Galatians
you will need the DokChampa font - click here


ຄາລາເຕຍ


1

1 ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ (ບໍ່​ໃຊ່​ມະ​ນຸດ​ແຕ່ງ​ຕັ້ງ ຫລື​ມະ​ນຸດ​ເປັນ​ຕົວ​ແທນ​ແຕ່ງ​ຕັ້ງ ແຕ່​ວ່າ​ພຣະ​ເຢ​ຊູ​ຄຣິດ​ ແລະ​ພຣະ​ບິ​ດາ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ໄດ້​ຊົງ​ແຕ່ງ​ຕັ້ງ)

2 ກັບ​ບັນ​ດາ​ພີ່​ນ້ອງ​ທີ່ຢູ່​ນຳ​ເຮົາເຖິງ ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ທີ່​ຢູ່​ໃນ​ແຂວງ​ຄາ​ລາ​ເຕັຽ

3 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ແລະ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ

4 ພຣະ​ເຢ​ຊູ​ຊົງ​ສ​ລະ​ພຣະ​ກາຍ​ຂອງ​ພຣະ​ອົງ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ຈະ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ສະໄຫມ​ປັດ​ຈຸ​ບັນ​ອັນ​ຊົ່ວ​ຮ້າຍ​ນີ້ ຕາມ​ນ້ຳ​ພຣະ​ທັຍ​ພຣະ​ເຈົ້ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ

5 ຈົ່ງ​ຖ​ວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ອົງ​ນັ້ນ​ສືບໆ ໄປ​ເປັນ​ນິດ ອາ​ແມນ

6 ເຮົາ​ຮູ້​ສຶກ​ປ​ລາດ​ໃຈ​ທີ່​ເຈົ້າ​ທັງ​ຫລາຍ​ພາ​ກັນ​ລະ​ຖິ້ມ​ພຣະ​ອົງ​ຢ່າງ​ຮີບ​ດ່ວນ ພຣະ​ອົງ​ຊົງ​ເອີ້ນ​ພວກ​ເຈົ້າ​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ ແຕ່​ພວກ​ເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວ​ປະ​ເສີດ​ອັນ​ແຕກ​ຕ່າງ​ເສັຽ

7 ທີ່​ຈິງ, ຂ່າວ​ປະ​ເສີດ​ອັນ​ອື່ນ​ບໍ່​ມີ ແຕ່​ວ່າ​ມີ​ບາງ​ຄົນ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ວຸ້ນ​ວາຍ ແລະ​ປາ​ຖ​ນາ​ທີ່​ຈະ​ປ່ຽນ​ແປງ​ຂ່າວ​ປະ​ເສີດ​ເຣື່ອງພຣະ​ຄຣິດ

8 ແຕ່​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຫລື​ເທວະ​ດາ​ຈາກ​ສວັນ​ກໍ​ດີ ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ນອກ​ຈາກ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແກ່​ພວກ​ເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ

9 ເຫມືອນ​ດັ່ງ​ພວກ​ເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ ບັດ​ນີ້​ເຮົາ​ບອກ​ອິກວ່າ ຖ້າ​ຜູ້​ໃດປະ​ກາດ​ຂ່າວ​ປະ​ເສີດ​ອື່ນ​ແກ່​ເຈົ້າ​ທັງ​ຫລາຍ​ຄື​ອັນ​ທີ່​ຂັດ​ກັບ​ຂ່າວປະ​ເສີດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໄວ້​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ

10 ບັດ​ນີ້ ເຮົາ​ກຳ​ລັງ​ຊອກ​ຫາ​ເອົາ​ໃຈ​ມະ​ນຸດ​ຫລື ຫລື​ວ່າ​ຊອກ​ໃຫ້​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ເຮົາ​ພ​ຍາ​ຍາມ​ເພື່ອ​ໃຫ້​ຖືກ​ໃຈ​ມະ​ນຸດ​ຫລື ຖ້າ​ເຮົາ​ພຍາ​ຍາມ​ເພື່ອ​ໃຫ້ຖືກ​ໃຈ​ມະ​ນຸດ​ແລ້ວ ເຮົາ​ກໍ​ບໍ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຄຣິດ

11 ພີ່​ນ້ອງທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ຂ່າວ​ປະ​ເສີດ​ທີ່​ເຮົາໄດ້​ປະ​ກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່​ແມ່ນ​ຂອງ​ມະ​ນຸດ

12 ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ຂ່າວປະ​ເສີດ​ນັ້ນ​ຈາກ​ມະ​ນຸດ ຫລື​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສອນ​ໃຫ້​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວ​ປະ​ເສີດ​ນັ້ນ​ໂດຍ​ພຣະ​ເຢ​ຊູ​ຄຣິດ​ຊົງ​ສະ​ແດງ​ແກ່​ເຮົາ

13 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ເຖິງ​ຊີ​ວິດ​ເບື້ອງ​ຫລັງ​ຂອງ​ເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດ​ທິ​ຢິວ​ນັ້ນ ວ່າ​ເຮົາ​ໄດ້​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ເຫລືອ​ເກີນ ແລະ​ທຳ​ຮ້າຍ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ນັ້ນ

14 ແລະ​ເມື່ອ​ເຮົາ​ໄດ້​ຢູ່​ໃນ​ລັດ​ທິຢິວ​ນັ້ນ ເຮົາ​ໄດ້​ກ້າວ​ຫນ້າ​ເກີນກວ່າ​ເພື່ອນ​ຫລາຍ​ຄົນ​ທີ່​ມີ​ອາ​ຍຸ​ຣຸ່ນ​ດຽວ ແລະ​ທີ່​ເປັນ​ຊາ​ດດຽວ​ກັນ​ກັບ​ເຮົາ ເພາະ​ເຫດ​ທີ່​ເຮົາ​ໄດ້​ມີ​ໃຈ​ຮ້ອນ​ຮົນ​ຫລາຍກວ່າ​ເຂົາ ໃນ​ເຣື່ອງ​ຂ​ນົບ​ທັມ​ນຽມ​ທີ່​ສືບ​ມາ​ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ

15 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ເລືອກ​ເຮົາ​ໄວ້​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ມານ​ດາ ແລະ​ໄດ້​ຊົງ​ໂຜດ​ເອີ້ນ​ເຮົາ​ດ້ວຍ​ພຣະ​ຄຸນ​ມາ​ຮັ​ບ​ໃຊ້​ພຣະ​ອົງ ແລະ​ເມື່ອ​ພຣະ​ອົງ​ຊົງ​ຊອບ​ພຣະ​ທັຍ

16 ທີ່​ຈະໂຜດ​ສະ​ແດງ​ພຣະ​ບຸດ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ນັ້ນ​ໃນ​ຖ້າມ​ກາງ​ພວກ​ຕ່າງ​ຊາດ ເຮົາ​ບໍ່​ໄດ້​ປຶກ​ສາ​ກັນ​ກັບ​ມະ​ນຸດ​ຄົນ​ໃດ

17 ເຮົາ​ບໍ່​ໄດ້​ຂຶ້ນ​ເມືອ​ຫາ​ພວກ​ທີ່​ເປັນ​ອັ​ຄ​ສາ​ວົກ​ກ່ອນ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ເຮົາ​ໄດ້​ອອກ​ໄປ​ຍັງ​ປະ​ເທດ​ອາ​ຣະ​ເບັຽ​ທັນ​ທີ ແລ້ວ​ໄດ້​ກັບ​ມາ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ​ອິກ

18 ຫລັງ​ຈາກ​ນັ້ນ​ມາ​ໄດ້​ສາມ​ປິ ເຮົາ​ໄດ້​ຂຶ້ນ​ເມືອຫາ​ເກ​ຟາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ພັກ​ຢູ່​ກັບ​ທ່ານ​ສິບ​ຫ້າ​ມື້

19 ແຕ່​ອັ​ຄ​ສາ​ວົກ​ຄົນ​ອື່ນ​ເຮົາ​ບໍ່​ໄດ້​ພົບ ເວັ້ນ​ແຕ່​ຢາ​ໂກ​ໂບ​ນ້ອງ​ຊາຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ

20 ໃນ​ເຣື່ອງ​ທີ່​ເຮົາ​ຂຽນ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ນີ້ ເຮົາ​ກໍ​ສາ​ບານ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ວ່າ ເຮົາ​ບໍ່​ໄດ້​ເວົ້າ​ຕົວະ

21 ຫລັງ​ຈາ​ກນັ້ນ​ ເຮົາ​ໄດ້​ໄປ​ໃນ​ເຂດ​ແດນ​ຊີ​ເຣັຽ​ ແລະ​ກີ​ລີ​ເກັຽ

22 ສ່ວນ​ສະ​ມາ​ຊິກ​ໃນ​ຄ​ຣິ​ສ​ຕະຈັກ​ທັງ​ຫລາຍ​ທີ່​ແຂວງ​ຢູ​ດາຍ​ນັ້ນ ຍັງ​ບໍ່​ໄດ້​ຮູ້​ຈັກ​ຫນ້າ​ຂອງ​ເຮົາ

23 ເຂົາ​ພຽງ​ແຕ່​ໄດ້​ຍີນ​ວ່າ, “ຜູ້​ທີ່​ແຕ່​ກ່ອນ​ເຄີຍ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຮົາ ບັດ​ນີ້ ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຄວາມ​ເຊື່ອ ຊຶ່ງ​ແຕ່​ກ່ອນ​ຕົນ​ເຄີຍ​ໄດ້​ທຳ​ຮ້າຍ​ແລ້ວ​ນັ້ນ”

24 ເຂົາ​ທັງ​ຫລາຍ​ຈຶ່ງ​ຖວາ​ຍ​ພຣະ​ກຽດ​ແກ່​ພຣະ​ເຈົ້າ​ເພາະ​ເນື່ອງ​ດ້ວຍ​ເຮົາ



2

1 ຫລັງ​ຈາກ​ນັ້ນ​ມາ​ສິບ​ສີ່​ປີ ເຮົາ​ກັ​ບ​ບາ​ຣະ​ນາ​ບາ​ໄດ້​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ອີກ ແລະ​ພາ​ຕີ​ໂຕ​ໄປ​ນຳ

2 ເຮົາ​ໄດ້​ຂຶ້ນ​ເມືອ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ແກ່​ເຮົາ ແລະ​ເຮົາ​ໄດ້​ເລົ່າ​ຂ່າວ​ປະ​ເສີດ ທີ່​ເຮົາ​ເຄີຍ​ປະ​ກາດ​ແກ່​ພວກ​ຕ່າງ​ຊາດ​ນັ້ນ​ໃຫ້​ເຂົາ​ຟັງ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳ​ຄັນ​ຟັງ​ເປັນ​ສ່ວນ​ຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳ​ລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່​ມີ​ປ​ໂຍດ

3 ແຕ່​ສ່ວນ​ຕີ​ໂຕ​ຜູ້​ຢູ່​ກັ​ບ​ເຮົາ​ນັ້ນ ເຖິງ​ແມ່ນ​ວ່າ​ເປັນ​ຄົນ​ຕ່າງ​ຊາດ​ກໍ​ຕາມ ເຂົາ​ກໍ​ບໍ່​ໄດ້​ບັງ​ຄັບ​ໃຫ້​ຮັບ​ພິ​ທີ​ຕັດ

4 ແຕ່​ມີ​ພີ່​ນ້ອງ​ທີ່​ແປກ​ປອມ​ໄດ້​ລັກ​ລອບ​ເຂົ້າ​ມາ ເພື່ອ​ສອດ​ແນມ​ເບິ່ງ​ເສ​ຣິ​ພາບຂອງ​ພວກ​ເຮົາ ທີ່​ມີຢູ່ເພາະ​ພຣະ​ເຢ​ຊູ​ຄຣິດ ພ​ວກ​ເຂົາ​ຫວັງ​ຈະ​ບັງ​ຄັບ​ພວກ​ເຮົາ​ໃຫ້​ກັບ​ໄປ​ເປັນ​ຂ້ອຍ​ຂ້າ​ອີກ

5 ແຕ່​ພວກ​ເຮົາ​ບໍ່​ໄດ້​ອ່ອນຍອມ​ຕໍ່​ເຂົາ​ແມ່ນ​ແຕ່​ນາ​ທີ​ດຽວ ເພື່ອ​ຈະ​ໄດ້​ຮັກ​ສາ​ຄວາມ​ສັດ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ໄວ້​ສຳ​ລັບ​ເຈົ້າ​ທັງ​ຫລາຍ

6 ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ (ເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍ​ຕາມ ກໍ​ບໍ່​ສຳ​ຄັນ​ຢ່າງ​ໃດ​ສຳ​ລັບ​ເຮົາ ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຄົນ​ໃດ) ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ ກໍ​ບໍ່​ໄດ້​ເພີ້ມ​ເຕີມ​​ສິ່ງ​ໃດ​ແກ່​ເຮົາ

7 ແຕ່​ກົງ​ກັນ​ຂ້າມ, ເມື່ອ​ເຂົາ​ເຫັນ​ວ່າ​ພຣະ​ເຈົ້າ​ຊົງ​ມອບ​ໃຫ້​ເຮົາ​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ແກ່​ຄົນ​ທີ່​ບໍ່​ຖື​ພິ​ທີ​ຕັດ ເຫມືອນ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ມອບ​ໃຫ້​ເປ​ໂຕ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ທີ່​ຖື​ພິ​ທີ​ຕັດ

8 (ເພາະ​ວ່າ​ພຣະ​ອົງ​ຜູ້​ໄດ້​ຊົງ​ບັນ​ດົນ​ໃຈ​ເປ​ໂຕ​ໃຫ້​ເປັນ​ຜູ້​ໃຊ້​ໄປ​ຫາ​ພວກ​ຄົນ​ທີ່​ຖື​ພິ​ທີ​ຕັດ ກໍ​ໄດ້​ຊົງ​ບັນ​ດົນ​ໃຈ​ຂອງ​ເຮົາ​ໃຫ້​ໄປ​ຫາ​ພວກ​ຕ່າງ​ຊາດ​ເຫມືອນ​ກັນ)

9 ເມື່ອ​ຢາ​ໂກ​ໂບ​ກັບ​ເກ​ຟາ ແລະ​ໂຢ​ຮັນ​ຜູ້​ທີ່​ເຂົາ​ຖື​ວ່າ​ເປັນ​ຫລັກ ໄດ້​ສັງ​ເກດ​ເຫັນ​ພຣະ​ຄຸ​ນ​ທີ່​ໄດ້​ຊົງ​ປະ​ທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍ​ໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາ​ຣາ​ນາ​ບາ​ຈັບ ເພື່ອ​ສະ​ແດງວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ກັນ ເພື່ອ​ໃຫ້​ພວກ​ເຮົາ​ໄປ​ຫາ​ພວກ​ຕ່າງ​ຊາດ ແລະ​ທ່ານ​ເຫລົ່າ​ນັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິ​ທີ​ຕັດ

10 ແຕ່​ທ່ານເຫລົ່າ​ນັ້ນ​ຂໍ​ພຽງ​ບໍ່​ໃຫ້​ເຮົາ​ລືມ​ຄິດ​ເຖິງ​ຄົນ​ຍາກ​ຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາ​ໃຈ​ໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ

11 ແຕ່​ເມື່ອ​ເກ​ຟາ​ມາ​ເຖິງ​ເມືອງ​ອັນ​ຕີ​ໂອ​ເຂັຽ​ແລ້ວ ເຮົາ​ໄດ້​ຄັດ​ຄ້ານ​ທ່ານ​ຕໍ່​ຫນ້າ ເພາະ​ທ່ານ​ມີ​ການ​ຜິດ​ພາດ​ແທ້

12 ດ້ວຍ​ວ່າ​ກ່ອນ​ທີ່​ຄົນ​ຂອງ​ຢາ​ໂກ​ໂບ​ມາ​ເຖິງ​ນັ້ນ ເກ​ຟາ​ກໍ​ໄດ້​ກິນ​ຢູ່​ກັບ​ພວກ​ຕ່າງ​ຊາດ ແຕ່ພໍ​ເມື່ອຄົນ​ພວກ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ ທ່ານກໍ​ໄດ້​ຖອຍ​ຕົວ​ອອກ​ໄປ​ຢູ່​ຕ່າງ​ຫາກ ເພາະ​ຢ້ານ​ພວກ​ທີ່​ຖື​ພິ​ທີ​ຕັດ

13 ແລະ​ພວກ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ເຂົ້າ​ສ່ວນ​ໃນ​ການ​ບໍ່​ສັດ​ຊື່​ຂອງ​ເກ​ຟາ ເຖິງ​ແມ່ນ​ບາ​ຣະ​ນາ​ບາ​ກໍ​ໄດ້​ຖືກ​ດຶງ​ໄປ​ຕາມ​ຄວາມ​ບໍ່​ຈິງ​ໃຈ​ຂອງ​ຄົນ​ເຫລົ່າ​ນັ້ນ

14 ແຕ່​ເມື່ອ​ເຮົາ​ເຫັນ​ວ່າ​ເຂົາ​ບໍ່​ໄດ້​ດຳ​ເນີນ​ໄປ​ຕາມ​ຄວາມ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ ເຮົາ​ຈຶ່ງ​ເວົ້າ​ໃສ່​ ​ເກ​ຟາ​ຕໍ່​ຫນ້າ​ຄົນ​ທັງ​ປວງວ່າ, “ຖ້າ​ທ່ານ​ຜູ້​ເປັນ​ຊາດ​ຢິວ ຍອມ​ເຮັດ​ໄປ​ເຫມືອນ​ຄົນ​ຕ່າງຊາດ​ແລະ​ບໍ່​ເຮັດ​ຄື​ຄົນ​ຢິວ ເປັນ​ຫຍັງ​ທ່ານ​ຈຶ່ງ​ບັງ​ຄັບ​ຄົນ​ຕ່າງ​ຊາດ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ຢິວ​ນັ້ນ”

15 ຝ່າຍ​ພວກ​ເຮົາ​ມີ​ສັນ​ຊາດ​ເປັນຄົນ​ຢິວ ບໍ່​ໃຊ່​ຄົນ​ນອກ​ຊາດ​ທີ່​ມີ​ບາບ

16 ແຕ່​ພວກ​ເຮົາ​ກໍ​ຍັງ​ຮູ້​ຢູ່​ວ່າ ບໍ່​ມີ​ຜູ້​ໃດ​ຖືກ​ຊົງ​ຖື​ວ່າ​ຊອບ​ທັມ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ແຕ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ເຖິງ​ແມ່ນ​ພວກ​ເຮົາ​ກໍ​ຍັງ​ເຊື່ອ​ໄວ້​ໃຈ​ໃນ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ບໍ່​ໃຊ່​ໂດຍ​ການ​ປະ​ຕິບັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໄດ້”

17 ແຕ່​ຖ້າ​ພວກ​ເຮົາ​ພຍາ​ຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍພຣະ​ເຢ​ຊູ​ຄຣິດ ພວ​ກ​ເຮົາ​ເອງ​ກໍ​ຍັງ​ປາ​ກົດ​ເປັນ​ຄົນ​ບາບ​ຢູ່ ສັນ​ນັ້ນ​ພຣະ​ຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງ​ເສີມ​ຄວາມ​ບາບ​ຫລືບໍ່​ເປັນ​ຢ່າງ​ນັ້ນ​ດອ​ກ

18 ເພາະ​ວ່າ​ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳ​ລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະ​ແດງ​ຕົວ​ເອົງ​ວ່າ​ເປັນ​ຜູ້​ລ່ວງ​ລະ​ເມີດ

19 ເຫດ​ວ່າ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ເຮົາ​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ສຳ​ລັບ​ພຣະ​ເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະ​ຄຣິດ​ແລ້ວ

20 ເຮົາ​ຈຶ່ງ​ບໍ່​ມີ​ຊີ​ວິດ​ຢູ່ ແຕ່​ແມ່ນ​ພຣະ​ຄຣິດ​ເປັນ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ ຊີ​ວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງ​ກາຍ​ເວ​ລາ​ນີ້​ນັ້ນ ເຮົາ​ກໍ​ມີ​ຢູ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ​ເຈົ້າ ຜູ້​ຊົງ​ຮັກ​ເຮົາ​ແລະ​ຊົງ​ສ​ລະ​ພຣະ​ອົງ​ເອງ​ແທ​ນ​ເຮົາ

21 ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ເປັນ​ໂມ​ຄະ ເພາະ​ວ່າ​ຖ້າ​ຄວາມ​ຊອບ​ທັມ​ໄດ້​ມາ​ໂດຍ​ທາງ​ພຣະ​ບັນ​ຍັດ​ແລ້ວ ພຣະ​ຄຣິດ​ກໍ​ຊົງ​ສິ້ນ​ພຣະ​ຊົນ​ໂດຍ​ບໍ່​ມີ​ປ​ໂຍດ



3

1 ໂອ​ ຊາວ​ຄາ​ລາ​ເຕັຽ​ຜູ້​ບໍ່​ມີ​ຄວາມ​ຄຶດ​ເອີຍ ໃຜ​ໄດ້​ສະ​ກົດ​ດວງ​ຈິດ​ຂອງ​ເຈົ້າ​ທັງ​ຫລາຍ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະ​ເຢ​ຊູ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ ກໍ​ໄດ້​ສະ​ແດງ​ຕໍ່​ຕາ​ຂອງ​ພວກ​ເຈົ້າ​ຢ່າງ​ຄັກ​ແນ່​ແລ້ວ

2 ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກ​ເຈົ້າ​ວ່າ ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ພຣະ​ວິນ​ຍານ​ນັ້ນ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ

3 ເຈົ້າ​ທັງ​ຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ຫລື ພວກ​ເຈົ້າ​ໄດ້​ຕັ້ງ​ຕົ້ນ​ໂດຍ​ທາງ​ພຣະ​ວິ​ນຍານ​ແລ້ວ ບັດ​ນີ້ ພວກ​ເຈົ້າ​ຈະ​ສຳ​ເຣັດ​ລົງ​ໂດຍ​ທາງ​ທັມ​ມະ​ດາ​ມະ​ນຸດ​ຫລື

4 ການ​ທີ່​ເຈົ້າທັງ​ຫລາຍ​ໄດ້​ອົດ​ທົນ​ມາ​ຫລາຍ​ແລ້ວ​ນັ້ນ​ເປັນ​ການ​ເສັຽ​ປໂຍດ​ຫລື ຖ້າ​ເປັນ​ເສັຽ​ປ​ໂຍດ​ແທ້

5 ພຣະ​ອົງ​ຜູ້​ຊົງ​ປະ​ທານ​ພຣະ​ວິນ​ຍານ​ແກ່ເຈົ້າ​ທັງ​ຫລາຍ ແລະ​ຊົງ​ສະ​ແດງ​ອີດ​ທິ​ຣິດ​ຖ້າມ​ກາງ​ພວກ​ເຈົ້າ ຊົງ​ກະ​ທຳ​ການ​ເຫລົ່າ​ນັ້ນ​ເພາະ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ

6 ເຫມືອນ​ດັ່ງ​ອັບ​ຣາ​ຮາມ​ນັ້ນ​ແຫລະ, “ທ່ານ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ນັບ​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

7 ສັນ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ຮູ້​ວ່າ ຄົນ​ທີ່​ເຊື່ອ​ນັ້ນ​ແຫລະ, ເປັນລູກ​ຂອ​ງອັບ​ຣາ​ຮາມ

8 ແລະ​ພຣະ​ຄັມ​ພີ​ຮູ້​ລ່ວງ​ຫນ້າ​ກ່ອນ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ຖື​ວ່າ​ຄົນ​ຕ່າງ​ຊາດ​ເປັນ​ຄົນ​ຊອບ​ທັ​ມ​ໂດຍ​ທາງ​ຄວາມ​ເຊື່ອ ຈຶ່ງ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ລ່ວງ​ຫນ້າ​ແກ່​ອັບ​ຣາ​ຮາມ​ວ່າ, “ຊົນ​ຊາດ​ທັງ​ຫລາຍ​ຈະ​ໄດ້​ຮັບ​ພຣະ​ພອນ​ເພາະ​ເຈົ້າ”

9 ເຫດ​ສັນ​ນັ້ນ ຄົນ​ທີ່​ເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະ​ພອນ​ດ້ວຍ​ກັນ​ກັບ​ອັບ​ຣາ​ຮາມ​ຜູ້​ເຊື່ອ​ນັ້ນ

10 ເພາະ​ວ່າ​ທຸກ​ຄົນ​ທີ່​ອາ​ສັຍ​ການ​ປະ​ຕິບັດຕາມ​ພຣະ​ບັນ​ຍັດ​ກໍ​ຢູ່​ໃຕ້​ຄວາມ​ປ້ອຍ​ດ່າ ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ທຸກ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ຄວາມ​ທີ່ຂຽນ​ໄວ້​ໃນ​ຫນັງ​ສື​ພຣະ​ບັນ​ຍັດ​ທຸກ​ຂໍ້​ກໍ​ຖືກ​ປ້ອຍ​ດ່າ”

11 ເປັນ​ທີ່​ຮູ້​ແຈ້ງ​ແລ້ວວ່າ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ໂດຍ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ດ້ວຍ​ຄວາມ​ເຊື່ອ ຜູ້ນັ້ນ​ແຫລະ, ຈະ​ໄດ້​ຊີ​ວິດ”

12 ແຕ່​ພຣະ​ບັນ​ຍັດ​ນັ້ນ​ບໍ່​ໄດ້​ອາ​ສັຍ​ຄວາມ​ເຊື່ອ ເພາະ “ຜູ້​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ກໍ​ຈະ​ໄດ້​ດຳ​ເນີນ​ຊີ​ວິດ​ຢູ່​ໂດຍ​ພຣະ​ບັນ​ຍັດ​ນັ້ນ”

13 ພຣະ​ຄຣິດ​ໄດ້​ຊົງ​ໄຖ່​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ປ້ອຍ​ດ່າ​ຂອງ​ພຣະ​ບັນ​ຍັດ ໂດຍ​ການ​ທີ່​ພຣະ​ອົງ​ຊົງ​ຍອມ​ຖືກ​ປ້ອຍ​ດ່າ​ແທນ​ພວກ​ເຮົາ (ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ທຸກ​ຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ກໍ​ຖືກ​ປ້ອຍ​ດ່າ​ແລ້ວ”

14 ເພື່ອ​ພຣະ​ພອນ​ທາງ​ອັບ​ຣາ​ຮາມ​ຈະ​ໄດ້​ມາ​ເຖິງ​ຄົນ​ຕ່າງ​ຊາດ​ທັງ​ຫລາຍ​ເພາະ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ພຣະວິນ​ຍານ​ຕາມ​ພຣະ​ສັນ​ຍາ​ໂດຍ​ຄວາມ​ເຊື່ອ

15 ພີ່​ນ້ອງ​ທັງ​ຫ​ລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວ​ຢ່າງ​ຈັກ​ເຣື່ອງ​ນຶ່ງມາ​ກ່າວ ເຖິງ​ແມ່ນ​ເປັນ​ຄຳ​ສັນ​ຍາ​ຂອງ​ມະ​ນຸດ ເມື່ອ​ໄດ້​ຮັບ​ຮອງ​ກັນ​ແລ້ວ ບໍ່​ມີ​ຜູ້​ໃດ​ຈະ​ລົ້​ມ​ເລີກ ຫລື​ເພີ້ມ​ເຕີມ​ອິກ​ໄດ້

16 ບັນ​ດາ​ພຣະ​ສັນ​ຍາ​ທີ່​ໄດ້​ຊົງ​ກ່າວ​ໄວ້​ແກ່​ອັບ​ຣາ​ຮາມ ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ​ນັ້ນ ບໍ່​ໄດ້​ຊົງ​ກ່າວ​ວ່າ, “ແລະ​ແກ່​ເຊື້ອ​ສາຍ​ທັງ​ຫລາຍ” ເຫ​ມືອນ​ກັບ​ວ່າ​ແກ່ຄົນ​ຫລາຍ​ຄົນ ແຕ່​ເຫມືອນ​ກັບ​ວ່າ​ແກ່​ຄົນ​ຜູ້​ດຽວ​ຄື “ແກ່​ເຊື້ອ​ສາຍ​ຂອງ​ທ່ານ” ຊຶ່ງ​ເປັນພຣະ​ຄຣິດ

17 ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ພຣະ​ບັນ​ຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່​ຮ້ອຍ​ສາມ​ສິບ​ປີ ຈະ​ທຳ​ລາຍ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ກ່ອນ​ນັ້ນ​ໃຫ້​ເປັນ​ໂມ​ຄະ​ບໍ່​ໄດ້

18 ເພາະ​ວ່າ​ຖ້າ​ໄດ້​ຮັບ​ມໍ​ຣະ​ດົກ​ໂດຍ​ທາງ​ພຣະ​ບັນ​ຍັດ ກໍ​ບໍ່​ໃຊ່​ໄດ້​ໂດຍ​ທາງ​ພຣະ​ສັນ​ຍາ​ອີກ​ຕໍ່​ໄປ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ມໍ​ຣະ​ດົກ​ນັ້ນ​ໃຫ້​ແກ່​ອັບ​ຣາ​ຮາມ​ໂດຍ​ທາງ​ພຣະ​ສັນ​ຍາ

19 ຖ້າ​ດັ່ງ​ນັ້ນ​ແລ້ວ, ມີ​ພຣະ​ບັນ​ຍັດ​ໄວ້​ເພື່ອ​ຫຍັງ ທີ່​ເພີ້ມ​ພຣະ​ບັນ​ຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດ​ບາບ​ຈະ​ປາ​ກົດ​ເປັນ​ການ​ລ່ວງ​ລະ​ເມີດ ຈົ​ນ​ກວ່າ​ເຊື້ອ​ສາຍ​ທີ່​ໄດ້​ຮັບ​ພຣະ​ສັນ​ຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະ​ດາ​ໄດ້​ຕັ້ງ​ພຣະ​ບັນ​ຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ

20 ເມື່ອ​ມີ​ຝ່າຍ​ດຽວ​ກໍ​ບໍ່​ຕ້ອງ​ການ​ຄົນ​ກາງ ແລະ​ພຣະ​ເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ

21 ຖ້າ​ດັ່ງ​ນັ້ນ, ພຣະ​ບັນ​ຍັດ​ຂັດ​ແຍ້ງ​ກັບ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ວ່າ​ຖ້າ​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ອັນ​ອາດ​ໃຫ້​ມີ​ຊິ​ວິດຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ພຣະ​ບັນ​ຍັດ​ນັ້ນ​ແທ້

22 ແຕ່​ພຣະ​ຄັມ​ພີ​ໄດ້​ຮວບ​ຮວມ​ສິ່ງ​ທັງ​ຫມົດ ໃຫ້​ເຂົ້າ​ຢູ່​ພາຍ​ໃຕ້​ອຳ​ນາດ​ຄວາມ​ຜິດ​ບາບ ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຮອງ​ຂອງ​ປະ​ທານ​ຕາມ​ທີ່​ຊົງ​ສັນ​ຍາ ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະ​ທານ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ

23 ເມື່ອ​ຄວາມ​ເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກ​ເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບ​ເຂດ​ອຳ​ນາດ​ຂອງ​ພຣະ​ບັນ​ຍັດ ຖືກ​ຄວບ​ຄຸມ​ໄວ້​ຈົນ​ເຖິງ​ຄວາມ​ເຊື່ອ​ຈະ​ໄດ້​ມາ​ປາ​ກົດ

24 ເພາະ​ສັນ​ນັ້ນ ພຣະ​ບັນ​ຍັດ​ຈຶ່ງ​ປົກ​ຄອງ​ນຳ​ພາ​ພວກ​ເຮົາ​ໄປ​ຈົນ​ເຖິງ​ພຣະ​ຄຣິດ​ສະ​ເດັດ​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນຊອບ​ທັມ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ

25 ແຕ່​ບັດ​ນີ້​ຄວາມ​ເຊື່ອ​ໄດ້​ມາ​ແລ້ວ ເຮົາ​ທັງ​ຫລາຍ​ຈຶ່ງ​ບໍ່​ໄດ້​ຢູ່​ໃຕ້​ບັງ​ຄັບ​ຂອງ​ຜູ້​ປົກ​ຄອງ​ນຳ​ພາ​ນັ້ນ​ຕໍ່​ໄປ

26 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຮ່ວມ​ໃນ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ທາງ​ຄວາມ​ເຊື່ອ

27 ດ້ວຍ​ວ່າ​ຝ່າຍ​ພວກ​ເຈົ້າ​ຄົນ​ໃດ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ຫົ່ມ​ຊີ​ວິດ​ພຣະ​ຄຣິດ

28 ຈະ​ບໍ່​ເປັນ​ຊາດ​ຢິວ​ຫລື​ຄົນ​ຕ່າງ​ຊາດ ຈະບໍ່​ເປັນ​ຂ້ອຍ​ຂ້າ​ຫລື​ເປັນ​ອິ​ສ​ຣະ ຈະ​ບໍ່​ເປັນ​ຊາຍ​ຫລືຍິງ ເພາະ​ວ່າ​ເຈົ້າ​ທັ​ງ​ປວງ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ

29 ແລະ​ຖ້າ​ເຈົ້າ​ທັງ​ຫລາຍ​ເປັນ​ຂອງ​ພຣະ​ຄຣິດ​ແລ້ວ ເຈົ້າ​ກໍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ຄື​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຕາມ​ພຣະ​ສັນ​ຍາ



4

1 ເຮົາ​ກ່າວ​ດັ່ງ​ນີ້​ວ່າ ຕາບ​ໃດ​ເຈົ້າ​ຂອງ​ມໍ​ຣະ​ດົກ​ນັ້ນ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ກໍ​ບໍ່​ຕ່າງ​ກັບ​ຢ່າງ​ໃດ​ກັບ​ຂ້ອຍ​ຂ້າ ເຖິງ​ແມ່ນ​ວ່າ​ຕົນ​ຈະ​ເປັນ​ເຈົ້າຂອງ​ຊັບ​ທັງ​ປວງ​ກໍ​ຕາມ

2 ແຕ່​ກໍ​ຍັງ​ຢູ່​ໃຕ້​ບັງ​ຄັບ​ຜູ້​ປົກ​ຄອງ ແລະ​ຜູ້ດູ​ແລ​ຊັບ ຈົນ​ເຖິງ​ເວ​ລາ​ທີ່​ບິ​ດາ​ໄດ້​ກຳ​ນົດ​ໄວ້

3 ຝ່າຍ​ພວກ​ເຮົາ​ກໍ​ເຫມືອນ​ກັນ ເມື່ອ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ພວກ​ເຮົາ​ກໍ​ເປັນ​ຂ້ອ​ຍ​ຂ້າ​ຢູ່​ໃຕ້​ອຳ​ນາດ​ສິ່ງ​ສັກ​ສີດ​ທັມ​ມະ​ດາ​ແຫ່ງ​ສາ​ກົນ​ຈັກ​ກະ​ວານ

4 ແຕ່​ເມື່ອ​ຄົບ​ກຳ​ນົດ​ແລ້ວ ພຣະ​ເຈົ້າ​ກໍ​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ ຊົງ​ປະ​ສູດ​ຈາກ​ຜູ້​ຍິງ ແລະ​ຊົງ​ຖື​ກຳ​ເນິດ​ໃຕ້​ພຣະ​ບັນ​ຍັດ

5 ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ຖາ​ນະ​ເປັນ​ບຸດ

6 ແລະ​ເພາະ​ເຈົ້າ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ແລ້ວ ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ພຣະ​ວິນ​ຍານ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກ​ເຮົາ​ແລ້ວ​ຮ້ອງວ່າ “ອັບ​ບາ” ຄື “ພຣະ​ບິ​ດາ”

7 ເຫ​ດ​ສັນ​ນັ້ນ, ເພາະ​ໂດຍ​ພຣະ​ເຈົ້າ ພວກ​ເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍ​ຂ້າ​ຕໍ່​ໄປ​ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍ​ຣະດົກ

8 ແຕ່​ກ່ອນ​ນີ້, ເມື່ອ​ເຈົ້າ​ທັງ​ຫລາຍ​ຍັງ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ພວກ​ເຈົ້າ​ກໍ​ເປັນ​ຂ້ອຍຂ້າ​ຂອງ​ສິ່ງ​ຕ່າງໆຊຶ່ງ​ຕາມ​ທັມ​ມະ​ດາ​ແລ້ວ​ມັນ​ບໍ່​ແມ່ນ​ພຣະ​ແທ້

9 ແຕ່​ບັດ​ນີ້ ເຈົ້າທັງ​ຫລາຍ​ຮູ້​ຈັກ​ພຣະ​ເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກກວ່າ ກໍ​ວ່າ​ພຣະ​ເຈົ້າ​ຊົງ​ຮູ້​ຈັກ​ເຈົ້າ​ທັງ​ຫລາຍ​ແລ້ວ) ດ້ວຍ​ເຫດ​ໃດ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳ​ນາດ​ສິ່ງ​ສັກ​ສິດ​ທັມ​ມະ​ດາອັນ​ອ່ອນ​ແອ​ແລະ​ບໍ່​ມີ​ປ​ໂຍດ ພວກ​ເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍ​ຂ້າ​ຂອງມັນ​ອີກ​ຫລື

10 ພວກ​ເຈົ້າ​ຖື​ວັນ ຖື​ເດືອນ ຖື​ຣະ​ດູ ແລະ​ປີ

11 ເຮົາ​ວິ​ຕົກ​ນຳ​ເຈົ້າ​ທັງ​ຫລາຍ ຢ້ານ​ວ່າ​ການ​ຫນັກ​ຫນ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳ​ລັ​ບ​ເຈົ້າ​ນັ້ນ​ຈະ​ບໍ່​ເປັນ ​ປ​ໂຍດ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ວອນ​ຂໍ​ໃຫ້​ພວກ​ເຈົ້າ​ເກີດ​ເປັນ​ເຫມືອນ​ຢ່າງ​ເຮົາ ເພາະ​ເຮົາ​ກໍ​ເຄີຍ​ເປັນ​ຢ່າງ​ພວກ​ເຈົ້າ​ເຫມືອນ​ກັນ ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ເຮັດ​ຜິດ​ສິ່ງ​ໃດ​ຕໍ່​ເຮົາ

13 ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ຕອນ​ຫົວ​ທີ​ເຮົາ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ແກ່​ພວກ​ເຈົ້າ ກໍ​ເປັນ​ເພາະ​ການ​ເຈັບ​ປ່ວຍ​ທາງ​ຮ່າງ​ກາຍ

14 ເຖິງ​ແມ່ນ​ວ່າ​ສຸ​ຂະພາບ​ຂອງ​ເຮົາ​ຈະ​ເປັນ​ການ​ທົດ​ລອງ​ໃຈ​ເຈົ້າ​ທັງ​ຫລາຍ​ກໍ​ຕາມ ພວກ​ເຈົ້າ​ກໍ​ບໍ່​ໄດ້​ຫມິ່ນ​ປມາດ​ຫລື​ເປີດ​ຫນ່າຍ​ເຮົາ ແຕ່​ໄດ້​ຕ້ອນ​ຮັບ​ເຮົາ​ເຫມືອນ​ກັບ​ເປັນ​ທູດ​ຂອງ​ພຣະ​ເຈົ້າ ຫລື​ເຫມືອນ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ

15 ເຈົ້າ​ທັງ​ຫລາຍ​ລືມ​ຄວາມ​ຍິນ​ດີ​ຂອງ​ພວກ​ເຈົ້າ​ເສັຽ​ແລ້ວ​ຫລື ເພາະ​ເຮົາ​ເປັນ​ພຍານ​ໃຫ້​ເຈົ້າ​ທັງ​ຫລາຍ​ວ່າ ຖ້າ​ເຮັດ​ໄດ້​ ພວກ​ເຈົ້າ​ກໍ​ຄົງ​ຈະ​ຄວັດ​ຫນ່ວຍ​ຕາ​ຂອງ​ພວກ​ເຈົ້າ​ອອກ​ໃຫ້​ເຮົາ

16 ເພາະ​ເຮົາ​ໄດ້​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ສັດ​ຊື່ ເຮົາ​ຈຶ່ງ​ກາຍ​ເປັນ​ສັດ​ຕຣູ​ຂອງ​ພວກ​ເຈົ້າ​ຫລື

17 ຄົນ​ເຫ​ລົ່າ​ນັ້ນ​ເຮັດ​ເອົາ​ອົກ​ເອົາ​ໃຈ​ພວກ​ເຈົ້າ ບໍ່​ໃຊ່​ດ້ວຍ​ຄວາມ​ຫວັງ​ດີ ແຕ່​ທີ່​ຈິງ, ເຂົາ​ຢາກ​ຈະ​ກີດ​ກັນ​ພວກ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ເອົາ​ອົກ​ເອົາ​ໃຈ​ເຂົາ

18 ການ​ເອົາ​ອົກ​ເອົາ​ໃຈ​ດ້ວຍ​ຄວາມ​ຫວັງ​ດີກໍ​ເປັນ​ການ​ດີ​ຢູ່​ທຸກ​ເວ​ລາ ແລະ​ບໍ່​ໃຊ່​ແຕ່​ເມື່ອ​ເວ​ລາ​ເຮົາ​ຢູ່​ນຳ​ພວກ​ເຈົ້າ​ເທົ່າ​ນັ້ນ

19 ລູກ​ນ້ອຍ​ຂອງ​ເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບ​ປວດ​ເພາະ​ພວກ​ເຈົ້າ​ອີກ​ເຫມືອນ​ແມ່​ເຈັບ​ປວດ​ເມື່ອ​ເກີດ​ລູກ ຈົນ​ກວ່າ​ພຣະ​ຄຣິດ​ຈະ​ໄດ້​ຊົງ​ກໍ່​ກຳ​ເນິດ​ຂຶ້ນ​ພາຍ​ໃນ​ພວກ​ເຈົ້າ

20 ເຮົາ​ປາ​ຖ​ນາ​ຢູ່​ກັບ​ພວກ​ເຈົ້າ​ດຽວ​ນີ້ ແລະ​ຢາກ​ປ່ຽນ​ສຽງ​ປາກຂອງ​ເຮົາ ເພາະ​ເຮົາ​ຕົກ​ສ​ລັງ​ກັງ​ວົນ​ໃນ​ພວກ​ເຈົ້າ

21 ເຈົ້າ​ທັງ​ຫລາ​ຍທີ່​ຢາກ​ຢູ່​ໃຕ້​ພຣະ​ບັນ​ຍັດ ພວກ​ເຈົ້າ​ບໍ່​ໄດ້​ຍິນ​ພຣະ​ບັນ​ຍັດ​ນັ້ນ​ຫລື ຈົ່ງ​ບອກ​ເຮົາ​ດູ

22 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ ອັບ​ຣາ​ຮາມ​ມີ​ລູກ​ຊາຍ​ສອງ​ຄົນ ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ ແລະ​ອີກ​ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ

23 ລູກ​ທີ່​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ທັມ​ມະ​ດາ ແຕ່​ສ່ວນ​ລູກ​ທີ່​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ພຣະ​ສັນ​ຍາ

24 ຂໍ້​ຄວາມ​ນີ້​ແມ່ນ​ການ​ປຽບ​ທຽບ ເພາະ​ວ່າ​ຍິງ​ທັງ​ສອງ​ນັ້ນ​ໄດ້​ແກ່ຄຳ​ສັນ​ຍາ​ສອງ​ຢ່າງ ຜູ້​ນຶ່ງ​ຄື​ຮາ​ກາ ເກີດ​ລູກ​ທີ່​ເປັນ​ຂ້ອຍ​ຂ້າ​ຈຶ່ງ​ໄດ້​ຄວາມ​ສັນ​ຍາ​ມາ​ຈາກ​ພູຊີນາອີ

25 ນາງ​ຮາ​ກາ​ນັ້ນ​ໄດ້​ແກ່​ພູ​ຊີ​ນາອີໃນ​ປະ​ເເທດ​ອາ​ຣະ​ເບັຽ ກົງ​ກັບ​ກຸງ​ເຢ​ຣູ​ຊາ​ເລັມ​ໃນ​ປັດ​ຈຸ​ບັນ ເພາະ​ກຸງ​ນີ້​ກັບ​ພົລ​ເມືອງ​ເປັນ​ຂ້ອຍ​ຂ້າ​ຢູ່

26 ແຕ່​ວ່າ​ເຢ​ຣູ​ຊາ​ເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ກໍ​ເປັນ​ອິ​ສ​ຣະ ແລະ​ເປັນ​ມານ​ດາ​ຂອງ​ເຮົາ​ທັງ​ຫລາຍ

27 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ໂອ ຍິງ​ຫມັນ​ຜູ້​ບໍ່​ເກີດ​ລູກ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເທີນ ຍິງ​ຜູ້​ບໍ່​ເຈັບ​ທ້ອງ​ເກີດ​ລູກ​ເອີຍ, ຈົ່ງ​ເປັ່ງ​ສຽງ​ໂຮ່​ຮ້ອງ ເພາະ​ວ່າ​ລູກ​ຂອງ​ແມ່​ຮ້າງ​ກໍ​ຍັງ​ມີ​ຫລາຍກວ່າ​ລູກ​ຂອງ​ຍິງ​ຜູ້​ມີ​ຜົວ”

28 ແຕ່​ພີ່​ນ້ອງ​ທັ​ງ​ຫລາຍ​ເອີຍ, ເຮົາ​ທັງ​ຫລາຍ​ກໍ​ເປັນ​ລູກ​ຂອງ​ພຣະ​ສັນ​ຍາ​ເຫມືອນ​ຢ່າງ​ອີ​ຊາກ

29 ແຕ່​ໃນ​ຄາວ​ນັ້ນ​ຜູ້​ທີ່​ເກີດ​ຕາມ​ທັມ​ມະ​ດາ​ໄດ້​ຂົ່ມ​ເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະ​ວິນ​ຍານ​ສັນ​ໃດ ປັດ​ຈຸ​ບັນ​ນີ້​ກໍ​ເຫມືອນ​ກັນ​ສັນ​ນັ້ນ

30 ແຕ່​ພຣະ​ຄັມ​ພີ​ວ່າ​ຢ່າງ​ໃດກໍ​ວ່າ, “ຈົ່ງ​ຂັບ​ໄລ່​ຍິງ​ຂ້ອຍ​ຂ້າ​ກັບ​ລູກ​ຊາຍ​ຂອງ​ນາງ​ອອກ​ຫນີ​ເສັຽ ເພາະ​ວ່າ​ລູກ​ຂອງ​ຍິງ​ຂ້ອຍຂ້າ​ນັ້ນ​ຈະ​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັບ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ບໍ່​ໄດ້”

31 ເຫດ​ສັນ​ນັ້ນ, ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ບໍ່​ເປັນ​ລູກ​ຂອງ​ຍິງ​ຂ້ອຍ​ຂ້າ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ



5

1 ເພື່ອ​ເສ​ຣີ​ພາບ​ນັ້ນ​ແຫລະ, ພຣະ​ຄຣິດ​ຈຶ່ງ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ເຫດ​ສັນ​ນັ້ນ ຈົ່ງ​ຕັ້ງ​ຫມັ້ນ​ຢູ່ ແລະ​ຢ່າ​ຍອມ​ເຂົ້າ​ທຽມ​ແອກ​ເປັນ​ຂ້ອຍ​ຂ້າ​ອີກ

2 ເບິ່ງ​ແມ ເຮົາ, ຄື​ໂປ​ໂລ ຂໍ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ຖ້າ​ພວກ​ເຈົ້າ​ຮັບ​ພິ​ທີ​ຕັດ ພຣະ​ຄຣິດ​ກໍ​ຈະ​ບໍ່​ເປັນ​ປ​ໂຍດ​ອັນ​ໃດ​ແກ່ພວກ​ເຈົ້າ

3 ເຮົາ​ເປັນ​ພຍານ​ແກ່​ທຸກ​ຄົນ​ທີ່​ຮັບ​ພິ​ທີ​ຕັດ​ນັ້ນ​ອີກວ່າ ເຂົາ​ຖືກ​ຜູກ​ມັດ​ໃຫ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ທັງ​ຫມົດ

4 ເຈົ້າ​ທັງຫລາຍ​ທີ່​ປາ​ຖ​ນາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອ​ບທັມ​ໂດຍ​ພຣະ​ບັນ​ຍັດ ກໍ​ໄດ້​ຖືກ​ຕັດ​ຂາດ​ເສັຽ​ຈາກ​ພຣະ​ຄຣິດ ແລະ​ໄດ້​ຫລຸດ​ຕົກ​ຈາກ​ພຣະ​ຄຸນ​ແລ້ວ

5 ເພາະ​ວ່າ​ຝ່າຍ​ພວກ​ເຮົາ, ເຮົາ​ຫວັງ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ເຮົາ​ເປັນ​ຄົນ​ຊອບ​ທັມ ເຮົາ​ຈຶ່ງ​ລໍ​ຄອຍ​ການ​ນັ້ນ​ໂດຍ​ພຣະ​ວິນ​ຍານ​ແລະ​ຄວາມ​ເຊື່ອ

6 ເພາະ​ວ່າ​ໃນ​ພຣະ​ຄຣິດ​ເຢ​ຊູ ການ​ທີ່​ຮັບ​ພິ​ທີ​ຕັດ​ຫລື​ບໍ່​ຮັບ​ກໍ​ບໍ່​ເກີດ​ປ​ໂຍດ​ອັນ​ໃດ ແຕ່​ຄວາມ​ເຊື່ອ​ຊຶ່ງ​ສະ​ແດງ​ອອກ​ເປັ​ນ​ຜົນ​ໂດຍ​ທາງ​ຄວາມ​ຮັກ​ເທົ່າ​ນັ້ນ​ສຳ​ຄັນ

