Titusຕິໂຕ11 ຈາກ ໂປໂລ ຜູ້ຮັບໃຊ້ ຂອງພຣະເຈົ້າ ແລະອັຄສາວົກຂອງພຣະເຢຊູຄຣິດ ເພື່ອສົ່ງເສີມຄວາມເຊື່ອຂອງຜູ້ທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນ ແລະໃຫ້ສັງເກດຮູ້ຄວາມສັດຈິງຕາມການນັບຖືພຣະເຈົ້າຢ່າງຖືກຕ້ອງ2 ດ້ວຍຫວັງວ່າຈະໄດ້ຊີວິດອັນຕລອດໄປເປັນນິດ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ 3 ແລະໃນເວລາທີ່ພຣະອົງໄດ້ຊົງກຳນົດໄວ້ ກໍໄດ້ຊົງສະແດງພຣະທັມຂອງພຣະອົງໃຫ້ປາກົດດ້ວຍການປະກາດ ຊຶ່ງເຮົາໄດ້ຮັບມອບໄວ້ຕາມພຣະບັນຊາຂອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ 4 ເຖິງ ຕີໂຕ, ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອອັນດຽວກັນ ຂໍພຣະຄຸນ ແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ ຈົ່ງມີຢູ່ນຳເຈົ້າເທີນ 5 ເພາະເຫດນີ້ແຫລະ, ເຮົາໄດ້ປະເຈົ້າໄວ້ທີ່ເກາະກະເຣເຕ ກໍຄືເພື່ອເຈົ້າຈະໄດ້ຈັດແຈງພາຣະກິດທີ່ບົກພ່ອງນັ້ນໃຫ້ຮຽບຮ້ອຍ ແລະໃຫ້ແຕ່ງຕັ້ງພວກເຖົ້າແກ່ໄວ້ໃນທຸກເມືອງ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ແລ້ວນັ້ນ 6 ຄືຕັ້ງຜູ້ທີ່ບໍ່ມີຂໍ້ຕຳຫນິ ເປັນຜົວຂອງຍິງຂອງຄົນດຽວ ມີລູກທີ່ມີຄວາມເຊື່ອ ແລະລູກນັ້ນບໍ່ຖືກກ່າວຫາວ່າເປັນນັກເລງຫລືເປັນຄົນດື້ດ້ານ 7 ເພາະວ່າຜູ້ດູແລນັ້ນໃນຖານະທີ່ເປັນຜູ້ຮັບມອບຫມາຍຈາກພຣະເຈົ້າ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕຳຫນິ ບໍ່ເປັນຄົນຈອງຫອງ ບໍ່ເປັນຄົນເລືອດຮ້ອນ ບໍ່ເປັນຄົນເມົາເຫລົ້າ ບໍ່ເປັນຄົນອັນທະພານ ບໍ່ເປັນຄົນໂລບເອົາກຳໄຣໃນທາງບໍ່ສັດຊື່ 8 ແຕ່ໃຫ້ເປັນຄົນມີສັດທາເຫລື້ອມໃສຕ້ອນຮັບແຂກ ເປັນຜູ້ຮັກຄວາມດີ ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນຍຸດຕິທັມ ເປັນຄົນບໍຣິສຸດ ເປັນຄົນຮູ້ຈັກບັງຄັບຕົນ 9 ເປັນຄົນຍຶດຫມັ້ນໃນຫລັກອັນທ່ຽງທັມທີ່ຖືກຕ້ອງຕາມໂອວາດຄວາມສອນ ເພື່ອຈະສາມາດເຕືອນສະຕິດ້ວຍຄຳສອນອັນມີຫລັກ ແລະຊີ້ແຈງແກ່ຄົນທີ່ຄັດຄ້ານຄຳສອນນັ້ນ 10 ເພາະວ່າມີຫລາຍຄົນທີ່ດື້ດ້ານ ກ່າວຄຳທີ່ບໍ່ມີແກ່ນສານ ແລະຫລອກລວງຄົນອື່ນໃຫ້ຫລົງ ເປັນຕົ້ນວ່າ ພວກຢູ່ຝ່າຍພິທີຕັດ 11 ຈໍາເປັນຕ້ອງອັດປາກເຂົາເສັຽ ເຂົາເປັນຄົນລົ້ມບ້ານຂວ້ຳຄົວເຮືອນໃຫ້ເສັຽໄປ ໂດຍສອນອັນບໍ່ຄວນຈະສອນເພື່ອເອົາກຳໄຣໃນທາງທຸຈຣິດ 12 ໃນພວກເຂົາເອງມີຜູ້ນຶ່ງເປັນຜູ້ທຳນວາຍໄດ້ກ່າວວ່າ, “ຊາວກະເຣເຕເປັນຄົນກ່າວຕົວະຢູ່ສເມີ ເປັນຄົນໂຫດຮ້າຍຢ່າງສັດ ເປັນຄົນຂີ້ຄ້ານ ກິນເກີນສ່ວນ” 13 ຄຳທີ່ເພິ່ນອ້າງນີ້ເປັນຄວາມຈິງ ດ້ວຍເຫດນີ້ເຈົ້າຈົ່ງຕໍ່ວ່າເຂົາຢ່າງແຂງແຮງ ເພື່ອເຂົາຈະໄດ້ມີຄວາມເຊື່ອອັນມີຫລັກ 14 ເພື່ອບໍ່ໃຫ້ເຂົາເຊື່ອຟັງນິຍາຍຂອງພວກຢິວ ແລະບົດບັນຍັດຂອງມະນຸດທີ່ອວ່າຍຫນ້າອອກຈາກຄວາມຈິງ 15 ສຳລັບຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ວ່າສຳລັບຄົນຊົ່ວຮ້າຍ ແລະຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ຈິດໃຈ ແລະໃຈສຳນຶກຜິດແລະຊອບຂອງເຂົາກໍຖືກຊົ່ວຮ້າຍໄປແລ້ວ 16 ເຂົາປະກາດຕົວວ່າຮູ້ຈັກພຣະເຈົ້າ ແຕ່ວ່າໃນການເຮັດຂອງເຂົາ ເຂົາກໍປະຕິເສດພຣະອົງ ເຂົາເປັນຄົນຫນ້າກຽດຫນ້າຊັງ ບໍ່ຍອມເຊື່ອຟັງໃຜ ແລະສຳລັບການດີອັນໃດກໍໃຊ້ບໍ່ໄດ້ຈັກຢ່າງ 21 ແຕ່ຝ່າຍເຈົ້າ ຈົ່ງສັ່ງສອນໃນເຫມາະສົມກັບໂອວາດຄຳສອນອັນມີຫລັກ2 ຄື ຈົ່ງເຕືອນພວກຊາຍທີ່ມີອາຍຸສູງໃຫ້ຮູ້ຈັກບັງຄັບຕົນ ໃຫ້ເປັນຄົນສະງ່າຜ່າເຜີຍ ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນມີຄວາມເຊື່ອ ມີຄວາມຮັກ ແລະມີຄວາມອົດທົນຕາມສົມຄວນ 3 ຝ່າຍພວກຜູ້ຍິງທີ່ມີອາຍຸສູງນັ້ນກໍເຫມືອນກັນ ຈົ່ງໃຫ້ເຂົາມີກິຣິຍາສົມກັບເປັນຄົນຂອງພຣະເຈົ້າ ຢ່າໃຫ້ເປັນຄົນໃຊ້ຄຳນິນທາປມາດ ຫລືເປັນຄົນຕິດເຫລົ້າແວງຫລາຍ ແຕ່ໃຫ້ເປັນຜູ້ສອນຄຸນງາມຄວາມດີ 4 ເພື່ອເປັນການແອບສອນພວກຜູ້ຍິງທີ່ຍັງຫນຸ່ມໃຫ້ຮັກຜົວ ແລະລູກຂອງຕົນ 5 ໃຫ້ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນບໍຣິສຸດ ເປັນຄົນເອົາໃຈໃສ່ໃນວຽກບ້ານການເຮືອນ ເປັນຄົນມີໃຈເມດຕາ ແລະເປັນຄົນນ້ອຍເຊື່ອຟັງຜົວຂອງຕົນ ເພື່ອພຣະທັຍຂອງພຣະເຈົ້າຈະບໍ່ຖືກປມາດ 6 ຝ່າຍພວກຊາຍຫນຸ່ມກໍເຫມືອນກັນ ຈົ່ງຕັກເຕືອນເຂົາໃຫ້ມີສະຕິອັນດີຮອບຄອບ 7 ຄື ເຈົ້າເອງຈົ່ງສະແດງຕົນເປັນແບບຢ່າງໃນການດີທຸກສິ່ງ ໃນການສອນ ຈົ່ງສະແດງຄວາມສຸຈຣິດໃຈແລະມີໃຈສູງສົ່ງ 8 ແລະໃຊ້ຄວາມເວົ້າອັນມີຫລັກຊຶ່ງບໍ່ມີຜູ້ໃດຈະຕິໄດ້ ເພື່ອຝ່າຍຜູ້ຂັດຂວາງຈະໄດ້ຮັບຄວາມລະອາຍ ໂດຍບໍ່ມີຄຳຊົ່ວອັນໃດຈະວ່າກ່າວພວກເຮົາໄດ້ 9 ຈົ່ງຕັກເຕືອນຂ້ອຍຂ້າໃຫ້ເຂົານ້ອມຟັງນາຍຂອງຕົນ ໃຫ້ເຂົາເຮັດຖືກໃຈນາຍໃນທຸກສິ່ງ ແລະຢ່າໃຫ້ເປັນຄົນຖຽງຄວາມ 10 ຢ່າໃຫ້ເປັນຄົນລັກໂລບເຊື່ອງບັງສິ່ງໃດ ແຕ່ໃຫ້ສັດຊື່ສຸດຈະຣິດໃນທຸກສິ່ງ ເພື່ອວ່າໃນການທັງປວງນັ້ນ ເຂົາຈະໄດ້ເທີດທູນພຣະກຽດຄຳສອນເຣື່ອງພຣະເຈົ້າຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ 11 ເພາະວ່າພຣະຄຸນຂອງພຣະເຈົ້າໄດ້ສ່ອງມາປາກົດແລ້ວ ເພື່ອນຳຄວາມພົ້ນໃຫ້ຄົນທັງປວງ 12 ແລະສອນເຮົາທັງຫລາຍໃຫ້ລະຖິ້ມຄວາມຊົ່ວອະທັມ ແລະກິເລດຕັນຫາຝ່າຍໂລກ ແລະໃຫ້ດຳເນີນຊີວິດຢູ່ໃນສະໄຫມນີ້ຢ່າງມີສະຕິອັນດີຮອບຄອບດ້ວຍຄວາມຍຸດຕິທັມ ແລະນັບຖືພຣະເຈົ້າຢ່າງຖືກຕ້ອງ 13 ໃຫ້ຄອງຖ້າຄວາມສຸກທີ່ສົມກັບຄວາມຫວັງຂອງເຮົາ ຄື ການສ່ອງມາປາກົດອັນຮຸ່ງເຮືອງຂອງພຣະເຈົ້າອົງໃຫຍ່ ຄືພຣະເຢຊູຄຣິດ ຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 14 ຜູ້ຊົງສລະພຣະອົງເອງແທນເຮົາທັງຫລາຍ ເພື່ອຊົງໄຖ່ພວກເຮົາໃຫ້ພົ້ນຈາກການຊົ່ວອະທັມທັງຫມົດ ແລະຊົງຊຳຮະພວກເຮົາໃຫ້ສະອາດ ເພື່ອໃຫ້ເປັນພົລເມືອງຈຳພວກນຶ່ງຂອງພຣະອົງ ຄື ເປັນຄົນມີໃຈຮ້ອນຮົນສຳລັບເຮັດການດີ 15 ຂໍ້ຄວາມຂ້າງເທິງນີ້ ເຈົ່ງຈົ່ງໃຊ້ວ່າກ່າວ ຕັກເຕືອນ ແລະບອກສອນເຂົາຢ່າງຫນັກແຫນ້ນ ຢ່າໃຫ້ຜູ້ໃດຫມິ່ນປມາດເຈົ້າໄດ້ 31 ຈົ່ງເຕືອນສະຕິເຂົາໃຫ້ຢູ່ໃຕ້ບັງຄັບຜູ້ປົກຄອງ ແລະຜູ້ມີອຳນາດ ຄືໃຫ້ນ້ອມຟັງ ແລະມີໃຈພ້ອມທີ່ຈະເຮັດການດີທຸກຢ່າງ2 ຢ່າໃຫ້ເຂົາຫມິ່ນປມາດໃຜຈັກຄົນ ຢ່າໃຫ້ເປັນຄົນມັກຜິດຖຽງກັນ ແຕ່ໃຫ້ເປັນຄົນເອົາອົກເອົາໃຈສະແດງຄວາມອ່ອນສຸພາບແກ່ຄົນທັງປວງ 3 ເພາະວ່າເມື່ອກ່ອນນັ້ນພວກເຮົາເອງກໍເປັນຄົນໂງ່ ບໍ່ຍອມເຊື່ອຟັງ ຖືກເຂົາຫລອກລວງໃຫ້ຫລົງ ເປັນຂ້ອຍຂ້າຂອງກິເລດຕັນຫາ ແລະການສນຸກສນານຫລາຍປະການ ເຄີຍໃຊ້ເວລາໃນການຄຶດຮ້າຍ ແລະໃນຄວາມເຫິງສາ ເປັນຄົນຫນ້າຊັງ ແລະກຽດຊັງກັນ 4 ແຕ່ເມື່ອພຣະເມດຕາຂອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຄວາມຮັກຂອງພຣະອົງເພື່ອມະນຸດທັງຫລາຍໄດ້ສ່ອງມາປາກົດແລ້ວ 5 ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິຈການອັນຊອບທັມທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະຣຸນາຊຳຮະໃຫ້ພວກເຮົາມີໃຈບັງເກີດໃຫມ່ ແລະຊົງສ້າງພວກເຮົາຂຶ້ນໃຫມ່ໂດຍພຣະວິນຍານບໍຣິສຸດ 6 ພຣະວິນຍານອົງນັ້ນ ພຣະເຈົ້າໄດ້ຊົງຖອກໃສ່ເຮົາທັງຫລາຍຢ່າງບໍຣິບູນ ໂດຍພຣະເຢຊູຄຣິດພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 7 ເພື່ອວ່າ ເມື່ອຊົງປະການໄວ້ວ່າພວກເຮົາເປັນຄົນຊອບທັມດ້ວຍພຣະຄຸນຂອງພຣະອົງນັ້ນ ແລ້ວພວກເຮົາກໍຈະໄດ້ຮັບມໍຣະດົກ ຄືຊີວິດອັນຕລອດໄປເປັນນິດຕາມຄວາມຫວັງ 8 ຄຳນີ້ເປັນຄຳສັດຈິງ ເຮົາປາຖນາໃຫ້ເຈົ້າເນັ້ນເຖິງເຣື່ອງເຫລົ່ານີ້ ເພື່ອຄົນທັງຫລາຍທີ່ເຊື່ອໃນ ພຣະເຈົ້າແລ້ວ ຈະເອົາໃຈໃສ່ເຮັດການດີ ການເຫລົ່ານີ້ດີ ແລະມີປໂຍດແກ່ຄົນທັງປວງ 9 ແຕ່ເຈົ້າຈົ່ງເວັ້ນເສັຽຈາກການໂຈດຖຽງກັນຢ່າງໂງ່ ຈາກເຣື່ອງສຳລັບວົງຕະກູນ ຈາກການຜິດຖຽງກັນ ແລະຈາກການວິວາດຕໍ່ສູ້ກັນດ້ວຍເຣື່ອງພຣະບັນຍັດ ເພາະເປັນການບໍ່ມີປໂຍດທັງເປັນເຣື່ອງເປົ່າໆ 10 ຄົນໃດທີ່ຍຸແຫຍ່ໃຫ້ແຕກເປັນນິກາຍຕ່າງກັນ ເມື່ອໄດ້ເຕືອນສະຕິຜູ້ນັ້ນເທື່ອນຶ່ງຫລືສອງເທື່ອແລ້ວ ຢ່າກ່ຽວຂ້ອງກັບເພິ່ນອີກ 11 ເພາະຮູ້ແລ້ວວ່າ ຄົນຢ່າງນັ້ນເປັນຄົນພິກປີ້ນຫລົງໄປເຮັດຜິດເຮັດບາບ ຈຶ່ງປັບໂທດໃສ່ຕົນເອງ 12 ເມື່ອເຮົາໃຊ້ອາເຕມາ ຫລືຕີຂີໂກມາຫາເຈົ້າ ເຈົ້າຈົ່ງພຍາຍາມຮີບໄປຫາເຮົາທີ່ເມືອງນິໂກໂປລີ ເພາະເຮົາຕັ້ງໃຈຈະອາໄສຢູ່ທີ່ນັ້ນຈົນຫມົດຣະດູຫນາວ 13 ຈົ່ງອົດສາພຍາຍາມຊ່ອຍສົ່ງເຊນັສຜູ້ເປັນທະນາຍຄວາມກັບອາໂປໂລອອກເດີນທາງໄປ ຢ່າໃຫ້ເຂົາຂັດສົນສິ່ງໃດ 14 ແຕ່ພວກເຮົານັ້ນຕ້ອງໃຫ້ເຂົາຮຽນຮູ້ທີ່ຈະເຮັດການດີເຫມືອນກັນ ເພື່ອຈະເປັນປໂຍດເມື່ອເຖິງຄາວຈຳເປັນ ແລະເພື່ອເຂົາຈະບໍ່ເປັນຄົນທີ່ໄຮ້ຜົນ 15 ບັນດາຜູ້ທີ່ຢູ່ກັບເຮົາກໍຝາກຄວາມຄຶດເຖິງມາຍັງເຈົ້າ ເຈົ້າຈົ່ງສົ່ງຄວາມຄຶດເຖິງຂອງພວກເຮົາໄປຍັງຄົນທັງປວງທີ່ຮັກເຮົາໃນຄວາມເຊື່ອອັນດຽວກັນ ຂໍພຣະຄຸນຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ |