Revelation ພຣະນິມິດ11 ການຊົງສະແດງຂອງພຣະເຢຊູຄຣິດ ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຂ້ອຍໃຊ້ຂອງພຣະອົງຮູ້ເຖິງເຫດການທັງຫລາຍ ທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້ ພຣະຄຣິດໄດ້ຊົງໃຊ້ເທວະດາຂອງພຣະອົງໄປສະແດງຫມາຍສຳຄັນແກ່ໂຢຮັນ ຂ້ອຍໃຊ້ຂອງພຣະອົງ2 ໂຢຣັນເປັນພຍານຝ່າຍພຣະທັມຂອງພຣະເຈົ້າ ແລະຝ່າຍຄຳພຍານຂອງພຣະເຢຊູຄຣິດ ທ່ານເປັນພຍານໃນເຫດການທັງສິ້ນຊຶ່ງທ່ານໄດ້ເຫັນນັ້ນ 3 ບັນດາຜູ້ອ່ານແລະຜູ້ຟັງຄຳທຳນວາຍເຫລົ່ານີ້ແລະບັນດາຜູ້ທີ່ຖືຮັກສາຂໍ້ຄວາມທີ່ຂຽນໄວ້ນີ້ກໍເປັນສຸກ ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ 4 ຈາກ ໂຢຮັນ ຮຽນ ຄຣິສຕະຈັກທັງເຈັດຢູ່ໃນແຂວງອາເຊັຽ ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນ ແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ຫນ້າຣາຊບັນລັງຂອງພຣະອົງ 5 ແລະຈາກພຣະເຢຊູຄຣິດຜູ້ຊົງເປັນພຍານທີ່ສັດຊື່ ແລະຊົງເປັນຜູ້ແຣກທີ່ໄດ້ຄືນມາຈາກຄວາມຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາພວກເຮົາຈາກການຜິດບາບດ້ວຍພຣະໂລຫິດຂອງພຣະອົງ 6 ພຣະອົງຊົງຕັ້ງເຮົາທັງຫລາຍໄວ້ໃຫ້ເປັນອານາຈັກ ແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະພຣະອານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ 7 ເບິ່ງແມ໋, ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່ ຕາທຸກຫນ່ວຍຈະເຫັນພຣະອົງ ແລະຄົນເຫລົ່ານັ້ນທີ່ແທງພຣະອົງຈະເຫັນເຫມືອນກັນ ມະນຸດຊາດທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ ຈະເປັນໄປຢ່າງນັ້ນ ອາແມນ 8 ອົງພຣະຜູ້ເປັນເຈົ້າ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຜູ້ຊົງຣິດທານຸພາບສູງສຸດ ຊົງກ່າວວ່າ, “ຝ່າຍເຮົາຄື ອາລະຟາ ໂອເມຄາ” 9 ຂ້າພະເຈົ້າ ຄືໂຢຮັນ ພີ່ນ້ອງຂອງທ່ານທັງຫລາຍ ຜູ້ເປັນເພື່ອນຮ່ວມການຍາກລຳບາກ ຮ່ວມຣາຊອານາຈັກ ແລະຮ່ວມຄວາມພຽນອົດທົນຊຶ່ງເປັນປະສົບການໃນພຣະເຢຊູ ຂ້າພະເຈົ້າໄດ້ມາຢູ່ທີ່ເກາະປັດໂມ ເນື່ອງດ້ວຍພຣະທັມຂອງພຣະເຈົ້າແລະເນື່ອງດ້ວຍການເປັນພຍານຝ່າຍພຣະເຢຊູ 10 ໃນວັນຂອງອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າປະກອບໄປດ້ວຍພຣະວິນຍານ ແລ້ວໄດ້ຍິນພຣະ ສຸຣະສຽງດັງມາເບື້ອງຫລັງຂ້າພະເຈົ້າເຫມືອນດັ່ງສຽງແກ 11 ຊົງກ່າວວ່າ, “ອັນທີ່ທ່ານໄດ້ເຫັນນັ້ນຈົ່ງຂຽນໄວ້ໃນຫນັງສືມ້ວນ ແລ້ວຝາກໄປໃຫ້ຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ ເມືອງຊະມີນາ ເມືອງເປຄາໂມທົວເຕຣາ ເມືອງຊາເດ ເມືອງຟີລາເດັນເຟັຽ ແລະທີ່ເມືອງລາວດີເກອາ” 12 ຂ້າພະເຈົ້າຈຶ່ງຫລຽວຫລັງເບິ່ງທາງພຣະສຸຣະສຽງທີ່ຊົງກ່າວແກ່ຂ້າພະເຈົ້ານັ້ນ ຄັນແລ້ວຂ້າພະເຈົ້າກໍເຫັນເຄື່ອງຮອງຕີນໂຄມທອງຄຳເຈັດອັນ 13 ໃນຖ້າມກາງເຄື່ອງຮອງຕີນໂຄມເຫລົ່ານັ້ນມີຜູ້ນຶ່ງເຫມືອນບຸດມະນຸດ ຊົງສວມເຄື່ອງສລອງກວມພຣະບາດ ແລະຊົງຮັດສາຍປະຄົດທອງຄຳທີ່ພຣະອຸຣະຂອງພຣະອົງ 14 ພຣະສຽນແລະພຣະເກສາຂອງພຣະອົງຂາວເຫມືອນຂົນແກະສີຂາວ ແລະເຫມືອນດັ່ງຫິມະ ພຣະເນດຂອງພຣະອົງເຫມືອນດັ່ງແປວໄຟ 15 ພຣະບາດຂອງພຣະອົງເຫມືອນດັ່ງທອງເຫລືອງກ້ຽງ ເຫມືອນກັບວ່າໄດ້ຫລອມໃຫ້ບໍຣິສຸດແລ້ວ ພຣະສຸຣະສຽງຂອງພຣະອົງເຫມືອນສຽງນ້ຳມາກ 16 ພຣະຫັດກ້ຳຂວາຂອງພຣະອົງຊົງຖືດາວເຈັດດວງ ມີພຣະແສງສອງຄົມອອກມາຈາກພຣະໂອດ ແລະພຣະພັກຂອງພຣະອົງເຫມືອນດັ່ງດວງອາທິດທີ່ສ່ອງແສງກ້າ 17 ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າໄດ້ກົ້ມລົງແທບພຣະບາດຂອງພຣະອົງ ເຫມືອນດັ່ງຄົນທີ່ຕາຍແລ້ວ ແຕ່ພຣະອົງຊົງຢຽດພຣະຫັດກ້ຳຂວາບາຍຂ້າພະເຈົ້າ ແລ້ວຊົງກ່າວວ່າ, “ຢ່າຊູ່ຢ້ານ, ຝ່າຍເຮົາເປັນຜູ້ຕົ້ນ ແລະເປັນເປັນຜູ້ປາຍ ແລະມີເປັນຜູ້ມີຊີວິດຢູ່ 18 ເຮົາໄດ້ຕາຍແລ້ວ ແຕ່ເບິ່ງແມ໋, ເຮົາກໍມີຊີວິດຢູ່ຕລອດໄປເປັນນິດ ແລະເຮົາຖືຂໍກະແຈແຫ່ງຄວາມຕາຍແລະແຫ່ງແດນມໍຣະນາ 19 ສັນນີ້ຈົ່ງຂຽນເຫດການທັງຫລາຍທີ່ເຈົ້າໄດ້ເຫັນ ຄືເຫດການທັງຫລາຍທີ່ໄດ້ເຫັນ ຄືເຫດການທີ່ເປັນຢູ່ດຽວນີ້ກັບທັງເຫດການທີ່ຈະເກີດຂຶ້ນໃນພາຍຫນ້າເຫມືອນກັນ 20 ສ່ວນຄວາມເລິກລັບຂອງດາວທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນໄດ້ແກ່ທູດຂອງພຣະເຈົ້າໃນຄຣິສຕະຈັກທັງເຈັດ ແລະເຄື່ອງຮອງຕີນໂຄມທັງເຈັດນັ້ນໄດ້ແກ່ຄຣິສຕະຈັກທັງເຈັດ 21 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເອເຟໂຊວ່າ, “ພຣະອົງຜູ້ຊົງຖືດາວທັງເຈັດໄວ້ໃນພຣະຫັດເບື້ອງຂວາ ແລະສະເດັດໄປມາໃນຖ້າມກາງເຄື່ອງຮອງຕີນໂຄມທອງຄຳທັງເຈັດນັ້ນ ຊົງກ່າວດັ່ງນີ້ວ່າ,2 “ເຮົາຮູ້ຈັກການກະທຳຂອງເຈົ້າ ຮູ້ຈັກຄວາມເມື່ອຍຍາກ ແລະຄວາມພຽນອົດທົນຂອງເຈົ້າ ແລະຮູ້ຈັກເຈົ້າບໍ່ສາມາດທົນຕໍ່ຄົນຊົ່ວ ເຈົ້າໄດ້ລອງໃຈຄົນເຫລົ່ານັ້ນທີ່ອວດວ່າເປັນອັຄສາວົກ ແຕ່ເຂົາບໍ່ເປັນ ແລະເຈົ້າເຫັນວ່າເຂົາເປັນຄົນປອມ 3 ເຮົາຮູ້ວ່າເຈົ້າຍັງມີຄວາມອົດທົນ ແລະໄດ້ອົດເອົາເພາະເຫັນແກ່ນາມຂອງເຮົາ ແລະບໍ່ໄດ້ເມື່ອຍລ້າໄປ 4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າເສັຽ 5 ເຫດສັນນັ້ນຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດ ແລ້ວຈົ່ງກັບໃຈເສັຽໃຫມ່ ແລະທຳຕາມຢ່າງເດີມ ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ ແລະຈະຍົກເຄື່ອງຮອງຕີນໂຄມຂອງເຈົ້າອອກຈາກບ່ອນມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສັຽໃຫມ່ 6 ດີແຕ່ເຈົ້າຍັງມີສິ່ງນີ້ ຄືເຈົ້າກຽດຊັງກິຈການຂອງພວກນີໂກລາຍເຕ ຊຶ່ງເຮົາເອງກໍກຽດຊັງເຫມືອນກັນ 7 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ຜູ້ໃດມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ສຳລັບຊີວິດຊຶ່ງຢູ່ໃນເທພອຸທຍານຂອງພຣະເຈົ້າ” 8 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊະມີນາວ່າ, “ພຣອົງຜູ້ຊົງເປັນຜູ້ຕົ້ນແລະຜູ້ປາຍ ຜູ້ຊົງສິ້ນພຣະຊົນແລ້ວແລະກັບຄືນມາອີກ ໄດ້ຊົງກ່າວດັ່ງນີ້ວ່າ, 9 ເຮົາຮູ້ວ່າພວກເຈົ້າມີຄວາມທຸກລຳບາກແລະຍາກຈົນ (ແຕ່ວ່າເຈົ້າກໍຮັ່ງມີ) ແລະຮູ້ຄວາມຫມິ່ນປມາດຂອງຄົນເຫລົ່ານັ້ນທີ່ເວົ້າວ່າເຂົາເປັນພວກຢິວ ແລະເຂົາບໍ່ເປັນ ແຕ່ພວກເຂົາເປັນພັກພວກຂອງຊາຕານ 10 ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ເຈົ້າຈວນຈະໄດ້ຮັບນັ້ນ ເບິ່ງແມ໋, ພຍາມານຈວນຈະຈັບພວກເຈົ້າບາງຄົນຖິ້ມໃສ່ຄຸກເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸຈຣິດຈົນເຖິງວັນຕາຍ ແລ້ວເຮົາຈະເອົາພວງມາລັຍແຫ່ງຊີວິດໃຫ້ແກ່ເຈົ້າ 11 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ຜູ້ທີ່ມີຊັຍຊະນະຈະບໍ່ຖືກອັນຕະຣາຍຈາກຄວາມຕາຍຄັ້ງທີ່ສອງ” 12 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເປຄາໂມວ່າ, “ພຣະອົງຜູ້ຊົງພຣະແສງສອງຄົມນັ້ນ ຊົງກ່າວດັ່ງນີ້ວ່າ, 13 “ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ ຮູ້ວ່າທີ່ນັ້ນເປັນບັນລັງຂອງຊາຕານ ເຈົ້າຍັງຍຶດຖືນາມຂອງເຮົາໄວ້ຫມັ້ນ ແລະບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ແມ່ນວ່າໃນເວລາທີ່ ອັນຕີປາ ຜູ້ເປັນພຍານທີ່ສັດຊື່ຂອງເຮົາ ໄດ້ຖືກຂ້າເສັຽໃນຖ້າມກາງພວກເຈົ້າໃນບ່ອນທີ່ຊາຕານຢູ່ກໍຕາມ 14 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າບາງຂໍ້ ທີ່ນັ້ນມີບາງຄົນໃນພວກເຈົ້າທີ່ຖືຕາມຄຳສອນຂອງບາລາອາມ ຜູ້ໄດ້ສອນໃຫ້ກະສັດບາລາກກໍ່ເຫດການຕໍ່ຫນ້າພວກອິສຣາເອນ ເພື່ອໃຫ້ເຂົາຫລົງຜິດ ຄືໃຫ້ເຂົາກິນຂອງທີ່ໄດ້ບູຊາແກ່ພຣະທຽມແລ້ວ ແລະໃຫ້ເຂົາລ່ວງຜິດຊາຍຍິງ 15 ຢ່າງດຽວກັນໃນພວກເຈົ້າມີບາງຄົນທີ່ໄດ້ຖືຕາມຄຳສອນແຫ່ງພວກນິໂກລາຍເຕ 16 ເຫດສັນນັ້ນ ຈົ່ງກັບໃຈໃຫມ່ ຖ້າບໍ່ດັ່ງນັ້ນເຮົາຈະຮີບມາຫາເຈົ້າ ແລະຈະສູ້ຮົບກັບເຂົາເຫລົ່ານັ້ນດ້ວຍດາບຈາກປາກຂອງເຮົາ 17 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ເຮົາຈະໃຫ້ມານາທີ່ເຊື່ອງໄວ້ແກ່ຜູ້ທີ່ມີຊັຍຊະນະ ແລະຈະໃຫ້ຫີນຂາວແກ່ຜູ້ນັ້ນ ໃນຫີນນັ້ນມີຊື່ໃຫມ່ຈາຣຶກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ນອກຈາກຜູທີ່ຮັບເທົ່ານັ້ນ” 18 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງທົວເຕຣາວ່າ, “ພຣະບຸດຂອງພຣະເຈົ້າ ຜູ້ຊົງມີພຣະເນດເຫມືອນດັ່ງແປວໄຟ ແລະມີພຣະບາດເຫມືອນດັ່ງທອງເຫລືອງກ້ຽງ ຊົງກ່າວດັ່ງນີ້ວ່າ, 19 “ເຮົາຮູ້ຈັກການກະທຳຂອງເຈົ້າ ຮູ້ຄວາມຮັກ ຄວາມເຊື່ອ ການປະຕິບັດ ແລະຄວາມພຽນອົດທົນຂອງເຈົ້າ ຮູ້ວ່າການເບື້ອງປາຍຂອງເຈົ້າມີຫລາຍກວ່າການເບື້ອງຕົ້ນ 20 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າ ຄືເຈົ້າຍອມທົນຟັງຜູ້ຍິງຊື່ເຢເຊເບນ ທີ່ອ້າງຕົວເປັນຜູ້ປະກາດພຣະທັມ ຍິງນັ້ນສອນແລະລໍ້ລວງພວກຂ້ອຍໃຊ້ຂອງເຮົາໃຫ້ລ່ວງຜິດຊາຍຍິງ ແລະໃຫ້ກິນຂອງທີ່ບູຊາແກ່ພຣະທຽມແລ້ວ 21 ເຮົາໄດ້ໃຫ້ຍິງນັ້ນມີໂອກາດທີ່ຈະກັບໃຈໃຫມ່ ແຕ່ນາງບໍ່ຢາກກັບໃຈຈາກການຜິດຊາຍຍິງຂອງຕົນ 22 ດັ່ງນີ້ເຮົາຈະຖິ້ມຍິງນັ້ນໄວ້ເທິງບ່ອນນອນ ແລະຄົນທັງຫລາຍທີ່ລ່ວງຜິດຊາຍຍິງກັບຍິງນັ້ນ ເຮົາຈະຖິ້ມໄວ້ໃນຄວາມທຸກລຳບາກອັນຫນັກ ເວັ້ນໄວ້ແຕ່ຄົນເຫລົ່ານັ້ນຈະກັບໃຈເສັຽໃຫມ່ຈາກບັນດາການກະທຳຂອງຍິງນັ້ນ 23 ຝ່າຍລູກຂອງຍິງນັ້ນ ເຮົາຈະປະຫານເຂົາໃຫ້ຕາຍເສັຽ ແລະຄຣິສຕະຈັກທັງປວງຈະໄດ້ຮູ້ວ່າເຮົານີ້ເປັນຜູ້ຊັນນະສູດເບິ່ງຈິດໃຈ ເຮົາຈະໃຫ້ຮາງວັນແກ່ເຈົ້າທັງຫລາຍທຸກຄົນຕາມການກະທຳຂອງຕົນ 24 ແຕ່ພວກເຈົ້າທີ່ຍັງເຫລືອຢູ່ທີ່ເມືອງທົວເຕຣາ ຄືຜູ້ທີ່ບໍ່ໄດ້ຖືຄຳສອນນີ້ ແລະບໍ່ຮູ້ຈັກສິ່ງທີ່ເຂົາເອີ້ນວ່າຄວາມເລິກລັບຂອງຊາຕານນັ້ນ ເຮົາຂໍບອກວ່າເຮົາບໍ່ເອົາພາຣະອື່ນໃດວາງໃສ່ພວກເຈົ້າ 25 ແຕ່ສິ່ງທີ່ເຈົ້າທັງຫລາຍມີຢູ່ແລ້ວນັ້ນ ຈົ່ງຍຶດຖືໄວ້ໃຫ້ຫມັ້ນຈົນກວ່າເຮົາຈະມາ 26 ຜູ້ທີ່ມີຊັຍຊະນະແລະຖືກຮັກສາກິຈການຂອງເຮົາໄວ້ຈົນເຖິງທີ່ສຸດ ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ 27 ແລະຜູ້ນັ້ນຈະບັງຄັບບັນຊາເຂົາດ້ວຍຄ້ອນເຫລັກ ເຫມືອນດັ່ງຊ່າງຫມໍ້ທຳລາຍຫມໍ້ດິນໃຫ້ແຕກຫມຸ່ນເສັຽ ຕາມທີ່ເຮົານີ້ໄດ້ຮັບອຳນາດຈາກພຣະບິດາຂອງເຮົາເຫມືອນກັນ 28 ແລະເຮົາຈະປະທານດາວເພັກໃຫ້ແກ່ຜູ້ນັ້ນ 29 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ” 31 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງຊາເດວ່າ, ພຣະອົງຜູ້ຊົງມີພຣະວິນຍານທັງເຈັດຂອງພຣະເຈົ້າ ແລະຊົງມີດາວທັງເຈັດດວງນັ້ນ ຊົງກ່າວດັ່ງນີ້ວ່າ, “ເຮົາຮູ້ຈັກການກະທຳຂອງເຈົ້າ ເຈົ້າຜູ້ຊື່ວ່າມີຊີວິດຢູ່ແຕ່ວ່າເຈົ້າຕາຍເສັຽແລ້ວ2 ເຈົ້າຈຶ່ງຕື່ນຂຶ້ນ ແລະເຊີດຊູສ່ວນທີ່ເຫລືອ ຊຶ່ງຈວນຈະຕາຍແລ້ວນັ້ນໃຫ້ແຂງແຮງຂຶ້ນ ເພາະວ່າເຮົາບໍ່ພົບການກະທຳຂອງເຈົ້າສຳເຣັດດີ ຕໍ່ພຣະພັກພຣະເຈົ້າຂອງເຮົາ 3 ເຫດສັນນັ້ນເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ ຈົ່ງຖືກຮັກສາແລະກັບໃຈເສັຽໃຫມ່ ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເຫມືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ 4 ແຕ່ວ່າໃນເມືອງຊາເດ ເຈົ້າກໍຍັງມີຄົນຈຳນວນຫນ້ອຍທີ່ບໍ່ໄດ້ເຮັດເສື້ອຜ້າຂອງຕົນເປື້ອນເປິ ຄົນເຫລົ່ານັ້ນຈະນຸ່ງເຄື່ອງຂາວຍ່າງໄປກັບເຮົາ ເພາະເຂົາເປັນຄົນສົມຄວນຢູ່ແລ້ວ 5 ຜູ້ທີ່ມີຊັຍຊະນະ ຜູ້ນັ້ນຈະຫົ່ມເຄື່ອງຂາວແລະເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກເສັຽຈາກທະບຽນແຫ່ງຊີວິດຈັກເທື່ອ ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຕໍ່ ພຣະພັກພຣະບິດາຂອງເຮົາ ແລະຕໍ່ຫນ້າຝູງເທວະດາຂອງພຣະອົງ 6 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ” 7 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຟີລາເດັນເຟັຽວ່າ “ພຣະອົງບໍຣິສຸດ ຜູ້ສັດຈິງ ຜູ້ຊົງຖືຂໍກະແຈຂອງດາວິດ ຜູ້ຊົງໄຂແລ້ວຈະບໍ່ມີຜູ້ໃດອັດ ຜູ້ຊົງອັດແລ້ວຈະບໍ່ມີຜູ້ໃດໄຂ ຊົງກ່າວດັ່ງນີ້ວ່າ, 8 “ເຮົາຮູ້ຈັກການກະທຳຂອງເຈົ້າ ເບິ່ງແມ໋, ເຮົາໄດ້ໃຫ້ມີປະຕູໄຂຢູ່ຕໍ່ຫນ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້ ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ 9 ເບິ່ງແມ໋, ເຮົາຈະໃຫ້ພັກພວກຂອງຊາຕານທີ່ຕົວະວ່າເຂົາເອງເປັນຊາດຢິວ ແຕ່ບໍ່ໄດ້ເປັນນັ້ນ ມາຂາບລົງແທບຕີນຂອງເຈົ້າ ແລະຈະໃຫ້ເຂົາຮູ້ວ່າຝ່າຍເຮົາໄດ້ຣັກເຈົ້າ 10 ເພາະວ່າເຈົ້າໄດ້ຖືຮັກສາຕາມຄຳຂອງເຮົາ ຊຶ່ງໃຫ້ມີຄວາມພຽນອົດທົນ ຝ່າຍເຮົາຈະປ້ອງກັນເຈົ້າເຫມືອນກັນ ໃຫ້ພົ້ນຈາກການທົດລອງທີ່ຈວນຈະມີມາທົ່ວໂລກ ເພື່ອຈະລອງໃຈຄົນທັງປວງທີ່ຢູ່ເຫນືອຫນ້າແຜ່ນດິນ 11 ເຮົາຈະມາໃນໄວໆນີ້ ຈົ່ງຍຶດຫມັ້ນຢູ່ໃນສິ່ງທີ່ເຈົ້າມີນັ້ນ ເພື່ອບໍ່ໃຫ້ຜູ້ໃດຍາດຊິງເອົາພວງມາລັຍຂອງເຈົ້າໄປໄດ້ 12 ຜູ້ທີ່ມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນເປັນເສົາໃນພຣະວິຫານພຣະເຈົ້າຂອງເຮົາ ແລະຜູ້ນັ້ນແຫລະ ບໍ່ອອກໄປນອກພຣະວິຫານຈັກເທື່ອ ເຮົາຈະຈາຣຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ມະຫານະຄອນແຫ່ງພຣະເຈົ້າຂອງເຮົາ ຄືກຸງເຢຣູຊາເລັມໃຫມ່ ຈຶ່ງລົງມາແຕ່ສວັນຈາກພຣະເຈົ້າຂອງເຮົາ ແລະເຮົາຈະຈາຣຶກນາມໃຫມ່ຂອງເຮົາໃສ່ຜູ້ນັ້ນເຫມືອນກັນ 13 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ” 14 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ, “ພຣະອົງຜູ້ຊົງເປັນອາແມນນັ້ນ ຊົງເປັນພຍານທີ່ສັດຊື່ແລະທ່ຽງທັມ ຊົງເປັນປະຖົມເຫດແຫ່ງສິ່ງສາຣະພັດຊຶ່ງພຣະເຈົ້າໄດ້ຊົງສ້າງ ໄດ້ຊົງກ່າວດັ່ງນີ້ວ່າ, 15 “ເຮົາຮູ້ຈັກການກະທຳຂອງເຈົ້າ ເຈົ້າບໍ່ເຢັນບໍ່ຮ້ອນ ເຮົາຢາກໃຫ້ເຈົ້າເຢັນຫລືຮ້ອນ 16 ເພາະເຈົ້າພຽງແຕ່ອຸ່ນໆບໍ່ເຢັນບໍ່ຮ້ອນ ດັ່ງນັ້ນເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ 17 ເພາະເຈົ້າເວົ້າວ່າ, “ຂ້ອຍຮັ່ງມີແລ້ວ ໄດ້ຊັບສິ່ງຂອງທະວີຂຶ້ນ ຂ້ອຍບໍ່ຕ້ອງການສິ່ງໃດ” ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ ເປັນຄົນຫນ້າສົງສານ ເປັນຄົນຂັດສົນ ເປັນຄົນຕາບອດ ແລະເປືອຍກາຍຢູ່ 18 ເຫດນັ້ນເຮົາເຕືອນສະຕິເຈົ້າໃຫ້ຊື້ຄຳທີ່ຫລອມໃຫ້ບໍຣິສຸດແລ້ວຈາກເຮົາ ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ ແລະໃຫ້ເຈົ້າຊື້ເສື້ອຜ້າຂາວນຸ່ງຫົ່ມຕົວ ເພື່ອປົກບັງຄວາມລະອາຍຂອງການເປືອຍກາຍຂອງເຈົ້າບໍ່ໃຫ້ປາກົດ ແລະຊື້ຢາໃສ່ຕາຂອງເຈົ້າເພື່ອເຈົ້າຈະໄດ້ເຫັນຮຸ່ງ 19 ຝ່າຍເຮົາ ເຮົາຮັກຜູ້ໃດເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ ເຫດສັນນັ້ນ ຈຶ່ງມີໃຈຮ້ອນຮົນແລະຕັ້ງໃຈເສັຽໃຫມ່ 20 ເບິ່ງແມ໋, ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ເຮົາຈະຮັບປະທານອາຫານຮ່ວມກັບຜູ້ນັ້ນ ແລະຜູ້ນັ້ນຈະຮັບປະທານອາຫານຮ່ວມກັບເຮົາ 21 ຜູ້ທີ່ຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເຫມືອນກັບທີ່ເຮົາມີຊັຍຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາຂອງເຮົາເທິງຣາຊບັນລັງຂອງພຣະອົງ 22 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົບກ່າວແກ່ຄຣິສຕະຈັກທັງຫລາຍ” 41 ພາຍຫລັງເຫດການທັງຫລາຍນີ້ ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້ ມີປະຕູໄຂຢູ່ໃນສວັນ ແລະພຣະສຸຣະສຽງທຳອິດທີ່ຂ້າພະເຈົ້າໄດ້ຍິນ ຊົງກ່າວກັບຂ້າພະເຈົ້າເຫມືອນດັ່ງສຽງແກວ່າ, “ຈົ່ງຂຶ້ນມາທີ່ນີ້ ແລະເຮົາຈະສະແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍຫນ້າ”2 ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ໋, ມີຣາຊບັນລັງຕັ້ງຢູ່ໃນສວັນ ມີທ່ານອົງນຶ່ງປະທັບເທິງບັນລັງນັ້ນ 3 ທ່ານຜູ້ປະທັບເທິງບັນລັງນັ້ນມີລັກສະນະເຫມືອນແກ້ວມະນີໂຊດ ແລະແກ້ວພິລາ ມີຮຸ້ງກິນນ້ຳລ້ອມຮອບຣາຊບັນລັງນັ້ນຄ້າຍຄືແສງແກ້ວມໍຣະກົດ 4 ລ້ອມຮອບຣາຊບັນລັງນັ້ນມີບັນລັງອີກຊາວສີ່ອັນ ແລະມີຜູ້ອາວຸໂສຊາວສີ່ທ່ານນັ່ງເທິງບັນລັງເຫລົ່ານັ້ນ ທຸກທ່ານນຸ່ງເຄື່ອງຂາວແລະມີພວງມາລັຍຄຳສວມຫົວ 5 ມີຟ້າແມບຮ້ອງແລະສຽງຕ່າງໆດັງອອກມາຈາກຣາຊບັນລັງນັ້ນ ແລະມີໂຄມໄຟເຈັດຫນ່ວຍໄຕ້ໄວ້ຕໍ່ຫນ້າຣາຊບັນລັງນັ້ນ ໂຄມໄຟເຫລົ່ານັ້ນຄືວິນຍານທັງເຈັດຂອງພຣະເຈົ້າ 6 ຢູ່ຕໍ່ຫນ້າຣາຊບັນລັງເປັນເຫມືອນທະເລແກ້ວມະນີ ຢູ່ອ້ອມຮອບຣາຊບັນລັງທຸກດ້ານມີສັຕໂລກສີ່ໂຕ ຊຶ່ງມີຕາເຕັມທັງຂ້າງຫນ້າແລະຂ້າງຫລັງ 7 ສັດໂຕທີ່ນຶ່ງເຫມືອນສິງ ໂຕທີ່ສອງເຫມືອນງົວນ້ອຍ ໂຕທີ່ສາມມີຫນ້າເຫມືອນມະນຸດ ແລະໂຕທີ່ສີ່ເຫມືອນນົກອິນຊີກຳລັງບິນ 8 ສັດທັງສີ່ໂຕ ທຸກໂຕມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ ສັດເຫລົ່ານັ້ນຮ້ອງຕລອດເວັນ ຕລອດຄືນ ບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ແລະຜູ້ຈະສະເດັດມາ” 9 ຄັນສັດເຫລົ່ານັ້ນຖວາຍຄຳສັຣເສີນ ຖວາຍພຣະກຽດ ແລະໂມທະນາພຣະຄຸນແດ່ພຣະອົງ ຜູ້ປະທັບເທິງຣາຊບັນລັງ ຜູ້ຊົງມີພຣະຊົນດຳຣົງຢູ່ຕລອດໄປເປັນນິດເມື່ອໃດ 10 ເມື່ອນັ້ນບັນດາຜູ້ອາວຸໂສຊາວສີ່ທ່ານກໍຂາບລົງຖວາຍບັງຄົມພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ ນະມັສການພຣະອົງ ຜູ້ຊົງພຣະຊົນຢູ່ຕລອດໄປເປັນນິດ ແລ້ວຖອດພວງມາລັຍອອກວາງລົງຕໍ່ຫນ້າຣາຊບັນລັງຮ້ອງວ່າ, 11 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພຣະອົງທັງຫລາຍ ພຣະອົງຊົງສົມຄວນທີ່ຈະໄດ້ຣັບຄຳສັຣເສີນ ພຣະກຽດ ແລະຣິດເດດ ເພາະວ່າພຣະອົງໄດ້ຊົງສ້າງສັພສິ່ງທັງປວງ ແລະສັພສິ່ງທັງປວງນັ້ນກໍຊົງສ້າງຂຶ້ນແລ້ວ ແລະດຳຣົງຢູ່ຕາມຊອບພຣະທັຍພຣະອົງ” 51 ໃນພຣະຫັດເບື້ອງຂວາຂອງພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ຂ້າພະເຈົ້າໄດ້ເຫັນຫນັງສືມ້ວນນຶ່ງຂຽນໄວ້ທັງຂ້າງໃນແລະຂ້າງນອກ ຕີຕາປະທັບໄວ້ເຈັດດວງ2 ແລະຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດຕົນນຶ່ງປະກາດດ້ວຍສຽງອັນດັງວ່າ, “ຜູ້ໃດຫນໍເປັນຜູ້ສົມຄວນຈະແກະຕາປະທັບແລະມາຍມ້ວນຫນັງສືມ້ວນນີ້ອອກ” 3 ບໍ່ມີຜູ້ໃດໃນສວັນ ເທິງແຜ່ນດິນໂລກ ຫລືໃຕ້ແຜ່ນດິນກໍດີ ທີ່ສາມາດມາຍຫນັງສືມ້ວນນັ້ນອອກ ຫລືເບິ່ງຫນັງສືນັ້ນໄດ້ 4 ຂ້າພະເຈົ້າໄດ້ຮ້ອງໄຫ້ຮ່ຳໄຮຫລາຍ ເພາະບໍ່ມີຜູ້ໃດສົມຄວນຈະມາຍຫນັງສືນັ້ນອອກຫລືເບິ່ງໄດ້ 5 ແລ້ວມີຜູ້ນຶ່ງໃນພວກອາວຸໂສນັ້ນ ບອກຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້ ເບິ່ງແມ໋, ສິງແຫ່ງຕະກູນຢູດາ ຫນໍ່ເຊື້ອຂອງດາວິດໄດ້ຊັຍຊະນະແລ້ວ ຈຶ່ງສາມາດແກະຕາທັງເຈັດແລະມາຍຫນັງສືນັ້ນອອກໄດ້” 6 ໃນລະຫວ່າງພຣະຣາຊບັນລັງກັບສັດທັງສີ່ ແລະໃນຖ້າມກາງພວກອາວຸໂສເຫລົ່ານັ້ນ ຂ້າພະເຈົ້າໄດ້ເຫັນພຣະເມສານ້ອຍປະທັບຢືນຢູ່ເຫມືອນຖືກຂ້າແລ້ວ ພຣະເມສານ້ອຍນັ້ນມີເຂົາເຈັດອັນ ມີຕາເຈັດຫນ່ວຍຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ອອກໄປທົ່ວແຜ່ນດິນໂລກ 7 ແລະພຣະເມສານ້ອຍນັ້ນໄດ້ເຂົ້າມາຮັບຫນັງສືມ້ວນນັ້ນຈາກພຣະຫັດເບື້ອງຂວາຂອງພຣະອົງ ຜູ້ຊົງປະທັບເທິງຣາຊບັນລັງນັ້ນ 8 ເມື່ອພຣະອົງຊົງຮັບຫນັງສືນັ້ນແລ້ວ ສັດທັງສີ່ກັບພວກອາວຸໂສຊາວສີ່ທ່ານນັ້ນ ກໍຂາບລົງຖວາຍບັງຄົມພຣະເມສານ້ອຍ ທຸກທ່ານຖືພີນແລະຂັນຄຳເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ 9 ເຂົາໄດ້ຮ້ອງເພງໃຫມ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນຈະຊົງຮັບມ້ວນຫນັງສື ແລະແກະຕາມ້ວນ ຫນັງສືອອກເພາະວ່າພຣະອົງຊົງຖືກຂ້າແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າທຸກພາສາທຸກຊາດແລະທຸກປະເທດສຳລັບພຣະເຈົ້າ 10 ພຣະອົງໄດ້ຊົງບັນດານໃຫ້ເຂົາເປັນຣາຊອານາຈັກ ແລະເປັນປະໂຣຫິດທີ່ປະຕິບັດພຣະເຈົ້າຂອງພວກເຮົາ ແລະເຂົາເຫລົ່ານັ້ນຈະໄດ້ປົກຄອງແຜ່ນດິນໂລກ” 11 ແລ້ວຂ້າພະເຈົ້າໄດ້ຫລຽວເບິ່ງ ແລະໄດ້ຍິນສຽງເທວະດາ ເປັນຈຳນວນຫລວງຫລາຍນັບເປັນໂກດໆ ແສນໆ ຊຶ່ງຢູ່ອ້ອມຮອບພຣະຣາຊບັນລັງ ຣອບສັດ ແລະຮອບຜູ້ອາວຸໂສທັງຫລາຍນັ້ນ 12 ຮ້ອງສຽງດັງວ່າ, “ພຣະເມສານ້ອຍຜູ້ຖືກຂ້າແລ້ວນັ້ນ ເປັນຜູ້ທີ່ສົມຄວນໄດ້ຮັບຣິດເດດ ຊັບສົມບັດ ສະຕິປັນຍາ ອານຸພາບ ກຽດຕິຍົດ ສະງ່າຣາສີ ແລະຄຳສັຣເສີນ” 13 ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງຫມົດ ທັງໃນສວັນ ເທິງແຜ່ນດິນໂລກ ໃຕ້ແຜ່ນດິນ ແລະໃນມະຫາສະຫມຸດ ຄືສິ່ງທັງປວງຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັຣເສີນ ກຽດຕິຍົດ ສະງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍຕລອດໄປເປັນນິດ” 14 ສັດທັງສີ່ນັ້ນກໍຮ້ອງວ່າ, “ອາແມນ” ແລະຜູ້ອາວຸໂສເຫລົ່ານັ້ນກໍຂາບລົງນະມັສການ 61 ເມື່ອພຣະເມສານ້ອຍຊົງແກະຕາດວງນຶ່ງໃນເຈັດດວງນັ້ນອອກແລ້ວ ຂ້າພະເຈົ້າໄດ້ເບິ່ງແລະໄດ້ຍິນສັດໂຕນຶ່ງໃນສີ່ໂຕນັ້ນຮ້ອງສຽງດັງເຫມືອນສຽງຟ້າຮ້ອງວ່າ, “ມາເທາະ”2 ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້, ມີມ້າສີຂາວໂຕນຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືທະນູ ແລະໄດ້ຮັບພຣະຣາຊທານພວງມາລັຍ ແລ້ວກໍຂີ່ມ້າອອກໄປຢ່າງມີຊັຍເພື່ອຈະຊັຍຊະນະ 3 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສອງນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສອງຮ້ອງວ່າ, “ມາເທາະ” 4 ແລະມີມ້າສີແດງເຂັ້ມໂຕນຶ່ງອອກມາອີກ ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບພຣະຣາຊອະນຸຍາດໃຫ້ນຳສັນຕິສຸກໄປຈາກໂລກ ເພື່ອໃຫ້ຄົນທັງປວງຮົບຮາຂ້າຟັນກັນ ແລະທັງໄດ້ພຣະຣາຊທານດາບໃຫຍ່ດວງນຶ່ງໃຫ້ແກ່ຜູ້ນັ້ນ 5 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສາມນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສາມຮ້ອງວ່າ, “ມາເທາະ” ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້, ມີມ້າສີດຳໂຕນຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືຄັນຊັ່ງ 6 ຂ້າພະເຈົ້າໄດ້ຍິນເຫມືອນກັບສຽງທີ່ດັງອອກມາຈາກຖ້າມກາງສັດທັງສີ່ນັ້ນວ່າ, “ເຂົ້າບເລຣາຄາລິດນຶ່ງຕໍ່ນຶ່ງເດນາຣິອົນ ເຂົ້າເດືອຍສາມລິດຕໍ່ນຶ່ງເດນາຣິອົນ ແຕ່ຢ່າເຮັດອັນຕະຣາຍຕໍ່ນ້ຳມັນແລະເຫລົ້າແວງ” 7 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສີ່ຮ້ອງວ່າ, “ມາເທາະ” 8 ຂ້າພະເຈົ້າໄດ້ເຫັນ ແລະດັ່ງນີ້, ມີມ້າສີຂຽວອ່ອນໂຕນຶ່ງອອກມານັ້ນແລ້ວ ຜູ້ທີ່ຂີ່ມ້ານັ້ນມີຊື່ວ່າ ມັດຈຸຣາຊ ແລະແດນມໍຣະນາກໍຕິດຕາມມານຳ ເຂົາທັງສອງໄດ້ຮັບພຣະຣາຊທານອຳນາດລ້າງຜານແຜ່ນດິນໂລກໄດ້ນຶ່ງສ່ວນສີ່ດ້ວຍຄົມດາບ ດ້ວຍຄວາມອຶດຢາກ ດ້ວຍຄວາມຕາຍ ແລະດ້ວຍສັດຮ້າຍຕ່າງໆໃນແຜ່ນດິນໂລກ 9 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫ້ານັ້ນແລ້ວ ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ ເປັນວິນຍານຂອງຄົນທັງຫລາຍທີ່ຖືກຂ້າເພາະພຣະທັມຂອງພຣະເຈົ້າ ແລະເພາະຄຳພຍານທີ່ເຂົາຍຶດຖືນັ້ນ 10 ເຂົາເຫລົ່ານັ້ນໄດ້ຮ້ອງດັງຂຶ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ບໍຣິສຸດແລະທ່ຽງແທ້ ຍັງດົນປານໃດຫນໍ ພຣະອົງຈຶ່ງຈະຊົງພິພາກສາຕອບສນອງຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກທີ່ໄດ້ຂ້າພວກຂ້າພຣະອົງນັ້ນ” 11 ແລ້ວເຂົາທຸກຄົນໄດ້ຮັບພຣະຣາຊທານເສື້ອສີຂາວແລະຊົງສັ່ງໃຫ້ເຂົາລໍໄປຈັກຫນ້ອຍ ຈົນກວ່າຈຳນວນເພື່ອນຂ້ອຍໃຊ້ແລະພີ່ນ້ອງຂອງເຂົາຈະຄົບຖ້ວນແລ້ວ ຄືພວກທີ່ຈວນຈະຖືກຂ້າເຫມືອນກັບເຂົານັ້ນ 12 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫົກນັ້ນແລ້ວ ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້, ເກີດແຜ່ນດິນຫວັ່ນໄຫວອັນໃຫຍ່ ດວງອາທິດກໍເກີດມືດດຳເຫມືອນດັ່ງຜ້າຂົນສັດຫຍາບ ດວງຈັນວັນເພັງກໍກັບເກີດເປັນສີເລືອດ 13 ດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນເຫມືອນກັບຕົ້ນເດື່ອເທດທີ່ຖືກລົມກ້າພັດຈົນຫມາກທີ່ຍັງບໍ່ທັນສຸກຫລົ່ນລົງຫມົດ 14 ທ້ອງຟ້າກໍຫົດເຂົ້າເສັຽເຫມືອນດັ່ງຫນັງສືທີ່ເຂົາມ້ວນ ພູທຸກຫນ່ວຍແລະເກາະທຸກເກາະກໍເຄື່ອນໄປຈາກບ່ອນເດີມ 15 ແລ້ວກະສັດທັງຫລາຍໃນແຜ່ນດິນໂລກ ພວກເຈົ້ານາຍ ພວກນາຍພັນນາຍພົນ ພວກເສດຖີ ພວກຜູ້ມີອຳນາດ ແລະທຸກຄົນທັງທີ່ເປັນຂ້ອຍຂ້າແລະມີເສຣີກໍພາກັນໄປລີ້ຊ່ອນຢູ່ໃນຖ້ຳແລະໃນຫວ່າງຫີນຕາມພູ 16 ເຂົາຮ້ອງບອກພູແລະໂງ່ນຫີນວ່າ, “ຂໍໃຫ້ເນີ້ງມາບັງພວກເຮົາໄວ້ ໃຫ້ພົ້ນຈາກພຣະພັກຂອງພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງແລະຈາກພຣະພິໂຣດຂອງພຣະເມສານ້ອຍນັ້ນ 17 ເພາະວ່າວັນສຳຄັນແຫ່ງພຣະພິໂຣດຂອງພຣະອົງໄດ້ມາເຖິງແລ້ວ ແລະຜູ້ໃດຫນໍ ຈະອາດທົນຢູ່ໄດ້” 71 ຫລັງຈາກນັ້ນຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ ຢືນຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຫ້າມລົມໃນແຜ່ນດິນທັງສີ່ທິດໄວ້ບໍ່ໃຫ້ພັດມາໃສ່ບົກ ໃສ່ທະເລ ຫລືຕົ້ນໄມ້ໃດໆ2 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງ ປາກົດຂຶ້ນມາຈາກທິດຕາເວັນອອກ ຖືຕາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ເທວະດາຕົນນັ້ນປະກາດສຽງດັງແກ່ເທວະດາທັງສີ່ ຜູ້ຊຶ່ງໄດ້ຮັບພຣະຣາຊທານອຳນາດໃຫ້ເຮັດອັນຕະຣາຍແກ່ແຜ່ນດິນແລະທະເລນັ້ນ 3 ວ່າ, “ຢ່າເຮັດອັນຕະຣາຍແກ່ແຜ່ນດິນ ແກ່ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະໄດ້ປະທັບຕາໄວ້ທີ່ຫນ້າຜາກບັນດາຂ້ອຍຂ້າຂອງພຣະເຈົ້າຂອງເຮົາເສັຽກ່ອນ” 4 ແລະຂ້າພະເຈົ້າໄດ້ຍິນຈຳນວນຂອງຜູ້ທີ່ໄດ້ຮັບປະທັບຕາແລ້ວ ຄືຜູ້ທີ່ມາຈາກທຸກຕະກູນໃນພວກອິສຣາເອນ ມີແສນສີ່ຫມື່ນສີພັນຄົນ 5 ຈາກຕະກູນຢູດາ ມີຫມື່ນສອງພັນຄົນ ຈາກຕະກູນຣູເບນ ຫມື່ນສອງພັນຄົນ ຈາກຕະກູນກາດ ຫມື່ນສອງພັນຄົນ 6 ຈາກຕະກູນອາເຊີ ຫມື່ນສອງພັນຄົນ ຈາກຕະກູນເນັຟທາລີ ຫມື່ນສອງພັນຄົນ ຈາກຕະກູນມານັສເຊ ຫມື່ນສອງພັນຄົນ 7 ຈາກຕະກູນຊີເມໂອນ ຫມື່ນສອງພັນຄົນ ຈາກຕະກູນເລວີ ຫມື່ນສອງພັນຄົນ ຈາກຕະກູນອິສຊາຄາ ຫມື່ນສອງພັນຄົນ 8 ຈາກຕະກູນເຊບູລູນ ຫມື່ອສອງພັນຄົນ ຈາກຕະກູນໂຢເຊັບ ຫມື່ອສອງພັນຄົນ ຈາກຕະກູນເບັນຢາມີນ ຫມື່ອສອງພັນຄົນ 9 ຫລັງຈາກນັ້ນຂ້າພະເຈົ້າເບິ່ງ ແລະດັ່ງນີ້, ມີຝູງຄົນຫລວງຫລາຍເຫລືອຄະນານັບ ມາຈາກທຸກປະເທດ ທຸກຕະກູນ ທຸກຊາດ ແລະທຸກພາສາ ຄົນເຫລົ່ານັ້ນນຸ່ງເຄື່ອງສີຂາວ ຖືກ້ານຕານ ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງແລະຕໍ່ພຣະພັກພຣະເມສານ້ອຍນັ້ນ 10 ຮ້ອງສຽງດັງວ່າ, “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບເທິງພຣະຣາຊບັນລັງ ແລະຂຶ້ນຢູ່ກັບພຣະເມສານ້ອຍ” 11 ແລະເທວະດາທັງປວງທີ່ຢືນອ້ອມພຣະຣາຊບັນລັງ ອ້ອມອາວຸໂສ ແລະອ້ອມສັດທັງສີ່ນັ້ນ ກົ້ມລົງຕໍ່ຫນ້າພຣະຣາຊບັນລັງ ນະມັສການພຣະເຈົ້າ 12 ໂດຍກ່າວວ່າ, “ອາແມນ ຄວາມສັຣເສີນ ສະງ່າຣາສີ ສະຕິປັນຍາ ຄຳໂມທະນາ ພຣະກຽດຕິຍົດ ອຳນາດ ແລະຣິດເດດ ຈົ່ງມີແດ່ພຣະເຈົ້າຂອງພວກຂ້າພຣະອົງຕລອດໄປເປັນນິດ ອາແມນ” 13 ແລ້ວຜູ້ນຶ່ງໃນພວກອາວຸໂສນັ້ນຖາມຂ້າພະເຈົ້າວ່າ, “ຄົນທີ່ນຸ່ງເຄື່ອງສີຂາວເຫລົ່ານັ້ນແມ່ນໃຜ ແລະມາແຕ່ໃສ” 14 ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານກໍຊາບຢູ່ແລ້ວ” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫລົ່ານີ້ແຫລະ, ທີ່ມາຈາກຄວາມທຸກຂະເວທນາອັນໃຫຍ່ ເຂົາໄດ້ຊຳຮະລ້າງເສື້ອຜ້າຂອງເຂົາໃຫ້ຂາວສະອາດດ້ວຍພຣະໂລຫິດຂອງພຣະເມສານ້ອຍນັ້ນ 15 ເພາະເຫດນັ້ນເຂົາຈຶ່ງໄດ້ຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ ແລະປະຕິບັດພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນແລະກາງຄືນ ແລະພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງເຂົາ 16 ຕໍ່ໄປເຂົາຈະບໍ່ອຶດເຂົ້າຢາກນ້ຳອີກຈັກເທື່ອ ແສງແດດແລະຄວາມຮ້ອນຢ່າງນຶ່ງຢ່າງໃດຈະບໍ່ສ່ອງຖືກເຂົາ 17 ເພາະວ່າພຣະເມສານ້ອຍ ທີ່ປະທັບຢູ່ຖ້າມກາງພຣະຣາຊບັນລັງນັ້ນ ຈະຊົງເປັນຜູ້ດູແລເຂົາແລະຈະຊົງນຳເຂົາໄປເຖິງນ້ຳພຸອັນປະກອບດ້ວຍຊີວິດ ແລະພຣະເຈົ້າຈະຊົງເຊັດນ້ຳຕາທຸກຢົດຈາກຕາຂອງເຂົາ” 81 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ເຈັດ ຄວາມສງັດງຽບກໍເກີດຂຶ້ນໃນສວັນປະມານເຄິ່ງຊົ່ວໂມງ2 ແລ້ວຂ້າພະເຈົ້າກໍເຫັນເທວະດາເຈັດຕົນທີ່ຢືນຢູ່ຕໍ່ພຣະພັກພຣະເຈົ້ານັ້ນ ໄດ້ຮັບພຣະຣາຊທານແກ່ເຈັດອັນ 3 ມີເທວະດາອີກຕົນນຶ່ງຖືຫມໍ້ຄຳຫນ່ວຍນຶ່ງອອກມາຢືນຢູ່ຕໍ່ຫນ້າແທ່ນ ໄດ້ຣັບພຣະຣາຊທານເຄື່ອງຫອມຈໍານວນຫລາຍ ເພື່ອຈະຖວາຍຮ່ວມກັບຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ ເທິງແທ່ນຄຳທີ່ຢູ່ຕໍ່ຫນ້າພຣະຣາຊບັນລັງນັ້ນ 4 ແລະຄວັນເຄື່ອງຫອມນັ້ນກໍລອຍຂຶ້ນໄປ ພ້ອມກັບຄຳໄຫວ້ວອນຂອງພວກໄພ່ພົນຂອງພຣະເຈົ້າ ຈາກມືເທວະດາຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ 5 ແລ້ວເທວະດາຕົນນັ້ນໄດ້ຖືຫມໍ້ໄປເອົາໄຟຈາກແທ່ນໃສ່ໃຫ້ເຕັມ ໂຍນຫມໍ້ນັ້ນລົງເທິງແຜ່ນດິນໂລກ ກໍເກີດມີສຽງຟ້າຮ້ອງ ສຽງຕ່າງໆ ມີຟ້າແມບແລະແຜ່ນດິນຫວັ່ນໄຫວ 6 ແລະເທວະດາຕົນທີ່ຖືແກທັງເຈັດນັ້ນ ຕ່າງກໍຕຽມພ້ອມທີ່ຈະເປົ່າ 7 ເມື່ອເທວະດາຕົນແຣກເປົ່າແກຂຶ້ນ ຫມາກເຫັບແລະໄຟປົນເລືອດຖືກຖິ້ມລົງມາຍັງແຜ່ນດິນ ແຜ່ນດິນໂລກຖືກໄຫມ້ເສັຽນຶ່ງສ່ວນສາມ ຕົ້ນໄມ້ກໍຖືກໄມ້ເສັຽນຶ່ງສ່ວນສາມ ແລະຫຍ້າຂຽວສົດຖືກໄຫມ້ເສັຽທັງຫມົດ 8 ເມື່ອເທວະດາຕົນທີ່ສອງເປົ່າແກຂຶ້ນ ກໍມີສິ່ງນຶ່ງເຫມືອນພູຫນ່ວຍໃຫຍ່ທີ່ໄຟກຳລັງໄຫມ້ຢູ່ ຖືກຖິ້ມລົງໃນທະເລ ແລະທະເລນັ້ນໄດ້ກາຍເປັນເລືອດເສັຽນຶ່ງສ່ວນສາມ 9 ສາຣະພັດໃນທະເລທີ່ມີຊີວິດຢູ່ກໍຕາຍເສັຽນຶ່ງສ່ວນສາມ ແລະບັນດາເຮືອສະເພົາກໍຖືກທຳລາຍເສັຽນຶ່ງສ່ວນສາມ 10 ເມື່ອເທວະດາຕົນທີ່ສາມເປົ່າແກຂຶ້ນ ກໍມີດາວໃຫຍ່ດວງນຶ່ງລຸກເປັນໄຟເຫມືອນກະບອງຕົກຈາກທ້ອງຟ້າ ດາວນັ້ນຕົກໃສ່ແມ່ນ້ຳນຶ່ງສ່ວນສາມ ແລະຕົກໃສ່ນ້ຳພຸທັງຫລາຍ 11 ດາວດວງນີ້ມີຊື່ວ່າ ອັບຊິນໂຕ ຣົດຂອງນ້ຳຈຶ່ງກາຍເປັນຣົດຂົມນຶ່ງສ່ວນສາມ ແລະຄົນຈຳນວນຫລວງຫລາຍໄດ້ຕາຍເພາະນ້ຳນັ້ນມີຣົດຂົມ 12 ເມື່ອເທວະດາຕົນທີ່ສີ່ເປົ່າແກຂຶ້ນ ດວງອາທິດກໍຖືກທຳລາຍເສັຽນຶ່ງສ່ວນສາມ ດວງຈັນແລະດວງດາວທັງຫລາຍກໍເຫມືອນກັນ ຈຶ່ງມືດໄປເຖິງນຶ່ງສ່ວນສາມ ກາງເວັນບໍ່ສວ່າງນຶ່ງສ່ວນສາມ ແລະກາງຄືນກໍເຫມືອນກັນ 13 ແລ້ວຂ້າພະເຈົ້າກໍເບິ່ງ ແລະໄດ້ຍິນນົກອິນຊີໂຕນຶ່ງທີ່ບິນຢູ່ໃນທ້ອງຟ້າ ຮ້ອງດັງຂຶ້ນວ່າ, “ວິບັດ ວິບັດ ວິບັດຈະມີແກ່ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ ເພາະສຽງແກທີ່ເຫລືອ ຊຶ່ງເທວະດາສາມຕົນຈວນຈະເປົ່ານັ້ນ” 91 ເມື່ອເທວະດາຕົນທີ່ຫ້າເປົ່າແກຂຶ້ນ ຂ້າພະເຈົ້າກໍເຫັນດາວດວງນຶ່ງຕົກຈາກຟ້າລົງມາຍັງແຜ່ນດິນໂລກ ໄດ້ຮັບພຣະຣາຊທານຂໍກະແຈສຳລັບປ່ອງເຫວເລິກ2 ເມື່ອດາວດວງນັ້ນໄຂປ່ອງເຫວອອກ ກໍມີຄວັນພຸ່ງຂຶ້ນມາຈາກເຫວນັ້ນເຫມືອນຄວັນທີ່ເຕົາໃຫຍ່ ດວງອາທິດແລະອາກາດກໍມືດໄປເພາະເຫດຄວັນທີ່ຂຶ້ນມາຈາກເຫວນັ້ນ 3 ມີຝູງຕັກແຕນບິນອອກຈາກຄວັນນັ້ນມາຍັງແຜ່ນດິນໂລກ ພຣະເຈົ້າຊົງພຣະຣາຊທານອຳນາດແກ່ຕັກແຕນນັ້ນ ເຫມືອນກັບອຳນາດແມງງອດທີ່ແຜ່ນດິນໂລກ 4 ພຣະເຈົ້າຊົງຫ້າມມັນບໍ່ໃຫ້ທຳຮ້າຍຫຍ້າເທິງແຜ່ນດິນໂລກ ສິ່ງຂຽວສົດຫລືຕົ້ນໄມ້ໃດໆ ແຕ່ໃຫ້ທຳຮ້າຍຄົນເຫລົ່ານັ້ນທີ່ບໍ່ມີປະທັບຕາຂອງພຣະເຈົ້າທີ່ຫນ້າຜາກຂອງເຂົາເທົ່ານັ້ນ 5 ພຣະອົງບໍ່ຊົງອະນຸຍາດໃຫ້ມັນຂ້າຄົນເຫລົ່ານັ້ນ ແຕ່ໃຫ້ທໍຣະມານເຂົາໃນລະຫວ່າງຫ້າເດືອນ ການທໍຣະມານນັ້ນເຫມືອນກັບແມງງອດຕອດ 6 ໃນລະຫວ່າງນັ້ນຄົນທັງຫລາຍຈະສແວງຫາຄວາມຕາຍ ແຕ່ຈະບໍ່ພົບຈັກເທື່ອ ເຂົາປາຖນາຈະຕາຍ ແຕ່ຄວາມຕາຍຈະປົບຫນີໄປຈາກເຂົາ 7 ລັກສະນະອາການຕັກແຕນເຫລົ່ານັ້ນເຫມືອນມ້າທີ່ຫ້າງໄວ້ແລ້ວສຳລັບການເສິກ ເທິງຫົວມັນມີສິ່ງນຶ່ງເຫມືອນພວງມາລັຍຄຳ ຫນ້າຂອງມັນເຫມືອນຫນ້າມະນຸດ 8 ຜົມມັນເຫມືອນຜົມຜູ້ຍິງ ແລະແຂ້ວມັນເຫມືອນແຂ້ວສິງ 9 ມັນມີສິ່ງນຶ່ງເຫມືອນເຄື່ອງເຫລັກປ້ອງກັນຫນ້າເອິກ ສຽງປີກຂອງມັນເຫມືອນສຽງຣົດທຽມມ້າຈຳນວນຫລາຍແລ່ນເຂົ້າຮົບເສິກ 10 ມັນມີຫາງເຫມືອນຫາງແມງງອດ ມີໄລຕອດໃນຫາງນັ້ນ ມັນມີອຳນາດທີ່ຈະທຳຮ້າຍມະນຸດ ຕລອດຫ້າເດືອນ 11 ມັນມີກະສັດອົງນຶ່ງຄຸ້ມຄອງ ກະສັດນັ້ນຄືບໍຣິວານຂອງເຫວເລິກນັ້ນ ບໍຣິວານນັ້ນຕາມພາສາເຣັບເຣີເອີ້ນວ່າ ອາໂປລີໂອນ 12 ວິບັດອັນຕົ້ນຜ່ານໄປແລ້ວ ເບິ່ງແມ໋, ຍັງຈະມີວິບັດສອງປະການທີ່ຈະເກີດຂຶ້ນໃນພາຍຫນ້າ 13 ເມື່ອເທວະດາຕົນທີ່ຫົກເປົ່າແກຂຶ້ນ ຂ້າພະເຈົ້າໄດ້ຍິນສຽງອອກມາຈາກຮູບເຂົາທີ່ແຈທັງສີ່ຂອງແທ່ນຄຳ ຊຶ່ງຢູ່ຕໍ່ພຣະພັກພຣະເຈົ້ານັ້ນ 14 ສັ່ງແກ່ເທວະດາຕົນທີ່ຫົກທີ່ຖືແກນັ້ນວ່າ, “ຈົ່ງແກ້ປ່ອຍເທວະດາທັງສີ່ ຊຶ່ງຖືກມັດໄວ້ທີ່ແມ່ນ້ຳເອີຟຣາດນັ້ນເສັຽ” 15 ເທວະດາເຫລົ່ານັ້ນຖືກປ່ອຍໄປແລ້ວ ຄືເທວະດາທັງສີ່ທີ່ພຣະເຈົ້າຊົງຈັດໄວ້ແລ້ວສຳລັບຊົ່ວໂມງ ວັນ ເດືອນ ແລະປີນັ້ນ ເພື່ອໄປຂ້າມະນຸດນຶ່ງສ່ວນສາມເສັຽ 16 ມີພົນທະຫານມ້າສອງຮ້ອຍລ້ານຄົນ ຕາມຈຳນວນທີ່ຂ້າພະເຈົ້າໄດ້ຍິນ 17 ໃນນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນກໍເປັນດັ່ງນີ້ ມີຝູງມ້າ ແລະຜູ້ທີ່ຂີ່ມ້ານັ້ນມີເຄື່ອງປ້ອງກັນເອິກເປັນສີໄຟ ສີນ້ຳເງິນ ແລະມີມາດ ຫົວມ້າເຫລົ່ານັ້ນເຫມືອນຫົວສິງ ມີໄຟແລະຄວັນກັບມາດພຸ່ງອອກມາຈາກປາກມັນ 18 ມະນຸດຖືກຂ້າເສັຽນຶ່ງສ່ວນສາມດ້ວຍພັຍອັນຕະຣາຍສາມຢ່າງນີ້ຄື ໄຟ ຄວັນ ແລະມາດ ທີ່ພຸ່ງອອກມາຈາກປາກມ້ານັ້ນ 19 ເພາະຣິດຂອງມ້ານັ້ນມີຢູ່ໃນປາກ ແລະໃນຫາງຂອງມັນຄືກັບງູ ແລະມີຫົວ ສິ່ງເຫລົ່ານີ້ເຂົາໃຊ້ທຳຮ້າຍມະນຸດໄດ້ 20 ສ່ວນມະນຸດທັງຫລາຍທີ່ຍັງເຫລືອຢູ່ ຊຶ່ງບໍ່ໄດ້ຖືກຂ້າດ້ວຍໄພອັນຕະຣາຍເຫລົ່ານັ້ນ ກໍບໍ່ໄດ້ກັບໃຈເສັຽໃຫມ່ຈາກກິຈການທີ່ຕົນໄດ້ເຮັດ ບໍ່ໄດ້ເລີກບູຊາຜີ ບູຊາພຣະທຽມທີ່ເຮັດດ້ວຍຄຳ ເງິນ ທອງເຫລືອງ ດ້ວຍຫີນແລະໄມ້ ຊຶ່ງບໍ່ສາມາດຈະເຫັນ ຈະໄດ້ຍິນ ຫລືຈະຍ່າງໄປໄດ້ 21 ເຂົາບໍ່ໄດ້ກັບໃຈເສັຽໃຫມ່ ເລີກຈາກການຂ້າຟັນກັນ ການເຊື່ອເວດມົນຄາຖາ ການຜິດຊາຍຍິງ ແລະການລັກຂອງຕົນ 101 ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດອີກຕົນນຶ່ງລົງມາຈາກສວັນ ມີເມກປົກຄຸມຕົວໄວ້ແລະມີຮຸ້ງກິນນ້ຳຢູ່ເທິງຫົວ ຫນ້າຂອງທ່ານເຫມືອນດວງອາທິດແລະຂາກໍເຫມືອນເຕົາໄຟ2 ທ່ານຖືຫນັງສືມ້ວນນ້ອຍນຶ່ງມ້ວນທີ່ພືຢູ່ໃນມື ຕີນເບື້ອງຂວາຢຽບນ້ຳທະເລແລະຕີນເບື້ອງຊ້າຍຢຽບບົກ 3 ທ່ານຮ້ອງດັງເຫມືອນດັ່ງສິງຮ້ອງ ເມື່ອທ່ານຮ້ອງ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ 4 ເມື່ອສຽງຟ້າຮ້ອງທັງເຈັດດັງຂຶ້ນແລ້ວ ຂ້າພະເຈົ້າກໍລົງມືຈະຂຽນ ແຕ່ຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຈາກສວັນຊົງກ່າວວ່າ, “ສິ່ງທີ່ຟ້າຮ້ອງທັງເຈັດໄດ້ຮ້ອງແລ້ວນັ້ນ ຈົ່ງປະທັບຕາອັດໄວ້ ຢ່າໄດ້ຂຽນ” 5 ຝ່າຍເທວະດາຕົນທີ່ຂ້າພະເຈົ້າໄດ້ເຫັນຢືນເທິງທະເລແລະເທິງບົກນັ້ນໄດ້ຍໍມືຂວາຂຶ້ນໃສ່ຟ້າ 6 ແລະສາບານໂດຍອ້າງອອກພຣະນາມຂອງພຣະອົງຜູ້ຊົງຢູ່ເປັນນິດ ຜູ້ຊົງສ້າງຟ້າສວັນແລະສັພສິ່ງທີ່ຢູ່ໃນສວັນນັ້ນ ຊົງສ້າງແຜ່ນດິນໂລກແລະສັພສິ່ງທີ່ມີຢູ່ໃນແຜ່ນດິນໂລກນັ້ນ ແລະຊົງສ້າງທະເລກັບສັພສິ່ງທິ່ມີຢູ່ໃນທະເລນັ້ນ ວ່າຈະບໍ່ມີການຊ້ານານອີກຕໍ່ໄປແລ້ວ 7 ແຕ່ໃນເວລາເທວະດາຕົນທີ່ເຈັດອອກສຽງ ຄືເວລາເປົ່າແກນັ້ນ ຄວາມເລິກລັບຂອງພຣະເຈົ້າ ທີ່ພຣະອົງໄດ້ຊົງປະກາດເປັນຂ່າວປະເສີດແກ່ພວກຂ້ອຍໃຊ້ຂອງພຣະອົງຄືພວກຜູ້ທຳນວາຍນັ້ນກໍຈະສຳເຣັດ 8 ແລ້ວພຣະສຸຣະສຽງທີ່ຂ້າພະເຈົ້າໄດ້ຍິນຈາກສວັນນັ້ນຊົງກ່າວກັບຂ້າພະເຈົ້າອີກວ່າ, “ຈົ່ງໄປຮັບເອົາຫນັງສືມ້ວນນັ້ນ ທີ່ພືຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ” 9 ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ ແລະຂໍເອົາຫນັງສືມ້ວນນ້ອຍນັ້ນ ທ່ານໄດ້ຕອບຂ້າພະເຈົ້າວ່າ, “ເອົາໄປກິນເສັຽ ມັນຈະເຮັດໃຫ້ທ້ອງເຈົ້າຂົມ ແຕ່ໃນປາກຂອງເຈົ້າຈະຫວານເຫມືອນນ້ຳເຜິ້ງ” 10 ຂ້າພະເຈົ້າໄດ້ຮັບເອົາຫນັງສືມ້ວນນ້ອຍຈາກມືເທວະດາແລ້ວກໍກິນເສັຽ ໃນປາກຂ້າພະເຈົ້າມັນກໍຫວານເຫມືອນນ້ຳເຜິ້ງ ແຕ່ເມື່ອກິນແລ້ວທ້ອງຂອງຂ້າພະເຈົ້າກໍຂົມ 11 ແລ້ວຂ້າພະເຈົ້າໄດ້ຮັບສັ່ງວ່າ, “ເຈົ້າຕ້ອງທຳນວາຍອີກເຖິງເຣື່ອງຊົນຊາດທັງຫລາຍ ບັນດາປະຊາຊາດ ພາສາ ແລະກະສັດທັງຫລາຍ” 111 ມີຜູ້ນຶ່ງໄດ້ເອົາໄມ້ແທກອັນນຶ່ງເຫມືອນໄມ້ຄ້ອນເທົ້າໃຫ້ຂ້າພະເຈົ້າ ແລ້ວສັ່ງວ່າ, “ຈົ່ງລຸກຂຶ້ນໄປແທກພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະນັບຈຳນວນຄົນທັງຫລາຍທີ່ນະມັສການຢູ່ທີ່ນັ້ນ2 ແຕ່ບໍຣິເວນຂ້າງນອກພຣະວິຫານນັ້ນຈົ່ງເວັ້ນເສັຽ ຢ່າໄດ້ແທກ ເພາະວ່າບ່ອນນັ້ນໄດ້ຊົງມອບໃຫ້ຄົນຕ່າງຊາດແລ້ວ ເຂົາຈະຢຽບຢ່ຳນະຄອນສັກສິດໃນລະຫວ່າງສີ່ສິບສອງເດືອນ 3 ເຮົາຈະອະນຸຍາດໃຫ້ພຍານທັງສອງຂອງເຮົາ ແລະເຂົາຈະນຸ່ງຫົ່ມຜ້າຫຍາບ ແລະປະກາດພຣະທັມໄປຕລອດພັນສອງຮ້ອຍຫົກສິບວັນ” 4 ພຍານທັງສອງນັ້ນຄືຕົ້ນຫມາກກອກເທດສອງຕົ້ນ ແລະເຄື່ອງຮອງຕີນໂຄມສອງອັນທີ່ຕັ້ງຢູ່ພຣະພັກພຣະຜູ້ເປັນເຈົ້າຂອງແຜ່ນດິນໂລກ 5 ຖ້າຜູ້ໃດຢາກທຳຮ້າຍພຍານທັງສອງນັ້ນ ໄຟກໍຈະພຸ່ງອອກຈາກປາກຂອງເຂົາເຜົາຜານສັດຕຣູນັ້ນເສັຽ ແມ່ນແລ້ວ, ຖ້າຜູ້ໃດຢາກທໍາຮ້າຍເຂົາ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ 6 ຝ່າຍພຍານທັງສອງນັ້ນມີສິດອຳນາດອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນລະຫວ່າງວັນເຫລົ່ານັ້ນ ທີ່ເຂົາກຳລັງປະກາດພຣະທັມ ແລະມີສິດອຳນາດໃຫ້ນ້ຳກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະຣາຍທຸກຢ່າງທໍຣະມານແຜ່ນດິນໂລກໄດ້ທຸກເວລາຕາມຄວາມປາຖນາ 7 ເມື່ອການພຍານຂອງເຂົາສິ້ນສຸດແລ້ວ ສັດຮ້າຍທີ່ຂຶ້ນມາຈາກເຫວເລິກນັ້ນ ກໍຈະສູ້ຮົບກັບເຂົາຈະຊະນະເຂົາ ແລະຈະຂ້າເຂົາເສັຽ 8 ແລະສົບຂອງເຂົາຈະຢູ່ທີ່ຖນົນໃນມະຫານະຄອນນັ້ນ ຊຶ່ງຕາມຄວາມປຽບທຽບເອີ້ນວ່າເມືອງໂຊໂດມແລະເອຢິບ ອັນເປັນເມືອງທີ່ອົງພຣະຜູ້ເປັນເຈົ້າຂອງເຂົາຊົງຖືກຄຶງໄວ້ທີ່ໄມ້ກາງແຂນ 9 ຄົນຫລາຍຊາດ ຫລາຍຕະກູນ ຫລາຍພາສາ ແລະຫລາຍປະເທດ ຈະເປັນສົບຂອງເຂົາຕລອດສາມວັນເຄິ່ງ ແລະຈະບໍ່ຍອມໃຫ້ເອົາສົບເຫລົ່ານັ້ນບັນຈຸໄວ້ໃນອຸບໂມງ 10 ແລະບັນດາຊາວໂລກຈະຊົມຊື່ນຍິນດີເພາະເຂົາ ຈະສນຸກມ່ວນຊື່ນ ຈະໃຫ້ຂອງຂວັນຊຶ່ງກັນແລະກັນ ເພາະຜູ້ປະກາດພຣະທັມທັງສອງນີ້ໄດ້ທໍຣະມານຊາວໂລກທັງຫລາຍ 11 ເມື່ອສາມວັນເຄິ່ງຜ່ານພົ້ນໄປແລ້ວ ລົມຊີວິດຊຶ່ງມາຈາກພຣະເຈົ້າໄດ້ເຂົ້າໃນສົບຂອງເຂົາ ເຂົາກໍລຸກຢືນຂຶ້ນ ແລະຄົນທັງຫລາຍທີ່ໄດ້ເຫັນເຂົາກໍມີຄວາມຢ້ານກົວຢ່າງໃຫຍ່ຫລວງ 12 ຄົນເຫລົ່ານັ້ນໄດ້ຍິນພຣະສຸຣະສຽງດັງມາຈາກສວັນ ຊົງກ່າວແກ່ເຂົາວ່າ, “ຈົ່ງຂຶ້ນມາທີ່ນີ້” ແລະພວກສັດຕຣູກໍໄດ້ເຫັນເຂົາຂຶ້ນເມືອໃນເມກເຂົ້າສູ່ສວັນ 13 ໃນເວລາໂມງນັ້ນບັງເກີດແຜ່ນດິນໄຫວຢ່າງໃຫຍ່ ແລະນຶ່ງສ່ວນສິບຂອງນະຄອນນັ້ນກໍເພພັງລົງ ຈຳນວນຄົນຕາຍເພາະແຜ່ນດິນໄຫວນັ້ນມີເຈັດພັນຄົນ ແລະຄົນທີ່ຍັງເຫລືອຢູ່ກໍເກີດມີຄວາມຢ້ານຢ່າງໃຫຍ່ຫລວງ ຈຶ່ງພາກັນຖວາຍພຣະກຽດແດ່ພຣະເຈົ້າແຫ່ງສວັນ 14 ວິບັດຖ້ວນສອງກໍຜ່ານໄປແລ້ວ ເບິ່ງແມ໋, ວິບັດຖ້ວນສາມກໍຈະມາເຖິງໃນໄວໆນີ້ແຫລະ 15 ເມື່ອເທວະດາຕົນທີ່ເຈັດໄດ້ເປົ່າແກຂຶ້ນແລ້ວ ມີຫລາຍສຽງໃນສວັນກ່າວດັງຂຶ້ນວ່າ, “ຣາຊອານາຈັກແຫ່ງພິພົບນີ້ ໄດ້ກາຍເປັນກຳມະສິດແຫ່ງອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ແລະເປັນຂອງພຣະຄຣິດຂອງພຣະອົງ ພຣະອົງຈະຊົງສເວີຍຣາດຕລອດໄປເປັນນິດ” 16 ສ່ວນອະວຸໂສຊາວສີ່ທ່ານນັ້ນ ຊຶ່ງນັ່ງຢູ່ທີ່ບັນລັງຂອງຕົນຕໍ່ພຣະພັກພຣະເຈົ້າ ກໍຫມູບລົງນະມັສການພຣະເຈົ້າ ກາບທູນວ່າ, 17 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳຣົງຢູ່ໃນປັດຈຸບັນນີ້ ແລະໄດ້ຊົງດຳຣົງຢູ່ໃນຄາວກ່ອນ ພວກຂ້າພຣະອົງໂມທະນາພຣະເດດພຣະຄຸນຂອງພຣະອົງ ເພາະພຣະອົງໄດ້ຊົງໃຊ້ຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ ຈຶ່ງໄດ້ຊົງຕັ້ງຕົ້ນສເວີຍຣາດແຜ່ນດິນໂລກ 18 ຝ່າຍນາໆຊາດກໍມີຄວາມເຄືອງແຄ້ນ ແຕ່ພຣະພິໂຣດຂອງພຣະອົງກໍມາເຖິງແລ້ວ ເຖິງເວລາທີ່ຈະຊົງປະທານຮາງວັນ ແກ່ພວກຂ້ອຍໃຊ້ຂອງພຣະອົງ ຄືພວກຜູ້ປະກາດພຣະທັມແລະພວກໄພ່ພົນຂອງພຣະອົງ ແລະແກ່ທຸກຄົນທີ່ຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່ ແລະເຖິງເວລາແລ້ວທີ່ພຣະອົງຈະຊົງທຳລາຍພວກຄົນທີ່ທຳລາຍແຜ່ນດິນໂລກ” 19 ແລ້ວພຣະວິຫານຂອງພຣະເຈົ້າໃນມະຫາສວັນກໍໄຂອອກ ໃນພຣະວິຫານນັ້ນກໍເຫັນມີຫີບພຣະສັນຍາຂອງພຣະອົງ ແລ້ວກໍບັງເກີດມີຟ້າແມບ ສຽງຕ່າງໆກັບຟ້າຮ້ອງ ແຜ່ນດິນໄຫວ ທັງຫມາກເຫັບຢ່າງຫລວງຫລາຍ 121 ມີຫມາຍສຳຄັນອັນໃຫຍ່ປາກົດໃນສວັນ ຄືຜູ້ຍິງຄົນນຶ່ງມີດວງອາທິດຄຸມຕົວເຫມືອນອາພອນ ມີດວງຈັນຢູ່ໃຕ້ຕີນ ມີດາວສິບສອງດວງຢູ່ເທິງຫົວເຫມືອນພວງມາລັຍ2 ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ 3 ມີຫມາຍສຳຄັນອີກຢ່າງນຶ່ງປາກົດໃນສວັນດັ່ງນີ້ ມີພຍານາກໃຫຍ່ສີແດງໂຕນຶ່ງ ມີເຈັດຫົວ ສິບເຂົາ ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ 4 ຫາງພຍານາກໄດ້ຟາດດວງດາວໃນທ້ອງຟ້ານຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພຍານາກໂຕນັ້ນຢືນຢູ່ຕໍ່ຫນ້າຜູ້ທີ່ຈວນຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ 5 ຜູ້ຍິງນັ້ນໄດ້ເກີດລູກຊາຍ ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ ແລະເຖິງພຣະຣາຊບັນລັງຂອງພຣະອົງ 6 ຝ່າຍຍິງນັ້ນໄດ້ຫນີເຂົ້າໄປອາໄສຢູ່ໃນປ່າ ທີ່ນາງມີບ່ອນຢູ່ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມໄວ້ໃຫ້ເພື່ອນາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນລະຫວ່າງພັນສອງຮ້ອຍຫົກສິບວັນ 7 ຂນະນັ້ນໄດ້ເກີດສົງຄາມຂຶ້ນໃນຟ້າສວັນ ມີຄາເອນກັບເທພບໍຣິວານຂອງຕົນໄດ້ສູ້ຮົບກັບພຍານາກ ພຍານາກກັບບໍຣິວານຂອງມັນກໍຕໍ່ສູ້ 8 ແຕ່ຝ່າຍພຍານາກບໍ່ອາດຊັຍຊະນະໄດ້ ແລະພວກພຍານາກຈຶ່ງບໍ່ມີບ່ອນຢູ່ໃນສວັນຕໍ່ໄປອີກ 9 ພຍານາກໃຫຍ່ຊຶ່ງເປັນງູແຕ່ເດິກດຳບັນທີ່ເຂົາເອີ້ນວ່າ ເດັຽໂບໂລ ແລະ ຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສັຽ ພຍານາກກັບບໍຣິວານຂອງມັນກໍຖືກຖິ້ມລົງເທິງແຜ່ນດິນໂລກ 10 ແລະຂ້າພະເຈົ້າໄດ້ຍິນສຽງດັງຂຶ້ນໃນສວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍກັບທັງອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່ພຣະພັກພຣະເຈົ້າຂອງເຮົາທັງກາງເວັນແລະກາງຄືນ ກໍໄດ້ຖືກຖິ້ມລົງເສັຽແລ້ວ 11 ເຂົາເຫລົ່ານັ້ນໄດ້ຊະນະພຍານາກດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄໍາພຍານຂອງເຂົາເອງ ເພາະເຖິງແມ່ນວ່າເຂົາຈະຕາຍກໍບໍ່ເສັຽດາຍຊີວິດຂອງຕົນ 12 ເພາະເຫດນັ້ນແຫລະ, ສວັນກັບບັນດາຜູ້ທີ່ຢູ່ໃນສວັນ ຈຶ່ງຊົມຊື່ນຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນ້ຳທະເລ ເພາະວ່າມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” 13 ເມື່ອພຍານາກນັ້ນເຫັນວ່າຕົນຖືກຖິ້ມລົງເທິງແຜ່ນດິນໂລກແລ້ວ ມັນກໍໄລ່ຕິດຕາມຍິງທີ່ເກີດລູກຜູ້ຊາຍນັ້ນ 14 ແຕ່ພຣະເຈົ້າໄດ້ຊົງປະທານປີກນົກອິນຊີໃຫຍ່ສອງປີກໃຫ້ແກ່ຍິງນັ້ນ ເພື່ອໃຫ້ນາງບິນຫນີຈາກຫນ້າງູນັ້ນເຂົ້າໄປໃນປ່າ ເຖິງບ່ອນທີ່ນາງຈະໄດ້ຮັບການລ້ຽງດູໃນຊົ່ວເວລານຶ່ງ ສອງເວລາ ກັບເຄິ່ງເວລາ 15 ງູນັ້ນໄດ້ພົ່ນນ້ຳອອກຈາກປາກເຫມືອນແມ່ນ້ຳໄຫລຕາມຍິງນັ້ນເພື່ອຈະໃຫ້ພັດຍິງນັ້ນໄປ 16 ແຕ່ແຜ່ນດິນໄດ້ຊ່ອຍຍິງນັ້ນໄວ້ ໂດຍໄດ້ຍະຊ່ອງຮັບກືນເອົານ້ຳທີ່ພຍານາກໄດ້ພົ່ນອອກມານັ້ນ 17 ຝ່າຍພຍານາກກໍຄຽດແຄ້ນຍິງນັ້ນ ຈຶ່ງອອກໄປສູ້ຮົບກັບເຊື້ອສາຍຂອງຍິງນັ້ນທີ່ເຫລືອຢູ່ ຄືພວກທີ່ຖືຮັກສາຂໍ້ບັນຍັດຂອງພຣະເຈົ້າ ແລະທີ່ຍຶດຖືຄຳພຍານຝ່າຍພຣະເຢຊູ ມັນໄດ້ຢືນຢູ່ທີ່ຫາດຊາຍທະເລ 131 ແລະຂ້າພະເຈົ້າໄດ້ເຫັນສັດຣ້າຍໂຕນຶ່ງຂຶ້ນມາຈາກທະເລ ມີສິບເຂົາເຈັດຫົວທີ່ເຂົາທັງສິບມີມົງກຸດສິບອັນ ແລະທີ່ຫົວທັງເຈັດນັ້ນມີຊື່ເປັນຄຳຫມິ່ນປມາດ2 ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເຫມືອນເສືອດາວ ຕີນເຫມືອນຕີນຫມີ ແລະປາກເຫມືອນປາກສິງ ພຍານາກໄດ້ໃຫ້ຣິດເດດແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ 3 ຫົວຂອງສັດຮ້າຍນັ້ນຫົວນຶ່ງປະກົດເໝືອນກັບວ່າຖືກຟັນເຖິງຕາຍແລ້ວ ແຕ່ບາດແຜອັນໜ້າຈະຕາຍນັ້ນໄດ້ຖືກປົວໃຫ້ດີແລ້ວ ຄົນທັງໂລກໄດ້ຕິດຕາມສັດຮ້າຍນັ້ນໄປດ້ວຍຄວາມອັສຈັນໃຈ 4 ເຂົາບູຊາພຍານາກເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ ແລະເຂົາໄດ້ບູຊາສັດຮ້າຍນັ້ນໂດຍກ່າວວ່າ, “ໃຜຈະປຽບປານກັບສັດນີ້ໄດ້ ແລະໃຜຈະສາມາດສູ້ຮົບກັບສັດນີ້ໄດ້.” 5 ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກເວົ້າຄຳຈອງຫອງແລະໝິ່ນປມາດ ແລະຊົງຍອມໃຫ້ມັນມີອຳນາດເຮັດຢ່າງນັ້ນຕລອດສີ່ສິບສອງເດືອນ 6 ມັນຕັ້ງຕົ້ນກ່າວຄຳໝິ່ນປມາດພຣະເຈົ້າ, ຕໍ່ພຣະນາມຂອງພຣະອົງ, ຕໍ່ສະຖານທີ່ສະຖິດຂອງພຣະອົງ, ແລະຕໍ່ຜູ້ທີ່ຢູ່ໃນສວັນ 7 ແລະໄດ້ຊົງຍອມໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າແລະຊະນະເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອຊົນທຸກກະກຸນ, ທຸກຊາດ, ທຸກພາສາ, ແລະທຸກປະເທດ 8 ບັນດາຄົນທັງປວງທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກຄືທະບຽນຂອງພຣະເມສານ້ອຍທີ່ຊົງຖືກຂ້າເສັຽນັ້ນ 9 ຖ້າຜູ້ໃດມີຫູ ຈົ່ງຟັງເອົາເທີນ 10 “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ” ນີ້ແຫລະ, ຄືຄວາມອົດທົນແລະຄວາມເຊື່ອທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ 11 ແລ້ວຂ້າພະເຈົ້າເຫັນສັດຮ້າຍໂຕນຶ່ງຂຶ້ນມາຈາກພື້ນດິນ ມີສອງເຂົາເຫມືອນແກະນ້ອຍແລະກ່າວຄຳເຫມືອນພຍານາກ 12 ມັນໃຊ້ອຳນາດສັດຮ້າຍໂຕເດີມນັ້ນຢ່າງຄົບຖ້ວນ ແລະຕໍ່ຫນ້າມັນ ມັນເຮັດໃຫ້ໂລກແລະຄົນທີ່ຢູ່ໃນໂລກບູຊາສັດຮ້າຍໂຕເດີມນັ້ນ ຊຶ່ງບາດແຜອັນເປັນຫນ້າຈະຕາຍນັ້ນໄດ້ຖືກປົວໃຫ້ດີແລ້ວ 13 ສັດຮ້າຍນີ້ສະແດງຫມາຍສຳຄັນອັນໃຫຍ່ ຈົນເຮັດໃຫ້ໄຟຕົກຈາກຟ້າລົງສູ່ແຜ່ນດິນໂລກຕໍ່ຕາມະນຸດ 14 ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນໂລກດ້ວຍຫມາຍສຳຄັນ ທີ່ຊົງຍອມໃຫ້ມັນເຣັດຕໍ່ຫນ້າສັດຮ້າຍໂຕເດີມນັ້ນ ແລະມັນສັ່ງໃຫ້ເຂົາສ້າງຮູບສັດຮ້າຍທີ່ຖືກຟັນດ້ວຍດາບແຕ່ຍັງບໍ່ຕາຍນັ້ນ 15 ຊົງຍອມໃຫ້ມັນມີອຳນາດທີ່ຈະໃຫ້ລົມຫັນໃຈແກ່ຮູບສັດນັ້ນ ເພື່ອຮູບສັດນັ້ນຈະປາກໄດ້ ແລະໃຫ້ມີອຳນາດເຣັດໃຫ້ບັນດາຄົນທີ່ບໍ່ຍອມບູຊາຮູບສັດຮ້າຍນັ້ນເຖິງແກ່ຄວາມຕາຍ 16 ມັນຍັງເຮັດໃຫ້ຄົນທັງປວງທັງນ້ອຍແລະໃຫຍ່ ທັງຮັ່ງມີແລະຍາກຈົນ ທັງເສຣີແລະຂ້ອຍຂ້າ ໄດ້ຮັບເຄື່ອງຫມາຍໄວ້ທີ່ມືຂວາຫລືທີ່ຫນ້າຜາກຂອງເຂົາ 17 ເພື່ອບໍ່ໃຫ້ຜູ້ໃດຊື້ຫລືຂາຍໄດ້ ເວັ້ນໄວ້ແຕ່ຜູ້ທີ່ມີເຄື່ອງຫມາຍນັ້ນ ຊຶ່ງເປັນຊື່ຂອງສັດຮ້າຍຫລືເລກທີ່ຫມາຍເຖິງຊື່ມັນນັ້ນ 18 ໃນເຣື່ອງນີ້ຕ້ອງໃຊ້ສະຕິປັນຍາຄວາມຮູ້ ຖ້າຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດເລກຂອງສັດນັ້ນ ເພາະເປັນເລກຂອງບຸກຄົນຜູ້ນຶ່ງ ເລກຂອງມັນຄືຫົກຮ້ອຍຫົກສິບຫົກ 141 ຂ້າພະເຈົ້າໄດ້ເຫັນແລະດັ່ງນີ້ ພຣະເມສານ້ອຍຊົງຢືນຢູ່ທີ່ພູຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງມີຈຳນວນແສນສີ່ຫມື່ນສີ່ພັນຄົນ ຊຶ່ງເປັນຜູ້ທີ່ມີພຣະນາມຂອງພຣະອົງແລະພຣະນາມພຣະບິດາຂອງພຣະອົງຂຽນໄວ້ທີ່ຫນ້າຜາກຂອງເຂົາ2 ຂ້າພະເຈົ້າໄດ້ຍິນສຽງດັງຈາກສວັນເຫມືອນສຽງນ້ຳອັນຫລວງຫລາຍ ແລະເຫມືອນສຽງຟ້າຮ້ອງດັງສນັ່ນ ສຽງທີ່ຂ້າພະເຈົ້າໄດ້ຍິນນັ້ນກໍເຫມືອນສຽງນັກດີດພິນກຳລັງດີດພິນຢູ່ 3 ຄົນເຫລົ່ານັ້ນຮ້ອງເພງບົດໃຫມ່ຕໍ່ຫນ້າພຣະຣາຊບັນລັງ ຕໍ່ຫນ້າສັດທັງສີ່ ແລະຕໍ່ຫນ້າພວກຜູ້ອະວຸໂສ ບໍ່ມີຜູ້ໃດສາມາດຮຽນຮູ້ເພງບົດນັ້ນໄດ້ ເວັ້ນແຕ່ຄົນແສນສີ່ຫມື່ນສີ່ພັນນັ້ນທີ່ໄດ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນໂລກ 4 ຄົນເຫລົ່ນນີ້ແຫລະ, ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວຫມອງກັບຜູ້ຍິງ ເພາະເຂົາເປັນພວກພົມມະຈາຣີ ພຣະເມສານ້ອຍສະເດັດໄປທາງໃດແມ່ນຄົນເຫລົ່ານີ້ທີ່ຕາມສະເດັດ ຄົນເຫລົ່ານີ້ແຫລະ, ທີ່ຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນແຣກຖວາຍແດ່ພຣະເຈົ້າ ແລະແດ່ພຣະເມສານ້ອຍ 5 ຈະຫາຄວາມຕົວະໃນປາກຂອງເຂົາບໍ່ພົບ ເຂົາບໍ່ມີຈຸດດ່າງພ້ອຍແລ້ວ 6 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນຕລອດໄປເປັນນິດເພື່ອນຳໄປປະກາດແກ່ຊາວໂລກທັງປວງ ທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊາດ 7 ເທວະດາຕົນນັ້ນໄດ້ຮ້ອງສຽງດັງຂຶ້ນວ່າ, “ຈົ່ງຢຳເກງພຣະເຈົ້າແລະຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາທີ່ພຣະອົງຈະຊົງພິພາກສາແລ້ວ ແລະຈົ່ງນະມັສການພຣະອົງຜູ້ຊົງສ້າງຟ້າສວັນ ແຜ່ນດິນໂລກ ນ້ຳທະເລ ກັບນ້ຳພຸທັງຫລາຍ” 8 ແລະເທວະດາອີກຕົນນຶ່ງເປັນຕົນທີ່ສອງໄດ້ຕາມໄປຮ້ອງຂຶ້ນວ່າ, “ບາບິໂລນມະຫານະຄອນນັ້ນຫລົ້ມຈົມແລ້ວ ຫລົ້ມຈົມເສັຽແລ້ວ ຄືນະຄອນທີ່ເຮັດໃຫ້ປະຊາຊາດທັງປວງດື່ມເຫລົ້າແວງປຸກຢ່າງເຫລືອເກີນຂອງຕົນ ຕາມຄວາມປາຖນາທາງກາມ” 9 ມີເທວະດາອີກຕົນນຶ່ງເປັນຕົນທີ່ສາມ ຕາມໄປຮ້ອງສຽງດັງຂຶ້ນວ່າ, “ຖ້າຜູ້ໃດບູຊາສັດຮ້າຍແລະຮູບຂອງມັນ ແລະຮັບເຄື່ອງຫມາຍນັ້ນໄວ້ທີ່ຫນ້າຜາກຫລືທີ່ມື 10 ຜູ້ນັ້ນແຫລະ, ຈະຕ້ອງດື່ມເຫລົ້າແວງແຫ່ງພຣະພິໂຣດຂອງພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງພຣະພິໂຣດນັ້ນໂດຍບໍ່ປົນກັບສິ່ງໃດ ຜູ້ນັ້ນຈະຕ້ອງຖືກທໍຣະມານໃນໄຟກັບມາດຕໍ່ຫນ້າຝູງເທວະດາບໍຣິສຸດ ແລະຕໍ່ພຣະພັກພຣະເມສານ້ອຍ 11 ຄວັນແຫ່ງການທໍຣະມານຂອງເຂົາກໍພຸ່ງຂຶ້ນຕລອດໄປເປັນນິດ ຄົນທັງຫລາຍທີ່ບູຊາສັດຮ້າຍແລະຮູບຂອງມັນ ກັບຜູ້ທີ່ຮັບເຄື່ອງຫມາຍຊື່ຂອງມັນນັ້ນ ຈະບໍ່ມີເວລາພັກຜ່ອນທັງກາງເວັນແລະກາງຄືນ 12 ໃນເຣື່ອງນີ້ພວກໄພ່ພົນຂອງພຣະເຈົ້າ ຄືຜູ້ທີ່ຖືຮັກສາຂໍ້ບັນຍັດຂອງພຣະເຈົ້າ ແລະຄວາມເຊື່ອຝ່າຍພຣະເຢຊູ ກໍຕ້ອງໃຊ້ຄວາມພຽນອົດທົນ 13 ແລະຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຈາກສວັນຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າຕັ້ງແຕ່ນີ້ໄປກໍເປັນສຸກ” ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະວ່າການງານທີ່ເຂົາໄດ້ເຣັດນັ້ນກໍຕິດຕາມເຂົາໄປ” 14 ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້ ມີເມກຂາວ ແລະມີຜູ້ນຶ່ງປະທັບເທິງເມກນັ້ນເຫມືອນກັບບຸດມະນຸດ ພຣະສຽນສວມພວງມາລັຍຄຳ ແລະພຣະຫັດຊົງຖືກ່ຽວດວງຄົມ 15 ມີເທວະດາອີກຕົນນຶ່ງອອກມາຈາກພຣະວິຫານ ຮ້ອງສຽງດັງຂຶ້ນທູນພຣະອົງຜູ້ປະທັບເທິງເມກນັ້ນວ່າ, “ຈົ່ງໃຊ້ກ່ຽວຂອງພຣະອົງກ່ຽວໄປເທີນ ເພາະເຖິງເວລາກ່ຽວແລ້ວ ດ້ວຍວ່າຜົນທີ່ຈະຕ້ອງເກັບກ່ຽວໃນແຜ່ນດິນໂລກກໍສຸກແລ້ວ” 16 ພຣະອົງຜູ້ຊົງປະທັບເທິງເມກນັ້ນໄດ້ຊົງໃຊ້ກ່ຽວນັ້ນເທິງແຜ່ນດິນໂລກ ແຜ່ນດິນໂລກຈຶ່ງໄດ້ຖືກກ່ຽວແລ້ວ 17 ມີເທວະດາອີກຕົນນຶ່ງອອກມາຈາກພຣະວິຫານໃນສວັນ ຖືກ່ຽວດວງຄົມເຫມືອນກັນ 18 ແລະມີເທວະດາອີກຕົນນຶ່ງຜູ້ມີອຳນາດເຫມືອນໄຟ ໄດ້ອອກມາຈາກແທ່ນບູຊາຮ້ອງບອກຜູ້ຖືກ່ຽວດວງຄົມດ້ວຍສຽງດັງວ່າ, “ຈົ່ງໃຊ້ກ່ຽວດວງຄົມຂອງທ່ານກ່ຽວພົ້ວຫມາກອະງຸ່ນແຫ່ງແຜ່ນດິນໂລກ ເພາະຫມາກອະງຸ່ນນັ້ນສຸກແລ້ວ” 19 ເທວະດາຕົນນັ້ນຈຶ່ງໃຊ້ກ່ຽວຂອງຕົນໄປເທິງແຜ່ນດິນໂລກ ເກັບກ່ຽວຜົນເຄືອອະງຸ່ນຂອງແຜ່ນດິນໂລກ ແລ້ວກໍຖິ້ມລົງໃນອ່າງໃຫຍ່ຢຽບຫມາກອະງຸ່ນແຫ່ງພຣະພິໂຣດຂອງພຣະເຈົ້າ 20 ອ່າງທີ່ເຂົາຢຽບນັ້ນຕັ້ງຢູ່ນອກເມືອງ ເລືອດຈຶ່ງໄຫລອອກຈາກອ່າງນັ້ນສູງເຖິງບັງຫຽນມ້າ ໄຫລນອງໄປປະມານແສນຫົກຫມື່ນວາ 151 ຂ້າພະເຈົ້າໄດ້ເຫັນຫມາຍສຳຄັນອັນໃຫຍ່ຫລວງແລະຫນ້າອັດສະຈັນໃນສວັນອີກປະການນຶ່ງ ຄືມີເທວະດາເຈັດຕົນຖືໄພອັນຕະຣາຍເຈັດຢ່າງ ເປັນໄພອັນຕະຣາຍຄັ້ງສຸດທ້າຍ ເພາະວ່າພຣະພິໂຣດຂອງພຣະເຈົ້າກໍຄົບຖ້ວນລົງດ້ວຍໄພອັນຕະຣາຍເຫລົ່ານັ້ນ2 ຂ້າພະເຈົ້າໄດ້ເຫັນເປັນເຫມືອນທະເລແກ້ວປົນໄຟ ແລະໄດ້ເຫັນບັນດາຄົນທີ່ຊະນະສັດຮ້າຍແລະຮູບຂອງມັນ ກັບເລກຫມາຍຊື່ຂອງມັນ ຢືນຢູ່ແຄມທະເລແກ້ວນັ້ນ ເຂົາຖືພິນທີ່ພຣະເຈົ້າຊົງປະທານ 3 ເຂົາຮ້ອງເພງຂອງໂມເຊຂ້ອຍໃຊ້ຂອງພຣະເຈົ້າແລະເພງຂອງພຣະເມສານ້ອຍນັ້ນວ່າ, “ຂ້າແດ່ພຣະເຈົ້າຜູ້ຊົງຣິດທານຸພາບອັນສູງສຸດ ພຣະຣາຊກິຈຂອງພຣະອົງກໍໃຫຍ່ຫລວງແລະຫນ້າອັດສະຈັນ ຂ້າແດ່ອົງພຣະມະຫາກະສັດແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸດຕິທັມແລະທ່ຽງຈິງ 4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜຫນໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍພຣະກຽດແດ່ພຣະນາມຂອງພຣະອົງ ເພາະວ່າພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ ປະຊາຊາດທັງປວງຈະມານະມັສການຕໍ່ພຣະພັກພຣະອົງ ເພາະກິຈການອັນຍຸດຕິທັມຂອງພຣະອົງກໍປາກົດຕໍ່ພຣະພັກພຣະອົງກໍປາກົດແຈ້ງແລ້ວ” 5 ຫລັງຈາກນີ້ຂ້າພະເຈົ້າໄດ້ເຫັນພຣະວິຫານໃນສວັນ ຄືສຳນັກຜ້າແຫ່ງຄຳພຍານໄຂອອກ 6 ເທວະດາເຈັດຕົນທີ່ຖືໄພອັນຕະຣາຍທັງເຈັດໄດ້ອອກມາຈາກພຣະວິຫານນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສ ແລະມີສາຍຮັດຄຳຮັດທີ່ຫນ້າເອິກ 7 ສັດໂຕນຶ່ງໃນສີ່ໂຕນັ້ນ ໄດ້ເອົາຂັນຄຳເຈັດຫນ່ວຍທີ່ເຕັມດ້ວຍພຣະພິໂຣດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ສືບໆໄປເປັນນິດ ຍື່ນໃຫ້ແກ່ເທວະດາທັງເຈັດຕົນນັ້ນ 8 ແລ້ວພຣະວິຫານກໍເຕັມໄປດ້ວຍຄວັນທີ່ມາຈາກພຣະຣັສມີຂອງພຣະເຈົ້າ ແລະຈາກຣິດທານຸພາບຂອງພຣະອົງ ບໍ່ມີຜູ້ໃດສາມາດເຂົ້າໄປໃນພຣະວິຫານນັ້ນໄດ້ ຈົນກວ່າໄພອັນຕະຣາຍທັງເຈັດຂອງເທວະດາເຈັດຕົນນັ້ນຈະໄດ້ສິ້ນສຸດລົງ 161 ແລ້ວຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກພຣະວິຫານ ສັ່ງເທວະດາເຈັດຕົນນັ້ນວ່າ, “ຈົ່ງໄປເສັຽ ເອົາຂັນທັງເຈັດຫນ່ວຍ2 ເທວະດາຕົນແຣກຈຶ່ງອອກໄປເອົາຂັນຂອງຕົນຖອກລົງເທິງແຜ່ນດິນໂລກ ແລະຄົນທັງຫລາຍທີ່ມີເຄື່ອງຫມາຍຂອງສັດຮ້າຍ ແລະບູຊາຮູບຂອງມັນ ຈຶ່ງເກີດເປັນຝີຮ້າຍແຮງແລະເຈັບປວດ 3 ເທວະດາຕົນທີ່ສອງໄດ້ຖອກຂັນຂອງຕົນລົງໃສ່ທະເລ ແລ້ວນ້ຳທະເລກໍກາຍເປັນເລືອດເຫມືອນເລືອດຂອງຄົນຕາຍ ແລະບັນດາສິ່ງທີ່ມີຊີວິດຢູ່ນັ້ນກໍຕາຍຫມົດ 4 ເທວະດາຕົນທີ່ສາມໄດ້ຖອກຂັນຂອງຕົນລົງໃສ່ແມ່ນ້ຳແລະນ້ຳພຸທັງຫລາຍ ນ້ຳເຫລົ່ານັ້ນກໍກາຍເປັນເລືອດ 5 ແລ້ວຂ້າພະເຈົ້າໄດ້ຍິນເທວະດາແຫ່ງນ້ຳນັ້ນຮ້ອງວ່າ, “ຂ້າແດ່ອົງພຣະຜູ້ບໍຣິສຸດ ຜູ້ຊົງດຳຣົງຢູ່ບັດນີ້ ແລະຜູ້ຊົງດຳຣົງຢູ່ໃນຄາວກ່ອນ ພຣະອົງຊົງເປັນຜູ້ຍຸດຕິທັມ ເພາະພຣະອົງຊົງພິພາກສາເຫດການເຫລົ່ານີ້ 6 ເພາະຄົນເຫລົ່ານັ້ນໄດ້ເຮັດໃຫ້ເລືອດໄພ່ພົນຂອງພຣະເຈົ້າ ແລະຂອງພວກຜູ້ປະກາດພຣະທັມໄຫລອອກ ແລະພຣະອົງໄດ້ຊົງປະທານເລືອດໃຫ້ເຂົາດື່ມ ກໍສົມຄວນກັບການກະທຳຂອງເຂົາແລ້ວ” 7 ແລະຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງວ່າ, “ຈິງຢູ່ແລ້ວ ອົງພຣະຜູ້ເປັນເຈົ້າຜູ້ຊົງມີຣິດທານຸພາບສູງສຸດ ການພິພາກສາຂອງພຣະອົງກໍທ່ຽງຈິງແລະຍຸດຕິທັມ” 8 ເທວະດາຕົນທີ່ສີ່ໄດ້ຖອກຂັນຂອງຕົນລົງໃສ່ດວງອາທິດ ດວງອາທິດຈຶ່ງໄດ້ຮັບພຣະຣາຊທານອຳນາດລວກມະນຸດດ້ວຍໄຟ 9 ມະນຸດທັງຫລາຍຈຶ່ງຖືກລວກດ້ວຍຄວາມຮ້ອນຮົນອັນແຮງກ້າ ແລະເຂົາໄດ້ປ້ອຍດ່າພຣະນາມຂອງພຣະເຈົ້າ ຜູ້ຊົງມີອຳນາດເຫນືອໄພອັນຕະຣາຍເຫລົ່ານັ້ນ ແລະເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ຖວາຍພຣະກຽດແດ່ພຣະອົງ 10 ເທວະດາຕົນທີ່ຫ້າໄດ້ຖອກຂັນຂອງຕົນລົງໃສ່ບັນລັງຂອງສັດຮ້າຍ ແລະອານາຈັກຂອງມັນກໍມືດໄປ ຄົນເຫລົ່ານັ້ນໄດ້ຂົບຄ້ຽວລີ້ນຂອງຕົນດ້ວຍຄວາມເຈັບປວດ 11 ເຂົາໄດ້ປ້ອຍດ່າພຣະເຈົ້າແຫ່ງສວັນ ເພາະຄວາມເຈັບປວດແລະເພາະຝີທີ່ເກີດຕາມຕົວ ແຕ່ເຂົາບໍ່ໄດ້ກັບໃຈເສັຽໃຫມ່ຈາກກິຈການຂອງຕົນ 12 ເທວະດາຕົນທີ່ຫົກໄດ້ຖອກຂັນຂອງຕົນລົງໃສ່ແມ່ນ້ຳໃຫຍ່ ຄືແມ່ນ້ຳເອີຟຣາດ ນ້ຳໃນແມ່ນ້ຳນັ້ນຈຶ່ງແຫ້ງໄປ ເພື່ອຈັດແຈງທາງໄວ້ສຳລັບກະສັດທັງຫລາຍທີ່ມາຈາກທິດຕາເວັນອອກ 13 ແລ້ວຂ້າພະເຈົ້າໄດ້ເຫັນຜີຖ່ອຍຮ້າຍສາມໂຕເຫມືອນກັບອອກມາຈາກປາກພຍານາກ ຈາກປາກສັດຮ້າຍ ແລະຈາກປາກຜູ້ປະກາດພຣະທັມປອມ 14 ດ້ວຍວ່າຜີເຫລົ່ານັ້ນເປັນຜີຮ້າຍທີ່ເຮັດຫມາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບ ເພື່ອໃຫ້ກະສັດເຫລົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ 15 (“ເບິ່ງແມ໋, ເຮົາຈະມາເຫມືອນຂະໂມຍ ຄວາມສຸກຈະມີແກ່ຜູ້ທີ່ເຝົ້າລະວັງ ແລະແກ່ຜູ້ທີ່ຮັກສາເສື້ອຜ້າຂອງຕົນບໍ່ໃຫ້ຕົວເປືອຍກາຍ ຢ້ານວ່າຄົນທັງຫລາຍຈະເຫັນຄວາມລະອາຍຂອງຕົນ”) 16 ແລະຜີທັງສາມໂຕນັ້ນໄດ້ໃຫ້ກະສັດທັງຫລາຍມາຊຸມນຸມກັນໃນບ່ອນນຶ່ງ ຕາມພາສາເຮັບເຣີເອີ້ນວ່າ ອາມາເຄໂດນ 17 ເທວະດາຕົນທີ່ເຈັດໄດ້ຫຖືກຂັນຂອງຕົນລົງໃສ່ອາກາດ ແລະມີພຣະສຸຣະສຽງດັ່ງອອກມາຈາກພຣະຣາຊບັນລັງໃນພຣະວິຫານນັ້ນວ່າ, “ສຳເຣັດແລ້ວ” 18 ແລະເກີດມີຟ້າແມບ ມີສຽງດັງຕ່າງໆ ມີຟ້າຮ້ອງ ແລະເກີດແຜ່ນດິນໄຫວອັນໃຫຍ່ ຊຶ່ງຕັ້ງແຕ່ມີມະນຸດເກີດມາໃນໂລກ ບໍ່ເຄີຍມີແຜ່ນດິນໄຫວອັນໃຫຍ່ແລະຮ້າຍປານນີ້ຈັກເທື່ອ 19 ມະຫານະຄອນນັ້ນກໍແຍກອອກເປັນສາມສ່ວນ ແລະຫົວເມືອງທັງປວງຂອງນາໆປະເທດກໍຫລົ້ມຈົມ ພຣະເຈົ້າບໍ່ໄດ້ຊົງລືມມະຫານະຄອນບາບິໂລນ ແຕ່ໄດ້ຊົງໃຫ້ນະຄອນນັ້ນດື່ມຈອກເຫລົ້າແວງແຫ່ງພຣະພິໂຣດຂອງພຣະອົງ 20 ເກາະທຸກເກາະກໍເຄື່ອນຫນີໄປແລະຈະຊອກຫາພູທັງຫລາຍກໍບໍ່ພົບ 21 ມີຫມາກເຫັບໃຫຍ່ ກ້ອນລະຫ້າສິບກິໂລກຣາມ ຕົກລົງມາຈາກຟ້າຖືກຄົນທັງປວງ ເຂົາຈຶ່ງປ້ອຍດ່າພຣະເຈົ້າເພາະໄພອັນຕະຣາຍທີ່ເກີດຈາກຫມາກເຫັບນັ້ນ ດ້ວຍວ່າໄພອັນຕະຣາຍນັ້ນຮ້າຍແຣງເຫລືອເກີນ 171 ເທວະດາຕົນນຶ່ງໃນເຈັດຕົນທີ່ຖືຂັນທັງເຈັດຫນ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າແລະເວົ້າວ່າ, “ເຊີນມານີ້ເທີນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນ້ຳອັນຫລວງຫລາຍ2 ຄືຍິງນັ້ນທີ່ບັນດາກະສັດທົ່ວໂລກໄດ້ຫລີ້ນຜິດຊາຍຍິງກັບມັນ ແລະຊາວໂລກທັງຫລາຍໄດ້ມົວເມົາດ້ວຍເຫລົ້າແວງແຫ່ງການຜິດຊາຍຍິງຂອງມັນນັ້ນ” 3 ເທວະດາຕົນນັ້ນໄດ້ຍົກຂ້າພະເຈົ້າເຂົ້າໄປໃນປ່າໂດຍພຣະວິນຍານ ແລະຂ້າພະເຈົ້າໄດ້ເຫັນຜູ້ຍິງຄົນນຶ່ງ ນັ່ງຢູ່ເທິງຫລັງສັດຮ້າຍສີແດງເຂັ້ມໂຕນຶ່ງ ຊຶ່ງມີຊື່ຫລາຍຊື່ເປັນຄຳຫມິ່ນປມາດເຕັມໄປທັງໂຕມັນມີເຈັດຫົວແລະສິບເຂົາ 4 ຍິງນັ້ນນຸ່ງເຄື່ອງສີມ່ວງອ່ອນແລະສີແດງເຂັ້ມ ປະດັບປະດາດ້ວຍເຄື່ອງຄຳ ດ້ວຍເພັດພອຍຕ່າງໆແລະໄຂ່ມຸກ ມືຂອງຍິງນັ້ນຖືຈອກຄຳທີ່ເຕັມດ້ວຍຂອງຫນ້າກຽດຫນ້າຊັງ ແລະຂອງຂີ້ດຽດແຫ່ງການຜິດຊາຍຍິງຂອງຕົນ 5 ທີ່ຫນ້າຜາກມີຊື່ຂຽນໄວ້ເປັນຄວາມເລິກລັບວ່າ, “ບາບິໂລນມະຫານະຄອນ ແມ່ຂອງຍິງໂສເພນີທັງຫລາຍ ແລະແມ່ຂອງສິ່ງທັງປວງທີ່ຫນ້າກຽດຫນ້າຊັງໃນແຜ່ນດິນໂລກ” 6 ແລະຂ້າພະເຈົ້າໄດ້ເຫັນວ່າຍິງນັ້ນເມົາດ້ວຍເລືອດໄພ່ພົນຂອງພຣະເຈົ້າແລະດ້ວຍເລືອດຂອງບັນດາຜູ້ທີ່ຍອມສລະຊີວິດເພາະເປັນພຍານຝ່າຍພຣະເຢຊູເມື່ອຂ້າພະເຈົ້າເຫັນຍິງນັ້ນແລ້ວກໍອັດສະຈັນໃຈຫລາຍ 7 ເທວະດາຕົນນັ້ນຈຶ່ງຖາມຂ້າພະເຈົ້າວ່າ, “ເປັນຫຍັງທ່ານຈຶ່ງອັດສະຈັນ ເຮົາຈະບອກໃຫ້ທ່ານຮູ້ຄວາມຫມາຍຂໍ້ເລິກລັບຂອງຍິງນັ້ນ ແລະຂອງສັດຮ້າຍທີ່ມີເຈັດຫົວແລະສິບເຂົາ ຊຶ່ງເປັນພາຫະນະຂອງຍິງນັ້ນ 8 ສັດຮ້າຍທີ່ທ່ານໄດ້ເຫັນນັ້ນໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນຈວນຈະຂຶ້ນມາຈາກເຫວເລິກເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກນັ້ນ ກໍຈະປລາດໃຈເມື່ອເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະຈວນຈະປາກົດມາອີກ 9 ໃນເຣື່ອງນີ້ແຫລະ, ຕ້ອງໃຊ້ຈິດໃຈທີ່ມີສະຕິປັນຍາ ຫົວທັງເຈັດນັ້ນໄດ້ແກ່ພູນ້ອຍເຈັດຫນ່ວຍທີ່ຍິງນັ້ນນັ່ງຢູ່ ຄືໄດ້ແກ່ກະສັດເຈັດອົງ 10 ຊຶ່ງຫ້າອົງໄດ້ຊົງລ່ວງໄປແລ້ວ ອົງນຶ່ງກຳລັງຊົງເປັນຢູ່ ແລະອີກອົງນຶ່ງຍັງບໍ່ໄດ້ສະເດັດມາ ເມື່ອສະເດັດມາແລ້ວຈະຕ້ອງດຳຣົງຢູ່ຊົ່ວຂນະນຶ່ງ 11 ສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ນັ້ນ ກໍເປັນອົງຖ້ວນແປດ ແຕ່ຍັງເປັນອົງນຶ່ງໃນເຈັດອົງນັ້ນ ແລະຈະໄປສູ່ຄວາມຈິບຫາຍ 12 ເຂົາທັງສິບທີ່ທ່ານໄດ້ເຫັນນັ້ນ ໄດ້ແກ່ກະສັດສິບອົງທີ່ຍັງບໍ່ໄດ້ສເວີຍຣາຊສົມບັດ ແຕ່ຈະໄດ້ຮັບອຳນາດເຫມືອນກະສັດດ້ວຍກັນກັບສັດຮ້າຍນັ້ນນຶ່ງຊົ່ວໂມງ 13 ກະສັດເຫລົ່ານັ້ນມີນ້ຳພຣະທັຍຢ່າງດຽວກັນ ແລະຊົງມອບຣິດແລະອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ 14 ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີຊັຍຊະນະ ເພາະວ່າພຣະອົງເປັນຈອມເຈົ້ານາຍທັງຫລາຍແລະເປັນຈອມເຈົ້າກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາ ແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີຊັຍດ້ວຍກັນກັບພຣະອົງ 15 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ແມ່ນ້ຳທັງຫລາຍທີ່ທ່ານໄດ້ເຫັນຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ຊົນຊາດ ມວນຊົນ ປະຊາຊາດ ແລະພາສາຕ່າງໆ 16 ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສັຽ 17 ເພາະວ່າພຣະເຈົ້າໄດ້ຊົງດົນໃຈເຂົາໃຫ້ເຮັດຕາມພຣະປະສົງຂອງພຣະອົງ ໂດຍການຊົງເຣັດໃຫ້ເຂົາມີຄວາມຄຶດຢ່າງດຽວກັນ ຈຶ່ງໄດ້ມອບອານາຈັກຂອງຕົນໃຫ້ແກ່ສັດຮ້າຍນັ້ນ ຈົນເຖິງຈະສຳເຣັດຕາມພຣະທັມຂອງພຣະເຈົ້າ 18 ສ່ວນຜູ້ຍິງທີ່ທ່ານໄດ້ເຫັນນັ້ນໄດ້ແກ່ມະຫານະຄອນ ທີ່ມີອຳນາດເຫມືອນກະສັດທັງຫລາຍທົ່ວແຜ່ນດິນໂລກ” 181 ຫລັງຈາກນີ້ຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງກຳລັງລົງມາຈາກສວັນ ມີອຳນາດອັນໃຫຍ່ຫລວງ ແລະແຜ່ນດິນໂລກໄດ້ສວ່າງຂຶ້ນດ້ວຍຣັສມີຂອງຕົນນັ້ນ2 ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບິໂລນມະຫານະຄອນຫລົ້ມຈົມແລ້ວ ຫລົ້ມຈົມເສັຽແລ້ວ ມັນກາຍເປັນບ່ອນອາໄສຂອງຜີຮ້າຍ ເປັນບ່ອນລີ້ຊ່ອນຂອງຜີຖ່ອຍຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະຫນ້າກຽດທຸກຊະນິດ 3 ເພາະວ່າປະຊາຊາດທັງປວງໄດ້ດື່ມເຫລົ້າແວງປຸກຢ່າງເຫລືອເກີນແຫ່ງການຜິດຊາຍຍິງຂອງນະຄອນນັ້ນ ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງຜິດຊາຍຍິງກັບນະຄອນນັ້ນ ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກໄດ້ລ້ຳລວຍດ້ວຍຊັບອັນຟຸ່ມເຟືອຍຂອງນະຄອນນັ້ນ” 4 ແລ້ວຂ້າພະເຈົ້າໄດ້ຍິນພຣະສຸຣະສຽງອີກ ປະກາດອອກມາຈາກສວັນວ່າ, “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກນະຄອນນັ້ນເສັຽ ເພື່ອເຈົ້າທັງຫລາຍຈະບໍ່ໄດ້ເຂົ້າສ່ວນໃນການຜິດບາບຂອງມັນ ເພື່ອເຈົ້າຈະບໍ່ຖືກໄພອັນຕະຣາຍທີ່ຈະເກີດແກ່ມັນນັ້ນ 5 ເພາະວ່າບາບຂອງນະຄອນນັ້ນກອງສູງຂຶ້ນພຽງຟ້າແລ້ວ ແລະພຣະເຈົ້າໄດ້ຊົງຈົດຈຳການທຸຈຣິດຂອງມັນໄວ້ 6 ນະຄອນນັ້ນໄດ້ໃຫ້ຜົນຢ່າງໃດກໍຈົ່ງໃຫ້ຜົນແກ່ມັນຢ່າງນັ້ນ ແລະຈົ່ງຕອບແທນແກ່ການກະທຳຂອງມັນເປັນສອງທໍ່ ໃນຈອກທີ່ມັນໄດ້ປະສົມໄວ້ກໍຈົ່ງປະສົມລົງໃນຈອກນັ້ນສອງທໍ່ 7 ນະຄອນນັ້ນໄດ້ອວດຈອງຫອງແລະປ່ອຍຕົວໄປ ຕາມຄວາມສນຸກສນານເທົ່າໃດກໍຈົ່ງໃຫ້ມັນໄດ້ຣັບການທໍຣະມານແລະຄວາມໂສກເສົ້າຫລາຍເທົ່ານັ້ນ ເພາະມັນຄຶດໃນໃຈວ່າ “ເຮົາຢູ່ໃນຕຳແຫນ່ງຣາຊີນີ ບໍ່ແມ່ນແມ່ຫມ້າຍ ເຮົາຈະບໍ່ປະສົບຄວາມໂສກເສົ້າຈັກເທື່ອ” 8 ເຫດສັນນັ້ນໄພອັນຕະຣາຍຕ່າງໆຂອງນະຄອນນັ້ນຈະເກີດຂຶ້ນໃນວັນດຽວກັນ ຄືຄວາມຕາຍ ຄວາມໂສກເສົ້າ ຄວາມອຶດຢາກ ແລະໄຟຈະເຜົາມັນໃຫ້ຈິບຫາຍເສັຽ ເພາະວ່າອົງພຣະຜູ້ເປັນເຈົ້າ ຄືພຣະເຈົ້າຜູ້ຊົງພິພາກສານະຄອນນັ້ນຊົງປະກອບດ້ວຍພຣະກຳລັງ” 9 ບັນດາກະສັດແຫ່ງແຜ່ນດິນໂລກທີ່ໄດ້ລ່ວງຜິດຊາຍຍິງກັບນະຄອນນັ້ນ ແລະໄດ້ປ່ອຍຕົວໄປຕາມຄວາມສນຸກສນານຮ່ວມກັນນັ້ນ ເມື່ອໄດ້ເຫັນຄວັນໄຟທີ່ໄຫມ້ມັນກໍຈະຕີອົກຮ້ອງໄຫ້ 10 ກະສັດເຫລົ່ານັ້ນຈະຢືນຢູ່ຫ່າງໄກ ເພາະຢ້ານພັຍແຫ່ງການທີ່ທໍຣະມານຂອງນະຄອນນັ້ນ ແລະຈະກ່າວວ່າ, “ວິບັດ ວິບັດແລ້ວ ບາບິໂລນ ມະຫານະຄອນທີ່ແຂງແຮງເອີຍ, ເຈົ້າໄດ້ຖືກການພິພາກສາລົງໂທດເສັຽ ພາຍໃນຊົ່ວໂມງດຽວເທົ່ານັ້ນ” 11 ບັນດາພໍ່ຄ້າແຫ່ງແຜ່ນດິນໂລກຈະຮ້ອງໄຫ້ແລະໂສກເສົ້າເພາະນະຄອນນັ້ນ ດ້ວຍວ່າບໍ່ມີໃຜຈະຊື້ສິນຄ້າທີ່ເຂົາບັນທຸກມານັ້ນ 12 ສິນຄ້າເຫລົ່ານັ້ນຄືຄໍາ ເງິນ ເພັດພອຍຕ່າງໆ ໄຂ່ມຸກ ຜ້າປ່ານເນື້ອລະອຽດ ຜ້າສີມ່ວງອ່ອນ ຜ້າໄຫມ ຜ້າສີແດງເຂັ້ມ ໄມ້ຫອມທຸກຊະນິດ ເຄື່ອງໃຊ້ທຸກຊະນິດທີ່ເຮັດດ້ວຍງາ ດ້ວຍໄມ້ອັນມີຄ່າ ດ້ວຍທອງເຫລືອງ ດ້ວຍເຫລັກ ແລະດ້ວຍຫີນລາຍ 13 ແຄ ເຄື່ອງຫອມ ກຳຍານ ນ້ຳມັນຫອມ ເຄື່ອງຫອມເຜົາບູຊາ ເຫລົ້າແວງ ນ້ຳມັນ ເຂົ້າແປ້ງລະອຽດ ເຂົ້າບເລ ງົວ ແກະ ມ້າ ຣົດ ຂ້ອຍຂ້າ ແລະຊີວິດຈິດໃຈມະນຸດ 14 “ຜົນຊຶ່ງຈິດໃຈຂອງເຈົ້າປາຖນາຢາກໄດ້ນັ້ນ ກໍລ່ວງພົ້ນໄປຈາກເຈົ້າແລ້ວ ສິ່ງສາຣະພັດອັນປານີດວິເສດແລະງົດງາມເຫລື້ອມໃສ ກໍສູນເສັຽໄປຈາກເຈົ້າແລ້ວ ເຈົ້າຈະບໍ່ໄດ້ພົບສິ່ງເຫລົ່ານີ້ອີກຈັກເທື່ອ” 15 ບັນດາພໍ່ຄ້າທີ່ຂາຍສິ່ງຂອງເຫລົ່ານີ້ ຈົນເປັນຄົນຮັ່ງມີເພາະນະຄອນນັ້ນ ຈະຢືນຢູ່ຫ່າງໄກ ເພາະຢ້ານພັຍແຫ່ງການທໍຣະມານຂອງມັນ ເຂົາຈະຮ້ອງໄຫ້ແລະໂສກເສົ້າດ້ວຍສຽງດັງ 16 ວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນັ້ນ ທີ່ເຄີຍນຸ່ງຫົ່ມຜ້າປ່ານເນື້ອລະອຽດ ຜ້າສີມ່ວງອ່ອນ ຜ້າສີແດງເຂັ້ມ ທີ່ເຄີຍປະດັບຕົວດ້ວຍຄຳ ດ້ວຍເພັດພອຍຕ່າງໆແລະໄຂ່ມຸກນັ້ນ 17 ພຽງແຕ່ໃນຊົ່ວໂມງດຽວ ຊັບສົມບັດເຫລົ່ານັ້ນໄດ້ຖືກຊົງທຳລາຍເສັຽໄປຫມົດ” ນາຍສະເພົາທຸກຄົນ ແລະຄົນໂດຍສານ ບັນດາລູກເຮືອແລະຄົນທັງປວງທີ່ມີອາຊີບທາງທະເລກໍຢືນຫ່າງໄກ 18 ເມື່ອຄົນເຫລົ່ານັ້ນໄດ້ເຫັນຄວັນໄຟທີ່ໄຫມ້ນະຄອນນັ້ນກໍຮ້ອງວ່າ, “ນະຄອນໃດຫນໍ ຈະເປັນເຫມືອນມະຫານະຄອນນີ້” 19 ເຂົາໄດ້ເອົາຂີ້ຝຸ່ນດິນໃສ່ຫົວຂອງຕົນ ພ້ອມຮ້ອງໄຫ້ແລະໂສກເສົ້າເອີຍຂຶ້ນວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນີ້ ຊຶ່ງໄດ້ເຮັດໃຫ້ຄົນທັງປວງທີ່ມີສະເພົາເດີນທະເລ ເປັນຄົນຮັ່ງມີດ້ວຍຊັບສົມບັດຂອງມັນ ພາຍໃນຊົ່ວໂມງດຽວກໍຖືກຊົງທຳລາຍເສັຽໄປຫມົດ” 20 “ໂອ ຟ້າສວັນແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັຄສາວົກແລະຜູ້ປະກາດພຣະທັມທັງຫລາຍເອີຍ, ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ ດ້ວຍວ່າພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ທ່ານທັງຫລາຍແລ້ວ” 21 ແລ້ວມີເທວະດາຜູ້ມີຣິດຕົນນຶ່ງ ໄດ້ຍົກຫີນກ້ອນນຶ່ງເຫມືອນຫີນໂມ້ໃຫຍ່ ຖິ້ມລົງໃນທະເລກ່າວວ່າ, “ບາບິໂລນມະຫານະຄອນນັ້ນຈະຖືກຖິ້ມລົງໂດຍຮຸນແຮງຢ່າງນີ້ແຫລະ ແລ້ວຈະບໍ່ມີໃຜເຫັນມັນຕໍ່ໄປອີກຈັກເທື່ອ 22 ສຽງນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະເປົ່າແກ ຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກ ຈະບໍ່ພົບຄົນທີ່ມີວິຊາຊ່າງຢ່າງໃດຈັກຄົນໃນເຈົ້າຕໍ່ໄປອີກ ແລະສຽງໂມ້ແປ້ງຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກຈັກເທື່ອ 23 ຈະບໍ່ມີແສງໂຄມສ່ອງສວ່າງໃນເຈົ້າຕໍ່ໄປອີກ ຈະບໍ່ມີໃຜໄດ້ຍິນສຽງເຈົ້າບ່າວເຈົ້າສາວໃນເຈົ້າຕໍ່ໄປຈັກເທື່ອ ເພາະວ່າບັນດາພໍ່ຄ້າຂອງເຈົ້າໄດ້ເປັນເຈົ້ານາຍແຫ່ງແຜ່ນດິນໂລກ ແລະບັນດາປະຊາຊາດໄດ້ຖືກຫລອກລວງດ້ວຍເວດມົນຄາຖາຂອງເຈົ້າ 24 ໃນນະຄອນນັ້ນເຂົາໄດ້ພົບເລືອດຂອງຜູ້ປະກາດພຣະທັມ ແລະຂອງພວກໄພ່ພົນຂອງພຣະເຈົ້າ ກັບເລືອດຂອງບັນດາຄົນທີ່ຖືກຂ້າເທິງແຜ່ນດິນໂລກນັ້ນ” 191 ຫລັງຈາກນັ້ນຂ້າພະເຈົ້າໄດ້ຍິນເຫມືອນສຽງດັງຂອງຝູງຄົນຈຳນວນຫລາຍໄວສວັນ ກຳລັງຮ້ອງວ່າ, “ອາເລລູຢາ ຄວາມພົ້ນ ສະງ່າຣາສີ ແລະຣິດເດດ ກໍເປັນຂອງພຣະເຈົ້າຂອງເຮົາທັງຫລາຍ2 ເພາະວ່າການພິພາກສາຂອງພຣະອົງທ່ຽງຈິງແລະຍຸດຕິທັມ ພຣະອົງໄດ້ຊົງພິພາກສາລົງໂທດຍິງໂສເພນີຄົນສຳຄັນນັ້ນ ທີ່ໄດ້ເຮັດໃຫ້ແຜ່ນດິນໂລກຊົ່ວຮ້າຍໄປດ້ວຍການລ່ວງຜິດຊາຍຍິງຂອງຕົນ ເພື່ອເປັນການແກ້ແຄ້ນຍິງນັ້ນຍ້ອນເລືອດບັນດາຂ້ອຍໃຊ້ຂອງພຣະອົງ” 3 ຄົນເຫລົ່ານັ້ນຮ້ອງຂຶ້ນເປັນເທື່ອທີ່ສອງວ່າ, “ອາເລລູຢາ ຄວັນໄຟທີ່ໄຫມ້ນະຄອນນັ້ນກໍພຸ່ງຂຶ້ນຕລອດໄປເປັນນິດ” 4 ແລະພວກຜູ້ອະວຸໂສທັງຊາວສີ່ທ່ານກັບສັດທັງສີ່ນັ້ນ ກໍໄດ້ຂາບລົງນະມັສການພຣະເຈົ້າ ຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ແລະຮ້ອງຂຶ້ນວ່າ, “ອາແມນ ອາເລລູຢາ” 5 ແລະມີສຽງດັງອອກມາຈາກພຣະຣາຊບັນລັງວ່າ, “ເຈົ້າທັງຫລາຍ ຜູ້ເປັນຂ້ອຍຂ້າຂອງພຣະອົງ ທີ່ຢຳເກງພຣະອົງ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຈົ່ງຖວາຍສັຣເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ” 6 ແລ້ວຂ້າພະເຈົ້າໄດ້ຍິນເຫມືອນສຽງຄົນຈຳນວນຫລວງຫລາຍ ເຫມືອນສຽງນ້ຳຫລາຍ ແລະເຫມືອນສຽງຟ້າຮ້ອງສຽງແຮງກ້າວ່າ, “ອາເລລູຢາ ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສເວີຍຣາຊແລ້ວ 7 ໃຫ້ເຮົາທັງຫລາຍຊົມຊື່ນຍິນດີແລະປິຕິຍິນດີ ພາກັນຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາມຸງຄຸນສົມຣົດຂອງພຣະເມສານ້ອຍແລ້ວ ແລະເຈົ້າສາວຂອງພຣະອົງໄດ້ຕຽມພ້ອມແລ້ວ 8 ແລະຊົງໂຜດໃຫ້ເຈົ້າສາວນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສແລະບໍຣິສຸດ” (ເພາະຜ້າປ່ານເນື້ອດີນັ້ນ ໄດ້ແກ່ການປະຕິບັດອັນຊອບທັມແຫ່ງພວກໄພ່ພົນຂອງພຣະເຈົ້າ) 9 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຈົ່ງຂຽນໄວ້ວ່າ ຄວາມສຸກມີແກ່ຄົນທັງຫລາຍທີ່ໄດ້ຮັບເຊີນມາໃນງານລ້ຽງມຸງຄຸນສົມຣົດຂອງພຣະເມສານ້ອຍນັ້ນ” ແລະທ່ານໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫລົ່ານີ້ເປັນພຣະທັມທ່ຽງແທ້ຂອງພຣະເຈົ້າ” 10 ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງແທບຕີນເທວະດານັ້ນເພື່ອຈະຂາບໄຫວ້ທ່ານ ແຕ່ທ່ານໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຂ້ອຍໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານທີ່ຍຶດຖືຄຳພຍານຝ່າຍພຣະເຢຊູ ຈົ່ງນະມັສການພຣະເຈົ້າ” ເພາະວ່າເນື້ອຄວາມຂອງການປະກາດພຣະທັມກໍເປັນຄຳພຍານຝ່າຍ ພຣະເຢຊູ 11 ແລ້ວຂ້າພະເຈົ້າໄດ້ເຫັນສວັນໄຂອອກ ແລະດັ່ງນີ້ ມີມ້າຂາວໂຕນຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນຊົງພຣະນາມວ່າ “ສັດຊື່” ແລະ “ທ່ຽງແທ້” ພຣະອົງຊົງພິພາກສາແລະທຳເສິກດ້ວຍຄວາມຍຸດຕິທັມ 12 ພຣະເນດຂອງພຣະອົງເຫມືອນແປວໄຟ ເທິງພຣະສຽນຂອງພຣະອົງມີມົງກຸດຫລາຍອັນ ພຣະອົງຊົງມີພຣະນາມຈາຣຶກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ຈັກເວັ້ນໄວ້ແຕ່ພຣະອົງເອງ 13 ເສື້ອຄຸມທີ່ພຣະອົງຊົງພືນັ້ນກໍຈຸ່ມແລ້ວໃນເລືອດ ແລະພຣະນາມຂອງພຣະອົງເອີ້ນວ່າ “ພຣະທັມຂອງພຣະເຈົ້າ” 14 ຝູງກອງທັບໃນສວັນນຸ່ງຫົ່ມຜ້າປ່ານເນື້ອລະອຽດຂາວບໍຣິສຸດ ຂີ່ມ້າຂາວແຫ່ຕາມສະເດັດໄປ 15 ມີພຣະແສງດວງຄົມອອກມາຈາກພຣະໂອດຂອງພຣະອົງ ເພື່ອພຣະອົງຈະຊົງຟັນບັນດາປະຊາຊາດດ້ວຍພຣະແສງນັ້ນ ພຣະອົງນີ້ແຫລະ, ຈະຊົງຄຸ້ມຄອງເຂົາດ້ວຍຄ້ອນເຫລັກ ພຣະອົງຈະຊົງຢຽບຂຸມຢຽບຫມາກອະງຸ່ນແຫ່ງພຣະພິໂຣດອັນແຮງກ້າຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ 16 ພຣະອົງຊົງມີພຣະນາມຈາຣຶກໄວ້ທີ່ເຄື່ອງທົງ ແລະທີ່ພຣະອຸຣະຂອງພຣະອົງວ່າ, “ຈອມເຈົ້າກະສັດ” ແລະ “ຈອມເຈົ້ານາຍ” 17 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນນຶ່ງຢືນຢູ່ໃນດວງອາທິດ ທ່ານປະກາດດ້ວຍສຽງດັງແກ່ນົກທັງປວງທີ່ບິນໄປມາໃນທ້ອງຟ້າວ່າ, “ຈົ່ງມາໂຮມກັນສຳລັບການກິນລ້ຽງອັນໃຫຍ່ຂອງພຣະເຈົ້າ 18 ເພື່ອຈະໄດ້ກິນຊີ້ນກະສັດ ຊີ້ນນາຍທະຫານ ຊີ້ນຊາຍສະກັນ ຊີ້ນມ້າແລະຊີໜຄົນຂີ່ມ້ານັ້ນ ແລະຊີ້ນປະຊາຊົນ ທັງເສຣີແລະຂ້ອຍຂ້ ທັງຜູ້ນ້ອຍແລະຜູ້ໃຫຍ່” 19 ແລະຂ້າພະເຈົ້າໄດ້ເຫັນສັດຮ້າຍແລະກະສັດທັງຫລາຍຂອງແຜ່ນດິນໂລກ ພ້ອມທັງກອງທັບຂອງກະສັດເຫລົ່ານັ້ນມາໂຮມກັນ ເພື່ອຮົບເສິກຕໍ່ສູ້ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ແລະຕໍ່ສູ້ກອງທັບຂອງພຣະອົງ 20 ສັດຮ້າຍນັ້ນໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທັມ ທີ່ໄດ້ເຮັດຫມາຍສຳຄັນຕໍ່ຫນ້າສັດຮ້າຍນັ້ນ ແລະໃຊ້ຫມາຍສຳຄັນນັ້ນຫລອກລວງຄົນທັງຫລາຍທີ່ຮັບເຄື່ອງຫມາຍຂອງສັດຮ້າຍແລະບູຊາຮູບຂອງມັນ ເຂົາທັງສອງໄດ້ຖືກຖິ້ມລົງທັງເປັນໃນບຶງໄຟທີ່ໄຫມ້ຢູ່ດ້ວຍມາດ 21 ສ່ວນຄົນທີ່ຍັງເຫລືອຢູ່ນັ້ນ ໄດ້ຖືກຂ້າດ້ວຍພຣະແສງທີ່ອອກມາຈາກພຣະໂອດຂອງພຣະອົງ ຜູ້ຊົງປະທັບເທິງຫລັງມ້ານັ້ນ ແລະນົກທັງປວງກໍກິນຊີ້ນຂອງຄົນເຫລົ່ານັ້ນຈົນອີ່ມ 201 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນນຶ່ງລົງມາຈາກສວັນ ທ່ານຖືຂໍກະແຈຂອງເຫວເລິກ ແລະຖືໂສ້ເສັ້ນໃຫຍ່2 ທ່ານໄດ້ຈັບພຍານາກຊຶ່ງເປັນງູແຕ່ດຶກດຳບັນ ຄືພຍານາກແລະຊາຕານ ແລະໄດ້ຜູກມັດມັນໄວ້ລະຫວ່າງພັນປີ 3 ແລ້ວຖິ້ມມັນລົງໃນເຫວເລິກ ແລະລັ່ນກະແຈທັງຕີຕາປະທັບໃສ່ ເພື່ອບໍ່ໃຫ້ມັນຫລອກລວງບັນດາປະຊາຊາດອີກຕໍ່ໄປ ຈົນກ່ວາພັນປີນັ້ນລ່ວງໄປແລ້ວ ພາຍຫລັງນັ້ນຈຳເປັນຕ້ອງປ່ອຍມັນອອກໄປຊົ່ວຄາວ 4 ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພຍານຝ່າຍພຣະເຢຊູ ແລະເພາະພຣະທັມຂອງພຣະເຈົ້າຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງຫມາຍຂອງມັນຕິດໄວ້ທີ່ຫນ້າຜາກຫລືມືຂອງຕົນ ຄົນເຫລົ່ານັ້ນກັບຄືນມີຊີວິດໃຫມ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ 5 (ນອກຈາກຄົນເຫລົ່ານີ້ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ) ນີ້ແຫລະ, ຄືການຄືນມາຈາກຕາຍຄັ້ງແຣກ 6 ຜູ້ໃດທີ່ມີສ່ວນໃນການຄືນມາຈາກຕາຍຄັ້ງແຣກ ຜູ້ນັ້ນແຫລະ, ກໍເປັນສຸກແລະບໍຣິສຸດ ຄວາມຕາຍຄັ້ງທີ່ສອງຈະບໍ່ມີອຳນາດເຫມືອນຄົນເຫລົ່ານັ້ນ ແຕ່ເຂົາຈະໄດ້ເປັນປະໂຣຫິດຂອງພຣະເຈົ້າແລະຂອງພຣະຄຣິດ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ 7 ເມື່ອພັນປີນັ້ນລ່ວງໄປແລ້ວ ຊາຕານຈະຖືກປ່ອຍອອກຈາກຄຸກບ່ອນຂັງມັນໄວ້ 8 ມັນຈະອອກໄປຫລອກລວງບັນດາປະຊາຊາດ ທີ່ຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຄື ໂຄກ ແລະມາໂຄກ ໃຫ້ມາໂຮມກັນເພື່ອການຮົບເສິກ ຈຳນວນຄົນຫລົ່ານັ້ນຫລາຍເຫມືອນເມັດຊາຍທີ່ທະເລ 9 ເຂົາໄດ້ຍົກທັບອອກໄປທົ່ວຫນ້າແຜ່ນດິນ ແລ້ວອ້ອມຄ້າຍພວກໄພ່ພົນຂອງພຣະເຈົ້າກັບນະຄອນທີ່ພຣະອົງຊົງຮັກນັ້ນ ແຕ່ໄຟໄດ້ຕົກລົງມາຈາກສວັນລ້າງຜານຄົນເຫລົ່ານັ້ນເສັຽ 10 ສ່ວນພຍາມານທີ່ຫລອກລວງຄົນເຫລົ່ານັ້ນ ກໍຖືກຖິ້ມລົງໃນບຶງໄຟປົນກັບມາດ ຄືບ່ອນທີ່ສັດຮ້າຍແລະຄົນທີ່ປອມຕົວເປັນຜູ້ປະກາດພຣະທັມຢູ່ໃນນັ້ນ ເຂົາຈະຕ້ອງທົນທຸກທໍຣະມານທັງກາງເວັນແລະກາງຄືນຕລອດໄປເປັນນິດ 11 ແລ້ວຂ້າພະເຈົ້າໄດ້ເຫັນພຣະຣາຊບັນລັງໃຫຍ່ສີຂາວ ແລະເຫັນພຣະອົງຜູ້ຊົງປະທັບເທິງບັນລັງນັ້ນ ເມື່ອພຣະອົງຊົງປາກົດແຜ່ນດິນໂລກແລະທ້ອງຟ້າກໍຜ່າຍຫນີ ແລະບ່ອນຢູ່ສຳລັບແຜ່ນດິນໂລກແລະທ້ອງຟ້ານັ້ນກໍບໍ່ເຫັນອີກ 12 ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງນັ້ນ ແລະຫນັງສືຕ່າງໆກໍໄຂອອກ ມີຫນັງສືອີກເຫລັ້ມນຶ່ງກໍໄຂອອກ ຄືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວກໍຖືກຊົງພິພາກສາ ຕາມການປະຕິບັດຂອງເຂົາທີ່ຂຽນໄວ້ໃນຫນັງສືເຫລົ່ານັ້ນ 13 ທະເລສົ່ງຄົນທັງຫລາຍທີ່ຕາຍໃນທະເລຄືນ ຄວາມຕາຍແລະແດນມໍຣະນາກໍສົ່ງຄົນທັງຫລາຍທີ່ຢູ່ໃນແດນນັ້ນຄືນ ເຂົາທັງປວງກໍຖືກຊົງພິພາກສາຕາມການປະຕິບັດຂອງຕົນທຸກຄົນ 14 ຄວາມຕາຍແລະແດນມໍຣະນາກໍຖືກຖິ້ມລົງໃນບຶງໄຟ ບຶງໄຟນີ້ແຫລະ, ເປັນຄວາມຕາຍຄັ້ງທີ່ສອງ 15 ຖ້າຜູ້ໃດບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ 211 ແລ້ວຂ້າພະເຈົ້າໄດ້ເຫັນທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ ເພາະວ່າທ້ອງຟ້າເດີມແລະແຜ່ນດິນເດີມນັ້ນໄດ້ລ່ວງໄປແລ້ວ ແລະທະເລກໍບໍ່ມີເຫມືອນກັນ2 ຂ້າພະເຈົ້າໄດ້ເຫັນນະຄອນສັກສິດ ຄືກຸງເຢຣູຊາເລັມໃຫມ່ ກຳລັງລົງມາຈາກສວັນແລະຈາກພຣະເຈົ້າ ນະຄອນນີ້ໄດ້ຈັດຕຽມໄວ້ແລ້ວເຫມືອນຢ່າງເຈົ້າສາວແຕ່ງຕົວໄວ້ສຳລັບເຈົ້າບ່າວ 3 ຂ້າພະເຈົ້າໄດ້ຍິນສຽງດັງມາຈາກພຣະຣາຊບັນລັງວ່າ, “ເບິ່ງແມ໋, ທີ່ສະຖິດຂອງພຣະເຈົ້າກໍຢູ່ກັບມະນຸດແລ້ວ ພຣະອົງຈະຊົງສະຖິດຢູ່ກັບເຂົາ ເຂົາພວກນັ້ນແຫລະ, ຈະເປັນໄພ່ພົນຂອງພຣະອົງ ແລະພຣະເຈົ້າເອງຈະປະທັບຢູ່ກັບເຂົາ 4 ພຣະເຈົ້າຈະຊົງເຊັດນ້ຳຕາທຸກໆຢົດຈາກຕາຂອງເຂົາ ຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າ ການຮ້ອງໄຫ້ ແລະຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ຄາວກ່ອນນັ້ນກໍລ່ວງໄປແລ້ວ 5 ພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງໄດ້ຊົງກ່າວວ່າ, “ເບິ່ງແມ໋, ເຮົາສ້າງສິ່ງທັງປວງຂຶ້ນໃຫມ່” ແລະພຣະອົງຊົງກ່າວອີກວ່າ, “ຈົ່ງຂຽນໄວ້ ເພາະວ່າຖ້ອຍຄຳເຫລົ່ານີ້ແຫລະ, ສັດຊື່ແລະທ່ຽງແທ້” 6 ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ, “ສຳເຣັດແລ້ວ ເຮົານີ້ຄືອັນຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ ຜູ້ໃດຫິວນ້ຳ ຝ່າຍເຮົາຈະໃຫ້ຜູ້ນັ້ນດື່ມຈາກນ້ຳພຸແຫ່ງຊີວິດໂດຍບໍ່ຕ້ອງເສັຽຄ່າ 7 ຜູ້ໃດມີຊັຍຊະນະ ຜູ້ນັ້ນຈະໄດ້ຮັບສິ່ງເຫລົ່ານີ້ເປັນມໍຣະດົກ ເຮົາຈະເປັນພຣະເຈົ້າຂອງເຂົາ ເຂົານັ້ນແຫລະ, ຈະເປັນບຸດຂອງເຮົາ 8 ແຕ່ສ່ວນຄົນຂີ້ໂຍ່ຍ ຄົນບໍ່ເຊື່ອ ຄົນທີ່ເຮັດການຫນ້າກຽດຫນ້າຊັງ ຄົນຄາຕກັມ ຄົນລ່ວງຜິດຊາຍຍິງ ຄົນໃຊ້ເວດມົນຄາຖາ ຄົນໄຫວ້ພຣະທຽມ ແລະຄົນຂີ້ຕົວະທຸກຄົນນັ້ນ ມໍຣະດົກຂອງເຂົາຈະຢູ່ໃນບຶງທີ່ໄຫມ້ຢູ່ດ້ວຍໄຟປົນກັບມາດ ຊຶ່ງເປັນຄວາມຕາຍຄັ້ງທີ່ສອງ” 9 ເທວາດາຕົນນຶ່ງໃນບັນດາເຈັດຕົນທີ່ຖືຂັນເຈັດຫນ່ວຍ ອັນເຕັມໄປດ້ວຍໄພອັນຕະຣາຍສຸດທ້າຍທັງເຈັດປະການນັ້ນ ໄດ້ມາເວົ້າກັບຂ້າພະເຈົ້າວ່າ, “ເຊີນມານີ້ ເຮົາຈະໃຫ້ທ່ານເຫັນເຈົ້າສາວທີ່ເປັນມະເຫສີຂອງພຣະເມສານ້ອຍນັ້ນ” 10 ທ່ານໄດ້ຍົກຂ້າພະເຈົ້າດ້ວຍພຣະວິນຍານໄປເທິງພູສູງຫນ່ວຍໃຫຍ່ ແລະໄດ້ຊີ້ໃຫ້ຂ້າພະເຈົ້າເຫັນນະຄອນສັກສິດຄືກຸງເຢຣູຊາເລັມ ຊຶ່ງກຳລັງລັງມາຈາກສວັນແລະຈາກພຣະເຈົ້າ 11 ນະຄອນນັ້ນປະກອບດ້ວຍຣັສມີຂອງພຣະເຈົ້າ ມີແສງຮຸ່ງເຮືອງເຫມືອນແກ້ວມະນີອັນມີຄ່າແພງເຫມືອນກັບແກ້ວມະນີໂຊດອັນເສາະໃສ 12 ນະຄອນນັ້ນມີກຳແພງໃຫຍ່ສູງ ມີປະຕູສິບສອງປ່ອງ ທີ່ປະຕູນັ້ນມີເທວະດາສິບສອງຕົນ ແລະທີ່ປະຕູນັ້ນໄດ້ຈາຣຶກຊື່ຕະກູນຂອງພວກອິສຣາເອນສິບສອງຕະກູນໄວ້ 13 ທິດຕາເວັນອອກມີສາມປະຕູ ທິດເຫນືອມີສາມປະຕູ ທິດໃຕ້ມີສາມປະຕູ ແລະທິດຕາເວັນຕົກມີສາມປະຕູ 14 ກຳແພງນະຄອນນັ້ນມີຫີນສິບສອງກ້ອນເປັນຖານ ແລະທີ່ຫີນນັ້ນໄດ້ຈາຣຶກຊື່ອັຄສາວົກສິບສອງຄົນຂອງພຣະເມສານ້ອຍ 15 ເທວະດາຕົນທີ່ເວົ້າກັບຂ້າພະເຈົ້ານັ້ນຖືໄມ້ແທກຄຳ ເພື່ອຈະແທກພຣະນະຄອນ ແທກປະຕູ ກັບກຳແພງ ຂອງນະຄອນນັ້ນ 16 ຮູບຂອງນະຄອນນັ້ນເປັນສີ່ຫລ່ຽມມົນທົນ ກວ້າງຍາວທໍ່ກັນ ທ່ານເອົາໄມ້ແທກນະຄອນນັ້ນໄດ້ສອງແສນວາ ກວ້າງຍາວແລະສູງທໍ່ກັນ 17 ທ່ານແທກກຳແພງນະຄອນນັ້ນ ໄດ້ຮ້ອຍສີ່ສິບສີ່ສອກຕາມໄມ້ແທກວາທີ່ເທວະດານັ້ນໃຊ້ ຊຶ່ງເປັນເຫມືອນໄມ້ແທກວາທີ່ມະນຸດເຄີຍໃຊ້ 18 ກຳແພງນະຄອນນັ້ນກໍດ້ວຍແກ້ວມະນີໂຊດ ແລະນະຄອນນັ້ນສ້າງດ້ວຍຄຳບໍຣິສຸດສຸກໃສເຫມືອນແກ້ວ 19 ບັນດາຖານຂອງກຳແພງນະຄອນນັ້ນປະດັບດ້ວຍເພັດພອຍທຸກຊະນິດ ຖານທີ່ນຶ່ງເປັນແກ້ວມະນີໂຊດ ທີ່ສອງໄພທູນ ທີ່ສາມໂມຣາ ທີ່ສີ່ມໍຣະກົດ 20 ທີ່ຫ້າບຸດ ທີ່ຫົກພິລາ ທີ່ເຈັດບຸສບາຄຳນ້ຳແກ່ ທີ່ແປດເພທາຍ ທີ່ເກົ້າບຸສບາຄຳນ້ຳອ່ອນ ທີ່ສິບຢົກ ທີ່ສິບເອັດນິນ ແລະທີ່ສິບສອງເປັນແກ້ວເພທາຍສີມ່ວງ 21 ປະຕູທັງສິບສອງນັ້ນເຮັດດ້ວຍໄຂ່ມຸກສິບສອງຫນ່ວຍ ປະຕູລະຫນ່ວຍ ແລະຖນົນໃນນະຄອນນັ້ນເປັນຄຳບໍຣິສຸດສອ່ງໃສເຫມືອນແກ້ວ 22 ຂ້າພະເຈົ້າບໍ່ໄດ້ເຫັນມີພຣະວິຫານໃນນະຄອນນັ້ນ ເພາະອົງພຣະຜູ້ເປັນເຈົ້າ ຄືພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ແລະພຣະເມສານ້ອຍຊົງເປັນພຣະວິຫານໃນນະຄອນນັ້ນ 23 ນະຄອນນັ້ນບໍ່ຕ້ອງການແສງສວ່າງຂອງດວງອາທິດແລະດວງຈັນ ເພາະພຣະຣັສມີຂອງພຣະເຈົ້າຊົງເປັນແສງສວ່າງ ແລະພຣະເມສານ້ອຍຊົງເປັນໂຄມໄຟຂອງນະຄອນນັ້ນ 24 ບັນດາປະຊາຊາດຈະທຽວໄປມາໃນຖ້າມກາງແສງສວ່າງຂອງນະຄອນນັ້ນ ແລະບັນດາກະສັດໃນແຜ່ນດິນໂລກຈະນຳເອົາສະງ່າຣາສີຂອງຕົນເຂົ້າໄປໃນນະຄອນນັ້ນ 25 ປະຕູທັງຫລາຍໃນນະຄອນນັ້ນຈະບໍ່ອັດໃນເວລາກາງເວັນ (ເພາະໃນນະຄອນນັ້ນບໍ່ມີກາງຄືນ) 26 ເຂົາຈະນຳເອົາສະງ່າຣາສີແລະກຽດຕິຍົດຂອງນາໆປະເທດມາສູ່ນະຄອນນັ້ນ 27 ສິ່ງນຶ່ງສິ່ງໃດທີ່ຖືກຊົ່ວມົວຫມອງ ຫລືຜູ້ໃດທີ່ເຮັດການຫນ້າກຽດຫນ້າຊັງຫລືເວົ້າຕົວະ ຈະເຂົ້າໄປໃນນະຄອນນັ້ນບໍ່ໄດ້ເປັນເດັດຂາດ ມີແຕ່ຄົນທັງຫລາຍທີ່ມີຊື່ຈົດໄວ້ໃນທະບຽນຂອງພຣະເມສານ້ອຍເທົ່ານັ້ນຈຶ່ງຈະເຂົ້າໄດ້ 221 ແລ້ວເທວະດາຕົນນັ້ນໄດ້ຊີ້ໃຫ້ຂ້າພະເຈົ້າເຫັນແມ່ນ້ຳທີ່ມີຊີວິດໃສເຫມືອນແກ້ວໄຫລອອກມາຈາກພຣະຣາຊບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ2 ນ້ຳນັ້ນໄຫລຜ່ານຖນົນຂອງນະຄອນນັ້ນ ຢູ່ຮິມແມ່ນ້ຳທັງສອງຟາກມີຕົ້ນໄມ້ແຫ່ງຊີວິດຊຶ່ງເກີດຜົນສິບສອງຊະນິດ ເກີດຜົນທຸກເດືອນ ແລະໃບຕົ້ນນັ້ນສຳລັບປົວບັນດາປະຊາຊາດໃຫ້ດີ 3 ຈະບໍ່ມີສິ່ງໃດຖືກຊົງປ້ອຍດ່າອີກຕໍ່ໄປ ແຕ່ພຣະຣາຊບັນລັງຂອງພຣະເຈົ້າແລະຂອງພຣະເມສານ້ອຍຈະຕັ້ງຢູ່ທີ່ນັ້ນ ແລະບັນດາຂ້ອຍໃຊ້ຂອງພຣະອົງຈະບົວລະບັດພຣະອົງ 4 ເຂົາຈະເຫັນພຣະພັກຂອງພຣະອົງ ແລະພຣະນາມຂອງພຣະອົງຈະຊົງປະທັບຕາໃສ່ຫນ້າຜາກຂອງເຂົາ 5 ກາງຄືນຈະບໍ່ມີອີກຕໍ່ໄປ ເຂົາບໍ່ຕ້ອງການແສງໂຄມໄຟຫລືແສງອາທິດ ເພາະວ່າອົງພຣະຜູ້ເປັນເຈົ້າຈະຊົງສ່ອງສວ່າງໃສ່ເຂົາ ແລະເຂົາຈະໄດ້ຄຸ້ມຄອງຢູ່ຕລອດໄປເປັນນິດ 6 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫລົ່ານີ້ແຫລະ, ສັດຊື່ແລະທ່ຽງແທ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງດວງວິນຍານຂອງບັນດາຜູ້ປະກາດພຣະທັມ ໄດ້ຊົງໃຫ້ເທວະດາຂອງພຣະອົງສະແດງແກ່ບັນດາຂ້ອຍໃຊ້ຂອງພຣະອົງ ເພື່ອໃຫ້ຮູ້ເຫດການທັງປວງທີ່ຈຳເປັນຕ້ອງເກີດຂຶ້ນໃນໄວໆນັ້ນ” 7 “ເບິ່ງແມ໋, ເຮົາຈະມາໃນໄວໆນີ້ ຜູ້ໃດທີ່ຖືຮັກສາຄຳທຳນວາຍໃນຫນັງສືມ້ວນນີ້ ຜູ້ນັ້ນແຫລະ, ເປັນສຸກ” 8 ຝ່າຍຂ້າພະເຈົ້າ ຄືໂຢຮັນ ເປັນຜູ້ໄດ້ຍິນແລະໄດ້ເຫັນເຫດການເຫລົ່ານີ້ ເມື່ອຂ້າພະເຈົ້າໄດ້ຍິນແລະໄດ້ເຫັນແລ້ວ ກໍນ້ອມຕົວລົງຈະນະມັສການແທບຕີນຂອງເທວະດາຕົນທີ່ໄດ້ສະແດງເຫດການເຫລົ່ານີ້ແກ່ຂ້າພະເຈົ້າ 9 ເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຂ້ອຍໃຊ້ຢ່າງດຽວກັນກັບທ່ານ ແລະກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະທັມ ແລະກັບພວກທີ່ຖືຮັກສາຖ້ອຍຄຳທັງຫລາຍໃນຫນັງສືມ້ວນນີ້ ໃຫ້ທ່ານນະມັສການພຣະເຈົ້າສາ” 10 ແລ້ວທ່ານໄດ້ບອກຂ້າພະເຈົ້າວ່າ, “ຢ່າປະທັບຕາອັດຄຳທຳນວາຍໃນຫນັງສືມ້ວນນີ້ ເພາະວ່າເວລານັ້ນໃກ້ຈະເຖິງແລ້ວ 11 ຝ່າຍຄົນອະທັມກໍໃຫ້ເຣັດການອະທັມຕໍ່ໄປ ຜູ້ທີ່ເປັນຄົນຊົ່ວຊ້າກໍໃຫ້ເຂົາຊົ່ວຊ້າຕໍ່ໄປ ຝ່າຍຄົນຊອບທັມກໍໃຫ້ເຮົາການຊອບທັມຕໍ່ໄປ ແລະຜູ້ທີ່ເປັນຄົນບໍຣິສຸດກໍໃຫ້ເຂົາເປັນບໍຣິສຸດຕໍ່ໄປ” 12 “ເບິ່ງແມ໋, ເຮົາຈະມາໃນໄວໆນີ້ ເຮົາຈະເອົາບຳເຫນັດຂອງເຮົາມານຳ ເພື່ອຕອບແທນການປະຕິບັດຂອງທຸກຄົນ 13 ຝ່າຍເຮົາ ຄື ອັນຟາ ແລະໂອເມຄາ ເປັນຜູ້ກົກແລະເປັນຜູ້ສຸດທ້າຍ ເປັນເບື້ອງຕົ້ນແລະເປັນເບຶ້ອງປາຍ” 14 ຄົນທັງຫລາຍທີ່ຊຳຮະລ້າງເສື້ອຜ້າຂອງຕົນນັ້ນແຫລະ, ເປັນສຸກ ເພື່ອວ່າເຂົາຈະມີສິດເຂົ້າໄປເຖິງຕົ້ນໄມ້ທີ່ໃຫ້ມີຊີວິດ ແລະເພື່ອເຂົາຈະໄດ້ເຂົ້າໄປໃນນະຄອນນັ້ນທາງປະຕູ 15 ສ່ວນຝູງຫມາກັບຄົນທີ່ໃຊ້ເວດມົນຄາຖາ ຄົນລ່ວງຜິດຊາຍຍິງ ຄົນຄາຕກັມ ຄົນໄຫວ້ພຣະທຽມ ກັບທຸກໆຄົນທີ່ຮັກຄວາມບໍ່ຈິງ ແລະເຮັດຕາມພວກເຫລົ່ານີ້ແຫລະ, ຈະຢູ່ພາຍນອກ 16 “ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພຍານ ເພື່ອສະແດງເຫດການເຫລົ່ານີ້ແກ່ທ່ານສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າແລະຫນໍ່ເຊື້ອຂອງດາວິດ ເປັນດາວເພັດໃສຮຸ່ງເຮືອງ” 17 ຝ່າຍພຣະວິນຍານແລະເຈົ້າສາວຊົງກ່າວວ່າ, “ເຊີນມາ” ໃຫ້ຜູ້ໄດ້ຍິນນັ້ນທູນວ່າ, “ເຊີນມາ” ໃຫ້ຜູ້ຫິວນ້ຳເຂົ້າມາ ຜູ້ໃດມີໃຈປາຖນາກໍໃຫ້ຜູ້ນັ້ນມາຮັບນ້ຳສຳລັບຊີວິດໂດຍບໍ່ຕ້ອງເສັຽຄ່າ 18 ຝ່າຍຂ້າພະເຈົ້າ, ເປັນພຍານແກ່ທຸກຄົນທີ່ໄດ້ຍິນຄຳທຳນວາຍທັງຫລາຍໃນຫນັງສືມ້ວນນີ້ວ່າ ຖ້າຜູ້ໃດຈະເພີ້ມເຕີມຂໍ້ຄວາມໃດໃສ່ຫນັງສືນີ້ ພຣະເຈົ້າຈະຊົງເອົາໄພອັນຕະຣາຍທີ່ຂຽນໄວ້ໃນຫນັງສືມ້ວນນີ້ ເພີ້ມເຕີມແກ່ຜູ້ນັ້ນ 19 ແລະຖ້າຜູ້ໃດຕັດຂໍ້ຄວາມໃດອອກຈາກຫນັງສືທຳນວາຍນີ້ ພຣະເຈົ້າກໍຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນທີ່ມີຢູ່ໃນຕົ້ນໄມ້ຊຶ່ງໃຫ້ມີຊີວິດ ແລະສ່ວນແບ່ງໃນນະຄອນສັກສິດ ທີ່ຂຽນໄວ້ໃນຫນັງສືມ້ວນນີ້ອອກເສັຽ 20 ພຣະອົງຜູ້ຊົງເປັນພຍານໃນເຫດການເຫລົ່ານີ້ຊົງກ່າວວ່າ, “ແນ່ນອນ ເຮົາຈະມາໃນໄວໆນີ້” “ອາແມນ ພຣະເຢຊູເຈົ້າ ເຊີນສະເດັດມາເທີນ” 21 ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳຄົນທັງປວງເທີນ |