮົາມີຄວາມຊົມຊື່ນຍິນດີ່ຢ່າງເຫລືອລົ້ນ ເພາະຍ້ອນຄວາມຍິນດີຂອງຕີໂຕ ໃນການທີ່ພວກເຈົ້າໄດ້ເຮັດໃຫ້ຈິດໃຈຂອງຕີໂຕສງົບລົງ 14 ທີ່ເຮົາໄດ້ອວດອ້າງເຣື່ອງເຈົ້າທັງຫລາຍແກ່ຕີໂຕ ເຮົາບໍ່ມີຄວາມລະອາຍເລີຍ ທຸກສິ່ງທີ່ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງສັນໃດ ສິ່ງທີ່ເຮົາອວດອ້າງເຣື່ອງພວກເຈົ້າແກ່ຕີໂຕເມື່ອກ່ອນນັ້ນ ກໍປາກົດເປັນຄວາມຈິງເຫມືອນກັນສັນນັ້ນ 15 ແລະເມື່ອຕີໂຕລະນຶກເຖິງການເຊື່ອຟັງຂອງເຈົ້າທັງຫລາຍ ແລະການທີ່ພວກເຈົ້າໄດ້ຕ້ອນຮັບທ່ານດ້ວຍຄວາມຢຳເກງຈົນຕົວສັ່ນ ທ່ານກໍເພີ້ມຄວາມຮັກໃນພວກເຈົ້າຫລາຍຂຶ້ນ 16 ເຮົາຊົມຊື່ນຍິນດີເພາະວ່າເຮົາເຊື່ອຫມັ້ນພວກເຈົ້າໄດ້ທຸກສິ່ງ 81 ພີ່ນ້ອງທັງຫລາຍເອີຍ, ເຮົາປາຖນາໃຫ້ເຈົ້າທັງຫລາຍຮູ້ຈັກເຖິງພຣະຄຸນຂອງພຣະເຈົ້າ ຊຶ່ງພຣະອົງຊົງໂຜດປະທານແກ່ຄຣິສຕະຈັກທັງຫລາຍໃນແຂວງມາເກໂດເນັຽ2 ເພາະວ່າເມື່ອຄາວທີ່ເຂົາຖືກທົດລອງຢ່າງຫນັກ ໂດຍໄດ້ຮັບຄວາມທຸກລຳບາກ ຄວາມຍິນດີອັນເຫລືອລົ້ນ ແລະຄວາມຍາກຈົນອັນເຫລືອປະມານຂອງເຂົານັ້ນ ກໍໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ 3 ເພາະເຮົາເປັນພຍານໄດ້ວ່າ ເຂົາສັດທາຖວາຍໂດຍສຸດຄວາມສາມາດຂອງເຂົາ ແລະເຫລືອຄວາມສາມາດຂອງເຂົາເສັຽອີກ 4 ແລ້ວຕາມລຳພັງໃຈຂອງເຂົາເອງ ເຂົາກໍຍັງໄດ້ອ້ອນວອນຢ່າງຫລວງຫລາຍ ຂໍເຮົາກະຣຸນາໃຫ້ເຂົາມີສ່ວນໃນການຊ່ອຍເຫລືອພວກໄພ່ພົນຂອງພຣະເຈົ້າ 5 ບໍ່ເຫມືອນດັ່ງເຮົາໄດ້ຄາດຫມາຍໄວ້ ແຕ່ຂໍ້ສຳຄັນທີ່ສຸດແມ່ນເຂົາໄດ້ຖວາຍຕົວເອງແກ່ອົງພຣະຜູ້ເປັນເຈົ້າກ່ອນ ແລ້ວໄດ້ມອບຕົວໃຫ້ເຮົາຕາມນໍ້າພຣະທັຍຂອງພຣະເຈົ້າ 6 ຈົນວ່າເຮົາໄດ້ເຕືອນຕີໂຕໃຫ້ຊ່ອຍພວກເຈົ້າເຮັດການກຸສົນນັ້ນໃຫ້ສຳເຣັດ ຕາມທີ່ຕົນໄດ້ລົງມືເຮັດໄວ້ກ່ອນແລ້ວນັ້ນ 7 ເຫດສັນນັ້ນເມື່ອເຈົ້າທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ ຖ້ອຍຄຳ ວິຊາຄວາມຮູ້ ຄວາມຂຍັນຂັນແຂງ ແລະຄວາມຮັກຕໍ່ເຮົາ ເຈົ້າທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເຫມືອນກັນ 8 ເຮົາກ່າວດັ່ງນີ້ບໍ່ແມ່ນຄຳບັນຊາ ແຕ່ໄດ້ນຳເຣື່ອງຄວາມຂຍັນຂັນແຂງຂອງຄົນອື່ນມາທຽບທົດລອງກັບຄວາມຮັກຂອງເຈົ້າທັງຫລາຍນັ້ນ ເບິ່ງວ່າເປັນຂອງແທ້ຫລືບໍ 9 ເພາະວ່າເຈົ້າທັງຫລາຍຮູ້ຈັກພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາແລ້ວວ່າ ເຖິງແມ່ນພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນຍາກຈົນເພາະເຫັນແກ່ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ 10 ແລະເຮົາຈະອອກຄວາມເຫັນໃນເຣື່ອງນີ້ວ່າ ເຣື່ອງທີ່ພວກເຈົ້າໄດ້ຕັ້ງຕົ້ນກ່ອນເຂົາເມື່ອປີກາຍນີ້ ແລະບໍ່ແມ່ນພວກເຈົ້າໄດ້ຕັ້ງຕົ້ນຈະເຮັດເທົ່ານັ້ນ ແຕ່ວ່າຍັງເຕັມໃຈໃນການເຮັດນັ້ນດ້ວຍ 11 ບັດນີ້ກໍຄວນແລ້ວທີ່ເຈົ້າທັງຫລາຍຈະເຮັດການນັ້ນໃຫ້ສຳເຣັດເສັຽ ເພື່ອວ່າເມື່ອພວກເຈົ້າມີໃຈພ້ອມຢູ່ແລ້ວ ເຈົ້າກໍສຳເຣັດຕາມຄວາມສາມາດຂອງຕົນ 12 ເພາະວ່າຖ້າມີນ້ຳໃຈພ້ອມຢູ່ແລ້ວ ພຣະເຈົ້າກໍຊົງພໍພຣະທັຍທີ່ຈະຊົງຮັບຕາມທີ່ທຸກຄົນມີຢູ່ ບໍ່ໃຊ່ຕາມທີ່ເຂົາບໍ່ມີ 13 ເຮົາບໍ່ໄດ້ມຸ້ງຫມາຍວ່າຈະໃຫ້ການງານຂອງຄົນອື່ນເບົາລົງ ແລະໃຫ້ການງານຂອງພວກເຈົ້າຫນັກຂຶ້ນ ແຕ່ເພື່ອໃຫ້ເປັນການສເມີກັນ 14 ສັນນັ້ນໃນຍາມທີ່ເຈົ້າທັງຫລາຍມີບໍຣິບູນຢ່າງເວລານີ້ ພວກເຈົ້າກໍຄວນຈະຊ່ອຍຄົນເຫລົ່ານັ້ນທີ່ຂາດເຂີນ ແລະໃນຍາມທີ່ເຂົາມີບໍຣິບູນ ເຂົາກໍຈະຊ່ອຍພວກເຈົ້າເມື່ອຂາດເຂີນເຫມືອນກັນ ເພື່ອຈະໃຫ້ສເມີກັນໄປ 15 ດັ່ງມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຜູ້ໃດໄດ້ຫລາຍກໍບໍ່ເຫລືອ ແລະຜູ້ທີ່ໄດ້ຫນ້ອຍກໍບໍ່ຂາດເຂີນ” 16 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ ຜູ້ຊົງບັນດານໃຫ້ຕີໂຕມີໃຈຂຍັນຂັນແຂງເພື່ອເຈົ້າທັງຫລາຍຢ່າງດຽວກັນ 17 ເພາະບໍ່ພຽງແຕ່ທ່ານໄດ້ຮັບຄວາມເຕືອນຂອງເຮົາເທົ່ານັ້ນ ແຕ່ທ່ານຍັງມີໃຈຂຍັນຂັນແຂງພ້ອມຢູ່ແລ້ວ ຈຶ່ງໄດ້ໄປຫາເຈົ້າທັງຫລາຍຕາມລຳພັງໃຈຕົນເອງ 18 ເຮົາໄດ້ໃຊ້ພີ່ນ້ອງຄົນນັ້ນ ຜູ້ມີຊື່ສຽງໃນຄຣິສຕະຈັກທັງຫລາຍເພາະການປະກາດຂ່າວປະເສີດ ໃຫ້ໄປນຳຕີໂຕ 19 ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸຣະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະຜູ້ເປັນເຈົ້າ ແລະເປັນທີ່ສະແດງນ້ຳໃຈອັນພ້ອມແລ້ວຂອງເຮົາ 20 ເຮົາກໍຈັດການຢ່າງນີ້ເພື່ອບໍ່ໃຫ້ຜູ້ນຶ່ງຜູ້ໃດຕິຕຽນເຮົາໄດ້ ໃນເຣື່ອງຂອງບໍຣິຈາກອັນບໍຣິບູນຊຶ່ງເຮົາໄດ້ຮັບແຈກນັ້ນ 21 ດ້ວຍວ່າເຮົາມຸ້ງຫມາຍຢາກເປັນຄົນສັດຊື່ ບໍ່ໃຊ່ແຕ່ຈຳເພາະພຣະພັກອົງພຣະຜູ້ເປັນເຈົ້າເທົ່ານັ້ນ ແຕ່ຕໍ່ຫນ້າຄົນທັງປວງດ້ວຍ 22 ເຮົາໄດ້ໃຊ້ພີ່ນ້ອງຂອງເຮົານັ້ນໄປນຳເຂົາ ຄືຜູ້ທີ່ເຮົາໄດ້ທົດລອງເບິ່ງຫລາຍເທື່ອ ຈຶ່ງເຫັນວ່າເປັນຄົນມີໃຈຂຍັນຂັນແຂງໃນຫລາຍສິ່ງຫລາຍຢ່າງມາແລ້ວ ແລະບັດນີ້ໄດ້ມີຄວາມຂຍັນຂັນແຂງຫລາຍກວ່າເກົ່າ ຍ້ອນວ່າທ່ານມີຄວາມໄວ້ໃຈຫລາຍໃນພວກເຈົ້າ 23 ສ່ວນຕີໂຕນັ້ນເປັນຜູ້ເຂົ້າສ່ວນກັບເຮົາ ແລະເປັນຜູ້ຮ່ວມງານໃນການຮັບໃຊ້ເຈົ້າທັງຫລາຍ ສ່ວນພວກພີ່ນ້ອງຂອງເຮົານັ້ນກໍເປັນທູດຮັບໃຊ້ຂອງຄຣິສຕະຈັກທັງຫລາຍ ແລະເປັນພຣະກຽດຂອງພຣະຄຣິດ 24 ເຫດສັນນັ້ນຈົ່ງສະແດງຫລັກຖານຄວາມຮັກຂອງເຈົ້າທັງຫລາຍ ແລະການທີ່ເຮົາອວດອ້າງກ່ຽວກັບເຣື່ອງພວກເຈົ້ານັ້ນ ຈົ່ງໃຫ້ປາກົດແກ່ເຂົາເຫລົ່ານັ້ນຕໍ່ຫນ້າຄຣິສຕະຈັກທັງຫລາຍ 91 ເຮົາບໍ່ຈຳເປັນຕ້ອງຂຽນເຖິງເຈົ້າທັງຫລາຍ ກ່ຽວເຣື່ອງການສົງເຄາະພວກໄພ່ພົນຂອງພຣະເຈົ້າ2 ເພາະເຮົາຮູ້ວ່າໃຈຂອງພວກເຈົ້າພ້ອມຢູ່ແລ້ວ ເຮົາຈຶ່ງກ່າວອວດອ້າງເຣື່ອງພວກເຈົ້າຕໍ່ຊາວມາເກໂດເນັຽວ່າ ທີ່ແຂວງອະຂາຢາເຂົາກໍຈັດແຈງໄວ້ພ້ອມແລ້ວຕັ້ງແຕ່ປີກາຍ ແລະໃຈຮ້ອນຮົນຂອງເຈົ້າທັງຫລາຍກໍຊຸກຍູ້ຫລາຍຄົນໃຫ້ເຂົາສົນໃຈ 3 ແຕ່ເຮົາໄດ້ໃຫ້ພວກພີ່ນ້ອງເຫລົ່ານັ້ນໄປ ເພື່ອບໍ່ໃຫ້ການອວດອ້າງຂອງເຮົາກ່ຽວເຣື່ອງພວກເຈົ້າໃນຂໍ້ນັ້ນເປັນການເສັຽປໂຍດແລະເພື່ອໃຫ້ເຈົ້າທັງຫລາຍຈັດແຈໄວ້ພ້ອມເຫມືອນດັ່ງເຮົາບໍ່ໄດ້ກ່າວແລ້ວນັ້ນ 4 ບໍ່ດັ່ງນັ້ນແລ້ວ, ຖ້າຊາວມາເກໂດເນັຽບາງຄົນມາກັບເຮົາ ແລະເຫັນວ່າເຈົ້າທັງຫລາຍບໍ່ໄດ້ຈັດແຈງໄວ້ພ້ອມຕາມທີ່ເຮົາໄດ້ຕາຍໃຈເຊື່ອນັ້ນ ຢ່າວ່າແຕ່ພວກເຈົ້າຈະຖືກລະອາຍຂາຍຫນ້າ ແຕ່ເຮົາເອງກໍຈະຖືກລະອາຍຂາຍຫນ້າເຫມືອນກັນ 5 ເຫດສັນນັ້ນເຮົາຈຶ່ງຄຶດເຫັນວ່າຈຳເປັນຕ້ອງຕັກເຕືອນພີ່ນ້ອງເຫລົ່ານັ້ນ ໃຫ້ໄປຫາເຈົ້າທັງຫລາຍກ່ອນເຮົາ ແລະໃຫ້ຈັດແຈງເຄື່ອງທານຂອງເຈົ້າທັງຫລາຍໄວ້ຕາມທີ່ໄດ້ສັນຍາໄວ້ແລ້ວ ເພື່ອເຄື່ອງທານນັ້ນຈະມີຢູ່ພ້ອມ ເຫມືອນເປັນເຄື່ອງທານທີ່ໃຫ້ດ້ວຍໃຈສັດທາ ບໍ່ໃຊ່ດ້ວຍຂືນໃຈ 6 ດັ່ງນີ້ແຫລະຄົນທີ່ຫວ່ານພຽງເລັກນ້ອຍກໍກ່ຽວເກັບໄດ້ພຽງເລັກນ້ອຍ ແລະຄົນທີ່ຫວ່ານຫລາຍກໍກ່ຽວເກັບໄດ້ຫລາຍ 7 ທຸກຄົນຈົ່ງໃຫ້ຕາມທີ່ຕົນໄດ້ຄຶດຫມາຍໄວ້ໃນໃຈ ບໍ່ໃຊ່ໃຫ້ດ້ວຍຄຶດເສັຽດາຍ ຫລືດ້ວຍຂືນໃຈໃຫ້ ເຫດວ່າພຣະເຈົ້າຊົງຮັກຄົນນັ້ນທີ່ໃຫ້ດ້ວຍຊື່ນໃຈຍິນດີ 8 ແລະພຣະເຈົ້າຊົງຣິດອາດປະທານພຣະຄຸນອັນສົມອຸດົມທຸກຢ່າງແກ່ເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າມີທຸກສິ່ງທຸກຢ່າງພຽງພໍສຳລັບຕົວສເມີ ທັງຈະມີສິ່ງຂອງບໍຣິບູນສຳລັບການງານດີທຸກຢ່າງດ້ວຍ 9 ຕາມທີ່ມີຂຽນໄວ້ໃນພຣະຄັມພີວ່າ, “ທ່ານບໍຣິຈາກຢ່າງກວ້າງຂວາງໃຫ້ແກ່ຄົນທຸກຍາກ ຄຸນຄວາມດີຂອງທ່ານກໍຕັ້ງຢູ່ເປັນນິດ” 10 ຝ່າຍພຣະອົງຜູ້ຊົງປະທານແນວປູກໃຫ້ແກ່ຜູ້ຫວ່ານ ກັບທັງອາຫານສຳລັບກິນ ຈະຊົງປະທານແນວປູກໃຫ້ແກ່ເຈົ້າທັງຫລາຍ ທັງຈະຊົງບັນດານໃຫ້ແນວປູກນັ້ນທະວີຂຶ້ນ ຊ້ຳຈະຊົງບັນດານໃຫ້ຜົນແຫ່ງຄຸນຄວາມດີຂອງພວກເຈົ້ານັ້ນຈະເຣີນຂຶ້ນ 11 ໂດຍຊົງໂຜດໃຫ້ເຈົ້າທັງຫລາຍຮັ່ງມີດ້ວຍສິ່ງຂອງ່ຢາງບໍຣິບູນ ເພື່ອໃຫ້ພວກເຈົ້າມີຂອງແຈກຢາຍຢ່າງໃຈກວ້າງຂວາງ ຊຶ່ງເຮົາໄດ້ນຳໄປແຈກຢາຍ ຈຶ່ງເປັນເຫດໃຫ້ເກີດການຂອບພຣະຄຸນຕໍ່ພຣະເຈົ້າ 12 ເພາະວ່າການຮັບໃຊ້ໃນການບົວລະບັດນັ້ນບໍ່ໃຊ່ເປັນການຊ່ອຍພວກໄພ່ພົນຂອງພຣະອົງທີ່ຂາດເຂີນເທົ່ານັ້ນ ແຕ່ຍັງເປັນເຫດໃຫ້ມີການຂອບພຣະຄຸນພຣະເຈົ້າຫລວງຫລາຍອີກດ້ວຍ 13 ແລະເນື່ອງຈາກຜົນແຫ່ງການບົວລະບັດນັ້ນ ເຂົາຈຶ່ງສັຣເສີນພຣະເຈົ້າ ໂດຍເຫດທີ່ເຈົ້າທັງຫລາຍຍອມຟັງແລະຕັ້ງໃຈຢູ່ໃນອຳນາດຂ່າວປະເສີດເຣື່ອງພຣະຄຣິດ ແລະເພາະເຫດພວກເຈົ້າໄດ້ແຈກຈ່າຍແກ່ເຂົາແລະແກ່ຄົນທັງປວງດ້ວຍໃຈກວ້າງຂວາງ 14 ຝ່າຍເຂົາກໍຈະຮັກແພງແລະອ້ອນວອນເພື່ອເຈົ້າທັງຫລາຍ ເພາະເຫດພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ໃນພວກເຈົ້າຢ່າງລົ້ນເຫລືອ 15 ຈົ່ງຂອບພຣະຄຸນພຣະເຈົ້າເພາະຂອງພຣະຣາຊທານອັນເຫລືອທີ່ຈະພັນລະນາໃຫ້ສິ້ນສຸດໄດ້ 101 ເຮົາຄືໂປໂລ ຂໍອ້ອນວອນເຈົ້າທັງຫລາຍເປັນສ່ວນຕົວ ໂດຍເຫັນແກ່ຄວາມອ່ອນສຸພາບແລະພຣະທັຍກະຣຸນາຂອງພຣະຄຣິດ ເຮົາ, ຜູ້ຊຶ່ງພວກເຈົ້າວ່າເປັນຄົນສຸພາບຖ່ອມຕົວເມື່ອຢູ່ຕໍ່ຫນ້າ ແຕ່ເມື່ອຢູ່ໄກກໍເປັນຄົນໃຈກ້າ2 ຄື ເຮົາຂໍຮ້ອງພວກເຈົ້າວ່າ ເມື່ອເຮົາມາຢູ່ນຳພວກເຈົ້າ ຢ່າໃຫ້ເຮົາສະແດງຄວາມກ້າຫານດ້ວຍຄວາມແນ່ໃຈ ເຫມືອນເຮົາຄຶດບັງອາດຈະເຮັດຕໍ່ລາງຄົນທີ່ນຶກເຫັນວ່າ ເຮົາຍັງເຮັດໄປຕາມທຳມະດາມະນຸດ 3 ເພາະເຖິງແມ່ນວ່າເຮົາຢູ່ກິນໃນໂລກກໍຈິງ ເຮົາກໍບໍ່ໄດ້ສູ້ຮົບຕາມທຳມະດາມະນຸດ 4 ເພາະວ່າເຄື່ອງອາວຸດຂອງເຮົາບໍ່ເປັນຝ່າຍໂລກ ແຕ່ມີຣິດອຳນາດຈາກພຣະເຈົ້າ ອາດທຳລາຍຄ້າຍອັນເຂັ້ມແຂງໄດ້ ຄືທຳລາຍຄວາມຄຶດທີ່ມີເຫດຜົນອັນບໍ່ຈິງ 5 ແລະຄວາມດື້ດຶງທຸກປະການທີ່ຕັ້ງຕົວຂຶ້ນຂັດຂວາງຄວາມຮູ້ຈັກພຣະເຈົ້າ ແລະປາຍຄວາມຄຶດທຸກປະການລົງໃຫ້ຢູ່ໃຕ້ບັງຄັບ ຈົນເຖິງນ້ອມຟັງພຣະຄຣິດ 6 ແລະເມື່ອການນ້ອມຟັງຂອງເຈົ້າທັງຫລາຍສຳເຣັດຄົບຖ້ວນແລ້ວ ເຮົາພ້ອມທີ່ຈະລົງໂທດແກ່ການບໍ່ນ້ອມຟັງທຸກປະການ 