Colossians ໂກໂລຊາຍ11 ໂປໂລ ອັຄສາວົກຂອງພຣະເຢຊູຄຣິດຕາມນ້ຳພຣະທັຍຂອງພຣະເຈົ້າ ກັບຕີໂມທຽວນ້ອງຊາຍຂອງເຮົາ ເຖິງ ພວກໄພ່ພົນຂອງພຣະເຈົ້າ ແລະພວກພີ່ນ້ອງທີ່ເຫລື້ອມໃສສັດທາໃນພຣະຄຣິດທີ່ເມືອງໂກໂລຊາຍ2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ 3 ເມື່ອພວກເຮົາອ້ອນວອນເພື່ອເຈົ້າທັງຫລາຍ ເຮົາກໍຂອບພຣະຄຸນພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍຢູ່ສເມີ 4 ເພາະພວກເຮົາໄດ້ຍີນເຖິງຄວາມເຊື່ອຂອງເຈົ້າທັງຫລາຍໃນພຣະເຢຊູຄຣິດ ແລະເຣື່ອງຄວາມຮັກຊຶ່ງພວກເຈົ້າມີຕໍ່ໄພ່ພົນທັງປວງຂອງພຣະເຈົ້າ 5 ໂດຍເຫດຊຶ່ງມີຄວາມຫວັງທີຊົງຮັກສາໄວ້ສຳລັບເຈົ້າທັງຫລາຍໃນສວັນ ຊຶ່ງເມື່ອກ່ອນພວກເຈົ້າເຄີຍໄດ້ຍິນມາແລ້ວໃນຄຳອັນສັດຈິງ ຄືຂ່າວປະເສີດນັ້ນ 6 ຊຶ່ງແຜ່ຜາຍມາເຖິງເຈົ້າທັງຫລາຍຕາມທີ່ກຳລັງເກີດຜົນ ແລະທະວີຂຶ້ນທົ່ວໂລກ ຢ່າງດຽວກັບກຳລັງເປັນຢູ່ໃນຖ້າມກາງເຈົ້າທັງຫລາຍດ້ວຍ ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນ ແລະໄດ້ເຂົ້າໃຈໃນພຣະຄຸນຂອງພຣະເຈົ້າຕາມຄວາມຈິງ 7 ດັ່ງທີ່ເຈົ້າທັງຫລາຍໄດ້ຮຽນຮູ້ຈາກເອປາຟາ ຜູ້ເປັນເພື່ອນຮ່ວມງານທີ່ຮັກຂອງພວກເຮົາ ທ່ານເປັນຜູ້ປະຕິບັດອົງພຣະຄຣິດແທນເຮົາດ້ວຍໃຈສັດຊື່ 8 ທ່ານໄດ້ເລົ່າໃຫ້ພວກເຮົາຟັງເຖິງຄວາມຮັກ ຊຶ່ງພຣະວິນຍານຊົງປະທານແກ່ເຈົ້າທັງຫລາຍດ້ວຍ 9 ເພາະເຫດນີ້, ນັບຕັ້ງແຕ່ວັນທີ່ເຮົາໄດ້ຍິນ ເຮົາກໍບໍ່ໄດ້ຢຸດໃນການອ້ອນວອນເພື່ອເຈົ້າທັງຫລາຍ ທູນຂໍເພື່ອໃຫ້ພວກເຈົ້າປະກອບເຕັມໄປດ້ວຍຄວາມຮູ້ເຖິງນ້ຳພຣະທັຍຂອງພຣະອົງ ໃນສັພປັນຍາແລະຄວາມເຂົ້າໃຈຊຶ່ງມາຈາກພຣະວິນຍານ 10 ເພື່ອເຈົ້າທັງຫລາຍຈະໄດ້ດຳເນີນຊີວິດຢ່າງທີ່ຄວນຕໍ່ອົງພຣະຜູ້ເປັນເຈົ້າ ແລະທີ່ຊອບພຣະທັຍພຣະອົງຢ່າງແທ້ຈີງ ໃຫ້ເກີດຜົນໃນການດີທຸກຢ່າງ ແລະຈະເຣີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ 11 ຂໍໃຫ້ເຈົ້າທັງຫລາຍມີກຳລັງແຂງແຮງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອຈະສາມາດອົດທົນທຸກສິ່ງ ແລະມີຄວາມຫມັ້ນພຽນດ້ວຍຄວາມຍິນດີ 12 ຈົ່ງຂອບພຣະຄຸນພຣະບິດາ ຜູໍ້ຊົງບັນດານໃຫ້ເຈົ້າທັງຫລາຍສົມກັບທີ່ຈະເຂົ້າສ່ວນໄດ້ຮັບມໍຣະດົກດ້ວຍກັນກັບພວກໄພ່ພົນໃນຄວາມສວ່າງ 13 ພຣະອົງໄດ້ຊົງໂຜດດຶງເຮົາທັງຫລາຍໃຫ້ພົ້ນຈາກອໍານາດຂອງຄວາມມືດ ແລະໄດ້ຊົງໂຍກຍ້າຍພວກເຮົາໄປຕັ້ງໄວ້ໃນຣາຊອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ 14 ໃນພຣະບຸດນັ້ນເຮົາທັງຫລາຍຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ຄືຊົງໂຜດຍົກຜິດບາບທັງຫລາຍຂອງພວກເຮົາ 15 ພຣະອົງຊົງເປັນແບບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງຕາເຫັນບໍ່ໄດ້ ຊົງເປັນບຸດແຮກເຫນືອສາຣະພັດທີ່ຊົງນີຣະມິດສ້າງຂຶ້ນນັ້ນ 16 ເພາະວ່າໃນພຣະອົງ ພຣະເຈົ້າໄດ້ຊົງສ້າງສັພສິ່ງຂຶ້ນ ທັງໃນທ້ອງຟ້າແລະເທິງແຜ່ນດິນໂລກ ສິ່ງທີ່ຕາເຫັນໄດ້ ແລະທີ່ເຫັນບໍ່ໄດ້ ຈະເປັນພຣະທີ່ນັ່ງຫລືເປັນອານຸພາບ ເປັນຜູ້ປົກຄອງຫລືຜູ້ມີອຳນາດ ສິ່ງທັງປວງເຫລົ່ານີ້ແມ່ນພຣະເຈົ້າໄດ້ສ້າງໂດຍທາງພຣະອົງແລະສຳລັບພຣະອົງ 17 ພຣະອົງຊົງເປັນຢູ່ກ່ອນສິ່ງສາຣະພັດ ແລະສິ່ງສາຣະພັດນັ້ນເປັນລະບຽບຢູ່ໂດຍພຣະອົງ 18 ພຣະອົງຊົງເປັນສີສະຂອງກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ແຮກທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັພສິ່ງທັງປວງ 19 ເພາະວ່າພຣະບິດາຊົງພໍພຣະທັຍ ທີ່ຈະໃຫ້ສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະບຸດຢ່າງເຕັມບໍຣິບູນ 20 ແລະໂດຍພຣະບຸດນັ້ນຈະໄດ້ຊົງໃຫ້ສິ່ງສາຣະພັດກັບຄືນດີກັບພຣະເຈົ້າ ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນໂລກ ຫລືໃນສວັນ ພຣະອົງໄດ້ຊົງບັນດານໃຫ້ເກີດສັນຕິພາບດ້ວຍພຣະໂລຫິດ ຊຶ່ງໄຫລທີ່ໄມ້ກາງແຂນຂອງພຣະອົງ 21 ແລະເຈົ້າທັງຫລາຍ ຊຶ່ງເມື່ອກ່ອນນັ້ນບໍ່ແມ່ນພົລເມືອງຂອງພຣະເຈົ້າ ແຕ່ເປັນສັດຕຣູທາງດ້ານຈິດໃຈດ້ວຍການຊົ່ວຮ້າຍຕ່າງໆ 22 ບັດນີ້ ພຣະອົງຊົງໂຜດໃຫ້ກັບຄືນດີກັບພຣະອົງ ໂດຍການສີ້ນພຣະຊົນແຫ່ງພຣະກາຍ ຄືເນື້ອຫນັງຂອງພຣະອົງ ເພື່ອຈະໄດ້ຊົງຖວາຍພວກເຈົ້າຕໍ່ພຣະພັກພຣະເຈົ້າ ໃຫ້ເປັນຄົນບໍຣິສຸດທີ່ບໍ່ມີຕຳຫນີຕິຕຽນໄດ້ 23 ແຕ່ເຈົ້າທັງຫລາຍຕ້ອງຕັ້ງຫມັ້ນຢູ່ໃນຄວາມເຊື່ອ ຊຶ່ງໄດ້ວາງຮາກລົງຢ່າງແຫນ້ນຫນາຖາວອນແລ້ວ ແລະຢ່າໄດ້ຫນີຈາກຄວາມໄວ້ໃຈໃນຂ່າວປະເສີດທີ່ພວກເຈົ້າໄດ້ຍິນແລ້ວ ແລະໄດ້ປະກາດແລ້ວແກ່ມະນຸດທຸກຄົນທີ່ຢູ່ທົ່ວໃຕ້ຟ້າ ຊຶ່ງເຮົາ ໂປໂລ ເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ 24 ບັດນີ້ ເຮົາມີຄວາມຍິນດີໃນການທີ່ໄດ້ຮັບຄວາມທຸກເພື່ອເຈົ້າທັງຫລາຍ ສ່ວນການຊົງທົນທຸກຂອງພຣະຄຣິດທີ່ຍັງຂາດຢູ່ນັ້ນ ເຮົາກໍຮັບທົນຈົນສຳເຣັດໃນເນື້ອກາຍຂອງເຮົາ ເພາະເຫັນແກ່ພຣະກາຍຂອງພຣະອົງ ຄືຄຣິສຕະຈັກ 25 ເຮົາໄດ້ມາເປັນຜູ້ຮັບໃຊ້ຄຣິສຕະຈັກນັ້ນ ຕາມທີ່ພຣະເຈົ້າໄດ້ຊົງໂຜດມອບພາຣະໃຫ້ເຮົາເພື່ອເຈົ້າທັງຫລາຍ ເພື່ອຈະໄດ້ກ່າວຂ່າວພຣະທັມຂອງພຣະເຈົ້າຢ່າງຄົບຖ້ວນ 26 ຄືຂໍ້ຄວາມອັນລັບເລິກທີ່ໄດ້ຊົງບັງໄວ້ແຕ່ຫລາຍເຊັ່ນແລະຫລາຍຊົ່ວອາຍຸນັ້ນ ມາບັດນີ້ໄດ້ຊົງໂຜດໃຫ້ປາກົດແຈ້ງແກ່ໄພ່ພົນຂອງພຣະອົງແລ້ວ 27 ພຣະເຈົ້າຊົງມີພຣະປະສົງທີ່ຈະສະແດງໃຫ້ໄພ່ພົນເຫລົ່ານັ້ນຮູ້ວ່າ ໃນຖ້າມກາງຄົນຕ່າງຊາດອັນໃດເປັນຄວາມສົມບູນອັນປະກອບດ້ວຍສະງ່າຣາສີແຫ່ງຂໍ້ລັບເລິກ ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າທັງຫລາຍ ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະງ່າຣາສີນັ້ນ 28 ພຣະອົງນັ້ນແຫລະ, ທີ່ພວກເຮົາປະກາດຢູ່ ໂດຍເຕືອນສະຕິແລະສັ່ງສອນທຸກຄົນດ້ວຍປັນຍາທຸກຢ່າງ ເພື່ອຈະໄດ້ຖວາຍທຸກຄົນຕໍ່ພຣະພັກພຣະເຈົ້າເຫມືອນເປັນຄົນໃຫຍ່ຖ້ວນແລ້ວໃນພຣະຄຣິດ 29 ເພື່ອການນີ້ແຫລະ, ເຮົາຈຶ່ງທົນການຫນັກຫນ່ວງດ້ວຍອົດສາສູ້ ຕາມພຣະກຳລັງຂອງພຣະອົງຜູ້ຊົງໂຜດກະທຳດ້ວຍຣິດອຳນາດໃນຕົວເຮົາຢູ່ 21 ເພາະເຮົາຢາກໃຫ້ເຈົ້າທັງຫລາຍຮູ້ວ່າ ເຮົາມີການອົດສາສູ້ຫລາຍພຽງໃດເພື່ອເຈົ້າທັງຫລາຍ ເພື່ອຊາວເມືອງລາວດີເກອາ ແລະເພື່ອຄົນທັງປວງທີ່ຍັງບໍ່ໄດ້ເຫັນໃນຫນ້າຂອງເຮົາ2 ເພື່ອເຂົາທັງຫລາຍຈະໄດ້ຮັບຄວາມຊູໃຈ ແລະເຂົ້າຕິດສນິດກັນໃນຄວາມຮັກ ຈົນເຖິງຄວາມຮູ້ຄັກແນ່ອັນອຸດົມສົມບູນຊຶ່ງມາດ້ວຍຄວາມເຂົ້າໃຈ ຈຶ່ງຈະໄດ້ສັງເກດຮູ້ຂໍ້ລັບເລິກຂອງພຣະເຈົ້າຄືພຣະຄຣິດ 3 ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະຄວາມຮູ້ທັງຫມົດຊົງບັງຊ່ອນໄວ້ໃນພຣະອົງ 4 ເຮົາກ່າວຢ່າງນີ້ ກໍເພື່ອບໍ່ໃຫ້ຜູ້ໃດຊັກຊວນເຈົ້າທັງຫລາຍດ້ວຍຄຳລໍ້ລວງຫນ້າຟັງ 5 ເພາະເຖິງແມ່ນຕົວຂອງເຮົາບໍ່ຢູ່ນຳເຈົ້າທັງຫລາຍ ແຕ່ຈິດໃຈຂອງເຮົາກໍຢູ່ນຳພວກເຈົ້າ ແລະມີຄວາມຊົມຊື່ນຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ ແລະເຫັນຄວາມເຊື່ອຫມັ້ນຄົງຂອງເຈົ້າທັງຫລາຍໃນພຣະຄຣິດ 6 ເຫດສັນນັ້ນ ເມື່ອທ່ານທັງຫລາຍໄດ້ຮັບພຣະເຢຊູຄຣິດເປັນອົງພຣະຜູ້ເປັນເຈົ້າແລ້ວສັນໃດ ຈົ່ງດຳເນີນຊີວິດຢູ່ໃນພຣະອົງສັນນັ້ນ 7 ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຂຶ້ນໃນພຣະອົງ ແລະຕັ້ງຫມັ້ນຄົງຢູ່ໃນຄວາມເຊື່ອ ຕາມທີ່ເຈົ້າທັງຫລາຍໄດ້ຮັບຄຳສັ່ງສອນມາແລ້ວ ຈົ່ງໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ 8 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ນຶ່ງຜູ້ໃດນຳເຈົ້າທັງຫລາຍຕົກໄປເປັນເຫຍື່ອສະຕິປັນຍາຂອງໂລກ ຊຶ່ງເປັນຄຳຫລອກລວງ ແລະໄຮ້ສາຣະຕາມຕຳນານຂອງມະນຸດທີ່ສືບຕໍ່ກັນມາ ຕາມອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລະບໍ່ໃຊ່ຕາມອົງພຣະຄຣິດ 9 ເພາະວ່າໃນພຣະອົງນັ້ນສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະກາຍຢ່າງເຕັມບໍຣິບູນ ແລະເຈົ້າທັງຫລາຍໄດ້ມີຊີວິດຄົບບໍຣິບູນໃນພຣະອົງ 10 ຜູ້ຊົງເປັນປະມຸກຂອງການປົກຄອງແລະອຳນາດທຸກປະການ 11 ໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຮັບພິທີຕັດທີ່ບໍ່ແມ່ນມືມະນຸດໄດ້ເຮັດ ໂດຍທີ່ເຈົ້າທັງຫລາຍໄດ້ຮັບພິທີຕັດຂອງພຣະຄຣິດ ຊຶ່ງເປັນການຊົງໂຜດໃຫ້ພົ້ນຈາກກິເລດຕັນຫາຂອງເນື້ອກາຍນີ້ 12 ແລະໄດ້ຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາແລ້ວ ແລະໃນພິທີນັ້ນພວກເຈົ້າໄດ້ຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະອົງ ໂດຍຄວາມເຊື່ອໃນການອິດທິຣິດຂອງພຣະເຈົ້າຜູ້ຊົງບັນດານໃຫ້ພຣະອົງຄືນພຣະຊົນ 13 ແລະຝ່າຍເຈົ້າທັງຫລາຍທີ່ຕາຍໄປແລ້ວດ້ວຍການຫລົງຜິດຂອງພວກເຈົ້າ ແລະດ້ວຍເຫດທີ່ເນື້ອກາຍຂອງພວກເຈົ້າບໍ່ໄດ້ຮັບພິທີຕັດ ພຣະອົງໄດ້ຊົງບັນດານໃຫ້ພວກເຈົ້າມີຊີວິດຮ່ວມກັນກັບພຣະອົງ ແລະຊົງໂຜດຍົກໂທດການຫລົງຜິດທັງຫລາຍຂອງພວກເຮົາ 14 ພຣະອົງໄດ້ຊົງລຶບລ້າງຂໍ້ກົດທີ່ຜູກມັດເຮົາດ້ວຍບັນຍັດຕ່າງໆຊຶ່ງຂັດຂວາງພວກເຮົານັ້ນ ແລະໄດ້ຊົງຍົກເລີກເສັຽໂດຍຕອກຕິດໄວ້ທີ່ໄມ້ກາງແຂນ 15 ໂດຍໄມ້ກາງແຂນນັ້ນ ພຣະອົງໄດ້ຊົງປົດຜູ້ປົກຄອງແລະອຳນາດທັງຫລາຍເສັຽ ແລະໄດ້ຊົງປະຈານເຂົາຢ່າງເປີດເຜີຍໂດຍນຳເຂົາເປັນຊະເລີຍໃນຂະບວນແຫ່ງຊັຍຊະນະຂອງພຣະອົງ 16 ເຫດສັນນັ້ນ ຢ່າໃຫ້ຜູ້ໃດກ່າວໂທດເຈົ້າທັງຫລາຍໃນເຣື່ອງການກິນການດື່ມ ໃນເຣື່ອງເທສການ ເຣື່ອງວັນຕົ້ນເດືອນ ຫລືວັນສະບາໂຕ 17 ສິ່ງເຫລົ່ານີ້ເປັນພຽງແຕ່ເງົາຂອງເຫດການທີ່ຈະມາພາຍຫລັງ ແຕ່ຕົວຈິງນັ້ນກໍຄືອົງພຣະຄຣິດ 18 ຢ່າໃຫ້ຜູ້ໃດໄດ້ສໍ້ໂກງເອົາຮາງວັນຂອງເຈົ້າທັງຫລາຍ ດ້ວຍໃຊ້ກິຣິຍາທຳທ່າເປັນຜູ້ຖ່ອມຕົວລົງ ໄຫວ້ເທວະດາແລະໄຝ່ຝັນຢູ່ໃນນີມິດທີ່ເຂົາເຫັນ ແລະອວດອ້າງຕົວຂຶ້ນເປົ່າໆດ້ວຍຄວາມຄຶດຢ່າງທຳມະດາມະນຸດ 19 ແລະບໍ່ຍຶດຫມັ້ນໃນພຣະອົງຜູ້ຊົງເປັນສີສະ ສີສະນັ້ນເປັນເຫດໃຫ້ກາຍທັງຫມົດໄດ້ຮັບການບຳຣຸງລ້ຽງ ແລະຕິດຕໍ່ກັນດ້ວຍຂໍ່ແລະເອັນຕ່າງໆຈຶ່ງໄດ້ຈະເຣີນຂຶ້ນຕາມທີ່ພຣະເຈົ້າໄດ້ຊົງໂຜດໃຫ້ຈະເຣີນຂຶ້ນນັ້ນ 20 ຖ້າເຈົ້າທັງຫລາຍໄດ້ຕາຍກັບພຣະຄຣິດ ພົ້ນຈາກອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລ້ວ ເຫດສັນໃດພວກເຈົ້າຈຶ່ງມີຊີວິດຢູ່ເຫມືອນກັບວ່າພວກເຈົ້າຍັງຢູ່ຝ່າຍໂລກ ຍອມຢູ່ໃຕ້ບັນຍັດຕ່າງໆ 21 ເປັນຕົ້ນວ່າ “ຢ່າຈັບ” “ຢ່າຊິມ” “ຢ່າແຕະຕ້ອງ” 22 (ຄືກ່າວເຖິງສິ່ງທີ່ຕ້ອງສູນເສັຽໄປເມື່ອໃຊ້ມັນ) ຊຶ່ງເປັນຫລັກທັມແລະຄຳສອນຂອງມະນຸດ 23 ຈິງຢູ່, ສິ່ງເຫລົ່ານີ້ເບິ່ງທ່າທີເຫມືອນມີປັນຍາ ຄືການເຕັມໃຈນະມັສການ ການຖ່ອມຕົວລົງ ການທໍຣະມານກາຍ ແຕ່ບໍ່ມີປໂຍດອັນໃດໃນການຕໍ່ສູ້ກັບຄວາມປາຖນາຂອງຝ່າຍເນື້ອກາຍ 31 ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສແວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບກ້ຳຂວາຂອງພຣະເຈົ້າ2 ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ ບໍ່ໃຊ່ສິ່ງຊຶ່ງຢູ່ທີ່ແຜ່ນດິນໂລກ 3 ເພາະວ່າເຈົ້າທັງຫລາຍໄດ້ຕາຍແລ້ວ ແລະຊີວິດຂອງພວກເຈົ້າກໍຊົງບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ 4 ເມື່ອໃດພຣະຄຣິດ ຜູ້ຊົງເປັນຊີວິດທີ່ແທ້ຈິງຂອງເຮົາທັງຫລາຍຊົງປາກົດ ເມື່ອນັ້ນເຈົ້າທັງຫລາຍກໍຈະປາກົດພ້ອມກັນກັບພຣະອົງໃນສະງ່າຣາສີເຫມືອນກັນ 5 ເຫດສັນນັ້ນຈົ່ງປະຫານນິສັຍສ່ວນທີ່ອ່ຽງໄປຝ່າຍໂລກຂອງເຈົ້າທັງຫລາຍນັ້ນເສັຽ ຄືການຫລິ້ນຊູ້ ການຊົ່ວຮ້າຍ ຣາຄະຕັນຫາ ຄວາມປາຖນາຊົ່ວ ແລະຄວາມໂລບ ຊຶ່ງເປັນການໄຫວ້ພຣະທຽມ 6 ເພາະສິ່ງເຫລົ່ານີ້ ພຣະພິໂຣດຂອງພຣະເຈົ້າຈຶ່ງຈະລົງມາເທິງຄົນທັງປວງທີ່ບໍ່ຍອມເຊື່ອຟັງ 7 