James
you will need the DokChampa font - click here


ຢາ​ໂກ​ໂບ


1

1 ຈາກ ຢາ​ໂກ​ໂບ​ຜູ້​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ ແລະ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເຖິງ ຄົນ​ສິບ​ສອງ​ຕະ​ກູນ​ທີ່​ກະ​ຈັດ​ກະ​ຈາຍ​ຢູ່​ນັ້ນ

2 ພີ່​ນ້ອງ​ທັ​ງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ເມື່ອ​ພວກ​ທ່ານ​ປະ​ສົບ​ການ​ທົດ​ລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເຣື່ອງ​ຫນ້າ​ຍິນ​ດີ​ທີ່​ສຸດ

3 ເພາະ​ທ່ານ​ທັງ​ຫລາຍ​ຮູ້ຢູ່ວ່າ​ການ​ລອງ​ເບິ່ງ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ​ນັ້ນ ໃຫ້​ເກີດ​ຄວາມ​ຫມັ້ນ​ໃຈ

4 ແລະ​ຈົ່ງ​ໃຫ້​ຄວາມ​ຫມັ້ນ​ໃຈ​ນັ້ນ​ດຳ​ເນີນ​ງານ​ຈົນ​ສຳ​ເຣັດ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເປັນ​ຄົນ​ສຳ​ເຣັດ ແລະ​ຄົບ​ຖ້ວນ​ໂດຍ​ບໍ່​ຂາດ​ເຂີນ​ສິ່ງ​ໃດ

5 ແຕ່​ຖ້າ​ຄົນ​ໃດ​ໃນ​ພວກ​ທ່ານ​ຂາດ​ສະ​ຕິ​ປັນ​ຍາ ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ຣຸ​ນາ​ແລະ​ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ

6 ແຕ່​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ດ້ວຍ​ຄວາມ​ເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງ​ສັຍ ເພາະ​ຜູ້​ທີ່​ສົງ​ສັຍ​ນັ້ນ​ເປັນ​ເຫມືອນ​ຟອງ​ນ້ຳ​ທີ່​ຖືກ​ລົມ​ພັດ​ຊັດ​ໄປ​ມາ

7 ຢ່າ​ໃຫ້​ຜູ້​ນັ້ນ​ຄຶດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

8 ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ບັນ​ດາ​ທາງ​ຂອງ​ຕົນ

9 ໃຫ້​ພີ່​ນ້ອງ​ທີ່​ຕ່ຳ​ຕ້ອຍ​ຈົ່ງ​ອວດ​ອ້າງ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ຍົກ​ຍໍ​ຕົວ​ຂຶ້ນ

10 ແຕ່​ໃຫ້​ຄົນ​ຮັ່ງ​ມີ ຈົ່ງ​ອວດ​ອ້າງ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ໃຫ້​ຕົກ​ຕ່ຳ​ລົງ ເພາະ​ວ່າ​ຕົນ​ຈະ​ຕ້ອງ​ລ່ວງ​ລັບ​ໄປ​ເຫມືອ​ນ​ດັ່ງ​ດອກ​ຫຍ້າ

11 ເພາະ​ເມື່ອ​ຕາ​ເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງ​ກ້າ​ກໍ​ເຮັດ​ໃຫ້​ຫຍ້າ​ຫ່ຽວ​ແຫ້ງ​ໄປ ແລ້ວດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີ​ສັນ​ວັນ​ນະ​ຄວາມ​ງາມ​ຂອງ​ມັນ​ກໍ​ສູນ​ສິ້ນ​ໄປ ດັ່ງ​ນີ້​ແຫລະ, ຄົນ​ຮັ່ງ​ມີ​ຈະ​ເສື່ອມ​ສູນ​ໄປ​ໃນ​ຂ​ນະ​ທີ່​ດຳ​ເນີນ​ງານ​ຂອງ​ຕົນ​ເຫມືອນ​ກັນ

12 ຄົນ​ທີ່​ອົດ​ທົນ​ຕໍ່​ການ​ທົດ​ລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາ​ກົດ​ວ່າ​ຜູ້​ນັ້ນ​ທົນ​ໄດ້​ແລ້ວ ກໍ​ໄດ້​ຮັບ​ພວງ​ມາ​ລັຍ​ແຫ່ງ​ຊີ​ວິດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ

13 ເມື່ອ​ຜູ້​ໃດ​ຖືກ​ລໍ້​ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້​ນັ້ນ​ເວົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ລໍ້​ລວງ​ຂ້າ​ພະ​ເຈົ້າ​ໃຫ້​ຫລົງ” ເພາະ​ວ່າ​ຄວາມ​ຊົ່ວ​ຈະ​ມາ​ລໍ້​ລວງ​ພຣະ​ເຈົ້າ​ໃຫ້​ຫລົງ​ບໍ່​ໄດ້ ແລະ​ພຣະ​ອົງ​ເອງ​ກໍ​ບໍ່​ຊົງ​ລໍ້​ລວງ​ຜູ້​ໃດ​ໃຫ້​ຫລົງ​ຈັກ​ເທື່ອ

14 ແຕ່​ວ່າ​ທຸກ​ຄົນ​ກໍ​ຖືກ​ລໍ້​ລວງ​ໃຫ້​ຫລົງ ເມື່ອ​ກິ​ເລດ​ຂອງ​ຕົນ​ເອງ​ຊັກ​ຈ່ອງ​ແລະ​ຍົວະ​ເຍົ້າ​ໃຫ້​ເຮັດ​ຕາມ

15 ເມື່ອ​ກິ​ເລດ​ຕັ້ງ​ຮາກ​ແລ້ວ​ກໍ​ໃຫ້​ເກິດ​ຄວາມ​ຜິດ​ບາບ ແລະ​ເມື່ອ​ຄວາມ​ຜິດ​ບາບ​ຄົບ​ຖ້ວນ​ແລ້ວ​ກໍ​ໃຫ້​ເກີດ​ຄວາມ​ຕາຍ

16 ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ

17 ການ​ປະ​ທານ​ອັນ​ດິ​ທຸກ​ຢ່າງ ແລະ​ຂອງ​ປະ​ທານ​ອັນ​ດີ​ເລີດ​ທຸກ​ຢ່າງ​ຍ່ອມ​ມາ​ແຕ່​ທັງ​ເທິງ ແລະ​ລົງ​ມາ​ຈາກ​ພຣະ​ບິ​ດາ​ແຫ່ງ​ບັນ​ດາ​ດວງ​ສວ່າງ ໃນ​ພຣະ​ບິ​ດາ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ ແລະ​ບໍ່​ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ຫມຸນວ​ຽນ

18 ໂດຍ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ເອງ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ບັນ​ດານ​ໃຫ້​ພວກ​ເຮົາ​ບັງ​ເກິດ​ດ້ວຍ​ພຣະ​ທັມ​ອັນ​ສັດ​ຈິງ ເພື່ອ​ພວກ​ເຮົາ​ຈະ​ເປັນ​ຢ່າງ​ຜົນ​ແຣກ​ແຫ່ງ​ສິ່ງ​ທັງ​ຫລາຍ​ທີ່​ພຣະ​ອົງ​ຊົງ​ສ້າງ

19 ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ພວກ​ເຈົ້າ​ກໍ​ຮູ້​ຂໍ້​ນີ້​ແລ້ວ ແຕ່​ຈົ່ງ​ວ່ອງ​ໄວ​ໃນ​ການ​ຟັງ ຈົ່ງ​ຊ້າ​ໃນ​ການ​ເວົ້າ ຈົ່ງ​ຊ້າ​ໃນ​ການ​ຮ້າຍ

20 ເພາະ​ຄວາມ​ຮ້າຍ​ຂອງມະ​ນຸດ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ​ເກີດ​ມາ

21 ເຫດ​ສັນ​ນັ້ນ ຈົ່ງ​ເລີກ​ຈາກ​ຄວາມ​ຊົ່ວ​ມົວ​ຫມອງ​ທຸກ​ຢ່າງ ແລະ​ຄວາມ​ຊົ່ວ​ຮ້າຍ​ອັນ​ເຫລືອ​ຫລາຍ ຈົ່ງ​ນ້ອມ​ໃຈ​ຮັບ​ເອົາ​ພຣະ​ທັມ​ທີ່​ປູກ​ຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາ​ມາດ​ຊ່ອຍ​ຈິດ​ວິນຍານ​ຂອງ​ພວກ​ທ່ານ​ໃຫ້​ພົ້ນ​ໄດ້

22 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ກາຍ​ເປັນ​ຜູ້​ຂັບ​ຕາມ​ພຣະ​ທັມ ບໍ່​ແມ່ນ​ເປັນ​ແຕ່​ພຽງ​ຜູ້​ໄດ້​ຍິນ​ເທົ່າ​ນັ້ນ ຊຶ່ງ​ເປັນ​ການ​ລໍ້​ລວງ​ຕົນ​ເອງ

23 ເພາະ​ວ່າ​ຖ້າ​ຜູ້​ໃດ​ໄດ້​ຍິນ​ພຣະ​ທັມ ແລະ​ບໍ່​ຂັບ​ຕາມ ຜູ້​ນັ້ນ​ກໍ​ເປັນ​ເຫມືອນ​ຄົນ​ທີ່​ເບິ່ງ​ຫນ້າ​ຂອງ​ຕົນ​ໃນ​ແວ່ນ

24 ເພາະ​ເມື່ອ​ແຍງ​ເບິ່ງ​ຕົວ​ເອງ​ແລ້ວ​ກໍ​ອອກ​ໄປ ແລ້ວ​ກໍ​ລືມ​ໃນ​ທັນ​ທີ​ນັ້ນ​ໂລດ​ວ່າ​ຕົວ​ເອງ​ເປັນ​ຢ່າງ​ໃດ

25 ແຕ່​ຜູ້​ທີ່​ພິ​ຈາ​ຣະ​ນາ​ເບິ່ງ​ໃນ​ພຣະ​ບັນ​ຍັດ​ອັນ​ດີ​ທີ່​ສຸດ ຊຶ່ງ​ເປັນ​ພຣະ​ບັນ​ຍັດ​ທີ່​ໃຫ້​ມີ​ເສ​ຣີ​ພາບ ແລະ​ຕັ້ງ​ຢູ່​ໃນ​ພຣະ​ທັມ​ບັນ​ຍັດ​ນັ້ນ ຜູ້​ນັ້ນ​ບໍ່​ເປັນ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຫລົງ​ລືມ​ໄປ ແຕ່​ເປັນ​ຜູ້​ຂັບ​ຕາມ ຜູ້​ນັ້ນ​ແຫ​ລະ, ຈະ​ໄດ້​ຮັບ​ຄວາມ​ສຸກ​ໃນ​ກິ​ຈ​ການ​ຂອງ​ຕົນ

26 ຖ້າ​ຜູ້​ໃດ​ຄຶດ​ວ່າ​ຕົນ​ເປັນ​ຄົນ​ມີ​ທັມ​ມະ ແລະ​ບໍ່​ໄດ້​ຫ້າມ​ລີ້ນ​ຂອງ​ຕົນ ແຕ່​ລໍ້​ລວງ​ຕົວ​ເອງ ທັມ​ມະ​ຂອງ​ຄົນ​ນັ້ນ​ກໍ​ບໍ່​ມີ​ປ​ໂຍດ

27 ທັມ​ມະ​ທີ່​ບໍ​ຣິ​ສຸດ​ແລະ​ບໍ່​ມີ​ການ​ຊົ່ວ​ມົວ​ຫມອງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ບິ​ດາ ກໍ​ມີ​ດັ່ງ​ນີ້ ຄື​ການ​ຢ້​ຽມ​ຢາມ​ລູກ​ກຳ​ພ້າ ແລະ​ຍິງ​ຫມ້າຍ​ທີ່​ມີ​ຄວາມ​ທຸກ​ຮ້ອນ ແລະ​ການ​ຮັກ​ສາຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງ​ພ້ອຍ​ຂອງ​ໂລກ



2

1 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ໃນ​ການ​ທີ່​ພວກ​ເຈົ້າ​ຖື​ພຣະ​ສາ​ສ​ນາ​ຝ່າຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ຊົງ​ສະ​ງ່າ​ຣາສິ​ນັ້ນ ຢ່າ​ມີ​ການ​ເລືອກ​ຫນ້າ​ຄົນ

2 ສົມ​ມຸ​ດ​ວ່າ​ມີ​ຄົນ​ນຶ່ງ​ຖື​ແຫວນ​ຄຳ​ແລະ​ແຕ່ງ​ຕົວ​ງົດ​ງາມ ເຂົ້າ​ມາ​ໃນ​ທີ່​ປະ​ຊຸມ​ຂອງ​ພວກ​ເຈົ້າ ແລະ​ມີ​ຄົນ​ຈົນ​ຜູ້​ນຶ່ງ​ນຸ່ງ​ເຄື່ອງ​ເປື້ອນ​ເປິ​ເຂົ້າ​ມາ​ເຫມືອນ​ກັນ

3 ຖ້າ​ພວກ​ເຈົ້າ​ຈະ​ສົນ​ໃຈ​ໃນ​ຄົນ​ທີ່​ແຕ່ງ​ຕົວ​ງົດ​ງາມ​ນັ້ນ ແລະ​ກ່າວ​ທັກ​ທາຍ​ປາ​ສັຍ​ຮັບ​ຕ້ອນ​ຜູ້ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເຫມາະ​ສົມ​ນີ້ເທີນ” ແລະ​ໃນ​ຂ​ນະ​ດຽວ​ນັ້ນ​ເຈົ້າ​ຈະ​ກ່າວ​ແກ່​ຄົນ​ຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້”

4 ຖ້າ​ເຮັດ​ດັ່ງ​ນັ້ນ​ພວກ​ເຈົ້າ​ເປັນ​ຜູ້​ແບ່ງ​ຊັ້ນ​ວັນ​ນະ ແລະ​ກາຍ​ເປັນ​ຜູ້​ຕັດ​ສິນ​ດ້ວຍ​ຄວາມ​ຄຶດ​ອັນ​ຊົ່ວ ບໍ່​ແມ່ນ​ຫລື

5 ພວກ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ຄົນ​ຍາກ​ຈົນ​ໃນ​ໂລ​ກ​ໃຫ້​ເປັນ​ຄົນ​ຮັ່ງ​ມີ​ຝ່າຍ​ຄວາມ​ເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນ​ດິນ ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ວ່າ​ຈະ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ​ນັ້ນ​ມາ​ເປັນ​ມໍ​ຣະ​ດົກ ບໍ່​ແມ່ນ​ຫລື

6 ແຕ່​ພ​ວກ​ເຈົ້າ​ໄດ້​ປ​ມາດ​ຄົນ​ຈົນ ບໍ່​ແມ່ນ​ຄົນ​ຮັ່ງ​ມີ​ນັ້ນ​ຫລື ທີ່​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຈົ້າ ບໍ່​ແມ່ນ​ເຂົາ​ເຫລົ່າ​ນັ້ນ​ຫລື ທີ່​ລາກ​ດຶງ​ພວກ​ເຈົ້າ​ຂຶ້ນ​ສານ

7 ບໍ່​ແມ່ນ​ເຂົາ​ເຫລົ່າ​ນັ້ນ​ຫລື ທີ່​ຫມິ່ນ​ປມາດ​ພຣະ​ນາມ​ອັນ​ປະ​ເສິດ​ທີ່​ໃຊ້​ເອີ້ນ​ພວກ​ເຈົ້າ

8 ຖ້າ​ພວກ​ເຈົ້າ​ທັງ​ຫລາຍ​ຂັບ​ຕາມ​ພຣະ​ຣາ​ຊ​ບັນ​ຍັດ​ໂດຍ​ຄົບ​ຖ້ວນ​ຕາມ​ພຣະ​ຄັມ​ພີ​ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” ພວກ​ເຈົ້າ​ກໍ​ເຮັດ​ດີ​ຢູ່

9 ແຕ່​ຖ້າ​ເຈົ້າ​ທັງ​ຫລາຍ​ເລືອກ​ຫນ້າ​ຄົນ ພວກ​ເຈົ້າ​ກໍ​ເຮັດ​ຜິດ ແລະ​ພຣະ​ບັນ​ຍັດ​ຕັດ​ສິນ​ພວກ​ເຈົ້າ​ວ່າ​ເປັນ​ຄົນ​ລ່ວງ​ລະ​ເມີດ

10 ເພາະ​ວ່າ​ຖ້າ​ບຸກ​ຄົນ​ໃດ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ໄດ້​ທັງ​ຫມົດ ແຕ່​ຜິດ​ຢູ່​ຂໍ້​ດຽວ ຜູ້​ນັ້ນ​ກໍ​ກາຍ​ເປັນ​ຜູ້​ຜິດ​ພຣະ​ບັນ​ຍັດ​ທັງ​ຫມົດ

11 ເພາະ​ວ່າ​ພຣະ​ອົງ​ຜູ້​ໄດ້​ຊົງ​ກ່າວ​ວ່າ, “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ​ທ່ານ” ກໍ​ໄດ້​ຊົງ​ກ່າວ​ອີກວ່າ, “ຢ່າ​ຂ້າ​ຄົນ” ດັ່ງ​ນັ້ນ​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຫລິ້ນ​ຊູ້​ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍ​ເປັນ​ຜູ້​ລ່ວງ​ລະ​ເມິດ​ພຣະ​ບັນ​ຍັດ

12 ເຈົ້າ​ທັງ​ຫລາຍ​ຈົ່ງ​ເວົ້າ​ແລະ​ເຮັດ ເຫມືອນ​ຢ່າງ​ຄົນ​ທີ່​ຈວນ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ດ້ວຍ​ກົດ​ທີ່​ໃຫ້​ມີ​ເສ​ຣີ​ພາບ

13 ເພາະ​ວ່າ​ໃນ​ການ​ພິ​ພາກ​ສາ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່ຜູ້ທີ່​ບໍ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ ສ່ວນ​ຄວາມ​ເມດ​ຕາ​ຍ່ອມ​ມີ​ໄຊ​ຊະນະ​ເຫນືອ​ການ​ພິ​ພາກ​ສາ

14 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຖ້າ​ຜູ້​ໃດ​ຈະ​ເວົ້າ​ວ່າ​ຕົນ​ມີ​ຄວາມ​ເຊື່ອ​ແຕ່​ບໍ່​ມີ​ການ​ປະ​ຕິບັດ ຈະ​ໄດ້​ປ​ໂຍດ​ອັນ​ໃດ ຄວາມ​ເຊື່ອ​ນັ້ນ​ອາດ​ຈະ​ໃຫ້​ຕົນ​ພົ້ນ​ໄດ້​ຫລື

15 ຖ້າ​ພີ່​ນ້ອງ​ຊາຍຍິງ​ຄົນ​ໃດ​ບໍ່​ມີ​ເຄື່ອງ​ນຸ່ງ​ຫົ່ມ ແລະ​ຂາດ​ເຂີນ​ອາ​ຫານ​ປະ​ຈຳ​ວັນ

16 ແລະ​ມີ​ຄົນ​ໃດ​ໃນ​ພວກ​ເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເທີນ, ຂໍ​ໃຫ້​ອົບ​ອຸ່ນ​ແລະ​ກິນ​ອີ່ມ” ແຕ່​ບໍ່ໄດ້​ໃຫ້​ສິ່ງ​ຂອງ​ທີ່​ເຂົາ​ຕ້ອງ​ການ​ສຳ​ລັ​ບ​ຕົວ​ນັ້ນ ຈະ​ເປັນ​ປ​ໂຍດ​ອັນ​ໃດ

17 ດັ່ງ​ນັ້ນ​ແຫລະ, ຄວາມ​ເຊື່ອ​ກໍ​ຢ່າງ​ດຽວ​ກັນ ຖ້າ​ບໍ່​ມີ​ການ​ປະ​ຕິ​ບັດ​ກໍ​ຕາຍ​ແ​ລ້ວ

18 ແຕ່​ບາງ​ຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ, ເຈົ້າ​ມີ​ຄວາມ​ເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະ​ຕິ​ບັດ” ຈົ່ງ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຊຶ່ງ​ບໍ່​ມີ​ການ​ປະ​ຕິ​ບັດ ແລະ​ຝ່າຍ​ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ການ​ປະ​ຕິ​ບັດ​ຂອງ​ເຮົາ​ນັ້ນ

19 ຝ່າຍ​ພວກ​ເຈົ້າ​ກໍ​ເຊື່ອ​ຕີ້​ວ່າ​ມີ​ພຣະ​ເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍ​ດີ​ຢູ່​ແລ້ວ ສ່ວນ​ຜີ​ຮ້າຍ​ກໍ​ເຊື່ອ​ເຫມືອນ​ກັນ​ແລະ​ຢ້ານ​ຈົນ​ຕົວ​ສັ່ນ

20 ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນ​ຮູ້​ຫລື​ວ່າ ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ

21 ເມື່ອ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໄດ້​ນຳ​ເອົາ​ອີ​ຊາກ​ບຸດ​ຂອງ​ຕົນ​ມາ​ຖວາຍ​ເທິງ​ແທ່ນ​ບູ​ຊາ ກໍ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ​ເພາະ​ການ​ປະ​ຕິ​ບັດ ບໍ່​ແມ່ນ​ຫລື

22 ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມ​ເຊື່ອ​ຂອງ​ອັບ​ຣາ​ຮາມ​ກໍ​ຮ່ວມ​ກັນ​ກັບ​ການ​ປະ​ຕິ​ບັດ​ຂອງ​ຕົນ ແລະດ້ວຍ​ການ​ປະ​ຕິ​ບັດ​ນັ້ນ​ແຫລະ, ຄວາມ​ເຊື່ອ​ຈຶ່ງ​ໄດ້​ເຖິງ​ທີ່​ສຳ​ເຣັດ

23 ແລະ​ພຣະ​ຄັມ​ພີ​ກໍ​ສຳ​ເຣັດ​ທີ່​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ຖື​ວ່າ​ຄວາມ​ເຊື່ອ​ນັ້ນ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” ແລະ​ພຣະ​ເຈົ້າ​ຊົງ​ເອີ້ນ​ທ່ານ​ວ່າ, “ສະ​ຫາຍ​ຂອງ​ເຮົາ”

24 ເຈົ້າ​ທັງ​ຫລາຍ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ ກໍ​ເນື່ອງ​ດ້ວຍ​ການ​ປະ​ຕິ​ບັດ​ແລະ​ບໍ່​ແມ່ນ​ດ້ວຍ​ຄວາມ​ເຊື່ອ​ພຽງ​ຢ່າງ​ດຽວ

25 ໃນ​ທຳ​ນອງດຽວ​ກັນ​ນາງ​ຣາ​ຮາບ​ຍິງ​ໂສ​ເພ​ນີ​ໄດ້​ຮັບ​ຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ເຂົາ​ກັບ​ເມືອ​ເສັຽ​ທາງ​ອື່ນ ກໍ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ​ເນື່ອງ​ດ້ວຍ​ການ​ປະ​ຕິ​ບັດ ບໍ່​ແມ່ນ​ຫລື

26 ເຫດ​ວ່າຮ່າງ​ກາຍ​ທີ່​ບໍ່​ມີ​ຈິດ​ວິນ​ຍານ ກໍ​ຕາຍ​ແລ້ວ​ສັນ​ໃດ ຄວາມ​ເຊື່ອ​ທີ່​ປາ​ສ​ຈາກການ​ປະ​ຕິ​ບັດ​ກໍ​ຕາຍແລ້ວ​ສັນ​ນັ້ນ​ເຫມືອນ​ກັນ



3

1 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໄດ້​ພາ​ກັນ​ເປັນ​ອາ​ຈານ​ຈຳ​ນວນ​ຫລວງ​ຫລາຍ ເພາະ​ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຮົາ​ທັງ​ຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິ​ພາກ​ສາ​ຫນັກ​ຫນ່ວງກວ່າ​ຜູ້​ອື່ນ

2 ເພາະ​ວ່າ​ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍ ຖ້າ​ຜູ້​ໃດ​ບໍ່​ໄດ້​ເຮັດ​ຜິດ​ທາງວາ​ຈາ ຜູ້​ນັ້ນ​ແຫລະ​, ເປັນຄົນ​ສຳ​ເຣັດ​ແລ້ວ ແລະ​ສາ​ມາດ​ບັງ​ຄັບ​ທັງ​ຕົວ​ໄວ້​ໄດ້​ເຫມືອນ​ກັນ

3 ຖ້າ​ພວກ​ເຮົາ​ເອົາ​ບັງ​ຫຽນ​ໃສ່​ປາກ​ມ້າ​ເພື່ອ​ໃຫ້​ມັນ​ຟັງ​ຄວາມ ພວກ​ເຮົາ​ກໍ​ສາ​ມາດ​ບັງ​ຄັບ​ທັງ​ຕົວ​ມັນ​ໃຫ້​ຫັນ​ໄປ​ມາ

4 ເບິ່ງ​ແມ໋, ເຮືອ​ກໍ​ເຫມືອນ​ກັນ ເຖິງ​ແມ່ນ​ວ່າ​ເປັນ​ເຮືອ​ໃຫຍ່​ແລະ​ຖືກ​ລົມ​ແຮງ​ພັດ​ແລ່ນ​ໄປ ເຮືອ​ນັ້ນ​ກໍ​ຍັງ​ຫັນ​ໄປ​ມາ​ດ້ວຍ​ໄມ້​ໂທມ​ທ້າຍ​ອັນ​ນ້ອຍໆ​ຕາມ​ໃຈ​ປະ​ສົງ​ຂອງ​ນາຍ​ທ້າຍ

5 ລີ້ນກໍ​ເຫ​ມືອນ​ກັນ​ນັ້ນ​ແຫລະ, ເປັນ​ອະ​ວັຍ​ວະ​ນ້ອຍໆ​ແລະ​ເວົ້າ​ອວດ​ອ້າງ​ເຣື່ອງ​ໃຫຍ່ໆ ເບິ່ງ​ແມ໋, ໄຟ​ຫນ້ອຍ​ດຽວ​ສາ​ມາດ​ຈຸດ​ເຜົາ​ປ່າກວ້າງ​ເທົ່າ​ໃດ​ຫນໍ

6 ລີ້ນນັ້ນ​ກໍ​ເປັນ​ໄຟ ລີ້ນ​ຄື​ໂຣກ​ອັນ​ຊົ່ວ​ຮ້າຍ​ທີ່​ຕັ້ງ​ຢູ່​ລະ​ຫວ່າງ​ບັນ​ດາ​ອະ​ວັຍ​ວະ​ຂອງ​ພວກ​ເຮົາ ເປັນ​ເຫດ​ໃຫ້​ທັງ​ຕົວ​ຊົ່ວ​ມົວ​ຫມອງ​ໄປ ເປັນ​ເຊື້ອ​ໄຟ​ທີ່​ເຜົາ​ໄຫມ້​ວົງ​ກະ​ແສ​ແຫ່ງ​ຊີ​ວິດ ແລະ​ມັນ​ເອງ​ກໍ​ຕິດ​ໄຟ​ມາ​ຈາກ​ນະ​ຮົກ

7 ເພາະ​ວ່າ​ສັດ​ເດັຽ​ຣະ​ສານ​ທຸກ​ຊະນິດ ຄື​ສັດ​ປ່າ​ແລະ​ນົກ ທັງ​ສັດ​ເລືອ​ຄານ​ແລະ​ສັດ​ໃນ​ທະ​ເລ ເອົາ​ມາ​ຝຶກ​ແອບ​ໄດ້ ແລະ​ມະ​ນຸດ​ກໍ​ໄດ້​ບັງ​ຄັບ​ໃຫ້​ຟັງ​ຄວາມ​ແລ້ວ

8 ແຕ່​ລີ້ນ​ນັ້ນ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສາ​ມາດ​ຝຶກ​ແອບ​ໄດ້ ມັນ​ເປັນ​ສິ່ງ​ຊົ່ວ​ເຫລືອ​ຄວາມ​ບັງ​ຄັບ ແລະ​ເຕັມ​ໄປ​ດ້ວຍ​ພິດ​ຮ້າຍ​ທີ່​ເຮັດ​ໃຫ້​ຕາຍ

9 ພວກ​ເຮົາ​ໃຊ້​ລີ້ນ​ນັ້ນ​ສັຣເສີນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ດ້ວຍ​ລີ້ນ​ນັ້ນ​ແຫລະ, ພວກ​ເຮົາ​ຍັງ​ປ້ອຍ​ດ່າ​ມະ​ນຸດ​ທີ່​ພຣະ​ເຈົ້າ​ຊົງ​ສ້າງ​ໄວ້​ຕາມ​ຮູບ​ເງົາ​ຂອງ​ພຣະ​ອົງ

10 ຄຳ​ສັ​ຣ​ເສິນ​ແລະ​ຄຳ​ປ້ອຍ​ດ່າ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ບໍ່​ຄວນ​ໃຫ້​ການ​ແນວ​ນັ້ນ​ເກີດ​ມີ​ມາ

11 ບໍ່​ນ້ຳ​ພຸ​ຈະ​ໃຫ້​ນ້ຳ​ຫວານ​ແລະ​ນ້ຳ​ຂົມ​ພຸ່ງ​ອອກ​ມາ​ຈາກ​ຮູ​ດຽວ​ກັນ​ຫລື

12 ພີ່​ນ້ອງ​ທັ​ງ​ຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນ​ເດື່ອ​ເທດ​ຈະ​ເກິດ​ຜົນ​ເປັ​ນ​ຫມາກກອກ​ໄດ້​ຫລື ຫລື​ເຄືອ​ອະ​ງຸ່ນ​ຈະ​ເກີດ​ຜົນ​ເປັນ​ຫມາກ​ເດື່ອ​ເທດ​ໄດ້​ຫລື ດັ່ງ​ນັ້ນ​ແຫລະ, ນ້ຳ​ເຄັມ​ຈະ​ເປັນ​ນ້ຳ​ຈືດ​ບໍ່​ໄດ້

13 ໃນ​ພວກ​ເຈົ້າ​ຜູ້​ໃດ​ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ ກໍ​ໃຫ້​ຜູ້​ນັ້ນ​ສະ​ແດງ​ການ​ປະ​ຕິ​ບັດ​ຂອງ​ຕົນ​ໂດຍ​ກິ​ຣິຍາອັນ​ດີ ມີ​ໃຈ​ອ່ອນ​ສຸ​ພາບ​ປະ​ກອບ​ດ້ວຍ​ປັນ​ຍາ

14 ແຕ່​ຖ້າພວ​ກ​ເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມ​ຂື່ນ​ແລະ​ມັກ​ໃຫຍ່​ໄຝ່​ສູງ ກໍ​ຢ່າ​ໂອ້ອວດ ​ແລະ​ຢ່າ​ທໍ​ຣະ​ຍົດ​ຕໍ່​ຄວາມ​ຈິງ

15 ປັນ​ຍາ​ຢ່າງ​ນີ້ບໍ່​ໄດ້​ລົງ​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນ​ຍາ​ຢ່າງ​ໂລກ ເປັນ​ຢ່າງ​ທັມ​ມະ​ດາ​ມະ​ນຸດ​ແ​ລະ​ເຫມືອນ​ຢ່າງ​ຜີ​ຮ້າຍ

16 ເພາະ​ວ່າ​ທີ່​ໃດ​ມີ​ຄວາມ​ເຫິງ​ສາ​ແລະ​ຄວາມມັ​ກ​ໃຫຍ່​ໄຝ່​ສູງ ທີ່​ນັ້ນ​ກໍ​ວຸ້ນ​ວາຍ​ແລະ​ມີ​ການ​ເຮັດ​ຊົ່ວ​ຮ້າຍ​ທຸກ​ຢ່າງ

17 ແຕ່​ສະ​ຕິ​ປັນ​ຍາ​ທີ່​ມາ​ແຕ່​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ກໍ​ເປັນບໍ​ຣິ​ສຸດ​ແລ້ວ​ຈຶ່ງ​ປະ​ກອບ​ດ້ວຍ​ຄວາມ​ສ​ງົ​ບ​ສຸກ ສຸ​ພາບ ແລະ​ຍອມ​ຟັງ​ງ່າຍ ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ຫນ້າ​ຄົນ​ແລະ​ບໍ່​ຫນ້າ​ຊື່​ໃຈ​ຄົດ

18 ຜູ້​ສ້າງ​ສັນ​ຕິ​ສຸກ​ຫວ່ານ​ຢ່າງ​ສັນ​ຕິ ຈຶ່ງ​ໄດ້​ເກັບ​ກ່ຽວ​ຄວາມ​ຊອບ​ທັມ



4

1 ອັນ​ໃດ​ເປັນ​ສາ​ເຫດ​ການ​ຜິດ​ຖຽງ​ກັນ ແລະ​ອັນ​ໃດ​ເປັນ​ສາ​ເຫດ​ຂອງ​ການ​ທະ​ເລາະ​ວິ​ວາດກັນ​ໃນ​ພວກ​ເຈົ້າ ບໍ່​ແມ່ນ​ກິ​ເລດ​ຕັນ​ຫາຂອງ​ພວກ​ເຈົ້າ​ຫລື ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ຕໍ່​ສູ້ກັນ

2 ເຈົ້າ​ທັງ​ຫລາຍ​ຢາກ​ໄດ້​ແຕ່​ບໍ່​ໄດ້ ພວກ​ເຈົ້າ​ຂ້າ​ກັນ ພວກ​ເຈົ້າ​ເຫິງ​ສາ​ກັນ ແຕ່​ບໍ່​ສາ​ມາດ​ຈະ​ໄດ້ ພວກ​ເຈົ້າ​ຜິດ​ຖຽງ​ແລະ​ທະ​ເລາະ​ວິ​ວາດ​ກັນ ພວກ​ເຈົ້າ​ບໍ່​ມີ​ເພາະ​ບໍ່​ໄດ້​ຂໍ

3 ເຈົ້າ​ທັງ​ຫລາຍ​ຂໍ​ແລະ​ບໍ່​ໄດ້​ຮັບ​ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິ​ເລດ​ຕັນ​ຫາ​ຂອງ​ຕົນ

4 ໂອ ຄົນ​ທີ່​ຫລິ້ນ​ຊູ້​ເຮີຍ, ພວກ​ເຈົ້າ​ບໍ່​ຮູ້​ຫລື​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ເຫດ​ສັນ​ນັ້ນ​ຜູ້​ໃດ​ທີ່​ຢາກ​ເປັນ​ມິດ​ກັບ​ໂລກ ຜູ້​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ

5 ຫລື​ເຈົ້າ​ທັງ​ຫລາຍ​ຄຶດ​ວ່າ​ເປັນ​ການ​ເປົ່າໆ​ຫລື​ທີ່​ພຣະ​ຄັມ​ພີ​ກ່າວ​ວ່າ, “ວິນ​ຍານ​ທີ່​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ຢູ່​ໃນ​ເຮົາ​ທັງ​ຫລາຍ​ກໍ​ປາ​ຖ​ນາ​ຢ່າງ​ແຮງ​ກ້າ”

6 ແຕ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ພຣະ​ຄຸນ​ເພີ້ມ​ຂຶ້ນ​ອີກ ເຫດ​ສັນ​ນັ້ນ​ພຣະ​ຄັມ​ພີ​ຈຶ່ງ​ກ່າວ​ວ່າ, “ພຣະ​ເຈົ້າ​ຊົງ​ຕໍ່​ສູ້​ຄົນ​ທີ່​ຈອງ​ຫອງ ແຕ່​ຊົງ​ປະ​ທານ​ພຣະ​ຄຸນ​ແກ່​ຄົນ​ທີ່​ຖ່ອມ​ໃຈ​ລົງ”

7 ເຫດ​ສັນ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ນ້ອມ​ໃຈ​ຍອມ​ຟັງ​ພຣະ​ເຈົ້າ ຈົ່ງ​ຕໍ່​ສູ້​ກັບ​ມານ​ແລະ​ມັນ​ຈະ​ຫນີ​ຈາກ​ພວກ​ເຈົ້າ​ໄປ

8 ເຈົ້າ​ທັງ​ຫ​ລາຍ​ຈົ່ງ​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃກ້​ພວກ​ເຈົ້າ ຄົນ​ບາບ​ທັງ​ຫລາຍ​ເອີຍ, ຈົ່ງ​ຊຳ​ຮະ​ມື​ໃຫ້​ສະ​ອາດ ແລະ​ຄົນ​ສອງ​ໃຈ​ຈົ່ງ​ຊຳ​ຮະ​ໃຈ​ຂອງ​ຕົນ​ໃຫ້​ບໍ​ຣິ​ສຸດ

9 ຈົ່ງ​ເປັນ​ທຸກ​ໂສກ​ເສົ້າ ຈົ່ງ​ຮ້ອງ​ໄຫ້​ແລະ​ຮ່ຳ​ໄຮ ໃຫ້​ການ​ຫົວ​ຂອງ​ຕົນ​ກັບ​ກາຍ​ເປັນ​ການ​ໂສກ​ເສົ້າ ແລະ​ໃຫ້​ຄວາມ​ຍິນ​ດີ​ກັບ​ກາຍ​ເປັນ​ຄວາມ​ເສົ້າ​ຫມ​ອງ

10 ເຈົ້າ​ທັງ​ຫລາຍ​ຈົ່ງ​ຖ່ອມ​ໃຈ​ລົງ​ຕໍ່​ພຣະ​ພັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຈະ​ຊົງ​ຍົກ​ຊູ​ພວກ​ເຈົ້າ​ຂຶ້ນ

11 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຢ່າ​ເວົ້າ​ນິນ​ທາ​ເຊິ່ງກັນ​ແລະ​ກັນ ຜູ້​ທີ່​ເວົ້າ​ນິນ​ທາ​ພີ່​ນ້ອງຫລື​ກ່າວ​ໂທດ​ໃສ່​ພີ່​ນ້ອງ​ຂ​ອງ​ຕົນ ຜູ້​ນັ້ນ​ກໍ​ເວົ້າ​ນິນ​ທາຕໍ່​ພຣະ​ບັນ​ຍັດ​ແລະ​ກ່າວ​ໂທດ​ຕໍ່​ພຣະ​ບັນ​ຍັດ​ນັ້ນ ແຕ່​ຖ້າ​ເຈົ້າ​ກ່າວ​ໂທດ​ຕໍ່​ພຣະ​ບັນ​ຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຖື​ຮັກ​ສາ​ພຣະ​ບັນ​ຍັດ ແຕ່​ເປັນ​ຜູ້​ຕັດ​ສິນ​ພຣະ​ບັນ​ຍັດ

12 ມີ​ຜູ້​ຊົງ​ແຕ່ງ​ຕັ້ງ​ພຣະ​ບັນ​ຍັດ ແລະ​ຜູ້​ຊົງ​ພິ​ພາກ​ສາ​ພຽງ​ແຕ່​ອົງ​ດຽວ​ເທົ່າ​ນັ້ນ​ແຫລະ, ຄື​ພຣະ​ອົງ​ຜູ້​ຊົງ​ສາ​ມາດ​ໂຜດ​ໃຫ້​ພົ້ນ ແລະ​ຊົງ​ສາ​ມາດ​ບັນ​ດານ​ໃຫ້​ຈິບ​ຫາຍ​ໄປ​ໄດ້ ແຕ່​ຝ່າຍ​ເຈົ້າ, ເປັນ​ຜູ້​ໃດ​ທີ່​ຈະ​ກ່າວ​ໂທດ​ໃສ່​ເພື່ອນ​ບ້ານ​ຂອງ​ຕົນ

13 ດັ່ງ​ນີ້​ແຫລະ, ເຈົ້າ​ທັງ​ຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້​ນີ້​ຫລື​ມື້​ອື່ນ​ພວກ​ເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ເມືອງ​ນີ້, ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ນື່ງ, ແລະ​ຈະ​ຄ້າ​ຂາຍ​ເອົາ​ກຳ​ໄຣ”

14 ແຕ່​ພວກ​ເຈົ້າ​ບໍ່​ຮູ້​ເຣື່ອງ​ຂອງ​ມື້​ອື່ນ ວ່າ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຢ່າງ​ໃດ ກໍ​ເປັນ​ເຫມືອນ​ນ້ຳ​ຫມອກ​ທີ່​ປາ​ກົດ​ຢູ່​ຊົ່ວ​ຄາວ ແລ້ວ​ກໍ​ຫາຍ​ໄປ

15 ແທນ​ທີ່​ຈະ​ເວົ້າ​ຢ່າງນັ້ນ ພວ​ກ​ເຈົ້າ​ຄວນ​ເວົ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ ພວກ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ແລະ​ຈະ​ເຮັດ​ສິ່ງ​ນີ້ຫລື​ສິ່ງ​ນັ້ນ”

16 ແຕ່​ວ່າ​ດຽວ​ນີ້ເຈົ້າ​ທັງ​ຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ ການ​ໂອ້ອວດ​ຢ່າງ​ນີ້ກໍ​ລ້ວນ​ເປັນ​ແຕ່​ຄວາມ​ຊົ່ວ

17 ເຫດ​ສັນ​ນີ້ຜູ້​ໃດ​ຮູ້​ວ່າ​ອັນ​ໃດ​ເປັນ​ການ​ດີ ແລະ​ບໍ່​ເຮັດ ຜູ້​ນັ້ນ​ຈຶ່ງ​ມີ​ບາບ



5

1 ນີ້ແຫລະ​, ເຈົ້າ​ທັງ​ຫລາຍ​ຜູ້​ຮັ່ງມີ​ເອີຍ ຈົ່ງ​ຮ້ອງ​ໄຫ້​ແລະ​ໂອຍ​ຄາງ ຍ້ອນ​ຄວາມ​ທຸກ​ລຳ​ບາກ​ທີ່​ຈະ​ມາ​ຖືກ​ພວກ​ເຈົ້າ

2 ຄວາມ​ສົມ​ບູນ​ຂອງ​ພວກ​ເຈົ້າ​ກໍ​ເສື່ອມ​ສູນ​ໄປ​ແລ້ວ ຄື​ເສື້ອ​ຜ້າ​ຂອງ​ພວກ​ເຈົ້າ​ແມງ​ກໍ​ກັດ​ກິນ​ແລ້ວ

3 ເງິນ​ຄຳ​ຂອງ​ພວກ​ເຈົ້າ​ກໍ​ເກີດ​ຂີ້ຫມ້ຽງ ແລະ​ຂີ້​ຫມ້ຽງ​ນັ້ນ​ຈະ​ເປັນ​ພ​ຍານ​ຫລັກ​ຖານ​ຕໍ່​ສູ້​ພວກ​ເຈົ້າ ຈະ​ເຜົາ​ຜານ​ເລືອດ​ເນື້ອ​ຂອງ​ພວກ​ເຈົ້າ​ເຫມືອນ​ໄຟ ພວກ​ເຈົ້າ​ໄດ້​ທ້ອນ​ໂຮມ​ຊັບ​ສົມ​ບັດ​ໄວ້​ສຳ​ລັບ​ວັນ​ສຸດ​ທ້າຍ

4 ເບິ່ງ​ແມ, ຄ່າ​ຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວ​ເຂົ້າໃນ​ນາ​ຂອງ​ພວກ​ເຈົ້າ​ຊຶ່ງ​ພວກ​ເຈົ້າ​ໄດ້​ສໍ້​ໂກງ​ໄວ້​ນັ້ນ​ກໍ​ຮ້ອງ​ຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງ​ທຸກ​ຂອງ​ຄົນ​ທີ່​ກ່ຽວ​ເຂົ້າ​ນັ້ນ​ໄດ້​ຊົງ​ຊາບ​ແລ້ວ ເຖິງ​ພຣະ​ກັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ຈອມ​ພົນ

5 ພວກ​ເຈົ້າ​ໄດ້​ລ້ຽງ​ຊີ​ວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມ​ເຟືອຍ​ແລະ​ສ​ນຸກ​ສ​ນານ ພວກ​ເຈົ້າ​ໄດ້​ບຳ​ຣຸງ​ຈິດ​ໃຈ​ເຫມືອນ​ລໍ​ຖ້າ​ວັນ​ປະ​ຫານ

6 ພວກ​ເຈົ້າ​ໄດ້​ຕັດ​ສິນ​ລົງ​ໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບ​ທັມ​ເສັຽ ເຂົາ​ກໍ​ບໍ່​ໄດ້​ຕໍ່​ສູ້​ພວກ​ເຈົ້າ

7 ເຫດ​ສັນ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ມີ​ໃຈ​ອົດ​ທົນ​ຈົນ​ກວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ ຈົ່ງ​ເບິ່ງ, ຊາວ​ປູກ​ຝັງ​ທີ່​ລໍ​ຄອຍ​ຜົນ​ອັນ​ມີ​ຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນ​ດິນ ເຂົາ​ພຽນ​ຄອຍ​ຈົນ​ກວ່າ​ມີ​ຝົນ​ຕົ້ນ​ຣະ​ດູ​ແລະ​ຝົນ​ປາຍ​ຣະ​ດູ

8 ພວກ​ເຈົ້າ​ກໍ​ຈົ່ງ​ອົດ​ທົນ​ຢ່າງ​ນັ້ນ​ເຫມືອນ​ກັນ ຈົ່ງ​ຕັ້ງ​ອົກ​ຕັ້ງ​ໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວ​ລາ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ແລ້ວ

9 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຢ່າ​ຈົ່ມ​ຕໍ່​ກັນ​ແລະ​ກັນ​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ພິ​ພາກ​ສາ ນີ້​ແຫລະ, ພຣະ​ອົງ​ຜູ້​ຊົງ​ພິ​ພາກ​ສາ​ຊົງ​ປະ​ທັບ​ຢືນ​ຢູ່​ທີ່​ປະ​ຕູ​ແລ້ວ

10 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ເອົາ​ແບບ​ຢ່າງ​ໃນ​ການ​ທົນ​ທຸກ​ແລະ​ຄວາມ​ພາກ​ພຽນ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

11 ເບິ່ງ​ແມ໋, ພວກ​ເຮົາ​ຖື​ວ່າ​ຄົນ​ເຫລົ່າ​ນັ້ນ​ທີ່​ມີ​ຄວາມ​ຫມັ້ນ​ໃຈ​ກໍ​ເປັນ​ສຸກ ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ເຣື່ອງ​ຄວາມ​ຫມັ້ນ​ໃຈ​ຂອງ​ທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່​ສຸດ​ປາຍ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດ​ຕາ​ກະ​ຣຸ​ນາ

12 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ທີ່​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ທັງ​ຫມົດ​ກໍ​ຄື ຢ່າ​ສະ​ບົດ​ສາ​ບານ​ດ້ວຍ​ອ້າງ​ເຖິງ​ຟ້າ ຫລື​ດີນ ຫລື​ສີ່ງ​ອື່​ນໆ ແຕ່​ສີ່ງ​ໃດ​ແມ່ນ​ກໍ​ໃຫ້​ວ່າ​ແມ່ນ ສິ່ງ​ທີ່​ບໍ່​ແມ່ນ​ກໍ​ໃຫ້​ວ່າ​ບໍ່​ແມ່ນ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ຊົງ​ລົງ​ໂທດ

13 ມີ​ຜູ້​ໃດ​ໃນ​ພວກ​ເຈົ້າ​ທົນ​ທຸກ​ຫລື ຈົ່ງ​ໃຫ້​ຜູ້​ນັ້ນ​ອ້ອນວອນ ມີ​ຜູ້​ໃດ​ຊົມ​ຊື່ນ​ຍິນ​ດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງ​ເພງ​ສັ​ຣເສີນ

14 ມີ​ຜູ້​ໃດ​ເຈັບ​ໄຂ້​ໄດ້​ປ່ວຍ​ຫລື ຈົ່ງ​ໃຫ້​ຜູ້​ນັ້ນ​ເຊີນ​ບັນ​ດາ​ເຖົ້າ​ແກ່​ໃນ​ຄ​ຣິ​ສ​ຕະ​ຈັກ​ມາ​ອ້ອນວອນ​ສຳ​ລັບ​ຕົນ ແລະ​ເອົາ​ນ້ຳ​ມັນ​ທາ​ຜູ້​ນັ້ນ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

15 ຄຳ​ອ້ອນວອນ​ທີ່​ປະ​ກອບ​ດ້ວຍ​ຄວາມ​ເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດ​ພົ້ນ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກ​ກະ​ຕິ ແລະ​ຖ້າ​ຜູ້​ນັ້ນ​ໄດ້​ທຳ​ຜິດ​ເຣັດ​ບາບ ພຣະ​ອົງ​ກໍ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້

16 ເຫດ​ສັນ​ນັ້ນ​ເຈົ້າ​ທັງ​ຫ​ລາຍ​ຈົ່ງ​ສາ​ຣະ​ພາບ​ຜິດ​ຂອງ​ຕົນ​ຕໍ່​ກັນ​ແລະ​ກັນ ຈົ່ງ​ອ້ອນວອນ​ເພື່ອ​ກັນ​ແລະ​ກັນ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ດີ​ພ​ຍາດ ຄຳ​ອ້ອນວອນ​ຂອງ​ຜູ້​ຊອບ​ທັມ​ມີ​ຣິດ​ສັກ​ສິດ​ເຮັດ​ໃຫ້​ເກີດ​ຜົນ

17 ເອ​ລີ​ຢາ​ກໍ​ເປັນ​ມະ​ນຸດ​ທີ່ມີ​ສະ​ພາບ​ເຫມືອນ​ກັບ​ເຮົາ​ທັງ​ຫລາຍ ທ່ານໄດ້​ອ້​ອນວອນ​ດ້ວຍ​ໃຈ​ຮ້ອນ​ຮົນ​ທູນ​ຂໍ​ບໍ່​ໃຫ້​ຝົນ​ຕົກ ແລະ​ຝົນ​ກໍ​ບໍ່​ຕົກ​ມາ​ຍັງ​ແຜ່ນ​ດິນ​ເຖິງສາມ​ປີ​ກັບ​ຫົກ​ເດືອນ

18 ແລ້ວ​ທ່ານ​ກໍ​ໄດ້​ອ້ອນວອນ​ທູນ​ຂໍ​ອີກ ຟ້າ​ກໍ​ປະ​ທານ​ຝົນ​ໃຫ້ ແລະ​ແຜ່ນ​ດິນ​ກໍ​ໄດ້​ເກີດ​ຜົນ​ຕ່າງໆ

19 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຫລົງ​ຜິດ​ໄປ​ຈາກ​ຄວາມ​ຈິງ ຖ້າ​ຜູ້​ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວ​ຄື​ນ​ມາ​ອີກ

20 ຈົ່ງ​ຮູ້​ວ່າ​ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ນຶ່ງຕ່າວ​ຄືນ​ມາ​ຈາກ​ທາງ​ຜິດ​ຂອງ​ຕົນ​ນັ້ນ ກໍ​ໄດ້​ຊ່ອຍ​ຈິດ​ວິນ​ຍານ​ຂອ​ງຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ທັງ​ໃຫ້​ຄວາມ​ຜິດ​ບາບ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຮັບ​ຄວາມອະ​ພັຍ



AMAZING GRACE BIBLE INSTITUTE