7 ເຈົ້າທັງຫລາຍຈົ່ງແລເບິ່ງສິ່ງທີ່ປາກົດກັບຕາ ຖ້າຜູ້ໃດຕາຍໃຈເຊື່ອວ່າຕົນເປັນຄົນຂອງພຣະຄຣິດ ກໍໃຫ້ຜູ້ນັ້ນຄຳນຶງວ່າເຫມືອນດັ່ງຕົນເປັນຄົນຂອງພຣະຄຣິດ ເຮົາກໍເປັນຄົນຂອງພຣະຄຣິດເຫມືອນກັນ 8 ເຖິງແມ່ນວ່າເຮົາໄດ້ອວດອ້າງຫລາຍໄປຫນ້ອຍນຶ່ງ ກ່ຽວກັບອຳນາດທີ່ອົງພຣະຜູ້ເປັນເຈົ້າຊົງປະທານໃຫ້ໄວ້ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ໃຊ່ເພື່ອທຳລາຍພວກເຈົ້າກໍຈະບໍ່ລະອາຍ 9 ເຮົາເວົ້າດັ່ງນັ້ນເພື່ອບໍ່ໃຫ້ເຈົ້າທັງຫລາຍຄຶດວ່າ ເຮົາຢາກໃຫ້ພວກເຈົ້າຢ້ານເພາະຈົດຫມາຍຂອງເຮົາ ເພາະມີລາງຄົນເວົ້າວ່າ, 10 “ຈົດຫມາຍຂອງໂປໂລນັ້ນມີນ້ຳຫນັກ ແລະມີອຳນາດກໍຈິງ ແຕ່ວ່າຕົວທ່ານເບິ່ງຄືອ່ອນແຮງ ແລະຖ້ອຍຄຳຂອງທ່ານກໍໃຊ້ການບໍ່ໄດ້” 11 ຈົ່ງໃຫ້ຄົນເຫລົ່ານັ້ນເຂົ້າໃຈດັ່ງນີ້ວ່າ ເມື່ອເຮົາບໍ່ຢູ່ ເຮົາເວົ້າໄວ້ໃນຈົດຫມາຍຂອງເຮົາຢ່າງໃດ ເມື່ອເຮົາມາແລ້ວເຮົາກໍຈະເຮັດຢ່າງນັ້ນ 12 ເພາະວ່າເຮົາບໍ່ກ້ານັບຕົວວ່າສເມີກັນກັບລາງຄົນທີ່ຍົກຕົວເອງ ຫລືປຽບທຽບກັນແລະກັນແລ້ວ ເຂົາກໍເປັນຄົນຂາດສະຕິປັນຍາ 13 ຝ່າຍເຮົາຈະບໍ່ອວດຕົວໃນສິ່ງໃດເກີນຂອບເຂດ ແຕ່ວ່າຈະອວດຕົວໃນຂອບເຂດທີ່ພຣະເຈົ້າໄດ້ຊົງຈັດໄວ້ໃຫ້ເຮົາ ແລະພວກເຈົ້າກໍຢູ່ໃນຂອບເຂດນັ້ນ 14 ການທີ່ເຮົາມາເຖິງເຈົ້າທັງຫລາຍນັ້ນ ບໍ່ໃຊ່ເປັນການລ່ວງເກີນຂອບເຂດອັນຄວນ ເພາະເຮົາເປັນຜູ້ທີ່ນຳຂ່າວປະເສີດເຣື່ອງພຣະຄຣິດມາເຖິງພວກເຈົ້າກ່ອນຫມູ່ 15 ເຮົາບໍ່ໄດ້ອວດຕົວເກີນຂອບເຂດ ບໍ່ໄດ້ເອົາການທີ່ຄົນອື່ນເຮັດມາອວດ ແຕ່ເຮົາຫວັງໃຈວ່າ ເມື່ອຄວາມເຊື່ອຂອງພວກເຈົ້າຈະເຣີນຂຶ້ນແລ້ວ ງານຂອງເຮົາຈະຂຍາຍຂອບເຂດອອກໄປຢ່າງກວ້າງຂວາງຖ້າມກາງພວກເຈົ້າໃນຂອບເຂດຂອງເຮົາ 16 ເພື່ອເຮົາຈະໄດ້ປະກາດເຣື່ອງຂ່າວປະເສີດໃນເຂດທີ່ຢູ່ນອກທ້ອງຖິ່ນຂອງພວກເຈົ້າ ໂດຍບໍ່ໄດ້ອວດເຣື່ອງການງານທີ່ຄົນອື່ນໄດ້ເຮັດໄວ້ແລ້ວນັ້ນ 17 “ຖ້າຜູ້ໃດຈະອວດ ກໍຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດເທີນ” 18 ເພາະຄົນທີ່ຍົກຍ້ອງຕົວເອງບໍ່ເປັນທີ່ນັບຖືຂອງຜູ້ໃດ ແຕ່ຄົນທີ່ຫນ້ານັບຖືນັ້ນ ຄືຜູ້ທີ່ພຣະອົງເຈົ້າຊົງຍົກຍ້ອງ 111 ເຮົາປະສົງຢາກໃຫ້ເຈົ້າທັງຫລາຍອົດທົນຟັງຄວາມໂງ່ຂອງເຮົາຈັກຫນ້ອຍ2 ກະຣຸນາອົດທົນນຳເຮົາແດ່ຖ້ອນ ເພາະວ່າເຮົາຫວງແຫນເຈົ້າທັງຫລາຍຕາມຢ່າງຄວາມຫວງແຫນຂອງພຣະເຈົ້າ ເຫດວ່າເຮົາໄດ້ຫມາຍຫມັ້ນພວກເຈົ້າໄວ້ສຳລັບຜົວຜູ້ດຽວ ເພື່ອຈະຖວາຍແກ່ພຣະຄຣິດເປັນສາວປອດບໍຣິສຸດ 3 ແຕ່ເຫມືອນດັ່ງງູນັ້ນໄດ້ຫລອກລວງນາງເອວາດ້ວຍກົນອຸບາຍຂອງມັນ ເຮົາຄຶດຢ້ານວ່າຈິດໃຈຂອງເຈົ້າທັງຫລາຍກໍຈະຖືກຫລອກລວງດ້ວຍຢ່າງໃດຢ່າງນຶ່ງ ໃຫ້ຫລົງຈາກຄວາມຈົ່ງຮັກພັກດີອັນສັດຊື່ແລະອັນບໍຣິສຸດຕໍ່ພຣະຄຣິດດັ່ງນັ້ນ 4 ເຫດວ່າຖ້າມີຜູ້ໃດມາປະກາດເຣື່ອງພຣະເຢຊູອົງອື່ນ ທີ່ແຕກຕ່າງກັບພຣະອົງທີ່ເຮົາໄດ້ປະກາດແລ້ວນັ້ນ ຫລືຖ້າເຈົ້າທັງຫລາຍຈະຮັບພຣະວິນຍານ ຊຶ່ງຕ່າງກັນກັບທີ່ພວກເຈົ້າໄດ້ຮັບແລ້ວນັ້ນ ຫລືຮັບຂ່າວປະເສີດອັນແຕກຕ່າງກັບທີ່ພວກເຈົ້າໄດ້ຮັບເອົາແລ້ວນັ້ນ ກໍທໍ່ກັບວ່າເຈົ້າທັງຫລາຍໄດ້ຍອມເຊື່ອຟັງຕໍ່ເຂົາງ່າຍເຕັມທີ 5 ເພາະເຮົາຄຶດວ່າເຮົາບໍ່ເປັນຜູ້ຕ່ຳຕ້ອຍກວ່າພວກອັຄສາວົກຊັ້ນຜູ້ໃຫຍ່ເຫລົ່ານັ້ນແມ່ນແຕ່ຫນ້ອຍດຽວ 