7 ເຈົ້າ​ທັງ​ຫລາຍ​ກຳ​ລັງ​ແລ່ນ​ແຂ່ງ​ດີຢູ່​ແລ້ວ ແມ່ນ​ໃຜ​ໄດ້​ຂັດ​ຂວາງ​ພວກ​ເຈົ້າ​ບໍ່​ໃຫ້​ເຊື່ອ​ຟັງ​ຄວາມ​ຈິງ

8 ການ​ຊັກ​ຊວນ​ຢ່າງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ອົງ​ຜູ້​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ

9 ເຊື້ອ​ແປ້ງ​ເລັກ​ຫນ້ອຍ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ພຸ​ຂື້​ນ

10 ເຮົາ​ໄວ້​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເຈົ້າທັງ​ຫ​ລາຍ​ຈະ​ບໍ່​ມີ​ຄວາມ​ຄິດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່​ກວນ​ພວກ​ເຈົ້າ​ນັ້ນ ຈະ​ເປັນ​ຜູ້​ໃດ​ກໍ​ຕາມ​ເຂົາ​ຄົງ​ຈະ​ໄດ້​ຮັບ​ໂທດ

11 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຖ້າເຮົາ​ຍັງ​ປະ​ກາດ​ໃຫ້​ຮັບ​ພິ​ທີ​ຕັດ ເປັນ​ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງຍັງ​ຖືກ​ຂົ່ມ​ເຫັງ​ຢູ່ ຖ້າ​ດັ່ງ​ນັ້ນ​ການ​ສະ​ດຸດ​ໃຈ​ຍ້ອນ​ໄມ້​ກາງ​ແຂນ​ກໍ​ຖືກ​ຍົກ​ເລີກ​ເສັຽ​ແລ້ວ

12 ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ກໍ່​ກວນ​ຄວາມ​ວຸ້ນ​ວາຍ​ຕໍ່​ພວກ​ເຈົ້າ ໃຫ້​ເຂົາ​ຕອນ​ຕົວ​ເອງ​ເສັຽ

13 ພວກ​ພີ່​ນ້ອງ​ເອີຍ, ທີ່​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ​ກໍ​ເພື່ອ​ໃຫ້​ມີ​ເສ​ຣິ​ພາບ ແລະ​ຢ່າ​ເອົາ​ເສ​ຣີ​ພາບ​ນັ້ນ​ເປັນ​ຊ່ອງ​ທາງ​ປ່ອຍ​ຕົວ​ໄປ​ຕາມ​ທັມ​ມະ​ດາ​ໂລກ ແຕ່​ຈົ່ງ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ​ເທີນ

14 ເພາະ​ວ່າ​ພຣະ​ບັນ​ຍັດ​ທັງ​ສິ້ນ​ກໍ​ຮວບ​ຮວມ​ເຂົ້າ​ໃນ​ຂໍ້​ດຽວ​ຄື “ຈົ່ງ​ຮັກ​ເພື່ອ​ນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ”

15 ແຕ່​ວ່າ​ຖ້າ​ເຈົ້າ​ທັງ​ຫລາຍ​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະ​ວັງ ຢ້ານ​ວ່າ​ຈະ​ພາ​ກັນ​ຈິບ​ຫາຍ​ໄປ

16 ແຕ່​ເຮົາ​ຂໍ​ບອກວ່າ ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ເປັນ​ຜູ້​ຊົງ​ນຳ​ພາ ແລະ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ເຮັດ​ຕາມ​ຕັນ​ຫາ​ຂອງ​ມະ​ນຸດ

17 ເພາະ​ວ່າ​ມະ​ນຸດ​ທັມ​ມະ​ດາ​ມີ​ຕັນ​ຫາ​ຕໍ່​ສູ້​ກັບ​ພຣະ​ວິນ​ຍານ ແລະ​ພຣະ​ວິນ​ຍານ​ກໍ​ຕໍ່​ສູ້​ກັບ​ມະ​ນຸດ ເພາະ​ທັງ​ສອງ​ຝ່າຍ​ເປັນ​ສັດ​ຕຣູກັນ ດັ່ງ​ນັ້ນ​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຢາກ​ເຮັດ ພວກ​ເຈົ້າ​ຈຶ່ງ​ເຮັດ​ບໍ່​ໄດ້

18 ແຕ່​ຖ້າ​ພຣະ​ວິນ​ຍານ​ຊົງ​ນຳ​ພາເຈົ້າ​ທັງ​ຫລາຍ​ໄປ ພວກ​ເຈົ້າ​ກໍ​ບໍ່​ຢູ່​ໃຕ້​ພຣະ​ບັນ​ຍັດ

19 ແຕ່​ການ​ງານ​ຂອງ​ມະ​ນຸດ​ທັມ​ມະ​ດາ​ນັ້ນ​ກໍ​ປາ​ກົດ​ແຈ້ງ​ແລ້ວ ຄື​ການ​ຫລິ້ນ​ຊູ້ ການ​ບໍ່​ສະ​ອາດ ການໂລ​ພະ​ຕັນ​ຫາ

20 ການ​ໄຫວ້​ພຣະ​ທຽມ ການ​ເຊື່ອ​ເວດ​ມົນ​ຄາ​ຖາ ການ​ເປັນ​ສັດ​ຕຣູ​ກັນ ການ​ວິ​ວາດ​ຜິດ​ຖຽງ​ກັນ ການ​ເຫິງ​ສາ​ກັນ ການ​ຄຽດ​ແຄ້ນ​ກັນ ການ​ໃຝ່​ສູງ​ຕໍ່​ກັນ ການ​ແຕກ​ແຍກ​ກັນ ການ​ຖື​ພັກ​ຖື​ພວກ

21 ການ​ອິດ​ສາ​ກັນ ການ​ເສບ​ສຸ​ຣາ​ຢາ​ເມົາ ການ​ກິ​ນ​ລ້ຽງ​ຢ່າງ​ຊົ່ວ​ຊ້າ ແລະ​ການ​ອື່ນໆ​ໃນ​ທຳ​ນອງ​ນີ້​ອີກ ເຮົາ​ຂໍ​ເຕືອນ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັບ​ທີ່​ເຮົາ​ໄດ້​ເຕືອນ​ພວກ​ເຈົ້າ​ລ່ວງ​ຫນ້າ​ແລ້ວ​ວ່າ ຄົ​ນ​ທີ່​ເຄີຍ​ເຮັດ​ການ​ຢ່າງ​ນັ້ນ​ຈະ​ບໍ່​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ

22 ຝ່າຍ​ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ ຄື​ຄວາມ​ຮັກ ຄວາມ​ຍິນ​ດີ ສັນ​ຕິ​ສຸກ ຄວາມ​ອົດ​ກັ້ນ​ໄວ້​ນານ ຄວາມ​ປາ​ນີ ຄວາມ​ດີ ຄວາມ​ສັດ​ຊື່

23 ຄວາມ​ສຸ​ພາບ​ອ່ອນ​ຫວານ ການ​ຮູ້​ຈັກ​ບັງ​ຄັບ​ຕົນ ກົດ​ຫມາຍ​ທີ່​ຫ້າມ​ການ​ຢ່າງ​ນີ້​ກໍ​ບໍ່ມີ

24 ຜູ້​ທີ່​ຢູ່​ຝ່າຍ​ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ເອົາ​ຄວາມ​ປາ​ຖ​ນາ​ກັບ​ຕັນ​ຫາ​ຂອງ​ມະ​ນຸດ​ທັມ​ມະ​ດາ​ນັ້ນ​ຄືງ​ໄວ້​ທີ່​ໄມ້​ກາງ​ແຂນ​ແລ້ວ

25 ຖ້າ​ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ໂດຍ​ພຣະ​ວິນ​ຍານ​ກໍ​ຈົ່ງ​ດຳ​ເນີນ​ຊີ​ວິດ​ໄປ​ຕາມ​ພຣະ​ວິນ​ຍານ​ດ້ວຍ

26 ເຮົາ​ຢ່າ​ເປັນ​ຄົນ​ຖື​ຕົວ​ເປົ່າໆ ຢ່າ​ກຸກກວນ​ໃຈ​ກັນ ແລະ​ຢ່າ​ອີດ​ສາ​ກັນ​ແລະ​ກັນ



6

1 ພວກ​ພີ່​ນ້ອງ​ເອີຍ, ຖ້າ​ຄົນ​ໃດ​ຫາກ​ພົບ​ຄົນ​ທີ່​ຫລົງ​ຜິດ​ປະ​ການ​ໃດ ເຈົ້າ​ທັງ​ຫລາຍ​ຜູ້ຢູ່​ຝ່າຍ​ພຣະ​ວິນຍານ ຈົ່ງ​ຊ່ອຍ​ຄົນ​ຢ່າງ​ນັ້ນ​ດ້ວຍ​ຄວາມ​ອ່ອນ​ສຸ​ພາບ​ໃຫ້​ກັບ​ຄືນ​ດີ​ໃຫມ່ໂດຍ​ໃຫ້​ທຸກ​ຄົນ​ຄຶດ​ເຖິງ​ຕົນ​ເອງ ຢ້ານ​ວ່າ​ຕົນ​ຈະ​ຖືກ​ຊັກ​ຈູງ​ໃຫ້​ຫລົງ​ໄປ

2 ຈົ່ງ​ຊ່ອຍ​ຮັບ​ພາ​ຣະ​ອັນ​ຫນັກ​ຂອງ​ກັນ​ແລະ​ກັນ ຖ້າ​ເຮັດ​ດັ່ງ​ນີ້​ພວກ​ເຈົ້າ​ກໍ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ

3 ເພາະ​ວ່າ​ຖ້າ​ຜູ້​ໃດ​ຖືຕົວ​ວ່າ​ເປັນ​ຜູ້​ສຳ​ຄັນ​ໃນ​ເມື່ອ​ຕົນ​ບໍ່​ສຳ​ຄັນ​ອັນ​ໃດ ຜູ້​ນັ້ນ​ກໍ​ລໍ້​ລວງ​ຕົນ​ເອງ

4 ທຸກ​ຄົນຈົ່ງ​ຊັນ​ນະ​ສູດ​ເບິ່ງ​ການ​ງານ​ຂອງ​ຕົນ​ເອງ​ຈຶ່ງ​ຈະ​ມີ​ສິ່ງ​ທີ່​ເອົາ​ມາ​ອວດ​ອ້າງ​ໄດ້​ໃນ​ຕົວ​ເອງ ໂດຍ​ບໍ່​ແມ່ນ​ປຽບ​ກັບ​ຜູ້ອື່ນ

5 ເພາະ​ວ່າ​ທຸກ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພາ​ຣະ​ຂອງ​ຕົນ​ເອງ

6 ສ່ວນ​ຜູ້​ທີ່​ຮັບ​ພຣະ​ທັມ​ຄຳ​ສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກ​ຢ່າງ​ໃຫ້​ແກ່​ຜູ້​ທີ່​ສອນ​ຕົວ​ເທີນ

7 ຢ່າ​ເຂົ້າ​ໃຈ​ຜິດ ພວກ​ເຈົ້າ​ຈະ​ຫລອກ​ລວງ​ພຣະ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ລົງ​ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ນັ້ນ

8 ຜູ້​ທີ່​ຫວ່ານ​ຕາມ​ຕັນ​ຫາ​ຂອງ​ທັມ​ມະ​ດາ​ມະ​ນຸດ​ກໍ​ຈະ​ເກັບ​ກ່ຽວ​ຄວາມ​ເປື່ອຍ​ເນົ່າ​ຈາກ​ຕັນ​ຫາ​ມະ​ນຸດ​ນັ້ນແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະ​ວິນ​ຍານ​ກໍ​ຈະ​ເກັບ​ກ່ຽວ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ຈາກ​ພຣະ​ວິນ​ຍານ​ນັ້ນ

9 ຢ່າ​ໃຫ້​ພວກ​ເຮົາ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ດີ ເພາະ​ວ່າ​ຖ້າ​ໃຈ​ພວກ​ເຮົາ​ບໍ່​ທໍ້​ຖອຍ ເຮົາ​ກໍ​ຈະ​ໄດ້​ເກັບ​ກ່ຽວ​ຜົນ​ຕາມ​ເວ​ລາ​ສົມ​ຄວນ

10 ເຫດ​ສັນ​ນັ້ນ ຕາມ​ທີ່​ມີ​ໂອ​ກາດ​ໃຫ້​ພວກ​ເຮົາ​ເຮັດ​ການ​ດີ​ຕໍ່​ຄົນ​ທັງ​ປວງ ແລະ​ເປັນ​ຕົ້ນ​ວ່າ​ຕໍ່​ຄອບ​ຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມ​ເຊື່ອ

11 ເຈົ້າ​ທັງ​ຫລາຍ​ຈົ່ງ​ສັງ​ເກດ​ເບິ່ງຕົວ​ອັກ​ສອນ​ທີ່​ເຮົາ​ໄດ້​ຂຽນ​ມາ​ຍັງ​ພວກ​ເຈົ້າ​ດ້ວຍ​ມື​ຂອງ​ເຮົາ​ເອງວ່າ​ຕົວ​ໃຫຍ່​ປານ​ໃດ

12 ຄົນ​ທີ່​ປາ​ຖ​ນາ​ຢາກ​ໄດ້​ຫນ້າ​ຕາມ​ທັມ​ມະ​ດາ​ມະ​ນຸດ ເຂົາ​ກໍ​ຂົ່ມ​ໃຈ​ພວກ​ເຈົ້າ​ໃຫ້​ຮັບ​ພິ​ທີ​ຕັດ ເພື່ອ​ເຂົາ​ຈະ​ບໍ່​ໄດ້​ຖືກ​ຂົ່ມ​ເຫັງ​ເພາະ​ເຫດໄມ້​ກາງ​ແຂນ​ຂອງ​ພຣະ​ຄ​ຣິ​ດ​ເທົ່າ​ນັ້ນ

13 ເຖິງ​ແມ່ນ​ພວກ​ຄົນ​ທີ່​ຮັບ​ພິ​ທີ​ຕັດ​ນັ້ນ ເຂົາ​ກໍ​ບໍ່​ໄດ້​ຖືຮັກ​ສາ​ພຣະ​ບັນ​ຍັດ ແຕ່​ເຂົາ​ປາ​ຖ​ນາ​ທີ່​ຈະ​ໃຫ້​ພວກ​ເຈົ້າ​ຮັບ​ພິ​ທີ​ຕັດ ເພື່ອ​ເຂົາ​ຈະ​ເອົາ​ເຣື່ອງເນື້ອ​ກາຍ​ຂອງ​ພວກ​ເຈົ້າ​ໄປ​ອວດ​ອ້າງ

14 ແຕ່​ເຮົາ​ບໍ່​ຕ້ອງ​ການອວດ ນອກ​ຈາກ​ເຣື່ອງ​ໄມ້​ກາງ​ແຂນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຊຶ່ງ​ໂດຍ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ນັ້ນ ໂລກ​ຈຶ່ງ​ຖືກ​ຄຶງ​ໄວ້​ຈາກ​ເຮົາ ແລະ​ເຮົາ​ກໍ​ຖືກ​ຄຶງ​ໄວ້​ຈາກ​ໂລກ​ເຫມືອນ​ກັນ

15 ເພາະ​ວ່າການ​ຮັບ​ພິ​ທີ​ຕັດ​ຫລື​ບໍ່​ຮັບ​ນັ້ນ​ບໍ່​ສຳ​ຄັນ​ຢ່າງ​ໃດ ແຕ່​ການ​ທີ່​ຊົງ​ສ້າງ​ຂຶ້ນໃຫມ່​ນັ້ນ​ສຳ​ຄັນ

16 ສັນ​ຕິ​ສຸກ ແລະ​ພຣະ​ກະ​ຣຸ​ນາ​ຄຸນ​ຈົ່ງ​ມີ​ແກ່​ທຸກ​ຄົນ​ທີ່​ເຮັດ​ໄປ​ຕາມ​ຂໍ້​ບັນ​ຍັດ​ນີ້ ຄື​ແກ່​ພວກ​ອິ​ສ​ຣາ​ເອນ​ຂອງ​ພຣະ​ເຈົ້າ​ເທີນ

17 ຕັ້ງ​ແຕ່​ນີ້​ຕໍ່​ໄປ ຂໍ​ຢ່າ​ໃຫ້​ຜູ້​ໃດ​ມາ​ຮົບ​ກວນ​ເຮົາ​ອີກ ເພາະ​ວ່າ​ເຮົາ​ມີ​ຮອຍ​ຕາ​ປະ​ທັບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ເນື້ອ​ກາຍ​ຂອງ​ເຮົາ​ແລ້ວ

18 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຈົ່ງ​ສະ​ຖິດ​ຢູ່​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ​ເທີນ ອາ​ແມນ



AMAZING GRACE BIBLE INSTITUTE