3 John 3 ໂຢຮັນ11 ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານ ຄາໂຢທີ່ຮັກ ຜູ້ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ2 ທ່ານທີ່ຮັກເອີຍ, ຂ້າພະເຈົ້າອ້ອນວອນຂໍໃຫ້ທ່ານຈະເຣີນດີຂຶ້ນໃນທຸກສິ່ງ ແລະມີສຸຂພາບແຂງແຮງເຫມືອນຢ່າງຈິດວິນຍານຂອງທ່ານຈະເຣີນດີຢູ່ນັ້ນ 3 ເພາະວ່າຂ້າພະເຈົ້າມີຄວາມຍິນດີຫລາຍ ເມື່ອພວກພີ່ນ້ອງລາງຄົນໄດ້ມາ ແລະເປັນພຍານເຖິງຄວາມສັດຈິງຂອງທ່ານ ເຫມືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ 4 ບໍ່ມີອັນໃດທີ່ເຮັດໃຫ້ຂ້າພະເຈົ້າຍິນດີຫລາຍກວ່ານີ້ ຄືທີ່ໄດ້ຍິນວ່າລູກທັງຫລາຍຂອງຂ້າພະເຈົ້າປະຕິບັດຕາມຄວາມສັດຈິງ 5 ທ່ານທີ່ຮັກເອີຍ ເມື່ອທ່ານສລະເຫື່ອແຮງໃຫ້ພວກພີ່ນ້ອງ ເປັນຕົ້ນວ່າໃຫ້ແກ່ແຂກທີ່ມາເຮືອນ ກໍເປັນທີ່ສະແດງເຖິງຄວາມຈົ່ງຮັກພັກດີຂອງທ່ານ 6 ເຂົາເຫລົ່ານັ້ນໄດ້ເປັນພຍານຕໍ່ຄຣິສຕະຈັກໃນເຣື່ອງຄວາມຮັກຂອງທ່ານ ຖ້າທ່ານຈະຊ່ອຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ທ່ານກໍເຮັດດີ 7 ເພາະເຂົາເຫລົ່ານັ້ນໄດ້ອອກໄປເພາະເຫັນແກ່ພຣະນາມຂອງພຣະອົງ ແລະບໍ່ໄດ້ຮັບສິ່ງໃດຈາກຄົນນອກ 8 ສັນນັ້ນ ຝ່າຍເຮົາທັງຫລາຍຈຳເປັນຕ້ອງສນັບສນຸນອຸ້ມຊູຄົນຢ່າງນັ້ນ ເພື່ອພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ 9 ຂ້າພະເຈົ້າໄດ້ຂຽນບາງສິ່ງບາງຢ່າງເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກຕັ້ງຕົວເປັນໃຫຍ່ເຫມືອນຫມູ່ ກໍບໍ່ຍອມຮັບເຮົາ 10 ສັນນັ້ນ ຖ້າຂ້າພະເຈົ້າມາ ຂ້າພະເຈົ້າຈະເຜີຍການທີ່ເຂົາເຮັດ ຄືທີ່ເຂົາໄດ້ກ່າວໃສ່ຮ້າຍຕໍ່ຂ້າພະເຈົ້າດ້ວຍຄວາມບໍ່ມີແກ່ນສານ ແລະເທົ່ານັ້ນຍັງບໍ່ສົມໃຈ ຊ້ຳບໍ່ຫນຳເຂົາຍັງປະຕິເສດ ບໍ່ຍອມຮັບຕ້ອນພີ່ນ້ອງເຫລົ່ານັ້ນ ແລ້ວຍັງກີດກັນຄົນທັງຫລາຍທີ່ຢາກຮັບຕ້ອນເຂົາ ກັບທັງຕັດເຂົາອອກເສັຽຈາກຄຣິສຕະຈັກ 11 ທ່ານທີ່ຮັກເອີຍ ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດການດີ ກໍເປັນຂອງພຣະເຈົ້າ ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ 12 ສ່ວນເດເມທີໂອນັ້ນ ທຸກຄົນກໍເປັນພຍານວ່າທ່ານເປັນຄົນດີ ແລະຄວາມຈິງເອງກໍເປັນພຍານ ຝ່າຍຂ້າພະເຈົ້າກໍເປັນພຍານເຫມືອນກັນ ແລະທ່ານຮູ້ແລ້ວວ່າຄຳພຍານຂອງຂ້າພະເຈົ້າກໍຈິງ 13 ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຂຽນມາເຖິງທ່ານ ແຕ່ບໍ່ຢາກຂຽນດ້ວຍປາກກາ ແລະນ້ຳຫມຶກ 14 ຂ້າພະເຈົ້າຫວັງວ່າຈະໄດ້ເຫັນທ່ານໃນໄວໆນີ້ ແລະຈະໄດ້ເວົ້າກັບປາກຕໍ່ປາກ 15 ຂໍສັນຕິສຸກຈົ່ງມີແກ່ທ່ານ ບັນດາສະຫາຍທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ ຂໍທ່ານໄດ້ຝາກຄວາມຄິດເຖິງນີ້ແກ່ບັນດາສະຫາຍທາງພຸ້ນດ້ວຍອອກຊື່ຂອງທຸກຄົນ |