6 ເຖິງແມ່ນເຮົາບໍ່ເກັ່ງຝ່າຍຄວາມເວົ້າກໍດີ ເຮົາກໍຍັງມີຄວາມຮູ້ ທີ່ຈິງ, ເຮົາໄດ້ສະແດງຂໍ້ນີ້ໃຫ້ປາກົດຢ່າງແຈ່ມແຈ້ງແກ່ເຈົ້າທັງຫລາຍແລ້ວໃນກິຈການທຸກສິ່ງ 7 ເຮົາໄດ້ເຮັດຜິດຫລືໃນການທີ່ເຮົາຖ່ອມໃຈລົງເພື່ອຍົກຊູເຈົ້າທັງຫລາຍຂຶ້ນ ເພາະເຮົາໄດ້ປະກາດເຣື່ອງຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າ ໂດຍບໍ່ໄດ້ຄຶດຄ່າອັນໃດ 8 ເຮົາໄດ້ລູ່ຊິງຄຣິສຕະຈັກຫນ່ວຍອື່ນ ດ້ວຍການຮັບເງິນບໍາຣຸງຈາກພວກເຂົາເພື່ອມາບົວລະບັດພວກເຈົ້າ 9 ແລະເມື່ອເຮົານຳເຈົ້າທັງຫລາຍແລະກຳລັງຂາດເຂີນ ເຮົາກໍບໍ່ໄດ້ໃຫ້ເປັນພາຣະອັນຫນັກແກ່ຜູ້ໃດ ເພາະວ່າພວກພີ່ນ້ອງທີ່ມາຈາກແຂວງມາເກໂດເນັຽ ໄດ້ຊ່ອຍໃຫ້ມີພໍກັບຄວາມຕ້ອງການຂອງເຮົາ ເຮົາໄດ້ລະວັງຕົວບໍ່ໃຫ້ເປັນພາຣະອັນຫນັກແກ່ເຈົ້າທັງຫລາຍໃນສິ່ງໃດ ແລະຈະລະວັງຢ່າງນັ້ນຕໍ່ໄປ 10 ຄວາມຈິງຂອງພຣະຄຣິດມີຢູ່ໃນເຮົາຢ່າງຄັກແນ່ສັນໃດ ຈຶ່ງບໍ່ມີຜູ້ໃດໃນແຂວງອະຂາຢາຫ້າມບໍ່ໃຫ້ອວດອ້າງການນີ້ສັນນັ້ນ 11 ເພາະເຫດໃດ ເພາະເຮົາບໍ່ຮັກເຈົ້າທັງຫລາຍຫລື ພຣະເຈົ້າຊົງຊາບດີດວ່າເຮົາຮັກພວກເຈົ້າ 12 ສິ່ງໃດທີ່ເຮົາເຮັດຢູ່ນັ້ນ ເຮົາກໍຈະເຮັດຕໍ່ໄປ ເພື່ອບໍ່ໃຫ້ຄົນເຫລົ່ານັ້ນມີໂອກາດອວດໄດ້ວ່າ ການງານທີ່ເຂົາເຮັດນັ້ນເປັນການແບບດຽວກັນກັບເຮົາ 13 ເພາະວ່າຄົນຢ່າງນັ້ນເປັນອັຄສາວົກທຽມ ເປັນຄົນງານທີ່ຫລອກລວງ ທີ່ປອມຕົວເປັນອັຄສາວົກຂອງພຣະຄຣິດ 14 ການເຮັດຢ່າງນັ້ນບໍເປັນການປລາດຫຍັງດອກ ເພາະຊາຕານເອງກໍຍັງປອມຕົວເປັນເທວະດາຂອງຄວາມສວ່າງໄດ້ 15 ເຫດສັນນັ້ນຈຶ່ງບໍ່ເປັນການງຶດປລາດອັນໃດ ທີ່ຜູ້ຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ຂອງຄວາມຊອບທັມ ບັ້ນສຸດທ້າຍຂອງຄົນເຫລົ່ານັ້ນຈະເປັນໄປຕາມກິຈການຂອງເຂົາ 16 ເຮົາກ່າວຊ້ຳອີກວ່າ ຢ່າໃຫ້ຜູ້ໃດຖືວ່າເຮົາເປັນຄົນໂງ່ ແຕ່ຖ້າມີດັ່ງນັ້ນຈົ່ງອົດຮັບຟັງເຮົາເຫມືອນຟັງຄົນໂງ່ ເພື່ອເຮົາຈະໄດ້ອວດອ້າງຈັກຫນ້ອຍ 17 ການທີ່ເຮົາກ່າວຢ່າງນັ້ນ ເຮົາບໍ່ໄດ້ກ່າວຕາມຫລັກຂອງອົງພຣະຜູ້ເປັນເຈົ້າ ແຕ່ກ່າວເຫມືອນຄົນໂງ່ທີ່ມີຄວາມໄວ້ໃຈໃນການອວດຂອງຕົນ 18 ເພາະວ່າມີຫລາຍຄົນອວດຕົວຕາມຢ່າງມະນຸດ ເຮົາກໍຈະອວດເຫມືອນກັນ 19 ເພາະວ່າການທີ່ເຈົ້າທັງຫລາຍຍິນດີອົດຮັບຟັງຄົນໂງ່ນັ້ນ ຄົງຈະເປັນເພາະພວກເຈົ້າເປັນຜູ້ສລາດແລ້ວຕີ້ 20 ເພາະພວກເຈົ້າຍອມທົນເອົາ ເມື່ອມີຜູ້ໃດເອົາເຈົ້າໄປເປັນຂ້ອຍ ເມື່ອມີຜູ້ໃດກິນເຈົ້າ ເມື່ອມີຜູ້ໃດຈັບເອົາຕົວເຈົ້າ ເມື່ອມີຜູ້ໃດຍົກຕົວເປັນໃຫຍ່ ຫລືເມື່ອມີຜູ້ໃດຕົບຫນ້າເຈົ້າ 21 ເຮົາກ່າວດ້ວຍຄວາມລະອາຍວ່າເຮົາເປັນຄົນອ່ອນແອເກີນໄປໃນເຣື່ອງນີ້ ບໍ່ວ່າໃຜຈະກ້າອວດໃນເຣື່ອງໃດ (ເຮົາກ່າວຢ່າງຄົນໂງ່) ເຮົາກໍກ້າອວດໃນເຣື່ອງນັ້ນເຫມືອນກັນ 22 ເຂົາເປັນຊາດເຮັບເຣີຫລື ເຮົາກໍເປັນເຫມືອນກັນ ເຂົາເປັນຊາວອິສຣາເອນຫລື ເຮົາກໍເປັນເຫມືອນກັນ ເຂົາເປັນເຊື້ອສາຍຂອງອັບຣາຮາມຫລື ເຮົາກໍເປັນເຫມືອນກັນ 23 ເຂົາເປັນຜູ້ຣັບໃຊ້ຂອງພຣະຄຣິດຫລື (ເຮົ່າເວົ້າຕາມຢ່າງຄົນເສັຽຈິດ) ເຮົາກໍລື່ນກວ່າເຂົາອີກ ເຮົາໄດ້ເຮັດການຫນັກລື່ນກວ່າເຂົາ ໄດ້ຖືກຄຸກຫລາຍກວ່າເຂົາ ໃນການຖືກຂ້ຽນຕີ ເຮົາກໍຖືກເກີນຂນາດ ໃນການຜະເຊີນພັຍ ເຮົາເກືອບຕາຍຫລາຍເທື່ອແລ້ວ 24 ພວກຢິວໄດ້ຂ້ຽນເຮົາຫ້າເທື່ອ ເທື່ອລະສາມສິບເກົ້າບາດ 25 ເຮົາໄດ້ຖືກຂ້ຽນດ້ວຍແສ້ຫວາຍສາມເທື່ອ ເຂົາໄດ້ຄວ່າງກ້ອນຫີນໃສ່ເຮົາເທື່ອນຶ່ງ ເຮົາໄດ້ຖືກສະເພົາຫລົ້ມເຖິງສາມເທື່ອ ເຮົາໄດ້ຢູ່ໃນທະເລເລິກວັນນຶ່ງກັບຄືນນຶ່ງ 26 ເຮົາໄດ້ເດີນທາງຫລາຍເທື່ອ ເປັນການປະຈົນພັຍອັນຫນ້າຢ້ານໃນແມ່ນ້ຳ ຈາກພວກໂຈນ ຈາກເພື່ອນຮ່ວມຊາດຂອງເຮົາເອງ ຈາກພວກນອກຊາດ ໃນບ້ານເມືອງ ໃນປ່າ ໃນທະເລ ຖ້າມກາງພວກພີ່ນ້ອງທີ່ບໍ່ສັດຊື່ 27 ຜະເຊີນໃນການຫນັກຫນ່ວງແລະຍາກລຳບາກ ໃນການອົດຫລັບອົດນອນຫລາຍຄືນ ໃນການອຶດເຂົ້າຢາກນ້ຳ ໃນການອົດອາຫານຫລາຍເທື່ອ ໃນການຖືກຫນາວແລະເປືອຍຕົວ 28 ແລະນອກຈາກການອື່ນໆທີ່ເຮົາຍັງບໍ່ໄດ້ຍົກມາໃຫ້ຟັງ ກໍຍັງມີພາຣະປະຈຳວັນຂອງເຮົາ ຄືຄວາມຫ່ວງໃຍເຖິງຄຣິສຕະຈັກທັງປວງ 29 ມີໃຜແດ່ທີ່ອ່ອນແຮງ ແລະເຮົາບໍ່ໄດ້ອ່ອນແຣງນຳ ມີໃຜແດ່ທີ່ຖືກສະດຸດ ແລະເຮົາບໍ່ໄດ້ຮ້ອນຮົນໃຈດ້ວຍ 30 ຖ້າເຮົາຈຳເປັນຕ້ອງອວດຕົວກ່ຽວກັບຄວາມອ່ອນແຮງຂອງເຮົາ 31 ພຣະອົງຜູ້ຊົງເປັນພຣະເຈົ້າແລະຊົງເປັນພຣະບິດາຂອງພຣະເຢຊູຄຣິດ ພຣະອົງຊົງເປັນຜູ້ທີ່ຄວນແກ່ການສັຣເສີນເປັນນິດ ພຣະອົງກໍຊົງຊາບວ່າເຮົາບໍ່ໄດ້ເວົ້າຕົວະ 32 ຜູ້ວ່າຣາຊການເມືອງຂອງກະສັດອາເຣຕາໃນນະຄອນດາມັສກັສ ໄດ້ໃຫ້ທະຫານເຝົ້ານະຄອນໄວ້ເພື່ອຈະຈັບຕົວເຮົາ 33 ແຕ່ເຂົາໄດ້ເອົາເຮົາໃສ່ກວຍໃຫຍ່ຢ່ອນລົງທາງປ່ອງຢ້ຽມໃນກຳແພງນະຄອນ ເຮົາຈຶ່ງພົ້ນຈາກເງື້ອມມືຂອງທ່ານ 121 ເຖິງຈະບໍ່ມີປໂຍດອັນໃດກໍຕາມ ເຮົາກໍຈຳເປັນຕ້ອງອວດຕົວ ແຕ່ເຮົາຈະເລົ່າເຖິງນິມິດແລະການສະແດງຊຶ່ງມາຈາກອົງພຣະຜູ້ເປັນເຈົ້າ2 ແຕ່ສິບສີ່ປີມາແລ້ວເຮົາຮູ້ຈັກຄຣິສະຕຽນຜູ້ນຶ່ງ ຜູ້ນັ້ນໄດ້ຖືກຮັບຂຶ້ນໄປເຖິງສວັນຊັ້ນສາມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຊາບ) 3 ເຮົາຮູ້ຈັກວ່າຄົນນັ້ນໄດ້ຮັບຂຶ້ນໄປເຖິງທີ່ສຸຂະເສີມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຊາບ) 4 ຄົນນັ້ນໄດ້ຍິນສຽງທີ່ຈະກ່າວອອກເປັນຄຳບໍ່ໄດ້ ແລະເປັນສິ່ງທີ່ຫ້າມມະນຸດບໍ່ໃຫ້ເປີດເຜີຍ 5 ສຳລັບຄົນຜູ້ນັ້ນແຫລະ, ເຮົາອວດໄດ້ ແຕ່ສຳລັບເຮົາເອງຈະບໍ່ອວດຕົວ ເວັ້ນແຕ່ຈະອວດໃນຄວາມອ່ອນແຮງຂອງເຮົາ 6 ເພາະເຖິງແມ່ນວ່າເຮົາຢາກອວດຕົວ ເຮົາກໍບໍ່ເປັນຄົນໂງ່ ເພາະເຮົາກ່າວຕາມຄວາມຈິງ ແຕ່ເຮົາອົດກັ້ນໄວ້ ກໍເພາະຢ້ານວ່າຈະມີບາງຄົນຍົກຍ້ອງເຮົາ ເກີນກວ່າທີ່ເຂົາໄດ້ຮູ້ຈາກການເຫັນແລະຟັງເຮົານັ້ນ 7 ແລະເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປເນື່ອງຈາກການຊົງສະແດງອັນຫລວງຫລາຍຊຶ່ງມາຈາກພຣະເຈົ້າ ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນຫນາມໃນເນື້ອກາຍຂອງເຮົາ ເປັນບໍຣິວານຂອງຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ 8 ເຣື່ອງສິ່ງນັ້ນເຮົາໄດ້ອ້ອນວອນທູນຂໍອົງພຣະຜູ້ເປັນເຈົ້າເຖິງສາມເທື່ອ ໃຫ້ມັນພົ້ນໄປຈາກເຮົາ 9 ແຕ່ພຣະອົງຊົງກ່າວແກ່ເຮົາວ່າ, “ການທີ່ເຈົ້າມີຄຸນຈາກເຮົາ ກໍພໍສຳລັບເຈົ້າແລ້ວ ດ້ວຍວ່າຄວາມ ອ່ອນແອມີຢູ່ທີ່ໃດ ເດດຂອງເຮົາກໍມີຣິດຂຶ້ນເຕັມຂນາດຢູ່ທີ່ນັ້ນ” ເຫດສັນນັ້ນເຮົາຈຶ່ງມີຄວາມພາກພູມໃຈໃນບັນດາຄວາມອ່ອນແອຂອງເຮົາດີກວ່າ ເພື່ອຣິດເດດຂອງພຣະຄຣິດຈະບັງຮົ່ມເຮົາໄວ້ 10 ສັນນັ້ນ ເພາະເຫັນແກ່ພຣະຄຣິດເຮົາຈຶ່ງຊື່ນໃຈໃນບັນດາຄວາມອ່ອນແອ ໃນການຖືກຫມິ່ນປມາດ ໃນຄວາມຍາກລຳບາກ ໃນການຖືກຂົ່ມເຫັງ ແລະໃນຄວາມຍາກຈົນ ເພາະວ່າເຮົາອ່ອນແອເມື່ອໃດ ເຮົາກໍຈະແຂງແຮງເມື່ອນັ້ນ 11 ເຮົາກາຍເປັນຄົນໂງ່ແລ້ວ ເຈົ້າທັງຫລາຍໄດ້ບັງຄັບເຮົາໃຫ້ເປັນ ເພາະວ່າສົມຄວນແລ້ວທີ່ພວກເຈົ້າຈະຍ້ອງຍໍເຮົາ ເຖິງແມ່ນວ່າເຮົາບໍ່ເປັນຜູ້ດີວິເສດກໍຈິງ ເຮົາກໍບໍ່ຕ່ຳຕ້ອຍກວ່າອັຄສາວົກຊັ້ນຜູ້ໃຫຍ່ເຫລົ່ານັ້ນໃນປະການນຶ່ງປະການໃດ 12 ແທ້ຈິງ, ລັກສະນະຂອງອັຄສາວົກໄດ້ປາກົດຢ່າງແຈ່ມແຈ້ງໃນຖ້າມກາງພວກເຈົ້າ ໂດຍຄວາມພຽນ ໂດຍການສຳຄັນ ໂດຍການອັດສະຈັນ ແລະໂດຍການອິດທິຣິດ 13 ເພາະວ່າເຈົ້າທັງຫລາຍເສັຽປຽບຕໍ່ຄຣິສຕະຈັກອື່ນໆໃນຂໍ້ໃດແດ່ ເວັ້ນໄວ້ແຕ່ໃນຂໍ້ນີ້ ຄືເຮົາບໍ່ໄດ້ເປັນພາຣະອັນຫນັກແກ່ພວກເຈົ້າ ການຜິດນັ້ນຂໍພຣະເຈົ້າຊົງໃຫ້ອະພັຍໂທດແກ່ເຮົາແດ່ຖ້ອນ 14 ນີ້ແຫລະເປັນເທື່ອທີ່ສາມທີ່ເຮົາຕຽມພ້ອມທີ່ຈະມາຫາເຈົ້າທັງຫລາຍແລະເຮົາຈະບໍ່ເປັນພາຣະອັນຫນັກແກ່ພວກເຈົ້າ ເພາະວ່າເຮົາບໍ່ຕ້ອງການສິ່ງໃດຈາກພວກເຈົ້າ ແຕ່ວ່າຕ້ອງການຕົວພວກເຈົ້າ ເຫດວ່ທີ່ລູກຈະທ້ອນໂຮມຊັບໄວ້ສຳລັບພໍ່ແມ່ກໍບໍ່ສົມຄວນ ແຕ່ວ່າແມ່ນພໍ່ແມ່ເປັນຜູ້ທ້ອນໂຮມຊັບໄວ້ສໍາລັບລູກ 15 ຝ່າຍເຮົາກໍມີຄວາມຍິນດີທີ່ຈະສລະຊັບແລະເຫື່ອແຮງທັງຫມົດເພື່ອເຈົ້າທັງຫລາຍ ເມື່ອເຮົາຮັກພວກເຈົ້າຫລາຍຂຶ້ນເຖິງພຽງນີ້ ພວກເຈົ້າຈະກັບຮັກເຮົາຫນ້ອຍລົງຫລື 16 ບາງທີເຈົ້າທັງຫລາຍຈະຍອມຮັບວ່າເຮົາບໍ່ໄດ້ເປັນພາຣະອັນຫນັກແກ່ພວກເຈົ້າ ແຕ່ພວກເຈົ້າຄົງກ່າວວ່າເຮົາໃຊ້ເລ່ລ່ຽມຜົກຈັບພວກເຈົ້າດ້ວຍກົນອຸບາຍ 17 ເຮົາໄດ້ໂກງເອົາປໂຍດອັນໃດຈາກພວກເຈົ້າແດ່ຫລື ໃນການທີ່ເຮົາໄດ້ໃຊ້ຄົນເຫລົ່ານັ້ນໄປຫາພວກເຈົ້າ 18 ເຮົາໄດ້ວອນຂໍໃຫ້ຕີໂຕໄປແລະໃຊ້ໃຫ້ນ້ອງນັ້ນໄປດ້ວຍ ຕີໂຕໄດ້ໂກງເອົາປໂຍດອັນໃດຈາກພວກເຈົ້າແດ່ ເຮົາທັງສອງບໍ່ໄດ້ດຳເນີນການດ້ວຍນ້ຳໃຈອັນດຽວກັນດອກຫລື ເຮົາບໍ່ໄດ້ທຽວໃນຮ່ອງຮອຍອັນດຽວກັນຫລື 19 ເຈົ້າທັງຫລາຍຄົງຄຶດຢູ່ຕລອດມາວ່າເຮົາກ່າວແກ້ຕົວຕໍ່ພວກເຈົ້າ ທີ່ຈິງ, ເຮົາກ່າວໃນພຣະຄຣິດເຫມືອນເຮົາຢູ່ຕໍ່ພຣະພັກພຣະເຈົ້າ ແລະພີ່ນ້ອງທີ່ຮັກຂອງເຮົາເອີຍ ສິ່ງສາຣະພັດທີ່ເຮົາໄດ້ເຮັດນັ້ນ ເຮົາເຮັດເພື່ອໃຫ້ເຈົ້າທັງຫລາຍຈະເຣີນຂຶ້ນ 20 ເພາະເຮົາຄຶດຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາອາດຈະບໍ່ເຫັນພວກເຈົ້າເຫມືອນຢ່າງທີ່ເຮົາຢາກເຫັນ ແລະພວກເຈົ້າຈະບໍ່ເຫັນເຮົາເຫມືອນຢ່າງທີ່ພວກເຈົ້າຢາກເຫັນຄື ຢ້ານວ່າບໍ່ເຫດໃດກໍເຫດນຶ່ງ ຈະມີການຜິດຖຽງກັນ ການອິດສາກັນ ການຄຽດກັນ ການຄຶດໃຫຍ່ໃຝ່ສູງຕໍ່ກັນ ການນິນທາກັນ ການຊຸບຊິບສໍ່ສຽດກັນ ການຂີ້ອົ່ງຈອງຫອງ ແລະການເກະກະວຸ້ນວາຍກັນ 21 ເຮົາຢ້ານວ່າເມື່ອເຮົາກັບມາເຖິງແລ້ວ ພຣະເຈົ້າຂອງເຮົາຈະຊົງບັນດານໃຫ້ເຮົາຖ່ອມຕົວລົງລະອາຍໃຈຕໍ່ຫນ້າເຈົ້າທັງຫລາຍ ແລະເຮົາຈະທຸກໂສກເພາະເຫດທີ່ຫລາຍຄົນໄດ້ເຮັດຜິດບາບມາແຕ່ກ່ອນແລ້ວ ບໍ່ໄດ້ກັບໃຈຈາກການຊົ່ວຮ້າຍ ການຫລິ້ນຊູ້ ແລະການໂລພະຕັນຫາທີ່ເຂົາໄດ້ເຮັດນັ້ນ 131 ເທື່ອນີ້ເປັນເທື່ອທີ່ສາມທີ່ເຮົາຈະມາຫາພວກເຈົ້າ “ຂໍ້ກ່າວຫາອັນໃດຕ້ອງມີພຍານສອງຫລືສາມປາກ ຈຶ່ງຈະເປັນທີ່ເຊື່ອຖືໄດ້”2 ເຮົາໄດ້ເຕືອນເຈົ້າທັງຫລາຍທີ່ເຮັດຜິດບາບມາແຕ່ກ່ອນ ແລະບັນດາຄົນອື່ນໆນັ້ນດ້ວຍ ແລະບັດນີ້ເມື່ອເຮົາບໍ່ຢູ່ ເຮົາຂໍຕັກເຕືອນພວກເຈົ້າອີກ ເຫມືອນເມື່ອເຮົາໄດ້ຢູ່ກັບພວກເຈົ້າເທື່ອທີ່ສອງນັ້ນວ່າ ຖ້າເຮົາມາອີກເຮົາຈະບໍ່ຜ່ອນໂທດໃຫ້ຄົນເຫລົ່ານັ້ນ 3 ເພາະວ່າເຈົ້າທັງຫລາຍຕ້ອງການຈະເຫັນຫລັກຖານວ່າ ພຣະຄຣິດຊົງກ່າວທາງເຮົາ ພຣະອົງບໍ່ໄດ້ຊົງອ່ອນແອຕໍ່ພວກເຈົ້າ ແຕ່ຊົງມີຣິດອຳນາດໃນຖ້າມກາງພວກເຈົ້າ 4 ເພາະເຖິງແມ່ນວ່າພຣະອົງຊົງຖືກຄຶງໄວ້ເນື່ອງຈາກຊົງອ່ອນແອກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ເພາະຣິດອຳນາດຂອງພຣະເຈົ້າ ເພາະວ່າເຮົາກໍອ່ອນແອດ້ວຍກັນກັບພຣະອົງ ແຕ່ເພື່ອພວກເຈົ້າເຮົາກໍມີຊີວິດເປັນຢູ່ດ້ວຍກັນກັບພຣະອົງ ເພາະຣິດອຳນາດຂອງພຣະເຈົ້າ 5 ຈົ່ງພິຈາຣະນາເບິ່ງຕົວເອງວ່າພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ່ ຈົ່ງຊັນນະສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າພຣະເຢຊູຄຣິດຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສັຽແຕ່ພວກເຈົ້າຈະຜ່ານການຊັນນະສູດບໍ່ໄດ້ 6 ແຕ່ເຮົາຫວັງໃຈວ່າເຈົ້າທັງຫລາຍຄົງຮູ້ວ່າເຮົາບໍ່ໄດ້ເປັນຜູ້ຜ່ານການຊັນນະສູດບໍ່ໄດ້ 7 ເຮົາອ້ອນວອນຕໍ່ພຣະເຈົ້າເພື່ອບໍ່ໃຫ້ເຈົ້າທັງຫລາຍເຣັດຊົ່ວປະການໃດ ບໍ່ໃຊ່ແຕ່ເພື່ອຈະໃຫ້ປາກົດວ່າເຮົາເປັນຜູ້ທີ່ຜ່ານການຊັນນະສູດໄດ້ ແຕ່ເພື່ອເຈົ້າທັງຫລາຍຈະເປັນຄົນທີ່ເຮັດເຫມາະສົມ ເຖິງແມ່ນເຮົາຈະເປັນເຫມືອນຄົນທີ່ຜ່ານການຊັນນະສູດບໍ່ໄດ້ກໍຕາມ 8 ເພາະວ່າເຮົາຈະເຮັດສິ່ງໃດຂັດກັບຄວາມຈິງບໍ່ໄດ້ ໄດ້ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ 9 ເພາະວ່າເມື່ອເຮົາອ່ອນແອແລະເຈົ້າທັງຫລາຍເຂັ້ມແຂງນັ້ນ ເຮົາກໍຍິນດີ ເຮົາຈຶ່ງອ້ອນວອນຂໍສິ່ງນີ້ ຄືຂໍໃຫ້ເຈົ້າທັງຫລາຍຈະເຣີນຂຶ້ນຢ່າງດີທີ່ສຸດ 10 ເຮົາຈຶ່ງຂຽນຂໍ້ຄວາມທັງຫລາຍນີ້ເມືອ່ເຮົາບໍ່ຢູ່ນຳ ກໍເພື່ອເວລາເຮົາຢູ່ນຳແລ້ວ ເຮົາຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດ ທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບໃຫ້ແກ່ເຮົາ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ໃຊ່ເພື່ອມ້າງເພລົງ 11 ໃນສຸດທ້າຍນີ້ພີ່ນ້ອງທັງຫລາຍເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເຣີນຂຶ້ນ ຈົ່ງຟັງຄຳວອນຂໍຂອງເຮົາ ຈົ່ງເປັນນ້ຳນຶ່ງໃຈດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສງົບ ແລະພຣະເຈົ້າຜູ້ຊົງຮັກແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ 12 ຈົ່ງທັກທາຍປາສັຍກັນດ້ວຍທັມນຽມຈູບອັນບໍຣິສຸດ 13 ໄພ່ພົນທັງປວງຂອງພຣະເຈົ້າກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ 14 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກຂອງພຣະເຈົ້າ ແລະຄວາມຮ່ວມໃຈແຫ່ງພຣະວິນຍານບໍຣິສຸດ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍທຸກຄົນເທີນ |