MARK ມາຣະໂກ11 ຕົ້ນເດີມຂ່າວປະເສີດເຣື່ອງພຣະເຢຊູຄຣິດ (ພຣະບຸດຂອງພຣະເຈົ້າ)2 ກໍແມ່ນຕາມທີ່ໄດ້ຂຽນໄວ້ໃນຫນັງສືຂອງເອຊາຢາຜູ້ປະກາດພຣະທັມວ່າ, “ຈົ່ງເບິ່ງ, ເຮົາໄດ້ໃຊ້ຜູ້ຮັບໃຊ້ຂອງເຮົາໄປລ່ວງຫນ້າທ່ານ ຜູ້ນັ້ນຈະຈັດແຈງທາງຂອງທ່ານໄວ້” 3 “ແມ່ນສຽງຂອງຜູ້ຮ້ອງໃນປ່າວ່າ “ຈົ່ງຈັດແຈງທາງແຫ່ງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ” 4 ໂຢຮັນບັບຕິສະໂຕໄດ້ປາກົດຕົວໃນປ່າ ແລະໄດ້ປະກາດສິນບັບຕິສະມາກ່ຽວເຣື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ສຳລັບການຍົກບາບໂທດເສັຽ 5 ຄົນທົ່ວແຂວງຢູດາຍກັບຊາວກຸງເຢຣູຊາເລັມທັງຫມົດ ໄດ້ພາກັນອອກໄປຫາໂຢຮັນ ສາລະພາບຄວາມຜິດບາບຂອງຕົນ ແລ້ວໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 6 ໂຢຮັນແຕ່ງກາຍດ້ວຍຜ້າຂົນໂອດໂອ ໃຊ້ສາຍຫນັງຮັດແອວ ແລະກິນຕັກແຕນກັບນ້ຳເຜິ້ງປ່າເປັນອາຫານ 7 ທ່ານໄດ້ປ່າວປະກາດວ່າ, “ຈະມີຜູ້ມີຣິດກວ່າເຮົາຜູ້ນຶ່ງມາພາຍຫລັງເຮົາ ຊຶ່ງເຮົາບໍ່ສົມຄວນຈະກົ້ມລົງແກ້ສາຍຮັດເກິບຂອງທ່ານ 8 ຝ່າຍເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍນ້ຳ ແຕ່ສ່ວນທ່ານຜູ້ນັ້ນຈະໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ” 9 ຕໍ່ມາພຣະເຢຊູສະເດັດມາຈາກນາຊາເຣັດແຂວງຄາລີເລ ແລະໄດ້ຊົງຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 10 ພໍພຣະອົງສະເດັດຂຶ້ນຈາກນ້ຳ ໃນທັນໃດນັ້ນກໍຊົງເຫັນທ້ອງຟ້າກຳລັງແຫວກອອກ ແລະພຣະວິນຍານເຫມືອນດັ່ງນົກເຂົາສະເດັດລົງມາສູ່ພຣະອົງ 11 ແລ້ວມີພຣະສຸຣະສຽງມາຈາກຟ້າສວັນວ່າ, “ທ່ານເອີຍ, ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ” 12 ໃນທັນໃດນັ້ນພຣະວິນຍານໄດ້ຊົງບັງຄັບພຣະອົງໃຫ້ສະເດັດເຂົ້າໄປໃນປ່າກັນດານ. 13 ທີ່ນັ້ນຊາຕານໄດ້ທົດລອງພຣະອົງເຖິງສີ່ສິບວັນ ພຣະອົງຊົງຢູ່ຖ້າມກາງສັດປ່າ ແລະມີພວກເທວະດາມາບົວລະບັດພຣະອົງ 14 ຄັນໂຢຮັນຖືກຈັບແລ້ວ ພຣະເຢຊູໄດ້ສະເດັດໄປຍັງແຂວງຄາລີເລ ຊົງປະກາດຂ່າວປະເສີດເຣື່ອງພຣະເຈົ້າ 15 ແລະຊົງບອກວ່າ, “ເວລາກຳນົດມາເຖິງແລ້ວ ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ ຈົ່ງຖີ້ມໃຈເກົ່າເອົາໃຈໃຫມ່ແລະເຊື່ອໃນຂ່າວປະເສີດ” 16 ເມື່ອພຣະອົງສະເດັດໄປຕາມແຄມທະເລສາບຄາລີເລ ກໍທອດພຣະເນດເຫັນຊີໂມນແລະອັນເດອານ້ອງຊາຍຂອງຊີໂມນກຳລັງຖີ້ມມອງລົງນ້ຳເພາະວ່າເຂົາເປັນຊາວຫາປາ 17 ພຣະເຢຊູຊົງບອກເຂົາວ່າ, “ຈົ່ງຕາມເຮົາມາແລະເຮົາຈະບັນດານໃຫ້ເຈົ້າກາຍເກິດເປັນຜູ້ຫາຄົນ” 18 ທັນທີນັ້ນເຂົາກໍປະມອງຂອງເຂົາຕາມພຣະອົງໄປ 19 ເມື່ອສະເດັດໄປອີກຫນ້ອຍນຶ່ງ ພຣະອົງກໍທອດພຣະເນດເຫັນຢາໂກໂບລູກຊາຍຂອງເຊເບດາຍ ກັບໂຢຮັນນ້ອງຊາຍຂອງເຂົາກຳລັງຝູງມອງຢູ່ໃນເຮືອ 20 ໃນທັນໃດນັ້ນພຣະອົງໄດ້ເອີ້ນເອົາເຂົາ ເຂົາຈຶ່ງປະເຊເບດາຍພໍ່ຂອງເຂົາກັບລູກຈ້າງໄວ້ໃນເຮືອແລະຕາມພຣະອົງໄປ 21 ພຣະອົງໄດ້ສະເດັດເຂົ້າໄປໃນເມືອງກາເປນາອູມ ພ້ອມກັບພວກຂອງພຣະອົງ ແລະເມື່ອເຖິງວັນສະບາໂຕ ພຣະອົງໄດ້ສະເດັດເຂົ້າໄປສັ່ງສອນໃນໂຮງທັມມະເທສນາ 22 ຄົນທັງຫລາຍກໍປລາດໃຈໃນການສອນຂອງພຣະອົງ ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີສິດອຳນາດ ບໍ່ເຫມືອນພວກນັກທັມ 23 ຂນະນັ້ນໃນໂຮງທັມມີຄົນທີ່ມີຜິຖ່ອຍຮ້າຍສິງຢູ່ 24 ແລະໄດ້ຮ້ອງຂຶ້ນວ່າ, “ເຢຊູໄທນາຊາເຣັດເອີຍ, ທ່ານມາຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ ທ່ານມາທຳລາຍພວກເຮົາຫລື ທ່ານແມ່ນຜູ້ໃດພວກເຮົາກໍຮູ້ແລ້ວ ທ່ານຄືຜູ້ບໍຣິສຸດຂອງພຣະເຈົ້າ”. 25 ພຣະເຢຊູຊົງຫ້າມມັນວ່າ, “ມິດແມ໋, ອອກຈາກຄົນນີ້ເສັຽ” 26 ແລະເມື່ອຜີຖ່ອຍຮ້າຍເຮັດໃຫ້ຄົນນັ້ນຊັກແລະຮ້ອງສຽງດັງແລ້ວ ມັນກໍອອກຈາກເຂົາໄປ 27 ຄົນທັງປວງກໍງຶດປລາດໃຈຫລາຍ ຈຶ່ງຖາມກັນວ່າ, “ການນີ້ເປັນຢ່າງໃດຫນໍ ຄົງເປັນຄວາມສັ່ງສອນໃຫມ່ແທ້ ທ່ານສັ່ງຜີຖ່ອຍຮ້າຍດ້ວຍຣິດອຳນາດແລະມັນກໍຍອມຟັງ“ 28 ເມື່ອນັ້ນກິຕິສັບຂອງພຣະອົງກໍຊ່າອອກໄປທົ່ວເຂດທີ່ອ້ອມແຂວງຄາລີເລນັ້ນ 29 ເມື່ອສະເດັດອອກຈາກໂຮງທັມແລ້ວ ພຣະອົງກັບພວກຂອງພຣະອົງຈຶ່ງເຂົ້າໄປໃນເຮືອນຂອງຊີໂມນແລະອັນເດອາ ພ້ອມກັບຢາໂກໂບແລະໂຢຮັນ 30 ແມ່ເມັຽຂອງຊີໂມນນອນໄຂ້ຢູ່ ໃນທັນໃດນັ້ນເຂົາຈຶ່ງມາທູນພຣະອົງໃຫ້ຊາບດ້ວຍເຣື່ອງຂອງນາງ 31 ແລ້ວພຣະອົງກໍສະເດັດໄປຈັບມືນາງໃຫ້ລຸກຂຶ້ນ ແລະອາການໄຂ້ກໍຫາຍ ນາງຈຶ່ງບົວລະບັດພຣະອົງພ້ອມທັງພວກຂອງພຣະອົງ 32 ແລະພໍຕາເວັນຕົກ ເມື່ອຄ່ຳແລ້ວເຂົາໄດ້ພາບັນດາຄົນເຈັບປ່ວຍແລະທີ່ມີຜິຮ້າຍສິງມາຫາພຣະອົງ 33 ແລະຄົນທັງເມືອງກໍພາກັນມາອັ່ງອໍຢູ່ຫນ້າປະຕູ 34 ພຣະອົງຈຶ່ງຊົງໂຜດຄົນທີ່ເຈັບປ່ວຍດ້ວຍພຍາດຕ່າງໆ ໃຫ້ດີຫລາຍຄົນ ແລະຊົງຂັບໄລ່ຜີຮ້າຍຫລາຍໂຕອອກເສັຽ ສ່ວນຜິຮ້າຍເຫລົ່ານັ້ນພຣະອົງບໍ່ຊົງອະນຸຍາດໃຫ້ປາກເພາະວ່າມັນຮູ້ຈັກພຣະອົງ 35 ກ່ອນຮຸ່ງເຊົ້າເວລາຍັງມືດຢູ່ ພຣະອົງໄດ້ຊົງລຸກຂຶ້ນສະເດັດອອກໄປຍັງປ່າບ່ອນສງັດ ແລະຊົງອ້ອນວອນຢູ່ທີ່ນັ້ນ 36 ຝ່າຍຊີໂມນແລະພວກທີ່ຢູ່ດ້ວຍກັນກໍຕາມຫາພຣະອົງ 37 ເມື່ອພົບແລ້ວເຂົາຈຶ່ງທູນວ່າ, “ຄົນທັງຫລາຍກໍຊອກຫາທ່ານຢູ່” 38 ພຣະອົງຊົງຕອບວ່າ, “ໃຫ້ເຮົາທັງຫລາຍໄປໃນເຂດບ້ານເມືອງໃກ້ຄຽງ ເພື່ອເຮົາຈະປະກາດທີ່ນັ້ນດ້ວຍ ເພາະເຫດການນີ້ແຫລະ, ເຮົາຈຶ່ງໄດ້ອອກມາ” 39 ພຣະອົງໄດ້ສະເດັດໄປປະກາດໃນໂຮງທັມຂອງເຂົາຕລອດທົ່ວແຂວງຄາລີເລ ແລະໄດ້ຂັບໄລ່ຜີຫລາຍໂຕອອກເສັຽ 40 ຄົນຂີ້ທູດຜູ້ນຶ່ງໄດ້ມາຫາພຣະອົງຂໍໃຫ້ພຣະອົງຊົງໂຜດຊ່ອຍ ເຂົາໄດ້ຄຸເຂົ່າລົງທູນວ່າ, “ຖ້າທ່ານພໍໃຈກໍອາດຈະເຣັດໃຫ້ຂ້ານ້ອຍດີສະອາດໄດ້” 41 ພຣະເຢຊູຈຶ່ງຊົງມີພຣະທັຍສົງສານຄົນນັ້ນ ແລ້ວຊົງຢຽດພຣະຫັດອອກຖືກເຂົາຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” 42 ແລະໃນທັນໃດນັ້ນພຍາດຂີ້ທູດກໍຫາຍແລະຄົນນັ້ນກໍສະອາດ 43 ແລ້ວພຣະອົງໄດ້ຊົງສັ່ງຄົນນັ້ນຢ່າງເຂັ້ມແຂງ ໃຫ້ຫນີໄປທັນທີ 44 ໂດຍຊົງກ່າວວ່າ, “ເຈົ້າຈົ່ງລະວັງ, ຢ່າບອກສິ່ງໃດໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫີດ ແລະຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາວ່າເຈົ້າດີສະອາດແລ້ວ” 45 ແຕ່ຄົນນັ້ນ ເມື່ອອອກໄປແລ້ວກໍຕັ້ງຕົ້ນປ່າວຮ້ອງຢ່າງຫລວງຫລາຍໃຫ້ເຣື່ອງນັ້ນຊ່າລືໄປ ຈົນພຣະອົງຈະສະເດັດເຂົ້າໄປໃນເມືອງໂດຍເປີດເຜີຍຕໍ່ໄປບໍ່ໄດ້ ແຕ່ປະທັບຢູ່ພາຍນອກໃນບ່ອນສງັດຕ່າງໆ ແລະມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ 21 ຄັນລ່ວງໄປບໍ່ເຫິງ ພຣະອົງໄດ້ສະເດັດມາໃນເມືອງກາເປນາອູມອີກ ແລະຄົນທັງຫລາຍໄດ້ຍິນຂ່າວວ່າພຣະອົງຊົງປະທັບຢູ່ເຮືອນ2 ຂນະນັ້ນມີຄົນຫລວງຫລາຍມາໂຮມກັນຈົນບໍ່ມີບ່ອນຢູ່ ແມ່ນຈະເຂົ້າໄປໃກ້ປະຕູກໍບໍ່ໄດ້ ແລ້ວ ພຣະອົງຊົງກ່າວພຣະທັມໃຫ້ເຂົາຟັງ 3 ສ່ວນຄົນຈຳພວກນຶ່ງໄດ້ນຳຄົນເປັ້ຽຜູ້ນຶ່ງມາຫາພຣະອົງ ມີສີ່ຄົນຫາມ 4 ເມື່ອເຂົາເຂົ້າໄປເຖິງພຣະອົງບໍ່ໄດ້ເພາະຄົນຫລາຍ ເຂົາຈຶ່ງຮື້ຫລັງຄາຊື່ບ່ອນພຣະອົງປະທັບນັ້ນ ເມື່ອຮື້ເປັນປ່ອງແລ້ວ ເຂົາກໍຢ່ອນບ່ອນນອນທີ່ຄົນເປັ້ຽນອນຢູ່ນັ້ນລົງ 5 ເມື່ອພຣະເຢຊູເຫັນຄວາມເຊື່ອຂອງເຂົາ ກໍຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 6 ແຕ່ມີພວກນັກທັມບາງຄົນນັ່ງຢູ່ທີ່ນັ້ນໄດ້ຄຶດໃນໃຈວ່າ, 7 “ເປັນຫຍັງຄົນນີ້ຈຶ່ງເວົ້າແນວນັ້ນ ເປັນການຫມິ່ນປມາດພຣະເຈົ້າແທ້ ໃຜຈະຍົກຄວາມຜິດບາບໄດ້ ເວັ້ນແຕ່ພຣະເຈົ້າເທົ່ານັ້ນ” 8 ແລະໃນທັນໃດນັ້ນ ເມື່ອພຣະເຢຊູຊົງຊາບໃນພຣະທັຍວ່າ ເຂົາກຳລັງຄຶດໃນໃຈຢ່າງນັ້ນ ຈຶ່ງຊົງກ່າວແກ່ເຂົາວ່າ, “ເຫດສັນໃດ ທ່ານທັງຫລາຍຈຶ່ງຄຶດໃນໃຈຢ່າງນີ້ 9 ຈະບອກແກ່ຄົນເປັ້ຽນັ້ນວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະບອກວ່າ “ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າຍ່າງໄປ” ອັນໃດຈະງ່າຍກວ່າກັນ 10 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກ ໃຫ້ອະພັຍຄວາມຜິດບາບໄດ້” ພຣະອົງຈຶ່ງກ່າວແກ່ຄົນເປັ້ຽນັ້ນວ່າ, 11 “ເຮົາສັ່ງເຈົ້າ ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 12 ຄົນເປັ້ຽກໍລຸກຂຶ້ນຍົກເອົາບ່ອນນອນຂອງຕົນອອກໄປຕໍ່ຫນ້າຄົນທັງປວງທັນທີ ເຂົາທັງປວງກໍງຶດປລາດໃຈຫລາຍຈຶ່ງສັຣເສີນພຣະເຈົ້າ ແລະເວົ້າວ່າ, “ເຮົາບໍ່ເຄີຍເຫັນຢ່າງນີ້ຈັກເທື່ອ” 13 ຝ່າຍພຣະອົງໄດ້ສະເດັດອອກໄປຕາມແຄມທະເລສາບອີກ ປະຊາຊົນທັງຫລາຍກໍມາຫາພຣະອົງ ພຣະອົງໄດ້ຊົງສັ່ງສອນເຂົາ 14 ເມື່ອພຣະອົງກຳລັງສະເດັດໄປນັ້ນ ກໍຊົງເຫັນເລວີລູກອາລາຟາຍນັ່ງຢູ່ດ່ານພາສີ ພຣະອົງຈຶ່ງຊົງກ່າວແກ່ທ່ານວ່າ, “ຈົ່ງຕາມເຮົາມາ” ເຂົາກໍລຸກຂຶ້ນຕາມພຣະອົງໄປ 15 ເມື່ອພຣະອົງໄປປະທັບສເວີຍອາຫານຢູ່ໃນເຮືອນຂອງເລວີ ມີຄົນເກັບພາສີແລະຄົນນອກສິນທັມຫລາຍຄົນນັ່ງຮ່ວມໂຕະກັບພຣະເຢຊູແລະພວກສິດຂອງພຣະອົງ ເພາະມີຄົນຕິດຕາມພຣະອົງໄປຫລາຍ 16 ແລະມີພວກນັກທັມຝ່າຍຟາຣີຊາຍ ເມື່ອເຫັນພຣະອົງຊົງສເວີຍອາຫານກັບຄົນນອກສິນທັມແລະຄົນເກັບພາສີ ໄດ້ທ້ວງຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງຫນໍ ທ່ານຈຶ່ງຍອມຮັບປະທານຮ່ວມກັບຄົນນອກສິນທັມແລະຄົນເກັບພາສີ” 17 ຄັນພຣະເຢຊູໄດ້ຍິນດັ່ງນັ້ນ ກໍຊົງກ່າວແກ່ເຂົາວ່າ, “ຄົນທີ່ສະບາຍບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບຕ້ອງການຫມໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມ” 18 ມີພວກສິດຂອງໂຢຮັນແລະພວກຟາຣີຊາຍກຳລັງຖືສິນອົດອາຫານ ແລ້ວມີບາງຄົນມາທູນພຣະອົງວ່າ, “ເຫດສັນໃດພວກສິດຂອງໂຢຮັນແລະສິດຂອງຟາຣີຊາຍເຄີຍຖືສິນອົດອາຫານ ແຕ່ພວກສິດຂອງທ່ານບໍ່ຖື” 19 ພຣະເຢຊູຊົງຕອບເຂົາວ່າ, “ເມື່ອເຈົ້າບ່າວຍັງຢູ່ນຳເຂົາ ພວກເພື່ອນຂອງເຈົ້າບ່າວນັ້ນຈະຖືສິນອົດອາຫານຢູ່ບໍ່ໄດ້ຕີ້ ເຈົ້າບ່າວຢູ່ນຳເຂົານານເທົ່າໃດ ເຂົາຈະຖືສິນອົດອາຫານນານເທົ່ານັ້ນບໍ່ໄດ້ 20 ແຕ່ຈະມີວັນນຶ່ງເຈົ້າບ່າວຕ້ອງຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນແຫລະ, ເຂົາຈຶ່ງຈະຖືສິນອົດອາຫານ 21 “ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ ຖ້າເຣັດຢ່າງນັ້ນ ເມື່ອຕ່ອນຜ້າໃຫມ່ຫົດກໍຈະເຣັດໃຫ້ເສື້ອເກົ່ານັ້ນຂາດ ແລະບ່ອນຂາດນັ້ນກໍຈະກວ້າງອອກອີກ 22 ແລະບໍ່ມີຜູ້ໃດເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດຢ່າງນັ້ນເຫລົ້າແວງໃຫມ່ກໍຈະເຮັດໃຫ້ຖົງຫນັງນັ້ນຂາດໄປ ທັງເຫລົ້າແວງແລະຖົງຫນັງກໍຈະເສັຽໄປນຳກັນ ແຕ່ເຫລົ້າແວງໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່” 23 ຢູ່ມາໃນວັນສະບາໂຕວັນນຶ່ງ ພຣະອົງກໍາລັງສະເດັດຜ່ານທົ່ງນາໄປ ແລະເມື່ອພວກສິດຂອງພຣະອົງຍ່າງຕິດຕາມໄປ ກໍຕັ້ງຕົ້ນເດັດຮວງເຂົ້າໄປນຳ 24 ຝ່າຍພວກຟາຣີຊາຍຈີ່ງທູນພຣະອົງວ່າ, “ເບິ່ງແມ໋, ເປັນແນວໃດພວກສິດຂອງທ່ານຈຶ່ງເຮັດຜິດຕໍ່ກົດຂອງວັນສະບາໂຕ” 25 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຈັກເທື່ອຫລື ຊຶ່ງດາວິດໄດ້ເຮັດເມື່ອອຶດຢາກຂາດອາຫານ ທັງທ່ານແລະພັກພວກຂອງຕົນ 26 ຄືຄາວເມື່ອອະບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະຮັບປະທານເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກ ທີ່ພຣະບັນຍັດຫ້າມບໍ່ໃຫ້ໃຜກິນ ເວັ້ນແຕ່ພວກປະໂຣຫິດເທົ່ານັ້ນ ແລະຊ້ຳຍັງຍື່ນໃຫ້ພັກພວກຮັບປະທານເຫມືອນກັນ” 27 ພຣະອົງຊົງກ່າວແກ່ເຂົາວ່າ, “ວັນສະບາໂຕຊົງຕັ້ງໄວ້ເພື່ອມະນຸດ ບໍ່ແມ່ນຊົງສ້າງມະນຸດໄວ້ສຳລັບວັນສະບາໂຕ 28 ເພາະເຫດນັ້ນບຸດມະນຸດຈຶ່ງເປັນເຈົ້າຂອງວັນສະບາໂຕເຫມືອນກັນ” 31 ແລ້ວພຣະອົງໄດ້ສະເດັດກັບເຂົ້າໂຮງທັມມະເທສນາອີກ ແລະທີ່ນັ້ນມີຄົນນຶ່ງມືເບື້ອງນຶ່ງລີບ2 ເຂົາຊອມເບິ່ງວ່າພຣະອົງຈະຊົງໂຜດໃຫ້ຄົນນັ້ນດີໃນວັນສະບາໂຕ ຫລືເພື່ອເຂົາຈະຟ້ອງພຣະອົງໄດ້ 3 ສ່ວນພຣະອົງຊົງກ່າວແກ່ຄົນມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຂ້າງຫນ້າສາ” 4 ແລ້ວພຣະອົງຊົງຖາມເຂົາວ່າ, “ໃນວັນສະບາໂຕຄວນຈະເຮັດການດີ ຫລືຄວນຈະເຮັດການຮ້າຍ ຈະເອົາຊີວິດໄວ້ຫລືຈະຕັດຊີວິດເສັຽ” ແຕ່ເຂົາກໍມິດຢູ່ 5 ເມື່ອທອດພຣະເນດເບິ່ງອ້ອມເຂົາດ້ວຍຄວາມເຄືອງພຣະທັຍ ພຣະອົງກໍຊົງເປັນທຸກພຣະທັຍເພາະໃຈເຂົາແຂງກະດ້າງປຶກຕັນ ແລ້ວພຣະອົງຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືອອກ” ຄົນນັ້ນກໍຢຽດມືອອກ ແລະມືຂອງຕົນກໍດີເປັນປົກກະຕິ 6 ຝ່າຍພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະໃນທັນໃດນັ້ນເຂົາໄດ້ປຶກສາກັນກັບພັກພວກຂອງເຮໂຣດເຣື່ອງພຣະອົງວ່າຈະເຮັດຢ່າງໃດຈຶ່ງຈະຂ້າພຣະອົງໄດ້ 7 ຝ່າຍພຣະເຢຊູສະເດັດອອກມາທີ່ນັ້ນໄປສູ່ທະເລສາບ ພ້ອມກັບພວກສິດຂອງພຣະອົງ ແລະຄົນເປັນຈຳນວນຫລາຍຈາກແຂວງຄາລີເລໄດ້ຕາມໄປ ທັງຈາກແຂວງຢູດາຍ 8 ຈາກກຸງເຢຣູຊາເລັມ ຈາກເມືອງອີດູເມອາ ຈາກແມ່ນ້ຳຈໍແດນຟາກຕາເວັນອອກ ແລະຈາກອ້ອມແອ້ມເມືອງຕີເຣ ກັບຊີໂດນ ພວກເຫລົ່ານີ້ໄດ້ມາຫາພຣະອົງ ເພາະເຂົາໄດ້ຍິນເຖິງສິ່ງທີ່ພຣະອົງຊົງກະທໍາຢູ່ນັ້ນ 9 ພຣະອົງຈຶ່ງຊົງສັ່ງພວກສິດໃຫ້ເອົາເຮືອນ້ອຍມາຄອຍຮັບພຣະອົງ ເພື່ອບໍ່ໃຫ້ປວງຊົນບຽດພຣະອົງ 10 ເພາະວ່າພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ດີພຍາດ ຈົນບັນດາຜູ້ມີພຍາດຕ່າງໆໄດ້ບຽດກັນເຂົ້າຫາພຣະອົງເພື່ອຈະຈັບບາຍພຣະອົງ 11 ແລະຜີຖ່ອຍຮ້າຍທີ່ສິງຢູ່ໃນຄົນຫລາຍຄົນ ເມື່ອໄດ້ເຫັນພຣະອົງກໍໄດ້ຫມູບລົງຂາບພຣະອົງແລ້ວຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” 12 ຝ່າຍພຣະອົງຈຶ່ງຊົງສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ມັນປະກາດພຣະນາມຂອງພຣະອົງ 13 ແລ້ວພຣະອົງໄດ້ສະເດັດຂຶ້ນພູເຂົາ ແລະພໍພຣະທັຍຈະເອີ້ນຜູ້ໃດມາພຣະອົງກໍຊົງເອີ້ນຜູ້ນັ້ນ ແລ້ວເຂົາກໍໄດ້ມາຫາພຣະອົງ 14 ພຣະອົງຊົງຕັ້ງສິດສິບສອງຄົນໄວ້ (ຈຶ່ງຊົງເອີ້ນເຂົາວ່າອັຄສາວົກ) ໃຫ້ຢູ່ກັບພຣະອົງເພື່ອຊົງໃຊ້ເຂົາໄປປະກາດ 15 ແລະຊົງໃຫ້ມີອຳນາດຂັບໄລ່ອອກໄດ້ 16 ສິບສອງຄົນນີ້ພຣະອົງໄດ້ຊົງຕັ້ງໄວ້ ຄືຊີໂມນທີ່ພຣະອົງຊົງປະທານຊື່ອີກວ່າເປໂຕ 17 ແລະຢາໂກໂບລູກເຊເບດາຍ ກັບໂຢຮັນນ້ອງຊາຍຂອງເຂົາ ທັງສອງຄົນນີ້ ພຣະອົງຊົງປະທານຊື່ອີກວ່າໂບອະເນເຄ ແປວ່າຄົນໃຈຮຸນແຮງ 18 ອັນເດອາ ຟີລິບ ບາຣະໂທໂລມາຍ ມັດທາຍ ໂທມາ ຢາໂກໂບລູກອາລາຟາຍ ທາດາຍ ຊີໂມນ ພັກຊາດນິຍົມ 19 ແລະຢູດາອິສະກາຣີອົດ ຜູ້ໄດ້ທໍຣະຍົດຕໍ່ພຣະອົງນັ້ນ ແລ້ວພຣະອົງໄດ້ສະເດັດກັບຄືນທີ່ຢູ່ 20 ແລະປະຊາຊົນກໍມາອັ່ງອໍກັນ ຈົນພຣະເຢຊູກັບພວກສາວົກຂອງພຣະອົງຮັບປະທານອາຫານບໍ່ໄດ້ 21 ເມື່ອຍາດມິດຂອງພຣະອົງໄດ້ຍິນເຫດການນັ້ນ ເຂົາກໍອອກໄປເພື່ອຈະຈັບພຣະອົງໄວ້ ເພາະເຂົາຄຶດວ່າ ທ່ານເສັຽຈິດແລ້ວ 22 ພວກນັກທັມຊຶ່ງລົງມາຈາກກຸງເຢຣູຊາເລັມໄດ້ກ່າວວ່າ, “ຜູ້ນີ້ມີຜີເບເອນເຊບູນສິງຢູ່ ແລະທີ່ທ່ານຂັບໄລ່ຜີອອກໄດ້ກໍເພາະໃຊ້ອຳນາດນາຍຜີນັ້ນ” 23 ຝ່າຍພຣະອົງຈຶ່ງຊົງເອີ້ນຄົນເຫລົ່ານັ້ນມາກ່າວແກ່ເຂົາເປັນຄຳອຸປມາວ່າ, “ຊາຕານຈະຂັບໄລ່ຕົວມັນເອງໃຫ້ອອກໄດ້ຢ່າງໃດ 24 ຖ້າອານາຈັກໃດເກີດແຕກແຍກຈາກກັນ ອານາຈັກນັ້ນຈະຕັ້ງຫມັ້ນຄົງຢູ່ບໍ່ໄດ້ 25 ຖ້າຄົວເຮືອນໃດເກີດແຕກແຍກຈາກກັນ ຄົວເຮືອນນັ້ນຈະຕັ້ງຫມັ້ນຢູ່ບໍ່ໄດ້ 26 ແລະຖ້າຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະແຕກແຍກກັນ ມັນຈະຕັ້ງຢູ່ບໍ່ໄດ້ ມີແຕ່ຈະສູນຫາຍໄປ 27 ບໍ່ມີຜູ້ໃດອາດເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະປຸ້ນເອົາຊັບໄດ້ ເວັ້ນແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້ 28 “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຄວາມຜິດບາບທຸກຢ່າງກັບຄຳຫມິ່ນປມາດທີ່ເຂົາກ່າວນັ້ນ ຈະຊົງໂຜດໃຫ້ອະພັຍແກ່ມະນຸດໄດ້ 29 ແຕ່ຖ້າຜູ້ໃດຈະກ່າວຄຳຫມິ່ນປມາດຕໍ່ພຣະວິນຍານບໍຣິສຸດ ຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນບໍ່ໄດ້ຈັກເທື່ອ ແຕ່ຜູ້ນັ້ນຈະມີໂທດຕລອດໄປເປັນນິດ” 30 ທີ່ຊົງກ່າວຢ່າງນັ້ນກໍເພາະເຂົາກ່າວວ່າ, “ທ່ານມີຜີຮ້າຍສິງຢູ່” 31 ເວລານັ້ນມານດາແລະພວກນ້ອງຊາຍຂອງພຣະອົງມາຢືນຢູ່ຂ້າງນອກ ແລ້ວໃຊ້ຄົນເຂົ້າໄປທູນເຊີນພຣະອົງ 32 ແລະປະຊາຊົນກໍນັ່ງອ້ອມພຣະອົງ ເຂົາຈຶ່ງທູນພຣະອົງວ່າ, “ເບິ່ງແມ໋, ມານດາແລະພວກນ້ອງຊາຍຂອງທ່ານມາຫາທ່ານ ຄອຍຢູ່ຂ້າງນອກ” 33 ພຣະອົງຊົງຕອບເຂົາວ່າ, “ໃຜເປັນມານດາແລະເປັນນ້ອງຊາຍຂອງເຮົາ” 34 ພຣະອົງທອດພຣະເນດຄົນທັງປວງທີ່ນັ່ງຢູ່ອ້ອມ ແລ້ວຊົງກ່າວວ່າ, “ນີ້ຄືມານດາແລະນ້ອງຊາຍຂອງເຮົາ 35 ດ້ວຍວ່າຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະເຈົ້າ ຜູ້ນັ້ນແຫລະ ເປັນນ້ອງຊາຍ ນ້ອງສາວ ແລະເປັນມານດາຂອງເຮົາ” 41 ແລ້ວພຣະອົງຊົງຕັ້ງຕົ້ນສັ່ງສອນຢູ່ແຄມທະເລອີກ ປະຊາຊົນຫລວງຫລາຍໄດ້ພາກັນມາຫາພຣະອົງ ຈົນພຣະອົງໄດ້ສະເດັດເຂົ້າປະທັບໃນເຮືອທີ່ທະເລ ແລະປະຊາຊົນຢູ່ບົກແຄມຝັ່ງ2 ພຣະອົງໄດ້ຊົງສອນເຂົາຫລາຍປະການເປັນຄຳອຸປມາ ແລະໃນການສອນນັ້ນພຣະອົງຊົງກ່າວແກ່ເຂົາວ່າ, 3 “ຈົ່ງຟັງເທີນ ມີຄົນນຶ່ງອອກໄປຫວ່ານພືດ 4 ແລະເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງແລ້ວນົກກໍມາກິນເສັຽ 5 ກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍຈຶ່ງງອກຂຶ້ນໂລດເພາະດິນບໍ່ເລິກ 6 ເມື່ອຕາເວັນອອກມາກໍແຫ້ມ ຈຶ່ງຫ່ຽວແຫ້ງໄປເພາະບໍ່ມີຮາກ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນຫຸ້ມຮັດເສັຽ ຈຶ່ງບໍ່ເກີດຜົນ 8 ລາງເມັດກໍຕົກໃສ່ດິນດີ ແລ້ວງອກງາມຈະເຣີນຂຶ້ນ ເກີດຜົນໄດ້ສາມສິບຕໍ່ ຫົກສິບຕໍ່ ແລະຮ້ອຍຕໍ່ 9 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ຜູ້ໃດມີຫູຢາກຟັງ ຈົ່ງຟັງເອົາ” 10 ເມື່ອຫວ້າງຄົນແລ້ວ ພວກທີ່ຕິດຕາມພຣະອົງພ້ອມດ້ວຍສາວົກສິບສອງຄົນ ໄດ້ທູນຖາມພຣະອົງເຖິງເຣື່ອງຄຳອຸປມາ 11 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ຂໍ້ຄວາມລັບເລິກເຣື່ອງຣາຊອານາຈັກຂອງພຣະເຈົ້າ ຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ຝ່າຍຄົນນອກນັ້ນ ບັນດາຂໍ້ຄວາມເຫລົ່ານີ້ຈະແຈ້ງໃຫ້ຮູ້ດ້ວຍຄຳອຸປມາທັງຫມົດ 12 ເພື່ອ “ເຂົາເບິ່ງແລ້ວເບິ່ງອີກ ແຕ່ຈະບໍ່ໄດ້ເຫັນແລະຟັງແລ້ວຟັງອີກ ແຕ່ບໍ່ເຂົ້າໃຈ ຢ້ານວ່າເຂົາຈະຫັນກັບມາຫາພຣະເຈົ້າ ແລະຈະຮັບການຊົງອະພັຍ” 13 ພຣະອົງຊົງກ່າວແກ່ເຂົາວ່າ, “ຄຳອຸປມານັ້ນພວກທ່ານຍັງບໍ່ເຂົ້າໃຈຫລື ແລ້ວພວກທ່ານຈະເຂົ້າໃຈຄຳອຸປມາທັງປວງນັ້ນໄດ້ຢ່າງໃດ 14 ຜູ້ຫວ່ານນັ້ນກໍຫວ່ານພຣະທັມ 15 ເມັດທີ່ຕົກຕາມທາງນັ້ນໄດ້ແກ່ພຣະທັມທີ່ຫວ່ານແລ້ວ ແລະເມື່ອບຸກຄົນໃດຟັງແລ້ວ ໃນທັນໃດນັ້ນຊາຕານກໍມາຊິງເອົາພຣະທັມທີ່ຫວ່ານໃນໃຈເຂົານັ້ນໄປເສັຽ 16 ແລະເມັດທີ່ຕົກບ່ອນມີຫີນຫລາຍນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມກໍຮັບເອົາທັນທີດ້ວຍຄວາມຍິນດີ 17 ແຕ່ບໍ່ມີຮາກໃນຕົວເອງຈຶ່ງທົນຢູ່ຊົ່ວຄາວ ແລະເມື່ອເກີດຄວາມຍາກລຳບາກຫລືການຂົ່ມເຫັງເພາະພຣະທັມນັ້ນ ຕົນກໍທໍ້ຖອຍໃຈທັນທີ 18 ແລະເມັດທີ່ຕົກກາງພຸ່ມຫນາມໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມ 19 ແລ້ວຄວາມກັງວົນຕາມທຳມະດາໂລກ ແລະຄວາມຫລອກລວງແຫ່ງຊັບສົມບັດກັບຄວາມໂລບໃນສິ່ງອື່ນໆໄດ້ເຂົ້າມາຫຸ້ມຮັດພຣະທັມນັ້ນເສັຽ ຈຶ່ງບໍ່ເກີດຜົນ 20 ສ່ວນເມັດທີ່ຕົກໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມແລະຮັບໄວ້ ຈຶ່ງເກີດຜົນໄດ້ສາມສິບຕໍ່ ຫົກສິບຕໍ່ ແລະຮ້ອຍຕໍ່” 21 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ເຂົາບໍ່ຫ່ອນເອົາໂຄມໄຟມາເພື່ອຕັ້ງໄວ້ລຸ່ມບຸງ ຫລືລຸ່ມຕຽງນອນຕີ້ ບໍ່ແມ່ນເພື່ອຕັ້ງໄວ້ເທິງເຄື່ອງຮອງຕີນໂຄມຫລື 22 ເພາະວ່າທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງປາກົດແຈ້ງ ແລະທຸກສິ່ງທີ່ປິດບັງໄວ້ຈະຕ້ອງເປີດເຜີຍອອກ 23 ຖ້າໃຜມີຫູຢາກຟັງ ໃຫ້ຟັງເອົາສາ” 24 ພຣະອົງຊົງກ່າວແກ່ເຂົາວ່າ, “ຈົ່ງເອົາໃຈໃສ່ໃນສິ່ງທີ່ຕົນໄດ້ຟັງ ທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ຈະຊົງຕວງທ່ານດ້ວຍເຄື່ອງຜອງອັນນັ້ນ ທັງຈະຊົງເພີ້ມເຕີມໃຫ້ອີກ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ້ມເຕັມໃຫ້ຜູ້ນັ້ນອີກ 25 ແຕ່ຜູ້ໃດບໍ່ມີເຖິງແມ່ນສິ່ງທີ່ຕົນມີຢູ່ນັ້ນຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ” 26 ພຣະອົງຊົງກ່າວວ່າ, “ຣາຊອານາຈັກຂອງພຣະເຈົ້າປຽບເຫມືອນຄົນນຶ່ງທີ່ຫວ່ານກ້າລົງໃນດີນ 27 ແລ້ວກາງຄືນກໍນອນຫລັບ ກາງເວັນກໍຕື່ນຂຶ້ນ ຝ່າຍກ້ານັ້ນມັນງອກຈະເຣີນຂຶ້ນຢ່າງໃດເຂົາກໍບໍ່ຮູ້ຈັກ 28 ເພາະຂີ້ດິນເອງເຮັດໃຫ້ເກີດຜົນຄືເປັນລຳຕົ້ນກ່ອນ ພາຍຫລັງກໍອອກຮວງ ແລ້ວກໍມີເມັດເຕັມຮວງ 29 ຄັນສຸກແລ້ວເຂົາກໍໃຊ້ຄົນໄປກ່ຽວທັນທີ ເພາະວ່າເຖິງຣະດູກ່ຽວແລ້ວ” 30 ພຣະອົງຊົງກ່າວວ່າ, “ຣາຊອານາຈັກຂອງພຣະເຈົ້າຈະປຽບເຫມືອນສິ່ງໃດ ຫລືຈະສະແດງດ້ວຍຄຳອຸປມາຢ່າງໃດ 31 ກໍປຽບເຫມືອນແກ່ນຜັກກາດເມັດນຶ່ງ ເມື່ອຫວ່ານເມັດລົງໃນດິນກໍນ້ອຍກວ່າເມັດທັງປວງທົ່ວໂລກ 32 ແຕ່ເມື່ອຫວ່ານແລ້ວກໍງອກຈະເຣີນໃຫຍ່ຂຶ້ນກວ່າຜັກທັງປວງ ແລະແຕ່ກິ່ງກ້ານໃຫຍ່ຈົນນົກປ່າມາເຮັດຄອນຢູ່ໃນຮົ່ມນັ້ນໄດ້” 33 ພຣະອົງໄດ້ຊົງກ່າວພຣະທັມເປັນຄຳອຸປມາຢ່າງນັ້ນຫລາຍປະການໃຫ້ເຂົາຟັງຕາມທີ່ຈະສາມາດເຂົ້າໃຈໄດ້ 34 ແລະນອກຈາກຄຳອຸປມາ ພຣະອົງບໍ່ໄດ້ຊົງກ່າວກັບເຂົາ ແຕ່ເມື່ອຫວ້າງຄົນແລ້ວ ຈຶ່ງຊົງອະທິບາຍສິ່ງສາຣະພັດນັ້ນໃຫ້ແກ່ພວກສິດຟັງແຕ່ຈຳເພາະ 35 ໃນເວລາແລງມື້ນັ້ນ ພຣະອົງຊົງກ່າວແກ່ເຂົາວ່າ, “ເຮົາຈົ່ງພາກັນຂ້າມໄປຟາກນັ້ນເທາະ” 36 ເມື່ອລາປະຊາຊົນແລ້ວ ເຂົາຈຶ່ງເຊີນພຣະອົງສະເດັດໄປໃນເຮືອທີ່ພຣະອົງຊົງປະທັບຢູ່ນັ້ນ ແລະມີເຮືອອື່ນຫລາຍລຳໄປພ້ອມ 37 ແລ້ວລົມພະຍຸໃຫຍ່ໄດ້ບັງເກີດຂຶ້ນ ແລະຟອງນ້ຳໄດ້ຊັດເຂົ້າຈົນເຮືອຈວນຈະເຕັມ 38 ຝ່າຍພຣະອົງຊົງບັນທົມຫມູບຫມອນຫລັບຢູ່ທ້າຍເຮືອ ພວກສິດຈຶ່ງມາປຸກພຣະອົງທູນວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງດອກຫລື ພວກຂ້ານ້ອຍກຳລັງຈະຈິບຫາຍຢູ່ແລ້ວ” 39 ພຣະອົງຈຶ່ງຊົງຕື່ນຂຶ້ນຫ້າມລົມ ແລະຊົງກ່າວແກ່ທະເລວ່າ, “ມິດສງົບແມ໋” ແລ້ວລົມກໍເຊົາ ຟອງນ້ຳກໍສງົບງຽບທົ່ວໄປ 40 ແລ້ວພຣະອົງຊົງຖາມເຂົາວ່າ, “ເປັນຫຍັງພວກທ່ານຈຶ່ງຢ້ານ ພວກທ່ານຍັງບໍ່ມີຄວາມເຊື່ອຫລື” 41 ຝ່າຍເຂົາກໍຕົກໃຈຫລາຍແລະເວົ້າຕໍ່ກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈົນວ່າລົມແລະທະເລກໍຍອມຟັງທ່ານ” 51 ຝ່າຍພຣະອົງກັບພວກສິດໄດ້ຂ້າມທະເລໄປເຖິງເຂດແດນຊາວເຄຣະຊາຄີນ2 ພໍພຣະອົງສະເດັດຂຶ້ນຈາກເຮືອ ກໍມີຄົນນຶ່ງທີ່ມີຜີຖ່ອຍຣ້າຍສິງຢູ່ໄດ້ອອກຈາກປ່າຊ້າມາພົບພຣະອົງ 3 ຄົນນັ້ນເຄີຍອາໄສຢູ່ຕາມປ່າຊ້າ ແລະບໍ່ມີຜູ້ໃດສາມາດມັດມັນໄວ້ໄດ້ ແມ່ນຈະເອົາໃສ່ໂສ້ລ່າມມັນໄວ້ກໍບໍ່ຢູ່ 4 ເພາະວ່າໄດ້ໃສ່ຊີກໃສ່ໂສ້ລ່າມມັນໄວ້ຫລາຍເທື່ອແລ້ວ ແຕ່ໂສ້ນັ້ນມັນກໍເຮັດຂາດ ແລະຊີກກໍເຮັດຫັກຫມຸ່ນໄປ ບໍ່ມີຜູ້ໃດມີແຮງພໍທີ່ຈະບັງຄັບມັນໄວ້ 5 ມັນກໍຮ້ອງຢູ່ເລື້ອຍຕາມປ່າຊ້າແລະທີ່ພູເຂົາທັງກາງເວັນແລະກາງຄືນ ແລະເອົາຫມາກຫີນປາດຕົວເອງ 6 ຄັນມັນເຫັນພຣະເຢຊູແຕ່ໄກກໍແລ່ນເຂົ້າມາຂາບໄຫວ້ພຣະອົງ 7 ແລ້ວຮ້ອງສຽງດັງຂຶ້ນທູນວ່າ, “ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຂໍໃຫ້ທ່ານສາບານໃນພຣະນາມຂອງພຣະເຈົ້າວ່າຈະບໍ່ທໍຣະມານເຮົາ” 8 ມັນເວົ້າດັ່ງນັ້ນກໍເພາະພຣະອົງຊົງບອກມັນວ່າ, “ອ້າຍຜີຖ່ອຍຮ້າຍອອກມາຈາກຄົນນີ້ແມ໋” 9 ແລ້ວພຣະອົງຊົງຖາມວ່າ, “ມຶງຊື່ຫຍັງ” ມັນຕອບວ່າ, “ຊື່ກອງທັບເພາະພວກເຮົາມີຫລາຍຕົວນຳກັນ” 10 ມັນຈຶ່ງຫນ່ວງຫນ່ຽວອ້ອນວອນພຣະອົງບໍ່ໃຫ້ຂັບໄລ່ມັນອອກຈາກເຂດແດນເມືອງນັ້ນ 11 ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມຈ້າຍພູນັ້ນ 12 ຜີເຫລົ່ານັ້ນໄດ້ທູນຂໍພຣະອົງວ່າ, “ຂໍໂຜດໃຫ້ພວກເຮົາເຂົ້າສິງຢູ່ໃນຫມູຝູງນີ້ທ້ອນ” 13 ພຣະອົງກໍຊົງອະນຸຍາດໃຫ້ ແລ້ວຜີຖ່ອຍຮ້າຍເຫລົ່ານັ້ນຈຶ່ງອອກໄປເຂົ້າສິງຢູ່ໃນຝູງຫມູ ຫມູທັງຝູງປະມານສອງພັນໂຕ ກໍຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລຈົມນ້ຳຕາຍທັນທີ 14 ຝ່າຍຄົນລ້ຽງຫມູນັ້ນຕ່າງຄົນຕ່າງຫນີໄປ ເລົ່າເຣື່ອງທັງໃນເມືອງແລະນອກເມືອງ ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ 15 ເມື່ອເຂົາມາເຖິງພຣະເຢຊູກໍເຫັນຄົນທີ່ຜີທັງກອງທັບສິງຢູ່ນັ້ນ ນຸ່ງຫົ່ມເສື້ອຜ້າມີສະຕິອາຣົມດີ ເຂົາຈຶ່ງມີໃຈຢ້ານ 16 ແລະພວກຄົນທີ່ໄດ້ເຫັນກໍເລົ່າເຫດການຊຶ່ງບັງເກີດແກ່ຄົນທີ່ມີຜີສິງຢູ່ນັ້ນ ກັບເຫດການຊຶ່ງບັງເກີດແກ່ຝູງຫມູໃຫ້ເຂົາຟັງ 17 ຄົນທັງຫລາຍກໍຕັ້ງຕົ້ນອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງເຂົາ 18 ເມື່ອພຣະອົງກຳລັງສະເດັດລົງເຮືອ ຄົນທີ່ຜີສິງຢູ່ແຕ່ກ່ອນນັ້ນໄດ້ອ້ອນວອນຂໍຢູ່ກັບພຣະອົງ 19 ພຣະອົງບໍ່ໄດ້ຊົງອະນຸຍາດ ແຕ່ຊົງກ່າວແກ່ເຂົາວ່າ, “ໃຫ້ເຈົ້າເມືອບ້ານຫາຍາດພີ່ນ້ອງ ແລ້ວບອກເຂົາເຖິງເຣື່ອງເຫດການອັນໃຫຍ່ຊຶ່ງພຣະເຈົ້າໄດ້ຊົງໂຜດແກ່ເຈົ້າ ແລະຊົງພຣະເມດຕາແກ່ເຈົ້າແລ້ວ” 20 ຝ່າຍຄົນນັ້ນກໍທູນລາ ແລ້ວຕັ້ງຕົ້ນປະກາດໃນແຂວງເດກາໂປລີ ເຖິງເຫດການທີ່ພຣະເຢຊູໄດ້ຊົງໂຜດແກ່ຕົນ ແລະຄົນທັງປວງກໍງຶດປລາດໃຈຫລາຍ 21 ຄັນພຣະເຢຊູສະເດັດລົງເຮືອຂ້າມຟາກກັບໄປແລ້ວ ມີຄົນຫລວງຫລາຍມາຫາພຣະອົງ ຝ່າຍພຣະອົງຍັງຊົງປະທັບຢູ່ແຄມທະເລ 22 ມີນາຍໂຮງທັມມະເທສນາຜູ້ຊຶ່ງຊື່ ຢາອີໂຣຍ່າງມາ ແລະເມື່ອທ່ານເຫັນພຣະເຢຊູກໍຂາບລົງທີ່ພຣະບາດຂອງພຣະອົງ 23 ແລ້ວທູນອ້ອນວອນຫນ່ວງຫນ່ຽວພຣະອົງວ່າ, “ລູກສາວນ້ອຍຂອງຂ້າພະເຈົ້າເຈັບຈວນຈະຕາຍແລ້ວ ຂໍເຊີນທ່ານໄປຢຽດມືວາງລົງໃສ່ມັນ ເພື່ອມັນຈະໄດ້ພົ້ນຕາຍມີຊີວິດຢູ່” 24 ຝ່າຍພຣະອົງກໍສະເດັດໄປກັບຄົນນັ້ນ ມີຄົນຫລວງຫລາຍຕາມໄປແລະບຽດພຣະອົງ 25 ມີຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ 26 ນາງໄດ້ທົນທຸກລຳບາກຫລາຍເຕັມທີ ເຖິງມີຫມໍຫລາຍຄົນໄດ້ປິ່ນປົວແລະໄດ້ເສັຽຊັບທັງຫມົດພຍາດນັ້ນກໍບໍ່ໄດ້ທຸເລົາລົງແຕ່ແຮ່ງກຳເລີບຂຶ້ນ 27 ເມື່ອຍິງນັ້ນໄດ້ຍິນເຖິງເຣື່ອງພຣະເຢຊູ ນາງກໍຍ່າງເຂົ້າປົນກັບປະຊາຊົນທີ່ເບື້ອງຫລັງພຣະອົງ ແລ້ວບາຍເຄື່ອງທົງຂອງພຣະອົງ 28 ເພາະນາງເວົ້າວ່າ, “ຖ້າເຮົາໄດ້ບາຍເສື້ອຂອງທ່ານແຕ່ເທົ່ານັ້ນເຮົາກໍຈະດີພຍາດ” 29 ໃນທັນໃດນັ້ນເລືອດທີ່ຕົກນັ້ນກໍຢຸດແຫ້ງໄປ ແລະຍິງຄົນນັ້ນກໍຮູ້ສຶກຕົວວ່າໄດ້ດີພຍາດແລ້ວ 30 ບັດດຽວນັ້ນພຣະເຢຊູຊົງຮູ້ສຶກວ່າຣິດໄດ້ອອກຈາກພຣະອົງແລ້ວ ຈຶ່ງທອດພຣະເນດທາງປະຊາຊົນຖາມວ່າ, “ແມ່ນໃຜໄດ້ບາຍເສື້ອຂອງເຮົາ” 31 ຝ່າຍພວກສິດກໍທູນວ່າ, “ທ່ານເຫັນແລ້ວປະຊາຊົນກຳລັງບຽດທ່ານຢູ່ ແລະຍັງຈະຖາມອີກຫລືວ່າ ໃຜໄດ້ບາຍເຮົາ” 32 ແລະພຣະເຢຊູໄດ້ທອດພຣະເນດເບິ່ງອ້ອມ ປະສົງຈະເຫັນຜູ້ທີ່ໄດ້ເຮັດການນັ້ນ 33 ຝ່າຍຜູ້ຍິງນັ້ນກໍຢ້ານຈົນຕົວສັ່ນ ເພາະຮູ້ເຣື່ອງທີ່ເກີດແກ່ຕົນ ຈຶ່ງມາຂາບລົງທູນຕໍ່ພຣະອົງຕາມຄວາມຈິງທັງສິ້ນ 34 ພຣະອົງຈຶ່ງຊົງກ່າວແກ່ຍິງນັ້ນວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກແລະດີພຍາດເທີນ” 35 ໃນຂນະທີ່ພຣະເຢຊູຍັງຊົງກ່າວຢູ່ນັ້ນ ມີບາງຄົນມາຈາກເຮືອນນາຍໂຮງທັມບອກວ່າ, “ລູກສາວຂອງທ່ານຕາຍເສັຽແລ້ວ ຍັງຈະຮົບກວນອາຈານອີກເຮັດຫຍັງ” 36 ຝ່າຍພຣະເຢຊູບໍ່ໄດ້ຊົງຟັງຄວາມເຂົາເວົ້ານັ້ນ ຈຶ່ງຊົງກ່າວແກ່ນາຍໂຮງທັມວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ” 37 ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດໄປນຳ ເວັ້ນແຕ່ເປໂຕ ຢາໂກໂບ ແລະໂຢຮັນນ້ອງຊາຍຂອງຢາໂກໂບ 38 ຄັນພຣະອົງສະເດັດພ້ອມກັບຄົນເຫລົ່ານັ້ນໄປເຖິງເຮືອນນາຍໂຮງທັມແລ້ວ ກໍຊົງເຫັນການວຸ້ນວາຍທັງຄົນຮ້ອງໄຫ້ແຜດສຽງຮ່ຳໄຮຫລາຍຢູ່ 39 ແລະເມື່ອພຣະອົງສະເດັດເຂົ້າໄປເຖິງແລ້ວກໍຊົງຖາມວ່າ, “ພວກເຈົ້າພາກກັນວຸ້ນວາຍຮ້ອງໄຫ້ເຮັດຫຍັງ ເດັກນ້ອຍນັ້ນບໍ່ຕາຍດອກແຕ່ຫລັບຢູ່ເທົ່ານັ້ນ” 40 ເຂົາກໍພາກັນຫົວຂວັນພຣະອົງ ແຕ່ເມື່ອພຣະອົງຊົງໄລ່ຄົນທັງປວງອອກແລ້ວ ຈຶ່ງພາພໍ່ແມ່ກັບສິດທັງສາມທີ່ຕາມພຣະອົງມານັ້ນເຂົ້າໄປໃນບ່ອນເດັກນ້ອຍຢູ່ 41 ພຣະອົງຊົງຈັບມືເດັກນ້ອຍນັ້ນແລ້ວຊົງກ່າວວ່າ, “ຕາລີທາກຸມ” ແປວ່າ “ຍິງນ້ອຍເອີຍ, ເຮົາບອກເຈົ້າຈົ່ງລຸກຂຶ້ນແມ໋” 42 ໃນທັນໃດນັ້ນເດັກນ້ອຍນັ້ນກໍລຸກຂຶ້ນຍ່າງໄປມາ ເພາະວ່າອາຍຸເຂົາໄດ້ສິບສອງປີແລ້ວ ໃນບັດດຽວນັ້ນຄົນທັງປວງກໍງຶດປລາດໃຈຫລາຍ 43 ພຣະອົງກໍຊົງສັ່ງຫ້າມເຂົາຢ່າງເດັດຂາດ ບໍ່ໃຫ້ຜູ້ໃດບອກຮູ້ເຫດການນີ້ແລ້ວຈຶ່ງຊົງສັ່ງເຂົາໃຫ້ເອົາອາຫານມາໃຫ້ເດັກນ້ອຍນັ້ນກິນ 61 ຝ່າຍພຣະເຢຊູໄດ້ສະເດັດຈາກທີ່ນັ້ນໄປຍັງເມືອງເດີມຂອງພຣະອົງ ແລະພວກສິດກໍຕາມພຣະອົງໄປ2 ເມື່ອເຖິງວັນສະບາໂຕແລ້ວ ພຣະອົງຊົງສັ່ງສອນໃນໂຮງທັມ ແລະຫລາຍໆຄົນທີ່ໄດ້ຍິນພຣະອົງກໍງຶດປລາດໃຈຈຶ່ງເວົ້າກັນວ່າ, “ຄົນນີ້ໄດ້ສິ່ງເຫລົ່ານີ້ມາແຕ່ໃສ ສະຕິປັນຍາທີ່ໄດ້ປະທານແກ່ຄົນນີ້ແມ່ນປັນຍາຢ່າງໃດ ເພາະວ່າການອິດທິຣິດຢ່າງນີ້ກໍຍັງສຳເຣັດໄດ້ດ້ວຍມືຂອງເຂົາເອງ 3 ຄົນນີ້ເປັນຊ່າງໄມ້ລູກນາງມາຣິອາບໍ່ແມ່ນຫລື ຢາໂກໂບ, ໂຢເຊ, ຢູດາ ແລະຊີໂມນ ເປັນນ້ອງຊາຍຂອງເຂົາບໍ່ແມ່ນຫລື ພວກນ້ອງສາວຂອງເຂົາກໍຢູ່ທີ່ນີ້ກັບພວກເຮົາບໍ່ແມ່ນຫລື” ເຂົາຈຶ່ງມີໃຈຫນ່າຍແຫນ່ງພຣະອົງ 4 ຝ່າຍພຣະເຢຊູຊົງກ່າວແກ່ເຂົາວ່າ, “ຜູ້ປະກາດພຣະທັມຈະບໍ່ຂາດຄວາມນັບຖື ເວັ້ນແຕ່ໃນເມືອງເດີມຂອງຕົນ ຖ້າມກາງຍາດພີ່ນ້ອງ ແລະໃນຄົວເຮືອນຂອງຕົນ” 5 ພຣະອົງຈະກະທຳການອິດທິຣິດທີ່ນັ້ນບໍ່ໄດ້ ເວັ້ນແຕ່ໄດ້ຊົງວາງພຣະຫັດເທິງຄົນເຈັບປ່ວຍບາງຄົນໃຫ້ດີພຍາດ 6 ພຣະອົງກໍປລາດພຣະທັຍເພາະເຂົາບໍ່ມີຄວາມເຊື່ອ ແລ້ວພຣະອົງໄດ້ສະເດັດໄປສັ່ງສອນທົ່ວທຸກບ້ານຮອບເຂດນັ້ນ 7 ພຣະອົງໄດ້ຊົງເອີ້ນສິບສອງຄົນນັ້ນມາ ແລ້ວຊົງຕັ້ງຕົ້ນໃຊ້ເຂົາໃຫ້ອອກໄປເປັນຄູ່ໆແລະຊົງປະທານໃຫ້ເຂົາມີອຳນາດເຫນືອຜີຖ່ອຍຮ້າຍ 8 ແລ້ວຊົງສັ່ງເຂົາບໍ່ໃຫ້ເອົາສິ່ງໃດໄປໃຊ້ຕາມທາງ ເວັ້ນແຕ່ໄມ້ເທົ້າສິ່ງດຽວ ຫ້າມບໍ່ໃຫ້ເອົາອາຫານຫລືຖົງ ຫລືເອົາເງິນໃສ່ກະເປົາສາຍຮັດແອວໄປ 9 ໃຫ້ໃສ່ເກີບ ແຕ່ບໍ່ໃຫ້ໃສ່ເສື້ອສອງໂຕ 10 ແລ້ວພຣະອົງຊົງສັ່ງເຂົາວ່າ, “ຖ້າໄປບ່ອນໃດ ເມື່ອເຂົ້າອາໄສໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນກວ່າຈະຈາກບ່ອນນັ້ນໄປ 11 ແລະຖ້າບ່ອນໃດບໍ່ຕ້ອນຮັບຫລືບໍ່ຟັງທ່ານທັງຫລາຍ ຈົ່ງອອກຈາກບ່ອນນັ້ນໄປ ແລະຈົ່ງສັ່ນ ຂີ້ຝຸ່ນທີ່ຕິດຝາຕີນຂອງພວກທ່ານອອກເສັຽ ເພື່ອເປັນພຍານຕໍ່ເຂົາ” 12 ຝ່າຍພວກສິດກໍພາກັນອອກໄປປະກາດໃຫ້ຄົນທັງຫລາຍຖິ້ມໃຈເກົ່າເອົາໃຈໃຫມ່ 13 ເຂົາໄດ້ຂັບໄລ່ຜີຮ້າຍອອກເສັຽຫລາຍໂຕ ແລະເອົານ້ຳມັນທາຄົນເຈັບປ່ວຍຫລາຍຄົນໃຫ້ດີພຍາດ 14 ຝ່າຍກະສັດເຮໂຣດຊົງຊາບເຣື່ອງຂອງພຣະເຢຊູ ເພາະວ່າພຣະນາມຂອງພຣະອົງໄດ້ຊ່າລືໄປ ມີບາງຄົນເວົ້າກັນວ່າ, “ໂຢຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ ດ້ວຍເຫດນີ້ຣິດອຳນາດນີ້ຈຶ່ງສະແດງອອກມາໃນທ່ານ” 15 ແຕ່ຄົນອື່ນວ່າ, “ເປັນເອລີຢາ” ແລະຄົນອື່ນໆວ່າ, “ເປັນຜູ້ປະກາດພຣະທັມເຫມືອນຄົນນຶ່ງໃນພວກຜູ້ປະກາດພຣະທັມແຕ່ກ່ອນ” 16 ຝ່າຍກະສັດເຮໂຣດ ເມື່ອຊາບແລ້ວກໍຊົງກ່າວວ່າ, “ແມ່ນໂຢຮັນຜູ້ເຮົາໄດ້ຕັດຫົວ ຜູ້ນັ້ນແຫລະ, ໄດ້ຄືນມາແລ້ວ” 17 ເພາະແມ່ນເຮໂຣດນີ້ເອງໄດ້ຊົງໃຊ້ຄົນໄປຈັບໂຢຮັນຜູກມັດຂອງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດັຽ ພັຣຍາຂອງຟີລິບນ້ອງຊາຍຕົນ ດ້ວຍວ່າເຮໂຣດໄດ້ຮັບເອົານາງນັ້ນມາເປັນພັຣຍາຂອງຕົນ 18 ເພາະໂຢຮັນເຄີຍທູນເຮໂຣດວ່າ, “ທີ່ທ່ານຈະເອົາພັຣຍາຂອງນ້ອງມາເປັນພັຣຍາຂອງຕົນນັ້ນກໍຜິດຕໍ່ກົດ” 19 ແລະນາງເຮໂຣເດັຽກໍຜູກພຍາບາດໂຢຮັນ ມີໃຈຢາກຂ້າທ່ານເສັຽ ແຕ່ຂ້າບໍ່ໄດ້ 20 ເພາະເຮໂຣດຊົງຢຳເກງໂຢຮັນ ດ້ວຍຊາບວ່າໂຢຮັນເປັນຄົນບໍຣິສຸດແລະສັດຊື່ ເຮໂຣດຈຶ່ງຊົງປ້ອງກັນໂຢຮັນໄວ້ ເມື່ອເຮໂຣດໄດ້ຍິນຄຳສັ່ງສອນຂອງທ່ານ ກໍຊົງລັ່ງເລພຣະທັຍຢ່າງນັກ ແຕ່ກໍຍັງຍອມຟັງດ້ວຍຄວາມຍິນດີ 21 ຄັນຢູ່ມາວັນນຶ່ງເປັນໂອກາດດີ ຄືເປັນວັນສລອງວັນກຳເນີດຂອງເຮໂຣດ ເຮໂຣດໄດ້ຊົງຈັດການກິນລ້ຽງພວກເສນາບໍດີກັບນາຍທະຫານຊັ້ນຜູ້ໃຫຍ່ ແລະບັນດາຄົນສຳຄັນໃນແຂວງຄາລີເລ 22 ເມື່ອບຸດຍິງຂອງນາງເຮໂຣເດັຽຜູ້ນັ້ນເຂົ້າມາຟ້ອນລຳກໍເຮັດໃຫ້ກະສັດເຮໂຣດຊອບພຣະທັຍ ແລະແຂກທີ່ມາຮ່ວມຊອບໃຈເຫມືອນກັນ ກະສັດຈຶ່ງຊົງກ່າວແກ່ຍິງສາວນັ້ນວ່າ, “ເຈົ້າຈະຂໍສິ່ງໃດກໍຈະໃຫ້ສິ່ງນັ້ນ” 23 ແລະກະສັດຈຶ່ງຊົງສາບານປະຕິຍານຕົວວ່າ, “ເຈົ້າຈະຂໍສິ່ງໃດ ເຮົາຈະໃຫ້ສິ່ງນັ້ນ ຈົນເຖິງເຄິ່ງຣາຊສົມບັດຂອງເຮົາ” 24 ຍິງສາວນັ້ນຈຶ່ງອອກໄປຖາມມານດາວ່າ, “ລູກຈະຂໍສິ່ງໃດຈຶ່ງຈະດີ” ມານດາຈຶ່ງຕອບວ່າ, “ຂໍຫົວໂຢຮັນບັບຕິສະໂຕສາ” 25 ໃນທັນໃດນັ້ນຍິງສາວກໍຮີບເຂົ້າໄປເຝົ້າກະສັດທູນວ່າ, “ທ່ານໂທດທານຊີວິດ ຂໍປະທານຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້ເທີນ” 26 ພຣະອົງຊົງທຸກພຣະທັຍຢ່າງນັກ ແຕ່ເພາະເຫດໄດ້ຊົງສາບານຕົວໄວ້ ແລະເພາະເຫັນແກ່ຫນ້າແຂກທີ່ມາຮ່ວມກໍບໍ່ຢາກຂັດຂືນນາງ 27 ໃນຂນະນັ້ນກະສັດຈຶ່ງຊົງຮັບສັ່ງທະຫານຮັກສາພຣະອົງຜູ້ນຶ່ງ ໃຫ້ໄປເອົາຫົວໂຢຮັນມາ ທະຫານຜູ້ນັ້ນຈຶ່ງໄປຕັດເອົາຫົວໂຢຮັນໃນຄຸກ 28 ໃສ່ຖາດມາໃຫ້ແກ່ຍິງສາວນັ້ນ ແລະນາງກໍສົ່ງໃຫ້ມານດາຂອງຕົນ 29 ເມື່ອພວກສິດຂອງໂຢຮັນຮູ້ເຫດການນັ້ນແລ້ວ ກໍມາຮັບເອົາສົບຂອງທ່ານໄປວາງໄວ້ໃນອຸບໂມງ 30 ຝ່າຍອັຄສາວົກໄດ້ພາກັນມາເຝົ້າພຣະເຢຊູ ທູນຣາຍງານທັງຫມົດທີ່ເຂົາໄດ້ເຣັດ ແລະໄດ້ສັ່ງສອນໃຫ້ພຣະອົງຊົງຊາບ 31 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ພວກເຮົາຈົ່ງພາກັນໄປໃນບ່ອນສງັດ ໃຫ້ພວກທ່ານພັກເຊົາເມື່ອຍຈັກຫນ້ອຍນຶ່ງ” ເພາະມີຄົນຫລວງຫລາຍທຽວໄປມາ ຈົນບໍ່ມີເວລາຫວ້າງພໍຈະຮັບປະທານອາຫານໄດ້ 32 ພຣະອົງຈຶ່ງສະເດັດລົງເຮືອພ້ອມກັບສາວົກໄປຍັງບ່ອນສງັດຢູ່ຕ່າງຫາກ 33 ຫລາຍຄົນໄດ້ເຫັນພຣະອົງກັບພວກສາວົກພວມໄປ ເຂົາກໍສັງເກດຮູ້ຈຶ່ງຮີບພາກັນອອກຈາກທຸກບ້ານທຸກເມືອງຍ່າງໄປເຖິງທີ່ນັ້ນກ່ອນ 34 ຄັນພຣະເຢຊູສະເດັດຂຶ້ນຈາກເຮືອນແລ້ວ ກໍຊົງເຫັນປະຊາຊົນຫມູ່ໃຫຍ່ ແລະຊົງສົງສານເຂົາ ເພາະວ່າເຂົາເປັນເຫມືອນຝູງແກະບໍ່ມີຜູ້ລ້ຽງ ພຣະອົງຈຶ່ງຊົງຕັ້ງຕົ້ນສັ່ງສອນເຂົາເປັນຫລາຍຂໍ້ຫລາຍປະການ 35 ເມື່ອຄ້າຍຄ່ຳມາແລ້ວ ພວກສາວົກມາທູນພຣະອົງວ່າ, “ບ່ອນນີ້ແມ່ນປ່າ ແລະບັດນີ້ກໍຄ້າຍຄ່ຳແລ້ວ 36 ຂໍທ່ານຈົ່ງໃຫ້ເຂົາເລີກໄປເສັຽ ເພື່ອເຂົາຈະໄດ້ໄປຊື້ອາຫານຮັບປະທານຕາມບ້ານໄຮ່ບ້ານນາແຖບນີ້” 37 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ” ເຂົາຈຶ່ງທູນພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຊື້ອາຫານເຖິງສອງຮ້ອຍຫລຽນເດນາຣິອົນໃຫ້ເຂົາກິນຫລື” 38 ພຣະອົງຊົງກ່າວວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ ຈົ່ງໄປເບິ່ງດູ” ແລະເມື່ອຮູ້ແລ້ວ ເຂົາຈຶ່ງທູນວ່າ, “ມີເຂົ້າຈີ່ຫ້າກ້ອນແລະປາສອງໂຕ” 39 ພຣະອົງຈຶ່ງຊົງສັ່ງພວກສາວົກໃຫ້ຈັດຄົນທັງປວງນັ່ງຮ່ວມກັນທີ່ປ່າຫຍ້າສົດເປັນຫມູ່ໆ 40 ແລະປະຊາຊົນໄດ້ນັ່ງລົງເປັນແຖວ ແຖວລະຮ້ອຍຄົນແລະແຖວລະຫ້າສິບຄົນ 41 ເມື່ອພຣະອົງຊົງຮັບເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າສວັນ ຂໍພຣະພອນ ແລ້ວຊົງຫັກເຂົ້າຈີ່ຍຶ່ນໃຫ້ພວກສາວົກໄປແຈກແກ່ຄົນທັງປວງ ແລະປາສອງໂຕນັ້ນກໍຊົງແບ່ງໃຫ້ທົ່ວເຖິງກັນເຫມືອນກັນ 42 ເຂົາໄດ້ກິນອີ່ມທຸກຄົນ 43 ສ່ວນຕ່ອນຫັກແລະປາທີ່ເຫລືອນັ້ນ ເຂົາເກັບໄດ້ເຕັມສິບສອງບຸງ 44 ໃນຈຳນວນຄົນທີ່ໄດ້ຮັບປະທານເຂົ້າຈີ່ນັ້ນ ມີຜູ້ຊາຍຫ້າພັນຄົນ 45 ໃນທັນໃດນັ້ນພຣະອົງຊົງສັ່ງໃຫ້ພວກສາວົກລົງເຮືອຂ້າມຟາກໄປຍັງເມືອງເບັດຊາອີດາກ່ອນ ຂນະທີ່ພຣະອົງຊົງສັ່ງໃຫ້ປະຊາຊົນເລີກໄປ 46 ເມື່ອຊົງລາຈາກເຂົາແລ້ວ ພຣະອົງໄດ້ສະເດັດຂຶ້ນເມືອພູເພື່ອໄຫວ້ວອນ 47 ເມື່ອຄ່ຳມາແລ້ວເຮືອນັ້ນກໍຢູ່ກາງທະເລ ສ່ວນພຣະອົງຊົງຢູ່ບົກແຕ່ຕົນດຽວ 48 ແລະພຣະອົງທອດພຣະເນດເຫັນພວກສາວົກກຳລັງແຊວເຣືອດ້ວຍຄວາມລຳບາກຫລາຍ ເພາະເຮືອຕ້ານທວນລົມຢູ່ ຄັນປະມານຍາມສີ່ກາງຄືນ ພຣະອົງຈຶ່ງຊົງຍ່າງເທິງນ້ຳໄປຫາພວກສາວົກ ແລະພຣະອົງຊົງຍ່າງດັ່ງຈະກາຍເຂົາໄປ 49 ແຕ່ເມື່ອພວກສາວົກໄດ້ເຫັນພຣະອົງຊົງຍ່າງເທິງນ້ຳ ເຂົາກໍຄຶດວ່າແມ່ນຜີ ແລ້ວຈຶ່ງພາກັນຮ້ອງຂຶ້ນ 50 ເພາະວ່າທຸກຄົນເຫັນແລ້ວກໍຕົກໃຈ ໃນທັນໃດນັ້ນພຣະອົງຊົງອອກພຣະໂອດກ່າວແກ່ເຂົາວ່າ, “ຢ່ານ້ອຍໃຈເທາະ ແມ່ນເຮົາເອງ ຢ່າຊູ່ຢ້ານ” 51 ພຣະອົງຈຶ່ງສະເດັດຂຶ້ນໄປຫາເຂົາເທິງເຮືອ ແລ້ວລົມກໍງຽບລົງ ພວກສາວົກກໍປລາດອັດສະຈັນໃຈເຫລືອເກີນ 52 ເພາະວ່າເຣື່ອງເຂົ້າຈີ່ນັ້ນເຂົາຍັງບໍ່ໄດ້ເຂົ້າໃຈ ແຕ່ໃຈຂອງເຂົາຍັງແຂງກະດ້າງປຶກຕັນຢູ່ 53 ຄັນຂ້າມຟາກໄປເຖິງແລ້ວ ເຂົາກໍຈອດທີ່ທ່າເມືອງເຄນເນຊາເຣັດ 54 ເມື່ອພຣະເຢຊູສະເດັດຂຶ້ນຈາກເຮືອພ້ອມດ້ວຍສາວົກແລ້ວ ຄົນທັງປວງກໍຈຳພຣະອົງໄດ້ທັນທີ 55 ແລະເຂົາຮີບໄປທົ່ວຂົງເຂດນັ້ນ ຕັ້ງຕົ້ນເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຍັງບ່ອນທີ່ເຂົາໄດ້ຍິນຂ່າວວ່າພຣະອົງປະທັບຢູ່ 56 ເມື່ອພຣະອົງສະເດັດໄປທີ່ໃດໃນເມືອງຫລື ບ້ານນອກບ້ານນາກໍດີ ເຂົາກໍເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ ແລ້ວທູນຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍໄດ້ບາຍແຕ່ແຄມເຄື່ອງທົງຂອງພຣະອົງແລະຜູ້ໃດໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີພຍາດທຸກຄົນ 71 ເມື່ອນັ້ນພວກຟາຣີຊາຍແລະນັກທັມບາງຄົນຊຶ່ງມາຈາກກຸງເຢຣູຊາເລັມ ພາກັນມາຫາພຣະອົງ2 ເຂົາໄດ້ເຫັນສາວົກຂອງພຣະອົງລາງຄົນຮັບປະທານອາຫານດ້ວຍມືບໍ່ສະອາດ ຄືບໍ່ລ້າງມືຕາມພິທີກ່ອນ 3 ເພາະວ່າພວກຟາຣີຊາຍກັບຊາວຢິວທັງຫມົດ ເຄີຍຖືຕາມຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານວ່າ ຖ້າບໍ່ໄດ້ລ້າງມືຕາມພິທີຄືແຕ່ມືເຖິງຄໍ່ ເຂົາກໍບໍ່ຮັບປະທານອາຫານ 4 ແລະເມື່ອເຂົາມາຈາກຕລາດ ຖ້າບໍ່ໄດ້ທຳພິທີຊຳຮະຕົວກ່ອນ ເຂົາກໍບໍ່ຮັບປະທານອາຫານ ແລະເຂົາຍັງຖືທັມນຽມອື່ນໆອີກຫລາຍຢ່າງ ຄືການລ້າງຖ້ວຍຊາມ ລ້າງພາຊນະທອງແດງທອງເຫລືອງ (ແລະຕຽງນອນ) 5 ພວກຟາຣີຊາຍກັບພວກນັກທັມຈຶ່ງທູນຖາມພຣະອົງວ່າ, “ເປັນຫຍັງພວກສິດຂອງທ່ານຈຶ່ງບໍ່ຕິດຕາມຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານ ແຕ່ຍັງຮັບປະທານອາຫານດ້ວຍມືບໍ່ສະອາດ” 6 ພຣະອົງຊົງຕອບເຂົາວ່າ, “ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກເຈົ້າ ຜູ້ເປັນຄົນຫນ້າຊື່ໃຈຄົດ ຕາມທີ່ຂຽນໄວ້ວ່າ, “ພົລເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກເຮົາ 7 ເຂົານະມັສການເຮົາໂດຍອັປໂຍດ ດ້ວຍເອົາບົດບັນຍັດຂອງມະນຸດມາຕູ່ວ່າ ເປັນພຣະໂອວາດ” 8 ເຈົ້າທັງຫລາຍປະລະພຣະບັນຍັດຂອງພຣະເຈົ້າ ແລະກັບໄປຍຶດຖືຕາມຄຳສອນທີ່ຕົກທອດມາຈາກມະນຸດ” 9 ພຣະອົງຊົງກ່າວແກ່ເຂົາອີກວ່າ, “ເກີນວ່າດີແທ້ຫນໍ ທີ່ເຈົ້າທັງຫລາຍໄດ້ລະຖິ້ມພຣະບັນຍັດຂອງພຣະເຈົ້າ ໄປຖືຕາມຄຳສອນທີ່ສືບຕໍ່ມາຈາກເຖົ້າເກົ່າບູຮານ 10 ເພາະວ່າໂມເຊໄດ້ສັ່ງໄວ້ວ່າ “ຈົ່ງນັບຖືບິດາມານດາຂອງເຈົ້າ” ແລະ “ຜູ້ໃດຫມິ່ນປມາດບິດາມານດາຈະຕ້ອງມີໂທດເຖິງຕາຍ” 11 ແຕ່ຝ່າຍພວກເຈົ້າກັບເວົ້າວ່າ “ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນເປັນໂກຣະບານ” (ຄືເປັນຂອງຖວາຍແດ່ພຣະເຈົ້າແລ້ວ) 12 ເຈົ້າທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນເຮັດສິ່ງໃດຕໍ່ໄປ ເພື່ອຊ່ອຍບຳຣຸງບິດາມານດາຂອງຕົນ 13 ເຈົ້າທັງຫລາຍຈຶ່ງລຶບລ້າງພຣະທັມຂອງພຣະເຈົ້າດ້ວຍຄຳສອນທີ່ຕົກທອດສືບຕໍ່ກັນມາ ແລະສອນຕໍ່ໆກັນໄປ ແລະການອື່ນໆແນວນີ້ອີກຫລາຍຢ່າງເຈົ້າທັງຫລາຍກໍເຮັດຢູ່” 14 ແລ້ວພຣະອົງຊົງເອີ້ນປະຊາຊົນມາອີກ ຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຈົ່ງຟັງເຮົາແລະເຂົ້າໃຈສາ 15 ບໍ່ມີສິ່ງໃດທີ່ຢູ່ພາຍນອກ ເມື່ອເຂົ້າໄປພາຍໃນມະນຸດຈະເຮັດໃຫ້ມະນຸດຊົ່ວມົວຫມອງໄດ້ ແຕ່ສິ່ງຊຶ່ງອອກມາຈາກພາຍໃນມະນຸດນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 16 (ຖ້າຜູ້ໃດມີຫູຈົ່ງຢາກຟັງ ໃຫ້ຟັງເອົາສາ)” 17 ຄັນພຣະອົງໄດ້ສະເດັດຈາກປະຊາຊົນເຂົ້າໄປໃນເຮືອນແລ້ວ ພວກສາວົກໄດ້ທູນຖາມພຣະອົງເຖິງຄຳອຸປມານັ້ນ 18 ພຣະອົງຊົງຕອບເຂົາວ່າ, “ເຖິງພວກທ່ານກໍຍັງຂາດຄວາມເຂົ້າໃຈເຫມືອນກັນຫລື ພວກທ່ານບໍ່ໄດ້ສັງເກດຫລືວ່າ ສິ່ງໃດແຕ່ພາຍນອກທີ່ເຂົ້າໄປພາຍໃນມະນຸດ ຈະເຮັດໃຫ້ມະນຸດເປັນຊົ່ວມົວຫມອງບໍ່ໄດ້ 19 ເພາະວ່າສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈ ແຕ່ລົງທ້ອງແລ້ວກໍຖ່າຍອອກ” (ທີ່ຊົງສອນຢ່າງນີ້ກໍເປັນການປະກາດວ່າ ອາຫານທຸກຢ່າງເປັນຂອງສະອາດ) 20 ພຣະອົງຊົງກ່າວວ່າ, “ສິ່ງທີ່ອອກມາຈາກພາຍໃນມະນຸດນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 21 ເພາະວ່າຈາກພາຍໃນ ຄືຈາກຈິດໃຈມະນຸດມີຄວາມຄຶດຊົ່ວບໍ່ດີ ການຜິດຊາຍຍິງ ການລັກຊັບ ການຂ້າຄົນ 22 ການຫລິ້ນຊູ້ຈາກຜົວເມັຽ ການໂລບ ການອະທັມ ການລໍ້ລວງ ຣາຄະຕັນຫາ ການອິດສາ ການນິນທາ ຄວາມຈອງຫອງ ຄວາມໂງ່ທີ່ປ່ອຍຕົວໄປຕາມລຳພັງໃຈ 23 ສາຣະພັດການຊົ່ວເຫລົ່ານີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດຊົ່ວມົວຫມອງ 24 ພຣະອົງຊົງລຸກຂຶ້ນຈາກທີ່ນັ້ນ ສະເດັດໄປຍັງເຂດແດນເມືອງຕີເຣ ແລ້ວເຂົ້າໄປໃນເຮືອນຫລັງນຶ່ງໂດຍມີພຣະປະສົງວ່າຈະບໍ່ໃຫ້ຜູ້ໃດຮູ້ ແຕ່ຊົງລີ້ຢູ່ບໍ່ໄດ້ 25 ໃນທັນໃດນັ້ນຍິງຄົນນຶ່ງຊຶ່ງມີລູກສາວທີ່ຜີຖ່ອຍຮ້າຍເຂົ້າສິງ ເມື່ອນາງໄດ້ຍິນຂ່າວເຖິງເຣື່ອງພຣະອົງ ກໍມາຂາບລົງທີ່ພຣະບາດຂອງພຣະອົງ 26 ຍິງຄົນນັ້ນເປັນຊາວກຣີກ ເກີດໃນແຂວງຊີເຣັຽຟອຍນິເກ ນາງໄດ້ທູນອ້ອນວອນຂໍໃຫ້ພຣະອົງຂັບໄລ່ຜີອອກຈາກລູກສາວຂອງຕົນ 27 ຝ່າຍພຣະເຢຊູຊົງກ່າວແກ່ນາງນັ້ນວ່າ, “ໃຫ້ລູກກິນອີ່ມເສັຽກ່ອນ ເພາະວ່າບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ຫມານ້ອຍ” 28 ແຕ່ນາງທູນຕອບວ່າ, “ຈິງຢູ່ຂ້ານ້ອຍ ແຕ່ເຖິງແມ່ນຫມານ້ອຍທີ່ຢູ່ໃຕ້ໂຕະ ກໍເຄີຍກິນເສດອາຫານຂອງເດັກນ້ອຍນັ້ນ” 29 ແລ້ວພຣະອົງຊົງກ່າວແກ່ນາງວ່າ, “ເພາະເຫດຄຳເວົ້າຂອງເຈົ້ານີ້ ຈົ່ງກັບເມືອສາ ຜີຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ” 30 ຝ່າຍຍິງນັ້ນໄດ້ກັບເມືອເຮືອນຂອງຕົນ ກໍເຫັນລູກນອນຢູ່ເທິງຕຽງແລະຜີຮ້າຍນັ້ນກໍໄດ້ອອກແລ້ວ 31 ຕໍ່ມາພຣະອົງໄດ້ສະເດັດຈາກເຂດເມືອງຕີເຣແລະຜ່ານຊີໂດນ ດຳເນີນໄປຕາມແຂວງເດກາໂປລີມາຍັງທະເລຄາລີເລ 32 ມີຄົນໄດ້ພາຊາຍຫູຫນວກປາກກືກຄົນນຶ່ງມາຫາພຣະອົງ ແລ້ວຂໍໃຫ້ພຣະອົງຊົງໂຜດວາງພຣະຫັດເທິງຄົນນັ້ນ 33 ພຣະອົງຈຶ່ງຊົງພາກຄົນນັ້ນອອກຈາກປະຊາຊົນໄປຢູ່ຕ່າງຫາກ ຊົງເອົານີ້ວພຣະຫັດແຍ່ຫູຊາຍຄົນນັ້ນທັງສອງກ້ຳ ແລະຊົງບ້ວນນ້ຳລາຍໃສ່ນີ້ວພຣະຫັດແປະລີ້ນຄົນນັ້ນ 34 ແລ້ວພຣະອົງຊົງແຫງນພຣະພັກສູ່ຟ້າ ຊົງຖອນພຣະທັຍກ່າວແກ່ຄົນນັ້ນວ່າ, “ເອບຟາທາ” ແປວ່າ “ຈົ່ງໄຂອອກ” 35 ແລ້ວຫູຄົນນັ້ນກໍໄຂອອກ ແລະສິ່ງທີ່ຂັດລີ້ນກໍຫລຸດ ແລະເຂົາກໍປາກໄດ້ຄັກ 36 ພຣະອົງຊົງຫ້າມຄົນທັງຫລາຍບໍ່ໃຫ້ແຈ້ງຄວາມນີ້ແກ່ຜູ້ໃດ ແຕ່ພຣະອົງຊົງຫ້າມເທົ່າໃດ ເຂົາກໍແຮ່ງເລົ່າລືໄປຫລາຍ 37 ແລະຄົນທັງປວງກໍງຶດປລາດໃຈເຫລືອເກີນ ຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ໄດ້ເຮັດລ້ວນແຕ່ເປັນການດີ ເຖິງແມ່ນຄົນຫູຫນວກກໍເຣັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຣັດໃຫ້ປາກໄດ້” 81 ຄາວນັ້ນ ເມື່ອປະຊາຊົນຫລວງຫລາຍພາກັນມາອີກ ກໍບໍ່ມີອາຫານກິນ ພຣະເຢຊູຈຶ່ງເອີ້ນພວກສາວົກຊົງກ່າວແກ່ເຂົາວ່າ,2 “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນ 3 ຖ້າເຮົາຈະໃຫ້ເຂົາກັບເມືອບ້ານເມືອງຍັງຫິວຢູ່ ເຂົາຄົງຈະເມື່ອຍອິດອ່ອນຕາມທາງ ເພາະບາງຄົນມາແຕ່ໄກ” 4 ພວກສາວົກຈຶ່ງທູນຕອບພຣະອົງວ່າ, “ໃນປ່າຢ່າງນີ້ຈະເອົາອາຫານມາແຕ່ໃສພໍຈະໃຫ້ເຂົາກິນອີ່ມໄດ້” 5 ພຣະອົງຊົງຖາມເຂົາວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ້ອນຂ້ານ້ອຍ” 6 ພຣະອົງຈຶ່ງຊົງສັ່ງປະຊາຊົນໃຫ້ນັ່ງລົງຕາມຫນ້າດິນ ເມື່ອຊົງຮັບເຂົ້າຈີ່ເຈັດກ້ອນມາໂມທະນາພຣະຄຸນແລ້ວ ກໍຊົງຫັກຍື່ນໃຫ້ພວກສາວົກໄປແຈກ ພວກສາວົກຈຶ່ງເອົາໄປແຈກໃຫ້ປະຊາຊົນ 7 ແລະເຂົາມີປານ້ອຍບາງໂຕ ພຣະອົງຈຶ່ງຊົງຂໍພຣະພອນ ແລ້ວຊົງສັ່ງພວກສາວົກໃຫ້ເອົາປານັ້ນໄປແຈກເຫມືອນກັນ ຄົນທັງປວງໄດ້ກິນຈົນອີ່ມ 8 ສ່ວນຕ່ອນຫັກທີ່ເຫລືອນັ້ນ ເຂົາເກັບໄດ້ເຕັມເຈັດບຸງ 9 ຄົນທີ່ໄດ້ກິນນັ້ນມີປະມານສີ່ພັນຄົນ ແລ້ວພຣະອົງຊົງສັ່ງເຂົາໃຫ້ເລີກໄປ 10 ໃນທັນໃດນັ້ນພຣະອົງກໍສະເດັດລົງເຮືອກັບພວກສາວົກຂອງພຣະອົງ ມາເຖິງເຂດເມືອງດານມານຸທາ 11 ພວກຟາຣີຊາຍໄດ້ອອກມາຕັ້ງຕົ້ນໂຕ້ຖຽງກັບພຣະອົງ ຂໍໃຫ້ພຣະອົງຊົງສແວງຫມາຍສຳຄັນຢ່າງນຶ່ງຈາກສວັນ ເພື່ອຢາກທົດລອງພຣະອົງ 12 ພຣະອົງຊົງຖອນພຣະທັຍແລ້ວກ່າວວ່າ, “ເປັນຫຍັງຄົນສະໄຫມນີ້ຈຶ່ງສແວງຫາຫມາຍສຳຄັນ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຈະບໍ່ຊົງໂຜດຫມາຍສຳຄັນແກ່ຄົນສະໄຫມນີ້” 13 ແລ້ວພຣະອົງສະເດັດຈາກເຂົາລົງເຮືອຂ້າມຟາກໄປອີກ 14 ຝ່າຍພວກສາວົກໄດ້ລືມເອົາເຂົ້າຈີ່ໄປ ແລະໃນເຮືອເຂົາມີເຂົ້າຈີ່ຢູ່ກ້ອນດຽວເທົ່ານັ້ນ 15 ພຣະອົງຊົງຕັກເຕືອນເຂົາວ່າ, “ຈົ່ງສັງເກດ ແລະລະວັງເຊື້ອແປ້ງຂອງພວກຟາຣີຊາຍແລະຂອງເຮໂຣດໃຫ້ດີ” 16 ພວກສາວົກຈຶ່ງເວົ້າກັນຢູ່ວ່າ, “ເຫັນຈະເປັນເພາະເຮົາບໍ່ມີເຂົ້າຈີ່” 17 ພຣະເຢຊູຊົງຊາຍເຣື່ອງນັ້ນຈຶ່ງຊົງຖາມເຂົາວ່າ, “ເຫດສັນໃດພວກທ່ານຈຶ່ງເວົ້າກັນເຖິງເຣື່ອງບໍ່ມີເຂົ້າຈີ່ ພວກທ່ານຍັງບໍ່ສັງເກດ ແລະບໍ່ເຂົ້າໃຈຫລື ໃຈຂອງພວກທ່ານຍັງປຶກຕັນຢູ່ຫລື 18 ມີຕາແລ້ວຍັງບໍ່ເຫັນຫລື ມີຫູແລ້ວຍັງບໍ່ໄດ້ຍິນຫລື ພວກທ່ານຈື່ຈຳບໍ່ໄດ້ຫລື 19 ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນໃຫ້ແກ່ຫ້າພັນຄົນນັ້ນ ພວກທ່ານເກັບສ່ວນທີ່ເຫລືອນັ້ນໄດ້ເຕັມຈັກບຸງ?” ເຂົາທູນຕອບວ່າ, “ໄດ້ສິບສອງບຸງຂ້ານ້ອຍ” 20 “ເມື່ອເຮົາໄດ້ຫັກເຂົ້າຈີ່ເຈັດກ້ອນໃຫ້ແກ່ຄົນສີ່ພັນຄົນ ພວກທ່ານເກັບສ່ວນທີ່ເຫລືອນັ້ນໄດ້ເຕັມຈັກບຸງ?” ເຂົາທູນຕອບວ່າ, “ໄດ້ເຈັດບຸງຂ້ານ້ອຍ” 21 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ເຂົ້າໃຈຫລື” 22 ພຣະອົງໄດ້ສະເດັດໄປຍັງເມືອງເບັດຊະອີດາກັບພວກສາວົກ ຊາວເມືອງນັ້ນພາຄົນຕາບອດຄົນນຶ່ງມາຫາພຣະອົງ ທູນອ້ອນວອນຂໍໃຫ້ພຣະອົງຊົງບາຍຄົນນັ້ນ 23 ພຣະອົງໄດ້ຊົງກຳມືຄົນຕາບອດຈູງເຂົາອອກໄປນອກເມືອງ ເມື່ອຊົງຖົ່ມນ້ຳລາຍໃສ່ຄົນນັ້ນແລະຢຽດພຣະຫັດໃສ່ເຂົາແລ້ວຊົງຖາມວ່າ, “ເຈົ້າເຫັນຫຍັງແດ່ບໍ່” 24 ຄົນນັ້ນເງີຍຫນ້າເບິ່ງແລ້ວທູນຕອບວ່າ, “ຂ້ານ້ອຍເຫັນຄົນຍ່າງໄປມາ ແຕ່ເບິ່ງເຫມືອນຕົ້ນໄມ້” 25 ພຣະອົງຊົງຢຽດພຣະຫັດໃສ່ຕາເຂົາອີກ ເຂົາກໍມືນຕາເຕັມຫນ່ວຍ ແລະຕາເຂົາກໍດີປົກກະຕິ ຈົ່ງເຫັນທຸກສິ່ງໄດ້ຄັກ 26 ພຣະອົງຈຶ່ງຊົງໃຫ້ເຂົາກັບເມືອເຮືອນຂອງຕົນ ແລ້ວຊົງສັ່ງວ່າ, “ຢ່າໄດ້ເຂົ້າໄປໃນເມືອງເນີ” 27 ພຣະເຢຊູໄດ້ສະເດັດພ້ອມດ້ວຍພວກສາວົກ ອອກໄປຍັງບ້ານທັງຫລາຍເຂດເມືອງກາຍຊາເຣັຽຟີລິບປອຍ ເມື່ອຢູ່ຕາມທາງນັ້ນ ພຣະອົງຊົງຖາມພວກສາວົກວ່າ, “ຄົນທັງຫລາຍເວົາກັນວ່າເຮົາແມ່ນຜູ້ໃດ” 28 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນວ່າແມ່ນເອລີຢາ ແລະຄົນອື່ນອີກວ່າແມ່ນຜູ້ນຶ່ງໃນພວກຜູ້ປະກາດພຣະທັມ” 29 ພຣະອົງຊົງຖາມເຂົາວ່າ, “ພວກທ່ານເດ ວ່າເຮົາແມ່ນໃຜ” ເປໂຕທູນຕອບວ່າ, “ທ່ານແມ່ນພຣະຄຣິດ” 30 ແລ້ວພຣະອົງຊົງສັ່ງຫ້າມພວກສາວົກດ້ວຍເດັດຂາດ ບໍ່ໃຫ້ເຂົາບອກເຣື່ອງນີ້ແກ່ຜູ້ໃດ 31 ແລ້ວພຣະອົງຊົງຕັ້ງຕົ້ນກ່າວສອນພວກສາວົກວ່າ, “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ ພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມຈະບໍ່ຍອມຮັບ ເຂົາຈະໄດ້ຂ້າທ່ານເສັຽ ແລະໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາ” 32 ຄຳເຫລົ່ານີ້ພຣະອົງຊົງກ່າວໂດຍເປີດເຜີຍ ຝ່າຍເປໂຕໄດ້ພາພຣະອົງໄປຕ່າງຫາກ ແລ້ວຕັ້ງຕົ້ນທູນຫ້າມພຣະອົງຢ່າງແຂງແຮງ 33 ເມື່ອພຣະອົງຊົງຫັນພຣະພັກເຫັນພວກສາວົກ ກໍຊົງຕີເປໂຕຢ່າງແຂງແຮງວ່າ, “ອ້າຍຊາຕານເຮີຍ, ຈົ່ງຖອຍຫນີຈາກເຮົາເສັຽ ເພາະເຈົ້າຄຶດຢ່າງມະນຸດ ບໍ່ຄຶດຢ່າງພຣະເຈົ້າ” 34 ພຣະອົງຈຶ່ງຊົງເອີ້ນປະຊາຊົນກັບພວກສາວົກເຂົ້າມາ ແລ້ວຊົງກ່າວແກ່ເຂົາວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽ ແລະຮັບແບກໄມ້ກາງແຂນຂອງຕົນຕິດຕາມເຮົາມາ 35 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດແຕ່ຜູ້ໃດຈະເສັຽຊີວິດຂອງຕົນເພາະເຫັນແກ່ເຮົາ ແລະເຫັນແກ່ຂ່າວປະເສີດ ຜູ້ນັ້ນກໍຈະຊ່ອຍຊີວິດໃຫ້ພົ້ນ 36 ເພາະຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນ ຜູ້ນັ້ນຈະໄດ້ປໂຍດອັນໃດ 37 ຫລືຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ 38 ດ້ວຍວ່າຖ້າຜູ້ໃດມີຄວາມອາຍເພາະເຮົາ ແລະຖ້ອຍຄຳຂອງເຮົາໃນຊົ່ວຊີວິດນີ້ ຊຶ່ງປະກອບດ້ວຍການບໍ່ສັດຊື່ແລະຊົ່ວຮ້າຍ ບຸດມະນຸດກໍຈະມີຄວາມອາຍເພາະຜູ້ນັ້ນ ໃນເມື່ອທ່ານມາດ້ວຍສະງ່າຣາສີແຫ່ງພຣະບິດາແລະດ້ວຍຝູງເທວະດາຕົນບໍຣິສຸດ” 91 ພຣະອົງຍັງຊົງກ່າວແກ່ເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ໃນພວກຄົນທີ່ຢືນຢູ່ທີ່ນີ້ມີລາງຄົນທີ່ຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງພຣະເຈົ້າມາດ້ວຍຣິດເດດ”2 ຄັນລ່ວງໄປໄດ້ຫົກວັນແລ້ວ ພຣະເຢຊູຊົງພາເປໂຕ ຢາໂກໂບ ແລະໂຢຮັນ ຂຶ້ນພູສູງຈຳເພາະແຕ່ຫມູ່ດຽວ ແລ້ວລັກສະນະພຣະກາຍຂອງພຣະອົງກໍປ່ຽນໄປຕໍ່ຫນ້າເຂົາ 3 ແລະເຄື່ອງທົງຂອງພຣະອົງກໍເກີດຮຸ່ງເຮືອງຂາວເຫລື້ອມຍັບໆຈະຫາຊ່າງຟອກຜ້າທົ່ວແຜ່ນດິນໂລກຟອກໃຫ້ຂາວຢ່າງນັ້ນກໍບໍ່ໄດ້ 4 ແລ້ວເອລີຢາກັບໂມເຊກໍປາກົດແກ່ສາວົກພວກນັ້ນ ແລະເຝົ້າສົນທະນາຢູ່ກັບພຣະເຢຊູ 5 ຝ່າຍເປໂຕທູນພຣະເຢຊູວ່າ, “ພຣະອາຈານເອີຍ, ຊຶ່ງພວກຂ້ານ້ອຍຢູ່ນີ້ກໍດີຢູ່ ໃຫ້ພວກຂ້ານ້ອຍພາກັນປຸກຕູບສາມຫລັງ ສຳລັບທ່ານຫລັງນຶ່ງ ສຳລັບໂມເຊຫລັງນຶ່ງ ແລະຫລັງນຶ່ງສຳລັບເອລີຢາ” 6 ທີ່ເປໂຕເວົ້າຢ່າງນັ້ນກໍເພາະບໍ່ຮູ້ຈະວ່າຢ່າງໃດ ດ້ວຍວ່າພວກເຂົາເກີດມີຄວາມຢ້ານເຕັມທີ 7 ແລ້ວມີເມກມາປົກຫຸ້ມເຂົາໄວ້ ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງທ່ານ” 8 ໃນບັດດຽວນັ້ນ ເມື່ອເຂົາຫລຽວເບິ່ງອ້ອມກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະເຢຊູຜູ້ດຽວຊົງຢູ່ກັບເຂົາ 9 ເມື່ອເຂົາກຳລັງລົງມາຈາກພູນັ້ນ ພຣະອົງຊົງຫ້າມພວກສາວົກບໍ່ໃຫ້ນຳສິ່ງທີ່ເຂົາໄດ້ເຫັນນັ້ນໄປບອກແກ່ຜູ້ໃດ ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ 10 ຂໍ້ຄວາມສັ່ງນັ້ນພວກສາວົກກໍຖືຮັກສາໄວ້ ແຕ່ລະຫວ່າງເຂົາມີການຊັກຖາມກັນວ່າທີ່ຊົງກ່າວວ່າ, “ຈະເປັນຄືນມາຈາກຕາຍ” ນັ້ນຈະຫມາຍຄວາມວ່າຢ່າງໃດ 11 ເຂົາຈຶ່ງທູນຖາມພຣະອົງວ່າ, “ເຫດສັນໃດພວກນັກທັມເຄີຍເວົ້າວ່າ ເອລີຢາຈະຕ້ອງມາກ່ອນ” 12 ພຣະອົງຊົງຕອບເຂົາວ່າ, “ຈິງຢູ່ ເອລີຢາຈະມາກ່ອນ ແລະເຣັດໃຫ້ສິ່ງທັງປວງຄືນສູ່ສະພາບເດີມ ແລະເປັນແນວໃດມີຄຳຂຽນໄວ້ເຖິງບຸດມະນຸດນັ້ນວ່າ ທ່ານຈະຕ້ອງທົນທຸກທໍຣະມານຫລາຍປະການແລະຖືກການຫມິ່ນປມາດ 13 ແຕ່ເຮົາບອກພວກທ່ານວ່າ ເອລີຢານັ້ນໄດ້ມາແລ້ວ ແລະເຂົາເຮັດແກ່ທ່ານຕາມໃຈຊອບ ຕາມທີ່ມີຄຳຂຽນໄວ້ເຖິງທ່ານ” 14 ເມື່ອພຣະອົງສະເດັດມາພ້ອມກັບສາວົກສາມຄົນນັ້ນ ກໍມາເຖິງພວກສາວົກທັງຫລາຍ ຈຶ່ງເຫັນປະຊາຊົນຈຳນວນຫລາຍອ້ອມຮອບເຂົາຢູ່ ແລະພວກນັກທັມກໍກຳລັງໂຕ້ຖຽງກັບເຂົາ 15 ໃນທັນໃດນັ້ນເມື່ອປະຊາຊົນເຫັນພຣະອົງກໍງຶດປລາດໃຈຫລາຍ ຈຶ່ງແລ່ນເຂົ້າມາໂດຍໂຄຣົບພຣະອົງ 16 ພຣະອົງຈຶ່ງຊົງຖາມເຂົາວ່າ, “ພວກເຈົ້າໂຕ້ຖຽງກັນເຖິງເຣື່ອງອັນໃດ” 17 ມີຄົນນຶ່ງໃນຫມູ່ປະຊາຊົນທູນຕອບພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ພາລູກຊາຍມາຫາທ່ານ ເພາະຜີປາກກືກເຂົ້າສິງມັນ 18 ລູກນັ້ຈະຢູ່ບ່ອນໃດກໍຕາມ ເມື່ອຜີສະແດງກໍເຣັດໃຫ້ມັນລົ້ມຊັກດີ້ນໄປ ມີອາການນ້ຳລາຍຟູມປາກແລະຂົບແຂ້ວ ແລ້ວຕົວແຂງໄປ ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສັຽແຕ່ເຂົາບໍ່ສາມາດ” 19 ພຣະອົງຊົງກ່າວແກ່ເຂົາວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າເຫິງປານໃດ ເຮົາຈະຕ້ອງອົດທົນນຳພວກເຈົ້ານານປານໃດ ຈົ່ງພາມັນມາຫາເຮົາສາ” 20 ເຂົາກໍພາເດັກນ້ອຍນັ້ນມາຫາພຣະອົງ ເມື່ອຜີເຫັນພຣະອົງແລ້ວ ໃນທັນໃດນັ້ນມັນກໍເຮັດໃຫ້ເດັກນ້ອຍລົ້ມລົງກີ້ງເກືອກແລະມີນ້ຳລາຍຟູມປາກ 21 ພຣະອົງຈຶ່ງຊົງຖາມພໍ່ນັ້ນວ່າ, “ມັນເປັນຢ່າງນີ້ໄດ້ເຫິງປານໃດແລ້ວ” ພໍ່ທູນຕອບວ່າ, “ຕັ້ງແຕ່ນ້ອຍພຸ້ນມາຂ້ານ້ອຍ” 22 ແລະຜີນັ້ນໄດ້ຊຸກມັນໃສ່ໄຟ ແລະໃສ່ນ້ຳຫລາຍເທື່ອຫມາຍຈະຂ້າມັນເສັຽ ແຕ່ຖ້າທ່ານສາມາດຊ່ອຍໄດ້ ຂໍໂຜດສົງສານຊ່ອຍພວກຂ້ານ້ອຍແດ່ທ້ອນ” 23 ພຣະເຢຊູຊົງກ່າວແກ່ພໍ່ນັ້ນວ່າ, “ຖ້າຊ່ອຍໄດ້” ຢາກເວົ້າດັ່ງນັ້ນຫລື ທຸກໆສິ່ງກໍເປັນໄປໄດ້ສຳລັບຜູ້ທີ່ເຊື່ອ” 24 ໃນທັນໃດນັ້ນພໍ່ຂອງເດັກນ້ອຍກໍຮ້ອງທູນຂຶ້ນວ່າ, “ເຊື່ອແລ້ວຂ້ານ້ອຍ ທີ່ຂ້ານ້ອຍຍັງຂາດຄວາມເຊື່ອນັ້ນ ຂໍໂຜດຊ່ອຍຂ້ານ້ອຍແດ່ທ້ອນ” 25 ເມື່ອພຣະເຢຊູຊົງເຫັນປະຊາຊົນກຳລັງແລ່ນເຂົ້າມາ ພຣະອົງຊົງກ່າວຊຳຮະຜີຖ່ອຍຮ້າຍນັ້ນວ່າ, “ອ້າຍຜີປາກກືກຫູຫນວກເຮີຍ, ເຮົາສັ່ງວ່າ ໃຫ້ອອກຈາກມັນເສັຽ ຢ່າໄດ້ກັບເຂົ້າມາອີກຈັກເທື່ອ” 26 ຜີນັ້ນໄດ້ຮ້ອງແຜດສຽງຂຶ້ນ ເຮັດໃຫ້ເດັກນ້ອຍຊັກດີ້ນເຕັມກຳລັງແລ້ວກໍອອກຫນີ ເດັກນ້ອຍນັ້ນກໍກາຍເປັນເຫມືອນຄົນຕາຍ ຈົນຄົນສ່ວນຫລາຍເວົ້າວ່າ, “ມັນຕາຍແລ້ວ” 27 ແຕ່ພຣະເຢຊູຊົງຈັບມືເດັກນ້ອນັ້ນດຶງຂຶ້ນແລ້ວມັນກໍລຸກຢືນຂຶ້ນ 28 ເມື່ອພຣະອົງສະເດັດກັບເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງພຣະອົງໄດ້ທູນຖາມເປັນສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ຜີນັ້ນອອກບໍ່ໄດ້” 29 ພຣະອົງຊົງຕອບເຂົາວ່າ, “ຜີແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນແຕ່ດ້ວຍການອ້ອນວອນ” 30 ພຣະອົງສະເດັດອອກຈາກທີ່ນັ້ນພ້ອມດ້ວຍພວກສາວົກ ດຳເນີນຜ່ານແຂວງຄາລີເລໄປແຕ່ພຣະອົງບໍ່ຊົງປະສົງໃຫ້ຜູ້ໃດຮູ້ 31 ເພາະພຣະອົງຊົງສັ່ງສອນພວກສາວົກຢູ່ ຄືຊົງບອກເຂົາວ່າ, “ບຸດມະນຸດຈະຖືກມອບໄວ້ໃນມືມະນຸດ ເຂົາຈະຂ້າທ່ານເສັຽ ເມື່ອຂ້າແລ້ວໄດ້ສາມວັນ ທ່ານກໍຈະຖືຊົງບັນດານໃຫ້ເປັນຄືນມາ“ 32 ແຕ່ຖ້ອຍຄຳນີ້ພວກສາວົກບໍ່ໄດ້ເຂົ້າໃຈ ແຕ່ບໍ່ກ້າຈະທູນຖາມພຣະອົງ 33 ພຣະອົງຈຶ່ງສະເດັດມາຍັງເມືອງກາເປນາອຸມພ້ອມກັບພວກສາວົກ ເມື່ອເຂົ້າໄປໃນເຮືອນແລ້ວ ພຣະອົງໄດ້ຊົງຖາມພວກສາວົກວ່າ, “ເມື່ອມາຕາມທາງນັ້ນ ພວກທ່ານໄດ້ຖົກຖຽງກັນເຖິງເຣື່ອງອັນໃດ” ແຕ່ພວກສາວົກກໍມິດຢູ່ 34 ເພາະເມື່ອມາຕາມທາງນັ້ນເຂົາໄດ້ຖົກຖຽງກັນວ່າ ແມ່ນໃຜຈະເປັນໃຫຍ່ກວ່າຫມູ່ 35 ພຣະເຢຊູໄດ້ປະທັບນັ່ງລົງ ແລ້ວຊົງເອີ້ນພວກສາວົກສິບສອງຄົນນັ້ນມາ ຊົງກ່າວວ່າ, “ຖ້າຜູ້ໃດຢາກເປັນຕົ້ນ ກໍໃຫ້ຜູ້ນັ້ນເປັນຜູ້ປາຍແລະເປັນຜູ້ຮັບໃຊ້ຂອງຄົນທັງປວງ” 36 ແລະພຣະອົງຊົງເອົາເດັກນ້ອຍຄົນນຶ່ງມາໃຫ້ຢືນຢູ່ຖ້າມກາງເຂົາ ແລ້ວຊົງອູ້ມເອົາເດັກນ້ອຍຜູ້ນັ້ນໄວ້ ຊົງກ່າວຕໍ່ພວກສາວົກວ່າ, 37 “ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ ແລະຜູ້ໃດຮັບເຮົາ ຜູ້ນັ້ນກໍບໍ່ແມ່ນແຕ່ຮັບເອົາຜູ້ດຽວ ແຕ່ຮັບພຣະອົງຜູ້ຊົງໃຊ້ເຮົາມາ” 38 ໂຢຮັນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຄົນຜູ້ນຶ່ງຂັບໄລ່ຜີຮ້າຍອອກໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຽ ເພາະເຂົາບໍ່ໄດ້ຕິດຕາມພວກຂ້ານ້ອຍ” 39 ພຣະເຢຊູຊົງຕອບວ່າ, “ຢ່າຫ້າມເທາະ ເພາະວ່າບໍ່ມີຜູ້ໃດຈະເຮັດການອິດທິຣິດໃນນາມຂອງເຮົາ ແລະພາຍຫລັງມາຈະກັບເວົ້າຫມິ່ນປມາດເຮົາ 40 ເພາະຜູ້ໃດບໍ່ຕໍ່ສູ້ພວກເຮົາກໍເປັນຝ່າຍເຮົາແລ້ວ 41 ເຮົາບອກທ່ານຕາມຈິງວ່າ ຖ້າຜູ້ໃດຈະເອົານ້ຳຈອກນຶ່ງໃຫ້ທ່ານດື່ມເພາະທ່ານເປັນຝ່າຍພຣະ ຄຣິດ ຜູ້ນັ້ນຈະບໍ່ຂາດບຳເຫນັດຂອງຕົນຈັກເທື່ອ 42 “ຖ້າຜູ້ໃດຈະເຮັດໃຫ້ຄົນນຶ່ງໃນຫມູ່ເດັກນ້ອຍເຫລົ່າ ນີ້ທີ່ເຊື່ອ (ໃນເຮົາ) ຫລົງຜິດ ຖ້າຈະເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນຖິ້ມລົງນ້ຳທະເລເສັຽກໍດີກວ່າ 43 ຖ້າມືຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍເສັຽອົງຄະກໍດີກວ່າມີມືສອງເບື້ອງແລະຕ້ອງຕົກຫມໍ້ນະຮົກໃນໄຟທີ່ບໍ່ຮູ້ມອດ 44 (ໃນທີ່ນັ້ນ ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 45 ຖ້າຕີນຂອງທ່ານເຣັດໃຫ້ຕົນຫລົງຜິດຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍຕີນກຸດເບື້ອງນຶ່ງ ກໍດີກວ່າມີຕີນສອງເບຶ້ອງແລະຕ້ອງຖືກຖິ້ມລົງໃນຫມໍ້ນະຮົກ 46 (ໃນທີ່ນັ້ນ ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 47 ຖ້າຕາຂອງທ່ານເຮັດໃຫ້ຕົນຫລົງຜິດຈົ່ງຄວັດອອກເສັຽ ທີ່ຈະເຂົ້າໃນຣາຊອານາຈັກຂອງພຣະເຈົ້າດ້ວຍຕາເບື້ອງດຽວ ກໍດີກວ່າຕາສອງເບື້ອງແລະຕ້ອງຖືກຖິ້ມລົງໃນຫມໍ້ນະຮົກ 48 ໃນທີ່ນັ້ນ “ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 49 “ດ້ວຍວ່າທຸກຄົນຈະຕ້ອງຖືກເອືອບເກືອ ແລະຊຳຮະດ້ວຍໄຟ 50 ເກືອເປັນຂອງດີ ແຕ່ຖ້າເກືອຫມົດຣົດເຄັມແລ້ວຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ທ່ານທັງຫລາຍຈົ່ງມີເກືອໃນຕົວ ແລະຈົ່ງໃຫ້ມີຄວາມຖືກຕ້ອງປອງດອງກັນເທີນ” 101 ຝ່າຍພຣະເຢຊູໄດ້ຊົງລຸກຈາກທີ່ນັ້ນສະເດັດເຂົ້າໄປໃນເຂດແຂວງຢູດາຍແລະຟາກແມ່ນ້ຳຈໍແດນເບື້ອງນັ້ນ ແລະປະຊາຊົນພາກັນມາໄຫວ້ພຣະອົງອີກ ພຣະອົງຈຶ່ງຊົງສັ່ງສອນເຂົາຕາມເຄີຍ2 ພວກຟາຣີຊາຍໄດ້ມາທູນຖາມເພື່ອທົດລອງພຣະອົງວ່າ, “ຜູ້ຊາຍຈະຢ່າຮ້າງເມັຽຂອງຕົນເປັນການຖືກຕ້ອງຕາມກົດບັນຍັດຫລື” 3 ພຣະອົງຊົງຍ້ອນຖາມເຂົາວ່າ, “ໂມເຊໄດ້ບັນຍັດໄວ້ຢ່າງໃດ?” 4 ເຂົາທູນຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ເຮັດຫນັງສືຢ່າຮ້າງແລ້ວໃຫ້ປະໄດ້” 5 ພຣະເຢຊູຊົງຕອບເຂົາວ່າ, “ທີ່ໂມເຊໄດ້ບັນຍັດໄວ້ຢ່າງນັ້ນກໍເພາະໃຈຂອງພວກທ່ານແຂງກະດ້າງ 6 ແຕ່ວ່າຕັ້ງແຕ່ເດີມສ້າງໂລກ ພຣະອົງໄດ້ຊົງສ້າງມະນຸດໃຫ້ເປັນຊາຍແລະຍິງ” 7 “ດ້ວຍເຫດນັ້ນຜູ້ຊາຍຈຶ່ງລະພໍ່ແມ່ຂອງຕົນ (ໄປຜູກພັນຢູ່ກັບເມັຽ) 8 ແລະເຂົາທັງສອງຈະເປັນກາຍອັນດຽວ” ເຂົາຈຶ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ 9 ເຫດສັນນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ເຂົ້າຮ່ວມແອກກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ” 10 ເມື່ອເຂົ້າໄປໃນເຮືອນແລ້ວ ພວກສາວົກໄດ້ທູນຖາມພຣະອົງເຖິງເຣື່ອງນີ້ອີກ 11 ພຣະອົງຊົງຕອບວ່າ, “ຖ້າຜູ້ໃດປະເມັຽຂອງຕົນແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນກໍຜິດໃນຖານຫລິ້ນຊູ້ 12 ແລະຖ້າຍິງໃດປະຜົວຂອງຕົນແລ້ວໄປເອົາຜົວໃຫມ່ ຍິງນັ້ນກໍຜິດໃນຖານຫລິ້ນຊູ້ເຫມືອນກັນ 13 ແລະເຂົາໄດ້ອູ້ມເດັກນ້ອຍມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງຢຽດພຣະຫັດໃສ່ເຂົາ ແຕ່ພວກສາວົກໄດ້ຫ້າມປາມເຂົາໄວ້ 14 ເມື່ອພຣະເຢຊູຊົງເຫັນດັ່ງນັ້ນກໍເຄືອງພຣະທັຍ ຈຶ່ງຊົງກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຂົ້າມາຫາເຮົາ ຢ່າຫ້າມເຂົາ ເພາະວ່າຣາຊແຜ່ນດິນຂອງພຣະເຈົ້າເປັນຂອງຄົນຢ່າງນີ້ແຫລະ 15 ເຮົາບອກທ່ານທັງຫລາຍຕາມຈິງວ່າ ຖ້າຜູ້ໃດບໍ່ຣັບຣາຊແຜ່ນດິນຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນນັ້ນບໍ່ໄດ້ຈັກເທື່ອ” 16 ແລ້ວພຣະອົງຊົງອູ້ມເດັກນ້ອຍເຫລົ່ານັ້ນຢຽດພຣະຫັດໃສ່ ແລະອວຍພອນໃຫ້ເຂົາ 17 ເມື່ອພຣະອົງສະເດັດອອກໄປກາງທາງ ມີຄົນນຶ່ງແລ່ນມາຫາພຣະອົງຄຸເຂົ່າລົງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈຶງຈະໄດ້ຮັບຊີວິດອັນຕລອດໄປເປັນນິດມາເປັນມໍຣະດົກ” 18 ພຣະເຢຊູຊົງຕອບວ່າ, “ເປັນຫຍັງທ່ານຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີໃຜປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ 19 ທ່ານຮູ້ຈັກຂໍ້ບັນຍັດແລ້ວວ່າ ຢ່າຂ້າຄົນ ຢ່າມິດສາຈານຈາກຜົວຈາກເມັຽ ຢ່າລັບຊັບ ຢ່າເປັນພຍານບໍ່ຈິງ ຢ່າສໍ້ໂກງ ຈົ່ງນັບຖືບິດາມານດາຂອງຕົນ” 20 ຄົນນັ້ນໄດ້ທູນຕອບວ່າ, “ອາຈານເອີຍ, ຂໍ້ເຫລົ່ານັ້ນຂ້ານ້ອຍໄດ້ຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ” 21 ພຣະເຢຊູເພ່ງເບິ່ງຜູ້ນັ້ນກໍຊົງຮັກທ່ານແລ້ວ ຊົງກ່າວວ່າ, “ທ່ານຍັງຂາດຢູ່ສິ່ງນຶ່ງ ຄືຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ແຈກທານແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 22 ເມື່ອໄດ້ຍິນຄຳນັ້ນຫນ້າຂອງທ່ານກໍເສົ້າລົງ ຄົນນັ້ນກໍອອກໄປເປັນທຸກຫນັກໃຈເພາະຕົນມີຊັບສິ່ງຂອງຈຳນວນຫລາຍ 23 ພຣະເຢຊູທອດພຣະເນດທົ່ວຮອບ ແລ້ວຊົງກ່າວແກ່ພວກສາວົກວ່າ, “ທີ່ຄົນຮັ່ງມີຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ” 24 ພວກສາວົກກໍປລາດໃຈໃນຖ້ອຍຄຳຂອງພຣະອົງ ແຕ່ພຣະເຢຊູຊົງກ່າວແກ່ເຂົາອີກວ່າ, “ລູກເອີຍ, ທີ່ຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ 25 ຕົວໂອດໂອຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນຣາຊແຜ່ນດິນຂອງພຣະເຈົ້າ” 26 ພວກສາວົກແຮ່ງປລາດໃຈຫລາຍ ຈຶ່ງເວົ້າກັນວ່າ, “ຖ້າຢ່າງນັ້ນໃຜຈະລອດພົ້ນໄດ້” 27 ພຣະເຢຊູທອດພຣະເນດເຂົາແລ້ວຊົງກ່າວວ່າ, “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ບໍ່ເຫລືອກຳລັງຂອງພຣະເຈົ້າ ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ” 28 ຝ່າຍເປໂຕຈຶ່ງຕັ້ງຕົ້ນທູນພຣະອົງວ່າ, “ເບິ່ງແມ໋, ຂ້ານ້ອຍທັງຫລາຍໄດ້ສລະຫມົດທຸກສິ່ງແລ້ວ ແລະໄດ້ຕາມທ່ານມາ” 29 ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ຖ້າຜູ້ໃດໄດ້ສລະເຮືອນ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກ ຫລືໄຮ່ນາ ເພາະເຫັນແກ່ເຮົາແລະເຫັນແກ່ຂ່າວປະເສີດ 30 ໃນໂລກນີ້ຜູ້ນັ້ນຈະໄດ້ຮັບຕອບແທນຮ້ອຍທໍ່ ຄືເຮືອນ ອ້າຍເອື້ອຍນ້ອງ ພໍ່ແມ່ ລູກແລະໄຮ່ນາ ທັງຈະຖືກການຂົ່ມເຫັງດ້ວຍ ແລະໃນໂລກຫນ້າຈະໄດ້ຊີວິດອັນຕລອດໄປເປັນນິດ 31 ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນປາຍ ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ 32 ເມື່ອກຳລັງເດີນທາງຂຶ້ນເມືອກຸງເຢຣູຊາເລັມ ພຣະເຢຊູໄດ້ສະເດັດນຳຫນ້າເຂົາ ຝ່າຍພວກສາວົກກໍພາກັນຄຶດປລາດໃຈ ແລະພວກທີ່ເດີນມາຕາມຫລັງກໍມີຄວາມຢ້ານ ພຣະອົງຈຶ່ງຊົງເອີ້ນພວກສາວົກສິບສອງຄົນມາໃກ້ພຣະອົງອີກ ແລ້ວຊົງຕັ້ງຕົ້ນສະແດງເຫດການທີ່ຈຳເປັນຕ້ອງເກີດຂຶ້ນແກ່ພຣະອົງໃຫ້ເຂົາຊາບ, 33 ວ່າ, “ເບິ່ງແມ໋, ພວກເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ເຂົາຈະມອບບຸດມະນຸດໄວ້ກັບພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ພວກເຫລົ່ານີ້ຈະລົງໂທດປະຫານຊີວິດທ່ານ ແລະຈະມອບທ່ານໄວ້ກັບຄົນຕ່າງຊາດ 34 ຄົນຕ່າງຊາດນັ້ນຈະເຍາະເຍີ້ຍທ່ານ ຈະຖົ່ມນ້ຳລາຍໃສ່ທ່ານ ຈະຂ້ຽນຕີທ່ານ ແລະຈະຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່” 35 ຝ່າຍຢາໂກໂບກັບໂຢຮັນລູກຂອງເຊເບດາຍໄດ້ເຂົ້າມາທູນພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍທັງສອງປາຖນາຈະຂໍໃຫ້ທ່ານໂຜດຕາມຄຳຂໍຂອງພວກຂ້ານ້ອຍ” 36 ພຣະອົງຊົງຖາມວ່າ, “ທ່ານທັງສອງປາຖນາໃຫ້ເຮົາເຮັດສິ່ງໃດໃຫ້” 37 ເຂົາຈຶ່ງທູນວ່າ, “ເມື່ອທ່ານຈະຢູ່ໃນສະງ່າຣາສີນັ້ນ ຂໍໂຜດໃຫ້ຂ້ານ້ອຍນັ່ງທີ່ເບື້ອງຂວາທ່ານຄົນນຶ່ງແລະເບື້ອງຊ້າຍຄົນນຶ່ງ” 38 ພຣະເຢຊູຊົງຕອບເຂົາວ່າ, “ທີ່ພວກທ່ານຂໍນັ້ນທ່ານບໍ່ເຂົ້າໃຈ ຈອກທີ່ເຮົາດື່ມນັ້ນ ທ່ານຈະດື່ມໄດ້ຫລື ແລະບັບຕິສະມາທີ່ເຮົາຮັບທ່ານກໍຮັບແທ້ 39 ແຕ່ທີ່ຈະນັ່ງເບື້ອງຂວາຫລືເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະເຈົ້າໄດ້ຊົງຈັດໄວ້ສຳລັບຜູໃດກໍເປັນຂອງຜູ້ນັ້ນ” 40 ເມື່ອສາວົກສິບຄົນໄດ້ຍິນແລ້ວ ກໍຕັ້ງຕົ້ນເຄືອງໃຈເພາະຢາໂກໂບແລະໂຢຮັນ 41 ພຣະເຢຊູຊົງເອີ້ນເຂົາມາ ຈຶ່ງຊົງກ່າວວ່າ, “ 42 ທ່ານທັງຫລາຍຮູ້ຢູ່ວ່າ ຜູ້ທີ່ນັບວ່າເປັນຜູ້ປົກຄອງຄົນຕ່າງຊາດກໍບັງຄັບບັນຊາເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາແຕ່ໃນລະຫວ່າງພວກທ່ານບໍ່ເປັນຢ່າງນັ້ນ 43 ຖ້າຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ທ່ານທັງຫລາຍ 44 ແລະຖ້າຜູ້ໃດຢາກເປັນເອກເປັນຕົ້ນໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງທ່ານທັງຫມົດ 45 ເພາະບຸດມະນຸດນັ້ນບໍ່ໄດ້ມາໃຫ້ຄົນອື່ນປະຕິບັດຕົນ ແຕ່ມາເພື່ອປະຕິບັດເຂົາ ແລະປະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ 46 ຝ່າຍພຣະເຢຊູກໍສະເດັດມາຍັງເມືອງເຢຣີໂກພ້ອມດ້ວຍພວກສາວົກ ເມື່ອພຣະອົງກຳລັງສະເດັດອອກຈາກເມືອງເຢຣີໂກ ພ້ອມກັບພວກສາວົກແລະປະຊາຊົນຈຳນວນຫລາຍ ມີຄົນຕາບອດຄົນນຶ່ງຊື່ບາຣະຕີມາຍ ຊຶ່ງເປັນລູກຂອງຕີມາຍນັ່ງຂໍທານຢູ່ແຄມທາງ 47 ເມື່ອຄົນນັ້ນໄດ້ຍິນວ່າແມ່ນພຣະເຢຊູໄທນາຊາເຣັດສະເດັດມາ ກໍຕັ້ງຕົ້ນຮ້ອງຂຶ້ນວ່າ, “ທ່ານເຢຊູບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 48 ມີຫລາຍຄົນໄດ້ຫ້າມໃຫ້ມິດຢູ່ ແຕ່ຜູ້ນັ້ນແຮ່ງຮ້ອງດັງຂຶ້ນວ່າ, “ບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 49 ພຣະເຢຊູໄດ້ຊົງຢຸດຢືນຢູ່ ແລ້ວຊົງສັ່ງວ່າ, “ຈົ່ງເອີ້ນຄົນນັ້ນມາ” ເຂົາຈຶ່ງເອີ້ນຄົນຕາບອດນັ້ນວ່າ, “ຈົ່ງຊຶ່ນໃຈແລະລຸກຂຶ້ນເທາະ ທ່ານກຳລັງເອີ້ນເຈົ້າ” 50 ຄົນຕາບອດນັ້ນກໍຖິ້ມຜ້າຫົ່ມເສັຽ ແລ້ວຮີບລຸກຂຶ້ນມາຫາພຣະເຢຊູ 51 ພຣະເຢຊູຊົງຖາມຜູ້ນັ້ນວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ” ຄົນຕາບອດນັ້ນໄດ້ທູນພຣະອົງວ່າ, “ພຣະອາຈານເອີຍ, ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ” 52 ພຣະເຢຊູຊົງບອກຜູ້ນັ້ນວ່າ, “ຈົ່ງໄປເສັຽ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” ໃນທັນໃດນັ້ນຄົນຕາບອດກໍເຫັນຮຸ່ງແລະໄດ້ເດີນທາງຕາມພຣະອົງໄປ 111 ເມື່ອພຣະອົງສະເດັດພ້ອມດ້ວຍພວກສາວົກມາໃຫ້ກຸງເຢຣູຊາເລັມ ເຖິງບ້ານເບັດຟາເຄ ແລະບ້ານເບັດທາເນັຽທີ່ພູຫມາກກອກເທດ ພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າພວກທ່ານນັ້ນ ຄັນເຂົ້າໄປແລ້ວ ໃນທັນໃດນັ້ນຈະພົບລໍໂຕນຶ່ງຜູກຢູ່ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ ຈົ່ງແກ້ມັນຈູງມັນມາທີ່ນີ້ 3 ຖ້າມີໃຜຖາມວ່າ “ເປັນຫຍັງຈຶ່ງເຮັດດັ່ງນັ້ນ” ຈົ່ງຕອບວ່າ “ນາຍຕ້ອງການ ແລະບຶດດຽວຈະສົ່ງມັນກັບຄືນມາໃຫ້ທີ່ນີ້” 4 ແລ້ວສາວົກສອງຄົນນັ້ນກໍໄປ ແລະໄດ້ພົບລໍນ້ອຍໂຕນຶ່ງຜູກຢູ່ນອກປະຕູໃນຖນົນ ເຂົາຈຶ່ງແກ້ມັນ 5 ຜູ້ລາງຄົນທີ່ຢືນຢູ່ຫັ້ນໄດ້ຖາມເຂົາວ່າ, “ພວກທ່ານແກ້ລໍນ້ອຍເຮັດຫຍັງ?” 6 ສາວົກສອງຄົນນັ້ນກໍຕອບຕາມທີ່ພຣະເຢຊູຊົງສັ່ງເຂົາ ແລ້ວຄົນເຫລົ່ານັ້ນກໍຍອມໃຫ້ເຂົາໄປ 7 ສາວົກຈຶ່ງຈູງລໍນັ້ນມາໃຫ້ພຣະເຢຊູ ເຂົາໄດ້ເອົາເສື້ອຜ້າຂອງຕົນປູຫລັງມັນ ແລ້ວພຣະອົງໄດ້ຊົງຂຶ້ນປະທັບ 8 ມີຫລາຍຄົນໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ ແລະມີລາງຄົນໄດ້ຕັດຟົດໄມ້ມາປູ 9 ຝ່າຍຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຮ່ຣ້ອງວ່າ, “ໂຮຊັນນາ ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ 10 ຄວາມສຸກສວັດດີຈົ່ງມີແກ່ຣາຊອານາຈັກຂອງດາວິດບັນພະບຸຣຸດຂອງພວກເຮົາທີ່ຈະມາ ໂຮຊັນນາໃນທີ່ສູງສຸດ” 11 ພຣະເຢຊູໄດ້ສະເດັດເຂົ້າກຸງເຢຣູຊາເລັມ ແລະເຂົ້າໄປໃນບໍຣິເວນພຣະວິຫານ ເມື່ອຊົງທອດພຣະເນດສິ່ງທັງປວງທົ່ວແລ້ວ ເວລາກໍໃກ້ຄ່ຳ ພຣະອົງຈຶ່ງສະເດັດອອກໄປຍັງບ້ານເບັດທາເນັຽກັບພວກສາວົກສິບສອງຄົນນັ້ນ 12 ໃນວັນຕໍ່ໄປ ເມື່ອພຣະອົງສະເດັດຈາກບ້ານເບັດທາເນັຽພ້ອມກັບພວກສາວົກກໍຊົງຫິວອາຫານ 13 ພໍພຣະເນດເຫັນຕົ້ນເດື່ອເທດຕົ້ນນຶ່ງມີໃປຢູ່ແຕ່ໄກ ພຣະອົງກໍສະເດັດເຂົ້າໄປເບິ່ງວ່າຈະມີຫມາກຫລືບໍ ຄັນມາເຖິງແລ້ວ ບໍ່ເຫັນມີຫມາກມີແຕ່ໃບ ເພາະວ່າຍັງບໍ່ເຖິງຣະດູຫມາກ 14 ພຣະອົງຈຶ່ງຊົງເວົ້າໃສ່ຕົ້ນໄມ້ນັ້ນວ່າ, “ຕັ້ງແຕ່ນີ້ຕໍ່ໄປຢ່າໃຫ້ມີຜູ້ໃດໄດ້ກິນຫມາກຈາກມຶງຈັກເທື່ອ” ພວກສາວົກກໍໄດ້ຍິນຄຳຊຶ່ງພຣະອົງຊົງກ່າວນັ້ນ 15 ເມື່ອມາເຖິງກຸງເຢຣູຊາເລັມແລ້ວ ພຣະອົງໄດ້ສະເດັດໄປໃນບໍຣິເວນພຣະວິຫານ ຊົງຕັ້ງຕົ້ນຂັບໄລ່ບັນດາຜູ້ຊື້ຂາຍໃນບໍຣິເວນພຣະວິຫານນັ້ນ ພຣະອົງຊົງຂວ້ຳໂຕະຂອງຜູ້ແລກເງິນກັບບ່ອນນັ່ງຂອງຜູ້ຂາຍນົກເຂົາເສັຽ 16 ແລະຊົງຫ້າມບໍ່ໃຫ້ຜູ້ໃດຂົນສິ່ງໃດຜ່ານບໍຣິເວນພຣະວິຫານ 17 ພຣະອົງຊົງບອກສອນເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີບໍ່ແມ່ນຫລືວ່າ “ວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ໄຫວ້ວອນຂອງຄົນທຸກຊາດ” ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ “ຖ້ຳຂອງໂຈນ” 18 ເມື່ອປະໂຣຫິດຕົນໃຫຍ່ແລະພວກນັກທັມໄດ້ຍິນດັ່ງນັ້ນ ກໍພາກັນພຍາຍາມຈະຂ້າພຣະອົງເສັຽ ເພາະເຂົາຢ້ານພຣະອົງ ເຫດວ່າປະຊາຊົນທັງຫມົດປລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ 19 ເມື່ອໃກ້ຈະເຖິງຍາມຄ່ຳພຣະອົງກໍສະເດັດອອກຈາກກຸງ 20 ໃນເວລາເຊົ້າ ເມື່ອພຣະອົງສະເດັດຜ່ານທີ່ນັ້ນໄປພ້ອມກັບພວກສາວົກ ເຂົາໄດ້ເຫັນຕົ້ນເດື່ອເທດນັ້ນຫ່ຽວແຫ້ງໄປຈົນເຖິງຮາກ 21 ຝ່າຍເປໂຕກໍໄດ້ຈື່ຈຳເຫດການຈຶ່ງທູນພຣະອົງວ່າ, “ພຣະອາຈານເອີຍ, ເບິ່ງແມ໋, ຕົ້ນເດື່ອເທດທີ່ທ່ານໄດ້ປ້ອຍນັ້ນກໍຫ່ຽວແຫ້ງໄປແລ້ວ” 22 ພຣະເຢຊູຊົງກ່າວແກ່ເຂົາວ່າ, “ຕ້ອງມີຄວາມເຊື່ອໃນພຣະເຈົ້າ 23 ເຮົາບອກພວກທ່ານຕາມຈິງວ່າ ຖ້າຜູ້ໃດຈະສັ່ງພູນີ້ວ່າ “ຈົ່ງຍ້າຍໄປຕົກລົງນ້ຳທະເລເສັຽ” ແລະບໍ່ໄດ້ສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນແລ້ວກໍຈະເປັນໄປຕາມນັ້ນ 24 ເຫດສັນນັ້ນເຮົາບອກທ່ານທັງຫລາຍວ່າ ສິ່ງໃດທີ່ພວກທ່ານອ້ອນວອນທູນຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວແລະກໍຄົງຈະເປັນແກ່ທ່ານ 25 ເມື່ອທ່ານຢືນອ້ອນວອນຢູ່ ຖ້າມີເຫດກັບຜູ້ນຶ່ງຜູ້ໃດ ຈົ່ງນຶກອະພັຍໂທດໃຫ້ຜູ້ນັ້ນເສັຽ ເພື່ອພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ ຈະຊົງຍົກຄວາມຜິດຂອງທ່ານດ້ວຍ 26 (ແຕ່ຖ້າທານບໍ່ຍົກໂທດນັ້ນ ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນກໍຈະບໍ່ຍົກຄວາມຜິດຂອງທ່ານເຫມືອນກັນ)” 27 ພຣະອົງໄດ້ສະເດັດກັບເຂົ້າກຸງເຢຣູຊາເລັມອີກພ້ອມດ້ວຍພວກສາວົກ ເມື່ອພຣະອົງກຳລັງຈະສະເດັດໄປມາໃນບໍຣິເວນພຣະວິຫານ ມີພວກປະໂຣຫິດຕົນໃຫຍ່ ພວກນັກທັມ ແລະພວກເຖົ້າແກ່ເຂົ້າມາຫາພຣະອົງ 28 ທູນຖາມວ່າ, “ເຈົ້າມີສິດອັນໃດເຣັດການເຫລົ່ານີ້ ໃຜໃຫ້ສິດນີ້ແກ່ເຈົ້າ” 29 ພຣະເຢຊູຈຶ່ງຊົງຕອບເຂົາວ່າ, “ເຮົາຈະຖາມພວກທ່ານຈັກຂໍ້ນຶ່ງ ຈົ່ງຕອບເຮົາ ແລ້ວເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ 30 ຄືບັບຕິສະມາຂອງໂຢຮັນນັ້ນມາຈາກສວັນ ຫລືມາຈາກມະນຸດ” 31 ເຂົາຈຶ່ງປຶກສາກັນວ່າ, “ຖ້າເຮົາຈະວ່າ ‘ມາຈາກສວັນ’ ມັນຄົງຈະຖາມເຮົາວ່າ ‘ດ້ວຍເຫດໃດຈຶ່ງບໍ່ເຊື່ອໂຢຮັນນັ້ນ’ 32 ແຕ່ຖ້າເຮົາຈະວ່າ ‘ມາຈາກມະນຸດ’...” ເຂົາກໍຢ້ານປະຊາຊົນ ເພາະຄົນທັງປວງຖືວ່າໂຢຮັນເປັນຜູ້ປະກາດພຣະທັມແທ້ໆ 33 ເຂົາຈຶ່ງທູນຕອບພຣະເຢຊູວ່າ, “ພວກເຮົາບໍ່ຮູ້” ແລ້ວພຣະເຢຊູຊົງກ່າວແກ່ເຂົາວ່າ, “ຝ່າຍເຮົາຈະບໍ່ບອກທ່ານທັງຫລາຍເຫມືອນກັນວ່າ ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ” 121 ພຣະອົງຈຶ່ງຕັ້ງຕົ້ນຊົງກ່າວແກ່ເຂົາເປັນຄໍາອຸປມາວ່າ, “ມີຊາຍຄົນນຶ່ງໄດ້ເຮັດສວນອະງຸ່ນແລ້ວລ້ອມຮົ້ວໄວ້ ໄດ້ສະກັດອ່າງຢຽບເອົານ້ຳອະງຸ່ນນ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ ແລ້ວຕົນກໍອອກໄປຕ່າງປະເທດ2 ຄັນເຖິງຣະດູຫມາກອະງຸ່ນທ່ານຈຶ່ງໃຫ້ຂ້ອຍໃຊ້ຄົນນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອຈະໄດ້ຮັບຜົນຈາກສວນຂອງຕົນ 3 ແຕ່ຝ່າຍຄົນເຫລົ່ານັ້ນໄດ້ຈັບຂ້ອຍໃຊ້ຄົນນັ້ນຂ້ຽນຕີ ແລ້ວໄລ່ໃຫ້ກັບໄປມືເປົ່າ 4 ອີກເທື່ອນຶ່ງເຈົ້າຂອງສວນໄດ້ໃຫ້ຂ້ອຍອີກຄົນນຶ່ງມາຫາຄົນເຊົ່າສວນ ຄົນເຊົ່າສວນນັ້ນກໍທຸບຕີຂ້ອຍໃຊ້ນັ້ນຈົນຫົວແຕກ ແລຍັງເຮັດໃຫ້ມັນໄດ້ຖືກອັບອາຍຂາຍຫນ້າອີກ 5 ແລ້ວເຈົ້າຂອງສວນຍັງໄດ້ໃຫ້ຂ້ອຍໃຊ້ມາອີກຄົນນຶ່ງ ເຂົາກໍຂ້າຂ້ອຍໃຊ້ນັ້ນເສັຽ ແລ້ວທ່ານຍັງໃຫ້ຂ້ອຍໃຊ້ມາອີກຫລາຍຄົນ ບາງຄົນເຂົາກໍຂ້ຽນຕີ ບາງຄົນເຂົາກໍຂ້າເສັຽ 6 ເຈົ້າຂອງສວນຍັງມີອີກຜູ້ນຶ່ງ ຄືລູກຊາຍທີ່ຕົນຮັກ ທ່ານຈຶ່ງໃຫ້ລູກຄົນນັ້ນມາເປັນເທື່ອສຸດທ້າຍ ໂດຍທ່ານນຶກວ່າ ເຂົາຄົງຈະນັບຖືລູກຂອງກູ” 7 ແຕ່ຄົນເຊົ່າສວນເວົ້າກັນວ່າ “ຄົນນີ້ແຫລະ, ເປັນເຈົ້າມໍຣະດົກ ພວກເຮົາຈົ່ງຂ້າມັນເສັຽ ແລ້ວມໍຣະດົກນັ້ນຈະຕົກເປັນຂອງເຮົາ” 8 ເຂົາຈຶ່ງພາກັນຈັບລູກນັ້ນຂ້າເສັຽແລ້ວເອົາສົບຖິ້ມນອກສວນ 9 ເຈົ້າຂອງສວນຈະເຮັດແນວໃດ ທ່ານກໍຈະມາຂ້າຄົນເຊົ່າສວນເຫລົ່ານັ້ນເສັຽ ແລ້ວຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ 10 ພວກທ່ານບໍ່ໄດ້ອ່ານພຣະຄຳຕອນນີ້ຫລືທີ່ວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ 11 ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ເປັນການອັນອັດສະຈັນໃຈຕໍ່ຕາຂອງເຮົາ” 12 ຝ່າຍເຂົາຈຶ່ງພຍາຍາມຈະຈັບພຣະອົງ ແຕ່ວ່າເຂົາຢ້ານປະຊາຊົນ ດ້ວຍເຂົາຮູ້ຢູ່ວ່າພຣະອົງໄດ້ຊົງກ່າວຄຳອຸປມານີ້ຕໍ່ສູ້ເຂົາເອງ ແລ້ວເຂົາກໍພາກັນຫນີຈາກພຣະອົງເສັຽ 13 ເຂົາຈຶ່ງໃຊ້ບາງຄົນໃນພວກຟາຣີຊາຍແລະພວກເຮໂຣດໄປຫາພຣະອົງ ເພື່ອຄອຍຈັບຄວາມຜິດໃນຖ້ອຍຄຳຂອງພຣະອົງ 14 ເມື່ອເຂົາມາເຖິງແລ້ວກໍທູນຖາມພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າ ທ່ານເປັນຜູ້ສັດຊື່ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ ແຕ່ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່ ພວກຂ້າພະເຈົ້າຄວນເສັຽຫລືບໍ່ເສັຽ” 15 ຝ່າຍພຣະອົງຊົງຊາບກົນອຸບາຍຂອງເຂົາຈຶ່ງຊົງກ່າວວ່າ, “ພວກເຈົ້າມາທົດລອງເຮົາເຮັດຫຍັງ ຈົ່ງເອົາເງິນເດນາຣິອົນຫລຽນນຶ່ງມາໃຫ້ເຮົາເບິ່ງດູ” 16 ເຂົາກໍເອົາມາໃຫ້ ພຣະອົງຈຶ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ແມ່ນຂອງໃຜ” ເຂົາທູນຕອບວ່າ, “ເປັນຂອງກາຍຊາ” 17 ພຣະເຢຊູຈຶ່ງຊົງກ່າວແກ່ເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈຶ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປນັຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” ຝ່າຍເຂົາກໍງຶດປລາດໃຈໃນພຣະອົງເຕັມທີ 18 ວັນນຶ່ງມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າການຄືນມາຈາກຕາຍນັ້ນບໍ່ມີ ເຂົາທູນຖາມພຣະອົງວ່າ, 19 “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ “ຖ້າອ້າຍຂອງຄົນໃດຕາຍແລະພັຣຍາຍັງຢູ່ແຕ່ບໍ່ມີລູກ ກໍໃຫ້ນ້ອງຊາຍຮັບເອື້ອຍໃພ້ເປັນພັຣຍາໄວ້ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 20 ຍັງມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ 21 ນ້ອງຜູ້ຖ້ວນນຶ່ງກໍຮັບເອົາຍິງນັ້ນເປັນເມັຽກໍຕາຍຍັງບໍ່ມີລູກ ແລະນ້ອງຜູ້ຖ້ວນສອງກໍຮັບເອົາເຫມືອນກັນແຕ່ກໍຕາຍບໍ່ມີລູກ 22 ອ້າຍນ້ອງທັງເຈັດຄົນນີ້ກໍໄດ້ເອົາຍິງນັ້ນເປັນເມັຽແລະບໍ່ມີລູກ ທີ່ສຸດຜູ້ຍິງນັ້ນກໍຕາຍເຫມືອນກັນ 23 ສັນນັ້ນໃນວັນຄືນມາຈາກຕາຍ (ເມື່ອຄົນທັງປວງຈະຖືກຊົງບັນດານໃຫ້ເປັນຄືນມາ) ຍິງນັ້ນຈະເປັນເມັຽຂອງຜູ້ໃດ ດ້ວຍວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ” 24 ພຣະເຢຊູຊົງຕອບເຂົາວ່າ, “ເພາະຂໍ້ນີ້ແຫລະ, ພວກທ່ານຫລົງຜິດແລ້ວ ບໍ່ແມ່ນຫລື ຄືພວກທ່ານບໍ່ຮູ້ຈັກພຣະຄັມພີແລະຣິດເດດຂອງພຣະເຈົ້າ 25 ເພາະເມື່ອມະນຸດຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ ຈະບໍ່ມີການແຕ່ງງານຫລືຍົກໃຫ້ເປັນຜົວເມັຽກັນອີກ ແຕ່ເຂົາຈະເປັນເຫມືອນເທວະດາໃນສວັນ 26 ແຕ່ເຣື່ອງຄົນທີ່ຕາຍແລ້ວ ທີ່ເຂົາຈະຖືກຊົງບັນດານໃຫ້ເປັນຄືນມາອີກນັ້ນ ພວກທ່ານບໍ່ດ້ອ່ານໃນຄັມພີຂອງໂມເຊຈັກເທື່ອຫລື ຕອນເຣື່ອງພຸ່ມໄມ້ນັ້ນຊຶ່ງພຣະເຈົ້າຊົງກ່າວແກ່ໂມເຊວ່າ “ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ” 27 ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ພວກທ່ານຫລົງຜິດໄປຫລາຍ 28 ມີນັກທັມຄົນນຶ່ງເມື່ອເຂົ້າມາເຖິງໄດ້ຍິນເຂົາໄຕ່ຖາມກັນຢູ່ ແລະທັງເຫັນວ່າພຣະອົງຊົງຕອບເຂົາໄດ້ດີ ຈຶ່ງທູນຖາມພຣະອົງວ່າ, “ພຣະບັນຍັດຂໍ້ໃດເປັນເອກເປັນໃຫຍ່ກວ່າຂໍ້ບັນຍັດທັງປວງ” 29 ພຣະເຢຊູຊົງຕອບວ່າ, “ພຣະບັນຍັດຂໍ້ເອກນັ້ນຄືດັ່ງນີ້ “ຊາວອິສຣາເອນເອີຍ, ຈົ່ງຟັງເທີນ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງເປັນພຣະເຈົ້າອົງດຽວ 30 ແລະພວກເຈົ້າຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄຶດ ແລະດ້ວຍສຸດກຳລັງຂອງເຈົ້າ” 31 ພຣະບັນຍັດຂໍ້ທີ່ສອງນັ້ນຄື “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” ພຣະບັນຍັດຂໍ້ອື່ນທີ່ໃຫຍ່ກວ່າພຣະບັນຍັດສອງຂໍ້ນີ້ບໍ່ມີ” 32 ຝ່າຍນັກທັມຄົນນັ້ນທູນວ່າ, “ດີແລ້ວ, ອາຈານເອີຍ ທ່ານກ່າວຖືກແລ້ວວ່າພຣະອົງນັ້ນແມ່ນພຣະເຈົ້າອົງດຽວ ແລະນອກຈາກພຣະອົງນັ້ນບໍມີພຣະເຈົ້າອົງອື່ນ 33 ແລະທີ່ຈະຮັກພຣະອົງດ້ວຍສຸດໃຈ ດ້ວຍສຸດຄວາມເຂົ້າໃຈ ແລະດ້ວຍສຸດກຳລັງ ທັງຈະຣັກເພື່ອນບ້ານເຫມືອນຮັກຕົນເອງນັ້ນ ກໍປະເສີດກວ່າເຄື່ອງເຜົາບູຊາແລະຂອງຖວາຍທັງປວງ” 34 ເມື່ອພຣະເຢຊູຊົງເຫັນວ່າຜູ້ນັ້ນຕອບດ້ວຍຄວາມສລາດ ຈຶ່ງຊົງກ່າວແກ່ທ່ານວ່າ, “ທ່ານບໍ່ໄກຈາກແຜ່ນດິນຂອງພຣະເຈົ້າ” ຕັ້ງແຕ່ນັ້ນບໍ່ມີຜູ້ໃດກ້າຖາມພຣະອົງຕໍ່ໄປອີກ 35 ເມື່ອພຣະເຢຊູຊົງສັ່ງສອນຢູ່ໃນບໍຣິເວນພຣະວິຫານໄດ້ຊົງຖາມວ່າ, “ທີ່ພວກນັກທັມເວົ້າວ່າ ພຣະຄຣິດຊົງເປັນເຊື້ອສາຍຂອງດາວິດນັ້ນເປັນໄດ້ຢ່າງໃດ 36 ດ້ວຍວ່າດາວິດເອງກ່າວໂດຍເດດພຣະວິນຍານບໍຣິສຸດວ່າ, “ພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 37 ເມື່ອກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ “ອົງພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ” 38 ຝ່າຍປະຊາຊົນຫລວງຫລາຍໄດ້ຟັງພຣະອົງດ້ວຍຄວາມຍິນດີ ເມື່ອພຣະອົງກຳລັງຊົງສັ່ງສອນຈຶ່ງກ່າວວ່າ, “ຈົ່ງລະວັງໃຫ້ດີຈາກພວກນັກທັມ ຜູ້ຊອບນຸ່ງເສື້ອຍາວຍ່າງໄປມາແລະຊອບໃຫ້ຄົນຄຳນັບໃນທີ່ປະຊຸມຊົນ 39 ທັງຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາແລະໃນການກິນລ້ຽງ 40 ເຂົາມັນກືນກິນຄອບຄົວແມ່ຫມ້າຍແລະແກ້ງໄຫວ້ວອນໃຫ້ຍືນຍາວ ຄົນເຫລົ່ານີ້ຈະຕ້ອງມີໂທດຫລາຍຂຶ້ນ” 41 ພຣະເຢຊູປະທັບຢູ່ຕໍ່ຫນ້າຕູ້ເກັບເງິນຖວາຍ ຈຶ່ງຊົງສັງເກດປະຊາຊົນທີ່ປ່ອນເງິນລົງໃນຕູ້ນັ້ນ ແລະຄົນຮັ່ງມີຫລາຍຄົນໄດ້ເອົາເງິນຈຳນວນຫລາຍມາປ່ອນລົງ 42 ມີແມ່ຫມ້າຍຄົນນຶ່ງເປັນຄົນຍາກຈົນ ໄດ້ເອົາຫລຽນທອງແດງສອງຫລຽນ ຄືນຶ່ງກັດຣານມາປ່ອນລົງເຫມືອນກັນ 43 ພຣະອົງຈຶ່ງຊົງເອີ້ນພວກສາວົກມາ ແລ້ວຊົງກ່າວແກ່ເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ແມ່ຫມ້າຍຍາກຈົນຜູ້ນີ້ໄດ້ໃສ່ເງິນໃນຕູ້ຫລາຍກວ່າຄົນອື່ນທັງຫມົດທີ່ປ່ອນໃສ່ນັ້ນ 44 ເພາະວ່າຄົນທັງປວງນັ້ນໄດ້ເອົາຈາກເງິນເຫລືອໃຊ້ຂອງເຂົາມາປ່ອນລົງ ແຕ່ຍິງຄົນນີ້ຂັດສົນທີ່ສຸດ ຍັງໄດ້ເອົາເງິນທີ່ມີຢູ່ສຳລັບລ້ຽງຊີວິດຂອງຕົນມາໃສ່ຈົນຫມົດ 131 ເມື່ອພຣະເຢຊູກຳລັງສະເດັດອອກຈາກບໍຣິເວນພຣະວິຫານ ມີສາວົກຂອງພຣະອົງຜູ້ນຶ່ງທູນວ່າ, “ເບິ່ງດູ, ອາຈານເອີຍ, ກ້ອນຫີນແລະຕຶກເຫລົ່ານີ້ເກີນວ່າງົດງາມ”2 ພຣະເຢຊູຊົງກ່າວແກ່ສາວົກຜູ້ນັ້ນວ່າ, “ທ່ານເຫັນຕຶກໃຫຍ່ເຫລົ່ານີ້ຫລືກ້ອນຫີນທີ່ຊ້ອນທັບກັນຢູ່ນີ້ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນດຽວ” 3 ເມື່ອພຣະອົງປະທັບຢູ່ພູເຂົາຫມາກກອກເທດຕໍ່ຫນ້າພຣະວິຫານ ເປໂຕ ຢາໂກໂບ ໂຢຮັນ ແລະອັນເດອາ ມາທູນຖາມພຣະອົງຕ່າງຫາກວ່າ, 4 “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ແລະສິ່ງໃດຈະເປັນຫມາຍສຳຄັນວ່າ ການທັງປວງນີ້ໃກ້ຈະສຳເຣັດແລ້ວ” 5 ພຣະເຢຊູຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ 6 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນຜູ້ນັ້ນ” ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 7 ເມື່ອທ່ານທັງຫລາຍໄດ້ຍິນເຣື່ອງການເສິກແລະຂ່າວເລົ່າລືເຣື່ອງການເສິກສົງຄາມນັ້ນ ຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວັນສຸດທ້າຍຍັງບໍ່ມາເຖິງ 8 ດ້ວຍວ່າປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກ ຈະສູ້ຮົບກັນ ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆແລະຈະເກີດຄວາມອຶດຢາກ ເຫດການເຫລົ່ານີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ 9 “ແຕ່ຈົ່ງລະວັງໃຫ້ດີ ເພາະເຂົາຈະຈັບຕົວພວກທ່ານຂຶ້ນສານ ແລະຈະຂ້ຽນພວກທ່ານໃນໂຮງທັມມະເທສນາ ທັງຈະເອົາພວກທ່ານໄປຢືນຢູ່ຕໍ່ຫນ້າຜູ້ປົກຄອງແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພຍານແກ່ເຂົາ 10 ຂ່າວປະເສີດຈະຕ້ອງປະກາດທົ່ວປະຊາຊາດທັງປວງກ່ອນ 11 ແຕ່ເມື່ອເຂົາມອບທ່ານໄວ້ນັ້ນ ຢ່າເປັນທຸກຮ້ອນໃຈກ່ອນວ່າຈະເວົ້າຢ່າງໃດ ແຕ່ຈົ່ງເວົ້າຕາມທີ່ພຣະເຈົ້າຊົງໂຜດໃຫ້ທ່ານເວົ້າ ເພາະວ່າບໍ່ແມ່ນທ່ານເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດຊົງເປັນຜູ້ເວົ້າ 12 ອ້າຍກັບນ້ອງຕ່າງຄົນກໍຈະມອບກັນໄວ້ ພໍ່ຈະມອບລູກ ແລະລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ເຖິງແກ່ຄວາມຕາຍ 13 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ໃດອົດທົນເຖິງທີ່ສຸດ ຜູ້ນັ້ນແຫລະ, ຈະໄດ້ລອດພົ້ນ 14 “ແຕ່ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຊັງ ຕັ້ງຢູ່ໃນບ່ອນບໍ່ສົມຄວນຈະຕັ້ງ (ໃຫ້ຜູ້ອ່ານເຂົ້າໃຈເອົາ) ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູ 15 ຜູ້ທີ່ເທິງຫລັງຄາເຮືອນ ຢ່າລົງມາໃນເຮືອນຂອງຕົນເກັບເອົາສິ່ງໃດອອກໄປ 16 ສ່ວນຜູ້ທີ່ຢູ່ຕາມທົ່ງນາ ກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ 17 ໃນວັນເຫລົ່ານັ້ນເປັນຫນ້າເວທະນາເຕັມທີ ຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ 18 ຈົ່ງອ້ອນວອນຂໍເພື່ອເຫດການເຫລົ່ານີ້ຈະບໍ່ເກີດຂຶ້ນໃນຣະດູຫນາວ 19 ດ້ວຍວ່າໃນຄາວນັ້ນຈະມີຄວາມທຸກລຳບາກ ່ຢາງບໍ່ເຄີຍເກີດມາຕັ້ງແຕ່ພຣະເຈົ້າຊົງຕັ້ງຕົ້ນສ້າງໂລກຈົນເຖິງບັດນີ້ ແລະເມື່ອຫນ້າຈະບໍ່ມີອີກຕໍ່ໄປຈັກເທື່ອ 20 ແລະຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງບັນດານໃຫ້ວັນເຫລົ່ານັ້ນສັ້ນເຂົ້າ ກໍຈະບໍ່ມີມະນຸດຄົນໃດລອດພົ້ນໄດ້ ແຕ່ເພາະຊົງເຫັນແກ່ພວກທີ່ພຣະອົງໄດ້ຊົງເລືອກໄວ້ແລ້ວນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ວັນເຫລົ່ານັ້ນສັ້ນເຂົ້າ 21 ໃນເວລານັ້ນຖ້າຜູ້ໃດມາບອກພວກທ່ານວ່າ “ເບິ່ງດູ, ອົງພຣະຄຣິດຢູ່ທີ່ນີ້” ຫລືວ່າ “ເບິ່ງດູ, ທ່ານຢູ່ທີ່ຫັ້ນ” ຢ່າຊູ່ເຊື່ອ 22 ດ້ວຍວ່າຈະມີພຣະຄຣິດທຽມແລະຫມໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ສະແດງຫມາຍສຳຄັນແລະການອັດສະຈັນຕ່າງໆ ເພື່ອຖ້າເປັນໄດ້ຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງ 23 ແຕ່ທ່ານທັງຫລາຍຈົ່ງລະວັງໃຫ້ດີ ເພາະເຮົາໄດ້ບອກທຸກສິ່ງໃຫ້ທ່ານຮູ້ໄວ້ກ່ອນແລ້ວ 24 “ໃນວັນເຫລົ່ານັ້ນເມື່ອຄາວທຸກຍາກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ແລະດວງຈັນຈະບໍ່ສ່ອງແສງ 25 ດວງດາວທັງປວງຈະຕົກລົງຈາກຟ້າ ແລະບັນດາສິ່ງທີ່ມີອໍານາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 26 ເມື່ອນັ້ນເຂົາຈະເຫັນ “ບຸດມະນຸດສະເດັດມາໃນເມກ” ດ້ວຍຣິດທານຸພາບອັນໃຫຍ່ແລະສະງ່າຣາສີອັນຮຸ່ງເຮືອງ 27 ເມື່ອນັ້ນພຣະອົງຈະຊົງໃຊ້ພວກເທວະດາໃຫ້ຮວບຮວມຄົນທັງປວງທີ່ພຣະອົງຊົງເລືອກໄດ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ 28 “ຈົ່ງຮຽນຄຳອຸປມາຈາກຕົ້ນເດື່ອເທດ ເມື່ອກິ່ງມັນແຕກໃບອ່ອນອອກ ພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ 29 ຢ່າງນັ້ນແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນກຳລັງເກີດຂຶ້ນ ຈຶ່ງຮູ້ວ່າພຣະອົງສະເດັດມາໃກ້ຈະເຖິງປະຕູແລ້ວ 30 ເຮົາບອກພວກທ່ານຕາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນເຫດການທັງປວງນີ້ບັງເກີດຂຶ້ນ 31 ຟ້າແລະດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ 32 “ແຕ່ເຣື່ອງວັນຫລືໂມງນັ້ນບໍ່ມີໃຜຮູ້ ແມ່ນເທວະດາໃນສວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ 33 ຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າເວລາກຳນົດນັ້ນຈະມາເຖິງເມື່ອໃດ 34 ປຽບເຫມືອນຊາຍຄົນນຶ່ງທີ່ອອກຈາກເຮືອນເດີນທາງໄປ ໄດ້ມອບອຳນາດໃຫ້ຂ້ອຍທຸກຄົນໃຫ້ຮັບຮູ້ການງານຂອງໃຜລາວ ແລະສັ່ງຄົນຍາມໃຫ້ເຝົ້າປະຕູຢູ່ 35 ເຫດສັນນັ້ນທ່ານທັງຫລາຍຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າເຈົ້າເຮືອນຈະມາຍາມໃດ ຈະມາຫົວຄ່ຳ ຫລືທ່ຽງຄືນ ຫລືເວລາໄກ່ຂັນ ຫລືຮຸ່ງເຊົ້າ 36 ຢ້ານວ່າຈະມາໃນທັນທີ ແລະພົບພວກທ່ານນອນຫລັບຢູ່ 37 ຊຶ່ງເຮົາບອກພວກທ່ານ ເຮົາກໍບອກຄົນທັງປວງເຫມືອນກັນ ຈົ່ງເຝົ້າລະວັງຢູ່” 141 ຍັງອີກສອງວັນຈະເຖິງເທສການປັສຄາແລະເທດສການກິນເຂົ້າຈີ່ບໍ່ມີເຊື້ອ ພວກປະໂຣຫິດຕົນໃຫຍ່ແລະພວກນັກທັມກໍຊອກຊ່ອງທາງຈະຈັບພຣະອົງ ດ້ວຍອຸບາຍຈຶ່ງຂ້າເສັຽ2 ຄືເຂົາເວົ້າກັນວ່າ, “ຢ່າເຮັດການນັ້ນໃນລະຫວ່າງວັນເທສການ ຢ້ານວ່າພົລເມືອງຈະເກີດ ວຸ້ນວາຍ 3 ໃນເວລາທີ່ພຣະອົງປະທັບຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນຄົນຂີ້ທູດ ເມື່ອຊົງນັ່ງຮັບປະທານອາຫານຢູ່ ມີຍິງຄົນນຶ່ງຖືອອມຫີນຂາວເຕັມດ້ວຍນ້ຳມັນຫອມນາຣະດາແທ້ທີ່ມີຄ່າແພງຫລາຍ ເຂົ້າມາເຝົ້າພຣະອົງ ເມື່ອຫັກຄໍອອມແລ້ວຖອກນ້ຳມັນລົງໃສ່ພຣະສຽນຂອງພຣະອົງ 4 ແຕ່ມີບາງຄົນເຄືອງໃຈຈຶ່ງເວົ້າກັນວ່າ, “ເຫດໃດຈຶ່ງເຮັດໃຫ້ນ້ຳມັນນີ້ເສັຽລ້າໆ 5 ເພາະຖ້າຂາຍນ້ຳມັນນີ້ກໍຄົງໄດ້ເງິນກວ່າສາມຮ້ອຍເດນາຣິອົນ ແລ້ວຈະແຈກໃຫ້ຄົນຈົນກໍໄດ້” ແລະເຂົາຈຶ່ງຈົ່ມຕິຕຽນຍິງນັ້ນ 6 ຝ່າຍພຣະເຢຊູຊົງກ່າວແກ່ເຂົາວ່າ, “ຊ່າງເທາະ ກວນໃຈນາງເຮັດຫຍັງ ນາງໄດ້ເຮັດການດີແກ່ເຮົາແລ້ວ 7 ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສເມີ ພວກທ່ານຢາກເຮັດການດີແກ່ເຂົາຍາມໃດກໍໄດ້ ແຕ່ຝ່າຍເຮົາບໍ່ຢູ່ກັບທ່ານສເມີໄປ 8 ຊຶ່ງຍິງຜູ້ນີ້ໄດ້ເຮັດກໍເປັນການສຸດຄວາມສາມາດຂອງນາງ ນາງມາຫົດສົງກາຍຂອງເຮົາກ່ອນ ເພື່ອການປົງສົບຂອງເຮົາ 9 ເຮົາບອກພວກທ່ານຕາມຈິງວ່າຂ່າວປະເສີດນີ້ຈະປ່າວປະກາດໄປເຖິງບ່ອນໃດໃນທົ່ວພິພົບ ການທີ່ຍິງຜູ້ນີ້ໄດ້ເຮັດກໍຈະເລື່ອງລືໄປເຖິງບ່ອນນັ້ນເປັນທີ່ລະນຶກເຖິງນາງ” 10 ຝ່າຍຢູດາອິສກາຣິອົດ ເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນ ໄດ້ໄປຫາພວກປະໂຣຫິດຕົນໃຫຍ່ເພື່ອຈະມອບພຣະອົງໃຫ້ເຂົາ 11 ເມື່ອເຂົາໄດ້ຍິນດັ່ງນັ້ນກໍດີໃຈ ແລະສັນຍາວ່າຈະເອົາເງິນໃຫ້ ແລ້ວຢູດາກໍຊອກຫາໂອກາດທີ່ຈະມອບພຣະອົງໃຫ້ເຂົາ 12 ເມື່ອວັນຕົ້ນເທສການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຖິງເວລາເຂົາເຄີຍຂ້າລູກແກະສຳລັບປັສຄານັ້ນ ພວກສາວົກມາທູນຖາມພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຈັດແຈງປັສຄາໃຫ້ທ່ານຮັບປະທານບ່ອນໃດ” 13 ພຣະອົງຈຶ່ງຊົງໃຊ້ສາວົກສອງຄົນໄປ ໂດຍສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນກຸງ ແລະຈະມີຊາຍຄົນນຶ່ງທູນຫມໍ້ມາພົບພວກທ່ານຈົ່ງຕາມຜູ້ນັ້ນໄປ 14 ເຂົາຈະເຂົ້າໄປໃນເຮືອນຫລັງໃດ ຈົ່ງບອກເຈົ້າເຮືອນນັ້ນວ່າ “ອາຈານຖາມວ່າ ຫ້ອງຮັບແຂກສຳລັບເຮົາທີ່ເຮົາຈະກິນປັສຄາກັບພວກສາວົກຂອງເຮົາໄດ້ນັ້ນຢູ່ທີ່ໃດ 15 ເຈົ້າຂອງເຮືອນຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງທີ່ຕົກແຕ່ງພ້ອມໄວ້ແລ້ວ ທີ່ນັ້ນແຫລະ, ຈົ່ງຈັດແຈງໄວ້ສຳລັບພວກເຮົາ” 16 ສາວົກສອງຄົນນັ້ນຈຶ່ງໄດ້ອອກໄປ ແລ້ວເຂົ້າໃນກຸງກໍໄດ້ພົບເຫມືອນດັ່ງພຣະອົງຊົງກ່າວແກ່ເຂົາ ແລ້ວເຂົາໄດ້ຈັດແຈງປັສຄາໄວ້ 17 ຄັນເຖິງເວລາຄ່ຳແລ້ວພຣະອົງກໍສະເດັດມາກັບສາວົກສິບສອງຄົນນັ້ນ 18 ເມື່ອເຂົາກຳລັງນັ່ງຮັບປະທານອາຫານຢູ່ ພຣະເຢຊູຊົງກ່າວແກ່ເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ຄົນນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ ແມ່ນຜູ້ນຶ່ງທີ່ກຳລັງຣັບປະທານອາຫານຢູ່ກັບເຮົານີ້ແຫລະ” 19 ຝ່າຍເຂົາກໍພາກັນທຸກໃຈ ແລະທູນຖາມພຣະອົງເທື່ອລະຄົນວ່າ, “ບໍ່ແມ່ນຂ້ານ້ອຍຕີ້” 20 ພຣະອົງຊົງຕອບເຂົາວ່າ, “ເປັນຜູ້ນຶ່ງໃນສິບສອງຄົນນີ້ ຄືຜູ້ທີ່ກຳລັງຈ້ຳຮ່ວມຊາມດຽວກັບເຮົາ 21 ດ້ວຍວ່າບຸດມະນຸດຈະສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມພີເຖິງເຣື່ອງທ່ານ ແຕ່ວິບັດແກ່ຜູ້ທີ່ທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກີດມາກໍດີກວ່າ” 22 ລະຫວ່າງອາຫານມື້ນັ້ນ ພຣະເຢຊູຊົງຈັບເຂົ້າຈີ່ມາຂໍພຣະພອນແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ແກ່ພວກສາວົກໂດຍຊົງກ່າວວ່າ, “ຈົ່ງຮັບເທີນ ນີ້ແຫລະ, ຄືກາຍຂອງເຮົາ” 23 ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາພຣະຄຸນແລະຊົງຍື່ນໃຫ້ເຂົາ ແລະເຂົາກໍຣັບດື່ມທຸກຄົນ 24 ພຣະອົງໄດ້ຊົງກ່າວແກ່ເຂົາວ່າ, “ນີ້ແຫລະ, ຄືເລືອດຂອງເຮົາ ແມ່ນເລືອດກ່ຽວກັບພຣະສັນຍາທີ່ຫລັ່ງອອກເພື່ອຄົນຫລາຍຄົນ 25 ເຮົາບອກທ່ານທັງຫລາຍຕາມຈິງວ່າ ເຮົາຈະບໍ່ດື່ມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນມາເຖິງ ຄືວັນທີ່ເຮົາຈະດື່ມອັນໃຫມ່ໃນຣາຊແຜ່ນດິນຂອງພຣະເຈົ້າ” 26 ເມື່ອຮ້ອງເພງສັຣເສີນແລ້ວ ເຂົາກໍພາກັນອອກໄປຍັງພູຫມາກກອກເທດ 27 ພຣະເຢຊູຊົງກ່າວແກ່ພວກສາວົກວ່າ, “ພວກທ່ານທຸກຄົນຈະສະດຸດໃຈ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ “ເຮົາຈະປະຫານຜູ້ລ້ຽງແກະ ແລະແກະຝູງນັ້ນຈະແຕກຊະກັນໄປ” 28 ແຕ່ເມື່ອຖືກຊົງບັນດານໃຫ້ເປັນຄືນມາແລ້ວ ເຮົາຈະໄປເຖິງແຂວງຄາລີເລກ່ອນຫນ້າພວກທ່ານ” 29 ເປໂຕໄດ້ທູນພຣະອົງວ່າ, “ເຖິງແມ່ນວ່າທຸກຄົນຈະສະດຸດໃຈ ສ່ວນຂ້ານ້ອຍບໍ່ສະດຸດໃຈ” 30 ພຣະເຢຊູຊົງຕອບເປໂຕວ່າ, “ເຮົາບອກທ່ານຕາມຈິງວ່າ ໃນຄືນວັນນີ້ແຫລະ, ກ່ອນໄກ່ຈະຂັນສອງເທື່ອ ທ່ານຈະປະຕິເສດເຮົາເຖິງສາມຄັ້ງ” 31 ແຕ່ເປໂຕທູນຕອບຢ່າງແຂງແຮງວ່າ, “ເຖິງແມ່ນວ່າຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັນທຸກຄົນ 32 ພຣະເຢຊູໄດ້ສະເດັດພ້ອມກັບພວກສາວົກໄປບ່ອນນຶ່ງຊື່ ເຄັດເຊມາເນ ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ເມື່ອເຮົາໄປອ້ອນວອນ” 33 ພຣະອົງໄດ້ຊົງພາເປໂຕ ຢາໂກໂບ ແລະໂຢຣັນໄປນຳ ແລ້ວຊົງເກີດວິຕົກແລະຫນັກພຣະທັຍຫລາຍ 34 ຈຶ່ງຊົງກ່າວກັບເຂົາວ່າ, “ຈິດໃຈຂອງເຮົາກໍທຸກຫນັກແທບຈະຕາຍຢູ່ແລ້ວ ຈົ່ງຄອຍເຝົ້າຢູ່ທີ່ນີ້ເທີນ” 35 ເມື່ອໄດ້ສະເດັດໄປອີກຫນ້ອຍນຶ່ງ ພຣະອົງຊົງຫມູບພຣະກາຍລົງແລະອ້ອນວອນວ່າ, “ຖ້າເປັນໄປໄດ້ຂໍໃຫ້ໂມງນັ້ນລ່ວງພົ້ນໄປຈາກພຣະອົງ 36 ພຣະອົງຊົງທູນວ່າ, “ອັບບາບິດາເອີຍ, ພຣະອົງອາດຊົງກະທຳສິ່ງທັງປວງໄດ້ ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງເທີນ” 37 ພຣະອົງຈຶ່ງສະເດັດກັບຄືນມາຊົງເຫັນເຂົານອນຫລັບຢູ່ ແລະຊົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ, ທ່ານນອນຫລັບຫລື ທ່ານບໍ່ສາມາດຈະຄອຍຢູ່ຈັກທຸ່ມດຽວຫລື 38 ຈົ່ງເຝົ້າລະວັງແລະອ້ອນວອນຢູ່ເພື່ອຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ” 39 ພຣະອົງຈຶ່ງສະເດັດໄປອ້ອນວອນອີກເທື່ອນຶ່ງ ຊົງກ່າວຄຳເຫມືອນເທື່ອກ່ອນ 40 ຄັນສະເດັດກັບຄືນມາກໍຊົງເຫັນສາວົກນອນຫລັບຢູ່ ເພາະຕາຂອງເຂົາມືນບໍ່ຂຶ້ນ ແລະເຂົາບໍ່ຮູ້ວ່າຈະທູນປະການໃດ 41 ເມື່ອສະເດັດກັບມາເທື່ອທີ່ສາມ ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ຫລື ພໍເທາະ ເວລາມາເຖິງແລ້ວ ເບິ່ງແມ໋, ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບ 42 ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ໋, ຜູ້ທີ່ມອບເຮົານັ້ນມາໃກ້ແລ້ວ” 43 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ໃນທັນໃດນັ້ນຢູດາທີ່ເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນພ້ອມກັບປະຊາຊົນຖືດາບແລະຖືໄມ້ຄ້ອນ ໄດ້ມາຈາກພວກປະໂຣຫິດຕົນໃຫຍ່ ພວກນັກທັມແລະພວກເຖົ້າແກ່ 44 ຜູ້ທີ່ຈະມອບພຣະອົງນັ້ນໄດ້ໃຫ້ສັນຍານແກ່ເຂົາວ່າ, “ເຮົາຈະຈູບຄຳນັບຜູ້ໃດ ກໍແມ່ນຜູ້ນັ້ນແຫລະ, ຈົ່ງຈັບກຸມເອົາໄປຮັກສາໄວ້ໃຫ້ດີ” 45 ພໍຢູດາມາເຖິງກໍເຂົ້າມາຫາພຣະອົງທັນທີທູນວ່າ, “ພຣະອາຈານເອີຍ” ແລ້ວຈູບຄຳນັບພຣະອົງຢ່າງຮັກແພງ 46 ຝ່າຍຄົນເຫລົ່ານັ້ນກໍລົງມືຈັບພຣະອົງໄວ້ 47 ແຕ່ຜູ້ນຶ່ງທີ່ຢືນຢູ່ຫັ້ນຊັກດາບອອກ ຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູຂາດເບື້ອງນຶ່ງ 48 ພຣະເຢຊູຊົງຖາມພວກເຫລົ່ານັ້ນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຄ້ອນອອກມາຈັບເຮົາເຫມືອນຈັບໂຈນຫລື 49 ເຮົາໄດ້ຢູ່ກັບທ່ານທັງຫລາຍທຸກໆວັນສັ່ງສອນໃນບໍຣິເວນພຣະວິຫານ ແຕ່ພວກທ່ານບໍ່ໄດ້ຈັບເຮົາ ແຕ່ຂໍໃຫ້ພຣະຄັມພີທີ່ຂຽນໄວ້ກ່ຽວກັບເຣື່ອງນີ້ສຳເຣັດເສັຽທ້ອນ” 50 ແລ້ວສາວົກທັງຫມົດໄດ້ປະຖິ້ມພຣະອົງພາກັນຫນີໄປ 51 ມີຊາຍຫນຸ່ມຄົນນຶ່ງຫົ່ມຜ້າປ່ານຜືນດຽວຕາມພຣະອົງໄປ ເຂົາກໍຈັບຊາຍຫນຸ່ມນັ້ນ 52 ຊາຍນັ້ນໄດ້ແກ້ຜ້າປ່ານຜືນນັ້ນຖິ້ມແລ່ນຫນີໄປດ້ວຍຕົວເປົ່າ 53 ເຂົາໄດ້ພາພຣະເຢຊູໄປຫາມະຫາປະໂຣຫິດ ແລະມີພວກປະໂຣຫິດຕົນໃຫຍ່ ພວກເຖົ້າແກ່ ກັບພວກນັກທັມໄດ້ຊຸມນຸມພ້ອມກັນຢູ່ທີ່ນັ້ນ 54 ສ່ວນເປໂຕໄດ້ຕາມພຣະເຢຊູໄປໃນລະຍະຫ່າງໄກ ຈົນເຂົ້າໄປເຖິງເດີ່ນບ້ານຂອງມະຫາປະໂຣຫິດແລ້ວນັ່ງຝີງໄຟຢູ່ກັບພວກຍາມ 55 ພວກປະໂຣຫິດຕົນໃຫຍ່ກັບບັນດາສະມາຊິກສະພາຈຶ່ງຫາພຍານມາເບີກຕໍ່ສູ້ພຣະເຢຊູເພື່ອຈະຂ້າພຣະອົງເສັຽ ແຕ່ຫາຫລັກຖານບໍ່ໄດ້ 56 ດ້ວຍວ່າມີຫລາຍຄົນເບີກພຍານຕົວະຕໍ່ສູ້ພຣະອົງ ແຕ່ຂອງເຂົາແຕກຕ່າງກັນ 57 ມີລາງຄົນຢືນຂຶ້ນເບີກພຍານຕົວະຕໍ່ສູ້ພຣະອົງວ່າ, 58 “ຂ້າພະເຈົ້າໄດ້ຍິນຄົນນີ້ເວົ້າວ່າ “ຝ່າຍເຮົາຈະມ້າງພຣະວິຫານຫລັງນີ້ທີ່ສ້າງດ້ວຍມືມະນຸດ ແລະພາຍໃນສາມວັນຈະສ້າງຂຶ້ນອີກຫລັງນຶ່ງທີ່ບໍ່ໄດ້ເຮັດດ້ວຍມືມະນຸດ” 59 ເຖິງປານນັ້ນຄຳພຍານຂອງເຂົາກໍບໍ່ຖືກຕ້ອງກັນ 60 ມະຫາປະໂຣຫິດໄດ້ຢືນຂຶ້ນຖ້າມກາງທີ່ປະຊຸມ ຖາມພຣະເຢຊູວ່າ, “ເຈົ້າບໍ່ຕອບຫຍັງຫລື ຄຳ ພຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?” 61 ແຕ່ພຣະອົງຊົງມິດຢູ່ ບໍ່ໄດ້ຕອບປະການໃດ ມະຫາປະໂຣຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຜູ້ຊົງຄວາມສຸກຫລື” 62 ພຣະເຢຊູຊົງຕອບວ່າ, “ເຮົາເປັນຜູ້ນັ້ນແຫລະ, ແລະພວກທ່ານຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະກຳລັງສະເດັດມາໃນເມກແຫ່ງຟ້າສວັນ” 63 ມະຫາປະໂຣຫິດຜູ້ນັ້ນໄດ້ຈີກເສື້ອຂອງຕົນແລ້ວກ່າວວ່າ, “ພວກເຮົາຍັງຕ້ອງການພຍານອັນໃດອີກ 64 ທ່ານທັງຫລາຍໄດ້ຍິນຄຳຫມິ່ນປມາດພຣະເຈົ້າແລ້ວ ພວກທ່ານຄຶດເຫັນຢ່າງໃດ” ຂາປະຊຸມທັງຫມົດຈຶ່ງເຫັນວ່າພຣະອົງຄວນຖືກໂທດປະຫານຊີວິດ 65 ມີລາງຄົນຕັ້ງຕົ້ນຖົ່ມນ້ຳລາຍໃສ່ພຣະອົງ ເອົາຜ້າມັດພຣະພັກຂອງພຣະອົງ ທຸບຕີພຣະອົງດ້ວຍເວົ້າແກ່ພຣະອົງວ່າ, “ທວາຍເບິ່ງແມ໋” ພວກຄົນໃຊ້ກໍໄດ້ຮັບເອົາພຣະອົງໄປຕົບຕີ 66 ເມື່ອເປໂຕຍັງຢູ່ທາງລຸມກາງເດີ່ນບ້ານ ມີຍິງໃຊ້ຄົນນຶ່ງຂອງມະຫາປະໂຣຫິດຍ່າງມາ 67 ເມື່ອນາງເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຫລຽວເພ່ງເບິ່ງແລ້ວເວົ້າວ່າ, “ໂຕເຄີຍຢູ່ກັບໄທນາຊາເຣັດ ຄືເຢຊູນັ້ນເຫມືອນກັນ” 68 ແຕ່ເປໂຕຕອບປະຕິເສດວ່າ, “ທີ່ເຈົ້າເວົ້ານັ້ນຂ້ອຍບໍ່ຮູ້ເຣື່ອງ ແລະບໍ່ເຂົ້າໃຈ“ ເປໂຕຈຶ່ງອອກໄປທີ່ປະຕູບ້ານແລ້ວໄກ່ກໍຂັນ 69 ເມື່ອຍິງໃຊ້ຄົນນັ້ນເຫັນເປໂຕກໍຕັ້ງຕົ້ນບອກກັບຄົນທີ່ຢູ່ຫັ້ນອີກວ່າ, “ຄົນນີ້ແຫລະ, ເປັນພັກພວກກັບເຂົາເຫລົ່ານັ້ນ” 70 ແຕ່ເປໂຕໄດ້ປະຕິເສດອີກ ຫລັງຈາກນັ້ນຫນ້ອຍນຶ່ງ ພວກຄົນທີ່ຢືນຢູ່ຫັ້ນໄດ້ເວົ້າກັບເປໂຕອີກວ່າ, “ໂຕເປັນພັກພວກກັບເຂົາເຫລົ່ານັ້ນແທ້ ເພາະໂຕເປັນໄທຄາລີເລເຫມືອນກັນ” 71 ແຕ່ເປໂຕຕັ້ງຕົ້ນສະບົດສາບານວ່າ, “ຄົນຜູ້ທີ່ມຶງເວົ້ານັ້ນກູບໍ່ຮູ້ຈັກ” 72 ໃນທັນໃດນັ້ນໄກ່ກໍຂັນເປັນເທື່ອທີ່ສອງ ເປໂຕຈຶ່ງລະນຶກເຖິງຄຳທີ່ພຣະເຢຊູຊົງບອກກັບຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ທ່ານຈະປະຕິເສດບໍ່ຮັບຮູ້ເຮົາເຖິງສາມຄັ້ງ” ເມື່ອຫວນຄຶດຂຶ້ນໄດ້ເປໂຕກໍຮ້ອງໄຫ້ 151 ພໍຮຸ່ງເຊົ້າພວກປະໂຣຫິດຕົນໃຫຍ່ ພວກເຖົ້າແກ່ ພວກນັກທັມ ແລະບັນດາສະມາຊິກສະພາໄດ້ປຶກສາກັນ ແລ້ວຈຶ່ງມັດພຣະເຢຊູພາກໄປມອບໃຫ້ປີລາດ2 ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” ພຣະອົງຊົງຕອບວ່າ, “ທ່ານເວົ້ານັ້ນຖືກຕ້ອງແລ້ວ” 3 ຝ່າຍພວກປະໂຣຫິດຕົນໃຫຍ່ໄດ້ກ່າວໂທດໃສ່ພຣະອົງຫລາຍປະການ 4 ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າບໍ່ຕອບປະການໃດຫລື ເບິ່ງແມ໋, ເຂົາຟ້ອງເຈົ້າຫລາຍປະການປານນັ້ນ” 5 ແຕ່ພຣະເຢຊູບໍ່ໄດ້ຊົງຕອບປະການໃດອີກ ຈົນປີລາດປລາດໃຈ 6 ໃນຄາວເທສການນັ້ນປີລາດເຄີຍປ່ອຍນັກໂທດຄົນນຶ່ງໃຫ້ເຂົາຕາມທີ່ເຂົາຮ້ອງຂໍ 7 ມີຄົນນຶ່ງຊື່ບາຣາບາທີ່ຖືກຂັງຢູ່ໃນພວກຄົນກະບົດ ທີ່ໄດ້ຂ້າຄົນໃນການກະບົດນັ້ນ 8 ປະຊາຊົນໄດ້ຂຶ້ນໄປຫາປີລາດ ຕັ້ງຕົ້ນຂໍໃຫ້ທ່ານເຮັດຕາມທີ່ເຄີຍເຮັດໃຫ້ເຂົານັ້ນ 9 ປີລາດໄດ້ຖາມເຂົາວ່າ, “ເຈົ້າທັງຫລາຍຢາກໃຫ້ເຮົາປ່ອຍກະສັດຂອງຊາດຢິວໃຫ້ພວກເຈົ້າຫລື” 10 ເພາະທ່ານກຳລັງຮູ້ວ່າພວກປະໂຣຫິດຕົນໃຫຍ່ໄດ້ມອບພຣະອົງໄວ້ດ້ວຍຄວາມອິດສາ 11 ແຕ່ພວກປະໂຣຫິດຕົນໃຫຍ່ໄດ້ຍົວະຍົງປະຊາຊົນ ໃຫ້ຂໍປີລາດປ່ອຍບາຣາບາແທນພຣະເຢຊູ 12 ປີລາດຈຶ່ງຖາມເຂົາອີກວ່າ, “ຖ້າຢ່າງນັ້ນຢາກໃຫ້ເຮົາເຣັດຢ່າງໃດແກ່ຜູ້ທີ່ພວກເຈົ້າເອີ້ນວ່າກະສັດຂອງຊາດຢິວ” 13 ເຂົາຮ້ອງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ” 14 ປີລາດຈຶ່ງຖາມເຂົາວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ” ແຕ່ປະຊາຊົນແຮ່ງຮ້ອງຂຶ້ນອີກວ່າ, “ຄຶງໄວ້ທີ່ໄມ້ກາງແຂນ” 15 ປີລາດປາຖນາຈະເອົາໃຈປະຊາຊົນຈຶ່ງປ່ອຍບາຣາບາໃຫ້ເຂົາ ເມື່ອໃຫ້ຂ້ຽນພຣະເຢຊູແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ 16 ພວກທະຫານຈຶ່ງນຳພຣະອົງໄປໃນບໍຣິເວນທີ່ເອີ້ນວ່າປະໄຣໂຕຣຽນ ແລ້ວໄດ້ເອີ້ນພວກທະຫານທັງກອງໃຫ້ມາໂຮມກັນທີ່ນັ້ນ 17 ເຂົາໄດ້ເອົາເສື້ອສີມ່ວງອ່ອນມານຸ່ງໃຫ້ພຣະອົງ ແລ້ວເອົາເຄືອຫນາມຖັກໂຄ້ງແທນພວງມາລັຍສຸບໃສ່ພຣະສຽນຂອງພຣະອົງ 18 ແລະຕັ້ງຕົ້ນຄຳນັບພຣະອົງທູນວ່າ, “ກະສັດຂອງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເທີນ” 19 ເຂົາໄດ້ເອົາໄມ້ອໍ້ຕີພຣະສຽນພຣະອົງ ຖົ່ມນ້ຳລາຍໃສ່ພຣະອົງ ແລະຄຸເຂົ່າລົງຄຳນັບພຣະອົງ 20 ເມື່ອໄດ້ເຍາະເຍີ້ຍພຣະອົງແລ້ວ ເຂົາໄດ້ຖອດເສື້ອສີມ່ວງອ່ອນໂຕນັ້ນອອກ ແລ້ວເອົາເຄື່ອງທົງຂອງພຣະອົງມານຸ່ງໃຫ້ ແລະນຳພຣະອົງອອກໄປເພື່ອຕອກຕິດໄວ້ທີ່ໄມ້ກາງແຂນ 21 ມີຄົນນຶ່ງຊື່ຊີໂມນໄທເມືອງກິເຣເນເປັນພໍ່ຂອງອາເລັກຊັນໂດແລະຣູໂຟ ກຳລັງມາຈາກບ້ານນອກຕາມທາງນັ້ນ ເຂົາກໍເກນເອົາຊີໂມນຜູ້ນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ 22 ເຂົາພາພຣະອົງມາເຖິງບ່ອນນຶ່ງຊື່ ໂຄຣະໂຄທາ (ແປວ່າບ່ອນກະໂຫລກຫົວ) 23 ເຂົາໄດ້ເອົາເຫລົ້າແວງປົນກັບຢ່າງໄມ້ຫອມມາຖວາຍພຣະອົງແຕ່ພຣະອົງບໍ່ຊົງຮັບ 24 ຄັນໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນແລ້ວ ເຂົາກໍເອົາເຄື່ອງທົງຂອງພຣະອົງມາຈົກສລາກແບ່ງປັນກັນ ເພື່ອຮູ້ວ່າໃຜຈະໄດ້ອັນໃດ 25 ເມື່ອເຂົາຄຶງພຣະອົງໄວ້ນັ້ນເປັນເວລາສາມໂມງເຊົ້າ 26 ເຂົາໄດ້ຂຽນຂໍ້ຫາລົງໂທດໃສ່ພຣະອົງໄວ້ດັ່ງນີ້ວ່າ, “ກະສັດຂອງຊາດຢິວ” 27 ເຂົາໄດ້ເອົາໂຈນສອງຄົນຄຶງໄວ້ພ້ອມກັບພຣະອົງ ເບື້ອງຂວາຄົນນຶ່ງ ເບື້ອງຊ້າຍຄົນນຶ່ງ 28 (ຕ້ອງສຳເຣັດຕາມພຣະຄັມພີທີ່ຂຽນໄວ້ວ່າ, “ທ່ານຖືກນັບເຂົ້າກັບຄົນລ່ວງລະເມີດ”) 29 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ ກໍຫມິ່ນປມາດພຣະອົງແລະສັ່ນຫົວໂດຍກ່າວວ່າ, “ເຮີຍ, ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃຫມ່ໃນສາມວັນ 30 ຈົ່ງຊ່ອຍຕົວເອງໃຫ້ພົ້ນດ້ວຍລົງມາຈາກໄມ້ກາງແຂນເສັຽ” 31 ໃນທຳນອງດຽວກັນນັ້ນ ພວກປະໂຣຫິດຕົນໃຫຍ່ກັບພວກນັກທັມກໍພາກັນເຍາະເຍີ້ຍໃນລະຫວ່າງພວກເຂົາເອງເຫມືອນກັນວ່າ, “ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້ ແຕ່ຊ່ອຍຕົນເອງບໍ່ໄດ້ 32 ໃຫ້ພຣະຄຣິດກະສັດແຫ່ງຊາດອິສຣາເອນລົງມາຈາກໄມ້ກາງແຂນດຽວນີ້ເທາະ ເພື່ອພວກເຮົາຈະໄດ້ເຫັນແລະເຊື່ອ” ແລະສອງຄົນນັ້ນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງ ກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ 33 ຄັນເຖິງເວລາຫົກໂມງກໍບັງເກີດມືດມົວທົ່ວແຜ່ນດິນຈົນເຖິງເກົ້າໂມງ 34 ພໍເກົ້າໂມງແລ້ວພຣະເຢຊູຊົງຮ້ອງສຽງດັງວ່າ, “ເອໂລອີ, ເອໂລອີ ແລມາ ຊະບັກທານີ” (ແປວ່າ “ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເພາະເຫດໃດພຣະອົງຈຶ່ງປະຖິ້ມຂ້າພຣະອົງເສັຽ”) 35 ບາງຄົນທີ່ຢືນຢູ່ຫັ້ນເມື່ອໄດ້ຍິນກໍເວົ້າວ່າ, “ເບິ່ງແມ໋, ມັນຮ້ອງຫາເອລີຢາ” 36 ມີຄົນນຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ ຈຶ່ງສຽບໃສ່ປາຍໄມ້ອໍ້ຍື່ນໃຫ້ພຣະອົງສເວີຍໂດຍເວົ້າວ່າ, “ຟ້າວເທື່ອ ຖ້າເບິ່ງກ່ອນວ່າເອລີຢາຈະມາປົດມັນລົງຫລືບໍ” 37 ຝ່າຍພຣະເຢຊູຊົງຮ້ອງສຽງດັງແລ້ວກໍສິ້ນພຣະຊົນ 38 ຂນະນັ້ນຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເປັນສອງຕ່ອນຕັ້ງແຕ່ເທິງຈົນເຖິງລຸ່ມ 39 ສ່ວນນາຍຮ້ອຍທະຫານທີ່ຢືນຢູ່ຕໍ່ພຣະພັກພຣະອົງ ເມື່ອເຫັນວ່າພຣະອົງສິ້ນພຣະຊົນຢ່າງນັ້ນແລ້ວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ” 40 ແລະຍັງມີພວກແມ່ຍິງທີ່ກຳລັງມອງເບິ່ງແຕ່ໄກ ໃນພວກນັ້ນມີມາຣິອາໄທມັກດາລາ ມາຣິອາແມ່ຂອງຢາໂກໂບນ້ອຍ ແລະຂອງໂຢເຊ ກັບນາງຊາໂລເມ 41 ຜູ້ຍິງເຫລົ່ານັ້ນໄດ້ຕິດຕາມແລະປະຕິບັດພຣະອົງເມື່ອຊົງຢູ່ໃນແຂວງຄາລີເລ ແລະແມ່ຍິງອື່ນອີກຫລາຍຄົນທີ່ໄດ້ຂຶ້ນມາຍັງກຸງເຢຣູຊາເລັມກັບພຣະອົງໄດ້ຢູ່ທີ່ນັ້ນເຫມືອນກັນ 42 ຄັນເຖິງເວລາຄ່ຳແລ້ວ ເນື່ອງໃນວັນນັ້ນເປັນວັນຈັດຕຽມຄືວັນກ່ອນວັນສະບາໂຕ 43 ໂຢເຊບໄທບ້ານອາຣີມາທາຍຜູ້ເປັນສະມາຊິກແຫ່ງສານສູງສຸດທີມີກຽດຄົນນຶ່ງ ແລະເປັນຜູ້ທີ່ຄອງຫາຣາຊແຜ່ນດິນຂອງພຣະເຈົ້າ ໄດ້ກ້າເຂົ້າໄປຫາປີລາດຂໍເອົາພຣະສົບພຣະເຢຊູ 44 ປີລາດປລາດໃຈທີ່ພຣະເຢຊູສິ້ນພຣະຊົນແລ້ວ ຈຶ່ງເອີ້ນນາຍຮ້ອຍມາຖາມວ່າຕາຍເຫິງແລ້ວຫລື 45 ເມື່ອໄດ້ຮູ້ເຣື່ອງຈາກນາຍຮ້ອຍແລ້ວປີລາດຈຶ່ງມອບພຣະສົບໃຫ້ແກ່ໂຢເຊບ 46 ຝ່າຍໂຢເຊບໄດ້ຊື້ຜ້າປ່ານ ແລະເມື່ອອັນເຊີນພຣະສົບລົງມາຈາກໄມ້ກາງແຂນແລ້ວ ກໍເອົາຜ້າປ່ານນັ້ນຫຸ້ມຫໍ່ໄວ້ ແລ້ວອັນເຊີນພຣະສົບໄປບັນຈຸວາງໄວ້ໃນອຸບໂມງ ທີ່ສະກັດໄວ້ໃນຫີນແລະກຶ່ງກ້ອນຫີນອັດປາກອຸບໂມງໄວ້ 47 ຝ່າຍມາຣິອາໄທມັກດາລາແລະມາຣິອາແມ່ຂອງໂຢເຊ ກໍໄດ້ເຫັນບ່ອນທີ່ໂຢເຊບບັນຈຸພຣະສົບໄວ້ນັ້ນ 161 ເມື່ອວັນສະບາໂຕລ່ວງໄປແລ້ວມາຣິອາໄທມັກດາລາ ມາຣິອາແມ່ຂອງຢາໂກໂບ ແລະນາງຊາໂລເມ ໄດ້ຊື້ເຄື່ອງຫອມເພື່ອຈະເອົາໄປຫົດສົງພຣະສົບຂອງພຣະອົງ2 ເວລາຮຸ່ງເຊົ້າໃນວັນຕົ້ນສັປດາ ພໍຕາເວັນອອກເຂົາກໍມາເຖິງອຸບໂມງ 3 ແລະເຂົາເວົ້າກັນຢູ່ວ່າ, “ໃຜຫນໍຈະກຶ່ງກ້ອນຫີນອອກຈາກປາກອຸບໂມງໃຫ້ເຮົາ” 4 ເມື່ອເຂົາເບິ່ງກໍເຫັນວ່າກ້ອນຫີນນັ້ນກຶ່ງອອກແລ້ວ (ເພາະເປັນຫີນກ້ອນໃຫຍ່ເຕັມທີ) 5 ເມື່ອເຂົ້າໄປໃນອຸບໂມງແລ້ວ ເຂົາໄດ້ເຫັນຄົນຫນຸ່ມຄົນນຶ່ງນັ່ງຢູ່ເບື້ອງຂວານຸ່ງເສື້ອຍາວສີຂາວພວກຍິງນັ້ນກໍສະທ້ານຕົກໃຈ 6 ຝ່າຍຄົນຫນຸ່ມນັ້ນໄດ້ບອກເຂົາວ່າ, “ຢ່າຕົກໃຈເທາະ ພວກນາງມາຊອກຫາພຣະເຢຊູໄທນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະອົງຊົງຖືກບັນດານໃຫ້ເປັນຄືນມາແລ້ວ ພຣະອົງບໍ່ໄດ້ປະທັບຢູ່ທີ່ນີ້ ນີ້ແຫລະ, ບ່ອນທີ່ເຂົາໄດ້ວາງພຣະສົບຂອງພຣະອົງໄວ້ 7 ແຕ່ຈົ່ງໄປບອກພວກສາວົກຂອງພຣະອົງທັງເປໂຕວ່າ “ພຣະອົງສະເດັດໄປຍັງແຂວງຄາລີເລກ່ອນເຈົ້າທັງຫລາຍ ແລະເຈົ້າທັງຫລາຍຈະເຫັນພຣະອົງຢູ່ທີ່ນັ້ນ ເຫມືອນພຣະອົງຊົງບອກໄວ້ແກ່ເຈົ້າທັງຫລາຍແລ້ວ” 8 ຍິງເຫລົ່ານັ້ນກໍອອກຈາກອຸບໂມງປົບຫນີໄປ ເພາະຄວາມວຸ້ນວາຍຢ້ານກົວຕົວສັ່ນໄດ້ຕົກໃສ່ເຂົາ ແລະບໍ່ໄດ້ເວົ້າຫຍັງໃຫ້ຜູ້ໃດຟັງເພາະເຂົາຢ້ານ 9 (ຄັນຮຸ່ງເຊົ້າວັນຕົ້ນສັປດາ ເມື່ອພຣະອົງຊົງເປັນຄືນມາແລ້ວ ພຣະອົງໄດ້ຊົງປາກົດຕົນໃຫ້ນາງມາຣິອາໄທມັນດາລາເຫັນກ່ອນ ຄືມາຣິອາຄົນທີ່ພຣະອົງຊົງຂັບໄລ່ຜີອອກເຈັດໂຕນັ້ນ 10 ມາຣິອາຈຶ່ງໄປບອກພວກຄົນທີ່ເຄີຍຢູ່ກັບພຣະອົງແຕ່ກ່ອນ ຄົນເຫລົ່ານັ້ນກຳລັງເປັນທຸກແລະຮ້ອງໄຫ້ຢູ່ 11 ເມື່ອເຂົາໄດ້ຍິນວ່າພຣະອົງຊົງພຣະຊົນຢູ່ ແລະທັງໄດ້ຍິນວ່ານາງມາຣິອາໄດ້ເຫັນພຣະອົງແລ້ວ ເຂົາກໍບໍ່ເຊື່ອ 12 ພາຍລຸນມາ, ພຣະອົງໄດ້ຊົງປາກົດພຣະກາຍອີກຮູບນຶ່ງໃຫ້ສິດສອງຄົນເຫັນ ໃນຂນະທີ່ເຂົາກຳລັງເດີນທາງອອກໄປບ້ານນອກ 13 ສິດສອງຄົນນັ້ນຈຶ່ງກັບຄືນມາບອກສິດອື່ນໆ ແຕ່ເຂົາກໍບໍ່ເຊື່ອ 14 ພາຍຫລັງ, ພຣະອົງຊົງປາກົດແກ່ສາວົກສິບເອັດຄົນນັ້ນ ເມື່ອເຂົານັ່ງຮັບປະທານອາຫານຢູ່ ພຣະອົງຊົງຕິຕຽນເຂົາ ເພາະເຂົາສົງໄສແລະມີໃຈແຂງກະດ້າງ ດ້ວຍເຫດທີ່ເຂົາບໍ່ໄດ້ເຊື່ອພວກຄົນທີ່ໄດ້ເຫັນພຣະອົງເມື່ອພຣະອົງຊົງເປັນຄືນມາແລ້ວ 15 ຝ່າຍພຣະອົງຊົງສັ່ງພວກສາວົກວ່າ, “ທ່ານທັງຫລາຍຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸສໂລກທັງຫມົດ 16 ຜູ້ທີ່ເຊື່ອ ແລະຮັບບັບຕິສະມາແລ້ວຈະໄດ້ພົ້ນ ແຕ່ຜູ້ທີ່ບໍ່ເຊື່ອຈະຖືກໂທດ 17 ຫມາຍສຳຄັນເຫລົ່ານີ້ຈະເກີດມີແກ່ຄົນທີ່ເຊື່ອຄື ເຂົາຈະຂັບໄລ່ຜີອອກໄດ້ດ້ວຍນາມຂອງເຮົາ ເຂົາຈະເວົ້າພາສາແປກໆໄດ້ 18 ເຂົາຈະຈັບງູໄດ້ ຖ້າເຂົາດື່ມຂອງມີພິດຢ່າງໃດຈະບໍ່ເປັນອັນຕະຣາຍແກ່ເຂົາ ເມື່ອເຂົາວາງມືໃສ່ຄົນເຈັບປ່ວຍແລ້ວຄົນນັ້ນຈະດີເປັນປົກກະຕິ 19 ຄັນພຣະເຢຊູເຈົ້າໄດ້ຊົງກ່າວແກ່ເຂົາແລ້ວ ພຣະເຈົ້າກໍຊົງຮັບພຣະອົງໃຫ້ຂຶ້ນສູ່ຟ້າສວັນປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າ 20 ພວກສາວົກເຫລົ່ານັ້ນຈື່ງອອກໄປປະກາດທຸກບ່ອນທຸກທີ່ ແລະອົງພຣະຜູ້ເປັນເຈົ້າຊົງຮ່ວມງານກັບເຂົາ ແລະຊົງເຣັດໃຫ້ຄຳປະກາດຂອງເຂົາຢືນຢັນໂດຍຫມາຍສຳຄັນທີ່ເກີດຂຶ້ນພ້ອມນັ້ນ |