ACTS
you will need the DokChampa font - click here


ກິຈການ


1

1 ທ່ານ​ເທ​ໂອ​ຟີ​ໂລເອີຍ, ໃນ​ຫນັງ​ສື​ເຫລັ້ມ​ຕົ້ນ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ສິ່ງ​ທັງ​ປວງ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ຕັ້ງ​ຕົ້ນ​ກະ​ທຳ​ແລະ​ສັ່ງ​ສອນ

2 ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຄື​ພາຍ​ຫລັງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແກ່​ພວກ​ອັ​ຄ​ສາ​ວົກ​ທີ່​ຊົງ​ເລືອ​ກໄວ້​ນັ້ນ

3 ຄັນ​ພຣະ​ອົງ​ຊົງ​ທົນ​ທຸກທໍ​ຣະ​ມານ ແລ້ວ​ໄດ້​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ຄົນພວກ​ນັ້ນ​ດ້ວຍ​ຫລັກ​ຖານ​ຫລາຍ​ຢ່າງ ພິ​ສູດ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ໄດ້​ຊົງ​ປາ​ກົດ​ແກ່​ເຂົາ​ລະ​ຫວ່າງ​ສີ່​ສິບ​ວັນ ແລະ​ໄດ້​ຊົງ​ສົນ​ທະ​ນາ​ກັບ​ເຂົາ​ເຖິງ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ

4 ໃນ​ເວ​ລາ​ທີ່​ພຣະ​ອົງ​ຊົງ​ຮ່ວມ​ປະ​ຊຸມ​ຢູ່​ກັບ​ເຂົາ ຈຶ່ງ​ຊົງ​ສັ່ງ​ເຂົາ​ບໍ່​ໃຫ້​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ໃຫ້​ຄອຍ​ຮັບ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ບິ​ດາ ຄື​ພຣະ​ອົງ​ໄດ້​ຊົງ​ບອກວ່າ, “ຕາ​ມທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຈາກ​ເຮົາ​ນັ້ນ​ແຫລະ

5 ເພາະ​ວ່າ​ໂຢ​ຮັນ​ໃຫ້​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່ຕໍ່​ໄປ​ອີກ​ບໍ່​ເຫິງ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

6 ເມື່ອ​ເຂົາ​ໄດ້​ປະ​ຊຸມ​ພ້ອມ​ກັນ ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ຊົງ​ຕັ້ງ​ຣາ​ຊ​ອາ​ນາ​ຈັກ​ຄືນ​ໃຫມ່​ໃຫ້​ແກ່​ພວກ​ອິ​ສ​ຣາ​ເອນ​ໃນ​ບັດ​ນີ້​ຫລື”

7 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ພວກ​ທ່ານ​ທີ່​ຈະ​ຮູ້​ເວ​ລາ​ຫລື​ຍາມ​ກຳ​ນົດ ຊຶ່ງ​ພຣະ​ບິ​ດາ​ໄດ້​ຊົງ​ຕັ້ງ​ໄວ້​ດ້ວຍ​ສິດ​ຂອງ​ພຣະ​ອົງ​ເອງ

8 ແຕ່​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຣັບ​ພຣະ​ຣາ​ຊ​ທານ​ຣິດ​ເດດ ເມື່ອ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ເດັດ​ມາ​ເຖິງ​ພວກ​ທ່ານ ແລະ​ພວກ​ທ່ານ​ຈະ​ເປັນ​ພຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ຕລອດ​ທົ່ວ​ແຂວງ​ຢູ​ດາຍ, ກັບ​ແຂວງ​ຊາ​ມາ​ເຣັຽ, ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ”

9 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຂນະ​ທີ່​ເຂົາ​ກຳ​ລັງ​ເບິ່ງ​ຢູ່ ແລະ​ມີ​ເມກ​ມາ​ຮັບ​ພຣະ​ອົງໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ເຂົາ

10 ເມື່ອ​ເຂົາ​ກຳ​ລັງ​ແນມ​ເບິ່ງຟ້າ ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ຂຶ້ນເມືອ​ນັ້ນ ເບິ່ງ​ແມ໋, ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ມາ​ປາ​ກົດ​ຢືນ​ຢູ່​ໃກ້​ເຂົາ

11 ສອງ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາ​ລີ​ເລ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຢືນ​ເບິ່ງ​ທ້ອງ​ຟ້າ ພຣະ​ເຢ​ຊູ​ອົງ​ນີ້​ຊຶ່ງ​ຊົງ​ຮັບ​ໄປ​ຈາກ​ພວກ​ທ່ານ​ຂຶ້ນ​ເມືອ​ສວັນ​ແລ້ວ ຈະ​ສະ​ເດັດ​ມາ​ອີກ​ເຫມືອນ​ຢ່າງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ພຣະ​ອົງ​ຂຶ້ນ​ເມືອ​ຍັງ​ສວັນ​ນັ້ນ”

12 ແລ້ວ​ພວກ​ອັ​ຄ​ສາ​ວົກ​ໄດ້​ລົງ​ມາ​ຈາກ​ພູ​ທີ່​ຊື່​ວ່າ​ເອ​ລາຍ​ອົນ ກັບ​ຄືນ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ ຊຶ່ງ​ຢູ່​ໄກ​ຈາກ​ກັນ​ທໍ່​ກັບ​ລະ​ຍະ​ທາງ​ທີ່​ກຳ​ນົດ​ໃຫ້​ທຽວ​ໃນ​ວັນ​ສະ​ບາ​ໂຕ

13 ເມື່ອ​ເຂົ້າ​ກຸງ​ແລ້ວ​ເຂົາ​ເຫລົ່າ​ນັ້ນ​ຈຶ່ງ​ຂຶ້ນ​ເມືອ​ຍັງ​ຫ້ອງ​ຊັ້ນ​ເທິງ​ທີ່​ເຄີຍ​ພັກ​ຢູ່​ນັ້ນ ມີ​ເປ​ໂຕ, ໂຢ​ຮັນ, ຢາ​ໂກ​ໂບ​ກັບ​ອັນ​ເດ​ອາ, ຟີ​ລິບ​ກັບ​ໂທ​ມາ, ບາ​ຣະ​ໂທ​ໂລ​ມາຍ​ກັບ​ມັດ​ທາຍ, ຢາ​ໂກ​ໂບ​ລູກ​ຂອງ​ອາ​ລະ​ຟາຍ, ຊີ​ໂມນ​ພັກ​ຊາດ​ນິ​ຍົມ, ແລະ​ຢູ​ດາ​ລູກ​ຂອງ​ຢາ​ໂກ​ໂບ

14 ເຂົາ​ເຫລົ່າ​ນີ້​ໄດ້​ຮ່ວມ​ໃຈ​ກັນ​ໄຫວ້ວອນ​ດ້ວຍ​ຄວາມ​ຫມັ້ນ​ໃຈ ພ້ອມ​ກັບ​ພວກ​ແມ່​ຍິງ​ແລະ​ນາງ​ມາ​ຣິ​ອາ​ມານ​ດາ​ຂອງ​ພຣະ​ເຢ​ຊູ ທັງ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ

15 ໃນ​ຄາວ​ນັ້ນ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ຖ້າມ​ກາງ​ພີ່​ນ້ອງ​ທັງ​ຫລາຍ ຊຶ່ງ​ປະ​ຊຸມ​ກັນ​ຢູ່​ຮ່ວມ​ທັງ​ຫມົດ​ມີ​ປະ​ມານ​ຮ້ອຍ​ຊາວຄົນ ແລະ​ກ່າວ​ວ່າ,

16 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂໍ້​ພຣະ​ຄັມ​ພີ​ທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ກ່າວ​ລ່ວງ​ຫນ້າ​ໄວ້​ໂດຍ​ພຣະ​ໂອດ​ຂອງ​ກະ​ສັດ​ດາ​ວິດ ຈະ​ເປັນ​ຕ້ອງ​ສຳ​ເຣັດ ຄຳ​ນັ້ນ​ທີ່​ເວົ້າ​ເຖິງ​ຢູ​ດາ​ຊຶ່ງ​ກາຍ​ເປັນ​ຜູ້​ນຳ​ຄົນ​ທັງ​ຫລາຍທີ່​ໄປ​ຈັບ​ພຣະ​ເຢ​ຊູ

17 ເພາະ​ຢູ​ດານັ້ນ​ກໍ​ນັບ​ເຂົ້າ​ໃນ​ຈຳ​ນວນ​ພວກ​ເຮົາ ແລະ​ໄດ້​ຮັບ​ສ່ວນ​ໃນ​ການ​ງານ​ນີ້​ເຫມື​ອນ​ກັນ

18 ຝ່າຍ​ຜູ້​ນີ້​ໄດ້​ເອົາ​ຄ່າ​ບໍາ​ເຫນັດ​ແຫ່ງ​ກາ​ນຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ນຶ່ງ ແລະ​ກໍ​ລົ້ມ​ລົງ​ແຕ​ກກາງ​ຕົວ​ຈົນ​ໃສ້​ໄຫລ​ອອກ​ທັງ​ຫມົດ

19 ເຫດ​ການ​ນີ້​ກໍ​ປາ​ກົດ​ແກ່​ຊາວ​ກຸງ​ເຢ​ຣູ​ຊາເລັມ​ທັງ​ຫມົດ ເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາ​ສາ​ຂອງ​ເຂົາ​ວ່າ​ຮາ​ເກນ​ດາ​ມາ ຄື​ດິນ​ເລືອດ

20 ດ້ວຍ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ວ່າ, “ທີ່​ຢູ່​ຂອງ​ມັນ​ໃຫ້​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ ຢ່າ​ໃຫ້​ມີ​ຜູ້​ໃດ​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ” ແລະ “ສ່ວນ​ຫນ້າ​ທີ່​ຂອງ​ມັນ​ໃຫ້​ຄົນ​ອື່ນ​ຮັບ​ແທນ”

21 ເຫດ​ສັນ​ນັ້ນ​ໃນ​ບັນ​ດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕລອດ​ເວ​ລາ​ທີ່​ພຣະ​ອົງ​ເຈົ້າ​ເຢ​ຊູ​ສະ​ເດັດ​ເຂົ້າ​ອອກ​ກັບ​ພວກ​ເຮົາ

22 ຄື​ຕັ້ງ​ແຕ່​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ​ຈາກ​ພວກ​ເຮົາ ຄົນ​ນຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍ​ເປັນ​ພຍານ​ກັບ​ພວກ​ເຮົາ​ວ່າ ພຣະ​ອົງ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ”

23 ແລ້ວ​ເຂົາ​ໄດ້​ສ​ເນີ​ຊື່​ສອງ​ຄົນ ຄື​ໂຢ​ເຊບ​ທີ່​ເອີ້ນ​ວ່າ​ບາ​ຣະ​ຊາ​ບາ ມີ​ນາມ​ສະ​ກຸນ​ວ່າ​ຢູ​ສະ​ໂຕ ແລະ​ມັດເທັຽ

24 ເຂົາ​ຈຶ່ງ​ພາ​ກັນ​ອ້​ອນ​ວອນ​ວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ຂອງ​ຄົນ​ທັງ​ປວງ ຂໍ​ພຣະ​ອົງ​ຊົງ​ຊີ້​ບອກວ່າ​ໃນ​ສອງ​ຄົນ​ນີ້​ພຣະ​ອົງ​ຊົງ​ເລືອກ​ເອົາ​ຄົນ​ໃດ

25 ເພື່ອ​ເຂົ້າ​ຮັບ​ສ່ວນ​ໃນ​ການ​ປະ​ຕິບັດ​ນີ້ ແລະ​ຮັບ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ ຊຶ່ງ​ຢູ​ດາ​ໄດ້​ປະ​ຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”

26 ເຂົາ​ຈຶ່ງ​ໄດ້​ຈົກ​ສ​ລາກ​ກັນ ແລະ​ສ​ລາກ​ນີ້​ໄດ້​ຕົກ​ໃສ່​ມັດ​ເທັຽ ມັດ​ເທັຽ​ຈຶ່ງ​ຖືກ​ນັບ​ເຂົ້າ​ໃນ​ພວກ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ



2

1 ເມື່ອ​ຄົບ​ຮອບ​ວັນ​ເທ​ສ​ການ​ເພັນ​ເຕຄອ​ສ ເຂົາ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ບ່ອນ​ດຽວ

2 ໃນ​ທັນ​ໃດ​ນັ້ນ​ເກີດ​ມີ​ສ​ຽງ​ມາ​ຈາກ​ຟ້າ​ສວັນ​ເຫມືອນ​ສຽງ​ລົມ​ພະ​ຍຸ​ກ້າ ກ້ອງ​ສ​ນັ່ນ​ທົ່ວ​ເຮືອນ​ທີ່​ເຂົາ​ນັ່ງ​ຢູ່​ນັ້ນ

3 ມີ​ລີ້ນ​ເປັນ​ຮູບ​ເຫມືອນ​ແປວ​ໄຟ​ໄດ້​ປາ​ກົດ​ໃຫ້​ເຂົາ​ເຫັນ​ແລະ​ລີ້ນ​ນັ້ນ​ແຕກ​ກະ​ຈາຍ​ອອກ​ໄປ​ຢູ່​ເທິງ​ເຂົາ​ທຸກ​ຄົນ​ຜູ້​ລະ​ລີ້ນ

4 ເຂົາ​ເຫລົ່າ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ແລະ​ຕັ້ງ​ຕົ້ນ​ປາກ​ພາ​ສາ​ຕ່າງໆ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ໂຜດ​ໃຫ້​ເຂົາ​ເວົ້າ​ນັ້ນ

5 ຂ​ນະ​ນັ້ນ​ມີ​ຊາວ​ຢິວ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ມາ​ຈາກ​ທຸກ​ປະ​ເທດ​ທົ່ວ​ໃຕ້​ຟ້າ ເຂົ້າ​ມາ​ພັກ​ເຊົາ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

6 ເມື່ອ​ສຽງ​ນັ້ນ​ໄດ້​ເກີດ​ຂຶ້ນ ຝູງ​ຄົນ​ຫລວງ​ຫລາຍ​ໄດ້​ມາ​ໂຮມ​ກັນ ແລ້ວ​ສ​ງົນ​ສົນ​ເທ​ເພາະ​ຕ່າງ​ຄົນ​ກໍ​ຕ່າງ​ໄດ້​ຍິນ​ພວກ​ເຫລົ່າ​ນັ້ນ​ເວົ້າ​ພາສາ​ຂອງ​ໃຜ​ລາວ

7 ຄົນ​ທັງ​ປວ​ງ​ຈຶ່ງ​ປລາດ​ແລະ​ງຶດ​ອັ​ດສະຈັນ​ໃຈ​ເວົ້າ​ກັນ​ວ່າ, “ເບິ່ງ​ແມ໋, ຄົນ​ທັງ​ຫລາຍ​ທີ່​ເວົ້າ​ກັນ​ຢູ່​ນັ້ນ​ແມ່ນ​ຊາວ​ຄາ​ລີ​ເລ​ທັງ​ຫມົດ​ ບໍ່​ແມ່ນ​ຫລື

8 ເປັນ​ແນວ​ໃດ​ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຍິນ​ເຂົາ​ເວົ້າ​ພາ​ສາ​ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຂົາ

9 ຄື​ຊາວ​ປາເທັຽ ຊາວເມ​ເດັຽ ຊາວເອ​ລາມ ແລະ​ຄົນ​ທີ່​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ

10 ແຂວງ​ຢູ​ດາຍ, ແລະ​ປະ​ເທດ​ກັປ​ປາ​ໂດ​ເກັຽ ໃນ​ແຂວງປົນ​ໂຕ ແລະ​ອາເຊັຽ

11 ທັງ​ຊາດ​ຢິວ​ແລະ​ຄົນ​ທີ່​ນັບ​ຖື​ລັດ​ທິ​ຢິວ ຊາວ​ເກາະກະ​ເຣ​ເຕ​ແລະ​ຊາຍວ​ປະ​ເທດ​ອາ​ຣະ​ເບັຽ ພວກ​ເຮົາ​ໄດ້​ຍິນ​ເຂົາ​ກ່າວ​ເຖິງ​ມະ​ຫາຣາ​ຊ​ກິດ​ຂອງ​ພຣະ​ເຈົ້າ​ໃນ​ພາ​ສາຂ​ອງ​ເຮົາ​ເອງ”

12 ເຂົາ​ທັງ​ຫລາຍ​ຈຶ່ງ​ອັດ​ສະ​ຈັນ​ໃຈ​ແລະ​ສ​ງົນ​ສົນ​ເທ​ເວົ້າ​ກັນ​ວ່າ, “ການ​ນີ້​ອາດ​ຈະ​ເປັນ​ຢ່າງ​ໃດ​ຫນໍ”

13 ແຕ່​ລາງ​ຄົນ​ເວົ້າ​ເຍາະ​ເຍີ້ຍ​ວ່າ, “ຄົນ​ເຫລົ່າ​ນັ້ນ​ເຕັມ​ໄປດ້ວຍ​ເຫລົ້າ​ອະງຸ່ນ​ໃຫມ່”

14 ແລ້ວ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ກັບ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ ແລະ​ໄດ້​ກ່າວ​ຄຳ​ປາ​ສັຍ​ດ້ວຍ​ສຽງ​ດັງ​ໃຫ້​ເຂົາ​ຟັງ​ວ່າ, “ທ່ານ​ຊາວ​ຢິວ​ ແລະ​ບັນ​ດາ​ຄົນ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ, ຈົ່ງຊາບ​ເຣື່ອງ​ນີ້​ແລະ​ຕັ້ງ​ຫູ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ

15 ດ້ວຍ​ວ່າ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້​ເມົາ​ເຫລົ້າ​ເຫມືອນ​ດັ່ງ​ພວກ​ທ່ານ​ຄຶດ​ນັ້ນ ເພາະ​ຍັງ​ເປັນ​ເວ​ລາ​ສາມ​ໂມງ​ເຊົ້າ​ຢູ່

16 ແຕ່​ການ​ນີ້​ແຫລະ, ແມ່ນ​ຕາມ​ທີ່​ໄດ້​ຊົງ​ກ່າວ​ດ້ວຍ​ໂຢ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ,

17 “ພຣະ​ເຈົ້າ​ຊົງ​ກ່າວ​ວ່າ ໃນ​ຄາວ​ສຸດ​ທ້າຍ​ເຮົາ​ຈະ​ຖອກ​ວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ມະ​ນຸດ​ທັງ​ປວງ ລູກ​ຊາຍ​ແລະ​ລູກ​ຍິງ​ຂອງ​ພວກ​ທ່ານ​ຈະ​ທຳ​ນ​ວາຍ ຊາຍ​ຫນຸ່ມ​ຂອງ​ພວກ​ທ່ານ​ຈະ​ຝັນ​ເຫັນ

18 ຝ່າຍ​ເຮົາ​ໃນ​ຄາວ​ນັ້ນ​ເຮົາ​ຈະ​ຖ​ອກວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ຂ້າ​ໃຊ້​ຊາຍ​ຍິງ​ຂອງ​ເຮົາ ແລະ​ເຂົາ​ຈະ​ທໍາ​ນ​ວາຍ

19 ເຮົາ​ຈະ​ສະ​ແດງ​ການ​ອັສ​ຈັນ​ໃນ​ອາ​ກາດ​ເບື້ອງ​ເທິງ ແລະ​ຫມາຍ​ສຳ​ຄັນ​ທີ່​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ ຄື​ເລືອດ​ແລະ​ໄຟ​ກັບ​ອາຍ​ຄວັນ

20 ກ່ອນ​ວັນ​ອັນ​ໃຫຍ່​ແລະ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ເຈົ້າ​ຈະ​ມາ​ເຖິງ ດວງ​ອາ​ທິດ​ຈະ​ເກີດ​ມື​ດ​ມົວ ດວງ​ຈັນ​ຈະ​ກາຍ​ເປັນ​ເລືອດ

21 ແລ້ວ​ກໍ​ຈະ​ເປັນ​ດັ່ງ​ນີ້ ຄື​ບຸກ​ຄົນ​ໃດ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ລອດ​ພົ້ນ”

22 ຊາວ​ອິ​ສ​ຣາ​ເອນ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ຄື​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ຊີ້​ແຈງ​ໃຫ້​ພວກ​ເຮົາ​ຮູ້ ດ້ວຍ​ການ​ອິດ​ທິ​ຣິດ, ການ​ອັສຈັນ ແລະ​ຫມາຍ​ສຳ​ຄັນ​ຕ່າງໆ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ທ່ານ​ດ້ວຍ ທ່ານ​ຜູ້​ນັ້ນ ດັ່ງ​ທີ່​ພວກ​ທ່າ​ນຮູ້​ຢູ່​ແລ້ວ

23 ທ່ານ​ຜູ້​ນີ້​ໄດ້​ຖືກມອ​ບ​ໄວ້ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກຳ​ນົດ​ຄາດຫມາຍ​ແລະ​ຊົງຮູ້​ໄວ້​ລ່ວງ​ຫນ້າ​ກ່ອນ​ນັ້ນ ພວກ​ທ່ານ​ໄດ້​ໃຫ້​ຄົນ​ນອກ​ສາ​ສ​ນາ​ຄຶງ​ພຣະ​ອົງໄວ້​ທີ່​ໄມ້​ກາງ​ແຂນ​ແລະ​ປະ​ຫານ​ຊີ​ວິດ​ເສັຽ

24 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ດ້ວຍ​ຊົງ​ປັດ​ພຣະ​ອົງໃຫ້​ອອກ​ຈາກ​ຄວາມ​ເຈັບ​ປວດແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ສະ​ກັດ​ຈ່ອງ​ພຣະ​ອົງ​ໄວ້​ບໍ່​ໄດ້

25 ເພາະ​ກະ​ສັດ​ດາ​ວິດ​ໄດ້​ຊົງ​ກ່າວ​ເຖິງ​ພຣະ​ອົງ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ແນມ​ເບິ່ງ​ອົງ​ພຣະຜູ້​ເປັນ​ເຈົ້າ​ຢູ່​ສເມີ ເພາະ​ວ່າ​ພຣະ​ອົງ​ປະ​ທັບ​ຢູ່​ກ້ຳ​ຂວາ​ຂອງ​ຂ້າ​ພະ​ເຈົ້າ ເພື່ອຂ້າ​ພະ​ເຈົ້າ​ຈະບໍ່​ສະ​ທ້ານ​ຫວັ່ນ​ໄຫວ

26 ເພາະ​ເຫດ​ນີ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ປິ​ຕິຍິນ​ດີ ແລະ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ຊົມ​ຊື່ນ​ຍິນ​ດີ ອີກ​ປະ​ການ​ນຶ່ງ ເນື້ອ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ພັກ​ຜ່ອນ​ຢູ່​ໃນ​ຄວາມ​ໄວ້​ໃຈ

27 ເພາະ​ພຣະ​ອົງ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ແດນ​ມໍ​ຣະ​ນາ ທັງ​ຈະ​ບໍ່​ໃຫ້​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງເປື່ອຍ​ເນົ່າ​ໄປ

28 ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງຮູ້​ທາງ​ແຫ່ງ​ຊີ​ວິດ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ເຕັມ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ຍິນ​ດີ​ເພາະ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ”

29 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອ​ຫມັ້ນ ໃຫ້​ທ່ານ​ທັງ​ຫລາຍ​ຟັງ​ເຖິງ​ເຣື່ອງ​ກະ​ສັດ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ນັ້ນ​ວ່າ ທ່ານ​ສິ້ນ​ຊີ​ວິດ​ແລະ​ຖືກ​ບັນ​ຈຸ​ໄວ້​ແລ້ວ ແລະ​ອຸບ​ໂມງ​ຂອງ​ທ່ານ​ຍັງ​ຢູ່​ຖ້າມ​ກາງ​ພວກ​ເຮົາ​ຈົນ​ເຖິງ​ທຸກວັນ​ນີ້

30 ທ່ານ​ເປັນ​ຜູ້​ທຳ​ນ​ວາຍ ແລະ​ຊາບ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ແກ່​ທ່ານ​ດ້ວຍ​ຄຳ​ສາ​ບານ​ວ່າ ຈະ​ປະ​ທານ​ຜູ້​ນຶ່ງ​ໃນ​ວົງ​ຕະ​ກູນ​ຂອງ​ທ່ານ​ໃຫ້​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ

31 ກະ​ສັດ​ດາ​ວິດ​ກໍ​ຊົງ​ລ່ວງ​ຮູ້​ເຫດ​ການ​ນີ້​ໄວ້​ກ່ອນ ຈຶ່ງ​ຊົງ​ກ່າວ​ເຖິງ​ການ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະ​ຄຣິດ​ວ່າ, “ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ປະ​ຖິ້ມ​ທ່ານ​ໄວ້​ໃນ​ແດນ​ມໍ​ຣະ​ນາ​ທັງ​ເນື້ອ​ຕົວ​ຂອງ​ທ່ານ​ກໍ​ຈະ​ບໍ່​ເປື່ອຍ​ເນົ່າ​ໄປ”

32 ພຣະ​ເຢ​ຊູ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ຝ່າຍ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ພຍານ​ເຖິງ​ເຣື່ອງ​ນີ້

33 ເມື່ອ​ຊົງ​ຖືກ​ຍົກ​ຂຶ້ນ​ຢູ່​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ເຈົ້າ ແລະ​ໄດ້​ຊົງ​ຮັບ​ພຣະ​ວິນ​ຍາ​ນ​ບໍ​ຣິ​ສຸດ​ຈາກ​ພຣະ​ບິດາ​ຕາມ​ພຣະ​ສັນ​ຍາ​ ພຣະ​ອົງ​ໄດ້​ຊົງຖອກ​ພຣະ​ວິນ​ຍານ​ນັນ​ລົງ​ມາ​ດັ່ງ​ພວກ​ທ່ານ​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ​ນັ້ນ

34 ເຫດ​ວ່າ​ກະ​ສັດ​ດາ​ວິດ​ບໍ່​ຂຶ້ນ​ໄປ​ຍັງ​ສວັນ ແລະ​ທ່ານ​ເອງ​ໄດ້​ຊົງ​ກ່າວ​ວ່າ, “ພຣະ​ເຈົ້າ​ຊົງ​ກ່າວ​ແດ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ,

35 ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕ​ຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ທ່ານ”

36 ເຫດ​ສັນ​ນັ້ນ​ໃຫ້​ຍາດ​ວົງ​ອິ​ສ​ຣາ​ເອນ​ຮູ້​ຄັກ​ແນ່​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ພຣະ​ເຢ​ຊູ​ນີ້ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ນັ້ນ ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທັງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເປັນ​ພຣະ​ຄຣິດ

37 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ຮູ້​ສຶກ​ເຈັບ​ຊ້ຳ​ກິນ​ແຫນງ​ໃຈ ຈຶ່​ງ​ກ່າວ​ແກ່​ເປ​ໂຕ​ແລະ​ອັ​ຄ​ສາ​ວົກ​ວ່າ, “ພີ່​ນ້ອງ​ເອີຍ, ພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ?”

38 ຝ່າຍ​ເປ​ໂຕ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ແລະ​ຣັບ​ບັບ​ຕິສະ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ທຸກ​ຄົນ ເພື່ອ​ການ​ຊົງ​ຍົກ​ບາບ​ໂທດ​ຂອງ​ພວກ​ທ່ານ ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ ຄື​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

39 ດ້ວຍ​ວ່າ​ພຣະ​ສັນ​ຍາ​ນັ້ນ​ກໍ​ມີ​ໄວ້​ແກ່​ທ່ານ​ທັງ​ຫລາຍ, ກັບ​ລູກ​ຫລານ​ຂອງ​ພວກ​ທ່ານ ແລະ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ຫ່າງ​ໄກ ຄື​ແກ່​ທູກ​ຄົນ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ເອີ້ນ​ມາ​ເຝົ້າ​ພຣະ​ອົງ​ນັ້ນ”

40 ແລະ​ເປ​ໂຕ​ໄດ້​ກ່າວ​ສັ່ງ​ເຂົາ​ຫລາຍ​ປະ​ການ​ອີກ ແລະ​ເຕືອນ​ສະ​ຕິ​ເຂົາ​ວ່າ, “ຈົ່ງ​ເອົາ​ຕົວ​ລອດ​ພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດ​ລ້ຽວ​ນີ້​ເສັຽ”

41 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຊື່ອ​ຮັບ​ຟັງ​ຖ້ອຍ​ຄຳ​ຂອງ​ເປ​ໂຕ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ນັ້ນ​ມີ​ຄົນ​ຕື່ມ​ເຂົ້າ​ເປັນ​ລູກ​ສິດ​ປະ​ມານ​ສາມ​ພັນ​ຄົນ

42 ແລະ​ເຂົາ​ໄດ້​ຫມັ້ນ​ຄົງ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັ​ຄ​ສາ​ວົກ, ໃນ​ການ​ຮ່ວມ​ໃຈ​ກັນ, ໃນ​ການ​ຫັກ​ເຂົ້າ​ຈີ່ ແລະ​ໃນ​ການ​ໄຫວ້ວອນ

43 ທຸກ​ຄົນ​ເກີດ​ມີ​ຄວາມ​ຢ້ານ​ຢຳ​ນັບ​ຖື ສ່ວນ​ພວກ​ອັ​ຄ​ສາ​ວົກ​ກໍ​ໄດ້​ເຮັດ​ການ​ອັດສະຈັນ​ແລະ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ

44 ບັນດາ​ຜູ້​ທີ່​ເຊື່ອ​ຖື​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ​ຊັບ​ສິ່ງ​ຂອງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ເຂົາ​ກໍ​ຖື​ເປັນ​ຂອງ​ສ່ວນ​ຮວມ

45 ແລະ​ເຂົາ​ໄດ້​ຂາຍ​ທີ່​ດິນ​ແລະ​ຊັບ​ສິ່ງ​ຂອງ ມາ​ແຈກ​ຢາຍ​ໃຫ້​ຄົນ​ທັງ​ປວງ​ຕາມ​ທີ່​ທຸກ​ຄົນ​ຕ້ອງ​ການ

46 ເຂົາ​ໄດ້​ຫມັ່ນ​ຮ່ວມ​ປະ​ຊຸມ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກວັນ ແລະ​ຫັກ​ເຂົ້າ​ຈີ່ ຕາມ​ເຮືອນ​ຂອງ​ເຂົາ ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ດ້ວຍຄວາມ​ຊື່ນ​ຊົມ​ຍິນ​ດີ​ແລະ​ໃຈ​ສັດ​ຊື່

47 ທັງ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ ແລະ​ພົ​ລເມືອງ​ທັງ​ຫມົດ​ກໍ​ຊອບ​ໃຈ​ນຳ ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງ​ຫລາຍ​ຊຶ່ງ​ກຳ​ລັງ​ຈະ​ລອດ​ພົ້ນ​ນັ້ນ​ມາ​ເຂົ້າ​ກັບ​ພວກ​ສິດ​ທຸກໆ​ວັນ



3

1 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກຳ​ລັງ​ຂຶ້ນໄປ​ຈະ​ເຂົ້າບໍ​ຣິ​ເວນ​ພຣະ​ວິ​ຫານ ເປັນ​ຍາມ​ອ້ອນວອນ​ຄື​ເວ​ລາ​ເກົ້າ​ໂມງ

2 ມີ​ຊາຍ​ຄົນ​ນຶ່ງ​ເປັນ​ງ່ອຍ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຊຶ່ງ​ເຂົາ​ເຄີຍ​ຫາມ​ມາວາງ​ໄວ້​ທຸກວັນ​ທີ່​ຮີມ​ປະ​ຕູບໍ​ຣິ​ເວນ​ພຣະ​ວິ​ຫານ ຊຶ່ງ​ມີ​ຊື່​ວ່າ​ປະ​ຕູ​ງາມ ເພື່ອ​ໃຫ້​ຂໍ​ທານ​ຈາກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ນັ້ນ

3 ເມື່ອ​ຄົນ​ນັ້ນ​ເຫັນ​ເປ​ໂຕ​ກັບ​ໂຢ​ຮັນ​ຈະ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ກໍ​ຂໍ​ທານ

4 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກໍ​ເພ່ງ​ເບິ່ງ​ຄົນ​ນັ້ນ​ບອກວ່າ, “ຈົ່ງ​ເບິ່ງ​ພວກ​ເຮົາ”

5 ແ​ລະ​ຄົນ​ນັ້ນ​ໄດ້​ລໍ​ເບິ່ງ ນຶກວ່າ​ຈະ​ໄດ້​ຮັບ​ສິ່ງ​ນຶ່ງ​ຈາກ​ທ່ານ

6 ແຕ່​ເປ​ໂຕ​ໄດ້​ກ່າວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່​ມີ ແຕ່​ອັນ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ຈົ່ງ​ຍ່າງ​ໄປ”

7 ແລ້ວ​ເປ​ໂຕ​ຈັບ​ມື​ເບື້ອງ​ຂວາ​ຜູ້​ນັ້ນ​ດຶງ​ຂຶ້ນ ໃນ​ທັນ​ໃດ​ນັ້ນ​ຕີນ​ແລະ​ຂໍ່​ຕີນ​ຂອງ​ເຂົາ​ກໍ​ມີ​ແຮງມາ

8 ເຂົາ​ໄດ້​ໂດດ​ຢືນ​ຂຶ້ນ​ຍ່າງ​ໄປ​ມາ ແລ້ວ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ພ້ອມ​ກັນ​ກັບ​ທ່ານ​ທັງ​ສອງ ຍ່າງ​ແລະ​ເຕັ້ນ​ພ້ອມ​ສັຣ​ເສີນ​ພຣະ​ເຈົ້າ​ໄປ

9 ພົ​ລ​ເມືອງ​ທັງ​ຫລາຍ​ໄດ້​ເຫັນ​ຜູ້​ນັ້ນ​ຍ່າງ​ໄປ​ມາ​ສັຣ​ເສີນ​ພຣະ​ເຈົ້າ

10 ຈຶ່ງ​ຮູ້​ວ່າ​ເປັນ​ຄົນ​ນັ້ນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ຢູ່​ທີ່​ປະ​ຕູ​ງາມ​ແຫ່ງບໍ​ຣິ​ເວນ​ພຣະ​ວິ​ຫານ ເຂົາ​ຈຶ່ງ​ພາ​ກັນ​ເຕັມ​ໄປ​ດ້ວຍ​ຄວາມ​ງຶດ​ງໍ້​ອັ​ສຈັນ​ໃຈ​ເພາະ​ເຫດ​ການ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ນັ້ນ

11 ເມື່ອ​ຄົນ​ນັ້ນ​ຍັງ​ຈັບ​ຫນ່ວງ​ເປ​ໂຕ​ແລະ​ໂຢ​ຮັນ​ຢູ່ ພົ​ລ​ເມືອງ​ທັງ​ປວງ​ກໍ​ອັດສະຈັນ​ໃຈ ຈຶ່​ງ​ແລ່ນ​ມາ​ຫາ​ເຂົາ​ທີ່​ລະ​ບຽງ​ຊຶ່ງ​ມີ​ຊື່​ວ່າ​ລະ​ບຽງ​ໂຊ​ໂລ​ໂມນ

12 ເມື່ອ​ເປ​ໂຕ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ກ່າວ​ແກ່​ພົ​ລເມືອງວ່າ, “ຊາວ​ອິ​ສ​ຣາເອນ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ພາ​ກັນ​ປ​ລາດ​ໃຈ​ດ້ວຍ​ເຣື່ອງ​ຂອງ​ຄົນ​ນີ້ ແລະ​ເພ່ງ​ເບິ່ງ​ພວກ​ເຮົາ​ເຫມືອນ​ກັບ​ວ່າ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ໂດຍ​ອຳ​ນາດ​ຂອງ​ເຮົາ​ເອງ ຫລື​ດ້ວຍ​ການ​ທີ່​ພວກ​ເຮົາ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ

13 ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ຂອງ​ອີ​ຊາກ ແລະ​ຂອງ​ຢາ​ໂຄບ ຄື​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ກຽດ​ແດ່​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ​ຄື ພຣະ​ເຢ​ຊູ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ແລະ​ໄດ້​ປະ​ຕິ​ເສດ​ພຣະ​ອົງ

14 ຊຶ່ງ​ເປັນ​ອົງ​ບໍ​ຣິ​ສຸດ​ແລະ​ຊອບ​ທັມ ແລະ​ໄດ້​ຂໍ​ທ່ານ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ

15 ຈຶ່ງຂ້າ​ພຣະ​ອົງ​ຜູ້​ຊົງ​ເປັນ​ເຈົ້າ​ຊີ​ວິດ​ເສັຽ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກ​ເຮົາ​ເປັນ​ພຍານ​ໃນ​ເຣື່ອງ​ນີ້

16 ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ນາມ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ ຄື​ຜູ້​ຊຶ່ງ​ທ່ານ​ທັງ​ຫລາຍ​ເຫັນ ແລະ​ຮູ້​ຈັກ​ນີ້​ກໍ​ແມ່ນ​ຄວາມ​ເຊື່ອ​ຊຶ່ງ​ເກີດ​ດ້ວຍ​ພຣະ​ອົງ​ນັ້ນ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກ​ກະ​ຕິ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ

17 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ ທ່ານ​ທັງ​ຫລາຍ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ທັງ​ພວກ​ເຈົ້າ​ນາຍ​ຂອງ​ທ່ານ​ກໍ​ເຮັດ​ເຫມືອນ​ກັນ

18 ແຕ່​ເຫດ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ກາດ​ໄວ້​ລ່ວງ​ຫນ້າ ໂດຍ​ປາກ​ຂອງ​ພວກ​ຜູ້​ທຳ​ນ​ວາຍ​ທັງ​ຫມົດ​ວ່າ ພຣະ​ຄຣິດ​ຂອງ​ພຣະ​ອົງ​ຕ້ອງ​ທົນ​ທຸກທໍ​ຣະ​ມານ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ສຳ​ເຣັດ​ດັ່ງ​ນີ້

19 ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ແລ້ວ​ຫລົບ​ລ່າວ​ຕ່າວ​ຄືນ ເພື່ອ​ພຣະ​ເຈົ້າ​ຈະ​ຊົງ​ລົບ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ເສັຽ

20 ເພື່ອ​ເວ​ລາ​ແຫ່ງ​ຄວາມ​ພັກ​ຜ່ອນ​ຢ່ອນ​ໃຈ ຈະ​ໄດ້​ມາ​ຈາກ​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊົງ​ໃຊ້​ພຣະ​ຄຣິດ​ຊຶ່ງ​ຊົງ​ກຳ​ນົດ​ໄວ້​ແລ້ວ​ນັ້ນ​ມາ​ເພື່ອ​ທ່ານ​ທັງ​ຫລາຍ ຄື​ພຣະ​ເຢ​ຊູ

21 ພຣະ​ອົງ​ນັ້ນ​ຟ້າ​ສວັນ​ຈະ​ຕ້ອງ​ຮັບ​ໄວ້​ຈົນ​ເຖິງ​ເວ​ລາ​ເມື່ອ​ສິ່ງ​ສາ​ຣະ​ພັດ​ຈະ​ຕັ້ງ​ຂຶ້ນ​ໃຫມ່ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ປາກ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຕັ້ງ​ແຕ່​ຄາວ​ບູ​ຮານ​ມາ

22 ສ່ວນ​ໂມ​ເຊ​ໄດ້​ກ່າວ​ໄວ້​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ຊົງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ ເກີດ​ຂຶ້ນ​ຈາກ​ຈຳ​ພວກ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ເຫມືອນ​ຢ່າງ​ເຮົາ ພວກ​ທ່ານ​ຈະ​ຕ້ອງ​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ທ່ານ​ຈະ​ບອກ​ແກ່​ພວກ​ທ່ານ

23 ແລ້ວ​ກໍ​ຈະ​ໄດ້​ເປັນ​ມາ​ດັ່ງ​ນີ້ວ່າ ທຸກ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນັ້ນ ຄົນ​ນັ້ນ​ຈະ​ຖືກ​ຕັດ​ຂາດ​ໃຫ້​ຈິບ​ຫາຍ​ໄປ​ຈາກ​ພົລ​ເມືອງ”

24 ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ໄດ້​ກ່າວ​ໄວ້ ນັບ​ຕັ້ງ​ແຕ່​ຊາ​ມູ​ເອນ​ເປັນ​ລຳ​ດັບ​ມາ ກໍ​ໄດ້​ປະ​ກາດ​ເຖິງ​ຄາວ​ນີ້​ເຫມືອນ​ກັນ

25 ທ່ານ​ທັງ​ຫລາຍ​ເປັນ​ລູກ​ຫລານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຂອງ​ພຣະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ຄື​ໄດ້​ຊົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ “ຄອບ​ຄົວ​ທັງ​ຫມົດ​ທົ່ວ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ພອນ​ເພາະ​ເຊື້ອ​ສາຍ​ຂອງ​ເຈົ້າ”

26 ເມື່ອ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະ​ອົງ​ມາ​ຍັງ​ທ່ານ​ທັງ​ຫລາຍ​ກ່ອນ ເພື່ອ​ອວຍ​ພຣະ​ພອນ​ແກ່​ພວກ​ທ່ານ ໂດຍໃຫ້​ທຸກ​ຄົນ​ກັບ​ຈາກ​ການ​ຊົ່ວ​ຮ້າຍ​ຂອງ​ຕົນ”



4

1 ຂ​ນະ​ທີ່​ເປ​ໂຕກັບ​ໂຢ​ຮັນ​ຍັງ​ກ່າວ​ກັບ​ພົລ​ເມືອງ ພວກ​ປະ​ໂຣ​ຫິດ ກັບ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ ແລະ​ພວກ​ຊາ​ດູ​ກາຍ​ເຂົ້າ​ມາ​ຫາ​ທ່ານ​ທັງ​ສອງ

2 ເຂົາ​ຂັດ​ໃຈ​ໃນ​ການ​ທີ່​ທ່ານ​ທັງ​ສອງ​ໄດ້​ສັ່ງ​ສອນ ແລະ​ປະ​ກາດ​ແກ່​ພົ​ລ​ເມືອງ​ເຖິງ​ເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງວ່າ​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ແລ້ວ

3 ເຂົາ​ຈຶ່ງ​ຈັ​ບ​ທ່ານ​ທັງ​ສອງ​ໄປ​ຂັງ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຫນ້າ ເພາະ​ເປັນ​ເວ​ລາ​ຄ່ຳ​ແລ້ວ

4 ສ່ວນ​ຄົນ​ທີ່​ໄດ້​ຍິນ​ຄຳ​ສອນ​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ ຈຳ​ນວນ​ຜູ້​ຊາຍ​ຕື່ມ​ຂຶ້ນ​ຈົນ​ນັບ​ໄດ້​ປະ​ມານ​ຫ້າ​ພັນ​ຄົນ

5 ຕົກ​ມື້​ຫນ້າ​ມາ​ມີ​ການ​ປະ​ຊຸມ​ກັນ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ລະ​ຫວ່າງ​ພວກ​ເຈົ້າ​ນາຍ ພວກ​ເຖົ້າ​ແກ່ ແລະ​ພວກ​ນັກ​ທັມ

6 ທັງ​ອັນ​ນາ ມະ​ຫາປະ​ໂຣ​ຫິດ ແລະ​ກາຢະ​ຟາ ໂຢ​ຮັນ ອາ​ເລັກ​ຊັນ​ໂດກັບ​ຄົນ​ອື່ນໆ ທີ່​ເປັນ​ຍາດ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ນັ້ນ

7 ເພື່ອ​ເຂົາ​ໄດ້​ໃຫ້​ເປ​ໂຕ​ແລະ​ໂຢ​ຮັນ​ຢືນ​ຢູ່​ຖ້າມ​ກາງ​ພວກ​ເຂົາ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ທ່ານ​ທັງ​ສອງ​ໄດ້​ເຮັດ​ການ​ນີ້​ໂດຍ​ຣິດ​ອັນ​ໃດ​ຫລື​ໂດຍ​ນາມ​ອັນ​ໃດ”

8 ຂ​ນະ​ນັ້ນ​ເປ​ໂຕ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຕອບ​ວ່າ, “ພວກ​ທ່ານ​ຜູ້​ປົກ​ຄອງ​ພົ​ລ​ເມືອງ​ແລະ​ເຖົ້າ​ແກ່​ທັງ​ຫລາຍ​ເອີຍ,

9 ວັນ​ນີ້​ຖ້າ​ທ່ານ​ທັງ​ຫລາຍ​ຈະ​ໂຈດ​ຖາມ​ຂ້າ​ພະ​ເຈົ້າ​ທັງ​ສອງ ເຖິງ​ຄຸນ​ຄວາມ​ດີ​ທີ່​ໄດ້​ເຮັດ​ແກ່​ຄົນ​ພິ​ການ​ຜູ້​ນັ້ນ​ວ່າ ເຂົາ​ໄດ້​ດີ​ປົກ​ກະ​ຕິ​ດ້ວຍ​ຢ່າງ​ໃດ

10 ກໍ​ໃຫ້​ທ່ານ​ທັງ​ຫລາຍ​ກັ​ບ​ບັນ​ດາ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ຊາບ​ວ່າ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄທ​ນາ​ຊາ​ເຣັດ ທີ່​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ດ້ວຍພຣະ​ອົງ​ນັ້ນ​ແຫລະ, ຄົນຜູ້​ນີ້​ຈຶ່ງ​ດີປົກ​ກະ​ຕິ​ຢືນ​ຢູ່​ຕໍ່​ຫນ້າ​ພວກ​ທ່ານ

11 ພຣະ​ອົງ​ນັ້ນ​ແຫລະ, “ເປັນ​ຫີນ​ທີ່​ພວກ​ທ່ານ​ຜູ້​ເປັນ​ພວກ​ຊ່າງ​ກໍ່​ໄດ້​ປະ​ຖິ້ມ​ບໍ່​ຍອມ​ໃຊ້ ຊຶ່ງ​ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ”

12 ໃນ​ຜູ້​ອື່ນ​ຄວາມ​ລອດ​ພົ້ນ​ບໍ່​ມີ ດ້ວຍ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍຕ້ອງ​ໄດ້​ພົ້ນ”

13 ເມື່ອ​ເຂົາ​ໄດ້​ເຫັນ​ຄວາມ​ກ້າ​ຫານ​ຂອງ​ເປ​ໂຕ​ກັບ​ໂຢ​ຮັນ ແລະ​ສັງ​ເກດ​ວ່າ​ທ່ານ​ທັງ​ສອງ​ຂາ​ດການ​ສຶກ​ສາ ແລະ​ເປັນ​ຄົນ​ທຳ​ມະ​ດາ​ສາ​ມັນ ກໍ​ປລາດ​ໃຈ ແລ້ວ​ສຳ​ນຶ​ກ​ໄດ້​ວ່າ​ຄົນ​ທັງ​ສອງ​ເຄີຍ​ຢູ່​ກັບ​ພຣະ​ເຢ​ຊູ

14 ເມື່ອ​ເຂົາ​ເຫັນ​ຄົນ​ທີ່​ດີ​ພ​ຍາດ​ນັ້ນ​ຢື​ນຢູ່​ກັບ​ເປ​ໂຕ​ແລະ​ໂຢ​ຮັນ ເຂົາ​ຈຶ່ງ​ບໍ່​ມີ​ຂໍ້​ທີ່​ຈະ​ປະ​ຕິ​ເສດ​ໄດ້

15 ແຕ່​ເມື່ອ​ສັ່ງ​ໃຫ້​ເປ​ໂຕ​ກັບ​ໂຢ​ຮັນ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ແລ້ວ ເຂົາ​ຈຶ່ງ​ປຶກ​ສາ​ກັນ

16 ວ່າ, “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທັງ​ສອງ​ນີ້ຫນໍ ເພາະ​ການ​ທີ່​ເຂົາ​ໄດ້​ເຮັດ​ຫມາຍ​ສຳ​ຄັນ ກໍ​ຊ່າ​ລືປາ​ກົດ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ກຸງ​ເຢຣູ​ຊາ​ເລັມ​ແລ້ວ ແລະ​ພວກ​ເຮົາ​ກໍ​ປະ​ຕິ​ເສດ​ບໍ່​ໄດ້

17 ແຕ່​ເພື່ອ​ບໍ່​ໃຫ້​ເຣື່ອງ​ນີ້​ແຜ່ກວ້າງ​ອອກ​ໄປ​ໃນ​ຖ້າມ​ກາງ​ພົ​ລ​ເມືອງ ໃຫ້​ພວກ​ເຮົາ​ຫ້າມ​ຂູ່​ເຂົາ​ບໍ່​ໃຫ້​ອ້າງ​ອອກນາມ​ຊື່​ນັ້ນ​ແກ່​ຜູ້​ໃດ​ຈັກ​ເທື່ອ”

18 ເຂົາ​ຈຶ່ງ​ເອີ້ນ​ເປ​ໂຕ​ແລະ​ໂຢ​ຮັນ​ມາ ແລ້ວ​ຫ້າມ​ເດັດ​ຂາດ​ບໍ່​ໃຫ້​ກ່າວ​ຫລື​ສອນ​ຢ່າງ​ນຶ່ງ​ຢ່າງ​ໃດ​ໃນ​ນາມ​ຂອງ​ພຣະ​ເຢ​ຊູ​ນັ້ນ

19 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ໄດ້​ຕອບ​ເຂົາ​ວ່າ, “ທີ່​ຈະ​ຟັງ​ຄຳ​ຂອງ​ພວກ​ທ່ານ​ຫລາຍກວ່າ​ຈະ​ຟັງ​ຄຳ​ຂອງ​ພຣະ​ເຈົ້າ ຈະ​ເປັນ​ການ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຫລື ຂໍ​ພວກ​ທ່ານ​ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ

20 ເພາະ​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ອຳ​ໄວ້​ໃນ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ”

21 ແລະ​ເມື່ອ​ຂູ່​ເຂົາ​ທັງ​ສອງ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ບໍ່​ເຫັນ​ມີ​ເຫດ​ທີ່​ຈະ​ໃສ່​ໂທດ​ຢ່າງໃດ ເພາະ​ເຫັນ​ແກ່​ພົ​ລ​ເມືອງ ດ້ວຍ​ວ່າ​ຄົນ​ທັງ​ປວງ​ພາ​ກັນ​ສັຣເສີນ​ພຣະ​ເຈົ້າ ເນື່ອງ​ດ້ວຍ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ

22 ເພາະ​ວ່າ​ຄົນ​ທີ່​ດີ​ພ​ຍາດ​ດ້ວຍ​ຫມາຍ​ສຳ​ຄັນ​ນັນ​ມີອາ​ຍຸເກີນກວ່າ​ສີ່​ສິບ​ປີ​ແລ້ວ

23 ເມື່ອ​ຖືກ​ປ່ອຍ​ແລ້ວ​ທ່ານ​ທັງ​ສອງ​ກໍ​ໄປ​ຫາ​ເພື່ອນ​ຝູງ​ຂອງ​ຕົນ ແລະ​ເລົ່າ​ເຣື່ອງ​ທັງຫມົ​ດ​ທີ່​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ໄດ້​ເວົ້າ​ແກ່​ຕົນ​ນັ້ນ

24 ເມື່ອ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ແລ້ວ ກໍ​ພ້ອມ​ໃຈ​ກັນ​ຍົກ​ສຽງ​ຂຶ້ນ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ​ຕົນ​ມະ​ຫາ​ຣາ​ຊ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ​ກັບ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ບ່ອນ​ເຫລົ່າ​ນັ້ນ

25 ພຣະ​ອົງ​ຊົງ​ກ່າວ​ໄວ​ດ້​ໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ດ້ວຍ​ປາກ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ, “ດ້ວຍ​ເຫດ​ໃດ​ຊົນ​ຕ່າງ​ຊາດ​ຈຶ່ງ​ຮ້າຍ​ແຮງ​ຂຶ້ນ ແລະ​ຊົນ​ຊາດ​ທັງ​ຫລາຍ​ຈຶ່ງ​ຄຶດ​ປອງ​ຮ້າຍ​ເປັນ​ການ​ເປົ່າໆ

26 ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ຕັ້ງ​ຕົ​ວ​ຂຶ້ນ ແລະ​ຜູ້​ປົກ​ຄອງ​ໄດ້​ຊຸມນຸມ​ກັນຕໍ່​ສູ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ສູ້​ຜູ້​ທີ່​ພຣະ​ອົງ​ຊົງ​ຫົດ​ສົງ”

27 ຈິງ​ແທ້​ໃນ​ເມືອງ​ນີ້ ທັງ​ເຮໂຣດ​ແລະ​ປົນຕີ​ອຸ​ສ​ປີ​ລາດ ກັບ​ຄົນ​ຕ່າງ​ຊາດ ແລະ​ຊາວ​ອິ​ສ​ຣາ​ເອນ ໄດ້​ປະ​ຊຸມ​ກັນ​ຕໍ່​ສູ້​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ທີ່​ຊົງ​ຫົດ​ສົງ​ໄວ້​ແລ້ວ

28 ເພື່ອ​ໃຫ້​ສິ່ງ​ສາ​ຣະ​ພັດ​ຕາມ​ທີ່​ພຣະ​ຫັດ​ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ຊົງ​ກຳ​ນົດ ຕັ້ງ​ແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດ​ຂຶ້ນ

29 ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບັດ​ນີ້ ຂໍ​ໂຜດ​ທອດ​ພຣະ​ເນດ​ການ​ຂູ່​ເຂັນ​ຂອງ​ເຂົາ ແລະ​ຂໍ​ໂຜດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ອົງ​ດ້ວຍ​ໃຈ​ກ້າ

30 ໂດຍ​ການ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພ​ຍາດ​ແລະ​ໂຜດ​ໃຫ້​ຫມາຍ​ສຳ​ຄັນ​ກັບ​ການ​ອັ​​ສຈັນ​ບັງ​ເກີດ​ຂຶ້ນ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ”

31 ເມື່ອ​ເຂົາ​ອ້ອນວອນ​ຈົບ​ລົງ​ແລ້ວ ບ່ອນ​ທີ່​ເຂົາ​ປະ​ຊຸມ​ກັນ​ນັ້ນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ທຸກ​ຄົນ ຈຶ່ງ​ພາ​ກັນ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ດ້ວຍ​ໃຈ​ກ້າ​ຫານ

32 ອັ​ນ​ນຶ່ງ​ຄົນ​ທັງ​ປວງ​ທີ່​ເຊື່ອ​ນັ້ນ​ກໍ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ແລະ​ບໍ່​ມີ​ຈັກ​ຄົນ​ອ້າງວ່າ​ສິ່ງ​ຂອງ​ທີ່​ຈົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງ​ຫມົດ​ເປັນ​ຂອງ​ກາງ

33 ຝ່າຍ​ພວກ​ອັ​ຄ​ສາ​ວົກ​ກໍ​ເຕັມ​ໄປ​ດ້ວຍຣິດ​ເດດ​ອັນ​ໃຫຍ່ ແລະ​ເປັນ​ພຍານ​ວ່າ​ພຣະ​ເຢ​ຊູ​ເຈົ້າ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ແລະ​ພຣະ​ຄຸນ​ອັນ​ໃຫຍ່​ໄດ້​ຢູ່​ກັບ​ເຂົາ​ທຸກ​ຄົນ

34 ເພາະ​ວ່າ​ໃນ​ພວກ​ເຂົາ​ນັ້ນ​ບໍ່​ມີ​ຜູ້​ໃດ​ຂັດ​ສົນ ດ້ວຍ​ວ່າ​ບຸກ​ຄົນ​ໃດ​ມີ​ໄຮ່​ນາ​ຫລື​ຢ້າວ​ເຮືອນ​ກໍ​ໄດ້​ຂາຍ​ເສັຽ ແລະ​ນຳ​ເງິນ​ຄ່າ​ຂອງ​ທີ່​ຂາຍ​ໄດ້​ນັ້ນ

35 ມາ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ ແລ້ວ​ຈຶ່ງ​ມີ​ການ​ແຈ​ກ​ຢາຍ​ໃຫ້​ທຸກ​ຄົນ​ຕາມ​ທີ່​ຕ້ອງ​ການ

36 ຝ່າຍ​ໂຢ​ເຊຟ​ທີ່​ອັ​ຄ​ສາ​ວົກ​ເອີ້ນ​ວ່າ​ບາ​ຣ໌ນາ​ບັ​ສ (ແປ​ວ່າ ຜູ້​ມີ​ໃຈ​ອຸດ​ຫນູນ) ເປັນ​ພວກ​ເລ​ວີ​ໄທ​ເກາະ​ໄຊປ​ຣັ​ສ

37 ກໍ​ໄດ້​ຂາຍ​ນາ​ຂອງ​ຕົນ​ທົ່ງ​ນຶ່ງ ແລ້ວ​ນຳ​ເງິນ​ຈຳ​ນວນ​ນັ້ນ​ມາ​ມອບ​ໃຫ້​ແກ່​ພວກ​ອັ​ຄ​ສາ​ວົກ



5

1 ແຕ່​ມີ​ຊາຍ​ຄົນ​ນຶ່ງ​ຊື່​ອາ​ນາ​ເນັຽ ພ້ອມກັບ​ພັ​ຣ​ຍາ​ຊື່​ຊະ​ຟີ​ຣາ ໄດ້​ຂາຍ​ທີ່​ດິນ​ຂອງຕົນ

2 ສ່ວນ​ເງິນ​ຈຳ​ນວນ​ນັ້ນ​ອານາເນັຽໄດ້​ມ້ຽນ​ໄວ້​ສ່ວນ​ນຶ່ງ ແລະ​ພັ​ຣ​ຍາ​ຂອງ​ຕົນ​ກໍ​ຮູ້​ນຳ ແລ້ວ​ສ່ວນ​ນຶ່ງ​ອາ​ນາ​ເນັຽໄດ້​ນຳ​ມາ​ມອບ​ໄວ້​ແກ່​ພວກ​ອັ​ຄ​ສາ​ວົກ

3 ຝ່າຍ​ເປ​ໂຕ​ຈຶ່ງ​ຖາມ​ວ່າ, “ອາ​ນາ​ເນັຽ​ເອີຍ, ດ້ວຍ​ເຫດ​ໃດ​ໃຈ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຊາ​ຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະ​ວິນ​ຍານບໍ​ຣິ​ສຸດ ແລະ​ໄດ້​ມ້ຽນ​ຄ່າ​ທີ່​ດິນ​ນັ້ນ​ໄວ້​ສ່ວນ​ນຶ່ງ

4 ເມື່ອ​ດິນ​ນັ້ນ​ບໍ່​ທັນ​ໄດ້​ຂາຍ​ກໍ​ເປັນ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ແລະ​ເມື່ອ​ຂາຍ​ແລ້ວ​ເງິນ​ນັ້ນ​ກໍ​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ມີ​ເຫດ​ໃດ​ເກີດ​ຂຶ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຄຶດ​ດັ່ງ​ນີ້​ໃນ​ໃຈ ທີ່​ເຈົ້າ​ໄດ້​ຕົວະ​ນັ້ນ​ບໍ່​ແມ່ນ​ຕົວະ​ມະ​ນຸດ​ແຕ່​ຕົວະ​ພຣະ​ເຈົ້າ”

5 ເມື່ອ​ອາ​ນາ​ເນັຽໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ກໍ​ລົ້ມ​ລົງ​ຕາຍ​ເສັຽ ຄັນ​ຄົນ​ທັງປວງ​ໄດ້​ຍິນ​ເຣື່ອງ​ນັ້ນ​ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ

6 ຝ່າຍ​ພວກ​ຊາຍຫນຸ່ມ​ໄດ້​ລຸກ​ຂຶ້ນ​ຫໍ່​ສົບ​ເຂົາ​ໄວ້ ແລ້ວ​ຫາມ​ອອກ​ໄປ​ຝັງ​ເສັຽ

7 ຫລັງ​ຈາກ​ນັ້ນ​ປະ​ມານ​ສາມ​ຊົ່ວ​ໂມງ​ພັ​ຣ​ຍາ​ຂອງ​ເຂົາ​ເຂົ້າ​ມາ ໂດຍ​ຍັງ​ບໍ່​ຮູ້​ເຖິງ​ເຣື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ

8 ຝ່າຍ​ເປ​ໂຕ​ໄດ້​ຖາມ​ນາງວ່າ, “ຈົ່ງ​ບອກ​ເຮົາ​ດູ ເຈົ້າ​ທັງ​ສອງ​ຂາຍ​ທີ່​ດິນ​ໄດ້​ຣາ​ຄາ​ເທົ່າ​ນັ້ນ​ຫລື” ນາງ​ໄດ້​ຕອບ​ວ່າ, “ໂດຍ, ໄດ້​ເທົ່າ​ນັ້ນ​ແລ້ວ”

9 ເປ​ໂຕ​ຈຶ່ງ​ຖາມ​ນາງວ່າ, “ເປັນ​ດ້ວຍ​ເຫດ​ໃດ ເຈົ້າ​ທັງ​ສອງ​ຈຶ່ງ​ພ້ອມ​ໃຈ​ກັນ​ທົດ​ລອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເບິ່ງ​ແມ໋, ຕີນ​ຂອງ​ພວກ​ທີ່​ໄປ​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ມາ​ເຖິງ​ປະ​ຕູ​ແລ້ວ ເຂົາ​ຈະ​ຫາມ​ສົບ​ຂອງ​ເຈົ້າ​ອອກ​ໄປ​ເຫມືອນ​ກັນ”

10 ໃນ​ທັນ​ໃດ​ນັ້ນ​ນາງ​ກໍ​ລົ້ມ​ລົງ​ຕາຍ​ແຄມ​ຕີນ​ຂອງ​ເປ​ໂຕ ເມື່ອ​ພວກ​ຊາຍ​ຫນຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ ເຂາ​ຈຶ່ງ​ຫາມ​ສົບ​ນັ້ນ​ອອກ​ໄປ​ຝັງ​ໄວ້​ຂ້າງ​ສົບ​ສາ​ມີ​ຂອງ​ນາງ

11 ຝ່າຍ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫມົດ ແລະ​ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ເຫດ​ການ​ນີ້ ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ

12 ມີ​ຫ​ມາຍ​ສຳ​ຄັນແລະ​ການ​ອັ​ດສະຈັນ​ຫລາຍ​ຢ່າງ​ທີ່​ເກີ​ດ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ​ໃນ​ຖ້າມ​ກາງພົ​ລ​ເມືອງ,,,,,,, (ພວກ​ສາ​ວົກ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ລະ​ບຽງ​ຂອງ​ໂຊ​ໂລ​ໂມນ

13 ສ່ວນ​ຄົນ​ອື່ນໆ​ນັ້ນ​ບໍ່​ມີ​ໃຜ​ກ້າ​ເຂົ້າ​ມາ​ຕິດ​ພັນ​ຢູ່​ນຳ ແຕ່​ພົ​ລ​ເມືອງ​ສັຣ​ເສີນ​ຍ້ອງ​ຍໍ​ເຂົາ​ຢູ່

14 ແລະ​ມີ​ຊາຍ​ແລະ​ຍິງ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຕື່ມ​ເຂົ້າ​ມາ​ຫລາຍກວ່າ​ເກົ່າ​ອີກ),,,,,,,,

15 ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບ​ປ່ວຍ​ໃສ່​ບ່ອນນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນ​ທາງ ເພື່ອ​ວ່າ​ເມື່ອ​ເປ​ໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງ​ຫນ້ອຍ​ເງົາ​ຂອງ​ທ່ານ​ຈະ​ໄດ້​ຖືກ​ບາງ​ຄົນ

16 ແລະ​ມີ​ຄົນ​ຈຳ​ນວນ​ຫລາຍ​ໄດ້​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ລ້ອມ​ຮອບ​ກຸງ​ເຢ​ຣູ​ຊາ​ເລັມ​ນຳ​ຄົນ​ເຈັບ​ປ່ວຍ​ມາ ແລະ​ຄົນ​ທີ່​ຖືກ​ຜີ​ຖ່ອຍ​ຮ້າຍ​ບຽດ​ບຽນ ແລະ​ທຸກ​ຄົນ​ກໍ​ດີ​ເປັນ​ປົກ​ກະ​ຕິ

17 ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ທັງ​ຫມົດ​ຂອງ​ຕົນ ຄື​ພວກ​ຊາ​ດູ​ກາຍ​ກໍ​ລຸກ​ຂຶ້ນ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ

18 ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັ​ຄ​ສາ​ວົກ​ໄປ​ຂັງ​ໄວ້​ໃນ​ຄຸກຕ​ລາງ

19 ແຕ່​ໃນ​ເວ​ລາ​ກາງ​ຄືນ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ໄຂ​ປະ​ຕູ​ຄຸກ ​ແລະ​ນຳ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ໂດຍບອກວ່າ,

20 “ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ປະ​ກາດ​ບັນ​ດາ​ຖ້ອຍ​ຄຳ​ເຣື່ອງ​ຊີ​ວິດ​ນີ້​ໃຫ້​ພົ​ລ​ເມືອງ​ຟັງ”

21 ເມື່ອ​ອັ​ຄ​ສາ​ວົກ​ໄດ້​ຍິນ​ຢ່າງ​ນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ຕັ້ງ​ຕົ້ນ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ຂອງ​ຕົນ ກໍ​ໄດ້​ເອີ້ນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ ຄື​ພວ​ກ​ເຖົ້າ​ແກ່​ຂອງ​ຊົນ​ຊາດ​ອິ​ສ​ຣາ​ເອນ​ໃຫ້​ມາ​ປະ​ຊຸມ ແລ້ວ​ໃຊ້​ຄົນ​ໄປ​ຍັງ​ຄຸກ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ມາ

22 ແຕ່​ພໍ​ພວກ​ນັ້ນ​ໄປ​ເຖິງ​ກໍ​ບໍ່​ເຫັນພວກ​ອັ​ຄ​ສາ​ວົກ​ຢູ່​ໃນ​ຄຸກ​ນັ້ນ ຈຶ່ງ​ກັບ​ຄືນ​ມາ​ຣາຍ​ງານ

23 ໂດຍ​ກ່າວ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ປະ​ຕູ​ຄຸກ​ອັດ​ແຫນ້ນ​ຫມັ້ນ​ຄົງ ແລະ​ຄົນ​ເຝົ້າ​ຍາມ​ກໍ​ຢືນ​ຢູ່​ຫນ້າ​ປະ​ຕູ​ນັ້ນ ແຕ່​ເມື່ອ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ກໍ​ບໍ່​ເຫັນ​ຜູ້​ໃດ”

24 ເມື່ອ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ສະ​ງົນ​ສົນ​ເທ​ໃນ​ເຣື່ອງ​ຂອງ​ອັ​ຄ​ສາ​ວົກ​ວ່າ​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ

25 ແລ້ວ​ມີ​ຜູ້​ນຶ່ງ​ມາ​ແຈ້ງ​ຄວາມ​ຕໍ່​ເຂົາ​ວ່າ, “ຄົນ​ນັ້ນ​ທີ່​ທ່ານ​ທັງ​ຫລາ​ຍໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ກຳ​ລັງ​ຢືນ​ສັ່ງ​ສອນ​ພົ​ລ​ເມືອງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ”

26 ແລ້ວ​ພວກ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ເຈົ້າ​ພະ​ນັກ​ງານ ໄດ້​ໄປ​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ໂດຍ​ດີ ເພາະ​ຢ້ານ​ວ່າ​ພົ​ລ​ເມືອງ​ຈະ​ຄວ່າງ​ຫີນ​ໃສ່

27 ເມື່ອ​ເຂົາ​ໄດ້​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ແລ້ວ ກໍ​ໃຫ້​ຢືນ​ຢູ່​ຕໍ່​ຫນ້າ​ທີ່​ປະ​ຊຸມ ແລ້ວ​ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ໂຈດ​ຖາມ​ເຂົາ​ໂດຍ​ກ່າວ​ວ່າ,

28 “ພວກ​ເຮົາ​ໄດ້​ສັ່ງ​ຫ້າມ​ຫມູ່​ເຈົ້າ​ຢ່າງ​ແຂງ​ແຮງ​ບໍ່​ໃຫ້​ສອນ​ອອກ​ນາມ​ຊື່​ນີ້ ແຕ່​ເບິ່ງ​ແມ໋, ຫມູ່​ເຈົ້າ​ໄດ້​ໃຫ້​ຄຳ​ສອນ​ນັ້ນ​ແຜ່ໄປ​ທົ່ວ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ປາຖ​ນາ​ໃຫ້​ຄວາມ​ຜິດ​ກ່ຽວ​ກັບ​ຄວາມ​ຕາຍ​ຂອງ​ຜູ້​ນັ້ນ​ຕົກ​ໃສ່​ພວກ​ເຮົາ”

29 ຝ່າຍ​ເປ​ໂຕ​ກັບ​ອັ​ຄ​ສາ​ວົກ​ອື່ນໆ​ຕອບ​ວ່າ, “ພວກ​ຂ້າ​ນ້ອຍ​ຈຳ​ຕ້ອງ​ເຊື່ອ​ຟັງ​ພຣະ​ເຈົ້າ​ຫລາຍກວ່າ​ເຊື່ອ​ຟັງ​ມະ​ນຸດ

30 ພຣະ​ເຢ​ຊູ​ຊຶ່​ງທ່ານ​ທັງ​ຫລາຍ​ໄດ້​ຂ້າ​ເສັຽ​ໂດຍ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ນັ້ນ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່

31 ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ຕັ້ງ​ໄວ້​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ອົງ ໃຫ້​ເປັນ​ອົງ​ພຣະ​ຜູ້​ນຳ​ແລະ​ອົງ​ພຣະ​ຜູ້​ໂຜດ​ໃຫ້​ພົ້​ນ ເພື່ອ​ຈະ​ໃຫ້​ຊົນອິ​ສ​ຣາ​ເອນ​ກັບ​ໃຈ​ໃຫມ່ ແລ້ວ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ

32 ເຮົາ​ທັງ​ຫລາຍ​ຈຶ່ງ​ເປັນ​ພຍານ​ເຖິງ​ຣື່ອງ​ເຫລົ່າ​ນີ້ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ຟັງພຣະ​ອົງ​ນັ້ນ ກໍ​ຊົງ​ເປັນ​ພຍານ​ເຫມືອນ​ກັນ”

33 ເມື່ອ​ທີ່​ປະ​ຊຸມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ເຈັບ​ແຄ້ນ​ແຫນ້ນ​ໃຈ​ຄຶດ​ຢາກ​ຂ້າ​ເຂົາ​ເສັຽ

34 ແຕ່​ມີ​ຟາ​ຣີ​ຊາຍ​ຜູ້​ນຶ່ງ​ຊື່​ຄາ​ມາ​ລີ​ເອນ ເປັນ​ຄ​ຣູ​ບາ​ອາ​ຈານ​ທີ່​ນັ​ບຖື​ຂອງ​ພົ​ລ​ເມືອງ​ທັງ​ຫມົດ ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະ​ຊຸມ​ ແລ້ວ​ສັ່ງ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ຈັກ​ຫນ້ອຍ​ນຶ່ງ

35 ທ່ານ​ຈຶ່ງ​ໄດ້​ກ່າວ​ແກ່​ທີ່​ປະ​ຊຸມ​ວ່າ, “ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ລະ​ວັງຕົວ​ໃຫ້​ດີ​ໃນ​ສິ່ງ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຮັດ​ແກ່​ຄົນ​ເຫລົ່າ​ນີ້

36 ເມື່ອ​ຄາວ​ກ່ອນ​ມີ​ຄົນນຶ່ງ​ຊື່ ທູ​ດາໄດ້​ລຸກ​ຂຶ້ນອວດ​ວ່າ​ຕົວ​ເປັນ​ຜູ້​ສຳ​ຄັນ ມີ​ຄົນ​ທີ່​ຕິດ​ຕາມ​ຮ່ວ​ມ​ໄປ​ປະ​ມານ​ສີ່​ຮ້ອຍ​ຄົນ ແຕ່​ທູ​ດາ​ນັ້ນ​ໄດ້​ຖືກ​ຂ້າ​ເສັຽ ແລະ​ພັກ​ພວກ​ເຫລົ່າ​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ສູນ​ຫາຍ​ໄປ

37 ພາຍ​ຫລັງຜູ້ນີ້​ມີ​ອີກ​ຄົນ​ນຶ່​ງຊື່ ຢູ​ດາ ເປັນ​ໄທ​ຄາ​ລີ​ເລ​ໄດ້​ປາ​ກົດ​ຂຶ້ນ​ໃນ​ຄາວ​ຈົດ​ບັນ​ຊີ​ສຳ​ມະ​ໂນ​ຄົວ ແລະ​ໄດ້​ຊັກ​ຈູງ​ພົ​ລ​ເມືອງ​ໃຫ້​ຕິດ​ຕາມ​ຕົວ​ໄປ ຄົນ​ຜູ້​ນັ້ນ​ກໍ​ຈິບ​ຫາຍ​ໄປ​ເຫມືອນ​ກັນ ແລະ​ຄົນ​ທັງ​ປວງ​ທີ່ເຊື່ອ​ຟັງ​ຜູ້​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ໄປ​

38 ໃນ​ເຣື່ອງ​ນີ້​ຂ້າ​ພະ​ເຈົ້າ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກ່ຽວ​ກັບ​ຄົນ​ພວກ​ນີ້​ເທາະ ປ່ອຍ​ເຂົາ​ເສັຽ ເພາະ​ວ່າ​ຖ້າ​ແຜນ​ການ​ຫລື​ກິ​ຈ​ການ​ນີ້​ມາ​ຈາກ​ມະ​ນຸດ ມັນ​ກໍ​ຈະ​ເສື່ອມ​ສູນ​ໄປ​ເອງ

39 ແຕ່​ຖ້າ​ມາ​ຈາກ​ພຣະ​ເຈົ້າ​ທ່ານ​ທັງ​ຫລາຍ​ຈະ​ບໍ່ສາ​ມາດ​ທຳ​ລາຍ​ເຂົາ​ໄດ້ ຢ້ານ​ວ່າ​ພວກ​ທ່ານຈະ​ກັບ​ເປັນ​ຜູ້ສູ້​ຮົບ​ຕໍ່​ພຣະ​ເຈົ້າ” ແລ້ວ​ເຂົາ​ກໍ​ຍອມ​ຟັງ​ຄາ​ມາ​ລີ​ເອນ

40 ແລະ​ເມື່ອ​ໄດ້​ເອີ້​ນ​ພວກ​ອັ​ຄ​ສາ​ວົກ​ເຂົ້າມາ​ແລ້ວ ຈຶ່ງ​ຂ້ຽນ ​ແລະ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ພຣະ​ນາມ​ຂອງພຣະ​ເຢ​ຊູ ແລ້ວ​ກໍ​ປ່ອຍ​ໄປ

41 ພວກ​ອັ​ຄ​ສາ​ວົກ​ຈຶ່ງ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ດ້ວຍ​ຄວາມ​ຍິນ​ດີ ທີ່​ຊົງ​ຖື​ວ່າ​ຕົນ​ສົມ​ຄວນ​ໄດ້​ຖືກ​ປ​ມາດ​ນິນ​ທາ​ເພາະ​ເຫັນ​ແກ່​ພຣະ​ນາມ​ນັ້ນ

42 ແລະ​ທຸກໆ​ວັນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ແລະ​ຕາມ​ບ້ານ​ເຮືອນ ພວກ​ອັ​ຄ​ສາ​ວົກ​ໄດ້​ສັ່ງ​ສອນ​ແລະ​ປະ​ກາດ​ຂ່າວ​ປະ​ເສີ​ດບໍ່​ໄດ້​ຂາດ ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ



6

1 ໃນ​ຄາວ​ນັ້ນ​ເມື່ອ​ຈຳ​ນວນ​ພວກ​ສິດ​ກຳ​ລັງ​ທະວີ​ຫລາຍ​ຂຶ້ນ ພວກ​ທີ່​ປາກ​ພາ​ສາກ​ຣີກ​ໄດ້​ຈົ່ມ​ຕໍ່​ພວກ​ທີ່​ປາກ​ພາ​ສາ​ເຮັບ​ເຣີ​ວ່າ ໃນ​ການ​ແຈກ​ທານ​ທຸກ​ໆ​ວັນ​ນັ້ນ​ເຂົາ​ເວັ້ນບໍ່​ໄດ້​ແຈກ​ໃຫ້​ພວກ​ແມ່​ຫມ້າຍ​ຊາວກ​ຣີກ

2 ຝ່າຍ​ອັ​ຄ​ສາ​ວົກ​ສິບ​ສອງ​ຄົນ​ຈຶ່ງ​ເອີ້ນ​ບັນ​ດາ​ພວກ​ສິດ​ໃຫ້​ປະ​ຊຸມ​ກັນ ແລ້ວ​ກ່າວ​ວ່າ, “ຊຶ່ງ​ພວກ​ເຮົາ​ຈະ​ປະ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄປ ເພື່ອ​ໄປ​ຮັບ​ໃຊ້​ການ​ກິນ​ການດື່ມ​ກໍ​ບໍ່​ສົມ​ຄວນ

3 ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ຊອກ​ຫາ​ເຈັດ​ຄົນ​ໃນ​ຖ້າມ​ກາງ​ພວກ​ທ່ານ​ທີ່​ມີ​ຊຶ່ສຽງ​ດີ ຜູ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ສະ​ຕິ​ປັນ​ຍາ ເຮົາ​ຈະ​ຕັ້ງ​ເຂົາ​ໃຫ້​ດູ​ແລ​ການ​ງານ​ນີ້

4 ສ່ວນ​ພວກ​ເຮົາ​ກໍ​ຈະ​ເອົາ​ໃຈ​ໃສ່​ໃນ​ການ​ອ້ອນວອນ​ແລະ​ການ​ສັ່ງ​ສອນ​ພຣະ​ທັມ”

5 ຄົນ​ທັງ​ຫມົດ​ໄດ້​ມີ​ຄວາມ​ເຫັນ​ຊອບ​ກັບ​ຄຳ​ສ​ເນີ​ນີ້ ຈຶ່ງ​ເລືອກ​ເອົາ​ຊະ​ເຕ​ຟາ​ໂນ ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກັບ​ຟີ​ລິບ ໂປ​ໂຄ​ໂຣ ນີ​ກາ​ໂນ ຕີ​ໂມນ ປາ​ເມ​ນາ ແລະ​ນີ​ໂກ​ລາ​ໂອ ໄທ​ເມືອງ​ອັນ​ຕີ​ໂອ​ເຂັຽຜູ້​ເຂົ້າ​ຝ່າຍ​ສາ​ສ​ນາ​ຢິວ

6 ຄົນ​ທັງ​ເຈັດ​ນີ້​ເຂົາ​ໄດ້​ນຳ​ມາ​ສ​ເນີ​ຕໍ່​ພວກ​ອັ​ຄ​ສາ​ວົກ ເມື່ອ​ພ​ວກ​ອັ​ຄ​ສາ​ວົກ​ໄດ້​ອ້ອນວອນ​ແລ້ວ​ກໍ​ວາງ​ມື​ໃສ່​ເຂົາ

7 ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ຈະ​ເຣີນ​ຂຶ້ນແລະຈຳນວນພວກ​ສິດ​ກໍ​ທະ​ວີ​ຫລາຍ​ຂຶ້ນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ມີ​ພວກ​ປະ​ໂຣ​ຫິດ​ຈຳ​ນວນ​ຫລາຍ​ໄດ້​ຍອມ​ເຊື່ອ​ໃນ​ພຣະ​ສາ​ສ​ນາ​ເຫມືອນ​ກັນ

8 ຝ່າຍ​ຊະ​ເຕ​ຟາ​ໂນ​ເຕັມ​ໄປ​ດ້ວຍ​ພຣະ​ຄຸນ​ແລະ​ຣິດ​ເດດ ຈຶ່ງ​ເຮັດ​ການ​ອັດສະຈັນ​ແລະ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ຖ້າມ​ກາງ​ພົ​ລ​ເມືອງ

9 ແຕ່​ມີ​ບາງ​ຄົນ​ມາ​ຈາກ​ໂຮງ​ທັມມະ​ເທ​ສ​ນາ​ນີ້​ເອີ້ນ​ວ່າ “ໂຮງ​ທັມ​ທາດ​ອິ​ສ​ຣະ” ມີ​ທັງ​ຊາວ​ກິ​ເຣ​ເນ ຊາວ​ອາ​ເລັກ​ຊັນ​ເດັຽ ກັບ​ບາງ​ຄົນ​ຈາກ​ກີ​ລີ​ເກັຽ​ແລະ​ອາ​ເຊັຽ ໄດ້​ລຸກ​ຂຶ້ນ​ພາກັນ​ມາ​ໄລ່​ລຽງ​ກັ​ບ​ຊະ​ເຕ​ຟາ​ໂນ

10 ຄົນ​ເຫລົ່າ​ນັ້ນ​ຕໍ່​ສູ້​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ່​ໄດ້

11 ເຂົາ​ຈຶ່ງ​ຍົວະ​ຍົງ​ເອົາ​ຊາຍບາງ​ຄົນ​ມາ​ກ່າວ​ຫາ​ວ່າ, “ເຮົາ​ໄດ້​ຍິນ​ຄົນ​ຜູ້​ນີ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ໂມ​ເຊ​ແລະ​ຕໍ່​ພຣະ​ເຈົ້າ”

12 ສັນ​ນັ້ນ​ເຂົາ​ໄດ້​ຍົວະ​ຍົງ​ພົ​ລ​ເມືອງ​ກັບ​ພວກ​ເຖົ້າ​ແກ່​ແລະ​ພວກ​ນັກ​ທັມ ແລ້ວ​ໂດດ​ຈັບ​ຊະ​ເຕ​ຟາ​ໂນ​ນຳ​ໄປ​ຫາ​ສານ​ສູງ​ສຸດ

13 ໃຫ້​ພຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຄົນ​ຜູ້​ນີ້​ບໍ່​ໄດ້​ເຊົາ​ໃນ​ການ​ກ່າວ​ຕໍ່​ສູ້​ບ່ອນ​ສັກ​ສິດ​ນີ້​ແລະ​ຕໍ່​ສູ້​ພຣະ​ບັນ​ຍັດ

14 ເພາະ​ຫມູ່ເຮົາ​ໄດ້​ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢ​ຊູ​ໄທ​ນາ​ຊາ​ເຣັດ​ນັ້ນ​ແຫລະ, ຈະ​ທຳ​ລາຍ​ສະ​ຖານ​ທີ່​ນີ້ ແລະ​ຈະ​ປ່ຽນ​ທັມ​ນຽມ​ທີ່​ໂມ​ເຊ​ໃຫ້​ໄວ້​ແກ່​ພວກ​ເຮົາ”

15 ແລະ​ບັນ​ດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ທີ່​ປະ​ຊຸມ​ໄດ້​ແນມ​ເບິ່ງ​ຊະ​ເຕ​ຟາ​ໂນ ກໍ​ເຫັນ​ວ່າ​ຫນ້າ​ຂອງ​ທ່ານ​ຄື​ຫນ້າ​ເທວະ​ດາ



7

1 ແລ້ວ​ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ຖາມ​ວ່າ, “ການ​ນີ້ມີ​ດັ່ງ​ນັ້ນ​ແທ້​ຫລື”

2 ຝ່າຍຊະ​ເຕ​ຟາ​ໂນ​ໄດ້​ຕອບ​ວ່າ, “ພີ່​ນ້ອງ​ແລະ​ຍາ​ພໍ່​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ເອົາ​ເທີນ ພຣະ​ເຈົ້າ​ຜູ້​ຊົງ​ສະ​ງ່າ​ຣາ​ສີ ໄດ້​ຊົງ​ປາ​ກົດ​ແກ່​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ແລ້ວ ເມື່ອ​ທ່ານ​ຍັງ​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ ກ່ອນ​ທີ່​ໄປ​ອາ​ໄສ​ຢູ່​ໃນ​ເມືອງຮາ​ຣານ

3 ໂດຍ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ຈົ່ງ​ອອກ​ຈາກ​ເມືອງ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ”

4 ອັບ​ຣາ​ຮາມ​ຈຶ່ງອອກ​ຈາກ​ແຜ່ນດິນ​ຂອງ​ຊາວ​ຄັນເດ​ອານ​ໄປ​ອາ​ໄສ​ຢູ່​ທີ່​ເມືອງ​ຮາ​ຣານ ຫລັງ​ຈາກ​ທີ່​ບິ​ດາຂອງ​ທ່ານ​ສິ້ນ​ຊີ​ວິດ​ແລ້ວ ພຣະ​ອົງ​ຊົງ​ໃຫ້​ທ່ານ​ອອກ​ຈາກ​ທີ່​ນັ້ນ​ມາ​ຢູ່​ໃນ​ແຜ່ນ​ດິນ​ທີ່​ພວກ​ທ່ານ​ອາ​ໄສ​ຢູ່​ທຸກວັນ​ນີ້

5 ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ໂຜດ​ໃຫ້​ທ່ານ​ມີມໍ​ຣະ​ດົກ​ໃນ​ແຜ່ນ​ດິນ​ນີ້​ແມ່ນ​ແຕ່​ທໍ່​ຮອຍ​ຕີນ ແຕ່​ຂ​ນະ​ເມື່ອ​ທ່ານ​ຍັງ​ບໍ່​ມີ​ລູກ ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ວ່າ ຈະ​ປະ​ທານ​ແຜ່ນ​ດິນ​ນີ້​ໃຫ້​ເປັນ​ກຳ​ມະ​ສິດ​ແກ່​ທ່ານ ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ​ດ້ວຍ

6 ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ວ່າ ເຊື້ອ​ສາຍ​ຂອງ​ທ່ານ​ຈະ​ໄປ​ອາ​ໄສ​ເປັນ​ແຂກ​ຢູ່​ໃນ​ຕ່າງ​ປະ​ເທດ​ແລະ​ຊາວ​ປະ​ເທດ​ນັ້ນ​ຈະ​ເອົາ​ເຂົາ​ເປັນ​ຂ້ອຍ​ຂ້າ ແລະ​ຈະ​ຂົ່ມ​ເຫັງ​ເຂົາ​ເປັນ​ເວ​ລາ​ສີ່​ຮ້ອຍ​ປີ

7 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ຝ່າຍ​ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ປະ​ເທດ​ທີ່​ເຂົາ​ຮັບ​ໃຊ້​ເປັນ​ຂ້ອຍ​ຂ້າ​ນັ້ນ ຫລັງ​ຈາກ​ນັ້ນ​ແລ້ວ​ເຂົາ​ຈະ​ອອກ​ມາ​ບົວ​ຣະ​ບັດ​ຂາບ​ໄຫວ້​ເຮົາ​ໃນ​ທີ່​ນີ້

8 ພຣະ​ເຈົ້າ​ຈຶ່ງ​ຊົງ​ປະ​ທານ​ຄຳ​ສັນ​ຍາ​ອັນ​ກ່ຽ​ວ​ກັບ​ພິ​ທີ​ຕັດ​ໃຫ້​ແກ່​ອັບ​ຣາ​ຮາມ ດັ່ງ​ນັ້ນ​ເມື່ອ​ອັບ​ຣາ​ຮາມ​ມີ​ລູກ​ຊື່​ອີ​ຊາກ ຈຶ່ງ​ໃຫ້​ຮັບ​ພິ​ທີ​ຕັດ​ໃນ​ວັນ​ຖ້ວນແປດ ຝ່າຍ​ອີ​ຊາກ​ກໍ​ໃຫ້​ຢາ​ໂຄບ​ຮັບ​ພິ​ທີ​ຕັດ ແລະ​ຢາ​ໂຄບກໍ​ໃຫ້​ບັນ​ພະ​ບຸ​ຣຸດ​ສິບ​ສອງ​ຄົນ​ນັ້ນ​ຮັບ​ພິ​ທີ​ຕັດ​ເຫມືອນ​ກັນ

9 ອັນ​ນຶ່ງ, ບັນ​ພະ​ບຸ​ຣຸດ​ເຫລົ່າ​ນັ້ນ​ຄຶດ​ອິດ​ສາ​ໂຢ​ເຊັບ ຈຶ່ງ​ຂາຍທ່ານ​ໄປ​ຍັງ​ປະ​ເທດ​ເອຢິບ ແຕ່​ຝ່າຍ​ພຣະເຈົ້າ​ສະ​ຖິດ​ຢູ່​ກັບ​ທ່ານ

10 ຊົງ​ໂຜດ​ຊ່ອຍ​ໃຫ້​ພົ້ນ​ຈາກ​ຄວາ​ມທຸກ​ລຳ​ບາກ​ທັງ​ສິ້ນ ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊອບ​ແລະ​ສະ​ຕິ​ປັນ​ຍາ​ຕໍ່ພຣະ​ພັກ​ຟາ​ຣາ​ໂອ​ກະ​ສັດ​ຂອງ​ປະ​ເທດ​ເອ​ຢິບ ກະ​ສັດ​ຈຶ່ງ​ຊົງ​ຕັ້ງ​ໂຢ​ເຊັບ​ເປັນ​ຜູ້​ຄອບ​ຄອງ​ປະ​ເທດ​ເອ​ຢິບ​ກັບ​ທັງ​ພຣະ​ຣາ​ຊວັງ

11 ຕໍ່ມາ​ເລີຍ​ເກີດ​ມີ​ການ​ອຶດ​ເຂົ້າ​ປາ​ອາ​ຫານ​ທົ່ວ​ປະ​ເທດ​ເອ​ຢິບ​ແລະ​ປະ​ເທດ​ກາ​ນາ​ອານ ແລະ​ມີ​ຄວາມທຸກ​ລຳ​ບາກ​ຢ່າງ​ໃຫຍ່​ຫລວງ ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຈຶ່ງ​ຫາອາ​ຫານ​ມາ​ລ້ຽງ​ຊີບ​ບໍ່​ໄດ້

12 ຝ່າຍ​ຢາ​ໂຄບ​ເມື່ອ​ໄດ້​ຍິນຂ່າວ​ວ່າ​ມີ​ເຂົ້າ​ຢູ່​ໃນ​ປະ​ເທດ​ເອ​ຢິບ ຈຶ່ງ​ໃຊ້​ບັນ​ພະບຸ​ຣຸດ​ຂອງ​ພວກ​ເຮົາ​ໄປ​ທີ່​ນັ້ນ​ເປັນ​ເທື່ອ​ທຳ​ອິດ

13 ເທື່ອ​ທີ່​ສອ​ງໂຢ​ເຊັບ​ໄດ້​ສະ​ແດງ​ຕົວ​ໃຫ້​ອ້າຍ​ນ້ອງ​ຮູ້​ຈັກ ແລະ​ໄດ້​ແຈ້ງ​ໃຫ້​ຟາ​ຣາ​ໂອ​ຮູ້​ຈັກ​ຍາດ​ວົງ​ຂອງ​ທ່ານ​ເຫມືອນ​ກັນ

14 ຝ່າຍ​ໂຢ​ເຊັບ​ໄດ້​ໃຊ້​ຄົນ​ໄປ​ເຊີນ​ຢາ​ໂຄບຜູ້​ເປັນ​ບິ​ດາ​ກັບ​ບັນ​ດາ​ຍາດ​ພີ່​ນ້ອງ​ຂອງ​ທ່ານ​ເຈັດ​ສິບ​ຫ້າ​ຄົນ​ໃຫ້​ມາ​ຫາ

15 ຢາ​ໂຄບ​ໄດ້​ລົງ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລ້ວ​ທ່ານ​ກັບ​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຕາຍ​ໄປ

16 ເຂົາ​ໄດ້​ນຳ​ເອົາ​ສົບ​ລ​ມາ​ເຖິງ​ເມືອງ​ຊີ​ເຄມ ຈຶ່ງ​ມ້ຽນ​ໄວ້​ໃນ​ອຸບ​ໂມງ​ທີ່​ອັບ​ຣາ​ຮາມ​ເອົາ​ເງິນ​ຈຳ​ນວນ​ນຶ່ງ​ຊື້​ຈາກ​ຕະ​ກູນ​ຮາ​ໂມ​ຣ໌​ໃນ​ເມືອງ​ຊີ​ເຄມ

17 ອັນ​ນຶ່ງ, ເມື່ອ​ກຳ​ນົດ​ແຫ່ງ​ພຣະ​ສັນ​ຍາ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ອັບ​ຣາ​ຮາມ​ໃກ້​ຈະ​ເຖິງ​ແລ້ວ ຊົນ​ຊາດ​ອິ​ສ​ຣາ​ເອນ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ

18 ຈົນ​ເຖິງ​ກະ​ສັດ​ອີກ​ອົງ​ນຶ່ງ​ຊຶ່ງ​ບໍ່​ຮູ້​ຈັກ​ຢາ​ໂຄບ​ຂຶ້ນ​ສເວີຍ​ຣາຊໃນ​ປະ​ເທດ​ເອ​ຢິບ

19 ກະ​ສັດ​ອົງ​ນີ້​ໄດ້​ໃຊ້​ກົນ​ອຸບາຍ​ຂົ່ມ​ເຫັງ​ເຊື້ອ​ຊາດ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໂດຍ​ບັງ​ຄັບ​ໃຫ້​ເອົາ​ລູກ​ອ່ອນ​ໄປ​ຖິ້ມ​ເສັຽ​ເພື່ອ​ບໍ່​ໃຫ້​ມີ​ຊີ​ວິດ​ເຫລືອ​ຢູ່​ໄດ້

20 ໃນ​ຄາວ​ນັ້ນ​ໂມ​ເຊ​ໄດ້​ເກີດ​ມາ​ມີ​ຮູບ​ຮ່າງ​ງົດ​ງາມ​ປານ​ພຣະ​ເຈົ້າ ເຂົາ​ຈຶ່ງ​ລ້ຽງ​ໄວ້​ໃນ​ເຮືອນ​ພໍ່​ລະ​ຫວ່າງ​ສາມ​ເດືອນ

21 ເມື່ອ​ເຂົາ​ໄດ້​ເອົາ​ເດັກ​ນ້ອຍ​ນັ້ນ​ໄປ​ຖິ້ມນອກ​ເຮືອນ ຣາ​ຊ​ທິ​ດາ​ຂອງ​ຟາ​ຣາ​ໂອ​ໄດ້​ຮັບ​ເອົາ​ໄປ​ລ້ຽງ​ໄວ້​ເປັນ​ລູກ​ຂອງ​ຕົນ

22 ຝ່າຍ​ໂມ​ເຊ​ຈຶ່ງ​ໄດ້​ຮັບ​ການ​ສອນ​ໃນ​ວິ​ຊາການ​ທຸກ​ຢ່າງ​ຂອງ​ຊາວ​ເອ​ຢິບ ມີ​ຄວາມ​ສາ​ມາດ​ໃນ​ການກ່າວ​ແລະ​ໃນ​ກິ​ຈ​ການຕ່າງໆ

23 ແຕ່​ເມື່ອ​ໂມ​ເຊ​ມີ​ອາ​ຍຸ​ໄດ້​ສີ່​ສິບ​ປີ ກໍ​ຄຶດ​ຢາກ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງ​ຂອງ​ຕົນ ຄື​ຊົນ​ຊາດ​ອິ​ສ​ຣາເອນ

24 ແລະ​ເມື່ອ​ທ່ານ​ໄດ້​ເຫັນ​ຜູ້​ນຶ່ງ​ໃນ​ພວກ​ພີ່​ນ້ອງຖືກ​ຂົ່ມ​ເຫັງ​ກໍ​ເຂົ້າໄປ​ກັ້ນ​ກາງ​ເອົາ​ໄວ້ ຈຶ່ງ​ຂ້າ​ຊາວ​ເອ​ຢິບ​ຜູ້​ຂົ່ມ​ເຫັງ​ນັ້ນ​ເສັຽ​ເພື່ອ​ເປັນ​ການ​ແກ້​ແຄ້ນ

25 ທ່ານ​ໄດ້​ຄຶດ​ວ່າ​ຍາດ​ພີ່​ນ້ອງ​ຄົງ​ຈະ​ໄດ້​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຂົາ​ລອດ​ພົ້ນ​ດ້ວຍ​ມື​ຂອງ​ຕົນ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ດັ່ງ​ນັ້ນ

26 ໃນ​ວັນ​ຫນ້າ​ນັ້ນ​ໂມ​ເຊ​ໄດ້​ອອກ​ໄປ​ພົບ​ເຂົາ​ກຳ​ລັງ​ວິ​ວາດ​ກັນ​ຢູ່ ກໍ​ພ​ຍາ​ຍາມ​ໃຫ້​ເຂົາ​ຄືນ​ດີ​ກັນ ຈຶ່ງບອກ​ເຂົາ​ວ່າ “ຊາຍ​ເອີຍ, ຫມູ່​ເຈົ້າ​ເປັນ​ພີ່​ນ້ອງ​ກັນ ເປັນ​ຫຍັງ​ຈຶ່ງ​ເຮັດ​ຮ້າຍ​ຕໍ່​ກັນ”

27 ຝ່າຍ​ຄົນ​ທີ່​ກຳ​ລັງ​ເຮັດ​ຮ້າຍ​ຕໍ່​ເພື່ອນ​ຂອງ​ຕົນ​ນັ້ນ​ໄດ້​ຊຸກ​ໂມ​ເຊ​ອອກ ແລະ​ກ່າວ​ວ່າ, “ໃຜ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກ​ຄອງ​ແລະ​ຕັດ​ສີນ​ພວກ​ເຮົາ”

28 ບໍ່​ແມ່ນ​ເຈົ້າ​ຢາກ​ຂ້າ​ຂ້ອຍ​ເຫມືອນ​ເຈົ້າ​ຂ້າ​ຊາວ​ເອ​ຢິບ​ມື້​ວານ​ນັ້ນ​ຫລື”

29 ເມື່ອ​ໂມ​ເຊ​ໄດ້​ຍິນ​ຄຳ​ນັ້ນ​ຈຶ່ງ​ປົບ​ຫນີ​ໄປ​ອາ​ໄສ​ເປັນ​ຄົນ​ຕ່າງ​ດ້າວ​ຢູ່​ໃນ​ປະ​ເທດ​ມີ​ດີ​ອານ ແລະ​ທີ່​ນັ້ນ​ທ່ານ​ມີ​ລູກ​ຊາຍ​ສອງ​ຄົນ

30 “ຄັນ​ລ່ວງ​ໄປ​ໄດ້​ສີ່​ສິບ​ປີ​ແລ້ວ ມີ​ເທວະ​ດາ​ອົງ​ນຶ່ງ​ໄດ້​ມາ​ປາ​ກົດ​ແກ່​ທ່ານ​ໃນ​ແປວ​ໄຟ​ທີ່​ພຸ່ມ​ຫນາມ​ໃນ​ປ່າ​ຊີ​ນາ​ອີ

31 ເມື່ອ​ໂມ​ເຊ​ໄດ້​ເຫັນ​ກໍ​ປລາດ​ໃຈ​ດ້ວຍ​ເຣື່ອງ​ນິ​ມິດ​ນັ້ນ ເມື່ອ​ກຳ​ລັງ​ເຂົ້າ​ໄປ​ເບິ່ງ​ໃກ້ໆ​ກໍ​ມີ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ,

32 “ຝ່າຍ​ເຮົາ​ເປັນ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ ຂອງ​ອີ​ຊາກ, ແລະ​ຂອງ​ຢາ​ໂຄບ” ໂມ​ເຊ​ຈຶ່ງ​ຢ້ານ​ຈົນ​ຕົວ​ສັ່ນ​ບໍ່​ກ້າ​ຫລຽວ​ເບິ່ງ

33 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ຈົ່ງ​ຖອດ​ເກີບອອກ​ເສັຽ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກ​ສິດ

34 ແທ້​ຈິງ ​ເຮົາ​ໄດ້​ຍິນ​ສຽງ​ໂອ່ຍ​ຄາງ​ຂອງ​ເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຈະ​ຊ່ອຍ​ເຂົາ​ໃຫ້​ພົ້ນ ບັດ​ນີ້​ມາ​ແມ໋, ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຍັງ​ປະ​ເທດ​ເອ​ຢິບ”

35 “ໂມ​ເຊ​ຜູ້​ນີ້​ແຫ​ລະ, ທີ່​ຖືກ​ເຂົາ​ປະ​ຕິ​ເສດ​ໂດຍ​ກ່າວ​ວ່າ “ແມ່ນ​ໃຜ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ທັງ​ຜູ້​ປົກ​ຄອງ ແລະ​ຜູ້​ຕັດ​ສີນ​ພວກ​ເຮົາ” ແມ່ນ​ທ່ານ​ຜູ້​ນີ້​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ໄປ​ເປັນ​ທັງ​ຜູ້​ປົກ​ຄອງ​ເປັນ​ຜູ້​ຊ່ອຍໃຫ້​ພົ້ນ ໂດຍ​ມື​ຂອງ​ເທວະ​ດາ​ອົງ​ທີ່​ໄດ້​ມາ​ປາ​ກົດ​ແກ່​ທ່ານທີ່​ພຸ່ມ​ຫນາມ​ນັ້ນ

36 ແມ່ນ​ໂມ​ເຊ​ຜູ້​ນີ້​ເປັນ​ຜູ້​ນຳ​ເອົາ​ພວກ​ອິ​ສ​ຣາ​ເອນ​ອອກ​ມາ ໂດຍ​ເຮັດ​ການ​ອັສ​ຈັນ​ແລະ​ຫມາ​ຍ​ສຳ​ຄັນ​ໃນ​ປະ​ເທດ​ເອຢິບ ທີ່​ທະ​ເລ​ແດງ ແລະ​ໃນ​ປ່າ​ລະ​ຫວ່າງ​ສີ່​ສິບ​ປີ

37 ແມ່ນ​ທ່ານ​ຜູ້​ນີ້​ແຫ​ລະ, ທີ່​ໄດ້​ກ່າວ​ຕໍ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ໃຫ້​ເກີດມາ​ເພື່ອ​ທ່ານ ຈາກ​ພວກ​ພີ່​ນ້ອງ​ຂອງ​ທ່ານ​ເຫມືອນ​ຢ່າງ​ທີ່​ໄດ້​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ເກີດ​ມາ”

38 ແມ່ນ​ໂມ​ເຊ​ຜູ້​ນີ້​ແຫ​ລະ, ທີ່​ຮ່ວມ​ຢູ່​ໃນ​ຊຸມ​ນຸມ​ຊົນ​ໃນ​ປ່າ​ພ້ອມ​ກັບ​ເທວະ​ດາ​ຕົນ​ນັ້ນ ຊຶ່ງ​ໄດ້​ເວົ້າ​ກັບ​ທ່ານ​ຢູ່​ພູ​ຊີ​ນາ​ອີ ແລະ​ຢູ່​ກັບບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ທີ່​ໄດ້​ຣັບ​ພຣະ​ທັມ​ອັນ​ມີ​ຊີ​ວິດ​ຖາ​ວອນ​ມາ​ໃຫ້​ແກ່​ພວກ​ເຮົາ

39 ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ບໍ່​ມີ​ໃຈ​ເຊື່ອ​ຟັງ​ທ່ານ​ຜູ້​ນີ້ ແຕ່​ໄດ້​ປັດ​ຊຸກ​ທ່ານ​ອອກ​ເສັຽ ເພາະ​ເຂົາ​ມີ​ໃຈ​ປາຖ​ນາຈະ​ກັບ​ໄປ​ຍັງ​ປະ​ເທດ​ເອ​ຢິບ

40 ເຂົາ​ຈຶ່ງ​ກ່າວ​ກັບ​ອາ​ໂຣນ​ວ່າ, “ຂໍ​ຈົ່ງ​ສ້າງ​ພຣະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ນຳ​ຫນ້າ​ພວກ​ຂ້າ​ພະ​ເຈົ້າ​ໄປ ສ່ວນ​ໂມ​ເຊ​ຜູ້​ນີ້​ທີ່​ໄດ້​ນຳ​ພວກ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອຢິບ ພວກ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ມີ​ເຫດ​ອັນ​ໃດ​ໄດ້​ບັງ​ເກີດ​ແກ່​ທ່ານ​ແລ້ວ”

41 ໃນ​ຄາວ​ນັ້ນ ເຂົາ​ໄດ້​ສ້າງ​ຮູບ​ງົວ​ນ້ອຍ​ຕົວ​ນຶ່ງ​ຂຶ້ນ ແລະ​ໄດ້​ເອົາ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ແກ່​ຮູບ​ນັ້ນ ແລະ​ເຂົາ​ໄດ້​ຈັດ​ພິ​ທີ​ມ່ວນ​ຊື່ນ​ສ​ລອງ​ສິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ​ເອງ​ນັ້ນ

42 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຫັນ​ພຣະ​ພັກ​ໄປ​ເສັຽ ແລະ​ປະ​ໃຫ້​ເຂົາ​ບົວ​ຣະ​ບັດ​ຂາບ​ໄຫວ້​ຝູງກອງ​ທັບ​ໃນ​ທ້ອງ​ຟ້າ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ “ຍາດ​ວົງ​ອິ​ສ​ຣາ​ເອ​ນ​ເອີຍ, ສັດ​ທີ່​ຈະ​ຂ້າ​ຖວາຍ​ແລະ​ເຄື່ອງ​ບູ​ຊານັ້ນ ພວກ​ເຈົ້າ​ບໍ່​ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ​ໃນ​ປ່າ​ລະ​ຫວ່າງ​ສີ່​ສິບ​ປີ​ຕີ້

43 ພວກ​ເຈົ້າ​ໄດ້​ຂົນ​ເອົາ​ສໍາ​ນັກ​ຜ້າ​ຂອງ​ພຣະ​ໂມ​ລົກ ແລະ​ດວງ​ດາວ​ຂອງ​ພຣະ​ເຣ​ຟານ ຄື​ຮູບ​ທີ່​ພວກ​ເຈົ້າ​ສ້າງ​ຂຶ້ນ​ເພື່ອ​ນະ​ມັ​ສ​ການ​ຂາບ​ໄຫວ້ ເຮົາ​ຈຶ່ງ​ຈະ​ກວາດ​ພວກ​ເຈົ້າ​ໃຫ້​ກາຍ​ເມືອງ​ບາບິ​ໂລນ​ໄປ​ພຸ້ນ”

44 “ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ເມື່ອ​ຢູ່​ໃນ​ປ່າ ກໍ​ມີ​ສຳ​ນັກ​ແຫ່ງ​ຄຳ​ພຍານ​ທີ່​ເຮັດ​ດ້ວຍ​ຜ້າ​ຕາມ​ທີ່​ພຣະ​ອົງ​ຊົງ​ບັນ​ຍັດ​ໄວ້ ເມື່ອ​ຊົງ​ກ່າວ​ກັບ​ໂມ​ເຊ​ໃຫ້​ສ້າງ​ສຳ​ນັກ​ຕາມ​ແບບ​ຢ່າງ​ທີ່​ທ່ານ​ໄດ້​ເຫັນ

45 ຝ່າຍບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ເມື່ອ​ໄດ້​ຮັບ​ສຳ​ນັກ​ນັ້ນ​ຈຶ່ງ​ຂົນ​ຕາມ​ໂຢ​ຊວຍ​ໄປ​ ເມື່ອ​ໄດ້​ເຂົ້າ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ບັນ​ດາ​ປະ​ຊາ​ຊາດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຂັບ​ໄລ່ໃຫ້​ຫນີ​ໄປ​ຕໍ່​ຫນ້າ​ບັນ​ພະ​ບຸຣຸດ​ຂອງ​ພວກ​ເຮົາ ສຳ​ນັ​ກ​ນັ້ນ​ກໍ​ມີ​ສືບ​ມາ​ຈົນ​ເຖິງ​ສະ​ໄຫມ​ຂອງ​ກະ​ສັດ​ດາ​ວິດ

46 ຄື​ຜູ້​ທີ່​ຊອບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ໄດ້​ທູນ​ຂໍ​ອະ​ນຸ​ຍາດ​ຊອກ​ຫາ​ພຣະ​ວິ​ຫານ ສຳ​ລັ​ບ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ

47 ແຕ່​ວ່າ​ແມ່ນ​ກະ​ສັດ​ໂຊ​ໂລ​ໂມນ​ເປັນ​ຜູ້​ຊົງ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ອົງ

48 ເຖິງ​ປານ​ນັ້ນ​ອົງ​ຜູ້​ສູງ​ສຸດ​ກໍ​ບໍ່​ໄດ້​ປະ​ທັບ​ໃນ​ບ່ອນ​ທີ່​ສ້າງ​ຂຶ້ນ​ດ້ວຍມື​ມະ​ນຸດ ຕາມ​ທີ່​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ,

49 “ຟ້າ​ສວັນ​ເປັນ​ບັນ​ລັງ​ຂອງ​ເຮົາ ແລະ​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງ​ເຮົາ” ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ “ເຈົ້າ​ທັງ​ຫລາຍ​ຈະ​ສ້າງ​ທີ່​ສະ​ຖິດ​ຢ່າງ​ໃດ​ສຳ​ລັບ​ເຮົາ ຫລື​ບ່ອນ​ໃດ​ເປັນ​ທີ່​ພັກ​ອາ​ໄສ​ຂອງ​ເຮົາ

50 ສິ່ງ​ເຫລົ່າ​ນີ້​ມື​ຂອງ​ເຮົາ​ໄດ້​ສ້າງ​ໄວ້​ທັງ​ສິ້ນ​ບໍ່​ແມ່ນ​ຫລື”

51 “ໂອ ຄົນ​ຊາດ​ຄໍ​ແຂງ​ເອີຍ, ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ໃນ​ໃຈ​ແລະ​ໃນ​ຫູ ທ່ານ​ທັງ​ຫລາຍ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຢູ່​ສເມີ ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ເປັນ​ຢ່າງ​ໃດ ທ່ານ​ທັງ​ຫລາຍ​ກໍ​ເປັນ​ຢ່າງ​ນັ້ນ​ເຫມືອນ​ກັນ

52 ມີ​ໃຜ​ແດ່​ໃນ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ບໍ່​ໄດ້​ຂົ່ມ​ເຫັງ ເຂົາ​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ລ່ວງ​ຫນ້າ​ເຖິງ​ເຣື່ອງ​ການ​ສະ​ເດັດ​ມາ​ຂອງ​ອົງ​ຜູ້​ຊອບ​ທັມ ບັດ​ນີ້​ທ່ານ​ທັງ​ຫລາຍ​ໄດ້​ເກີດເປັນ​ຜູ້ມອບ​ພຣະ​ອົງ​ໄວ້​ແລະ​ຂ້າ​ເສັຽ

53 ຄື​ທ່ານ​ທັງ​ຫລາຍ​ຜູ້​ທີ່​ໄດ້​ຮັບ​ພຣະ​ບັນ​ຍັດ​ຈາກ​ພວກ​ເທວະ​ດາ ແຕ່​ບໍ່​ໄດ້​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ນັ້ນ”

54 ເມື່ອ​ເຂົາ​ທັງ​ຫລາຍ​ກຳ​ລັງ​ໄດ້​ຍິນ​ດັ່ງ​ນັ້ນ ເຂົາ​ກໍ​ເຈັບ​ແຄ້ນ​ແຫນ້ນ​ໃຈ ແລ້ວ​ຕັ້ງ​ຕົ້ນ​ຂົບ​ແຂ້ວ​ຄ້ຽວ​ຟັນ​ໃສ່​ຊະ​ເຕ​ຟາ​ໂນ

55 ຝ່າຍ​ຊະ​ເຕ​ຟາ​ໂນ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ໄດ້​ເງີຍ​ຫນ້າ​ຂຶ້ນ​ເພ່ງເບິ່ງ​ສວັນ ຈຶ່ງ​ເຫັນ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ ແລະ​ເຫັນ​ພຣະ​ເຢ​ຊູ​ຊົງ​ຢືນ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ອົງ

56 ແລ້ວ​ທ່ານ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ເຫັນ​ທ້ອງ​ຟ້າ​ແຫວກ​ອອກ ແລະ​ເຫັນ​ບຸດ​ມະ​ນຸດ​ຊົງ​ຢືນ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ”

57 ແຕ່​ເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ອັດ​ຫູ​ຕົນ​ເສັຽ ພາ​ກັນ​ຫລູບ​ໃສ່​ຊະ​ເຕ​ຟາ​ໂນ

58 ແລ້ວ​ເຂົາ​ໄດ້​ຊຸກ​ທ່ານ​ອອກ​ໄປ​ຈາກ​ກຸງ ແລະ​ຄວ່າງ​ກ້ອນ​ຫີນ​ໃສ່ ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ເປັນ​ພຍານ​ຕໍ່​ຊະ​ເຕ​ຟາ​ໂນ​ກໍ​ປົດ​ເສື້ອ​ຂອງ​ຕົນ​ໄວ້​ໃກ້​ຕີນ​ຂອງ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຊື່​ໂຊ​ໂລ

59 ເຂົາ​ຈຶ່ງ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ຊະ​ເຕ​ຟາ​ໂນ ເມື່ອ​ທ່ານ​ກຳ​ລັງ​ອ້ອນວອນ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຢ​ຊູ​ເຈົ້າ, ຂໍ​ຊົງ​ໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ເທີນ”

60 ຊະ​ເຕ​ຟາ​ໂນ​ໄດ້​ຄຸ​ເຂົ່າ​ລົງ​ແລ້ວ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ໂຜດ​ຢ່າ​ຊົງ​ຖື​ໂທດ​ເຂົາ​ເພາະ​ບາບ​ນີ້” ເມື່ອ​ກ່າວ​ດັ່ງ​ນັ້ນ​ແລ້ວ​ທ່ານ​ກໍ​ລ່ວງ​ລັບ​ໄປ



8

1 ຝ່າຍ​ໂຊ​ໂລ​ກໍ​ເຫັນ​ດີ​ໃນ​ການ​ທີ່​ເຂົາ​ຂ້າ​ຊະ​ເຕ​ຟາ​ໂນ​ເສັຽ ໂຊ​ໂລ​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ ໃນ​ວັນ​ນັ້ນ​ເກີດ​ມີ​ການ​ຂົ່ມ​ເຫັງ​ອັນ​ໃຫຍ່​ຕໍ່​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່ໃນ​ກຸງ​ເຢ​ຣູ​ຊາ​ເລັມ ພວກ​ລູກ​ສິດ​ທັງ​ຫມົດ ເວັ້ນ​ແຕ່​ພວກ​ອັ​ຄ​ສາ​ວົກ ກໍ​ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ແຂວງ​ຢູ​ດາຍ​ແລະ​ແຂວ​ງຊາ​ມາ​ເຣັຽ

2 ແຕ່​ມີ​ຊາຍ​ບາງ​ຄົນຜູ້​ຢຳ​ເກງ​ພຣະ​ເຈົ້າ​ໄດ້​ເອົາ​ສົບ​ຂອງ​ຊະ​ເຕ​ຟາ​ໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ໂສກ​ເສົ້າ​ຮ້ອງ​ໄຫ້​ອັນ​ໃຫຍ່ເພາະ​ທ່ານ

3 ຝ່າຍ​ໂຊ​ໂລ​ພ​ຍາ​ຍາມ​ທຳ​ລາຍ​ຄ​ຣິ​ສ​ຕະ​ຈັກ​ຢ່າງ​ຮຸນ​ແຮງ ໂດຍ​ເຂົ້າ​ໄປ​ຕາມ​ຢ້າວ​ເຮືອນ​ລາກ​ເຂົາ​ທັງ​ຍິງ​ແລະ​ຊາຍ​ໄປ​ຂັງໄວ້​ໃນ​ຄຸກ

4 ຝ່າຍ​ສິດ​ທັງ​ຫລາຍ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ນັ້ນ ກໍ​ພາ​ກັນ​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ແຫ່ງ​ພຣະ​ທັມ​ຕາມ​ບ່ອນ​ຕ່າງໆ

5 ສ່ວນ​ຟີ​ລິບ​ໄດ້​ລົງ​ໄປ​ຍັງ​ເມືອງ​ນຶ່ງ​ທີ່​ແຂວງ​ຊາ​ມາ​ເຣັຽ ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ໃຫ້​ໄທ​ເມືອງ​ນັ້ນ​ຟັງ

6 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ແລະ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່​ນັ້ນ ເຂົາ​ກໍ​ພ້ອມ​ໃຈ​ກັນ​ຟັງ​ຖ້ອຍ​ຄຳ​ປະ​ກາດ​ຂອງ​ທ່ານ

7 ດ້ວຍ​ວ່າ​ຜີ​ຖ້ອຍ​ຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ແລະ​ອອກ​ມາ​ຈາກ​ຄົນ​ເຫລົ່າ​ນັ້ນ ຄົນ​ທີ່​ເປັນ​ງ່ອຍ​ແລະ​ຂາ​ເສັ້ງ​ຫລາຍ​ຄົນ​ກໍ​ໄດ້​ດີ​ເປັນ​ປົກ​ກະ​ຕິ

8 ຈຶ່ງ​ບັງ​ເກີດ​ມີ​ຄວາມ​ຍິນ​ດີ​ອັນ​ໃຫຍ່​ໃນ​ເມືອງ​ນັ້ນ

9 ມີ​ຊາຍ​ຜູ້​ນຶ່ງ​ຊື່ ຊີ​ໂມນ​ຢູ່​ໃນ​ເມືອງ​ນັ້ນ​ແຕ່ກ່ອນ​ມາ ເປັນ​ຫມໍ​ເວດ​ມົນ ເຄີຍ​ເຮັດ​ໃຫ້​ໄທ​ເມືອງ​ຊາ​ມາ​ເຣັຽ​ງຶດ​ງໍ້​ອັດສະຈັນ​ໃຈ ແລະ​ອວດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ສຳ​ຄັນ

10 ຝ່າຍ​ຄົນ​ທັງ​ປວງ​ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່​ກໍ​ສົນ​ໃຈ​ຟັງ​ຄົນ​ນັ້ນ ແລ້ວ​ເວົ້າ​ວ່າ, “ຜູ້​ນີ້​ແຫລະ, ເປັນ​ອາ​ນຸ​ພາບ​ຂອງ​ພຣະ​ເຈົ້າ​ຊຶ່ງ​ເອີ້ນ​ວ່າ​ມະ​ຫິດ​ທິ​ຣິດ”

11 ຄົນ​ທັງ​ຫລາຍ​ໄດ້​ສົນ​ໃຈ​ຟັງ​ຜູ້​ນັ້ນ ເພາະ​ເຂົາ​ໄດ້​ສະ​ແດງ​ເວດມົນ​ໃຫ້​ຄົນ​ທັງ​ຫລາຍ​ງຶດ​ງໍ້​ອັ​ສ​ຈັນ​ຕັ້ງ​ແຕ່​ເຫິງ​ມາ​ແລ້ວ

12 ແຕ່​ເມື່ອ​ເຂົາ​ໄດ້​ຮັບ​ເຊື່ອ​ຊຶ່ງ​ຟີ​ລິບ​ໄດ້​ປະ​ກາດ ເປັນ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແລະ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ ເຂົາ​ຈຶ່ງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ທັງ​ຊາຍ​ແລະ​ຍິງ

13 ຝ່າຍ​ຊີ​ໂມນ​ເອງກໍ​ເຊື່ອ​ເຫມືອນ​ກັນ ເມື່ອ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ກໍ​ຕິດ​ຢູ່​ກັບ​ຟີ​ລິບ ແລະ​ປລາດ​ໃຈ​ທີ່​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ແລະ​ການ​ອິດ​ທິ​ຣິດ​ອັນ​ໃຫຍ່​ທີ່​ໄດ້​ບັງ​ເກີດ​ມາ​ນັ້ນ

14 ເມື່ອ​ພວກ​ອັ​ຄ​ສາ​ວົກ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ຍິນຂ່າວ​ວ່າ ໄທ​ຊາ​ມາ​ເຣັຽ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປ​ໂຕ​ກັບ​ໂຢ​ຮັນ​ໄປ​ຫາ​ເຂົາ

15 ທ່ານ​ທັງ​ສອງ​ໄດ້​ລົງ​ໄປ​ອ້ອນວອນ​ສຳ​ລັບ​ເຂົາ​ເພື່ອ​ໃຫ້​ເຂົາ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

16 ເພາະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ເຂົາ​ຈັກ​ຄົນ ມີ​ແຕ່​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ເຈົ້າ​ເທົ່າ​ນັ້ນ

17 ເປ​ໂຕ​ກັບ​ໂຢ​ຮັນ​ຈຶ່ງວາງ​ມື​ໃສ່​ເຂົາ ແລ້ວເຂົາ​ກໍ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

18 ຝ່າຍ​ຊີ​ໂມນ​, ເມື່ອ​ໄດ້​ເຫັນ​ວ່າ​ພຣະ​ວິນ​ຍານ​ເປັນ​ທີ່ຊົງ​ປະ​ທານ​ດ້ວຍ​ການ​ວາງ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ ກໍ​ໄດ້​ນຳ​ເງິນ​ມາ​ຈະ​ໃຫ້​ພວກ​ທ່ານ

19 ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້າ​ນ້ອຍ​ມີ​ຣິດ​ອຳ​ນາດ​ຢ່າງ​ນີ້​ເຫມືອນ​ກັນ​ເພື່ອ​ວ່າ ເມື່ອ​ຂ້າ​ນ້ອຍ​ຫາກວາງ​ມື​ໃສ່​ຜູ້​ໃດ ຜູ້​ນັ້ນ​ຈະ​ໄດ້ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

20 ແຕ່​ເປ​ໂຕ​ໄດ້​ຕອບ​ຊີ​ໂມນ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບ​ຫາຍ​ໄປ​ກັບ​ເຈົ້າ ເພາະ​ເຈົ້າ​ຄຶດ​ວ່າ​ຈະ​ຊື້​ຂອງ​ປະ​ທານ​ແຫ່ງ​ພຣະ​ເຈົ້າ​ດ້ວຍ​ເງິນ

21 ເຈົ້າ​ບໍ່​ມີ​ຫຸ້ນ​ບໍ່​ມີ​ສ່ວນ​ໃນ​ການ​ນີ້ ເພາະ​ໃຈ​ຂອງ​ເຈົ້າ​ບໍ່​ສັດ​ຊື່​ຕໍ່​ພຣະ​ເຈົ້າ

22 ເຫດ​ສັນ​ນັ້ນ​ຈົ່ງ​ຫລົບ​ຕັ້ງ​ໃຈ​ໃຫມ່​ຈາກ​ກາ​ນຊົ່ວ​ຂອງ​ເຈົ້າ​ນີ້ ແລະ​ອ້ອນວອນ​ຂໍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຫວັງ​ວ່າ​ພຣະ​ອົງ​ຈະ​ຊົງ​ຍົກ​ຄວາມ​ຜິດ​ບາບ​ທີ່​ເຈົ້າ​ຄຶດ​ໃນ​ໃຈ​ນັ້ນ​ເສັຽ

23 ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ອິດ​ສາ​ອັນ​ຂົ່ມ​ຂື່ນ ແລະ​ຖືກ​ລ່າມ​ໄວ້​ດ້ວຍໂສ້​ຂອງ​ຄວາມ​ອະ​ທັມ”

24 ຝ່າຍ​ຊີ​ໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງ​ສອງ​ອ້ອນວອນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຂ້າ​ນ້ອຍ​ແດ່ ເພື່ອ​ການ​ທີ່​ທ່ານ​ໄດ້​ກ່າວ​ແລ້ວ​ນັ້ນ​ຈະ​ບໍ່​ຕົກ​ໃສ່​ຂ້າ​ນ້ອຍ​ຈັກ​ປະ​ການ”

25 ສ່ວນ​ທ່ານ​ທັງ​ສອງ​ເມື່ອ​ໄດ້​ເປັນ​ພຍານ​ແລະ​ປະ​ກາດ​ພຣະ​ທັມ​ແຫ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ກັບ​ມາຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ຕາມ​ທາງ​ໃນ​ບ້ານ​ຊາວ​ຊາ​ມາ​ເຣັຽ​ຫລາຍ​ແຫ່ງ

26 ແລະ​ເທວະ​ດາ​ຕົນ​ນຶ່ງຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ຟີ​ລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປທາງ​ທິດໃຕ້ ຕາມ​ທາງ​ລົງ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ເຖິງ​ເມືອງ​ກາ​ຊາ” (ທີ່​ເປັນ​ທາງ​ປ່າ​ດິນ​ຊາຍ)

27 ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນ​ທາງ​ໄປ​ ແລະ​ເບິ່ງ​ແມ໋, ມີ​ໄທ​ເອ​ທິ​ໂອ​ເປັຽ​ຄົນ​ນຶ່ງ​ເປັນ​ເທືອຍ ເປັນ​ຂ້າ​ຣາ​ຊ​ການ​ຊັ້ນ​ສູງ​ຂອງ​ກັນ​ດາ​ເກ ຄື​ພຣະ​ຣາ​ຊີ​ນີ​ຂອງ​ຊາວ​ເອ​ທິ​ໂອ​ເປັຽ ເປັນ​ນາຍ​ຄັງ​ທັງ​ຫມົດ​ຂອງ​ພຣະ​ຣາ​ຊີ​ນີ​ນັ້ນ ທ່ານ​ໄດ້​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ເພື່ອ​ນະ​ມັ​ສ​ການ

28 ຂ​ນະ​ທີ່​ນັ່ງ​ຣົດ​ກຳ​ລັງ​ກັບ​ເມືອ ທ່ານ​ໄດ້​ອ່ານ​ຫນັງ​ສື​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່

29 ຝ່າຍ​ພຣະ​ວິນ​ຍານ​ຊົງ​ສັ່ງ​ຟີ​ລິບ​ວ່າ, “ຈົ່ງ​ເຂົ້າ​ຕິດກັບ​ຣົດ​ນີ້​ໄປ”

30 ຟີ​ລິບ​ຈຶ່ງ​ແລ່ນ​ເຂົ້າ​ໄປ​ແລະ​ໄດ້​ຍິນ​ທ່ານ​ກຳ​ລັງ​ອ່ານ​ຫນັງ​ສື​ເອ​ຊາຢາ​​ຜູ້​ປະ​ກາດ​ພຣະ​ທັມ​ຢູ່ ຈຶ່ງ​ຖາມ​ວ່າ, “ຊຶ່ງ​ທ່ານອ່ານ​ນັ້ນ​ທ່ານ​ເຂົ້າ​ໃຈ​ຫລື”

31 ທ່ານ​ຈຶ່ງ​ຕອບ​ວ່າ, “ຖ້າ​ບໍ່​ມີ​ຜູ້​ໃດ​ແນະ​ນຳ​ໃຫ້ ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ໃດ” ແລ້ວ​ທ່ານ​ຈຶ່ງ​ເຊີນ​ຟີ​ລິບ​ຂຶ້ນ​ນັ່ງ​ຣົດ​ນຳ

32 ພຣະ​ຄັມ​ພີ​ຕອນ​ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ຄື​ຂໍ້​ເຫລົ່າ​ນີ້, “ເຂົາ​ໄດ້​ນຳ​ທ່ານ​ໄປ​ເຫມືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເຫມືອນ​ແກະ​ນ້ອຍ​ມິດ​ຢູ່​ຕໍ່​ຫນ້າ​ຜູ້​ຕັດ​ຂົນ​ມັນ ທ່ານ​ກໍ​ບໍ່​ອອກ​ປາກ​ເຫມືອນ​ກັນ

33 ໃນ​ຄາວ​ທ່ານ​ຕົກ​ຕ່ຳ​ຕ້ອຍ ທ່ານ​ບໍ່​ໄດ້​ຮັບ​ຄວາມຍຸດ​ຕິທັມ ໃຜ​ຈະ​ເລົ່າ​ເຖິງ​ເຊື້ອ​ສາຍ​ຂອງ​ທ່ານ​ໄດ້ ເພາະ​ວ່າ​ຊີ​ວິດ​ຂອງ​ທ່ານ​ໄດ້​ຖືກ​ຕັດ​ເສັຽ”

34 ຄົນ​ເທືອຍໄດ້​ກ່າວ​ແກ່​ຟີ​ລິບ​ວ່າ, “ຂໍ​ທ່ານບອກ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ຢ່າງ​ນີ້​ເລົ່າ​ເຖິງ​ຜູ້​ໃດ ເຖິງ​ຕົນ​ເອງ​ຫລື​ເຖິງ​ຜູ້​ອື່ນ”

35 ແລ້ວ​ຟີ​ລິບ​ຈຶ່ງ​ອອກ​ປາກ​ຕັ້ງ​ຕົ້ນ​ເລົ່າ​ແຕ່​ພຣະ​ຄັມ​ຕອນ​ນັ້ນ ຈຶ່ງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ໃຫ້​ທ່ານ​ຟັງ

36 ເມື່ອ​ເຂົາ​ກຳ​ລັງ​ເດີນ​ທາງ​ໄປ​ກໍ​ມາ​ເຖິງ​ບ່ອນ​ມີ​ນ້ຳ​ບ່ອນ​ນຶ່ງ ຄົນ​ເທືອຍ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ໋, ນ້ຳ​ມີ​ຢູ່​ທີ່​ນີ້ ມີ​ອັນ​ຂັດ​ຂ້ອງ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ”

37 (ຝ່າຍ​ຟີ​ລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມ​ໃຈ​ເຊື່ອ​ກໍ​ຮັບ​ໄດ້” ຄົນ​ເທືອຍ​ຈຶ່ງ​ຕອບ​ວ່າ, “ເຮົາ​ເຊື່ອ​ວ່າ​ພຣະ​ເຢຊູ​ຄຣິດ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”)

38 ແລ້ວ​ທ່ານ​ໄດ້​ສັ່ງ​ໃຫ້​ຢຸດ​ຣົ​ດ ຟີ​ລິບ​ກັບ​ຄົນ​ເທືອຍ​ໄດ້​ພ້ອມ​ກັນ​ລົງ​ໄປ​ໃນ​ນ້ຳ ຟີ​ລິບ​ຈຶ່ງ​ໃຫ້​ທ່ານ​ຮັບ​ບັບ​ຕິ​ສະ​ມາ

39 ເມື່ອ​ທ່ານ​ທັງ​ສອງ​ຂຶ້ນ​ຈາກ​ນ້ຳ​ແລ້ວ ພຣະ​ວິນ​ຍານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຟີ​ລິບ​ໄປ​ເສັຽ ສ່ວນ​ຄົນ​ເທືອຍ​ນັ້ນ​ກໍ​ບໍ່​ໄດ້​ເຫັນ​ຟີ​ລິບ​ຕໍ່​ໄປ​ອີກ ທ່ານ​ຈຶ່ງ​ເດີນ​ທາງ​ຕໍ່​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ

40 ແຕ່​ມີ​ຜູ້​ພົບ​ຟີ​ລິບ​ທີ່​ເມືອງອາ​ໂຊ​ໂຕ​ ທ່ານ​ໄດ້​ອອກ​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ທົ່ວ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງກາຍ​ຊາ​ເຣັຽ



9

1 ຝ່າຍ​ໂຊ​ໂລ​ຍັງ​ຂູ່​ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງອົງພຣະ​ຜູ້​ເປັ​ນ​ເຈົ້າ​ເສັຽ ຈຶ່ງ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ

2 ຂໍ​ຫນັງ​ສື​ກຳ​ກັບ​ຕົວ​ໄປ​ຍັງ​ໂຮງ​ທັມ​ມະ​ເທ​ສ​ນາ​ໃນ​ເມືອງ​ດາ​ມັ​ສ​ກັ​ສ​ເພື່ອ​ວ່າ​ຖ້າ​ພົບ​ຄົນ​ໃດ​ຖື​ທາງ​ນັ້ນ​ບໍ່​ວ່າ​ຊາຍ​ຫລື​ຍິງ​ຈະ​ໄດ້​ຈັບ​ມັດ​ພາ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

3 ເມື່ອ​ໂຊ​ໂລ​ກຳ​ລັງ​ເດີນ​ທາງ​ໃກ້​ຈະ​ເຖິງ​ເມືອງ​ດາ​ມັ​ສ​ກັ​ສ ໃນ​ທັນ​ໃດ​ນັ້ນ​ມີ​ແສງ​ສວ່າງ​ມາບ​ມາ​ຈາກ​ຟ້າ​ອ້ອມ​ຮອບ​ຕົວ​ທ່ານ

4 ໂຊ​ໂລ​ຈຶ່ງ​ລົ້ມ​ລົງ​ເທິງ​ດິນ ແລະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ອັນ​ນຶ່ງ​ດັງ​ມາວ່າ, “ໂຊ​ໂລ, ໂຊ​ໂລ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂົ່ມ​ເຫັງ​ເຮົາ?”

5 ໂຊ​ໂລ​ໄດ້​ທູນ​ຖາມ​ວ່າ, “ທ່ານ​ເອີຍ, ທ່ານ​ແມ່ນ​ໃຜ” ພຣະ​ອົງ​ຊົງ​ຕອບ​ວ່າ, “ເຮົາ​ນີ້​ແມ່ນ​ ເຢ​ຊູ ຜູ້​ເຈົ້າ​ຂົ່ມ​ເຫັງ​ນັ້ນ​ແຫລະ

6 ເຈົ້າ​ຈົ່ງ​ລຸກ​ຂຶ້​ນເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຜູ້ບອກ​ໃຫ້​ຮູ້​ວ່າ​ເຈົ້າ​ຈຳ​ເປັນ​ຕ້ອງ​ເຮັດ​ອັນ​ໃດ”

7 ຊາຍ​ທັງ​ຫລາຍທີ່​ເດີນ​ທາງ​ໄປ​ພ້ອມ​ກັນ​ກໍ​ຢືນ​ໜິ້ງ​ຢູ່ ປາກ​ບໍ່​ອອກ ເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້​ໃດ

8 ຝ່າຍ​ໂຊ​ໂລ​ໄດ້​ລຸກ​ຂຶ້ນ​ຈາກ​ດິນ ເມື່ອ​ມືນ​ຕາ​ແລ້ວ​ກໍ​ບໍ່​ເຫັນ​ສິ່ງ​ໃດ ຄົນ​ເຫລົ່າ​ນັ້ນ​ຈຶ່ງ​ຈູງ​ທ່ານ​ເຂົ້າ​ໄປ​ໃນ​ເມືອງ​ດາ​ມັ​ສ​ກັສ

9 ໃນ​ລະ​ຫ​ວ່າງ​ສາມ​ວັນ​ທ່ານ​ບໍ່​ໄດ້​ເຫັນ​ສິ່ງ​ໃດ ທັງ​ບໍ່​ໄດ້​ກິນ​ບໍ່​ໄດ້​ດື່ມ

10 ອັນ​ນຶ່ງ, ໃນ​ເມືອງ​ດາ​ມັ​ສ​ກັ​ສ​ມີ​ສິດ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ກັບ​ຜູ້​ນັ້ນ​ໂດຍ​ນິ​ມິດ​ວ່າ, “ອາ​ນາ​ເນັຽ​ເອີຍ” ອາ​ນາ​ເນັຽ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ຂ້າ​ພຣະ​ອົງ​ຢູ່​ທີ່​ນີ້”

11 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ເຖິງ​ຖ​ນົນ​ສາຍ​ທີ່​ຊື່​ວ່າ​ຖ​ນົນ​ຊື່ ແລ້ວ​ຈົ່ງ​ຖາມ​ຫາ​ຜູ້​ນຶ່ງ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຢູ​ດາ ຊື່​ວ່າ​ໂຊ​ໂລ​ໄທ​ເມືອງ​ຕາ​ໂຊ ເພາະ​ເບິ່ງ​ແມ໋, ເຂົາ​ກຳ​ລັງ​ໄຫວ້ວອນ​ຢູ່

12 ແລະ​ເຂົາ​ໄດ້​ເຫັນ (ໃນ​ນິ​ມິດ) ວ່າ​ມີ​ຊາຍ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ໄດ້​ເຂົ້າ​ມາ​ວາງ​ມື​ໃສ່​ເພື່ອ​ໃຫ້​ເຂົາ​ໄດ້​ເຫັນ​ຮຸ່ງ​ອີກ”

13 ແຕ່​ອາ​ນາ​ເນັຽ​ໄດ້​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ຂ້າ​ພຣະ​ອົງ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເຣື່ອງ​ຄົນ​ນັ້ນ ວ່າ​ທ່ານ​ໄດ້​ເຮັດ​ການ​ຮ້າຍ​ຂາດ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫລາຍ​ມາ​ແລ້ວ

14 ແລະ​ໃນ​ທີ່​ນີ້​ທ່ານ​ໄດ້​ຖື​ອຳ​ນາດ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ມາ​ມັດ​ເອົາ​ຄົນ​ທັງ​ຫມົດ​ຜູ້​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ”

15 ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງກ່າວ​ວ່າ, “ເຈົ້າ​ຈົ່ງ​ໄປ ເພາະ​ວ່າ​ຄົນ​ນັ້ນ​ເປັນ​ພາ​ຊ​ນະ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ເພື່ອ​ຈະ​ນຳ​ນາມ​ຂອງ​ເຮົາ​ໄປ​ຍັງ​ບັນ​ດາ​ປະ​ຊາ​ຊາດ ໄປ​ຍັງ​ກະ​ສັດ​ທັງ​ຫລາຍ ແລະ​ໄປ​ຍັງ​ຊົນ​ຊາດ​ອິ​ສ​ຣາ​ເອນ

16 ເພາະ​ວ່າ​ຝ່າຍ​ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ເຂົາ​ຕ້ອງ​ທົນ​ທຸກ​ລຳບາກ​ຫລາຍ​ເທົ່າ​ໃດ​ເພາະ​ນາມ​ຂອງ​ເຮົາ”

17 ແລ້ວ​ອາ​ນາ​ເນັຽກໍ​ໄປ ແລະ​ເຂົ້າ​ໃນ​ເຮືອນນັ້ນວາງ​ມື​ໃສ່​ໂຊ​ໂລ​ເວົ້າ​ວ່າ, “ອ້າຍ​ໂຊ​ໂລ​ເອີຍ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຢ​ຊູ​ຊຶ່ງ​ໄດ້​ຊົງ​ປາ​ກົດ​ແກ່​ເຈົ້າ​ຕາມ​ທາງ​ທີ່​ເຈົ້າ​ກຳ​ລັງ​ມາ​ນັ້ນ ໄດ້​ຊົງ​ໃຊ້​ເຮົາ​ມາ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ ແລະ​ເພື່ອ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

18 ໃນ​ທັນ​ໃດ​ນັ້ນ​ມີ​ສິ່ງ​ນຶ່ງ​ເຫມືອນ​ເກັດ​ຕົກ​ຈາກ​ຕາ​ຂອງ​ໂຊ​ໂລ ແລ້ວ​ທ່ານ​ໄດ້​ເຫັນ​ເປັນ​ປົກ​ກະ​ຕິ ຈຶ່ງ​ລຸກ​ຂຶ້ນ​ຮັບ​ບັບ​ຕິ​ສະ​ມາ

19 ເມື່ອ​ຮັບ​ປະ​ທານ​ອາ​ຫານ​ແລ້ວ ທ່ານ​ກໍ​ມີ​ເຫື່ອແຮງ​ຂຶ້ນ

20 ອັນ​ນຶ່ງ,ໂຊ​ໂລ​ໄດ້​ພັກ​ຢູ່​ກັບ​ພວກ​ສິດ​ໃນ​ເມືອງ​ດາມັ​ສ​ກັສ​ເປັນເວ​ລາ​ຫລາຍ​ວັນ. ໃນ​ບັດ​ດຽວ​ນັ້ນ​ທ່ານ​ໄດ້​ປະ​ກາດ​ເຣື່ອງ​ພຣະ​ເຢ​ຊູ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ວ່າ​ພຣະ​ອົງ​ນີ້​ແຫລະ, ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

21 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ກໍ​ພາ​ກັນ​ງຶດ​ງໍ້​ອັ​ດສະຈັນ​ໃຈ ແລ້ວ​ເວົ້າ​ວ່າ, “ແມ່ນ​ຜູ້​ນີ້​ແຫລະ, ທີ່​ໄດ້​ທຳ​ຮ້າຍ​ຄົນ​ທັງ​ຫລາຍ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ທີ່​ຮ້ອງ​ອອກ​ນາມ​ຊື່​ນີ້ ບໍ່​ແມ່ນ​ຫລື ທ່ານ​ໄດ້​ມາ​ທີ່​ນີ້​ຫວັງ​ຈະ​ຜູກ​ມັດ​ເອົາ​ພວກ​ນັ້ນ​ສົ່ງ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່”

22 ແຕ່​ການ​ປະ​ກາດ​ຂອງ​ໂຊ​ໂລກໍ​ມີ​ອຳ​ນາດ​ທະ​ວີ​ຂຶ້ນ ເຮັດ​ໃຫ້​ພວກ​ຢິວ​ທີ່​ຢູ່​ໃນ​ເມືອງ​ດາ​ມັ​ສ​ກັສ​ອັດ​ອັ້ນ​ຕັນ​ໃຈ ໂດຍ​ພິ​ສູດ​ໃຫ້​ເຂົາ​ເຫັນ​ຄັກ​ວ່າ​ພຣະ​ເຢ​ຊູ​ນີ້​ແຫລະ, ຊົງ​ເປັນ​ພຣະ​ຄຣິດ

23 ຄັນ​ຕໍ່​ມາ​ອີກ​ຫລາຍ​ວັນ ພວກ​ຢິວ​ໄດ້​ປຶກ​ສາ​ກັນ​ເພື່ອ​ຈະ​ຂ້າ​ໂຊໂລ​ເສັຽ

24 ແຕ່​ມີ​ຄົນ​ບອກ​ໃຫ້​ໂຊ​ໂລ​ຮູ້​ເຖິງ​ການ​ປອງ​ຮ້າຍ​ຂອງ​ເຂົາ ສ່ວນ​ເຂົາ​ໄດ້​ເຝົ້າ​ປະ​ຕູ​ເມືອງ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ເພື່ອ​ຄອຍ​ຂ້າ​ໂຊ​ໂລ

25 ແຕ່​ເວ​ລາ​ກາງ​ຄືນ​ພວກ​ລູກ​ສິດ​ຂອງ​ທ່ານ​ໄດ້​ເອົາ​ທ່ານ​ໃສ່​ກວຍ​ຢ່ອນ​ລົງ​ຕາມ​ປ່ອງ​ກຳ​ແພງ

26 ເມື່ອ​ໂຊ​ໂລ​ມາ​ຮອດ​ກຸງ​ເຢຣູ​ຊາ​ເລັມ​ແລ້ວ ກໍ​ພ​ຍາ​ຍາມ​ຈະ​ເຂົ້າ​ສ​ນິດ​ສ​ນົມ​ກັບ​ພວກ​ລູກ​ສິດ ແຕ່​ພວກ​ເຫລົ່າ​ນັ້ນ​ຍັງ​ຢ້ານ​ທ່ານ​ຢູ່ ເພາະ​ບໍ່​ເຊື່ອ​ວ່າ​ທ່ານ​ເປັນ​ລູກ​ສິດ

27 ແຕ່​ບາ​ຣ໌ນາ​ບັ​ສ​ໄດ້​ພາ​ທ່ານ​ໄປ​ຫາ​ພວກ​ອັ​ຄ​ສາ​ວົກ ແລະ​ເລົ່າ​ເຣື່ອງ​ໃຫ້​ເຂົາ​ຟັງ​ວ່າ ໂຊ​ໂລ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້​າ​ໃນ​ກາງ​ທາງ​ນັ້ນ​ຢ່າງ​ໃດ ແລະ​ພຣະ​ອົງ​ໄດ້​ຊົງ​ກ່າວ​ກັບ​ທ່ານ ແລະ​ທ່ານ​ໄດ້​ປະ​ກາດ​ອອກ​ພຣະ​ນາມ​ພຣະ​ເຢ​ຊູ​ໃນ​ເມືອງ​ດາ​ມັ​ສ​ກັ​ສ​ດ້ວຍ​ໃຈ​ກ້າ

28 ໂຊ​ໂລ​ໄດ້​ເຂົ້າ​ນອກ​ອອກ​ໃນ​ຢູ່​ກັບ​ເຂົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ປະ​ກາດ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ໃຈ​ກ້າ​ຫານ

29 ແລະ​ທ່ານ​ເຄີຍ​ສົນ​ທະ​ນາ​ໄລ່​ລຽງ​ກັບ​ພວກ​ທີ່​ປາກ​ພາ​ສາກ​ຣີກ ແຕ່​ເຂົາ​ພ​ຍາ​ຍາມ​ຈະ​ຂ້າ​ທ່ານ​ເສັຽ

30 ເມື່ອ​ພວກ​ພີ່​ນ້ອງ​ໄດ້​ຊາບ​ຂ່າວ​ດັ່ງ​ນີ້​ກໍ​ໄດ້​ພາ​ທ່ານ​ລົງ​ໄປ​ທີ່​ເມືອງ​ກາຍ​ຊາ​ເຣັຽ ແລະ​ໃຫ້​ທ່ານ​ຫນີ​ໄປ​ຍັງ​ເມືອງ​ຕາ​ໂຊ

31 ສັນ​ນັ້ນ​ຄ​ຣິ​ສ​ຕະ​ຈັກ​ຕລອດ​ແຂວງ​ຢູ​ດາຍ ແຂວງ​ຄາ​ລີ​ເລ ແລະ​ແຂວງ​ຊາ​ມາ​ເຣັຽ​ຈຶ່ງ​ມີ​ຄວາມ​ສ​ງົບ​ສຸກ​ແລະ​ຈະ​ເຣີນຂຶ້ນ ດຳ​ເນີນ​ໄປ​ໃນ​ຄວາມ​ຢຳ​ເກງ​ອົງພຣະ​ຜູ້​ເປັນ​ເຈົ້າ ສ່ວນ​ຄຣິ​ສ​ຕະ​ສະ​ມາ​ຊິກ​ກໍ​ທະ​ວີ​ຫລາຍ​ຂຶ້ນ​ດ້ວຍ​ໄດ້​ຮັບ​ຄວາມ​ສົ່ງ​ເສີມ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

32 ອັນ​ນຶ່ງ, ເມື່ອ​ເປ​ໂຕ​ກຳ​ລັງ​ທຽວ​ໄປ​ມາ​ຕລອດ​ທຸກ​ບ່ອນ ກໍ​ໄດ້​ລົງ​ໄປ​ຫາ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ລິດ​ດາ​ເຫມືອນ​ກັນ

33 ໃນ​ທີ່​ນັ້ນ​ເປ​ໂຕ​ໄດ້​ພົບ​ຊາຍ​ຄົນ​ນຶ່ງ​ຊື່ ໄອ​ເນ​ ເປັນ​ເປັ້ຽນ​ອນ​ຢູ່​ໄດ້​ແປດ​ປີ​ແລ້ວ

34 ເປ​ໂຕ​ໄດ້​ບອກ​ກັບ​ຊາຍ​ນັ້ນ​ວ່າ, “ໄອ​ນາ​ເອີຍ, ພຣະ​ເຢ​ຊູ​ຄຣິດ​ຊົງ​ໂຜດ​ໃຫ້​ເຈົ້າ​ດີ​ພ​ຍາດ ຈົ່ງລຸກ​ຂຶ້ນ​ມ້ຽນ​ບ່ອນນອນຂອງ​ເຈົ້າ​ໄວ້​ເສັຽ” ໄອ​ເນກໍ​ໄດ້​ລຸກ​ຂຶ້ນ​ໃນ​ທັນ​ທີ

35 ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ເມືອງ​ລິດ​ດາ ​ແລະ​ຮາບ​ຊາ​ໂຣນ​ກໍ​ໄດ້​ເຫັນ​ດັ່ງ​ນັ້ນ ຈຶ່ງ​ພາ​ກັນ​ກັບ​ໃຈ​ຕ່າວ​ເຂົ້າ​ມາ​ຫາ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ

36 ໃນ​ເມືອງ​ຢົບ​ປາ​ມີ​ສິດ​ຄົນ​ນຶ່ງ​ຊື່ ຕາ​ບີ​ທາ ທີ່​ແປ​ວ່າ​ໂດ​ຣະ​ກາ ນາງ​ນີ້​ເຄີຍ​ເຮັດ​ແຕ່​ຄຸນ​ງາມ​ຄວາມ​ດີ ແລະ​ເຄີຍ​ໃຫ້​ທານ​ມາ​ແລ້ວ

37 ລະ​ຫວ່າງ​ນັ້ນ​ນາງ​ກໍ​ປ່ວຍ​ລົງ​ເຖິງ​ແກ່​ຄວາມ​ຕາຍ ເມື່ອ​ເຂົາ​ໄດ້​ອາບ​ນ້ຳ​ໃຫ້​ສົ​ບ​ແລ້ວ​ກໍ​ເອົາ​ຂຶ້ນ​ວາງ​ໄວ້​ຫ້ອງ​ຊັ້ນ​ເທິງ

38 ເມືອງ​ລິ​ດດາ​ຢູ່​ໃກ້​ກັບ​ເມືອງ​ຢົບ​ປາ ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ເປ​ໂຕ​ຢູ່​ໃນ​ເມືອງ​ນັ້ນ ພວກ​ສິດ​ຈຶ່ງ​ໃຊ້​ຊາຍ​ສອງ​ຄົນ​ໄປ​ຫາ​ທ່ານ ອ້ອນວອນ​ວ່າ, “ເຊີນ​ມາ​ຫາ​ພວກ​ເຮົາ ຢ່າ​ໄດ້​ຊ້າ”

39 ຝ່າຍ​ເປ​ໂຕ​ກໍ​ລຸກ​ຂຶ້ນ​ໄປ​ກັບ​ເຂົາ ເມື່ອ​ມາ​ເຖິງ​ແລ້ວ​ເຂົາ​ກໍ​ພາ​ທ່ານ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນ​ເທິງ ບັນ​ດາ​ແມ່​ຫມ້າຍ​ໄດ້​ຢືນ​ຢູ່​ກັບ​ທ່ານ​ພາ​ກັນ​ຮ້ອງ​ໄຫ້ ແລະ​ຊີ້​ໃຫ້​ທ່ານ​ເບິ່ງ​ເສື້ອ​ຜ້າ​ຕ່າງໆ​ທີ່​ໂດ​ຣະ​ກາ​ໄດ້​ເຮັດ​ເມື່ອ​ຍັງ​ຢູ່​ນຳ​ເຂົາ

40 ແຕ່​ເປ​ໂຕ​ໄດ້​ໃຫ້​ຄົນ​ທັງ​ຫມົດ​ອອກ​ໄປ​ຂ້າງ​ນອກ ທ່ານ​ຈຶ່ງ​ຄຸ​ເຂົ່າ​ລົງ​ອ້ອນວອນ ແລ້ວ​ຫັນ​ຫນ້າ​ໄປ​ຫາ​ສົບ​ກ່າວ​ວ່າ, “ຕາ​ບີ​ທາ​ເອີຍ, ຈົ່ງ​ລຸກ​ຂຶ້ນ” ຕາບີ​ທາ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປ​ໂຕ​ກໍ​ລຸກ​ຂຶ້ນນັ່ງ

41 ແລະ​ເປ​ໂຕ​ໄດ້​ຍື່ນ​ມື​ຊູ​ນາງ​ຂຶ້ນ ແລະ​ເມື່ອ​ໄດ້​ເອີ້ນ​ພວກ​ໄພ່​ພົນ​ກັບ​ບັນ​ດາ​ແມ່​ຫມ້າຍ​ເຂົ້າ​ມາ​ແລ້ວ ຈຶ່ງ​ໄດ້​ສ​ເນີ​ນາງ​ຜູ້​ເປັນ​ຄືນ​ມາ​ນັ້ນ​ແກ່​ເຂົາ

42 ເຫດ​ການ​ນັ້ນ​ໄດ້​ເປັນ​ທີ່​ຮູ້​ທົ່ວ​ກັນ​ໃນ​ເມືອງ​ຢົບ​ປາ ມີ​ຄົນ​ຈຳ​ນວນ​ຫລາຍ​ໄດ້​ເຊື່ອ​ວາງ​ໃຈ​ໃນ​ອົງ​ພຣະຜູ້​ເປັນ​ເຈົ້າ

43 ຝ່າຍ​ເປ​ໂຕ​ກໍ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ຢົບ​ປາ​ຫລາຍ​ວັນ ຢູ່​ກັບ​ຜູ້​ນຶ່ງ​ຊື່​ວ່າ ຊີ​ໂມນ ເປັນ​ຊ່າງ​ຟອກ​ຫນັງ



10

1 ອັນ​ນຶ່ງ, ທີ່​ເມືອງ​ກາຍ​ຊາ​ເຣັຽມີ​ຊາຍ​ຄົນ​ນຶ່ງ​ຊື່ ໂກ​ເນ​ລີ​ໂອ ເປັນ​ນາຍ​ຮ້ອຍ ເປັນ​ນາຍ​ຮ້ອຍ​ຢູ່​ໃນ​ກອງ​ທະ​ຫານ​ທີ່​ເອີ້ນ​ວ່າ​ກອງ​ອີ​ຕາ​ເລັຽ

2 ທ່ານ​ເປັນ​ຜູ້​ຖື​ສາສ​ນາ​ຢ່າງ​ຖືກ​ຕ້ອງ​ແລະ​ຢຳ​ເກງ​ພຣະ​ເຈົ້າ​ພ້ອມ​ກັບ​ຄົວ​ເຮືອນ​ຂອງ​ຕົນ ທ່ານ​ເຄີຍ​ໃຫ້​ທານ​ແກ່​ປະ​ຊາ​ຊົນ​ຢ່າງ​ຫລວງຫລາຍ ແລະ​ໄຫວ້ວອນ​ພຣະ​ເຈົ້າ​ຢູ່​ສເມີ

3 ຢູ່​ມາ​ວັນ​ນຶ່ງ​ປະ​ມານ​ເກົ້າ​ໂມງ ທ່ານ​ໄດ້​ເຫັນ​ນິ​ມິດ​ຄັກ ຄື​ເຫັນ​ເທວະ​ດາ​ຕົນຶ່ງ​ຂອງ​ພຣະ​ເຈົ້າ​ເຂົ້າ​ມາ​ຫາ​ຕົນ​ກ່າວ​ວ່າ, “ໂກ​ເນ​ລີ​ໂອ​ເອີຍ”

4 ແຕ່​ເມື່ອ​ໂກ​ເນ​ລີ​ໂອ​ເພ່ງ​ເບິ່ງ​ເທວະ​ດາ​ຕົນ​ນັ້ນ​ກໍ​ເກີດ​ສະ​ດຸ້ງ​ຕົກ​ໃຈ ຈຶ່ງ​ຖາມ​ວ່າ, “ໂອຍ​ ເຈົ້າ​ກູເອີຍ, ແມ່ນ​ຫຍັງ​ຫນໍ” ເທວະ​ດາ​ໄດ້​ຕອບ​ວ່າ, “ຄຳ​ໄຫວ້ວອນ​ ແລະ​ການ​ໃຫ້​ທານ​ຂອງ​ທ່ານ​ໄດ້​ຂຶ້ນ​ໄປ ເປັນ​ເຫດ​ໃຫ້​ພຣະ​ເຈົ້າ​ລະ​ນຶກ​ເຖິງ​ແລ້ວ

5 ບັດ​ນີ້​ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນເອົາ​ຜູ້ນຶ່ງມາ​ຄື ຊີ​ໂມນ​ຜູ້​ມີ​ຊື່​ວ່າ​ ເປ​ໂຕ

6 ທ່ານ​ອາ​ໄສ​ເປັນ​ແຂກ​ຢູ່​ກັບ​ຊີ​ໂມນ​ຊ່າງ​ຟອກ​ຫນັງ ທີ່​ມີ​ເຮືອນ​ຢູ່​ແຄມ​ທະ​ເລ”

7 ຄັນ​ເທວະ​ດາ​ຕົນ​ທີ່​ເວົ້າ​ກັບ​ໂກ​ເນລີ​ໂອ​ນັ້ນ​ຈາກ​ໄປ​ແລ້ວ ທ່ານ​ໄດ້​ເອີ້ນ​ຄົນ​ໃຊ້​ປະ​ຈຳ​ເຮືອນ​ສອງ​ຄົນ​ເຂົ້າ​ມາ​ຫາ ກັບ​ທະ​ຫານ​ຜູ້​ນຶ່ງ​ທີ່​ຖື​ສາ​ສ​ນາ​ຢ່າງ​ຖືກ​ຕ້ອງ ເປັນ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ທະ​ຫານ​ທີ່​ເຄີຍ​ຮັບ​ໃຊ້​ຕົນ

8 ເມື່ອ​ໄດ້​ເລົ່າ​ເຫດ​ການ​ທັງ​ຫມົດ​ໃຫ້​ເຂົາ​ຟັງ​ແລ້ວ ທ່ານ​ໄດ້​ໃຊ້​ເຂົາ​ໄປ​ຍັງ​ເມືອງ​ຢົບ​ປາ

9 ຕົກ​ມື້​ຫນ້າ​ມາ, ເມື່ອ​ເຂົາ​ກຳ​ລັງ​ເດີນ​ທາງ​ໄປ​ໃກ້​ຈະ​ເຖິງ​ເມືອງ​ຢົບ​ປາ​ນັ້ນ ຝ່າຍ​ເປ​ໂຕ​ໄດ້​ຂຶ້ນ​ເມືອ​ເທິງ​ຫລັງ​ຄາ​ຕຶກ​ເພື່ອ​ໄຫວ້ວອນ ເປັ​ນ​ເວ​ລາ​ປະ​ມານ​ຫົກ​ໂມງ

10 ທ່ານ​ກໍ​ເກີດ​ຫິວ​ຢາກ​ຮັບ​ປະ​ທານ​ອາ​ຫານ ແຕ່​ໃນ​ລະ​ຫວ່າງ​ທີ່​ເຂົາ​ກຳ​ລັງ​ຈັດ​ອາ​ຫານຢູ່​ນັ້ນ ເປ​ໂຕກໍ​ລືມ​ຄີງ​ໄປ

11 ແລະ​ໄດ້​ເຫັນ​ທ້ອງ​ຟ້າ​ໄຂ​ອອກ ມີ​ສິ່ງ​ນຶ່ງ​ກຳ​ລັງ​ລົງ​ມາ​ເຫມືອນ​ຜ້າ​ຜືນ​ໃຫຍ່​ຜູກ​ໄວ້​ທາງ​ສີ່​ແຈ ຢ່ອນ​ລົງ​ມາ​ເຖິງ​ດິນ

12 ໃນ​ສິ່ງ​ນັ້ນ​ມີ​ສັດ​ທຸກ​ຊະ​ນິດ ຄື​ສັດ​ສີ່​ຕີນ, ສັດ​ໄຕ່​ສັດ​ຄານ​ທີ່​ຢູ່​ຕາມ​ຫນ້າ​ດິນ, ແລະ​ນົກ​ທີ່​ມີ​ປີກ​ບິນ​ໄປ​ໃນອາ​ກາດ

13 ແລະ​ເກີດ​ມີ​ພຣະ​ສຸຣະ​ສຽງ​ມາ​ວ່າ, “ເປ​ໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ ຂ້າ​ກິນ​ເສັຽ”

14 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ວ່າ, “ບໍ່​ໄດ້​ແທ້ ພຣະ​ອົງ​ເຈົ້າ​ເອີຍ, ເພາະ​ວ່າ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ ຫລື​ສິ່ງ​ທີ່​ບໍ່​ທັນ​ຊຳ​ຮະ​ໃຫ້​ສະ​ອາດ ຂ້າ​ພຣະ​ອົງ​ບໍ່​ໄດ້​ຮັບ​ປະ​ທານ​ຈັກ​ເທື່​ອ”

15 ແລ້ວ​ມີ​ພຣະ​ສຸ​ຣະ​ສຽງ​ອີກ​ເປັນ​ເທື່ອ​ທີ່​ສອງວ່າ, “ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ຊຳ​ຮະ​ແລ້ວ ຝ່າຍ​ທ່ານ​ຢ່າ​ຖື​ເປັນ​ຂອງ​ຕ້ອງ​ຫ້າມ”

16 ການ​ນັ້ນ​ເກີດ​ມາ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ນັ້ນ​ກໍຖືກ​ຮັບ​ຂຶ້ນ​ໄປ​ໃນ​ທ້ອງ​ຟ້າ​ທັນ​ທີ

17 ເມື່ອ​ເປ​ໂຕ​ຍັງ​ຄຶດ​ບໍ່​ອອກວ່າ ນິ​ມິດ​ທີ່​ຕົນ​ໄດ້​ເຫັນ​ນັ້​ຣ​ມີ​ຄວາມ​ຫມາຍ​ຢ່າງ​ໃດ ເບິ່ງ​ແມ໋, ພວກ​ຊາຍ​ທີ່​ໂກ​ເນ​ລີ​ໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ສືບ​ຖາມ​ຫາ​ຕຶກ​ຂອງ​ຊີ​ໂມນ​ແລ້ວ ກໍ​ໄດ້​ມາ​ຢືນ​ຢູ່​ຫນ້າ​ປະ​ຕູ​ບ້ານ

18 ຮ້ອງ​ຖາມ​ວ່າ, “ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ​ພັກ​ຢູ່​ຫັ້ນ​ຫລືບໍ?”

19 ຂ​ນະ​ທີ່​ເປ​ໂຕ​ກຳ​ລັງ​ຄຶດ​ຕຶກ​ຕອງ​ເຖິງ​ນິ​ມິດ​ນັ້ນ ພຣະ​ວິນ​ຍານ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ເບ​ິ່ງ​ແມ໋, ມີ​ພວກ​ຊາຍ (ສອງ​ຄົນ) ມາ​ຖາມ​ຫາ​ທ່ານ

20 ຈົ່ງ​ລຸກ​ຂຶ້ນ​ລົງ​ໄປ​ຂ້າງ​ລຸ່ມ​ແລ້ວ​ໄປ​ກັບ​ເຂົາ ຢ່າ​ລັ່ງ​ເລ​ໃຈ ເພາະ​ເຮົາ​ນີ້​ແຫລະ, ໄດ້​ໃຊ້​ເຂົາ​ມາ​ຫາ”

21 ເປ​ໂຕ​ຈຶ່ງ​ລົງ​ໄປ​ຫາ​ຄົນ​ເຫລົ່າ​ນັ້ນ​ແລະ​ບອກ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ແມ່ນ​ຜູ້​ທີ່​ພວກ​ທ່ານ​ກຳ​ລັງຊອ​ກ​ຫາ​ນັ້ນ ທ່ານ​ມາ​ມີ​ທຸ​ຣະ​ອັນ​ໃດ”

22 ເຂົາ​ຈຶ່ງ​ຕອບ​ວ່າ, “ນາຍ​ຮ້ອຍ​ໂກ​ເນ​ລີ​ໂອ​ເປັນ​ຄົນ​ສັດ​ຊື່ ແລະ​ຢໍາ​ເກງ​ພຣະ​ເຈົ້າ ທັງ​ເປັນ​ຜູ້​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ບັນ​ດາ​ຊາວ​ຢິວ ທ່ານ​ຜູ້​ນັ້ນ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ເທ​ວະ​ດາ​ບໍ​ຣິ​ສຸດ​ຕົນ​ນຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ຍັງ​ເຮືອນ​ຂອງ​ຕົນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍ​ຄຳ​ຈາກ​ທ່ານ”

23 ເປ​ໂຕ​ຈຶ່ງ​ເຊີນ​ເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ ຕົກ​ມື້​ຫນ້າ​ມາ​ທ່ານ​ໄດ້​ລຸກ​ຂຶ້ນ​ອອກ​ໄປ​ກັບ​ເຂົາ ແລະ​ພີ່​ນ້ອງ​ລາງ​ຄົນ​ທີ່​ເມືອງ​ຢົບ​ປາ​ກໍ​ໄປ​ນຳ

24 ວັນ​ຕໍ່​ມາ​ທ່ານ​ໄດ້​ມາ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ ຝ່າຍ​ໂກ​ເນ​ລີ​ໂອ​ກຳ​ລັງ​ຄອຍຕ້ອນ​ຣັບ​ຢູ່ ໂດຍ​ໄດ້​ເຊີນ​ເອົາ​ພວກ​ພີ່​ນ້ອງ​ແລະ​ມິດ​ສະ​ຫາຍ​ຂອງ​ຕົນ​ໃຫ້​ມາ​ປະ​ຊຸມ​ກັນ​ຢູ່​ແລ້ວ

25 ເມື່ອ​ເປ​ໂຕ​ເຂົ້າ​ໄປ​ໂກ​ເນ​ລີ​ໂອ​ກໍ​ມາ​ຕ້ອນ​ຮັບ ແລະ​ຫມູບ​ລົງ​ທີ່​ຕີນ​ຂາບ​ໄຫວ້​ທ່ານ

26 ແຕ່​ເປ​ໂຕ​ໄດ້​ດຶງ​ໃຫ້​ໂກ​ເນ​ລີ​ໂອ​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ ຝ່າຍເຮົາ​ກໍ​ເປັນ​ແຕ່​ມະ​ນຸດ​ເຫມືອນ​ກັນ”

27 ເມື່ອ​ກຳ​ລັງ​ສົນ​ທະ​ນາ​ກັນ​ຢູ່​ເປ​ໂຕ​ກໍ​ເຂົ້າ​ໄປ ແລະ​ເຫັນ​ມີ​ຫລາຍ​ຄົນ​ຊຸມ​ນຸມ​ກັນ​ຢູ່

28 ທ່ານ​ໄດ້​ກ່າວ​ກັບ​ຄົນ​ເຫລົ່າ​ນັ້ນ​ວ່າ, “ທ່ານ​ທັງ​ຫລາຍ​ຊາບ​ດີ​ແລ້ວ​ວ່າ ທີ່​ຄົນ​ຊາວ​ຢິວ​ຈະ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ກັບ​ຄົນ​ຕ່າງ​ຊາດ ຫລື​ເຂົ້າ​ຫາ​ເຂົາ​ກໍ​ເປັນ​ການ​ຕ້ອງ​ຫ້າມ ແຕ່​ຝ່າຍ​ເຮົາ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງວ່າ ບໍ່​ຄວນ​ຖື​ຄົນ​ນຶ່ງ​ຄົນ​ໃດ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ​ຫລື​ບໍ່​ສະ​ອາດ

29 ດັ່ງ​ນັ້ນ ເມື່ອ​ພວກ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ເຊີນ​ເຮົາ ເຮົາ​ກໍ​ມາ​ໂດຍ​ບໍ່​ຂັດ ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຂໍ​ຖາມ​ພວກ​ທ່ານ​ວ່າ ເປັນ​ດ້ວຍ​ປະ​ການ​ໃດ​ທ່ານ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຫາ​ເຮົາ”

30 ໂກ​ເນ​ລີ​ໂອ​ໄດ້​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ຂ້າ​ນ້ອຍ​ກຳ​ລັງ​ໄຫວ້ວອນ​ຢູ່​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ​ປະ​ມານ​ເວ​ລາ​ນີ້ ຄື​ເວ​ລາ​ເກົ້າ​ໂມງ ດັ່ງ​ນີ້​ມີ​ຊາຍ​ຜູ້​ນຶ່ງ​ນຸ່ງ​ເຄື່ອງ​ເຫລື້ອມ​ໃສ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ

31 ແລ້ວ​ເວົ້າ​ວ່າ, “ໂກ​ເນ​ລີ​ໂອ​ເອີຍ, ຄຳ​ໄຫວ້ວອນຂອງ​ທ່ານ ພຣະ​ເຈົ້າ​ຊົງ​ສະ​ດັບ​ຟັງ ແລະ​ການ​ໃຫ້​ທານ​ຂອງ​ທ່ານ​ກໍ​ເປັນ​ເຫດ​ໃຫ້​ພຣະ​ເຈົ້າ​ຊົງ​ລະ​ນຶກ​ເຖິງ

32 ເຫດ​ສັນ​ນັ້ນ​ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນ​ເອົາ​ຊີ​ໂມນ​ຜູ້​ຊື່​ວ່າ​ເປ​ໂຕ​ມາ ທ່ານ​ເປັນ​ແຂກ​ອາ​ໄສ​ຢູ່​ໃນ​ເຮືອນ​ຂອງ​ຊີ​ໂມນ​ຊ່າງ​ຟອກ​ຫນັງ​ຢູ່​ແຄມ​ທະ​ເລ”

33 ໃນ​ທັນ​ທີ​ນັ້ນ​ຂ້າ​ນ້ອຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ທ່ານ ທີ່​ທ່ານ​ໄດ້​ກະ​ຣຸ​ນາ​ກໍ​ເປັນ​ການ​ດີ​ແທ້ ບັດ​ນີ້​ຂ້າ​ນ້ອຍ​ທັງ​ຫລາຍ​ຢູ່​ພ້ອມ​ກັນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເພື່ອ​ຈະ​ຟັງ​ສິ່ງ​ສາ​ຣະ​ພັດ​ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ໄວ້​ແກ່​ທ່ານ”

34 ສ່ວນ​ເປ​ໂຕ​ຈຶ່ງ​ອອກ​ປາກວ່າ, “ຂ້າ​ພະ​ເຈົ້າ​ສັງ​ເກດ​ຮູ້​ຄັກ​ແນ່​ວ່າ ພຣະ​ເຈົ້າ​ບໍ່​ຊົງ​ເລືອກ​ຫນ້າ​ຜູ້​ໃດ

35 ແຕ່​ໃນ​ທຸກ​ຊາດ​ຜູ້​ໃດ​ທີ່​ຢຳ​ເກງ​ພຣະ​ອົງ​ແລະ​ປະ​ຕິ​ບັດ​ຖືກ​ຕາມ​ສິນ​ທັມ​ກໍ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ອົງ

36 ເຣື່ອງ​ທີ່​ພຣະ​ອົງ​ໄດ້​ຊົງ​ສົ່ງ​ມາ​ໃຫ້​ພວກ​ອິ​ສ​ຣາ​ເອນ ໂດຍ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ສັນ​ຕິ​ສຸກ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ (ຜູ້​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ມະ​ນຸ​ສ​ໂລກ)

37 ເຣື່ອງ​ນັ້ນ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ແລ້ວ ຄື​ເຣື່ອງ​ທີ່​ເກີດ​ມີ​ມາ​ຕັ້ງ​ຕົ້ນ​ແຕ່​ແຂວງ​ຄາ​ລີ​ເລ​ໄປ​ຈົນ​ຕລອດ​ທົ່ວ​ແຂວງ​ຢູ​ດາຍ ເມື່ອ​ພາຍຫລັງ​ບັບ​ຕິ​ສະ​ມາ​ທີ່​ໂຢ​ຮັນ​ໄດ້​ປະ​ກາດ​ນັ້ນ

38 ຄື​ເຣື່ອງ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຫົດ​ສົງ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ດ້ວຍ​ຣິດ​ທາ​ນຸ​ພາບ ພຣະ​ອົງ​ຈຶ່ງ​ສະ​ເດັດ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ ແລະ​ຊົງ​ໂຜດ​ບັນ​ດາ​ຜູ້​ຖືກ​ມານ​ບຽດ​ບຽນ​ໃຫ້​ດີ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ

39 ຝ່າຍ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຍານ ເຖິງ​ການ​ທັງ​ປ​ວງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃນ​ບ້ານ​ເມືອງ​ຂອງ​ຊາວ​ຢິວ​ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ນັ້ນ​ເຂົາ​ໄດ້​ຂ້າ​ເສັຽດ້ວຍ​ແຂວນ​ໄວ້​ທີ່​ເສົາ​ໄມ້

40 ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃນ​ວັນ​ຖ້ວນ​ສາມ ແລະ​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ປາ​ກົດ​ແຈ້ງ

41 ບໍ່​ໄດ້​ຊົງ​ໃຫ້​ປາ​ກົດ​ແກ່​ພົ​ລ​ເມືອງ​ທົ່ວ​ໄປ ແຕ່​ຊົງ​ປາ​ກົດ​ແກ່​ພວກ​ພຍານ​ຊຶ່ງ​ພຣະ​ເຈົ້າ​ຊົງ​ກຳ​ນົດ​ໄວ້​ລ່ວງ​ຫນ້າ ຄື​ຊົງ​ປາ​ກົດ​ແກ່​ພວກ​ຂ້າ​ພະ​ເຈົ້າ ຜູ້​ໄດ້​ກິນ​ແລະ​ດື່ມ​ດ້ວຍ​ກັນ​ກັບ​ພຣະ​ອົງ​ພາຍ​ຫລັງ​ທີ່​ພຣະ​ອົງ​ໄດ້​ຊົງ​ຄືນ​ພຣະ​ຊົນ

42 ພຣະ​ອົງ​ຊົງ​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ປະ​ກາດ​ແກ່​ພົ​ລເມືອງ ແລະ​ໃຫ້​ເປັນ​ພຍານ​ວ່າ ແມ່ນ​ພຣະ​ອົງ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ໃຫ້​ເປັນຜູ້​ພິ​ພາກ​ສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ

43 ແມ່ນ​ເຖິງ​ເຣື່ອງ​ພຣະ​ອົງ​ນີ້​ແຫລະ​, ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ​ໄດ້​ເປັນ​ພຍານ​ວ່າ ທຸກໆ​ຄົນ​ທີ່​ເຊື່ອ​ວາງ​ໃຈ​ໃນ​ພຣະ​ອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ຍົກ​ຜິດ​ບາບ ເພາະ​ພຣະ​ນາມ​ຂອງ​ພຣະ​ອົງ

44 ຂ​ນະ​ທີ່​ເປ​ໂຕ​ຍັງ​ກ່າວ​ດັ່ງ​ນີ້​ຢູ່ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ຄົນ​ທັງ​ປວງ​ທີ່​ກຳ​ລັງ​ຟັງ​ພຣະ​ທັມ​ນັ້ນ

45 ສ່ວນ​ພວກ​ລູກສິດທີ່​ເປັນ​ຝ່າຍ​ພິ​ທີ​ຕັດ ທີ່​ໄດ້​ມາ​ກັບ​ເປ​ໂຕ​ກໍ​ງຶດ​ງໍ້​ອັສຈັນ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ໃຫ້​ລົງ​ມາ​ເທິງ​ຄົນ​ຕ່າງ​ຊາດ​ເຫມືອນ​ກັນ

46 ເພາະ​ວ່າ​ເຂົາ​ໄດ້​ຍິນ​ຄົນ​ເຫລົ່າ​ນັ້ນ​ປາກ​ພາ​ສາ​ແປກໆ ແລະ​ຍົກ​ຍໍ​ສໍ​ຣະ​ເສີນ​ພຣະ​ເຈົ້າ

47 ຝ່າຍ​ເປ​ໂຕ​ໄດ້ກ່າວ​ວ່າ, “ຄົນ​ເຫລົ່າ​ນີ້​ໄດ້​ຣັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຢ່າງ​ດຽວ​ກັນ​ກັບ​ພວກ​ເຮົາ ສັນ​ນັ້ນ​ບໍ່​ມີ​ໃຜ​ຕີ້ ຈະ​ຫ້າມ​ເຂົາ​ບໍ່​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ”

48 ເປ​ໂຕ​ຈຶ່ງ​ສັ່ງ​ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ​ເຂົາ​ຍັງ​ໄດ້​ຂໍ​ໃຫ້​ທ່ານ​ພັກ​ຢູ່​ກັບ​ເຂົາ​ອີກ​ສອງ​ສາມ​ວັນ



11

1 ອັນ​ນຶ່ງ​ພວກ​ອັ​ຄ​ສາ​ວົກ​ແລະ​ພີ່​ນ້ອງ​ທັງ​ຫລາຍ​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ ໄດ້​ຊາບ​ຂ່າ​ວວ່າ​ພວກ​ຕ່າງ​ຊາດ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ເຫມືອນ​ກັນ

2 ດັ່ງ​ນັ້ນ​ເມື່ອ​ເປ​ໂຕ​ໄດ້​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ພວກ​ທີ່​ເປັນ​ຝ່າຍ​ພິ​ທີ​ຕັດ​ຈຶ່ງ​ຕິ​ຕຽນ​ທ່ານ

3 ໂດຍ​ກ່າວ​ວ່າ, “ທ່ານ​ໄດ້​ເຂົ້າ​ໄປ​ຫາ​ຄົນ​ພວກ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ແລ້ວ​ຮັບ​ປະ​ທານ​ອາ​ຫານ​ກັບ​ເຂົາ”

4 ແຕ່​ເປ​ໂຕ​ໄດ້​ຕັ້ງ​ຕົ້ນ​ອະ​ທິ​ບາຍໃຫ້​ເຂົາ​ຟັງ​ເປັນ​ລຳ​ດັບ​ມາ​ວ່າ,

5 “ຝ່າຍ​ຂ້າ​ພະ​ເຈົ້າ​ເມື່ອ​ຢູ່​ເມືອງ​ຢົບ​ປາ​ກຳ​ລັງ​ໄຫວ້ວອນ​ຢູ່ ກໍ​ລືມ​ຄີງ​ໄປ​ແລະ​ໄດ້​ເຫັນ​ນິ​ມິດ ມີ​ສິ່ງ​ນຶ່ງ​ກຳ​ລັງ​ລົງມາ​ເຫມືອນ​ຜ້າ​ຜືນ​ໃຫຍ່​ຜູກ​ໄວ້​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ

6 ເມື່ອ​ຂ້າ​ພະ​ເຈົ້າເພ່ງ​ເບິ່ງ​ກໍ​ສັງ​ເກດ​ເຫັນ​ສັດ​ສີ່​ຕີນ​ຂອງ​ແຜ່​ນດິນ​ໂລກ ກັບ​ສັດ​ປ່າ ສັດ​ໄຕ່​ສັດ​ຄານ ແລະ​ນົກ​ທີ່​ບິນ​ໃນ​ອາ​ກາດ

7 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເປ​ໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ​ແລະ​ຂ້າ​ກິນ​ເສັຽ”

8 ແຕ່​ຂ້າ​ພະ​ເຈົ້າ​ໄດ້​ທູ​ນວ່າ, “ບໍ່​ໄດ້​ແທ້ ພຣະ​ອົງ​ເຈົ້າ​ເອີຍ ດ້ວຍ​ວ່າ​ສິ່ງ​ຊຶ່ງ​ເປັນ​ຂອງ​ຕ້ອງ​ຫ້າມ ຫລື​ສິ່ງ​ຂອງ​ທີ່​ບໍ່​ທັນ​ຊຳ​ຮະ​ໃຫ້​ສະ​ອາດ ບໍ່​ໄດ້​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້າ​ພຣະ​ອົງ​ຈັກ​ເທື່ອ”

9 ແຕ່​ມີ​ພຣະ​ສຸ​ຣະ​ສຽງ​ຕອບ​ຈາກ​ຟ້າ​ເທື່ອ​ທີ່​ສອງວ່າ, “ສິ່ງ​ທີ່​ພຣະ​ເຈົ້າ​ຊົງຊໍາ​ຮະ​ແລ້ວ ຝ່າຍ​ທ່ານ​ຢ່າ​ຖື​ເປັນ​ຂອງ​ຕ້ອງ​ຫ້າມ”

10 ການ​ນັ້ນ​ເກີດ​ມາ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງ​ຫມົດ​ກໍ​ຖືກ​ຮັບ​ຄືນ​ເມືອ​ຟ້າ​ອີກ

11 ເບິ່ງ​ແມ໋, ໃນ​ທັນ​ໃດ​ນັ້ນ​ມີ​ຊາຍ​ສາມ​ຄົນ​ມາຢືນ​ຢູ່​ຫນ້າ​ຕຶກ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຢູ່​ນັ້ນ ຮັບ​ໃຊ້​ມາ​ຈາກ​ເມືອງ​ກາຍ​ຊາ​ເຣັຽມາ​ຫາ​ຂ້າ​ພະ​ເຈົ້າ

12 ແລ້ວ​ພຣະ​ວິນ​ຍານ​ໄດ້​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ກັບ​ເຂົາ​ໂດຍ​ບໍ່ລັ່ງ​ເລ​ໃຈ ແລະ​ພີ່​ນ້ອງ​ທັງ​ຫົກ​ຄົນ​ນີ້​ໄດ້​ໄປ​ກັບ​ຂ້າ​ພະ​ເຈົ້າ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ທ່ານ​ຜູ້​ນັ້ນ

13 ຜູ້​ນັ້ນ​ໄດ້​ເລົ່າ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຟັງ​ວ່າ ທ່ານ​ໄດ້​ເຫັນ​ເທ​ວະ​ດາ​ຕົນ​ນຶ່ງ​ຢືນ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ສັ່ງ​ວ່າ, “ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນ​ເອົາ​ຊີ​ໂມນຜູ້​ມີ​ຊື່​ວ່າ​ເປ​ໂຕ​ມາ

14 ເປ​ໂຕ​ນັ້ນ​ຈະ​ກ່າວ​ໃຫ້​ທ່ານ​ຟັງ​ເປັນ​ຖ້ອຍ​ຄຳ ຊຶ່ງ​ຈະ​ໃຫ້​ທ່ານ​ທັງ​ຄອບ​ຄົວ​ໄດ້​ລອດ​ພົ້ນ”

15 ເມື່ອ​ຂ້າ​ພະ​ເຈົ້າ​ຕັ້ງ​ຕົ້ນ​ກ່າວ​ຂໍ້​ຄວາມ​ນັ້ນ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ກໍ​ສະ​ເດັດ​ລົງ​ມາ​ເທິງ​ເຂົາ ເຫມືອນ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ພວກ​ເຮົາ​ໃນ​ຕອນ​ຕົ້ນ​ນັ້ນ

16 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ລະ​ນຶກ​ເຖິງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ກ່າວ​ໄວ້​ວ່າ, “ໂຢ​ຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່​ຝ່າຍ​ທ່ານທັງ​ຫລາຍ​ຈະ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

17 ເຫດ​ສັນ​ນັ້ນ​ຖ້າພຣະ​ເຈົ້າ​ໄດ້​ຊົງ​ໂຜດ ໃຫ້​ເຂົາ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ​ອັນ​ດຽວ​ກັນ​ກັບ​ພວກ​ເຮົາ ເມື່ອ​ພວກ​ເຮົາ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຝ່າຍ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ໃດ​ທີ່​ຈະ​ສາ​ມາດ​ຂັດ​ຂວາງ​ພຣະ​ເຈົ້າ​ໄດ້”

18 ສ່ວນ​ເຂົາ​ໄດ້​ຍິນ​ຖ້ອຍ​ຄຳ​ນັ້ນ​ກໍ​ພາ​ກັນ​ອ່ອນຍອມ​ແລ້ວ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, “ຖ້າ​ເປັນ​ດັ່ງ​ນັ້ນ​ກໍ​ແມ່ນ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ຄົນ​ຕ່າງ ໃຫ້​ຖິ້ມ​ໃຈເກົ່າ​ແລະ​ເອົາ​ໃຈ​ໃຫມ່​ເພື່ອ​ເຂົາ​ຈະ​ໄດ້​ຊີ​ວິດ​ເຫມືອນ​ກັນ”

19 ຝ່າຍ​ຄົນ​ທັງ​ຫລາຍທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເພາະ​ການ​ທຸກ​ລຳ​ບາກ​ເນື່ອງ​ຈາກ​ຊະ​ເຕ​ຟາ​ໂນ ກໍ​ພາ​ກັນ​ໄປ​ຍັງ​ເມືອງຟອຍ​ນີ​ເກ ເກາະ​ໄຊ​ປ​ຣັ​ສ ແລະ​ເມືອງ​ອັນ​ຕິ​ໂອກ ເຂົາ​ບໍ່​ໄດ້​ກ່າວ​ພຣະ​ທັມ​ແກ່​ຜູ້ໃດ​ນອກ​ຈາກ​ພວກ​ຢິວ​ຝ່າຍ​ດຽວ

20 ແຕ່​ໃນ​ພວກ​ເຂົາ​ມີ​ບາງ​ຄົນ​ເປັນ​ຊາວ​ໄຊ​ປ​ຣັ​ສ​ ແລະ​ຊາວ​ກີ​ເຣ​ເນ ເມື່ອ​ມາ​ເຖິງ​ເມືອງ​ອັນ​ຕິ​ໂອກ​ນັ້ນ​ກໍ​ໄດ້​ກ່າວ​ກັບ​ຊາວກ​ຣີກ​ເຫມືອນ​ກັນ ໂດຍ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດເຣື່ອງ​ພຣະ​ເຢ​ຊູ​ເຈົ້າ

21 ແລະ​ຣິດ​ອຳ​ນາດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ກັບ​ເຂົາ ຄົນ​ເປັນ​ຈຳ​ນວນ​ຫລາຍ​ທີ່​ເຊື່ອ​ກໍ​ໄດ້​ກັບ​ໃຈ​ຕ່າວ​ຄືນ​ມາ​ຫາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

22 ຂ່າວ​ນັ້ນ​ກໍ​ໄດ້​ເລົ່າ​ລື​ໄປ​ເຖິງ​ຫູ​ຄ​ຣິ​ສ​ຕະ​ຈັກ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ເຂົາ​ຈຶ່ງ​ໃຊ້​ບາ​ຣ໌​ນາ​ບັ​ສ​ໄປ​ຍັງ​ເມືອງ​ອັນ​ຕິ​ໂອກ

23 ເມື່ອ​ທ່ານ​ໄດ້​ມາ​ເຖິງ​ແລ້ວ​ກໍ​ໄດ້​ເຫັນ​ພຣະຄຸນ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ ກໍ​ປິ​ຕິຍິນ​ດີ​ຈຶ່ງ​ໄດ້​ຕັກ​ເຕືອນ​ຄົນ​ເຫລົ່າ​ນັ້ນ ໃຫ້​ຕັ້ງ​ໃຈ​ຫມັ້ນ​ຄົງ​ຕິດ​ສ​ນິດ​ຢູ່​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

24 ເພາະ​ທ່ານ​ຜູ້​ນີ້​ເປັນ​ຄົນ​ດີ ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ຄວາມ​ເຊື່ອ ແລະ​ມີ​ຄົນ​ຈຳ​ນວນ​ຫລາ​ຍສົມ​ຄວນ​ໄດ້​ເພີ້ມ​ເຕີມ​ເຂົ້າ​ມາ​ຢູ່​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

25 ຝ່າຍ​ບາຣະນາ​ບາ​ຈຶ່ງ​ໄປ​ເມືອງ​ຕາ​ໂຊ​ເພື່ອ​ຊອກ​ຫາ​ໂຊ​ໂລ ເມື່ອ​ພົບ​ແລ້ວ​ກໍ​ພາ​ມາ​ຍັງ​ເມືອງ​ອັນ​ຕິ​ໂອກ

26 ທ່ານ​ທັງ​ສອງ​ໄດ້​ເຄີຍ​ປະ​ຊຸມ​ກັນ​ກັບ​ຄຣິ​ສ​ຕະ​ຈັກ​ຕລອດ​ປີ​ນຶ່ງ ຈຶ່ງ​ໄດ້​ສັ່ງ​ສອນ​ຫລາຍ​ຄົນ​ສົມ​ຄວນ ໃນ​ເມືອງ​ອັນ​ຕິ​ໂອກ​ນີ້​ພວກ​ລູກ​ສິດ​ໄດ້​ຖືກ​ເອີ້ນ​ວ່າ​ຄ​ຣິ​ສ​ຕຽນ​ເປັນ​ເທື່ອ​ທຳ​ອິດ

27 ຄາວ​ນັ້ນ​ມີ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ລົງ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ມາ​ຍັງ​ເມືອງ​ອັນ​ຕິ​ໂອກ

28 ມີ​ຜູ້​ນຶ່ງ​ໃນ​ພວກ​ນັ້ນ​ຊື່ ອາ​ຄະ​ໂບ ໄດ້​ຢືນ​ຂຶ້ນ​ສະ​ແດງ​ໂດຍ​ພຣະ​ວິນ​ຍານ​ວ່າ ໃກ້​ຈະ​ບັງ​ເກີດ​ການ​ອຶ​ດຢາກ​ຢ່າງ​ໃຫຍ່​ທົ່ວ​ແຜ່ນ​ດິນ​ໂລກ ການ​ອຶດ​ຢາກ​ນັ້ນ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຣັ​ຊ​ສະ​ໄຫມ​ຈັກ​ກະ​ພັດ​ກ​ລາວ​ດີ​ໂອ

29 ສ່ວນ​ພວກ​ສິດ​ທຸກ​ຄົນ​ມີ​ເຈ​ຕະ​ນາ​ບໍ​ຣິ​ຈາກ​ຕາມ​ກຳ​ລັງ ຝາກ​ໄປ​ຊ່ອຍ​ບັນ​ເທົາ​ທຸກ​ພວກ​ພີ່​ນ້ອງ​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ

30 ເຂົາ​ໄດ້​ເຮັດ​ດັ່ງ​ນັ້ນ ແລະ​ໄດ້​ໃຫ້​ບາ​ຣະນາ​ບາກັບ​ໂຊ​ໂລ​ນຳ​ໄປ​ໃຫ້​ພວກ​ເຖົ້າ​ແກ່



12

1 ໃນ​ລະ​ຫວ່າງ​ນັ້ນ​ກະ​ສັດ​ເຮ​ໂຣດ​ໄດ້​ຢຽດ​ພຣະ​ຫັດ​ອອກ​ທຳ​ຮ້າຍ​ລາງ​ຄົນ​ໃນ​ຄຣິ​ສ​ຕະ​ຈັກ

2 ທ່ານ​ໄດ້​ຂ້າ​ຢາ​ໂກ​ໂບ​ອ້າຍ​ຂອ​ງໂຢ​ຮັນ​ດ້ວຍ​ດາບ

3 ເມື່ອ​ທ່ານ​ເຫັນ​ວ່າ​ການ​ນີ້​ເປັນ​ທີ່​ຊອບ​ໃຈ​ພວກ​ຢິວ ທ່ານ​ກໍ​ເລີຍ​ຈັບ​ເປ​ໂຕ​ເຫມືອນ​ກັນ (ຄາວ​ນັ້ນ​ແມ່ນ​ເທ​ສ​ການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ)

4 ເມື່ອ​ຈັບ​ເປ​ໂຕ​ແລ້ວ​ກໍ​ຂັງ​ຄຸກ​ໄວ້ ມອບ​ໃຫ້​ທະ​ຫານ​ສີ່​ຫມູ່ ຫມູ່​ລະ​ສີ່​ຄົນ ຄຸມ​ຮັກ​ສາ​ຢູ່​ໃນ ໂດຍ​ຫມາຍ​ໃຈ​ວ່າ ເມື່ອ​ສິ້​ນ​ເທ​ສ​ການ​ປັ​ສ​ຄາ​ແລ້ວ​ຈະ​ໄດ້​ນຳ​ອອກ​ໃຫ້​ພົ​ລ​ເມືອງ

5 ເຫດ​ສັນ​ນັ້ນ ເປ​ໂຕ​ຈຶ່ງ​ຖືກ​ຂັງ​ຄຸກ​ຢູ່ ແຕ່​ຝ່າຍ​ຄ​ຣິ​ສ​ຕະ​ຈັກ​ໄດ້​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ເພື່ອ​ທ່ານ​ດ້ວຍ​ໃຈ​ຮ້ອນ​ຮົນ

6 ໃນ​ກາງ​ຄືນ​ນັ້ນ​ກ່ອນ​ວັນ​ທີ່​ກະ​ສັດ​ເຮ​ໂຣດ​ຈະ​ນຳເປ​ໂຕ​ອອກ​ມາ ເປ​ໂຕ​ກໍ​ນອນ​ຫລັບ​ຢູ່ຫວ່າງ​ກາງ​ທະ​ຫານ​ສອງ​ຄົນ ມີ​ໂສ້​ສອງ​ເສັ້ນ​ລ່າມ​ໄວ້ ແລະ​ຕໍ່​ຫນ້າ​ປະ​ຕູ​ມີ​ທະ​ຫານຍາມ​ເຝົ້າ​ຄຸກ​ຢູ່

7 ເບິ່ງ​ແມ໋, ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ຢືນ​ຢູ່ ແລະ​ມີ​ແສງ​ສວ່າງ​ເຂົ້າ​ໃນ​ຫ້ອ​ງຄຸກ ເທວະ​ດາ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປ​ໂຕ​ໃຫ້​ຕື່ນ​ແລ້ວເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ” ແລະ​ໂສ້​ກໍ​ໄດ້​ຫລຸດ​ອອກ​ຈາກ​ມື​ຂອງ​ທ່ານ

8 ເທວະ​ດາ​ຈຶ່ງບອກ​ເປ​ໂຕວ່າ, “ຈົ່ງ​ຮັດ​ແອວ​ແລະ​ໃສ່​ເກີບ” ແລະ​ເປ​ໂຕ​ກໍ​ເຮັດ​ຕາມ ເທວະ​ດາ​ຈຶ່ງບອກ​ອີກວ່າ, “ຈົ່ງ​ຫົ່ມ​ເສື້ອ​ແລະ​ຕາມ​ເຮົາ​ໄປ”

9 ທ່ານ​ຈຶ່ງ​ຕາມອອກ​ໄປ ແລະ​ບໍ່​ຮູ້​ວ່າ​ການ​ທີ່​ເທວະ​ດາ​ເຮັດ​ນັ້ນ​ເປັນ​ຄວາມ​ຈິງ ແຕ່​ຄຶດ​ວ່າ​ຕົນ​ກຳ​ລັງ​ເຫັນ​ນິ​ມິດ

10 ເມື່ອ​ໄດ້​ອອກ​ໄປ​ພົ້ນ​ທະ​ຫານ​ຍາມ​ຊັ້ນ​ທີ່​ນຶ່ງ​ແລະ​ທີ່​ສອງ​ແລ້ວ ເຂົາ​ກໍ​ມາ​ເຖິງ​ປະ​ຕູ​ເຫລັກ​ທີ່​ເຂົ້າ​ໄປ​ໃນ​ເມືອງ ປະ​ຕູ​ນັ້ນ​ກໍ​ໄຂ​ເອງ​ໃຫ້​ເຂົາ ເຂົາ​ຈຶ່ງ​ອອກ​ຍ່າງ​ຕາມ​ຖ​ນົນ​ເສັ້ນ​ນຶ່ງ ແລະ​ໃນ​ທັນ​ໃດ​ນັ້ນ​ເທວະ​ດາ​ກໍ​ໄດ້​ຈາກ​ເປ​ໂຕ​ໄປ

11 ຄັນ​ເປ​ໂຕ​ຮູ້​ສຶກ​ຕົວ​ແລ້ວ​ຈຶ່ງ​ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຊ້​ເທວະ​ດາ​ຂອງ​ພຣະ​ອົງ ມາ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮ​ໂຣດ ແລະ​ພົ້ນ​ຈາ​ກການ​ມຸ່ງ​ຮ້າຍ​ຂອງ​ພວກ​ຢິວ”

12 ເມື່ອ​ເປ​ໂຕ​ຄຶ​ດດັ່ງ​ນີ້​ແລ້ວ​ກໍ​ໄປ​ເຖິງ​ເຮືອນ​ຂອງ​ມາ​ຣິ​ອາ​ແມ່​ຂອງ​ໂຢ​ຮັນ ຜູ້​ມີ​ຊື່​ອີກວ່າ​ ມາ​ຣະ​ໂກ ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ຊຸມ​ນຸມ​ກັນ​ອ້ອນວອນ​ຢູ່

13 ເມື່ອ​ເປ​ໂຕ​ເຄາະ​ປະ​ຕູ​ເຮືອນ ມີ​ຍິງ​ຄົນ​ໃຊ້​ຊື່ ໂຣ​ດາ​ໄດ້​ມາ​ຟັງ

14 ເມື່ອ​ຈື່​ໄດ້​ວ່າ​ເປັນ​ສຽງ​ຂອງ​ເປ​ໂຕ ຍິງ​ນັ້ນກໍຍັງ​ບໍ່​ໄຂ​ປະ​ຕູ​ໃຫ້​ເພາະ​ຄວາມ​ຍິນ​ດີ ແຕ່​ໄດ້​ແລ່ນ​ເຂົ້າ​ໄປ​ບອກ​ຂ່າວ​ວ່າ​ເປ​ໂຕ​ຢືນ​ຢູ່​ຫນ້າ​ປະ​ຕູ​ເຮືອນ

15 ເຂົາ​ໄດ້​ຕອ​ບວ່າ, “ມຶງ​ເປັນ​ບ້າ” ແຕ່​ຍິງ​ນັ້ນ​ຢືນ​ຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້ ແລ້ວ​ເຂົາ​ຈຶ່ງວ່າ, “ຈະ​ແມ່ນ​ເທວະ​ດາ​ປະ​ຈຳ​ຕົວ​ເປ​ໂຕ”

16 ແຕ່​ເປ​ໂຕ​ຍັງ​ເຄາະ​ປະ​ຕູ​ຢູ່ ເມື່ອ​ເຂົາ​ໄຂ​ແລ້ວ​ກໍ​ເຫັນ​ທ່ານ​ຈຶ່ງ​ງຶດ​ງໍ້​ອັສຈັນ​ໃຈ

17 ແຕ່​ເປ​ໂຕ​ໄດ້​ກວັກ​ມື​ໃຫ້​ເຂົາ​ມິດ ແລ້ວ​ໄດ້​ເລົ່າ​ໃຫ້​ເຂົາ​ຟັງ​ເຖິງ​ເຣື່ອງ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ພາກ​ຕົນ​ອອກ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ທ່ານ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເຣື່ອງ​ນີ້​ແກ່​ຢາ​ໂກ​ໂບ​ກັບ​ພວກ​ພີ່​ນ້ອງ​ໃຫ້​ຊາບ” ເປ​ໂຕ​ຈຶ່ງ​ອອກ​ໄປ​ບ່ອນ​ອື່ນ​ເສັຽ

18 ຄັນ​ຮຸ່ງ​ເຊົ້າ​ມາ​ກໍ​ເກີດ​ການ​ສັບສົນ​ວຸ້ນ​ວາຍ​ບໍ່​ນ້ອຍ​ໃນ​ຖ້າມກາງ​ພວກ​ທະ​ຫານ​ວ່າ, “ເກີດ​ເປັນ​ຢ່າງ​ໃດ​ຫນໍ​ກັບ​ເປ​ໂຕ”

19 ເມື່ອ​ເຮ​ໂຣດ​ຊອກ​ຫາ​ຕົວ​ເປ​ໂຕ​ບໍ່​ພົບ ຈຶ່ງ​ໄດ້​ໄຕ່​ຖາມ​ພວກ​ທະ​ຫານ​ຈຶ່ງ​ສັ່ງ​ໃຫ້​ເອົາ​ເຂົາ​ໄປ​ຂ້າ​ເສັຽ ແລ້ວ​ເຮ​ໂຣດ​ໄດ້​ຈາກ​ແຂວງ​ຢູ​ດາຍ​ລົງ​ໄປ​ອາ​ໄສ​ຢູ່​ເມືອງ​ກາຍ​ຊາ​ເຣັຽ

20 ອັນ​ນຶ່ງ​ເຮ​ໂຣດ​ມີ​ຄວາມ​ເຄືອງ​ຄຽດ​ຕໍ່​ຊາວ​ຕີ​ເຣ​ແລະ​ຊາວ​ຊີ​ໂດນ ແຕ່​ຊາວ​ເມືອງ​ນັ້ນ​ໄດ້​ພ້ອມ​ກັນ​ມາ​ເຝົ້າ​ທ່ານ ເມື່ອ​ເຂົາ​ຕິດ​ຕໍ່​ເອົາ​ໃຈ​ ລາ​ຊະ​ໂຕ​ກົມ​ມະ​ວັງ​ຂອງ​ກະ​ສັດ​ໄດ້​ແລ້ວ ເຂົາ​ກໍ​ພາ​ກັນ​ໄປ​ຂໍ​ເປັນ​ໄມ​ຕ​ຣີ​ກັບ​ກະ​ສັດ ເພາະ​ວ່າ​ເມືອງ​ຂອງ​ເຂົາ​ຕ້ອງ​ອາ​ໄສ​ອາ​ຫານ​ລ້ຽງ​ຊີບ​ຈາກ​ແຜ່ນ​ດິນ​ຂອງ​ກະ​ສັດ

21 ເມື່ອ​ເຖິງວັນ​ນັດ​ເຮ​ໂຣດ​ຊົງ​ເຄືອງ​ກະ​ສັດ ຈຶ່ງ​ປະ​ທັບ​ຣາ​ຊບັນ​ລັງ ແລ້ວ​ມີ​ພຣະ​ຣາ​ຊ​ດຳ​ຣັດ​ແກ່​ເຂົາ

22 ຝ່າຍ​ປະ​ຊາ​ຊົນ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເປັນ​ສຽງ​ຂອງ​ພຣະ ບໍ່​ແມ່ນ​ສຽງ​ມະ​ນຸດ”

23 ໃນ​ທັນ​ໃດ​ນັ້ນ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ດານ​ໃຫ້​ທ່ານ​ໄດ້​ເກີດ​ພ​ຍາດ​ຮ້າຍ​ເພາະ​ທ່ານ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ ແລ້ວ​ເກີດ​ມີ​ຕົວ​ຫນອນ​ກັດ​ກິນ​ຮ່າງ​ກາຍ​ຂອງ​ທ່ານ​ຈົນ​ສິ້ນ​ພຣະ​ຊົນ

24 ສ່ວນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ກໍ​ແຜ່​ຈະ​ເຣີນ​ທະ​ວີ​ຂຶ້ນ

25 ຝ່າຍ​ບາ​ຣະ​ນາ​ບາກັບ​ໂຊ​ໂລ ເມື່ອ​ສຳ​ເຣັດ​ການ​ປະ​ຕິ​ບັດ​ຂອງ​ຕົນ​ແລ້ວ ຈຶ່ງ​ໄດ້​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ກັບ​ເມືອ ພາ​ເອົາ​ໂຢ​ຮັນ​ຜູ້​ມີ​ຊື່​ອີກວ່າ ມາ​ຣະ​ໂກ​ໄປ​ນຳ



13

ຄາວ​ນັ້ນ​ໃນ​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່​ໃນ​ເມືອງ​ອັນ​ຕີ​ໂອ​ກ ມີ​ລາງ​ຄົນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ອາ​ຈານ ຄື​ບາ​ຣະນາ​ບາ ຊີ​ເມ​ໂອນ​ຜູ້​ເອີ້ນ​ວ່າ ນີ​ເຄັນ ກັ​ບ​ລູ​ກີ​ໂອໄທ​ເມືອງ​ກີ​ເຣ​ເນ ມາ​ນາ​ເອນ​ຜູ້​ເປັນ​ເພື່ອນ​ສ​ນິດ ກັບ​ເຮ​ໂຣດ​ຜູ້​ເປັນ​ເຈົ້າ​ເມືອງ ແລະ​ໂຊ​ໂລ

2 ເມື່ອ​ເຂົາ​ກຳ​ລັງ​ປະ​ຕິ​ບັດ​ນະ​ມັ​ສ​ການ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖື​ສິນ​ອົດ​ອາ​ຫານ​ຢູ່ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ສັ່ງ​ວ່າ, “ຈົ່ງ​ຄັດ​ເອົາ​ບາ​ຣະນາ​ບາ​ກັບ​ໂຊ​ໂລ​ຕັ້ງ​ໄວ້​ໃຫ້​ເຮົາ ສຳ​ລັບ​ການ​ທີ່​ເຮົາ​ເອີ້ນ​ໃຫ້​ເຂົາ​ເຮັດ​ນັ້ນ”

3 ເມື່ອ​ຖື​ສິນ​ອົດ​ອາ​ຫານ​ແລະ​ໄຫວ້ວອນ​ແລ້ວ ກໍ​ໄດ້​ວາງ​ມື​ໃສ່​ບາ​ຣ໌​ນາ​ບັ​ສ​ແລະ​ໂຊ​ໂລ ຈຶ່ງ​ໃຫ້​ເຂົາ​ອອກ​ໄປ

4 ເຫດ​ສັນ​ນັ້ນ​ທ່ານ​ທັງ​ສອງ​ຜູ້​ໄດ້​ຮັບ​ໃຊ້​ໄປ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກໍ​ໄດ້​ລົງ​ໄປ​ເຖິງ​ເມືອງ​ເຊ​ລູ​ເກັຽ ແລະ​ຈາກ​ທີ່​ນັ້ນ​ກໍ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ໄປ​ເຖິງ​ເກາະ​ໄຊ​ປ​ຣັ​ສ

5 ຄັນ​ມາ​ເຖິງ​ເມືອງ​ຊາ​ຣາ​ມິ​ສ​ແລ້ວ ທ່ານ​ທັງ​ສອງ​ໄດ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ ແລະ​ເຂົາ​ມີ​ໂຢ​ຮັນ​ເປັນ​ຜູ້​ປະ​ຕິ​ບັດ

6 ເມື່ອ​ໄດ້​ຜ່ານ​ຕລອດ​ທົ່ວ​ເກາະ​ນັ້ນ​ໄປ​ເຖິງ​ເມືອງ​ປາ​ໂຟ​​ແລ້ວ ກໍ​ໄດ້​ມາ​ພົບ​ຊາຍ​ຄົນ​ນຶ່ງ​ເປັນ​ຫມໍ​ເວດ​ມົນ ເປັນ​ຫມໍ​ທຳ​ນ​ວາຍ​ປອມ ເປັນ​ຄົນ​ຊາດ​ຢິວ​ຊື່ ບາ​ຣະ​ເຢ​ຊູ

7 ຄົນ​ນີ້​ຢູ່​ກັບ​ຜູ້​ປົກ​ຄອງ​ຊື່ ເຊ​ຄີ​ໂອ​ໂປ​ໂລ ເປັນ​ຜູ້​ສ​ລຽວ​ສ​ລາດ ທ່ານ​ຜູ້​ນັ້ນ​ໄດ້​ເອີ້ນ​ເອົາ​ບາ​ຣະ​ນາ​ບາ​ກັບ​ໂຊ​ໂລ ແລະ​ປາ​ຖ​ນາ​ຈະ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ

8 ແຕ່​ເອ​ລີ​ມາ​ຫມໍ​ເວດ​ມົນ​ນັ້ນ (ຊື່​ຂອງ​ທ່ານ​ມີ​ຄວາມ​ຫມາຍ​ດັ່ງ​ນັ້ນ) ໄດ້​ຕໍ່​ຕ້ານ​ບາ​ຣະນາ​ບາ​ແລະ​ໂຊ​ໂລ ໂດຍ​ພ​ຍາ​ຍາມ​ຈະ​ແຍກ​ຜູ້​ປົກ​ຄອງ​ນັ້ນ​ໃຫ້​ຫນີ​ຈາກ​ຄວາ​ມເຊ​ື່ອ

9 ແຕ່​ໂຊ​ໂລ​ຜູ້​ມີ​ຊື່​ອີກວ່າ ໂປ​ໂລ ເຕັມ​ໄປ​ດ້ວຍ​ພຣະ​ວິນຍານ​ບໍ​ຣິ​ສຸດ​ໄດ້​ເພ່ງ​ເບິ່ງ​ເອ​ລີ​ມາ

10 ແລ້ວ​ເວົ້າ​ວ່າ, “ໂອ ລູກ​ພ​ຍາ​ມານ​ເອີຍ, ຜູ້​ເປັນ​ສັດ​ຕ​ຣູ​ຂອງ​ບັນ​ດາ​ຄວາ​ມ​ຊອບ​ທັມ ຕົວ​ເຕັມ​ໄປ​ດ້ວຍ​ອຸບາຍ​ແລະ​ການ​ຊົ່ວ​ຊ້າ​ທຸກ​ຢ່າງ ຕົວ​ຈະ​ບໍ່​ເຊົາ​ພຍາ​ຍາມ​ເຮັດ​ຫົນທາງ​ຊື່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄົດ​ໂຄ້ງ​ໄປ​ຫລື

11 ເບິ່ງ​ແມ໋, ບັດ​ນີ້​ພຣະ​ຫັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ລົງ​ຢູ່​ເທິງ​ຕົວ ຕົ​ວ​ຈະ​ຕາ​ບອດ​ບໍ່​ເຫັນ​ຕາເວັນ​ຈົນ​ເຖິງ​ເວ​ລາ​ກຳ​ນົດ” ໃນ​ທັນ​ໃດ​ນັ້ນ​ຄວາມ​ມືດ​ມົວ​ໄດ້​ຕົກ​ໃສ່​ເອ​ລີ​ມັ​ສ ເອ​ລີ​ມັ​ສ​ກໍ​ຍ່າງ​ງົມ​ໄປ​ມາ​ຊອກ​ຫາ​ຄົນ​ເພື່ອ​ຈູງ​ມື​ຕົນ

12 ເມື່ອ​ຜູ້​ປົກ​ຄອງ​ໄດ້​ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ກໍ​ໄດ້​ເຊື່ອ ແລະ​ອັດສະຈັນ​ເພາະ​ໂອ​ວາດ​ຄຳ​ສອນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

ການ​ປະ​ກາດ​ທີ່​ເມືອງ​ອັນ​ຕິ​ໂອກ​ໃນ​ປີ​ຊີ​ເດັຽ

13 ຝ່າຍ​ໂປ​ໂລ​ກັບ​ພວກຂອງ​ທ່ານ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ຈາກເມືອງ​ຢາ​ໂຟ​ໄປ​ຍັງ​ເມືອງ​ເປກາ​ໃນ​ແຂວງ​ປາ​ຟີ​ເລັຽ ສ່ວນ​ໂຢ​ຮັນ​ໄດ້​ປະ​ເຂົາ​ໄວ້​ແລ້ວ​ກັບ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

14 ແຕ່​ພວກ​ນັ້ນ​ໄດ້​ເດີນ​ທາງ​ຕໍ່​ໄປ​ຈາກ​ເມືອງ​ເປ​ກາມາ​ເຖິງ​ເມືອງ​ອັນ​ຕິ​ໂອກ​ໃນ​ແຂວງ​ປີ​ຊີເດັຽ ແລະ​ໃນ​ວັນ​ສະ​ບາ​ໂຕ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ນັ່ງ​ລົງ

15 ເມື່ອ​ອ່ານ​ພຣະ​ບັນ​ຍັດ​ແລະ​ຫນັງ​ສື​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ແລ້ວ ພວ​ກ​ຜູ້​ປົກ​ຄອງ​ໂຮງ​ທັມ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາ​ຣະນາ​ບາ​ແລະ​ໂປ​ໂລ​ວ່າ, “ພີ​ນ້ອງ​ເອີຍ, ຖ້າ​ພວກ​ທ່ານ​ມີ​ຄຳ​ເຕືອນ​ສະ​ຕິ​ປະ​ການ​ໃດ​ສຳ​ລັບພົ​ລ​ເມືອງ ເຊີນ​ກ່າວ​ໄປ”

16 ຝ່າຍ​ໂປ​ໂລ​ໄດ້​ຢືນ​ຂຶ້ນກວັກ​ມື​ແລ້ວ​ກ່າວ​ວ່າ, “ພວກ​ທ່ານ​ທີ່​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ ແລະ​ທ່ານ​ທັງ​ຫລາຍ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ເອີຍ, ເຊີນຟັງ​ເທີນ,

17 ພຣະ​ເຈົ້າ​ຂອງ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ນີ້​ໄດ້​ຊົງ​ເລືອກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄວ້ ແລະ​ໄດ້​ໃຫ້​ເຂົາ​ຈະ​ເຣີນມີ​ກຽດ​ຂຶ້ນ ເມື່ອ​ຍັ​ງ​ເປັນ​ແຂກ​ເມືອງ​ຢູ່​ແຜ່ນ​ດິນ​ເອ​ຢິບ ແລ້ວ​ໄດ້​ຊົງ​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ນັ້ນ ດ້ວຍ​ພຣະ​ຫັດ​ອັນ​ຊົງ​ຣິດ​ອັນ​ສູງ

18 ແລ້ວ​ພຣະ​ເຈົ້າ​ໄດ້​ຊົງ​ອົດ​ທົນ​ຕໍ່​ການ​ປະ​ຕິ​ບັດ​ຂອງ​ເຂົາ​ໃນ​ປ່າ​ປະ​ມານ​ສີ່​ສິບ​ປີ

19 ເມື່ອ​ພຣະ​ອົງ​ໄດ້​ຊົງ​ລ້າງ​ຜານ​ຊົນ​ເຈັດ​ຊາດ​ໃນ​ແຜ່ນ​ດິນ​ການາ​ອານ ແລ້ວ​ກໍ​ຊົງຍົກ​ແຜ່​ນດິນ​ຂອງ​ຊາດ​ເຫລົ່າ​ນັ້ນ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ

20 ປະ​ມານ​ສີ່​ຣ້ອຍ​ຫ້າ​ສິບ​ປີ​ພາຍ​ຫລັງ​ນັ້ນ ພຣະ​ອົງ​ໄດ້​ຊົງ​ປະ​ທານ​ພວກ​ຜູ້​ຕັດ​ສີນ​ໃຫ້​ປົກ​ຄອງ​ເຂົາ ຈົນ​ເຖິງ​ຄາວ​ຂອງ​ຊາ​ມູ​ເອນ​ຜູ້​ປະ​ກາດ​ພຣະ​ທັມ

21 ຄາວ​ນັ້ນ​ເຂົາ​ໄດ້​ຂໍ​ໃຫ້​ມີ​ກະ​ສັດ ພຣະ​ເຈົ້າ​ຈຶ່ງ​ຊົງ​ປະ​ທາ​ນຊາ​ອູນ​ບຸ​ດຂອງ​ຄິ​ສ​ຈາກ​ຕະ​ກູນ​ເບັນ​ຢາ​ມິນ​ໃຫ້​ເປັນ​ກະ​ສັດ​ຂອງ​ເຂົາ​ຄົບ​ສີ່​ສິບ​ປີ

22 ເມື່ອ​ຊົງ​ຖອດ​ຊາ​ອູນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຕັ້ງ​ດາ​ວິດ​ຂຶ້ນ​ເປັນ​ກະ​ສັດ​ຂອງ​ເຂົາ ແລະ​ຊົງ​ເປັນ​ພຍານ​ກ່າວ​ເຖິງ​ເຣື່ອງ​ດາ​ວິດ​ນີ້​ວ່າ “ເຮົາ​ໄດ້​ພົບ​ດາ​ວິດ​ບຸດ​ຂອງ​ເຈ​ສ​ຊີ ເປັນ​ຄົນ​ທີ່​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ເຮົາ​ທຸກ​ປະ​ການ”

23 ພຣະ​ເຈົ້າ​ໄດ້​ຊົງ​ນຳ​ເອົາ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ ຄື​ພຣະ​ເຢ​ຊູ​ອອກ​ມາ​ຈາກ​ເຊື້ອ​ສາຍ​ຂອງ​ດາ​ວິດ​ນີ້ ໃຫ້​ແກ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ

24 ກ່ອນ​ທີ່​ພຣະ​ເຢ​ຊູ​ສະ​ເດັດ​ມາ​ປາ​ກົດ ໂຢ​ຮັນ​ໄດ້​ປະ​ກາດ​ບັບ​ຕິ​ສະ​ມາ​ອັນ​ກ່ຽວ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ໃຫ້​ແກ່​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ທົ່ວ​ໄປ

25 ເມື່ອ​ໂຢ​ຮັນ​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ຕົນ​ໃກ້​ຈະ​ສຳ​ເຣັດ ທ່ານ​ໄດ້​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ຄຶດ​ເຫັນ​ວ່າ​ເຮົາ​ຄື​ຜູ້​ໃດ ເຮົາ​ບໍ່​ແມ່ນ​ຕົນ​ນັ້ນ​ແທ້ ແຕ່ເບິ່ງ​ແມ໋, ພາຍ​ຫລັງ​ເຮົາ​ຈະ​ມີ​ຄົນ​ນຶ່ງ​ມາ ຊຶ່ງ​ເຮົາ​ຈະ​ແກ້​ເກີບ​ຈາກ​ຕີນ​ຂອງ​ທ່ານ​ກໍ​ບໍ່​ສົມ​ຄວນ”

26 “ທ່ານ​ແລະ​ພີ່​ນ້ອງ​ທັງ​ຫລາຍ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແລະ​ຄົນ​ທັງ​ຫລາຍ​ໃນ​ພວກ​ທ່ານ​ທີ່​ຢໍາ​ເກງ​ພຣະ​ເຈົ້າ​ເອີຍ ຂ່າວ​ສານ​ເຣື່ອງ​ຄວາມ​ລອດ​ພົ້ນ​ນີ້​ໄດ້​ຊົງ​ຝາກ​ມາ​ເຖິງ​ພວກ​ເຮົາ​ນີ້​ເອງ

27 ຝ່າຍ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ດ​ກັບ​ພ​ວກ​ຜູ້​ປົກ​ຄອງ​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ​ ແລະ​ບໍ່​ໄດ້ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ເຂົາ​ເຄີຍ​ໄດ້​ອ່ານ​ທຸກວັນ​ສະ​ບາ​ໂຕ ຈຶ່ງ​ເຮັດ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ດ້ວຍ​ການ​ພິ​ພາກ​ສາ​ລົງ​ໂທດ​ພຣະ​ອົງ

28 ເຖິງ​ແມ່ນ​ເຂົາ​ບໍ່​ໄດ້​ພົບ​ຄວາມ​ຜິດ​ປະ​ການ​ໃດ​ໃນ​ພຣະ​ອົງ​ທີ່​ຄວນ​ຈະ​ໃຫ້​ຕາຍ ເຂົາ​ຍັງ​ຂໍ​ປີ​ລາດ​ໃຫ້​ຂ້າ​ພຣະ​ອົງ​ເສັຽ

29 ເມື່ອ​ໄດ້​ເຮັດ​ທຸກ​ຢ່າງ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ຂຽນ​ໄວ້​ເຖິງ​ເຣື່ອງ​ພຣະ​ອົງ​ແລ້ວ ເຂົາ​ໄດ້​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ອົງ​ລົງ​ຈາກ​ເສົາ​ໄມ້​ນັ້ນ ໄປ​ບັນ​ຈຸ​ໄວ້​ໃນ​ອຸບ​ໂມງ

30 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ

31 ໃນ​ລະ​ຫວ່າງ​ຫລາຍ​ວັນ​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ແກ່​ຄົນ​ທັງ​ຫລາຍ​ທີ່​ຕາມ​ພຣະ​ອົງ​ມາ​ຈາກ​ແຂວງ​ຄາ​ລີ​ເລ​ຂຶ້ນ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ບັດ​ນີ້​ຄົນ​ນັ້ນ​ແຫລະ, ເປັນ​ພຍານ​ຝ່າຍ​ພຣະ​ອົງ​ໃຫ້​ແກ່​ພົ​ລ​ເມືອງ

32 ຝ່າຍ​ພ​ວກ​ເຮົາ​ໄດ້​ນຳ​ຂ່າວ​ປະ​ເສີດ​ນີ້​ມາ​ແຈ້ງ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພຣະ​ສັນ​ຍາ​ຊຶ່ງ​ຊົງ​ປະ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ

33 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ສັນ​ຍາ​ນັ້ນ​ສຳ​ເຣັດ​ແລ້ວ​ແກ່​ເຮົາ​ຜູ້​ເປັນ​ລູກ​ຫລານ​ຂອງ​ເຂົາ ຄື​ໃນ​ການ​ທີ່​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຊົງ​ຄືນ​ພຣະ​ຊົນ ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ບົດ​ທີ່​ສອງວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ ຝ່າຍ​ເຮົາ​ໃນ​ວັນ​ນີ້​ເຮົາ​ໃຫ້​ກຳ​ເນີດ​ທ່ານ”

34 ດ້ວຍ​ການ​ນີ້​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ ບໍ່​ໃຫ້​ຫລົບ​ສູ່​ຄວາມ​ເນົ່າ​ເປື່ອຍ​ອີກ​ຈັກ​ເທື່ອ​ນັ້ນ ພຣະ​ອົງ​ໄດ້​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ເຮົາ​ຈະ​ໃຫ້​ສິ່ງ​ບໍ​ຣິ​ສຸດ​ຫມັ້ນ​ຄົງ​ແກ່​ທ່ານ​ທັງ​ຫລາຍ ຊຶ່ງ​ໄດ້​ສັນ​ຍາ​ໄວ້​ກັບ​ດາ​ວິດ​ແລ້ວ

35 ເຫດ​ສັນ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ໃນ​ບົດ​ອື່ນ​ເຫມືອນ​ກັນ​ວ່າ, “ພຣະ​ອົງ​ຈະ​ບໍ່​ໃຫ້​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ”

36 ຝ່າຍ​ດາ​ວິດ, ເມື່ອ​ໄດ້​ປະ​ຕິ​ບັດ​ໃນ​ຄາວ​ອາ​ຍຸ​ຂອ​ງທ່ານ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລ້ວ​ໄດ້​ລ່ວງ​ລັບ​ໄປ​ຮ່ວມ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ກໍ​ໄດ້​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ

37 ແຕ່​ພຣະ​ອົງ​ຜູ້​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນພຣະ​ຊົນ​ນັ້ນ ກໍ​ບໍ່​ໄດ້​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ

38 ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ເຂົ້າ​ໃຈ​ວ່າ ໂດຍ​ພຣະ​ອົງ​ນັ້ນ​ແຫລະ, ຈຶ່ງ​ໄດ້​ປະ​ກາດ​ການ​ຍົກ​ຜິດ​ບາບ​ແກ່​ທ່ານ​ທັງ​ຫລາຍ

39 ແລະ​ໂດຍ​ພຣະ​ອົງ​ນັ້ນ​ທຸກ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳ​ຮະ​ທຸກ​ຢ່າງ ຊຶ່ງ​ຈະ​ຊຳ​ຮະ​ບໍ່​ໄດ້​ຕາມ​ພຣະ​ບັນ​ຍັດຂອງ​ໂມ​ເຊ

40 ເຫດ​ສັນ​ນັ້ນ​ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ຄຳ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ຈະ​ໄດ້​ມາ​ຖືກ​ພວ​ກທ່ານ

41 ຄື​ວ່າ, “ເບິ່ງ​ແມ໋, ສູ​ຜູ້​ຫມິ່ນ​ປ​ມາດ​ເຮີຍ ຈົ່ງ​ປ​ລາດ​ໃຈ​ແລະ​ຈິບ​ຫາຍ​ເສັຽ ດ້ວຍ​ວ່າ​ຝ່າຍ​ເຮົາ​ໄດ້​ກະ​ທຳ​ການ​ໃນ​ສະ​ໄຫມ​ຂອງ​ສູ ເປັນ​ການ​ທີ່​ສູ​ຈະ​ບໍ່​ເຊື່ອ​ເປັນ​ແນ່ ແມ່ນ​ວ່າ​ມີ​ຜູ້​ມາ​ເລົ່າ​ໃຫ້​ຟັງ​ແລ້ວ​ກໍ​ຕາມ”

42 ເມື່ອ​ທ່ານ​ທັງ​ສອງ​ກຳ​ລັງ​ຍ່າງ​ອອກ​ໄປ ເຂົາ​ກໍ​ອ້ອນວອນ​ຂໍ​ໃຫ້​ທ່ານ​ເລົ່າ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ໃຫ້​ເຂົາ​ຟັງ​ອີກ​ໃນ​ວັນ​ສະ​ບາ​ໂຕ​ຫນ້າ

43 ເມື່ອ​ທີ່​ປະ​ຊຸມ​ເລີກ​ແລ້ວ​ມີ​ຄົນ​ຢິວ​ ແລະ​ຄົນ​ທີ່​ເຂົ້າ​ຮີດ​ຄອງ​ຢິວ​ຜູ້​ຢຳ​ເກງ​ພຣະ​ເຈົ້າ ໄດ້​ຕິດ​ຕາມ​ໂປ​ໂລ​ແລະ​ບາ​ຣະນາ​ບາໄປ ທ່ານ​ທັງ​ສອງ​ຈຶ່ງ​ກ່າວ​ຕັກ​ເຕືອນ​ໃຫ້​ເຂົາ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ

44 ຄັນ​ເຖິງວັນ​ສະ​ບາ​ໂຕ​ຫນ້າ ຄົນ​ເກືອບ​ຫມົດ​ທັງ​ເມືອງ​ໄດ້​ມາ​ປະ​ຊຸມ​ກັນ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ

45 ແຕ່​ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງ​ຫລາຍ​ດັ່ງ​ນັ້ນ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ ຈຶ່ງ​ຄັດ​ຄ້ານ​ຕໍ່​ຄຳ​ກ່າວ​ຂອງ​ໂປ​ໂລ​ແລະ​ຫມິ່ນ​ປ​ມາດ​ທ່ານ

46 ຝ່າຍ​ໂປ​ໂລ​ກັບ​ບາ​ຣະນາບາມີ​ໃຈ​ກ້າ​ໄດ້​ກ່າວ​ວ່າ, “ຈຳ​ເປັນ​ທີ່​ຈະ​ຕ້ອງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໃຫ້​ທ່ານ​ທັງ​ຫລາຍ​ຟັງ​ກ່ອນ ແຕ່​ຍ້ອນ​ທ່ານ​ທັງ​ຫລາຍ​ປັດ​ຖິ້ມ​ພຣະ​ທັມ​ນັ້ນ ແລະ​ຖື​ວ່າ​ຕົວ​ບໍ່​ສົມ​ຄວນ​ກັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ດັ່ງ​ນີ້​ເຮົາ​ກໍ​ປິ່ນ​ຫນ້າ​ໄປ​ຫາ​ພວກ​ຕ່າງ​ຊາດ

47 ເພາະ​ຢ່າງ​ນີ້​ແຫລະ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ເຮົາ​ວ່າ, “ເຮົາ​ໄດ້​ຕັ້ງ​ທ່ານ​ໄວ້ ໃຫ້​ເປັນ​ແສງ​ສວ່າງ​ຂອງ​ຄົນ​ຕ່າງ​ຊາດ ເພື່ອ​ທ່ານ​ຈະ​ເປັນ​ເຫດ​ໃຫ້​ພົ້ນ ເຖິງ​ທີ່​ສຸດ​ປາຍ​ແຜ່​ນດິນ​ໂລກ”

48 ຝ່າຍ​ຄົນ​ຕ່າງ​ຊາດ​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ມີ​ຄວາມ​ຍິນ​ດີ ແລະ​ໄດ້​ສັຣ​ເສີນ​ພຣະ​ທັມ​ຂ​ອງ​ພຣະ​ເຈົ້າ ແລະ​ຄົນ​ທັງ​ຫລາຍ​ທີ່​ຊົງ​ຫມາຍ​ໄວ້​ແລ້ວ​ເພື່ອ​ໃຫ້​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ກໍ​ໄດ້​ວາງ​ໃຈ​ເຊື່ອ

49 ແລະ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຜ່​ໄປ​ທົ່ວ​ຂອບ​ເຂດ​ນັ້ນ

50 ແຕ່​ພວກ​ຢິວ​ໄດ້​ຍົວະ​ຍົງ​ພວກ​ຜູ້​ຍິງ​ທີ່​ມີ​ກຽດ​ຕິ​ຍົດ ຊຶ່ງ​ຢຳ​ເກງ​ພຣະ​ເຈົ້າ​ກັບ​ທັງ​ຜູ້​ຊາຍ​ທີ່​ເປັນ​ໃຫຍ່​ໃນ​ເມືອງ​ນັ້ນ ໄດ້​ກໍ່​ການ​ຂົ່ມ​ເຫັງ​ໂປ​ໂລ​ແລະ​ບາ​ຣະນາບາ ຈຶ່ງ​ຂັບ​ໄລ່​ທ່ານ​ທັງ​ສອງ​ອອກ​ຈາກ​ເຂດ​ແດນ​ຂອ​ງ​ເຂົາ

51 ຝ່າຍ​ໂປ​ໂລ​ກັບ​ບາ​ຣະ​ນາ​ບາ​ກໍ​ຕັດ​ສຳ​ພັນ ດ້ວຍ​ສັ່ນ​ຂີ້​ຝຸ່ນ​ທີ່​ຕິດ​ຕີນ​ອອກ ແລ້ວ​ກໍ​ໄປ​ຍັງ​ເມືອງ​ອີ​ໂກ​ນິ​ອຸມ

52 ແຕ່​ພວກ​ສິດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ ແລະ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ



14

1 ອັນ​ນຶ່ງ​ໃນ​ເມືອງ​ອີ​ໂກ​ນີ​ອຸມ​ກໍ​ເຫມືອນ​ກັນ ທ່ານ​ທັງ​ສອງ​ໄດ້​ພາ​ກັນ​ເຂົ້າ​ໄປ​ກ່າວ​ໃນ​ໂຮງ​ທັມມະ​ເທ​ສ​ນາ​ຂອງ​ຊາວ​ຢິວ ຈົນ​ຊາວ​ຢິວ​ແລະ​ຊາວກ​ຣີກ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ວາງ​ໃຈ​ເຊື່ອ

2 ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ກໍ​ໄດ້​ຍົວະ​ຍົງ​ຄົນ​ຕ່າງ​ຊາດ​ໃຫ້​ຄຶດ​ປອງ​ຮ້າຍ​ຕໍ່​ພວກພີ່​ນ້ອງ

3 ຝ່າຍ​ທ່ານ​ທັງ​ສອງ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ເຫິງ​ສົມ​ຄວນ ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ໄດ້​ຊົງ​ເປັນ​ພຍານ​ເຣື່ອງ​ພຣະ​ຄຸນ​ຂອງ​ພຣະ​ອົງ ໂດຍ​ຊົງ​ໂຜດ​ໃດ້​ທ່ານ​ທັງ​ສອງ​ເຮັດ​ຫມາຍ​ສຳ​ຄັນ ແລະ​ການ​ອັດສະ​ຈັນ​ໄດ້

4 ແຕ່​ພົ​ລ​ເມືອງ​ສ່ວນ​ໃຫຍ່​ແຕກ​ເປັນ​ສອງ​ພວກ ພວກ​ນຶ່ງ​ຢູ່​ຝ່າຍ​ພວກ​ຢິວ ແລະ​ອີກ​ພວກ​ນຶ່ງ​ຢູ່​ຝ່າຍ​ພວກ​ອັ​ຄ​ສາ​ວົກ

5 ເມື່ອ​ຄົນ​ຕ່າງ​ຊາດ​ກັບ​ພວກ​ຢິວ​ແລະ​ພວກ​ຜູ້​ປົກ​ຄອງ​ຂອງ​ເຂົາ​ໄດ້​ພ້ອມ​ກັນ​ຈະ​ເຮັດ​ການ​ຫຍາບ​ຊ້າ ແລະ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ໂປ​ໂລ​ກັ​ບ​ບາ​ຣະ​ນາ​ບາ

6 ທ່ານ​ທັງ​ສອງ​ກໍ​ຮູ້​ເຣື່ອງ ຈຶ່ງ​ຫນີ​ໄປ​ຍັງ​ເມືອງ​ທີ່​ຢູ່​ໃນ​ແຂວງ​ລີ​ກາ​ໂອ​ເນັຽ ຄື​ເມືອງລິ​ຊະ​ທາ ເມືອງ​ເດຣະເບ ກັ​ບ​ເຂດ​ອ້ອມ​ຣອບ​ນັ້ນ

7 ຢູ່​ທີ່​ນັ້ນ​ທ່ານ​ທັງ​ສອງ​ກໍ​ປະ​ກາດ​ຂ່າ​ວ​ປະ​ເສີດ

8 ອັນ​ນຶ່ງ​ທີ່​ເມືອງ​ລິ​ຊະ​ທາ​ມີ​ຊາຍ​ຄົນ​ນຶ່ງ​ນັ່ງ​ຢູ່​ໃຊ້​ຕີນ​ບໍ່​ໄດ້ ເປັນ​ງ່ອຍ​ຕັ້ງ​ແຕ່​ເກີດ​ມາ ແລະ​ບໍ່​ໄດ້​ຍ່າງ​ຈັກ​ເທື່ອ

9 ຄົນ​ຜູ້​ນີ້​ກໍ​ຟັງ​ໂປ​ໂລ​ເວົ້າ​ຢູ່ ເມື່ອ​ໂປ​ໂລ​ເພ່ງ​ເບິ່ງ​ກໍ​ເຫັນ​ຄົນ​ນັ້ນ​ມີ​ຄວາມ​ເຊື່ອ​ພໍ​ຈະ​ດີ​ພ​ຍາດ​ໄດ້

10 ຈຶ່ງ​ຮ້ອງ​ສັ່ງ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຈົ່ງ​ລຸກ​ຢື​ນ​ຂຶ້ນ​ຊື່” ຄົນ​ງ່ອຍ​ນັ້ນ​ກໍ​ໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປ​ມາ

11 ເມື່ອ​ປະ​ຊາ​ຊົນ​ເຫັນ​ເຫດ​ການ​ທີ່​ໂປ​ໂລ​ເຮັດ​ນັ້ນ ກໍ​ພາ​ກັນ​ຮ້ອງ​ຂຶ້ນ​ເປັນ​ພາ​ສາລີ​ກາ​ໂອ​ເນັຽວ່າ, “ພວກ​ພຣະ​ແປງ​ກາຍ​ເປັນ​ມະ​ນຸດ​ລົງ​ມາ​ຫາ​ພວກ​ເຮົາ​ແລ້ວ”

12 ແລະ​ເຂົາ​ໄດ້​ເອີ້ນ​ບາ​ຣ໌​ນາ​ບັ​ສວ່າ ພຣະ​ເຊ​ອຸ​ສ ແລະ​ເອີ້ນ​ໂປ​ໂລ​ວ່າ ພຣະ​ເຮ​ຣະ​ເມ​ສ ເພາະ​ທ່ານ​ເປັນ​ຜູ້​ເວົ້າ

13 ສ່ວນ​ປະ​ໂຣ​ຫິດ​ປະ​ຈຳ​ຮູບ​ພຣະ​ເຊ​ອຸ​ສ ຊຶ່ງ​ຕັ້ງ​ຢູ່​ຫນ້າ​ເມືອງ ໄດ້​ຈູງ​ງົວ​ເຖິກ​ແລະ​ຖື​ພວງດອກ​ໄມ້​ມາ​ເຖິງ​ປະ​ຕູ​ເມືອງ​ພ້ອມດ້ວຍ​ປະ​ຊາ​ຊົນ ຫມາຍ​ໃຈ​ວ່າ​ຈະ​ຖວາຍ​ເຄື່ອງ​ບູ​ຊາ

14 ແຕ່​ເມື່ອ​ອັ​ຄ​ສາ​ວົກ​ບາ​ຣະນາ​ບາກັບ​ໂປ​ໂລ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ຈີກ​ເສື້ອ​ຜ້າ​ຂອ​ງຕົນ​ເສັຽ ແລ້ວ​ແລ່ນ​ເຂົ້າ​ໄປ​ຖ້າມ​ກາງ​ປະ​ຊາ​ຊົນ​ຮ້ອງວ່າ,

15 “ທ່ານ​ທັງ​ຫລາຍ​ເອີຍ, ເຫດ​ສັນ​ໃດ​ຈຶ່ງ​ເຮັດ​ການ​ຢ່າງ​ນັ້ນ ເຮົາ​ທັງ​ສອງ​ເປັນ​ມະ​ນຸ​ດທຳ​ມະ​ດາ​ຢ່າງ​ດຽວ​ກັນ​ກັບ​ທ່ານ​ທັງ​ຫລາຍ ແລະ​ມາ​ປະ​ກາດ​ຂ່າວ​ປະ​ເສີດ​ໃຫ້​ພວກ​ທ່ານ​ກັບ​ຈາກ​ສິ່ງ​ອັນ​ບໍ່​ມີ​ປ​ໂຍດ​ເຫລົ່າ​ນີ້ ໃຫ້​ພວກ​ທ່ານ​ມາ​ຫາ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ໄດ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ ແລະ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ທີ່​ນັ້ນ

16 ໃນ​ຄາວ​ທີ່​ລ່ວງ​ໄປ​ແລ້ວ​ພຣະ​ອົງ​ໄດ້​ຊົງ​ປ່ອຍ​ບັນ​ດາ​ປະ​ຊາ​ຊາດ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ຂອງ​ເຂົາ

17 ເຖິງ​ປານ​ນັ້ນ​ພຣະ​ອົງ​ບໍ່​ໄດ້​ຊົງ​ໃຫ້​ຂາດ​ພຍານ​ເຖິງ​ເຣື່ອງ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ຊົງ​ເຮັດ​ການ​ດີ ຄື​ໄດ້​ບັນ​ດານ​ໃຫ້​ຝົນ​ຕົກ​ຈາກ​ຟ້າ​ສວັນ​ແລະ​ໃຫ້​ມີ​ຣະ​ດູ​ເກີ​ດ​ຜົນ ຈຶ່ງ​ຊົງ​ໂຜດ​ໃຫ້​ພວກ​ທ່ານ​ອີ່ມ​ເຕັມ​ໃຈ​ດ້ວຍ​ອາ​ຫານ​ການ​ກິນ ແລະ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ”

18 ເຖິງ​ແມ່ນ​ໄດ້​ກ່າວ​ຄຳ​ເຫລົ່າ​ນັ້ນ​ກໍ​ດີ ອັ​ຄ​ສາ​ວົກ​ທັ​ສອງ​ຍັງ​ຫ້າມ​ປະ​ຊາ​ຊົນ​ບໍ່​ໃຫ້​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ຕົນ​ໄດ້​ໂດຍ​ຍາກ​ຈົນ​ເກືອບ​ບໍ່​ແພ້

19 ແຕ່​ມີ​ພວກ​ຢິວ​ມາ​ຈາກ​ເມືອງ​ອັນ​ຕີ​ໂອ​ກ ແລະ​ເມືອງ​ອີ​ໂກ​ນີ​ອຸມ ເມື່ອ​ໄດ້​ຊັກ​ຊວນ​ປະ​ຊາ​ຊົນ​ແລ້ວ ເຂົາ​ໄດ້​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ໂປ​ໂລ ແລະ​ລາກ​ທ່ານ​ອອກ​ໄປ​ນອກ​ເມືອງ ຄຶດ​ວ່າ​ທ່ານ​ຕາຍ​ແລ້ວ

20 ແຕ່​ເມື່ອ​ພວກ​ສິດ​ໄດ້​ມາ​ອ້ອມ​ທ່ານ​ໄວ້​ແລ້ວ ທ່ານ​ໄດ້​ລຸກ​ຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ ເຖິງວັນ​ຫນ້າ​ທ່ານ​ໄດ້​ອອກ​ໄປ​ຍັງ​ເມືອງ​ເດ​ຣະເບ​ພ້ອມ​ກັບ​ທ່ານ​ບາ​ຣະນາ​ບາ

21 ທ່ານ​ທັງ​ສອງ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ເມືອງ​ນັ້ນ ແລະ​ເມື່ອ​ໄດ້​ລູກ​ສິດ​ຫລາຍ​ຄົນ​ສົມ​ຄວນ ກໍ​ໄດ້​ກັບ​ຄືນ​ເມືອງ​ລິ​ຊະ​ທາ ເມືອງ​ອີ​ໂກ​ນີ​ອຸມ ແລະ​ເມືອງ​ອັນ​ຕີ​ໂອ​ກ

22 ໄດ້​ເຮັດ​ໃຫ້​ໃຈ​ລູກ​ສິດ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຕັກ​ເຕືອນ​ເຂົາ​ໃຫ້​ດຳ​ຣົງ​ຢູ່​ໃນ​ພຣະ​ສາ​ສ​ນາ ແລະ​ກ່າວ​ວ່າ, “ເພື່ອ​ຈະ​ເຂົ້າ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ເຮົາ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ຜ່ານ​ຄວາມ​ທຸກ​ລຳ​ບາກ​ຫລາຍ​ປະ​ການ

23 ເມື່ອ​ໄດ້​ເລືອກ​ຕັ້ງ​ເຖົ້າ​ແກ່​ໃຫ້​ສາ​ວົກ​ໄວ້​ໃນ​ທຸກ​ຄ​ຣິ​ສ​ຕະ​ຈັກ ທັງ​ໄດ້​ອ້ອນວອນ​ແລະ​ຖື​ສິນ​ອົດ​ອາ​ຫານ ແລ້ວ​ທ່ານ​ທັງ​ສອງ​ໄດ້​ມອບ​ເຂົາ​ໄວ້​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຂົາ​ວາງ​ໃຈ​ເຊື່ອ​ນັ້ນ

24 ເມື່ອ​ທ່ານ​ທັງ​ສອງ​ໄດ້​ຜ່ານ​ແຂວງ​ປີ​ຊີ​ເດັຽ ກໍ​ໄດ້​ມາ​ເຖິງ​ແຂວງ​ປາມ​ຟີ​ເລັຽ

25 ແລະ​ເມື່ອ​ໄດ້​ກ່າວ​ພຣະ​ທັມ​ໃນ​ເມືອງ​ເປ​ຣ໌​ກາ​ແລ້ວ ກໍ​ລົງ​ໄປ​ຍັງ​ເມືອງ​ອາ​ຕາ​ເລັຽ

26 ຈາ​ກທີ່​ນັ້ນ​ທ່ານ​ທັງ​ສອງ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ອອກ​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ ຄື​ເມືອງ​ທີ່​ເຂົາ​ໄດ້​ຮັບ​ມອບ​ໄວ້​ແກ່​ພຣະ​ຄຸນຂອງ​ພຣະ​ເຈົ້າ ໃຫ້​ເຮັດ​ຫນ້າ​ທີ່​ນັ້ນ​ຊຶ່ງ​ທ່ານ​ທັງ​ສອງ​ໄດ້​ເຮັດ​ໃຫ້​ສຳ​ເຣັດ​ແລ້ວ

27 ເມື່ອ​ມາ​ເຖິງ​ແລ້ວ​ທ່ານ​ທັງ​ສອງ​ໄດ້​ເອີ້ນ​ໃຫ້​ຄ​ຣິ​ສ​ຕະ​ຈັກ​ມາ​ປະ​ຊຸມ ແລ້ວ​ໄດ້​ເລົ່າ​ໃຫ້​ເຂົາ​ຟັງ​ເຖິງ​ການ​ທັງ​ປວງ ຊຶ່ງ​ພຣະ​ເຈົ້າ​ຜູ້​ຊົງ​ສະ​ຖິດ​ກັ​ບ​ເຂົາ​ໄດ້​ຊົງ​ກະ​ທຳ ກັບ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ໄຂ​ປະ​ຕູ​ແຫ່ງ​ຄວາມ​ເຊື່ອ​ໃຫ້​ຄົນ​ຊາດ​ເຂົ້າ​ມາ

28 ແລ້ວ​ທ່ານ​ທັງ​ສອງ​ໄດ້​ອາ​ໄສ​ຢູ່​ກັບ​ພວກ​ສິດ​ຫລາຍ​ວັນ



15

1 ມີ​ລາງ​ຄົນ​ລົງ​ມາ​ຈາກ​ແຂວງ​ຢູ​ດາຍ​ໄດ້​ຕັ້ງ​ຕົ້ນ​ສັ່ງ​ສອນ​ພວກ​ພີ່​ນ້ອງວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ບໍ່​​ຮັບ​ພິ​ທີ​ຕັດຕາມ​ຮີ​ດ​ຄອງ​ຂອງ​ໂມ​ເຊ ພວກ​ທ່ານ​ຈະ​ພົ້ນ​​ບໍ່​ໄດ້”

2 ເມື່ອ​ເກີດ​ການ​ໂຕ້​ແຍ້ງ​ຜິດ​ຖຽງ​ກັນຫ​ລາຍ ລະ​ຫວ່າງ​ໂປ​ໂລ​ແລະ​ບາ​ຣະນາ​ບາກັບ​ຄົນ​ເຫລົ່າ​ນັ້ນ ເຂົາ​ກໍ​ໄດ້​ຕົກ​ລົງ​ໃຫ້​ໂປ​ໂລ​ແລະ​ບາຣະນາ​ບາກັບ​ຄົນ​ອື່ນໆ​ໃນ​ພວກ​ນັ້ນ​ຂຶ້ນ​ເມືອ​ຫາ​ລື​ກັນ​ກັບ​ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າ​ແກ່​ໃນກຸງ​ເຢ​ຣູ​ຊາ​ເລັມ ດ້ວຍ​ເຣື່ອງ​ຜິດ​ຖຽງ​ກັນ​ນັ້ນ

3 ດັ່ງ​ນັ້ນ​ຄ​ຣິ​ສ​ຕະ​ຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫລົ່າ​ນັ້ນ​ໄປ ແລະ​ຂ​ນະ​ທີ່​ເຂົາ​ກຳ​ລັງ​ຜ່ານ​ແຂວງ​ຟອຍ​ນີ​ເກ​ແລະ​ແຂວງ​ຊາມາ​ເຣັຽ ເຂົາ​ໄດ້​ເລົ່າ​ເຖິງ​ເຣື່ອງ​ການ​ກັບ​ໃຈ​ໃຫມ່​ຂອງ​ຄົນ​ຕ່າງ​ຊາດ ຈຶ່ງ​ເຮັດ​ໃຫ້​ພີ່​ນ້ອງ​ທັງ​ປວງ​ມີ​ຄວາມ​ຍິນ​ດີ​ຫລາຍ

4 ເມື່ອ​ມາ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ ຄຣິ​ສ​ຕະ​ຈັກ ພວກ​ອັ​ຄ​ສາ​ວົກ ແລະ​ພວກ​ເຖົ້າ​ແກ່​ໄດ້​ຕ້ອນ​ຮັບ​ທ່ານ​ເຫລົ່າ​ນັ້ນ ແລ້ວ​ພວກ​ທ່ານ​ໄດ້​ເລົ່າ​ເຖິງ​ການ​ທັງ​ປວງ​ທີ່​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ເຂົາ​ໄດ້​ຊົງ​ກະ​ທຳ

5 ແຕ່​ມີ​ບາງ​ຄົນ​ໃນ​ພວກ​ຟາ​ຣີ​ຊາຍ​ທີ່​ເຊື່ອ​ແລ້ວ ໄດ້​ຢືນ​ຂຶ້ນ​ກ່າວ​ວ່າ, “ຄົນ​ຕ່າງ​ຊາດ​ນັ້ນ​ຕ້ອງ​ໃຫ້​ເຂົາ​ຮັບ​ພິ​ທີ​ຕັດ ແລະ​ສັ່ງ​ໃຫ້​ເຂົາ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ”

6 ຝ່າຍ​ອັ​ຄ​ສາ​ວົກ​ກັບ​ພວກ​ເຖົ້າ​ແກ່​ໄດ້​ປະ​ຊຸມ​ກັນ​ພິ​ຈາ​ຣະ​ນາ​ບັນ​ຫາ​ເຣື່ອງ​ນີ້

7 ເມື່ອ​ເກີດ​ການ​ໂຕ້​ຖຽງ​ກັນ​ຫລາຍ​ວັນ ເປ​ໂຕ​ໄດ້​ລຸກ​ຂຶ້ນ​ກ່າວວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ວ່າ ເມື່ອ​ຫົວ​ທີ​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ຄັດ​ເລືອກ​ເອົາ​ເຮົາ​ຈາກ​ພວກ​ເຈົ້າ ເພື່ອ​ວ່າ​ດ້ວຍ​ປາກ​ຂອງເຮົາ​ຄົນ​ຕ່າງ​ຊາດ​ຈະ​ໄດ້​ຍິນ​ພຣະ​ທັມ​ເຣື່ອງ​ຂ່າວ​ປະ​ເສີດ ແລະ​ຈະ​ໄດ້​ເຊື່ອ

8 ພຣະ​ເຈົ້າ​ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ໄດ້​ຊົງ​ສະ​ແດງ​ການ​ຕ້ອນ​ຮັບ​ເຂົາ ໂດຍ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໃຫ້​ເຂົາ​ເຫມືອນ​ໄດ້​ຊົງ​ປະ​ທານ​ແກ່​ພວກ​ເຮົາ​ແລ້ວ

9 ພຣະ​ອົງ​ບໍ່​ໄດ້​ຊົງ​ຖື​ວ່າ​ເຂົາ​ແຕກ​ຕ່າງ​ກັບ​ພວກ​ເຮົາ ເພາະ​ພຣະ​ອົງ​ໄດ້​ຊົງ​ຊຳ​ຮະ​ຈິດ​ໃຈ​ຂອງ​ເຂົາ​ໃຫ້​ສະ​ອາດ​ດ້ວຍ​ຄວາມ​ເຊື່ອ

10 ຖ້າ​ຢ່າງ​ນັ້ນ ບັດ​ນີ້​ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ທົດ​ລອງ​ພຣະ​ເຈົ້າ ໂດຍ​ເອົາ​ແອກວາງ​ໃສ່​ຄໍ​ພວກ​ສິດ ຊຶ່ງ​ແອກ​ນັ້ນ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ຫລື​ຕົວ​ເຮົາ​ເອງກໍ​ແບກ​ບໍ່​ໄຫວ

11 ແຕ່​ພວກ​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ໄດ້​ພົ້ນ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ເຈົ້າ​ເຢ​ຊູ​ເຫມືອນ​ຢ່າງ​ເຂົາ”

12 ຝ່າຍ​ຄົນ​ທັງ​ປວງ​ກໍ​ມິດ​ງຽບ​ຢູ່ ຟັງ​ບາ​ຣະ​ນາ​ບາ​ກັບ​ໂປ​ໂລ​ເລົ່າ​ເຣື່ອງຫມາຍ​ສຳ​ຄັນ​ແລະ​ການອັດ​ສະ​ຈັນ​ຕ່າງໆ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໂດຍ​ເຂົາ​ໃນ​ຫມູ່​ຄົນ​ຕ່າງ​ຊາດ

13 ເມື່ອ​ການ​ກ່າວ​ນັ້ນ​ຈົ​ບລົງ​ແລ້ວ ຢາ​ໂກ​ໂບ​ໄດ້​ກ່າວ​ຂຶ້ນ​ວ່າ, “ຈົ່ງ​ຟັງ​ເຮົາ​ກ່ອນ, ພີ່ນ້ອງ​ທັງ​ຫລາຍ​ເອີຍ

14 ຊີ​ເມ​ໂອນ​ໄດ້​ເລົ່າ​ໃຫ້​ຟັງ​ແລ້ວ​ວ່າ ພຣະ​ເຈົ້າ​ໄດ້​ຊົງຢ້​ຽມ​ຢາມ​ຄົນ​ຕ່າງ​ຊາດ​ເທື່ອ​ທຳ​ອິດ ເພື່ອ​ຊົງ​ເລືອກ​ເອົາ​ພົ​ລ​ເມືອງ​ກຸ່ມ​ນຶ່ງ​ອອກ​ຈາກ​ເຂົາ ໃຫ້​ເປັນ​ຂອງ​ພຣະ​ອົງ

15 ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຖືກ​ຕ້ອງ​ກັບ​ເຣື່ອງ​ນີ້​ຕາມ​ທີ່​ໄດ້​ຂຽນ​ໄວ້​ແລ້ວ​ວ່າ,

16 “ພາຍ​ຫລັງ​ເຫດ​ການ​ນັ້ນ​ເຮົາ​ຈະ​ກັບ​ຄືນ​ມາ ເຮົາ​ຈະ​ສ້າງ​ຜາ​ສາດ​ຂອງ​ດາ​ວິດ​ທີ່​ເພ​ພັງ​ລົງ​ແລ້ວ​ຂຶ້ນ​ໃຫມ່ ສິ່ງ​ທີ່​ເພ​ພັງ​ນັ້ນ​ເຮົາ​ຈະ​ສ້າງ​ຂຶ້ນ​ໃຫມ່​ແລະ​ຈະ​ຕັ້ງ​ຂຶ້ນ​ອີກ

17 ເພື່ອ​ຄົນ​ອື່ນໆ​ຈະ​ໄດ້​ສ​ແວງ​ຫາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ບັນ​ດາ​ຄົນ​ຕ່າງ​ຊາດທີ່​ເຮົາ​ໄດ້​ເອີ້ນ​ມາ​ເປັນ​ພົ​ລ​ເມືອງ​ຂອງ​ເຮົາ

18 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ແຈ້ງ​ເຫດ​ການ​ເຫລົ່າ​ນີ້​ໃຫ້​ຊາບ​ແຕ່​ບູ​ຮານ​ການ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້”

19 ເຫດ​ສັນ​ນີ້​ຕາມ​ຄວາມ​ເຫັນ​ຂອງ​ເຮົາ​ວ່າ ຢ່າ​ຣົບ​ກວນ​ຄົນ​ຕ່າງ​ຊາດ​ທີ່​ກຳ​ລັງ​ຫລົບ​ມາ​ຫາ​ພຣະ​ເຈົ້າ

20 ແຕ່​ເຮົາ​ຈົ່ງ​ສັ່ງ​ເຂົາ​ເປັນ​ລາຍ​ລັກອັກ​ສອນ ໃຫ້​ເວັ້ນ​ເສັຽ​ຈາກ​ສິ່ງ​ຊົ່ວ​ມົວ​ຫມອງ​ເນື່ອງ​ດ້ວຍ​ພຣະ​ທຽມ ຈາກ​ການ​ຫລີ້​ນຊູ້ ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄຳ ແລະ​ຈາກ​ການ​ກິນ​ເລືອດ

21 ເພາະ​ວ່າ​ຕັ້ງ​ແຕ່​ເຊັ່ນ​ບູ​ຮານ​ມາ​ໃນ​ທຸກ​ເມືອງ​ມີ​ຜູ້​ປະ​ກາດ​ເຣື່ອງ​ຂອງ​ໂມ​ເຊ ເພາະ​ເຂົາ​ໄດ້​ອ່ານ​ພຣະ​ບັນ​ຍັດ​ຂອງ​ທ່ານ​ໃນ​ໂຮງ​ທັມ​ມະ​ເທ​ສນາ​ທຸກວັນ​ສະ​ບາ​ໂຕ”

ຄວາມ​ເຫັນ​ຂອງ​ທີ່​ປະ​ຊຸມ

22 ຂ​ນະ​ນັ້ນ​ພວກ​ອັ​ຄ​ສາ​ວົກ ​ແລະ​ພວກ​ເຖົ້າ​ແກ່​ກັບຄ​ຣິ​ສ​ຕະ​ຈັກ​ທັງ​ຫມົດ ກໍ​ເຫັນ​ດີ​ເລືອກ​ເອົາ​ຊາຍ​ບາງ​ຄົນ​ໃນ​ພວກ​ເຂົາ ໃຫ້​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ​ພ້ອມ​ດ້ວຍ​ໂປ​ໂລ​ແລະ​ບາ​ຣະ​ນາບາຄື​ຢູ​ດາ​ຜູ້​ມີ​ຊື່​ອີກວ່າ​ບາ​ຣະ​ຊາ​ບາ ກັບ​ຊີ​ລາ ຊາຍ​ທັງ​ສອງ​ນີ້​ເປັນ​ຄົນ​ສຳ​ຄັນ​ໃນ​ພວກ​ພີ່​ນ້ອງ

23 ເຂົາ​ໄດ້​ຂຽນ​ຈົດ​ຫມາຍມອບ​ໃຫ້​ທ່ານ​ທັງ​ສອງ​ຖືໄປ​ວ່າ, “ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າ​ແກ່​ຜູ້​ເປັນ​ພີ່​ນ້ອງ​ຂອງ​ພວກ​ທ່ານ ຄຳ​ນັບ​ມາ​ຍັງ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ພີ່​ນ້ອງ ຊຶ່ງ​ເປັ​ນ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ເມືອງ​ອັນ​ຕີ​ໂອກ​ແຂວງ​ຊີ​ເຣັຽ ແລະ​ແຂວງ​ກີ​ລີ​ເກັຽ​ຊາບ

24 “ດ້ວຍ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ລາງ​ຄົນ​ໃນ​ພວກ​ເຮົາ ໄດ້​ໄປ​ຮົບ​ກວນ​ ແລະ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ປັ່ນ​ປ່ວນ​ໄປ ດ້ວຍ​ຖ້ອຍ​ຄຳ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ເຂົາ

25 ພວກ​ເຮົາ​ຈຶ່ງ​ພ້ອມ​ກັນ​ເຫັນ​ດີ​ທີ່​ຈະ​ເລືອກ​ເອົາ​ຊາຍ​ບາງ​ຄົນ ໃຫ້​ໄປ​ຫາ​ພວກ​ທ່ານ​ພ້ອມ​ດ້ວຍ​ບາ​ຣ໌​ນາ​ບັສ​ແລະ​ໂປ​ໂລ ຜູ້​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ

26 ຄື​ຜູ້​ທີ່​ຍອມ​ສ​ລະ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

27 ເຫດ​ສັນນັ້ນ​ພວກ​ເຮົາ​ຈຶ່ງ​ໃຊ້​ຢູ​ດາ​ກັບ​ຊີ​ລັ​ສ​ມາ ເປັນ​ຜູ້​ທີ່​ຈະ​ເລົ່າ​ຂ​ໍ້​ຄວາມ​ອັນ​ດຽວ​ກັນ​ນີ້​ດ້ວຍ​ປາກ​ຂອງ​ເຂົາ

28 ດ້ວຍ​ວ່າ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ເຫັນ​ດີພ້ອມ​ດ້ວຍ​ພວກ​ເຮົາ​ວ່າ ຈະ​ບໍ່​ວາງ​ພາ​ຣະ​ຫນັກ​ໃດໆ​ໃສ່​ພວກ​ທ່ານ ນອກ​ຈາກ​ສິ່ງ​ເຫລົ່າ​ນີ້​ທີ່​ຈຳ​ເປັນ​ຄື

29 ໃຫ້​ທ່ານ​ທັງ​ຫລາຍ​ງົດ​ຈາກ​ການກິນ​ສິ່ງ​ຂອງ​ທີ່​ເຂົາ​ບູ​ຊາ​ແກ່​ພຣະ​ທຽມ ຈາກ​ການ​ກິນ​ເລືອດ ຈາກ​ການ​ກິນ​ສັດ​ຮັດ​ຄໍ​ຕາຍ ແລະ​ຈາກ​ການ​ຫລິ້ນ​ຊູ້ ຖ້າ​ທ່ານ​ທັງ​ຫລາຍ​ງົດ​ຈາກ​ການ​ເຫລົ່າ​ນີ້ ທ່ານ​ກໍ​ຢູ່​ເຢັນ​ເປັນ​ສຸກ ຈົ່ງ​ຈະ​ເຣີນ​ເທີນ”

30 ເມື່ອ​ຖືກ​ໃຊ້​ໄປ​ແລ້ວ​ທ່ານເຫລົ່າ​ນັ້ນ​ກໍ​ລົງ​ໄປ​ເຖິງ​ເມືອງອັນ​ຕີ​ໂອກ ເມື່ອ​ໄດ້​ເອີ້ນ​ຄົນ​ທັງ​ປວງ​ມາ​ປະ​ຊຸມ​ກັນ​ແລ້ວ ຈຶ່ງມອບ​ຈົດ​ຫມາຍ​ສະ​ບັບ​ນັ້ນ​ໃຫ້

31 ເມື່ອ​ອ່ານ​ແລ້ວ​ກໍ​ມີ​ຄວາມ​ຍິນດີ​ໃນ​ຄຳ​ຫນຸນ​ໃຈ​ນັ້ນ

32 ຝ່າຍ​ຢູ​ດາ​ກັບ​ຊີ​ລັ​ສ​ເປັນຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ກັນ​ໄດ້​ກ່າວ​ເຕືອນ​ສະ​ຕິ​ຫນຸນ​ໃຈ​ພວກ​ພີ່ນ້ອງ​ເປັນ​ການ​ຍືດ​ຍາວ​ໃຫ້​ມີ​ກຳ​ລັງ​ຂຶ້ນ

33 ຄັນ​ພັກ​ຢູ່​ເປັນ​ເວ​ລາ​ພໍ​ສົມ​ຄວນ​ແລ້ວ ທ່ານ​ທັງ​ສອງກໍ​ຖື​ກ​ໃຫ້​ກັບ​ຄືນ​ດ້ວຍ​ຄວາມ​ສຸກ ເມືອ​ຫາ​ຜູ້​ທີ່​ໃຊ້​ຕົນ​ມາ​ນັ້ນ

34 “ຝ່າຍ​ຊີ​ລາກໍ​ເຫັນ​ດີ​ຍັງ​ຈະ​ພັກ​ຢູ່​ທີ່​ນັ້ນ)

35 ແຕ່​ໂປ​ໂລ​ກັບ​ບາຣະນາ​ບາ​ກໍ​ຍັງ​ຢູ່​ເມືອງ​ອັນ​ຕີ​ໂອກ​ຕໍ່​ໄປ ທ່ານ​ທັງ​ສອງ​ພ້ອມດ້ວຍ​ຄົນ​ອື່ນ​ອີກ​ຫລາຍ​ຄົນ ໄດ້​ສັ່ງ​ສອນ​ແລະ​ປະ​ກາດ​ຂ່າວ​ປະ​ເສີດ ຄື​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

36 ຄັນ​ລ່ວງ​ໄປ​ໄດ້​ຫລາຍ​ວັນ​ແລ້ວ​ໂປ​ໂລ​ຈຶ່ງ​ເວົ້າ​ກັບ​ບາ​ຣະນາ​ບາວ່າ, “ໃຫ້​ເຮົາ​ພາກັນ​ກັບ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງ ໃນ​ທຸກ​ເມືອງ​ທີ່​ເຮົາ​ໄດ້​ປະ​ກາດ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ນັ້ນ ເພື່ອ​ຮູ້​ວ່າ​ເຂົາ​ເປັນ​ຢ່າງ​ໃດ”

37 ສ່ວນ​ບາ​ຣະນາ​ບາ​ມີ​ນ້ຳ​ໃຈ​ຢາກ​ເອົາ​ໂຢ​ຮັນ ຜູ້​ມີ​ຊື່​ວ່າ​ມາ​ຣະ​ໂກ​ໄປ​ນຳ

38 ແຕ່​ໂປ​ໂລ​ບໍ່​ເຫັນ​ຄວນ​ທີ່​ຈະ​ເອົາ​ໂຢ​ຮັນ​ໄປ​ນັ້ນ ດ້ວຍໂຢ​ຮັນ​ໄດ້​ປະ​ທ່ານ​ທັງ​ສອງ​ໄວ້​ທີ່​ແຂວງ​ປຳ​ຟີ​ເລັຽ ແລະ​ບໍ່​ໄດ້​ໄປ​ນຳ​ເຂົາ

39 ແລ້ວ​ໄດ້​ເກີດ​ການ​ຖົກ​ຖຽງ​ກັນ​ຢ່າງ​ແຂງ​ແຮງ​ຈົນ​ແຍກ​ຈາກ​ກັນ ບາ​ຣະນາບາ​ຈຶ່ງ​ເອົາ​ມາ​ຣະ​ໂກ​ລົງ​ເຮືອ​ສະ​ເພົາ​ເດີນ​ທາງ​ໄປ​ຍັງ​ເກາະ​ໄຊ​ປ​ຣັ​ສ

40 ແຕ່​ໂປ​ໂລ​ໄດ້​ເລືອກ​ເອົາ​ຊີ​ລາ ແລະ​ເມື່ອ​ພວກ​ພີ່​ນ້ອງ​ໄດ້​ຝາກ​ທ່ານ​ທັງ​ສອງ​ໄວ້​ໃນ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ກໍ​ໄດ້​ອອກ​ໄປ

41 ແລ້ວ​ທ່ານ​ໄດ້​ຜ່ານ​ແຂວງ​ຊີ​ເຣັຽ ກັບ​ແຂວ​ງ​ກີ​ລີ​ເກັຽ​ຫນຸນ​ໃຈ​ຄ​ຣິ​ສ​ຕະ​ຈັກ​ໃຫ້​ມີ​ກຳ​ລັງ​ຂຶ້ນ



16

1 ຝ່າຍ​ໂປ​ໂລ​ກໍ​ໄດ້​ໄປ​ຍັງ​ເມືອງ​ເດ​ຣະເບ​ແລະ​ເມືອງ​ລິ​ຊະ​ທາ ແລະ​ເບິ່ງ​ແມ໋, ທີ່​ນັ້ນ​ມີ​ລູກ​ສິດ​ຜູ້​ນຶ່ງ​ຊື່​ຕີ​ໂມ​ທຽວ ເປັນ​ລູກ​ຊາຍ​ຂອງຍິງ​ຊາວ​ຢິວ​ຄົນ​ນຶ່ງ​ຜູ້​ເຊື່ອ​ຖື ແຕ່​ພໍ່​ເປັນ​ຊາວກ​ຣີກ

2 ຕີ​ໂມ​ທຽວ​ເປັນຄົນ​ທີ່​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ພີ່​ນ້ອງ​ທີ່​ຢູ່​ໃນ​ເມືອງ​ລິ​ຊະ​ທາ ແລະ​ເມືອງ​ອີ​ໂກ​ນີອຸມ

3 ໂປ​ໂລ​ມີ​ໃຈ​ຢາກ​ເອົາ​ຕີ​ໂມ​ທຽວ​ໄປ​ນຳ ຈຶ່ງ​ໄດ້​ໃຫ້​ຮັບ​ພິ​ທີ​ຕັດ​ເພາະ​ເຫັນ​ແກ່​ຊາວ​ຢິວ​ທີ່​ຢູ່​ໃນ​ເຂດ​ນັ້ນ ເພາະ​ຄົນ​ເຫລົ່າ​ນັ້ນ​ທຸກ​ຄົນ​ຮູ້​ວ່າ​ພໍ່​ຂອງ​ທ່ານ​ເປັນ​ຊາວກ​ຣີກ

4 ເມື່ອ​ທ່ານ​ເຫລົ່າ​ນັ້ນ​ກຳ​ລັງ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ​ກໍ​ໄດ້​ມອບ​ຂໍ້​ບັງ​ຄັບ​ທີ່​ພວກ​ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າແກ່​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ຕົກ​ລົງ​ກັນ​ນັ້ນ​ໃຫ້​ເຂົາ​ຖື​ຮັກ​ສາ

5 ດ້ວຍ​ເຫດ​ນີ້​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາ​ຍ​ຈຶ່ງ​ເຂັ້ມ​ແຂງ​ຂຶ້ນ​ໃນ​ຄວາມ​ເຊື່ອ ແລະ​ຈຳ​ນວນ​ຄ​ຣິ​ສ​ຕະ​ສະ​ມາ​ຊິກ​ກໍ​ທະ​ວິ​ຂຶ້ນ​ທຸກໆ​ວັນ

6 ເມື່ອ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ຊົງ​ຫ້າມ​ບໍ່​ໃຫ້​ກ່າວ​ພຣະ​ທັມ​ໃນ​ແຂ​ວງ​ອາ​ເຊັຽ ທ່ານ​ທັງ​ສອງ​ໄດ້​ທຽວ​ໄປ​ທົ່ວ​ເຂດ​ແດນ​ເມືອງຟີ​ເຄັຽ​ແລະ​ເມືອງ​ຄາ​ລາ​ເຕັຽ

7 ເມື່ອ​ເມາ​ເຖິງ​ເຂດ​ມີ​ເຊັຽ​ແລ້ວ​ກໍ​ພ​ຍາ​ຍາມ​ຈະ​ເຂົ້າ​ໃນ​ເຂດ​ແດນ​ເມືອງ​ບີ​ທີ​ເນັຽ ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຢ​ຊູ​ບໍ່​ຊົງ​ອະ​ນຸ​ຍາດ

8 ເມື່ອ​ທ່ານ​ເຫລົ່າ​ນັ້ນ​ໄດ້​ເດີນ​ທາງ​ລຽບ​ເມືອງ​ມີ​ເຊັຽ​ໄປ​ກໍ​ລົງ​ໄປ​ເຖິງ​ເມືອງ​ໂທ​ອາດ

9 ໃນ​ກາງ​ຄືນ​ໂປ​ໂລ​ໄດ້​ເຫັນ​ໃນ​ນິ​ມິດ ມີ​ຊາຍຊາວ​ມາ​ເກ​ໂດ​ເນັຽ​ຄົນ​ນຶ່ງ​ຢືນ​ຢູ່​ອ້ອນວອນ​ວ່າ, “ຂໍ​ຂ້າມ​ມາ​ເຖິງ​ເມືອງ​ມາ​ເກ​ໂດ​ເນັຽ​ພີ້ ເພື່ອ​ຊ່ອຍພວກ​ຂ້າ​ນ້ອຍ​ແດ່​ທ້ອນ”

10 ເມື່ອ​ທ່ານ​ໄດ້​ເຫັນ​ນິ​ມິດ​ດັ່ງ​ນັ້ນ​ແລ້ວ ພວກ​ເຮົາ​ຈຶ່ງພ​ຍາຍາມ​ທັນ​ທີ​ທີ່​ຈະ​ອອກ​ໄປ​ເຖິງ​ເມືອງ​ມາ​ເກ​ໂດ​ເນັຽ ດ້ວຍ​ເຫັນ​ແນ່​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຊາວ​ເມືອງ​ນັ້ນ

11 ເຫດ​ສັນ​ນັ້ນ​ເມື່ອ​ຈາກເມືອງ​ໂທ​ອາດທາງ​ເຮືອສະ​ເພົາ ພວກ​ເຮົາ​ໄດ້​ໄປ​ທາງ​ຊື່​ເຖິງ​ເມືອງຊາ​ໂມ​ທາ​ເກ ຕົກ​ວັນ​ຫນ້າ​ກໍ​ມາ​ເຖິງ​ເມືອງ​ເນ​ອາ​ໂປ​ລີ

12 ເມື່ອ​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ກໍ​ມາ​ເຖິງ​ເມືອງ​ຟີ​ລິບ​ປອຍ ທີ່​ເປັນ​ເມືອງ​ເອກ​ໃນ​ເຂດ​ມາ​ເກ​ໂດ​ເນັຽ ທັງ​ເປັນ​ເມືອງ​ຂຶ້ນຂອງ​ຊາວ​ໂຣມ ຝ່າຍ​ພວກ​ເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ​ສົມ​ຄວນ

13 ອັນ​ນຶ່ງ​ໃນ​ວັນ​ສະ​ບາ​ໂຕ ພວກ​ເຮົາ​ໄດ້​ອອກ​ໄປ​ນອກ​ປະ​ຕູ​ເມືອງ​ເຖິງ​ຝັ່ງ​ແມ່​ນ້ຳ ທີ່​ເຮົາ​ຄຶດ​ວ່າ​ມີ​ບ່ອນ​ສຳ​ລັບ​ໄຫວ້ວອນ ຈຶ່ງ​ໄດ້​ນັ່ງ​ລົງ​ສົນ​ທະ​ນາ​ກັບ​ພວກ​ຜູ້​ຍິງ​ທີ່​ມາ​ໂຮມ​ກັນ

14 ແລະ​ມີ​ຍິງ​ຄົນ​ນຶ່ງ​ຊື່ ລີ​ເດັຽມາ​ຈາກ​ເມືອງ​ທົວເຕຣາ ເປັນ​ຄົນ​ຂາຍ​ຜ້າ​ສີ​ມ່ວງ​ອ່ອນ ນາງ​ມີ​ໃຈ​ຢຳ​ເກງ​ພຣະ​ເຈົ້າ ເມື່ອ​ນາງ​ຟັງ​ເຮົາ​ຢູ່​ພຣະ​ເຈົ້າ​ໄດ້​ຊົງ​ໄຂ​ຈິດ​ໃຈ​ຂອງ​ນາງ ໃຫ້​ເອົາ​ໃຈ​ໃສ່​ໃນ​ຖ້ອຍ​ຄຳ​ທີ່​ໂປ​ໂລ​ກຳ​ລັງ​ກ່າວນັ້ນ

15 ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງ​ຕົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ກໍ​ໄດ້​ເຊີນ​ພວກ​ເຮົາ​ວ່າ, “ຖ້າ​ພວກ​ທ່ານ​ເຫັນ​ວ່າ ຂ້າ​ນ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເຊີນ​ເຂົ້າມາ​ພັກ​ອາ​ໄສ​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ” ແລະ​ນາງ​ໄດ້​ວອນ​ຂໍ​ຈົນ​ເຮົາ​ຂັດ​ບໍ່​ໄດ້

16 ຢູ່​ມາ​ເມື່ອ​ພວກ​ເຮົາກຳ​ລັງ​ອອກ​ໄປ​ຍັງ​ບ່ອນ​ໄຫວ້ວອນ ມີ​ຍິງ​ຄົນ​ໃຊ້​ຄົນ​ນຶ່ງ​ຊຶ່ງມີ​ຜີ​ຫມໍ​ດູ​ເຂົ້າ​ສິງ​ຢູ່ ໄດ້​ມາ​ພົບ​ພວກ​ເຮົາ ຍິງ​ນັ້ນ​ເຄີຍ​ໃຊ້​ວິ​ຊາ​ຫມໍ​ດູ​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳ​ນວນ​ຫລາຍ

17 ຍິງ​ນີ້​ໄດ້​ຕິດ​ຕາມ​ໂປ​ໂລ​ແລະ​ພວກ​ເຮົາ​ໄປ ຫມັ່ນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່າ​ນີ້​ແມ່ນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ສູງ​ສຸດ​ໄດ້​ມາ​ປະ​ກາດ​ເຣື່ອງ​ທາງ​ພົ້ນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ”

18 ນາງ​ໄດ້​ເຮັດ​ດັ່ງ​ນີ້​ເປັນ​ເວ​ລາ​ຫລາຍ​ວັນ ຝ່າຍ​ໂປ​ໂລ​ກໍ​ເຫລືອ​ໃຈ​ຈຶ່ງ​ຫລຽວ​ຫນ້າ​ໄປ​ສັ່ງ​ຜີ​ນັ້ນ​ວ່າ, “ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ ກູ​ສັ່ງ​ມຶງ​ຈົ່ງ​ອອກ​ຈາກ​ຍິງ​ນັ້ນ​ເສັຽ” ມັນ​ກໍ​ອອກ​ມາ​ໃນ​ເວ​ລາ​ນັ້ນ

19 ແຕ່​ເມື່ອ​ພວກ​ນາຍ​ຂອງ​ຍິງ​ນັ້ນ​ເຫັນ​ວ່າ​ພວກ​ຕົນ​ຫມົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ແລ້ວ ກໍ​ໄດ້​ຈັບ​ໂປ​ໂລ​ແລະ​ຊີ​ລາ​ລາກ​ໄປ​ຫາ​ພວກ​ຜູ້​ປົກ​ຄອງ​ໃນ​ບ່ອນ​ຊຸມ​ນຸມ

20 ເມື່ອ​ໄດ້​ພາກ​ທ່ານ​ທັງ​ສອງ​ມາ​ເຖິງ​ພວກ​ຜູ້​ປົກ​ຄອງ​ແລ້ວ ກໍ​ເວົ້າ​ວ່າ, “ສອງ​ຄົນ​ນີ້​ແຫລະ, ໄດ້​ກໍ່​ການ​ວຸ້ນ​ວາຍ​ຂຶ້ນ​ໃນ​ເມືອງ​ຂອງ​ເຮົາ

21 ເຂົາ​ເປັນ​ຊາວ​ຢິວ ປະ​ກາດ​ຍັງ​ຮີດ​ຄອງ​ປະ​ເພນີ​ອັນ​ຜິດ​ກົດ ທີ່​ພວກ​ເຮົາ​ຊາວ​ໂຣມ​ຈະ​ຮັບ​ເອົາ​ຫລື​ຂັບ​ຕາມ​ບໍ່​ໄດ້”

22 ປະ​ຊາ​ຊົນ​ກໍ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ໂປ​ໂລ​ແລະ​ຊີ​ລາ ສ່ວນ​ຜູ້​ປົກ​ຄອງ​ກໍ​ໄດ້​ຈີກ​ເຄື່ອງ​ນຸ່ງ​ຂອງ​ທ່ານ​ທັງ​ສອງ​ເສັຽ ແລ້ວ​ສັ່ງ​ໃຫ້​ເອົາ​ໄມ້​ແສ້​ຂ້ຽນ

23 ເມື່ອ​ຂ້ຽນ​ທ່ານ​ທັງ​ສອງ​ຫລາຍ​ບາດ​ແລ້ວ ກໍ​ເອົາ​ໄປ​ຍັດ​ໃສ່​ຄຸກ ແລະ​ສັ່ງ​ທັມ​ມະ​ໂຮງ​ໃຫ້​ຮັກ​ສາ​ເຂົາ​ໄວ້​ໃຫ້​ດີ

24 ເມື່ອ​ໄດ້​ຮັບ​ຄຳ​ສັ່ງຢ່າງ​ນີ້​ແລ້ວ ທັມ​ມະ​ໂຮງ​ກໍ​ໄດ້​ຍັດ​ທ່ານ​ທັງ​ສອງ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ເອົາ​ຕີນ​ໃສ່​ຂື່​ໄວ້​ໃຫ້​ແຫນ້ນ​

25 ແຕ່​ພໍ​ປະ​ມານ​ທ່ຽງ​ຄືນ​ໂປ​ໂລ​ກັ​ບ​ຊີ​ລາກໍ​ພາກັນ​ອ້ອນວອນ​ແລະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ເຈົ້າ ພວກ​ນັກ​ໂທດ​ກໍ​ຟັງ​ຢູ່

26 ໃນ​ປັດ​ຈຸ​ບັນ​ນັ້ນ​ກໍ​ເກີດ​ແຜ່ນ​ດິນ​ຫວັ່ນ​ໄຫວ​ໃຫຍ່ ຈົນ​ຮາກ​ຄຸກ​ສະ​ທ້ານ​ສະ​ເທືອນ ແລະ​ໃນ​ທັນ​ໃດ​ນັ້ນ​ປະ​ຕູ​ຄຸກ​ກໍ​ໄຂ​ອອກ​ທຸກ​ບານ ແລະ​ເຄື່ອງ​ຜູກ​ມັດ​ທຸກ​ຄົນ​ກໍ​ຫລຸດ​ເສັຽ

27 ເມື່ອ​ທັມ​ມະ​ໂຮງ​ຕື່ນ​ຂຶ້ນ​ກໍ​ເຫັນ​ປະ​ຕູ​ຄຸກ​ໄຂ ຈຶ່ງ​ຄຶດ​ວ່າ​ນັກ​ໂທດ​ຫນີ​ໄປ​ຫມົດ​ແລ້ວ ເລີຍ​ຊັກ​ດາບ​ອອກ​ຈວນ​ຈະ​ຂ້າ​ຕົວ​ເສັຽ

28 ແຕ່​ໂປ​ໂລ​ໄດ້​ຮ້ອງ​ສຽງ​ດັງ​ວ່າ, “ຢ່າ​ເຮັດ​ຮ້າຍ​ອັນ​ໃດ​ແກ່​ຕົວ​ເທາະ ພວກ​ເຮົາ​ຍັງ​ຢູ່​ທີ່​ນີ້​ທຸກ​ຄົນ”

29 ເມື່ອ​ທັມ​ມະ​ໂຮງ​ໄດ້​ເອີ້ນ​ໃຫ້​ເອົາ​ໄຟ​ມາ​ແລ້ວ ກໍ​ແລ່ນ​ໂດດ​ເຂົ້າ​ໄປ​ດ້ວຍ​ຕົວ​ສັ່ນ ຂາບ​ລົງ​ທີ່​ຕີນ​ຂອງ​ໂປ​ໂລ​ແລະ​ຊີ​ລາ

30 ແລະ​ໄດ້​ພາ​ທ່ານ​ສອງ​ອອກ​ມາ​ຖາມ​ວ່າ, “ທ່ານ​ເອີຍ, ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຕໍ່​ໄປ​ຈຶ່ງ​ຈະ​ພົ້ນ​ໄດ້”

31 ໂປ​ໂລ​ກັ​ບ​ຊີ​ລາ​ຕອບ​ວ່າ, “ຈົ່ງ​ເຊື່ອ​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ແລ້ວ​ທ່ານ​ຈະ​ໄດ້​ພົ້ນ ທັງ​ຄົວ​ເຮືອນ​ຂອງ​ທ່ານ​ດ້ວຍ”

32 ທ່ານ​ທັງ​ສອງ​ຈຶ່ງ​ໄດ້​ກ່າວ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ທັມ​ມະ​ໂຮງ​ກັບ​ຄົວ​ເຮືອນ​ທຸກ​ຄົນ​ຂອງ​ທ່ານ​ຟັງ

33 ໃນ​ກາງ​ຄືນ​ຊົ່ວ​ໂມງ​ດຽວ​ກັນ​ນັ້ນທັມ​ມະ​ໂຮງ​ໄດ້​ພາໂປ​ໂລ​ກັ​ບຊີ​ລາໄປ​ລ້າງ​ບາດ ແລະ​ໃນ​ທັນ​ໃດ​ນັ້ນ​ທັມ​ມະ​ໂຮງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ກັບ​ທັງ​ຄົວ​ເຮືອນ​ຂອງ​ຕົນ​

34 ແລ້ວ​ໄດ້​ພາທ່ານ​ທັງ​ສອງ​ຂຶ້ນ​ໄປ​ໃນ​ເຮືອນ​ຂອງ​ຕົນ ຈັດ​ໂຕະ​ລ້ຽງ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ພ້ອມ​ດ້ວຍ​ຄົວ​ເຮືອນ​ທັງ​ຫມົດ ເພາະ​ໄດ້​ວາງ​ໃຈ​ເຊື່ອ​ໃນ​ພຣະ​ເຈົ້າ​ແລ້ວ

35 ຄັນ​ຮຸ່ງ​ເຊົ້າ​ມາ​ພວກ​ຜູ້​ປົກ​ຄອງ​ໄດ້​ໃຊ້​ຕຳ​ຣວດ​ໄປ​ບອກ​ທັມ​ມະ​ໂຮງວ່າ ໃຫ້​ປ່ອຍ​ສອງ​ຄົນ​ນັ້ນ​ເສັຽ

36 ທັມ​ມະ​ໂຮງ​ຈຶ່ງ​ແຈ້ງ​ຄວາມ​ນັ້ນຕໍ່​ໂປ​ໂລ​ວ່າ, “ຜູ້​ປົກ​ຄອງ​ໄດ້​ໃຊ້​ຄົນ​ມາ​ບອກວ່າ ໃຫ້​ປ່ອຍ​ທ່ານ​ທັງ​ສອງ ເຫດ​ສັນ​ນັ້ນ, ບັດ​ນີ້​ເຊີນ​ອອກ​ໄປ​ດ້ວຍ​ຄວາມ​ສ​ງົບ​ສຸກ”

37 ແຕ່​ໂປ​ໂລ​ໄດ້​ກ່າວ​ແກ່​ພວກ​ຕຳ​ຣວດ​ວ່າ, “ເຂົາ​ໄດ້​ຂ້ຽນ​ເຮົາ​ຜູ້​ເປັນ​ສັນ​ຊາດ​ໂຣມ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ​ກ່ອນ​ຕັດ​ສີນ​ຄວາມ ແລະ​ໄດ້​ຍັດ​ໃສ່​ຄຸກ​ໄວ້ ມາ​ບັດ​ນີ້​ເຂົາ​ຈະ​ເສືອກ​ໄສ​ໃຫ້​ເຮົາ​ອອກ​ໄປ​ເປັນ​ການ​ລັບ​ຫລື ເຣັດ​ຢ່າງ​ນັ້ນ​ບໍ່​ໄດ້ ໃຫ້​ເຂົາ​ເອງ​ມາພາ​ພວກ​ເຮົາ​ອອກ​ໄປ”

38 ພວກ​ຕຳ​ຣວດ​ໄດ້​ນຳ​ຄວາມ​ນີ້​ໄປ​ແຈ້ງ​ຕໍ່​ພວກ​ຜູ້​ປົກ​ຄອງ ເມື່​ອ​ຜູ້​ປົກ​ຄອງ​ໄດ້​ຍິນ​ວ່າ​ໂປ​ໂລ​ກັບ​ຊີ​ລາ​ເປັນ​ຄົນ​ສັນ​ຊາດ​ໂຣມ​ເຂົາ​ກໍ​ຕົກ​ໃຈ

39 ຈຶ່ງ​ພ້ອມ​ກັນ​ມາ​ຂໍ​ອະ​ພັຍ​ໂທດ​ນຳ​ທ່ານ​ທັງ​ສອງ ຄັນ​ພາອອກ​ໄປ​ແລ້ວ​ຈຶ່ງ​ຂໍ​ໃຫ້​ໂປ​ໂລ​ກັ​ບ​ຊີ​ລາອອກ​ໄປ​ຈາກ​ເມືອງ​ເສັຽ

40 ເມື່ອ​ໄດ້​ອອກ​ຈາກ​ຄຸກ​ແລ້ວ ທ່ານ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ນາງ​ລີ​ເດັຽ ເມື່ອ​ພົບ​ພວກ​ພີ່​ນ້ອງ​ກໍ​ໄດ້​ກ່າວ​ຄວາມ​ຫນຸນ​ໃຈ​ແລ້ວ​ຈຶ່ງ​ລາ​ຈາກ​ໄປ



17

1 ເມື່ອ​ທ່ານ​ທັງ​ສອງ​ໄດ້​ຜ່ານ​ເມືອງອາ​ໂປ​ໂລ​ເນັຽ ກໍ​ມາ​ເຖິງ​ເມືອງ​ເທ​ຊະ​ໂລນິກ ທີ່​ນັ້ນ​ມີ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ

2 ໂປ​ໂລ​ໄດ້​ເຂົ້າ​ໄປ​ຫາ​ເຂົາ​ໃນ​ໂຮງ​ທັມ​ຕາມ​ເຄີຍ ແລະ​ໄດ້​ອ້າງ​ຂໍ້​ຄວາມ​ໃນ​ພຣະ​ຄັມ​ພີ​ໂຕ້ຕອບ​ກັບ​ເຂົາ​ໄດ້​ສາມ​ວັນ​ສະ​ບາ​ໂຕ

3 ແລະ​ໄຂ​ຂໍ້​ຄວາມ​ຊີ້​ແຈງ​ໃຫ້​ເຫັນ​ວ່າ ຈຳ​ເປັນ​ທີ່​ອົງ​ພຣະຄຣິດ​ຕ້ອງ​ຊົງ​ທົນ​ທຸກ​ທໍ​ຣະ​ມານ ແລະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ແລະ​ກ່າວ​ຕໍ່​ໄປ​ວ່າ, “ພຣະ​ເຢ​ຊູ​ຜູ້​ທີ່​ເຮົາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ ຜູ້​ນີ້​ແຫລະ, ເປັນ​ພຣະ​ຄຣິດ

4 ບາງ​ຄົນໃນ​ພວກ​ເຂົາ​ໄດ້​ຍອມ​ເຊື່ອ​ຈຶ່ງ​ສ​ມັກ​ເຂົ້າ​ເປັນ​ພັກ​ພວກ​ຂອງ​ໂປ​ໂລ​ກັບ​ຊີ​ລາ ຮວມ​ທັງ​ຊາດກ​ຣີກ​ຜູ້​ຢຳ​ເກງ​ພຣະ​ເຈົ້າ​ ແລະ​ຍິ່ງ​ຜູ້​ສຳ​ຄັນ​ບໍ່ໃຊ່​ຫນ້ອຍ​ຄົນ

5 ແຕ່​ພວກ​ຢິວ​ໄດ້​ຄຶດ​ເຫິງ​ສາ ໄປ​ຄົບ​ຄິດ​ກັບ​ຄົນ​ພານ​ຕາມ​ຕ​ລາດ ຮວບ​ຮວມ​ກັນ​ມາ​ຢ່າງ​ຫລວງ​ຫລາຍ​ກໍ່ການ​ອົ​ລ​ຫົນ​ວຸ້ນ​ວາຍ​ຂຶ້ນ​ໃນ​ເມືອງ ແລ້ວ​ເຂົ້າ​ບຸ​ກ​ຣຸກ​ເຮືອນ​ຂອງຢາ​ໂຊນ​ພ​ຍາ​ຍາມ​ຈະ​ນຳ​ເອົາ​ທັງ​ສອງ​ອອກ​ມາ​ໃຫ້​ປະ​ຊາ​ຊົນ

6 ເມື່ອ​ບໍ່​ພົບ​ເຂົາ​ຈຶ່ງ​ລາກ​ເອົາ​ຢາ​ໂຊນ​ກັບ​ພີ່​ນ້ອງ​ລາງ​ຄົນ​ໄປ​ຫາ​ຜູ້​ປົກ​ຄອງ​ເມື​ອງ​ນັ້ນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່າ​ນີ້​ເປັນ​ພວກ​ຂວ້ຳ​ໂລກ​ມະ​ນຸດ​ໄດ້​ມາ​ທີ່​ນີ້

7 ແລ້ວ​ຢາ​ໂຊນ​ໄດ້​ຮັບ​ຕ້ອນ​ເຂົາ​ໄວ້ ແລະ​ບັນ​ດາ​ຄົນ​ເຫລົ່າ​ນີ້​ໄດ້​ເຣັດ​ຜິດ​ຕໍ່​ຂໍ້​ດຳ​ຣັດ​ຂອ​ງກາຍ​ຊາ ໂດຍ​ກ່າວ​ວ່າ ມີ​ກະ​ສັດ​ອີກ​ອົງ​ນຶ່ງ​ຄື ເຢ​ຊູ”

8 ດ້ວຍ​ຂໍ້​ຄວາມ​ນັ້ນ​ພວກຢິວ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ກັບ​ພ​ວກ​ຜູ້​ປົກ​ຄອງ​ຮ້ອນ​ໃຈ​ຂຶ້ນ

9 ແລະ​ເມື່ອ​ມີ​ຜູ້​ຮັບ​ປະ​ກັນ​ຕົວ​ຂອງ​ຢາໂຊນ​ແລະ​ຄົນ​ອື່ນໆ​ ແລ້ວ​ກໍ​ປ່ອຍ​ເຂົາ​ໄປ

10 ໃນ​ບັດ​ດຽວ​ນັ້ນ​ພວກ​ພີ່​ນ້ອງ​ຈຶ່ງ​ໃຫ້​ໂປ​ໂລ​ກັບ​ຊີ​ລາອອກ​ໄປ​ຍັງ​ເມືອງເບ​ຣອຍ​ອາ​ໃນ​ເວ​ລາ​ກາງ​ຄືນ ເມື່ອ​ເຖິງ​ແລ້ວ​ທ່ານ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ

11 ພວກ​ຢິວ​ເຫລົ່າ​ນີ້​ມີ​ຈິດ​ໃຈ​ສູງ​ສົ່ງ​ກວ່າ​ຊາວ​ເມືອງ​ເທ​ຊະ​ໂລ​ນິກ ເພາະ​ເຂົາ​ມີ​ໃຈ​ເຫລື້ອມ​ໃສ​ຮັບ​ເອົາ​ພຣະ​ທັມ​ແລະ​ຄົ້ນ​ເບິ່ງ​ພຣະ​ຄັມ​ພີ​ທຸກວັນ ເພື່ອ​ຢາກ​ຮູ້​ວ່າ​ຂໍ້​ຄວາມ​ນັ້ນ​ເປັນ​ຈິງ​ດັ່ງ​ກ່າວ​ຫລື​ບໍ່

12 ເຫດ​ສັນ​ນັ້ນ​ໃນ​ພວກ​ເຂົາ​ມີ​ຫລາຍ​ຄົນ​ໄດ້​ຮັບ​ເຊື່ອ ແລະ​ພວກ​ຜູ້​ຍິງ​ທີ່​ມີ​ກຽດ​ຕິ​ຍົດ​ແລະ​ຜູ້​ຊາຍ​ຊາວກ​ຣີກ​ບໍ່​ໃຊ່​ຫນ້ອຍ​ຄົນ​ໄດ້​ຣັບ​ເຊື່ອ​ເຫມືອນ​ກັນ

13 ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທ​ຊະ​ໂລ​ນິກ​ຊາບ​ຂ່າວ​ວ່າ ໂປ​ໂລ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ເມືອງ​ເບ​ຣອຍ​ອາ​ເຫມືອນ​ກັນ ເຂົາ​ກໍ​ພາ​ກັນ​ມາ​ທີ່​ນັ້ນ​ຍົວະ​ຍົງ​ປະ​ຊາ​ຊົນ​ໃຫ້​ວຸ້ນ​ວາຍ​ຂຶ້ນ

14 ໃນ​ທັນ​ໃດ​ນັ້ນ​ພວ​ກພີ່​ນ້ອງ​ໄດ້​ໃຫ້​ໂປ​ໂລ​ອອກ​ໄປ​ເຖິງ​ແຄມ​ທະ​ເລ ສ່ວນ​ຊີ​ລາກັບ​ຕີ​ໂມ​ທຽວ​ຍັງ​ພັກ​ຢູ່​ທີ່​ນັ້ນ

15 ຄົນ​ທີ່​ໄດ້​ສົ່ງ​ໂປ​ໂລ​ໄປ​ນັ້ນ​ກໍ​ໄດ້​ນຳ​ທ່ານ​ໄປ​ເຖິງ​ກຸງ​ອາ​ແຖນ ແລະ​ເມື່ອ​ໄດ້​ຮັບ​ຄໍາ​ສັ່ງ​ຈາກ​ທ່ານ​ໃຫ້​ບອກ​ຊີ​ລາ​ກັບ​ຕີ​ໂມ​ທຽວ​ໃຫ້​ມາ​ຫາ​ທ່ານ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ເຂົາ​ກໍ​ຈາກ​ໄປ

16 ຂ​ນະ​ທີ່​ໂປ​ໂລ​ຍັງ​ລໍ​ຖ້າ​ຊີລາກັບ​ຕີ​ໂມ​ທຽວ​ຢູ່​ກຸງ​ອາ​ແຖນ​ນັ້ນ ທ່ານ​ກໍ​ມີ​ຄວາມ​ເດືອດ​ຮ້ອນ​ເຄືອງ​ໃຈ ເພາະ​ໄດ້​ເຫັນ​ເມືອງ​ນັ້ນ​ເຕັມ​ໄປ​ດ້ວຍ​ພຣະ​ທຽມ

17 ເຫດ​ສັນ​ນັ້ນ​ທ່ານ​ຈຶ່ງ​ໂຕ້​ຖຽງ​ກັບ​ພວກ​ຢິວ ແລະ​ຜູ້​ທີ່​ຢຳ​ເກງ​ພຣະ​ເຈົ້າ​ໃນ​ໂຮງ​ທັມ ແລະ​ກັບ​ທຸກ​ຄົນ​ທີ່​ພົບ​ໃນ​ບ່ອນ​ປະ​ຊຸມ​ຊົນທຸກວັນ

18 ມີ​ນັກ​ປາດ​ລາງ​ຄົນ​ໃນ​ພວກ​ເອ​ປີ​ກູ​ຣຽວ ແລະ​ໃນ​ພວກ​ຊະ​ໂຕອິໂກ​ຟີ​ໂລ​ໂຊ​ເຟີ​ໄດ້​ມາ​ພົບ​ທ່ານ ລາງ​ຄົນ​ກ່າວ​ວ່າ, “ຄົນ​ເກັບ​ເລັມ​ຄວາມ​ຮູ້​ຜູ້​ນີ້​ຢາກ​ເວົ້າ​ອັນ​ໃດ” ລາງ​ຄົນ​ກ່າວ​ວ່າ, “ເຫມືອນ​ເປັນ​ຜູ້​ປະ​ກາດ​ພຣະຕ່າງ​ດ້າວ” ເພາະ​ໂປ​ໂລ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ແລະ​ການ​ຄືນ​ມາ​ຈາກ​ຕາຍ

19 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຈັບ​ໂປ​ໂລ​ພາ​ໄປ​ຍັງ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ແລ້ວ​ຖາ​ມ​ວ່າ, “ເຮົາ​ຂໍ​ຮູ້​ໄດ້​ຫລື​ບໍ່​ວ່າ​ຄວາມ​ສອນ​ອັນ​ໃຫ​ມ່​ທີ່​ທ່ານ​ກ່າວ​ນັ້ນ​ເປັນ​ຢ່າງ​ໃດ

20 ດ້ວຍ​ວ່າ​ທ່ານ​ນຳ​ເຣື່ອງ​ແປກ​ປ​ລາດ​ມາ​ເຖິງ​ຫູ​ຂອງ​ພວກ​ເຮົາ ເຫດ​ສັນ​ນັ້ນ​ພວກ​ເຮົາ​ຢາກ​ຊາບ​ວ່າ​ເຣື່ອງ​ເຫລົ່າ​ນີ້​ມີ​ຄວາມ​ຫມາຍ​ຢ່າງໃດ”

21 ເພາະ​ຊາວ​ອາ​ແຖນ​ທັງ​ປວງ​ກັບ​ພ​ວກ​ຕ່າງ​ປະ​ເທດ​ຊຶ່ງ​ອາ​ໄສ​ຢູ່​ທີ່​ນັ້ນ ບໍ່​ເຄີຍ​ເສັຽ​ເວ​ລາ​ກ່ຽວ​ກັບ​ສິ່ງ​ອື່ນໆ ນອກ​ຈາກ​ຈະ​ກ່າວ​ຫລື​ຟັງ​ສິ່ງ​ໃຫມ່ໆ

22 ຝ່າຍ​ໂປ​ໂລ​ຈຶ່ງ​ຢືນ​ຂຶ້ນ​ຖ້າມ​ກາງ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ແລ້ວ​ກ່າວ​ວ່າ, “ທ່ານ​ຊາວ​ກຸງ​ອາ​ແຖນ​ເອີຍ, ໃນ​ທຸກ​ສິ່ງທຸກ​ປະ​ການ​ຂ້າ​ພະເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ເປັນ​ຜູ້​ປະ​ຕິ​ບັດ​ພຣະ​ຕ່າງໆ​ຢ່າງ​ເຄັ່ງ​ຄັດ

23 ເພາະ​ວ່າ​ເມື່ອ​ຂ້າ​ພະ​ເຈົ້າ​ຜ່ານ​ມາ​ສັງ​ເກດ​ເບິ່ງ​ສິ່ງ​ທັງ​ປວງ​ທີ່​ພວກ​ທ່ານ​ນະ​ມັ​ສ​ການ ກໍ​ໄດ້​ເຫັນ​ແທ່ນ​ອັນ​ນຶ່ງ​ມີ​ຄຳ​ຈາ​ຣຶກ​ໄວ້​ວ່າ “ແດ່​ພຣະ​ເຈົ້າ​ທີ່​ເຮົາ​ບໍ່​ຮູ້​ຈັກ” ເຫດ​ສັນ​ນັ້ນ​ພຣະ​ທີ່​ທ່ານ​ທັງ​ຫລາຍ​ນະ​ມັ​ສ​ການ​ເມື່ອ​ຍັງ​ບໍ່​ຮູ້​ຈັກ ພຣະ​ເຈົ້າ​ອົງ​ນີ້​ແຫລະ, ຂ້າ​ພະ​ເຈົ້າ​ມາ​ປະ​ກາດ​ແກ່​ພວກ​ທ່ານ

24 ພຣະ​ເຈົ້າ​ຜູ້​ຊົງ​ສ້າງ​ໂລກ​ກັບ​ສິ່ງ​ທັງ​ປວງ​ທີ່​ຢູ່​ໃນ​ໂລກ​ນັ້ນ ຄື​ຜູ້​ຊົງ​ເປັນ​ເຈົ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ພຣະ​ອົງ​ນັ້ນ​ແຫລະ, ບໍ່​ໄດ້​ຊົງ​ສະ​ຖິດ​ຢູ່​ໃນ​ວິ​ຫານ​ທີ່​ມື​ມະ​ນຸດ​ສ້າງ​ໄວ້

25 ພຣະ​ອົງ​ບໍ່​ຈຳ​ເປັນ​ໃຫ້​ມະ​ນຸດ​ປະ​ຕິ​ບັດ​ພຣະ​ອົງ ເຫມືອນ​ວ່າ​ຊົງ​ມີ​ພຣະ​ປະ​ສົງ​ສິ່ງ​ນຶ່ງ​ສິ່ງ​ໃດ ເພາະ​ພຣະ​ອົງ​ນີ້​ແຫລະ, ຊົງ​ເປັນ​ຜູ້​ປະ​ທານຊີ​ວິດ, ລົມ​ຫັນ​ໃຈ, ແລະ​ສິ່ງ​ສາ​ຣະ​ພັດ​ແກ່​ຄົນ​ທັງ​ປວງ

26 ພຣະ​ອົງ​ໄດ້​ຊົງ​ສ້າງ​ມະ​ນຸດ​ທຸ​ກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະ​ນຸດ​ຄົນ​ດຽວ ແລະ​ໃຫ້​ເຂົາ​ຢູ່​ທົ່ວ​ພິ​ພົບ​ໂລກ ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ເວ​ລາ​ແລະ​ກຳ​ນົດ​ເຂດ​ທີ່​ເຂົາ​ຢູ່​ນັ້ນ

27 ເພື່ອ​ເຂົາ​ຈະ​ໄດ້​ສ​ແວງ​ຫາ​​ພຣະ​ເຈົ້າ ຫວັງ​ວ່າ​ເຂົາ​ຈະ​ງົມ​ຫາ​ຈົນ​ພົບ​ພຣະ​ອົງ ແຕ່​ທີ່​ຈິງ​ພຣະ​ອົງ​ບໍ່​ຊົງຢູ່​ໄກ​ຈາກ​ເຮົາ​ທຸກ​ຄົນ

28 ເພາະ​ວ່າ “ໃນ​ພຣະ​ອົງ​ນັ້ນ​ພວກ​ເຮົາ​ມີ​ຊີ​ວິດ, ເຄື່ອນ​ໄຫວ​ໄປ​ມາ, ແລະ​ເປັນ​ຢູ່” ດັ່ງ​ນັກ​ແຕ່ງ​ກາບກອນ​ໃນ​ພວກ​ທ່ານ​ລາງ​ຄົນ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ພຣະ​ອົງ​ເຫມືອນ​ກັນ”

29 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ພຣະ​ເຈົ້າ ແລ້ວ​ພ​ວກ​ເຮົາ​ກໍ​ບໍ່​ຄວນ​ຖື​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ເຫມືອນ​ຄຳ, ເງິນ, ຫລື​ຫີນ ທີ່​ສ​ລັກ​ຄວັດ​ຫລື​ແຕ້ມ​ດ້ວຍ​ສິ​ລ​ປະ​ແລະ​ຄວາມ​ນຶກ​ຄິດ​ຂອງ​ມະ​ນຸດ

30 ໃນ​ສະ​ໄຫມ​ທີ່​ມະ​ນຸດ​ຍັງ​ໂງ່​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ພຣະ​ອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດ​ນີ້​ພຣະ​ອົງ​ຊົງ​ສັ່ງ​ແກ່​ມະ​ນຸດ​ທັງ​ປວງ​ໃນ​ທົ່ວ​ທຸກ​ບ່ອນ​ ໃຫ້​ຖິ້ມ​ໃຈ​ເກົ່າເອົາ​ໃຈ​ໃຫມ່

31 ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ວັນ​ນຶ່ງ​ໄວ້ ໃນ​ວັນ​ນັ້ນ​ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລ​ກ​ຕາມ​ຄວາມ​ຍຸດ​ຕິ​ທັມ ໂດຍ​ມະ​ນຸດ​ຜູ້​ນຶ່ງ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງ​ປວງ​ມີ​ຄວາມ​ແນ່​ໃຈ​ໃນ​ເຣື່ອງ​ນີ້ ໂດຍ​ຊົງ​ບັນ​ດານ​ໃຫ້​ມະ​ນຸດ​ຜູ້​ນັ້ນ​ຄືນ​ມາ​ຈາກ​ຕາຍ”

32 ເມື່ອ​ເຂົາ​ໄດ້​ຍິນ​ຄຳ​ຊຶ່ງວ່າ “ເປັນ​ຄືນ​ມາ​ຈາກ​ຕາຍ” ລາງ​ຄົນ​ກໍ​ເຍາະ​ເຍີ້ຍ​ແຕ່​ລາງ​ຄົນ​ເວົ້າ​ວ່າ, “ພ​ວກເຮົາ​ຈະ​ຄອຍ​ຟັງ​ທ່ານ​ກ່າວ​ເຣື່ອງ​ນີ້​ອີກ”

33 ດັ່ງ​ນັ້ນ​ໂປ​ໂລ​ຈຶ່ງ​ໄດ້​ອອກ​ຈາກ​ຖ້າມ​ກາງ​ເຂົາ​ໄປ

34 ແຕ່​ມີ​ຊາຍ​ລາງ​ຄົນ​ໄດ້​ຕິດ​ພັນ​ຢູ່​ກັບ​ໂປ​ໂລ​ແລະ​ໄດ້​ຮັບ​ເຊື່ອ ໃນ​ຄົນ​ເຫລົ່າ​ນັ້ນ​ມີ ດີ​ໂອ​ນີ​ຊີ​ໂອ ຜູ້​ເປັນ​ສະ​ມາ​ຊິກ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ກັບຍິງ​ຄົນ​ນຶ່ງ​ຊື່ ດາ​ມາ​ຣີ ແລະ​ຄົນ​ອື່ນໆ​ດ້ວຍ



18

1 ຫລັງ​ຈາກ​ນັ້ນ​ໂປ​ໂລ​ໄດ້​ອອກ​ຈາກກຸງ​ອາ​ແຖນໄປ​ຍັງ​ເມືອງ​ໂກ​ຣິນ​ໂທ

2 ຈຶ່ງ​ພົບ​ຄົນ​ຢິວ​ຄົນ​ນຶ່ງ​ຊື່ ອາ​ກິ​ລາ ຊຶ່ງ​ເກີດ​ຢູ່​ເມືອງ​ປົນ​ໂຕ​ແຕ່​ຫາ​ກໍ​ມາ​ຈາກ​ປະ​ເທດ​ອີ​ຕາ​ລີ​ກັ​ບ​ພັຣ​ຍາ​ຊື່ ປິ​ຊະກິ​ລາ ເພາະ​ຈັກ​ກະ​ພັດ​ກ​ລາວ​ດີ​ໂອໄດ້​ອອກ​ດຳ​ຣັດ​ສັ່ງ​ໃຫ້​ຊາວ​ຢິວ​ທັງ​ປວງ​ອອກ​ຫນີ​ຈາກ​ກຸງ​ໂຣມ​ ສ່ວນ​ໂປ​ໂລ​ກໍ​ໄປ​ຫາ​ເຂົາ​ທັງ​ສອງ

3 ເພາະ​ມີ​ອາ​ຊີບ​ຢ່າງ​ດຽວ​ກັນ ໂປ​ໂລ​ຈຶ່ງ​ໄດ້​ໄປ​ອາ​ໄສ​ຢູ່​ກັບ​ເຂົາ​ທັງ​ສອງ​ຝ່າຍ​ເປັນ​ຊ່າງ​ເຮັດ​ຜ້າ​ເຕັນ ເຂົາ​ຈຶ່ງ​ເຮັດ​ການ​ຮ່ວມ​ກັນ

4 ທຸກວັນ​ສະ​ບາ​ໂຕ​ເຄີຍ​ໂຈດ​ຖຽງ​ກັນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ຊັກ​ຊວນ​ພວກ​ຢິວ​ທັງ​ພວກກ​ຣີ​ກ​ໃຫ້​ເຊື່ອ

5 ແຕ່​ເມື່ອ​ຊີ​ລາ​ກັບ​ຕີ​ໂມ​ທຽວລົງ​ມາ​ຈາກ​ແຂວ​ງ​ມາ​ເກ​ໂດ​ເນັຽ​ແລ້ວ ໂປ​ໂລ​ໄດ້​ຕັ້ງ​ຕົ້ນ​ສລະ​ເວ​ລາ​ທັງ​ຫມົດ​ປະ​ກາດ​ພຣະ​ທັມ ແລະ​ເປັນ​ພຍານ​ແກ່​ພວກ​ຢິວ​ວ່າ​ພຣະ​ເຢ​ຊູ​ແມ່ນ​ພຣະ​ຄຣິດ

6 ແຕ່​ເມື່ອ​ພວກ​ເຫລົ່າ​ນັ້ນ​ຂັດ​ຂວາງ​ແລະ​ກ່າວ​ຄຳ​ຫຍາບ​ຊ້າ ໂປ​ໂລ​ຈຶ່ງ​ສັ່​ນ​ເສື້ອ​ຜ້າ​ຕໍ່​ເຂົາ ແລ້ວ​ເວົ້າ​ວ່າ, “ໃຫ້​ໂທດ​ຂອງ​ພວກ​ທ່ານ​ຕົກ​ໃສ່​ຫົວ​ຂອງ​ພວກ​ທ່ານ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່​ມີ​ໂທດ ຕັ້ງ​ແຕ່​ນີ້​ໄປ​ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງ​ຊາດ”

7 ທ່ານ​ຈຶ່ງ​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ເຂົາ​ໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນຶ່ງ​ຊື່ ຕີ​ຕີ​ໂຢ​ຢູ​ຊະ​ໂຕເປັນ​ຄົນ​ນັບ​ຖື​ພຣະ​ເຈົ້າ ເຮືອນ​ຂອງ​ທ່ານ​ຢູ່​ຖັດ​ໂຮງ​ທັມ

8 ຝ່າຍ​ກິ​ສະ​ໂປນາຍ​ໂຮງ​ທັມ​ກັບ​ທັງ​ຄົວ​ເຮືອນ​ຂອງ​ຕົນ ໄດ້​ຮັບ​ເຊື່ອ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຊາວ​ໂກ​ຣິນ​ໂທ​ຫລາຍ​ຄົນ ເມື່ອ​ໄດ້​ຟັງ​ແລ້ວ​ກໍ​ໄດ້​ເຊື່ອ​ແລະ​ຣັບ​ບັບ​ຕິ​ສະ​ມາ

9 ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ກັບ​ໂປ​ໂລ​ທາງ​ນິ​ມິດ​ໃນ​ກາງ​ຄືນ​ວ່າ, “ຢ່າ​ຊູ່​ຢ້ານ ແຕ່​ຈົ່ງ​ປະ​ກາດ​ຕໍ່​ໄປ ຢ່າ​ມິດ​ຢູ່

10 ເພາະ​ວ່າ​ຝ່າຍ​ເຮົາ ເຮົາ​ຢູ່​ກັບ​ເຈົ້າ ແລະ​ຈະ​ບໍ່​ມີ​ຜູ້​ນຶ່ງ​ຜູ້​ໃດ​ໂຈມ​ຕີ​ທຳ​ຮ້າຍ​ເຈົ້າ ດ້ວຍ​ວ່າ​ພົ​ລ​ເມືອງ​ຂອງ​ເຮົາ​ໃນ​ນະ​ຄອນ​ນີ້​ກໍ​ມີ​ຫລາຍ”

11 ຝ່າຍ​ໂປ​ໂລ​ໄດ້​ອາ​ໄສ​ຢູ່​ປີ​ນຶ່ງ​ກັບ​ຫົກ​ເດືອນ ສັ່ງ​ສອນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຖ້າມ​ກາງ​ເຂົາ

12 ແຕ່​ຄາວ​ເມື່ອ​ຄາ​ລິ​ໂອນ​ເປັນ​ຜູ້​ປົກ​ຄອງ​ແຂວງ​ອາຂາ​ຢາ ພວກ​ຢິວໄດ້​ພາ​ກັນ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ໂປ​ໂລ ແລະ​ພາ​ທ່ານ​ໄປ​ສານ

13 ຟ້ອງວ່າ, “ຄົນ​ນີ້​ຊັກ​ຊວນ​ຄົນ​ທັງ​ຫລາຍ​ໃຫ້​ນະມັ​ສ​ການ​ພຣະ​ເຈົ້າ​ຕາມ​ທາງ​ຜິດ​ກົດ​ຫມາຍ”

14 ເມື່ອ​ໂປ​ໂລ​ກຳ​ລັງ​ຈະ​ອອກ​ປາກ ຝ່າຍ​ຄາ​ລີ​ໂອນກໍ​ກ່າ​ວ​ແກ່​ພວກ​ຢິວ​ວ່າ, “ໂອ ຊາວ​ຢິວ​ທັງ​ຫລາຍ, ຖ້າ​ເປັນ​ເຣື່ອງ​ການ​ຜິດ​ຫລື​ການ​ຊົ່ວ​ຊ້າ​ປະ​ການ​ໃດ​ປະ​ການ​ນຶ່ງ ສົມ​ຄວນ​ເຮົາ​ຈະ​ອົດ​ຟັງ​ພວກ​ທ່ານ

15 ແຕ່​ຖ້າ​ເປັນ​ການ​ໂຕ້​ຖຽງ​ກັນ​ເຖິງ​ເຣື່ອງ​ຖ້ອຍ​ຄວາມ​ກັບ​ຊື່​ຕ່າງໆ ແລະ​ພຣະ​ບັນ​ຍັດ​ຂອງ​ພວກ​ທ່ານ​ແລ້ວ ກໍ​ໃຫ້​ເປັນ​ທຸ​ຣະ​ຂອງ​ພວກ​ທ່ານ​ເອງ ຝ່າຍ​ເຮົາ​ບໍ່​ຢາກ​ເປັນ​ຜູ້​ຕັດ​ສີນ​ໃນ​ເຣື່ອງ​ຢ່າງ​ນັ້ນ”

16 ທ່ານ​ຈຶ່ງ​ໄລ່​ພວກ​ນັ້ນ​ອອກ​ໄປ​ຈາກ​ສານ

17 ແລ້ວເຂົາ​ພາ​ກັນ​ຈັບ​ໂຊ​ຊະ​ເທ​ເນສ​​ແທນ​ນາຍ​ໂຮງ​ທັມ​ໄປ​ຂ້ຽນ​ຕີ​ຕໍ່​ຫນ້າ​ສານ ສ່ວນ​ຄາລີ​ໂອ​ນກໍ​ບໍ່​ເຂົ້າ​ຫຍຸ້ງ​ກ່ຽວ​ກັບ​ການ​ນັ້ນ​ຈັກ​ຢ່າງ

18 ສ່ວນ​ໂປ​ໂລເມື່ອ​ໄດ້​ພັກ​ຢູ່​ກັບ​ພວກ​ພີ່​ນ້ອງ​ອີກ​ຫລາຍ​ວັນ​ສົມ​ຄວນ ກໍ​ໄດ້​ລາ​ຈາກ ເຂົາ​ຈຶ່ງ​ລົງ​ເຮືອ​ສະ​ເພົາ​ເດີນ​ທາງ​ໄປ​ສູ່​ແຂວງ​ຊີ​ເຣັຽ ແລະ​ປີ​ຊະກີລາ​ກັບ​ອາ​ກີ​ລາ​ກໍ​ໄປ​ນຳ​ຢູ່​ທີ່​ເມືອງ​ເກັນ​ເຂ​ໄອ ທ່ານ​ໄດ້​ແຖຫົວ​ເພາະ​ບະ​ບົນ​ຕົວ​ໄວ້

19 ເມື່ອ​ເຂົາ​ມາ​ເຖິງ​ເມືອງ​ເອ​ເຟ​ໂຊ ໂປ​ໂລ​ໄດ້​ປະ​ປີ​ຊະ​ກີ​ລາ​ກັບ​ອາ​ກີ​ລາ​ໄວ້​ທີ່​ນັ້ນ ແຕ່​ທ່ານ​ເອງ​ໄດ້​ເຂົ້າ​ໄປ​ໂຈດ​ຖຽງ​ກັບ​ພວກ​ຢິວ​ໃນ​ໂຮງ​ທັມ

20 ເມື່ອ​ຄົນ​ເຫລົ່າ​ນັ້ນ​ຂໍ​ໃຫ້​ທ່ານ​ຢູ່​ຕໍ່​ໄປ​ທ່ານ​ກໍ​ບໍ່​ຍອມ

21 ແຕ່​ໄດ້​ລາ​ເຂົາ​ໄປ​ໂດຍ​ເວົ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ​ເຮົາ​ຈະ​ກັບ​ມາ​ຫາ​ພວກ​ທ່ານ​ອີກ” ແລ້ວ​ທ່ານ​ໄດ້​ຈາກ​ເມືອງ​ເອ​ເຟ​ໂຊ​ໄປ​ທາງ​ເຮືອສະ​ເພົາ

22 ເມື່ອ​ຈອດ​ທີ່​ເມືອງ​ກາຍ​ຊາ​ເຣັຽແລ້ວ​ທ່ານ​ໄດ້​ຂຶ້ນ​ເມືອ​ຄຳ​ນັບ​ຄຣິ​ສ​ຕະ​ຈັກ ຈຶ່ງ​ໄດ້​ລົງ​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ

23 ເມື່ອ​ພັກ​ຢູ່​ທີ່​ນັ້ນ​ຈັກ​ຫວ່າງ​ນຶ່ງ​ແລ້ວ ທ່ານ​ໄດ້​ອອກ​ໄປ​ຜ່ານ​ແຂວງ​ຄາ​ລາ​ເຕັຽ ແລະ​ຟີ​ເຄັຽ​ຕາມ​ລຳ​ດັບ ເພື່ອ​ຊ່ອຍ​ຊູ​ກຳ​ລັງ​ພວກ​ສິດ

24 ມີ​ຄົນ​ຢິວ​ຜູ້​ນຶ່ງ​ຊື່ ອາ​ໂປ​ໂລ ເກີດ​ໃນ​ເມືອງ​ອາ​ເລັກ​ຊັນ​ເດັຽ ເປັນ​ຄົນ​ມີ​ໂວ​ຫານ​ດີ ແລະ​ຊຳ​ນານຫລາຍ​ໃນ​ທາງ​ພຣະ​ຄັມ​ພີ ທ່ານ​ຜູ້​ນີ້​ມາ​ຍັງ​ເມືອງ​ເອ​ເຟ​ໂຊ

25 ອາ​ໂປ​ໂລ​ນີ້​ໄດ້​ຮັບ​ການ​ອົບ​ຮົມ​ໃນ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ມີ​ໃຈ​ຮ້ອນ​ຮົນ​ກ່າວ​ສັ່ງ​ສອນ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ​ຢ່າງ​ຖືກ​ຕ້ອງ ເຖິງ​ປານ​ນັ້ນ​ທ່ານ​ກໍ​ຮູ້​ແຕ່​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຣັນ​ເທົ່າ​ນັ້ນ

26 ທ່ານ​ຜູ້​ນີ້​ໄດ້​ກ່າວ​ສັ່ງ​ສອນ​ດ້ວຍ​ໃຈ​ກ້າ​ໃນ​ໂຮງ​ທັມ ແຕ່​ເມື່ອ​ປີ​ຊະ​ກີ​ລາ​ແລະ​ອາ​ກີ​ລາ​ໄດ້​ຟັງ​ທ່ານ​ແລ້ວ ເຂົາ​ຈຶ່ງ​ຕ້ອນ​ຮັບ​ທ່ານ​ມາ​ອະ​ທິ​ບາຍ​ໃຫ້​ຮູ້​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ຫລາຍ​ຂຶ້ນ

27 ເມື່ອ​ທ່ານ​ຕັດ​ສີນ​ໃຈ​ຈະ​ຂ້າມ​ໄປ​ຍັງ​ແຂວງ​ອາ​ຂາ​ຢາ ພວກ​ພີ່​ນ້ອງ​ໄດ້​ຫນຸນ​ໃຈ​ທ່ານ ແລະ​ຂຽນ​ຈົດ​ຫມາຍ​ຝາກ​ໄປ​ເຖິງ​ພວກ​ສິດ​ທີ່​ນັ້ນ​ໃຫ້​ຕ້ອນ​ຮັບ​ທ່ານ​ໄວ້ ຄັນ​ທ່ານ​ໄປ​ເຖິງ​ແລ້ວ ທ່ານ​ກໍ​ຊ່ອຍ​ເຫລືອ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຊື່ອ​ຍ້ອນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ

28 ເພາະ​ທ່ານ​ໄດ້​ໂຕ້​ຖຽງ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ ແລະ​ຊີ້​ຍົກ​ຫລັກ​ໃນ​ພຣະ​ຄັມ​ພີ​ອ້າງ​ໃຫ້​ເຫັນ​ວ່າ​ພຣະ​ເຢ​ຊູ​ແມ່ນ​ພຣະ​ຄຣິດ



19

1 ຂ​ນະ​ທີ່​ໂປ​ໂລ​ຍັງ​ຢູ່​ເມືອງ​ໂກ​ຣິນ​ໂທ ໂປ​ໂລ​ໄດ້​ເດີນ​ທາງ​ຜ່ານ​ເຂດ​ພາກ​ເຫນືອ​ແລະ​ກໍ​ມາ​ເຖິງ​ເມືອງ​ເອ​ເຟ​ໂຊ ທີ່​ນັ້ນ​ທ່ານ​ໄດ້​ພົບ​ລູກ​ສິດ​ລາງ​ຄົນ

2 ຈຶ່ງ​ຖາມ​ເຂົາ​ວ່າ, “ເມື່ອ​ທ່ານ​ທັງ​ຫລາຍ​ເຊື່ອ​ນັ້ນ ພວກ​ທ່ານ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຫລື​ບໍ” ເຂົາ​ຕອບ​ວ່າ, “ບໍ່ ທີ່​ວ່າ​ມີ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ນັ້ນ​ກໍ​ບໍ່​ເຄີຍ​ໄດ້​ຍິນ”

3 ໂປ​ໂລ​ຈຶ່ງ​ຖາມ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກ​ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແນວ​ໃດ” ເຂົາ​ຕອບ​ວ່າ, “ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ”

4 ແລ້ວ​ໂປ​ໂລ​ຈຶ່ງບອກວ່າ, “ໂຢຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ກ່ຽວ​ເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ໂດຍ ບອກ​ແກ່​ພົ​ລ​ເມືອງ​ໃຫ້​ເຊື່​ຜູ້​ທີ່​ຈະ​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະ​ເຢ​ຊູ”

5 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ

6 ເມື່ອ​ໂປ​ໂລ​ໄດ້​ວາງ​ມື​ໃສ່​ເຂົາ​ແລ້ວ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ກໍ​ສະ​ເດັດ​ມາ​ເທິງ​ເຂົາ ເຂົາ​ຈຶ່ງ​ຕັ້ງ​ຕົ້ນ​ປາກ​ພາ​ສາ​ແປກໆ​ແລະ​ໄດ້​ທຳ​ນວາຍ

7 ຊາວ​ເຫລົ່າ​ນັ້ນ​ມີ​ປະ​ມານ​ສິບ​ສອງ​ຄົນ

8 ຝ່າຍ​ໂປ​ໂລ​ໄດ້​ເຂົ້າ​ໄປ​ກ່າວ​ສົນ​ທະ​ນາ​ໃນ​ໂຮງ​ທັມ​ດ້ວຍ​ໃຈ​ກ້າໃນ​ລະ​ຫວ່າງ​ສາມ​ເດືອນ​ໂຈດ​ຖຽງ​ແລະ​ຊັກ​ຊ​ວນ​ໃຫ້​ເຊື່ອ​ໃນ​ສິ່ງ​ທີ່​ກ່າວ​ເຖິງ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ

9 ແຕ່​ລາງ​ຄົນ​ມີ​ໃຈ​ແຂງ​ກະ​ດ້າງ​ບໍ່ຍອມ​ເຊື່ອ ແລະ​ກ່າວ​ຫຍາບ​ຊ້າ​ເຣື່ອງ​ທາງ​ນັ້ນ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ ໂປ​ໂລ​ຈຶ່ງ​ແຍ​ກ​ອອກ​ຈາກ​ເຂົາ​ແລະ​ຄັດ​ເອົາ​ພວກ​ລູກ​ສິດ​ໄປ​ນຳ ແລະ​ທ່ານ​ໄດ້​ໂຕ້​ຖຽງ​ໃນ​ຫ້ອງ​ປະ​ຊຸມ​ຂອງ​ທ່ານ​ຕີ​ຣັນ​ນັ​ສ​ທຸກໆ​ວັນ

10 ການ​ນີ້​ມີ​ຢູ່​ເປັນ​ເວ​ລາ​ສອງ​ປີ ຈົນ​ວ່າ​ຄົນ​ທັງ​ຫລາຍ​ທີ່​ອາ​ໄສ​ຢູ່​ໃນ​ແຂວງ​ອາ​ເຊັຽ ທັງ​ພວກ​ຢິວ​ແລະ​ພວກກ​ຣີກ​ໄດ້​ຍິນ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

11 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ໂປ​ໂລ​ເຮັດ​ການ​ອິດ​ທິ​ຣິດ​ອັນ​ແປກ​ປ​ລາດ

12 ຈົນ​ເຂົາ​ໄດ້​ນຳ​ເອົາ​ຜ້າ​ເຊັດ​ເຫື່ອ​ກັບ​ຜ້າ​ກັ້ນ​ເປື້ອນ​ຈາກ​ຕົວ​ຂອງ​ໂປ​ໂລ​ໄປ​ວາງ​ໃສ່​ຄົນ​ປ່ວຍ​ໄຂ້​ພ​ຍາດ​ຕ່າງໆ​ກໍ​ຫາຍ​ແລະ​ຜີ​ຮ້າຍ​ກໍ​ອອກ​ໄປ

13 ແຕ່​ພວກ​ຢິວ​ບາງ​ຄົນ​ທີ່​ທຽວ​ໄປ​ເປັນ​ຫມໍ​ໄລ່​ຜີ ພ​ຍາ​ຍາມ​ໃຊ້​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂັບ​ໄລ່​ຜີ​ວ່າ, “ກູ​ບັງ​ຄັບ​ສູ​ໂດຍ​ພຣະ​ເຢ​ຊູ​ຊຶ່ງ​ໂປ​ໂລ​ປະ​ກາດ​ນັ້ນ

14 ອັນ​ນຶ່ງ​ມີ​ຢິວ​ຜູ້​ນຶ່ງ​ຊື່ ຊະ​ເກວາ ເປັນ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ມີ​ລູກ​ຊາຍ​ເຈັດ​ຄົນ​ທີ່​ເຮັດ​ການ​ຢ່າງ​ນັ້ນ

15 ສ່ວນ​ຜີ​ຮ້າຍໄດ້​ຕອບ​ເຂົາ​ວ່າ, “ພຣະ​ເຢ​ຊູ​ເຮົາ​ກໍ​ລື້ງ​ເຄີຍ ໂປ​ໂລ​ເຮົາ​ກໍ​ຮູ້​ຈັກ ແຕ່​ພວກ​ເຈົ້າ​ເປັນ​ຜູ້​ໃດ”

16 ຄົນ​ທີ່​ມີ​ຜີ​ສິງ​ຢູ່​ນັ້ນ​ໄດ້​ໂດດ​ໃສ່​ເຂົາ​ແລະ​ໃຊ້​ອຳ​ນາດ​ຊະນະ​ເຂົາ​ໄດ້ ຈົນ​ເຂົາ​ປົບ​ຫນີ​ອອກ​ຈາກ​ເຮືອນ​ຕົວ​ເປົ່າ​ແລະ​ເປັນ​ບາດ

17 ເຣື່ອງ​ນີ້​ກໍ​ໄດ້​ລື​ກັນ​ໄປ​ເຖິງຫູ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ເມືອງ​ເອ​ເຟ​ໂຊ ທັງ​ພວກ​ຢິວ​ແລະ​ພວກກ​ຣີກ ແລະ​ຄົນ​ທັງ​ປວງ​ກໍ​ພາ​ກັນ​ມີ​ຄວາມ​ຢ້ານ​ກົວ ແລະ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ກໍ​ເປັນ​ທີ່​ຍົກ​ຍໍ​ສໍ​ຣະ​ເສີນ

18 ມີ​ຫລາຍ​ຄົນ​ທີ່​ເຊື່ອແລ້ວ​ໄດ້​ມາ​ສາ​ຣະ​ພາບ​ແລະ​ເປີດ​ເຜີຍ​ການ​ທີ່​ເຂົາ​ເຄີຍ​ເຮັດ

19 ມີ​ຫລາຍ​ຄົນ​ທີ່​ໃຊ້​ເວດ​ມົນ​ຄາ​ຖາ​ໄດ້​ເອົາ​ຕຳ​ຣາ​ຂອງ​ຕົນ​ມາ​ເຜົາ​ໄຟ​ເສັຽ​ຕໍ່​ຫນ້າ​ຄົນ​ທັງ​ປວງ ຕຳ​ຣາ​ເຫລົ່າ​ນັ້ນ​ຄິດ​ຣາ​ຄາ​ເປັນ​ເງິນ​ຫ້າ​ຫມື່ນ​ຫລຽນ

20 ດັ່ງ​ນີ້​ແຫລະ, ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ບັງ​ເກີດ​ຜົນ​ຈະ​ເຣີນ​ຂຶ້ນ ແລະ​ມີ​ຊັຍຊະ​ນະ​ຢູ່​ດ້ວຍ​ຣິດ

21 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້​ໂປ​ໂລ​ຕັດ​ສີນ​ໃຈ ວ່າ​ຈະ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ໂດຍ​ຜ່ານ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອາ​ຂາ​ຢາ ໂດຍ​ເວົ້າ​ວ່າ, “ເມື່ອ​ໃດ​ໄປ​ທາງ​ນັ້ນ​ຈະ​ຕ້ອງ​ເຫັນ​ກຸງ​ໂຣມ​ເຫມືອນ​ກັນ”

22 ທ່ານ​ຈຶ່ງ​ໃຊ້​ຜູ້​ຊ່ອຍ​ຂອງ​ຕົນ​ສອງ​ຄົນ ຄື​ຕີ​ໂມ​ທຽວ​ກັບ​ເອ​ຣັ​ສ​ຕຸ​ສ ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ ຝ່າຍ​ທ່ານ​ເອງກໍ​ຍັງ​ພັກ​ຢູ່​ຫວ່າງ​ນຶ່ງ​ທີ່​ແຂວງ​ອາ​ເຊັຽ

23 ໃນ​ຄາວ​ນັ້ນ​ໄດ້​ເກີດ​ການ​ວຸ້ນ​ວາຍ​ອັນ​ໃຫຍ່​ກ່ຽວ​ເຣື່ອງ​ທາງນັ້ນ

24 ດ້ວຍ​ມີ​ຄົນ​ນຶ່ງ​ຊື່ ເດ​ເມ​ທິ​ໂອ ເປັນ​ຊ່າງ​ເງິນ ໄດ້​ເອົາ​ເຮັດ​ຮູບ​ວິ​ຫານ​ຂອງ​ພຣະ​ອາ​ຣ໌​ເຕ​ມິ​ສ ເປັນ​ເຫດ​ໃຫ້​ພວກ​ຊ່າງ​ໄດ້​ມີ​ງານ​ຫລວງ​ຫລາຍ

25 ດັ່ງ​ນັ້ນ​ເດ​ເມ​ທິ​ໂອ​ຈຶ່ງ​ເອີ້ນ​ບັນ​ດາ​ນາຍ​ຊ່າງ ແລະ​ຄົນ​ທີ່​ເຮັດ​ການ​ຄ້າຍ​ຄື​ກັນ​ມາ​ປະ​ຊຸມ ແລ້ວ​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຊາບ​ຢູ່​ວ່າ ພວກ​ເຮົາ​ໄດ້​ຊັບ​ສີນ​ເງິນ​ທອງ​ມາ​ກໍ​ເພາະ​ເຮັດ​ການ​ນີ້

26 ແລະ​ທ່ານ​ທັງ​ຫລາຍ​ໄດ້​ຮູ້​ເຫັນ​ຢູ່​ວ່າ​ບໍ່​ແມ່ນ​ແຕ່​ຈຳ​ເພາະ​ໃນ​ເມືອງ​ເອ​ເຟ​ໂຊ​ເມືອງ​ດຽວ ແຕ່​ເກືອບ​ທົ່ວ​ແຂວງ​ອາ​ເຊັຽ ໂປ​ໂລ​ຜູ້​ນີ້​ໄດ້​ຊັກ​ຊ​ວນ​ຄົນ​ຫລາຍ​ສົມ​ຄວນ​ໃຫ້​ຫລົງ​ໄປ ໂດຍ​ກ່າວ​ວ່າ “ພຣະ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ​ນັ້ນ ບໍ່​ແມ່ນ​ພຣະ​ເຈົ້າ​ແທ້ໆ”

27 ເປັນ​ຫນ້າ​ຢ້ານ​ວ່າ​ບໍ່​ແມ່ນ​ແຕ່​ອາ​ຊີບ​ຂອ​ງ​ພວກ​ເຮົາ​ຈະ​ເສັຽ​ຊື່​ສຽງ​ຢ່າງ​ດຽວ ແຕ່​ພຣະ​ວິ​ຫານ​ກັບ​ສະ​ຖານ​ທີ່​ນະ​ມັ​ສ​ການ​ຂອງ​ພຣະ​ມະ​ຫາ​ອາ​ເຕ​ມັ​ສ​ຈະ​ຖືກ​ຫມິ່ນ​ປມາດ​ເຫມືອນ​ກັນ ແລະ​ນາງ​ພຣະ​ນັ້ນ​ຊຶ່ງ​ເປັນ​ທີ່​ນັບ​ຖື​ຂອງ​ບັນ​ດາ​ຊາວ​ອາ​ເຊັຽກັບ​ຫມົດ​ທັງ​ໂລກ​ຈະ​ຕົກ​ຕ່ຳ​ຈະ​ສິ້ນ​ສະງ່າ​ຣາ​ສີ”

28 ຄັນ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຄຽດ​ແຄ້ນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະ​ອາ​ເຕ​ມັ​ສ​ຂອງ​ຊາວ​ເອ​ເຟ​ໂຊ​ເປັນ​ໃຫຍ່”

29 ແລ້ວ​ໄດ້​ເກີດ​ອົ​ລ​ຫົນ​ວຸ້ນ​ວາຍ​ຂຶ້ນ​ທົ່ວ​ທັງ​ເມືອງ​ເຂົາ​ໄດ້​ຈັບ​ເອົາ​ຄາ​ໂຢ​ກັບ​ອາ​ຣິ​ສຕາ​ໂຂ​ຊາວ​ເມ​ເກ​ໂດ​ເນັຽ ຜູ້​ເປັນ​ເພື່ອນ​ເດີນ​ທາງ​ຮ່ວມ​ກັບ​ໂປ​ໂລ​ດຶງ​ລາກ​ແລ່ນ​ເຂົ້າ​ໄປ​ໃນ​ສ​ນາມ​ລະ​ຄອນ

30 ຝ່າຍ​ໂປ​ໂລ​ມີ​ໃຈ​ຢາກ​ເຂົ້າ​ໄປ​ໃນ​ຖ້າມ​ກາງ​ປະ​ຊາ​ຊົນ ແຕ່​ພວກ​ລູກ​ສິດ​ບໍ່​ຍອມ​ໃຫ້​ໄປ

31 ມີ​ລາງ​ຄົນ​ໃນ​ພວກ​ຜູ້​ປົກ​ຄອງ​ແຂວງ​ອາ​ເຊັຽ​ເຫມືອນ​ກັນ ຊຶ່ງ​ເປັນ​ສະ​ຫາຍ​ຂອງ​ໂປ​ໂລ​ໄດ້​ໃຊ້​ຄົນ​ໄປ​ອ້​ອນວອນ ຂໍ​ຫ້າມ​ບໍ່​ໃຫ້​ໂປ​ໂລ​ເຂົ້າ​ໄປ​ໃນ​ສ​ນາມ​ລະ​ຄອນ

32 ອັນ​ນຶ່ງ, ຄົນ​ທັງ​ຫລາຍ​ຕ່າງ​ຄົນ​ຕ່າງ​ຮ້ອງ​ຂຶ້ນ ເພາະ​ວ່າ​ທີ່​ປະ​ຊຸມ​ວຸ້ນ​ວາຍ​ຫລາຍ ແລະ​ຄົນ​ສ່ວນ​ຫລາຍ​ບໍ່​ໄດ້​ຮູ້​ວ່າ​ເຂົາ​ມາ​ປະ​ຊຸມ​ກັນ​ດ້ວຍ​ເຣື່ອງ​ໃດ

33 ມີ​ລາງ​ຄົນ​ໃນ​ພວກ​ເຫລົ່າ​ນັ້ນ​ໄດ້​ແນະ​ນຳ​ອາ​ເລັກ​ຊັນ​ໂດ​ຊຶ່ງ​ເປັນ​ຄົນ​ທີ່​ພວກ​ຢິວ​ໃຫ້​ອອກ​ໄປ​ຂ້າງ​ຫນ້າ ອາ​ເລັກ​ຊັນ​ໂດ​ຈຶ່ງກວັກ​ມື​ຫມາຍ​ຈະ​ແກ້​ແທນ​ຕໍ່​ຫນ້າ​ປະ​ຊາ​ຊົນ

34 ແຕ່​ເມື່ອ​ເຂົາ​ສັງ​ເກດ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ຢິວ ເຂົາ​ທັງ​ປວງຈຶ່ງ​ຮ້ອງ​ເປັນ​ສຽງ​ດຽວ​ກັນ​ຢູ່​ປະ​ມານ​ສອງ​ຊົ່ວ​ໂມງວ່າ, “ພຣະ​ອາ​ເຕ​ມັ​ສ​ຂອງ​ຊາວ​ເອ​ເຟ​ໂຊ​ເປັນ​ໃຫຍ່”

35 ເມື່ອ​ເລ​ຂາ​ທິ​ການ​ເທ​ສ​ບານ​ໄດ້​ໃຫ້​ປະ​ຊາ​ຊົນ​ງຽບ​ລົງ​ແລ້ວ​ຈຶ່ງ​ກ່າວ​ວ່າ, “ຊາວ​ເອ​ເຟ​ໂຊ​ທັງ​ຫລາຍ​ເອີຍ, ມີ​ຜູ້​ໃດ​ຫນໍ​ທີ່​ບໍ່​ຮູ້​ວ່າ​ຊາວ​ເອ​ເຟ​ໂຊ​ນີ້​ເປັນ​ຜູ້​ຮັກ​ສາ​ດູ​ແລ​ວິ​ຫານ​ຂອງ​ນາງ​ພຣະ​ມະ​ຫາ​ອາ​ເຕ​ມັ​ສ ແລະ​ສິ່ງ​ສັກ​ສິດ​ທີ່​ຈັກ​ມາ​ຈາກ​ຟ້າ

36 ບັດ​ນີ້​ດ້ວຍ​ການ​ທັງ​ຫລາຍ​ອັນ​ຖຽງ​ບໍ່​ໄດ້​ນີ້ ທ່ານ​ທັງ​ຫລາຍ​ຄວນ​ສ​ງົບ​ລົງ ຢ່າ​ເຮັດ​ອັນ​ໃດ​ດ້ວຍ​ຮີບ​ຮ້ອນ

37 ດ້ວ​ຍວ່າ​ພວກ​ທ່ານ​ໄດ້​ນຳ​ເອົາ​ຄົນ​ເຫລົ່າ​ນີ້​ມາ ກໍບໍ່​ແມ່ນ​ເຂົາ​ເປັນ​ຄົນ​ປຸ້ນ​ວິ​ຫານ ຫລື​ຫມິ່ນ​ປມາດ​ນາງ​ພຣະ​ຂອງ​ພວກ​ເຮົາ

38 ເຫດ​ສັນ​ນີ້​ຖ້າ​ແມ່ນ​ເດ​ເມ​ທິ​ໂອ​ກັບ​ພວກ​ຊ່າງທີ່​ມີ​ອາ​ຊີບ​ຢ່າງ​ດຽວ​ກັນ​ເປັນ​ຄວາມ​ກັບ​ຜູ້​ໃດ ວັນ​ກຳ​ນົດ​ທີ່​ຈະ​ວ່າ​ຄວາມ​ກໍ​ມີ ຜູ້​ປົກ​ຄອງ​ບ້ານ​ເມືອງ​ກໍ​ມີ ໃຫ້​ເຂົາ​ມາ​ຟ້ອງ​ກັນ​ສາ

39 ແຕ່​ຖ້າ​ພວກ​ທ່ານ​ມີ​ຂໍ້​ຫາ​ອັນ​ໃດ​ອີກ ກໍ​ໃຫ້​ຊຳ​ຮະ​ກັນ​ໃນ​ທີ່​ປະ​ຊຸມ​ສາ​ມັນ

40 ເພາະ​ຫນ້າ​ຢ້ານ​ວ່າ​ພວກ​ເຮົາ​ຈະ​ຖືກ​ຟ້ອງວ່າ​ເປັນ​ຜູ້​ກໍ່​ການ​ວຸ້ນ​ວາຍ​ຂຶ້ນ​ໃນ​ວັນ​ນີ້ ເພາະ​ພວກ​ເຮົາບໍ່​ອາດ​ຍົກ​ຂໍ້​ໃດ​ມາ​ອ້າງ​ເປັນ​ສາຍ​ເຫດ​ພໍ​ແກ່​ການ​ວຸ້ນ​ວາຍ​ນີ້​ໄດ້”

41 ເມື່ອ​ກ່າວ​ດັ່ງ​ນີ້​ແລ້ວ​ທ່ານ​ກໍ​ສັ່ງ​ໃຫ້​ເລີກ​ປະ​ຊຸມ



20

1 ເມື່ອ​ການ​ວຸ້ນ​ວາຍ​ສ​ງົບ​ລົງ​ແລ້ວ​ໂປ​ໂລ​ໄດ້​ເອີ້ນ​ພວກ​ສິດ​ມາ ຈຶ່ງ​ກ່າວ​ຫນຸນ​ນ້ຳ​ໃຈ​ເຂົາ ແລ້ວ​ລາ​ອອກ​ເດີນ​ທາງ​ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ

2 ເມື່ອ​ຜ່ານ​ເຂດ​ນັ້ນ​ໄປ​ທ່ານ​ໄດ້​ກ່າວ​ຫນຸນ​ນ້ຳ​ໃຈ​ເຂົາ​ຫລາຍ​ຢ່າງ ແລ້ວກໍ​ມາ​ເຖິງ​ປະ​ເທດກ​ຣີກ

3 ທ່ານ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສາມ​ເດືອນ ເມື່ອ​ທ່ານ​ຈວນ​ຈະ​ລົງ​ເຮືອໄປ​ຍັງ​ແຂວງ​ຊີ​ເຣັຽ ພວກ​ຢິວ​ໄດ້​ຄຶດ​ປອງ​ຮ້າຍ​ໃສ່​ທ່ານ ແລ້ວ​ທ່ານ​ຈຶ່ງ​ໄດ້​ຕັ້ງ​ໃຈ​ຈະ​ກັບ​ຄືນ​ໄປ​ທາງ​ຜ່ານ​ແຂວງ​ມາ​ເກ​ໂດ​ເນັຽ

4 ຄົນ​ທີ່​ໄປ​ກັບ​ໂປ​ໂລ​ຄື​ໂຊປາ​ໂທລູກ​ຊາຍ​ຂອງປີ​ໂຣ​ໄທ​ເມືອງ​ເບ​ຣອຍ​ອາ ອາ​ຣິດ​ຕາ​ໂຂ​ກັບ​ຊະ​ກຸນ​ໂດ​ໄທ​ເມືອງ​ເທ​ຊະ​ໂລ​ນິກ ຄາ​ໂຍ​ໄທ​ເມືອງ​ເດ​ຣະ​ເບ ແລະ​ຕີ​ໂມ​ທຽວ ຕີ​ຂີ​ໂກ​ກັບ​ໂທ​ຟີ​ໂມ​ຊາວ​ແຂວງ​ອາ​ເຊັຽ

5 ຄົນ​ເຫລົ່າ​ນີ້​ໄດ້​ລ່ວງ​ຫນ້າ​ໄປ​ກ່ອນ​ແລະ​ຄອຍ​ຖ້າ​ພວກ​ເຮົາ​ຢູ່​ເມືອງ​ໂທ​ອາດ

6 ເມື່ອ​ວັນ​ເທ​ສ​ການ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ລ່ວງ​ໄປ​ແລ້ວ ຝ່າຍ​ພວກ​ເຮົາ​ໄດ້​ອອກ​ຈາກ​ເມືອງ​ຟີ​ລິບ​ປອຍ​ໄປ​ທາງ​ເຮືອສະ​ເພົາ ໃນ​ລະ​ຫວ່າງ​ຫ້າ​ວັນ​ກໍ​ມາ​ເຖິງ​ຄົນ​ເຫລົ່າ​ນັ້ນ​ທີ່​ເມືອງ​ໂທ​ອາດແລະ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ

7 ໃນວັນ​ຕົ້ນ​ສັ​ປ​ດາ​ພວກ​ເຮົາ​ໄດ້​ປະ​ຊຸມ​ກັນ​ທຳ​ພິ​ທີ​ຫັກ​ເຂົ້າ​ຈີ່ ໂປ​ໂລ​ໄດ້​ສົນ​ທະ​ນາ​ປາ​ສັຍ​ກັບ​ເຂົາ ເພາະ​ວ່າ​ວັນ​ຫນ້າ​ນັ້ນ​ຫມາຍ​ໃຈ​ຈະ​ລາ​ເຂົາ​ໄປ ທ່ານ​ໄດ້​ກ່າວ​ຍືດ​ຍາວ​ໄປ​ຈົນ​ເຖິງ​ທ່ຽງ​ຄືນ

8 ໃນ​ຫ້ອງ​ຊັ້ນ​ເທິງ​ທີ່​ພວກ​ເຮົາ​ປະ​ຊຸມ​ກັນ​ນັ້ນ​ມີ​ໂຄມ​ໄຟ​ຫລາຍ​ຫນ່ວຍ

9 ແລະ​ມີ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຊື່ ຢູ​ຕີ​ໂຂ ນັ່ງ​ຢູ່​ທີ່​ປ່ອງ​ຢ້ຽມ​ເຫງົາ​ນອນ​ເຕັມ​ທີ ແລະ​ເນື່ອງ​ຈາກໂປ​ໂລ​ກ່າວ​ດົນ​ນານ​ໄປ​ຄົນ​ນັ້ນ​ທົນ​ຕໍ່​ຄວາມ​ເຫງົາ​ນອນ​ບໍ່​ໄດ້ ຈຶ່ງ​ຫລັບ​ໄປ​ເລີຍ​ຕົກ​ລົງ​ຈາກ​ຊັ້ນ​ທີ່​ສາມ ເມື່ອ​ເຂົາ​ຍົກ​ຂຶ້ນ​ກໍ​ເຫັນ​ວ່າ​ເຂົາ​ຕາຍ​ເສັຽ​ແລ້ວ

10 ຝ່າຍ​ໂປ​ໂລ​ໄດ້​ລົງ​ໄປ​ກົ້ມ​ຕົວ​ກອດ​ຜູ້​ນັ້ນ​ແລ້ວ​ເວົ້າ​ວ່າ, “ຢ່າ​ວຸ້ນ​ວາຍ​ໃຈ​ເພາະ​ຊີ​ວິດ​ຍັງ​ຢູ່​ໃນ​ຕົວ​ເຂົາ”

11 ຄັນ​ໂປ​ໂລ​ຂຶ້ນ​ເມືອ​ແລະ​ຫັກ​ເຂົ້າ​ຈີ່​ຮັບ​ປະ​ທານ​ແລ້ວ ກໍ​ສົນ​ທະ​ນາ​ກັບ​ເຂົາ​ຕໍ່​ໄປ​ອີກ​ກົນ​ນານ​ສົມ​ຄວນ​ຈົນ​ເຖິງ​ຮຸ່ງ​ເຊົ້າ ແລ້ວ​ທ່ານ​ໄດ້​ຈາກ​ເຂົາ​ໄປ

12 ແລ້ວ​ເຂົາ​ໄດ້​ນຳ​ເອົາ​ຊາຍ​ຫນຸ່ມຜູ້​ຍັງ​ເປັນ​ຢູ່​ນັ້ນ​ໄປ ໂດຍ​ມີ​ຄວາມ​ຍິນ​ດີ​ບໍ່​ໃຊ່​ນ້ອຍ

13 ຝ່າຍ​ພວກ​ເຮົາ​ໄດ້​ລົງ​ເຮືອ​ກ່ອນ​ຈຶ່ງ​ເດີນ​ທາງ​ນ້ຳ​ໄປ​ເຖິງ​ເມືອງ​ອາ​ໂຊ ຫມາຍ​ໃຈ​ວ່າ​ຈະ​ຮັບ​ໂປ​ໂລ​ຂຶ້ນ​ເຮືອທີ່​ນັ້ນ ດ້ວຍ​ວ່າ​ທ່ານ​ເອງ​ໄດ້​ຈັດ​ໄວ້​ຢ່າງ​ນັ້ນ ເພາະ​ທ່ານ​ຫມາຍ​ໃຈ​ວ່າ​ຈະ​ໄປ​ທາງ​ບົກ

14 ຄັນ​ທ່ານ​ພົບ​ພວກ​ເຮົາ​ທີ່​ເມືອງ​ອາ​ໂຊ​ແລ້ວ ພວກ​ເຮົາ​ກໍ​ຮັບ​ທ່ານ​ຂຶ້ນ​ເຮືອ​ມາ​ຍັງ​ເມືອງ​ມີ​ເຕ​ເລ​ເນ

15 ຄັນ​ອອກ​ຈາກ​ທີ່​ນັ້ນ​ວັນ​ນຶ່ງ​ແລ້ວ ກໍ​ມາ​ເຖິງ​ບ່ອນ​ທີ່​ຢູ່​ຊື່​ກັບ​ເກາະ​ຂີ​ໂອ ວັນ​ທີ່​ສອງ​ກໍ​ມາ​ຈອດ​ທີ່​ເກາະ​ຊາ​ໂມ ແລະ​ອີກວັນ​ນຶ່ງ​ກໍ​ມາ​ເຖິງ​ເມືອງ​ມີ​ເລ​ໂຕ

16 ດ້ວຍ​ໂປ​ໂລໄດ້​ຕັ້ງ​ໃຈ​ວ່າ​ຈະ​ກາຍ​ເມືອງ​ເອ​ເຟ​ໂຊໄປ​ເພື່ອ​ບໍ່​ໃຫ້​ຄ້າງ​ຢູ່​ເຫິງ​ໃນ​ແຂວງ​ອາ​ເຊັຽ ເພາະ​ທ່ານ​ຟ້າວ​ຢາກ​ໃຫ້​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ຖ້າ​ເປັນ​ໄດ້, ກໍ​ໃຫ້​ທັນ​ວັນ​ເທສ​ການ​ເພັນ​ເຕ​ຄອສ

17 ໂປ​ໂລ​ຈຶ່ງ​ໃຊ້​ຄົນ​ຈາ​ເມືອງ​ມີ​ເລ​ໂຕ​ໄປ​ຍັງ​ເມືອງ​ເອ​ເຟ​ໂຊ ເຊີນ​ເອົາ​ພວກ​ເຖົ້າ​ແກ່​ໃນ​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ມາ

18 ເມື່ອ​ເຂົາ​ມາ​ເຖິງ​ໂປ​ໂລ​ຈຶ່ງ​ກ່າວ​ວ່າ, “ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ຊາບ​ຢູ່​ແລ້ວ​ວ່າ ຕັ້ງ​ແຕ່​ວັນ​ທຳ​ອິດ​ທີ່​ເຮົາ​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ອາ​ເຊັຽ ທຸກ​ເວ​ລາ​ທີ່​ເຮົາ​ຢູ່​ກັບ​ພວກ​ທ່ານ​ເຮົາ​ໄດ້​ເຮັດ​ແນວ​ໃດ

19 ເຮົາ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ຖ່ອມ​ໃຈ​ທຸກ​ຢ່າງ ດ້ວຍ​ນ້ຳ​ຕາ​ໄຫລ ແລະ​ດ້ວຍບ​ການ​ຖືກ​ທົດ​ລອງທີ່​ບັງ​ເກີດ​ແກ່​ເຮົາ ດ້ວຍ​ພວກຢິວ​ຄຶດ​ປອງ​ຮ້າຍ​ຕໍ່​ເຮົາ

20 ສິ່ງ​ນຶ່ງ​ສິ່ງ​ໃດ​ອັນ​ເປັນ​ຄຸນ​ປ​ໂຍດ​ແກ່​ພວກ​ທ່ານ ເຮົາ​ບໍ່​ໄດ້​ທໍ້​ຖອຍ​ຈາ​ການ​ປະ​ກາດ​ແລະ​ສັ່ງ​ສອນ​ພວກ​ທ່ານ ໃນ​ທີ່​ປະ​ຊຸມ​ແລະ​ຕາມ​ບ້ານ​ຕາມ​ເຮືອນ

21 ທັງ​ເຕືອນ​ສະ​ຕິ​ຢ່າງ​ຫນັກ​ແຫນ້ນ​ໃຫ້​ພວກ​ຢິວ​ແລະ​ພວກກ​ຣີກ ເຖິງ​ເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຈຳ​ເພາະ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ຈຳ​ເພາະ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ

22 ແລະ​ເບິ່ງ​ແມ໋, ບັດ​ນີ້​ພຣະ​ວິນ​ຍານ​ຜູກ​ພັນ​ເຮົາ ຈຶ່ງ​ຈຳ​ເປັນ​ຈະ​ຕ້ອງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ບໍ່​ຮູ້​ວ່າ​ຈະ​ມີ​ອັນ​ໃດ​ບັງ​ເກີດ​ແກ່​ເຮົາ​ທີ່​ນັ້ນ

23 ເວັ້ນ​ໄວ້​ແຕ່​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ຊົງ​ເຕືອນ​ສະ​ຕິ​ເຮົາ​ໃນ​ທຸກໆ​ບ້ານທຸກ​ເມືອງວ່າ ເຄື່ອງ​ຜູກ​ມັດ​ແລະ​ຄວາມ​ທຸກ​ລຳ​ບາກ​ຄອຍ​ຖ້າ​ເຮົາ​ຢູ່

24 ແຕ່​ເຮົາ​ບໍ່​ໄດ້​ຖື​ວ່າ​ຊີ​ວິດອ​ຂງ​ເຮົາ​ເປັນ​ຂອງ​ມີ​ຄ່າ​ແກ່​ເຮົາ​ຢ່າງ​ໃດ​ເພື່ອ​ເຮົາ​ຈະ​ເຮັດ​ຫນ້າ​ທີ່​ຂອງ​ເຮົາ ແລະ​ຈະ​ໄດ້​ປະ​ຕິ​ບັດ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ​ຈາກອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ສຳ​ເຣັດ ຄື​ທີ່​ຈະ​ເປັນ​ພຍານ​ຢ່າງ​ຄົບ​ຖ້ວນ​ເຖິງ​ເຣື່ອງ​ຂ່າວ​ປະ​ເສີດ​ກ່ຽວ​ກັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ນັ້ນ

25 ແລະ​ເບິ່ງ​ແມ໋, ເຮົາ​ຜູ້​ທີ່​ທຽວ​ໄປ​ປະ​ກາດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ​ນັ້ນ ບັດ​ນີ້​ເຮົາ​ຊາບ​ຢູ່​ວ່າ​ຝ່າຍ​ພວກ​ທ່ານ​ຈະບໍ່​ເຫັນ​ຫນ້າ​ເຮົາ​ອີກ​ຕໍ່​ໄປ

26 ເຫດ​ສັນ​ນັ້ນ​ວັນ​ນີ້​ເຮົາ​ຢືນ​ຢັນ​ຕໍ່​ທ່ານ​ທັງ​ຫລາຍ ເຮົາ​ບໍ່​ມີ​ໂທດ​ໃນ​ຊາ​ຕາ​ກັມ​ຂອງ​ທ່ານ​ທຸກ​ຄົນ

27 ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ທໍ້​ຖອຍ​ຈາ​ກການ​ປະ​ກາດ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ໃຫ້​ພວກ​ທ່ານ​ຮູ້

28 ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ຕົວ​ເອງ​ໃຫ້​ດີ ແລະ​ລະ​ວັງ​ຮັກ​ສາ​ຝູງ​ແກະ​ທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ຕັ້ງ​ພວກ​ທ່ານ​ໄວ້​ໃຫ້​ເປັນ​ຜູ້​ດູ​ແລ ເພື່ອ​ບຳ​ຣຸງ​ລ້ຽງ​ຄຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ

29 ເຮົາ​ຮູ້​ຢູ່ວ່າ​ເມື່​ອເຮົາ​ຈາກ​ໄປ​ແລ້ວ ຈະ​ມີ​ຫມາ​ໄນ​ຕົວ​ຮ້າ​ຍ​ເຂົ້າ​ມາ​ໃນ​ຖ້າມ​ກາງ​ພວກ​ທ່ານ ມັນຈະ​ບໍ່​ເວັ້ນ​ຊີ​ວິດ​ຂອງ​ຝູງ​ແກະ

30 ຈະ​ມີ​ຊາຍ​ລາງ​ຄົນ​ເກີດ​ມາ​ຈາກ​ພວກ​ທ່ານ​ເອງ​ກ່າວ​ປີ້ນ​ຄວາມ​ຈິງ ເພື່ອ​ຊັກ​ຊວນ​ພວກ​ສິດ​ໃຫ້​ຫລົງ​ຕາມ​ເຂົາ​ໄປ

31 ເຫດ​ສັນ​ນັ້ນ​ຈົ່ງ​ເຝົ້າ​ລະ​ວັງ​ແລະ​ຈື່​ຈຳ​ໄວ້​ວ່າ ໃນ​ລະ​ຫວ່າງ​ສາມ​ປີ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເຮົາ​ບໍ່​ໄດ້​ຢຸດ​ຢ່ອນ​ໃນ​ການ​ເຕືອນ​ສະ​ຕິ​ທ່ານ​ທຸກ​ຄົນ​ດ້ວນ​ນ້ຳ​ຕາ​ໄຫ​ລ

32 ເຫດ​ສັນ​ນັ້ນ, ບັດ​ນີ້​ເຮົາ​ຝາກ​ທ່ານ​ທັງ​ຫລາຍ​ໄວ້​ກັບ​ພຣະ​ເຈົ້າ ແລະ​ກັບ​ພຣະ​ທັມ​ອັນ​ປະ​ກອບ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ ຊຶ່ງ​ມີ​ຣິດ​ອາດ​ສາ​ມາດ​ສ້າງ​ພວກ​ທ່ານ​ຂຶ້ນ​ໄດ້ ແລະ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ມໍ​ຣະ​ດົກ​ດ້ວຍ​ກັນ​ກັບ​ບັນ​ດາ​ຜູ້​ຖືກ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ

33 ເຮົາ​ບໍ່​ໄດ້​ໂລບ​ເອົາ​ເງິນ ເອົາ​ຄຳ ຫລື​ເສື້ອ​ຜ້າ​ຂອງ​ຜູ້​ໃດ

34 ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ຊາບ​ຢູ່​ແລ້ວ​ວ່າ ມື​ທັງ​ສອງ​ຂອງ​ເຮົາ​ນີ້​ແຫລະ, ໄດ້​ຮັບ​ໃຊ້​ຈັດ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ການກັບ​ພວກ​ທີ່​ຢູ່​ນຳ​ເຮົາ​ນັ້ນ

35 ໃນ​ການ​ທຸກ​ສິ່ງ​ທຸກ​ຢ່າງ​ເຮົາ​ໄດ້​ສະ​ແດງ​ໃຫ້​ພວກ​ທ່ານ​ເຫັນ​ວ່າ​ຄວນ​ຈະ​ຊ່ອຍ​ຄົນ​ທີ່​ມີ​ແຮງ​ນ້ອຍ ດ້ວຍ​ເຮັດ​ການ​ຫນັກ​ຫນ່ວງ​ດັ່ງ​ນີ້ ໂດຍ​ລະ​ນຶກ​ເຖິງ​ພຣະ​ທັມ​ຂອງ​ພຣະ​ເຢ​ຊູ​ເຈົ້າ ທີ່​ຊົງ​ກ່າວ​ແລ້ວ​ວ່າ “ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫລາຍກວ່າ​ການ​ຮັບ”

36 ເມື່ອ​ໂປ​ໂລ​ກ່າວ​ດັ່ງ​ນັ້ນ​ແລ້ວ​ທ່ານ​ກໍ​ຄຸ​ເຂົ່າ​ລົງ​ໄຫວ້ວອນ​ກັບ​ຄົນ​ເຫລົ່າ​ນັ້ນ

37 ເຂົາ​ທຸກ​ຄົນ​ຈຶ່ງ​ຮ້ອງ​ໄຫ້​ຫລາຍ ແລະ​ພາ​ກັນ​ກອດ​ຄໍ​ທ່ານ​ຈູບ​ຊົມ​ຢ່າງ​ຮັກ​ແພງ

38 ເຂົາ​ມີ​ຄວາມ​ທຸກ​ໃຈ​ຫລາຍ​ຍ້ອນ​ຄຳ​ນີ້​ຫລາຍ​ກວ່າ​ຂໍ້​ອື່ນໆ ຄື​ຄຳ​ທີ່​ທ່ານ​ກ່າວ​ວ່າ​ເຂົາ​ຈະ​ບໍ່​ເຫັນ​ຫນ້າ​ທ່ານ​ອີກ ແລ້ວ​ເຂົາ​ໄດ້​ພາ​ກັນ​ໄປ​ສົ່ງ​ທ່ານ​ເຖິງ​ເຮືອ



21

1 ເມື່ອ​ເຮົາ​ໄດ້​ລາ​ພັດ​ພາກ​ຈາກ​ເຂົາ​ໄປ​ແລ້ວ ກໍ​ໄດ້​ລົງ​ເຮືອ​ສະ​ເພົາ​ໄປ​ເຖິງ​ເກາະ​ໂກດ​ຕາມ​ທາງ​ກົງ ອີກວັນ​ນຶ່ງ​ກຳ​ມາ​ເຖິງ​ເກາະ​ໂຣ​ໂດ ເມື່ອ​ອອກ​ຈາກ​ທີ່​ນັ້ນ​ກໍ​ມາ​ເຖິງ​ເມືອງ​ປາ​ຕາ​ຣາ

2 ເມື່ອ​ໄດ້​ພົບ​ເຮືອ​ລຳ​ນຶ່ງ​ທີ່​ຈະ​ຂ້າມ​ໄປ​ແຂວງຟ​ອຍ​ນິ​ເກ ພວກ​ເຮົາ​ຈຶ່ງ​ລົງ​ເຮືອລຳ​ນັ້ນ​ຕໍ່​ໄປ

3 ເມື່ອ​ຫລຽວ​ເຫັນ​ເກາະ​ໄຊ​ປ​ຣັ​ສ​ແລ້ວ ພວກ​ເຮົາ​ເວັ້ນ​ເກາະ​ນັ້ນ​ຂ້າງ​ຊ້າຍ ແລ້ວ​ໄປ​ເຖິງ​ແຂວງ​ຊີ​ເຣັຽ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີ​ເຣ​ເພາະ​ຈະ​ເອົາ​ຂອງ​ບັນ​ທຸກ​ຂຶ້ນ​ທີ່​ນັ້ນ

4 ເມື່ອ​ໄດ້​ພົບ​ພວກ​ສິດ​ແລ້ວ ພວກ​ເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ ສິດ​ເຫລົ່າ​ນັ້ນ​ໄດ້​ບອກ​ໂປ​ໂລ​ໂດຍ​ພຣະ​ວິນ​ຍານ​ບໍ່​ໃຫ້​ທ່ານ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

5 ແຕ່​ເມື່ອ​ຄົບ​ເຈັດ​ວັນ​ແລ້ວ ພວກ​ເຮົາ​ໄດ້​ອອກ​ເດີນ​ທາງ​ຕໍ່​ໄປ ພວກ​ສິດ​ທັງ​ຫມົດ​ພ້ອມ​ທັງ​ເມັຽ​ແລະ​ລູກ​ໄດ້​ໄປ​ສົ່ງ​ພວກ​ເຮົາ​ນອກ​ເມືອງ ແລ້ວ​ເຮົາ​ທັງ​ຫລາຍ​ໄດ້​ພາກັນ​ຄຸ​ເຂົ່າ​ລົງ​ໄຫວ້ວອນ​ທີ່​ຫາດ​ຊາຍ

6 ແລະ​ຄຳ​ນັບ​ລາ​ຊຶ່ງ​ກັນ​ແລະ​ກັນ ພວກ​ເຮົາ​ກໍ​ລົງ​ເຮືອ ສ່ວນ​ເຂົາ​ກໍ​ພາ​ກັນ​ກັບ​ບ້ານ

7 ເມື່ອ​ສຸດ​ການ​ເດີນ​ທາງ​ຈາກ​ເມືອງ​ຕີ​ເຣ ກໍ​ມາ​ເຖິງ​ເມືອງ​ປະ​ໂຕ​ເລມາຍ ພວກ​ເຮົາ​ໄດ້​ຄຳ​ນັບ​ພວກ​ພີ່​ນ້ອງ​ແລະ​ພັກ​ຢູ່​ກັບ​ເຂົາ​ວັນ​ນຶ່ງ

8 ຕົກ​ມື້​ຫນ້າ​ມາ​ພວກ​ເຮົາ​ໄດ້​ອອກ​ໄປ​ຈຶ່ງ​ມາ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ ແລະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟີ​ລິບ​ຜູ້​ປະ​ກາດ​ຂ່າວ​ປະ​ເສີດ ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ເຈັດ​ຄົນ​ນັ້ນ ພວກ​ເຮົາ​ກໍ​ພັກ​ຢູ່​ກັບ​ທ່ານ

9 ອັນ​ນຶ່ງ, ທ່ານ​ຜູ້​ນີ້​ມີ​ລູກ​ສາວ​ສີ່​ຄົນ ຊຶ່ງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຍັງ​ເປັນ​ສາວ​ປ​ອດ​ຢູ່

10 ເມື່ອ​ພວກ​ເຮົາ​ໄດ້​ພັກ​ຢູ່​ຫັ້ນ​ຫລາຍ​ວັນ​ແລ້ວ ມີ​ຫມໍ​ທຳ​ນ​ວາຍ​ຜູ້​ນຶ່​ງລົງ​ມາ​ຈາກ​ແຂວງ​ຢູ​ດາຍ​ຊື່ ອາ​ຄະ​ໂບ

11 ເມື່ອ​ມາ​ເຖິງ​ພວກ​ເຮົາ​ແລ້ວ ອາ​ຄະ​ໂບ​ໄດ້​ເອົາ​ສາຍ​ຮັດ​ແອວ​ຂອງ​ໂປ​ໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນ ແລ້ວ​ກ່າວ​ວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ກ່າວ​ດັ່ງ​ນີ້ວ່າ “ຢ່າງ​ດຽວກັນ​ນີ້​ແຫລະ, ພວກ​ຢິວ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ມັດ​ຜູ້​ເປັນ​ເຈົ້າ​ຂອງ​ສາຍ​ຮັດ​ແອວ​ນີ້​ໄວ້ ແລ້ວ​ຈະ​ມອບ​ທ່ານ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ​ຊາດ”

12 ເມື່ອ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ ຝ່າຍ​ພວກ​ເຮົາ​ກັບ​ຄົນ​ທັງ​ຫລາຍທີ່​ຢູ່​ຫັ້ນ ໄດ້​ອ້ອນວອນ​ໂປ​ໂລ​ບໍ່​ໃຫ້​ຂຶ້ນ​ເມືອຍັງ​ກຸງ​ເຢ​ຣູ​ຊາ​ເລັມ

13 ຝ່າຍ​ໂປ​ໂລ​ຕອບ​ວ່າ, “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ຮ້ອງ​ໄຫ້​ແລະ​ເຮັດ​ໃຫ້​ເຮົາ​ຊ້ຳ​ໃຈ ດ້ວຍ​ເຮົາ​ເຕັມ​ໃຈ​ພ້ອມ​ແລ້ວ​ບໍ່​ໃຊ່​ທີ່​ຈະ​ໃຫ້​ເຂົາ​ຜູກ​ມັດ​ເຮົາ​ໄວ້​ເທົ່າ​ນັ້ນ ແຕ່​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຕາຍ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ ເພາະ​ເຫັນແກ່​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ”

14 ເມື່ອ​ທ່ານ​ບໍ່​ຍອມ​ຟັງ​ຕາມ​ຄຳ​ຊັກ​ຊ​ວນ​ພວກ​ເຮົາ​ກໍ​ບໍ່​ຊັກ​ຊວນ​ອີກ ມີ​ແຕ່​ກ່າວ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ທັຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ”

15 ຫລັງ​ຈາກ​ນັ້ນ​ພວກ​ເຮົາ​ໄດ້​ຈັດ​ແຈງ​ເອົາ​ສິ່ງ​ຂອງ ແລ້ວ​ຂຶ້ນ​ເມືອຍັງ​ກຸງ​ເຢ​ຣູ​ຊາ​ເລັມ​

16 ມີ​ລູກ​ສິດ​ລາງ​ຄົນ​ທີ່​ມາ​ຈາກ​ເມືອງ​ກາຍ​ຊາ​ເຣັຽ​ໄດ້​ໄປ​ນຳ​ພວກ​ເຮົາ ເຂົາ​ໄດ້​ພາ​ພວກ​ເຮົາ​ໄປ​ຫາ​ຜູ້​ນຶ່ງ​ຊື່ ມະ​ນາ​ໂນ​ໄທ​ເກາະ​ກຸບ​ໂຣ​ເປັນ​ລູກ​ສິດ​ເກົ່າ​ແກ່ ຊຶ່ງ​ເຮົາ​ຈະ​ພັກ​ອາ​ໄສ​ຢູ່​ກັບ​ຜູ້​ນັ້ນ

17 ເມື່ອ​ພວກ​ເຮົາ​ມາ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ພວກ​ພີ່​ນ້ອງ​ກໍ​ຕ້ອນ​ຮັບ​ດ້ວຍ​ຄວາມ​ຍິນ​ດີ

18 ຕົກ​ມື້​ຫນ້າ​ມາ​ໂປ​ໂລ​ກັບ​ເຮົາ​ທັງ​ຫລາຍ​ໄດ້​ເຂົ້າ​ໄປ​ຫາ​ຢາ​ໂກ​ໂບ ແລະ​ພວກ​ເຖົ້າ​ແກ່​ທັງ​ປວງ​ກໍ​ຢູ່​ພ້ອມ​ກັນ​ທີ່​ນັ້ນ

19 ເມື່ອ​ໂປ​ໂລ​ໄດ້​ຄຳ​ນັບ​ທ່ານ​ເຫລົ່າ​ນັ້ນ​ແລ້ວ ຈຶ່ງ​ໄດ້​ກ່າວ​ເຖິງ​ເຫດ​ການ​ທັງ​ປວງ​ຕາມ​ລຳ​ດັບ ຊຶ່ງ​ພຣະ​ເຈົ້າ​ຊົງ​ໂຜດ​ກະ​ທຳ​ໃນ​ຫມູ່​ຄົນ​ຕ່າງ​ຊາດ​ໂດຍການ​ປະ​ຕິ​ບັດ​ຂອງ​ຕົນ

20 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ເຂົາ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ​ແລະ​ເວົ້າ​ຕໍ່​ໂປ​ໂລ​ວ່າ, “ອ້າຍ​ເອີຍ, ເຈົ້າ​ເຫັນ​ວ່າ​ມີ​ພວກ​ຢິວ​ເປັນ​ຈຳ​ນວນ​ຫລາຍ​ຫມື່ນ​ໄດ້​ວາງ​ໃຈ​ເຊື່ອ ເຂົາ​ທັງ​ປວງ​ມີ​ຮ້ອນ​ຮົນ​ຝ່າຍ​ການ​ຖື​ພຣະ​ບັນ​ຍັດ

21 ເຂົາ​ໄດ້​ຍິນ​ຂ່າວ​ເຖິງ​ເຈົ້າ​ວ່າ ເຈົ້າ​ເຄີຍ​ສັ່ງ​ສອນ​ພວກ​ຢິວ​ທັງ​ປວງ​ທີ່​ຢູ່​ໃນ​ຫມູ່​ຊົນ​ຕ່າງ​ຊາດ ໃຫ້​ຖິ້ມ​ໂມ​ເຊ​ເສັຽ​ແລ້ວ​ກ່າວ​ວ່າ​ບໍ່​ໃຫ້​ລູກ​ຂອງ​ເຂົາ​ຮັບ​ພິ​ທີ​ຕັດ ຫລື​ທຽວ​ໄປ​ຕາມ​ຮີດ​ຄອງ​ເກົ່າ

22 ເຣື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ ຄົນ​ທັງ​ປວງ​ຊາບ​ວ່າ​ເຈົ້າ​ໄດ້​ມາ​ແລ້ວ

23 ເຫດ​ສັນ​ນັ້ນ​ຈົ່ງ​ເຮັດ​ຢ່າງ​ນີ້ ຕາມທີ່​ເຮົາ​ຈະ​ບອກ​ເຈົ້າ ຄື​ວ່າ​ເຮົາ​ມີ​ຊາຍ​ສີ່​ຄົນ​ທີ່​ໄປ​ບະ​ບົນ​ຕົວ​ໄວ້

24 ເຈົ້າ​ຈົ່ງ​ພາ​ຄົນ​ເຫລົ່າ​ນີ້​ໄປຊຳ​ຮະ​ຕົວ​ດ້ວຍ​ກັນ​ກັບ​ເຂົາ ແລະ​ເສັຽ​ເງິນ​ແທນ​ເຂົາ ເພື່​ອ​ເຂົາ​ຈະ​ແຖ​ຫົວ ແລ້ວ​ຄົນ​ທັງ​ຫລາຍ​ຈຶ່ງ​ຈະ​ຮູ້​ວ່າ​ຄວາມ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ເຈົ້າ​ນັ້ນ​ບໍ່​ເປັນ​ຄວາມ​ຈິງ​ຈັກ​ຂໍ້ ແຕ່​ເຈົ້າ​ເອງ​ເປັນ​ຜູ້​ຍຶດ​ຖື​ແລະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຢູ່

25 ແຕ່​ສ່ວນ​ຄົນ​ຕ່າງ​ຊາດ​ທີ່​ເຊື່ອ​ແລ້ວ​ນັ້ນ ຝ່າຍ​ພວກ​ເຮົາ​ໄດ້​ແຈ້ງ​ຄວາມ​ໃຫ້​ເຂົາ​ຊາບ​ວ່າ ເຮົາ​ໄດ້​ລົງ​ຄວາມ​ເຫັນ​ໃຫ້​ເຂົາ​ເວັ້ນ​ເສັຽ​ຈາກ​ການ​ກິນ​ຂອງ​ຖວາຍ​ແກ່​ພຣະ​ທຽມ ຈາກ​ການ​ກິນ​ເລືອດ ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ຜິດ​ຊາຍ​ຍິງ”

26 ໂປ​ໂລ​ຈຶ່ງ​ພາ​ສີ່​ຄົນ​ໄປ ແລະ​ໃນ​ວັນ​ຫນ້າ​ນັ້ນ​ໄດ້​ຊຳ​ຮະ​ຕົວ​ດ້ວຍ​ກັນ​ກັບ​ເຂົາ ແລ້ວ​ຈຶ່ງ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ປະ​ກາດ​ວັນ​ທີ່​ການ​ຊຳ​ຮະ​ນັ້ນ​ສຳ​ເຣັດ ຄື​ວັນ​ທີ່​ຈະ​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ເພື່ອ​ຄົນ​ເຫລົ່າ​ນັ້ນ​ທຸກ​ຄົນ

27 ຄັນ​ເກືອບ​ຈະ​ສິ້ນ​ສຸດ​ເຈັດ​ວັນ​ນັ້ນ​ແລ້ວ ພວກ​ຢິວ​ທີ່​ມາ​ຈາກ​ແຂວງ​ອາ​ເຊັຽ ເມື່ອ​ເຫັນ​ໂປ​ໂລ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຈຶ່ງ​ຍົວະ​ຍົງ​ປະ​ຊາ​ຊົນ​ແລ້ວ​ລົງ​ມື​ຈັບ​ໂປ​ໂລ

28 ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ມາ​ຊ່ອຍ​ກັນ ຄົນ​ນີ້​ແຫລະ, ເປັນ​ຜູ້​ທີ່​ສັ່ງ​ສອນ​ຄົນ​ທັງ​ປວງ​ທຸກ​ທີ່​ທຸກ​ບ່ອນ​ໃຫ້​ເປັນສັດ​ຕ​ຣູ​ຕໍ່​ຊົນ​ຊາດ​ຂອງ​ເຮົາ ຕໍ່​ພຣະ​ບັນ​ຍັດ ແລະ​ຕໍ່​ສະ​ຖານ​ທີ່​ນີ້​ແລະ​ຫລາຍກວ່າ​ນັ້ນ​ອີກ ເຖິງ​ແມ່ນ​ເປັນ​ຄົນ​ກ​ຣີກ​ກໍ​ຕາມ ມັນ​ກໍ​ຍັງ​ພາກ​ເຂົາ​ເຂົ້າ​ມາ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຈຶ່ງ​ເຮັດ​ໃຫ້​ສະ​ຖານ​ທີ່​ອັນ​ສັກ​ສິດ​ນີ້​ຊົ່ວ​ມົວ​ຫມອງ​ໄປ”

29 ເພາະ​ແຕ່​ກ່ອນ​ຄົນ​ເຫລົ່າ​ນັ້ນໄດ້​ເຫັນ​ໂທ​ຟີ​ໂມ​ໄທ​ເອ​ເຟ​ໂຊ ຢູ່​ກັບ​ໂປ​ໂລ​ໃນ​ເມືອງ ເຂົາ​ຈຶ່ງ​ນຶກວ່າ​ໂປ​ໂລ​ໄດ້​ພາກ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ

30 ແລ້ວ​ຄົນ​ທັງເມືອງ​ກໍ​ຮື​ກັນ​ຂຶ້ນ ພົ​ລ​ເມືອງ​ກໍ​ແລ່ນ​ເຂົ້າ​ໄປ​ຮ່ວມ​ກັນ ແລະ​ຈັບ​ໂປ​ໂລ​ລາກ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລະ​ກໍ​ອັດ​ປະ​ຕູເສັຽ​ທັນ​ທີ

31 ຂ​ນະ​ທີ່​ເຂົາ​ພ​ຍາ​ຍາມ​ຈະ​ຂ້າ​ໂປ​ໂລ​ຢູ່ ຂ່າວ​ນັ້ນ​ໄດ້​ລື​ໄປ​ຍັງ​ຜູ້​ຍັງ​ຄັບ​ກອງ​ພັນ ວ່າກຸງ​ເຢ​ຣູ​ຊາ​ເລັມ​ທັງ​ຫມົດ​ເກີດ​ການ​ວຸ້ນ​ວາຍ​ຂຶ້ນ

32 ໃນ​ທັນ​ໃດ​ນັ້ນ​ນາຍ​ພັນ​ຈຶ່ງ​ນຳ​ເອົາ​ພົນ​ທະ​ຫານ​ກັບ​ນາຍ​ຮ້ອຍ​ແລ່ນ​ລົງ​ໄປ​ຍັງ​ຝູງ​ຄົນ ສ່ວນ​ຄົນ​ເຫລົ່າ​ນັ້ນ​ເມື່ອ​ໄດ້​ເຫັນ​ນາຍ​ພັນ​ແລະ​ພວກ​ທະ​ຫານ​ມາ​ຈຶ່ງ​ຢຸດ​ຕີ​ໂປ​ໂລ

33 ນາຍ​ພັນ​ຈຶ່ງ​ເຂົ້າ​ໄປ​ໃກ້​ແລະ​ຈັບ​ໂປ​ໂລ ໂດຍ​ສັ່ງ​ເອົາ​ໂສ້​ສອງ​ເສັ້ນ​ມາ​ຜູກ​ມັດ​ທ່ານ​ໄວ້ ແລ້ວ​ຖາມ​ວ່າ, “ທ່ານ​ແມ່ນ​ໃຜ ແລະ​ໄດ້​ເຣັດ​ຫຍັງ​ແດ່”

34 ໃນ​ຫມູ່​ຄົນ​ເຫລົ່າ​ນັ້ນ​ຕ່າງ​ຄົນ​ຕ່າງ​ຮ້ອງ​ຂຶ້ນ ເມື່ອ​ນາຍ​ພັນ​ເອົາ​ຄວາມ​ແນ່ນອນ​ອັນ​ໃດ​ບໍ່​ໄດ້​ເພາະ​ວຸ້ນ​ວາຍ​ຫລາຍ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປ​ໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະ​ຫານ

35 ຄັນ​ມາ​ເຖິງ​ຂັ້ນ​ໄດ​ແລ້ວ​ພວກ​ທະ​ຫານ​ໄດ້​ຍົກ​ໂປ​ໂລ​ຂຶ້ນ ເພາະ​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ຮຸນ​ແຮງ

36 ເພາະ​ຝູງ​ຄົນ​ເຫລົ່າ​ນັ້ນ​ຕາມ​ໄປ​ຮ້ອງວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ​ເສັຽ”

37 ເມື່ອ​ພວກ​ທະ​ຫານ​ຈວນ​ຈະ​ນຳ​ໂປ​ໂລ​ເຂົາ​ໄປ​ໃນ​ຄ້າຍ ໂປ​ໂລ​ຈຶ່ງ​ກ່າວ​ແກ່​ນາຍ​ພັນ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ຈັກ​ນ້ອຍ​ໄດ້​ບໍ” ນາຍ​ພັນ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ຮູ້​ຈັກ​ພາ​ສາກ​ຣີກ​ບໍ?