ແຕ່ກ່ອນ, ເຈົ້າທັງຫລາຍເຄີຍດຳເນີນຊີວິດໃນສິ່ງເຫລົ່ານັ້ນເຫມືອນກັນ ຄືເມື່ອຊີວິດຂອງພວກເຈົ້າຍັງຢູ່ໃນສິ່ງເຫລົ່ານີ້ 8 ແຕ່ບັດນີ້ເຈົ້າທັງຫລາຍຈົ່ງເລີກຖີ້ມສິ່ງສາຣະພັດເຫລົ່ານີ້ເສັຽ ຄືຄວາມຄຽດ ຄວາມໂມໂຫ ການຄຶດປອງຮ້າຍ ການກ່າວສຽດສີ ແລະຄຳຫນ້າອາຍ ຢ່າໃຫ້ອອກຈາກປາກຂອງພວກເຈົ້າ 9 ຢ່າກ່າວຄວາມຕົວະຕໍ່ກັນເພາະວ່າເຈົ້າທັງຫລາຍໄດ້ຖອດຖິ້ມສະພາບມະນຸດເກົ່າກັບການຂອງມະນຸດນັ້ນແລ້ວ 10 ແລະໄດ້ສວມສະພາບມະນຸດໃຫມ່ທີ່ກຳລັງຊົງສ້າງຂຶ້ນໃຫມ່ຢູ່ສເມີ ໃຫ້ເຖິງຄວາມຮູ້ຈັກພຣະເຈົ້າຢ່າງຄົບຖ້ວນຕາມພຣະລັກສະນະຂອງພຣະອົງຜູ້ຊົງສ້າງຂຶ້ນນັ້ນ 11 ໃນການນີ້ຈະວ່າເປັນຄົນຕ່າງຊາດຫລືຄົນຢູດາຍ ເປັນຄົນຮັບພິທີຕັດຫລືບໍ່ຮັບພິທີຕັດ ເປັນຕ່າງປະເທດຫລືຄົນປ່າເຖື່ອນ ເປັນຂ້ອຍຂ້າຫລືເປັນອິສຣະບໍ່ໄດ້ ແຕ່ວ່າພຣະຄຣິດຊົງເປັນສາຣະພັດ ແລະຊົງສະຖິດຢູ່ໃນສາຣະພັດ 12 ເຫດສັນນັ້ນໃນຖານະທີ່ເປັນພວກຊຶ່ງພຣະເຈົ້າຊົງຮັກ ແລະຊົງເລືອກໄວ້ໃຫ້ເປັນໄພ່ພົນຂອງພຣະອົງ ຈົ່ງສວມໃນເມດຕາ ໃຈປານີ ໃຈຖ່ອມລົງ ໃຈອ່ອນສຸພາບ ໃຈອົດທົນດົນນານ 13 ຈົ່ງຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນ ແລະຖ້າແມ່ນຜູ້ໃດມີເຣື່ອງຕໍ່ກັນ ກໍຈົ່ງຍົກໂທດໃຫ້ກັນແລະກັນ ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ເຈົ້າທັງຫລາຍສັນໃດ ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນສັນນັ້ນ 14 ແລ້ວນອກຈາກສິ່ງທັງປວງນີ້ ຈົ່ງເອົາຄວາມຮັກທີ່ເປັນສາຍຜູກມັດທຸກສິ່ງໄວ້ໃຫ້ເຖິງຄວາມຄົບຖ້ວນ 15 ແລະຈົ່ງໃຫ້ສັນຕິສຸກທີ່ມາຈາກພຣະຄຣິດຄຸ້ມຄອງຈິດໃຈຂອງເຈົ້າທັງຫລາຍ ພຣະເຈົ້າໄດ້ຊົງເອີ້ນເຈົ້າທັງຫລາຍໄວ້ໃຫ້ເປັນກາຍອັນດຽວ ກໍເພື່ອສັນຕິສຸກນັ້ນ ແລະພວກເຈົ້າຈົ່ງມີໃຈກະຕັນຍູ 16 ຈົ່ງໃຫ້ພຣະທັມຂອງພຣະຄຣິດສະຖິດຢູ່ໃນໃຈຂອງພວກເຈົ້າຢ່າງບໍຣິບູນ ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ ຈົ່ງຮ້ອງເພງດ້ວຍເພງສັຣເສີນ ເພງນະມັສການ ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາພຣະຄຸນ 17 ແລະເມື່ອເຈົ້າທັງຫລາຍຈະເຮັດສິ່ງດ້ວຍວາຈາຫລືດ້ວຍການກະທຳກໍຕາມ ຈົ່ງເຮັດທຸກສິ່ງໃນພຣະນາມຂອງພຣະເຢຊູເຈົ້າ ແລະຂອບພຣະຄຸນພຣະບິດາເຈົ້າໂດຍພຣະອົງນັ້ນ 18 ຝ່າຍເມັຽ ຈົ່ງຍອມຟັງຜົວຂອງຕົນຊຶ່ງເປັນການສົມຄວນໃນອົງພຣະຜູ້ເປັນເຈົ້າ 19 ຝ່າຍຜົວກໍຈົ່ງຮັກແພງເມັຽຂອງຕົນ ແລະຢ່າມີໃຈເຜັດຮ້ອນຕໍ່ນາງ 20 ຝ່າຍລູກທັງຫລາຍ, ຈົ່ງຟັງຄວາມພໍ່ແມ່ຂອງຕົນໃນທຸກສິ່ງ ເພາະເຮັດຢ່າງນັ້ນເປັນທີ່ຊອບພຣະທັຍຂອງອົງພຣະຜູ້ເປັນເຈົ້າ 21 ຝ່າຍພໍ່, ຢ່າຍົວະລູກຂອງຕົນໃຫ້ຂັດເຄືອງໃຈ ຢ້ານວ່າເຂົາຈະທໍ້ຖອຍໃຈ 22 ຝ່າຍພວກຂ້ອຍຂ້າ, ຈົ່ງຟັງຄວາມຜູ້ທີ່ເປັນນາຍຝ່າຍມະນຸດໃນທຸກສິ່ງ ບໍ່ໃຊ່ເຮັດຖແລງຫນ້າເຫມືອນຢ່າງຄົນຜູ້ມັກເຮັດແຕ່ໃຫ້ຊອບໃຈມະນຸດເທົ່ານັ້ນ 23 ແຕ່ຈົ່ງເຮັດດ້ວຍນ້ຳໃສໃຈຈິງ ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ ສິ່ງນຶ່ງສິ່ງໃດທີ່ເຈົ້າເຮັດນັ້ນ ຈົ່ງເຮັດດ້ວຍເຕັມໃຈເຫມືອນເຮັດຖວາຍແກ່ອົງພຣະຜູ້ເປັນເຈົ້າ ບໍ່ໃຊ່ເຫມືອນເຮັດແກ່ມະນຸດ 24 ດ້ວຍຮູ້ແລ້ວວ່າ ອົງພຣະຜູ້ເປັນເຈົ້າຈະຊົງໃຫ້ເຈົ້າທັງຫລາຍໄດ້ຮັບມໍຣະດົກເປັນຄ່າບຳເຫນັດ ເພາະວ່າຜູ້ທີ່ເຈົ້າທັງຫລາຍຮັບໃຊ້ນັ້ນກໍແມ່ນພຣະຄຣິດເຈົ້າ 25 ສ່ວນຜູ້ທີ່ເຮັດການຊົ່ວກໍຈະໄດ້ຮັບຜົນຕາມການຊົ່ວທີ່ຕົນໄດ້ເຮັດນັ້ນ ແລະບໍ່ມີການຊົງເຫັນແກ່ຫນ້າຜູ້ໃດເລີຍ 41 ຝ່າຍນາຍກໍຈົ່ງເຣັດແກ່ພວກຂ້ອຍຂ້າຂອງຕົນຕາມຄວາມຍຸດຕິທັມ ແລະສມ່ຳສເມີກັນ ດ້ວຍຮູ້ແລ້ວວ່າ ເຈົ້າທັງຫລາຍກໍມີນາຍອົງນຶ່ງໃນສວັນເຫມືອນກັນ2 ຈົ່ງຫມັ່ນພຽນໃສ່ໃຈໃນການອ້ອນວອນ ຈົ່ງເຝົ້າລະວັງຢູ່ໃນການນັ້ນດ້ວຍຂອບພຣະຄຸນ 3 ແລະອ້ອນວອນເພື່ອພວກເຮົາດ້ວຍ ເພື່ອພຣະເຈົ້າຈະໄດ້ຊົງໂຜດໄຂປະຕູໄວ້ສຳລັບພຣະທັມນັ້ນ ໃຫ້ພວກເຮົາກ່າວຂໍ້ລັບເລິກເຣື່ອງພຣະຄຣິດ (ທີ່ເຮົາຖືກຈຳຈອງຢູ່ກໍເພາະເຫດນີ້) 4 ເພື່ອເຮົາຈະໄດ້ກ່າວຊີ້ແຈງຂໍ້ລັບເລິກນັ້ນຕາມທີ່ເຮົາຄວນຈະກ່າວ 5 ຈົ່ງປະຕິບັດຕໍ່ຄົນພາຍນອກດ້ວຍໃຊ້ສະຕິປັນຍາ ໂດຍສວຍໂອກາດ 6 ຈົ່ງໃຫ້ວາຈາຂອງເຈົ້າທັງຫລາຍປະກອບດ້ວຍເມດຕາຄຸນຢູ່ສເມີ ປະສົມດ້ວຍເກືອ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວິທີຕອບທີ່ຖືກໃຈແກ່ທຸກຄົນ 7 ຕີຂີໂກ, ຜູ້ເປັນນ້ອງທີ່ຮັກ ແລະເປັນຜູ້ປະຕິບັດທີ່ສັດຊື່ ແລະເປັນເພື່ອນຮັບໃຊ້ຮ່ວມກັນກັບພວກເຮົາໃນອົງພຣະຜູ້ເປັນເຈົ້າ ຈະບອກໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຂອງພວກເຮົາ 8 ເຮົາໄດ້ໃຊ້ຜູ້ນີ້ໄປຫາພວກເຈົ້າກໍເພາະເຫດນີ້ ຄືເພື່ອເຈົ້າທັງຫລາຍຈະໄດ້ຮູ້ເຖິງການເປັນຢູ່ຂອງພວກເຮົາ ແລະເພື່ອທ່ານຈະໄດ້ຫນຸນນ້ຳໃຈຂອງພວກເຈົ້າ 9 ໃຫ້ໂອເນຊີໂມ ຜູ້ເປັນນ້ອງທີ່ຮັກແລະສັດຊື່ ຊຶ່ງເປັນຄົນນຶ່ງໃນພວກເຈົ້າໄປດ້ວຍ ເຂົາທັງສອງນັ້ນຈະເລົ່າໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຢູ່ທີ່ນີ້ 10 ອາຣິດຕາໂຂ, ຜູ້ຖືກຄຸມຂັງຮ່ວມກັບເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ແລະມາຣະໂກນ້ອງຂອງບາຣະນາບາກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ ເຣື່ອງມາຣະໂກນັ້ນເຈົ້າທັງຫລາຍໄດ້ຮັບຄຳສັ່ງແລ້ວວ່າ ຖ້າທ່ານໄປຫາພວກເຈົ້າຈົ່ງຕ້ອນຮັບທ່ານ 11 ແລະເຢຊູ, ຜູ້ທີ່ເຂົາເອີ້ນກັນວ່າຢູຊະຕູ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ ໃນບັນດາເພື່ອນຮ່ວມງານຂອງເຮົາເພື່ອຣາຊອານາຈັກຂອງພຣະເຈົ້າ ມີແຕ່ຄົນເຫລົ່ານີ້ເທົ່ານັ້ນທີ່ມາຈາກຝ່າຍພິທີຕັດ ແລະເຂົາເປັນຜູ້ຫນຸນນ້ຳໃຈຂອງເຮົາ 12 ເອປາຟາ, ຊຶ່ງເປັນຄົນນຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ ທ່ານໄດ້ອົດສາສູ້ໃນການອ້ອນວອນສຳລັບເຈົ້າທັງຫລາຍຢູ່ສເມີ ຫວັງຈະໃຫ້ພວກເຈົ້າຕັ້ງຫມັ້ນຢູ່ເປັນຜູ້ໃຫຍ່ຖ້ວນ ແລະຮັບຄວາມແນ່ໃຈອັນແຫນ້ນຫນາໃນທຸກສິ່ງຕາມນ້ຳພຣະທັຍຂອງພຣະເຈົ້າ 13 ເຮົາເປັນພຍານຝ່າຍທ່ານວ່າ ທ່ານໄດ້ເຮັດການຫນັກຫນ່ວງເພື່ອພວກເຈົ້າ ແລະເພື່ອຄົນທີ່ຢູ່ເມືອງລາວດີເກອາ, ທັງເປັນຄົນທີ່ຢູ່ເມືອງເຮັຽຣາໂປລີ, 14 ລູກາ, ຫມໍຢາທີ່ຮັກ ກັບເດມານັ້ນກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ 15 ເຮົາຝາກຄວາມຄຶດເຖິງມາຍັງພວກພີ່ນ້ອງທີ່ຢູ່ເມືອງລາວດີເກອາ ກັບນາງນິມຟາ ທັງຄຣິສຕະຈັກທີ່ຢູ່ໃນເຮືອນຂອງນາງເຫມືອນກັນ 16 ແລະເມື່ອເຈົ້າທັງຫລາຍໄດ້ອ່ານຈົດຫມາຍສະບັບນີ້ແລ້ວ ຈົ່ງສົ່ງໄປໃຫ້ອ່ານໃນຄຣິສຕະຈັກທີ່ຢູ່ເມືອງລາວດີເກອາດ້ວຍ ແລ້ວຈົດຫມາຍທີ່ມາຈາກເມືອງລາວດີເກອານັ້ນ ພວກເຈົ້າຈົ່ງອ່ານເຫມືອນກັນ 17 ແລະຈົ່ງບອກອາຂີໂປວ່າ, “ສ່ວນການບົວລະບັດທີ່ເຈົ້າໄດ້ຮັບໃນອົງພຣະຜູ້ເປັນເຈົ້ານັ້ນ ຈົ່ງລະວັງເຮັດໃຫ້ສຳເຣັດ” 18 ຄຳສະແດງຄວາມຄຶດເຖິງນີ້ເປັນລາຍມືຂອງເຮົາ, ໂປໂລ ຂໍພວກເຈົ້າຈົ່ງລະນຶກເຖິງໂສ້ຂອງເຮົາຖ້ອນ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ |