1 Peter 1 ເປໂຕ11 ເປໂຕ ອັຄສາວົກຂອງພຣະເຢຊູຄຣິດ ຮຽນ ພວກທີ່ຖືກຊົງເລືອກໄວ້ ແລະທີ່ກະຈັດກະຈາຍໄປເປັນຜູ້ພັກເຊົາໃນແຂວງປົນໂຕ ແຂວງຄາລາເຕັຽ ແຂວງກັປປາໂດເກັຽ ແຂວງອາເຊັຽ ແລະແຂວງບິທີເນັຽ2 ຄືຜູ້ທີ່ພຣະເຈົ້າພຣະບິດາໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງຫນ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳຮະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດ ແລະຈະໃຫ້ຮັບການຊິດດ້ວຍພຣະໂລຫິດຂອງພຣະອົງ ຂໍພຣະຄຸນແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ທ່ານທັງຫລາຍເທີນ 3 ສາທຸການແດ່ພຣະເຈົ້າພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງພຣະມະຫາກະຣຸນາແກ່ພວກເຮົາ, ຊົງໂຜດໃຫ້ພວກເຮົາບັງເກີດໃຫມ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດ 4 ເພື່ອໃຫ້ໄດ້ຮັບມໍຣະດົກຊຶ່ງບໍ່ຮູ້ເປື່ອຍເນົ່າ, ບໍ່ຖືກຊົ່ວມົວຫມອງ, ແລະຫ່ຽວແຫ້ງໄປບໍ່ໄດ້ ຊຶ່ງໄດ້ຮັກສາໄວ້ໃນມະຫາສວັນເພື່ອທ່ານທັງຫລາຍ 5 ຊຶ່ງເປັນຜູ້ທີ່ຣິດເດດຂອງພຣະເຈົ້າຊົງເຝົ້າຮັກສາໄວ້ດ້ວຍຄວາມເຊື່ອ ຈົນໄດ້ເຖິງຄວາມພົ້ນຊຶ່ງພ້ອມແລ້ວທີ່ຈະປາກົດໃນເວລາສຸດທ້າຍ 6 ໃນສິ່ງນີ້ແຫລະ, ຈົ່ງຊົມຊື່ນຍິນດີຫລາຍ ເຖິງແມ່ນວ່າດຽວນີ້ຈຳເປັນທີ່ພວກທ່ານຈະຕ້ອງທົນຄວາມທຸກໂສກ ດ້ວຍການຖືກທົດລອງຕ່າງໆໃນຊົ່ວເວລານຶ່ງ 7 ເຖິງແມ່ນວ່າຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳທີ່ຍ່ອມຮູ້ສູນຫາຍໄປ ດັ່ງນັ້ນ ການທົດລອງຕ່າງໆກໍເກີດຂຶ້ນເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ ປາກົດວ່າຄວນຮັບຄວາມສັຣເສີນ, ສະງ່າຣາສິ, ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ 8 ພຣະອົງຜູ້ທີ່ທ່ານຍັງບໍ່ໄດ້ເຫັນ ແຕ່ພວກທ່ານກໍຍັງຮັກພຣະອົງຢູ່ ເຖິງແມ່ນວ່າຂນະທີ່ພວກທ່ານບໍ່ເຫັນພຣະອົງ ແຕ່ຍັງເຊື່ອແລະຊື່ນຊົມຍິນດີດ້ວຍຄວາມຍິນດີອັນຮຸ່ງເຮືອງຊຶ່ງເຫລືອທີ່ຈະອະທິບາຍໄດ້ 9 ແລ້ວທ່ານທັງຫລາຍຈຶ່ງໄດ້ຮັບຕາມຈຸດປະສົງແຫ່ງຄວາມເຊື່ອຂອງພວກທ່ານ ຄືວິນຍານຈິດຂອງພວກທ່ານຈະໄດ້ລອດພົ້ນ 10 ບັນດາຜູ້ປະກາດພຣະທັມຜູ້ໄດ້ທຳນວາຍເຖິງພຣະຄຸນ ຊຶ່ງຈະບັງເກີດແກ່ທ່ານທັງຫລາຍກໍຄົ້ນຄວ້າ ແລະສືບຖາມຫາຢ່າງຖ້ວນຖີ່ກ່ຽວກັບເຣື່ອງຄວາມພົ້ນນີ້ 11 ເຂົາໄດ້ສືບຄົ້ນຫາວ່າ ພຣະວິນຍານຂອງພຣະຄຣິດຜູ້ຊົງສະຖິດຢູ່ໃນເຂົາ ໄດ້ຊົງບົ່ງໄວ້ເຖິງຄາວໃດ ແລະເວລາຢ່າງໃດ ເມື່ອພຣະອົງຊົງທຳນວາຍໄວ້ເຖິງຄວາມທຸກທໍຣະມານຂອງພຣະຄຣິດ ແລະເຖິງສະງ່າຣາສີທີ່ຈະມາພາຍຫລັງຄວາມທຸກທໍຣະມານນັ້ນ 12 ກໍຊົງສະແດງໃຫ້ພວກຜູ້ປະກາດພຣະທັມນັ້ນຊາບວ່າ ທີ່ເຂົາເຫລົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບເຂົາເອງແຕ່ສຳລັບທ່ານທັງຫລາຍ ບັດນີ້ ຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແກ່ທ່ານທັງຫລາຍ ໄດ້ກ່າວສິ່ງເຫລົ່ານັ້ນແກ່ພວກທ່ານແລ້ວ ໂດຍພຣະວິນຍານບໍຣິສຸດຜູ້ຊົງຮັບໃຊ້ມາຈາກສວັນ ເຫດການເຫລົ່ານີ້ເປັນສິ່ງຊຶ່ງພວກເທວະດາປາຖນາຈະພິຈາຣະນາເບິ່ງ 13 ເຫດສັນນັ້ນ ຈົ່ງຕຽມຕົວຕຽມໃຈຂອງພວກທ່ານໃຫ້ດີ ຈົ່ງມີສະຕິລະວັງຕົວ ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ ຄືພຣະຄຸນຊຶ່ງຈະຊົງໂຜດປະທານແດ່ພວກທ່ານ ເມື່ອພຣະເຢຊູຈະສະເດັດມາປາກົດ 14 ໂດຍທີ່ພວກທ່ານເປັນລູກທີ່ຟັງຄວາມ ຢ່າໄດ້ດຳເນີນຊີວິດຕາມກິເລດຕັນຫາແບບເກົ່າ ຢ່າງເມື່ອພວກທ່ານຍັງໂງ່ຢູ່ 15 ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ ຝ່າຍພວກທ່ານຈົ່ງກາຍເປັນຜູ້ບໍຣິສຸດໃນກິຣິຍາວາຈາທຸກປະການເຫມືອນກັນ 16 ເພາະມີຄຳຂຽນໄວ້ແລ້ວວ່າ, “ເຈົ້າທັງຫລາຍຈົ່ງເປັນບໍຣິສຸດ ເພາະຝ່າຍເຮົາບໍຣິສຸດ” 17 ແລະຖ້າພວກທ່ານອ້ອນວອນທູນຂໍຕໍ່ພຣະອົງ ຜູ້ຊົງພິພາກສາທຸກຄົນຕາມກິຈການຂອງເຂົາໂດຍບໍ່ເລືອກຫນ້າຜູ້ໃດ ເຖິງແມ່ນວ່າພວກທ່ານເອີ້ນພຣະອົງວ່າ “ພຣະບິດາ” ກໍຕາມ ຈົ່ງປະຕິບັດໄປດ້ວຍຄວາມຢຳເກງຕລອດເວລາທີ່ພວກທ່ານອາໄສຢູ່ໃນໂລກນີ້ 18 ທ່ານທັງຫລາຍຮູ້ແລ້ວວ່າ ພຣະອົງຊົງໄຖ່ພວກທ່ານອອກຈາກການດຳເນີນຊີວິດອັນບໍ່ມີປໂຍດ ຊຶ່ງພວກທ່ານໄດ້ຮັບຕໍ່ຈາກບັນພະບຸຣຸດຂອງພວກທ່ານ ບໍ່ແມ່ນໄຖ່ໄວ້ດ້ວຍສິ່ງຂອງທີ່ເສື່ອມສູນໄປ ຄືເງິນແລະຄຳ 19 ແຕ່ຊົງໄຖ່ດ້ວຍພຣະໂລຫີດອັນຊົງມີຄ່າຂອງພຣະຄຣິດ ເຫມືອນດັ່ງເລືອດລູກແກະທີ່ບໍ່ມີຕຳຫນິຫລືຮອຍດ່າງ 20 ພຣະເຈົ້າໄດ້ຊົງກຳນົດພຣະຄຣິດນັ້ນໄວ້ກ່ອນຊົງສ້າງໂລກ ແຕ່ໄດ້ຊົງໃຫ້ພຣະອົງປາກົດໃນເວລາສຸດທ້າຍນີ້ເພື່ອທ່ານທັງຫລາຍ 21 ເພາະດ້ວຍພຣະຄຣິດນັ້ນ ພວກທ່ານຈຶ່ງວາງໃຈເຊື່ອໃນພຣະເຈົ້າ, ຜູ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາຈາກຕາຍ, ແລະຊົງປະທານສະງ່າຣາສີໃຫ້ແກ່ພຣະອົງ ຈົນກວ່າຄວາມເຊື່ອແລະຄວາມຫວັງໃຈຂອງພວກທ່ານຈຶ່ງຕັ້ງຢູ່ໃນພຣະເຈົ້າ 22 ທີ່ທ່ານທັງຫລາຍໄດ້ຊຳຮະຈິດໃຈຂອງຕົນໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ, ພວກທ່ານຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ 23 ດ້ວຍວ່າທ່ານທັງຫລາຍໄດ້ເກີດໃຫມ່ແລ້ວ ບໍ່ແມ່ນເກີດຈາກແນວປູກທີ່ອາດເປື່ອຍເນົ່າ ແຕ່ເກີດຈາກແນວປູກທີ່ບໍ່ອາດເປື່ອຍເນົ່າ ຄືເກີດຈາກພຣະທັມຂອງພຣະເຈົ້າອັນຊົງຊີວິດແລະຕັ້ງຫມັ້ນຄົງ 24 ເພາະວ່າ, “ບັນດາມະນຸດທັງຫມົດເປັນເຫມືອນຕົ້ນຫຍ້າ ແລະບັນດາສະງ່າຣາສີຂອງເຂົາກໍເປັນເຫມືອນດອກຫຍ້າ ຕົ້ນຫຍ້າກໍຫ່ຽວແຫ້ງໄປ ແລະດອກມັນກໍລ່ວງຫລົ່ນໄປ 25 ແຕ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ເປັນນິດ” ພຣະທັມນັ້ນຄືຂ່າວປະເສີດທີ່ໄດ້ປະກາດໃຫ້ພວກທ່ານຊາບແລ້ວ 21 ເຫດສັນນັ້ນ ທ່ານທັງຫລາຍຈົ່ງລະຖິ້ມຄວາມຄຶດຮ້າຍທັງປວງ ກົນອຸບາຍທຸກຢ່າງ ການຫນ້າຊື່ໃຈຄົດ ຄວາມອິດສາ ແລະຄຳເວົ້ານິນທາທັງຫມົດ2 ເຫມືອນເດັກນ້ອຍໆທີ່ເກີດໃຫມ່ ຈົ່ງຮ້ອນໃຈປາຖນານ້ຳນົມອັນບໍຣິສຸດຝ່າຍວິນຍານ ເພື່ອດ້ວຍນ້ຳນົມນັ້ນຈະເຮັດໃຫ້ພວກທ່ານຈະເຣີນຂຶ້ນເຖິງຄວາມພົ້ນ 3 ເພາະພວກທ່ານໄດ້ຊິມຣົດຮູ້ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງປະກອບດ້ວຍພຣະກະຣຸນາຄຸນ 4 ຈົ່ງມາຫາພຣະອົງຜູ້ຊົງເປັນພຣະສີລາທີ່ຊົງຊີວິດ ຊຶ່ງຝ່າຍມະນຸດໄດ້ປະຖິ້ມເສັຽ ແຕ່ຝ່າຍພຣະເຈົ້າຊົງເລືອກໄວ້ ແລະຊົງຖືວ່າມີຄ່າ 5 ທ່ານທັງຫລາຍກໍເປັນເຫມືອນຫີນທີ່ມີຊີວິດຢູ່ ພວກທ່ານຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນພຣະວິຫານຝ່າຍວິນຍານ, ເປັນປະໂຣຫິດບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງຊອບພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດ 6 ເພາະມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ເບິ່ງແມ໋, ເຮົາວາງຫີນກ້ອນນຶ່ງລົງໃນເມືອງຊີໂອນ ເປັນຫີນເສົກເອກທີ່ເລືອກໄວ້ແລ້ວ ແລະເປັນຫີນທີ່ມີຄ່າອັນປະເສີດ ຜູ້ທີ່ວາງໃຈໃນຫີນນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ” 7 ຄ່າປະເສີດນັ້ນມີສຳລັບທ່ານທັງຫລາຍທີ່ວາງໃຈເຊື່ອ ແຕ່ສຳລັບຄົນທັງຫລາຍທີ່ບໍ່ເຊື່ອນັ້ນ, “ຫີນທີ່ຊ່າງກໍ່ຖິ້ມເສັຽແລ້ວ ຫີນນັ້ນແຫລະ, ໄດ້ກັບກາຍເປັນຫີນເສົກເອກ” 8 ແລະ, “ເປັນຫິນທີ່ເຮັດໃຫ້ຕຳສະດຸດ ແລະເປັນຫີນທີ່ເຮັດໃຫ້ສະດຸດລົ້ມ” ທີ່ເຂົາສະດຸດນັ້ນກໍເພາະເຂົາບໍ່ໄດ້ເຊື່ອຟັງພຣະທັມ ເຂົາກໍຖືກຊົງກຳນົດໄວ້ສຳລັບການນີ້ແຫລະ, 9 ແຕ່ຝ່າຍທ່ານທັງຫລາຍເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົລເມືອງຂອງພຣະເຈົ້າເອງ ເພື່ອທ່ານທັງຫລາຍຈະໄດ້ປະກາດພຣະບາຣະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສວ່າງອັນມະຫັສຈັນຂອງພຣະອົງ 10 ຄືເມື່ອກ່ອນນັ້ນທ່ານທັງຫລາຍບໍ່ມີຊາດ ແຕ່ບັດນີ້ເປັນພົລເມືອງຂອງພຣະເຈົ້າ ເມື່ອກ່ອນພວກທ່ານບໍ່ໄດ້ຮັບພຣະກະຣຸນາ ແຕ່ບັດນີ້ພວກທ່ານໄດ້ຮັບພຣະກະຣຸນາແລ້ວ 11 ທ່ານທີ່ຮັກທັງຫລາຍເອີຍ, ຂ້າພະເຈົ້າຂໍເຕືອນສະຕິພວກທ່ານ ເຫມືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳເສິກຕໍ່ສູ້ຈິດວິນຍານ 12 ຈົ່ງດຳເນີນຊີວິດອັນດີຖ້າມກາງຄົນຕ່າງຊາດ ເພື່ອໃນກໍຣະນີທີ່ເຂົາຕິຕຽນນິນທາພວກທ່ານວ່າເປັນຄົນເຮັດຊົ່ວນັ້ນ ເຂົາກໍຈະສັຣເສີນພຣະເຈົ້າໃນວັນທີພຣະອົງສະເດັດມາ ເພາະເຂົາໄດ້ແລເຫັນການດີທີ່ພວກທ່ານປະຕິບັດນັ້ນ 13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ທ່ານທັງຫລາຍຈົ່ງຍອມຢູ່ໃຕ້ຂໍ້ບັງຄັບທີ່ມະນຸດຕັ້ງໄວ້ທຸກຢ່າງ ບໍ່ວ່າຜູ້ນັ້ນຈະເປັນມະຫາກະສັດຜູ້ສູງສຸດ 14 ຫລືຈະເປັນຜູ້ປົກຄອງທີ່ໄດ້ຮັບສັ່ງຈາກພຣະມະຫາກະສັດນັ້ນ ໃຫ້ລົງໂທດຜູ້ທີ່ເຣັດຊົ່ວແລະຍົກຍ້ອງຜູ້ທີ່ເຮັດດີ 15 ເພາະນ້ຳພຣະທັຍຂອງພຣະເຈົ້າເປັນດັ່ງນີ້ແຫລະ, ຄືດ້ວຍເຮັດການດີ ດັ່ງນັ້ນ ພວກທ່ານຈະໄດ້ລະງັບຄວາມໂງ່ຂອງຄົນທີ່ບໍ່ມີສະຕິໃຫ້ມິດເສັຽ 16 ຈົ່ງດຳເນີນຊີວິດຢ່າງຄົນມີເສຣິພາບ ແຕ່ຢ່າໃຊ້ເສຣິພາບນັ້ນເປັນຂໍ້ອ້າງເພື່ອເຮັດຄວາມຊົ່ວ ແຕ່ຈົ່ງດຳເນີນຊີວິດເຫມືອນເປັນຂ້ອຍຂ້າຂອງພຣະເຈົ້າ 17 ຈົ່ງໃຫ້ກຽດແກ່ທຸກຄົນ ຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງຖວາຍກຽດແດ່ມະຫາກະສັດ 18 ທ່ານທັງຫລາຍທີ່ເປັນຜູ້ຮັບໃຊ້ເອີຍ, ຈົ່ງຍອມຟັງນາຍຂອງຕົນດ້ວຍຄວາມເຄົາຣົບທຸກຢ່າງ ບໍ່ແມ່ນແຕ່ນາຍທີ່ເປັນຄົນໃຈດີສຸພາບເທົ່ານັ້ນ ແຕ່ທັງນາຍທີ່ໂຫດຮ້າຍເຫມືອນກັນ 19 ຖ້າຜູ້ໃດຍອມຮັບຄວາມທຸກທໍຣະມານອັນບໍ່ເປັນທັມເພາະເຫັນແກ່ພຣະເຈົ້າ ນັ້ນແຫລະ, ເປັນການຊອບ 20 ເພາະຖ້າພວກທ່ານເຮັດການຊົ່ວ ແລະອົດທົນເອົາການຂ້ຽນຕີເພາະເຮັດຊົ່ວ ຈະເປັນການດີການຊອບຢ່າງດຽວ ແຕ່ຖ້າພວກທ່ານເຮັດການດີແລະອົດທົນເອົາຄວາມທຸກທໍຣະມານເພາະການດີນັ້ນ ດັ່ງນັ້ນແຫລະ, ເປັນການຊອບຕໍ່ພຣະພັກພຣະເຈົ້າ 21 ເພາະວ່າພຣະເຈົ້າໄດ້ຊົງເອີ້ນພວກທ່ານໄວ້ສຳລັບການນີ້ແຫລະ, ເພາະພຣະຄຣິດກໍໄດ້ຊົງທົນທຸກທໍຣະມານແທນທ່ານທັງຫລາຍເຫມືອນກັນ ໂດຍໃຫ້ເປັນແບບຢ່າງແກ່ພວກທ່ານ ເພື່ອພວກທ່ານຈະໄດ້ຕິດຕາມຮອຍພຣະບາດຂອງພຣະອົງ 22 “ພຣະອົງບໍ່ໄດ້ຊົງເຣັດບາບຈັກປະການ ແລະຄຳອຸບາຍໃນພຣະໂອດຂອງພຣະອົງກໍຊອກບໍ່ພົບ” 23 ເມື່ອເຂົາກ່າວຄຳຫຍາບຊ້າຕໍ່ພຣະອົງ ພຣະອົງກໍບໍ່ໄດ້ຊົງກ່າວຄຳຫຍາບຊ້າຕອບ ເມື່ອພຣະອົງຊົງທົນທຸກທໍຣະມານ ພຣະອົງກໍບໍ່ໄດ້ຊົງຂູ່ເຂັນ ແຕ່ຊົງມອບເຣື່ອງຂອງພຣະອົງໄວ້ກັບພຣະເຈົ້າ ຜູ້ຊົງພິພາກສາຢ່າງຍຸດຕິທັມ 24 ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສັຽ ຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທັມ ດ້ວຍບາດແຜຂອງພຣະອົງ ທ່ານທັງຫລາຍກໍດີປົກກະຕິແລ້ວ 25 ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງທາງໄປ ແຕ່ບັດນີ້ໄດ້ຕ່າວຄືນມາຫາພຣະຜູ້ລ້ຽງ ແລະຜູ້ດູແລຈິດວິນຍານຂອງທ່ານທັງຫລາຍແລ້ວ 31 ຝ່າຍທ່ານທັງຫລາຍຜູ້ເປັນພັຣຍາກໍເຫມືອນກັນ ຈົ່ງຍອມຟັງສາມີຂອງຕົນ ເພື່ອວ່າຖ້າສາມີຜູ້ໃດບໍ່ເຊື່ອຟັງພຣະທັມຂອງພຣະເຈົ້າ ການປະຕິບັດຂອງພັຣຍາກໍອາດຈະຈູງໃຈສາມີໄດ້ໂດຍບໍ່ຕ້ອງເວົ້າຈັກຄຳ2 ຄືເມື່ອສາມີຈະໄດ້ແລະເຫັນການປະຕິບັດອັນບໍຣິສຸດ ແລະອ່ອນນ້ອມຂອງພວກທ່ານຜູ້ເປັນພັຣຍາ 3 ການປະຕິບັດຕົກແຕ່ງກາຍນັ້ນ ຢ່າໃຫ້ເປັນການປະຕິບັດຕົກແຕ່ງພາຍນອກ ຄືການຖັກຜົມ, ໃສ່ເຄື່ອງຄຳ, ແລະເຄື່ອງນຸ່ງ 4 ແຕ່ໃຫ້ເປັນການປະດັບທີ່ຊ່ອນໄວ້ໃນຈິດໃຈ ແຕ່ງດ້ວຍເຄື່ອງປະດັບທີ່ບໍ່ຮູ້ເສື່ອມສູນ ຄືດ້ວຍຈິດໃຈອ່ອນສຸພາບ ແລະສງົບຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ 5 ເຫດວ່າບັນດາແມ່ຍິງຜູ້ມີສິນທັມໃນເຊັ່ນບູຮານຜູ້ຊຶ່ງມີຄວາມຫວັງໃນພຣະເຈົ້າ ໄດ້ຕົກແຕ່ງກາຍຢ່າງນັ້ນ ໂດຍໄດ້ຍອມຟັງສາມີຂອງຕົນ 6 ເຫມືອນຢ່າງນາງຊາຣາໄດ້ຍອມຟັງອັບຣາຮາມແລະເອີ້ນທ່ານວ່າ “ນາຍ” ຖ້າພວກທ່ານເຮັດດີ ບໍ່ຕົກໃຈກົວຕໍ່ສິ່ງໃດ ພວກທ່ານກໍກາຍເປັນລູກຫລານຂອງນາງແລ້ວ 7 ທ່ານທັງຫລາຍທີ່ເປັນສາມີກໍເຫມືອນກັນ ຈົ່ງຢູ່ກິນກັບພັຣຍາດ້ວຍເຂົ້າໃຈວ່າ ນາງເປັນເພດອ່ອນແອກວ່າ ຈົ່ງນັບຖືພັຣຍາເຫມືອນເປັນຜູ້ຮ່ວມກັນຮັບພຣະຄຸນແຫ່ງຊີວິດເປັນມໍຣະດົກ ເພື່ອບໍ່ໃຫ້ສິ່ງນຶ່ງສິ່ງໃດຂັດຂວາງຄວາມອ້ອນວອນຂອງພວກທ່ານ 8 ໃນທີ່ສຸດ ພວກທ່ານທຸກຄົນຈົ່ງເປັນນ້ຳນຶ່ງໃຈດຽວກັນ ຈົ່ງເຫັນອົກເຫັນໃຈກັນ ຈົ່ງຮັກກັນເຫມືອນພີ່ນ້ອງຮ່ວມທ້ອງ ຈົ່ງມີຈິດໃຈເອັນດູແລະຖ່ອມລົງ 9 ຢ່າຮ້າຍຕອບແທນການຮ້າຍ ຢ່າດ່າຕອບແທນການດ່າ ແຕ່ກົງກັນຂ້າມ ຈົ່ງອວຍພອນແກ່ເຂົາ ດ້ວຍວ່າພຣະອົງຊົງເອີ້ນພວກທ່ານໃຫ້ເຮັດການຢ່າງນີ້ແຫລະ, ເພື່ອພວກທ່ານຈະໄດ້ຮັບພຣະພອນມາເປັນມໍຣະດົກ 10 ເພາະວ່າ, “ຜູ້ທີ່ຢາກຮັບຊີວິດອັນດີ ແລະປາຖນາທີ່ຈະເຫັນວັນສນຸກ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນ ບໍ່ໃຫ້ເວົ້າຄວາມຊົ່ວ ແລະຫ້າມປາກບໍ່ໃຫ້ກ່າວຄຳອຸບາຍລໍ້ລວງ 11 ຈົ່ງໃຫ້ຜູ້ນັ້ນເວັ້ນຫນີຈາກການຊົ່ວ ແລະເຮັດການດີ ຈົ່ງໃຫ້ຜູ້ນັ້ນສແວງຫາສັນຕິສຸກແລະພຍາຍາມຕິດຕາມໄປ” 12 “ພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທັມ ແລະພຣະອົງກໍຊົງຮັບຟັງຄຳອ້ອນວອນຂອງເຂົາ ແຕ່ພຣະພັກຂອງພຣະອົງຊົງຕໍ່ສູ້ບັນດາຄົນທີ່ເຮັດການຊົ່ວ” 13 ຖ້າທ່ານທັງຫລາຍກາຍເປັນຄົນຫມັ້ນໃຈເຮັດການດີ ໃຜຫນໍຈະເຮັດຮ້າຍແກ່ທ່ານ 14 ແຕ່ເຖິງແມ່ນວ່າທ່ານທັງຫລາຍທົນທຸກເພາະໄດ້ເຮັດການຊອບທັມ ພວກທ່ານກໍເປັນສຸກ ແຕ່ຢ່າຊູ່ຢ້ານການທີ່ເຂົາເຮັດໃຫ້ພວກທ່ານສະດຸ້ງຕົກໃຈນັ້ນ ແລະຢ່າວິຕົກກັງວົນ 15 ແຕ່ໃນໃຈຂອງທ່ານທັງຫລາຍ, ຈົ່ງເຄົາຣົບນັບຖືພຣະຄຣິດວ່າເປັນອົງພຣະຜູ້ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສເມີ ເພື່ອພວກທ່ານຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກທ່ານວ່າ ທ່ານມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້ 16 ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສເພື່ອວ່າ, ເມື່ອພວກທ່ານຖືກປມາດນິນທາ ຄົນທີ່ກ່າວຫຍາບຊ້າຕໍ່ທັມນຽມຄຣິສະຕຽນອັນດີຂອງພວກທ່ານນັ້ນ ກໍຈະໄດ້ຮັບຄວາມອັບອາຍ 17 ເພາະວ່າຖ້ານ້ຳພຣະທັຍຂອງພຣະເຈົ້າຊົງເຫັນດີໃຫ້ພວກທ່ານທົນທຸກຍ້ອນການເຮັດດີ ກໍດີກວ່າຕ້ອງທົນທຸກຍ້ອນເຮັດການຊົ່ວ 18 ດ້ວຍວ່າພຣະຄຣິດກໍເຫມືອນກັນ, ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທັມແທນຜູ້ບໍ່ຊອບທັມ ເພື່ອຈະນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສັຽ ແຕ່ຝ່າຍວິນຍານພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ 19 ແລະໂດຍທາງວິນຍານນັ້ນພຣະອົງໄດ້ສະເດັດໄປປະກາດແກ່ບັນດາວິນຍານ ທີ່ຖືກຄຸກຢູ່ 20 ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງພຣະເຈົ້າ ຄືເມື່ອພຣະເຈົ້າຊົງສະແດງຄວາມອົດທົນດົນນານໃນສະໄຫມຂອງໂນອາ ຂນະທີ່ທ່ານກຳລັງສ້າງນາວາຢູ່ ໃນນາວານັ້ນມີຄົນຈຳນວນຫນ້ອຍ ຄືແປດຄົນທີ່ໄດ້ຜ່ານພົ້ນນ້ຳຖ້ວມນັ້ນ 21 ນ້ຳນັ້ນຫມາຍເຖິງພິທີບັບຕິສະມາທີ່ໃຫ້ພວກທ່ານລອດພົ້ນດຽວນີ້ ບັບຕິສະມານີ້ບໍ່ແມ່ນການຊຳຮະສິ່ງເປື້ອນເປິທາງຮ່າງກາຍ ແຕ່ເປັນການຮຽນຂໍຕໍ່ພຣະເຈົ້າດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ບັບຕິສະມານີ້ໃຫ້ເຖິງທີ່ພົ້ນ ເພາະດ້ວຍການທີ່ພຣະເຢຊູຄຣິດຊົງເປັນຄືນມາຈາກຕາຍ 22 ຜູ້ໄດ້ສະເດັດເຂົ້າໃນມະຫາສວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດແລະຣິດເດດ ຖືກມອບໄວ້ໃຫ້ຜູ້ໃຕ້ອຳນາດຂອງພຣະອົງແລ້ວ 41 ສັນນັ້ນໂດຍເຫດທີ່ພຣະຄຣິດໄດ້ຊົງທົນທຸກທໍຣະມານທາງພຣະກາຍແລ້ວ ທ່ານທັງຫລາຍກໍຈົ່ງມີຄວາມຄຶດຢ່າງດຽວກັນນັ້ນເປັນເຄື່ອງອາວຸດເຫມືອນກັນ ເພາະວ່າຜູ້ທີ່ທົນທຸກທໍຣະມານທາງກາຍກໍໄດ້ຢຸດເສັຽຈາກການຜິດບາບ2 ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກຕາມຄວາມປາຖນາຂອງມະນຸດ ແຕ່ດຳເນີນໄປຕາມນ້ຳພຣະທັຍຂອງພຣະເຈົ້າ 3 ດ້ວຍວ່າຄາວທີ່ລ່ວງພົ້ນໄປແລ້ວນັ້ນ ທີ່ໄດ້ເຮັດຕາມໃຈຊອບຂອງຄົນຕ່າງຊາດກໍພຽງພໍແລ້ວ ຄືຄາວເມື່ອໄດ້ເຮັດຕາມຣາຄະຕັນຫາ, ຕາມໃຈປາຖນາອັນຊົ່ວ ດື່ມເຫລົ້າເມົາສຸຣາ ລ້ຽງກັນຢ່າງເຖິງໃຈ ຮ່ວມກັນກິນເຫລົ້າເກີນສ່ວນ ແລະຂາບໄຫວ້ພຣະທຽມຊຶ່ງຜິດທັມ 4 ໃນເຣື່ອງນີ້ເຂົາກໍປລາດໃຈທີ່ພວກທ່ານບໍ່ຍອມແລ່ນໄປເຂົ້າສ່ວນກັບເຂົາ ໃນການຊົ່ວຮ້າຍອັນເຫລືອລົ້ນເຫມືອນຢ່າງເຂົາ ແລະເຂົາກໍກ່າວຄຳນິນທາໃສ່ພວກທ່ານ 5 ຄົນເຫລົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງ ຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ 6 ດ້ວຍເຫດນີ້ແຫລະ, ຂ່າວປະເສີດໄດ້ຊົງປະກາດແກ່ພວກຄົນທີ່ຕາຍໄປແລ້ວເຫມືອນກັນ ເພື່ອເຂົາຈະໄດ້ຖືກຊົງພິພາກສາໃນເນື້ອກາຍເຫມືອນຢ່າງມະນຸດທົ່ວໆໄປ ແລ້ວຈະໄດ້ມີຊີວິດທາງຈິດວິນຍານຢ່າງດຽວກັບພຣະເຈົ້າ 7 ອະວະສານຂອງສິ່ງທັງປວງໃກ້ຈະມາເຖິງແລ້ວ ເຫດສັນນັ້ນທ່ານທັງຫລາຍຈົ່ງມີສະຕິອັນດີ ແລະຄອຍລະວັງຕົວສຳລັບການອ້ອນວອນ 8 ທີ່ສຳຄັນກວ່າສິ່ງອື່ນໆທັງຫມົດກໍຄືຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກປົກບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ 9 ທ່ານທັງຫລາຍຈົ່ງຕ້ອນຮັບເຊິ່ງກັນແລະກັນໂດຍບໍ່ຈົ່ມ 10 ຕາມທີ່ທຸກຄົນໄດ້ຮັບສິ່ງທີ່ຊົງປະທານໃຫ້ແລ້ວ ກໍໃຫ້ໃຊ້ຂອງປະທານນັ້ນເພື່ອປໂຍດແກ່ກັນແລະກັນ ເຫມືອນຜູ້ຮັບມອບຫມາຍຜູ້ດີທີ່ຮັບໃຊ້ພຣະຄຸນນາໆປະການຂອງພຣະເຈົ້າ 11 ຖ້າຜູ້ໃດກ່າວ ກໍໃຫ້ເຫມືອນຜູ້ກ່າວພຣະທັມຂອງພຣະເຈົ້າ ຖ້າຜູ້ໃດເປັນຜູ້ບໍຣິຫານການຮັບໃຊ້ ກໍໃຫ້ບໍຣິຫານຮັບໃຊ້ເຫມືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ກຽດໃນການທັງປວງໂດຍທາງພຣະເຢຊູຄຣິດ ສະງ່າຣາສີແລະຣິດທານຸພາບຊົງມີແກ່ພຣະອົງສືບໆໄປເປັນນິດ ອາແມນ 12 ພວກທີ່ຮັກເອີຍ, ຢ່າປລາດໃຈທີ່ພວກທ່ານໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເຫມືອນກັບວ່າເປັນເຫດອັນແປກປລາດເກີດຂື້ນກັບພວກທ່ານ 13 ແຕ່ທ່ານທັງຫລາຍຈົ່ງຊົມຊື່ນຍິນດີທີ່ໄດ້ມີສ່ວນໃນຄວາມທຸກທໍຣະມານຂອງພຣະຄຣິດ ເພື່ອວ່າ ເມື່ອສະງ່າຣາສີຂອງພຣະອົງປາກົດຂຶ້ນ ພວກທ່ານກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເຫມືອນກັນ 14 ຖ້າທ່ານທັງຫລາຍຖືກຫມິ່ນປມາດເພາະພຣະນາມຂອງພຣະຄຣິດ ພວກທ່ານກໍເປັນສຸກ ເພາະວ່າພຣະວິນຍານຜູ້ຊົງສະງ່າຣາສີ ຄືພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ກັບພວກທ່ານ 15 ແຕ່ວ່າຢ່າໃຫ້ຜູ້ໃດໃນພວກທ່ານໄດ້ຮັບຄວາມທຸກເພາະເປັນຜູ້ຂ້າຄົນ, ເປັນຂະໂມຍ, ເປັນຜູ້ທຳຮ້າຍ, ຫລືເປັນຜູ້ທຽວຫຍຸ້ງກ່ຽວກັບກິດທຸຣະຂອງຄົນອື່ນ 16 ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະມີຊື່ວ່າເປັນຄຣິສະຕຽນ ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍ ແຕ່ໃຫ້ຖວາຍພຣະກຽດແດ່ພຣະເຈົ້າເພາະຊື່ນັ້ນ 17 ດ້ວຍວ່າເຖິງເວລາແລ້ວທີ່ການຊົງພິພາກສາຈະຕ້ອງເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະຖ້າການພິພາກສານັ້ນເລີ້ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງຂ່າວປະເສີດເຣື່ອງພຣະເຈົ້າຈະເປັນຢ່າງໃດ 18 ຖ້າຄົນຊອບທັມຈະລອດພົ້ນໄດ້ດ້ວຍຍາກ ຄົນປມາດພຣະເຈົ້າແລະຄົນຜິດບາບຈະໄປຢູ່ໃສ 19 ເຫດສັນນັ້ນໃຫ້ຄົນທັງຫລາຍທີ່ທົນທຸກທໍຣະມານຕາມນ້ຳພຣະທັຍຂອງພຣະເຈົ້າ ຈົ່ງຝາກຈິດວິນຍານຂອງຕົນໄວ້ກັບພຣະອົງ ດ້ວຍການປະຕິບັດອັນດີ ຄືໃຫ້ຝາກໄວ້ກັບພຣະອົງຜູ້ຊົງສ້າງ ຜູ້ທ່ຽງທັມ 51 ເຫດສັນນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຜູ້ນຶ່ງ, ເປັນພຍານເຖິງຄວາມທຸກທໍຣະມານຂອງພຣະຄຣິດ, ແລະມີສ່ວນທີ່ຈະຮັບສະງ່າຣາສີຊຶ່ງຈະປາກົດມາພາຍຫລັງ ຈຶ່ງເຕືອນສະຕິບັນດາເຖົ້າແກ່ໃນຖ້າມກາງທ່ານທັງຫລາຍ2 ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຝາກໄວ້ກັບພວກທ່ານ ຈົ່ງດູແລເຂົາບໍ່ແມ່ນດ້ວຍໃຈຂົມຂື່ນ ແຕ່ດ້ວຍເຕັມໃຈຕາມນ້ຳພຣະທັຍຂອງພຣະເຈົ້າ ບໍ່ແມ່ນດ້ວຍເຫັນແກ່ຊັບສິ່ງຂອງທີ່ໄດ້ມາໃນທາງທຸດຈະຣິດ ແຕ່ດ້ວຍໃຈເຫລື້ອມໃສ 3 ບໍ່ແມ່ນເຫມືອນເປັນເຈົ້ານາຍເຫນືອພວກທີ່ຊົງຝາກໄວ້ກັບພວກທ່ານ ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ 4 ແລະເມື່ອພຣະຜູ້ລ້ຽງຜູ້ຍິ່ງໃຫຍ່ຈະສະເດັດມາປາກົດ ທ່ານທັງຫລາຍຈະໄດ້ຮັບສະງ່າຣາສີເປັນພວງມາລັຍທີບໍ່ຮູ້ຫ່ຽວແຫ້ງໄປ 5 ເຫມືອນດັ່ງນັ້ນແຫລະ, ພວກທ່ານຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງພວກເຖົ້າແກ່ ພວກທ່ານທຸກຄົນຈົ່ງເອົາຄວາມຖ່ອມໃຈເປັນເຄື່ອງຄາດແອວໄວ້ ໃນການປະຕິບັດເຊິ່ງກັນແລະກັນ ດ້ວຍວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຄົນທີ່ຖ່ອມໃຈລົງ” 6 ເຫດສັນນັ້ນທ່ານທັງຫລາຍ ຈົ່ງຖ່ອມໃຈລົງໃຕ້ ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອວ່າພຣະອົງຈະຊົງຍົກພວກທ່ານຂຶ້ນເມື່ອເຖິງເວລາອັນຄວນ 7 ຈົ່ງປະຄວາມກະວົນກະວາຍຂອງພວກທ່ານໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໄຍພວກທ່ານຢູ່ 8 ທ່ານທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່ ດ້ວຍວ່າສັດຕຣູຂອງພວກທ່ານຄືມານ ທຽວວົນວຽນໄປມາເຫມືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້ 9 ຈົ່ງຕໍ່ສູ້ກັບສັດຕຣູນັ້ນດ້ວຍໃຈຫມັ້ນຄົງໃນຄວາມເຊື່ອ ໂດຍຮູ້ແລ້ວວ່າ ພີ່ນ້ອງຂອງພວກທ່ານທົ່ວໂລກກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້ 10 ແລະເມື່ອທ່ານທັງຫລາຍໄດ້ທົນທຸກຢູ່ຊົ່ວຂນະນຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງຫມົດ, ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ເຂົ້າໃນສະງ່າຣາສີອັນຕລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກທ່ານໃຫ້ຕັ້ງຂຶ້ນໃຫມ່ ແລະຕັ້ງຫມັ້ນຄົງຢູ່ໃຫ້ມີກຳລັງຂຶ້ນ ແລະຊົງບັນດານໃຫ້ມີຮາກອັນແຫນ້ນຫນາ 11 ຣິດທານຸພາບຈົ່ງມີແຕ່ພຣະອົງຕລອດໄປເປັນນິດ ອາແມນ 12 ຂ້າພະເຈົ້າໄດ້ຂຽນຢ່າງຫຍໍ້ໆມາຍັງທ່ານທັງຫລາຍ ໂດຍຜ່ານທາງຊີລາວານ ຊຶ່ງຂ້າພະເຈົ້າຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນນຶ່ງ ເພື່ອເຕືອນສະຕິແລະເປັນພຍານແກ່ພວກທ່ານ ວ່າພຣະຄຸນນັ້ນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ ຈົ່ງຕັ້ງຫມັ້ນຄົງຢູ່ໃນພຣະຄຸນນັ້ນ 13 ນາງ ທີ່ຢູ່ເມືອງບາບິໂລນ ຊຶ່ງຊົງເລືອກໄວ້ຢ່າງດຽວກັບພວກທ່ານ ແລະມາຣະໂກລູກຂອງເຮົາ ກໍຝາກຄວາມຄຶດເຖິງມາເຫມືອນກັນ 14 ຈົ່ງທັກທາຍກັນດ້ວຍການຈູບອັນສະແດງຄວາມຮັກ ຂໍສັນຕິສຸກຈົ່ງມີແກ່ທ່ານທັງຫລາຍທີ່ຢູ່ໃນພຣະຄຣິດເທີນ |