38 ເຈົ້າ​ເປັນ​ຄົນ​ເອ​ຢິບ​ທີ່​ກໍ່​ການ​ກະ​ບົດ​ໃນ​ຄາວ​ກ່ອນ​ນັ້ນ ແລະ​ໄດ້​ນຳ​ພາ​ພວກ​ກໍ່​ການ​ຮ້າຍ​ສີ່​ພັນ​ຄົນ​ເຂົ້າ​ໄປ​ໃນ​ປ່າ​ບໍ່​ແມ່ນ​ຫລື”

39 ແຕ່​ໂປ​ໂລ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ນີ້​ເປັນ​ຄົນ​ຢິວ ໄ​ທ​ເມືອງ​ຕາໂຊ​ແຂວງ​ກີ​ລີ​ເນັຽ ບໍ່​ໃຊ່​ເປັນ​ພົ​ລ​ເມືອງ​ຂອງ​ເມືອງ​ບໍ່​ສຳ​ຄັນ ຂໍ​ທ່ານ​ໄດ້​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ນຳ​ປະ​ຊາ​ຊົນ​ແດ່​ທ້ອນ”

40 ຄັນ​ນາຍ​ພັນ​ອະ​ນຸ​ຍາດ​ແລ້ວ​ໂປ​ໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນ​ໄດ ກວັກ​ມື​ໃສ່​ຄົນ​ທັງ​ປວງ ເມື່ອ​ເຂົາມິດ​ງຽບ​ລົງ​ແລ້ວ​ທ່ານ​ຈຶ່ງ​ກ່າວ​ຄຳ​ປາ​ສັຍ​ເປັນ​ພາສາ​ເຮັບ​ເຣີ​ວ່າ,



22

1 “ພີ່​ນ້ອງ​ແລະ​ທ່ານ​ຜູ້​ອາ​ວຸໂສ​ທັງ​ຫລາຍ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າ​ພະ​ເຈົ້າ​ຈະ​ແກ້​ຕົວ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ໃນ​ບັດ​ນີ້”

2 ເມື່ອ​ເຂົາ​ໄດ້​ຍິນ​ທ່ານ​ກ່າວ​ເປັນ​ພາ​ສາ​ເຮັບ​ເຣີ ເຂົາ​ກໍ​ມິດງຽບ​ລົງ​ກວ່າ​ເກົ່າ ໂປ​ໂລ​ຈຶ່ງ​ກ່າວ​ວ່າ,

3 “ຂ້າ​ພະ​ເຈົ້າ​ນີ້​ເປັນ​ຄົນ​ຢິວ ເກີດ​ໃນ​ເມືອງ​ຕາ​ໂຊ​ແຂວງ​ກີ​ລີ​ເກັຽ ໄດ້​ໃຫຍ່​ຂຶ້ນ​ໃນ​ເມືອງ​ນີ້ ແລະ​ໄດ້​ສຶກ​ສາ​ຮ່ຳ​ຮຽນ​ນຳ​ອາ​ຈາກ​ຄາ​ມາ​ລີ​ເອນ ຕາມ​ພຣະ​ບັນ​ຍັດ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຢ່າງ​ເຄັ່ງ​ຄັດ ດ້ວຍ​ມີ​ໃຈ​ຮ້ອນ​ຮົນ​ໃນ​ການ​ປະ​ຕິ​ບັດ​ພຣະ​ເຈົ້າ​ເຫມືອນ​ຢ່າງ​ທ່ານ​ທັງ​ຫລາຍ​ທຸກວັນ​ນີ້

4 ຂ້າ​ພະ​ເຈົ້າ​ໄດ້​ຂົ່ມ​ເຫັງ​ຄົນ​ທັງ​ຫລາຍ​ທີ່​ຖື​ໃນ​ທາງ​ນີ້​ໃຫ້​ເຂົາ​ເຖິງ​ຄວາມ​ຕາຍ ແລະ​ໄດ້​ຜູກ​ມັດ​ເອົາ​ຊາຍ​ແລະ​ຍິງ​ຂັງ​ໄວ້​ໃນ​ຄຸກ

5 ເຣື່ອງ​ນີ້​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພວກ​ເຖົ້າແກ່​ສະ​ມາ​ຊິກ​ສະ​ພາ ຄົງ​ເປັນ​ພຍານ​ຝ່າຍ​ຂ້າ​ພະ​ເຈົ້າ​ແລ້ວ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຖື​ຫນັງ​ສືຈາກ​ທ່ານ​ເຫລົ່າ​ນັ້ນ​ເອງ​ໄປ​ຍັງ​ພວກ​ພ​ີ່​ນ້ອງ ແລະ​ຂ້າ​ພະ​ເຈົ້າ​ຈຶ່ງ​ເດີນ​ທາງ​ໄປ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ ເພື່ອ​ມັດ​ຄົນ​ທີ່​ຢູ່​ຫັ້ນ​ນຳ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ລົງ​ໂທ​ດ​ເຂົາ​ເສັຽ

6 “ເມື່ອ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເດີນ​ທາງ​ໄປ​ໃກ້​ຈະ​ເຖິງ​ເມືອງ​ດາ​ມັ​ສ​ກັ​ສ​ປະ​ມານ​ເວ​ລາ​ທ່ຽງ ໃນ​ທັນ​ໃດ​ນັ້ນ​ມີ​ແສງ​ສວ່າງ​ກ້າ​ສ​ອ່ງ​ມາບ​ລົງ​ມາ​ຈາກ​ຟ້າ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້

7 ຂ້າ​ພະ​ເຈົ້າ​ໄດ້​ລົ້ມ​ລົງ​ເຖິງ​ດິນ ແລະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ “ໂຊ​ໂລ ໂຊ​ໂລ​ເອີຍ, ເຈົ້າ​ຂົ່ມ​ເຫັງ​ເຮົາ​ເຮັດ​ຫຍັງ”

8 ຝ່າຍ​ຂ້າ​ພະ​ເຈົ້າ​ກໍ​ທູນ​ຕອບ​ວ່າ, “ທ່ານ​ແມ່ນ​ຜູ້​ໃດ” ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ເຮົາ​ນີ້​ຄື​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ທີ່​ເຈົ້າ​ຂົ່ມ​ເຫັງ​ນັ້ນ”

9 ສ່ວນ​ຄົນ​ທັງ​ຫລາຍ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສວ່າງ​ນັ້ນ ແຕ່​ພຣະ​ສຸ​ຣະ​ສຽງ​ທີ່​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າເຂົາ​ບໍ່​ໄດ້​ຍິ​ນ​ຄັກ

10 ຂ້າ​ພະ​ເຈົ້າ​ຈຶ່ງທູນ​ຖາມ​ວ່າ “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພຣະ​ອົງ​ຈະ​ຕ້ອງ​ເຮັດ​ແນວ​ໃດ” ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງລຸກ​ຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ​ດາ​ມັ​ສ​ກັ​ສ ທີ່​ນັ້ນ​ເຂົາ​ຈະ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ເຣື່ອງ​ການ​ທຸກ​ສິ່ງ​ທີ່​ໄດ້​ກໍາ​ນົດ​ໄວ້​ໃຫ້​ເຈົ້າ​ເຮັດ​ນັ້ນ”

11 ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ໃດ​ບໍ່​ໄດ້ ເນື່ອງ​ຈາກ​ແສງ​ສວ່າງ​ອັນ​ກ້າ​ນັ້ນ ຄົນ​ທີ່​ມາ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ຈູງ​ມື​ຂ້າ​ພະ​ເຈົ້າ​ພາເຂົ້າ​ໄປ​ໃນເມືອງ​ດາ​ມັ​ສ​ກັ​ສ

12 “ມີ​ຊາຍ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ເປັນ​ຄົນ​ຢຳ​ເກງ​ພຣະ​ເຈົ້າ​ຕາມ​ພຣະ​ບັນ​ຍັດ ແລະ​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ຢິວ​ທີ່​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ

13 ທ່ານ​ໄດ້​ມາ​ຫາ​ແລະ​ຢືນ​ຢູ່​ໃກ້​ຂ້າ​ພະ​ເຈົ້າ​ກ່າວ​ວ່າ “ໂຊ​ໂລ ນ້ອງ​ຂອງ​ເຮົາ​ເອີຍ, ຈົ່ງ​ເຫັນຮຸ່ງ​ອີກ​ເສັຽ” ໃນ​ທັນ​ໃດ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂຶ້ນ ຈຶ່ງ​ໄດ້​ເຫັນ​ທ່ານ

14 ແລ້ວ​ທ່ານ​ໄດ້​ກ່າວ​ວ່າ “ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ໄດ້​ຊົງ​ເລືອກ​ເຈົ້າ​ໄວ້ ໃຫ້​ຣູ້​ຈັກ​ນ້ຳພຣະ​ທັຍ​ພຣະ​ອົງ ໃຫ້​ເຫັນ​ພຣະ​ອົງ​ຜູ້​ຊອບ​ທັມ​ນັນ ແລະ​ໃຫ້​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ

15 ດ້ວຍ​ວ່າ​ເຈົ້າ​ຈະ​ເປັນ​ພຍານ​ຝ່າຍ​ພຣະ​ອົງ ໃຫ້​ຄົນ​ທັງ​ຫລາຍ​ຮູ້​ເຖິງ​ເຣື່ອງ​ເຫດ​ການ​ຊຶ່ງ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ

16 ບັດ​ນີ້​ເຈົ້າ​ຍັງ​ລໍ​ຊ້າ​ຢູ່​ເຮັດ​ຫຍັງ ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິ​ສະ​ມາ ແລະ​ຊຳ​ຮະ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ເສັຽດ້ວຍ​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ”

17 “ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ກຳ​ລັງ​ໄຫວ້ວອນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ກໍ​ລືມ​ຄີງ​ໄປ

18 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຜູ້​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ຮີບ​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄວໆ​ດ້ວຍ​ວ່າ​ເຂົາ​ບໍ່​ຮັບ​ຄຳ​ຂອງ​ເຈົ້າ​ຊຶ່ງ​ອ້າງ​ພຍານ​ເຖິງ​ເຮົາ”

19 ຂ້າ​ພະ​ເຈົ້າ​ໄດ້​ທູນ​ວ່າ “ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ, ຄົນ​ເຫລົ່າ​ນັ້ນ​ໄດ້​ຊາບ​ຢູ່​ວ່າ ຂ້າ​ພຣະ​ອົງ​ນີ້​ເປັນ​ຜູ້​ທີ່​ຈັບ​ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ອົງ​ໃສ່​ຄຸກ ແລະ​ຂ້ຽນ​ຕີ​ຕາ​ມໂຮງ​ທັມ​ທົ່ວ​ໄປ

20 ແລະ​ເມື່ອ​ເຂົາ​ໄດ້​ເຮັດ​ໃຫ້​ເລືອດ​ຂອງ​ຊະ​ເຕ​ຟາ​ໂນ​ຜູ້​ເປັນ​ພຍານ​ຝ່າຍ​ພຣະ​ອົງ​ໄຫລອອກ​ນັ້ນ ຂ້າ​ພຣະ​ອົງ​ນີ້​ເອງກໍ​ຢືນ​ຢູ່ໃກ້​ແລະ​ເຫັນ​ດີ​ໃນ​ການ​ນັ້ນ ຂ້າ​ພຣະ​ອົງ​ເປັນ​ຜູ້​ເຝົ້າ​ເສື້ອ​ຜ້າ​ຂອງ​ຄົນ​ທີ່​ຂ້າ​ຊະ​ເຕ​ຟາ​ໂນ​ນັ້ນ”

21 ແລ້ວ​ພຣະ​ອົງ​ໄດ້​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ໄປ​ເສັຽ ເພາະ​ຝ່າຍ​ເຮົາ​ຈະ​ໃຊ້​ໃຫ້​ເຈົ້າ​ໄປ​ໄກໆ​ໄປ​ຫາ​ຄົນ​ຕ່າງ​ຊາດ”

22 ຄົນ​ທັງ​ຫລາຍ​ໄດ້​ຟັງ​ໂປ​ໂລ​ກ່າວ​ຈົນ​ເຖິງ​ຄຳ​ນີ້ ແລ້ວ​ກໍ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຄົນ​ຢ່າງ​ນີ້​ຢູ່​ຫນັກ​ແຜ່ນ​ດິນ ເອົາ​ມັນ​ໄປ​ເສັຽ ບໍ່​ຄວນ​ຈະ​ໃຫ້​ມັນ​ມີ​ຊີ​ວິດ​ຢູ່”

23 ເມື່ອ​ເຂົາ​ກຳ​ລັງ​ໂຫ່​ຮ້ອງ​ທັງ​ແກ້​ເສື້ອ​ໂຍນ​ໄປ​ມາ ແລະ​ກຳ​ຂີ້​ຝຸ່ນ​ຊັດ​ຂຶ້ນ​ໃນ​ອາ​ກາດ

24 ນາຍ​ພັນ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປ​ໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະ​ຫານ ແລະ​ສັ່ງ​ໃຫ້ໄຕ່​ສວນ​ດ້ວນ​ການ​ຂ້ຽນ​ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ໃສ່​ໂປ​ໂລ​ຢ່າງ​ນີ້

25 ເມື່ອ​ເຂົາ​ເອົາ​ເຊືອກ​ຫນັງ​ມັດ​ຄຶງ​ໂປ​ໂລ​ໄວ້ ທ່ານ​ຈຶ່ງ​ຖາມ​ນາຍ​ຮ້ອຍ​ທີ່​ຢືນ​ຢູ່ຫັ້ນ​ວ່າ, “ການ​ທີ່​ຈະ​ຂ້ຽນ​ຄົນ​ສັນ​ຊາດ​ໂຣມ​ກ່ອນ​ພິ​ພາກ​ສາ​ລົງ​ໂທດ​ນັ້ນ ຖືກ​ຕ້ອງ​ຕາມ​ກົດ​ຫມາຍ​ຫລື”

26 ເມື່ອ​ນາຍ​ຮ້ອຍ​ໄດ້​ຍິນ​ແລ້ວ​ຈຶ່ງ​ໄປ​ແຈ້​ງ​ຄວາມ​ໃຫ້​ນາຍ​ພັນ​ວ່າ, “ທ່ານ​ກຳ​ລັງ​ຈະ​ເຮັດ​ອັນ​ໃດ ເພາະ​ຜູ້​ນັ້ນ​ເປັນ​ຄົນ​ສັນ​ຊາດ​ໂຣມ”

27 ຝ່າຍ​ນາຍ​ພັນ​ຈຶ່ງ​ໄປ​ຫາ​ໂປ​ໂລ​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ສັນ​ຊາດ​ໂຣມ​ຫລື ຈົ່ງ​ບອກ​ເຮົາ​ແມ໋” ສ່ວນ​ໂປ​ໂລ​ກໍ​ຕອບ​ວ່າ, “ແມ່ນ​ແລ້ວ”

28 ນາຍ​ພັນ​ເລີຍ​ເວົ້າ​ວ່າ, “ຝ່າຍ​ເຮົາ, ກ່ອນ​ຈະ​ໄດ້​ເປັນ​ສັນ​ຊາດ​ໂຣມ​ນັ້ນ ເຮົາ​ຕ້ອງ​ເສັຽ​ເງິນ​ຫລາຍ” ໂປ​ໂລ​ຈຶ່ງ​ຕອບ​ວ່າ, “ແຕ່​ຝ່າຍ​ເຮົາ​ນີ້​ກໍ​ເປັນ​ຄົນ​ສັນ​ຊາດ​ໂຣ​ມໂດຍ​ກຳ​ເນີດ”

29 ເຫດສັນ​ນັ້ນ​ພວກ​ຄົນ​ທີ່​ກຳ​ລັງ​ຈະ​ໄຕ່​ສວນ​ໂປ​ໂລ​ຈຶ່ງ​ຖອຍ​ອອກ​ໄປ​ຈາກ​ທ່ານ​ທັນ​ທີ ແລະ​ນາຍ​ພັນ, ເມື່ອ​ຮູ້​ວ່າ​ໂປ​ໂລ​ເປັ​ນ​ຄົນ​ສັນ​ຊາດ​ໂຣມ ກໍ​ຢ້ານ​ແລະ​ຕົກ​ໃຈ​ເຫມືອນ​ກັນ ເພາະ​ຕົນ​ໄດ້​ມັດ​ທ່ານ​ໄວ້

30 ຕົກ​ມື້​ຫນ້າ​ມາ​ນາຍ​ພັນ​ຢາກ​ຮູ້​ວ່າ​ພວກ​ຢິວ​ໄດ້​ກ່າວ​ຫາ​ໂປ​ໂລ​ດ້ວຍ​ເຫດ​ໃດ ຈຶ່ງ​ໄດ້​ແກ້​ໂສ້​ອອກ​ຈາກ​ໂປ​ໂລ​ເສັຽ ແລະ​ສັ່ງ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ກັບ​ບັນ​ດາ​ສະ​ມາ​ຊິກ​ສານ​ສູງ​ສຸດ​ມາ​ປະ​ຊຸມ​ກັນ ແລ້ວ​ພາ​ໂປ​ໂລ​ລົງ​ໄປ​ໃຫ້​ຢືນ​ຢູ່​ໃນ​ທີ່​ປະ​ຊຸມ



23

1 ຝ່າຍ​ໂປ​ໂລ​ຈຶ່ງ​ຫລຽວ​ເບິ່ງ​ພວກຂາ​ປະ​ຊຸມ​ແລ້ວ​ກ່າວ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳ​ເນີນ​ຊີ​ວິດຕໍ່​ພຣະ​ພັກ​ພຣະ​ເຈົ້າ ລ້ວນ​ແຕ່​ຕາມ​ທີ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ວ່າ​ດີ​ຈົນ​ເຖິງ​ທຸກວັນ​ນີ້

2 ອາ​ນາ​ເນັຽ​ຜູ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ ຈຶ່ງ​ສັ່ງ​ພວກ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ໃຫ້​ຕົກ​ປາກ​ໂປ​ໂລ

3 ໂປ​ໂລ​ຈຶ່ງ​ກ່າວ​ແກ່​ທ່ານ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນ​ຂາວ ເຈົ້າ​ນັ່ງ​ພິ​ພາກ​ສາ​ເຮົາ​ຕາມ​ພຣະ​ບັນ​ຍັດ ແລະ​ຍັງ​ສັ່ງ​ໃຫ້​ເຂົາ​ຕົບ​ເຮົາ ຊຶ່ງ​ເປັນ​ການ​ລ່ວງ​ພຣະ​ບັນ​ຍັດ​ຫລື”

4 ຄົນ​ທັງ​ຫລາຍ​ທີ່​ຢືນ​ຢູ່​ຫັ້ນ​ຈຶ່ງ​ຖາມ​ໂປ​ໂລ​ວ່າ, “ເຈົ້າ​ກ່າວ​ຫມິ່ນ​ປ​ມາດ​ຕໍ່​ມະ​ຫາ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ຫລື”

5 ໂປ​ໂລ​ຈຶ່ງ​ຕອບ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ບໍ່​ຮູ້​ວ່າ​ທ່ານ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ “ຢ່າ​ກ່າວ​ຄຳ​ຊົ່ວ​ຮ້າຍ​ຕໍ່​ຜູ້​ປົກ​ຄອງ​ພົ​ລ​ເມືອງ”

6 ຄັນ​ໂປ​ໂລ​ສັງ​ເກດ​ເຫັນ​ວ່າ ໃນ​ທີ່​ປະ​ຊຸມ​ນັ້ນ​ສ່ວນ​ນຶ່ງ​ເປັນ​ພວກ​ຊາ​ດູ​ກາຍ​ແລະ​ສ່ວນ​ນຶ່ງ​ເປັນ​ພວກ​ຟາ​ຣີ​ຊາຍ ທ່ານ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່​ຫນ້າ​ທີ່​ປະ​ຊຸມ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ນີ້​ເປັນ​ຟາ​ຣີ​ຊາຍ​ແລະ​ເປັນລູກ​ຂອງ​ຟາ​ຣີ​ຊາຍ ທີ່​ເຮົາ​ຖືກ​ພິ​ຈາ​ຣະ​ນາ​ພິ​ພາກ​ສາ​ນີ້​ກໍ​ເພາະ​ເຣື່ອງ​ຄວາມ​ຫວງວ່າ​ມີການ​ຄືນ​ມາ​ຈາກ​ຕາຍ”

7 ເມື່ອ​ໂປ​ໂລ​ກ່າວ​ຢ່າງ​ນັ້ນ​ແລ້ວ ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ​ກໍ​ເກີດ​ການ​ຖຽງ​ກັນ​ຂຶ້ນ ແລະ​ທີ່​ປະ​ຊຸມ​ກໍ​ແຕກ​ເປັນ​ສອງ​ພວກ

8 ດ້ວຍ​ວ່າ​ພວກ​ຊາ​ດູ​ກາຍ​ເວົ້າ​ວ່າ​ການ​ເປັນ​ຄືນ​ມາ​ຈາກ​ຕາຍບໍ່​ມີ ເທວະ​ດາ​ຫລື​ວິນ​ຍານ​ກໍ​ບໍ່​ມີ ແຕ່​ພວກ​ຟາ​ຣີ​ຊາຍ​ຖື​ວ່າ​ມີ​ທັງ​ສອງ​ຢ່າງ

9 ແລ້ວ​ເລີຍ​ເກີດ​ອຶກ​ກະ​ທຶກ​ກັນ​ຂຶ້ນ​ຢ່າງ​ໃຫຍ່ ແລະ​ມີ​ນັກ​ທັມ​ບາງ​ຄົນ​ຝ່າຍ​ພວກ​ຟາ​ຣີ​ຊາຍ​ໄດ້​ຢືນ​ຂຶ້ນ​ຄັດ​ຄ້ານ​ວ່າ, “ເຮົາ​ບໍ່​ເຫັນ​ຜິດ​ອັນ​ໃດ​ໃນ​ຄົນ​ຜູ້​ນີ້ ຖ້າ​ວິນ​ຍານ ຫລື​ເທວະ​ດາ​ໄດ້​ກ່າວ​ແກ່​ທ່ານ​ເດ ຈະ​ວ່າ​ຢ່າງ​ໃດ”

10 ເມື່ອ​ການໂຕ້​ຖຽງ​ກັນ​ຮຸນ​ແຮງຂຶ້ນ​ນາຍ​ພັນ​ກໍ​ຢ້ານ​ວ່າ​ເຂົາ​ຈະ​ຍາດ​ແຍ່ງ​ຈັບ​ໂປ​ໂລ​ຈີກ​ຂາດ​ເສັຽ ທ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ທະ​ຫານ​ລົງ​ໄປ​ຍາດ​ເອົາ​ໂປ​ໂລ​ອອກ​ຈາກ​ຖ້າມ​ກາງ​ພວກ​ນັ້ນ ພາກ​ເຂົ້າ​ໄປ​ໄວ້​ໃນ​ຄ້າຍ

11 ໃນ​ຄືນ​ວັນ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢືນ​ຢູ່​ໃກ້​ໂປ​ໂລ ຊົງ​ກ່າວ​ວ່າ, “ຈົ່ງ​ມີ​ໃຈ​ກ້າ ເພາະ​ວ່າ​ເຈົ້າ​ໄດ້​ເປັນ​ພຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຢ່າງ​ໃດ ເຈົ້າ​ຈະ​ຕ້ອງ​ເປັນ​ພຍານ​ໃນ​ກຸງ​ໂຣມ​ຢ່າງ​ນັ້ນ​ເຫມືອນ​ກັນ

12 ຄັນ​ເວ​ລາ​ຮຸ່ງ​ເຊົ້າ​ແລ້ວ​ພວກ​ຢິວ​ໄດ້​ສົມ​ທົບ​ກັນ​ສາ​ບານ​ຕົວ​ວ່າ ຈະ​ບໍ່​ກິນ​ບໍ່​ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປ​ໂລ​ເສັຽ

13 ຄົນ​ທີ່​ຮ່ວມ​ກັນຄຶດ​ປອງ​ຮ້າຍ​ນັນ​ມີກວ່າ​ສີ່​ສິບ​ຄົນ

14 ເຂົາ​ຈຶ່ງ​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ກ່າວ​ວ່າ, “ພວກ​ເຮົາ​ໄດ້​ສາ​ບານ​ຕົວ​ແຂງ​ແຮງວ່າ​ຈະ​ບໍ່​ຊີມ​ອັນ​ໃດ ກວ່າ​ຈະ​ໄດ້​ຂ້າ​ໂປ​ໂລ​ເສັຽ”

15 ເຫດ​ສັນ​ນັ້ນ, ບັດ​ນີ້​ພວກ​ທ່ານ​ພ້ອມ​ດ້ວຍ​ພວກ​ຂາ​ປະ​ຊຸມ ຈົ່ງ​ໄປ​ເວົ້າ​ໃຫ້​ນາຍ​ພັນ​ເຂົ້າ​ໃຈ​ວ່າ ພວກ​ທ່ານ​ຕ້ອງ​ການ​ໃຫ້​ພາ​ໂປ​ໂລ​ລົງ​ມາ​ຫາ ເຫມືອນ​ດັ່ງ​ຫມາຍ​ໃຈ​ຈະ​ໂຈດ​ຖາມໃນ​ເຣື່ອງ​ມັນ​ຢ່າງ​ຄັກ​ແນ່ກວ່າ​ເກົ່າ ຝ່າຍ​ພວກ​ເຮົາ​ຈະ​ຕຽມ​ຕົວ​ໄວ້​ພ້ອມ​ຈະ​ຂ້າ​ມັນ​ເສັຽ ເມື່ອ​ມັນ​ຍັງ​ບໍ່​ທັນ​ມາ​ເຖິງ”

16 ແຕ່​ລູກ​ຊາຍ​ຂອງ​ນ້ອງ​ສາວ​ໂປ​ໂລ​ໄດ້​ຍິນ​ເຣື່ອງ​ທີ່​ເຂົາ​ຄອຍ​ປອງ​ຮ້າຍ​ນັ້ນ ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍບອກ​ໃຫ້​ໂປ​ໂລ​ຮູ້

17 ໂປ​ໂລ​ຈຶ່ງ​ເອີ້ນ​ນາຍ​ຮ້ອຍ​ຜູ້​ນຶ່ງ​ມາ​ບອກວ່າ, “ຈົ່ງ​ພາຊາຍ​ຫນຸ່ມ​ຜູ້​ນີ້​ໄປ​ຫານາຍ​ພັນ​ເພາະ​ເຂົາ​ມີ​ເຣື່ອງ​ທີ່​ຈະ​ແຈ້ງ​ໃຫ້​ທ່ານ​ຟັງ”

18 ເຫດ​ສັນ​ນັ້ນ, ນາຍ​ຮ້ອຍ​ຈຶ່ງ​ຮັບ​ຕົວ​ຊາຍ​ຫນຸ່ມຜູ້​ນັ້ນ ແລ້ວ​ພາໄປ​ຫາ​ນາຍ​ພັນ ແລະ​ກ່າວ​ແກ່​ທ່ານ​ວ່າ, “ໂປ​ໂລ​ຜູ້​ຖືກ​ຂັງ​ຢູ່​ນັ້ນ​ໄດ້​ເອີ້ນ​ຂ້າ​ນ້ອຍ ຂໍ​ໃຫ້​ພາ​ຊາຍ​ຫນຸ່ມ​ຜູ້​ນີ້​ມາ​ຫາທ່ານ​ເພາະ​ເຂົາ​ມີ​ເຣື່ອງ​ທີ່​ຈະ​ແຈ້ງ​ໃຫ້​ທ່ານ​ຟັງ”

19 ນາຍ​ພັນ​ຈຶ່ງ​ຈູງ​ມື​ຊາຍ​ນັ້ນ​ໄປ​ຕ່າງ​ຫາກ​ແລ້ວ​ຖາມ​ເປັນ​ການ​ສ່ວນ​ຕົວ​ວ່າ, “ເຈົ້າ​ມີ​ເຣື່ອງ​ໃດ​ຈະ​ແຈ້ງ​ໃຫ້​ເຮົາ​ຮູ້”

20 ຊາຍ​ຫນຸ່ມ​ຜູ້​ນັ້ນ​ຕອບ​ວ່າ, “ພວກ​ຢິວ​ໄດ້​ຕົກ​ລົງ​ກັນ​ວ່າ​ຈະ​ຮ້ອງ​ຂໍ​ໃຫ້​ນຳ​ເອົາ​ໂປ​ໂລ​ລົງ​ໄປ​ໃນ​ທີ່​ປະ​ຊຸມ​ມື້​ອື່ນ​ນີ້ ເຫມືອນ​ດັ່ງ​ຈະ​ໄຕ່​ສວນ​ໃນ​ເຣື່ອງ​ທ່ານ​ໃຫ້​ຄັກ​ແນ່ກວ່າ​ເກົ່າ

21 ເພາະ​ສັນ​ນັ້ນ ທ່ານ​ຢ່າ​ໄດ້​ຟັງ​ເຂົາ ເພາະ​ໃນ​ພວກ​ເຂົາ​ນັ້ນ​ມີ​ຊາຍ​ສີ່​ສິບ​ກວ່າ​ຄົນ​ກຳ​ລັງ​ຄອຍ​ປອງ​ຮ້າຍ​ຕໍ່​ໂປ​ໂລ ເຂົາ​ໄດ້​ສາ​ບານ​ຕົວ​ວ່າ​ເຂົາ​ຈະ​ບໍ່​ກິນ​ບໍ່​ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ທ່ານ​ເສັຽ ແລະ​ດຽວ​ນີ້​ເຂົາ​ພ້ອມ​ແລ້​ວກຳ​ລັງ​ຄອຍ​ຮັບ​ຄວາມ​ເຫັນ​ຈາກ​ທ່ານ​ຢູ່”

22 ແລ້ວນາຍ​ພັນ​ໄດ້​ໃຫ້​ຊາຍ​ຫນຸ່ມ​ນັ້ນ​ໄປ​ໂດຍ​ສັ່ງ​ວ່າ, “ຢ່າ​ບອກ​ໃຫ້​ຜູ້​ໃດ​ຮູ້​ວ່າ​ເຈົ້າ​ໄດ້​ມາ​ແຈ້ງ​ເຣື່ອງ​ນີ້​ແກ່​ເຮົາ”

23 ຝ່າຍ​ນາຍ​ພັນ​ຈຶ່ງ​ເອີ້ນ​ນາຍ​ຮ້ອຍ​ສອງ​ຄົນມາ​ສັ່ງ​ວ່າ, “ຈົ່ງ​ຈັດ​ພົນ​ທະ​ຫານ​ສອງ​ຮ້ອຍ​ກັບ​ທະ​ຫານ​ມ້າ​ເຈັດ​ສິບ​ຄົນ ແລະ​ທະ​ຫານ​ຫອກ​ສອງ​ຮ້ອຍ ໃຫ້​ພ້ອມ​ໃນ​ເວ​ລາ​ເກົ້າໂມງ​ແລງ ເພື່ອ​ຈະ​ໄປ​ຍັງ​ເມືອງ​ກາຍ​ຊາ​ເຣັຽ

24 ຈົ່ງ​ຈັດ​ຫາ​ສັດ​ໃຫ້​ໂປ​ໂລ​ຂີ່​ເພື່ອ​ຈະ​ສົ່ງ​ດ້ວຍ​ຄວາມ​ປອດພັຍ​ໄປ​ຍັງ​ເຟ​ລິກ​ຜູ້​ປົກ​ຄອງ”

25 ແລ້ວ​ນາຍ​ພັນ​ຈຶ່ງ​ຂຽນ​ຈົດ​ຫມາຍ​ນຶ່ງ​ສະ​ບັບ ມີ​ໃຈ​ຄວາມ​ດັ່ງ​ຕໍ່​ໄປ​ນີ້,

26 “ຂ້າ​ພະ​ເຈົ້າ, ກ​ລາວ​ດີ​ໂອ​ລີ​ເຊັຽ ກາບ​ຮຽນ​ພ​ນະ​ທ່ານ​ເຟ​ລິກ​ຜູ້​ປົກ​ຄອງ​ຊາບ

27 ພວກ​ຢິວ​ໄດ້​ຈັບ​ຊາຍ​ຄົນ​ນີ້​ແລະ​ເກືອບ​ຈະ​ຂ້າ​ທ່ານ​ເສັຽ ແຕ່​ຂ້າ​ພະ​ເຈົ້າ​ພາພວກ​ທະ​ຫານ​ໄປ​ຊ່ອຍ​ໄວ້​ໄດ້ ດ້ວຍ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ​ຜູ້​ນີ້​ເປັນ​ຄົນ​ສັນຊາດ​ໂຣມ

28 ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຄັກ​ແນ່​ເຖິງ​ເຫດ​ທີ່​ພວກ​ຢິວ​ຟ້ອງ​ທ່ານ ຂ້າ​ພະ​ເຈົ້າ​ຈຶ່ງ​ພາ​ທ່ານ​ໄປ​ຍັງ​ສານ​ສູງ​ສຸດ​ຂອງ​ເຂົາ

29 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ທ່ານ​ຖືກ​ຟ້ອງ​ໃນ​ເຣື່ອງ​ການ​ຖຽງ​ກັນ​ອັນ​ກ່ຽວ​ກັບ​ບົດ​ບັນ​ຍັດ​ຂອງ​ພວກ​ຢິວ ແຕ່​ບໍ່​ມີ​ຂໍ້​ຫາ​ອັນ​ໃດ​ທີ່​ທ່ານ​ຄວ​ນ​ຈະ​ຕາຍ​ຫລື​ຖືກ​ຂັງ​ໄວ້​ກໍ​ດີ

30 ເມື່ອ​ຂ້າ​ພະ​ເຈົ້າ​ຊາບ​ວ່າ​ມີ​ການ​ປອງ​ຮ້າຍ​ຕໍ່​ຊາຍ​ຄົນ​ນີ້ ຂ້າ​ພະ​ເຈົ້າຈຶ່ງ​ສົ່ງ​ທ່ານ​ມາ​ຫາ​ພ​ນະ​ທ່ານ​ທັນ​ທີ ພ້ອມ​ທັງ​ໄດ້​ສັ່ງ​ຝ່າຍໂຈດ​ໃຫ້​ໄປ​ວ່າ​ຄວາມ​ກັບ​ທ່ານ​ຕໍ່​ຫນ້າ​ພ​ນະ​ທ່ານ​ເຫມືອນ​ກັນ”

31 ດັ່ງ​ນັ້ນ ໃນ​ເວ​ລາ​ກາງ​ຄືນ​ພວກ​ທະ​ຫານ​ໄດ້​ຮັບ​ເອົາ​ໂປ​ໂລ​ພາໄປ​ເຖິງ​ເມືອງ​ອັນ​ຕີ​ປາ​ຕິ​ຕາມ​ຄຳ​ສັ່ງ

32 ມື້​ຫນ້າ​ມາ​ເຂົາ​ດ້​ປະ​ໃຫ້​ທະ​ຫານ​ມ້າໄປ​ສົ່ງ​ໂປ​ໂລ ແລ້ວ​ເຂົາ​ກໍ​ກັບ​ໄປ​ຍັງ​ຄ້າຍ

33 ສ່ວນ​ພວກ​ທະ​ຫານ​ມ້າ​ເມື່ອ​ໄປ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ​ແລ້ວ ຈຶ່ງ​ສົ່ງ​ຈົດ​ຫມາຍ​ໃຫ້​ຜູ້​ປົກ​ຄອງ​ແລະ​ມອບ​ໂປ​ໂລ​ໄວ້​ໃຫ້​ທ່ານ

34 ເມື່ອ​ຜູ້​ປົກ​ຄອງ​ໄດ້​ອ່ານ​ຈົດ​ຫມາຍ​ແລ້ວ ຈຶ່ງ​ຖາມ​ໂປ​ໂລມາ​ຈາກ​ແຂວງ​ໃດ ຄັນ​ຊາບ​ວ່າ​ມາ​ຈາກ​ແຂວງ​ກີ​ລີ​ເກັຽ

35 ທ່ານ​ຈຶ່ງ​ກ່າວ​ວ່າ, “ເມື່ອ​ໂຈດ​ມາ​ພ້ອມ​ກັນ​ແລ້ວ​ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ເຈົ້າ” ທ່ານ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ໂປ​ໂລ​ໄວ້​ໃນ​ປະ​ໄຣ​ໂຕ​ຣຽນ​ຂອງເຮ​ໂຣດ



24

1 ຄັນ​ລ່ວງ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອາ​ນາ​ເນັຽ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ລົງ​ໄປ ກັບ​ພວກ​ເຖົ້າ​ແກ່​ລາງ​ຄົນ​ແລະ​ທະ​ນາຍ​ຄວາມ​ຄົນ​ນຶ່ງ​ຊື່ ເຕ​ຕູ​ໂລ ພວກ​ເຫລົ່າ​ນີ້​ໄດ້​ສ​ເນີ​ຄະ​ດີອ​ຂງ​ໂປ​ໂລ​ຕໍ່​ຫນ້າ​ຜູ້​ປົກ​ຄອງ

2 ຄັນ​ເອີ້ນ​ໂປ​ໂລ​ເຂົ້າ​ມາ​ແລ້ວ ເຕ​ຕູ​ໂລ ຈຶ່ງ​ຕັ້ງ​ຕົ້ນ​ຟ້ອງ​ຂຶ້ນ​ວ່າ, “ຮຽນ​ພ​ນະ​ທ່ານ​ເຟ​ລິກ​ທີ່​ນັບ​ຖື ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ໄດ້​ມີ​ຄວາມ​ສ​ງົບ​ສຸກ​ຫລາຍ​ເພາະ​ທ່ານ ແລະ​ມີ​ການ​ປັບ​ປຸງ​ອັນ​ມີ​ປ​ໂຍດ​ແກ່​ປະ​ເທດ​ຊາດ ກໍ​ເພາະ​ຄວາມ​ຫລິງ​ເຫັນ​ພາຍ​ຫນ້າ​ຂອງ​ທ່ານ

3 ພວກ​ຂ້າ​ພະ​ເຈົ້າ​ຮັບ​ຄຸນ​ປ​ໂຍດ​ທັງ​ຫລາຍ​ນີ້​ຢູ່​ທຸກ​ປະ​ການ​ແລະ​ທຸກ​ບ່ອນ ດ້ວຍ​ໃຈ​ຂອບ​ຄຸນ​ທ່ານ​ທຸກ​ຢ່າງ

4 ແຕ່​ເພື່ອ​ບໍ່​ໃຫ້​ທ່ານ​ເສັຽ​ເວ​ລາ​ເກີນ​ໄປ ຂ້າ​ພະ​ເຈົ້າ​ຂໍ​ຄວາມ​ກະ​ຣຸ​ນາ​ຈາກ​ທ່ານ​ໂຜດ​ຟັງ​ຂ້າ​ພະ​ເຈົ້າ​ຈັກ​ຫນ້ອຍ​ນຶ່ງ

5 ດ້ວຍ​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ນີ້​ເປັນ​ພັຍ​ອັນ​ຕະ​ຣາຍ​ແກ່​ບ້ານ​ເມືອງ ທີ່​ຍົວະ​ຍົງ​ພວກ​ຢິວ​ໃຫ້​ເກີດ​ການ​ວຸ້ນ​ວາຍ​ທົ່ວ​ພິ​ພົບ ແລະ​ເປັນ​ຕົວ​ການ​ຂອງ​ພວກນາ​ຊາ​ເຣັດ​ນັ້ນ

6 ອີກ​ປະ​ການ​ນຶ່ງ, ຜູ້​ນີ້​ໄດ້​ພ​ຍາ​ຍາມ​ເຮັດ​ໃຫ້​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂາດ​ຄວາມ​ສັກ​ສິດ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈັບ​ເຂົາ​ໄວ້ (ແລະ​ວ່າ​ຈະ​ພິ​ພາກ​ສາ​ເຂົາ​ຕາມ​ກົດ​ຫມາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ

7 ແຕ່​ນາຍ​ພັນ​ລີ​ເຊັຽ​ໄດ້​ມາ​ໃຊ້​ອຳ​ນາດ​ຍາດ​ຕົວ​ເຂົາ​ຈາກ​ມື​ຂອງ​ພວກ​ຂ້າ​ພະ​ເຈົ້າ

8 ແລະ​ສັ່ງ​ໃຫ້​ໂຈດ​ມາ​ຟ້ອງ​ເຂົາ​ຕໍ່​ຫນ້າ​ທ່ານ) ຖ້າ​ທ່ານ​ເອງ​ຈະ​ໄຕ່​ຖາມ​ເຂົາ ທ່ານ​ອາດ​ຈະ​ຊາບ​ໄດ້​ຄັກ​ແນ່​ຈາກ​ເຂົາ​ນັ້ນ​ແຫລະ, ໃນ​ເຣື່ອງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຟ້ອງ​ນັ້ນ”

9 ຝ່າຍ​ພວ​ກ​ຢິວ​ຈຶ່ງ​ສ​ນັບ​ສ​ນຸນ​ຄຳ​ກ່າວ​ຫາ​ນັ້ນ ແລະ​ຢືນ​ຢັນ​ວ່າ​ເປັນ​ຄວາມ​ຈິ​ງຢ່າງ​ນັ້ນ​ແທ້

10 ເມື່ອ​ຜູ້​ປົກ​ຄອງ​ໄດ້​ສັນ​ຍານ​ໃຫ້​ໂປ​ໂລ​ເວົ້າ ທ່ານ​ຈຶ່ງ​ຮຽນ​ວ່າ, “ເນື່ອງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຊາບ​ວ່າ ທ່ານ​ເປັນ​ຜູ້​ພິ​ພາກ​ສາປະ​ເທດ​ນີ້​ແຕ່​ຫລາຍ​ປີ​ມາ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຈະ​ແກ້​ຄະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເບົາ​ໃຈ

11 ທ່ານ​ຄົງ​ສື​ບຊາບ​ໄດ້​ວ່າ ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຂຶ້ນ​ເມືອ​ນະ​ມັ​ສ​ການ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ ຍັງ​ບໍ່​ເກີນ​ສິບ​ສອງວັນ

12 ເຂົາ​ບໍ່​ໄດ້​ເຫັນ​ຂ້າ​ພະ​ເຈົ້າ​ຜິດ​ຖຽງກັນ​ກັບ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຫລື​ຍົວະ​ຍົງ​ປະ​ຊາ​ຊົນ​ໃຫ້​ວຸ້ນ​ວາຍ ບໍ່​ວ່າ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຫລື​ໃນ​ເມືອງ

13 ເຫດ​ການ​ທັງ​ປວງ​ທີ່​ເຂົາ​ກຳ​ລັງ​ຟ້ອງ​ຂ້າ​ພະ​ເຈົ້າ​ໃນ​ບັດ​ນີ້ ເຂົາ​ພິ​ສູດ​ບໍ່​ໄດ້

14 ແຕ່​ຂ້າ​ພະ​ເຈົ້າ​ຂໍ​ຮັບ​ຕໍ່​ຫນ້າ​ທ່ານ​ຢ່າງ​ນຶ່ງ ຄື​ຕາມ​ທາງ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ລັດ​ທິ​ນອກ​ຮີດ ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ໂດຍ​ໄດ້​ເຊື່ອ​ຖື​ບັນ​ດາ​ຖ້ອຍ​ຄຳ​ທັງ​ປວງທີ່​ຂຽນ​ໄວ້​ໃນ​ພຣະ​ບັນ​ຍັດ ແລະ​ໃນ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ

15 ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ໃຈ​ໃນ​ພຣະ​ເຈົ້າ ຕາມ​ຊຶ່ງ​ເຂົາ​ເອງ​ກໍ​ມີ​ຄວາມ​ຫວັງ​ໃຈ​ເຫມືອນ​ກັນ ຄື​ຫວັງ​ໃຈ​ວ່າ​ຄົນ​ທັງ​ປວງ​ທັງ​ຜູ້​ຊອບ​ທັມ​ແລະ​ຜູ້​ບໍ່​ຊອບ​ທັມ ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ

16 ໃນ​ຂໍ້​ນີ້​ຂ້າ​ພະ​ເຈົ້າ​ເອງ​ເຫມືອນ​ກັນ ຈຶ່ງ​ອົດ​ສາ​ພ​ຍາ​ຍາມ​ໃຫ້​ມີ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ເສາະ​ໃສ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລະຕໍ່​ມະ​ນຸດ​ຢູ່​ສເມີ

17 ຄັນ​ລ່ວງ​ມາ​ຫລາຍ​ປີ​ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ອ​ຂງ​ທານ​ມາ​ສູ່​ຊົ​ນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ

18 ໃນ​ລະ​ຫວ່າງ​ນັ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ຊຳ​ຮະ​ຕົວ​ແລ້ວ ເຂົາ​ໄດ້​ພົບ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ກໍ​ບໍ່​ໄດ້​ພົບ​ຂ້າ​ພະ​ເຈົ້າ​ຢູ່​ກັບ​ຫລາຍ​ຄົນ ຫລື​ກຳ​ລັງ​ກໍ່​ຄວາມ​ວຸ້​ນ​ວາຍ

19 ແຕ່​ກໍ​ມີ​ພວກ​ຢິວ​ລາງ​ຄົນ​ມາ​ຈາກ​ແຂວ​ງ​ອາ​ເຊັຽ ຖ້າ​ຄົນ​ເຫລົ່າ​ນັ້ນ​ມີ​ເຣື່ອງ​ອັນ​ໃດ​ຕໍ່​ສູ້​ຂ້າ​ພະ​ເຈົ້າ ເຂົາ​ຄວນ​ຈະ​ມາ​ສ​ເນີ​ຕົວ​ທີ່​ນີ້​ຟ້ອງ​ຂ້າ​ພະ​ເຈົ້າ​ຕໍ່​ຫນ້າ​ທ່ານ

20 ຫລື​ໃຫ້​ຄົນ​ເຫລົ່າ​ນີ້​ເອງ​ກ່າວ​ເຣື່ອງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ເຫັນ ເມື່ອ​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ຕໍ່​ຫນ້າ​ສານ​ສູງ​ສຸດ​ນັ້ນ

21 ເວັ້ນ​ໄວ້​ແຕ່​ຂໍ້​ດຽວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ໃນ​ຖ້າມ​ກາງ​ພວກ​ເຂົາ​ວ່າ “ທີ່​ຂ້າ​ພະ​ເຈົ້າ​ນີ້​ຖືກ​ພິ​ຈາ​ຣະ​ນາ​ພິ​ພາກ​ສາ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ໃນ​ວັນ​ນີ້ ກໍ​ເພາະ​ກ່ຽວ​ກັບ​ເຣື່ອງ​ການ​ເປັນ​ຄື​ນ​ມາ​ຈາກ​ຕາຍ”

22 ແຕ່​ເຟ​ລິກ​ຮູ້​ເຣື່ອງທາງ​ນັ້ນ​ຄັກ​ແນ່​ສົມ​ຄວນ ຈຶ່ງ​ໄດ້​ເລື່ອນ​ການ​ພິ​ຈາ​ຣະ​ນາ​ຂອງ​ເຂົາ​ໄປ ໂດຍ​ກ່າວ​ວ່າ, “ເມື່ອ​ໃດ​ນາຍ​ພັນ​ລີ​ເຊັຽ​ລົງ​ມາ​ແລ້ວ ເຮົາ​ຈະ​ໄດ້​ພິ​ຈາ​ຣະ​ນາ​ຄວາມ​ຂອງ​ພວກ​ເຈົ້າ”

23 ແລ້ວ​ເຟ​ລິກໄດ້​ສັ່ງ​ໃຫ້​ນາຍ​ຮ້ອຍ​ຄຸມ​ຕົວ​ໂປ​ໂລ​ໄວ້ ແຕ່​ໄດ້​ຜ່ານ​ພົ້ນ​ຄວາມ​ເຄັ່ງ​ຄັດ ແລະ​ບໍ່​ໃຫ້​ຫ້າມ​ຜູ້​ນຶ່ງ​ຜູ້​ໃດ​ທີ່​ເປັນ​ເພື່ອນ​ຂອງ​ທ່ານ​ທີ່​ຢາ​ກ​ເຂົ້າ​ມາ​ບົວ​ລະ​ບັດ​

24 ເມື່ອ​ລ່ວງ​ມາ​ສອງ​ສາມ​ວັນ​ແລ້ວ​ເຟ​ລິກ​ກັບ​ພັ​ຣ​ຍາ​ຊື່ ດຣູ​ຊີນ​ລາ ຜູ້​ເປັນ​ຊາດ​ຢິວໄດ້​ມາ​ທານ​ໃຫ້​ເອີ້ນ​ໂປ​ໂລ​ມາ ແລ້ວ​ໄດ້​ຟັງ​ໂປ​ໂລ​ກ່າວ​ເຣື່ອງ​ຄວາມ​ເຊື່ອ​ຖື​ໃນ​ພຣະ​ເຢ​ຊູ​ຄຣິດ​

25 ຂ​ນະ​ທີ່​ໂປ​ໂລ​ອ້າງ​ເຖິງ​ຄວາມ​ຍຸດ​ຕິ​ທັມ ການ​ບັງ​ຄັບ​ໃຈ ແລະ​ການ​ພິ​ພາກ​ສາ​ທີ່​ຈະ​ມາ​ພາຍ​ຫນ້າ​ນັນ ເຟ​ລິກ​ກໍ​ສະ​ດຸ້ງ​ຕົກ​ໃຈ ຈຶ່ງ​ກ່າວ​ວ່າ, “ບັດ​ນີ້​ຈົ່ງ​ໄປ​ກ່ອນເທາະ ເມື່ອ​ມີ​ໂອ​ກາດ​ເຮົາ​ຈະ​ເອີ້ນ​ທ່ານ​ມາ​ອີກ”

26 ໃນ​ເວ​ລາ​ນັ້ນ​ເຟ​ລິກ​ຫວັງ​ໃຈ​ວ່າ​ໂປ​ໂລ​ຈະ​ໃຫ້​ເງິນ​ສິນ​ບົນ​ແກ່​ຕົນ ເຫດ​ສັນ​ນັ້ນ​ທ່ານ​ຈຶ່ງ​ເອີ້​ນ​ໂປ​ໂລ​ມາ​ສົນ​ທະ​ນາ​ຫລາຍ​ເທື່ອ

27 ແຕ່​ເມື່ອສອງ​ປີ​ລ່ວງ​ໄປ​ແລ້ວ ໂປກີ​ໂອເຟຊະໂຕ​ໄດ້​ມາ​ຮັບ​ຣາ​ຊ​ການ​ແທນ​ເຟ​ລິກ ຝ່າຍ​ເຟ​ລິກ​ຢາກ​ໄດ້​ຄວາມ​ຊອບ​ຈາກ​ພວກ​ຢິວ ຈຶ່ງ​ຂັງ​ໂປ​ໂລ​ປະ​ໄວ້​ໃນ​ຄຸກ



25

1 ອັນ​ນຶ່ງ​ເມື່ອ​ເຟ​ຊະ​ໂຕໄດ້​ມາ​ໃນ​ແຂວງ​ນັ້ນ​ໄດ້​ສາມ​ວັນ​ແລ້ວ ທ່ານ​ຈຶ່ງ​ອອກ​ຈາກ​ເມືອງ​ກາຍ​ຊາ​ເຣັຽ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

2 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ບັນ​ດາ​ຄົນ​ສຳ​ຄັນ​ໃນ​ພວ​ກ​ຢິວ​ໄດ້​ມາ​ສເນີ​ຄະ​ດີ​ຂອງ​ໂປ​ໂລ​ຕໍ່​ທ່ານ

3 ແລະ​ໄດ້​ອ້ອນວອນ​ຂໍ​ທ່ານ​ໂຜດ​ຊ່ອຍ​ເຂົາ​ໃນ​ການ​ຕໍ່​ສູ້​ໂປ​ໂລ ຄື​ໃຫ້​ທ່ານ​ໄດ້​ສົ່ງ​ໂປ​ໂລ​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ເພາະ​ເຂົາ​ມີ​ແຜນ​ການ​ຈະ​ລັດ​ຂ້າ​ໂປ​ໂລ​ຢູ່​ກາງ​ທາງ​ເສັຽ

4 ຝ່າຍ​ເຟ​ຊະ​ໂຕ​ຈຶ່ງ​ຕອບ​ວ່າ, “ໂປ​ໂລ​ນັ້ນ​ຖືກ​ຄຸມ​ຂັງ​ຢູ່​ເມືອງ​ກາຍ​ຊາ​ເຣັຽ ແລະ​ອີກ​ຫນ້ອຍ​ນຶ່ງ​ທ່ານ​ເອງ​ກໍ​ຈະ​ກັບ​ໄປ​ຍັງ​ເມືອງ​ນັ້ນ

5 ທ່ານ​ໄດ້​ເວົ້າ​ວ່າ, “ເຫດ​ສັນ​ນັ້ນ ໃຫ້​ບັນ​ດາ​ຜູ້​ມີ​ອຳ​ນາດ​ໃນ​ພວກ​ທ່ານລົງ​ໄປ​ພ້ອມ​ກັນ​ກັບ​ເຮົາ ຖ້າ​ວ່າ​ໂປ​ໂລ​ມີ​ຜິ​ດອັນ​ໃດ​ຈົ່ງ​ໃຫ້​ເຂົາ​ຟ້ອງ​ສາ”

6 ເມື່ອ​ທ່ານ​ພັກ​ຢູ່​ນຳ​ບໍ່​ເກີນ​ແປດ​ຫລື​ສິບ​ວັນ​ແລ້ວ ກໍ​ໄດ້​ລົງ​ໄປ​ຍັງ​ເມືອງ​ກາຍ​ຊາ​ເຣັຽ ແລະ​ມື້​ຫນ້າ​ນັ້ນ​ທ່ານ​ໄດ້​ນັ່ງ​ໃນ​ສານ​ຕັ​ດ​ສີນ ແລະ​ໄດ້​ສັ່ງ​ໃຫ້​ພາຕົວ​ໂປ​ໂລ​ເຂົ້າ​ມາ

7 ເມື່ອ​ໂປ​ໂລ​ເຂົ້າ​ມາ​ແລ້ວ ພວກ​ຢິວ​ທີ່​ລົງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ຢືນ​ອ້ອມ​ທ່ານ​ໄວ້ ແລະ​ກ່າວ​ຄໍາ​ຟ້ອງ​ອັນ​ຫນັກ​ຫລາຍ​ປະ​ການ​ໃສ່ ຊຶ່ງ​ເຂົາ​ບໍ່​ສາ​ມາດ​ຫາ​ຫລັກ​ຖານ​ໄດ້

8 ຝ່າຍ​ໂປ​ໂລ​ຈຶ່ງ​ກ່າວ​ແກ້​ຄະ​ດີ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນ​ໃດ​ຕໍ່​ກົດ​ຫມາຍ​ຂອງ​ພວກ​ຢິວ ຫລື​ຜິດ​ຕໍ່​ພຣະ​ວິ​ຫານ ຫລື​ຕໍ່​ກາຍ​ຊາ​ກໍ​ດີ”

9 ຝ່າຍ​ເຟ​ສ​ຕຸ​ສ​ຢາ​ກ​ໄດ້​ຄວາມ​ຊອບ​ຈາກ​ພວກ​ຢິວ ຈຶ່ງ​ຖາມ​ໂປ​ໂລ​ວ່າ, “ເຈົ້າ​ຢາກ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຊຳ​ຮະ​ຄວາມ​ເຣື່ອງ​ນີ້​ຕໍ່​ຫນ້າ​ເຮົາ​ທີ່​ນັ້ນ​ຫລື”

10 ແຕ່​ໂປ​ໂລ​ໄດ້​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ກຳ​ລັງ​ຢືນ​ຢູ່​ຕໍ່​ຫນ້າ​ສານ​ຕັດ​ສີນ​ຂອງ​ກາຍ​ຊາ​ຢູ່​ແລ້ວ ກໍ​ສົມ​ຄວນ​ຈະ​ພິ​ພາກ​ສາ​ຂ້າ​ພະ​ເຈົ້າ​ເສັຽ​ທີ່​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນ​ໃດ​ຕໍ່​ພວກ​ຢິວ​ເຫມືອນ​ດັ່ງ​ທ່ານ​ຮູ້​ຄັກ​ແລ້ວ

11 ຖ້າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຜິດ ຫລື​ໄດ້​ເຮັດ​ອັນ​ໃດ​ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ຂ້າ​ພະ​ເຈົ້າ​ກໍ​ຍອມ​ຕາຍ​ດ້ວຍ​ບໍ່​ຂັດ​ຂືນ ແຕ່​ຖ້າ​ເຣື່ອງ​ທີ່​ເຂົາ​ຟ້ອງ​ຂ້າ​ພະ​ເຈົ້າ​ນັ້ນ​ບໍ່​ຈິງ​ແລ້ວ ບໍ່​ມີ​ຜູ້​ໃດ​ມີ​ອຳ​ນາດ​ຈະ​ມອບ​ຂ້າ​ພະ​ເຈົ້າ​ໃຫ້​ເຂົາ​ດ້ ຂ້າ​ພະ​ເຈົ້າ​ຂໍ​ອຸ​ທອນ​ໄປ​ເຖິງ​ກາຍ​ຊາ”

12 ຝ່າຍ​ເຟ​ຊະ​ໂຕ, ເມື່ອ​ໄດ້​ຫາ​ລື​ກັນ​ກັບ​ທີ່​ປຶກ​ສາ​ແລ້ວ ຈຶ່ງ​ຕອບ​ວ່າ, “ເຈົ້າ​ໄດ້​ຂໍ​ອຸ​ທອນ​ໄປ​ເຖິງ​ກາ​ຍຊາ ເຈົ້າ​ກໍ​ຈະ​ໄດ້​ໄປ​ເຝົ້າ​ກາຍ​ຊາ”

13 ແລະ​ເມື່ອ​ລ່ວງ​ໄປ​ຫລາຍ​ວັນ​ແລ້ວ ກະ​ສັດ​ອາ​ຄຣິ​ປາ ແລະ​ພຣະ​ນ້ອງ​ນາງ​ເບນິ​ເກກໍ​ສະ​ເດັດ​ມາ​ຢ້ຽມ​ຄຳ​ນັບ​ເຟ​ຊະ​ໂຕ​ທີ່​ເມືອງ​ກາຍ​ຊາ​ເຣັຽ

14 ໃນ​ເວ​ລາ​ທີ່​ກະ​ສັດ​ປະ​ທັບ​ຢູ່​ທີ່​ນັ້ນ​ຫລາຍ​ວັນ ເຟຊະ​ໂຕ​ກໍ​ເລົ່າ​ຄະ​ດີ​ຂອງ​ໂປ​ໂລ​ໃຫ້​ພຣະ​ອົງ​ຟັງ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ຊຶ່ງ​ເຟລິກ​ໄດ້​ປະ​ໄວ້​ໃນ​ຄຸກ

15 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ຂອງ​ພວກ​ຢິວ​ໄດ້​ມາ​ສ​ເນີ​ຄະ​ດີ​ເຣື່ອງ​ຄົນ​ນີ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຕັດ​ສີນ​ລົງ​ໂທດ​ໃສ່

16 ຂ້າ​ພະ​ເຈົ້າ​ຈຶ່ງ​ຕອບ​ວ່າ ບໍ່​ແມ່ນ​ທັມ​ນຽມ​ຂອງ​ຊາວ​ໂຣມ​ທີ່​ຈະ​ມອບ​ຕົວ​ຈຳ​ເລີຍ ກ່ອນ​ທີ່​ໂຈດ​ກັບ​ຈຳ​ເລີຍ​ມາ​ພ້ອມ​ຫນ້າ​ກັນ ເພື່ອ​ໃຫ້​ຈຳ​ເລີຍ​ມີ​ໂອ​ກາດ​ແກ້​ຄະ​ດີ​ໃນ​ຂໍ້​ຫາ​ນັ້ນ

17 ດັ່ງ​ນັ້ນ​ຄັນ​ພວກ​ໂຈດ​ໄດ້​ມາ​ພ້ອມ​ກັນ​ທີ່​ນີ້​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ລໍ​ຖ້າ ໃນ​ວັນ​ຫນ້າ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ໃນ​ສານ​ຕັ​ດ​ສີນ​ແລະ​ໄດ້​ສັ່ງ​ໃຫ້​ພາ​ຊາຍ​ຄົນ​ນັ້ນ​ເຂົ້າ​ມາ

18 ເມື່ອ​ພວກ​ໂຈດ​ຢືນ​ຂຶ້ນ​ແລ້ວ ເຂົາ​ບໍ່​ໄດ້​ກ່າວ​ຫາ​ການ​ຊົ່ວ​ຮ້າຍ​ໃສ່​ຈຳ​ເລີຍ​ເຫມືອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄາດ​ໄວ້​ແລ້ວ

19 ເປັນ​ແຕ່​ພຽງ​ບັນ​ຫາ​ຖຽງ​ກັນດ້ວຍ​ເຣື່ອງ​ລັດ​ທິ​ສາ​ສ​ນາ​ຂອງ​ເຂົາ​ເອງ ແລະ​ດ້ວຍ​ຄົ​ນ​ຜູ້​ນຶ່ງ​ຊື່ ເຢ​ຊູ​ທີ່​ຕາຍ​ໄປ​ແລ້ວ ແຕ່​ຝ່າຍ​ໂປ​ໂລ​ຢືນ​ຢັນ​ວ່າ​ຍັງ​ເປັນ​ຢູ່

20 ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ຈົນ​ປັນ​ຍາ​ວ່າ​ຈະ​ພິ​ຈາ​ຣະ​ນາ​ບັນ​ຫາ​ນີ້​ຢ່າງ​ໃດ ຈຶ່ງ​ຖາມ​ໂປ​ໂລ​ວ່າ​ຢາກ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ຊຳ​ຮະ​ຄວາມ​ທີ່​ນັ້ນ​ຫລື​ບໍ

21 ແຕ່​ເມື່ອ​ໂປ​ໂລໄ​ດ້​ອຸ​ທອ​ນຂໍ​ໃຫ້​ຮັກ​ສາ​ຕົວ​ໄວ້​ໃຫ້​ມະ​ຫາ​ກະ​ສັດ​ຊົງ​ເປັນ​ຜູ້​ຊຳ​ຮະ​ຕັດ​ສີນ ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ໃຫ້​ຂັງ​ຮັ​ກ​ສາ​ຄົນ​ນີ້​ໄວ້​ຈົນ​ກວ່າ​ຈະ​ໄດ້​ສົ່ງ​ຕົວ​ໄປ​ເຖິງ​ກາຍ​ຊາ”

22 ຝ່າຍ​ອາ​ຄຣິປາ​ກໍ​ຊົງ​ກ່າວ​ກັບ​ເຟ​ສ​ຕຸ​ສວ່າ, “ເຮົາ​ກໍ​ມີ​ໃຈ​ຢາກ​ຟັງ​ຄຳ​ຂອງ​ຄົນ​ນັ້ນ​ເຫມືອນ​ກັນ” ເຟ​ຊະ​ໂຕຈຶ່ງ​ທູນ​ວ່າ, “ມື້​ອື່ນ​ທ່ານ​ຈະ​ໄດ້​ຟັງ”

23 ມື້​ຫນ້າ​ນັ້ນ​ກະ​ສັດ​ອາ​ຄ​ຣິປາ​ກັບ​ພຣະ​ນາງ​ເບ​ນິ​ເກ​ສະ​ເດັດ​ມາ​ພ້ອມ​ດ້ວຍ​ບໍ​ຣິວານ​ຢ່າງ​ສະ​ງ່າ​ຜ່າ​ເຜີຍ ເຂົ້າ​ໄປ​ໃນ​ຫໍ​ຊັຍ​ພ້ອມດ້ວຍ​ນາຍ​ພັນ​ແລະ​ຄົນ​ສຳ​ຄັນ​ທັງ​ຫລາຍ​ໃນ​ນະ​ຄອນ​ນັ້ນ ແລ້ວ​ເຟ​ຊະ​ໂຕໄດ້​ສັ່ງ​ໃຫ້​ພາໂປ​ໂລ​ເຂົ້າ​ມາ

24 ເຟ​ຊະ​ໂຕ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ກະ​ສັດ​ອາ​ຄຣິປາ ແລະ​ຮຽນ​ທ່ານ​ທັງ​ຫລາຍ​ທີ່​ຢູ່​ດ້ວຍ​ກັນ​ກັບ​ພວກ​ຂ້າ​ພະ​ເຈົ້າ ທ່ານ​ທັງ​ຫລາຍ​ໄດ້​ເຫັນ​ຄົນ​ຜູ້​ນີ້ ຄື​ຜູ້​ທີ່​ບັ​ນ​ດາ​ພວກ​ຢິວ​ໄດ້​ອ້ອນວອນ​ຂ້າ​ພະ​ເຈົ້າ​ທັງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ທີ່​ນີ້ກໍ​ດີ ດ້ວຍ​ຮ້ອງວ່າ​ຜູ້​ນີ້​ບໍ່​ຄວນ​ຈະ​ມີ​ຊີ​ວິດ​ຢູ່ຕໍ່​ໄປ

25 ສ່ວນ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ຮູ້​ວ່າ​ຄົນ​ນີ້​ບໍ່​ໄດ້​ເຮັດ​ອັນ​ໃດ​ທີ່​ຄວນ​ຈະ​ຕ້ອງ​ຕາຍ ແຕ່​ເພາະ​ຕົນ​ນີ້​ເອງ​ໄດ້​ອຸ​ທອນ​ໄປ​ເຖິງ​ມະ​ຫາ​ກະ​ສັດ ແລ້ວ​ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ຈະ​ສົ່ງ​ເຂົາ​ໄປ

26 ກ່ຽວ​ກັບ​ເຣື່ອງ​ຄົນ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ມີ​ຣາຍ​ງານ​ອັນ​ໃດຢ່າງ​ຄັກ​ແນ່ ພໍ​ທີ່​ຈະ​ຖວາຍ​ແດ່​ມະ​ຫາ​ກະ​ສັດ​ເຈົ້າ ເພາະ​ສັນ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ພາຄົນ​ນີ້​ອອກ​ມາ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ແລະ​ຕໍ່​ພຣະ​ພັກ​ກະ​ສັດ​ອາ​ຄຣິປາ​ເປັນ​ຕົ້ນ ຫວັງ​ວ່າ​ເມື່ອ​ໄຕ່​ສວນ​ແລ້ວ​ຈະ​ມີ​ເຣື່ອງ​ພໍ​ຈະ​ຖວາຍ​ຣາຍ​ງານ​ໄປ​ໄດ້

27 ເພາະ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທີ່​ຈະ​ສົ່ງ​ຄົນ​ໂທດ​ໄປ​ດ້ວຍ​ບໍ່​ໄດ້​ສົ່ງ​ຂໍ້​ກ່າວ​ຫາ​ໄປ​ພ້ອມ ກໍ​ເປັນ​ການ​ບໍ່​ເຫມາະ​ສົມ”



26

1 ຝ່າຍ​ກະ​ສັດ​ອາ​ຄຣິ​ປາ​ຈຶ່ງ​ຊົງກ່າວ​ແກ່​ໂປ​ໂລ​ວ່າ, “ເຮົາ​ອະ​ນຸ​ຍາດ​ໃຫ້​ເຈົ້າ​ແກ້​ຕົວ​ໄດ້” ດັ່ງ​ນັ້ນ ໂປ​ໂລ​ຈຶ່ງ​ຍື່ນ​ມື​ອອກ​ກ່າວ​ແກ້​ຄະ​ດີ​ວ່າ,

2 “ຂ້າ​ແດ່​ກະ​ສັດ​ອາຄ​ຣິປາ, ຂ້າ​ພຣະ​ບາດ​ຖື​ວ່າ​ເປັນ​ໂຊກ​ດີ​ທີ່​ໄດ້​ມີ​ໂອ​ກາດ​ແກ້​ຄະ​ດີ​ຕໍ່​ພຣະ​ພັກ​ຝ່າ​ພຣະ​ບາດ​ໃນ​ວັນ​ນີ້ ໃນ​ເຣື່ອງ​ຂໍ້​ຄະ​ດີ​ທັງ​ປວງ​ຊຶ່ງ​ພວກ​ຢິວ​ກ່າວ​ຫາ​ຂ້າ​ພຣະ​ບາດ​ນັ້ນ

3 ເພາະ​ເປັນ​ຕົ້​ນ, ຝ່າ​ພຣະ​ບາດ​ຊົງ​ມີ​ຄວາມ​ຮູ້​ຊຳ​ນານ​ໃນ​ບັນ​ດາ​ຂ​ນົບ​ທັມ​ນຽມ​ແລະ​ບັນ​ຫາ​ຕ່າງໆ​ຂອງ​ພວກ​ຢິວ​ແລ້ວ ເຫດ​ສັນ​ນັ້ນຂໍ​ຝ່າພຣະ​ບາດ​ໄດ້​ໂຜດ​ຊົງ​ທົນ​ຟັງ​ຂ້າ​ພຣະ​ບາດ

4 “ພວກ​ຢິວ​ທັງ​ປວງ​ກໍ​ຮູ້​ຈັກ​ຄວາມ​ເປັນ​ຢູ່​ຂອງ​ຂ້າ ​ພຣະ​ບາດ​ຕັ້ງ​ແຕ່​ຫນຸ່ມ​ນ້ອຍ​ມາ​ຄື​ໃນ​ຫົວ​ທີ​ຂ້າ​ພຣະ​ບາດ​ໄດ້​ຢູ່​ຖ້າມ​ກາງ​ຊົນ​ຊາດ​ຂອງ​ຂ້າ​ພຣະ​ບາດ ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

5 ເຂົາ​ກໍຮູ້​ຈັກ​ຂ້າ​ພຣະ​ບາດ​ແຕ່​ເດີມ​ມາ ຖ້າ​ເຂົາ​ຈະ​ຍອມ​ເປັນ​ພຍານ​ກໍ​ເປັນ​ໄດ້ ວ່າ​ຂ້າ​ພຣະ​ບາດ​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ພວກ​ທີ່​ຖື​ສາສ​ນາ​ຂອງ​ພວກ​ຂ້າ​ພຣະ​ບາດ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸ​ດ ຄື​ເປັນ​ພວກ​ຟາ​ຣີ​ຊາຍ

6 ບັດ​ນີ້​ທີ່​ຂ້າ​ພຣະ​ບາດ​ມາ​ຢືນ​ຢູ່​ເພື່ອ​ຖືກ​ຊຳ​ຮະ​ຕັດ​ສີນ ກໍ​ເນື່ອງ​ດ້ວຍ​ເຣື່ອງ​ມີ​ຄວາມ​ຫວັງ​ໃນ​ພຣະ​ສັນ​ຍາ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ຕິ​ຍານ​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ບາດ​ນັ້ນ

7 ພວກ​ຂ້າ​ພຣະ​ບາດ​ທັງ​ສິບ​ສອງ​ຕະ​ກູນ​ໄດ້​ອົດ​ສາ​ປະ​ຕິ​ບັດ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ດ້ວຍ​ຫວັງ​ວ່າຈະ​ບັນ​ລຸ​ເຖິງ​ຄວາມ​ສຳ​ເຣັດ​ຕາມ​ພຣະ​ສັນ​ຍາ​ນັ້ນ ຂ້າ​ແດ່​ກະ​ສັດ​ຜູ້​ເປັນ​ເຈົ້າ​, ທີ່​ພວກ​ຢິວ​ຟ້ອງ​ຂ້າ​ພຣະ​ບາດ​ກໍ​ຍ້ອນ​ຄວາມ​ຫວັງ​ໃຈ​ອັນ​ນີ້​ແຫລະ,

8 ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ພາ​ກັນ​ຖື​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ​ເປັນ​ການ​ເຫລືອ​ເຊື່ອ

9 “ຝ່າຍ​ຂ້າ​ພຣະ​ບາດ​ເອງ​ກໍ​ເຄີຍ​ຄຶດ​ໃນ​ໃຈ​ວ່າ “ຈຳ​ເປັນ​ຕ້ອງ​ເຮັດ​ຫລາຍ​ຢ່າງ​ເປັນ​ການ​ຂັດ​ຂວາງ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ນັ້ນ

10 ສິ່ງ​ເຫລົ່າ​ນັ້ນ​ຂ້າ​ພຣະ​ບາດ​ໄດ້​ເຮັດ​ໃນ​ກຸງເຢ​ຣູ​ຊາ​ເລັມ ເມື່ອ​ຂ້າ​ພຣະ​ບາດ​ໄດ້​ຮັບ​ອຳ​ນາດຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລ້ວ ຂ້າ​ພຣະ​ບາດ​ເອງ​ໄດ້​ຈັບ​ໄພ່​ພົນ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ໄປ​ຂັງ​ໄວ້ ແລະ​ຄັນ​ເຂົາ​ຖືກ​ລົງ​ໂທດ​ເຖິງ​ຕາຍ​ຂ້າ​ພຣະ​ບາດ​ກໍ​ລົງ​ຄວາມ​ເຫັນ​ດີ​ດ້ວຍ

11 ຂ້າ​ພຣະ​ບາດ​ໄດ້​ລົງ​ໂທດ​ເຂົາ​ຫລາຍ​ເທື່ອ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ທົ່ວ​ໄປ ແລະ​ໄດ້​ພ​ຍາ​ຍາມ​ບັງ​ຄັບ​ເຂົາ​ໃຫ້​ກ່າວ​ຄຳ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ເຈົ້າ ແລະ​ເພາ​ຂ້າ​ພຣະ​ບາດ​ຄຽດ​ແຄ້ນ​ເຂົາ​ຫລາຍ​ ເຖິງ​ຈະ​ແມ່ນ​ໃນ​ຫົວ​ເມືອງ​ຕ່ງ​ປະ​ເທດ ຂ້າ​ພຣະ​ບາດ​ກໍ​ໄດ້​ຕິດ​ຕາມ​ໄປ​ຂົ່ມ​ເຫັງ​ເຂົາ

12 “ດັ່ງ​ນັ້ນ​ຂ້າ​ພຣະ​ບາດ​ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ ໄດ້​ຖື​ອຳ​ນາດ​ແລະ​ຮັບ​ຄຳ​ສັ່ງ​ຈາກ​ປະ​ໂຣ​ຫິດ​ຕົນ​ໃຫຍ່

13 ຂ້າແດ່​ກະ​ສັດ​ຜູ້​ເປັນ​ເຈົ້າ, ໃນ​ເວ​ລາ​ທ່ຽງ​ວັນ​ເມື່ອ​ກຳ​ລັງ​ເດີນ​ທາງ​ໄປ ຂ້າ​ພຣະ​ບາດ​ໄດ້​ເຫັນ​ແສງ​ສວ່າງ​ກ້າກວ່າ​ແສງ​ພຣະ​ອາ​ທິດ​ສ່ອງ​ລົງ​ມາ​ຈາກ​ຟ້າ​ອ້ອມ​ຮອບ​ຂ້າ​ພຣະ​ບາດ​ກັບ​ຄົນ​ທັງ​ຫລາຍ​ທີ່​ໄປ​ນຳ

14 ເມື່ອ​ພວກ​ຂ້າ​ພຣະ​ບາດ​ທຸກ​ຄົນ​ລົ້ມ​ລົງ​ເທິງ​ດິນ ຂ້າ​ພຣະ​ບາດ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ກ່າວ​ມາ​ເປັນ​ພາ​ສາ​ເຮັບ​ເຣີ ຖາມ​ຂ້າ​ພຣະ​ບາດ​ວ່າ “ໂຊ​ໂລ, ໂຊ​ໂລ​ເອີຍ, ເຈົ້າ​ຂົ່ມ​ເຫັງ​ເຮົາ​ເຮັດ​ຫຍັງ? ທີ່​ເຈົ້າ​ຖີບ​ເຫລັກ​ກະ​ຕັກ​ນັ້ນ​ກໍ​ເປັນ​ການ​ເຈັ​ບ​ແກ່​ຕົວ​ເອງ”

15 ຂ້າ​ພຣະ​ບາດ​ຈຶ່ງ​ທູນ​ຖາມ​ວ່າ, “ທ່ານ​ເອີຍ, ທ່ານ​ແມ່ນ​ໃຜ?” ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ “ເຮົາ​ຄື​ເຢ​ຊູ​ທີ່​ເຈົ້າ​ຂົ່ມ​ເຫັງ​ນັ້ນ​ແຫລະ

16 ແຕ່ຈົ່ງ​ລຸກ​ຂຶ້ນ​ແລະ​ຢືນ​ຢູ່ ເພາະ​ເພື່ອ​ການ​ນີ້​ແຫລະ, ເຮົາ​ໄດ້​ປາ​ກົດ​ແກ່​ເຈົ້າ ຄື​ເພື່ອ​ຈະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ຜູ້​ຣັບ​ໃຊ້​ແລະ​ເປັນ​ພຍານ​ເຖິງ​ເຫດ​ການ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ກັບ​ທັງ​ເຫດ​ການ​ທີ່​ເຮົາ​ຈະ​ປາ​ກົດ​ແກ່​ເຈົ້າ​ໃນ​ພາຍ​ຫນ້າ

17 ເຮົາ​ຈະ​ໂຜດ​ເຈົ້າ​ໃຫ້​ພົ້ນ​ຈາກ​ພົລ​ເມືອງ​ນີ້ ແລະ​ຈາກ​ຄົນ​ຕ່າງ​ຊາດ​ທີ່​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ນັ້ນ

18 ເພື່ອ​ຈະ​ໃຫ້​ເຈົ້າ​ໄຂ​ຕາ​ເຂົາ ເພື່ອ​ເຂົາ​ຈະ​ກັບ​ຈາກຄວາມ​ມືດມ​ຣາ​ເຖິງ​ຄວາມ​ສວ່າງ ແລະ​ຈາກ​ອຳ​ນາດ​ຂອງ​ຊາ​ຕານ​ມາ​ເຖິງ​ພຣະ​ເຈົ້າ

19 ຂ້າແດ່​ກະ​ສັດອາກ​ຣິບ​ປາ, ເມື່ອ​ເປັນ​ດັ່ງ​ນັ້ນ​ແລ້ວ​ຂ້າ​ພຣະ​ບາດ​ບໍ່​ໄດ້​ຂັດ​ຂືນ​ນິ​ມິດ​ຊຶ່ງ​ມາ​ຈາກ​ຟ້າ​ສວັນ​ນັ້ນ

20 ແຕ່​ຂ້າ​ພຣະ​ບາດ​ໄດ້​ປະ​ກາດ​ແກ່​ຄົນ​ທັງ​ຫລາຍ​ຕັ້ງ​ຕົ້ນ​ແຕ່​ເມືອງ​ດາ​ມັ​ສ​ກັ​ສ, ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ແລະ​ແກ່​ຊາວ​ຕ່າງ​ປະ​ເທດ​ໃຫ້​ເຂົາ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຕ່າວ​ຄືນ​ມາ​ຫາ​ພຣະ​ເຈົ້າ ແລະ​ເຣັດ​ການ​ຊຶ່ງ​ສົມ​ກັບ​ການ​ກັບ​ໃຈ​ໃຫມ່​ແລ້ວ

21 ເພາະ​ເຫດ​ນີ້​ແຫລະ, ພວກ​ຢິວ​ຈຶ່ງ​ໄດ້​ຈັບ​ຂ້າ​ພຣະ​ບາດ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລະ​ພ​ຍາ​ຍາມ​ຈະ​ຂ້າ​ຂ້າ​ພຣະບາດ​ເສັຽ

22 ຂ້າ​ພຣະ​ບາດ​ໄດ້​ຮັບ​ຄວາມ​ຊົດ​ຊ່ອຍ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ​ເຖິງ​ທຸກວັນ​ນີ້ ດັ່ງ​ນັ້ນ​ຂ້າ​ພຣະ​ບາດ​ຈຶ່ງ​ຢືນ​ຢູ່​ເປັນ​ພຍານ​ຕໍ່​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ຂ້າ​ພຣະ​ບາດ​ບໍ່​ເວົ້າ​ເຣື່ອງ​ອື່ນ ນອກ​ຈາກ​ເຣື່ອງ​ຊຶ່ງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກັບ​ໂມ​ເຊ​ໄດ້​ກ່າວ​ໄວ້​ວ່າ​ຈະ​ເກີດ​ຂຶ້ນ​ນັ້ນ

23 ຄື​ວ່າ​ຖ້າ​ພຣະ​ຄຣິດ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ແລະ​ຊົງ​ເປັນ​ຜູ້​ຕົ້ນ​ໃນ​ການ​ຄືນ​ພຣະ​ຊົນ​ແລ້ວ​ພຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ນຳ​ຄວາມ​ສວ່າງ​ມາ​ສະ​ແດງ​ແກ່​ພົ​ລ​ເມືອງ​ແລະ​ແກ່​ຄົນ​ຕ່າງ​ຊາດ”

24 ເມື່ອ​ໂປ​ໂລ​ກຳ​ລັງ​ແກ້​ຄະ​ດີ​ຢ່າງ​ນັ້ນ ເຟ​ຊະ​ໂຕຈຶ່ງ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ໂປ​ໂລ​ເອີຍ, ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນ​ຮູ້​ຫລາ​ຍຂອງ​ເຈົ້າ​ກຳ​ລັງ​ເຣັດ​ໃຫ້​ເຈົ້າ​ເປັນ​ບ້າ​ໄປ​ເສັຽ”

25 ແຕ່​ໂປ​ໂລ​ໄດ້​ຕອບ​ວ່າ, “ໂອ, ພ​ນະ​ທ່ານ​ເຟ​ຊະ​ໂຕ​ທີ່​ນັບ​ຖື ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ບ້າ ແຕ່​ກ່າວ​ຕາມ​ສັດ​ຈິງ​ແລະ​ສະ​ຕິ​ອັນ​ປົກ​ກະ​ຕິ

26 ດ້ວຍ​ວ່າ​ທ່ານ​ກະ​ສັດ​ຊົງ​ຊາບ​ຂໍ້​ຄວາມ​ເຫລົ່າ​ນີ້​ດີ​ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ້າ​ທູນ​ຕໍ່​ພຣະ​ອົງ ເພາະ​ຂ້າ​ພະ​ເຈົ້າ​ເຊື່ອ​ແນ່​ວ່າ ບໍ່​ມີ​ຈັກ​ຢ່າງ​ໃນ​ບັນ​ດາ​ເຫດ​ການ​ເຫລົ່າ​ນີ້​ທີ່​ພົ້ນ​ຈາກ​ພຣະ​ເນດ​ຂອງ​ພຣະ​ອົງ​ໄປ ເພາະ​ເຫດ​ເຫລົ່າ​ນີ້​ບໍ່​ໄດ້​ເຮັດ​ໃນ​ບ່ອນ​ລັບ​ລີ້

27 ຂ້າ​ແດ່​ກະ​ສັດ​ອາຄ​ຣິປາ, ຝ່າ​ພຣະ​ບາດ​ເຊື່ອ​ພຣະ​ຄັມ​ພີ​ຜູ້ປະ​ກາດ​ພຣະ​ທັມ​ຫລື​ບໍ ຂ້າ​ພຣະ​ບາດຊາບ​ວ່າ​ຝ່າ​ພຣະ​ບາດ​ຊົງ​ເຊື່ອ​ຢູ່”

28 ກະ​ສັດ​ອາ​ຄຣິປາ​ຈຶ່ງ​ຊົງ​ກ່າວ​ກັບ​ໂປ​ໂລ​ວ່າ, “ເຈົ້າ​ຢາກ​ຊວນ​ເຮົາ​ໃຫ້​ເປັນ​ຄ​ຣິ​ສະ​ຕຽນ​ດ້ວຍ​ຄຳ​ຊັກ​ຊ​ວນ​ພຽງ​ເລັກ​ນ້ອຍ​ຢ່າງ​ນັ້ນບໍ”

29 ໂປ​ໂລ​ຈຶ່ງ​ທູນ​ວ່າ, “ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ ຂ້າ​ພຣະ​ບາດ​ປາ​ຖ​ນາ​ບໍ່​ວ່າ​ຄຳ​ຊັກ​ຊວນ​ຫນ້ອຍ​ຫລື​ຫລາຍ ຈະ​ອ້ອນວອນ​ຂໍ​ເພື່ອ​ວ່າ​ບໍ່​ແມ່ນ​ແຕ່​ຝ່າພຣະ​ບາດ​ອົງ​ດຽວ ແຕ່​ຄົນ​ທັງ​ປວງທີ່​ຟັງ​ຂ້າ​ພຣະ​ບາດ​ໃນ​ວັນ​ນີ້​ເຫມື​ອນ​ກັນ ຈະ​ກາຍ​ເປັນ​ເຫມືອ​ນ່​ຢາງ​ຂ້າ​ພຣະ​ບາດ​ເວັ້ນ​ໄວ້​ແຕ່​ເຄື່ອງ​ຜູກ​ມັດ​ນີ້”

30 ແລ້ວ​ກະ​ສັດ​ກໍ​ຊົງ​ລຸກ​ຂຶ້ນ​ກັບ​ຜູ້​ປົກ​ຄອງ ແລະ​ພຣະ​ນ້ອງ​ນາງ​ເບນີ​ເກ ແລະ​ຄົນ​ທັງ​ປວງ​ທີ່​ນັ່ງ​ຢູ່​ດ້ວຍ​ກັນ​ນັ້ນ

31 ເມື່ອ​ອອກ​ໄປ​ແລ້ວ​ກໍ​ພາ​ກັນ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ບໍ່​ເຮັດ​ສິ່ງ​ໃດ​ທີ່​ສົມ​ຄວນ​ຈະ​ຖືກ​ໂທດ​ເຖິງ​ຕາຍ ຫລື​ຖືກ​ຜູກ​ມັດ​ໄວ້​ກໍ​ດີ”

32 ກະ​ສັດ​ອາຄຣິປາ​ໄດ້​​ຊົງ​ເວົ້າ​ກັບ​ເຟ​ຊະ​ໂຕວ່າ, “ຖ້າ​ຜູ້​ນີ້​ບໍ່​ໄດ້​ອຸ​ທອນ​ໄປ​ເຖິງ​ກາຍ​ຊາ​ຈະ​ປ່ອຍ​ເສັຽກໍ​ໄດ້”



27

1 ເມື່ອ​ຕັ້ງ​ໃຈ​ວ່າ​ຈະ​ໃຫ້​ພວກ​ເຮົາ​ເດີນ​ທາງ​ເຮືອ​ສະ​ເພົາ​ໄປຍັງ​ປະ​ເທດ​ອີ​ຕາ​ລີ ເຂົາ​ຈຶ່ງມອບ​ໂປ​ໂລ​ກັບ​ນັກ​ໂທດ​ອື່ນ​ລາງ​ຄົນ​ໄວ້​ກັບ​ນາຍ​ຮ້ອຍ​ຄົນນຶ່ງ​ຊື່ ຢູ​ລີ​ໂອ ເປັນ​ນາຍ​ທະ​ຫານ​ໃນ​ກອງ​ທັບ​ຂອງ​ມະ​ຫາ​ກະ​ສັດ

2 ເຂົາ​ທັງ​ຫລາຍ​ຈຶ່ງ​ລົງ​ເຮືອ​ລຳ​ນຶ່ງ​ທີ່ມາ​ຈາກ​ເມືອງ ອັດ​ຣະມິດ ທີ່​ກຳ​ລັງ​ຈະ​ອອກ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ແຂວງ​ອາ​ເຊັຽ ແລ້ວ​ເຮືອນັ້ນ​ກໍ​ອອກ​ໄປ ມີ​ຊາຍ​ຄົນ​ນຶ່ງ​ຊຶ່ ອາ​ຣິ​ດ​ຕາ​ໂຂ ໄທ​ເມືອງ​ເທ​ຊະ​ໂລ​ນິກ​ແຂວງ​ມາ​ເກ​ໂດ​ເນັຽ ໄດ້​ໄປ​ພ້ອມ​ກັບ​ພວກ​ເຮົາ

3 ຕົກ​ມື້ຫນ້າ​ພວກ​ເຮົາ​ໄດ້​ຈອດ​ທີ່​ເມືອງ​ຊີ​ໂດນ ຝ່າຍ​ຢູ​ລີ​ໂອມີ​ໃຈ​ເມດ​ຕາ​ຕໍ່​ໂປ​ໂລ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ໄປ​ຫາ​ມິດ​ສະ​ຫາຍ​ເພື່ອ​ໃຫ້​ເຂົາ​ບົວ​ລະ​ບັດ​ທ່ານ

4 ຄັນ​ເຮືອ​ອອກ​ຈາກ​ທີ່​ນີ້​ແລ້ວ ພວກ​ເຮົາ​ໄດ້​ລຽບ​ເກາະ​ໄຊ​ປຣັ​ສ​ໄປ​ທາງ​ຫລີກ​ທວນ​ລົມ ເພາະ​ຖືກ​ລົມ​ຂັດ​ຂວາງ

5 ເມື່ອ​ຂ້າມ​ທະ​ເລ​ທີ່​ຊື່​ກັບ​ແຂ​ວງ​ກີ​ລີ​ເກັຽ​ແລະ​ແຂວງ​ປັມ​ຟີ​ເລັຽນັ້ນ​ກໍ​ມາ​ເຖິງ​ເມືອ​ງມີ​ຣາ​ໃນ​ແຂວງ​ລີ​ເຊັຽ

6 ທີ່​ນັ້ນ​ນາຍ​ຮ້ອຍ​ໄດ້​ພົບ​ເຮືອລຳ​ນຶ່ງ​ທີ່​ມາ​ຈາກ​ເມືອງ​ອາ​ເລັກ​ຊັນ​ເດັຽ ທີ່​ຈະ​ໄປ​ຍັງ​ປະ​ເທດ​ອີ​ຕາ​ລີ ທ່ານ​ຈຶ່ງ​ໃຫ້​ພວກ​ເຮົາ​ລົງ​ເຮືອ​ລຳ​ນັ້ນ

7 ພວກ​ເຮົາ​ໄດ້​ໄປ​ຊ້າໆ​ເປັນ​ເວ​ລາ​ຫລາຍ​ວັນ​ສົມ​ຄວນ ແລະ​ໄດ້​ມາ​ເຖິງ​ເມືອງ​ກະ​ນີໂດ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ເມື່ອ​ມີ​ລົມ​ຂັດ​ຂວາງ ພວກ​ເຮົາ​ຈຶ່ງລຽບ​ເກາະ​ກະ​ເຣ​ເຕ​ໄປ​ທາງ​ຫລີກ​ທວນ​ລົມ ຊື່​ກັບ​ແຫລມ​ຊັນ​ໂມ​ເນ

8 ເມື່ອ​ໄດ້ລຽບ​ເກາະ​ນັ້ນ​ໄປ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ພວກ​ເຮົາ​ຈຶ່ງ​ມາ​ເຖິງ​ບ່ອນ​ນຶ່ງ​ຊື່​ວ່າ​ທ່າ​ງາມ​ທ່າ​ນີ້​ຢູ່​ໃກ້​ເມືອງ​ລາ​ເຊ​ອາ

9 ຄັນ​ເສັຽ​ເວ​ລາ​ໄປ​ຫລາຍ​ສົມ​ຄວນ​ແລ້ວ ແລະ​ການ​ເດີນ​ເຮືອ​ກໍ​ອາດ​ເປັນ​ອັນ​ຕະ​ຣາຍ ເພາະ​ຍາມ​ເທ​ສ​ການ​ອົດ​ອາ​ຫານ​ນັ້ນ​ຜ່ານ​ໄປ​ແລ້ວ ໂປ​ໂລ​ຈຶ່ງ​ເຕືອນ​ສະ​ຕິ

10 ໂດຍ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ເຮົາ​ເຫັນ​ວ່າ​ການ​ເດີນ​ທາງ​ຄາວ​ນີ້​ຈະ​ມີ​ການ​ອັນ​ຕະ​ຣາຍ​ແລະ​ຄວາມ​ເສັຽ​ຫາຍ​ຫລາຍ ບໍ່​ແມ່ນ​ແຕ່​ຂອງ​ບັນ​ທຸກ​ກັບ​ເຮືອເທົ່າ​ນັ້ນ ແຕ່​ຊີວິດ​ຂອ​ງ​ເຮົາ​ທັງ​ຫລາຍ​ດ້ວຍ”

11 ແຕ່​ນາຍ​ຮ້ອຍ​ເຊື່ອ​ຄຳ​ນາຍ​ທ້າຍ​ແລະ​ເຈົ້າ​ຂອງ​ເຮືອ ຫລາຍກວ່າ​ເຊື່ອ​ຄຳ​ທີ່​ໂປ​ໂລ​ເວົ້າ​ນັ້ນ

12 ແລະ​ເພາະ​ວ່າ​ທ່າ​ງາມ​ນັ້ນ​ບໍ່​ເຫມາະ​ພໍ​ກັບ​ການ​ຈອດ​ໃນ​ຣະ​ດູ​ຫນາວ ຄົນ​ສ່ວນ​ຫລາຍ​ຈຶ່ງ​ເຫັນ​ດີ​ໃຫ້​ອອກ​ໄປ​ຈາກ​ທີ່​ນັ້ນ ເພື່ອ​ຖ້າ​ເປັນ​ໄດ້​ຈະ​ໄປ​ເຖິງ​ເມືອງ​ຟອຍ​ນິກ ແລ້ວ​ຈະ​ຈອດ​ຢູ່​ທີ່​ນັ້ນ​ຕລອດ​ຣະ​ດູ​ຫນາວ ເມືອງ​ຟອຍ​ນິກ​ນັ້ນ​ເປັນ​ທ່າ​ເຮືອ​ຂອງ​ເກາະ​ກະ​ເຣ​ເຕ ຢູ່​ເບື້ອງ​ທິດ​ຕາເວັນ​ຕົກ​ສຽງ​ໃຕ້​ກັບ​ສຽງ​ເຫນືອ

13 ເມື່ອ​ລົມ​ທິດໃຕ້​ພັດ​ມາ​ຄ່ອຍໆ ເຂົາ​ກໍ​ຄຶດ​ວ່າ​ໄດ້​ສົມ​ຄວາມ​ມຸ່ງ​ຫມາຍ​ແລ້ວ ຈຶ່ງ​ພາ​ກັນຖອນ​ສມໍ​ຂຶ້ນ ແລ້ວເດີນ​ລຽບ​ຕາມ​ເກາະ​ກະ​ເຣ​ເຕ​ໄປ

14 ແຕ່​ເມື່ອ​ໄປ​ບໍ່​ເຫິງ​ປານ​ໃດ ເຮືອ​ກໍ​ຖືກ​ລົມ​ພະ​ຍຸ​ກ້າ​ຊື່​ວ່າ ລົມ​ຕາ​ເວັນ​ອອກ​ສຽງ​ເຫນືອ​ພັດ​ມາ​ຈາກ​ເກາະ​ນັ້ນ

15 ຄັນ​ເຮືອ​ຖືກ​ລົມ​ພະ​ຍຸ​ຕ້ານ​ລົມ​ບໍ່​ໄຫວ ພວກ​ເຮົາ​ຈຶ່ງ​ປ່ອຍ​ມັນ​ໄປ​ຕາມ​ລົ​ມ

16 ເມື່ອ​ລຽບ​ໄປ​ທາງ​ຫລີກ​ທວນ​ລົມ​ທາງ​ເກາະ​ນ້ອຍ​ແຫ່ງ​ນຶ່ງ​ຊື່​ ກາວດາ ພວກ​ເຮົາ​ໄດ້​ມັດ​ເຮືອ​ນ້ອຍ​ໄວ້​ໂດຍ​ຍາກ

17 ເມື່ອ​ຍົກ​ເຮືອ​ນ້ອຍ​ຂຶ້ນ​ແລ້ວ ພວກ​ເຮົາ​ກໍ​ເອົາ​ເຊືອກ​ມັດ​ໂອບ​ເຮືອ​ສະ​ເພົາ ແລະ​ເພາະ​ຢ້ານ​ວ່າ​ຈະ​ຄຸງ​ຫາດ​ຊາຍຊື່ ຊີ​ຣະ​ຕີ ເຂົາ​ຈຶ່ງ​ລົດ​ໃບ​ເຮືອ​ລົງ​ເສັຽ​ແລ້ວ​ຖືກ​ໄຫລ​ໄປ​ຕາມ​ລົມ

18 ຄັນ​ຕົກ​ມື້​ຫນ້າ​ມາ​ເຂົາ​ກໍ​ຕັ້ງ​ຕົ້ນ​ຂົນ​ຂອງ​ບັນ​ທຸກ​ຖິ້ມ​ເພາະ​ຖືກ​ພັດ​ໄປ​ມາ​ຢ່າງ​ເຕັມ​ທີ່​ດ້ວຍ​ລົ​ມ​ພະ​ຍຸໃຫຍ່

19 ແລະ​ໃນ​ວັນ​ຖ້ວນ​ສາມ​ເຂົາ​ໄດ້​ເອົາ​ເຄື່ອງ​ໃຊ້​ໃນ​ເຮືອນ​ຖິ້ມ​ເສັຽດ້ວຍ​ມື​ຂອງ​ເຂົາ​ເອງ

20 ເມື່ອ​ຕາ​ເວັນ​ແລະ​ດາວ​ບໍ່​ໄດ້​ສ່ອງ​ແສງຫລາຍ​ວັນ​ແລ້ວ ແລະ​ພວກ​ເຮົາ​ຍັງ​ຖືກ​ລົມ​ພະ​ຍຸ​ໃຫຍ່​ຢູ່ ຄວາມ​ຫວັງ​ທີ່​ພວກ​ເຮົາ​ຈະ​ລອດ​ພົ້ນ​ໄດ້​ນັ້ນ​ກໍ​ຫມົດ​ໄປ

21 ເມື່ອ​ເຂົາ​ອົດ​ອາ​ຫານ​ມາ​ເຫິງ​ແລ້ວ ໂປ​ໂລ​ຈຶ່ງ​ຢືນ​ຂຶ້ນ​ຖ້າມ​ກາງ​ພວກ​ເຂົາ​ເວົ້າ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຄວນ​ໄດ້​ຟັງ​ເຮົາ ແລະບໍ່​ຄວນ​ອອກ​ຈາກ​ເກາະ​ກະ​ເຣ​ເຕ​ແລ້ວ​ຈະ​ໄດ້​ພົ້ນ​ຈາກ​ອັນ​ຕະ​ຣາຍ​ແລະ​ຈາ​ກການ​ເສັຽ​ສິ່ງ​ຂອງ​ຢ່າງ​ນີ້

22 ບັດ​ນີ້​ເຮົາ​ກໍ​ເຕືອນ​ສະ​ຕິ​ທ່ານ​ທັງ​ຫລາຍ​ໃຫ້​ຊື່ນ​ໃຈ​ເທາະ ດ້ວຍ​ວ່າ​ໃນ​ພວກ​ທ່ານ​ຈະ​ບໍ່​ມີ​ຜູ້​ໃດ​ເສັຽ​ຊີ​ວິດ ຈະ​ເສັຽກໍ​ແຕ່​ເຮືອ​ເທົ່າ​ນັ້ນ

23 ເພາະ​ວ່າ​ໃນ​ຄືນ​ນີ້​ເອງ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ທີ່​ເຮົາ​ບົວ​ລະ​ບັດ​ນັ້ນ​ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ

24 ແລ້ວກ່າວ​ວ່າ, “ໂປ​ໂລ​ເອີຍ, ຢ່າ​ຊູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ເຂົ້າ​ເຝົ້າ​ກາຍ​ຊາ ສ່ວນ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ເຮືອກັບ​ເຈົ້າ​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ

25 ເພາະ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທາະ ເພາະ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ວ່າ​ຈະ​ເປັນ​ໄປ​ເຫມືອນ​ຢ່າງ​ທີ່​ຊົງ​ກ່າວ​ໄວ້​ແກ່​ເຮົາ​ນັ້ນ

26 ແຕ່​ພວກ​ເຮົາ​ກໍ​ຈະ​ຕ້ອງ​ຄຸງ​ເກາະ​ບ່ອນ​ນຶ່ງ”

27 ເມື່ອ​ຖ້ວນ​ຄືນ​ທີ່​ສິບ​ສີ່​ພວກ​ເຮົາ​ກໍ​ຍັງ​ຖືກ​ພັດ​ມາ​ໃນ​ທະ​ເລອາດ​ຣິອາ​ ປະ​ມານ​ທ່ຽງ​ຄືນ​ພວກ​ລູກ​ເຮືອ​ຄາດ​ວ່າ​ມາ​ໃກ້​ບົກ​ແລ້ວ

28 ຄັນ​ຢັ່ງ​ເບິ່ງ​ນ້ຳ​ກໍ​ເຫັນ​ວ່າ​ເລິກ​ຊາວ​ວາ ແລະ​ເມື່ອ​ໄປ​ຕື່ມ​ຫນ້ອຍ​ນຶ່ງ​ກໍ​ຢັ່ງ​ເບິ່ງ​ອີກ ເຫັນ​ວ່າ​ເລິກ​ສິບ​ຫ້າ​ວາ

29 ເຂົາ​ກໍ​ຢ້ານ​ວ່າ​ພວກ​ເຮົາຈະ​ຕຳ​ຝັ່ງ​ບ່ອນ​ມີ​ຫີນ​ຈຶ່ງ​ຖິ້ມ​ສ​ມໍ​ທາງ​ທ້າຍ​ສີ່​ອັນ ແລ້ວ​ພາ​ກັນ​ອ້ອນວອນ​ຂໍ​ໃຫ້​ແຈ້ງງ່າຍ

30 ເມື່ອ​ພວກ​ລູກ​ເຮືອ​ພ​ຍາ​ຍາ​ມ​ຈະ​ອອກ​ຫນີ​ຈາກ​ເຮືອ ເຂົາ​ໄດ້​ຢ່ອນ​ເຮືອ​ນ້ອຍ​ລົງ​ນ້ຳ​ຕັງ​ຕິ​ຈະ​ຖິ້ມ​ສ​ມໍ​ລົງ​ທາງ​ຫົວ​ເຮືອ

31 ໂປ​ໂລ​ຈຶ່ງ​ກ່າວ​ແກ່​ນາຍ​ຮ້ອຍ​ແລະພວກ​ທະ​ຫານ​ວ່າ, “ຖ້າ​ຄົນ​ເຫລົ່າ​ນີ້​ບໍ່​ຢູ່​ໃນ​ເຮືອ​ແລ້ວ ທ່ານ​ທັງ​ຫລາຍ​ຈະ​ພົ້ນ​ບໍ່​ໄດ້”

32 ແລ້ວ​ພວກ​ທະ​ຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ຜູກ​ເຮືອ​ນ້ອຍ​ໃຫ້​ຕົກ​ນ້ຳ​ໄຫລ​ໄປ​ເສັຽ

33 ເມື່ອໃກ້​ຈະ​ຮຸ່ງ​ແຈ້ງ ໂປ​ໂລ​ໄດ້​ເຊີນ​ຊ​ວນ​ຄົນ​ທັງ​ປວງ​ໃຫ້​ຮັບ​ປະ​ທານ​ອາ​ຫານ​ແລະ​ກ່າວ​ວ່າ, “ວັນ​ນີ້​ໄດ້​ຄົບ​ສິບ​ສີ່​ວັນ​ແລ້ວ ທີ່​ທ່ານ​ທັງ​ຫລາຍ​ລໍ​ຄອຍ​ຢູ່ ແລະ​ອົດ​ຢາກ​ບໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ອັນ​ໃດ​ຕລອດ​ມາ

34 ສັນ​ນັ້ນ​ເຮົາ​ເຊີນ​ຊ​ວນ​ທ່ານ​ທັງ​ຫລາຍ​ໃຫ້​ຮັບ​ປະ​ທານ​ອາ​ຫານ​ເສັຽ ເພາະ​ການ​ນີ້​ເປັນ​ທີ່​ຮັກ​ສາ​ຊີ​ວິດ​ຂອງ​ທ່ານ​ໃຫ້​ພົ້ນ ດ້ວຍ​ວ່າ​ເສັ້ນ​ຜົມ​ຂອງ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ຈະ​ບໍ່​ເສັຽ​ໄປ​ຈັກ​ເສັ້ນ​ດຽວ”

35 ຄັນ​ກ່າວ​ຢ່າງ​ນັ້ນ​ແລ້ວ​ໂປ​ໂລ​ຈຶ່ງ​ຢິບ​ເອົາ​ເຂົ້າ​ຈີ່, ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຕໍ່​ຫນ້າ​ຄົນ​ທັງ​ປວງ ແລ້ວ​ຫັກ​ຕັ້ງ​ຕົ້ນ​ຮັບ​ປະ​ທານ

36 ສ່ວນ​ຄົນ​ທັງ​ປວງກໍ​ຊື່ນ​ໃຈ​ຂຶ້ນ ຈຶ່ງ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ

37 ອັນ​ນຶ່ງ​ເຮົາ​ທັງ​ຫລາຍ​ທີ່ຢູ່​ໃນ​ເຮືອ​ນັ້ນ ຮວມ​ທັງ​ຫມົດ​ສອງ​ຮ້ອຍ​ເຈັດ​ສິບ​ຫົກ​ຄົນ

38 ເມື່ອ​ຮັບ​ປະ​ທານ​ອາ​ຫານ​ອີ່ມ​ແລ້ວ ເຂົາ​ໄດ້​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະ​ເລ​ເສັຽ​ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ

39 ເມື່ອ​ແຈ້ງ​ແລ້ວ​ເຂົາ​ກໍ​ບໍ່​ຮູ້​ວ່າ​ເປັນ​ແຜ່ນ​ດິນ​ອັນ​ໃດ ແຕ່​ເຂົາ​ຫລຽວ​ເຫັນ​ອ່າວ​ບ່ອນ​ນຶ່ງ​ທີ່​ມີ​ຫາດ​ຈຶ່ງ​ຕົກ​ລົງ​ກັນ​ວ່າ ຖ້າເປັນ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ

40 ເຂົາ​ຈຶ່ງຕັດ​ສາຍ​ສ​ມໍ​ຖິ້ມ​ເສັຽ​ໃນ​ທະ​ເລ ແລ້ວ​ກໍ​ແກ້​ເຊືອກ​ທີ່​ມັດ​ໂທມ ແລະ​ຊັກ​ໃບ​ຫົວ​ເຮືອ​ຂຶ້ນ​ໃຫ້​ຖືກ​ລົມ​ແລ່ນ​ຊື່​ເຂົ້າ​ໄປ​ຫາ​ຝັ່ງ

41 ແຕ່​ຄັ​ນ​ມາ​ເຖິງ​ຄອນ​ບ່ອນ​ນຶ່ງ​ເຂົາ​ກໍ​ໃຫ້​ເຮືອ​ຄຸງ​ດິນ​ເສັຽ ຫົວ​ເຮືອ​ກໍ​ຕິດ​ແຫນ້ນ​ອອກ​ບໍ່​ໄດ້ ແຕ່​ທ້າຍ​ເຮືອ ກໍ​ແຕກ​ອອ​ກດ້ວຍ​ກຳ​ລັງ​ຂອງ​ຟ​ອງ​ນ້ຳ

42 ພວກ​ທະ​ຫານ​ປຶກ​ສາ​ກັນ​ວ່າ​ຈະ​ຂ້າ​ນັກ​ໂທດ​ທັງ​ຫລາຍ​ເສັຽ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ລອຍ​ນ້ຳ​ຫນີ​ໄປ​ໄດ້

43 ແຕ່​ນາຍ​ມີ​ໃຈ​ຢາກ​ໃຫ້​ໂປ​ໂ​ລ​ພົ້ນ​ຊີ​ວິດ ຈຶ່ງ​ຫ້າມ​ພວກ​ທະ​ຫານ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຄຶດ​ນັ້ນ ແລ້ວ​ສັ່ງ​ຄັນ​ທັ​ງ​ຫລາຍ​ທີ່​ລອຍ​ນ້ຳ​ເປັນ​ໂຕນ​ລົງ​ນ້ຳ​ກ່ອນ​ຈຶ່ງ​ໄປ​ຫາ​ຝັ່ງ

44 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ເຫລືອ​ນັ້ນ ລາງ​ຄົນ​ກໍ​ລອຍ​ເຟືອ​ໄມ້​ແປ້ນ ລາງ​ຄົນ​ກໍ​ລອຍ​ເຟືອ​ທ່ອນ​ໄມ້​ທີ່​ຫັກ​ຈາກ​ເຮືອ ດັ່ງ​ນັ້ນ​ຄົ​ນ​ທັງ​ຫລາຍ​ກໍ​ລອດ​ພົ້ນ​ເຖິງ​ຝັ່ງ​ທຸກ​ຄົນ



28

1 ຄັນ​ພົ້ນ​ພັຍ​ແລ້ວ​ພວກ​ເຮົາ​ຈຶ່ງ​ຮູ້​ຈັກ​ວ່າ​ເກາະ​ນັ້ນ​ຊື່ ເມ​ລີ​ເຕ

2 ຝ່າຍ​ຊາວ​ປ່າ​ທີ່​ເກາະ​ນັ້ນ​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຮົາ​ຢ່າງ​ຜິດ​ທຳ​ມະ​ດາ ຄື​ເຂົາ​ໄດ້​ດັງ​ໄຟ​ຕ້ອນ​ຮັບ​ພວກ​ເຮົາ ເພາະ​ຝົນ​ຕົກ​ແລະ​ຫນາວ​ຫລາຍ

3 ເມື່ອ​ໂປ​ໂລ​ເກັບ​ຫລົວ​ມັດ​ນຶ່ງ​ວາງ​ໃສ່​ໄຟ ງູ​ພິດ​ໂຕ​ນຶ່ງ​ອອກ​ມາ​ດ້ວຍ​ຄວາມ​ຮ້ອນ ຈຶ່ງ​ຂົບ​ມື​ໂປ​ໂລ​ຫ້ອຍ​ຢູ່

4 ເມື່ອ​ຊາວ​ປ່າ​ໄດ້​ເຫັນ​ສັດ​ສາ​ຣະ​ພິດ​ຫ້ອຍ​ຕິດ​ຢູ່​ໃນ​ມື​ຂອງ​ໂປ​ໂລ ເຂົາ​ກໍ​ເວົ້າ​ກັນ​ວ່າ, “ຄົນຜູ້​ນີ້​ຄົງ​ເປັນ​ຜູ້​ຂ້າ​ຄົນ​ແທ້ ເຖິງ​ແມ່ນ​ວ່າ​ເຂົາ​ພົ້ນ​ຈາກ​ທະ​ເລ​ແລ້ວ ແຕ່​ເວນ​ກັມ​ຍັງ​ບໍ່​ຍອມ​ໃຫ້​ພົ້ນ​ຕາຍ”

5 ແຕ່​ບັດ​ນັ້ນ​ໂປ​ໂລ​ໄດ້​ສັ່ນ​ສັດ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ສ່ວນ​ທ່ານ​ເອງ​ບໍ່​ມີອັ​ນ​ຕະ​ຣາຍ​ຢ່າງ​ໃດ

6 ຝ່າຍເຂົາ​ພວກ​ນັ້ນ​ກໍ​ຄອຍ​ເບິ່ງ​ຄຶດ​ວ່າ​ຈະ​ເຫັນ​ທ່ານ​ໃຂ້​ຂຶ້ນ ຫລື​ລົ້ມ​ຕາຍ​ໃນ​ທັນ​ທີ ເມື່ອ​ຄອຍ​ເບິ່ງ​ເຫິງ​ແລ້ວ​ເລີຍ​ບໍ່​ເຫັນ​ອັນ​ໃດ​ຜິດ​ທຳ​ມະ​ດາ​ຈັກ​ຢ່າງ​ເກີດ​ຂຶ້ນ​ແກ່​ທ່ານ ເຂົາຈຶ່ງ​ປ່ຽນ​ໃຈ​ເວົ້າ​ວ່າ​ທ່ານ​ເປັນ​ພຣະ

7 ອັນ​ນຶ່ງ​ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່​ດິນ​ຊຶ່ງ​ເປັນ​ຂອງ​ປົບ​ລີ​ໂອ ຜູ້​ໃຫຍ່​ໃນ​ເກາະ​ນັ້ນ ທ່ານ​ຜູ້​ນີ້​ໄດ້​ຕ້ອນ​ຮັບ​ພວກ​ເຮົາ​ແລະ​ລ້ຽງ​ໄວ້​ເປັນ​ແຂກ​ຢ່າງ​ດີ​ຕລອດ​ສາມ​ວັນ

8 ສ່ວນ​ບິ​ດາ​ຂອງ​ປົບ​ລີ​ໂອນອນ​ຢູ່​ເປັນ​ໃຂ້​ແລະ​ເປັນ​ທ້ອງ​ບິດ ໂປ​ໂລ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ​ເມື່ອ​ໄຫວ້ວອນ​ແລ້ວ​ກໍ​ວາງ​ມື​ໃສ່​ທ່ານ​ແລະ​ເຮັດ​ໃຫ້​ດີ​ພ​ຍາດ

9 ຄັນ​ເກີດ​ມີ​ມາ​ຢ່າງ​ນັ້ນ​ແລ້ວ ຄົນ​ອື່ນໆ​ທີ່​ເກາະ​ນັ້ນ​ຊຶ່ງ​ມີ​ພ​ຍາດ​ຕ່າງໆ​ກໍ​ມາ​ຫາ ແລະ​ເຂົາ​ກໍ​ດີ​ເຫມືອນ​ກັນ

10 ເຂົາ​ໄດ້​ໃຫ້​ກຽດ​ພວກ​ເຮົາ​ຫລາຍ​ຢ່າງ ເມື່ອ​ພວກ​ເຮົາ​ລາ​ອອກ​ໄປ​ຈາກ​ທີ່​ນັ້ນ ເຂົາ​ຈຶ່ງ​ເອົາ​ສິ່ງ​ຂອງ​ທີ່​ພວກ​ເຮົາ​ຕ້ອງ​ການ​ມາ​ໃສ່​ເຮືອ

11 ຄັນ​ລ່ວງ​ໄປ​ໄດ້​ສາມ​ເດືອນ​ແລ້ວ ພວກ​ເຮົາ​ຈຶ່​ງລົງ​ເຮືອ​ລຳ​ນຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາ​ເລັກ​ຊັນ​ເດັຽ​ທີ່​ຄ້າງ​ຢູ່​ເກາະ​ນັ້ນ​ຕລອດ​ຣະ​ດູ​ຫນາວ ມີ​ຮູບ(ມິ​ຖຸນ) “ຝາ​ແຝດ” ເປັນ​ເຄື່ອງ​ຫມາຍ

12 ພວກ​ເຮົາ​ໄດ້ແວ່​ທີ່​ເມືອງ​ຊີ​ຣາ​ກຸ​ເຊ ຈອດ​ຢູ່​ທີ່​ນັ້ນ​ສາມ​ວັນ

13 ຈາກ​ທີ່​ນັ້ນ​ພວກ​ເຮົາ​ໄດ້​ອ້ອມ​ໄປ​ເຖິງ​ເມືອງ​ເຣ​ຄີ​ອຸມ ມື້​ຫນ້າ​ນັ້ນ​ລົມ​ທິດໃຕ້​ກໍ​ພັດ​ມາ ແລະ​ວັນ​ຖ້ວນ​ສອງ​ພວກ​ເຮົາ​ໄດ້​ມາ​ເຖິງ​ເມືອງ​ໂປ​ຕີ​ໂອ​ລອຍ

14 ທີ່​ນັ້ນ​ເຮົາ​ພົບ​ພວກ​ພີ່​ນ້ອງ ແລະ​ຖືກ​ເຊີນ​ໃຫ້​ພັກ​ຢູ່​ກັບ​ເຂົາ​ເປັນ​ເວ​ລາ​ເຈັດ​ວັນ ແລ້ວ​ພວ​ກ​ເຮົາ​ກໍ​ໄປ​ເຖິງ​ກຸງ​ໂຣມ

15 ຄັນ​ພວກ​ພີ່​ນ້ອງ​ໃນ​ກຸງ​ໂຣມ​ໄດ້​ຍິນ​ຂ່າວ​ເຖິງ​ພວກ​ເຮົາ ເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກ​ເຮົາ​ທີ່​ຕ​ລາດ​ອັ​ບ​ປີ​ໂອ​ທີ່​ສາ​ລາ​ສາມ​ຫ​ລັງ ເມື່ອ​ໂປ​ໂລ​ໄດ້​ເຫັນ​ເຂົາ​ແລ້ວ​ຈຶ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ​ມີ​ໃຈ​ຊື່ນ​ບານ​ຂຶ້ນ

16 ຄັນ​ພວກ​ເຮົາ​ເຂົ້າ​ໃນ​ກຸງ​ໂຣມ​ແລ້ວ ເຂົາ​ໄດ້​ອະ​ນຸ​ຍາດ​ໃຫ້​ໂປ​ໂລ​ຢູ່​ຄົນ​ດຽວ​ຕ່າງ​ຫາກ ໂດຍ​ໃຫ້​ມີ​ທະ​ຫານ​ຄົນ​ນຶ່ງ​ຍາມ​ຮັກ​ສາ​ໄວ້

17 ຄັນ​ລ່ວງ​ໄປ​ໄດ້​ສາມ​ວັນ​ແລ້ວ ໂປ​ໂລ​ໄດ້​ເຊີນ​ພວກຜູ້​ໃຫຍ່​ໃນ​ພວກ​ຢິວ​ມາ​ປະ​ຊຸມ​ກັນ ເມື່ອ​ມາ​ພ້ອມ​ຫນ້າ​ກັນ​ແລ້ວ​ທ່ານ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ນີ້​ບໍ່​ໄດ້​ເຮັດ​ຜິດ​ສິ່ງ​ໃດ​ຕໍ່​ພົ​ລ​ເມືອງ ຫລື​ຜິດ​ຕໍ່​ທັມ​ນຽມ​ຂອງ​ບັນ​ພະ​ບຸ​ຣຸດ ເຮົາ​ກໍ​ຍັງ​ຕ້ອງ​ຖືກ​ເປັນ​ນັກ​ໂທດ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ ແລະ​ຖືກມອບ​ໃຫ້​ຢູ່​ໃນ​ມື​ຂອງ​ຊາວ​ໂຣມ

18 ຄັນ​ພວກ​ນັ້ນ​ໄດ້​ໄຕ່​ສວນ​ເຮົາ​ແລ້ວ​ກໍ​ຢາກ​ປ່ອຍ​ເຮົາ​ເສັຽ ເພາະ​ບໍ່​ມີ​ເຫດ​ອັນທີ່​ເຮົາ​ຄວນ​ຈະ​ຕາຍ

19 ແຕ່​ເມື່ອ​ພວກ​ຢິວ​ເວົ້າ​ຄັດ​ຄ້ານ ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ອຸ​ທອນ​ເຖິງ​ກາຍ​ຊາ ແຕ່​ບໍ່​ແມ່ນ​ວ່າ​ເຮົາມີ​ອັນ​ໃດ​ຈະ​ຟ້ອງ​ຊົນ​ຮ່ວມ​ຊາດ​ຂອງ​ເຮົາ

20 ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງເຊີນ​ທ່ານ​ທັງ​ຫລາຍ​ມາ​ເພື່ອ​ຈະ​ໄດ້​ເຫັນ​ຫນ້າ ແລະ​ເວົ້າ​ກັບ​ພວກ​ທ່ານ ເພາະ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ນີ້ກໍເນື່ອງ​ດ້ວຍ​ຄວາມ​ຫວັງ​ຂອງ​ຊົນ​ຊາດ​ອິ​ສ​ຣາ​ເອນ”

21 ເຂົາ​ຈຶ່ງ​ຕອບ​ທ່ານ​ວ່າ, “ຝ່າຍ​ພວກ​ເຮົາ​ບໍ່​ໄດ້​ຮັບ​ຈົດ​ຫມາຍ​ຈາກ​ແຂວງ​ຢູ​ດາຍ​ກ່າວ​ເຖິງ​ທ່ານ ແລະບໍ່​ມີ​ພີ່​ນ້ອງ​ຜູ້ນຶ່ງ​ຜູ້​ໃດ​ມາ​ຣາຍ​ງານ​ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວ​ກັບ​ທ່ານ

22 ແຕ່​ເຮົາ​ທັງ​ຫລາຍ​ເຫັນ​ສົມ​ຄວນ​ຟັງ​ທ່ານ ວ່າ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ​ເພາະ​ຝ່າຍ​ນິ​ກາຍ​ນີ້ ພວກ​ເຮົາ​ຮູ້​ວ່າ​ຖືກ​ຂັດ​ຂວາງ​ທຸກ​ທີ່​ທຸກ​ບ່ອນ”

23 ເມື່ອ​ເຂົາ​ນັດ​ພົບ​ກັບ​ທ່ານ ຄົນ​ຈຳ​ນວນ​ຫລາຍກວ່າ ເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ທ່ານ ທ່ານ​ຈຶ່ງ​ກ່າວ​ອະ​ທິ​ບາຍ​ແກ່​ເຂົາ​ຕັ້ງ​ແຕ່​ເຊົ້າ​ຈົນ​ຄ່ຳ ເປັນ​ພຍານ​ເຖິງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ ແລະ​ຊັກ​ຊວນ​ໃຫ້​ເຂົາ​ຮັບ​ເຊື່ອ​ໃນ​ພຣະ​ເຢ​ຊູ​ ໂດຍ​ໃຊ້​ຂໍ້​ຄວາມ​ຈາກ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ ແລະ​ຈາກ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເປັນ​ຫລັກ

24 ລາງ​ຄົນ​ກໍ​ຍອມ​ຄຳ​ທີ່​ທ່ານ​ກ່າວ​ນັ້ນ ແຕ່​ລາງ​ຄົນ​ກໍ​ບໍ່​ເຊື່ອ

25 ເມື່ອ​ຄວາມ​ເຫັນ​ບໍ່​ລົງ​ລອຍ​ກັນ​ເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ ຫລັງ​ຈາກ​ໂປ​ໂລ​ໄດ້​ກ່າວ​ຄຳ​ນຶ່ງ​ຕື່ມ​ອີກວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ກ່າວ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ດ້ວຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຢ່າງ​ຖືກ​ຕ້ອງ​ດີ​ແລ້ວ

26 ວ່າ, “ຈົ່ງ​ໄປ​ຫາ​ພົ​ລ​ເມືອງ​ນີ້​ແລະ​ກ່າວ​ວ່າ ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າ​ໃຈ​ຈັກ​ເທື່ອ ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ໄດ້​ສັງ​ເກດ​ຈັກ​ເທື່ອ

27 ດ້ວຍ​ວ່າ​ໃຈ​ຂອງ​ພົ​ລເມືອງ​ນີ້ກໍ​ປຶກ​ຫນາ ຫູ​ກໍ​ຫນັກ, ຕາ​ຂອງ​ເຂົາ​ກໍ​ຫລັບ​ເສັຽ ຢ້ານ​ວ່າ​ເຂົາ​ຈະ​ສັງ​ເກດ​ດ້ວຍ​ຕາ ແລະ​ຈະ​ໄດ້​ຍິນ​ດ້ວຍບ​ຫູ ແລະ​ຈະ​ຮູ້​ດ້ວຍ ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ດີ”

28 ເຫດ​ສັນ​ນີ້​ທ່ານ​ທັງ​ຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ​ກໍ​ຖືກ​ນຳ​ໄປ​ເຖິງ​ຄົນ​ຕ່າງ​ຊາດ​ແລ້ວ ເຂົາ​ນັ້ນ​ແຫລະ, ຈະ​ຣັບ​ຟັງ”

29 (ເມື່ອ​ໂປ​ໂລ​ກ່າວ​ຄຳ​ເຫລົ່າ​ນີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ​ກຳ​ລັງ​ຖຽງ​ກັນ​ເອງ​ຢູ່)

30 ໂປ​ໂລ​ໄດ້​ອາ​ໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໄດ້​ຕ້ອນ​ຮັບຄົນ​ທັງ​ປວງ​ທີ່​ມາ​ຫາ

31 ທັງ​ປະ​ກາດ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ​ສັ່ງ​ສອນ​ເຣື່ອງ​ອັນ​ກ່ຽວ​ກັບ​ພຣະ​ອົງ​ເຈົ້າ​ເຢ​ຊູ​ຄຣິດ​ຢ່າງ​ເປີດ​ເຜີຍ ໂດຍ​ບໍ່​ມີ​ການ​ຂັດ​ຂວາງ



AMAZING GRACE BIBLE INSTITUTE