LUKE ລູກາ11 ມີຫລາຍຄົນໄດ້ລົງມືຮຽບຮຽງເຣື່ອງເຫດການເຫລົ່ານັ້ນ ຊຶ່ງສຳເຣັດແລ້ວໃນຖ້າມກາງເຮົາທັງຫລາຍ2 ຕາມທີ່ເຂົາຜູ້ໄດ້ເຫັນກັບຕາເອງຕັ້ງແຕ່ຕົ້ນແລະເປັນຜູ້ປະກາດພຣະທັມນັ້ນ ຈຶ່ງໄດ້ສົ່ງສືບຕໍ່ມາໃຫ້ຫມູ່ເຮົາຮູ້ 3 ເຫດສັນນັ້ນທ່ານເທໂອຟິໂລທີ່ນັບຖືເອີຍ ເນື່ອງຈາກຂ້າພະເຈົ້າເອງໄດ້ສືບສວນຖ້ວນຖີ່ຕັ້ງແຕ່ຕົ້ນມາໃນສິ່ງເຫລົ່ານັ້ນ ຈຶ່ງເຫັນດີຈະຮຽບຮຽງເຣື່ອງຕາມລຳດັບເພື່ອປໂຍດແດ່ທ່ານ 4 ເພື່ອທ່ານຈະໄດ້ຮູ້ຢ່າງຄັກແນ່ໃນຄວາມອັນເປັນແກ່ນເປັນສານຂອງເຣື່ອງເຫລົ່ານັ້ນ ຊຶ່ງມີຜູ້ແຈ້ງໃຫ້ທ່ານຊາບ 5 ໃນຣັຊການຂອງເຮໂຣດກະສັດເມືອງຢູດາຍ ມີປະໂຣຫິດຕົນນຶ່ງຊື່ ເຊຄາຣີຢາ ຢູ່ໃນຜຽນຂອງອາບີຢາ ພັຣຍາຂອງເຊຄາຣີຢາຢູ່ໃນເຊື້ອສາຍອາໂຣນຊື່ວ່າເອລີຊາເບັດ 6 ເຂົາທັງສອງເປັນຄົນຊອບທັມຕໍ່ພຣະພັກພຣະຜູ້ເປັນເຈົ້າ ບໍ່ມີບ່ອນຕິເລີຍ 7 ເຂົາບໍ່ມີລູກເພາະເອລີຊາເບັດເປັນຍິງຫມັນ ແລະເຂົາທັງສອງກໍແກ່ຊະຣາແລ້ວ 8 ເມື່ອເຊຄາຣີຢາຖືກຜຽນ ກຳລັງປະຕິບັດຕາມຫນ້າທີ່ປະໂຣຫິດຕໍ່ພຣະພັກພຣະເຈົ້າ 9 ສລາກໄດ້ຕົກໃສ່ຕາມທັມນຽມປະໂຣຫິດ ໃຫ້ທ່ານເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ 10 ສ່ວນພົລເມືອງກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ 11 ແລ້ວມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ເຊຄາຣີຢາ ຢືນຢູ່ເບື້ອງຂວາແທ່ນເຜົາເຄື່ອງຫອມບູຊານັ້ນ 12 ເມື່ອເຊຄາຣີຢາໄດ້ເຫັນກໍຢ້ານແລະຕົກໃຈ 13 ແຕ່ເທວະດາຕົນນັ້ນໄດ້ບອກວ່າ, “ເຊຄາຣີຢາເອີຍ, ຢ່າຊູ່ຢ້ານ ເພາະຄຳອ້ອນວອນຂອງທ່ານໄດ້ຊົງຟັງແລ້ວ ນາງເອລີຊາເບັດພັຣຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານ ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢຮັນ 14 ທ່ານຈະມີຄວາມຊົມຊື່ນຍິນດີ ແລະຫລາຍຄົນຈະຍິນດີເພາະບຸດນັ້ນເກີດມາ 15 “ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ທ່ານຈະບໍ່ດື່ມເຫລົ້າແວງແລະເຫລົ້າປຸກຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດ ຕັ້ງແຕ່ຈາກທ້ອງມານດາມາ 16 ທ່ານຈະນຳລູກຫລານຂອງອິສຣາເອນຫລາຍຄົນຫລົບຄືນມາຫາພຣະຜູ້ເປັນເຈົ້າຂອງເຂົາ 17 ທ່ານຈະອອກກ່ອນຫນ້າຂອງພຣະອົງ ໂດຍສະແດງອາຣົມແລະຣິດເດດຂອງເອລີຢາ ຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະໃຫ້ບັນດາຄົນທີ່ດື້ດ້ານກັບມາຫາປັນຍາຂອງຄົນສິນທັມ ເພື່ອຈັດຕຽມພົລເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ” 18 ເຊຄາຣີຢາທູນເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ ເພາະຂ້ານ້ອຍກໍເຖົ້າແລ້ວ ແລະພັຣຍາຂອງຂ້ານ້ອຍກໍອາຍຸສູງຫລາຍແລ້ວ” 19 ຝ່າຍເທວະດາຕົນນັ້ນຈຶ່ງຕອບວ່າ, “ເຮົາແມ່ນຄັບຣີເອນຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ ແລະຊົງໃຊ້ໃຫ້ມາກ່າວກັບທ່ານແລະນຳຂ່າວດີນີ້ມາບອກແກ່ທ່ານ 20 ເບິ່ງແມ໋, ທ່ານຈະເປັນຄົນໃບ້ແລະປາກບໍ່ໄດ້ ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາທີ່ຈະສຳເຣັດຕາມກຳນົດ” 21 ຝ່າຍພົລເມືອງກໍຄອຍຖ້າເຊຄາຣີຢາດ້ວຍຄວາມປລາດໃຈ ເພາະທ່ານຊັກຊ້າຢູ່ໃນພຣະວິຫານ 22 ເມື່ອທ່ານອອກມາແລ້ວກໍປາກນຳເຂົາບໍ່ໄດ້ ເຂົາຈຶ່ງສັງເກດຮູ້ວ່າທ່ານໄດ້ເຫັນນິມິດໃນພຣະວິຫານ ທ່ານໄດ້ສະແດງທ່າທີພາສາໃບ້ຕໍ່ເຂົາແລະຍັງເປັນໃບ້ຢູ່ 23 ເມື່ອຫມົດຜຽນຂອງທ່ານແລ້ວທ່ານກໍກັບບ້ານ 24 ພາຍລຸນມາເອລີຊາເບັດພັຣຍາຂອງທ່ານກໍມີທ້ອງ ແລ້ວຈຶ່ງໄປລີ້ຕົວຢູ່ໃນລະຫວ່າງຫ້າເດືອນຈຶ່ງເວົ້າວ່າ, 25 “ອົງພຣະຜູ້ເປັນເຈົ້າໄດ້ຊົງເຣັດຢ່າງນີ້ແກ່ຂ້ານ້ອຍ ໃນວັນທີ່ພຣະອົງໄດ້ທອດພຣະເນດຂ້ານ້ອຍ ເພື່ອຊົງຍົກຄວາມນິນທາຂອງຂ້ານ້ອຍທີ່ມີຢູ່ຖ້າມກາງຄົນທັງຫລາຍອອກເສັຽ” 26 ເມື່ອເຖິງເດືອນຖ້ວນຫົກເທວະດາຄັບຣີເອນໄດ້ຣັບໃຊ້ຈາກພຣະເຈົ້າ ມາຍັງເມືອງນຶ່ງໃນແຂວງຄາລີເລຊື່ນາຊາເຣັດ 27 ມາຫາຍິງພົມຈາຣີຄົນນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນນຶ່ງຊື່ໂຢເຊບ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ນາງນັ້ນຊື່ມາຣິອາ 28 ເມື່ອເທວະດາມາເຖິງນາງແລ້ວຈຶ່ງເວົ້າວ່າ, “ຈົ່ງຈະເຣີນເທີນ, ເຈົ້າຜູ້ທີ່ຊົງໂຜດພຣະກະຣຸນາປານີຫລາຍ ອົງພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ກັບເຈົ້າ” 29 ຝ່າຍມາຣິອາກໍຕົກສະທ້ານໃຈເພາະຖ້ອຍຄຳຂອງເທວະດານັ້ນ ຈຶ່ງຣຳພຶງວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ 30 ແລ້ວເທວະດາໄດ້ກ່າວກັບນາງວ່າ, “ມາຣິອາເອີຍ, ຢ່າຊູ່ຢ້ານ ເພາະວ່າເຈົ້າເປັນທີ່ຊົງພຣະກະຣຸນາໂຜດແລ້ວ 31 ເບິ່ງແມ໋, ເຈົ້າຈະມີທ້ອງແລະປະສູດບຸດຊາຍ ຈົ່ງຕັ້ງຊື່ບຸດນັ້ນວ່າ ເຢຊູ 32 ບຸດນັ້ນຈະໄດ້ເປັນໃຫຍ່ ແລະຈະຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ ອົງພຣະຜູ້ເປັນເຈົ້າຊົງປະທານພຣະທີ່ນັ່ງຂອງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງທ່ານ ໃຫ້ແກ່ທ່ານ 33 ແລະທ່ານຈະສເວີຍຣາຊຄຸ້ມຄອງເຊື້ອສາຍຂອງຢາໂຄບສືບໆໄປເປັນນິດ ແລະຣາຊອານາຈັກຂອງທ່ານຈະບໍ່ຮູ້ສິ້ນສຸດ” 34 ຝ່າຍມາຣິອາຈຶ່ງທູນເທວະດານັ້ນວ່າ, “ເຫດການນີ້ຈະເປັນໄປໄດ້ຢ່າງໃດ ເພາະຂ້ານ້ອຍຍັງບໍ່ທັນໄດ້ຮ່ວມຮູ້ກັບຊາຍຈັກເທື່ອ” 35 ເທວະດາໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເຖິງເຈົ້າ ແລະຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້ ເຫດສັນນີ້ບຸດທີ່ຈະເກີດມານັ້ນຈະໄດ້ເອີ້ນວ່າບໍຣິສຸດ ຄືພຣະບຸດຂອງພຣະເຈົ້າ 36 ເບິ່ງແມ໋, ເຖິງນາງເອລີຊາເບັດພີ່ນ້ອງຂອງເຈົ້າຜູ້ແກ່ຊະຣາແລ້ວ ກໍຍັງມີທ້ອງຈະເກີດບຸດຊາຍເຫມືອນກັນ ບັດນີ້ນາງທີ່ເຂົາຖືວ່າເປັນຍິງຫມັນກໍມີທ້ອງໄດ້ຫົກເດືອນແລ້ວ 37 ເພາະວ່າຝ່າຍພຣະເຈົ້າບໍ່ມີສິ່ງໃດທີ່ເຫລືອພຣະກຳລັງ” 38 ສ່ວນມາຣິອາກໍທູນວ່າ, “ຂ້ານ້ອຍນີ້ແຫລະ, ເປັນຂ້ອຍຍິງຂອງອົງພຣະຜູ້ເປັນເຈົ້າ ຂໍໃຫ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງເຈົ້າກູເທີນ” ແລ້ວເທວະດາຕົນນັ້ນໄດ້ຈາກນາງໄປ 39 ຄາວນັ້ນມາຣິອາໄດ້ລຸກຂຶ້ນແລ້ວຮີບໄປຍັງເຂດພູເຂົາ ຄືໄປເຖິງເມືອງນຶ່ງໃນແຂວງຢູດາຍ 40 ນາງໄດ້ເຂົ້າໄປໃນເຮືອນຂອງເຊຄາຣີຢາທັກທາຍນາງເອລີຊາເບັດ 41 ພໍເມື່ອເອລີຊາເບັດໄດ້ຍິນຄຳທັກທາຍຂອງມາຣິອາ ບຸດໃນທ້ອງຂອງຕົນກໍດີ້ນ ແລະເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ 42 ຈຶ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ນາງໄດ້ຮັບພຣະພອນໃນລະຫວ່າງພວກຜູ້ຍິງ ແລະບຸດໃນທ້ອງຂອງນາງໄດ້ຮັບພຣະພອນດ້ວຍ 43 ເປັນສັນໃດຂ້ານ້ອຍຈຶ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ 44 ເພາະວ່າ ເບິ່ງແມ໋, ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ 45 ຄວາມສຸກມີແກ່ນາງທີ່ໄດ້ເຊື່ອວ່າ ຈະສຳເຣັດຕາມພຣະຄັມທີ່ນາງໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ“ 46 ສ່ວນມາຣິອາກໍກ່າວວ່າ, “ຈິດໃຈຂອງຂ້າພະເຈົ້າສັຣເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ 47 ແລະຈິດວິນຍານຂອງຂ້າພະເຈົ້າກໍເກີດຄວາມຍິນດີໃນພຣະເຈົ້າຜູ້ຊົງໂຜດໃຫ້ຂ້າພະເຈົ້າພົ້ນ 48 ເພາະພຣະອົງຊົງທອດພຣະເນດຖານະອັນຍາກຕ່ຳຕ້ອຍແຫ່ງຂ້ອຍຍິງຂອງພຣະອົງ ເບິ່ງແມ໋, ຕັ້ງແຕ່ນີ້ໄປຄົນທຸກສະໄຫມຈະເອີ້ນຂ້າພະເຈົ້າວ່າຜາສຸກ 49 ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການໃຫຍ່ແກ່ຂ້າພະເຈົ້າ ພຣະນາມຂອງພຣະອົງກໍບໍຣິສຸດ 50 ພຣະກະຣຸນາຂອງພຣະອົງກໍມີແກ່ບັນດາຜູ້ຢຳເກງພຣະອົງ ທັງຊົ່ວນີ້ແລະຊົ່ວຫນ້າສືບໆໄປ 51 ພຣະອົງຊົງສະແດງຣິດດ້ວຍພຣະກອນຂອງພຣະອົງ ພຣະອົງຊົງກະທຳໃຫ້ຄົນທີ່ມີໃຈຄຶດຈອງຫອງພັດພາກຈາກກັນ 52 ພຣະອົງຊົງຖອດເຈົ້ານາຍລົງຈາກພຣະທີ່ນັ່ງ ແລະໄດ້ຊົງຍົກຜູ້ຍາກຕ່ຳຂຶ້ນ 53 ພຣະອົງຊົງໂຜດໃຫ້ຄົນອຶດຢາກອີ່ມດ້ວຍຂອງດີ ແລະຊົງກະທຳໃຫ້ຄົນຮັ່ງມີຫນີໄປມືເປົ່າ 54 ພຣະອົງຊົງຊ່ອຍອິສຣາເອນຜູ້ຮັບໃຊ້ຂອງພຣະອົງ ຄືພຣະອົງຊົງຈື່ຈຳພຣະເມດຕາຂອງພຣະອົງ 55 ທີ່ມີຕໍ່ອັບຣາຮາມແລະຕໍ່ເຊື້ອສາຍຂອງທ່ານເປັນນິດ ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດຂອງພວກເຮົາ” 56 ແລ້ວມາຣິອາໄດ້ອາໄສຢູ່ກັບນາງເອລີຍຊາເບັດປະມານສາມເດືອນ ຈຶ່ງໄດ້ກັບຄືນໄປເຮືອນຂອງຕົນ 57 ຄັນຖ້ວນວັນເວລາທີ່ນາງເອລີຊາເບັດຈະໄດ້ລູກແລ້ວ ນາງກໍໄດ້ປະສູດລູກເປັນຜູ້ຊາຍ 58 ເມື່ອເພື່ອນບ້ານແລະພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະມະຫາ ກະຣຸນາແກ່ນາງ ເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ 59 ຄັນເຖິງວັນຖ້ວນແປດເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ ແລະເຂົາຈະໃສ່ຊື່ເດັກນ້ອຍວ່າເຊຄາຣິຢາ ຕາມຊື່ຂອງບິດາ 60 ຝ່າຍມານດາຈຶ່ງຕອບວ່າ, “ບໍ່ແມ່ນ ແຕ່ຕ້ອງໃສ່ຊື່ວ່າ ໂຢຮັນ” 61 ເຂົາພາກັນກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ” 62 ແລ້ວເຂົາຈຶ່ງສະແດງທ່າທີພາສາໃບ້ຖາມບິດາວ່າ, “ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ” 63 ທ່ານຈຶ່ງຂໍເອົາກະດານມາຂຽນວ່າ, “ຊື່ຂອງເດັກນ້ອຍນັ້ນຄື ໂຢຮັນ” ຄົນທັງປວງກໍປລາດໃຈ 64 ໃນທັນໃດນັ້ນທ່ານອອກສຽງໄດ້ ແລະລີ້ນກໍອ່ອນ ແລ້ວທ່ານໄດ້ກ່າວສັຣເສີນພຣະເຈົ້າ 65 ເພື່ອນບ້ານທັງປວງກໍເກີດຄວາມຢ້ານ ແລະເຫດການທັງປວງນັ້ນກໍຊ່າລືໄປທົ່ວເຂດພູແຂວງຢູດາຍ 66 ບັນດາຄົນທີ່ໄດ້ຍິນຂ່າວເຫລົ່ານີ້ກໍເກັບໄວ້ໃນໃຈແລະເວົ້າວ່າ, “ລູກນ້ອຍນັ້ນຈະເປັນຢ່າງໃດຫນໍ” ດ້ວຍວ່າພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ນຳເດັກນ້ອຍນັ້ນ 67 ຝ່າຍເຊຄາຣິຢາຜູ້ເປັນບິດາກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ ຈຶ່ງໄດ້ທຳນວາຍວ່າ, 68 “ຈົ່ງສັຣເສີນຜູ້ຊົງເປັນພຣະເຈົ້າຂອງອິສຣາເອນ ດ້ວຍພຣະອົງໄດ້ຊົງຢ້ຽມຢາມແລະໄດ້ຊົງໄຖ່ເອົາພົລເມືອງຂອງພຣະອົງ 69 ແລະໄດ້ຊົງໃຫ້ຜູ້ຊົງຣິດຜູ້ນຶ່ງເກີດຂຶ້ນ ໃນວົງສາຂອງດາວິດຜູ້ຮັບໃຊ້ຂອງພຣະອົງ ເພື່ອເປັນຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ 70 ຕາມທີ່ພຣະອົງໄດ້ຊົງກ່າວໄວ້ຕັ້ງແຕ່ບູຮານ ໂດຍປາກຂອງຜູ້ປະກາດພຣະທັມບໍຣິສຸດຂອງພຣະອົງ 71 ຄືຊົງໃຫ້ພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະພົ້ນຈາກມືຄົນທັງປວງທີ່ຊັງເຮົາ 72 ດັ່ງນັ້ນຈຶ່ງສະແດງພຣະກະຣຸນາ ຊຶ່ງຊົງສັນຍາແກ່ບັນພະບຸຣຸດຂອງພວກເຮົາ ແລະຊົງລະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ 73 ຄືຄຳສາບານຊຶ່ງພຣະອົງໄດ້ຊົງສາບານໄວ້ກັບອັບຣາຮາມບັນພະບຸຣຸດຂອງເຮົາວ່າ, 74 “ເມື່ອເຮົາໄດ້ພົ້ນຈາກມືສັດຕຣູທັງຫລາຍຂອງເຮົາແລ້ວ ຈະຊົງໂຜດໃຫ້ເຮົາໄດ້ບົວລະບັດພຣະອົງ ໂດຍປາສຈາກຄວາມຢ້ານ 75 ດ້ວຍໃຈສັດຊື່ແລະດ້ວຍຄວາມຊອບທັມ ຕໍ່ພຣະພັກພຣະອົງຕລອດຊີວິດຂອງພວກເຮົາ 76 ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງຜູ້ສູງສຸດ ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າ ແລະຈັດແຈງບັນດາທາງຂອງພຣະອົງ 77 ເພື່ອຈະໃຫ້ພົລເມືອງຂອງພຣະອົງຮູ້ເຖິງຄວາມພົ້ນ ໂດຍການຊົງໂຜດຍົກຄວາມຜິດບາບຂອງເຂົາ 78 ດ້ວຍພຣະທັຍເມດຕາກະຣຸນາແຫ່ງພຣະເຈົ້າຂອງພວກເຮົາ ແສງສວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງໄດ້ມາຢ້ຽມຢາມພວກເຮົາ 79 ເພື່ອຈະສອ່ງສວ່າງແກ່ຄົນທັງຫລາຍທີ່ຢູ່ໃນບ່ອນມືດ ແລະຢູ່ໃນເງົາຂອງຄວາມຕາຍ ເພື່ອຈະນຳພາຕີນຂອງເຮົາໄປໃນທາງສງົບສຸກ” 80 ຝ່າຍລູກນ້ອຍນັ້ນກໍໃຫຍ່ຂຶ້ນແລະຈິດວິນຍານກໍມີກຳລັງທະວີຂຶ້ນ ທ່ານໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປາກົດແກ່ພວກອິສຣາເອນ 21 ຢູ່ມາໃນຄາວນັ້ນມີຄຳສັ່ງຈາກກາຍຊາໂອຄຸໂຕໃຫ້ຈົດທະບຽນສຳມະໂນຄົວທົ່ວແຜ່ນດິນ2 ການຈົດທະບຽນສຳມະໂນຄົວເທື່ອຕົ້ນນີ້ ເກີດຂຶ້ນເມື່ອເວລາກິເຣນີໂອເປັນຜູ້ປົກຄອງເມືອງຊີເຣັຽ 3 ຄົນທັງປວງຕ່າງຄົນກໍຕ່າງໄປຂຶ້ນທະບຽນຍັງເມືອງຂອງຕົນ 4 ຝ່າຍໂຢເຊບກໍຂຶ້ນໄປຈາກເມືອງນາຊາເຣັດແຂວງຄາລີເລ ເຖິງເມືອງຂອງດາວິດຊື່ ເບັດເລເຮັມແຂວງຢູດາຍ ເພາະທ່ານເປັນເຊື້ອສາຍແລະວົງຕະກູນດຽວກັນກັບດາວິດ 5 ເພື່ອຈະຂຶ້ນທະບຽນສໍາມະໂນຄົວພ້ອມກັບນາງມາຣິອາຄູ່ຫມັ້ນຂອງຕົນ ສ່ວນມາຣິອາກໍກຳລັງມີທ້ອງຢູ່ 6 ເມື່ອເຂົາທັງສອງຍັງຢູ່ທີ່ນັ້ນກໍເຖິງເວລາທີ່ມາຣິອາຈະປະສູດບຸດ 7 ນາງຈຶ່ງໄດ້ປະສູດບຸດຜູ້ກົກ ເອົາຜ້າອ້ອມພັນແລະວາງໄວ້ໃນຮາງຫຍ້າ ເພາະບໍ່ມີບ່ອນຫວ້າງສຳລັບເຂົາໃນໂຮງແຮມ 8 ໃນແຖບນັ້ນມີພວກລ້ຽງແກະທີ່ນອນເຝົ້າຝູງແກະຂອງເຂົາຢູ່ທົ່ງໃນເວລາກາງຄືນ 9 ແລະມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ເຂົາ ແລະຣັສມີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງຮອບເຂົາ ແລະເຂົາໄດ້ຕົກສະທ້ານໃຈຫລາຍ 10 ຝ່າຍເທວະດາຕົນນັ້ນກໍກ່າວແກ່ຕໍ່ເຂົາວ່າ, “ຢ່າຊູ່ຢ້ານ ເພາະນີ້ແຫລະ, ເຮົານຳເອົາຂ່າວດີມາປະກາດໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຊື່ນຊົມຍິນດີອັນໃຫຍ່ແກ່ພົລເມືອງທັງຫມົດ 11 ເພາະວ່າໃນວັນນີ້ພຣະຜູ້ຊົງໂຜດໃຫ້ພົ້ນອົງນຶ່ງ ຄືພຣະຄຣິດເຈົ້າ ມາບັງເກີດໃນເມືອງດາວິດສຳລັບເຈົ້າທັງຫລາຍ 12 ອັນນີ້ຈະເປັນຫມາຍສຳຄັນແກ່ເຈົ້າທັງຫລາຍ ຄືພວກເຈົ້າຈະໄດ້ພົບພຣະກຸມມານຕົນນຶ່ງພັນຜ້າອ້ອມນອນຢູ່ໃນຮາງຫຍ້າ” 13 ໃນທັນໃດນັ້ນມີກອງທັບສວັນຫມູ່ໃຫຍ່ມາຢູ່ກັບເທວະດາຕົນນັ້ນ ຮ່ວມສັຣເສີນພຣະເຈົ້າວ່າ, 14 “ພຣະຣັສມີຈົ່ງມີແດ່ພຣະເຈົ້າໃນທີ່ສູງສຸດ ແລະທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍນັ້ນ” 15 ເມື່ອເທວະດາເຫລົ່ານັ້ນໄປຈາກເຂົາຂຶ້ນສູ່ສວັນແລ້ວ ພວກລ້ຽງແກະໄດ້ເວົ້າກັນວ່າ, “ເຮົາພາກັນໄປເມືອງເບັດເລເຮັມເທາະ ໄປເບິ່ງເຫດການທີ່ເກີດຂຶ້ນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ” 16 ເຂົາກໍຮີບໄປແລ້ວພົບມາຣິອາກັບໂຢເຊບ ແລະເຫັນພຣະກຸມມານນັ້ນນອນຢູ່ໃນຮາງຫຍ້າ 17 ເມື່ອເຂົາໄດ້ເຫັນແລ້ວກໍເລົ່າເຣື່ອງທີ່ເຂົາໄດ້ຍິນເຖິງພຣະກຸມມານນັ້ນ 18 ຄົນທັງປວງທີ່ໄດ້ຍິນກໍປລາດໃຈດ້ວຍຖ້ອຍຄໍາທີ່ພວກລ້ຽງແກະໄດ້ບອກແກ່ເຂົາ 19 ຝ່າຍມາຣິອາກໍເກັບບັນດາສິ່ງເຫລົ່ານີ້ໄວ້ໃນໃຈ ແລະຄຶດຮ່ຳເພິງຢູ່ 20 ພວກລ້ຽງແກະຈຶ່ງກັບໄປຍ້ອງຍໍສໍຣະເສີນພຣະເຈົ້າ ເພາະເຫດການທັງປວງທີ່ເຂົາໄດ້ຍິນແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ 21 ເມື່ອຄົບແປດວັນແລ້ວ ເປັນວັນໃຫ້ພຣະກຸມມານນັ້ນຮັບພິທີຕັດ ເຂົາຈຶ່ງໃສ່ຊື່ພຣະກຸມມານນັ້ນວ່າເຢຊູ ຕາມທີ່ເທວະດາໄດ້ບອກໄວ້ກ່ອນ ເມື່ອພຣະກຸມມານນັ້ນຍັງບໍ່ໄດ້ປະຕິສົນທິໃນທ້ອງ 22 ເມື່ອເຖິງເວລາທີ່ຈະທຳພິທີຊຳຮະຕົວໃຫ້ສະອາດ ເຂົາຈຶ່ງເອົາພຣະກຸມມານໄປຍັງກຸງເຢຣູຊາເລັມ ເພື່ອຖວາຍແດ່ອົງພຣະຜູ້ເປັນເຈົ້າ 23 (ຕາມທີ່ຂຽນໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະໄດ້ເອີ້ນວ່າ ເປັນລູກທີ່ຖວາຍແດ່ອົງພຣະຜູ້ເປັນເຈົ້າ”) 24 ແລະເພື່ອຖວາຍຂອງບູຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄື “ນົກເຂົາຄູ່ນຶ່ງຫລືນົກກາງແກຫນຸ່ມສອງໂຕ” 25 ນີ້ແຫລະ, ມີຊາຍຄົນນຶ່ງໃນກຸງເຢຣູຊາເລັມຊື່ ຊີເມໂອນ ເປັນຄົນສິນທັມແລະຢຳເກງພຣະເຈົ້າ ທ່ານໄດ້ຄອຍຖ້າວັນທີ່ພວກອິສຣາເອນຈະໄດ້ຣັບຄວາມບັນເທົາທຸກ ແລະພຣະວິນຍານບໍຣິສຸດຊົງສະຖິດຢູ່ກັບທ່ານ 26 ພຣະວິນຍານບໍຣິສຸດໄດ້ຊົງສະແດງແກ່ທ່ານແລ້ວວ່າ ທ່ານຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະຄຣິດຜູ້ມາຈາກອົງພຣະຜູ້ເປັນເຈົ້າ 27 ຊີເມໂອນໄດ້ເຂົ້າໄປໃນບໍຣິເວນພຣະວິຫານໂດຍພຣະວິນຍານຊົງນຳ ແລະເມື່ອບິດາມານດາໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປ ເພື່ອຈະກະທຳແກ່ພຣະກຸມມານຕາມກົດລະບຽບແຫ່ງພຣະບັນຍັດ 28 ຊີເມໂອນຈົ່ງອຸ້ມເອົາພຣະກຸມມານ ແລະສັຣເສີນພຣະເຈົ້າວ່າ, 29 “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງ 30 ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ 31 ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ຕໍ່ຫນ້າໄພ່ພົນທັງຫລາຍ 32 ເປັນຄວາມສວ່າງສ່ອງແສງແກ່ບັນດາປະຊາຊາດ ແລະເປັນສະງ່າຣາສີແກ່ພວກອິສຣາເອນພົລເມືອງຂອງພຣະອົງ” 33 ຝ່າຍບິດາມານດາຂອງພຣະກຸມມານກໍປລາດໃຈ ດ້ວຍຖ້ອຍຄຳທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ 34 ຊີເມໂອນໄດ້ອວຍພອນແກ່ເຂົາ ແລ້ວກ່າວແກ່ມາຣິອາມານດາພຣະກຸມມານນັ້ນວ່າ, “ເບິ່ງແມ໋, ພຣະກຸມມານນີ້ຊົງຕັ້ງໄວ້ເປັນເຫດໃຫ້ຫລາຍຄົນໃນພວກອິສຣາເອນລົ້ມລົງແລະລຸກຂຶ້ນໃຫມ່ ແລະເປັນຫມາຍສຳຄັນທີ່ເຂົາຈະກ່າວຕໍ່ສູ້ 35 ເພື່ອຄວາມຄຶດໃນໃຈຂອງຄົນຈຳນວນຫລາຍຈະໄດ້ປາກົດແຈ້ງ ສ່ວນນາງ ດາບຈະແທງຫົວໃຈຂອງນາງເອງໃຫ້ຊອດ” 36 ຍັງມີຫມໍທຳນວາຍຍິງຄົນນຶ່ງຊື່ອານາ ເປັນລູກຂອງຟານູເອນໃນຕະກູນອາເຊີ ນາງເປັນຄົນແກ່ຊະຣາຫລາຍແຫລ້ວ ມີຜົວຕັ້ງແຕ່ເປັນສາວຫນຸ່ມ ແລະຢູ່ນຳຜົວໄດ້ເຈັດປີ 37 ແລ້ວກໍເປັນຫມ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ຫນີຈາກບໍຣິເວນພຣະວິຫານ ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ ຮັກສາສິນດ້ວຍອົດອາຫານແລະໄຫວ້ວອນທັງກາງເວັນແລະກາງຄືນ 38 ໃນຂນະນັ້ນນາງໄດ້ເຂົ້າມາໂມທະນາພຣະຄຸນ ພຣະເຈົ້າ ແລະກ່າວເຖິງພຣະກຸມມານໃຫ້ຄົນທັງປວງໃນກຸງເຢຣູຊາເລັມຟັງ ຊຶ່ງເຂົາກຳລັງຄອຍຖ້າການຊົງໄຖ່ໃຫ້ພົ້ນນັ້ນ 39 ຄັນໂຢເຊບກັບມາຣິອາໄດ້ເຮັດທຸກສິ່ງຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າແລ້ວກໍໄດ້ກັບເມືອຍັງເມືອງຂອງຕົນ ຄືນາຊາເຣັດແຂວງຄາລີເລ 40 ພຣະກຸມມານນັ້ນກໍໃຫຍ່ຂຶ້ນແລະແຂງແຮງ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງພຣະເຈົ້າກໍສະຖິດຢູ່ນຳ 41 ຝ່າຍບິດາມານດາຂອງພຣະກຸມມານ ເຄີຍຂຶ້ນເມືອກຸງເຢຣູຊາເລັມໃນເທສການປັສຄາທຸກປີ 42 ເມື່ອພຣະກຸມມານມີພຣະຊົນສິບສອງພັນສາ ເຂົາກໍຂຶ້ນເມືອຕາມທັມນຽມເທສການນັ້ນ 43 ເມື່ອຄົບກຳນົດວັນປັສຄານັ້ນແລ້ວ ຂນະທີ່ເຂົາກຳລັງກັບເມືອ ພຣະກຸມມານເຢຊູກໍຍັງຄ້າງຢູ່ໃນກຸງເຢຣູຊາເລັມ ຝ່າຍບິດາມານດາກໍບໍ່ຮູ້ຈັກ 44 ເພາະເຂົາທັງສອງຄຶດວ່າພຣະກຸມມານນັ້ນຢູ່ນຳຄົນທີ່ມາດ້ວຍກັນ ເຂົາຈຶ່ງເດີນທາງໄປໄດ້ມື້ນຶ່ງ ຈຶ່ງຕັ້ງຊອກຫາພຣະກຸມມານໃນຫມູ່ພີ່ນ້ອງແລະຄົນທີ່ຮູ້ຈັກກັນ 45 ເມື່ອບໍ່ພົບຈຶ່ງກັບຄືນໄປຊອກຫາທີ່ກຸງເຢຣູຊາເລັມ 46 ຄັນຊອກຫາໄດ້ສາມວັນແລ້ວ ຈຶ່ງພົບພຣະກຸມມານນັ່ງຢູ່ໃນບໍຣິເວນພຣະວິຫານຖ້າມກາງພວກອາຈານ ກຳລັງຟັງແລະໄຕ່ຖາມພວກອາຈານເຫລົ່ານັ້ນຢູ່ 47 ຄົນທັງປວງທີ່ໄດ້ຍິນກໍປລາດໃຈໃນສະຕິປັນຍາແລະຄຳຕອບຂອງພຣະກຸມມານນັ້ນ 48 ຝ່າຍບິດາມານດາເມື່ອໄດ້ເຫັນແລ້ວກໍອັດສະຈັນໃຈ ມານດາຈຶ່ງກ່າວວ່າ, “ລູກເອີຍ, ເປັນຫຍັງເຈົ້າຈຶ່ງເຮັດຢ່າງນີ້ແກ່ເຮົາ ເບິ່ງແມ໋, ພໍ່ກັບແມ່ໄດ້ຊອກຫາເຈົ້າເປັນທຸກໃຈຫລາຍ” 49 ຝ່າຍພຣະກຸມມານຕອບວ່າ, “ເຈົ້າທັງສອງຊອກຫາເຮົາເຣັດຫຍັງ ຍັງບໍ່ຮູ້ຫລືວ່າເຮົາຈະຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາຂອງເຮົາ” 50 ແຕ່ບິດາມານດາກໍບໍ່ໄດ້ເຂົ້າໃຈຄຳຕອບຂອງພຣະກຸມມານນັ້ນ 51 ແລ້ວພຣະກຸມມານກໍລົງໄປກັບເຂົາໄປຍັງເມືອງນາຊາເຣັດແລະຍອມຢູ່ໃຕ້ບັງຄັບບັນຊາຂອງເຂົາ ສ່ວນມານດາກໍເກັບຂໍ້ຄວາມທັງຫລາຍນີ້ໄວ້ໃນໃຈ 52 ພຣະເຢຊູກໍໄດ້ຈະເຣີນຂຶ້ນໃນດ້ານສະຕິປັນຍາ ໃນດ້ານຮ່າງກາຍ ເປັນທີ່ຊອບຕໍ່ພຣະເຈົ້າແລະຕໍ່ມະນຸດເຫມືອນກັນ 31 ເມື່ອປີທີ່ສິບຫ້າໃນຣັຊການກາຊາຕີເບຣີໂອ ຄາວເມື່ອປົນອີໂອປີລາດເປັນຜູ້ຄຸ້ມຄອງແຂວງຢູດາຍ ເຮໂຣດເປັນຜູ້ຄຸ້ມຄອງແຂວງຄາລີເລ ຟິລິບນ້ອງຊາຍຂອງເຮໂຣດເປັນຜູ້ຄຸ້ມຄອງແຂວງອີຕູຣາຍກັບອານາເຂດທາໂຄນິດ ລິຊາເນັຽເປັນຜູ້ຄຸ້ມຄອງແຂວງອາບິເລນ2 ແລະອັນນາກັບກາຢະຟາເປັນມະຫາປະໂຣຫິດ ຄາວນັ້ນພຣະທັມຂອງພຣະເຈົ້າໄດ້ມາເຖິງໂຢຮັນບຸດຊາຄາຣິຢາໃນກາງປ່າ 3 ແລ້ວໂຢຮັນໄດ້ໄປທົ່ວເຂດອ້ອມແອ້ມແມ່ນ້ຳຈໍແດນ ປະກາດບັບຕິສະມາກ່ຽວກັບການຖິ້ມໃຈເກົ່າເອົາໃຈໃຫມ່ ເພື່ອພຣະເຈົ້າຈະຊົງຍົກຄວາມຜິດບາບເສັຽ 4 ຕາມທີ່ຂຽນໄວ້ແລ້ວໃນຫນັງສືຖ້ອຍຄຳຂອງເອຊາຢາຜູ້ປະກາດພຣະທັມວ່າ, “ສຽງຜູ້ທີ່ຮ້ອງໃນປ່າວ່າ ຈົ່ງຈັດແຈງທາງຂອງອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ 5 ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ ພູແລະໂນນທຸກຫນ່ວຍຈະເຮັດໃຫ້ຕ່ຳລົງ ທາງຄົດຈະເຮັດໃຫ້ຊື່ ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ 6 ມະນຸດທັງປວງຈະເຫັນການທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ” 7 ໂຢຮັນຈຶ່ງກ່າວແກ່ປະຊາຊົນທີ່ອອກມາຮັບບັບຕິສະມາຈາກຕົນວ່າ, “ອ້າຍຊາດງູຮ້າຍເຮີຍ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ຈະມາເຖິງນັ້ນ 8 ເຫດສັນນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃຫມ່ ແລະຢ່າຕັ້ງນຶກໃນໃຈວ່າ “ພວກເຮົາມີອັບຣາຮາມເປັນພໍ່ເຄົ້າ” ເພາະເຮົາບອກເຈົ້າທັງຫລາຍວ່າພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານເກີດແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້ 9 ບັດນີ້ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ສັນນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກປ້ຳແລ້ວໂຍນຖິ້ມໃສ່ໄຟເສັຽ” 10 ຝ່າຍປະຊາຊົນຈຶ່ງຖາມໂຢຮັນວ່າ, “ຖ້າຢ່າງນັ້ນພວກເຮົາຈະເຣັດແນວໃດ” 11 ທ່ານໄດ້ຕອບເຂົາວ່າ, “ຜູ້ໃດທີ່ມີເສື້ອສອງໂຕຈົ່ງປັນໃຫ້ຜູ້ບໍ່ມີແລະຜູ້ທີ່ມີອາຫານຈົ່ງປັນໃຫ້ເຫມືອນກັນ” 12 ແລະພວກເກັບພາສີກໍໄດ້ມາຮັບບັບຕິສະມາເຫມືອນກັນ ແລ້ວຖາມທ່ານວ່າ, “ອາຈານເອີຍ, ພວກຂ້ານ້ອຍຄວນຈະເຮັດແນວໃດ” 13 ທ່ານຈຶ່ງຕອບວ່າ, “ຢ່າໄດ້ເກັບພາສີເກີນອັດຕຣາ” 14 ພວກທະຫານກໍຖາມທ່ານເຫມືອນກັນວ່າ, “ພວກຂ້ານ້ອຍເດ ຈະເຣັດແນວໃດ” ທ່ານຈຶ່ງຕອບເຂົາວ່າ, “ຢ່າຂົ່ມເຫັງຫລືຢ່າຫາຄວາມບໍ່ຈິງໃສ່ໃຜເພື່ອເອົາເງິນ ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ” 15 ເມື່ອພົລເມືອງຫວັງຖ້າພຣະຄຣິດຢູ່ ເຂົາທຸກຄົນກໍຄຶດໄຕ່ຕອງເຖິງໂຢຣັນວ່າ, “ຜູ້ນີ້ອາດຈະແມ່ນພຣະຄຣິດຫລື” 16 ໂຢຮັນຈຶ່ງຕອບເຂົາວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍນ້ຳ ແຕ່ມີທ່ານຜູ້ນຶ່ງຈະມາເປັນຜູ້ມີຣິດກວ່າເຮົາອີກ ຊຶ່ງເຮົາບໍ່ສົມຄວນຈະແກ້ສາຍຮັດເກີບຂອງທ່ານ ຝ່າຍທ່ານຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ 17 ມືຂອງທ່ານຖືດົ້ງຝັດເຂົ້າ ເພື່ອຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະເພື່ອຮວບຮວມເຂົ້າເມັດດີໃສ່ໄວ້ໃນເລົ້າຂອງຕົນ ແຕ່ເຂົ້າລີບນັ້ນທ່ານຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ” 18 ດ້ວຍເຫດນີ້ໂຢຮັນຈຶ່ງປະກາດຂ່າວປະເສີດແກ່ພົລເມືອງດ້ວຍຄຳເຕືອນສະຕິຕ່າງໆຫລາຍຂໍ້ 19 ຝ່າຍເຮໂຣດຜູ້ປົກຄອງເມືອງ ເມື່ອຖືກໂຢຮັນກ່າວຕິຕຽນເພາະເຣື່ອງນາງເຮໂຣເດັຽພັຣຍານ້ອງຊາຍຂອງຕົນ ແລະເພາະການຊົ່ວທັງຫລາຍທີ່ເຮໂຣດໄດ້ເຮັດນັ້ນ 20 ເຣໂຣດຍັງເຮັດການຊົ່ວນີ້ເພີ້ມກັບການທີ່ຕົນໄດ້ເຮັດມາແລ້ວ ຄືໄດ້ຈັບໂຢຮັນຂັງໄວ້ໃນຄຸກ 21 ຢູ່ມາເມື່ອຄົນທັງປວງໄດ້ຮັບບັບຕິສະມາ ແລະພຣະເຢຊູກໍຊົງຮັບບັບຕິສະມາເຫມືອນກັນ ຂນະເມື່ອພຣະອົງຊົງໄຫວ້ວອນຢູ່ ທ້ອງຟ້າກໍໄຂອອກ 22 ແລະພຣະວິນຍານບໍຣິສຸດຊົງຮູບເຫມືອນນົກເຂົາໄດ້ສະເດັດລົງມາສະຖິດຢູ່ເທິງພຣະອົງ ແລະມີພຣະສຸຣະສຽງອອກມາຈາກຟ້າສວັນວ່າ, “ທ່ານເອີຍ, ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ” 23 ເມື່ອພຣະເຢຊູຊົງຕັ້ງຕົ້ນປະຕິບັດຫນ້າທີ່ ພຣະອົງມີພຣະຊົນມາຍຸປະມານສາມສິບພັນສາ (ຕາມຄວາມຄາດຫມາຍຂອງຄົນທັງຫລາຍເຂົ້າໃຈວ່າ) ເປັນບຸດຂອງໂຢເຊບ ຊຶ່ງເປັນບຸດຂອງເຮລີ 24 ເຮລີເປັນບຸດຂອງມັດທາດ ມັດທາດເປັນບຸດຂອງເລວີ ເລວີເປັນບຸດຂອງເມນຄີ ເມນຄີເປັນບຸດຂອງຢານນັຍ ຢານນັຍເປັນບຸດຂອງໂຢເຊບ 25 ໂຢເຊບເປັນບຸດຂອງມັດຕາທີອັສ ມັດຕາທີອັສເປັນບຸດຂອງອາໂມສ ອາໂມສເປັນບຸດຂອງນາຮູມ ນາຮູມເປັນບຸດຂອງເອສລີ ເອສລີເປັນບຸດຂອງນາກຄັຍ 26 ນາກຄັຍເປັນບຸດຂອງມາອາທ ມາອາທເປັນບຸດຂອງມັດຕາທີອັສ ມັດຕາທີອັສເປັນບຸດຂອງເຊເມອິນ ເຊເມອິນເປັນບຸດຂອງໂຢເຊກ ໂຢເຊກເປັນບຸດຂອງໂຢດາ 27 ໂຢດາເປັນບຸດຂອງໂຢອານານ ໂຢອານານເປັນບຸດຂອງເຣຊາ ເຣຊາເປັນບຸດຂອງເຊຣຸບບາເບນ ເຊຣຸບບາເບນເປັນບຸດຂອງເຊອັນຕີເອນ ເຊອັນຕີເອນເປັນບຸດຂອງເນຣີ 28 ເນຣີເປັນບຸດຂອງເມນຄີ ເມນຄີເປັນບຸດຂອງອັດດີ ອັດດີເປັນບຸດຂອງໂກຊາມ ໂກຊາມເປັນບຸດຂອງເອນມາດາມ ເອນມາດາມເປັນບຸດຂອງເອຣ໌ 29 ເອຣ໌ເປັນບຸດຂອງໂຢຊວຍ ໂຢຊວຍເປັນບຸດຂອງເອລີເອເຊີ ເອລີເອເຊີເປັນບຸດຂອງໂຢຣິມ ໂຢຣິມເປັນບຸດຂອງມັດທາດ ມັດທາດເປັນບຸດຂອງເລວີ 30 ເລວີເປັນບຸດຂອງຊີເມໂອນ ຊີເມໂອນເປັນບຸດຂອງຢູດາ ຢູດາເປັນບຸດຂອງໂຢເຊບ ໂຢເຊບເປັນບຸດຂອງໂຢນາມ ໂຢນາມເປັນບຸດຂອງເອລີອາກິມ 31 ເອລີອາກິມເປັນບຸດຂອງເມເລອາ ເມເລອາເປັນບຸດຂອງເມນນາ ເມນນາເປັນບຸດຂອງມັດຕາທາ ມັດຕາທາເປັນບຸດນາທານ ນາທານເປັນບຸດຂອງດາວິດ 32 ດາວິດເປັນບຸດຂອງເຈສຊີ ເຈສຊີເປັນບຸດຂອງໂອເບດ ໂອເບດເປັນບຸດຂອງໂບອັສ ໂບອັສເປັນບຸດຂອງຊາລາ ຊາລາເປັນບຸດຂອງນາໂຊນ 33 ນາໂຊນເປັນບຸດຂອງອັມມີນາດາບ ອັມມີນາດາບເປັນບຸດຂອງອັດມິນ ອັດມິນເປັນບຸດຂອງອາຣ໌ນີ ອາຣ໌ນີເປັນບຸດຂອງເຮສໂຣນ ເຮສໂຣນເປັນບຸດຂອງເປເຣສ ເປເຣສເປັນບຸດຂອງຢູດາ 34 ຢູດາເປັນບຸດຂອງຢາໂຄບ ຢາໂຄບເປັນບຸດຂອງອີຊາກ ອີຊາກເປັນບຸດຂອງອັບຣາຮາມ ອັບຣາຮາມເປັນບຸດຂອງເຕຣາ ເຕຣາເປັນບຸດຂອງນາໂຮຣ໌ 35 ນາໂຮຣ໌ເປັນບຸດຂອງເຊຣູກ ເຊຣູກເປັນບຸດຂອງເຣອູ ເຣອູເປັນບຸດຂອງເປເລກ ເປເລກເປັນບຸດຂອງເອເບີ ເອເບີເປັນບຸດຂອງເຊລາ 36 ເຊລາເປັນບຸດຂອງກັຍນານ ກັຍນານເປັນບຸດຂອງອາຣ໌ຟາຊັດ ອາຣ໌ຟາຊັດເປັນບຸດຂອງເຊມ ເຊມເປັນບຸດຂອງໂນອາ ໂນອາເປັນບຸດລາເມກ 37 ລາເມກເປັນບຸດຂອງເມທູເຊລາ ເມທູເຊລາເປັນບຸດຂອງເອໂນກ ເອໂນກເປັນບຸດຂອງຢາເຣດ ຢາເຣດເປັນບຸດຂອງມາຮາລາເລເອນ ມາຮາລາເລເອນເປັນບຸດຂອງກັຍນານ 38 ກັຍນານເປັນບຸດຂອງເອໂນສ ເອໂນສເປັນບຸດຂອງເຊດ ເຊດເປັນບຸດຂອງອາດາມ ອາດາມເປັນບຸດຂອງພຣະເຈົ້າ 41 ພຣະເຢຊູເຕັມໄປດ້ວຍພຣະວິນຍານບໍຣິສຸດ ໄດ້ສະເດັດກັບຈາກແມ່ນ້ຳຈໍແດນແລະພຣະວິນຍານໄດ້ຊົງນຳພຣະອົງໄປໃນປ່າ2 ພຍາມານໄດ້ທົດລອງພຣະອົງເປັນເວລາສີ່ສິບວັນ ໃນວັນເຫລົ່ານັ້ນພຣະອົງບໍ່ໄດ້ຊົງສເວີຍອາຫານສິ່ງໃດ ແລະເມື່ອສິ້ນສີ່ສິບວັນແລ້ວ ພຣະອົງຊົງຢາກອາຫານ 3 ພຍາມານໄດ້ທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍເປັນອາຫານເບິ່ງດູ” 4 ພຣະເຢຊູຕອບມັນວ່າ, “ມີພຣະຄັມພີຂຽນໄວ້ວ່າ ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ” 5 ແລ້ວມານໄດ້ນຳພຣະອົງຂຶ້ນເມືອສະແດງບັນດາຣາຊແຜ່ນດິນທົ່ວພິພົບໃນບັດດຽວຊີ້ໃຫ້ພຣະອົງເຫັນ 6 ແລະມານໄດ້ທູນພຣະອົງວ່າ, “ອຳນາດທັງຫມົດນີ້ ສະງ່າຣາສີຂອງຣາຊແຜ່ນດິນນັ້ນ ເຮົາຈະຍົກໃຫ້ແກ່ທ່ານ ເພາະວ່າຊົງມອບເປັນສິດໄວ້ແກ່ເຮົາແລ້ວ ແລະເຮົາປາຖນາຈະໃຫ້ແກ່ຜູ້ໃດກໍໃຫ້ແກ່ຜູ້ນັ້ນ 7 ເຫດສັນນີ້ຖ້າທ່ານຂາບໄຫວ້ເຮົາ ສັພສິ່ງນັ້ນຈະເປັນຂອງທ່ານຫມົດ” 8 ຝ່າຍພຣະເຢຊູຊົງຕອບມານວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຈົ່ງຂາບໄຫວ້ພຣະອົງຜູ້ເປັນເຈົ້າຂອງເຈົ້າ ແລະປະຕິບັດພຣະອົງແຕ່ຜູ້ດຽວ” 9 ແລ້ວພຍາມານໄດ້ນຳພຣະອົງໄປຍັງກຸງເຢຣູຊາເລັມ ໃຫ້ພຣະອົງປະທັບຢູ່ເທິງຫລັງຄາພຣະວິຫານ ແລະທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້ເບິ່ງດູ 10 ເພາະວ່າມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະເຈົ້າຈະຊົງຮັບສັ່ງພວກເທວະດາຂອງພຣະອົງກ່ຽວກັບເຣື່ອງທ່ານເພື່ອໃຫ້ເຂົາເອົາໃຈໃສ່ຮັກສາທ່ານໄວ້” 11 ແລະ “ມືຂອງເທວະດາເຫລົ່ານັ້ນຈະຮັບທ່ານໄວ້ ຢ້ານວ່າຕີນຂອງທ່ານຈະຕຳຫີນ” 12 ພຣະເຢຊູຊົງຕອບມານວ່າ, ”ມີຄຳກ່າວໄວ້ວ່າ “ຢ່າທົດລອງໃຈພຣະຜູ້ເປັນເຈົ້າຂອງເຈົ້າ” 13 ເມື່ອມານໄດ້ທົດລອງພຣະອົງທຸກປະການແລ້ວ ມັນກໍຫນີຈາກພຣະອົງໄປຈົນເຖິງເວລາທີ່ມີໂອກາດອີກ 14 ແລ້ວພຣະເຢຊູໄດ້ສະເດັດກັບຄືນແຂວງຄາລີເລດ້ວຍຣິດແຫ່ງພຣະວິນຍານ ແລະກິຕິສັບຂອງພຣະອົງໄດ້ຊ່າລືໄປທົ່ວອ້ອມເຂດນັ້ນ 15 ພຣະອົງຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ແລະໄດ້ຊົງຮັບຄວາມສັຣເສີນຈາກຄົນທັງປວງ 16 ແລະພຣະອົງໄດ້ສະເດັດມາຍັງເມືອງນາຊາເຣັດ ຄືບ່ອນທີ່ພຣະອົງຊົງຈະເຣີນໃຫຍ່ຂຶ້ນ ແລ້ວພຣະອົງໄດ້ສະເດັດ່ເຂົ້າໄປໃນໂຮງທັມໃນວັນສະບາໂຕຕາມເຄີຍ ແລະຊົງຢືນຂຶ້ນເພື່ອຈະອ່ານພຣະທັມໃຫ້ທີ່ປະຊຸມຟັງ 17 ແລ້ວເຂົາໄດ້ຍື່ນພຣະຄັມພີຂອງເອຊາຢາຜູ້ປະກາດພຣະທັມໃຫ້ແກ່ພຣະອົງ ເມື່ອຊົງພືຫນັງສືພຣະທັມອອກກໍພົບຂໍ້ທີ່ຂຽນໄວ້ວ່າ, 18 “ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຂ້າພະເຈົ້າ ເພາະວ່າພຣະອົງໄດ້ຫົດສົງຕັ້ງຂ້າພະເຈົ້າໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ ພຣະອົງໄດ້ຊົງໃຊ້ຂ້າພະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນຮຸ່ງອີກ ໃຫ້ປ່ອຍຜູ້ຖືກບີບບັງຄັບເປັນອິສຣະ 19 ແລະໃຫ້ປະກາດປີທີ່ອົງພຣະຜູ້ເປັນເຈົ້າຈະຊົງເມດຕານັ້ນ” 20 ແລ້ວພຣະອົງຊົງຮຳຫນັງສືນັ້ນສົ່ງຄືນໃຫ້ເຈົ້າຫນ້າທີ່ ແລະຊົງນັ່ງລົງ ຕາຂອງຄົນທັງປວງໃນໂຮງທັມມະເທສນາກໍເພ່ງເບິ່ງພຣະອົງ 21 ພຣະອົງຈຶ່ງຊົງຕັ້ງຕົນກ່າວກັບເຂົາວ່າ, “ພຣະຄັມພີຕອນນີ້ກໍສຳເຣັດໃນວັນນີ້ ຄືເມື່ອຫູຂອງທ່ານກຳລັງໄດ້ຍິນຢູ່ນີ້” 22 ຄົນທັງປວງກໍກ່າວຊົມເຊີຍພຣະອົງ ແລະປລາດໃຈໃນຖ້ອຍຄຳອ່ອນຫວານຊຶ່ງອອກມາຈາກພຣະໂອດຂອງພຣະອົງ ເຂົາຈຶ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຂອງໂຢເຊບບໍ່ແມ່ນຫລື” 23 ພຣະອົງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຄົງຈະກ່າວຄຳສຸພາສິດຂໍ້ນີ້ຕໍ່ເຮົາເປັນແນ່ ຄືວ່າ “ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີ” ຄື “ບັນດາການຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ຈົ່ງເຮັດໃນເມືອງຂອງຕົນທີ່ນີ້ເຫມືອນກັນ” 24 ພຣະອົງຊົງກ່າວອີກວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ບໍ່ມີຜູ້ປະກາດພຣະທັມຄົນໃດໄດ້ຮັບຄວາມນັບຖືໃນບ້ານເມືອງຂອງຕົນ 25 ແຕ່ເຮົາບອກພວກທ່ານຕາມຄວາມຈິງວ່າ ມີແມ່ຫມ້າຍຫລາຍຄົນໃນພວກອິສຣາເອນໃນຄາວເອລີຢາ ເມື່ອຊົງອັດທ້ອງຟ້າເສັຽເຖິງສາມປີກັບຫົກເດືອນ ກໍເກີດການອຶດຢາກຫນັກຫລາຍທົ່ວແຜ່ນດິນ 26 ແຕ່ເອລີຢາກໍບໍ່ໄດ້ຮັບໃຊ້ໃຫ້ໄປຫາແມ່ຫມ້າຍຄົນໃດ ເວັ້ນແຕ່ແມ່ຫມ້າຍຄົນນຶ່ງໃນເມືອງຊາເຣຟາທແຂວງຊີໂດນ 27 ແລະໃນຄາວຂອງເອລີຊາຜູ້ປະກາດພຣະທັມ ໄດ້ມີຄົນຂີ້ທູດຫລາຍຄົນໃນພວກອິສຣາເອນ ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຮະໃຫ້ດີສະອາດ ເວັ້ນແຕ່ນາອາມາຊາວຊີເຣັຽ” 28 ເມື່ອຄົນທັງປວງໃນໂຮງທັມໄດ້ຍິນດັ່ງນັ້ນກໍເຕັມໄປດ້ວຍຄວາມຄຽດ 29 ເຂົາຈຶ່ງພາກັນລຸກຂຶ້ນຊຸກພຣະອົງອອກຈາກເມືອງ ແລະນຳພຣະອົງໄປຍັງແງ່ຜາຊັນບ່ອນໂນນເມືອງເຂົາຕັ້ງຢູ່ນັ້ນ ເພື່ອຫມາຍຈະຊຸກພຣະອົງລົງ 30 ແຕ່ພຣະອົງຊົງຍ່າງຜ່ານຖ້າມກາງເຂົາພົ້ນໄປ 31 ພຣະອົງໄດ້ສະເດັດລົງໄປເຖິງເມືອງກາເປນາອູມແຂວງຄາລີເລ ແລະໄດ້ຊົງສັ່ງສອນເຂົາທັງຫລາຍໃນວັນສະບາໂຕ 32 ເຂົາກໍປລາດໃຈດ້ວຍການສັ່ງສອນຂອງພຣະອົງ ເພາະຖ້ອຍຄຳຂອງພຣະອົງປະກອບດ້ວຍອຳນາດ 33 ໃນໂຮງທັມມະເທສນານັ້ນມີຄົນນຶ່ງມີຜີຖ່ອຍຮ້າຍເຂົ້າສິງຢູ່ແລະໄດ້ຮ້ອງສຽງດັງວ່າ, 34 “ເຢຊູໄທນາຊາເຣັດເຮີຍ, ທ່ານມາຫຍັງ ຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ ທ່ານມາທຳລາຍພວກເຮົາຫລື ທ່ານແມ່ນຜູ້ໃດພວກເຮົາກໍຮູ້ແລ້ວ ທ່ານຄືຜູ້ບໍຣິສຸດຂອງພຣະເຈົ້າ” 35 ພຣະເຢຊູຊົງຫ້າມມັນວ່າ, “ມິດແມ໋, ອອກຈາກຄົນນີ້ເສັຽ ແລະເມື່ອຜີໄດ້ເຮັດໃຫ້ຄົນນັ້ນລົ້ມລົງຖ້າມກາງປະຊາຊົນແລ້ວກໍອອກມາໂດຍບໍ່ໄດ້ເຮັດອັນຕະຣາຍແກ່ຄົນນັ້ນແຕ່ຢ່າງໃດ 36 ຄົນທັງປວງກໍປລາດໃຈຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ເປັນຢ່າງໃດຫນໍ ເພາະວ່າທ່ານໄດ້ສັ່ງຜີຖ່ອຍຮ້າຍດ້ວຍອຳນາດແລະຣິດເດດ ມັນກໍອອກມາ” 37 ແລະກິຕິສັບຂອງພຣະອົງໄດ້ຊ່າລືໄປທຸກບ່ອນທົ່ວຂົງເຂດນັ້ນ 38 ຝ່າຍພຣະອົງຊົງລຸກຂຶ້ນອອກຈາກໂຮງທັມສະເດັດໄປໃນເຮືອນຂອງຊີໂມນ ແລະແມ່ເມັຽຂອງຊີໂມນລຳບາກເປັນໄຂ້ແຮງຫລາຍ ເຂົາໄດ້ອ້ອນວອນພຣະອົງສຳລັບຍິງນັ້ນ 39 ພຣະອົງຊົງຢືນຢູ່ຂ້າງຄົນເຈັບ ຊົງຫ້າມໄຂ້ ແລະໄຂ້ກໍເຊົາ ໃນທັນໃດນັ້ນນາງກໍລຸກຂຶ້ນບົວລະບັດພຣະອົງກັບທັງພວກຂອງພຣະອົງ 40 ເມື່ອເວລາຕາເວັນຕົກ ຜູ້ໃດມີຄົນເຈັບເປັນພຍາດຕ່າງໆກໍພາມາຫາພຣະອົງ ພຣະອົງກໍຊົງວາງພຣະຫັດໃສ່ເຂົາທຸກຄົນ ໂຜດໃຫ້ເຂົາດີ 41 ຜີກໍໄດ້ອອກມາຈາກຄົນຫລາຍຄົນເຫມືອນກັນ ໂດຍຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” ແຕ່ພຣະອົງຊົງຫ້າມບໍ່ໃຫ້ເຂົາປາກ ເພາະເຂົາຮູ້ແລ້ວວ່າພຣະອົງຊົງເປັນພຣະຄຣິດ 42 ຄັນຮຸ່ງເຊົ້າພຣະອົງສະເດັດໄປຍັງປ່າບ່ອນສງັດ ປະຊາຊົນກໍຊອກຫາພຣະອົງ ເມື່ອພົບແລ້ວກໍຫນ່ວງຫນ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກເຂົາ 43 ແຕ່ພຣະອົງຊົງກ່າວແກ່າເຂົາວ່າ, “ເຮົາຕ້ອງປະກາດຂ່າວປະເສີດເຣື່ອງຣາຊອານາຈັກຂອງພຣະເຈົ້າແກ່ເມືອງອື່ນໆເຫມືອນກັນ ເພາະວ່າທີ່ເຮົາໄດ້ຮັບໃຊ້ມາກໍເພາະເຫດການນີ້” 44 ແລ້ວພຣະອົງໄດ້ຊົງປະກາດໃນໂຮງທັມມະເທສນາທີ່ແຂວງຢູດາຍ 51 ຢູ່ມາເມື່ອປະຊາຊົນກຳລັງບຸບຽດກັນເຂົ້າມາ ເພື່ອຈະໄດ້ຟັງພຣະທັມຂອງພຣະເຈົ້າ ພຣະເຢຊູຊົງຢືນຢູ່ແຄມທະເລສາບເຄນເນຊາເຣັດ2 ຊົງເຫັນເຮືອສອງລຳຈອດຢູ່ຮິມຝັ່ງທະເລສາບນັ້ນ ສ່ວນພວກຫາປາໄດ້ອອກໄປຈາກເຮືອນັ້ນແລ້ວ ເຂົາກຳລັງລ້າງມອງຢູ່ 3 ພຣະອົງໄດ້ສະເດັດເຂົ້າໄປໃນເຮືອລຳນຶ່ງ ຄືເຮືອຂອງຊີໂມນ ແລ້ວຊົງຂໍໃຫ້ຖອຍເຮືອອອກໄປຈາກຝັ່ງຫນ້ອຍນຶ່ງ ຈຶ່ງປະທັບລົງສັ່ງສອນປະຊາຊົນຈາກເຮືອນັ້ນ 4 ເມື່ອຊົງຢຸດສອນແລ້ວພຣະອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍອອກໄປບ່ອນເລິກ ແລ້ວຢ່ອນມອງຂອງພວກທ່ານລົງຈັບປາ” 5 ຊີໂມນຕອບວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ຫາຈົນອິດເມື່ອຍຫມົດຄືນກໍບໍ່ໄດ້ຫຍັງ ແຕ່ຂ້ານ້ອຍຈະຢ່ອນມອງລົງຕາມຄຳຂອງນາຍ” 6 ເມື່ອຢ່ອນລົງແລ້ວມອງຂອງເຂົາກໍຖືກປາຫລາຍເຕັມທີ ຈົນມອງຂອງເຂົາພວມຂາດໄປ 7 ເຂົາຈຶ່ງກວັກມືເອົາຫມູ່ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ອຍ ເມື່ອເຂົາມາຊ່ອຍແລ້ວ ກໍໄດ້ປາເຕັມເຮືອທັງສອງລຳ ຈົນເຮືອເຂົາແຊມເກືອບຫລົ້ມ 8 ເມື່ອຊີໂມນເປໂຕໄດ້ເຫັນດັ່ງນັ້ນກໍຂາບລົງທີ່ພຣະຊານຸຂອງພຣະເຢຊູທູນວ່າ, “ນາຍເອີຍ, ຂໍເຊີນໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ ເພາະຂ້ານ້ອຍເປັນຄົນບາບ” 9 ເພາະເປໂຕກັບຫມູ່ທັງຫມົດທີ່ຢູ່ນຳກັນນັ້ນ ໄດ້ງຶດປລາດໃຈດ້ວຍປາຫລາຍທີ່ເຂົາຈັບໄດ້ນັ້ນ 10 ຢາໂກໂບແລະໂຢຮັນລູກຊາຍຂອງເຊເບດາຍ ທີ່ເປັນຫມູ່ຮ່ວມງານກັບຊີໂມນກໍປລາດໃຈເຫມືອນກັນ ພຣະເຢຊູຊົງກ່າວແກ່ຊີໂມນວ່າ, “ຢ່າຊູ່ຢ້ານ ຕັ້ງແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ” 11 ເມື່ອໄດ້ນຳເຮືອມາເຖິງຝັ່ງແລ້ວ ເຂົາກໍສລະສິ່ງສາຣະພັດແລ້ວຕາມພຣະອົງໄປ 12 ເມື່ອພຣະເຢຊູຊົງຢູ່ໃນເມືອງນຶ່ງ ເບິ່ງແມ໋, ມີຄົນຜູ້ນຶ່ງເປັນຂີ້ທູດເຕັມຕົວ ເມື່ອຄົນນັ້ນໄດ້ເຫັນພຣະເຢຊູກໍກົ້ມຊາບລົງອ້ອນວອນທູນພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈກໍອາດຈະເຣັດໃຫ້ຂ້ານ້ອຍດີສະອາດໄດ້” 13 ພຣະອົງຈຶ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລ້ວຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” ໃນທັນໃດພຍາດຂີ້ທູດກໍຫາຍໄປຈາກຄົນນັ້ນ 14 ພຣະອົງຈຶ່ງຊົງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດໂດຍຊົງກ່າວວ່າ, “ຈົ່ງໄປສະແດງຕົວຕໍ່ປະໂຣຫິດແລະຖວາຍເຄື່ອງບູຊາ ຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາວ່າ ເຈົ້າດີສະອາດແລ້ວ” 15 ແຕ່ກິຕິສັບຂອງພຣະອົງແຮ່ງຊ່າລືໄປອີກ ແລະປະຊາຊົນຈໍານວນຫລາຍໄດ້ຊຸມນຸມກັນເພື່ອຟັງພຣະອົງ ແລະເພື່ອຊົງເຣັດໃຫ້ພຍາດຕ່າງໆຂອງເຂົາດີ 16 ແຕ່ພຣະອົງໄດ້ສະເດັດອອກໄປກາງປ່າແລະໄຫວ້ວອນຢູ່ 17 ຢູ່ມາວັນນຶ່ງເມື່ອພຣະອົງຊົງສັ່ງສອນຢູ່ ມີພວກຟາຣີຊາຍແລະພວກຄຣູບາອາຈາກນັ່ງຢູ່ຫັ້ນດ້ວຍ ຄົນເຫລົ່ານີ້ໄດ້ມາຈາກທຸກໆບ້ານໃນແຂວງຄາລີເລ ແຂວງຢູດາຍ ແລະຈາກກຸງເຢຣູຊາເລັມ ແລະຣິດເດດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບພຣະອົງ ເພື່ອພຣະອົງຈະຊົງເຮັດໃຫ້ເຂົາດີພຍາດ 18 ແລະເບິ່ງແມ໋, ມີຜູ້ຫາມຄົນເປັ້ຽຜູ້ນຶ່ງນອນເທິງບ່ອນນອນ ແລະເຂົາພຍາຍາມຈະຫາມຄົນເປັ້ຽນັ້ນເຂົ້າມາວາງຕໍ່ພຣະພັກຂອງພຣະອົງ 19 ເມື່ອເຂົາຫາທາງເຂົ້າບໍ່ໄດ້ເພາະມີຄົນຫລາຍເຂົາຈຶ່ງຂຶ້ນຫລັງຄາເຮືອນ ແລະຢ່ອນຄົນເປັ້ຽກັບທັງບ່ອນນອນລົງມາຕາມປ່ອງດິນຂໍຫວ່າງກາງຫມູ່ຄົນຕໍ່ພຣະພັກພຣະເຢຊູ 20 ເມື່ອພຣະອົງຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຊາຍເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 21 ຝ່າຍພວກນັກທັມແລະພວກຟາຣີຊາຍກໍຕັ້ງຕົ້ນຄຶດໃນໃຈວ່າ, “ຜູ້ນີ້ທີ່ເວົ້າຫມິ່ນປມາດພຣະເຈົ້າ ແມ່ນໃຜ ໃຜຈະຍົກຄວາມຜິດບາບໄດ້ເວັ້ນແຕ່ພຣະເຈົ້າເທົ່ານັ້ນ” 22 ແຕ່ເມື່ອພຣະເຢຊູຊົງຊາບຄວາມຄຶດຂອງເຂົາ ພຣະອົງຈຶ່ງຊົງກ່າວວ່າ, “ເຫດສັນໃດທ່ານທັງຫລາຍຈຶ່ງຄຶດພິຈາຣະນາໃນໃຈ 23 ທີ່ຈະວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະວ່າ “ຈົ່ງລຸກຂຶ້ນແລະຍ່າງທຽວໄປ” ອັນໃດຈະງ່າຍກວ່າກັນ 24 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກໃຫ້ອະພັຍຄວາມຜິດບາບໄດ້” (ພຣະອົງຊົງກ່າວແກ່ຄົນເປັ້ຽວ່າ) “ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 25 ໃນທັນໃດນັ້ນຄົນເປັ້ຽໄດ້ລຸກຂຶ້ນຕໍ່ຫນ້າຄົນທັງປວງ ຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບໄປບ້ານ ໂດຍຮ້ອງສັຣເສີນພຣະເຈົ້າ 26 ແລະຄົນທັງປວງກໍອັດສະຈັນໃຈຫລາຍ ແລະພາກັນສັຣເສີນພຣະເຈົ້າ ແລະເຕັມໄປດ້ວຍຄວາມຢ້ານຈຶ່ງເວົ້າກັນວ່າ, “ວັນນີ້ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ” 27 ພາຍຫລັງເຫດການເຫລົ່ານັ້ນ ພຣະອົງໄດ້ສະເດັດອອກໄປ ແລະຊົງເຫັນຄົນເກັບພາສີຜູ້ນຶ່ງຊື່ ເລວີນັ່ງຢູ່ດ່ານພາສີ ພຣະອົງຈຶ່ງຊົງບອກທ່ານວ່າ, “ຈົ່ງຕາມເຮົາມາ” 28 ແລ້ວເລວີກໍສລະຖິ້ມຫມົດທຸກສິ່ງ ລຸກຂຶ້ນຕາມພຣະອົງໄປ 29 ເລວີໄດ້ຈັດໃຫ້ມີງານກິນລ້ຽງອັນໃຫຍ່ຂຶ້ນໃນເຮືອນຂອງຕົນ ເພື່ອເປັນກຽດແກ່ພຣະອົງ ມີຫລາຍຄົນຄືຄົນເກັບພາສີແລະຄົນອື່ນໆໄດ້ເຂົ້າຮ່ວມນຳ 30 ຝ່າຍພວກຟາຣີຊາຍແລະພວກນັກທັມຂອງຝ່າຍເຂົາໄດ້ຈົ່ມຕິຕຽນພວກສິດຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກນອກສິນທັມ” 31 ພຣະເຢຊູຊົງຕອບເຂົາວ່າ, “ຄົນປົກກະຕິບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບຕ້ອງການຫມໍ 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມໃຫ້ຖິ້ມໃຈເກົ່າເອົາໃຈໃຫມ່” 33 ເຂົາໄດ້ທູນພຣະອົງວ່າ, “ພວກສິດຂອງໂຢຮັນຖືສິນອົດອາຫານຢູ່ເລື້ອຍ ແລະທຳພິທີອ້ອນວອນ ແລະສິດຂອງພວກຟາຣີຊາຍກໍເຮັດເຫມືອນກັນ ແຕ່ສິດຂອງທ່ານກິນແລະດື່ມ” 34 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ທ່ານຈະໃຫ້ສະຫາຍຂອງເຈົ້າບ່າວອົດອາຫານ ເມື່ອເຈົ້າບ່າວຍັງຢູ່ກັບເຂົາບໍ່ໄດ້ຕີ້ 35 ແຕ່ຈະມີວັນນຶ່ງເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນແຫລະ, ເຂົາຈະຖືສິນອົດອາຫານ” 36 ພຣະອົງຍັງຊົງກ່າວຄຳອຸປມາຂໍ້ນຶ່ງແກ່ເຂົາວ່າ, “ບໍ່ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ ຖ້າເຮັດດັ່ງນັ້ນເສື້ອໃຫມ່ກໍຂາດເສັຽໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ 37 ແລະບໍ່ມີຜູ້ໃດເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດດັ່ງນັ້ນເຫລົ້າແວງໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ ເຫລົ້າແວງຈະໄຫລອອກ ແລະຖົງຫນັງກໍຈະເສັຽໄປເຫມືອນກັນ 38 ແຕ່ເຫລົ້າແວງໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່ 39 ແລະບໍ່ມີຜູ້ໃດເມື່ອກິນເຫລົ້າແວງເກົ່າແລ້ວ ຈະຢາກໄດ້ເຫລົ້າແວງໃຫມ່ ເພາະທ່ານຍອມເວົ້າວ່າ “ອັນເກົ່ານັ້ນແຫລະ, ດີ” 61 ຢູ່ມາໃນວັນສະຊາໂຕວັນນຶ່ງ ພຣະເຢຊູກຳລັງສະເດັດຜ່ານທົ່ງນາໄປ ສ່ວນພວກສິດຂອງພຣະອົງໄດ້ເດັດເອົາຮວງເຂົ້າມາຍ່ອງກິນ2 ມີພວກຟາຣີຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈຶ່ງຜິດຕໍ່ກົດຂອງວັນສະບາໂຕ” 3 ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເຣື່ອງທີ່ດາວິດໄດ້ເຮັດຫລື ເມື່ອທ່ານກັບພັກພວກຂອງທ່ານໄດ້ອຶດຢາກ 4 ຄືທ່ານໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າເອົາເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກມາຮັບປະທານ ແລະປັນໃຫ້ພັກພວກຂອງຕົນເຫມືອນກັນ ຊຶ່ງພຣະບັນຍັດຫ້າມບໍ່ໃຫ້ໃຜກິນ ເວັ້ນແຕ່ປະໂຣຫິດເທົ່ານັ້ນ” 5 ແລ້ວພຣະອົງຊົງບອກເຂົາວ່າ, “ບຸດມະນຸດເປັນເຈົ້າຂອງວັນສະບາໂຕເຫມືອນກັນ” 6 ໃນວັນສະບາໂຕອີກວັນນຶ່ງ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມມະເທສນາແລະສັ່ງສອນ ທີ່ນັ້ນມີຄົນຜູ້ນຶ່ງມືເບື້ອງຂວາລີບ 7 ຝ່າຍພວກນັກທັມແລະພວກຟາຣີຊາຍຊອມເບິ່ງວ່າ ພຣະອົງຈະຊົງໂຜດໃຫ້ດີໃນວັນສະບາໂຕຫລື ເພື່ອພວກເຂົາຈະຫາເຫດຟ້ອງພຣະອົງໄດ້ 8 ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາ ຈຶ່ງຊົງບອກຄົນມືລີບນັ້ນວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ຂ້າງຫນ້າສາ” ຄົນນັ້ນກໍລຸກຢືນຂຶ້ນຢູ່ 9 ແລ້ວພຣະເຢຊູຊົງກ່າວແກ່າເຂົາວ່າ, “ເຮົາຈະຖາມພວກທ່ານວ່າ ໃນວັນສະບາໂຕຄວນຈະເຮັດດີ ຫລືຄວນຈະເຮັດຊົ່ວ ຈະເອົາຊີວິດໄວ້ ຫລືຈະເຣັດໃຫ້ຊີວິດດັບເສັຽ” 10 ພຣະອົງຈຶ່ງທອດພຣະເນດເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ເຈົ້າຈົ່ງຢຽດມືອອກ” ຄົນນັ້ນກໍເຣັດຕາມ ແລະມືຂອງເຂົາກໍດີເປັນປົກກະຕິ 11 ຝ່າຍຄົນເຫລົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຣັດຢ່າງໃດກັບພຣະເຢຊູໄດ້ 12 ໃນຄາວນັ້ນພຣະອົງໄດ້ສະເດັດຂຶ້ນພູເພື່ອຈະໄຫວ້ວອນ ແລະຊົງໄຫວ້ວອນພຣະເຈົ້າຢູ່ຕລອດຄືນ 13 ຄັນຮຸ່ງເຊົ້າແລ້ວພຣະອົງໄດ້ຊົງເອີ້ນເອົາພວກສິດຂອງຕົນມາ ຈາກພວກສິດນັ້ນພຣະອົງຊົງເລືອກເອົາສິບສອງຄົນ ແລ້ວຊົງຕັ້ງຊື່ວ່າ ອັຄສາວົກ 14 ຄືຊີໂມນທີ່ພຣະອົງຊົງຕັ້ງຊື່ອີກວ່າ ເປໂຕ ອັນເດອານ້ອງຊາຍຂອງເປໂຕ ຢາໂກໂບແລະໂຢຣັນ ຟີລິບແລະບາຣະໂທໂລມາຍ 15 ມັດທາຍແລະໂທມາ ຢາໂກໂບລູກຂອງອາລະຟາຍ ຊີໂມນ ທີ່ເອີ້ນວ່າເຊໂລເຕ 16 ຢູດາລູກຊາຍຂອງຢາໂກໂບລ ແລະຢູດາອິສະກາຣີອົດ ທີ່ກາຍເປັນຜູ້ທໍຣະຍົດຕໍ່ນາຍຂອງຕົນ 17 ແລ້ວພຣະອົງໄດ້ສະເດັດພ້ອມກັບພວກສາວົກ ລົງມາຢືນຢູ່ທີ່ຮາບພຽງບ່ອນນຶ່ງ ບ່ອນນັ້ນມີສິດຂອງພຣະອົງຫລາຍຄົນກັບປະຊາຊົນຈຳນວນຫລວງຫລາຍ ທີ່ມາຈາກທົ່ວແຂວງຢູດາຍ ຈາກກຸງເຢຣູຊາເລັມ ແລະຈາກຝັ່ງທະເລເຂດເມືອງຕີເຣກັບເມືອງຊີໂດນ ເຂົາໄດ້ມາເພື່ອຟັງພຣະອົງ ແລະເພື່ອໃຫ້ດີພຍາດຕ່າງໆຂອງເຂົາ 18 ແລະບັນດາຄົນທີ່ມີຜີຖ່ອຍຮ້າຍກຸກກວນກໍຊົງໂຜດໃຫ້ດີເຫມືອນກັນ 19 ປະຊາຊົນໄດ້ພຍາຍາມຈະຖືກຕ້ອງພຣະອົງ ເຫດວ່າມີຣິດກຳລັງອອກມາຈາກພຣະອົງ ເຣັດໃຫ້ເຂົາດີພຍາດທຸກຄົນ 20 ພຣະອົງທອດພຣະເນດຫລຽວເບິ່ງພວກສາວົກແລ້ວຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະແຜ່ນດິນຂອງພຣະເຈົ້າເປັນຂອງພວກທ່ານ 21 ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໂຜດໃຫ້ພວກທ່ານອີ່ມເຕັມ ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ ເພາະວ່າພວກທ່ານຈະໄດ້ຫົວ” 22 “ເມື່ອໃດຄົນທັງຫລາຍກຽດພວກທ່ານ ຕັດພວກທ່ານຖິ້ມເສັຽ ຕິຕຽນນິນທາ ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວ ເພາະພວກທ່ານເຫັນແກ່ບຸດມະນຸດ ເມື່ອນັ້ນແຫລະ, ພວກທ່ານກໍເປັນສຸກ 23 ໃນວັນນັ້ນພວກທ່ານຈົ່ງຊື່ນຊົມຍິນດີແລະຕື່ນເຕັ້ນດ້ວຍຄວາມຍິນດີ ເພາະເບິ່ງແມ໋, ບຳເຫນັດຂອງພວກທ່ານມີບໍຣິບູນຢູ່ໃນສວັນ ເພາະວ່າບັນພະບຸຣຸດຂອງເຂົາໄດ້ເຮັດຢ່າງນັ້ນແກ່ຜູ້ປະກາດພຣະທັມເຫມືອນກັນ 24 “ແຕ່ວິບັດແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກຢູ່ແລ້ວ 25 ວິບັດແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້ ເພາະວ່າພວກທ່ານຈະອຶດຢາກ ວິບັດແກ່ທ່ານທັງຫລາຍທີ່ຫົວດຽວນີ້ ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້” 26 “ເມື່ອໃດຄົນທັງຫລາຍຍ້ອງຍໍວ່າພວກທ່ານດີ ເມື່ອນັ້ນແຫລະ, ວິບັດຈະມີແກ່ພວກທ່ານ ເພາະບັນພະບຸຣຸດຂອງເຂົາໄດ້ເຣັດຢ່າງນັ້ນແກ່ຜູ້ປະກາດພຣະທັມຂີ້ໂລບເຫມືອນກັນ” 27 ແຕ່ເຮົາບອກທ່ານທັງຫລາຍຜູ້ກຳລັງຟັງຢູ່ວ່າ ຈົ່ງຮັກສັດຕຣູຂອງພວກທ່ານ ຈົ່ງເຮັດດີແກ່ຜູ້ກຽດຊັງພວກທ່ານ 28 ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ ຈົ່ງອ້ອນວອນເພື່ອຜູ້ທີ່ກ່າວຫຍາບຊ້າຕໍ່ພວກທ່ານ 29 ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງນຶ່ງ ຈົ່ງປິ່ນອີກເບື້ອງນຶ່ງໃຫ້ເຂົາ ແລະຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຖ້າເຂົາຈະເອົາເສື້ອໃນກໍຢ່າຫວງຫ້າມ 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາວິ່ງຂອງຂອງທ່ານໄປ ຢ່າຊູ່ທວງເອົາຄືນ 31 ທ່ານຢາກໃຫ້ເຂົາເຣັດຢ່າງໃດແກ່ທ່ານ ຈົ່ງເຮັດຢ່າງນັ້ນແກ່ເຂົາເຫມືອນກັນ 32 “ຖ້າແມ່ນທ່ານຮັກຄົນທັງຫລາຍທີ່ຮັກທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເພາະເຖິງແມ່ນຄົນນອກສິນທັມກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ 33 ຖ້າທ່ານເຮັດດີກັບຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເພາະຄົນນອກສິນທັມກໍຍັງເຮັດຢ່າງດຽວກັນ 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ກໍຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເຖິງແມ່ນຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນທໍ່ກັນ 35 ແຕ່ຈົ່ງຮັກສັດຕຣູຂອງທ່ານທັງຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນອີກ ບຳເຫນັດຂອງທ່ານທັງຫລາຍຈຶ່ງຈະມີບໍຣະບູນ ແລະທ່ານທັງຫລາຍຈະເປັນບຸດຂອງພຣະຜູ້ສູງສຸດ ເພາະວ່າພຣະອົງຍັງຊົງໂຜດແກ່ຄົນທີ່ເນຣະຄຸນແລະຄົນຊົ່ວ 36 ທ່ານທັງຫລາຍຈົ່ງມີຄວາມເມດຕາກະຣຸນາ ເຫມືອນຢ່າງພຣະບິດາຂອງທ່ານຊົງມີພຣະທັຍເມດຕາກະຣຸນາ 37 “ຢ່າກ່າວໂທດໃສ່ເຂົາແລະພຣະເຈົ້າຈະບໍ່ຊົງກ່າວໂທດໃສ່ທ່ານ ຢ່າທຳໂທດເຂົາແລະພຣະເຈົ້າຈະບໍ່ຊົງທຳໂທດທ່ານ ຈົ່ງຍົກໂທດໃຫ້ເຂົາແລະພຣະເຈົ້າຈະຊົງຍົກໂທດໃຫ້ທ່ານ 38 ຈົ່ງໃຫ້ເຂົາແລະພຣະເຈົ້າຈະຊົງໃຫ້ທ່ານ ແລະໃນຕັກຂອງທ່ານຈະໄດ້ຮັບຕວງດ້ວຍເຄື່ອງຜອງຍັດສັ່ນລົງແຫນ້ນເຕັມລົ້ນ ເພາະວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ” 39 