1 JOHN1 ໂຢຮັນ11 ຊຶ່ງມີຢູ່ແຕ່ປະຖົມມະການ, ຊຶ່ງເຮົາໄດ້ຍິນ, ຊຶ່ງເຮົາໄດ້ເຫັນກັບຕາ, ຊຶ່ງເຮົາໄດ້ພິຈາຣະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນ ກ່ຽວກັບພຣະທັມອັນຊົງຊີວິດ2 (ຊີວິດນັ້ນໄດ້ປາກົດມາ ເຮົາໄດ້ເຫັນແລະເປັນພຍານ ຈຶ່ງໄດ້ປະກາດຊີວິດອັນຕລອດໄປເປັນນິດນັ້ນແກ່ທ່ານທັງຫລາຍ ຄືຊີວິດທີ່ດຳຣົງຢູ່ກັບພຣະບິດາ ແລະໄດ້ປາກົດແກ່ເຮົາທັງຫລາຍ) 3 ຊຶ່ງເຮົາໄດ້ເຫັນແລະໄດ້ຍິນນັ້ນ ເຮົາກໍໄດ້ປະກາດແກ່ທ່ານທັງຫລາຍເຫມືອນກັນ ເພື່ອທ່ານທັງຫລາຍຈະໄດ້ເຂົ້າຮ່ວມສາມັກຄີທັມກັບພວກເຮົາ ພວກເຮົາກໍຮ່ວມສາມັກຄີກັບພຣະບິດາ ແລະກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດ 4 ຂໍ້ຄວາມເຫລົ່ານີ້ແຫລະ, ເຮົາຂຽນມາເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ເຕັມບໍຣິບູນ 5 ນີ້ແຫລະ, ເປັນຂ່າວສານທີ່ເຮົາໄດ້ຍິນຈາກພຣະອົງແລະໄດ້ປະກາດແກ່ທ່ານທັງຫລາຍວ່າ ພຣະເຈົ້າຊົງເປັນຄວາມສວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ 6 ຖ້າເຮົາຈະວ່າເຮົາຮ່ວມສາມັກຄີທັມກັບພຣະອົງ ແລະຍັງດຳເນີນຊີວິດຢູ່ໃນຄວາມມືດ ເຮົາກໍເວົ້າຕົວະແລະບໍ່ປະຕິບັດຕາມຄວາມຈິງ 7 ແຕ່ຖ້າເຮົາທັງຫລາຍດຳເນີນຊີວິດຢູ່ໃນຄວາມສວ່າງເຫມືອນຢ່າງພຣະອົງຊົງສະຖິດຢູ່ໃນຄວາມສວ່າງ ພວກເຮົາກໍຮ່ວມສາມັກຄີທັມເຊິ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູພຣະບຸດຂອງພຣະອົງ ກໍຊຳຮະລ້າງເຮົາທັງຫລາຍຈາກຜິດບາບຫມົດສິ້ນ 8 ຖ້າເຮົາທັງຫລາຍເວົ້າວ່າພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະຄວາມຈິງບໍ່ໄດ້ຢູ່ໃນພວກເຮົາ 9 ຖ້າເຮົາທັງຫລາຍສາຣະພາບຜິດບາບຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທັມ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳຮະລ້າງເຮົາທັງຫລາຍຈາກການອະທັມຫມົດສິ້ນ 10 ຖ້າເຮົາທັງຫລາຍເວົ້າວ່າພວກເຮົາບໍ່ໄດ້ເຮັດບາບ ກໍທໍ່ກັບວ່າພວກເຮົາໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ແລະພຣະທັມຂອງພຣະອົງກໍບໍ່ຢູ່ໃນພວກເຮົາແລ້ວ 21 ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດ ແຕ່ຖ້າຄົນໃດເຮັດຜິດ ພວກເຮົາກໍມີທະນາຍຄວາມ ຄືພຣະເຢຊູຄຣິດຜູ້ຊົງທ່ຽງທັມທີ່ສະຖິດຢູ່ກັບພຣະບິດາ2 ແມ່ນດ້ວຍພຣະອົງນີ້ແຫລະ, ທີ່ພຣະເຈົ້າຊົງຍົກຜິດບາບຂອງພວກເຮົາເສັຽ ແລະບໍ່ແມ່ນແຕ່ຜິດບາບຂອງພວກເຮົາພວກດຽວ ແຕ່ທັງຜິດບາບຂອງມະນຸດທັງປວງໃນໂລກເຫມືອນກັນ 3 ໃນຂໍ້ນີ້ແຫລະ, ເຮົາທັງຫລາຍຄົງສັງເກດໄດ້ວ່າພວກເຮົາຮູ້ຈັກກັບພຣະອົງ ຄືວ່າຖ້າພວກເຮົາຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ 4 ຄົນໃດທີ່ເວົ້າວ່າ, “ຂ້າພະເຈົ້າຮູ້ຈັກກັບພຣະອົງ” ແຕ່ບໍ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ຜູ້ນັ້ນເປັນຄົນເວົ້າຕົວະ ແລະຄວາມຈິງບໍ່ໄດ້ຢູ່ໃນຄົນນັ້ນແລ້ວ 5 ແຕ່ຜູ້ໃດທີ່ຖືຮັກສາພຣະທັມຂອງພຣະອົງ ຜູ້ນັ້ນແຫລະ, ເປັນຜູ້ຮັກສາພຣະເຈົ້າຢ່າງຄົບຖ້ວນ ດ້ວຍອາການຢ່າງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ 6 ຜູ້ໃດເວົ້າວ່າຕົນຢູ່ໃນພຣະອົງ ຜູ້ນັ້ນກໍຄວນດຳເນີນຊີວິດຕາມທາງທີ່ພຣະຄຣິດຊົງດຳເນີນນັ້ນເຫມືອນກັນ 7 ພວກທີ່ຮັກເອີຍ, ເຮົາບໍ່ໄດ້ຂຽນຂໍ້ບັນຍັດໃຫມ່ມາເຖິງເຈົ້າທັງຫລາຍ ແຕ່ເປັນຂໍ້ບັນຍັດເກົ່າຊຶ່ງເຈົ້າທັງຫລາຍມີຢູ່ຕັ້ງແຕ່ເດີມແລ້ວ ຂໍ້ບັນຍັດເກົ່ານັ້ນ ຄືພຣະທັມທີ່ພວກເຈົ້າໄດ້ຍິນມາແລ້ວ 8 ເຖິງຢ່າງນັ້ນກໍກ່າວໄດ້ວ່າ ເຮົາຂຽນຂໍ້ບັນຍັດໃຫມ່ມາເຖິງເຈົ້າທັງຫລາຍ ທີ່ວ່າໃຫມ່ທັງຝ່າຍພຣະອົງແລະຝ່າຍເຈົ້າທັງຫລາຍນັ້ນ ກໍເພາະຄວາມມືດນັ້ນກຳລັງຜ່ານພົ້ນໄປ ແລະຄວາມສວ່າງແທ້ກໍສ່ອງຢູ່ແລ້ວ 9 ຜູ້ໃດທີ່ເວົ້າວ່າຕົນຢູ່ໃນຄວາມສວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້ 10 ຜູ້ທີ່ຮັກພີ່ນ້ອງຂອງຕົນກໍຕັ້ງຢູ່ໃນຄວາມສວ່າງ ແລະເຫດທີ່ຈະໃຫ້ສະດຸດໃຈກໍບໍ່ມີໃນຄົນນັ້ນ 11 ແຕ່ຜູ້ທີ່ກຽດຊັງພີ່ນ້ອງຂອງຕົນກໍຢູ່ໃນຄວາມມືດ ແລະທ່ຽວໄປໃນຄວາມມືດ ແລ້ວບໍ່ຮູ້ວ່າຕົນກຳລັງໄປໃສ ເພາະຄວາມມືດໄດ້ເຮັດໃຫ້ຕາຂອງຕົນບອດເສັຽແລ້ວ 12 ລູກນ້ອຍທັງຫລາຍເອີຍ, ເຮົາຂຽນຈົດຫມາຍເຖິງເຈົ້າທັງຫລາຍ ເພາະວ່າໄດ້ຊົງໃຫ້ອະພັຍບາບຂອງພວກເຈົ້າແລ້ວ ເພາະເຫັນແກ່ພຣະນາມຂອງພຣະອົງ 13 ພໍ່ທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະອົງ ຜູ້ຊົງດຳຣົງຢູ່ຕັ້ງແຕ່ປະຖົມມະການ ຄົນຫນຸ່ມທັງຫລາຍເອີຍ, ເຮົາຂຽນຈົດຫມາຍເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຮ້າຍນັ້ນແລ້ວ 14 ລູກທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະບິດາແລ້ວ ພໍ່ທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະອົງຜູ້ຊົງດຳຣົງຢູ່ຕັ້ງແຕ່ປະຖົມມະການແລ້ວ ຄົນຫນຸ່ມທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຮ້າຍແລ້ວ 15 ຢ່າຮັກໂລກຫລືສິ່ງຂອງທີ່ຢູ່ໃນໂລກ ຖ້າຜູ້ໃດຮັກໂລກ ຄວາມຮັກຕໍ່ພຣະບິດາບໍ່ຢູ່ໃນຜູ້ນັ້ນ 16 ເພາະສາຣະພັດທີ່ມີຢູ່ໃນໂລກ ຄືຕັນຫາຂອງເນື້ອກາຍ, ຕັນຫາຂອງຕາ, ແລະຄວາມອວດອ້າງເປົ່າໆໃນຊີວິດນີ້ ບໍ່ໄດ້ເກີດມາຈາກພຣະບິດາ ແຕ່ເກີດມາຈາກໂລກ 17 ສ່ວນໂລກກັບຕັນຫາຂອງໂລກກຳລັງເສື່ອມສູນໄປ ແຕ່ຜູ້ເຮັດຕາມພຣະທັຍຂອງພຣະເຈົ້າຈະຕັ້ງຢູ່ເປັນນິດ 31 ເບິ່ງແມ໋, ພຣະບິດາຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫລະ2 ພວກທີ່ຮັກເອີຍ, ບັດນີ້ ເຮົາທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສະແດງໃຫ້ຮູ້ຄັກວ່າຕໍ່ໄປພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າ ເມື່ອພຣະອົງນັ້ນຈະສະເດັດມາປາກົດນັ້ນເຮົາທັງຫລາຍຈະເປັນເຫມືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ 3 ທຸກຄົນທີ່ມີຄວາມຫວັງໃນພຣະອົງດັ່ງກ່າວມານີ້ ກໍຊຳຮະລ້າງຕົນໃຫ້ບໍຣິສຸດເຫມືອນພຣະຄຣິດຊົງບໍຣິສຸດ 4 ທຸກຄົນທີ່ເຮັດບາບກໍເຮັດຜິດຕໍ່ພຣະບັນຍັດເຫມືອນກັນ ບາບເປັນສິ່ງທີ່ຜິດຕໍ່ພຣະບັນຍັດ 5 ເຈົ້າທັງຫລາຍຮູ້ແລ້ວວ່າພຣະຄຣິດໄດ້ຊົງປາກົດເພື່ອຍົກເອົາຜິດບາບໄປເສັຽ ແລະພຣະອົງນັ້ນບໍ່ຊົງມີບາບເລີຍ 6 ຜູ້ໃດຕັ້ງຫມັ້ນຢູ່ໃນພຣະອົງ ຜູ້ນັ້ນກໍບໍ່ເຮັດບາບຕາມເຄີຍ ຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນຍັງບໍ່ເຫັນພຣະອົງ ແລະຍັງບໍ່ຮູ້ຈັກພຣະອົງ 7 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ຜູ້ໃດຊັກຈູງພວກເຈົ້າໃຫ້ຫລົງ ຜູ້ທີ່ເຮັດຕາມຄວາມທ່ຽງທັມກໍເປັນຜູ້ທ່ຽງທັມ ເຫມືອນພຣະຄຣິດຊົງທ່ຽງທັມ 8 ຜູ້ທີ່ເຮັດບາບຕາມເຄີຍກໍມາຈາກມານ ເພາະວ່າມານໄດ້ເຮັດບາບຕັ້ງແຕ່ຕົ້ນເດີມມາ ພຣະບຸດຂອງພຣະເຈົ້າໄດ້ສະເດັດມາປາກົດກໍເພາະເຫດນີ້ແຫລະ ຄືເພື່ອຊົງທຳລາຍກິຈການຂອງມານເສັຽ 9 ຜູ້ໃດເກີດຈາກພຣະເຈົ້າກໍບໍ່ເຮັດບາບຕາມ ເພາະສະພາບຂອງພຣະອົງຊົງດຳຣົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນບໍ່ອາດເຮັດບາບຕາມເຄີຍ ເພາະຕົນໄດ້ບັງເກີດມາຈາກພຣະເຈົ້າ 10 ດັ່ງນີ້ແຫລະ, ຈຶ່ງເຫັນໄດ້ວ່າຜູ້ໃດເປັນບຸດຂອງ ພຣະເຈົ້າ ແລະຜູ້ໃດເປັນລູກຂອງມານ ຄືວ່າຜູ້ໃດທີ່ບໍ່ໄດ້ເຮັດຕາມຄວາມທ່ຽງທັມ ຫລືບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ ຈົ່ງຮັກກັນແລະກັນ 11 ດ້ວຍວ່ານີ້ແຫລະ, ເປັນຂໍ້ຄວາມທີ່ເຈົ້າທັງຫລາຍໄດ້ຍິນໄດ້ຟັງຕັ້ງແຕ່ເດີມແລ້ວ ຄືໃຫ້ພວກເຮົາຮັກເຊິ່ງກັນແລະກັນ 12 ຢ່າໃຫ້ເປັນເຫມືອນກາອິນຜູ້ມາຈາກມານ ແລະໄດ້ຂ້ານ້ອງຂອງຕົນເສັຽ ດ້ວຍເຫດໃດເຂົາຈຶ່ງຂ້ານ້ອງກໍເພາະການເຮັດຂອງຕົນຊົ່ວ ແລະການເຮັດຂອງນ້ອງນັ້ນຊອບທັມ 13 ພີ່ນ້ອງທັງຫລາຍເອີຍ, ຖ້າໂລກນີ້ກຽດຊັງພວກເຈົ້າຢ່າປລາດໃຈ 14 ຝ່າຍເຮົາທັງຫລາຍຮູ້ແລ້ວວ່າ ພວກເຮົາໄດ້ຍ້າຍອອກຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ ກໍເພາະພວກເຮົາຮັກພີ່ນ້ອງ ຜູ້ໃດທີ່ບໍ່ຮັກ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ 15 ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນກໍເປັນຜູ້ຂ້າຄົນ ແລະເຈົ້າທັງຫລາຍຮູ້ແລ້ວວ່າ ຜູ້ຂ້າຄົນບໍ່ມີຊີວິດອັນຕລອດໄປເປັນນິດຕັ້ງຢູ່ໃນຕົນຈັກຄົນ 16 ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ຈັກຄວາມຮັກ ໂດຍທີ່ພຣະຄຣິດໄດ້ຊົງຍອມສລະພຣະຊົນຂອງພຣະອົງເພື່ອເຮົາທັງຫລາຍ ຝ່າຍພວກເຮົາຄວນຈະສລະຊີວິດຂອງພວກເຮົາເພື່ອພີ່ນ້ອງເຫມືອນກັນ 17 ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລະຍັງບໍ່ຍອມມີໃຈເມດຕາຊ່ອຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳຣົງຢູ່ໃນຕົນໄດ້ຢ່າງໃດ 18 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ເຮົາຮັກດ້ວຍຄວາມເວົ້າ ແລະດ້ວຍປາກເທົ່ານັ້ນ ແຕ່ຈົ່ງສະແດງຄວາມຮັກອັນແທ້ຈິງດ້ວຍການກະທຳ 19 ດ້ວຍເຫດນີ້ແຫລະ, ເຮົາທັງຫລາຍກໍຮູ້ແລ້ວພວກເຮົາຢູ່ຝ່າຍຄວາມຈິງ ພວກເຮົາຈຶ່ງມີຄວາມແນ່ໃຈຕໍ່ພຣະພັກພຣະອົງ 20 ເພາະວ່າຖ້າໃຈຂອງພວກເຮົາກ່າວໂທດໃສ່ຕົວເຮົາເມື່ອໃດ ພຣະເຈົ້າຊົງເປັນໃຫຍ່ກວ່າໃຈຂອງພວກເຮົາ ແລະພຣະອົງຊົງຊາບທຸກສິ່ງ 21 ພວກທີ່ຮັກເອີຍ, ຖ້າໃຈຂອງເຮົາບໍ່ກ່າວໂທດໃສ່ຕົວເຮົາ ເຮົາກໍມີຄວາມແນ່ໃຈຕໍ່ພຣະພັກພຣະເຈົ້າ 22 ແລະພວກເຮົາຂໍສິ່ງໃດ ເຮົາກໍໄດ້ສິ່ງນັ້ນຈາກພຣະອົງ ເພາະວ່າພວກເຮົາຖືຮັກສາຂໍ້ບັນຍັດຂອງພຣະອົງ ແລະປະຕິບັດຕາມຊອບພຣະທັຍພຣະອົງ 23 ນີ້ແຫລະ, ເປັນຂໍ້ບັນຍັດຂອງພຣະເຈົ້າ ຄືວ່າໃຫ້ເຮົາທັງຫລາຍວາງໃຈເຊື່ອໃນພຣະນາມຂອງພຣະເຢຊູຄຣິດ ພຣະບຸດຂອງພຣະອົງ ແລະໃຫ້ພວກເຮົາຮັກເຊິ່ງກັນແລະກັນ ຕາມທີ່ພຣະຄຣິດໄດ້ຊົງບັນຍັດໄວ້ແກ່ພວກເຮົາ 24 ຜູ້ໃດທີ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ກໍຕັ້ງຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນຜູ້ນັ້ນ ດ້ວຍເຫດນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າ ພຣະອົງຊົງສະຖິດຢູ່ໃນພວກເຮົາ ຄືດ້ວຍພຣະວິນຍານທີ່ພຣະອົງຊົງໂຜດປະທານແກ່ພວກເຮົາແລ້ວ 41 ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ2 ດ້ວຍຂໍ້ນີ້ແຫລະ, ເຈົ້າທັງຫລາຍກໍຈະຮູ້ຈັກພຣະວິນຍານຂອງພຣະເຈົ້າ ຄືວິນຍານທັງປວງທີ່ຍອມຮັບຮູ້ວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ 3 ແລະວິນຍານທັງປວງທີ່ບໍ່ຍອມຮັບຮູ້ພຣະເຢຊູ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ ວິນຍານນັ້ນແຫລະ, ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ ຊຶ່ງເຈົ້າທັງຫລາຍໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ 4 ລູກນ້ອຍທັງຫລາຍເອີຍ, ສ່ວນເຈົ້າທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫລົ່ານັ້ນແລ້ວ ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ 5 ສ່ວນເຂົາເຫລົ່ານັ້ນກໍເປັນຝ່າຍໂລກ ເຫດສັນນັ້ນເຂົາຈຶ່ງເວົ້າຕາມໂລກ ແລະໂລກກໍເຊື່ອຟັງເຂົາ 6 ສ່ວນເຮົາທັງຫລາຍເປັນຝ່າຍພຣະເຈົ້າ ຜູ້ທີ່ຮູ້ຈັກພຣະເຈົ້າກໍເຊື່ອຟັງພວກເຮົາ ຜູ້ທີ່ບໍ່ຢູ່ຝ່າຍພຣະເຈົ້າກໍບໍ່ເຊື່ອຟັງພວກເຮົາ ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວິນຍານຂອງຄວາມຈິງແລະວິນຍານຂອງຄວາມຜິດ 7 ພວກທີ່ຮັກເອີຍ, ຈົ່ງໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ 8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະວ່າພຣະເຈົ້າຊົງເປັນຄວາມຮັກ 9 ດ້ວຍຂໍ້ນີ້ແຫລະ, ຄວາມຮັກຂອງພຣະເຈົ້າສຳລັບເຮົາທັງຫລາຍໄດ້ປາກົດແຈ້ງ ຄືພຣະເຈົ້າໄດ້ຊົງໃຊ້ພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ ເພື່ອເຮົາທັງຫລາຍຈະໄດ້ມີຊີວິດດ້ວຍພຣະບຸດນັ້ນ 10 ຄວາມຮັກທີ່ເຮົາກ່າວເຖິງນີ້ແຫລະ, ບໍ່ແມ່ນເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກພວກເຮົາ ແລະຊົງໃຊ້ພຣະບຸດຂອງພຣະອົງມາເພື່ອເປັນທາງຊົງຍົກຜິດບາບຂອງພວກເຮົາ 11 ພວກທີ່ຮັກເອີຍ, ຖ້າພຣະເຈົ້າໄດ້ຊົງຮັກເຮົາທັງຫລາຍຢ່າງນັ້ນ ພວກເຮົາຄວນຈະຮັກເຊິ່ງກັນແລະກັນ 12 ຝ່າຍພຣະເຈົ້າບໍ່ມີໃຜໄດ້ເຫັນຈັກເທື່ອ ຖ້າເຮົາທັງຫລາຍຮັກເຊິ່ງກັນແລະກັນ ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາທັງຫລາຍ ແລະຄວາມຮັກຂອງພຣະອົງກໍສົມບູນໃນພວກເຮົາ 13 ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະພຣະອົງໄດ້ຊົງໂຜດປະທານພຣະວິນຍານຂອງພຣະອົງແກ່ພວກເຮົາ 14 ຝ່າຍເຮົາທັງຫລາຍໄດ້ເຫັນແລະເປັນພຍານວ່າ ພຣະບິດາໄດ້ຊົງໃຊ້ພຣະບຸດມາເປັນຜູ້ໂຜດມະນຸສໂລກໃຫ້ລອດພົ້ນ 15 ຜູ້ໃດຍອມຮັບວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ 16 ຝ່າຍເຮົາທັງຫລາຍໄດ້ຮູ້ຈັກແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ 17 ໃນຂໍ້ນີ້ແຫລະ, ຄວາມຣັກເປັນທີ່ສຳເຣັດໃນເຮົາທັງຫລາຍ ເພື່ອວ່າພວກເຮົາຈະໄດ້ມີຄວາມແນ່ໃຈໃນວັນພິພາກສາ ເພາະພຣະຄຣິດຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກກໍເປັນຢ່າງນັ້ນ 18 ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ ແຕ່ຄວາມຮັກທີ່ສຳເຣັດນັ້ນກໍຂັບໄລ່ຄວາມຢ້ານອອກເສັຽ ເພາະຄວາມຢ້ານກ່ຽວກັບການລົງໂທດ ແລະຜູ້ທີ່ຢ້ານກໍຍັງບໍ່ສຳເຣັດໃນຄວາມຮັກ 19 ຝ່າຍເຮົາທັງຫລາຍໄດ້ຮັກເພາະພຣະອົງໄດ້ຊົງຮັກພວກເຮົາກ່ອນ 20 ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແລະຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍເປັນຄົນເວົ້າຕົວະ ເພາະຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນທີ່ຕາເຫັນແລ້ວ ກໍບໍ່ສາມາດຈະຮັກພຣະເຈົ້າທີ່ຕາບໍ່ເຫັນນັ້ນ 21 ຂໍ້ບັນຍັດນີ້ເຮົາທັງຫລາຍກໍໄດ້ມາຈາກພຣະອົງ ຄືວ່າໃຫ້ຜູ້ທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເຫມືອນກັນ 51 ຜູ້ໃດທີ່ເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍເກີດຈາກພຣະເຈົ້າ ທຸກຄົນທີ່ຮັກພຣະເຈົ້າຜູ້ຊົງໃຫ້ກຳເນີດ ຜູ້ນັ້ນກໍຮັກລູກຂອງພຣະອົງເຫມືອນກັນ2 ໂດຍຂໍ້ນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າ ຄືເມື່ອພວກເຮົາຮັກພຣະເຈົ້າ ແລະຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ 3 ເພາະນີ້ແຫລະ, ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫລາຍຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ແລະຂໍ້ບັນຍັດຂອງພຣະອົງນັ້ນກໍບໍ່ຍາກນັກ 4 ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊຕໍ່ໂລກ ແລະຄວາມເຊື່ອຂອງພວກເຮົານີ້ແຫລະເປັນໄຊຊະນະທີ່ຊະນະໂລກ 5 ໃຜຫນໍທີ່ໄຊຊະນະຕໍ່ໂລກ ຖ້າບໍ່ແມ່ນຜູ້ທີ່ເຊື່ອວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ 6 ນີ້ແຫລະ, ຄືຜູ້ທີ່ໄດ້ມາໂດຍນ້ຳແລະພຣະໂລຫິດ ຄືພຣະເຢຊູຄຣິດ ບໍ່ແມ່ນດ້ວຍນ້ຳສິ່ງດຽວ ແຕ່ດ້ວຍນ້ຳແລະພຣະໂລຫິດ ແລະພຣະວິນຍານຊົງເປັນພຍານ ເພາະພຣະວິນຍານຊົງເປັນຄວາມຈິງ 7 ມີພຍານຢູ່ສາມປະການ, 8 ຄືພຣະວິນຍານ, ນ້ຳ ແລະພຣະໂລຫິດ ແລະພຍານທັງສາມນີ້ສອດຄ້ອງກັນ 9 ຖ້າເຮົາທັງຫລາຍຮັບພຍານຫລັກຖານຂອງມະນຸດ ພຍານຫລັກຖານຂອງພຣະເຈົ້າກໍໃຫຍ່ກວ່າ ເພາະວ່ານີ້ແຫລະ, ພຍານຫລັກຖານຂອງພຣະເຈົ້າ ຄືພຣະອົງໄດ້ຊົງເປັນພຍານອ້າງເຖິງພຣະບຸດຂອງພຣະອົງ 10 ຜູ້ທີ່ເຊື່ອໃນພຣະບຸດຂອງພຣະເຈົ້າກໍມີພຍານຢູ່ໃນຕົວເອງ ຜູ້ທີ່ບໍ່ເຊື່ອພຣະເຈົ້າກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະຕົນບໍ່ໄດ້ເຊື່ອຄຳພຍານທີ່ພຣະເຈົ້າໄດ້ຊົງເປັນພຍານ ອ້າງເຖິງພຣະບຸດຂອງພຣະອົງ 11 ນີ້ແຫລະ, ເປັນພຍານຫລັກຖານນັ້ນ ຄືວ່າພຣະເຈົ້າໄດ້ຊົງໂຜດປະທານຊີວິດອັນຕລອດໄປເປັນນິດໃຫ້ເຮົາທັງຫລາຍ ແລະຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ 12 ຜູ້ທີ່ມີພຣະບຸດກໍມີຊີວິດ ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ 13 ຂໍ້ຄວາມເຫລົ່ານີ້ ເຮົາຂຽນມາເຖິງເຈົ້າທັງຫລາຍທີ່ເຊື່ອໃນພຣະນາມພຣະບຸດຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວ່າພວກເຈົ້າມີຊີວິດອັນຕລອດໄປເປັນນິດ 14 ນີ້ແຫລະ, ເປັນຄວາມແນ່ໃຈທີ່ເຮົາທັງຫລາຍມີຢູ່ຕໍ່ພຣະອົງ ຄືຖ້າພວກເຮົາທູນຂໍສິ່ງໃດທີ່ເປັນຕາມພຣະທັຍຂອງພຣະອົງ ພຣະອົງກໍຊົງໂຜດຟັງພວກເຮົາ 15 ແລະຖ້າເຮົາທັງຫລາຍຮູ້ວ່າພຣະອົງຊົງໂຜດຟັງແລ້ວ ເມື່ອພວກເຮົາທູນຂໍສິ່ງໃດ ພວກເຮົາຈຶ່ງຮູ້ວ່າພວກເຮົາໄດ້ຮັບສິ່ງທີ່ພວກເຮົາຂໍຈາກພຣະອົງນັ້ນ 16 ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດຜິດບາບທີ່ບໍ່ນໍາໄປສູ່ຄວາມຕາຍ ຜູ້ນັ້ນຈົ່ງທູນຂໍ ແລະພຣະອົງຈະຊົງໂຜດປະທານຊີວິດແກ່ຜູ້ທີ່ໄດ້ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ ຜິດບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່ ເຮົາບໍ່ໄດ້ເວົ້າວ່າໃຫ້ອ້ອນວອນໃນເຣື່ອງຜິດບາບຢ່າງນັ້ນ 17 ການອະທັມທຸກຢ່າງກໍເປັນຜິດບາບ ແຕ່ການບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່ 18 ເຮົາທັງຫລາຍຮູ້ແລ້ວວ່າຄົນທີ່ເກີດຈາກພຣະເຈົ້າກໍບໍ່ເຮັດໃຫ້ບາບຕາມເຄີຍ ແຕ່ພຣະອົງຜູ້ຊົງບັງເກີດແຕ່ພຣະເຈົ້າ ກໍຊົງຮັກສາຄົນນັ້ນແລະມານຮ້າຍບໍ່ຈັບຕ້ອງຄົນນັ້ນ 19 ເຮົາທັງຫລາຍຮູ້ແລ້ວວ່າພວກເຮົາເກີດຈາກພຣະເຈົ້າ ມະນຸສໂລກທັງຫມົດຈົມຢູ່ໃຕ້ອຳນາດຂອງມານຮ້າຍ 20 ເຮົາທັງຫລາຍຮູ້ວ່າພຣະບຸດຂອງພຣະເຈົ້າສະເດັດມາ ແລະໄດ້ຊົງໂຜດປະທານສະຕິປັນຍາໃຫ້ແກ່ພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກພຣະຜູ້ຊົງທ່ຽງແທ້ ແລະເຮົາທັງຫລາຍຢູ່ໃນພຣະຜູ້ຊົງທ່ຽງແທ້ນັ້ນ ຄືໃນພຣະເຢຊູຄຣິດພຣະບຸດຂອງພຣະອົງນັ້ນ ນີ້ແຫລະ, ເປັນພຣະເຈົ້າອົງທ່ຽງແທ້ແລະເປັນຊີວິດອັນຕລອດໄປເປັນນິດ 21 ລູກນ້ອຍທັງຫລາຍເອີຍ, ຈົ່ງລະວັງຮັກສາຕົນຈາກບັນດາພຣະທຽມ |