ແລ້ວພຣະອົງຊົງກ່າວແກ່ເຂົາເປັນຄຳອຸປມາວ່າ, ຄົນຕາບອດຈະຈູງຄົນຕາບອດໄປບໍ່ໄດ້ຕີ້ ເຂົາທັງສອງຈະບໍ່ຕົກໃນຂຸມຫລື 40 ສິດບໍ່ຫ່ອນໃຫຍ່ກ່ວ່າຄຣູ ແຕ່ສິດທຸກຄົນທີ່ຮັບການຝຶກສອນຄົບແລ້ວ ກໍຈະເປັນເຫມືອນຄຣູຂອງຕົນ 41 ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຕົນເອງທ່ານບໍ່ຮູ້ສຶກ 42 ເປັນສັນໃດທ່ານຈຶ່ງຈະເວົ້າກັບພີ່ນ້ອງຂອງຕົນໄດ້ວ່າ “ພີ່ນ້ອງເອີຍ, ໃຫ້ຂ້ອຍເຂັ່ຽຂີ້ເຫຍື່ອອອກຈາກຕາຂອງເຈົ້າ” ແຕ່ທ່ານເອງໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ ໂອ ຄົນຫນ້າຊື່ໃຈຄົນເອີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈຶ່ງຈະເຂັ່ຽຂີ້ເຫຍື່ອອອກຈາກຕາພີ່ນ້ອງຂອງທ່ານໄດ້ 43 “ດ້ວຍວ່າຕົ້ນໄມ້ດີບໍ່ຫ່ອນເກີດຜົນບໍ່ດີ ແລະຕົ້ນບໍ່ດີບໍ່ຫ່ອນເກີດຜົນດີ 44 ເພາະວ່າຈະຮູ້ຈັກຕົ້ນໄມ້ທຸກຕົ້ນກໍເພາະຜົນຂອງມັນ ເຫດວ່າເຂົາບໍ່ຫ່ອນເກັບຫມາກເດື່ອເທດຈາກຕົ້ນມີຫນາມ ແລະບໍ່ຫ່ອນເກັບຫມາກອະງຸ່ນຈາກພຸ່ມມີຫນາມ 45 ຄົນດີຍ່ອມເອົາຂອງດີອອກມາຈາກຄັງດີແຫ່ງໃຈຂອງຕົນ ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວອອກມາຈາກຄັງຊົ່ວແຫ່ງໃຈຂອງຕົນ ເພາະວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ 46 “ເຫດສັນໃດທ່ານທັງຫລາຍຈຶ່ງເອີ້ນເຮົາວ່າ, “ນາຍ, ນາຍ” ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ເຮົາບອກນັ້ນ 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະຕິບັດຕາມ ເຮົາຈະແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ 48 ກໍປຽບເຫມືອນຜູ້ນຶ່ງທີ່ກໍ່ສ້າງຕຶກ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວແປວນ້ຳໄຫລຖັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ຕຶກນັ້ນຫວັ່ນໄຫວເພາະວ່າໄດ້ສ້າງດີແລ້ວ 49 ສ່ວນຄົນທີ່ໄດ້ຍິນຄຳນັ້ນແລະບໍ່ປະຕິບັດຕາມ ກໍປຽບເຫມືອນຄົນນຶ່ງທີ່ໄດ້ກໍ່ສ້າງຕຶກເທິງດິນດ້ວຍບໍ່ກໍ່ຮາກ ເມື່ອແປວນ້ຳໄຫລຖັ່ງໃສ່ຕຶກນັ້ນມັນກໍເຈື່ອນລົງທັນທີ ແລະຄວາມຈິບຫາຍຂອງຕຶກນັ້ນກໍເປັນການໃຫຍ່ຫລາຍ 71 ເມື່ອພຣະເຢຊູຊົງກ່າວຄຳເຫລົ່ານັ້ນໃຫ້ພົລເມືອງຟັງຫມົດແລ້ວ ພຣະອົງກໍສະເດັດເຂົ້າໄປໃນເມືອງກາເປນາອູມ2 ມີຂ້ອຍໃຊ້ຂອງນາຍທະຫານຄົນນຶ່ງທີ່ນາຍຮັກຫລາຍ ປ່ວຍຢູ່ໃກ້ຈະຕາຍແລ້ວ 3 ເມື່ອນາຍຮ້ອຍຜູ້ນັ້ນໄດ້ຍິນເຖິງພຣະເຢຊູ ຈຶ່ງໄດ້ໃຊ້ເຖົ້າແກ່ບາງຄົນຂອງພວກຢິວ ໃຫ້ໄປອ້ອນວອນເຊີນພຣະອົງສະເດັດມາໂຜດຂ້ອຍໃຊ້ຂອງຕົນໃຫ້ດີ 4 ເມື່ອຄົນເຫລົ່ານັ້ນມາເຖິງພຣະເຢຊູແລ້ວ ເຂົາກໍອ້ອນວອນພຣະອົງດ້ວຍໃຈຮ້ອນຮົນວ່າ, “ນາຍຮ້ອຍຜູ້ນັ້ນສົມຄວນທີ່ພຣະອົງຈະເຣັດການນີ້ໃຫ້ທ່ານ 5 ເພາະວ່າທ່ານຮັກປະເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມມະເທສນາໃຫ້ພວກເຮົາ” 6 ແລະພຣະເຢຊູຈຶ່ງສະເດັດໄປກັບເຂົາ ເມື່ອສະເດັດເກືອບຈະເຖິງເຮືອນແລ້ວ ນາຍຮ້ອຍທະຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະອົງທູນວ່າ, “ນາຍເອີຍ, ຢ່າຊູ່ລຳບາກທ້ອນ ເພາະວ່າຂ້ານ້ອຍເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້ານ້ອຍ 7 ເພາະເຫດນັ້ນຂ້ານ້ອຍຈຶ່ງຖືວ່າເປັນຜູ້ບໍ່ສົມຄວນທີ່ຈະໄປຫາທ່ານ ແຕ່ຂໍທ່ານຈົ່ກ່າວພຽງຄຳດຽວ ແລະຄົນໃຊ້ຂອງຂ້ານ້ອຍຄົງຈະດີພຍາດ 8 ເຫດວ່າຂ້ານ້ອຍເປັນຄົນທີ່ຢູ່ໃຕ້ວິນັຍທະຫານ ແລະຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍອີກ ຄືຂ້ານ້ອຍສັ່ງຄົນນີ້ວ່າ “ໄປ” ມັນກໍໄປ ສັ່ງອີກຄົນນຶ່ງວ່າ “ມາ” ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້ານ້ອຍວ່າ “ຈົ່ງເຣັດສິ່ງນີ້” ມັນກໍເຣັດ” 9 ເມື່ອພຣະເຢຊູຊົງໄດ້ຍິນຄຳເຫລົ່ານັ້ນແລ້ວກໍປລາດພຣະທັຍດ້ວຍນາຍນັ້ນ ຈຶ່ງຊົງຫລຽວຫລັງກ່າວກັບປະຊາຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງຫລາຍວ່າ ແມ່ນໃນພວກອິສຣາເອນເຮົາກໍບໍ່ໄດ້ພົບຄວາມເຊື່ອໃຫຍ່ເທົ່ານີ້” 10 ຝ່າຍພວກທີ່ຮັບໃຊ້ມານັ້ນ ເມື່ອກັບໄປເຖິງເຮືອນກໍໄດ້ພົບຂ້ອຍໃຊ້ຜູ້ນັ້ນດີພຍາດແລ້ວ 11 ຫລັງຈາກນັ້ນຫນ້ອຍນຶ່ງພຣະອົງກໍສະເດັດໄປຍັງເມືອງນຶ່ງຊື່ ນາອິນ ພວກສາວົກຂອງພຣະອົງກັບປະຊາຊົນຫລວງຫລາຍໄດ້ຕາມພຣະອົງໄປ 12 ເມື່ອສະເດັດມາໃກ້ປະຕູເມືອງນັ້ນ ເບິ່ງແມ໋, ມີຄົນກຳລັງຫາມສົບຊາຍຫນຸ່ມຜູ້ນຶ່ງອອກມາ ເປັນລູກຊາຍຄົນດຽວຂອງແມ່ ແລະນາງກໍເປັນຫມ້າຍ ມີຊາວເມືອງຫລາຍສົມຄວນອອກມານຳຍິງນັ້ນ 13 ເມື່ອຊົງເຫັນຍິງນັ້ນ ພຣະອົງກໍຊົງເມດຕາແລ້ວຊົງກ່າວວ່າ, “ຢ່າຮ້ອງໄຫ້” 14 ແລ້ວພຣະອົງສະເດັດເຂົ້າໄປໃກ້ບາຍໂລງ ພວກຫາມສົບນັ້ນກໍຢຸດຢືນຢູ່ ພຣະອົງຈຶ່ງຊົງສັ່ງວ່າ, “ຊາຍຫນຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ” 15 ແລ້ວຄົນທີ່ຕາຍນັ້ນກໍລຸກຂຶ້ນນັ່ງຕັ້ງຕົ້ນເວົ້າ ພຣະອົງຈຶ່ງຊົງມອບຊາຍນັ້ນໃຫ້ແມ່ເຂົາ 16 ຄວາມຢ້ານສະດຸ້ງຕົກໃຈກໍຕົກໃສ່ເຂົາທັງປວງ ເຂົາຈຶ່ງສັຣເສີນພຣະເຈົ້າວ່າ, “ທ່ານຜູ້ປະກາດພຣະທັມຜູ້ໃຫຍ່ໄດ້ເກີດຂຶ້ນຖ້າມກາງພວກເຮົາແລ້ວ ແລະພຣະເຈົ້າໄດ້ສະເດັດມາຢ້ຽມຢາມພົລເມືອງຂອງພຣະອົງແລ້ວ” 17 ເຣື່ອງຂອງພຣະອົງໄດ້ຊ່າລືໄປທົ່ວແຂວງຢູດາຍແລະທົ່ວຂົງເຂດທີ່ຢູ່ລ້ອມຮອບນັ້ນ 18 ຝ່າຍພວກສິດຂອງໂຢຮັນກໍໄດ້ເລົ່າເຫດການທັງປວງນັ້ນໃຫ້ທ່ານຟັງ 19 ໂຢຮັນຈຶ່ງເອີ້ນສິດຂອງຕົນສອງຄົນ ໃຊ້ເຂົາໄປຫາພຣະຜູ້ເປັນເຈົ້າທູນຖາມວ່າ, “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອຍຖ້າຜູ້ອື່ນ” 20 ເມື່ອເຂົາທັງສອງມາເຖິງພຣະອົງກໍທູນວ່າ, “ໂຢຮັນບັບຕິສະໂຕໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອຍຜູ້ອື່ນ” 21 ໃນເວລານັ້ນພຣະອົງໄດ້ຊົງໂຜດໃຫ້ຫລາຍຄົນດີພຍາດໂຣຄາຕ່າງໆແລະໃຫ້ພົ້ນຈາກຜີຮ້າຍ ແລະໄດ້ຊົງໂຜດໃຫ້ຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ 22 ແລ້ວພຣະອົງຊົງຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢຣັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດກໍເຫັນຮຸ່ງ ຄົນຂາເສັ້ງກໍຍ່າງເປັນປົກກະຕິ ຄົນຂີ້ທູດກໍດີສະອາດ ຄົນຫູຫນວກກໍໄດ້ຍິນ ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ 23 ບຸກຄົນໃດບໍ່ສະດຸດສົງສັຍເພາະເຮົາ ຜູ້ນັ້ນກໍເປັນສຸກ” 24 ເມື່ອພວກຮັບໃຊ້ຂອງໂຢຮັນໄປແລ້ວ ພຣະອົງກໍຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເຣື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື 25 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື ເບິ່ງແມ໋, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມແລະຢູ່ກິນດ້ວຍຂອງປະນີດຍ່ອມຢູ່ໃນພຣະຣາຊວັງ 26 ແຕ່ພວກທ່ານອອກໄປເບິ່ງຫຍັງ ເບິ່ງຜູ້ປະກາດພຣະທັມຫລື ແມ່ນແລ້ວເຮົາບອກພວກທ່ານວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະກາດພຣະທັມອີກ 27 ຄືໂຢຣັນຜູ້ນີ້ແຫລະ, ທີ່ພຣະຄັມພີກ່າວຂຽນໄວ້ເຖິງທ່ານວ່າ, “ເບິ່ງແມ໋, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງຂອງທ່ານໄວ້ກ່ອນຫນ້າທ່ານ” 28 ເຮົາບອກພວກທ່ານວ່າ ໃນບັນດາຜູ້ທີ່ເກີດຈາກຜູ້ຍິງນັ້ນບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາຊແຜ່ນດິນຂອງພຣະເຈົ້າກໍໃຫຍ່ກວ່າໂຢຣັນອີກ” 29 “ຝ່າຍຄົນທັງປວງທີ່ໄດ້ຍິນພ້ອມທັງພວກເກັບພາສີກໍໄດ້ຍອມຮັບວ່າພຣະເຈົ້າຍຸດຕິທັມໂດຍທີ່ເຂົາໄດ້ຮັບບັບຕິສະມາຂອງໂຢຮັນແລ້ວ 30 ແຕ່ພວກຟາຣີຊາຍແລະພວກທັມບັນດິດໄດ້ຂັດຂວາງພຣະປະສົງຂອງພຣະເຈົ້າສຳລັບເຂົາ ໂດຍທີ່ເຂົາບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ) 31 “ເຫດສັນນັ້ນເຮົາຈະປຽບຄົນສະໄຫມນີ້ກັບອັນໃດ ແລະເຂົາເປັນເຫມືອນກັບອັນໃດ 32 ປຽບເຫມືອນກັບຫມູ່ເດັກນ້ອຍທີ່ນັ່ງຢູ່ກາງຕລາດຮ້ອງໃສ່ກັນວ່າ, “ຕູໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ ຕູໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ສູບໍ່ໄດ້ຕີອົກຕ້ອນຮັບ” 33 ເພາະວ່າໂຢຣັນບັບຕິສະໂຕໄດ້ມາ ກໍບໍ່ກິນເຂົ້າຫລືດື່ມເຫລົ້າແວງ ແລະພວກທ່ານເວົ້າວ່າ “ມີຜີສິງຢູ່” 34 ສ່ວນບຸດມະນຸດໄດ້ມາທັງກິນແລະດື່ມ ແລະພວກທ່ານເວົ້າວ່າ, “ເບິ່ງແມ໋, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນເພື່ອນຂອງຄົນເກັບພາສີແລະຄົນນອກສິນທັມ” 35 ແຕ່ພຣະປັນຍາກໍປາກົດວ່າຖືກຕ້ອງແລ້ວໂດຍບັນດາຜົນຂອງພຣະປັນຍານັ້ນ” 36 ມີຄົນນຶ່ງໃນພວກຟາຣີຊາຍ ໄດ້ເຊີນພຣະອົງໄປສເວີຍອາຫານໃນເຮືອນຂອງຕົນ ພຣະອົງຈຶ່ງສະເດັດເຂົ້າໄປໃນເຮືອນຂອງຟາຣີຊາຍຜູ້ນັ້ນແລ້ວຊົງປະທັບລົງ 37 ແລະເບິ່ງແມ໋, ມີຍິງຊົ່ວຄົນນຶ່ງໃນເມືອງນັ້ນ ເມື່ອຮູ້ວ່າພຣະອົງຊົງນັ່ງສເວີຍອາຫານໃນເຮືອນຂອງຟາຣີຊາຍ ຍິງຜູ້ນັ້ນໄດ້ຖືກະອອມຫີນຂາວມີນ້ຳມັນຫອມ 38 ມາຢືນຂ້າງຫລັງໃກ້ພຣະບາດຂອງພຣະອົງຮ້ອງໄຫ້ ນ້ຳຕາໄຫລຈົນປຽກພຣະບາດ ນາງຈຶ່ງເອົາຜົມເຊັດທັງຈູບພຣະບາດຂອງພຣະອົງແລະເອົານ້ຳມັນຫອມນັ້ນສົງ 39 ຝ່າຍຄົນຟາຣີຊາຍຜູ້ເຊີນພຣະອົງມາ ເມື່ອເຫັນດັ່ງນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະກາດພຣະທັມ ທ່ານຄົງຈະໄດ້ຮູ້ວ່າຍິງຜູ້ຖືກຕ້ອງກາຍຂອງທ່ານເປັນຜູ້ໃດ ແລະເປັນຄົນແນວໃດ ເພາະມັນເປັນຄົນຊົ່ວ” 40 ພຣະເຢຊູຊົງຕອບທ່ານວ່າ, “ຊີໂມນເອີຍ, ເຮົາມີສິ່ງນຶ່ງຈະເວົ້າກັບທ່ານ” ຊີໂມນທູນຕອບວ່າ, “ອາຈານເອີຍ, ເຊີນເວົ້າໂລດ” 41 ພຣະອົງຊົງກ່າວວ່າ, “ເຈົ້າຫນີ້ຜູ້ນຶ່ງມີລູກຫນີ້ສອງຄົນ ຄົນນຶ່ງເປັນຫນີ້ເງິນຫ້າຣ້ອຍຫລຽນເດນາຣິອົນ ອີກຄົນນຶ່ງເປັນຫນີ້ຫ້າສິບຫລຽນ 42 ເມື່ອເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈຶ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ” 43 ຊີໂມນທູນຕອບວ່າ, “ຂ້ານ້ອຍຄຶດວ່າຄົນທີ່ທ່ານໄດ້ໂຜດຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍ” ພຣະອົງຊົງຕອບວ່າ, “ທ່ານຄຶດຖືກແລ້ວ” 44 ແລ້ວພຣະອົງຊົງຫລຽວໄປຫາຍິງນັ້ນ ແລະຊົງກ່າວກັບຊີໂມນວ່າ, “ທ່ານເຫັນຍິງຜູ້ນີ້ບໍ ເຮົາໄດ້ເຂົ້າມາໃນເຮືອນຂອງທ່ານ ທ່ານບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ 45 ທ່ານບໍ່ໄດ້ຈູບເຮົາ ແຕ່ຜູ້ຍິງນີ້ ຕັ້ງແຕ່ເຮົາເຂົ້າມາເຂົາບໍ່ໄດ້ເຊົາຈູບຕີນຂອງເຮົາ 46 ທ່ານບໍ່ໄດ້ເອົານ້ຳມັນຫົດຫົວຂອງເຮົາ ແຕ່ຍິງຜູ້ນີ້ໄດ້ເອົານ້ຳມັນຫອມຫົດຕີນຂອງເຮົາ 47 ເຫດສັນນັ້ນເຮົາບອກທ່ານວ່າ ຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນໄດ້ໂຜດຍົກເສັຽແລ້ວ ເພາະເຂົາຮັກຫລາຍ ແຕ່ຜູ້ທີ່ໄດ້ຮັບການຍົກໂທດຫນ້ອຍກໍຮັກຫນ້ອຍ” 48 ພຣະອົງຊົງກ່າວແກ່ຍິງນັ້ນວ່າ, “ຄວາມຜິດບາບຂອງເຈົ້າໂຜດຍົກເສັຽແລ້ວ” 49 ຝ່າຍຄົນທັງຫລາຍທີ່ນັ່ງຮັບປະທານກັບພຣະອົງ ກໍຕັ້ງຄຶດໃນໃຈວ່າ, “ຜູ້ນີ້ແມ່ນໃຜ ຈຶ່ງໃຫ້ອະພັຍຄວາມຜິດບາບດັ່ງນັ້ນ” 50 ພຣະອົງຊົງກ່າວກັບຍິງນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນ ຈົ່ງໄປເປັນສຸກເທີນ” 81 ຕໍ່ມາພຣະອົງໄດ້ສະເດັດໄປຕາມບ້ານຕາມເມືອງ ຊົງປະກາດຂ່າວປະເສີດເຣື່ອງຣາຊອານາຈັກຂອງພຣະເຈົ້າ ສາວົກສິບສອງຄົນນັ້ນກໍຢູ່ກັບພຣະອົງ2 ພ້ອມກັບແມ່ຍິງບາງຄົນທີ່ພົ້ນຈາກຜີຮ້າຍແລ້ວ ແລະພົ້ນຈາກພຍາດຕ່າງໆ ຄືມາຣິອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະອົງຊົງຂັບໄລ່ຜີເຈັດໂຕອອກ 3 ແລະໂຢອັນນາພັຣຍາຂອງຈູຊາ ຜູ້ເປັນກົມວັງຂອງເຮໂຣດ ແລະນາງຊູຊັນນາ ກັບຍິງອື່ນອີກຫລາຍຄົນທີ່ເຄີຍສລະຊັບຂອງເຂົາບົວລະບັດພຣະອົງແລະພວກຂອງພຣະອົງເຫມືອນກັນ 4 ເມື່ອປະຊາຊົນຈຳນວນຫລວງຫລາຍໄດ້ມາຊຸມນຸມກັນຢູ່ ແລະມີຄົນກຳລັງມາຫາພຣະອົງຈາກເມືອງນັ້ນເມືອງນີ້ ພຣະອົງຈຶ່ງຊົງກ່າວກັບເຂົາເປັນຄຳອຸປມາວ່າ, 5 “ມີຄົນນຶ່ງອອກໄປຫວ່ານພືດຂອງຕົນ ເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກປ່າມາກິນເສັຽ 6 ລາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະບ່ອນບໍ່ຊຸ່ມ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນມານຳ ແລ້ວປົກຫຸ້ມຮັດເສັຽ 8 ລາງເມັດກໍຕົກກາງໃສ່ດິນດີ ຈື່ງງອກຂຶ້ນເກີດຜົນຮ້ອຍຕໍ່” ເມື່ອພຣະອົງຊົງກ່າວດັ່ງນີ້ແລ້ວ ຈຶ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູຢາກຟັງ ຈົ່ງຟັງເອົາ” 9 ພວກສາວົກຈຶ່ງທູນຖາມພຣະອົງວ່າ, “ຄຳອຸປມານີ້ຫມາຍຄວາມວ່າຢ່າງໃດ” 10 ພຣະອົງຊົງກ່າວວ່າ, “ຂໍ້ຄວາມລັບເລິກແຫ່ງຣາຊອານາຈັກຂອງພຣະເຈົ້າ ຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ສຳລັບຄົນອື່ນນັ້ນໄດ້ບອກໃຫ້ເປັນຄຳອຸປມາ ເພື່ອເມື່ອເຂົາເບິ່ງຈະບໍ່ເຫັນ ແລະເມື່ອເຂົາຟັງຈະບໍ່ເຂົ້າໃຈ 11 “ຄຳອຸປມານັ້ນກໍເປັນດັ່ງນີ້ ຄືເມັດພືດນັ້ນໄດ້ແກ່ພຣະທັມຂອງພຣະເຈົ້າ 12 ເມັດທີ່ຕົກກາງທາງໄດ້ແກ່ພວກຄົນທີ່ໄດ້ຍິນ ແລ້ວພຍາມານມາຍາດເອົາພຣະທັມໄປຈາກໃຈຂອງເຂົາ ເພື່ອບໍ່ໃຫ້ເຊື່ອແລະພົ້ນໄດ້ 13 ເມັດທີ່ຕົກບ່ອນມີຫີນໄດ້ແກ່ຜູ້ທີ່ໄດ້ຍິນ ແລ້ວກໍຮັບພຣະທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ ເຊື່ອຢູ່ແຕ່ຊົ່ວຄາວ ເມື່ອຖືກທົດລອງເຂົາເລີກເສັຽ 14 ເມັດທີ່ຕົກກາງພຸ່ມຫນາມນັ້ນໄດ້ແກ່ພວກຄົນທີ່ໄດ້ຍິນ ແລ້ວອອກໄປຕາມທາງ ແລະຄວາມກັງວົນ ກັບຊັບສົມບັດ ທັງຄວາມສນຸກຂອງຊີວິດນີ້ໄດ້ເຂົ້າມາຫຸ້ມຮັດພຣະທັມນັ້ນເສັຽ ແລ້ວຜົນຂອງເຂົາຈຶ່ງບໍ່ທັນສຸກ 15 ເມັດທີ່ຕົກໃສ່ດິນດີນັ້ນໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈເຫລື້ອມໃສ ສັດທາ ແລ້ວກໍຈົດຈຳໄວ້ ຈຶ່ງເກີດຜົນໂດຍຄວາມພຽນ” 16 “ບໍ່ມີຜູ້ໃດ ເມື່ອໄຕ້ໂຄມແລ້ວຈະເອົາພາຊນະປົກບັງໄວ້ ຫລືວາງໄວ້ໃຕ້ຕຽງນອນແຕ່ຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຄົນທັງຫລາຍທີ່ເຂົ້າມາຈະໄດ້ເຫັນແສງສວ່າງ 17 ດ້ວຍວ່າບໍ່ມີສິ່ງໃດທີ່ເຊື່ອງໄວ້ ຊຶ່ງຈະບໍ່ປາກົດແຈ້ງ ແລະບໍ່ມີສິ່ງໃດທີ່ປົກບັງໄວ້ຊຶ່ງຈະບໍ່ຮູ້ແລະບໍ່ເປີດເຜີຍ 18 ເຫດສັນນັ້ນທ່ານທັງຫລາຍໄດ້ຍິນຢ່າງໃດ ກໍຈົ່ງລະວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວ ຈະຊົງເພີ້ມເຕີມໃຫ້ແກ່ຜູ້ນັ້ນອີກ ແຕ່ຜູ້ໃດບໍ່ມີ ເຖິງແມ່ນວ່າສິ່ງທີ່ຕົນຄຶດວ່າມີຢູ່ນັ້ນ ຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ” 19 ເມື່ອນັ້ນມານດາແລະພວກນ້ອງຊາຍຂອງພຣະອົງໄດ້ມາຫາ ແຕ່ເຂົ້າໄປເຖິງພຣະອົງບໍ່ໄດ້ເພາະຄົນຫລາຍ 20 ມີຄົນນຳຂ່າວມາທູນພຣະອົງວ່າ, “ມານດາແລະພວກນ້ອງຊາຍທ່ານຢືນຢູ່ຂ້າງນອກຢາກມາຫາ” 21 ແຕ່ພຣະອົງຊົງຕອບເຂົາວ່າ, “ມານດາແລະນ້ອງຂອງເຮົານັ້ນ ຄືຄົນທີ່ໄດ້ຍິນພຣະທັມຂອງພຣະເຈົ້າແລະເຮັດຕາມ 22 ຢູ່ມາວັນນຶ່ງ ພຣະອົງໄດ້ສະເດັດລົງເຮືອ ແລ້ວຊົງກ່າວກັບເຂົາວ່າ, “ເຮົາຈົ່ງພາກັນຂ້າມທະເລສາບໄປຟາກນັ້ນເທາະ” ແລ້ວເຂົາກໍຖອຍເຮືອອອກໄປ 23 ເມື່ອກຳລັງຂ້າມໄປພຣະອົງບັນທົມຫລັບ ແລະເກີດມີລົມພະຍຸພັດລົງມາກາງທະເລ ນ້ຳກໍເຂົ້າເຮືອຢູ່ ຫນ້າຢ້ານຈະເປັນອັນຕະຣາຍ 24 ພວກສາວົກຈຶ່ງມາປຸກພຣະອົງທູນວ່າ, “ອາຈານ, ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈິບຫາຍຢູ່ແລ້ວ” ພຣະອົງຈຶ່ງຊົງຕື່ນຂຶ້ນຫ້າມລົມແລະຟອງນ້ຳ ລົມແລະຟອງນ້ຳກໍຢຸດສງົບງຽບທົ່ວໄປທັນທີ 25 ພຣະອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ” ເຂົາກໍຢ້ານ ແລະປລາດໃຈຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈຶ່ງຫ້າມທັງລົມແລະນ້ຳ ແລະລົມກັບນ້ຳກໍຍອມຟັງທ່ານ” 26 ແລ້ວເຂົາໄດ້ໄປຈອດທີ່ເຂດແດນຂອງຊາວເຄຣາເຊັນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ 27 ເມື່ອພຣະອົງສະເດັດຂຶ້ນບົກແລ້ວມີຊາຍຄົນນຶ່ງແຕ່ເມືອງນັ້ນມາພົບພຣະອົງ ຄົນນັ້ນມີຜີຮ້າຍຫລາຍໂຕສິງຢູ່ ເຂົາບໍ່ໄດ້ນຸ່ງເຄື່ອງແລະບໍ່ໄດ້ຢູ່ໃນເຮືອນເປັນເວລາເຫິງນານແລ້ວ ແຕ່ຢູ່ຕາມອຸບໂມງຝັງສົບ 28 ເມື່ອຄົນນັ້ນໄດ້ເຫັນພຣະເຢຊູກໍຮ້ອງຂຶ້ນ ແລ້ວຂາບລົງຕໍ່ພຣະພັກພຣະອົງອອກສຽງດັງທູນວ່າ, “ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຂໍຢ່າໄດ້ທໍຣະມານເຮົາທ້ອນ” 29 ມັນເວົ້າດັ່ງນັ້ນກໍເພາະພຣະອົງໄດ້ຊົງສັ່ງຜີຖ່ອຍຮ້າຍໃຫ້ອອກຈາກຄົນນັ້ນ (ດ້ວຍວ່າຜີນັ້ນໄດ້ມາກຸມເອົາຄົນນັ້ນໄປຫລາຍເທື່ອຫລາຍທີ່ ແລະເຄີຍມັດດ້ວຍຊີກແລະຖືກລ່າມໂສ້ຂັງໄວ້ ແຕ່ມັນກໍຫັກເຄື່ອງມັດນັ້ນເສັຽແລ້ວໄດ້ບັງຄັບໃຫ້ເຂົ້າໄປໃນປ່າ) 30 ຝ່າຍພຣະເຢຊູຊົງຖາມມັນວ່າ, “ມຶງຊື່ຫຍັງ” ມັນທູນຕອບວ່າ, “ຊື່ກອງທັບ” ດ້ວຍວ່າຜີທີ່ເຂົ້າສິງຢູ່ໃນຄົນນັ້ນມີຫລາຍໂຕ 31 ແລະຜີນັ້ນໄດ້ອ້ອນວອນຂໍນຳພຣະອົງບໍ່ໃຫ້ບັງຄັບມັນຫນີໄປໃນພື້ນເຫວເລິກ 32 ທີ່ນັ້ນມີຝູງຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມພູ ຜີເຫລົ່ານັ້ນໄດ້ທູນຂໍພຣະອົງຊົງອະນຸຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະອົງກໍຊົງອະນຸຍາດໃຫ້ 33 ຜີເຫລົ່ານັ້ນຈຶ່ງໄດ້ອອກມາຈາກຄົນນັ້ນແລ້ວເຂົ້າໄປສິງຢູ່ໃນຝູງຫມູ ຫມູທັງປວງກໍຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລສາບຈົມນ້ຳຕາຍທັນທີ 34 ຝ່າຍຄົນລ້ຽງເມື່ອເຫັນເຫດການທີ່ເກີດຂຶ້ນນັ້ນ ຕ່າງຄົນຕ່າງຫນີໄປເລົ່າເຣື່ອງນັ້ນທັງໃນເມືອງແລະນອກເມືອງ 35 ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະເມື່ອມາເຖິງພຣະເຢຊູ ເຂົາໄດ້ເຫັນຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າມີສະຕິອາຣົມດີ ນັ່ງຢູ່ໃກ້ພຣະບາດພຣະເຢຊູ ເຂົາຈຶ່ງມີໃຈຢ້ານ 36 ຝ່າຍຄົນທີ່ເຫັນເຫດການນັ້ນ ກໍໄດ້ເລົ່າໃຫ້ເຂົາຟັງເຖິງເຣື່ອງຄົນທີ່ຜີຮ້າຍເຂົ້າສິງນັ້ນໄດ້ດີປົກກະຕິຢ່າງໃດ 37 ຊາວເມືອງເຄຣາເຊັນກັບປະຊາຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ອ້ອນວອນຂໍໃຫ້ພຣະອົງຫນີໄປຈາກເຂົາເສັຽ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະອົງຈຶ່ງສະເດັດລົງເຮືອກັບຄືນໄປ 38 ຄົນທີ່ມີຜີຮ້າຍອອກຈາກຕົວນັ້ນໄດ້ອ້ອນວອນຂໍຢູ່ນຳພຣະອົງ ແຕ່ພຣະອົງຊົງບອກໃຫ້ໄປໂດຍຊົງສັ່ງວ່າ, 39 “ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າເຣື່ອງການໃຫຍ່ທີ່ພຣະເຈົ້າໄດ້ຊົງກະທຳແກ່ເຈົ້ານັ້ນ” ແລ້ວຄົນນັ້ນກໍກັບໄປປະກາດແກ່ຄົນທັງປວງ ເຖິງເຫດການທຸກສິ່ງທີ່ພຣະເຢຊູໄດ້ຊົງກະທຳແກ່ຕົນ 40 ເມື່ອພຣະເຢຊູສະເດັດກັບມາແລ້ວປະຊາຊົນກໍໄດ້ຕ້ອນຮັບພຣະອົງ ເພາະເຂົາທັງຫລາຍຄອຍຖ້າພຣະອົງຢູ່ 41 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ຢາອີໂຣ ເປັນນາຍໂຮງທັມມະເທສນາມາຂາບລົງທີ່ພຣະບາດຂອງພຣະເຢຊູ ອ້ອນວອນຂໍໃຫ້ພຣະອົງສະເດັດເຂົ້າໄປໃນເຮືອນຂອງຕົນ 42 ເພາະວ່າທ່ານມີລູກສາວຄົນດຽວອາຍຸປະມານສິບສອງປີ ລູກນັ້ນກຳລັງຈະຕາຍໄປ ໃນຂນະທີ່ພຣະອົງສະເດັດໄປນັ້ນ ປະຊາຊົນໄດ້ກີດຂວາງພຣະອົງ 43 ມີຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ ນາງໄດ້ຈ່າຍຊັບຂອງຕົນໃຫ້ພວກຫມໍຈົນຫມົດແຕ່ບໍ່ມີຫມໍຄົນໃດອາດໃຫ້ດີພຍາດໄດ້ 44 ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູແລະບາຍແຄມເຄື່ອງທົງຂອງພຣະອົງ ໃນທັນໃດນັ້ນເລືອດທີ່ໄຫລກໍຕຸດ 45 ພຣະເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ” ເມື່ອຄົນທັງປວງໄດ້ຕອບປະຕິເສດ ເປໂຕກັບພວກຄົນທີ່ຢູ່ນຳກັນໄດ້ທູນວ່າ, “ອາຈານເຈົ້າເອີຍ, ກໍແມ່ນປະຊາຊົນທີ່ກຳລັງກີດຂວາງແລະບຽດທ່ານຢູ່” 46 ແຕ່ພຣະເຢຊູຊົງຕອບວ່າ, “ມີຜູ້ນຶ່ງໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າຣິດໄດ້ສວ່ານອອກຈາກເຮົາໄປ” 47 ເມື່ອເຫັນວ່າຈະເຊື່ອງຕົວບໍ່ໄດ້ແລ້ວ ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ພຣະພັກຂອງພຣະອົງຕໍ່ຫນ້າຄົນທັງປວງ ທູນເຖິງເຫດທີ່ຕົນໄດ້ບາຍພຣະອົງ ແລະບອກເຖິງເຣື່ອງທີ່ຕົນໄດ້ດີພຍາດທັນທີນັ້ນເຫມືອນກັນ 48 ພຣະອົງຊົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກເທີນ” 49 ໃນຂນະທີ່ພຣະອົງຊົງກ່າວຢູ່ນັ້ນ ມີຄົນນຶ່ງມາແຕ່ເຮືອນຂອງນາຍໂຮງທັມບອກວ່າ, “ລູກຂອງນາຍຕາຍແລ້ວ ຂໍຢ່າໄດ້ຮົບກວນອາຈານຕໍ່ໄປ” 50 ຝ່າຍພຣະເຢຊູ ເມື່ອໄດ້ຍິນກໍຊົງກ່າວແກ່ນາຍນັ້ນວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ ແລະລູກຈະໄດ້ລອດພົ້ນ” 51 ເມື່ອສະເດັດເຖິງເຮືອນແລ້ວ ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ ໂຢຮັນ ຢາໂກໂບ ແລະພໍ່ແມ່ຂອງເດັກນ້ອຍນັ້ນ 52 ຄົນທັງຫລາຍກໍຕີອົກຮ້ອງໄຫ້ຮ່ຳໄຮເພາະເດັກນ້ອຍນັ້ນ ແຕ່ພຣະອົງຊົງບອກວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ ແຕ່ຫລັບຢູ່ເທົ່ານັ້ນ” 53 ແລ້ວເຂົາພາກັນຫົວຂວັນພຣະອົງ ເພາະເຂົາຮູ້ວ່າເດັກນ້ອຍນັ້ນຕາຍແລ້ວ 54 ຝ່າຍພຣະອົງຊົງຈັບມືເດັກນ້ອຍນັ້ນ ແລ້ວຊົງຮ້ອງວ່າ, “ລູກເອີຍ, ຈົ່ງລຸກຂຶ້ນແມ໋” 55 ແລະຈິດວິນຍານກໍກັບເຂົ້າໃນຕົວເດັກນ້ອຍນັ້ນ ມັນໄດ້ລຸກຂຶ້ນທັນທີ ພຣະອົງຈຶ່ງຊົງສັ່ງໃຫ້ເອົາອາຫານມາໃຫ້ມັນກິນ 56 ຝ່າຍພໍ່ແມ່ຂອງເດັກນ້ອຍນັ້ນກໍງຶດອັດສະຈັນໃຈຫລາຍ ແຕ່ພຣະອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດຮູ້ເຫດການຊຶ່ງເປັນມານັ້ນ 91 ເມື່ອພຣະອົງຊົງເອີ້ນພວກສິບສອງຄົນນັ້ນມາພ້ອມກັນແລ້ວ ກໍຊົງປະທານໃຫ້ເຂົາມີຣິດແລະມີອຳນາດເຫນືອຜີຮ້າຍທັງປວງ ແລະເພື່ອຈະໄດ້ເຣັດໃຫ້ດີພຍາດຕ່າງໆ2 ແລ້ວພຣະອົງຊົງໃຊ້ເຂົາໃຫ້ອອກໄປປະກາດຣາຊອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບປ່ວຍດີພຍາດ 3 ພຣະອົງຈຶ່ງຊົງສັ່ງເຂົາວ່າ, “ຢ່າເອົາສິ່ງໃດໄປໃຊ້ຕາມທາງ ຄືຢ່າເອົາໄມ້ຄ້ອນເທົ້າ ຫລືຖົງ ຫລືອາຫານ ຫລືເງິນ ຫລືເສື້ອສອງໂຕ 4 ແລະຖ້າເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາສັຍຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ 5 ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານ ຈົ່ງອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຽ ເພື່ອເປັນພຍານຕໍ່ເຂົາ” 6 ແລ້ວພວກສາວົກກໍພາກັນອອກໄປປະກາດຂ່າວປະເສີດຕາມບ້ານເມືອງຕ່າງໆ ແລະໄດ້ເຣັດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນດີພຍາດ 7 ຝ່າຍເຣໂຣດຜູ້ປົກຄອງໄດ້ຍິນເຣື່ອງເຫດການທັງປວງຊຶ່ງເກີດຂຶ້ນນັ້ນ ຈຶ່ງຫຍຸ້ງໃຈ ສົງສັຍຫລາຍ ເພາະລາງຄົນເວົ້າວ່າ, “ໂຢຣັນເປັນຄືນມາຈາກຕາຍແລ້ວ” 8 ລາງຄົນວ່າ, “ເປັນເອລີຢາມາປາກົດ” ຄົນອື່ນກໍວ່າ, “ເປັນຜູ້ປະກາດພຣະທັມແຕ່ເຊັ່ນບູຮານກັບເປັນຄືນມາອີກ” 9 ເຮໂຣດຈຶ່ງກ່າວວ່າ, “ໂຢຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ” ແລ້ວເຮໂຣດໄດ້ຫາໂອກາດທີ່ຈະພົບພຣະອົງ 10 ເມື່ອອັຄສາວົກກັບຄືນມາແລ້ວ ເຂົາກໍທູນພຣະອົງເຖິງບັນດາການທີ່ເຂົາໄດ້ເຮັດນັ້ນ ແລະພຣະອົງຊົງພາເຂົາແຕ່ຫມູ່ດຽວອອກໄປເຖິງເມືອງນຶ່ງ ຊື່ເບັດຊາອີດາ 11 ແຕ່ເມື່ອປະຊາຊົນຮູ້ຈັກ ເຂົາກໍຕາມໄປຫາພຣະອົງ ສ່ວນພຣະອົງກໍຊົງຕ້ອນຣັບເຂົາ ແລະຊົງບອກເຂົາເຖິງຣາຊແຜ່ນດິນຂອງພຣະເຈົ້າ ແລະທຸກຄົນທີ່ຕ້ອງການຢາກດີພຍາດພຣະອົງກໍຊົງໂຜດໃຫ້ດີ 12 ຄັນຕາເວັນກຳລັງຈະຕົກ ພວກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ, “ຂໍໃຫ້ປະຊາຊົນເລີກໄປຕາມບ້ານໄຮ່ບ້ານນາໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊີ້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ” 13 ແຕ່ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ” ພວກສາວົກຈຶ່ງທູນວ່າ, “ພວກຂ້ານ້ອຍບໍ່ມີຫຍັງນອກຈາກເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງປວງນີ້” 14 ເພາະວ່າຄົນເຫລົ່ານັ້ນແຕ່ຜູ້ຊາຍມີປະມານຫ້າພັນຄົນ ແລ້ວພຣະອົງຊົງສັ່ງພວກສາວົກວ່າ, “ຈົ່ງໃຫ້ຄົນທັງປວງນັ່ງລົງເປັນຫມູ່ ຫມູ່ລະຫ້າສິບຄົນ” 15 ເຂົາກໍເຮັດຕາມ ຄືໄດ້ໃຫ້ຄົນທັງປວງນັ່ງລົງ 16 ເມື່ອພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າຂໍພຣະພອນ ແລະຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ຄົນທັງປວງ 17 ເຂົາກໍກິນອີ່ມທຸກຄົນ ສ່ວນຕອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງກະບຸງ 18 ຢູ່ມາເມື່ອພຣະອົງກຳລັງໄຫວ້ວອນຢູ່ໃນບ່ອນຕ່າງຫາກ ມີແຕ່ພວກສາວົກຢູ່ນຳພຣະອົງຊົງຖາມເຂົາວ່າ, “ປະຊາຊົນເວົ້າກັນວ່າເຮົາແມ່ນຜູ້ໃດ” 19 ພວກສາວົກທູນຕອບວ່າ, “ເຂົາວ່າແມ່ນໂຢຮັນບັບຕິສະໂຕ ລາງຄົນວ່າແມ່ນເອລີຢາ ແຕ່ຄົນອື່ນວ່າ ແມ່ນຜູ້ປະກາດພຣະທັມແຕ່ເຊັ່ນບູຮານກັບເປັນຄືນມາອີກ” 20 ແລ້ວພຣະອົງຊົງຖາມເຂົາວ່າ, “ຝ່າຍພວກທ່ານເດ ວ່າເຮົາແມ່ນຜູ້ໃດ” ເປໂຕທູນຕອບວ່າ, “ແມ່ນພຣະຄຣິດມາແຕ່ພຣະເຈົ້າ” 21 ພຣະອົງຈຶ່ງຊົງສັ່ງຫ້າມເຂົາຢ່າງແຂງແຮງ ບໍ່ໃຫ້ບອກຄວາມນີ້ແກ່ຜູ້ໃດ 22 ແລ້ວຊົງກ່າວວ່າ, “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ກັບພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມຈະບໍ່ຍອມຮັບທ່ານ ເຂົາຈະໄດ້ຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ຄືນມາອີກ” 23 ແລ້ວພຣະອົງຊົງກ່າວກັບເຂົາທັງຫລາຍວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽແລະຮັບແບກໄມ້ກາງແຂນຂອງຕົນທຸກວັນແລ້ວຕິດຕາມເຮົາມາ 24 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະມີຊີວິດພົ້ນ 25 ເຫດວ່າ ຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຈະເຣັດໃຫ້ຕົວເອງຈິບຫາຍຫລືເສັຽໄປ ຜູ້ນັ້ນຈະໄດ້ປໂຍດອັນໃດ 26 ດ້ວຍວ່າຖ້າຜູ້ໃດມີຄວາມລະອາຍເພາະເຮົາ ແລະເພາະຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມລະອາຍເພາະຜູ້ນັ້ນ ເມື່ອທ່ານມາດ້ວຍສະງ່າຣາສີຂອງຕົນ ຂອງພຣະບິດາ ແລະຂອງພວກເທວະດາບໍຣິສຸດ 27 ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີລາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງພຣະເຈົ້າ” 28 ພາຍຫລັງພຣະອົງຊົງກ່າວຄໍາເຫລົ່ານີ້ແລ້ວປະມານແປດວັນ ພຣະອົງໄດ້ຊົງພາເປໂຕ ໂຢຮັນ ແລະຢາໂກໂບຂຶ້ນໄປເທິງພູເພື່ອໄຫວ້ວອນ 29 ເມື່ອພຣະອົງກຳລັງຊົງໄຫວ້ວອນຢູ່ນັ້ນ ວັນນະພຣະພັກຂອງພຣະອົງກໍປ່ຽນໄປ ແລະເຄື່ອງທົງຂອງພຣະອົງກໍຂາວເຫລື້ອມ 30 ແລະເບິ່ງແມ໋, ມີສອງຄົນເຝົ້າສົນທະນາຢູ່ກັບພຣະອົງ ຄືໂມເຊ ແລະເອລີຢາ 31 ຜູ້ມາປາກົດດ້ວຍຣັສມີ ແລະກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳເຣັດໃນກຸງເຢຣູຊາເລັມ 32 ຝ່າຍເປໂຕກັບຫມູ່ຂອງຕົນກໍເຫງົານອນ ແລະເມື່ອຕາຂອງເຂົາສວ່າງຂຶ້ນແລ້ວ ເຂົາກໍໄດ້ເຫັນພຣະຣັສມີຂອງພຣະອົງ ແລະເຫັນສອງຄົນນັ້ນທີ່ຢືນຢູ່ກັບພຣະອົງ 33 ເມື່ອສອງຄົນນັ້ນກຳລັງຈາກພຣະອົງໄປ ເປໂຕໄດ້ທູນພຣະເຢຊູວ່າ, “ອາຈານເຈົ້າເອີຍ, ຊຶ່ງພວກຂ້ານ້ອຍຢູ່ທີ່ນີ້ກໍດີຢູ່ ໃຫ້ພວກຂ້ານ້ອຍພາກັນປຸກຕູບສາມຫລັງ ສຳລັບທ່ານຫລັງນຶ່ງ ສຳລັບໂມເຊຫລັງນຶ່ງ ແລະຫລັງນຶ່ງສຳລັບເອລີຢາ” ເປໂຕບໍ່ຮູ້ສຶກຕົວວ່າຕົນກຳລັງເວົ້າຫຍັງ 34 ເມື່ອເປໂຕຍັງກ່າວຄຳເຫລົ່ານີ້ຢູ່ ມີເມກມາປົກຫຸ້ມເຂົາໄວ້ ເມື່ອຢູ່ໃນເມກນັ້ນເຂົາກໍຢ້ານ 35 ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ,ເປັນບຸດຂອງເຮົາທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ” 36 ເມື່ອພຣະສຸຣະສຽງນັ້ນສງົບແລ້ວ ກໍມີແຕ່ພຣະເຢຊູຜູ້ດຽວຊົງສະຖິດຢູ່ຫັ້ນ ສ່ວນເຂົາທັງສາມກໍມິດຢູ່ ໃນຄາວນັ້ນເຂົາບໍ່ໄດ້ບອກເຫດການທີ່ເຂົາໄດ້ເຫັນນັ້ນຈັກຢ່າງໃຫ້ຜູ້ໃດຟັງ 37 ວັນຫນ້າມາ, ເມື່ອພຣະອົງສະເດັດພ້ອມກັບພວກສາວົກລົງມາຈາກພູແລ້ວ ປະຊາຊົນຈຳນວນຫລາຍໄດ້ມາພົບພຣະອົງ 38 ແລະດັ່ງນີ້ ມີຊາຍຄົນນຶ່ງໃນຫມູ່ປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້ານ້ອຍແດ່ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ 39 ເບິ່ງແມ໋, ມີຜີຮ້າຍກຸມຕົວເດັກນ້ອຍ ມັນກໍຮ້ອງຂຶ້ນທັນທີ ເຮັດໃຫ້ເດັກນ້ອຍຊັກດີ້ນ ນ້ຳລາຍຟູມປາກ ແລະໃຫ້ຕົວເດັກນ້ອຍຟົກຊ້ຳໄປ ແລ້ວອອກມາຈາກມັນບໍ່ໄດ້ງ່າຍ 40 ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສັຽ ແຕ່ເຂົາເຮັດບໍ່ໄດ້” 41 ພຣະເຢຊູຊົງຕອບວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເຮີຍ, ເຮົາຈະຕ້ອງຢູ່ກັບເຈົ້າທັງຫລາຍແລະອົດທົນກັບພວກເຈົ້າເຫິງປານໃດ ຈົ່ງພາລູກຂອງທ່ານມານີ້ສາ” 42 ເມື່ອເດັກນ້ອຍນັ້ນກຳລັງມາ ຜີໄດ້ເຮັດໃຫ້ມັນລົ້ມກີ້ງເກືອກໄປມາ ແຕ່ພຣະເຢຊູຊົງກ່າວຊຳຮະຜີຖ່ອຍຮ້າຍນັ້ນ ແລະຊົງເຮັດໃຫ້ເດັກນ້ອຍດີແລ້ວສົ່ງຄືນໃຫ້ພໍ່ມັນ 43 ແລະຄົນທັງປວງກໍງຶດປລາດໃນດ້ວຍອານຸພາບອັນໃຫຍ່ຂອງພຣະເຈົ້າ ແຕ່ເມື່ອເຂົາທັງຫລາຍຍັງປລາດໃຈຢູ່ດ້ວຍເຫດການທັງປວງທີ່ພຣະເຢຊູຊົງກະທຳນັ້ນ ພຣະອົງຈຶ່ງຊົງກ່າວກັບພວກສາວົກຂອງຕົນວ່າ, 44 ທ່ານທັງຫລາຍຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໃນຫູຂອງທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ” 45 ແຕ່ຖ້ອຍຄຳເຫລົ່ານັ້ນພວກສາວົກບໍ່ໄດ້ເຂົ້າໃຈ ເພາະຖືກຊົງບັງໄວ້ຈາກເຂົາ ເພື່ອເຂົາຈະບໍ່ສັງເກດຮູ້ໄດ້ ແລະເຂົາບໍ່ກ້າຖາມພຣະອົງເຖິງຄຳນັ້ນ 46 ແລ້ວໄດ້ເກີດການຖົກຖຽງກັນຂຶ້ນໃນລະຫວ່າງພວກສາວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່ 47 ຝ່າຍພຣະເຢຊູຊົງຊາບຄວາມຄຶດໃນໃຈຂອງເຂົາ ຈຶ່ງຊົງໃຫ້ເດັກນ້ອຍຄົນນຶ່ງມາຢືນຢູ່ໃກ້ພຣະອົງ 48 ແລ້ວຊົງກ່າວກັບເຂົາວ່າ, “ຖ້າຜູ້ໃດຈະຮັບເອົາເດັກນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ ແລະຜູ້ໃດຮັບເຮົາ ຜູ້ນັ້ນກໍຮັບພຣະອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານ ຜູ້ໃດເປັນນ້ອຍກວ່າຫມູ່ ຜູ້ນັ້ນແຫລະ, ເປັນຜູ້ໃຫຍ່” 49 ຝ່າຍໂຢຣັນທູນພຣະອົງວ່າ, “ອາຈານເຈົ້າເອີຍ, ພວກຂ້ານ້ອຍໄດ້ເຫັນຄົນຜູ້ນຶ່ງຂັບໄລ່ຜີອອກໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຽ ເພາະວ່າເຂົາບໍ່ຮ່ວມຕິດຕາມພຣະອົງກັບພວກຂ້ານ້ອຍ” 50 ພຣະເຢຊູຊົງຕອບໂຢຮັນວ່າ, “ຢ່າຫ້າມເທາະ ເພາະວ່າຜູ້ໃດບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ” ຊາວຊາມາເຣັຽບ້ານນຶ່ງບໍ່ຍອມຕ້ອນຮັບພຣະເຢຊູ 51 ຄັນຈວນເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນເມືອນັ້ນ ພຣະອົງຊົງຕັ້ງພຣະທັຍແນ້ວແນ່ຈະໄປສູ່ກຸງເຢຣູຊາເລັມ 52 ແລະພຣະອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະອົງ ເມື່ອຜູ້ຮັບໃຊ້ນັ້ນໄປແລ້ວ ເຂົາກໍເຂົ້າໄປໃນບ້ານນຶ່ງຂອງຊາວຊາມາເຣັຽ ເພື່ອຈັດແຈງໄວ້ສຳລັບພຣະອົງ 53 ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນຮັບພຣະອົງ ເພາະພຣະອົງຊົງຕັ້ງພຣະພັກຈະໄປສູ່ກຸງເຢຣູຊາເລັມ 54 ເມື່ອພວກສາວົກຂອງພຣະອົງຄື ຢາໂກໂບ ແລະໂຢຮັນໄດ້ເຫັນດັ່ງນັ້ນ ເຂົາຈຶ່ງທູນວ່າ, “ນາຍເອີຍ, ທ່ານປະສົງຢາກໃຫ້ຂ້ານ້ອຍບອກໃຫ້ໄຟລົງມາຈາກສວັນ ເພື່ອເຜົາຜານເຂົາເສັຽຫລື” 55 ແຕ່ພຣະອົງຊົງຫລຽວໄປຫ້າມປາມເຂົາທັງສອງ (ແລະຊົງກ່າວວ່າ, “ທ່ານບໍ່ຮູ້ວ່າທ່ານມີຈິດໃຈແນວໃດ ເພາະວ່າບຸດມະນຸດບໍ່ໄດ້ມາເພື່ອທຳລາຍຊີວິດມະນຸດ ແຕ່ມາເພື່ອໂຜດໃຫ້ເຂົາພົ້ນ”) 56 ແລະພຣະອົງໄດ້ສະເດັດພ້ອມກັບພວກສາວົກເຂົ້າໄປສູ່ບ້ານອື່ນ 57 ຂນະທີ່ພຣະອົງກຳລັງສະເດັດໄປຕາມທາງພ້ອມກັບພວກສາວົກ ມີຄົນນຶ່ງມາທູນວ່າ, “ທ່ານຈະໄປທີ່ໃດຂ້ານ້ອຍຈະຕິດຕາມທ່ານໄປທີ່ນັ້ນ” 58 ພຣະເຢຊູຊົງຕອບຜູ້ນັ້ນວ່າ, “ຫມາຈິກຈອກກໍມີຮູແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ” 59 ພຣະອົງຊົງກ່າວກັບຄົນນຶ່ງອີກວ່າ, “ຈົ່ງຕາມເຮົາມາ” ຄົນນັ້ນທູນຕອບວ່າ, “(ນາຍເອີຍ,) ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສັຽກ່ອນ” 60 ພຣະອົງຊົງຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ສ່ວນທ່ານ, ຈົ່ງໄປປະກາດຣາຊອານາຈັກຂອງພຣະເຈົ້າ” 61 ອີກຄົນນຶ່ງທູນວ່າ, “ນາຍເອີຍ, ຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ” 62 ພຣະເຢຊູຊົງຕອບຜູ້ນັ້ນວ່າ, “ຜູ້ໃດເອົາມືຈັບງ່ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມຄວນກັບຣາຊອານາຈັກຂອງພຣະເຈົ້າ” 101 ພາຍຫລັງເຫດການເຫລົ່ານັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງແຕ່ງຕັ້ງພວກອື່ນໄວ້ອີກເຈັດສິບ(ສອງ)ຄົນ ແລະຊົງໃຊ້ເຂົາອອກໄປລ່ວງຫນ້າພຣະອົງເປັນຫມູ່ລະສອງຄົນ ໃຫ້ເຂົາເຂົ້າໄປໃນທຸກເມືອງທຸກບ້ານບ່ອນພຣະອົງເອງຈວນຈະສະເດັດໄປນັ້ນ2 ພຣະອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້ ແຕ່ຄົນທຳງານມັນຫນ້ອຍຢູ່ ເພາະສັນນັ້ນພວກທ່ານຈົ່ງອ້ອນວອນຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ຈຳຄົນງານມາໃນການເກັບກ່ຽວຂອງຕົນເສັຽ 3 ຈົ່ງໄປເທາະ ແລະເບິ່ງແມ໋, ເຮົາໄດ້ໃຊ້ພວກທ່ານໄປເຫມືອນດັ່ງແກະນ້ອຍຢູ່ຖ້າມກາງຝູງຫມາໄນ 4 ຢ່າຖືກະເປົາເງິນ ຫລືຖືຖົງ ຫລືຖືເກີບໄປ ແລະຢ່າຄຳນັບຜູ້ໃດຕາມທາງ 5 ຖ້າຈະເຂົ້າໄປໃນເຮືອນຫລັງໃດ ຈົ່ງເວົ້າກ່ອນວ່າ “ຄວາມສງົບສຸກຈົ່ງມີແກ່ເຮືອນນີ້ເທີນ” 6 ຖ້າມີຄົນຊອບຄວາມສງົບສຸກຢູ່ໃນເຮືອນນັ້ນ ຄວາມສງົບສຸກຂອງທ່ານຈະສະຖິດຢູ່ໃນທີ່ນັ້ນ ຖ້າຫາກບໍ່ມີ ຄວາມສງົບຂອງທ່ານຈະກັບຄືນມາຫາທ່ານອີກ 7 ຈົ່ງອາໄສຢູ່ໃນເຮືອນນັ້ນ ກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ ຢ່າອອກຫນີຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ 8 ຖ້າທ່ານຈະເຂົ້າໄປໃນເມືອງໃດໆແລະເຂົາຕ້ອນຮັບທ່ານໄວ້ ຈົ່ງກິນຂອງທີ່ເຂົາຕັ້ງໃຫ້ 9 ຈົ່ງເຣັດໃຫ້ຄົນເຈັບປ່ວຍຢູ່ໃນເມືອງນັ້ນດີພຍາດ ແລະແຈ້ງແກ່ເຂົາວ່າ “ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ” 10 ຖ້າທ່ານຈະເຂົ້າໃນເມືອງໃດໆແລະເຂົາບໍ່ຕ້ອນຮັບທ່ານໄວ້ ຈົ່ງອອກໄປກາງຖນົນຂອງເມືອງນັ້ນໂດຍກ່າວວ່າ, 11 “ເຖິງແມ່ນວ່າຝຸ່ນດິນໃນເມືອງຂອງເຈົ້າທັງຫລາຍທີ່ຕິດຕີນຂອງພວກເຮົາ ເຮົາກໍຈະປັດອອກຕໍ່ສູ້ພວກເຈົ້າ ແຕ່ຈົ່ງເຂົ້າໃຈຂໍ້ນີ້ວ່າ ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ເຈົ້າທັງຫລາຍແລ້ວ” 12 ເຮົາບອກພວກທ່ານວ່າ ໂທດຂອງເມືອງໂຊໂດມໃນວັນນັ້ນຈະທົນງ່າຍກວ່າໂທດຂອງເມືອງນີ້” 13 “ວິບັດແກ່ເຈົ້າ ເມືອງໂຄຣາຊິນ ວິບັດແກ່ເຈົ້າ ເມືອງເບັດຊັຍດາ ເພາະຖ້າການອິດທິຣິດທີ່ໄດ້ກະທຳໃນຖ້າມກາງພວກເຈົ້ານັ້ນ ໄດ້ຖືກກະທຳໃນຖ້າມກາງເມືອງຕີເຣແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃນເກົ່າເອົາໃຈໃຫມ່ ນຸ່ງຫົ່ມຜ້າຫຍາບ ນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ 14 ແຕ່ໃນວັນພິພາກສາໂທດຂອງເມືອງຕີເຣແລະເມືອງຊີໂດນກໍຈະທົນງ່າຍກວ່າໂທດຂອງພວກເຈົ້າ 15 ຝ່າຍເຈົ້າ ເມືອງກາເປນາອູມເອີຍ, ເຈົ້າຈະຖືກຍົກຂຶ້ນພຽງຟ້າຫລື ແຕ່ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ 16 “ຜູ້ທີ່ຟັງທ່ານທັງຫລາຍກໍໄດ້ຟັງເຮົາ ຜູ້ທີ່ບໍ່ຍອມຮັບທ່ານທັງຫລາຍກໍບໍ່ຍອມຮັບເຮົາ ແລະຜູ້ທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບຜູ້ຊົງໃຊ້ເຮົາມາ” 17 ຝ່າຍພວກເຈັດສິບ(ສອງ)ຄົນນັ້ນໄດ້ກັບຄືນມາທູນວ່າ, “ນາຍເອີຍ, ເຖິງແມ່ນຜີຮ້າຍກໍຍອມຟັງຄວາມຂອງພວກຂ້ານ້ອຍ ເພາະເຫັນແກ່ນາມຊື່ຂອງທ່ານ” 18 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາໄດ້ເຫັນຊາຕານຕົກຈາກຟ້າເຫມືອນດັ່ງຟ້າແມບ 19 ແລະເບິ່ງແມ໋, ເຮົາໄດ້ໃຫ້ພວກທ່ານມີອຳນາດຢຽບງູແລະແມງງອດ ແລະໃຫ້ມີອຳນາດເຫນືອກຳລັງຂອງສັດຕຣູ ແລະບໍ່ມີສິ່ງໃດເຣັດອັນຕະຣາຍແກ່ພວກທ່ານໄດ້ 20 ແຕ່ວ່າທ່ານທັງຫລາຍຢ່າໄດ້ຍິນດີຢູ່ໃນສິ່ງນີ້ ຄືເພາະຜີທັງຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມຊື່ນຍິນດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສວັນແລ້ວ” 21 ໃນເວລາໂມງນັ້ນພຣະເຢຊູຊົງມີຄວາມຊື່ນຊົມຍິນດີດ້ວຍພຣະວິນຍານບໍຣິສຸດ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາ ຜູ້ເປັນເຈົ້າສວັນແລະແຜ່ນດິນໂລກ ຂ້າພຣະອົງສັຣເສີນພຣະອົງເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ຈາກຜູ້ມີປັນຍາແລະຜູ້ສລາດ ແຕ່ໄດ້ຊົງສະແດງໃຫ້ພວກເດັກນ້ອຍຮູ້ ຈ້າແດ່ພຣະບິດາ ພຣະອົງຊົງເຫັນຊອບດັ່ງນັ້ນ” 22 “ພຣະບິດາຂອງເຮົາໄດ້ຊົງມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີໃຜຮູ້ວ່າພຣະບຸດແມ່ນໃຜ ເວັ້ນໄວ້ແຕ່ພຣະບິດາ ແລະບໍ່ມີໃຜຮູ້ວ່າພຣະບິດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບຸດກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້” 23 ແລ້ວພຣະອົງຊົງຫລຽວຫລັງໄປຫາພວກສາວົກ ຊົງກ່າວແກ່ເຂົາໂດຍຈຳເພາະວ່າ, “ຕາທັງຫລາຍທີ່ໄດ້ເຫັນການຊຶ່ງພວກທ່ານໄດ້ເຫັນກໍເປັນສຸກ 24 ເພາະເຮົາບອກທ່ານທັງຫລາຍວ່າ ຜູ້ປະກາດພຣະທັມຫລາຍຄົນ ແລະກະສັດຫລາຍອົງປາຖນາເຫັນຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ ແລະປາຖນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ ແຕ່ເຂົາບໍ່ໄດ້ຍິນ” 25 ແລະເບິ່ງແມ໋, ມີທັມບັນດິດຄົນນຶ່ງຢືນຂຶ້ນ ທົດລອງພຣະອົງທູນຖາມວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈຶ່ງຈະໄດ້ຊີວິດອັນຕລອດໄປເປັນນິດ” 26 ພຣະອົງຊົງຕອບວ່າ, “ໃນພຣະບັນຍັດມີຄຳຂຽນໄວ້ຢ່າງໃດ ທ່ານໄດ້ອ່ານເຂົ້າໃຈຢ່າງໃດ” 27 ທ່ານທູນຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດກຳລັງ ແລະດ້ວຍສຸດຄວາມຄຶດຂອງເຈົ້າ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 28 ພຣະອົງຊົງຕອບທ່ານວ່າ, “ທ່ານຕອບຖືກແລ້ວ ຕໍ່ໄປຈົ່ງເຮັດຢ່າງນັ້ນແລ້ວທ່ານຈະໄດ້ຊີວິດ” 29 ແຕ່ຜູ້ນັ້ນປາຖນາຈະສະແດງວ່າຕົວເປັນຄົນສິນທັມ ຈຶ່ງທູນພຣະເຢຊູວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້ານ້ອຍ” 30 ພຣະເຢຊູຊົງຕອບວ່າ, “ມີຊາຍຄົນນຶ່ງລົງມາຈາກກຸງເຢຣູຊາເລັມຈະໄປເມືອງເຢຣີໂກ ແລະຕົກໃນມືພວກປຸ້ນ ພວກປຸ້ນນັ້ນໄດ້ແກ້ເອົາເຄື່ອງນຸ່ງຜູ້ນັ້ນໄປ ທັງທຸບຕີແລ້ວປະຖິ້ມໄວ້ເກືອບຕາຍ 31 ບັງເອີນມີປະໂຣຫິດຕົນນຶ່ງໄດ້ລົງໄປທາງນັ້ນ ເມື່ອເຫັນຄົນນັ້ນກໍເວັ້ນໄປຟາກອື່ນເສັຽ 32 ມີຄົນນຶ່ງໃນພວກເລວີກໍເຮັດເຫມືອນກັນ ເມື່ອມາເຖິງບ່ອນນັ້ນແລະເຫັນແລ້ວ ກໍເວັ້ນກາຍໄປຟາກອື່ນເສັຽ 33 ແຕ່ໄທຊາມາເຣັຽຄົນນຶ່ງໄດ້ເດີນທາງມາເຖິງຄົນນັ້ນ ຄັນເຫັນແລ້ວກໍມີໃຈເມດຕາ 34 ແລ້ວເຂົ້າໄປເອົາຜ້າພັນບາດໃຫ້ ແລະເອົານ້ຳມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈຶ່ງໂຈມຂຶ້ນຂີ່ສັດຂອງຕົນເອງພາໄປເຖິງໂຮງແຮມບ່ອນນຶ່ງ ແລ້ວເອົາໃຈໃສ່ບົວລະບັດເຂົາ 35 ເຖິງວັນຫນ້າມາທ່ານໄດ້ອອກເງິນສອງເດນາຣິອົນໃຫ້ເຈົ້າຂອງໂຮງແຮມ ບອກວ່າ, “ຈົ່ງເອົາໃຈໃສ່ບົວລະບັດຄົນນີ້ເນີ ຖ້າທ່ານຈ່າຍເກີນນີ້ໄປເທົ່າໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້” 36 ໃນສາມຄົນນີ້ທ່ານເຫັນວ່າຄົນໃດເປັນເພື່ອນບ້ານຂອງຄົນທີ່ຕົກໃນມືພວກປຸ້ນນັ້ນ” 37 ທັມບັນດິດຜູ້ນັ້ນທູນຕອບວ່າ, “ຄືຄົນທີ່ໄດ້ສະແດງຄວາມເມດຕາຕໍ່ຜູ້ນັ້ນແຫລະ” ແລ້ວພຣະເຢຊູຊົງບອກວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເຫມືອນກັນ” ຊົງຢ້ຽມຢາມມາທາກັບມາຣິອາ 38 ເມື່ອພຣະອົງກຳລັງສະເດັດໄປພ້ອມກັບພວກສາວົກ ພຣະອົງໄດ້ຊົງເຂົ້າໄປໃນບ້ານນຶ່ງ ມີຍິງຄົນນຶ່ງຊື່ ມາທາໄດ້ຕ້ອນຮັບພຣະອົງໄວ້ໃນເຮືອນຂອງຕົນ 39 ມາທາມີນ້ອງສາວຊື່ ມາຣິອາ ແລະມາຣິອາກໍມານັ່ງໃກ້ພຣະບາດຂອງພຣະຜູ້ເປັນເຈົ້າ ຟັງຖ້ອຍຄຳຂອງພຣະອົງ 40 ແຕ່ມາທາໄດ້ມົວເມົາຢູ່ໃນການປະຕິບັດຫລາຍຢ່າງຈຶ່ງມາທູນພຣະອົງວ່າ, “ນາຍເອີຍ, ທ່ານບໍ່ສົນໃຈຫລື ຊຶ່ງນ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍປະຕິບັດແຕ່ຜູ້ດຽວ ຂໍທ່ານບອກນ້ອງໃຫ້ມາຊ່ອຍຂ້ານ້ອຍແດ່” 41 ຝ່າຍອົງພຣະຜູ້ເປັນເຈົ້າຊົງຕອບວ່າ, “ມາທາ, ມາທາເອີຍ, ນາງຮ້ອນໃຈເປັນຫ່ວງກະວົນກະວາຍໃນຫລາຍສິ່ງແທ້ຫນໍ 42 ສິ່ງຊຶ່ງຕ້ອງການນັ້ນມີແຕ່ສິ່ງດຽວ ມາຣິອາໄດ້ເລືອກເອົາສ່ວນດີນັ້ນ ທີ່ຈະບໍ່ຍົກເອົາໄປຈາກນາງເສັຽ 111 ຢູ່ມາ ເມື່ອພຣະເຢຊູຊົງອ້ອນວອນຢູ່ໃນບ່ອນນຶ່ງ ພໍສິ້ນສຸດລົງສາວົກຂອງພຣະອົງຄົນນຶ່ງທູນວ່າ, “ນາຍເອີຍ, ຂໍສອນຂ້ານ້ອຍໃຫ້ອ້ອນວອນເຫມືອນໂຢຮັນໄດ້ສອນພວກສິດຂອງຕົນ”2 ພຣະອົງຊົງກ່າວກັບເຂົາວ່າ, “ເມື່ອພວກທ່ານອ້ອນວອນຈົ່ງກ່າວວ່າ, “ຂ້າແດ່ພຣະບິດາ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່ 3 ຂໍຊົງໂຜດປະທານອາຫານປະຈຳວັນ ໃຫ້ຂ້າພຣະອົງທັງຫລາຍທຸກໆວັນ 4 ຂໍຊົງໂຜດຍົກຜິດບາບຂອງຂ້າພຣະອົງທັງຫລາຍ ດ້ວຍວ່າຂ້າພຣະອົງຍົກຄວາມຜິດບາບຂອງທຸກຄົນທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ ຂໍຢ່າຊົງພາກຂ້າພຣະອົງທັງຫລາຍ ເຂົ້າໄປໃນການທົດລອງ” 5 ພຣະອົງຊົງກ່າວກັບເຂົາວ່າ, “ຜູ້ໃດໃນພວກທ່ານມີມິດສະຫາຍຄົນນຶ່ງ ແລະຈະໄປຫາມິດສະຫາຍນັ້ນໃນເວລາທ່ຽງຄືນເວົ້າວ່າ “ສະຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າຈີ່ຈັກສາມກ້ອນແດ່ 6 ເພາະເພື່ອນຄົນນຶ່ງຂອງຂ້ອຍເດີນທາງມາແຫວ່ຂ້ອຍ ແລະຂ້ອຍບໍ່ມີອັນໃດຈະສູ່ທ່ານກິນ” 7 ຝ່າຍມິດສະຫາຍທີ່ຢູ່ຂ້າງໃນຈະຕອບອອກມາວ່າ, “ຢ່າຮົບກວນເຮົາເທາະ ປະຕູກໍອັດແລ້ວ ພວກລູກຂອງເຮົາກໍນອນຢູ່ກັບເຮົາຫມົດແລ້ວ ເຮົາລຸກຂຶ້ນເອົາໃຫ້ເຈົ້າບໍ່ໄດ້” 8 ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກຂຶ້ນເອົາໃຫ້ສະຫາຍນັ້ນ ເພາະການເປັນສະຫາຍກັນກໍຕາມ ແຕ່ເພາະເຫັນແກ່ການດື້ຂໍຂອງສະຫາຍນັ້ນ ທ່ານກໍຈະລຸກຂຶ້ນເອົາໃຫ້ຕາມຄວາມຕ້ອງການ 9 ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຈົ່ງຫມັ່ນຂໍແລ້ວຈະຊົງປະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້ 10 ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກຫາກໍໄດ້ພົບ ແລະທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້ 11 ຜູ້ໃດໃນພວກທ່ານທີ່ເປັນພໍ່ ຖ້າລູກຂໍປາຈະບໍ່ເອົາງູຕ່າງປາໃຫ້ແກ່ລູກຕີ້ 12 ຖ້າຂໍໄຂ່ຈະບໍ່ໄດ້ເອົາແມງງອດໃຫ້ຕີ້ 13 ເຫດສັນນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຜູ້ຊົງສະຖິດຢູ່ໃນສວັນຈະຊົງປະທານພຣະວິນຍານບໍຣິສຸດແກ່ຜູ້ທີ່ຂໍຈາກພຣະອົງ” 14 ພຣະອົງກຳລັງຊົງຂັບໄລ່ຜີໃບ້ໂຕນຶ່ງອອກເສັຽ ແລະຢູ່ມາ, ເມື່ອຜີນັ້ນອອກແລ້ວຄົນໃບ້ກໍໄດ້ປາກ ແລະປະຊາຊົນກໍປລາດໃຈ 15 ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດເບເອນເຊບູນ ຄືນາຍຜີນັ້ນ” 16 ສ່ວນຄົນອື່ນໄດ້ທົດລອງຂໍນຳພຣະອົງໃຫ້ເຫັນຫມາຍສຳຄັນຈາກຟ້າສວັນ 17 ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວວ່າ, “ອານາຈັກໃດໆທີ່ແຕກແຍກກັນແລ້ວກໍຄົງຈິບຫາຍ ແລະເຮືອນທຸກຫລັງກໍລົ້ມທັບກັນລົງ 18 ແລະຖ້າຊາຕານແຕກແຍກກັນເອງ ອານາຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງໃດ ເພາະທ່ານທັງຫລາຍເວົ້າວ່າເຮົາຂັບໄລ່ຜີອອກໂດຍເບເອນເຊບູນ 19 ຖ້າເຮົາຂັບໄລ່ຜີອອກໂດຍເບເອນເຊບູນນັ້ນ ພວກລູກຫລານຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ 20 ແຕ່ຖ້າເຮົາຂັບໄລ່ຜີອອກດ້ວຍນີ້ວພຣະຫັດຂອງ ພຣະເຈົ້າ ດັ່ງນັ້ນຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ 21 ເມື່ອຄົນແຂງແຮງຖືອາວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ສິ່ງຂອງຂອງຕົນກໍຢູ່ໃນຄວາມປອດພັຍ 22 ແຕ່ເມື່ອມີຄົນແຂງແຮງກວ່າມາຕໍ່ສູ້ແລະຊະນະໄປ ຄົນນັ້ນຈະຍາດເອົາເຄື່ອງອາວຸດທີ່ຕົນໄວ້ວາງໃຈນັ້ນໄປເສັຽ ແລ້ວແບ່ງປັນສິ່ງຂອງທີ່ຍາດເອົາໄປນັ້ນ 23 ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ 24 “ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານເພື່ອສແວງຫາບ່ອນເຊົາເມື່ອຍ ແຕ່ເມື່ອບໍ່ພົບມັນຈຶ່ງເວົ້າວ່າ “ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ” 25 ເມື່ອນັ້ນມາເຖິງກໍເຫັນວ່າເຮືອນນັ້ນກວາດດີແລະຕົກແຕ່ງໄວ້ແລ້ວ 26 ເມື່ອນັ້ນມັນຈຶ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລ້ວກໍເຂົ້າໄປອາໄສຢູ່ທີ່ນັ້ນ ແລ້ວສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ” 27 ຢູ່ມາເມື່ອພຣະອົງຊົງກ່າວຄຳເຫລົ່ານັ້ນຢູ່ ມີຍິງຄົນນຶ່ງໃນຫມູ່ປະຊາຊົນຮ້ອງທູນພຣະອົງວ່າ, “ທ້ອງທີ່ປະຕິສົນທິທ່ານແລະຫົວນົມທີ່ທ່ານດູດນັ້ນກໍເປັນສຸກ” 28 ແຕ່ພຣະອົງຊົງຕອບວ່າ, “ຄົນທັງຫລາຍທີ່ຟັງພຣະທັມຂອງພຣະເຈົ້າ ແລະຖືກຮັກສາພຣະທັມນັ້ນກໍເປັນສຸກຫລາຍກວ່ານັ້ນອີກ” 29 ເມື່ອປະຊາຊົນໂຮມກັນຫນາແຫນ້ນຂຶ້ນ ພຣະອົງຊົງຕັ້ງຕົ້ນກ່າວວ່າ, “ສະໄຫມນີ້ເປັນສະໄຫມຄົນຊົ່ວທີ່ສແວງຫາຫມາຍສຳຄັນ ແລະຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາ 30 ດ້ວຍວ່າໂຢນາໄດ້ເປັນຫມາຍສຳຄັນແກ່ຊາວນີເນເວຢ່າງໃດ ບຸດມະນຸດກໍເປັນຫມາຍສໍາຄັນແກ່ຄົນສະໄຫມນີ້ຢ່າງນັ້ນ 31 ນາງກະສັດຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ ຊົງກ່າວໂທດໃສ່ເຂົາ ເພາະພຣະນາງນັ້ນໄດ້ສະເດັດມາແຕ່ທີ່ສຸດໂລກ ເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍຢູ່ທີ່ນີ້ 32 ໄທເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ ກ່າວໂທດໃສ່ເຂົາ ດ້ວຍວ່າໄທເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າໂຢນາກໍມີຢູ່ທີ່ນີ້ 33 “ບໍ່ຫ່ອນມີຜູ້ໃດ ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນບ່ອນລັບບັງ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຄົນທັງຫລາຍທີ່ເຂົ້າມາຈະເຫັນແສງສວ່າງໄດ້ 34 ຕາຂອງທ່ານເປັນດວງສວ່າງຂອງຮ່າງກາຍ ເມື່ອຕາຂອງທ່ານປົກກະຕິ ຣ່າງກາຍທຸກສ່ວນກໍສວ່າງໄປເຫມືອນກັນ ແຕ່ເມື່ອຕານັ້ນບໍ່ປົກກະຕິ ຮ່າງກາຍຂອງທ່ານກໍມືດໄປເຫມືອນກັນ 35 ເຫດສັນນັ້ນຈົ່ງລະວັງໃຫ້ດີຢ້ານວ່າຄວາມສວ່າງທີ່ມີຢູ່ໃນທ່ານນັ້ນມືດໄປ 36 ເຫດສັນນັ້ນຖ້າກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສວ່າງ ບໍ່ມີມືດຈັກບ່ອນກໍຈະສວ່າງທົ່ວໄປເຫມືອນດັ່ງເວລາແສງໂຄມສ່ອງມາໃຫ້ທ່ານ” 37 ເມື່ອພຣະອົງຍັງຊົງກ່າວຢູ່ ມີຟາຣີຊາຍຜູ້ນຶ່ງໄດ້ທູນເຊີນພຣະອົງໄປສເວີຍອາຫານທີ່ເຮືອນຂອງຕົນ ພຣະອົງຈຶ່ງສະເດັດເຂົ້າໄປແລະຊົງນັ່ງໂຕະ 38 ຝ່າຍຟາຣີຊາຍຜູ້ນັ້ນເມື່ອເຫັນວ່າພຣະອົງບໍ່ໄດ້ຊົງລ້າງຕາມພິທີກ່ອນສເວີຍກໍປລາດໃຈ 39 ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວກັບທ່ານວ່າ, “ເຈົ້າພວກຟາຣີຊາຍເອີຍ, ເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຂອງເຈົ້າເຕັມໄປດ້ວຍການລູ່ຊິງເອົາແລະຄວາມຊົ່ວຮ້າຍ 40 ໂອ ຄົນໂງ່ເອີຍ, ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນ ບໍ່ແມ່ນຫລື 41 ແຕ່ຈົ່ງໃຫ້ເຈົ້າບໍຣິຈາກໃຫ້ຕາມທີ່ມີຢູ່ຂ້າງໃນ ດັ່ງນີ້ສິ່ງສາຣະພັດກໍສະອາດແກ່ພວກເຈົ້າ 42 “ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍເອີຍ, ເພາະວ່າພວກເຈົ້າແບ່ງຜັກເສີມ ຜັກແພວ ແລະຜັກອື່ນທຸກຢ່າງເປັນສິບສ່ວນ ເອົານຶ່ງສ່ວນເປັນຂອງຖວາຍ ແຕ່ໄດ້ຫລີກເວັ້ນຄວາມຍຸດຕິທັມແລະຄວາມຮັກພຣະເຈົ້າ ແມ່ນສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ ໂດຍບໍ່ຕ້ອງລະເວັ້ນສິ່ງອື່ນນັ້ນ 43 ວິບັດແກ່ເຈົ້າ, ພວກຟາຣີຊາຍເອີຍ, ດ້ວຍພວກເຈົ້າຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາ ແລະຊອບໃຫ້ຄົນຄຳນັບໃນທີ່ປະຊຸມຊົນ 44 ວິບັດແກ່ພວກເຈົ້າ, ດ້ວຍວ່າພວກເຈົ້າເປັນເຫມືອນບ່ອນຝັງສົບທີ່ບໍ່ປາກົດເຫັນ ແລະຄົນທັງຫລາຍກໍທຽວຢຽບບ່ອນນັ້ນໂດຍບໍ່ຮູ້ວ່າມີຫຍັງ” 45 ທັມບັນດິດຄົນນຶ່ງທູນພຣະອົງວ່າ, “ອາຈານເອີຍ, ທີ່ທ່ານກ່າວຢ່າງນັ້ນທ່ານກໍປມາດພວກເຮົາເຫມືອນກັນ” 46 ພຣະອົງຊົງຕອບວ່າ, “ວິບັດຈະມີແກ່ເຈົ້າເຫມືອນກັນ ພວກທັມບັນດິດເອີຍ, ເພາະວ່າພວກເຈົ້າເອົາຂອງຫນັກທີ່ແບກຍາກມາວາງໃສ່ບ່າມະນຸດ ສ່ວນພວກເຈົ້າເອງ ແມ່ນແຕ່ນີ້ວມືດຽວກໍບໍ່ຈັບ 47 ວິບັດແກ່ພວກເຈົ້າ ເພາະພວກເຈົ້າໄດ້ສ້າງອຸບໂມງຂອງພວກຜູ້ປະກາດພຣະທັມ ຄືພວກນັ້ນແຫລະ, ທີ່ພວກບັນພະບຸຣຸດຂອງເຈົ້າເອງໄດ້ຂ້າເສັຽ 48 ດັ່ງນັ້ນພວກເຈົ້າເປັນພຍານແລະຍອມເຫັນດີໃນການເຣັດຂອງບັນພະບຸຣຸດຂອງເຈົ້າ ດ້ວຍວ່າເຂົາໄດ້ຂ້າພວກຜູ້ປະກາດພຣະທັມ ແລ້ວພວກເຈົ້າໄດ້ສ້າງອຸບໂມງໃຫ້ 49 ເຫດສັນນັ້ນພຣະປັນຍາຂອງພຣະເຈົ້າຈຶ່ງຊົງກ່າວວ່າ, “ເຮົາຈະໃຊ້ພວກຜູ້ປະກາດພຣະທັມແລະອັຄສາວົກໄປຫາເຂົາ ແລະເຂົາຈະຂ້າລາງຄົນ ແລະກົດຂີ່ຂົ່ມເຫັງລາງຄົນເສັຽ 50 ເພື່ອຄົນສະໄຫມນີ້ຈະໄດ້ຖືກແກ້ແຄ້ນຍ້ອນເລືອດຂອງບັນດາຜູ້ປະກາດພຣະທັມ ທີ່ໄຫລອອກຕັ້ງແຕ່ແຣກສ້າງໂລກ 51 ຄືຕັ້ງແຕ່ເລືອກຂອງອາເບນຈົນເຖິງເລືອດຂອງເຊຄາຣີຢາ ທີ່ຖືກຂ້າລະຫວ່າງແທ່ນບູຊາກັບພຣະວິຫານນັ້ນ ແມ່ນແລ້ວ, ເຮົາບອກເຈົ້າທັງຫລາຍວ່າຄົນສະໄຫມນີ້ຈະຕ້ອງຮັບຜິດຊອບໃນເລືອດນັ້ນ 52 ວິບັດແກ່ພວກເຈົ້າ, ທັມບັນດິດເອີຍ, ເພາະວ່າພວກເຈົ້າໄດ້ເອົາຂໍກະແຈແຫ່ງຄວາມຮູ້ໄປເສັຽ ພວກເຈົ້າເອງກໍບໍ່ເຂົ້າໄປ ແລະຄົນທີ່ກຳລັງເຂົ້າໄປນັ້ນພວກເຈົ້າກໍໄດ້ຂັດຂວາງໄວ້” 53 ເມື່ອພຣະອົງສະເດັດອອກຈາກທີ່ນັ້ນແລ້ວ ພວກນັກທັມແລະພວກຟາຣີຊາຍຕັ້ງຕົ້ນໂຈມຕີແລະຍົວະເຍົ້າພຣະອົງ ຫມາຍຈະໃຫ້ພຣະອົງກ່າວຫລາຍຢ່າງຕໍ່ໄປ 54 ໂດຍຫວັງຄອຍຈັບຜິດໃນຄຳໃດຄຳນຶ່ງທີ່ອອກມາຈາກພຣະໂອດຂອງພຣະອົງ 121 ໃນເວລານັ້ນປະຊາຊົນເຕົ້າໂຮມກັນເປັນຫມື່ນໆຈົນບຽດຢຽບກັນ ພຣະອົງຊົງຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງລະວັງຕົວກ່ຽວກັບເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມຫນ້າຊື່ໃຈຄົດຂອງເຂົາ2 ແຕ່ບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ ຫລືສິ່ງລັບທີ່ບໍ່ປາກົດໃຫ້ຮູ້ 3 ເຫດສັນນັ້ນສິ່ງນຶ່ງສິ່ງໃດທີ່ທ່ານເວົ້າໃນບ່ອນມືດ ກໍໄດ້ຍິນໃນບ່ອນແຈ້ງ ແລະສິ່ງທີ່ພວກທ່ານຊັບໃສ່ຫູໃນຫ້ອງສ່ວນຕົວ ຈະຕ້ອງປະກາດເທິງຫລັງຄາເຮືອນ 4 “ມິດສະຫາຍເອີຍ, ເຮົາບອກທ່ານທັງຫລາຍວ່າ ຢ່າຊູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລະພາຍຫລັງຈະເຮັດສິ່ງໃດບໍ່ໄດ້ອີກ 5 ແຕ່ເຮົາຈະເຕືອນໃຫ້ພວກທ່ານຮູ້ວ່າຄວນຢ້ານຜູ້ໃດ ຈົ່ງຢ້ານພຣະອົງຜູ້ຊົງຂ້າ ແລ້ວກໍຊົງຍັງມີອຳນາດທີ່ຈະຖິ້ມລົງໃນນະຮົກໄດ້ ແມ່ນແທ້, ເຮົາບອກພວກທ່ານວ່າ ຈົ່ງຢ້ານພຣະອົງນັ້ນແຫລະ 6 ນົກຈອກຫ້າໂຕເຂົາຂາຍສອງອັດ ບໍ່ແມ່ນຫລື ແລະນົກນັ້ນ ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍພຣະເນດຂອງພຣະເຈົ້າ 7 ເຖິງຜົມຂອງພວກທ່ານກໍຊົງນັບໄວ້ແລ້ວທຸກເສັ້ນ ເຫດສັນນັ້ນຢ່າຊູ່ຢ້ານ ພວກທ່ານກໍປະເສີດກວ່ານົກຈອກຫລາຍໂຕ 8 “ເຮົາບອກທ່ານທັງຫລາຍວ່າ ທຸກຄົນທີ່ຈະຮັບເຮົາຕໍ່ຫນ້າມະນຸດ ບຸດມະນຸດກໍຈະຮັບຜູ້ນັ້ນຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ 9 ແຕ່ຜູ້ໃດຈະປະຕິເສດເຮົາຕໍ່ຫນ້າມະນຸດ ຜູ້ນັ້ນຈະຖືກປະຕິເສດຕໍ່ຫນ້າພວກເທວະດາຂອງພຣະເຈົ້າ 10 ຜູ້ໃດທີ່ຈະກ່າວຄຳນຶ່ງຄຳໃດຕໍ່ສູ້ບຸດມະນຸດຈະຊົງໂຜດອະພັຍໃຫ້ແກ່ຜູ້ນັ້ນໄດ້ ແຕ່ຖ້າຜູ້ໃດຈະກ່າວຫມິ່ນປມາດຕໍ່ພຣະວິນຍານບໍຣິສຸດ ຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນບໍ່ໄດ້ 11 ເມື່ອເຂົາຈະພາພວກທ່ານໄປຕໍ່ຫນ້າທີ່ປະຊຸມໃນໂຮງທັມມະເທສນາ ຫລືຕໍ່ຫນ້າຜູ້ປົກຄອງແລະຜູ້ມີອຳນາດ ຢ່າຄຶດອຸກໃຈວ່າຈະແກ້ຕົວຢ່າງໃດ ຫລືຈະເວົ້າຢ່າງໃດ 12 ເພາະໃນໂມງນັ້ນພຣະວິນຍານບໍຣິສຸດຈະຊົງໂຜດສອນທ່ານວ່າຄວນຈະເວົ້າອັນໃດ” 13 ມີຄົນນຶ່ງໃນຫມູ່ປະຊາຊົນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຂໍທ່ານສັ່ງອ້າຍຂອງຂ້ານ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່” 14 ແຕ່ພຣະອົງຊົງຕອບວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຕຸລາການຫລືເປັນຜູ້ແບ່ງກໍຣະດົກໃຫ້ທ່ານ” 15 ແລ້ວພຣະອົງຊົງບອກເຂົາວ່າ, “ຈົ່ງລະວັງ ແລະຮັກສາໄວ້ຈາກການໂລບທຸກຢ່າງ ເພາະຊີວິດຂອງມະນຸດບໍ່ຂຶ້ນຢູ່ກັບເຂົ້າຂອງອັນບໍຣິສຸດທີ່ຕົນມີນັ້ນ” 16 ພຣະອົງຈຶ່ງຊົງບອກຄຳອຸປມາຂໍ້ນຶ່ງໃຫ້ເຂົາຟັງວ່າ, “ທີ່ດິນຂອງເສດຖີຄົນນຶ່ງໄດ້ເກີດຜົນບໍຣິບູນ 17 ເສດຖີຄົນນັ້ນຈຶ່ງຄຶດໃນໃຈວ່າ “ເຮົາຈະເຮັດແນວໃດຫນໍ ເພາະບໍ່ມີບ່ອນຈະເກັບຜົລປູກຂອງເຮົາໄວ້” 18 ທ່ານຈຶ່ງເວົ້າວ່າ “ເຮົາຈະເຮັດດັ່ງນີ້ ຄືຈະມ້າງເລົ້າທັງຫລາຍຂອງເຮົາເສັຽ ແລະຈະສ້າງຂຶ້ນໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບຮວມເຂົ້າກັບສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ 19 ແລ້ວເຮົາຈະເວົ້າແກ່ຈິດໃຈຂອງເຮົາວ່າ “ຈິດໃຈເອີຍ, ເຈົ້າມີເຂົ້າຂອງເກັບໄວ້ພໍຫລາຍປີ ຈົ່ງຢູ່ສະບາຍ ກິນແລະດື່ມດ້ວຍຄວາມປິຕິຍິນດີເທາະ” 20 ແຕ່ພຣະເຈົ້າຊົງກ່າວຕໍ່ຜູ້ນັ້ນວ່າ, “ໂອ ຄົນໂງ່ເອີຍ, ໃນຄືນວັນນີ້ເຂົາຈະເອີ້ນເອົາຈິດໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈງໄວ້ນັ້ນຈະຕົກເປັນຂອງໃຜ” 21 ຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນແລະບໍ່ຮັ່ງມີຕໍ່ພຣະເຈົ້າ ກໍເປັນຢ່າງນັ້ນແຫລະ” 22 ແລ້ວພຣະອົງຊົງກ່າວກັບພວກສາວົກວ່າ, “ດ້ວຍເຫດນັ້ນເຮົາບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າຈະກິນຫຍັງ ແລະເຖິງຮ່າງກາຍຂອງຕົນວ່າຈະນຸ່ງຫົ່ມຫຍັງ 23 ເພາະວ່າຊີວິດກໍລື່ນກວ່າອາຫານ ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມ 24 ຈົ່ງພິຈາຣະນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານ ບໍ່ໄດ້ກ່ຽວ ບໍ່ມີເລົ້າ ແລະບໍ່ມີບ່ອນເກັບຂອບໄວ້ ແຕ່ພຣະເຈົ້າຍັງຊົງລ້ຽງມັນໄວ້ ທ່ານທັງຫລາຍປະເສີດກວ່ານົກຫລາຍປານໃດ 25 ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍ ອາດຕໍ່ຊີວິດໃຫ້ຍາວອອກໄປຈັກສອກນຶ່ງໄດ້ຫລື 26 ເຫດສັນນັ້ນຖ້າສິ່ງເລັກນ້ອຍຍັງເຮັດບໍ່ໄດ້ ທ່ານຍັງກະວົນກະວາຍເຖິງສິ່ງອື່ນອີກເຣັດຫຍັງ 27 ຈົ່ງພິຈາຣະນາເບິ່ງດອກໄມ້ວ່າມັນປົ່ງຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ ມັນບໍ່ໄດ້ເຂັນຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະງ່າຣາສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກນຶ່ງ 28 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນ ຊຶ່ງເປັນຢູ່ວັນນີ້ແລະວັນຫນ້າຕ້ອງຖິ້ມໃສ່ເຕົາໄຟເສັຽ ໂອ ຄົນທີ່ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະຊົງຕົກແຕ່ງພວກທ່ານຫລາຍກວ່ານັ້ນເທົ່າໃດ 29 ທ່ານທັງຫລາຍຢ່າຊອກຫາວ່າຈະກິນຫຍັງ ຫລືຈະດື່ມຫຍັງ ແລະຢ່າກະວົນກະວາຍ 30 ເພາະຄົນນອກສາສນາທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແຕ່ພຣະບິດາຂອງພວກທ່ານຊົງຊາບແລ້ວວ່າທ່ານຕ້ອງການສິ່ງເຫລົ່ານີ້ 31 ແຕ່ຈົ່ງຊອກຫາຣາຊອານາຈັກຂອງພຣະອົງ ແລ້ວສິ່ງເຫລົ່ານີ້ຈະຊົງເພີ້ມເຕີມໃຫ້ 32 “ແກະຝູງນ້ອຍເອີຍ, ຢ່າຊູ່ຢ້ານ ເພາະພຣະບິດາຂອງພວກທ່ານຊົງຊອບພຣະທັຍຈະປະທານຣາຊອານາຈັກໃຫ້ແກ່ພວກທ່ານ 33 ຈົ່ງຂາຍສິ່ງຂອງທີ່ພວກທ່ານມີຢູ່ໃຫ້ເປັນທານ ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ຄືໃຫ້ມີຊັບສົມບັດໄວ້ໃນສວັນຊຶ່ງບໍ່ຮູ້ຫມົດ ທີ່ຂະໂມຍເຂົ້າໄປໃກ້ບໍ່ໄດ້ ແລະທີ່ມອດທຳລາຍບໍ່ໄດ້ 34 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນແຫລະ” 35 “ທ່ານທັງຫລາຍຈົ່ງຮັດແອວໄວ້ແລະໄຕ້ໂຄມຂອງທ່ານຢູ່ 36 ພວກທ່ານຈົ່ງເປັນເຫມືອນຄົນທີ່ຄອຍຮັບນາຍຂອງຕົນ ເມື່ອນາຍຈະກັບມາຈາກການແຕ່ງງານ ເພື່ອເວລານາຍມາເຄາະປະຕູແລ້ວ ເຂົາຈະໄຂໃຫ້ໂລດ 37 ພວກຂ້ອຍໃຊ້ທີ່ນາຍມາພົບເມື່ອກຳລັງຄອຍຖ້າຢູ່ກໍເປັນສຸກ ເຮົາບອກພວກທ່ານຕາມຄວາມຈິງວ່າ ນາຍນັ້ນຈະຮັດແອວໄວ້ແລະໃຫ້ພວກຂ້ອຍໃຊ້ນັ້ນນັ່ງໂຕະ ແລ້ວທ່ານຈະມາບົວລະບັດເຂົາ 38 ຖ້ານາຍມາຍາມສອງຫລືຍາມສາມໃນເວລາກາງຄືນ ແລະພົບຂ້ອຍໃຊ້ເຝົ້າຢູ່ຢ່າງນັ້ນ ເຂົາກໍເປັນສຸກ 39 ໃຫ້ທ່ານທັງຫລາຍເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້ 40 ທ່ານທັງຫລາຍກໍເຫມືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ຄຶດບໍ່ຝັນນັ້ນ ບຸດມະນຸດຈະສະເດັດມາ” 41 ຝ່າຍເປໂຕຈຶ່ງທູນພຣະອົງວ່າ, “ນາຍເອີຍ, ທ່ານໄດ້ບອກຄຳອຸປມານີ້ແກ່ພວກຂ້ານ້ອຍ ຫລືບອກແກ່ຄົນທັງປວງ” 42 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໃຜເປັນຜູ້ຈັດການທີ່ສັດຊື່ແລະສລາດ ຊຶ່ງນາຍໄດ້ຕັ້ງໃຫ້ເປັນໃຫ້ເປັນໃຫຍ່ເຫນືອຄົນໃຊ້ທັງຫລາຍຂອງຕົນ ເພື່ອແຈກອາຫານຕາມເວລາ 43 ເມື່ອນາຍມາພົບຂ້າໃຊ້ຜູ້ກຳລັງເຣັດຢ່າງນັ້ນຢູ່ມັນກໍເປັນສຸກ 44 ເຮົາບອກພວກທ່ານຕາມຄວາມຈິງວ່າ ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາເຂົ້າຂອງຂອງຕົນ 45 ແຕ່ຖ້າຜູ້ນັ້ນຄຶດວ່າ “ນາຍຂອງເຮົາຈະນານມາດອກ” ແລ້ວກໍຕັ້ງຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາໄປ 46 ນາຍຂອງຂ້ອຍໃຊ້ນັ້ນຈະມາໃນວັນທີ່ມັນບໍ່ລໍຄອຍ ແລະໃນໂມງທີ່ມັນບໍ່ຮູ້ ນາຍຈອຜ່າມັນໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນບໍ່ເຊື່ອຟັງ 47 ຂ້ອຍໃຊ້ທີ່ຮັກຈັກໃຈນາຍແຕ່ບໍ່ໄດ້ຈັດຕຽມຕົວໄວ້ແລະບໍ່ໄດ້ເຮັດຕາມໃຈນາຍ ຈະຕ້ອງຖືກຂ້ຽນຫລາຍບາດ 48 ແຕ່ຜູ້ທີ່ບໍ່ຮູ້ຈັກ ແລ້ວໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ແລະຜູ້ທີ່ໄດ້ຮັບຝາກໄວ້ຫລາຍເຂົາກໍຈະທວງເອົາຈາກຜູ້ນັ້ນຫລາຍ” 49 “ເຮົາໄດ້ເອົາໄຟນີ້ແຫລະ, ມາຄວ່າງໃສ່ແຜ່ນດິນໂລກ ແລະຖ້າໄຟນີ້ລຸກແລ້ວກໍສົມຄວນປາຖນາ 50 ເຮົາຈະຕ້ອງຮັບບັບຕິສະມາຢ່າງນຶ່ງ ເຮົາເປັນທຸກຫລາຍເທົ່າໃດຫນໍຈົນກວ່າການນັ້ນຈະສຳເຣັດ 51 ພວກທ່ານຄຶດວ່າເຮົາມາເພື່ອໃຫ້ເກີດຄວາມສງົບສຸກໃນໂລກຫລື ເຮົາບອກພວກທ່ານວ່າ ບໍ່ແມ່ນດອກ ແຕ່ຈະເຮັດໃຫ້ແຕກແຍກກັນ 52 ດ້ວຍວ່າຕັ້ງແຕ່ນີ້ຕໍ່ໄປ ຫ້າຄົນໃນເຮືອນດຽວຈະແຕກແຍກກັນ ຄືສາມຕໍ່ສອງແລະສອງຕໍ່ສາມ 53 ເຂົາຈະແຕກແຍກກັນ ຄືພໍ່ຈາກລູກຊາຍ ແລະລູກຊາຍຈາກພໍ່ ແມ່ຈາກລູກຍິງແລະລູກຍິງຈາກແມ່ ແມ່ຍ່າຈາກລູກໃພ້ ແລະລູກໃພ້ຈາກແມ່ຍ່າ” 54 ພຣະອົງຊົງກ່າວກັບປະຊາຊົນອີກວ່າ, “ເມື່ອທ່ານທັງຫລາຍເຫັນເມກເກີດຂຶ້ນໃນທິດຕາເວັນຕົກ ພວກທ່ານກໍເວົ້າທັນທີວ່າຈະມີລົມ ແລະຝົນຕົກ ແລ້ວກໍເປັນຢ່າງນັ້ນແທ້ 55 ເມື່ອພວກທ່ານເຫັນລົມພັດມາແຕ່ທິດໃຕ້ ພວກທ່ານເວົ້າວ່າຈະຮ້ອນເອົ້າ ແລ້ວກໍເປັນຢ່າງນັ້ນ 56 ໂອ ຄົນຫນ້າຊື່ໃຈຄົດເອີຍ, ເຈົ້າທັງຫລາຍຮູ້ຈັກສັງເກດຄວາມເປັນໄປຂອງແຜ່ນດິນແລະທ້ອງຟ້າ ແຕ່ເພາະເຫດໃດພວກເຈົ້າຈຶ່ງສັງເກດຄວາມເປັນໄປຂອງສະໄຫມນີ້ບໍ່ໄດ້ ຄວາມປອງດອງກັນກັບໂຈດຂອງຕົນ 57 ເຫດສັນໃດເຈົ້າທັງຫລາຍບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນສິ່ງຖືກຕ້ອງ 58 ເພາະວ່າເມື່ອເຈົ້າກັບໂຈດພາກັນໄປຫາຜູ້ປົກຄອງ ຈົ່ງພຍາຍາມຫາຊ່ອງທາງປອງດອງກັນ ເມື່ອຍັງຢູ່ກາງທາງ ຢ້ານວ່າໂຈດຈະລາກເຈົ້າເຂົ້າໄປຫາຕຸລາການ ແລະຕຸລາການຈະມອບເຈົ້າໃຫ້ແກ່ຜູ້ຄຸມແລ້ວຈະຂັງເຈົ້າໄວ້ໃນຄຸກ 59 ເຮົາບອກເຈົ້າວ່າ ເຈົ້າຈະອອກຈາກທີ່ນັ້ນບໍ່ໄດ້ກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບທຸກອັດ” 131 ໃນຂນະນັ້ນມີລາງຄົນຢູ່ທີ່ນັ້ນ ໄດ້ເລົ່າເຣື່ອງຊາວຄາລີເລທີ່ປີລາດໄດ້ຂ້າ ເອົາເລືອດຂອງເຂົາປົນກັບເຄື່ອງບູຊາທີ່ເຂົາກຳລັງຖວາຍນັ້ນໃຫ້ພຣະອົງຟັງ2 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຄຶດວ່າຊາວຄາລີເລຫມູ່ນັ້ນເປັນຄົນບາບລື່ນກວ່າຊາວຄາລີເລຫມູ່ອື່ນທັງຫມົດ ເພາະເຂົາໄດ້ຖືກຄວາມທຸກລຳບາກຢ່າງນັ້ນຫລື 3 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ 4 ຫລືສິບແປດຄົນນັ້ນຊຶ່ງປ້ອມໃນຊີໂລອາມໄດ້ເຈື່ອນທັບເຂົາຕາຍເສັຽນັ້ນ ທ່ານທັງຫລາຍຄຶດວ່າເຂົາເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາສັຍຢູ່ໃນກຸງເຢຣູຊາເລັມຫລື 5 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ” 6 ພຣະອົງຊົງກ່າວຄຳອຸປມາຕໍ່ໄປນີ້ວ່າ, “ຄົນຜູ້ນຶ່ງມີຕົ້ນເດື່ອເທດຕົ້ນນຶ່ງໃນສວນອະງຸ່ນຂອງຕົນ ເມື່ອມາຊອກຫາຫມາກເດື່ອໃນຕົນນັ້ນກໍບໍ່ພົບ 7 ທ່ານຈຶ່ງບອກກັບຄົນງານໃນສວນອະງຸ່ນນັ້ນວ່າ, “ເບິ່ງແມ໋, ເຮົາມາຊອກຫາຫມາກເດື່ອໃນຕົ້ນນີ້ໄດ້ສາມປີແລ້ວກໍບໍ່ພົບ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຣົກດິນລ້າໆເຣັດຫຍັງ” 8 ແຕ່ຄົນງານຕອບວ່າ, “ນາຍເອີຍ, ຂໍປະມັນໄວ້ປີນີ້ກ່ອນ ຈົນກວ່າຂ້ານ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່ 9 ຖ້າເມືອຫນ້າມັນເກີດຫມາກກໍດີຢູ່ ຖ້າບໍ່ເກີດຫມາກ ພາຍຫລັງທ່ານຈົ່ງປ້ຳມັນຖິ້ມເສັຽ” 10 ພຣະອົງຊົງສັ່ງສອນຢູ່ໃນໂຣງທັມມະເທສນາບ່ອນນຶ່ງໃນວັນສະບາໂຕ 11 ແລະເບິ່ງແມ໋, ມີຍິງຄົນນຶ່ງຊຶ່ງຜີເຂົ້າສິງຢູ່ເຮັດໃຫ້ອ່ອນແຮງໄດ້ສິບແປດປີມາແລ້ວ ເປັນຫລັງກົ່ງຢືນຊື່ບໍ່ໄດ້ 12 ເມື່ອພຣະເຢຊູຊົງເຫັນຈຶ່ງເອີ້ນນາງມາຊົງບອກວ່າ, “ນາງເອີຍ, ນາງໄດ້ພົ້ນຈາກພຍາດແລ້ວ” 13 ແລະພຣະອົງຊົງຢຽດພຣະຫັດວາງໃສ່ຍິງນັ້ນ ໃນທັນໃດນັ້ນຕົວຂອງນາງກໍຢຽດຊື່ ແລະນາງກໍສັຣເສີນພຣະເຈົ້າ 14 ແຕ່ນາຍໂຮງທັມກໍເຄືອງໃຈ ເພາະພຣະເຢຊູໄດ້ຊົງໂຜດໃຫ້ດີພຍາດໃນວັນສະບາໂຕ ຈຶ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຄວນຈະເຮັດການ ໃນຫົກວັນນີ້ຈົ່ງມາໃຫ້ດີພຍາດ ແຕ່ວ່າຢ່າໄດ້ມາໃນວັນສະບາໂຕ” 15 ແລ້ວອົງພຣະຜູ້ເປັນເຈົ້າຊົງຕອບນາຍໂຮງທັມ ໂດຍຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເຮີຍ, ພວກເຈົ້າບໍ່ໄດ້ແກ້ງົວ ຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະບາໂຕຫລື 16 ສ່ວນຍິງຄົນນີ້ເປັນລູກຫລານຂອງອັບຣາຮາມ ຊຶ່ງຊາຕານຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມຄວນຫລືທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະບາໂຕ” 17 ເມື່ອພຣະອົງຊົງກ່າວຄຳເຫລົ່ານີ້ແລ້ວ ບັນດາຄົນທີ່ຕໍ່ສູ້ພຣະອົງກໍມີຄວາມລະອາຍ ແລະປະຊາຊົນໄດ້ຊົມຊື່ນຍິນດີໃນກິຈການທັງປວງອັນຮຸ່ງເຮືອງທີ່ກຳລັງເກີດຂຶ້ນດ້ວຍພຣະອົງ 18 ພຣະອົງຊົງກ່າວອີກວ່າ, “ຣາຊອານາຈັກຂອງພຣະເຈົ້າເຫມືອນສິ່ງໃດ ແລະເຮົາຈະປຽບຣາຊອານາຈັກນັ້ນກັບສິ່ງໃດ 19 ກໍເຫມືອນແກ່ນຜັກກາດເມັດນຶ່ງ ທີ່ຄົນຜູ້ນຶ່ງເອົາໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກ ແລະນົກປ່າກໍມາເຮັດຄອນອາສັຍຢູ່ຕາມກິ່ງກ້ານມັນ” 20 ພຣະອົງຊົງກ່າວຕໍ່ອີກວ່າ, “ເຮົາຈະປຽບຣາຊອານາຈັກຂອງພຣະເຈົ້າກັບສິ່ງໃດ 21 ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ” 22 ພຣະອົງໄດ້ສະເດັດໄປຕາມບ້ານຕາມເມືອງຕ່າງໆ ຊົງສັ່ງສອນແລະເດີນທາງຕໍ່ໄປຍັງກຸງເຢຣູຊາເລັມ 23 ມີຄົນຜູ້ນຶ່ງທູນພຣະອົງວ່າ, “ນາຍເອີຍ, ຜູ້ທີ່ຈະພົ້ນນັ້ນມີແຕ່ຫນ້ອຍຄົນຫລື” ພຣະອົງຊົງຕອບເຂົາວ່າ, 24 “ຈົ່ງເອົາໃຈໃສ່ແຂ່ງກັນເຂົ້າທາງປະຕູຄັບແຄບ ເພາະເຮົາບອກທ່ານທັງຫລາຍວ່າ ຫລາຍຄົນຈະພຍາຍາມເຂົ້າໄປ ແຕ່ບໍ່ສາມາດເຂົ້າໄດ້ 25 ເມື່ອໃດເຈົ້າຂອງເຮືອນລຸກຂຶ້ນອັດປະຕູແລ້ວ ແລະທ່ານທັງຫລາຍຢືນຢູ່ຂ້າງນອກຕັ້ງຕົ້ນເຄາະປະຕູວ່າ “ນາຍເອີຍ, ຂໍໄຂໃຫ້ພວກຂ້ານ້ອຍແດ່ທ້ອນ” ເມື່ອນັ້ນເຈົ້າເຮືອນຈະຕອບພວກທ່ານວ່າ “ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ” 26 ຂນະນັ້ນພວກທ່ານຈະເວົ້າວ່າ “ພວກຂ້ານ້ອຍໄດ້ກິນໄດ້ດື່ມກັບທ່ານ ແລະທ່ານໄດ້ສັ່ງສອນຕາມຖນົນຫົນທາງບ້ານເມືອງຂອງພວກຂ້ານ້ອຍ” 27 ຝ່າຍເຈົ້າເຮືອນນັ້ນຈະເວົ້າວ່າ “ເຮົາບອກເຈົ້າທັງຫລາຍວ່າ ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ ສູເຈົ້າທັງຫມົດ ຜູ້ເຮັດການບໍ່ຊອບທັມເຮີຍ, ຈົ່ງຖອຍໄປຈາກເຮົາເສັຽ” 28 ເມື່ອທ່ານທັງຫລາຍຈະເຫັນອັບຣາຮາມ ອີຊາກ ແລະຢາໂຄບ ກັບບັນດາຜູ້ປະກາດພຣະທັມຢູ່ໃນຣາຊແຜ່ນດິນຂອງພຣະເຈົ້າ ແຕ່ຝ່າຍພວກເຈົ້າຖືກຊັດຖິ້ມອອກໄປພາຍນອກເສັຽ ທີ່ນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່ 29 ຈະມີຄົນມາຈາກທິດຕາເວັນອອກ ທິດຕາເວັນຕົກ ທິດເຫນືອ ທິດໃຕ້ ມານັ່ງຮ່ວມໂຕະໃນຣາຊແຜ່ນດິນຂອງພຣະເຈົ້າ 30 ແລະເບິ່ງແມ໋, ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ” 31 ໃນໂມງນັ້ນມີພວກຟາຣີຊາຍລາງຄົນມາທູນພຣະອົງວ່າ, “ໃຫ້ທ່ານອອກຫນີໄປຈາກທີ່ນີ້ເສັຽ ເພາະກະສັດເຮໂຣດຊົງຢາກປະຫານຊີວິດທ່ານເສັຽ” 32 ພຣະອົງຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກຈອກໂຕນັ້ນວ່າ “ເບິ່ງແມ໋, ມື້ນີ້ກັບມື້ອື່ນເຮົາກຳລັງຂັບໄລ່ຜີອອກແລະເຮັດໃຫ້ດີພຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳເຣັດ 33 ແຕ່ຢ່າງໃດກໍດີ, ເຮົາຈະຕ້ອງເດີນທາງໄປມື້ນີ້ ມື້ອື່ນ ແລະມື້ຮື ເພາະວ່າຜູ້ປະກາດພຣະທັມບໍ່ຫ່ອນຖືກຂ້າຢູ່ນອກກຸງເຢຣູຊາເລັມ 34 ໂອ ເຢຣູຊາເລັມ, ເຢຣູຊາເລັມເອີຍ, ເຈົ້າທີ່ໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ເຮົາປາຖນາຈັກເທື່ອແລ້ວຫນໍ ວ່າຈະຮວບຮວມລູກຂອງເຈົ້າໄວ້ ເຫມືອນດັ່ງແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າບໍ່ຍິນຍອມ 35 ເບິ່ງແມ໋, ເຮືອນຂອງເຈົ້າຈະຖືກປະຖິ້ມແລະຮ້າງເປົ່າ ເຮົາບອກພວກເຈົ້າວ່າ ເຈົ້າຈະບໍ່ເຫັນເຮົາອີກຈົນກວ່າເຈົ້າຈະອອກປາກກ່າວວ່າ “ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣີນ” 141 ເມື່ອພຣະອົງສະເດັດເຂົ້າໄປໃນເຮືອນຜູ້ໃຫຍ່ຜູ້ນຶ່ງຝ່າຍພວກຟາຣີຊາຍ ເພື່ອຮັບປະທານອາຫານໃນວັນສະບາໂຕ ເຂົາກໍຜົກເບິ່ງພຣະອົງຢູ່2 ແລະເບິ່ງແມ໋, ມີຊາຍຄົນນຶ່ງເປັນພຍາດທ້ອງມານຢູ່ຕໍ່ພຣະພັກພຣະອົງ 3 ພຣະເຢຊູຊົງຖາມພວກບັນດິດແລະພວກຟາຣີຊາຍວ່າ, “ຖ້າເຮົາໃຫ້ດີພຍາດໃນວັນສະບາໂຕ ຈະຜິດພຣະບັນຍັດຫລືບໍ່” 4 ເຂົາກໍມິດຢູ່ ພຣະອົງຈຶ່ງຊົງຮັບເອົາຄົນນັ້ນແລະເຣັດໃຫ້ດີພຍາດແລ້ວກໍປ່ອຍໄປ 5 ພຣະອົງຊົງກ່າວກັບເຂົາວ່າ, “ຖ້າຄົນໃດໃນພວກທ່ານມີລູກຫລືງົວຕົກນ້ຳສ້າງ ຈະບໍ່ຮີບດຶງອອກໃນວັນສະບາໂຕຫລື” 6 ແລະເຂົາບໍ່ສາມາດຈະຕອບພຣະອົງໃນເຣື່ອງນີ້ໄດ້ 7 ຝ່າຍພຣະອົງ, ເມື່ອຊົງເຫັນພວກທີ່ຮັບເຊີນມານັ້ນກຳລັງເລືອກເອົາບ່ອນນັ່ງອັນມີກຽດ ພຣະອົງຈຶ່ງຊົງກ່າວຄຳອຸປມາແກ່ເຂົາວ່າ, 8 “ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມຣົດ ຢ່າຊູ່ນັ່ງບ່ອນມີກຽດ ຢ້ານວ່າເຂົາໄດ້ເຊີນຜູ້ມີກຽດຫລາຍກວ່າທ່ານອີກ 9 ແລະເຈົ້າພາບທີ່ໄດ້ເຊີນທ່ານທັງສອງນັ້ນ ຈະມາເວົ້າກັບທ່ານວ່າ, “ບ່ອນນັ່ງຂອງທ່ານຈົ່ງໃຫ້ແກ່ຜູ້ນີ້” ແລ້ວທ່ານກໍຈະຍ້າຍໄປນັ່ງບ່ອນຕ່ຳທີ່ສຸດດ້ວຍຄວາມລະອາຍ 10 ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ເພື່ອວ່າເມື່ອທ່ານເຈົ້າພາບມາເວົ້າກັບທ່ານວ່າ “ສະຫາຍເອີຍ, ເຊີນຂຶ້ນໄປນັ່ງບ່ອນສູງກວ່າ” ແລ້ວທ່ານຈະໄດ້ກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະນຳກັນນັ້ນ 11 ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖອຍລົງຈະໄດ້ຮັບການຍົກຂຶ້ນ” 12 ແລ້ວພຣະອົງຊົງກ່າວກັບຜູ້ທີ່ເຊີນພຣະອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນນ້ອຍຫລືໃຫຍ່ກໍຕາມ ຢ່າເຊີນຈຳເພາະບັນດາມິດສະຫາຍ ຫລືອ້າຍນ້ອງຍາດພີ່ນ້ອງ ເພື່ອນບ້ານຜູ້ຮັ່ງມີ ຢ້ານວ່າເຂົາຈະເຊີນທ່ານອີກເປັນການຕອບແທນ 13 ແຕ່ເມື່ອທ່ານຈັດການກິນລ້ຽງຂຶ້ນ ຈົ່ງເຊີນຄົນຍາກຈົນ ຄົນພິການ ຄົນຂາເສັ້ງ ຄົນຕາບອດ 14 ແລ້ວທ່ານຈະເປັນສຸກ ເພາະວ່າເຂົາບໍ່ມີອັນໃດຈະຕອບແທນທ່ານ ດ້ວຍວ່າພຣະເຈົ້າຈະຊົງຕອບແທນທ່ານ ເມື່ອຄົນຊອບທັມເປັນຄືນມາຈາກຕາຍແລ້ວ” 15 ສ່ວນຄົນນຶ່ງທີ່ນັ່ງຮ່ວມໂຕະ, ເມື່ອໄດ້ຍິນດັ່ງນັ້ນຈຶ່ງທູນພຣະອົງວ່າ, “ຜູ້ທີ່ຈະຮັບປະທານອາຫານໃນແຜ່ນດິນຂອງພຣະເຈົ້າກໍເປັນສຸກ” 16 ພຣະອົງຊົງຕອບຜູ້ນັ້ນວ່າ, “ຍັງມີຄົນນຶ່ງຈັດງານກິນລ້ຽງໃຫຍ່ແລະໄດ້ເຊີນຫລາຍຄົນມາ 17 ເມື່ອໂມງກິນລ້ຽງເຖິງແລ້ວ ທ່ານໄດ້ໃຊ້ຂ້ອຍຂອງຕົນໄປບອກຜູ້ທີ່ຮັບເຊີນນັ້ນວ່າ “ເຊີນມາ, ຂ້ານ້ອຍເທີນ, ເພາະສິ່ງສາຣະພັດຕຽມພ້ອມຮຽບຮ້ອຍແລ້ວ” 18 ບັນດາຄົນເຫລົ່ານັ້ນກໍພາກັນຕັ້ງຕົ້ນແກ້ຕົວ ຜູ້ທຳອິດເວົ້າວ່າ ເຮົາໄດ້ຊື້ນາໄວ້ ເຮົາຈຳເປັນຕ້ອງໄປເບິ່ງນານັ້ນ ເຮົາຂໍນຳກ່ອນ” 19 ອີກຄົນນຶ່ງເວົ້າວ່າ “ເຮົາໄດ້ຊື້ງົວໄວ້ຫ້າຄູ່ແລະກຳລັງຈະໄປລອງເບິ່ງງົວນັ້ນ ເຮົາຂໍນຳກ່ອນ” 20 ສ່ວນຄົນນຶ່ງອີກເວົ້າວ່າ “ເຮົາໄດ້ແຕ່ງງານ ເພາະສັນນັ້ນເຮົາໄປບໍ່ໄດ້” 21 ຂ້ອຍໃຊ້ນັ້ນໄດ້ກັບມາເລົ່າເຣື່ອງນີ້ໃຫ້ນາຍຟັງ ເຈົ້າເຮືອນກໍໃຈຮ້າຍຫລາຍ ຈຶ່ງສັ່ງຂ້ອຍໃຊ້ນັ້ນວ່າ “ຈົ່ງຮີບອອກໄປຕາມຖນົນໃຫຍ່ຮ່ອມນ້ອຍໃນເມືອງ ແລະພາຄົນຍາກຈົນ ຄົນພິການ ຄົນຕາບອດ ແລະຄົນຂາເສັ້ງເຂົ້າມາທີ່ນີ້” 22 ແລ້ວຂ້ອຍໃຊ້ຈຶ່ງມາບອກວ່າ, “ນາຍເອີຍ, ອັນທີ່ທ່ານສັ່ງຂ້ານ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນຫວ້າງເປົ່າຢູ່” 23 ແລະນາຍໄດ້ບອກຂ້ອຍໃຊ້ນັ້ນວ່າ, “ຈົ່ງອອກໄປຕາມທາງຫລວງ ແລະທາງນ້ອຍນອກເມືອງ ນຳຕົວເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” 24 ເພາະເຮົາບອກທ່ານທັງຫລາຍວ່າ ໃນພວກຄົນທີ່ໄດ້ຮັບເຊີນໄວ້ນັ້ນ ບໍ່ມີຜູ້ໃດຈະໄດ້ຊິມເຄື່ອງກິນລ້ຽງຂອງເຮົາຈັກຄົນ” 25 ມີປະຊາຊົນຈຳນວນຫລວງຫລາຍໄດ້ໄປກັບພຣະອົງ ພຣະອົງຊົງຫລຽວຫລັງຊົງກ່າວກັບເຂົາວ່າ, 26 “ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່ ລູກເມັຽ ອ້າຍນ້ອງຊາຍຍິງ ກັບທັງຊີວິດຂອງຕົນເອງ ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້ 27 ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້ 28 ດ້ວຍວ່າໃນພວກທ່ານມີຜູ້ໃດ ເມື່ອຈະສ້າງປ້ອມຈະບໍ່ນັ່ງລົງຄິດຣາຄາເສັຽກ່ອນ ວ່າຈະມີພໍສ້າງໃຫ້ແລ້ວໄດ້ຫລືບໍ່ 29 ຢ້ານວ່າເມື່ອໄດ້ວາງຮາກລົງແລ້ວແລະເຮັດໃຫ້ສຳເຣັດບໍ່ໄດ້ ຄົນທັງປວງທີ່ເຫັນກໍຈະກ່າວເຍາະເຍີ້ຍວ່າ, 30 “ຄົນນີ້ຕັ້ງຕົ້ນກໍ່ແຕ່ເຮັດໃຫ້ສຳເຣັດບໍ່ໄດ້” 31 ຫລືມີກະສັດອົງໃດ ເມື່ອຈະຍົກກອງທັບໄປຕໍ່ສູ້ກັບກະສັດອົງອື່ນ ຈະບໍ່ໄດ້ນັ່ງຄຶດເບິ່ງກ່ອນວ່າ ທີ່ຕົນມີພົນທະຫານຫມື່ນນຶ່ງຈະສູ້ກັບຜູ້ທີ່ຍົກກອງທັບສອງຫມື່ນມາຮົບໄດ້ຫລືບໍ່ 32 ຖ້າສູ້ບໍ່ໄດ້ ເມື່ອຍັງຢູ່ຫ່າງກັນ ທ່ານຈະໃຊ້ທູດໄປຖາມເງື່ອນໄຂຂອງຄວາມສງົບ 33 ຢ່າງນັ້ນແຫລະ, ທຸກຄົນໃນພວກທ່ານທີ່ບໍ່ໄດ້ສລະສິ່ງສາຣະພັດທີ່ຕົນມີຢູ່ ຈະເປັນສິດຂອງເຮົາບໍ່ໄດ້” 34 “ເກືອເປັນຂອງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ ຈະເຣັດໃຫ້ກັບເຄັມອີກໄດ້ຢ່າງໃດ 35 ຈະໃຊ້ເປັນຝຸ່ນໃສ່ດິນກໍບໍ່ໄດ້ ຈະປະສົມກັບກອງຝຸ່ນສັດເພື່ອເຣັດຝຸ່ນກໍບໍ່ໄດ້ ເຂົາກໍເອົາໄປຖິ້ມເສັຽ ຜູ້ໃດມີຫູ ຈົ່ງຟັງເອົາເທີນ” 151 ຕໍ່ມາບັນດາຄົນເກັບພາສີແລະພວກນອກສິນທັມເຂົ້າມາໃກ້ເພື່ອຈະຟັງພຣະອົງ2 ຝ່າຍພວກຟາຣີຊາຍແລະພວກນັກທັມກໍຈົ່ມວ່າ, “ຜູ້ນີ້ຕ້ອນຮັບຄົນນອກສິນທັມແລະຢູ່ກິນຮ່ວມກັນກັບເຂົາ” 3 ພຣະອົງຈຶ່ງຊົງກ່າວຄຳອຸປມາຂໍ້ນີ້ໃຫ້ເຂົາຟັງວ່າ, 4 “ໃນພວກທ່ານມີຄົນໃດທີ່ມີແກະຮ້ອຍໂຕ ເມື່ອໂຕນຶ່ງເສັຽໄປ ທ່ານຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ເສັຽໄປນັ້ນຈົນກວ່າຈະໄດ້ພົບຫລື 5 ເມື່ອພົບແລ້ວທ່ານກໍຍົກຂຶ້ນໃສ່ບ່າແບກມາດ້ວຍຄວາມຊົມຊື່ນຍິນດີ 6 ເມື່ອມາເຖິງບ້ານແລ້ວ ທ່ານຈຶ່ງເຊີນບັນດາມິດສະຫາຍແລະເພື່ອນບ້ານຂອງຕົນ ໃຫ້ມາພ້ອມພຽງກັນ ແລ້ວຈຶ່ງກ່າວກັບເຂົາວ່າ “ຈົ່ງຊົມຊື່ນຍິນດີກັບເຮົາເທີນ ເພາະວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຽໄປແລ້ວນັ້ນ” 7 ດັ່ງນັ້ນແຫລະ, ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍິນດີໃນສວັນ ເພາະເຫັນແກ່ຄົນນອກສິນທັມຄົນດຽວທີ່ຖິ້ມໃຈເກົ່າເອົາໃຈໃຫມ່ ຫລາຍ ກວ່າຈະຍິນດີກັບຄົນສິນທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃຫມ່ ຄຳອຸປມາເຣື່ອງເງິນທີ່ເສັຽ 8 “ຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ເມື່ອເສັຽຫລຽນນຶ່ງຈະບໍ່ໄຕ້ໂຄມກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບຫລື 9 ເມື່ອພົບແລ້ວຈຶ່ງເອີ້ນພວກສະຫາຍແລະບັນດາເພື່ອນບ້ານຂອງຕົນມາພ້ອມພຽງກັນ ແລ້ວຈຶ່ງກ່າວແກ່ເຂົາວ່າ “ຈົ່ງມາຊື່ນຊົມຍິນດີກັບເຮົາເທີນ ເພາະເຮົາໄດ້ພົບເງິນຫລຽນນຶ່ງຂອງເຮົາທີ່ເສັຽໄປແລ້ວນັ້ນ” 10 ດັ່ງນັ້ນແຫລະ, ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍີນດີໃນຖ້າມກາງພວກເທວະດາຂອງພຣະເຈົ້າ ເພາະເຫັນແກ່ຄົນນອກສິນທັມຄົນດຽວ ທີ່ຖິ້ມໃຈເກົ່າເອົາໃຈໃຫມ່” 11 ພຣະອົງຊົງກ່າວວ່າ, “ຜູ້ນຶ່ງມີລູກຊາຍສອງຄົນ 12 ຜູ້ນ້ອງເວົ້າກັບພໍ່ວ່າ, “ພໍ່ເອີຍ, ສ່ວນຊັບທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້ອຍເສັຽເທາະ” ແລ້ວພໍ່ຈຶ່ງໄດ້ແບ່ງຊັບໃຫ້ລູກທັງສອງຄົນ 13 ຕໍ່ມາບໍ່ຫລາຍວັນຜູ້ນ້ອງກໍໄດ້ຮວບຮວມເອົາຊັບທັງຫມົດ ແລ້ວອອກຫນີໄປທ່ຽວເມືອງໄກ ແລະໄດ້ຜານຊັບຂອງຕົນໃນທີ່ນັ້ນດ້ວຍການໂອ້ໂຖງ 14 ເມື່ອໄດ້ໃຊ້ຈ່າຍຊັບເຫລົ່ານັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ໃນເມືອງນັ້ນ ແລ້ວເຂົາກໍຕົກຢູ່ໃນຄວາມຂັດສົນ 15 ເຂົາຈຶ່ງໄປຂໍອາສັຍຢູ່ກັບຄົນຜູ້ນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ເຂົາໄປລ້ຽງຫມູທີ່ທົ່ງນາ 16 ເຂົາຄຶດຢາກກິນໃຫ້ອີ່ມທ້ອງດ້ວຍຝັກຖົ່ວທີ່ຫມູກິນ ແຕ່ບໍ່ມີໃຜເອົາໃຫ້ເຂົາກິນ 17 ເມື່ອເຂົາຮູ້ເມື່ອຄີງແລ້ວຈຶ່ງເວົ້າວ່າ “ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້ 18 ຈຳເປັນເຮົາຈະຕ້ອງລຸກກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຣັດຜິດຕໍ່ສວັນແລະຕໍ່ພໍ່ແລ້ວ 19 ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກຈ້າງຂອງພໍ່ຄົນນຶ່ງທ້ອນ” 20 ແລ້ວເຂົາກໍລຸກຂຶ້ນຄືນເມືອຫາພໍ່ຂອງຕົນ ແຕ່ເມື່ອເຂົາຍັງຢູ່ໄກ ພໍໄດ້ແລເຫັນເຂົາກໍມີຄວາມເມດຕາ ຈຶ່ງແລ່ນອອກໄປກອດຄໍຈູບເຂົາດ້ວຍຄວາມຮັກແພງ 21 ຝ່າຍລູກນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ, “ພໍ່ເອີຍ, ລູກໄດ້ເຣັດຜິດຕໍ່ສວັນແລະຕໍ່ພໍ່ແລ້ວ ບໍ່ສົມຄວນທີ່ຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ຕໍ່ໄປ” 22 ແຕ່ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ຂອງຕົນວ່າ, “ຈົ່ງຮີບເອົາເຄື່ອງນຸ່ງຢ່າງດີທີ່ສຸດອອກມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມືກັບເອົາເກີບມາສຸບໃສ່ຕີນ 23 ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງກັນເພື່ອຊື່ນຊົມຍິນດີ 24 ເພາະລູກຂອງເຮົາຄົນນີ້ຕາຍແລ້ວກໍໄດ້ຄືນມາ ເສັຽໄປແລ້ວກໍໄດ້ພົບກັນອີກ” ແລະເຂົາທັງຫລາຍກໍຕັ້ງຕົ້ນມີຄວາມຊົມຊື່ນຍິນດີ 25 “ຝ່າຍລູກຜູ້ກົກຍັງຢູ່ທີ່ທົ່ງນາ ເມື່ອກຳລັງມາໃກ້ຈະເຖິງເຮືອນແລ້ວ ເຂົາກໍໄດ້ຍິນສຽງເສບແລະການເຕັ້ນລຳ 26 ເຂົາຈຶ່ງເອີ້ນເອົາຄົນໃຊ້ຜູ້ນຶ່ງອອກມາຖາມວ່າ, “ນັ້ນແມ່ນການຫຍັງ” 27 ຄົນໃຊ້ຈຶ່ງບອກເຂົາວ່າ, “ນ້ອງຂອງທ່ານໄດ້ກັບມາແລ້ວແລະພໍ່ຂອງທ່ານໄດ້ຈັດງົວຫນຸ່ມໂຕອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມສວັດດີພາບ” 28 “ຝ່າຍຜູ້ອ້າຍກໍຄຽດເລີຍບໍ່ຍອມເຂົ້າມາເຮືອນ ທາງພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ 29 ແຕ່ເຂົາໄດ້ຕອບພໍ່ວ່າ, “ເບິ່ງເທາະພໍ່, ລູກໄດ້ປະຕິບັດພໍ່ເຫມືອນເປັນຂ້ອຍໃຊ້ໄດ້ຈັກປີມາແລ້ວ ໂດຍບໍ່ໄດ້ລະເມີດຕໍ່ຄຳສັ່ງຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດການລ້ຽງໃຫ້ມິດສະຫາຍຂອງລູກມາຮ່ວມຊົມຊື່ນຍິນດີນຳ 30 ແຕ່ເມື່ອລູກຂອງພໍ່ຜູ້ນີ້ ທີ່ເປັນຜູ້ຜານສົມບັດສິ່ງຂອງຂອງພໍ່ດ້ວຍການຄົບກັບພວກຍິງແມ່ຈ້າງນັ້ນໄດ້ມາແລ້ວ ພໍ່ກໍຍັງໄດ້ຂ້າງົວຫນຸ່ມໂຕອ້ວນພີຈັດການລ້ຽງມັນ” 31 ແຕ່ພໍ່ໄດ້ຕອບລູກນັ້ນວ່າ, “ລູກເອີຍ, ຝ່າຍເຈົ້າໄດ້ຢູ່ນຳພໍ່ເລື້ອຍສິ່ງຂອງທັງຫມົດຂອງພໍ່ກໍເປັນຂອງເຈົ້າ 32 ແຕ່ສົມຄວນທີ່ພໍ່ຕ້ອງມີຄວາມຊົມຊື່ນຍິນດີ ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ມັນໄດ້ກັບຄືນມາອີກ ມັນເສັຽແລ້ວ ແຕ່ຍັງໄດ້ພົບອີກ” 161 ພຣະອົງຊົງກ່າວກັບພວກສາວົກຂອງພຣະອົງວ່າ, “ຍັງມີເສດຖີທີ່ມີເຈົ້າພະນັກງານຄົນນຶ່ງ ແລະມີຄົນຟ້ອງຕໍ່ເສດຖີວ່າ ພະນັກງານຄົນນັ້ນໄດ້ຜານຊັບຂອງທ່ານເສັຽ2 ເສດຖີຈຶ່ງເອີ້ນພະນັກງານຄົນນັ້ນມາເວົ້າວ່າ “ເຣື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ ຈົ່ງຣາຍງານກ່ຽວກັບຫນ້າທີ່ຂອງເຈົ້າເສັຽ ເພາະເຈົ້າຈະເປັນພະນັກງານຕໍ່ໄປອີກບໍ່ໄດ້” 3 ເຈົ້າພະນັກງານນັ້ນຈຶ່ງຄຶດໃນໃຈວ່າ “ເຮົາຈະເຮັດແນວໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າທີ່ພະນັກງານ ແລ້ວເຮົາຈະຂຸດດິນກໍບໍ່ມີແຮງ ຈະຂໍທານກໍອາຍເຂົາ 4 ເຮົາຮູ້ແລ້ວວ່າຈະເຮັດຢ່າງໃດດີ ເພື່ອເວລາເຮົາຖືກຖອດຈາກຫນ້າທີ່ພະນັກງານແລ້ວ ເຂົາຈະຮັບເຮົາໄວ້ໃນເຮືອນຂອງເຂົາໄດ້” 5 ເຂົາຈຶ່ງເອີ້ນລູກຫນີ້ຂອງນາຍມາທຸກຄົນ ແລ້ວຖາມຜູ້ທຳອິດວ່າ “ເຈົ້າເປັນຫນີ້ນາຍຂອງເຮົາເທົ່າໃດ” 6 ຜູ້ນັ້ນກໍຕອບວ່າ, “ເປັນຫນີ້ນ້ຳມັນຮ້ອຍຖັງ” ເຈົ້າພະນັກງານນັ້ນຈຶ່ງບອກວ່າ, “ເອົາບັນຊີຂອງເຈົ້າ ນັ່ງລົງແລ້ວຈົດໃສ່ຫ້າສິບຖັງໄວໆເສັຽ” 7 ແລ້ວກໍຖາມອີກຄົນນຶ່ງວ່າ, “ເຈົ້າເດ, ເຈົ້າເປັນຫນີ້ເທົ່າໃດ” ຜູ້ນີ້ຕອບວ່າ, “ເປັນຫນີ້ເຂົ້າປຽກຮ້ອຍກຽນ” ເຈົ້າພະນັກງານຈຶ່ງບອກວ່າ, “ຈົ່ງເອົາບັນຊີຂອງເຈົ້າມາຈົດໃສ່ແປດສິບກຽນເສັຽ” 8 ແລ້ວເຈົ້ານາຍກໍສັຣເສີນເຈົ້າພະນັກງານຜູ້ບໍ່ສັດຊື່ວ່າ “ທ່ານໄດ້ເຮັດດ້ວຍຄວາມສລາດ ດ້ວຍວ່າຄົນຝ່າຍໂລກນີ້ໃນສະໄຫມຂອງເຂົາ ເຂົາໃຊ້ສະຕິປັນຍາສລາດກວ່າຄົນຝ່າຍຄວາມສວ່າງອີກ” 9 ຝ່າຍເຮົາ ເຮົາບອກທ່ານທັງຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະຫາຍດ້ວຍຊັບສົມບັດອັນບໍ່ຍຸດຕິທັມ ເພື່ອເວລາຊັບນັ້ນເສັຽໄປແລ້ວ ເຂົາຈະໄດ້ຕ້ອນຮັບພວກທ່ານໄວ້ໃນບ່ອນອາສັຍອັນຖາວອນເປັນນິດ 10 “ຄົນສັດຊື່ໃນຂອງເລັກນ້ອຍກໍສັດຊື່ໃນຂອງຫລາຍ ແລະຄົນທີ່ບໍ່ສັດຊື່ໃນຂອງເລັກນ້ອຍກໍບໍ່ສັດຊື່ໃນຂອງຫລາຍເຫມືອນກັນ 11 ເຫດສັນນັ້ນຖ້າພວກທ່ານບໍ່ໄດ້ສະແດງຕົວເປັນຄົນສັດຊື່ໃນຊັບສົມບັດອັນບໍ່ຍຸດຕິທັມ ໃຜຈະມອບຊັບສົມບັດອັນທ່ຽງແທ້ໃຫ້ພວກທ່ານ 12 ແລະຖ້າພວກທ່ານບໍ່ໄດ້ສະແດງຕົວເປັນຄົນສັດຊື່ໃນສິ່ງຂອງຄົນອື່ນ ໃຜຈະມາມອບສິ່ງຂອງຂອງທ່ານໃຫ້ແກ່ທ່ານ 13 ບໍ່ມີຜູ້ໃດສາມາດເປັນຂ້ອຍສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ ແລ້ວໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ ແລະປມາດນາຍຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້” 14 ຝ່າຍພວກຟາຣີຊາຍທີ່ມີໃຈຮັກຊັບ ເມື່ອໄດ້ຍິນຄຳເຫລົ່ານັ້ນແລ້ວກໍກ່າວເຍາະເຍີ້ຍພຣະອົງ 15 ແຕ່ພຣະອົງກ່າວຕໍ່ເຂົາວ່າ, “ທ່ານທັງຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່ຫນ້າມະນຸດ ແຕ່ພຣະເຈົ້າຊົງຊາບໃຈພວກທ່ານ ດ້ວຍວ່າຊຶ່ງທ່ານເປັນທີ່ນັບຫນ້າຖືຕາໃນຖ້າມກາງມະນຸດ ກໍເປັນທີ່ກຽດຊັງຈຳເພາະພຣະພັກພຣະເຈົ້າ 16 “ມີພຣະບັນຍັດແລະຜູ້ປະກາດພຣະທັມຈົນເຖິງສະໄຫມໂຢຮັນ ຕັ້ງແຕ່ນັ້ນມາ ເຂົາກໍປະກາດຂ່າວປະເສີດເຣື່ອງຣາຊແຜ່ນດິນຂອງພຣະເຈົ້າ ແລະຄົນທັງປວງກໍຍາດກັນເຂົ້າໃນຣາຊແຜ່ນດິນນັ້ນ 17 ຟ້າແລະດິນຈະລ່ວງໄປ ກໍງ່າຍກວ່າທີ່ພຣະບັນຍັດແຕ່ຈຸດດຽວຈະເປັນໂມຄະ” 18 “ທຸກຄົນທີ່ຢ່າຮ້າງເມັຽຂອງຕົນ ແລ້ວໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້ ແລະທຸກຄົນທີ່ເອົາຍິງແມ່ຮ້າງມາເປັນເມັຽກໍຜິດຖານຫລິ້ນຊູ້ເຫມືອນກັນ” 19 “ຍັງມີເສດຖີຄົນນຶ່ງນຸ່ງຫົ່ມເສື້ອສີມ່ວງອ່ອນແລະຜ້າປ່ານເນື້ອລະອຽດ ປິຕິຍິນດີດ້ວຍອາຫານການກິນຢ່າງປະນີດທຸກໆວັນ 20 ແລະມີຄົນຍາກຈົນຜູ້ນຶ່ງຊື່ ລາຊະໂຣເປັນບາດເຕັມຕົວ ທີ່ເຂົາຫາມມາຖິ້ມໄວ້ທີ່ປະຕູບ້ານເສດຖີ 21 ລາຊະໂຣຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນໃຫ້ອີ່ມ ແລະຫລາຍກວ່ານັ້ນຫມາກໍຍັງມາເລັຽບາດຂອງເຂົາ 22 ຢູ່ມາຄົນຍາກຈົນຜູ້ນັ້ນກໍຕາຍ ແລະຝູງເທວະດາໄດ້ຮັບເອົາໄປໄວ້ໃນເອິກຂອງອັບຣາຮາມ ຝ່າຍເສດຖີນັ້ນກໍຕາຍເຫມືອນກັນ ແລ້ວເຂົາກໍຝັງໄວ້ 23 ເມື່ອຢູ່ໃນແດນມໍຣະນາກໍເປັນທຸກເວທະນາຫລາຍ ເສດຖີນັ້ນຈຶ່ງເງີຍຕາຂຶ້ນເຫັນອັບຣາຮາມຢູ່ໄກ ແລະເຫັນລາຊະໂຣຢູ່ໃນເອິກຂອງທ່ານ 24 ແລ້ວເສດຖີຈຶ່ງຮ້ອງວ່າ, “ອັບຣາຮາມ ບິດາເອີຍ, ຂໍເອັນດູຂ້ານ້ອຍແດ່ທ້ອນ ຂໍຈົ່ງໃຊ້ລາຊະໂຣມາເພື່ອຈະໄດ້ເອົາປາຍນີ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້ານ້ອຍໃຫ້ຊຸ່ມເຢັນ ດ້ວຍວ່າຂ້ານ້ອຍກຳລັງທົນທຸກທໍຣະມານຢູ່ໃນແປວໄຟນີ້” 25 ແຕ່ອັບຣາຮາມຕອບວ່າ, “ລູກເອີຍ, ເຈົ້າຈົ່ງລະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບຂອງດີສຳລັບຕົວແລະລາຊະໂຣໄດ້ຮັບຂອງບໍ່ດີ ຢ່າງດຽວກັນນັ້ນແຫລະ, ບັດນີ້ລາຊະໂຣໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແລະເຈົ້າໄດ້ຮັບຄວາມທຸກທໍຣະມານ 26 ນອກນັ້ນອີກ, ລະຫວ່າງພວກເຮົາກັບພວກເຈົ້າຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ປາຖນາຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້ ຫລືບໍ່ໃຫ້ເຂົາຂ້າມຈາກທີ່ນັ້ນມາເຖິງພວກເຮົາ” 27 ເສດຖີນັ້ນຈຶ່ງເວົ້າວ່າ, “ບິດາເອີຍ, ຖ້າຢ່າງນັ້ນ ຂໍທ່ານໃຊ້ລາຊະໂຣໄປຍັງເຮືອນພໍ່ຂອງຂ້ານ້ອຍ 28 ເພາະວ່າຂ້ານ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາຊະໂຣໄປຕັກເຕືອນເຂົາ ເພາະຢ້ານວ່າເຂົາຈະເຂົ້າມາໃນບ່ອນທໍຣະມານນີ້ເຫມືອນກັນ” 29 ແຕ່ອັບຣາຮາມຕອບວ່າ, “ເຂົາມີໂມເຊ ແລະພວກຜູ້ປະກາດພຣະທັມແລ້ວ ໃຫ້ເຂົາຟັງຄົນເຫລົ່ານັ້ນສາ” 30 ເສດຖີຈຶ່ງຕອບວ່າ, “ອັບຣາຮາມ ບິດາເອີຍ, ບໍ່ແມ່ນຢ່າງນັ້ນດອກ ແຕ່ຖ້າຄົນນຶ່ງຈາກຫມູ່ຄົນຕາຍໄປຫາເຂົາ ເຂົາຄົງຈະຖິ້ມໃຈເກົ່າເອົາໃຈໃຫມ່” 31 ອັບຣາຮາມຈຶ່ງຕອບວ່າ, “ຖ້າເຂົາບໍ່ຟັງໂມເຊ ແລະພວກຜູ້ປະກາດພຣະທັມ ເຖິງຈະມີຄົນນຶ່ງຄືນມາຈາກຕາຍ ເຂົາກໍຈະບໍ່ຍອມເຊື່ອເຫມືອນກັນ” 171 ພຣະອົງຊົງກ່າວກັບພວກສາວົກຂອງພຣະອົງວ່າ, “ຈຳເປັນຕ້ອງມີເຫດໃຫ້ເກີດການຫລົງຜິດນັ້ນ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ2 ຖ້າຈະເອົາຫີນໂມ້ກ້ອນໃຫຍ່ຜູກຄໍຄົນນັ້ນຈົມນ້ຳທະເລເສັຽ ກໍດີກວ່າທີ່ຈະເຮັດໃຫ້ຄົນນຶ່ງໃນຫມູ່ເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ 3 ຈົ່ງລະວັງໃຫ້ດີ “ຖ້າພີ່ນ້ອງເຮັດຜິດບາບ ຈົ່ງຕິຕຽນເຂົາ ຖ້າເຂົາຫລົບຕັ້ງໃຈໃຫມ່ ຈົ່ງຍົກໂທດໃຫ້ເຂົາ 4 ຖ້າແມ່ນເຂົາເຣັດຜິດຕໍ່ທ່ານວັນລະເຈັດເທື່ອ ແລະກັບມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ, “ເຮົາກິນແຫນງຕັ້ງໃຈໃຫມ່ແລ້ວ” ຈົ່ງຍົກໂທດໃຫ້ເຂົາ” 5 ຝ່າຍອັຄສາວົກໄດ້ທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍໂຜດຕື່ມໃຫ້ພວກຂ້ານ້ອຍມີຄວາມເຊື່ອຫລາຍກວ່າອີກ” 6 ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ແກ່ນເມັດຜັກກາດເມັດນຶ່ງ ທ່ານຈະບອກກົກມອນກົກນີ້ໄດ້ວ່າ “ຈົ່ງຖອນຂຶ້ນອອກໄປປັກຢູ່ໃນທະເລ” ມັນກໍຈະຟັງຄວາມທ່ານ 7 ໃນພວກທ່ານທີ່ມີຂ້ອຍໃຊ້ໄຖນາຫລືລ້ຽງແກະ ເມື່ອຂ້ອຍໃຊ້ນັ້ນກັບມາແຕ່ທົ່ງ ໃຜຈະກ່າວແກ່ຂ້ອຍໃຊ້ນັ້ນວ່າ, “ຈົ່ງເຂົ້າມານັ່ງໂຕະໂລດ” 8 ຈະບໍ່ບອກຂ້ອຍໃຊ້ນັ້ນຫລືວ່າ “ຈົ່ງຈັດແຈງໃຫ້ເຮົາກິນແລງແລະຄາດແອວໄວ້ປະຕິບັດເຮົາ ຈົນເຖິງເຮົາກິນແລະດື່ມອີ່ມແລ້ວ ແລະພາຍຫລັງເຈົ້າຈຶ່ງຄອຍກິນແລະດື່ມ” 9 ນາຍບໍ່ຕ້ອງຂອບໃຈຕໍ່ຂ້ອຍໃຊ້ນັ້ນດອກຕີ້ ເພາະມັນໄດ້ເຮັດຕາມຄຳສັ່ງ 10 ສຳລັບພວກທ່ານກໍເຫມືອນກັນນັ້ນແຫລະ, ຄືເມື່ອພວກທ່ານໄດ້ເຮັດຕາມທຸກສິ່ງທີ່ຊົງສັ່ງໄວ້ນັ້ນ ພວກທ່ານຈົ່ງເວົ້າວ່າ “ພວກຂ້ານ້ອຍເປັນຂ້ອຍໃຊ້ທີ່ບໍ່ມີປໂຍດ ພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມຫນ້າທີ່ຂອງພວກຂ້ານ້ອຍເທົ່ານັ້ນ” 11 ເມື່ອພຣະອົງກຳລັງສະເດັດຂຶ້ນເມືອກຸງເຢຣູຊາເລັມ ພຣະອົງໄດ້ສະເດັດຜ່ານແຂວງຊາມາເຣັຽແລະແຂວງຄາລີເລ 12 ເມື່ອພຣະອົງສະເດັດເຂົ້າໄປໃນບ້ານນຶ່ງ ມີຊາຍຂີ້ທູດສິບຄົນມາພົບພຣະອົງຢືນຢູ່ແຕ່ໄກ 13 ເຂົາໄດ້ຮ້ອງຂຶ້ນວ່າ, “ເຢຊູ ຜູ້ເປັນອາຈານເຈົ້າເອີຍ, ຂໍເມດຕາພວກຂ້ານ້ອຍແດ່ທ້ອນ” 14 ເມື່ອພຣະອົງຊົງເຫັນແລ້ວຈຶ່ງກ່າວແກ່ເຂົາວ່າ, “ຈົ່ງໄປສະແດງຕົວຕໍ່ພວກປະໂຣຫິດ” ເມື່ອກຳລັງ ອອກຈາກບ່ອນນັ້ນໄປເຂົາກໍດີພຍາດແລ້ວ 15 ສ່ວນຄົນນຶ່ງໃນພວກນັ້ນ ເມື່ອເຫັນວ່າຕົວດີພຍາດແລ້ວ ກໍກັບມາກ່າວສັຣເສີນພຣະເຈົ້າດ້ວຍສຽງອັນດັງ 16 ແລະຂາບລົງທີ່ພຣະບາດຂອງພຣະເຢຊູ ໂມທະນາພຣະຄຸນຂອງພຣະອົງ ຄົນນັ້ນເປັນໄທຊາມາເຣັຽ 17 ພຣະເຢຊູຊົງຖາມຜູ້ນັ້ນວ່າ, “ມີສິບຄົນທີ່ດີສະອາດ ບໍ່ແມ່ນຫລື ແຕ່ເກົ້າຄົນນັ້ນຢູ່ໃສ 18 ບໍ່ເຫັນຜູ້ໃດກັບມາຖວາຍພຣະກຽດແດ່ພຣະເຈົ້າ ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້” 19 ແລ້ວພຣະອົງຊົງບອກຜູ້ນັ້ນວ່າ, “ຈົ່ງລຸກຂຶ້ນໄປເທີນ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີແລ້ວ” 20 ເມື່ອພວກຟາຣີຊາຍໄດ້ທູນຖາມພຣະອົງວ່າ, “ຣາຊອານາຈັກຂອງພຣະເຈົ້າຈະມາເຖິງເມື່ອໃດ” ພຣະອົງຊົງຕອບວ່າ, “ຣາຊອານາຈັກຂອງພຣະເຈົ້າບໍ່ມາປາກົດໃຫ້ເຫັນຢ່າງສັງເກດໄດ້ 21 ແລະເຂົາຈະບໍ່ເວົ້າວ່າ “ເບິ່ງແມ໋, ຢູ່ທີ່ນີ້ ຫລືຢູ່ທີ່ນັ້ນ” ເພາະເບິ່ງແມ໋, ຣາຊອານາຈັກຂອງພຣະເຈົ້າຢູ່ຖ້າມກາງທ່ານທັງຫລາຍ” 22 ພຣະອົງຊົງກ່າວກັບພວກສາວົກວ່າ, “ຄົງຈະມີເວລານຶ່ງ ທີ່ທ່ານທັງຫລາຍຈະປາຖນາເຫັນວັນຂອງບຸດມະນຸດຈັກວັນນຶ່ງ ແຕ່ຈະບໍ່ເຫັນ 23 ເຂົາຈະເວົ້າກັບທ່ານທັງຫລາຍວ່າ “ມາເບິ່ງນີ້ແມ໋” ຫລື “ໄປເບິ່ງພຸ້ນແມ໋” ແຕ່ຢ່າອອກໄປ ຢ່າຕິດຕາມເຂົາ 24 ດ້ວຍວ່າປຽບເຫມືອນຟ້າແມບ ເມື່ອແມບອອກຈາກຟ້າເບື້ອງນຶ່ງ ກໍສ່ອງສວ່າງໄປເຖິງອີກເບື້ອງນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ, ໃນວັນຂອງຕົນ 25 ກ່ອນນັ້ນຈຳເປັນທີ່ພຣະອົງຈະຕ້ອງທົນທຸກທໍຣະມານຫລາຍປະການ ແລະຄົນສະໄຫມນີ້ຈະບໍ່ຍອມຮັບພຣະອົງ 26 ເຫດການໃນສະໄຫມຂອງໂນອາເປັນມາແລ້ວຢ່າງໃດ ໃນສະໄຫມຂອງບຸດມະນຸດກໍຈະເປັນຢ່າງນັ້ນແຫລະ 27 ເຂົາໄດ້ກິນໄດ້ດື່ມ ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນນາວາ ແລະນ້ຳໄດ້ມາຖ້ວມລ້າງຜານໃຫ້ເຂົາຈິບຫາຍໄປຫມົດ 28 ໃນສະໄຫມຂອງໂລດກໍເຫມືອນກັນ ເຂົາໄດ້ກິນໄດ້ດື່ມ ໄດ້ຊື້ໄດ້ຂາຍ ໄດ້ປູກຝັງໄດ້ກໍ່ສ້າງ 29 ແຕ່ໃນວັນທີ່ໂລດໄດ້ອອກໄປຈາກເມືອງໂຊໂດມ ໄຟແລະມາດໄດ້ຕົກຈາກຟ້າມາເຜົາຜານໃຫ້ເຂົາຈິບຫາຍໄປຫມົດ 30 ໃນວັນທີ່ບຸດມະນຸດຈະມາປາກົດກໍຈະເປັນຢ່າງນັ້ນ 31 ໃນວັນນັ້ນຄົນທີ່ຢູ່ເທິງຫລັງຄາເຮືອນແລະມີສິ່ງຂອງຢູ່ໃນເຮືອນ ກໍຢ່າລົງມາເພື່ອເກັບເອົາສິ່ງຂອງເຫລົ່ານັ້ນ ແລະຄົນທີ່ຢູ່ທົ່ງນາກໍຢ່າຕ່າວຄືນມາເຫມືອນກັນ 32 ຈົ່ງລະນຶກເຖິງພັຣຍາຂອງໂລດເທີນ 33 ຜູ້ໃດພຍາຍາມຮັກສາຊີວິດສຳລັບຕົນເອງ ຜູ້ນັ້ນຈະເສັຽຊີວິດ ແຕ່ຜູ້ໃດຍອມເສັຽຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ພົ້ນ 34 ເຮົາບອກທ່ານທັງຫລາຍວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 35 ຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້” 36 ແລ້ວເຂົາຈຶ່ງທູນພຣະອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ນາຍເອີຍ” ພຣະອົງຊົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ” 181 ພຣະອົງຊົງກ່າວຄຳອຸປມາເຣື່ອງນຶ່ງໃຫ້ເຂົາຟັງ ເພື່ອສອນເຂົາວ່າຄວນໄຫວ້ວອນຢູ່ສເມີ ບໍ່ໃຫ້ອ່ອນກຳລັງໃຈ2 ພຣະອົງຊົງກ່າວວ່າ, “ໃນເມືອງນຶ່ງມີຕຸລາການຜູ້ນຶ່ງທີ່ບໍ່ຢໍາເກງພຣະເຈົ້າແລະບໍ່ນັບຖືມະນຸດ 3 ໃນເມືອງນັ້ນມີແມ່ຫມ້າຍຜູ້ນຶ່ງຫມັ່ນມາຫາຕຸລາການຜູ້ນັ້ນ ໂດຍເລົ່າວ່າ “ຂໍຕັດສິນດ້ວຍຍຸດຕິທັມ ໃຫ້ຂ້ານ້ອຍພົ້ນຈາກຄູ່ຄວາມຂອງຂ້ານ້ອຍແດ່ທ້ອນ” 4 ຝ່າຍຕຸລາການຜູ້ນັ້ນ, ເມື່ອຫົວທີກໍບໍ່ຍອມເຮັດຕາມ ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ “ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ນັບຖືມະນຸດກໍດີ 5 ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ ເຮົາຈະໃຫ້ຄວາມຍຸດຕິທັມແກ່ນາງ ຢ້ານວ່ານາງຈະມາຢູ່ເລື້ອຍ ເຣັດໃຫ້ເຮົາເສັຽກຳລັງໃຈ” 6 ແລ້ວອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງຟັງຄຳທີ່ຕຸລາການຜູ້ບໍ່ຍຸດຕິທັມຄົນນີ້ໄດ້ເວົ້າ 7 ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ຊົງເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນແລະກາງຄືນນັ້ນ ເຖິງແມ່ນວ່າພຣະອົງຈະຊົງຊ້ານານໃນການຂອງເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທັມແກ່ເຂົາຫລື 8 ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອຢູ່ໃນໂລກຫລື 9 ສຳລັບລາງຄົນທີ່ໄວ້ໃຈໃນຕົນເອງວ່າເປັນຄົນຊອບທັມ ແລະຫມິ່ນປມາດຄົນອື່ນນັ້ນ ພຣະອົງຊົງກ່າວຄຳອຸປມາຂໍ້ນີ້ວ່າ, 10 “ມີຊາຍສອງຄົນຂຶ້ນໄປໄຫວ້ວອນໃນບໍຣິເວນພຣະວິຫານ ຜູ້ນຶ່ງເປັນຝ່າຍຟາຣີຊາຍແລະຄົນນຶ່ງເປັນຄົນເກັບພາສີ 11 ຟາຣີຊາຍຄົນນັ້ນຢືນນຶກໃນໃຈຂອງຕົນໄຫວ້ວອນວ່າ, “ຂ້າແດ່ພຣະເຈົ້າ, ຂ້າພຣະອົງຂໍໂມທະນາຂອບພຣະຄຸນພຣະອົງ ທີ່ຂ້າພຣະອົງບໍ່ເຫມືອນຄົນອື່ນ ຊຶ່ງເປັນຄົນໂລບ ຄົນບໍ່ຍຸດຕິທັມ ຄົນຫລິ້ນຊູ້ສູ່ຜົວເມັຽ ແລະບໍ່ເຫມືອນຄົນເກັບພາສີຜູ້ນີ້ 12 ໃນລະຫວ່າງອາທິດນຶ່ງຂ້າພຣະອົງຖືສິນອົດອາຫານສອງເທື່ອ ຂອງທຸກສິ່ງທີ່ຂ້າພຣະອົງຫາມາໄດ້ ຂ້າພຣະອົງແບ່ງເປັນສິບສ່ວນ ຖວາຍນຶ່ງສ່ວນ” 13 ສ່ວນຄົນເກັບພາສີຜູ້ນັ້ນຢືນຢູ່ແຕ່ໄກ ບໍ່ຫານເງີຍຫນ້າເບິ່ງຟ້າ ແຕ່ຕີເອິກຂອງຕົນກ່າວວ່າ, “ຂ້າແດ່ພຣະເຈົ້າ ຂໍຊົງໂຜດພຣະເມດຕາແກ່ຂ້າພຣະອົງ ຜູ້ເປັນຄົນບາບແດ່ທ້ອນ” 14 ເຮົາບອກທ່ານທັງຫລາຍວ່າ ຄົນນີ້ແຫລະ, ເມື່ອກັບລົງໄປຍັງເຮືອນຂອງຕົນ ກໍຊົງນັບວ່າຊອບທັມຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອນລົງ ແຕ່ຜູ້ທີ່ໄດ້ຖ່ອມຕົວລົງຈະຖືກຍົກຂຶ້ນ” 15 ແລ້ວເຖິງແມ່ນພວກລູກອ່ອນນ້ອຍເຂົາກໍໄດ້ອູ້ມມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງຢຽດພຣະຫັດໃສ່ເຂົາ ແຕ່ເມື່ອພວກສາວົກເຫັນກໍຫ້າມໄວ້ 16 ແຕ່ພຣະເຢຊູຊົງເອີ້ນເຂົາມາຫາ ແລ້ວຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າຣາຊແຜ່ນດິນຂອງພຣະເຈົ້າເປັນຂອງຄົນທີ່ເຫມືອນເດັກນ້ອຍນີ້ແຫລະ 17 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ຮັບເອົາຣາຊແຜ່ນດິນຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນນັ້ນບໍ່ໄດ້ຈັກເທື່ອ” 18 ມີເຈົ້ານາຍຜູ້ນຶ່ງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະໄດ້ຮັບຊີວິດອັນຕລອດໄປເປັນນິດມາເປັນມໍຣະດົກ” 19 ພຣະເຢຊູຊົງຕອບວ່າ, “ເປັນຫຍັງທ່ານຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີໃຜປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ 20 ທ່ານຮູ້ຈັກຂໍ້ບັນຍັດແລ້ວຊຶ່ງວ່າ “ຢ່າມິດສາຈານຈາກຜົວເມັຽ ຢ່າຂ້າຄົນ ຢ່າລັກຊັບ ຢ່າເປັນພຍານບໍ່ຈິງ ຈົ່ງນັບຖືບິດາມານດາຂອງຕົນ” 21 ຄົນນັ້ນທູນຕອບວ່າ, “ຂໍ້ເຫລົ່ານີ້ຂ້ານ້ອຍໄດ້ຖືຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ” 22 ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນຈຶ່ງຊົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດສິ່ງນຶ່ງ ຄືຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ແຈກທານແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 23 ແຕ່ເມື່ອໄດ້ຍິນດັ່ງນັ້ນ, ຄົນນັ້ນກໍທຸກຫນັກໃຈຫລາຍ ເພາະວ່າຕົນເປັນຄົນຮັ່ງມີຫລາຍ 24 ເມື່ອພຣະເຢຊູຊົງເຫັນຄົນນັ້ນມີອາການດັ່ງກ່າວ ພຣະອົງຈຶ່ງຊົງກ່າວວ່າ, “ທີ່ຄົນຮັ່ງມີຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ 25 ເພາະວ່າໂຕໂອດໂອຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນຣາຊແຜ່ນດິນຂອງພຣະເຈົ້າ” 26 ຝ່າຍຄົນທັງຫລາຍທີ່ໄດ້ຍິນຈຶ່ງເວົ້າວ່າ, “ຖ້າດັ່ງນັ້ນໃຜຈະລອດພົ້ນໄດ້” 27 ແຕ່ພຣະອົງຊົງຕອບວ່າ, “ສິ່ງທີ່ມະນຸດເຮັດບໍ່ໄດ້ ຝ່າຍພຣະເຈົ້າຊົງເຮັດໄດ້” 28 ເປໂຕຈຶ່ງທູນວ່າ, “ເບິ່ງແມ໋, ຂ້ານ້ອຍທັງຫລາຍໄດ້ສລະຢ້າວເຮືອນຂອງພວກຂ້ານ້ອຍຕິດຕາມທ່ານມາ” 29 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດໄດ້ສລະຢ້າວເຮືອນ ເມັຽ ອ້າຍນ້ອງ ພໍ່ແມ່ ຫລືລູກເຕົ້າ ເພາະເຫັນແກ່ຣາຊແຜ່ນດິນຂອງພຣະເຈົ້າແລ້ວ 30 ໃນໂລກນີ້ຜູ້ນັ້ນຈະໄດ້ຮັບຕອບແທນຫລາຍທໍ່ ແລະໃນໂລກຫນ້າຈະໄດ້ຊີວິດອັນຕລອດໄປເປັນນິດ” 31 ພຣະອົງຊົງພາພວກສິບສອງຄົນໄປ ແລ້ວຊົງກ່າວແກ່ເຂົາວ່າ, “ເບິ່ງແມ໋, ພວກເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ແລະສິ່ງສາຣະພັດຊຶ່ງພວກຜູ້ປະກາດພຣະທັມໄດ້ຂຽນໄວ້ເຖິງບຸດມະນຸດຈະສຳເຣັດ 32 ດ້ວຍວ່າເຂົາຈະມອບບຸດມະນຸດໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານ ຈະກ່າວຄວາມຫຍາບຊ້າແລະຖົ່ມນ້ຳລາຍໃສ່ທ່ານ 33 ເຂົາຈະຂ້ຽນຕີແລະຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່” 34 ຝ່າຍພວກສາວົກບໍ່ໄດ້ເຂົ້າໃຈສິ່ງເຫລົ່ານັ້ນຈັກຂໍ້ ແລະຄຳນັ້ນກໍຖືກຊົງອັດບັງໄວ້ຈາກເຂົາ ແລະເຂົາຈຶ່ງບໍ່ຮູ້ເນື້ອຄວາມທີ່ຊົງກ່າວນັ້ນ 35 ເມື່ອພຣະອົງສະເດັດມາໃກ້ເມືອງເຢຣີໂກ ມີຄົນຕາບອດຜູ້ນຶ່ງນັ່ງຂໍທານຢູ່ແຄມທາງ 36 ເມື່ອຜູ້ນັ້ນໄດ້ຍິນສຽງປະຊາຊົນຍ່າງກາຍໄປ ກໍຖາມວ່າແມ່ນເຣື່ອງອັນໃດ 37 ເຂົາຈຶ່ງບອກວ່າ ແມ່ນເຢຊູໄທນາຊາເຣັດຜ່ານກາຍໄປ 38 ຄົນຕາບອດນັ້ນໄດ້ຮ້ອງຂຶ້ນວ່າ, “ເຢຊູບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 39 ຄົນທີ່ຍ່າງໄປກ່ອນຈຶ່ງຫ້າມໃຫ້ມິດຢູ່ ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນວ່າ, “ບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 40 ພຣະເຢຊູຊົງຢຸດຢູ່ສັ່ງເຂົາໃຫ້ພາກຄົນຕາບອດມາຫາພຣະອົງ ແລະເມື່ອເຂົ້າມາໃກ້ ພຣະອົງຊົງຖາມຜູ້ນັ້ນວ່າ, 41 “ເຈົ້າຢາກໃຫ້ເຮົາເຣັດຫຍັງໃຫ້ເຈົ້າ” ຜູ້ນັ້ນທູນຕອບວ່າ, “ທ່ານເອີຍ, ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ” 42 ພຣະເຢຊູຊົງກ່າວແກ່ຄົນຕາບອດນັ້ນວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກກະຕິແລ້ວ” 43 ໃນທັນໃດນັ້ນຜູ້ນັ້ນກໍໄດ້ເຫັນຮຸ່ງ ຈຶ່ງໄດ້ຕິດຕາມພຣະອົງໄປ ແລະຖວາຍສາທຸການແດ່ພຣະເຈົ້າ ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັຣເສີນພຣະເຈົ້າ 191 ຝ່າຍພຣະເຢຊູສະເດັດເຂົ້າໄປໃນເມືອງເຢຣີໂກ ແລະຊົງຜ່ານເມືອງນັ້ນໄປ2 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ ຊັກຂາຍ ເປັນນາຍດ່ານພາສີແລະເປັນຄົນຮັ່ງມີ 3 ຊັກຂາຍພຍາຍາມຈະໄດ້ເຫັນພຣະເຢຊູວ່າເປັນຄົນແນວໃດ ແຕ່ເຫັນບໍ່ໄດ້ເພາະຄົນຫນາແຫນ້ນ ດ້ວຍວ່າຕົນເປັນຄົນເຕັ້ຽ 4 ຊັກຂາຍຈຶ່ງແລ່ນລັດຫນ້າໄປຂຶ້ນຕົ້ນຊຸກະໂມຣເພື່ອຈະໄດ້ເຫັນພຣະອົງ ເພາະພຣະອົງກຳລັງຈະສະເດັດໄປທາງນັ້ນ 5 ເມື່ອພຣະເຢຊູສະເດັດມາເຖິງບ່ອນນັ້ນ ພຣະອົງຊົງແຫງນພຣະພັກເບິ່ງຊັກຂາຍ ຈຶ່ງຊົງກ່າວວ່າ, “ຊັກຂາຍເອີຍ, ຈົ່ງຮີບລົງມາ ເພາະວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງທ່ານ” 6 ຊັກຂາຍກໍຮີບລົງມາແລະຕ້ອນຮັບພຣະອົງດ້ວຍຄວາມຍິນດີ 7 ເມື່ອຄົນທັງປວງໄດ້ເຫັນດັ່ງນັ້ນກໍພາກັນຈົ່ມວ່າ, “ເປັນຫຍັງຫນໍ, ທ່ານຜູ້ນີ້ຈຶ່ງເຂົ້າໄປພັກຢູ່ກັບຄົນນອກສິນທັມ” 8 ສ່ວນຊັກຂາຍກໍຢືນຂຶ້ນທູນພຣະອົງວ່າ, “ເບິ່ງແມ໋ ນາຍເອີຍ, ເຂົ້າຂອງຂອງຂ້ານ້ອຍ ຂ້ານ້ອຍກໍຍອມສົ່ງຄືນໃຫ້ແກ່ຄົນຍາກຈົນເຄິ່ງນຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງເອົາຂອງຂອງຜູ້ໃດ ຂ້ານ້ອຍກໍຍອມສົ່ງຄືນໃຫ້ສີ່ທໍ່” 9 ພຣະເຢຊູຊົງກ່າວວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເຫມືອນກັນ 10 ດ້ວຍວ່າບຸດມະນຸດໄດ້ມາເພື່ອຈະຊອກຫາແລະໂຜດເອົາຜູ້ທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ” 11 ເມື່ອຄົນທັງປວງໄດ້ຍິນດັ່ງນັ້ນ ພຣະອົງຊົງກ່າວຄຳອຸປມາໃຫ້ເຂົາຟັງຕື່ມຂໍ້ນຶ່ງ ເພາະພຣະອົງສະເດັດມາໃກ້ກຸງເຢຣູຊາເລັມແລ້ວ ແລະເພາະເຂົາຄຶດວ່າຣາຊອານາຈັກຂອງພຣະເຈົ້າຈະປາກົດໃນໄວໆນັ້ນ 12 ເຫດສັນນັ້ນພຣະອົງຊົງກ່າວວ່າ, “ມີເຈົ້ານາຍຜູ້ນຶ່ງອອກໄປປະເທດໄກ ເພື່ອໄປຮັບເອົາຣາຊແຜ່ນດິນອັນນຶ່ງສຳລັບຕົນ ແລ້ວຈຶ່ງກັບຄືນມາ 13 ກ່ອນອອກໄປທ່ານໄດ້ເອີ້ນຂ້ອຍໃຊ້ຂອງຕົນສິບຄົນມາຫາ ແລ້ວມອບເງິນສິບມະນາໃຫ້ເຂົາແລະສັ່ງວ່າ “ຈົ່ງເອົາເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ” 14 ແຕ່ພົລເມືອງຊັງທ່ານຜູ້ນັ້ນຈຶ່ງໃຊ້ຄນະທູດຕາມໄປທູນວ່າ, “ເຮົາບໍ່ຢາກໃຫ້ທ່ານຜູ້ນີ້ປົກຄອງພວກເຮົາ” 15 ເມື່ອທ່ານໄດ້ຮັບອຳນາດຄອງແຜ່ນດິນກັບມາແລ້ວ ທ່ານຈຶ່ງເອີ້ນພວກຂ້ອຍໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາ ເພື່ອຈະໄດ້ຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄລຫລາຍນ້ອຍເທົ່າໃດ 16 ຜູ້ທີ່ນຶ່ງເຂົ້າມາທູນວ່າ, “ນາຍເອີຍ, ເງິນມະນານຶ່ງຂອງທ່ານໄດ້ກຳໄລສິບມະນາ” 17 ທ່ານຈຶ່ງກ່າວກັບຜູ້ນັ້ນວ່າ, “ດີແລ້ວ, ເຈົ້າເປັນຂ້ອຍໃຊ້ທີ່ດີ ເພາະເຈົ້າສັດຊື່ໃນຂອງເລັກນ້ອຍ ເຈົ້າຈຶ່ງມີອຳນາດປົກຄອງໄດ້ສິບຫົວເມືອງ” 18 ຜູ້ທີ່ສອງມາທູນວ່າ, “ນາຍເອີຍ, ເງິນມະນານຶ່ງຂອງທ່ານໄດ້ກຳໄລຫ້າຫົວເມືອງ” 19 ທ່ານໄດ້ເວົ້າກັບຜູ້ນັ້ນເຫມືອນກັນວ່າ, “ເຈົ້າຈົ່ງປົກຄອງໄດ້ຫ້າຫົວເມືອງ” 20 ອີກຄົນນຶ່ງມາທູນວ່າ, “ນາຍເອີຍ, ນີ້ແຫລະ, ເງິນມະນານຶ່ງຂອງທ່ານ ຂ້ານ້ອຍໄດ້ເອົາຜ້າຫໍ່ມ້ຽນໄວ້ 21 ເພາະຂ້ານ້ອຍຢ້ານທ່ານ ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາອັນທີ່ທ່ານບໍ່ວາງລົງ ແລະເຄີຍກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານ” 22 ທ່ານຈຶ່ງຕອບຜູ້ນັ້ນວ່າ, “ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຮົາຈະລົງໂທດດ້ວຍຄຳປາກຂອງໂຕເອງ ໂຕຮູ້ຫລືວ່າ ເຮົາເປັນຜູ້ເຄັ່ງຄັດ ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ວາງລົງ ແລະກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ 23 ແຕ່ເປັນເພາະດ້ວຍເຫດໃດໂຕຈຶ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະນາຄານ ແລະເມື່ອເຮົາກັບມາແລ້ວຈະໄດ້ຖອນເງິນຂອງເຮົາຄືນພ້ອມກັບດອກເບັ້ຽ” 24 ແລ້ວທ່ານໄດ້ສັ່ງຄົນທີ່ຢືນຢູ່ຫັ້ນວ່າ “ຈົ່ງຍົກເງິນມະນານຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ” 25 (ຄົນເຫລົ່ານັ້ນຕອບວ່າ, “ນາຍເອີຍ, ຜູ້ນັ້ນມີສິບມະນາແລ້ວ) 26 ເຮົາບອກທ່ານທັງຫລາຍວ່າ ທຸກຄົນທີ່ມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ຜູ້ນັ້ນອີກ ແຕ່ຜູ້ທີ່ບໍ່ມີເຖິງແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນ ຈະຊົງຍົກໄປຈາກຕົນເສັຽ 27 ຝ່າຍພວກສັດຕຣູຂອງເຮົາທີ່ບໍ່ຢາກໃຫ້ເຮົາປົກຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລະຂ້າເຂົາເສັຽຕໍ່ຫນ້າເຮົາ” 28 ເມື່ອຊົງກ່າວຄຳເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດໄປກ່ອນຫນ້າເຂົາ ຂຶ້ນເມືອກຸງເຢຣູຊາເລັມ 29 ເມື່ອພຣະອົງສະເດັດມາໃກ້ບ້ານເບັດຟາເຄແລະບ້ານເບັດທາເນັຽ ເຖິງພູທີ່ເອີ້ນວ່າພູຫມາກກອກເທດ ພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ 30 ໂດຍຊົງສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າ ເມື່ອເຂົ້າໄປເຖິງແລ້ວຈະພົບລໍນ້ອຍໂຕນຶ່ງຜູກຢູ່ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ ຈົ່ງແກ້ມັນຈູງມາທີ່ນີ້ 31 ຖ້າມີໃຜຖາມວ່າ “ແກ້ມັນເຮັດຫຍັງ” ຈົ່ງຕອບຢ່າງນີ້ວ່າ “ນາຍຕ້ອງການ” 32 ສາວົກທີ່ຖືກຮັບໃຊ້ໄປນັ້ນ ໄດ້ພົບເຫມືອນກັບພຣະອົງໄດ້ຊົງກ່າວແກ່ເຂົາແລ້ວ 33 ເມື່ອເຂົາກຳລັງແກ້ລໍນ້ອຍນັ້ນ ພວກເຈົ້າຂອງໄດ້ຖາມວ່າ, “ເປັນຫຍັງຈຶ່ງແກ້ລໍນັ້ນ” 34 ເຂົາຕອບວ່າ, “ນາຍຕ້ອງການ” 35 ແລ້ວເຂົາໄດ້ຈູງລໍນັ້ນມາເຖິງພຣະເຢຊູ ແລະເອົາເສື້ອຜ້າຂອງເຂົາປູຫລັງມັນ ຈຶ່ງອັນເຊີນພຣະອົງຂຶ້ນປະທັບ 36 ເມື່ອພຣະອົງກຳລັງສະເດັດໄປ ເຂົາໄດ້ເອົາເສື້ອຜ້າປູລົງຕາມຫົນທາງ 37 ເມື່ອພຣະອົງສະເດັດມາໃກ້ບ່ອນຈະລົງຈາກພູຫມາກກອກເທດ ພວກລູກສິດທັງຫມົດກໍຕັ້ງຕົ້ນຊົມຊື່ນຍິນດີສັຣເສີນພຣະເຈົ້າດ້ວຍສຽງດັງ ເພາະການອິດທິຣິດທັງປວງທີ່ເຂົາໄດ້ເຫັນນັ້ນ 38 ໂດຍເວົ້າວ່າ, “ຂໍໃຫ້ພຣະມະຫາກະສັດຜູ້ທີ່ສະເດັດມາ ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣີນ ຈົ່ງມີສັນຕິສຸກໃນສວັນ ແລະມີພຣະຣັສມີໃນທີ່ສູງສຸດ” 39 ຝ່າຍພວກຟາຣີຊາຍໃນຫມູ່ປະຊາຊົນນັ້ນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຈົ່ງຫ້າມພວກສາວົກຂອງທ່ານແດ່” 40 ພຣະອົງຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍວ່າ ຖ້າຄົນເຫລົ່ານີ້ມິດເສັຽ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ” 41 ເມື່ອພຣະອົງສະເດັດມາໃກ້ແລະເຫັນກຸງແລ້ວ ກໍຊົງພຣະກັນແສງເພາະສົງສານກຸງນັ້ນ 42 ໂດຍຊົງກ່າວວ່າ, “ໂອ ເຢຣູຊາເລັມ, ໃນວັນນີ້ ຖ້າເຈົ້າເອງໄດ້ຮູ້ເຖິງການທີ່ກ່ຽວຂ້ອງກັບສັນຕິສຸກ ແຕ່ວ່າບັດນີ້ສິ່ງເຫລົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ 43 ດ້ວຍວ່າເວລາຈະມາເຖິງເຈົ້າ ເມື່ອສັດຕຣູຂອງເຈົ້າຈະຂຸດຄູອ້ອມເຈົ້າແລະຈະຕັນເຈົ້າໄວ້ທຸກດ້ານ 44 ແລ້ວເຂົາຈະທຳລາຍເຈົ້າກັບບັນດາລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ ແລະເຂົາຈະປະໃຫ້ກ້ອນຫີນຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະເຈົ້າບໍ່ໄດ້ຮູ້ເວລາຂອງການຊົງຢ້ຽມຢາມເຈົ້າ” 45 ຝ່າຍພຣະອົງໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ແລ້ວຊົງຕັ້ງຕົ້ນຂັບໄລ່ບັນດາຜູ້ຊື້ຂາຍຢູ່ທີ່ນັ້ນ 46 ໂດຍຊົງບອກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ວິຫານຂອງເຮົາຈະເປັນສະຖານທີ່ໄຫວ້ວອນ” ແຕ່ຝ່າຍພວກເຈົ້າມາເຮັດໃຫ້ເປັນ “ຖ້ຳຂອງໂຈນ” 47 ແລະພຣະອົງຊົງສັ່ງສອນຢູ່ໃນບໍຣິເວນພຣະວິຫານທຸກວັນໆ ແຕ່ພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ກັບທັງພົລເມືອງຜູ້ສຳຄັນໄດ້ພຍາຍາມຈະຂ້າພຣະອົງເສັຽ 48 ແຕ່ເຂົາບໍ່ໄດ້ພົບຊ່ອງທາງທີ່ຈະເຮັດໄດ້ ເພາະບັນດາພົລເມືອງກໍຕິດພັນກັບພຣະອົງແລະເອົາໃຈໃສ່ຟັງຄຳສອນຂອງພຣະອົງ 201 ວັນນຶ່ງ, ເມື່ອພຣະເຢຊູກຳລັງຊົງສັ່ງສອນພົລເມືອງແລະປະກາດຂ່າວປະເສີດໃນບໍຣິເວນ ພຣະວິຫານ ມີພວກປະໂຣຫິດຕົນໃຫຍ່ ກັບພວກນັກທັມ ແລະພວກເຖົ້າແກ່ໄດ້ມາຫາພຣະອົງ2 ທູນວ່າ, “ຈົ່ງບອກພວກເຮົາວ່າ ເຈົ້າມີສິດອັນໃດຈຶ່ງໄດ້ເຮັດການເຫລົ່ານີ້ ແມ່ນໃຜໃຫ້ສິດນີ້ແກ່ເຈົ້າ” 3 ພຣະອົງຊົງຕອບເຂົາວ່າ, “ຝ່າຍເຮົາຈະຖາມທ່ານທັງຫລາຍຈັກຂໍ້ນຶ່ງເຫມືອນກັນ ຈົ່ງບອກເຮົາເທາະວ່າ 4 “ບັບຕິສະມາຂອງໂຢຮັນນັ້ນມາຈາກສວັນຫລືມາຈາກມະນຸດ” 5 ເຂົາຈຶ່ງປຶກສາກັນວ່າ, “ຖ້າພວກເຮົາຈະຕອບວ່າ “ມາຈາກສວັນ” ມັນຄົງຈະຖາມເຮົາວ່າ “ດ້ວຍເຫດໃດພວກທ່ານບໍ່ເຊື່ອໂຢຮັນນັ້ນ” 6 ແລະຖ້າພວກເຮົາຈະວ່າ “ມາຈາກມະນຸດ” ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາທັງຫລາຍເຊື່ອຫມັ້ນວ່າ ໂຢຮັນເປັນຜູ້ປະກາດພຣະທັມ” 7 ເຂົາຈຶ່ງທູນຕອບວ່າ, “ບໍ່ຮູ້ຈັກວ່າມາຈາກໃສ” 8 ພຣະເຢຊູຊົງຕອບເຂົາວ່າ, “ຝ່າຍເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ” 9 ຝ່າຍພຣະອົງຕັ້ງຕົ້ນຊົງກ່າວຄຳອຸປມາໃຫ້ພົລເມືອງຟັງວ່າ, “ມີຊາຍຄົນນຶ່ງໄດ້ເຮັດສວນອະງຸ່ນແລໃຫ້ຊາວສວນເຊົ່າແລ້ວກໍອອກໄປຕ່າງປະເທດເປັນເວລາຊ້ານານ 10 ເມື່ອເຖິງເວລາກຳນົດແລ້ວທ່ານຈຶ່ງໃຊ້ຂ້ອຍຜູ້ນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເຂົາຈະໄດ້ເອົາຜົນອະງຸ່ນສ່ວນນຶ່ງໃຫ້ແກ່ຂ້ອຍໃຊ້ນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນໄດ້ຂ້ຽນຕີຂ້ອຍໃຊ້ຄົນນັ້ນແລະໄລ່ໃຫ້ກັບໄປມືເປົ່າ 11 ແລ້ວເຈົ້າຂອງສວນຈຶ່ງໃຫ້ຂ້ອຍໃຊ້ຜູ້ນຶ່ງໄປອີກ ແຕ່ພວກເຊົ່າສວນໄດ້ຂ້ຽນຕີຂ້ອຍໃຊ້ຜູ້ນັ້ນ ແລະເຮັດໃຫ້ມັນຖືກການອັບອາຍຂາຍຫນ້າ ແລ້ວໄລ່ໃຫ້ມັນໄປມືເປົ່າ 12 ແລ້ວເຈົ້າຂອງສວນໄດ້ໃຊ້ຄົນທີ່ສາມໄປແລະພວກເຊົ່າສວນກໍໄດ້ທຸບຕີຈົນບາດເຈັບແລ້ວໂຍນຖິ້ມນອກສວນ 13 ຝ່າຍເຈົ້າຂອງສວນອະງຸ່ນຈຶ່ງເວົ້າວ່າ “ເຮົາຈະເຮັດແນວໃດຫນໍ ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນບາງທີ່ເຂົາຈະນັບຖື” 14 ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກສາກັນວ່າ “ຜູ້ນີ້ແຫລະ, ເປັນເຈົ້າມໍຣະດົກ ຈົ່ງຂ້າມັນເສັຽເພື່ອມໍຣະດົກຈະຕົກມາເປັນຂອງເຮົາ” 15 ເຂົາຈຶ່ງພາກັນຖິ້ມລູກນັ້ນອອກນອກສວນແລະຂ້າເສັຽ ເຫດສັນນັ້ນເຈົ້າຂອງສວນຈະເຮັດຢ່າງໃດກັບຄົນເຫລົ່ານັ້ນ 16 ທ່ານຈະມາຂ້າຄົນເຊົ່າສວນເຫລົ່ານັ້ນເສັຽ ແລະຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງຫລາຍໄດ້ຍິນດັ່ງນັ້ນແລ້ວກໍເວົ້າວ່າ, “ຢ່າໃຫ້ເກີດເປັນຢ່າງນັ້ນເທາະ” 17 ຝ່າຍພຣະອົງຊົງເພ່ງເບິ່ງເຂົາແລ້ວຊົງກ່າວວ່າ,“ເຫດສັນນັ້ນຄຳທີ່ຂຽນໄວ້ໃນພຣະຄັມພີຈະຫມາຍຄວາມວ່າຢ່າງໃດ ຊຶ່ງວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ” 18 ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກຫມຸ່ນໄປ” 19 ຝ່າຍພວກນັກທັມແລະພວກປະໂຣຫິດຕົນໃຫຍ່ຮູ້ຢູ່ວ່າ ພຣະອົງຊົງກ່າວຄຳອຸປມານັ້ນຕໍ່ສູ້ພວກເຂົາ ເຂົາຈຶ່ງພຍາຍາມຈະຈັບພຣະອົງໃນເວລານັ້ນ ແຕ່ເຂົາກໍຢ້ານພົລເມືອງ 20 ເຂົາຈຶ່ງຕິດຕາມເບິ່ງພຣະອົງ ແລະໃຊ້ຄົນສອດແນມໃຫ້ປອມຕົວເຫມືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຈະມອບພຣະອົງໄວ້ໃນອຳນາດແລະອາດຍາສິດຂອງຜູ້ປົກຄອງ 21 ຄົນພວກນັ້ນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຮູ້ຢູ່ວ່າ ທ່ານກ່າວແລະສັ່ງສອນລ້ວນແຕ່ຄວາມຈິງ ແລະບໍ່ເລືອກຫນ້າຜູ້ໃດ ແຕ່ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ 22 ການທີ່ພວກຂ້າພະເຈົ້າຈະເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່” 23 ຝ່າຍພຣະອົງຊົງຊອດຮູ້ກົນອຸບາຍຂອງເຂົາຈຶ່ງຊົງກ່າວວ່າ, 24 “ຈົ່ງເອົາເງິນຫລຽນເດນາຣິອົນນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາຣຶກນີ້ເປັນຂອງໃຜ” ເຂົາທູນຕອບວ່າ, “ເປັນຂອງກາຍຊາ” 25 ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” 26 ຄົນເຫລົ່ານັ້ນຈັບຜິດໃນຖ້ອຍຄຳຂອງພຣະອົງຕໍ່ຫນ້າພົລເມືອງບໍ່ໄດ້ ແລະເຂົາກໍປລາດໃຈໃນຄຳຕອບຂອງພຣະອົງ ຈຶ່ງພາກັນມິດຢູ່ 27 ຍັງມີລາງຄົນໃນພວກຊາດູກາຍມາຫາພຣະອົງ ແມ່ນພວກນີ້ທີ່ຖືວ່າບໍ່ມີການຄືນມາຈາກຕາຍ 28 ເຂົາທູນຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ “ຖ້າອ້າຍຂອງຊາຍຜູ້ນຶ່ງຕາຍ ປະພັຣຍາໄວ້ແຕ່ບໍ່ມີລູກ ກໍໃຫ້ຜູ້ນັ້ນຮັບເອົາເອື້ອຍໃພ້ໄວ້ເປັນພັຣຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 29 ອັນນຶ່ງ, ມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ 30 ແລະຜູ້ຖ້ວນສອງ 31 ກັບທັງຜູ້ຖ້ວນສາມໄດ້ເອົາຍິງນັ້ນ ທັງເຈັດຄົນກໍເຫມືອນກັນໄດ້ຕາຍໄປເມື່ອຍັງບໍ່ມີລູກ 32 ພາຍຫລັງຍິງນັ້ນກໍຕາຍເຫມືອນກັນ 33 ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມັຽຂອງຜູ້ໃດ ດ້ວຍວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ” 34 ພຣະເຢຊູຊົງກ່າວກັບເຂົາວ່າ, “ຄົນຝ່າຍໂລກນີ້ເຄີຍແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ 35 ແຕ່ຄົນເຫລົ່ານັ້ນທີ່ຊົງຖືວ່າສົມຄວນຈະເຖິງໂລກຫນ້າ ແລະຈະເຖິງການຄືນມາຈາກຕາຍ ບໍ່ມີການແຕ່ງງານຫລືການຍົກໃຫ້ເປັນຜົວເມັຽກັນ 36 ດ້ວຍວ່າເຂົາຈະຕາຍບໍ່ໄດ້ອີກ ເພາະເຂົາສເມີເທວະດາແລະເປັນບຸດຂອງພຣະເຈົ້າ ເປັນຄົນສົມກັບການຄືນມາຈາກຕາຍ 37 ແຕ່ທີ່ຄົນຕາຍຈະຖືກຊົງບັນດານໃຫ້ເປັນຄືນມານັ້ນ ໂມເຊກໍຍັງໄດ້ສະແດງໃນເຣື່ອງພຸ່ມໄມ້ ຄືໄດ້ເອີ້ນອົງພຣະຜູ້ເປັນເຈົ້າວ່າຊົງເປັນ “ພຣະເຈົ້າຂອງອັບຣາຮາມ ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ” 38 ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ດ້ວຍວ່າຈຳເພາະພຣະເຈົ້າຄົນທຸກຄົນຍັງເປັນຢູ່” 39 ນັກທັມລາງຄົນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ທ່ານເວົ້າຖືກແລ້ວ” 40 ເພາະເຂົາບໍ່ກ້າຖາມອັນໃດກັບພຣະອົງຕໍ່ໄປອີກ 41 ພຣະອົງຈຶ່ງຊົງຖາມເຂົາວ່າ, “ທີ່ຄົນທັງຫລາຍເວົ້າວ່າ ພຣະຄຣິດຊົງເປັນເຊື້ອສາຍຂອງດາວິດນັ້ນເປັນໄດ້ຢ່າງໃດ 42 ດ້ວຍວ່າກະສັດດາວິດເອງໄດ້ຊົງກ່າວໄວ້ໃນພຣະທັມເພງສັຣເສີນວ່າ “ພຣະຜູ້ເປັນເຈົ້າຊົງກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ 43 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 44 ເມື່ອກະສັດດາວິດຍັງເອີ້ນພຣະຄຣິດວ່າ “ພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ” 45 ເມື່ອຄົນທັງຫລາຍກຳລັງຟັງຢູ່ນັ້ນ ພຣະອົງຊົງກ່າວແກ່ພວກສາວົກວ່າ, 46 “ຈົ່ງລະວັງໃຫ້ດີຈາກພວກນັກທັມ ຜູ້ຊອບນຸ່ງເສື້ອຍາວຍ່າງໄປມາ ຊອບໃຫ້ຄົນຄຳນັບຕົວໃນທີ່ປະຊຸມຊົນ ທັງຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາແລະໃນການລ້ຽງ 47 ເຂົາກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງໄຫວ້ວອນໃຫ້ຍືດຍາວ ຄົນເຫລົ່ານີ້ຈະຕ້ອງຮັບໂທດຫລາຍຂຶ້ນ” 211 ເມື່ອພຣະອົງຊົງເງີຍພຣະພັກຂຶ້ນ ກໍຊົງເຫັນພວກຄົນຮັ່ງມີກຳລັງປ່ອນເງິນລົງໃນຕູ້ເກັບເງິນຖວາຍ2 ແລະພຣະອົງຊົງເຫັນແມ່ຫມ້າຍທຸກຍາກຈົນຄົນນຶ່ງ ເອົາຫລຽນທອງແດງສອງອັດປ່ອນລົງໃນຕູ້ນັ້ນ 3 ພຣະອົງຈຶ່ງຊົງກ່າວວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ແມ່ຫມ້າຍຍາກຈົນຄົນນີ້ໄດ້ໃສ່ຫລາຍກວ່າຄົນທັງປວງນັ້ນ 4 ເພາະວ່າຝ່າຍຄົນທັງປວງນັ້ນ ໄດ້ເອົາເງິນຈາການເຫລືອໃຊ້ຂອງເຂົາມາປ່ອນລົງ ແຕ່ຍິງຄົນນີ້ໄດ້ເອົາເງິນສຳລັບລ້ຽງຊີວິດຂອງຕົນ ຈາກຄວາມຂັດສົນທີ່ສຸດໃສ່ຈົນຫມົດ” 5 ມີລາງຄົນກ່າວຊົມເຊີຍພຣະວິຫານວ່າ ໄດ້ຕົກແຕ່ງດ້ວຍຫີນງາມແລະເຄື່ອງຖວາຍ ພຣະອົງຊົງກ່າວວ່າ, 6 “ສິ່ງເຫລົ່ານີ້ທີ່ທ່ານທັງຫລາຍເຫັນ ໃນຄາວທີ່ຈະມາຈະຖືກທຳລາຍລົງ ຈົນຫີນທີ່ຊ້ອນທັບກັນຢູ່ນີ້ບໍ່ເຫລືອຈັກກ້ອນດຽວ” 7 ເຂົາຈຶ່ງທູນຖາມພຣະອົງວ່າ, “ອາຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ ສິ່ງໃດຈະເປັນຫມາຍສຳຄັນວ່າ ການທັງປວງນີ້ຈວນຈະບັງເກີດຂຶ້ນ” 8 ພຣະອົງຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນຜູ້ນັ້ນ” ແລະວ່າ “ເວລາກຳນົດໃກ້ເຂົ້າມາແລ້ວ” ພວກທ່ານຢ່າຕາມເຂົາໄປ 9 ເມື່ອພວກທ່ານໄດ້ຍິນເຣື່ອງການເສິກສົງຄາມແລະການປັ່ນປ່ວນວຸ້ນວາຍ ຢ່າຕົກໃຈ ເພາະວ່າເຫດການເຫລົ່ານີ້ຕ້ອງເກີດຂຶ້ນກ່ອນ ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ” 10 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ 11 ແລະຈະເກີດການອຶດຢາກກັບພຍາດຮ້າຍແຮງໃນບ່ອນຕ່າງໆ ຈະເກີດການຫນ້າຢ້ານອັນພິລຶກເພິງກົວ ແລະມີຫມາຍສຳຄັນຈາກທ້ອງຟ້າ 12 ແຕ່ກ່ອນເຫດການທັງຫລາຍນີ້ເກີດຂຶ້ນ ເຂົາຈະຈັບພວກທ່ານໄວ້ ຈະຂົ່ມເຫັງພວກທ່ານ ຈະມອບພວກທ່ານໄວ້ໃນໂຮງທັມແລະໃນຄຸກ ແລະຈະພາພວກທ່ານໄປຕໍ່ຫນ້າກະສັດແລະຜູ້ປົກຄອງ ເພາະພວກທ່ານເຫັນແກ່ນາມຂອງເຮົາ 13 ການນັ້ນຈະເກີດແກ່ທ່ານເພື່ອທ່ານຈະໄດ້ເປັນພຍານ 14 ເຫດສັນນັ້ນ ພວກທ່ານຕ້ອງປົງໃຈໄວ້ວ່າ ຈະບໍ່ຄຶດລ່ວງຫນ້າໄວ້ກ່ອນວ່າຈະແກ້ຕົວຢ່າງໃດ 15 ດ້ວຍວ່າຝ່າຍເຮົາຈະປະທານໃຫ້ທ່ານມີຖ້ອຍຄຳ ແລະສະຕິປັນຍາ ຊຶ່ງສັດຕຣູທັງຫລາຍຂອງພວກທ່ານຈະຕໍ່ຕ້ານແລະຄັດຄ້ານບໍ່ໄດ້ 16 ເຖິງແມ່ນພໍ່ແມ່ຍາດຕິພີ່ນ້ອງແລະມິດສະຫາຍກໍຈະມອບພວກທ່ານໄວ້ ແລະເຂົາຈະໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ 17 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ 18 ແມ່ນແຕ່ຜົມຈັກເສັ້ນດຽວຈະບໍ່ເສັຽໄປຈາກຫົວຂອງພວກທ່ານ 19 ທ່ານທັງຫລາຍຈະຣັກສາຊີວິດຈິດໃຈຂອງທ່ານໄວ້ດ້ວຍຄວາມອົດຄວາມພຽນຂອງທ່ານ 20 “ເມື່ອໃດທ່ານເຫັນກອງທັບມາຕັ້ງອ້ອມຮອບກຸງເຢຣູຊາເລັມ ເມື່ອນັ້ນທ່ານຈົ່ງຮູ້ວ່າຄວາມຈິບຫາຍຂອງກຸງນັ້ນເຂົ້າມາໃກ້ແລ້ວ 21 ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູເຂົາ ແລະໃຫ້ຜູ້ທີ່ຢູ່ໃນກຸງອອກໄປ ຄົນທີ່ຢູ່ບ້ານນອກຢ່າໃຫ້ເຂົ້າມາໃນກຸງ 22 ເພາະວ່າເວລານັ້ນເປັນວັນລົງໂທດ ເພື່ອຈະໃຫ້ສິ່ງສາຣະພັດທີ່ຂຽນໃນພຣະຄັມພີສຳເຣັດ 23 ໃນວັນເຫລົ່ານັ້ນເປັນຫນ້າເວທນາເຕັມທີ່ຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ ເພາະວ່າຈະມີຄວາມທຸກຮ້ອນອັນໃຫຍ່ຫລວງເທິງແຜ່ນດິນ ແລະຈະຊົງພຣະພິໂຣດແກ່ພົລເມືອງນີ້ 24 ເຂົາຈະລົ້ມລົງເສັຽດ້ວຍຄົມດາບ ແລະຕ້ອງຖືກກວາດເອົາໄປເປັນຊະເລີຍໃນທົ່ວປະເທດ ແລະຄົນຕ່າງຊາດຈະຢຽບຢ່ຳກຸງເຢຣູຊາເລັມ ຈົນກວ່າເວລາກຳນົດຂອງຄົນຕ່າງຊາດນັ້ນຈະຄົບຖ້ວນ 25 “ຈະມີຫມາຍສຳຄັນໃນດວງອາທິດ ໃນດວງຈັນ ແລະໃນດວງດາວທັງປວງ ແລະຈະມີຄວາມທຸກຮ້ອນເທິງແຜ່ນດິນໂລກຕາມປະເທດຕ່າງໆຊຶ່ງມີຄວາມສງົນສົນເທເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງນ້ຳ 26 ມະນຸດຈະສລົບລືມຄີງໄປເພາະຄວາມຢ້ານ ເພາະການຄອຍຖ້າເບິ່ງເຫດການທັງຫລາຍທີ່ຈະເກີດຂຶ້ນໃນໂລກ ດ້ວຍວ່າ “ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 27 ເມື່ອນັ້ນເຂົາຈະເຫັນບຸດມະນຸດສະເດັດມາໃນເມກ ດ້ວຍຣິດທານຸພາບແລະສະງ່າຣາສີອັນຍິ່ງໃຫຍ່ 28 ເມື່ອເຫດການເຫລົ່ານີ້ຕັ້ງຕົ້ນບັງເກີດຂຶ້ນນັ້ນ ທ່ານທັງຫລາຍຈົ່ງຍຶດຕົວແລະເງີຍຫນ້າຂຶ້ນ ດ້ວຍວ່າການຊົງໄຖ່ທ່ານໃຫ້ພົ້ນກໍໃກ້ຈະເຖິງແລ້ວ” 29 ພຣະອົງຊົງກ່າວຄຳອຸປມາແກ່ເຂົາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນໄມ້ທັງປວງດູ 30 ເມື່ອມັນປົ່ງໃບອອກແລ້ວທ່ານທັງຫລາຍກໍເຫັນແລະຮູ້ຢູ່ເອງວ່າຣະດູຮ້ອນໃກ້ຈະເຖິງແລ້ວ 31 ຢ່າງນັ້ນແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນກຳລັງເກີດຂຶ້ນ ຈົ່ງຮູ້ວ່າຣາຊອານາຈັກຂອງພຣະເຈົ້າໃກ້ຈະເຖິງແລ້ວ 32 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນ ຈົນກວ່າເຫດການທັງປວງນີ້ເກີດຂຶ້ນ 33 ຟ້າແລະດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ 34 “ແຕ່ຈົ່ງລະວັງໃຫ້ດີ ຢ້ານວ່າໃຈຂອງພວກທ່ານຈະຫນັກໄປໃນການດື່ມເຫລົ້າ ແລະມົວເມົາ ແລະວິຕົກກັງວົນເຖິງຊີວິດນີ້ ແລ້ວເວລານັ້ນຈະມາເຖິງພວກທ່ານໃນທັນທີ 35 ເພາະວ່າວັນນັ້ນຈະຫລອນມາຕົກໃສ່ຄົນທັງປວງທົ່ວຫນ້າແຜ່ນດິນໂລກເຫມືອນຄວ່າງແຫໃສ່ປາ 36 ເຫດສັນນັ້ນຈົ່ງເຝົ້າລະວັງແລະໄຫວ້ວອນຢູ່ທຸກເວລາ ເພື່ອທ່ານຈະມີກຳລັງພົ້ນຈາກເຫດການທີ່ຈະບັງເກີດມານັ້ນ ແລະຈະຢືນຢູ່ຕໍ່ຫນ້າບຸດມະນຸດໄດ້” 37 ກາງເວັນພຣະອົງຊົງສັ່ງສອນໃນບໍຣິເວນພຣະວິຫານທຸກວັນ ແລະກາງຄືນກໍສະເດັດອອກໄປປະທັບຢູ່ທີ່ພູ ຊຶ່ງເຂົາເອີ້ນວ່າພູຫມາກກອກເທດ 38 ເມື່ອຮຸ່ງເຊົ້າ ຄົນທັງປວງໄດ້ມາຫາພຣະອົງໃນບໍຣິເວນພຣະວິຫານເພື່ອຈະຟັງພຣະອົງ 221 ເທສການກິນເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັສຄານັ້ນກໍມາໃກ້ແລ້ວ2 ພວກປະໂຣຫິດຕົນໃຫຍ່ກັບພວກນັກທັມ ຈະຂ້າພຣະອົງກໍຊອກຊ່ອງທາງ ເພາະເຂົາຢ້ານພົລເມືອງ 3 ອັນນຶ່ງ, ຊາຕານໄດ້ເຂົ້າສູນໃຈຢູດາຜູ້ມີຊື່ວ່າອິສະກາຣິອົດ ຜູ້ຊຶ່ງເປັນຄົນນຶ່ງໃນພວກສິບສອງຄົນນັ້ນ 4 ຢູດາໄດ້ອອກໄປປຶກສາກັບພວກປະໂຣຫິດຕົນໃຫຍ່ແລະພວກນາຍທະຫານຮັກສາພຣະວິຫານ ວາຈະມອບພຣະອົງໃຫ້ເຂົາດ້ວຍວິທີໃດ 5 ຄົນເຫລົ່ານັ້ນດີໃຈແລະຕົກລົງກັບຢູດາວ່າຈະເອົາເງິນໃຫ້ 6 ສ່ວນຢູດາກໍຍອມຮັບຈຶ່ງຊອກຫາໂອກາດທີ່ຈະມອບພຣະອົງໃຫ້ເຂົາເມື່ອຫວ້າງຄົນ 7 ພໍເຖິງວັນທີ່ເຂົາກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເປັນວັນທີ່ເຂົາຕ້ອງຂ້າລູກແກະສຳລັບປັສຄາ 8 ພຣະເຢຊູຈຶ່ງຊົງໃຊ້ເປໂຕແລະໂຢຮັນໂດຍຊົງສັ່ງເຂົາວ່າ, “ຈົ່ງໄປຈັດແຈງປັສຄາໄວ້ເພື່ອເຮົາທັງຫລາຍຈະໄດ້ກິນ” 9 ເຂົາທູນຖາມພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຈັດແຈງບ່ອນໃດ” 10 ພຣະອົງຊົງຕອບເຂົາວ່າ, “ດັ່ງນີ້, ເມື່ອທ່ານທັງສອງຈະເຂົ້າໄປໃນກຸງ ກໍຈະມີຊາຍຄົນນຶ່ງແບກຫມໍ້ນ້ຳມາພົບ ຈົ່ງຕາມເຂົ້າໄປໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ 11 ຈົ່ງເວົ້າກັບເຈົ້າເຮືອນນັ້ນວ່າ “ອາຈານໃຫ້ຖາມທ່ານວ່າ, ຫ້ອງຮັບແຂກທີ່ເຮົາຈະກິນປັສຄາກັບພວກສາວົກຂອງເຮົາໄດ້ນັ້ນຢູ່ທີ່ໃດ” 12 ເຈົ້າຂອງເຣືອນຈະຊີ້ໃຫ້ທ່ານເຫັນຫ້ອງໃຫຍ່ຊັ້ນເທິງທີ່ຕົກແຕ່ງໄວ້ແລ້ວ ທີ່ນັ້ນແຫລະ, ຈົ່ງຈັດແຈງໄວ້” 13 ເຂົາທັງສອງຈຶ່ງໄປແລະພົບເຫມືອນດັ່ງພຣະອົງຊົງກ່າວແກ່ເຂົາ ແລ້ວເຂົາໄດ້ຈັດແຈງປັສຄາໄວ້ 14 ເມື່ອເຖິງໂມງມາແລ້ວ ພຣະອົງປະທັບຮ່ວມໂຕະກັບພວກອັຄສາວົກ 15 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາມີຄວາມປາຖນາດ້ວຍເຕັມໃຈທີ່ຈະກິນປັສຄານີ້ກັບພວກທ່ານ ກ່ອນເຮົາຈະທົນທຸກທໍຣະມານ 16 ດ້ວຍເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ກິນປັສຄານີ້ອີກຈັກເທື່ອ ຈົນກວ່າຈະສຳເຣັດຄວາມຫມາຍຂອງປັສຄານັ້ນໃນຣາຊແຜ່ນດິນຂອງພຣະເຈົ້າ” 17 ພຣະອົງຊົງຈັບເອົາຈອກໂມທະນາພຣະຄຸນແລ້ວຊົງກ່າວວ່າ, “ຈົ່ງຮັບເອົາຈອກນີ້ຢາຍໃຫ້ກັນດື່ມ 18 ເພາະເຮົາບອກທ່ານທັງຫລາຍວ່າເຮົາຈະບໍ່ດື່ມນ້ຳຜົນອະງຸ່ນນີ້ຕໍ່ໄປອີກ ຈົນກວ່າຣາຊອານາຈັກຂອງພຣະເຈົ້າຈະມາຕັ້ງຢູ່” 19 ພຣະອົງຊົງຈັບເຂົ້າຈີ່ມາໂມທະນາພຣະຄຸນແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ແກ່ເຂົາ ໂດຍຊົງກ່າວວ່າ, “ນີ້ແຫລະ, ຄືກາຍຂອງເຮົາ ຊຶ່ງໄດ້ປະທານສຳລັບທ່ານທັງຫລາຍ (ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ” 20 ເມື່ອຮັບປະທານເຂົ້າແລງແລ້ວ ຈຶ່ງຊົງຈັບເອົາຈອກມາຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ເປັນຄຳສັນຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກສຳລັບທ່ານທັງຫລາຍ) 21 ແຕ່ເບິ່ງແມ໋, ມືຂອງຜູ້ທີ່ທໍຣະຍົດຕໍ່ເຮົາກໍຢູ່ກັບເຮົາເທິງໂຕະນີ້ 22 ເພາະບຸດມະນຸດຈະສະເດັດໄປເຫມືອນໄດ້ຊົງກໍານົດໄວ້ແລ້ວ ແຕ່ວິບັດແກ່ຜູ້ນັ້ນທີ່ຈະທໍຣະຍົດຕໍ່ບຸດມະນຸດ” 23 ພວກສາວົກຕັ້ງຕົ້ນຖາມກັນວ່າ ແມ່ນໃຜໃນຫມູ່ເຂົາທີ່ຈະເຮັດການນັ້ນ 24 ແລະເກີດມີການຖຽງກັນຂຶນໃນລະຫວ່າງເຂົາວ່າ ຈະຖືວ່າໃຜເປັນຜູ້ໃຫຍ່ກວ່າຫມູ່ 25 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ກະສັດຂອງຄົນຕ່າງຊາດຍ່ອມເປັນເຈົ້າເຫນືອເຂົາ ແລະຜູ້ທີ່ມີອຳນາດເຫນືອເຂົານັ້ນ ເຂົາເອີ້ນວ່າເຈົ້າບຸນເຈົ້າຄຸນ 26 ແຕ່ໃນພວກທ່ານບໍ່ເປັນຢ່າງນັ້ນ ແຕ່ຜູ້ໃດໃນພວກທ່ານເປັນອ້າຍໃຫ້ເປັນເຫມືອນນ້ອງ ແລະຜູ້ໃດເປັນນາຍໃຫ້ຜູ້ນັ້ນເປັນເຫມືອນຄົນຮັບໃຊ້ 27 ດ້ວຍວ່າໃຜເປັນຜູ້ໃຫຍ່ ແມ່ນຜູ້ທີ່ນັ່ງຢູ່ໂຕະຫລືຜູ້ທີ່ຮັບໃຊ້ ບໍ່ແມ່ນຜູ້ນັ່ງຢູ່ໂຕະຫລື ແຕ່ຝ່າຍເຮົາ, ເຮົາຢູ່ຖ້າມກາງພວກທ່ານເປັນເຫມືອນຜູ້ຮັບໃຊ້ 28 “ຝ່າຍພວກທ່ານເປັນຜູ້ຮັບທີ່ຕິດຫມັ້ນຢູ່ກັບເຮົາໃນເວລາຖືກທົດລອງ 29 ພຣະບິດາໄດ້ຊົງຈັດແຈງແຜ່ນດິນໃຫ້ແກ່ເຮົາຢ່າງໃດ ເຮົາກໍຈັດແຈງແຜ່ນດິນນຶ່ງໄວ້ສຳລັບທ່ານທັງຫລາຍເຫມືອນກັນ 30 ເພື່ອພວກທ່ານຈະກິນແລະດື່ມທີ່ໂຕະຂອງເຮົາໃນຣາຊແຜ່ນດິນຂອງເຮົາ ແລະເພື່ອພວກທ່ານຈະນັ່ງເທິງບັນລັງພິພາກສາພວກອິສຣາເອນທັງສິບສອງຕະກູນນັ້ນ 31 “ຊີໂມນ, ຊີໂມນເອີຍ, ເບິ່ງແມ໋, ຊາຕານໄດ້ຂໍເອົາພວກທ່ານໄວ້ ເພື່ອຈະຝັດຮ່ອນພວກທ່ານເຫມືອນຝັດເຂົ້າເປືອກ 32 ແຕ່ເຮົາໄດ້ໄຫວ້ວອນສຳລັບທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ຂາດ ຝ່າຍທ່ານ, ເມື່ອໄດ້ກັບຄືນມາແລ້ວ ຈົ່ງຊູແຮງພີ່ນ້ອງຂອງທ່ານໄວ້” 33 ຝ່າຍຊີໂມນຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຂ້ານ້ອຍພ້ອມແລ້ວທີ່ຈະໄປກັບທ່ານ ເຖິງຈະຕ້ອງຕິດຄຸກຫລືເຖິງຕາຍກໍດີ” 34 ພຣະອົງຊົງກ່າວວ່າ, “ເປໂຕເອີຍ, ເຮົາບອກທ່ານວ່າວັນນີ້ແຫລະ ກ່ອນໄກ່ຂັນທ່ານຈະໄດ້ປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ” 35 ພຣະອົງໄດ້ຊົງຖາມເຂົາວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງຫລາຍອອກໄປ ໂດຍບໍ່ມີກະເປົາເງິນ ບໍ່ມີຖົງ ຫລືບໍ່ມີເກີບນັ້ນ ພວກທ່ານໄດ້ຂາດເຂີນສິ່ງໃດແດ່”ເຂົາທູນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດ” 36 ພຣະອົງຊົງກ່າວກັບເຂົາວ່າ, “ແຕ່ດຽວນີ້ໃຜມີກະເປົາເງິນກໍໃຫ້ຖືໄປ ແລະຖົງກໍໃຫ້ຖືໄປເຫມືອນກັນ ສ່ວນຜູ້ບໍ່ມີດາບກໍໃຫ້ຂາຍເສື້ອໃຫຍ່ຂອງຕົນ ເພື່ອຊື້ດາບດວງນຶ່ງ 37 ດ້ວຍເຮົາບອກທ່ານທັງຫລາຍວ່າ ຄຳທີ່ຂຽນໃນພຣະຄັມພີນັ້ນຈະຕ້ອງສຳເຣັດໃນເຮົາ ຄືຄຳທີ່ວ່າ “ທ່ານຖືກນັບເຂົ້າກັບຄົນອະທັມ” ເພາະຄຳທີ່ຂຽນໄວ້ກ່ຽວກັບເຮົານັ້ນກໍຈະສຳເຣັດ” 38 ແລະເຂົາທູນວ່າ, “ນາຍເອີຍ, ເບິ່ງດາບສອງດວງນີ້ແມ໋” ພຣະອົງຊົງຕອບເຂົາວ່າ, “ພໍແລ້ວ” 39 ແລ້ວພຣະອົງໄດ້ສະເດັດອອກໄປຍັງພູຫມາກກອກເທດຕາມເຄີຍ ແລະພວກສາວົກໄດ້ຕາມພຣະອົງໄປ 40 ເມື່ອມາເຖິງບ່ອນນັ້ນແລ້ວ ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງອ້ອນວອນຢູ່ເພື່ອຈະບໍ່ໄດ້ເຂົ້າໄປໃນການທົດລອງ” 41 ແລ້ວພຣະອົງໄດ້ສະເດັດອອກຈາກເຂົາໄກປະມານຄວ່າງກ້ອນຫີນເຖິງ ແລະຊົງຄຸເຂົ່າລົງອ້ອນວອນວ່າ, 42 “ພຣະບິດາເອີຍ, ຖ້າພໍພຣະທັຍຂໍໃຫ້ຈອກນີ້ເຄື່ອນຍ້າຍໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມຄວາມປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເທີນ” 43 ແລ້ວມີເທວະດາຕົນນຶ່ງຈາກສວັນມາປາກົດແກ່ພຣະອົງ ຊູກຳລັງພຣະອົງຂຶ້ນ 44 ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງພຣະທັຍອ້ອນວອນຫລາຍ ເຫື່ອຂອງພຣະອົງເກີດເປັນເຫມືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່ 45 ເມື່ອຊົງລຸກຂຶ້ນຈາກການອ້ອນວອນແລ້ວ ພຣະອົງໄດ້ສະເດັດມາຫາພວກສາວົກ ແລະຊົງພົບເຂົາກຳລັງນອນຫລັບຢູ່ດ້ວຍຄວາມທຸກໂສກ 46 ພຣະອົງຈຶ່ງຊົງກ່າວກັບເຂົາວ່າ, “ເປັນຫຍັງຈຶ່ງນອນຫລັບຢູ່ ລຸກຂຶ້ນອ້ອນວອນເພື່ອພວກທ່ານຈະບໍ່ຕົກໃນການທົດລອງ” 47 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ໋, ມີຄົນຈຳນວນຫລາຍ ແລະຜູ້ທີ່ຊື່ວ່າຢູດາ ຊຶ່ງເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນໄດ້ນຳຫນ້າເຂົາມາ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເພື່ອຈະຈູບພຣະອົງ 48 ແຕ່ພຣະເຢຊູຊົງຖາມວ່າ, “ຢູດາເອີຍ, ທ່ານຈະມອບບຸດມະນຸດດ້ວຍການຈູບຫລື” 49 ເມື່ອຄົນທີ່ຢູ່ນຳພຣະອົງເຫັນເຫດການທີ່ຈະບັງເກີດຂຶ້ນນັ້ນ ຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຈະໃຫ້ພວກຂ້ານ້ອຍເອົາດາບມາຟັນຫລື” 50 ມີຜູ້ນຶ່ງໃນພວກສາວົກໄດ້ຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູເບື້ອງຂວາຂາດ 51 ແຕ່ພຣະເຢຊູຊົງກ່າວວ່າ, “ເຊົາເສັຽເທາະ” ແລ້ວພຣະອົງຊົງບາຍຫູຄົນນັ້ນເຣັດໃຫ້ດີເປັນປົກກະຕິ 52 ຝ່າຍພຣະເຢຊູຊົງກ່າວແກ່ພວກປະໂຣຫິດຕົນໃຫຍ່ ກັບພວກນາຍທະຫານທີ່ຣັກສາພຣະວິຫານແລະພວກເຖົ້າແກ່ທີ່ອອກມາຕໍ່ສູ້ພຣະອົງນັ້ນວ່າ, “ທ່ານທັງຫລາຍຖືດາບ ຖືຄ້ອນອອກມາເຫມືອນຕໍ່ສູ້ໂຈນຫລື 53 ເມື່ອເຮົາຢູ່ກັບທ່ານທັງຫລາຍໃນບໍຣິເວນພຣະວິຫານທຸກໆວັນນັ້ນ ພວກທ່ານບໍ່ໄດ້ຍື່ນມືຕໍ່ສູ້ເຮົາ ແຕ່ບັດນີ້ເປັນເວລາຂອງພວກທ່ານແລະເປັນເວລາຂອງອຳນາດແຫ່ງຄວາມມືດ” 54 ເມື່ອໄດ້ຈັບພຣະອົງແລ້ວເຂົາໄດ້ພາໄປ ແລະຄຸມພຣະອົງເຂົ້າໄປໃນສຳນັກຂອງມະຫາປະໂຣຫິດ ຝ່າຍເປໂຕໄດ້ຕາມໄປໃນລະຍະຫ່າງໄກ 55 ເມື່ອເຂົາໄດ້ດັງໄຟໃນກາງເດີ່ນບ້ານແລະພາກັນນັ່ງລົງ ເປໂຕກໍເຂົ້າໄປນັ່ງກັບເຂົາ 56 ມີຍິງໃຊ້ຄົນນຶ່ງເຫັນເປໂຕນັ່ງຢູ່ບ່ອນແສງໄຟສ່ອງ ກໍເພ່ງເບິ່ງແລ້ວເວົ້າວ່າ, “ຄົນຜູ້ນີ້ແຫລະ, ເຄີຍຢູ່ກັບຄົນນັ້ນ” 57 ແຕ່ເປໂຕຕອບປະຕິເສດວ່າ, “ຍິງເອີຍ, ຄົນຜູ້ນັ້ນຂ້ອຍບໍ່ຮູ້ຈັກ” 58 ອີກຫນ້ອຍນຶ່ງມີຄົນນຶ່ງເຫັນເປໂຕກໍເວົ້າວ່າ, “ໂຕເປັນຄົນໃນພວກນັ້ນເຫມືອນກັນ” ເປໂຕຈຶ່ງຕອບວ່າ, “ຊາຍເອີຍ, ບໍ່ແມ່ນດອກ” 59 ຢູ່ມາປະມານຊົ່ວໂມງນຶ່ງມີອີກຄົນນຶ່ງຢືນຢັນຢ່າງແຂງແຮງວ່າ, “ຄັກແທ້ແລ້ວ ຜູ້ນີ້ແຫລະ, ເຄີຍຢູ່ກັບຄົນນັ້ນ ເພາະເປັນໄທຄາລີເລເຫມືອນກັນ” 60 ແຕ່ເປໂຕໄດ້ຕອບວ່າ, “ຊາຍເອີຍ, ເຣື່ອງທີ່ມຶງເວົ້ານັ້ນກູບໍ່ຮູ້ຈັກ” ໃນທັນໃດ ເມື່ອເປໂຕເວົ້າຍັງບໍ່ທັນຂາດຄຳໄກ່ກໍຂັນ 61 ແລະອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ ແລ້ວເປໂຕກໍລະນຶກເຖິງຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ວັນນີ້ກ່ອນໄກ່ຂັນທ່ານຈະປະຕິເສດເຮົາເຖິງສາມເທື່ອ” 62 ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ເປັນທຸກຫນັກໃຈ 63 ຝ່າຍຄົນທັງຫລາຍທີ່ໄດ້ຄຸມພຣະເຢຊູ ກໍໄດ້ເຍາະເຍີ້ຍແລະທຸບຕີພຣະອົງ 64 ແລະເມື່ອເຂົາໄດ້ເອົາຜ້າມັດພຣະເນດພຣະອົງແລ້ວ ເຂົາກໍຖາມວ່າ, “ແມ່ນໃຜຕີມຶງ ທວາຍເບິ່ງແມ໋” 65 ເຂົາໄດ້ເວົ້າຄຳຫຍາບຊ້າຕໍ່ພຣະອົງອີກຫລາຍປະການ 66 ຄັນຮຸ່ງເຊົ້າມາແລ້ວພວກເຖົ້າແກ່ຂອງພົລເມືອງ ກັບພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມໄດ້ມາປະຊຸມກັນ ແລະເຂົາໄດ້ພາພຣະອົງເຂົ້າໄປໃນສານສູງສຸດຂອງເຂົາ 67 ຈຶ່ງເວົ້າວ່າ, “ ຖ້າເຈົ້າເປັນພຣະຄຣິດ ຈົ່ງບອກເຮົາເສັຽ” ແຕ່ພຣະອົງຊົງຕອບເຂົາວ່າ, “ເຖິງເຮົາຈະບອກພວກທ່ານ ທ່ານກໍຈະບໍ່ເຊື່ອເຮົາດອກ 68 ແລະເຖິງເຮົາຈະຖາມພວກທ່ານ ທ່ານກໍຈະບໍ່ຕອບເຮົາຈັກຄໍາ 69 ແຕ່ວ່າຕັ້ງແຕ່ນີ້ໄປບຸດມະນຸດຈະນັ່ງເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດທານຸພາບ” 70 ເຂົາທຸກຄົນຈຶ່ງຖາມວ່າ, “ຖ້າຢ່າງນັ້ນເຈົ້າເປັນພຣະບຸດຂອງພຣະເຈົ້າຫລື” ພຣະອົງຊົງຕອບເຂົາວ່າ, “ທ່ານທັງຫລາຍເອງວ່າເຮົາເປັນຢ່າງນັ້ນແຫລະ” 71 ແລະເຂົາໄດ້ເວົ້າວ່າ, “ພວກເຮົາຍັງຈະຕ້ອງການພຍານອັນໃດອີກ ເພາະຝ່າຍພວກເຮົາໄດ້ຍິນຈາກປາກຂອງມັນເອງແລ້ວ” 231 ແລ້ວຂາປະຊຸມທັງຫມົດໄດ້ລຸກຂຶ້ນພາພຣະເຢຊູໄປຫາປີລາດ2 ແລະເຂົາໄດ້ຕັ້ງຕົ້ນຟ້ອງພຣະອົງວ່າ, “ພວກເຮົາໄດ້ພົບຄົນນີ້ກຳລັງຊັກຊວນຊົນຊາດຂອງເຮົາໃຫ້ເຮັດຜິດ ຄືຫ້າມບໍ່ໃຫ້ເສັຽສ່ວຍແກ່ກາຍຊາ ແລະຍັງເວົ້າວ່າຕົວເອງເປັນພຣະຄຣິດ ຄືກະສັດອົງນຶ່ງ” 3 ປີລາດຈຶ່ງຖາມພຣະເຢຊູວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” ພຣະອົງຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ” 4 ປີລາດຈຶ່ງເວົ້າກັບພວກປະໂຣຫິດຕົນໃຫຍ່ແລະປະຊາຊົນວ່າ, “ເຮົາບໍ່ເຫັນຜິດໃນຜູ້ນີ້ຈັກປະການ” 5 ແລະເຂົາແຮ່ງກ່າວຄຳແຂງຂຶ້ນວ່າ, “ຄົນຜູ້ນີ້ໄດ້ຍົວະຍົງພົລເມືອງໃຫ້ຕື່ນຂຶ້ນ ແລະສັ່ງສອນທົ່ວແຂວງຢູດາຍຕັ້ງແຕ່ແຂວງຄາລີເລຈົນເຖິງທີ່ນີ້” 6 ເມື່ອປີລາດໄດ້ຍິນເຂົາອອກຊື່ຄາລີເລຈຶ່ງຖາມວ່າ, “ຄົນນີ້ເປັນໄທຄາລີເລຫລື” 7 ເມື່ອຊາບວ່າພຣະອົງຊົງເປັນຄົນຢູ່ໃນຂອບເຂດປົກຄອງຂອງເຮໂຣດ ປີລາດຈຶ່ງສົ່ງພຣະອົງໄປຫາເຮໂຣດ ຜູ້ກຳລັງພັກຢູ່ໃນກຸງເຢຣູຊາເລັມໃນເວລານັ້ນ 8 ເມື່ອເຮໂຣດໄດ້ເຫັນພຣະເຢຊູກໍມີຄວາມຍິນດີຫລາຍ ດ້ວຍວ່າທ່ານຢາກພົບພຣະອົງແຕ່ເຫິງແລ້ວ ເພາະໄດ້ຍິນເຖິງເຣື່ອງພຣະອົງ ແລະຫວັງວ່າຈະເຫັນພຣະອົງຊົງເຣັດການອັດສະຈັນບາງປະການ 9 ທ່ານຈຶ່ງຖາມພຣະອົງຫລາຍຂໍ້ ແຕ່ພຣະອົງບໍ່ໄດ້ຊົງຕອບຈັກຢ່າງ 10 ຝ່າຍພວກປະໂຣຫິດຕົນໃຫຍ່ແລະພວກນັກທັມກໍຢືນຂຶ້ນຟ້ອງພຣະອົງຢ່າງແຂງແຮງ 11 ແລະເຮໂຣດກັບພວກທະຫານຂອງທ່ານໄດ້ດູຫມິ່ນເຍາະເຍີ້ຍພຣະອົງ ແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະອົງ ແລ້ວສົ່ງພຣະອົງຄືນໄປຫາປີລາດ 12 ຝ່າຍປີລາດກັບເຮໂຣດໄດ້ຄືນດີກັນໃນວັນນັ້ນ ດ້ວຍວ່າແຕ່ກ່ອນເປັນສັດຕຣູກັນ 13 ປີລາດຈຶ່ງສັ່ງພວກປະໂຣຫິດຕົນໃຫຍ່ ພວກເຈົ້ານາຍ ກັບຣາສດອນໃຫ້ມາປະຊຸມກັນ 14 ແລ້ວກ່າວແກ່ເຂົາວ່າ, “ທ່ານທັງຫລາຍໄດ້ພາຄົນນີ້ມາຫາເຮົາຟ້ອງວ່າເປັນຄົນຊັກຊວນຣາສດອນໃຫ້ຫລົງຜິດໄປ ແລະເບິ່ງແມ໋, ເຮົາໄດ້ສືບສວນຕໍ່ຫນ້າພວກທ່ານ ແລະບໍ່ເຫັນວ່າຄົນນີ້ມີຄວາມຜິດໃນຂໍ້ທີ່ທ່ານທັງຫລາຍຟ້ອງນັ້ນ 15 ແລະເຮໂຣດກໍບໍ່ເຫັນມີຄວາມຜິດເຫມືອນກັນ ເພາະວ່າທ່ານໄດ້ສົ່ງຕົວຄົນນີ້ກັບມາຫາເຮົາອີກແລ້ວ ເບິ່ງແມ໋, ຄົນຜູ້ນີ້ບໍ່ໄດ້ເຣັດຜິດອັນໃດທີ່ສົມຄວນຈະຖືກໂທດເຖິງຕາຍ 16 ເຫດສັນນັ້ນເມື່ອເຮົາຂ້ຽນຜູ້ນີ້ແລ້ວກໍຈະປ່ອຍໄປ” 17 (ດ້ວຍວ່າໃນງານເທສການນັ້ນທ່ານຕ້ອງປ່ອຍຄົນນຶ່ງໃຫ້ເຂົາ) 18 ແຕ່ຄົນທັງປວງຮ້ອງຂຶ້ນພ້ອມກັນວ່າ, “ເອົາມັນໄປຂ້າເສັຽ ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ” 19 ສ່ວນບາຣາບານັ້ນກໍຕິດຄຸກຢູ່ ເພາະການຈະລາຈົນທີ່ເກີດຂຶ້ນໃນເມືອງແລະການຂ້າຄົນ 20 ສ່ວນປີລາດຍັງມີນ້ຳໃຈຢາກປ່ອຍພຣະເຢຊູຈຶ່ງກ່າວກັບເຂົາອີກ 21 ແຕ່ເຂົາໄດ້ຮ້ອງດັງຂຶ້ນວ່າ, “ຄຶງໄວ້, ຄຶງມັນໄວ້ທີ່ໄມ້ກາງແຂນ” 22 ປີລາດຈຶ່ງກ່າວກັບເຂົາເປັນເທື່ອທີ່ສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ ເຮົາບໍ່ໄດ້ເຫັນມີຜິດອັນໃດທີ່ສົມຄວນຈະໃຫ້ຖືກໂທດເຖິງຕາຍ ເຫດສັນນັ້ນເມື່ອເຮົາຂ້ຽນແລ້ວກໍຈະປ່ອຍເສັຽ” 23 ຝ່າຍຄົນທັງປວງກໍພ້ອມກັນຮ້ອງສຽງດັງ ເພື່ອຈະໃຫ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະສຽງຂອງເຂົາກໍຊະນະ 24 ແລ້ວປີລາດຈຶ່ງຕັດສິນໃຫ້ເປັນໄປຕາມຄວາມຂໍຮ້ອງຂອງເຂົາ 25 ທ່ານຈຶ່ງປ່ອຍຄົນທີ່ເຂົາຂໍນັ້ນ ຄືຜູ້ທີ່ຕິດຄຸກຢູ່ເພາະການຈະລາຈົນແລະການຂ້າຄົນ ແຕ່ໄດ້ມອບພຣະເຢຊູໄວ້ຕາມຄວາມຕ້ອງການຂອງເຂົາ 26 ເມື່ອເຂົາພາພຣະອົງອອກໄປ ເຂົາໄດ້ຈັບຊີໂມນໄທກີເຣເນທີ່ກຳລັງມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງໃສ່ໃຫ້ແບກຕາມພຣະເຢຊູໄປ 27 ປະຊາຊົນຈຳນວນຫລວງຫລາຍໄດ້ຕາມພຣະອົງໄປ ທັງພວກແມ່ຍິງທີ່ຕີເອິກຮ້ອງໄຫ້ເພາະພຣະອົງ 28 ພຣະເຢຊູຊົງຫລຽວຫລັງຫາເຂົາແລ້ວຊົງກ່າວວ່າ, “ລູກສາວເຢຣູຊາເລັມເອີຍ, ຢ່າຊູຮ້ອງໄຫ້ສົງສານເຮົາ ແຕ່ຈົ່ງຮ້ອງໄຫ້ສົງສານຕົນເອງ ແລະສົງສານລູກທັງຫລາຍຂອງຕົນ 29 ດ້ວຍວ່າ ເບິ່ງແມ໋, ຈະມີເວລານຶ່ງທີ່ເຂົາຈະເວົ້າວ່າ, “ແມ່ຍິງເຫລົ່ານັ້ນທີ່ເປັນຫມັນ ທ້ອງທີ່ບໍ່ເກີດລູກ ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອກໍເປັນສຸກ” 30 ໃນເວລານັ້ນເຂົາຈະຕັ້ງຕົ້ນກ່າວກັບພູທັງຫລາຍວ່າ, “ຂໍຈົ່ງເຈື່ອນລົງມາທັບເຮົາ” ແລະກ່າວກັບໂນນທັງຫລາຍວ່າ, “ຈົ່ງປົກບັງເຮົາໄວ້” 31 ເພາະວ່າຖ້າເຂົາເຮັດການຢ່າງນີ້ແກ່ຕົ້ນໄມ້ສົດ ເຂົາຈະເຮັດຢ່າງໃດຫນໍແກ່ຕົ້ນໄມ້ທີ່ແຫ້ງແລ້ວ” 32 ມີອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງເຂົາໄດ້ຄຸມມາເຫມືອນກັນເພື່ອຂ້າເສັຽພ້ອມກັບພຣະອົງ 33 ເມື່ອມາເຖິງບ່ອນນຶ່ງທີ່ເອີ້ນວ່າກະໂຫລກຫົວ ເຂົາກໍຄຶງພຣະອົງໄວ້ບ່ອນນັ້ນທີ່ໄມ້ກາງແຂນ ພ້ອມກັບຜູ້ຮ້າຍສອງຄົນ ເບື້ອງຂວາຄົນນຶ່ງ ເບື້ອງຊ້າຍຄົນນຶ່ງ 34 ຝ່າຍພຣະເຢຊູຈຶ່ງຊົງອ້ອນວອນວ່າ, “ໂອ ພຣະບິດາເຈົ້າ, ຂໍໂຜດອະພັຍໂທດເຂົາ ເພາະວ່າເຂົາບໍ່ຮູ້ຈັກວ່າເຂົາກຳລັງເຮັດອັນໃດ” ແລ້ວເຂົາໄດ້ເອົາເຄື່ອງທົງຂອງພຣະອົງໄປຈົກສລາກແບ່ງປັນກັນ 35 ຝ່າຍປະຊາຊົນກໍຢືນເບິ່ງ ແລະພວກເຈົ້ານາຍໄດ້ເຍາະເຍີ້ຍພຣະອົງວ່າ, “ມັນໄດ້ຊ່ອຍຄົນອື່ນໃຫ້ລອດພົ້ນ ຖ້າຄົນນີ້ເປັນພຣະຄຣິດທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນໃຫ້ມັນຊ່ອຍຕົນເອງເສັຽ” 36 ພວກທະຫານໄດ້ເຍາະເຍີ້ຍພຣະອົງເຫມືອນກັນ ເຂົາໄດ້ເຂົ້າມາເອົາເຫລົ້າແວງສົ້ມຖວາຍພຣະອົງ 37 ໂດຍເວົ້າວ່າ, “ຖ້າເຈົ້າເປັນກະສັດຊາດຢິວ ຈົ່ງຊ່ອຍຕົວເອງໃຫ້ພົ້ນເສັຽ” 38 ແລະມີຄຳຂຽນໄວ້ເທິງພຣະອົງວ່າ, “ຜູ້ນີ້ຄືກະສັດຂອງຊາດຢິວ” 39 ຝ່າຍຄົນນຶ່ງໃນຜູ້ຮ້າຍທີ່ຖືກຄຶງໄວ້ ໄດ້ເວົ້າຫມິ່ນປມາດຕໍ່ພຣະອົງວ່າ, “ເຈົ້າເປັນພຣະຄຣິດ ບໍ່ແມ່ນຫລື ຈົ່ງຊ່ອຍຕົວເອງກັບຊ່ອຍເຮົາໃຫ້ພົ້ນເສັຽ” 40 ແຕ່ຄົນນຶ່ງໄດ້ຫ້າມວ່າ, “ໂຕບໍ່ຢ້ານພຣະເຈົ້າຫລື ເພາະໂຕກໍຖືກໂທດເຫມືອນກັນ 41 ຝ່າຍເຮົາກໍສົມກັບໂທດນັ້ນແທ້ ເພາະເຮົາກຳລັງໄດ້ຮັບສົມກັບການທີ່ເຮົາເຮັດນັ້ນ ແຕ່ຜູ້ນີ້ບໍ່ໄດ້ເຣັດຜິດອັນໃດ” 42 ແລ້ວຄົນນັ້ນຈຶ່ງທູນວ່າ, “ພຣະເຢຊູເອີຍ, ເມື່ອໃດທ່ານມາໃນແຜ່ນດິນຂອງທ່ານ ຂໍຈົ່ງລະນຶກເຖິງຂ້ານ້ອຍແດ່” 43 ຝ່າຍພຣະອົງຊົງຕອບວ່າ, “ເຮົາບອກທ່ານຕາມຈິງວ່າ ວັນນີ້ທ່ານຈະຢູ່ກັບເຮົາໃນທີ່ສຸຂເສີມ” 44 ເວລານັ້ນພໍປະມານຫົກໂມງ ກໍບັງເກີດມືດມົວທົ່ວແຜ່ນດິນຈົນເຖິງເກົ້າໂມງ 45 ແສງຕາເວັນກໍມືດໄປ ແລະຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເຄິ່ງກາງ 46 ແລ້ວພຣະເຢຊູຊົງຮ້ອງສຽງດັງກ່າວວ່າ, “ພຣະບິດາເອີຍ, ຂ້ານ້ອຍຂໍຝາກຈິດວິນຍານຂອງຂ້ານ້ອຍໄວ້ໃນພຣະຫັດຂອງພຣະອົງ” ເມື່ອຊົງກ່າວຢ່າງນັ້ນແລ້ວກໍສິ້ນພຣະຊົນ 47 ເມື່ອນາຍຮ້ອຍທະຫານໄດ້ເຫັນການທີ່ເກີດຂຶ້ນນັ້ນ ຈຶ່ງສັຣເສີນພຣະເຈົ້າວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ບໍ່ມີຄວາມຜິດ” 48 ຄົນທັງປວງທີ່ມາຊຸມນຸມເບິ່ງການແປກປລາດນັ້ນ ເມື່ອໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ ກໍພາກັນຕີເອິກກັບຄືນໄປ 49 ຄົນທັງຫລາຍທີ່ຮູ້ຈັກພຣະອົງກັບພວກແມ່ຍິງທີ່ໄດ້ຕາມມາພ້ອມພຣະອົງແຕ່ແຂວງຄາລີເລ ກໍຢືນເບິ່ງການທັງຫລາຍນີ້ຢູ່ແຕ່ໄກ 50 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ ໂຢເຊບ ເປັນສະມາຊິກແຫ່ງສານສູງສຸດ ທ່ານເປັນຄົນດີແລະຄົນສັດຊື່ 51 ທ່ານຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິແລະການເຮັດຂອງເຂົານັ້ນ ທ່ານເປັນໄທບ້ານອາຣີມາທາຍຊຶ່ງເປັນບ້ານຂອງຊາດຢິວ ທັງເປັນຜູ້ຄອຍຖ້າຣາຊອານາຈັກຂອງພຣະເຈົ້າ 52 ທ່ານຜູ້ນີ້ໄດ້ເຂົ້າໄປຫາປີລາດຂໍເອົາພຣະສົບພຣະເຢຊູ 53 ແລະເມື່ອໄດ້ອັນເຊີນພຣະສົບລົງແລ້ວ ທ່ານກໍເອົາຜ້າປ່ານຫໍ່ຫຸ້ມໄວ້ ແລ້ວອັນເຊີນພຣະສົບໄປບັນຈຸໄວ້ໃນອຸບໂມງ ທີ່ສະກັດໄວ້ໃນຫີນຊຶ່ງຍັງບໍ່ໄດ້ວາງສົບໃຜຈັກເທື່ອ 54 ວັນນັ້ນເປັນວັນຈັດຕຽມ ແລະວັນສະບາໂຕກໍເກືອບຈະເຖິງແລ້ວ 55 ຝ່າຍພວກແມ່ຍິງທີ່ຕາມພຣະອົງມາຈາກແຂວງຄາລີເລກໍໄດ້ຕາມໄປ ແລະໄດ້ເຫັນອຸບໂມງ ກັບໄດ້ເຫັນເຂົາບັນຈຸວາງພຣະສົບຂອງພຣະອົງໄວ້ຢ່າງໃດ 56 ແລ້ວເຂົາກໍໄດ້ກັບໄປຈັດແຈງເຄື່ອງແລະນ້ຳມັນຫອມໃນວັນສະບາໂຕນັ້ນເຂົາກໍໄດ້ພັກການຕາມພຣະບັນຍັດ 241 ແຕ່ຮຸ່ງເຊົ້າວັນຕົ້ນສັປດາ ຜູ້ຍິງເຫລົ່ານັ້ນໄດ້ນຳເອົາເຄື່ອງຫອມທີ່ຈັດໄວ້ນັ້ນມາເຖິງອຸບໂມງ2 ແລະເຂົາໄດ້ເຫັນກ້ອນຫີນນັ້ນກຶ່ງອອກຈາກປາກອຸບໂມງແລ້ວລ 3 ເມື່ອເຂົ້າໄປທັງໃນແລ້ວເຂົາກໍບໍ່ເຫັນພຣະສົບ 4 ເມື່ອເຂົາກຳລັງຄຶດສງົນສົນເທດ້ວຍເຫດການນັ້ນ ເບິ່ງແມ໋, ມີຊາຍສອງຄົນຢືນຢູ່ໃກ້ເຂົາ ນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ 5 ຝ່າຍແມ່ຍິງເຫລົ່ານັ້ນກໍຢ້ານແລະກົ້ມຫນ້າລົງເຖິງດິນ ສອງຄົນນັ້ນໄດ້ຖາມເຂົາວ່າ, “ພວກນາງຊອກຄົນເປັນໃນຫມູ່ຄົນຕາຍເຮັດຫຍັງ 6 ພຣະອົງບໍ່ປະທັບຢູ່ທີ່ນີ້ ແຕ່ຖືກຊົງບັນດານໃຫ້ເປັນຄືນມາແລ້ວ ຈົ່ງລະນຶກເຖິງຄຳທີ່ພຣະອົງຊົງກ່າວກັບທ່ານທັງຫລາຍ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລນັ້ນ 7 ວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຄົນບາບ ຈະຖືກຄຶງໄວ້ທີ່ໄມ້ກາງແຂນ ແລໃນວັນຖ້ວນສາມກໍຈະຄືນມາອີກ” 8 ແມ່ຍິງເຫລົ່ານັ້ນໄດ້ລະນຶກເຖິງຖ້ອຍຄຳຂອງພຣະອົງ 9 ແລະເມື່ອໄດ້ກັບໄປຈາກອຸບໂມງແລ້ວ ເຂົາໄດ້ບອກເຫດການທັງປວງນັ້ນແກ່ພວກສິບເອັດຄົນນັ້ນແລະຄົນອື່ນໆເຫມືອນກັນ 10 ຜູ້ທີ່ໄດ້ບອກເຫດການນັ້ນແກ່ພວກອັຄສາວົກ ຄືມາຣິອາມັກດາລາ ໂຢຮັນນາ ມາຣິອາແມ່ຂອງຢາໂກໂບ ພ້ອມດ້ວຍຜູ້ອື່ນໆທີ່ຢູ່ກັບເຂົາ 11 ຝ່າຍພວກອັຄສາວົກບໍ່ເຊື່ອຄຳເວົ້າຂອງພວກຜູ້ຍິງ ເພາະຖືວ່າເປັນຄຳເວົ້າເປົ່າໆ 12 (ແຕ່ເປໂຕໄດ້ລຸກຂຶ້ນແລ່ນມາຍັງອຸບໂມງ ເມື່ອກົ້ມລົງກໍເຫັນແຕ່ຜ້າຫໍ່ເທົ່ານັ້ນ ຈຶ່ງກັບໄປດ້ວຍຄຶດປລາດໃຈເຖິງເຫດການຊຶ່ງເກີດຂຶ້ນນັ້ນ) 13 ແລະເບິ່ງແມ໋, ໃນວັນດຽວກັນນັ້ນຍັງມີສາວົກສອງຄົນກຳລັງໄປບ້ານເອມມາອູດ ຊຶ່ງໄກຈາກກຸງເຢຣູຊາເລັມປະມານຫົກພັນວາ 14 ເຂົາທັງສອງໄດ້ສົນທະນາກັນເຖິງເຫດການທີ່ເກີດຂຶ້ນນັ້ນ 15 ເມື່ອເຂົາກຳລັງສົນທະນາໄຕ່ຖາມກັນຢູ່ ພຣະເຢຊູກໍສະເດັດເຂົ້າມາໃກ້ເຂົາ ແລ້ວໄດ້ສະເດັດຮ່ວມທາງກັບເຂົາໄປ 16 ແຕ່ຕາຂອງເຂົາໄດ້ຖືກຊົງບັງລັບໄວ້ ເພື່ອບໍ່ໃຫ້ເຂົາຮູ້ຈັກພຣະອົງ 17 ພຣະອົງຊົງຖາມເຂົາວ່າ, “ເມື່ອມາຕາມທາງພວກທ່ານໄຕ່ຖາມກັນເຖິງເຣື່ອງໃດ” ແລະເຂົາໄດ້ຢຸດຢືນຢູ່ດ້ວຍຫນ້າໂສກເສົ້າ 18 ແລ້ວຄົນນຶ່ງຊື່ກະໂລປາ ໄດ້ທູນຖາມພຣະອົງວ່າ, “ໃນບັນດາແຂກເມືອງທີ່ມາອາສັຍຢູ່ໃນກຸງເຢຣູຊາເລັມ ມີແຕ່ທ່ານຜູ້ດຽວຫລື ທີ່ບໍ່ຮູ້ເຫດການຊຶ່ງເກີດຂຶ້ນທີ່ນັ້ນລະຫວ່າງວັນເຫລົ່ານີ້” 19 ພຣະອົງຊົງຖາມເຂົາວ່າ, “ເຫດການອັນໃດ” ເຂົາທູນຕອບວ່າ, “ເຣື່ອງເຢຊູໄທນາຊາເຣັດທີ່ສະແດງຕົວເປັນຜູ້ປະກາດພຣະທັມປະກອບດ້ວຍຣິດເດດ ໃນກິຈການແລະໃນຖ້ອຍຄຳຕໍ່ພຣະພັກພຣະເຈົ້າແລະຕໍ່ຫນ້າພົລເມືອງທັງຫມົດ 20 ຄືຜູ້ທີ່ພວກປະໂຣຫິດຕົນໃຫຍ່ແລະພວກເຈົ້ານາຍຂອງເຮົາ ໄດ້ມອບທ່ານໄວ້ໃຫ້ຕັດສິນລົງໂທດເຖິງຕາຍ ແລະໄດ້ຄຶງໄວ້ທີ່ໄມ້ກາງແຂນ 21 ແຕ່ເຮົາທັງຫລາຍຫວັງໃຈວ່າ ຈະແມ່ນທ່ານຜູ້ນີ້ແຫລະ, ທີ່ຈະໄຖ່ຊົນຊາດອິສຣາເອນໃຫ້ພົ້ນ ຫລາຍກວ່ານັ້ນອີກ, ວັນນີ້ເປັນວັນຖ້ວນສາມຕັ້ງແຕ່ເຫດການນັ້ນເກີດຂຶ້ນ 22 ມີແມ່ຍິງລາງຄົນໃນພວກເຮົາໄດ້ໄປເຖິງອຸບໂມງແຕ່ຮຸ່ງເຊົ້າ ເຂົາໄດ້ເຮັດໃຫ້ພວກເຮົາປລາດໃຈຫລາຍ 23 ຄືເຂົາບໍ່ໄດ້ເຫັນສົບຂອງທ່ານ ຈຶ່ງມາບອກວ່າໄດ້ເຫັນນິມິດເປັນເທວະດາ ແລະເທວະດາໄດ້ບອກວ່າທ່ານມີຊີວິດຢູ່ 24 ບາງຄົນທີ່ຢູ່ກັບພວກເຮົາກໍໄດ້ໄປເຖິງອຸບໂມງ ແລະໄດ້ພົບເຫມືອນພວກແມ່ຍິງນັ້ນໄດ້ບອກ ແຕ່ທ່ານຜູ້ນັ້ນເຂົາບໍ່ໄດ້ເຫັນ” 25 ພຣະເຢຊູຊົງກ່າວແກ່ສອງຄົນນັ້ນວ່າ, “ໂອ ຄົນໂງ່, ຜູ້ມີໃຈເສີຍຊ້າໃນກາຍເຊື່ອບັນດາຖ້ອຍຄຳ ຊຶ່ງພວກຜູ້ປະກາດພຣະທັມໄດ້ກ່າວໄວ້ນັ້ນ 26 ຈຳເປັນທີ່ພຣະຄຣິດຈະຕ້ອງທົນທຸກທໍຣະມານຢ່າງນັ້ນ ແລ້ວເຂົ້າໄປໃນໃນຣັສມີຂອງພຣະອົງ ບໍ່ແມ່ນຫລື” 27 ພຣະອົງຈຶ່ງຊົງອະທິບາຍພຣະຄັມພີທັງຫມົດທີ່ກ່ຽວກັບພຣະອົງເອງໃຫ້ເຂົາຟັງ ຕັ້ງແຕ່ໂມເຊແລະບັນດາຜູ້ປະກາດພຣະທັມ 28 ເມື່ອເຂົາມາໃຫ້ບ້ານທີ່ຈະໄປນັ້ນ ພຣະອົງຊົງເຮັດເຫມືອນກັບວ່າຈະສະເດັດເລີຍໄປ 29 ແຕ່ເຂົາທັງສອງໄດ້ຫນ່ວງຫນ່ຽວທູນພຣະອົງວ່າ, “ເຊີນທ່ານມາພັກເຊົາຢູ່ກັບເຮົາ ເພາະວ່າເວລາກໍຈວນຈະຄ່ຳແລ້ວ ແລະວັນກໍລ່ວງໄປຫລາຍແລ້ວ” 30 ຢູ່ມາເມື່ອຊົງນັ່ງໂຕະຮ່ວມເຂົາ ພຣະອົງຊົງຈັບເອົາເຂົ້າຈີ່ມາໂມທະນາພຣະຄຸນ ແລ້ວຊົງຫັກຍື່ນໃຫ້ເຂົາ 31 ແລະຕາຂອງເຂົາກໍຖືກຊົງປືດອອກ ແລ້ວພຣະອົງກໍຊົງຫາຍໄປຈາກເຂົາເສັຽ 32 ເຂົາຈຶ່ງເວົ້າກັນວ່າ, “ເມື່ອພຣະອົງຊົງເວົ້ານຳເຮົາຕາມທາງ ແລະໄດ້ຊົງອະທິບາຍພຣະຄັມພີໃຫ້ເຮົາຟັງນັ້ນ ໃຈຂອງເຮົາກໍຮ້ອນຮົນເຫມືອນໄຟພາຍໃນເຮົາ ບໍ່ແມ່ນຫລື” 33 ໃນໂມງນັ້ນເຂົາທັງສອງກໍລຸກຂຶ້ນກັບໄປຍັງກຸງເຢຣູຊາເລັມ ແລະໄດ້ພົບສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບພັກພວກ 34 ກຳລັງເວົ້າກັນວ່າ, “ແມ່ນອົງພຣະຜູ້ເປັນເຈົ້າຊົງເປັນຄືນມາແນ່ແທ້ ແລະໄດ້ຊົງປາກົດແກ່ຊີໂມນ” 35 ຝ່າຍສອງຄົນນັ້ນໄດ້ເລົ່າຍັງເຫດການທີ່ໄດ້ເກີດຂຶ້ນຕາມທາງ ແລະການທີ່ພຣະອົງໄດ້ຊົງເຣັດໃຫ້ເຂົາຮູ້ຈັກພຣະອົງເອງໂດຍການຊົງຫັກເຂົ້າຈີ່ນັ້ນ” 36 ເມື່ອເຂົາທັງສອງກຳລັງເລົ່າເຫດການທັງປວງນັ້ນຢູ່ ອົງພຣະເຢຊູໄດ້ຊົງຢືນຢູ່ຖ້າມກາງເຂົາ (ໂດຍຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ທ່ານທັງຫລາຍ”) 37 ຝ່າຍເຂົາກໍຢ້ານສະດຸ້ງຕົກໃຈໂດຍຄຶດວ່າເຫັນຜີ 38 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍວຸ້ນວາຍເຮັດຫຍັງ ດ້ວຍເຫດໃດຄວາມຄຶດສະງົນສົນເທຈຶ່ງເກີດຂຶ້ນໃນໃຈຂອງພວກທ່ານ 39 ຈົ່ງເບິ່ງມືແລະຕີນຂອງເຮົາວ່າແມ່ນເຮົາເອງ ຈົ່ງຄຳເບິ່ງຕົວເຮົາ ເພາະວ່າຜີບໍ່ມີເນື້ອບໍ່ມີດູກເຫມືອນກັບທ່ານເຫັນເຮົາມີຢູ່ນີ້” 40 ເມື່ອຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ 41 ເມື່ອເຂົາຍັງບໍ່ວາງໃຈເຊື່ອເພາະຄວາມຍິນດີແລະປລາດໃຈຢູ່ ພຣະອົງຈຶ່ງຊົງຖາມເຂົາວ່າ, “ທີ່ນີ້ພວກທ່ານມີຫຍັງກິນແດ່ຫລື” 42 ແລະເຂົາກໍເອົາປາປິ້ງຕ່ອນນຶ່ງມາຖວາຍພຣະອົງ 43 ພຣະອົງຊົງຮັບມາສເວີຍຕໍ່ຫນ້າເຂົາ 44 ພຣະອົງຊົງກ່າວແກ່ເຂົາວ່າ, “ນີ້ແຫລະ, ຄືຖ້ອຍຄຳຂອງເຮົາ ຊຶ່ງເຮົາໄດ້ບອກໄວ້ແກ່ທ່ານທັງຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານວ່າບັນດາຄຳທີ່ຂຽນໄວ້ເຖິງເຮົາໃນບັນຍັດຂອງໂມເຊ ໃນຄັມພີຂອງພວກຜູ້ປະກາດພຣະທັມ ແລະໃນຄັມພີເພງສັຣເສີນນັ້ນຈຳເປັນຈະຕ້ອງສຳເຣັດ” 45 ເມື່ອນັ້ນພຣະອົງໄດ້ຊົງບັນດົນຈິດໃຈຂອງເຂົາ ເພື່ອໃຫ້ເຂົາເຂົ້າໃຈພຣະຄັມພີ 46 ພຣະອົງຊົງກ່າວແກ່ເຂົາວ່າ, “ມີຄຳຂຽນໄວ້ຢ່າງນີ້ ພຣະຄຣິດຈະຕ້ອງຊົງທົນທຸກທໍຣະມານ ແລະຊົງເປັນຄືນມາຈາກຕາຍໃນວັນຖ້ວນສາມ 47 ແລະຈະຕ້ອງປະກາດທົ່ວທຸກປະເທດໃນພຣະນາມຂອງພຣະອົງໃຫ້ຖິ້ມໃຈເກົ່າເອົາໃຈໃຫມ່ຣັບການຍົກບາບໂທດ ຕັ້ງແຕ່ກຸງເຢຣູຊາເລັມໄປ 48 ຝ່າຍທ່ານທັງຫລາຍເປັນພຍານໃນການທັງຫລາຍນັ້ນ 49 ແລະເບິ່ງແມ໋, ອັນທີ່ພຣະບິດາຂອງເຮົາໄດ້ຊົງສັນຍາໄວ້ນັ້ນ ເຮົາກໍໃຊ້ມາເທິງທ່ານທັງຫລາຍ ແຕ່ຝ່າຍພວກທ່ານຈົ່ງຄອຍຢູ່ໃນກຸງ ຈົນກວ່າພວກທ່ານຈະໄດ້ປະກອບດ້ວຍຣິດເດດທີ່ມາຈາກເບື້ອງເທິງ” 50 ພຣະອົງຈຶ່ງຊົງພາເຂົາອອກໄປເຖິງບ້ານເບັດທາເນັຽ ແລະຊົງຍົກພຣະຫັດອວຍພອນເຂົາ 51 ເມື່ອຊົງອວຍພອນຢູ່ນັ້ນ ພຣະອົງໄດ້ສະເດັດຈາກເຂົາໄປ (ແລະຊົງຖືກຮັບຂຶ້ນໄປສູ່ສວັນ) 52 ສ່ວນເຂົາ (ເມື່ອຂາບລົງນະມັສການພຣະອົງແລ້ວ) ກໍກັບໄປຍັງກຸງເຢຣູຊາເລັມດ້ວຍຄວາມຍິນດີຫລາຍ 53 ແລະທຸກໆວັນເຂົາທັງຫລາຍໄດ້ຢູ່ໃນບໍຣິເວນພຣະວິຫານ ສັຣເສີນໂມທະນາພຣະຄຸນຂອງພຣະເຈົ້າ |