John
you will need the DokChampa font - click here


ໂຢ​ຮັນ


1

1 ເມື່ອ​ຕົ້ນ​ເດີມ​ນັ້ນ​ພຣະ​ທັມ​ຊົງ​ເປັນ​ຢູ່​ແລ້ວ ພຣະ​ທັມ​ນັ້ນຊົງສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ ພຣະ​ທັມ​ນັ້ນ​ແຫລະ, ຊົງ​ເປັນ​ພຣະ​ເຈົ້າ

2 ເມື່ອ​ຕົ້ນ​ເດີມ​ນັ້ນ​ພຣະ​ທັມ​ຊົງ​ສະ​ຖິ​ດຢູ່​ກັບ​ພຣະ​ເຈົ້າ

3 ພຣະ​ເຈົ້າ​ຊົງ​ສ້າງ​ສິ່ງ​ທັງ​ປວງ​ຂຶ້ນ​ມາ​ໂດຍ​ພຣະ​ທັມ ໃນ​ບັນ​ດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່​ມີ​ຈັກ​ສິ່ງ​ທີ່​ເປັນ​ມາ​ໂດຍນອກ​ຈາກ​ພຣະ​ທັມ

4 ພຣະ​ທັມ​ນັ້ນ​ຊົງ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ​ເອງ ແລະ​ຊີວິດ​ນັ້ນ​ເປັນ​ຄວາມ​ສວ່າ​ງຂອງ​ມະ​ນຸ​ສ​ໂລກ

5 ຄວາມ​ສວ່າງ​ກໍ​ສ່ອງ​ເຂົ້າ​ມາ​ໃນ​ມືດ ແລະ​ຄວາມ​ມືດ​ນັ້ນ​ບໍ່​ໄດ້​ຊະ​ນະ​ຕໍ່​ຄວາມ​ສວ່າງ

6 ແລະ​ເກີດ​ມີ​ຊາຍ​ຄົນ​ນຶ່ງທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ ຊື່​ວ່າ ໂຢ​ຮັນ

7 ທ່ານ​ໄດ້​ມາ​ເປັນ​ພຍານ ເພື່ອອ້າງ​ຄວາມ​ພຍານ​ເຣື່ອງ​ຄວາມ​ສວ່າງ​ນັ້ນ ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ເຊື່ອ​ໃນ​ດ້ວຍ​ທ່ານ

8 ທ່ານ​ບໍ່​ແມ່ນ​ຄວາມ​ສວ່າງ ແຕ່​ມາ​ເປັນ​ພຍານ​ກ່ຽວ​ເຣື່ອງ​ຄວາມ​ສວ່າງ​ນັ້ນ

9 ອັນ​ນີ້​ຄື​ຄວາມ​ສວ່າງ​ອັນ​ແທ້​ຈິງ ທີ່​ຂ​ນະ​ນັ້ນ​ກຳ​ລັງ​ເຂົ້າມາ​ໃນ​ໂລກ​ແລະ​ສ່ອງ​ເຖິງ​ຄົນ​ທັງ​ປວງ

10 ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ໂລກ​ຊຶ່ງ​ພຣະ​ເຈົ້າ​ຊົງ​ສ້າງ​ຂຶ້ນ​ດ້ວຍ​ພຣະ​ອົງ​ນັ້ນ ແຕ່​ໂລກ​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ

11 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ບ້ານເມືອງ​ຂອງ​ພຣະ​ອົງ ແລະ​ຊາວ​ບ້ານ​ຊາວ​ເມືອງ​ຂອງ​ພຣະ​ອົງ​ບໍ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ

12 ແຕ່​ສ່ວນ​ບັນ​ດາ​ຜູ້​ທີ່​ຕ້ອນ​ຮັບ​ພຣະ​ອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ທານ​ສິດ​ໃຫ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ

13 ຊຶ່​ງບໍ່​ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ປະ​ສົງ​ຂອງ​ມະ​ນຸດ ແຕ່​ເກີດ​ຈາກ​ພຣະ​ເຈົ້າ

14 ພຣະ​ທັມ​ໄດ້​ຊົງ​ບັງ​ເກີດ​ເປັນ​ມະ​ນຸດ ແລະ​ຊົງ​ອາ​ໄສ​ຢູ່​ຖ້າມ​ກາງ​ເຮົາ​ທັງ​ຫລາຍ​ບໍ​ຣິ​ບູນ​ດ້ວຍ​ພຣະ​ຄຸນ​ແລະ​ຄວາມ​ຈິງ ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ຄື​ສະ​ງ່າ​ຣາ​ສີ​ອັນ​ສົມ​ກັບ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ

15 ໂຢ​ຮັນ​ໄດ້​ເປັນ​ພຍານ​ໃຫ້​ແກ່​ພຣະ​ອົງ​ແລະ​ຮ້ອງ​ປະ​ກາດ​ວ່າ, “ຜູ້​ນີ້​ແຫລະ, ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງວ່າ “ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຈະ​ອອກ​ກ່ອນ​ຫນ້າ​ເຮົາ ເພາະ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ”

16 ແລະ​ເຮົາ​ທຸ​ກ​ຄົນ​ໄດ້​ຮັບ​ຈາກ​ຄວາມ​ຄົບ​ບໍ​ຣິ​ບູນ​ຂອງ​ພຣະ​ອົງ ເປັນ​ພຣະ​ຄຸນ​ຊ້ອນ​ພຣະ​ຄຸນ

17 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ນັ້ນ​ດ້ວຍ​ໂມ​ເຊ ສ່ວນ​ພຣະ​ຄຸນແລະ​ຄວາມ​ຈິງ​ມາ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ

18 ບໍ່ມີ​ໃຜ​ໄດ້​ເຫັນ​ພຣະ​ເຈົ້າ​ຈັກ​ເທື່ອ ແຕ່​ພຣະ​ບຸດ​ອົງ​ດຽວ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຊຶ່ງ​ຊົງ​ສະ​ຖິດ​ຢູ່​ໃນ​ພຣະ​ຊວງ​ຂອງ​ພຣະ​ບິ​ດາ ພຣະ​ອົງ​ນັ້ນ​ແຫລະ, ໄດ້​ຊົງ​ສະ​ແດງ​ໃຫ້​ຮູ້

19 ນີ້​ເປັນ​ຄຳ​ພຍານ​ຂອງ​ໂຢ​ຮັນ ຄື​ເມື່ອ​ພວກ​ຢິວ​ໄດ້​ໃຊ້​ພວກ​ປະ​ໂຣ​ຫິດ​ແລະ​ພວກ​ເລ​ວີ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ຖາມ​ທ່ານ​ວ່າ, “ທ່ານ​ຄື​ຜູ້​ໃດ”

20 ທ່ານ​ກໍ​ຍອມ​ບໍ່​ໄດ້​ປະ​ຕິ​ເສດ ຄື​ໄດ້​ຍອມ​ຮັບ​ວ່າ “ເຮົາ​ບໍ່​ແມ່ນ​ພຣະ​ຄຣິດ”

21 ເຂົາ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ທ່ານ​ຄື​ຜູ້​ໃດ ທ່ານ​ແມ່ນ​ເອ​ລີ​ຢາ​ຫລື” ທ່ານ​ຕອບ​ວ່າ, “ເຮົາ​ບໍ່​ແມ່ນ​ເອ​ລີ​ຢາ” ທ່ານ​ຄື​ຜູ້​ປະ​ກາດ​ພຣະ​ທັມ​ຫລື” ທ່ານ​ຕອບ​ວ່າ, “ບໍ່​ແມ່ນ”

22 ເຂົາຈຶ່ງ​ຖາມ​ອີກວ່າ, “ທ່ານ​ຄື​ໃຜ ເພື່ອ​ເຮົາ​ຈະ​ໄດ້​ເອົາ​ຄຳ​ຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ ຝ່າຍ​ທ່ານ ທ່ານ​ເວົ້າ​ຢ່າງ​ໃດ”

23 ທ່ານ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະ​ກາດ​ໃນ​ປ່າ​ວ່າ “ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຊື່​ໄປ” ຕາມ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດພຣະ​ທັມ​ໄດ້​ກ່າວ​ໄວ້

24 ຝ່າຍ​ພວກ​ທີ່​ຮັບ​ໃຊ້​ມາ​ນັ້ນ​ແມ່ນ​ແຕ່​ພັກ​ພວກ​ຟາ​ຣີ​ຊາຍ

25 ເຂົາ​ຈຶ່ງ​ຖາມໂຢ​ຮັນ​ວ່າ, “ຖ້າ​ທ່ານ​ບໍ່​ແມ່ນ​ພຣະ​ຄຣິດ ບໍ່​ແມ່ນ​ເອ​ລີ​ຢາ ຫລື​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ”

26 ໂຢ​ຮັນ​ໄດ້​ຕອບເຂົາ​ວ່າ, “ຝ່າຍ​ເຮົາ​ນີ້​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່​ມີ​ຜູ້​ນຶ່ງ​ທີ່​ຢືນ​ຢູ່​ຖ້າມ​ກາງ​ພວກ​ທ່ານ ຊຶ່ງ​ພວກ​ທ່ານ​ບໍ່​ຮູ້​ຈັກ

27 ຜູ້​ນັ້ນ​ແຫລະ, ມາ​ພາຍ​ຫລັງ​ເຮົາ ເຖິງ​ແມ່ນ​ແຕ່​ສາຍ​ຮັດ​ເກີບ​ຂອງ​ທ່ານ ເຮົາ​ກໍ​ບໍ່​ສົມ​ຄວນ​ຈະ​ແກ້”

28 ເຫດ​ການ​ເຫລົ່າ​ນີ້​ໄດ້​ບັງ​ເກີດ​ຂຶ້ນ​ທີ່​ບ້ານ​ເບັດ​ທາ​ເນັຽ ຟາກ​ແມ່​ນ້ຳ​ຈໍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ ເປັນ​ບ່ອນ​ທີ່​ໂຢ​ຮັນ​ກຳ​ລັງ​ໃຫ້​ຮັ​ບ​ບັບ​ຕິ​ສະ​ມາ​ຢູ່

29 ລ່ວງ​ໄປ​ວັນ​ນຶ່ງ​ໂຢ​ຮັນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກຳ​ລັງສະ​ເດັດ​ມາ​ຫາ ທ່ານ​ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ໋, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ຮັບ​ເອົາ​ຄວາມ​ຜິດ​ບາບ​ຂອ​ງມະ​ນຸ​ສ​ໂລກ​ໄປ​ເສັຽ

30 ຜູ້​ນີ້​ແຫລະ, ທີ່​ເຮົາ​ກ່າວ​ວ່າ​ຈະ​ມີ​ຜູ້​ນຶ່ງ​ມາ​ພາຍ​ຫລັງ​ເຮົາ ຈະ​ອອກ​ກ່ອນ​ຫນ້າ​ເຮົາ​ເພາະ​ວ່າ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ

31 ເຮົາ​ເອງ​ກໍ​ບໍ່​ໄດ້​ຮູ້​ຈັກ​ທ່ານ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ປາ​ກົດ​ແຈ້ງ​ແກ່​ພວກ​ອິ​ສ​ຣາ​ເອນ ເຮົາ​ຈຶ່ງ​ໄດ້​ໃຫ້​ຮັບ​ບັບ​ຕິ​ສະ​ມາໃນ​ນ້ຳ”

32 ແລະ​ໂຢ​ຮັນ​ກ່າວ​ເປັນ​ພຍານ​ວ່າ, “ເຮົາ​ໄດ້​ເຫັນ​ພຣະ​ວິນ​ຍານ​ເຫມືອນ​ດັ່ງ​ນົກ​ເຂົາ ສະ​ເດັດ​ລົງ​ມາ​ຈາກ​ຟ້າ​ສວັນ​ແລະ​ຊົງ​ສະ​ຖິດ​ຢູ່ເທິງ​ທ່ານ

33 ເຮົາ​ເອງ​ບໍ່​ໄດ້​ຮູ້​ຈັກ​ທ່ານ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ນັ້ນ ໄດ້​ຊົງ​ກ່າວ​ກັບ​ເຮົາ​ວ່າ “ເຈົ້າ​ຈະ​ເຫັນ​ພຣະ​ວິນ​ຍານ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

34 ແລະ​ເຮົາ​ໄດ້​ເຫັນ​ແລ້ວ ຈຶ່ງ​ເປັນ​ພຍານ​ວ່າ​ທ່ານ​ຜູ້​ນີ້​ແຫລະ, ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

35 ລ່ວງ​ໄປ​ອີກວັນ​ນຶ່ງ​ໂຢ​ຮັນ​ກຳ​ລັງ​ຢືນ​ຢູ່​ກັບ​ລູກ​ສິດ​ຂອງ​ຕົນ​ສອງ​ຄົນ

36 ແລະ​ທ່ານ​ໄດ້​ເພ່ງ​ເບິ່ງ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ກາຍ​ໄປ ຈຶ່ງ​ກ່າວ​ວ່າ, “ເບິ່​ງ​ແມ໋, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ”

37 ລູກ​ສິດສອງ​ຄົນ​ໄດ້​ຍິນ​ໂຢ​ຮັນ​ເວົ້າ​ດັ່ງ​ນັ້ນ ເຂົາ​ຈຶ່ງ​ຕິດ​ຕາມ​ພຣະ​ເຢ​ຊູ​ໄປ

38 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຫລຽວ​ຫລັງ​ເຫັນ​ເຂົາ​ທັງ​ສອງຕິດ​ຕາມ​ມາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ຊອກ​ຫາ​ຫຍັງ” ເຂົາ​ທູນ​ພຣະ​ອົງ​ວ່າ, “ຮັບ​ບີ (ຊຶ່ງ​ແປ​ວ່າ ອາ​ຈານ) ທ່ານອາ​ໄສ​ຢູ່​ທີ່​ໃດ”

39 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ມາເບິ່ງ” ເຂົາ​ກໍ​ໄປ​ແລະ​ເຫັນ​ບ່ອນ​ຊຶ່ງ​ພຣະ​ອົງ​ຊົງອາ​ໄສ ວັນ​ນັ້ນ​ເຂົາ​ກໍ​ໄດ້​ພັກ​ຢູ່​ກັບ​ພຣະ​ອົງ ເພາະ​ເປັນ​ເວ​ລາ​ປະ​ມານ​ສີ່​ໂມງ​ແລງ​ແລ້ວ

40 ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢ​ຮັນ​ເວົ້າ ແລະ​ຕິດ​ຕາມພຣະ​ເຢ​ຊູ​ໄປ​ນັ້ນ ຜູ້​ນຶ່ງ​ຄື ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ເປ​ໂຕ

41 ອັນ​ເດ​ອາ​ກໍ​ໄປ​ຫາ​ຊີ​ໂມນ​ອ້າຍ​ຂອງ​ຕົນ​ກ່ອນ​ແລະ​ໄດ້​ບອກວ່າ, “ຫມູ່​ເຮົາ​ໄດ້​ພົບ​ເມ​ຊີ​ອາ​ແລ້ວ” (ທີ່​ແປ​ວ່າ ພຣະ​ຄຣິດ)

42 ອັນ​ເດ​ອາ​ຈຶ່ງ​ພາ​ຊີ​ໂມນ​ໄປ​ເຝົ້າ​ພຣະ​ເຢ​ຊູ ເມື່ອຊົງ​ທອດ​ພຣະ​ເນດ​ແລ້ວ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ຄື​ຊີ​ໂມນ​ລູກ​ຂອງ​ໂຢ​ຮັນ ທ່ານ​ຈະ​ໄດ້​ຊຶ່​ໃຫມ່​ວ່າ ເກ​ຟາ” (ທີ່​ແປ​ວ່າ ເປ​ໂຕ ຄື​ຫີນ)

43 ລ່ວງ​ໄປ​ວັນ​ນຶ່ງ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ພຣະ​ທັຍ​ຈະ​ສະ​ເດັດ​ໄປ​ແຂວງຄາ​ລີ​ເລ ພຣະ​ອົງ​ຊົງ​ພົບ​ຟີ​ລິບ​ຈຶ່ງ​ຊົງ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”

44 ຟີ​ລິບ​ມາ​ຈາກ​ເບັດ​ຊາ​ອີ​ດາ​ເມືອງ​ຂອງ​ອັນ​ເດ​ອາ ແລະ​ເປ​ໂຕ

45 ຟີ​ລິບ​ໄດ້​ໄປ​ຫາ​ນະ​ທາ​ນາ​ເອນບອກວ່າ, “ເຮົາ​ໄດ້​ພົບ​ຜູ້​ທີ່​ໂມ​ເຊ​ໄດ້​ກ່າວ​ເຖິງ​ໃນ​ຫນັງ​ສື​ພຣະ​ບັນ​ຍັດ ແລະ​ທີ່​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ເຖິງ​ເຫມືອນ​ກັນ ຄື​ເຢ​ຊູ​ລູກ​ຂອງ​ໂຢ​ເຊັບ​ໄທ​ນາ​ຊາ​ເຣັດ”

46 ນະ​ທາ​ນາ​ເອນ​ຖາມ​ຟີ​ລິບ​ວ່າ, “ສິ່ງ​ດີ​ອັນ​ໃດ​ຈະ​ມາ​ຈາກ​ນາ​ຊາ​ເຣັດ​ໄດ້​ຫລື” ຟີ​ລິບ​ຕອບ​ວ່າ, “ມາ​ເບິ່ງ​ເອົາ​“

47 ພຣະ​ເຢ​ຊູ​ຊົງເຫັນ​ນະ​ທາ​ນາ​ເອນ​ມາ​ຫາ​ພຣະ​ອົງ ກໍ​ຊົງ​ກ່າວ​ເຖິງ​ເຣື່ອງ​ຂອງ​ທ່ານ​ວ່າ, “ເບິ່ງ​ແມ໋, ຜູ້​ນີ້​ຄື​ຊົນ​ຊາດ​ອິ​ສ​ຣາ​ເອນ​ແທ້ ໃນ​ຕົວ​ທ່ານ​ບໍ່​ມີອຸ​ບາຍ”

48 ນະ​ທາ​ນາ​ເອນ​ໄດ້​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຮູ້​ຈັກ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ທ່ານ​ແລ້ວ ເມື່ອ​ທ່ານ​ຢູ່​ໃຕ້​ຕົ້ນ​ເດື່ອ​ເທດ ກ່ອນ​ທີ່​ຟີ​ລິບ​ໄດ້​ເອີ້ນ​ທ່ານ​ນັ້ນ”

49 ນະ​ທາ​ນາ​ເອນ​ທູນ​ຕອບ​ພຣະ​ອົງ​ວ່າ, “ພຣະ​ອາ​ຈາ​ນ​ເອີຍ, ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ທ່ານ​ເປັນ​ກະ​ສັດ​ຂອງ​ຊາດ​ອິ​ສ​ຣາ​ເອນ”

50 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເຊື່ອ​ເຮົາ​ເພາະ​ເຮົາ​ໄດ້​ບອກວ່າ​ເຮົາ​ໄດ້​ເຫັນ​ທ່ານ​ຢູ່ໃຕ້​ຕົ້ນ​ເດື່ອ​ເທດ​ນັ້ນ​ຫ​ລື ທ່ານ​ຍັງ​ຈະ​ເຫັນ​ເຫດ​ການ​ໃຫ​ຍ່າກວ່າ​ນັ້ນ​ອີກ”

51 ພຣະ​ອົງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພວກທ່ານ​ຈະ​ໄດ້​ເຫັນ​ທ້ອງ​ຟ້າ​ແຫວກ​ອອກ ແລະ​ບັນ​ດາ​ເທວະ​ດາ​ຂອງ​ພຣະ​ເຈົ້າ​ຂຶ້ນ​ແລະ​ລົງ​ຢູ່​ເທິງ​ບຸດ​ມະ​ນຸດ”



2

1 ວັນ​ຖ້ວນ​ສາມ​ມີ​ງານ​ພິ​ທີ​ສົມ​ຣົດ​ທີ່​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ແລະ​ມານ​ດາ​ຂອງ​ພຣະ​ເຢ​ຊູ​ກໍ​ຢູ່​ຫັ້ນ

2 ພຣະ​ເຢ​ຊູ​ກັບ​ພວກ​ສາ​ວົກ​ໄດ້​ຮັບ​ເຊີນ​ໄປ​ໃນ​ງານ​ນັ້ນ​ເຫມືອນ​ກັນ

3 ເມື່ອ​ເຫລົ້າ​ແວງ​ຫມົດ​ແລ້ວ ມານ​ດາ​ຂອງ​ພຣະ​ເຢ​ຊູ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຫລົ້າ​ແວງ​ເຂົາ​ບໍ່​ມີ​ແລ້ວ”

4 ພຣະ​ເຢ​ຊູ​ຊົງ​ຕອບ​ມານ​ດາ​ວ່າ, “ນາງ​ເອີຍ, ປະ​ໃຫ້​ເປັນ​ທຸ​ຣະ​ຂອງ​ເຮົາ​ເສັຽ ເພາະ​ເວ​ລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”

5 ມານ​ດາ​ຂອງ​ພຣະ​ອົງ​ຈຶ່ງບອກ​ຕໍ່​ຄົນ​ໃຊ້​ວ່າ, “ເມື່ອ​ທ່ານບອກ​ພວກ​ເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເນີ”

6 ທີ່​ນັ້ນ​ມີ​ອ່າງ​ຫີນ​ຫົກ​ຫນ່ວຍ​ຕົ້ງ​ຢູ່ ເພື່ອ​ໃຊ້​ຊຳ​ຮະ​ລ້າງ​ຕາມ​ທັມ​ນຽມ​ຂອງ​ພວກ​ຢິວ ອ່າງ​ຫນ່ວຍ​ໃດ​ກໍ​ໃສ່​ນ້ຳ​ໄດ້​ສີ່​ຫລື​ຫ້າ​ກະ​ໂລ່ງ

7 ພຣະ​ເຢ​ຊູ​ຊົງ​ບອກ​ຕໍ່​ເຂົາ​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ” ແລະ​ເຂົາ​ໄດ້​ຕັກ​ນ້ຳ​ໃສ່​ອ່າງ​ເຫລົ່າ​ນັ້ນ​ເຕັມ​ພຽງ​ປາກ

8 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບັດ​ນີ້​ຈົ່ງ​ຕັກ​ສົ່ງ​ໄປ​ໃຫ້​ພະ​ນັກ​ງານ​ເນີ” ເຂົາ​ກໍ​ຕັກ​ສົ່ງ​ໃຫ້

9 ເມື່ອ​ພະ​ນັກ​ງານ​ຊີມ​ນ້ຳ​ທີ່​ກາຍ​ເປັນ​ເຫລົ້າ​ແວງ​ນັ້ນ​ແລ້ວ ແລະ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ຄົນ​ໃຊ້​ທີ່​ຕັກ​ນ້ຳ​ກໍ​ຮູ້) ພະ​ນັກ​ງານ​ຈຶ່ງ​ເອີ້ນ​ເຈົ້າ​ບ່າວ​ມາ,

10 ແລະ​ກ່າວ​ວ່າ, “ທຸກ​ຄົນ​ເຄີຍ​ເອົາ​ເຫລົ້າ​ແວງ​ອັນ​ດີ​ມາ​ໃຫ້​ກ່ອນ ແລະ​ເມື່ອ​ເຂົາ​ດື່ມ​ຫາຍ​ແລ້ວ​ຈຶ່ງ​ເອົາ​ອັນ​ບໍ່​ດີ​ມາ ແຕ່​ຝ່າຍ​ທ່ານ​ໄດ້​ກັກ​ເຫລົ້າ​ແວງ​ອັນ​ດີ​ໄວ້​ຈົນ​ເຖິງ​ບັດ​ນີ້”

11 ການ​ຫມາຍ​ສຳ​ຄັນ​ເທື່ອ​ຕົ້ນ​ນີ້​ພຣະ​ເຢ​ຊູ​ຊົງ​ເຮັດ​ທີ່​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ພຣະ​ອົງ​ໄດ້​ຊົງ​ສະ​ແດງ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ ຝ່າຍ​ພວກ​ສາ​ວົກ​ກໍ​ໄດ້​ເຊື່ອ​ໃນ​ພຣະ​ອົງ

12 ພາຍ​ຫລັງ​ນັ້ນ​ມາ​ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ຍັງ​ເມືອງ​ກາ​ເປ​ນາ​ອູມ ກັບ​ມານ​ດາ​ພ້ອມ​ທັງ​ພວກ​ນ້ອງ​ຊາຍ​ແລະ​ສາ​ວົກ​ຂອງ​ພຣະ​ອົງ ກໍ​ຊົງ​ອາ​ໄສ​ຢູ່​ທີ່​ນັ້ນ​ບໍ່​ຫລາຍ​ວັນ

13 ແລະ​ເທ​ສ​ການ​ປັ​ສ​ຄາ​ຂອງ​ພວກ​ຢິວ​ໃກ້​ເຂົ້າ​ມາ​ແລ້ວ ພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາເລັມ

14 ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ໄດ້​ພົບ​ຄົນ​ຂາຍ​ງົວ ຂາຍ​ແກະ ແລະ​ຂາຍ​ນົກ​ເຂົາ ກັ​ບ​ທັງ​ພວກ​ຄົນ​ແລກ​ເງິນ​ທີ່​ນັ່ງ​ຢູ່​ຫັ້ນ

15 ພຣະ​ອົງ​ຊົງ​ເອົາ​ເຊືອກ​ເຮັດ​ແສ້ ໄລ່​ຄົນ​ເຫລົ່າ​ນັ້ນ​ພ້ອ​ມ​ກັບ​ແກະ​ແລະ​ງົວ​ອອກ​ໄປ​ຈາກ​ບໍ​ຣິ​ເວນ​ພຣະວິ​ຫານ ຊົງຖອກ​ເງິນ​ແລະ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກເງິນ

16 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ບັນ​ດາ​ຄົນ​ທີ່​ຂາຍ​ນົກ​ເຂົາ​ວ່າ, “ຈົ່ງ​ເອົາ​ຂອງ​ເຫລົ່າ​ນີ້​ອອກ​ໄປ​ເສັຽ ຢ່າ​ເຮັດ​ໃຫ້​ທີ່​ສະ​ຖິດ​ພຣະ​ບິ​ດາ​ຂອງ​ເຮົາ​ເປັນ​ບ່ອນ​ຄ້າ​ຂາຍ”

17 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ລະ​ນຶກ​ເຖິງ​ຄຳ​ທີ່​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນ​ໃຈ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ກໍໄຫມ້​ຢູ່​ພາຍ​ໃນ​ຂ້າ​ພຣະ​ອົງ​ເສັຽ”

18 ພວກ​ຢິວ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ຈະ​ສະ​ແດງ​ການ​ສຳ​ຄັນ​ອັນ​ໃດ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການຢ່າງ​ນີ້”

19 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຖ້າ​ມ້າງ​ວິ​ຫານ​ນີ້​ລົງ​ເສັຽ ເຮົາ​ຈະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ”

20 ພວກ​ຢິວ​ຈຶ່ງ​ທູນ​ວ່າ, “ພຣະ​ວິ​ຫານ​ນີ້​ເຂົາ​ໄດ້​ສ້າງ​ຂຶ້ນ​ເຖິງ​ສີ່​ສິບ​ຫົກ​ປີ​ຈຶ່ງ​ສຳ​ເຣັດ ຝ່າຍ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ​ຫລື”

21 ແຕ່​ພຣະ​ວິ​ຫານ​ທີ່​ພຣະ​ອົງ​ຊົງ​ກ່າວ​ເຖິງ​ນັ້ນ ຄື​ພຣະ​ກາຍ​ຂອງ​ພຣະ​ອົງ

22 ເຫດ​ສັນ​ນັ້ນ​ເມື່ອ​ພຣະ​ອົງ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພວກ​ສາ​ວົກ​ກໍ​ລະ​ນຶກ​ໄດ້​ວ່າ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້ ແລະ​ເຂົາ​ກໍ​ເຊື່ອ​ພຣະ​ຄັມ​ພີ​ກັບ​ທັງ​ພຣະ​ທັມ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກ່າວ​ແລ້ວ​ນັ້ນ

23 ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເວ​ລາ​ເທ​ສ​ການ​ປັ​ສ​ຄາ​ນັ້ນ ມີ​ຫລາຍ​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ເຂົາ​ໄດ້​ເຫັນ​ການ​ສຳ​ຄັນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຂຶ້ນ

24 ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ວາງ​ພຣະ​ທັຍ​ໃນ​ຄົນ​ເຫລົ່າ​ນັ້ນ ເພາະ​ພຣະ​ອົງ​ຊົງ​ຮູ້​ຈັກ​ມະ​ນຸດ​ທຸກ​ຄົນ​ແລ້ວ

25 ແລະ​ພຣະ​ອົງ​ບໍ່​ຊົງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີ​ພຍານ​ໃນ​ເຣື່ອງ​ມະ​ນຸດ ດ້ວຍ​ພຣະ​ອົງ​ເອງ​ຊົງ​ຊາບ​ວ່າ ອັນ​ໃດ​ມີ​ຢູ່​ໃນ​ມະ​ນຸດ



3

1 ມີ​ຊາຍ​ຄົນ​ນຶ່ງ​ໃນ​ພວກ​ຟາ​ຣີ​ຊາຍ​ຊື່ ນິ​ໂກ​ເດມ ເປັນ​ເຈົ້າ​ນາຍ​ຂອງ​ພວກ​ຢິວ

2 ຜູ້​ນີ້​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ໃນ​ເວ​ລາ​ກາງ​ຄືນ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈາ​ນ​ເອີຍ, ພວກ​ຂ້າ​ນ້ອ​ຍຊາບ​ຢູ່​ວ່າ​ທ່ານ​ເປັນ​ຄ​ຣູ​ທີ່​ມາ​ຈາກ​ພຣະ​ເຈົ້າ ເພາະ​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ຫມາຍ​ສຳ​ຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ເວັ້ນ​ແຕ່​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ”

3 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ​ ຖ້າ​ຜູ້​ໃດ​ບໍ່​ບັງ​ເກີດ​ມາ​ໃຫມ່ ຜູ້​ນັ້ນ​ຈະ​ເຫັນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້”

4 ນິ​ໂກ​ເດມ​ທູນ​ພຣະ​ອົງ​ວ່າ, “ຄົນ​ເຖົ້າ​ແລ້ວ​ຈະ​ບັງ​ເກີດ​ໄດ້​ຢ່າງ​ໃດ ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງ​ຕົນ​ເທື່ອ​ທີ່​ສອງ​ແລ້ວ​ເກີດ​ມາ​ໄດ້​ຫລື”

5 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ບໍ່​ໄດ້​ບັງ​ເກີດ​ມາ​ຈາກ​ນ້ຳ​ແລະ​ຈາກ​ພຣະ​ວິນ​ຍານ ຜູ້​ນັ້ນ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້

6 ຊຶ່ງ​ບັງ​ເກີດ​ຈາກ​ເນື້ອ​ກາຍ​ກໍ​ເປັນ​ເນື້ອ​ກາຍ ແລະ​ຊຶ່ງ​ບັງ​ເກີດ​ມາ​ຈາກ​ພຣະ​ວິ​ນ​ຍານ​ກໍ​ເປັນ​ວິ​ນ​ຍານ

7 ຢ່າ​ປລາດ​ໃຈ​ທີ່​ເຮົາ​ບອກ​ທ່ານ​ວ່າ ທ່ານ​ທັງ​ຫລາຍຈຳ​ເປັນ​ຕ້ອງ​ບັງ​ເກີດ​ມາ​ໃຫມ່

8 ລົ​ມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ ແລະ​ທ່ານ​ໄດ້​ຍິນ​ສຽງ​ມັນ ແຕ່​ທ່ານ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ​ຫລື​ໄປ​ໃສ ທຸ​ກ​ຄົນ​ທີ່​ບັງ​ເກີດ​ຈາກ​ພຣະ​ວິນ​ຍານ​ກໍ​ເປັນ​ດັ່ງ​ນັ້ນ​ແຫລະ”

9 ນິ​ໂກ​ເດມ​ທູນ​ພຣະ​ອົງ​ວ່າ, “ເຫດ​ການ​ເຫລົ່າ​ນີ້​ຈະ​ບັງ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ”

10 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເປັນ​ອາ​ຈານຂອງ​ພວກ​ອິ​ສ​ຣາ​ເອນ ແລະ​ຍັງ​ບໍ່​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ຫລື

11 ເຮົາ​ບອກ​ຄວາມ​ຈິງ​ແກ່​ທ່ານ​ວ່າ ພວກ​ເຮົາ​ເວົ້າ​ສິ່ງ​ທີ່​ເຮົາ​ຮູ້ ແລະ​ເປັນ​ພຍານ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແຕ່​ທ່ານ​ທັງ​ຫລາຍບໍ່​ໄດ້​ຮັບ​ຄຳ​ພຍານ​ຂອງ​ເຮົາ

12 ຖ້າ​ເຮົາ​ບອກທ່ານ​ທັງ​ຫລາຍ​ເຖິງ​ສິ່ງ​ຝ່າຍ​ໂລກ ແລະ​ທ່ານ​ບໍ່ເຊື່ອ ຖ້າ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ເຖິງ​ສິ່ງ​ຝ່າຍ​ສວັນ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າ​ງ​ໃດ

13 ບໍ່​ມີ​ຜູ້​ໃດ​ຂຶ້ນ​ໄປ​ສູ່​ສວັນ ນອກ​ຈາກ​ຜູ້​ທີ່​ລົງ​ມາ​ຈາກ​ສວັນ​ຄື ບຸດ​ມະ​ນຸດ”

14 ໂມ​ເຊ​ໄດ້​ຍົກ​ງູ​ຂຶ້ນໃນ​ປ່າ​ສັນ​ໃດ ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ສັນ​ນັ້ນ

15 ເພື່ອ​ທຸ​ກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

16 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

17 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ຈະ​ຕັດ​ສິນ​ລົງ​ໂທດມະ​ນຸ​ສ​ໂລກ ແຕ່​ເພື່ອ​ມະ​ນຸ​ສ​ໂລກ​ຈະ​ພົ້ນ​ໄດ້​ດ້ວຍ​ພຣະ​ບຸດນັ້ນ

18 ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ບໍ່​ຖືກ​ຕັດ​ສິນ​ລົງ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ​ໃຈ​ກໍ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ແລ້ວ ເພາະ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ເຈົ້າ

19 ນີ້​ແຫລະ, ແມ່ນ​ການ​ຕັດ​ສິນ​ລົງ​ໂທດ ຄື​ວ່າ​ຄວາມ​ສ​ວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່ມະ​ນຸດ​ໄດ້​ຮັບ​ຄວາມ​ມືດ​ຫລາຍກວ່າ​ຮັກ​ຄວາມ​ສວ່າງ​ເພາະ​ກິ​ຈ​ການ​ຂອງ​ເຂົາ​ຊົ່ວ

20 ດ້ວຍ​ວ່າ​ທຸກ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ຊັງ​ຄວາມ​ສວ່າງ ແລະບໍ່​ມາ​ເຖິງ​ຄວາມ​ສວ່າງ ເພາະ​ຢ້ານ​ວ່າ​ການ​ເຮັດ​ຂອງ​ຕົນ​ຈະ​ເປີດ​ເຜີຍ

21 ແຕ່ບຸກ​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຈິງ​ກໍ​ມາ​ຫາຄວາມ​ສວ່າງ ເພື່ອ​ໃຫ້​ການ​ຂອງ​ຕົນ​ປາ​ກົດ​ວ່າ​ໄດ້​ເຮັດ​ດ້ວຍ​ອາ​ໄສ​ພຣະ​ເຈົ້າ

22 ຫລັງ​ຈາກນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຍັງ​ແຂວງ​ຢູ​ດາຍ​ພ້ອມ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ແລະ​ປະ​ທັບ​ຢູ່​ກັບ​ເຂົາ​ທີ່​ນັ້ນ ແລະ​ຊົງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ

23 ຝ່າຍ​ໂຢ​ຮັນ​ກໍ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ຢູ່​ບ້ານ​ໄອ​ນົນ​ໃກ້​ບ້ານ​ຊາ​ລິມ​ເຫມືອນ​ກັນ ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ​ຝູງ​ຄົນ​ກໍ​ພາ​ກັນ​ມາ​ຮັບ​ບັບ​ຕິ​ສະ​ມາ

24 ດ້ວ​ຍວ່າ​ເວ​ລາ​ນັ້ນ​ໂຢ​ຮັນ​ຍັງບໍ່​ທັນ​ໄດ້​ຕິດ​ຄຸກ

25 ເກີດ​ການ​ໂຕ້​ຖຽງ​ກັນ​ຂຶ້ນ​ລະ​ຫວ່າງລູກ​ສິດ​ຂອງ​ໂຢ​ຮັນ​ກັບ​ຢິວ​ຄົນ​ນຶ່ງ ເຣື່ອງ​ການ​ຊຳ​ຮະ​ລ້າງ

26 ລູກ​ສິດ​ນັ້ນ​ຈຶ່ງ​ໄປ​ຫາ​ໂຢ​ຣັນ​ແລະ​ເວົ້າ​ວ່າ, “ອາ​ຈານ​ເອີຍ, ຜູ້​ທີ່​ຢູ່​ນຳ​ອາ​ຈານທີ່​ຟາກ​ແມ່​ນ້ຳ​ຈໍ​ແດນ​ພຸ້ນ ຄື​ຜູ້​ທີ່​ອາ​ຈານ​ເປັນ​ພຍານ​ເຖິງ​ນັ້ນ ເບິ່ງ​ແມ໋, ຜູ້​ນ້ຳ​ກຳ​ລັງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ​ຄົນ​ທັງ​ປວງ​ກໍ​ພາ​ກັນ​ໄປ​ຫາ​ທ່ານ”

27 ໂຢ​ຮັນ​ຕອບ​ວ່າ, “ມະ​ນຸດ​ຈະ​ຮັບ​ສິ່ງ​ໃດ​ບໍ່​ໄດ້ ເວັ້ນ​ໄວ້​ແຕ່​ທີ່​ຊົງ​ໂຜດ​ປະ​ທານ​ຈາກ​ສວັນ​ໃຫ້​ເຂົາ

28 ທ່ານ​ທັງ​ຫລາຍ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ “ເຮົາ​ບໍ່​ເປັນ​ພຣະ​ຄຣິດ ແຕ່​ເປັນ​ຜູ້​ຮັບ​ໃຊ້​ມາ​ກ່ອນ​ຫນ້າ​ພຣະ​ອົງ”

29 ຜູ້​ທີ່​ມີ​ເຈົ້າ​ສາວ​ກໍ​ແມ່ນ​ເຈົ້າ​ບ່າວ​ນັ້ນ​ແຫລະ ແຕ່​ສະ​ຫາຍ​ຂອງ​ເຈົ້າ​ບ່າວ​ທີ່​ຢືນ​ຟັງ​ເຈົ້າ​ບ່າວ​ຢູ່ ກໍ​ມີ​ຄວາມ​ຍິນ​ດີ​ຫລາຍ​ເພາະ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ​ບ່າວ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຍິນ​ດີ​ຂອງ​ເຮົາ​ກໍ​ຄົບ​ຖ້ວນ​ແລ້ວ

30 ພຣະ​ອົງ​ນັ້ນ​ຕ້ອງ​ຊົງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ

31 ພຣະ​ອົງ​ຜູ້​ສະ​ເດັດ​ມາ​ຈາກ​ທາງ​ເທິງ​ຊົງ​ຢູ່​ເຫນືອ​ທຸກ​ສິ່ງ ຜູ້​ທີ່​ເປັນ​ແຕ່​ແຜ່ນ​ດິນ​ໂລກ​ກໍ​ເປັນ​ຝ່າຍ​ໂລກ ແລະ​ຍ​ອມ​ກ່າວ​ຝ່າຍ​ໂລກ ພຣະ​ອົງ​ຜູ້​ສະ​ເດັດ​ຈາກ​ສວັນ​ຊົງ​ຢູ່​ເຫນືອ​ທຸກ​ສິ່ງ

32 ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ເຫັນ​ແລະ​ໄດ້​ຍິນ ພຣະ​ອົງ​ກໍ​ຊົງ​ເປັນ​ພຍານ​ຕໍ່​ສິ່ງ​ນັ້ນ ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄຳ​ພຍານ​ຂອງ​ພຣະ​ອົງ

33 ຜູ້​ທີ່​ຮັບ​ຄຳ​ພຍານ​ຂອງ​ພຣະ​ອົງ​ກໍ​ປະ​ທັບ​ຕາ​ລົງ​ວ່າ​ພຣະ​ເຈົ້າ​ຊົງ​ສັດ​ຈິງ

34 ເພາະ​ພຣະ​ອົງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ​ນັ້ນ​ຊົງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ເພາະ​ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ພຣະ​ວິ​ນ​ຍານ​ໃຫ້​ໂດຍ​ຈຳ​ກັດ

35 ພຣະ​ບິ​ດາ​ຊົງ​ຮັກພຣະ​ບຸດ ແລະ​ຊົງ​ມອບ​ທຸກ​ສິ່ງ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ

36 ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ມີ​ຊີ​ວິດ​ຕລອດ​ໄປ​ເປັນ​ນິດ ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພຣະ​ບຸດ​ກໍ​ຈະ​ບໍ່​ໄດ້​ເຫັນ​ຊີ​ວິດ ແຕ່​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ປົກ​ຄຸມ​ຢູ່​ເທິງ​ຜູ້​ນັ້ນ



4

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ພວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ຂ່າວວ່າ ພຣະ​ອົງ​ຊົງ​ມີ​ສາ​ວົກ ແລະ​ຊົງ​ໃຫ້​ບັບ​ຕິ​ສະ​ມາ​ຫລາຍກວ່າ​ໂຢ​ຮັນ

2 (ຄວາມ​ຈິງ​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ໃຫ້​ບັບ​ຕິ​ສະ​ມາ​ເອງ ແຕ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ເປັນ​ຜູ້​ໃຫ້)

3 ພຣະ​ອົງ​ຈຶ່ງ​ສະ​ເດັດ​ອອກ​ຈາກ​ແຂວງ​ຢູ​ດາຍ​ແລະ​ກັບ​ໄປ​ຍັງ​ແຂວງ​ຄາ​ລີ​ເລ​ອີກ

4 ແລະ​ພຣະ​ອົງ​ຕ້ອງ​ສະ​ເດັດ​ຜ່ານ​ແຂວງ​ຊາ​ມາ​ເຣັຽ​ໄປ

5 ພຣະ​ອົງ​ຈຶ່ງ​ສະ​ເດັດ​ໄປ​ເຖິງ​ເມືອງ​ນຶ່ງ​ຊື່​ຊີ​ຂາ ໃນ​ແຂວງ​ຊາ​ມາ​ເຣັຽ ໃຫ້​ທີ່​ດິນ​ຊຶ່ງ​ຢາ​ໂຄບ​ໃຫ້​ແກ່​ໂຢ​ເຊັບ​ລູກ​ຊາຍ​ຂອງ​ຕົນ

6 ນ້ຳ​ສ້າງ​ຂອງ​ຢາ​ໂຄບ​ກໍ​ຢູ່​ທີ່​ນັ້ນ ພຣະ​ເຢ​ຊູ​ຊົງ​ເດີນ​ທາງ​ເມື່ອຍ​ຈຶ່ງ​ປະ​ທັບ​ລົງ​ແຄມ​ນ້ຳ​ສ້າງ​ເປັນເວ​ລາ​ປະ​ມານ​ທ່ຽງ​ວັນ

7 ມີ​ຍິງ​ຊາວ​ຊາ​ມາ​ເຣັຽ​ຄົນ​ນຶ່ງ​ມາ​ຕັກ​ນ້ຳ ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ຂໍ​ໃຫ້​ເຮົາ​ດື່ມ​ນ້ຳ​ແດ່”

8 (ຂ​ນະ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ເຂົ້າ​ໄປ​ຊື້​ອາ​ຫານ​ໃນ​ເມືອງ)

9 ຍິງ​ຊາວ​ຊາ​ມາ​ເຣັຽ​ທູນ​ພຣະ​ອົງ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຜູ້​ເປັນ​ຊາດ​ຢິວ​ຈຶ່ງ​ຂໍ​ດື່ມ​ນ້ຳ​ນຳ​ຂ້າ​ນ້ອຍ​ຜູ້​ເປັນ​ຊາດ​ຊາ​ມາ​ເຣັຽ” (ເພາະ​ພວກ​ຢິວ​ກັບ​ພວກ​ຊາ​ມາ​ເຣັຽບໍ່​ເຄີຍ​ມີ​ການ​ກ່ຽວ​ຂ້ອງ​ກັນ)

10 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ຖ້າ​ເຈົ້າ​ໄດ້​ຮູ້​ຈັກ​ຂອງ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ ແລະ​ຮູ້​ຈັກ​ຜູ້​ທີ່​ກຳ​ລັງ​ເວົ້າ​ກັບ​ເຈົ້າ​ວ່າ “ຂໍ​ໃຫ້​ເຮົາ​ດື່ມ​ນ້ຳ​ແດ່” ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ທ່ານ ແລະ​ຜູ້​ນັ້ນ​ກໍ​ຄົວ​ຈະ​ໃຫ້​ນ້ຳ​ອັນ​ປະກອບ​ດ້ວ​ຍຊີ​ວິດ​ໃຫ້​ແກ່​ເຈົ້າ”

11 ນາງ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ນາຍ​ບໍ່​ມີ​ຫຍັງ​ຕັກ​ແລະ​ນ້ຳ​ສ້າງ​ນີ້​ກໍ​ເລິກ ນາຍ​ຈະ​ໄດ້​ນ້ຳ​ປະ​ກອບ​ດ້ວຍ​ຊີ​ວິດ​ນັ້ນ​ມາ​ແຕ່​ໃສ

12 ນາຍ​ໃຫຍ່ກວ່າ​ຢາ​ໂຄບ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ ຜູ້​ໄດ້​ໃຫ້​ນ້ຳ​ສ້າງ​ນີ້​ແກ່​ເຮົາ​ຫລື ແລະ​ຢາ​ໂຄບ​ເອງ​ກໍ​ໄດ້​ດື່ມແຕ່​ນ້ຳ​ສ້າງ​ນີ້​ຮວມ​ທັງ​ລູກ​ຊາຍ​ແລະ​ຝູງ​ສັດ​ຂອງ​ທ່ານ”

13 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ທຸກ​ຄົນ​ທີ່​ດື່ມ​ນ້ຳ​ນີ້​ກໍ​ຍັງ​ຈະ​ຢາກ​ອີກ

14 ແຕ່​ຜູ້​ທີ່​ດື່ມ​ນ້ຳ​ຊຶ່ງ​ເຮົາ​ຈະ​ປະ​ທານ​ໃຫ້​ນັ້ນ​ຈະ​ກາຍ​ເປັນ​ນ້ຳ​ພຸ​ໃນ​ຕົວ​ຜູ້​ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ”

15 ນາງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ປະ​ທານ​ນ້ຳ​ນັ້ນ​ໃຫ້​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ຢາກ​ແລະ​ຈະ​ບໍ່​ໄດ້​ມາ​ຕັກ​ທີ່​ນີ້​ອີກ”

16 ພຣະ​ເຢ​ຊູ​ຊົງ​ບອກ​ນາງວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້”

17 ນາງ​ທູນ​ວ່າ, “ຂ້າ​ນ້ອຍ​ບໍ່​ມີ​ຜົວ” ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວວ່າ​ເຈົ້າ​ບໍ່​ມີ​ຜົວ ​

18 ເພາະ​ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ​ຜູ້​ທີ່​ເຈົ້າ​ມີ​ຢູ່​ດຽວ​ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ ທີ່​ເຈົ້າ​ເວົ້າ​ນັ້ນ​ເປັນ​ຄວາມ​ຈິງ”

19 ນາງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂ້າ​ນ້ອຍ​ເຫັນ​ຈິງ​ແລ້ວ​ວ່າ​ນາຍ​ເປັນ​ຫມໍ​ທຳ​ນ​ວາຍ

20 ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ນ້ອຍ​ກໍ​ນະ​ມັ​ສ​ການ​ທີ່​ພູ​ນີ້ ແຕ່​ພວກ​ທ່ານ​ວ່າ​ສະ​ຖານ​ທີ່​ນະ​ມັ​ສ​ການ ກໍ​ຄື​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ​ແຫລະ”

21 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ຍິງ​ເອີຍ, ເຊື່ອ​ເຮົາ​ເທາະ ຄົງ​ມີ​ວັນ​ນຶ່ງ​ທີ່​ພວກ​ເຈົ້າ​ຈະ​ບໍ່​ໄດ້​ນະ​ມັ​ສ​ການ​ທີ່​ພູ​ນີ້​ຫລື​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

22 ຊຶ່ງ​ພວກ​ເຈົ້າ​ນະ​ມັ​ສ​ການ​ນັ້ນ​ເຈົ້າ​ບໍ່​ຮູ້​ຈັກ ແຕ່​ຝ່າຍ​ພວກ​ເຮົາ ຊຶ່ງ​ເຮົາ​ນະ​ມັ​ສການ​ນັ້ນ​ເຮົາ​ກໍ​ຮູ້​ຈັກ ເພາະ​ຄວາມ​ລອດ​ພົ້ນ​ນັ້ນ​ມາ​ຈາກ​ຊາດ​ຢິວ

23 ແຕ່ເວ​ລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ບັດ​ນີ້​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ທີ່​ນະ​ມັ​ສ​ການ​ຢ່າງ​ຖືກ​ຕ້ອງ​ຈະ​ນະ​ມັ​ສ​ການ​ພຣະ​ບິ​ດາ​ດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມ​ຈິງ ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ສ​ແວງ​ຫາ​ຄົນ​ແນວ​ນັ້ນ​ນະ​ມັ​ສ​ການ​ພຣະ​ອົງ

24 ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ວິ​ນ​ຍານ ແລະ​ຜູ້​ທີ່​ນະ​ມັ​ສ​ການ​ພຣະ​ອົງ​ຕ້ອງ​ນະ​ມັ​ສ​ການ​ດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມຈິງ”

25 ນາງ​ທູນ​ພຣະ​ອົງ​ວ່າ, “ຂ້າ​ນ້ອຍ​ຊາບ​ພຣະ​ເມ​ຊີ​ອາ (ທີ່​ເອີ້ນ​ວ່າ​ພຣະ​ຄຣິດ) ຈະ​ສະ​ເດັດ​ມາ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ແລ້ວ​ພຣະ​ອົງ​ຈະ​ຊົງ​ຊີ້​ແຈງ​ທຸກ​ສິ່ງ​ແກ່​ພວກ​ຂ້າ​ນ້ອຍ”

26 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ເຮົາ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫລະ, ຄື​ທ່ານ​ຜູ້​ນັ້ນ”

27 ໃນ​ຂ​ນະ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ມາ​ເຖິງ ເຂົາ​ກໍ​ປ​ລາດ​ໃຈ​ເພາະ​ພຣະ​ອົງ​ຊົງ​ສົນ​ທະ​ນາ​ກັບ​ຜູ້​ຍິງ ເຖິງ​ປານ​ນັ້ນ​ກໍ​ບໍ່​ມີ​ໃຜ​ຖາມ​ວ່າ, “ທ່ານ​ປະ​ສົງ​ອັນ​ໃດ” ຫລື “ເຫດ​ໃດ​ທ່ານ​ຈຶ່ງ​ສົນ​ທະ​ນາ​ກັບ​ນາງ”

28 ຍິງ​ນັ້ນ​ຈຶ່ງ​ປະ​ຫມໍ້​ນ້ຳ​ຂອງ​ຕົນ​ໄວ້ ແລະ​ເຂົ້າ​ໄປ​ໃນ​ເມືອງບອກ​ຄົນ​ທັງ​ປວງວ່າ,

29 “ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ນຶ່ງ​ທີ່​ບອກ​ຂ້ອຍເຖິງ​ສິ່ງ​ສາ​ຣະ​ພັດ​ທີ່​ຂ້ອຍ​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່​ແມ່ນ​ພຣະ​ຄຣິດ​ຫລື”

30 ແລະ​ຄົນ​ທັງ​ຫລາຍ​ກໍ​ພາກັນ​ອອກ​ຈາກ​ເມືອງ​ໄປ​ຫາ​ພຣະ​ອົງ

31 ໃນ​ລະ​ຫວ່າງ​ນັ້ນ​ພວກ​ສາ​ວົກ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ເຊີນ​ຮັບ​ປະ​ທານ​ອາ​ຫານ”

32 ແຕ່​ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ເຮົາ​ມີ​ອາ​ຫານ​ກິນ​ທີ່​ທ່ານ​ທັງ​ຫລາຍ​ບໍ່​ຮູ້”

33 ພວກ​ສາ​ວົກ​ຈຶ່ງ​ຕັ້ງ​ເວົ້າ​ກັນ​ວ່າ, “ບໍ່​ມີ​ໃຜ​ເອົາ​ມາ​ໃຫ້​ທ່ານ​ຮັບ​ປະ​ທານດອກ​ຕີ້”

34 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ອາ​ຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ງານ​ຂອງ​ພຣະ​ອົງ​ສຳ​ເຣັດ

35 ທ່ານ​ທັງ​ຫລາຍ​ເວົ້າ​ວ່າ​ອີກ​ສີ່​ເດືອນ​ຈະ​ເຖິງ​ຣະ​ດູ​ກ່ຽວ​ເຂົ້າ​ບໍ່​ແມ່ນ​ຫລື ນີ້​ແຫລະ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ເງີຍ​ຫນ້າ​ເບິ່ງ​ທົ່ງ​ນາ​ເພາະ​ເຂົ້າ​ກໍ​ເຫລືອງ​ພໍ​ກ່ຽວ​ແລ້ວ

36 ຜູ້​ກ່ຽວ​ກໍ​ກຳ​ລັງ​ໄດ້​ຮັບ​ຄ່າ​ຈ້າງ ແລະ​ກຳ​ລັງ​ຮີບ​ໂຮມ​ຜົນ​ໄວ້​ສຳ​ລັບ​ຊີ​ວິດ​ອັນ​ຕ​ລອ​ດໄປ​ເພື່ອ​ທັງ​ຜູ້​ຫວ່ານ​ແລະ​ຜູ້​ກ່ຽວ​ຈະ​ຊົມ​ຊື່ນ​ຍິນ​ດີ​ພ້ອມ​ກັນ

37 ເພາະ​ເຫດ​ນີ້​ແຫລະ, ຄຳ​ທີ່​ວ່າ “ຄົນນຶ່ງ​ຫວ່ານ​ແລະ​ຄົນນຶ່ງ​ກ່ຽວ” ຈຶ່ງ​ເປັນ​ຄຳ​ຈິງ

38 ເຮົາ​ໃຊ້​ທ່ານ​ທັງ​ຫລາຍ​ໄປ​ກ່ຽວ​ອັນ​ທີ່​ທ່ານບໍ່ໄດ້​ລົງ​ແຮງເຮັດ ຄົນ​ອື່ນ​ໄດ້​ລົງ​ແຮງ​ເຣັດ​ແລະ​ພວກ​ທ່ານ​ໄດ້​ຮັບ​ປ​ໂຍດ​ຈາກ​ງານ​ຂອງ​ເຂົາ”

39 ຊາວ​ຊາ​ມາ​ເຣັຽ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ມາ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ຍິງ​ຜູ້​ນັ້ນ​ກ່າວ​ເປັນ​ພຍານ​ວ່າ, “ທ່ານ​ໄດ້​ບອກ​ຂ້ອຍ​ເຖິງ​ສິ່ງ​ສາ​ຣະ​ພັດ​ທີ່​ຂ້ອຍ​ໄດ້​ເຣັດ​ມາ​ແລ້ວ”

40 ດັ່ງ​ນັ້ນ​ເມື່ອ​ຊາວ​ຊາ​ມາ​ເຣັຽມາ​ເຖິງ​ພຣະ​ອົງ ເຂົາ​ຈຶ່ງ​ທູນ​ເຊີນ​ພຣະ​ອົງ​ໃຫ້​ປະ​ທັບ​ຢູ່​ກັບ​ເຂົາ ແລະ​ພຣະ​ອົງ​ກໍ​ປະ​ທັບ​ຢູ່​ທີ່​ນັ້ນ​ສອງວັນ

41 ແລະ​ຄົນ​ອື່ນ​ອີກ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ເຊື່ອ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ອົງ

42 ຄົນ​ເຫລົ່າ​ນັ້ນ​ໄດ້​ກ່າວ​ຕໍ່​ຍິງ​ນັ້ນ​ວ່າ, “ຕັ້ງ​ແຕ່​ນີ້​ໄປ​ທີ່​ເຮົາ​ເຊື່ອ​ນັ້ນ​ບໍ່​ແມ່ນ​ເພາະ​ຄຳ​ຂອງ​ເຈົ້າ ແຕ່​ເພາະ​ເຮົາ​ໄດ້​ຍິນ​ເອງ ແລະ​ເຮົາ​ຮູ້​ວ່າ​ທ່ານ​ຜູ້​ນີ້​ແທ້​ເປັນ​ພຣະ​ຜູ້​ໂຜດ​ມະ​ນຸ​ສ​ໂລກ​ໃຫ້​ພົ້ນ”

43 ຄັນ​ສອງວັນ​ນັ້ນ​ລ່ວງ​ໄປ​ແລ້ວ​ພຣະ​ເຢ​ຊູ​ສະ​ເດັດອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຄາ​ລີ​ເລ

44 ເພາະ​ພຣະ​ເຢ​ຊູ​ເອງ​ຊົງ​ເປັນ​ພຍານ​ວ່າ ຜູ້​ປະ​ກາດພຣະ​ທັມ​ບໍ່​ໄດ້​ຮັບ​ກຽດ​ໃນ​ບ້ານ​ເມືອງ​ຂອງ​ຕົນ

45 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ເຖິງ​ແຂວງ​ຄາ​ລີ​ເລ ຊາວ​ຄາ​ລີ​ເລ​ໄດ້​ຕ້ອນ​ຮັບ​ພຣະ​ອົງ ເພາະ​ເຂົາ​ໄດ້​ເຫັນ​ສິ່ງ​ສາ​ຣະ​ພັດ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໃນ​ເທ​ສ​ການ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ດ້ວຍ​ວ່າ​ເຂົາ​ໄດ້​ໄປ​ໃນ​ເທ​ສ​ການ​ເຫມືອນ​ກັນ

46 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ຍັງ​ບ້ານ​ກາ​ນາ​ໃນ​ແຂວງ​ຄາ​ລີ​ເລ ຄື​ບ່ອນ​ທີ່​ພຣະ​ອົງ​ຊົງ​ເຮັດ​ໃຫ້​ນ້ຳ​ກາຍ​ເປັນ​ເຫລົ້າ​ແວງ​ນັ້ນ ມີ​ເສນາ​ບໍ​ດີ​ຄົນ​ນຶ່ງ​ໃນ​ເມືອງ​ກາ​ເປ​ນາ​ອຸ​ມ ຊຶ່ງ​ລູກ​ຊາຍ​ຂອງ​ທ່ານ​ກໍ​ປ່ວຍ​ຢູ່

47 ເມື່ອ​ທ່ານ​ໄດ້​ຍິນ​ຂ່າວ​ວ່າ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ແຂວງ​ຢູດາຍ​ມາ​ເຖິງ​ແຂ​ວງຄາ​ລີ​ເລແລ້ວ ທ່ານ​ຈຶ່ງ​ໄປ​ທູນ​ອ້ອນວອນ​ພຣະ​ອົງ​ໃຫ້​ສະ​ເດັດ​ລົງ​ໄປ​ໂຜດ​ລູກ​ຂອງ​ຕົນ​ໃຫ້​ດີ ເພາະ​ລູກ​ນັ້ນ​ໃກ້​ຈະ​ຕາຍ​ແລ້ວ

48 ພຣະ​ເຢຊູ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ເຫັນ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ທ່ານ​ຈະ​ບໍ່​ເຊື່ອ”

49 ເສ​ນາ​ບໍ​ດີ​ຜູ້​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ເຊີນ​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂ້າ​ນ້ອຍ​ຈະ​ຕາຍ”

50 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ທ່ານ​ວ່າ ຈົ່ງ​ກັບ​ເມືອ​ສາ ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍ” ແລະ​ທ່ານ​ໄດ້​ເຊື່ອ​ພຣະ​ທັມ​ທີ່​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ທ່ານ ແລ້ວ​ກໍ​ທູນ​ລາ​ກັບ​ເມືອ

51 ໃນ​ຂ​ນະ​ທີ່​ທ່ານ​ກຳ​ລັງ​ກັບ​ເມືອ ພວກ​ຂ້ອຍ​ໃຊ້​ໄດ້​ມາ​ຕ້ອນ​ຮັບ ບອກ​ຂ່າວ​ວ່າ​ລູກ​ຂອງ​ທ່ານ​ພົ້ນ​ຊີ​ວິດ​ແລ້ວ

52 ທ່ານ​ຈຶ່ງ​ຖາມ​ເຖິງ​ເວ​ລາ​ທີ່​ລູກ​ຕັ້ງ​ຕົ້ນ​ມີ​ແຮງ​ມາ ຄົນ​ເຫລົ່າ​ນັ້ນ​ຕອບ​ວ່າ, “ໃຂ້​ກໍ​ຫາຍ​ຈາ​ກລາວ​ວານ​ນີ້​ເວ​ລາ​ບ່າຍ​ໂມງ​ນຶ່ງ”

53 ບິ​ດາ​ຈຶ່ງ​ຮູ້​ວ່າ​ຊົ່ວ​ໂມງ​ນັ້ນ​ແຫລະ, ເປັນ​ເວ​ລາທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍ” ແລະ​ທ່ານ​ເອງ​ກໍ​ເຊື່ອ​ພ້ອມ​ທັງ​ຄົວ​ເຣືອນ​ຂອງ​ຕົນ

54 ນີ້​ເປັນ​ຫມາຍ​ສຳ​ຄັນ​ທີ່​ສອງ​ທີ່​ພຣະ​ເຢ​ຊູ​ຊົງ​ກະ​ທຳ ເມື່ອ​ພຣະ​ອົງ​ສະ​ເດັດ​ຈາກ​ແຂວງ​ຢູ​ດາຍ​ໄປ​ຍັງ​ແຂວງ​ຄາ​ລີ​ເລ



5

1 ຫລັງ​ຈາກ​ນັ້ນ​ກໍ​ເຖິງ​ເທ​ສ​ການ​ຂອງ​ຊາດ​ຢິວ ແລະ​ພຣະ​ເຢ​ຊູ​ກໍ​ສະ​ເດັດ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

2 ໃນ​ກຸງ​ເຢ​ຣູ​ຊາ​ເລັມທີ່​ຮິມ​ປະ​ຕູ​ແກະ​ມີ​ສະ​ຫນ່ວຍນຶ່ງ ພາສາ​ເຮັບ​ເຣີ​ເອີ້ນ​ສະ​ນັ້ນ​ວ່າ ເບັດ​ຊະ​ທາ ມີ​ສາ​ລາ​ອ້ອມ​ຢູ່​ຫ້າ​ຫລັງ

3 ໃນ​ສາ​ລາ​ເຫລົ່າ​ນັ້ນ​ມີ​ຄົນ​ປ່ວຍ​ເປັນ​ຈຳ​ນວນ​ຫລາຍ ຄື​ຄົນ​ຕາ​ບອດ ຄົນ​ຂາ​ເສັ້ງ ແລະ​ຄົນ​ອົງ​ຄະລີບນອນຢູ່ (ຄອຍ​ຖ້າ​ນ້ຳ​ເຟືອນ

4 ດ້ວຍ​ວ່າ​ມີ​ເທວະ​ດາ​ຄົນນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ມາ​ກວນ​ນ້ຳ​ສະ​ນັ້ນ​ເປັນ​ຍາມໆ ແລະ​ເມື່ອ​ນ້ຳ​ເຟືອນ​ຜູ້ໃດ​ລົງ​ໄປ​ໃນ​ນ້ຳ​ກ່ອນ​ກໍ​ຫາຍ​ຈາກ​ພ​ຍາດ​ທີ່​ຕົນ​ເປັນ​ຢູ່​ນັ້ນ)

5 ທີ່​ນັ້ນ​ມີ​ຊາຍ​ຄົນ​ນຶ່ງ​ປ່ວຍ​ຢູ່​ໄດ້​ສາມ​ສິບ​ແປດ​ປີ​ມາ​ແລ້ວ

6 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄົນ​ນັ້ນ​ນອນ​ຢູ່ ແລະ​ຊົງ​ຊາບ​ວ່າ​ເຂົາ​ເປັນ​ຢູ່​ຢ່າງ​ນັ້ນ​ເຫິງ​ແລ້ວ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ເຈົ້າ​ຢາກ​ດີຫລື”

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ທູນ​ວ່າ, “ນາຍ​ເອີຍ, ເວ​ລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ໃຜ​ຈະ​ເອົາ​ຂ້າ​ນ້ອຍ​ລົງ​ໄປ​ໃນ​ສະ ແລະ​ເມື່ອ​ຂ້າ​ນ້ອຍ​ກຳ​ລັງ​ລົງ​ໄປ​ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”

8 ພຣະ​ເຢ​ຊູ​ຊົງ​ບອກ​ຄົນ​ນັ້ນ​ວ່າ, “ຈົ່ງລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ”

9 ໃນ​ທັນ​ໃດ​ນັ້ນ​ຊາຍ​ຄົນ​ນັ້ນ​ກໍ​ດີ​ພ​ຍາດ ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ​ແລ້ວ​ຍ່າງ​ໄປ

10 ວັນ​ນັ້ນ​ເປັນ​ວັນ​ສະ​ບາ​ໂຕ ດັ່ງ​ນັ້ນ​ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ດີ​ພ​ຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນ​ສະ​ບາ​ໂຕ ທີ່​ເຈົ້າ​ຈະ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ກໍ​ຜິດ​ພຣະ​ບັນ​ຍັດ”

11 ຄົນ​ນັ້ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຜູ້​ທີ່​ໃຫ້​ຂ້າ​ນ້ອຍ​ດີ​ພ​ຍາດ​ນັ້ນ​ໄດ້​ບອກ​ຂ້າ​ນ້ອຍ​ວ່າ “ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ”

12 ເຂົາ​ຈຶ່ງ​ຖາມ​ຄົນ​ນັ້ນ​ວ່າ, “ແມ່ນ​ໃຜ​ທີ່​ບອກ​ເຈົ້າ​ວ່າ “ຈົ່ງ​ຍົກ​ເອົາ​ບ່ອນ​ນອນ​ຍ່າງ​ໄປ”

13 ແຕ່​ວ່າ​ຄົນ​ທີ່​ໄດ້​ດີ​ພ​ຍາດ​ນັ້ນ​ບໍ່​ຮູ້​ວ່າ​ແມ່ນ​ໃຜ ດ້ວຍ​ວ່າ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຫລົບ​ໄປ​ແລ້ວ ເພາະ​ວ່າ​ຢູ່​ທີ່​ນັ້ນ​ມີ​ຫລາຍ​ຄົນ

14 ພາຍ​ຫລັງ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ພົບ​ຄົນ​ນັ້ນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລ້ວ​ຊົງ​ບອກວ່າ, “ນີ້​ແຫລະ, ເຈົ້າ​ດີ​ພ​ຍາດ​ແລ້ວ ຢ່າ​ເຮັດ​ບາບ​ຕໍ່​ໄປ ຢ້ານ​ວ່າ​ເຫດ​ຮ້າຍກວ່າ​ນັ້ນ​ຈະ​ເກີດ​ກັບ​ເຈົ້າ​ອີກ”

15 ຊາຍ​ຜູ້​ນັ້ນ​ກໍ​ໄດ້​ໄປ​ບອກ​ພວກ​ຢິວ​ວ່າ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຕົວ​ດີ​ພ​ຍາດ​ນັ້ນ​ຄື​ພຣະ​ເຢ​ຊູ

16 ເຫດ​ສັນ​ນັ້ນ​ພວກ​ຢິວ​ຈຶ່ງ​ໄດ້​ຂົ່ມ​ເຫັງ​ພຣະ​ເຢ​ຊູ ເພາະ​ພຣະ​ອົງ​ຊົງ​ເຣັດ​ການ​ນັ້ນ​ໃນວັນ​ສະ​ບາ​ໂຕ

17 ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພຣະ​ບິ​ດາ​ຂອງ​ເຮົາຍັງ​ຊົງ​ກະ​ທຳ​ກິ​ຈ​ການ​ມາ​ຈົນ​ເຖິງ​ບັດ​ນີ້ ແລະ​ຝ່າຍ​ເຮົາ​ກໍ​ເຮັດ​ຢູ່​ເຫມືອນ​ກັນ”

18 ເຫດ​ສັນ​ນັ້ນ ພວກ​ຢິວ​ແຮ່ງ​ຊອກ​ໂອ​ກາດ​ຈະ​ຂ້າ​ພຣະ​ອົງ​ເສັຽ ບໍ່​ແມ່ນ​ຍ້ອນ​ພຣະ​ອົງ​ລ່ວງ​ກົດ​ວັນ​ສະ​ບາ​ໂຕ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຊົງ​ເອີ້ນ​ພຣະ​ເຈົ້າ​ວ່າ​ພຣະ​ບິ​ດາ​ຂອງ​ຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ຕົນ​ສເມີ​ກັນ​ກັບ​ພຣະ​ເຈົ້າ

19 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ​ພຣະ​ບຸດ​ຈະ​ກະ​ທຳ​ສິ່ງ​ໃດ​ຕາມ​ໃຈ​ບໍ່​ໄດ້ ນອກ​ຈາກ​ທີ່​ໄດ້​ເຫັນ​ພຣະ​ບິ​ດາ​ຊົງ​ກະ​ທຳ ເພາະ​ວ່າ​ສິ່ງ​ໃດ​ທີ່​ພຣະ​ບິດາ​ຊົງ​ກະ​ທຳ ສິ່ງ​ນັ້ນ​ແຫລະ, ພຣະ​ບຸດ​ຈຶ່ງ​ຊົງ​ກະ​ທຳ​ເຫມືອນ​ກັນ​ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ຮັກ​ພຣະ​ບຸດ

20 ແລະ​ຊົງ​ສະ​ແດງ​ໃຫ້​ພຣະ​ບຸດ​ເຫັນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ເອ​ງ​ຊົງ​ກະ​ທຳ ແລ້ວ​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ໃຫ້ພຣະ​ບຸດ​ເຫັນ​ການ​ໃຫຍ່ກວ່າ​ນັ້ນ​ອີກ ຊຶ່ງ​ທ່ານ​ທັງ​ຫລາຍ​ຈະ​ອັ​ດ​ສະ​ຈັນ​ໃຈ

21 ເພາະ​ພຣະ​ບິ​ດາ​ຊົງ​ບັນ​ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ຄືນ​ມີ​ຊີ​ວິດ​ສັນ​ໃດ ຖ້າ​ພຣະ​ບຸດ​ປາ​ຖ​ນາ​ຈະ​ບັນ​ດານ​ໃຫ້​ຜູ້​ໃດ​ມີ​ຊີ​ວິດ​ກໍ​ຈະ​ເຮັດ​ສັນນັ້ນ​ເຫມືອນ​ກັນ

22 ເພາະ​ວ່າ​ພຣະ​ບິ​ດາ​ບໍ່​ໄດ້​ຊົງ​ພິ​ພາກ​ສາ​ຜູ້​ໃດ ແຕ່​ພຣະ​ອົງ​ໄດ້​ຊົງ​ມອບ​ການ​ພິ​ພາກ​ສາ​ທັງ​ສິ້ນ​ໄວ້​ກັບ​ພຣະ​ບຸດ

23 ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຖວາຍ​ກຽດ​ແດ່​ພຣະ​ບຸດ​ເຫມືອນ​ທີ່​ເຂົາ​ຖວາຍ​ກຽດ​ແດ່​ພຣະ​ບິ​ດາ ຜູ້​ໃດ​ບໍ່​ຖວາຍ​ກຽດ​ແດ່​ພຣະ​ບຸດ ຜູ້​ນັ້ນ​ກໍບໍ່​ຖວາຍ​ກຽດ​ແດ່​ພຣະ​ບິດາ​ຜູ້​ຊົງ​ໃຊ້​ພຣະ​ບຸດ​ມາ

24 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຟັງ​ຄຳ​ຂອງ​ເຮົາ​ແລະ​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຜູ້​ນັ້ນກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ບໍ່​ເຂົ້າ​ໃນ​ການ​ພິ​ພາກ​ສາ​ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ​ວິດແລ້ວ

25 “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ​ເວ​ລາ​ນັ້ນ​ໃກ້​ຈະ​ເຖິງ ແລະ​ບັດ​ນີ້​ມາ​ເຖິງ​ແລ້ວ ຄື​ເມື່ອຜູ້​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ຈະ​ມີ​ຊີ​ວິດ

26 ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອ​ງຢ່າງ​ໃດ ພຣະ​ອົງກໍ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ບຸດ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອງ​ຢ່າງ​ນັ້ນ

27 ຊ້ຳ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ອົງ​ມີ​ສິດ​ອຳ​ນາດ​ທີ່​ຈະ​ພິ​ພາກ​ສາ ເພາະ​ພຣະ​ອົງ​ຊົງ​ເປັນ​ບຸດ​ມະ​ນຸດ

28 ຢ່າ​ປ​ລາດ​ໃຈ​ໃນຂໍ້​ນີ້ ເພາະ​ໃກ້​ຈະ​ເຖິງ​ເວ​ລາ​ທີ່​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຂຸມ​ຝັງ​ສົບ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ

29 ແລະ​ຈະ​ໄດ້​ອອກ​ມາ ບັນ​ດາ​ຜູ້​ທີ່​ໄດ້​ເຮັດ​ການ​ດີ​ກໍ​ຄືນ​ສູ່​ຊີ​ວິດ ແລະ​ບັນ​ດາ​ຜູ້​ເຮັດ​ການ​ຊົ່ວ​ກໍ​ຄື​ນ​ສູ່​ການ​ພິ​ພາກ​ສາ

30 “ເຮົາ​ຈະ​ເຮັດ​ສິ່ງ​ໃດ​ຕາມ​ລຳ​ພັງ​ໃຈ​ບໍ່​ໄດ້ ເຮົາ​ໄດ້​ຍິນ​ຢ່າງ​ໃດ​ເຮົາ​ກໍ​ພິ​ພາກ​ສາ​ຢ່າງ​ນັ້ນ ແລະ​ການພິ​ພາກ​ສາ​ຂອງ​ເຮົາ​ກໍ​ຍຸດ​ຕິ​ທັມ ເພາະ​ວ່າ​ເຮົາ​ບໍ່​ໄດ້​ພ​ຍາຍາມ​ເຣັດ​ຕາມ​ນ້ຳ​ໃຈ​ຂອງ​ເຮົາ ແຕ່​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

31 ຖ້າເຮົາ​ເປັນ​ພຍານ​ໃຫ້​ຕົວ​ເຮົາ​ເອງ ຄຳ​ພຍານ​ຂອງ​ເຮົາ​ກໍ​ບໍ່​ຈິງ

32 ມີ​ອີກ​ຜູ້​ນຶ່ງ​ທີ່​ເປັນ​ພຍານ​ໃຫ້​ແກ່​ເຮົາ ແລະ​ເຮົາ​ຮູ້​ວ່າ​ຄຳ​ພຍານ​ທີ່​ຜູ້​ນັ້ນ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ເປັນ​ຄວາມ​ຈິງ

33 ທ່ານ​ທັງ​ຫລາຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢ​ຮັນ ແລະໂຢ​ຣັນ​ກໍ​ໄດ້​ເປັນ​ພຍານ​ໃນ​ເຣື່ອງ​ຄວາມ​ຈິງ

34 ແຕ່​ຝ່າຍ​ເຮົາ ເຮົາ​ບໍ່​ໄດ້​ຮັບ​ຄຳ​ພຍານ​ຈາກ​ມະ​ນຸດ ແຕ່​ເຮົາ​ກ່າວ​ສິ່ງເຫລົ່າ​ນີ້​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ລອດ​ພົ້ນ

35 ໂຢ​ຣັນ​ເປັ​ນ​ໂຄມ​ທີ່​ໄຕ້​ສ່ອງ​ສວ່າງ​ຢູ່ ທ່ານ​ທັງຫລາຍ​ກໍ​ພໍ​ໃຈ​ທີ່​ຈະ​ຍິນ​ດີ​ໃນ​ຄວາມ​ສວ່າງ​ຂອງ​ທ່ານ​ຊົ່ວ​ຂ​ນະ​ນຶ່ງ

36 ແຕ່​ເຮົາ​ມີ​ຄໍາພຍານ​ສຳ​ຄັນ​ກວ່າ​ຄຳ​ພຍານ​ຂອງ​ໂຢ​ຮັນ​ອີກ ເພາະ​ວ່າ​ການ​ງານ​ທີ່​ພຣະ​ບິ​ດາ​ຊົງ​ມອບ​ໃຫ້​ເຮົາ​ເຣັດ​ໃຫ້​ສຳ​ເຣັດ ຄື​ງານ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ນີ້​ແຫລະ, ກໍ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະ​ບິ​ດາ​ຊົງ​ໃຊ້​ເຮົາ​ມາ

37 ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ ພຣະ​ອົງເອງ​ໄດ້​ຊົງ​ເປັນ​ພຍານ​ໃຫ້​ແກ່​ເຮົາ ທ່ານ​ທັງ​ຫລາຍບໍ່​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ແລະ​ບໍ່​ເຫັນ​ຮູບ​ຮ່າງ​ຂອງ​ພຣະ​ອົງ​ຈັກ​ເທື່ອ

38 ທ່ານທັງ​ຫລາຍ​ບໍ່​ມີ​ຄຳ​ໂອ​ວາດ​ຂອງ​ພຣະ​ອົງ​ຢູ່​ໃນ​ໃຈ ເພາະ​ວ່າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ທີ່​ພຣະ​ບິ​ດາ​ຊົງ​ໃຊ້​ມາ​ນັ້ນ

39 ທ່ານ​ທັງ​ຫລາຍ​ຄົ້ນ​ຫາ​ໃນ​ພຣະ​ທັມ​ຄັມ​ພີ ເພາະ​ພວກ​ທ່ານ​ຄຶດ​ວ່າ​ໃນ​ພຣະ​ທັມ​ຄັມ​ພີ​ນັ້ນ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແມ່ນ​ພຣະ​ຄັມ​ພີ​ນັ້ນ​ແຫລະ, ເປັນ​ພຍານ​ໃຫ້​ແກ່​ເຮົາ

40 ແຕ່​ທ່ານ​ທັງ​ຫລາຍ​ຍັງ​ບໍ່​ມີ​ໃຈ​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີ​ວິດ

41 ເຮົາ​ບໍ່​ຮັບ​ເອົາ​ຍົດ​ສັກ​ຈາກ​ມະ​ນຸດ

42 ແຕ່​ເຮົາ​ໄດ້​ສັງ​ເກດ​ຮູ້​ທ່ານ​ທັງ​ຫລາຍ​ວ່າ​ບໍ່​ມີ​ຄວາມ​ຮັກ​ພຣະ​ເຈົ້າ​ໃນ​ໃຈ​ຂອງ​ພວກ​ທ່ານ

43 ເຮົາ​ໄດ້​ມາ​ໃນ​ພຣະ​ນາມ​ພຣະ​ບິດາ​ຂອງ​ເຮົາ ແລະ​ທ່ານ​ທັງ​ຫລາຍ​ລ​ບໍ່​ໄດ້​ຮັບ​ເຮົາ ຖ້າ​ຜູ້​ອື່ນ​ມາ​ໃນ​ນາມ​ຂອງ​ຕົນ​ເອງ​ພວກ​ທ່ານ​ກໍ​ຈະ​ຮັບ​ຜູ້​ນັ້ນ

44 ທ່ານ​ທັງ​ຫລາຍ​ທີ່​ຣັບ​ຍົດ​ສັກ​ຈາກ​ກັນ​ແລະ​ກັນ ແລະ​ບໍ່​ສ​ແວງ​ຫາ​ຍົດ​ສັກ​ຊຶ່ງ​ມາ​ຈາກ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ແຕ່​ອົງ​ດຽວ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ

45 ຢ່າ​ຄຶດ​ວ່າ​ເຮົາ​ຈະ​ຟ້ອງ​ທ່ານ​ທັງ​ຫລາຍ​ຕໍ່​ພຣະ​ບິ​ດາ ມີ​ຜູ້​ຟ້ອງ​ພວກ​ທ່ານ​ແລ້ວ ຄື​ໂມ​ເຊຜູ້​ຊຶ່ງ​ພວກ​ທ່ານ​ຫວັງ​ໃຈ​ຢູ່

46 ຖ້າ​ທ່ານ​ທັງ​ຫລາຍ​ເຊື່ອ​ໂມ​ເຊ ພວກ​ທ່ານ​ກໍ​ຄົງ​ຈະ​ເຊື່ອ​ເຮົາ​ເຫມືອນ​ກັນ ເພາະ​ໂມ​ເຊ​ໄດ້​ຂຽນ​ເຖິງ​ເຣື່ອງ​ເຮົາ

47 ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ເຊື່ອ​ເຣື່ອງ​ທີ່​ໂມ​ເຊ​ຂຽນ​ແລ້ວ ພວກ​ທ່ານ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອ​ງ​ເຮົາ​ໄດ້​ຢ່າງ​ໃດ”



6

1 ຫ​ລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂ້າມ​ທະ​ເລ​ສາບ​ຄາລີ​ເລ ຄື​ທະ​ເລ​ຕີ​ເບ​ເຣັຽ

2 ປະ​ຊາ​ຊົນເປັນ​ຈຳ​ນ​ວນ​ຫລວງ​ຫລາຍ​ຕິດ​ຕາມ​ພຣະ​ອົງ​ໄປ ເພາະ​ເຂົາ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ທີ່​ພຣະ​ອົງ​ຊົງ​ເຮັດ​ໃຫ້​ແກ່​ຄົນ​ເຈັບ​ປ່ວຍ

3 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຍັງ​ພູ​ແລະ​ປະ​ທັບ​ນັ່ງ​ລົງ​ທີ່​ນັ້ນ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ

4 ຂ​ນະ​ນັ້ນ​ໃກ້​ຈະ​ເຖິງ​ປັ​ສ​ຄາ​ຊຶ່ງ​ເປັນ​ເທ​ສ​ການ​ຂອງ​ຊາດ​ຢິວ​ແລ້ວ

5 ຝ່າຍ​ພຣະ​ເຢ​ຊູ​ຊົງ​ເງີຍ​ພຣະ​ພັກ​ເຫັນ​ຄົນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຫາ ພຣະ​ອົງ​ຊົງ​ກ່າວ​ກັບ​ຟີ​ລິບ​ວ່າ, “ພວ​ກ​ເຮົາ​ຈະ​ຊື້ອາ​ຫານ​ທີ່​ໃດ​ໃຫ້​ຄົນ​ເຫລົ່າ​ນີ້​ກິນ”

6 ທີ່​ພຣະ​ອົງ​ຊົງ​ກ່າວ​ຢາງ​ນັ້ນ​ກໍ​ເພື່ອ​ຈະ​ລອງ​ໃຈ​ຟີ​ລິບ ເພາະ​ພຣະ​ອົງ​ຊົງ​ຊາ​ບ​ແລ້ວ​ວ່າ​ຈະ​ຊົງ​ເຮັດ​ປະ​ການ​ໃດ

7 ຟີ​ລິບ​ທູນ​ຕອບ​ພຣະ​ອົງ​ວ່າ, “ອາ​ຫານ​ຣາ​ຄາ​ສອງ​ຮ້ອຍ​ເດ​ນາ​ຣິ​ອົນ​ກໍ​ບໍ່​ພໍ​ໃຫ້​ທຸກ​ຄົນ​ກິນ​ຜູ້​ລະ​ເລັກ​ລະ​ຫນ້ອຍດອກ”

8 ສາ​ວົກ​ຜູ້​ນຶ່ງ​ຄື​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ເປ​ໂຕ ໄດ້​ທູນ​ພຣະ​ອົງ​ວ່າ,

9 “ຢູ່​ທີ່​ນີ້​ມີ​ເດັກ​ນ້ອຍ​ຄົນ​ນຶ່ງ​ມີ​ເຂົ້າ​ຈີ່​ເຣັດ​ດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ແຕ່​ສິ່ງ​ນີ້​ຈະ​ພໍ​ໄດ້​ຢ່າງ​ໃດ​ກັບ​ຄົນ​ຫລວງ​ຫລາຍ​ປານ​ນີ້”

10 ພຣະ​ເຢ​ຊູ​ຊົງ​ສັ່ງ​ວ່າ, “ຈົ່ງ​ໃຫ້​ຄົນ​ທັງ​ຫລາຍ​ນັ່ງ​ລົງ​ເສັຽ” ທີ່​ນັ້ນ​ມີ​ຫຍ້າ​ຫລາຍ ຄົນ​ຫລົ່າ​ນັ້ນ​ຈຶ່ງ​ນັ່ງ​ລົງ ນັບ​ແຕ່​ຜູ້​ຊາຍ​ມີ​ປະ​ມານ​ຫ້າ​ພັນ​ຄົນ

11 ແລ້ວ​ພຣະ​ເຢ​ຊູ​ຊົງ​ຈັບ​ເຂົ້າ​ຈີ່​ນັ້ນ ເມື່ອ​ໂມ​ທະ​ນາ​ພຣະ​ຄຸນ​ແລ້ວ​ກໍ​ຊົງ​ແຈກ​ແກ່​ບັນ​ດາ​ຄົນ​ທີ່​ນັ່ງ​ຢູ່​ນັ້ນ ສ່ວນ​ປາ​ກໍ​ຊົງ​ໃຫ້​ເຫມືອນ​ກັນ​ຕາ​ມ​ທີ່​ເຂົາ​ຕ້ອງ​ການ

12 ເມື່ອ​ເຂົາ​ກິນ​ອີ່ມ​ແລ້ວ​ພຣະ​ເຢ​ຊູ​ຊົງ​ບອກ​ພວກ​ສາ​ວົກ​ວ່າ, “ຈົ່ງ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫ​ລືອ​ນັ້ນ​ເພື່ອບໍ່​ໃຫ້​ອັນ​ໃດ​ເສັຽ”

13 ເຂົາ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ຈາກ​ເຂົ້າ​ຈີ່​ທີ່​ເຮັດດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ ຊຶ່ງ​ຄົນ​ທັງ​ຫລາຍ​ໄດ້​ກິນ​ນັ້ນ ໄດ້​ເຕັມ​ສິບ​ສອງ​ກະ​ບຸງ

14 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ເຫັນ​ຫມາຍສຳ​ຄັນ​ທີ່​ພຣະ​ອົງ​ໄດ້​ຊົງ​ເຣັດ​ນັ້ນ ເຂົາ​ກໍ​ເວົ້າ​ກັນ​ວ່າ, “ຈິງ​ແທ້​ທ່ານ​ຜູ້​ນີ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ທີ່​ຊົງ​ກຳ​ນົດ​ວ່າ​ຈະ​ມາ​ໃນ​ໂລກ”

15 ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ ເຂົາ​ຈະ​ມາ​ຈັບ​ເອົາ​ໄປ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ເຈົ້າ​ແຜ່ນ​ດິ​ນ ພຣະ​ອົງ​ຈຶ່ງ​ສະ​ເດັດ​ອອກ​ໄປ​ຍັງ​ພູ​ເຂົາ​ອີກ​ແຕ່​ອົງ​ດຽວ

16 ເມື່ອ​ຄ່ຳ​ມາ​ແລ້ວ​ພວກ​ສາວົກ​ຂອງ​ພຣະ​ອົງ​ໄດ້​ລົງ​ໄປ​ເຖິງ​ທະ​ເລ

17 ແລ້ວ​ລົ​ງ​ເຮືອຂ້າມ​ຟາກ​ໄປ​ຍັງ​ເມືອງ​ກາ​ເປ​ນາ​ອຸມ ເມື່ອມືດ​ແລ້ວ​ພຣະ​ເຢ​ຊູກໍ​ຍັງ​ບໍ່​ໄດ້ສະ​ເດັດ​ໄປ​ເຖິງ​ເຂົາ

18 ອັນ​ນຶ່ງ​ນ້ຳ​ທະ​ເລ​ກໍ​ກຳ​ເຣີບ​ຂຶ້ນ​ເພາະ​ລົມ​ແດງ​ພັດ

19 ເມື່ອ​ເຂົາ​ແຊວ​ເຮືອ​ໄປ​ໄດ້​ປະ​ມານ​ສອງ​ພັນ​ຫ້າ​ຫລື​ສາມ​ພັນ​ວາ ເຂົາ​ກໍ​ເຫັນ​ພຣະ​ເຢຊູ​ຊົງ​ຍ່າງ​ເທິງ​ນ້ຳ​ມາ​ໃກ້​ເຮືອ ເຂົາ​ຈຶ່ງ​ຕົກ​ໃຈ

20 ແຕ່​ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ແມ່ນ​ເຮົາ​ເອງ ຢ່າ​ຊູ່​ຢ້ານ”

21 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ພໍ​ໃຈ​ໃຫ້​ພຣະ​ອົງ​ຂຶ້ນ​ເຮືອ ແລ້ວ​ທັນ​ໃດ​ນັ້ນ ເຮືອກໍ​ເຖິງ​ຝັ່ງ​ບ່ອນ​ເຂົາ​ຈະ​ໄປ​ນັ້ນ

22 ມື້​ຫນ້າ​ນັ້ນ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ທະ​ເລ​ຟາກ​ນັ້ນ ເຫັນ​ວ່າ​ກ່ອນ​ນັ້ນ​ມີ​ເຮື​ອຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ ແລະ​ເຫັນ​ວ່າ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ລົງ​ເຮືອລຳ​ນັ້ນ​ໄປ​ກັບ​ພວກ​ສາ​ວົກ ມີ​ແຕ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄປ​ເທົ່າ​ນັ້ນ

23 ແຕ່​ກໍ​ມີ​ເຮືອ​ລຳ​ອື່ນ​ຈາກ​ເມືອງ​ຕີ​ເບ​ເຣັຽມາ​ຈອດ​ໃຫ້​ບ່ອນ​ທີ່​ເຂົາ​ໄດ້​ກິນ​ເຂົ້າ​ຈີ່ ຫລັງ​ຈາກ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຂອບ​ພຣະ​ຄຸນ​ແລ້ວ

24 ເຫດ​ສັນ​ນັ້ນ​ເມື່ອ​ປະ​ຊາ​ຊົນ​ເຫັນ​ວ່າ​ພຣະ​ເຢ​ຊູ​ແລະ​ພວກ​ສາ​ວົກ​ບໍ່​ຢູ່​ທີ່​ນັ້ນ ເຂົາ​ຈຶ່ງ​ພາ​ກັນ​ລົງ​ໄປ​ຕາມ​ຫາ​ພຣະ​ເຢ​ຊູ​ທີ່​ເມືອງ​ກາ​ເປ​ນາ​ອຸມ

25 ເມື່ອ​ເຂົາ​ໄດ້​ພົບ​ພຣະ​ອົງ​ຟາກ​ທະ​ເລ​ສາບ​ເບື້ອງ​ນັ້ນ​ແລ້ວ ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ທ່ານ​ມາ​ທີ່​ນີ້​ເມື່ອ​ໃດ?”

26 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ​ພວກ​ທ່ານ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ນັ້ນ​ແຕ່​ເພາະໄດ້​ກິນ​ເຂົ້າ​ຈີ່​ອີ່ມ

27 ຢ່າ​ພ​ຍາ​ຍາມ​ຫາ​ອາ​ຫານ​ທີ່​ສູນ​ສິ້ນ​ໄປ ແຕ່​ຈົ່ງ​ຫາ​ອາ​ຫານ​ທີ່​ຕັ້ງ​ຫມັ້ນ​ຢູ່ ຄື​ອາ​ຫານ​ສຳ​ລັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ຊຶ່ງ​ບຸດ​ມະ​ນຸດ​ຈະ​ໃຫ້​ແກ່​ພວກ​ທ່ານ ເພາະ​ແມ່ນ​ພຣະ​ອົງ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ຄື​ພຣະ​ບິດາ​ໄດ້​ຊົງ​ປະ​ທັບ​ຕາ​ຫມາຍ​ໄວ້​ແລ້ວ”

28 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພວກ​ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ປະ​ການ​ໃດ ຈຶ່ງ​ຈະ​ເຮັດ​ກິ​ຈ​ການ​ຂອງ​ພຣະ​ອົງ​ໄດ້”

29 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ນີ້​ແຫລະ, ແມ່ນ​ກິ​ຈ​ການ​ຂອງ​ພຣະ​ເຈົ້າ ຄື​ການ​ທີ່​ທ່ານ​ທັງ​ຫລາຍ​ວາງ​ໃຈ​ໃນ​ທ່ານ​ທີ່​ພຣະ​ອົງ​ຊົງ​ໃຊ້​ມາ”

30 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ດັ່ງ​ນັ້ນ​ທ່ານ​ຈະ​ເຮັດ​ຫມາຍ​ສຳ​ຄັນ​ອັນ​ໃດ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ​ແລະ​ວາງ​ໃຈ​ໃນ​ທ່ານ ມີ​ການ​ອັນ​ໃດ​ທີ່​ທ່າ​ນ​ຈະ​ເຮັດ​ແດ່

31 ບັນພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ນ້ອຍ​ໄດ້​ກິນ​ມາ​ນາ​ໃນ​ປ່າ ດັ່ງ​ຄຳ​ທີ່​ຂຽນ​ໄວ້​ວ່າ, “ພຣະ​ອົງ​ຊົງ​ປະ​ທານອາ​ຫານ​ຈາກ​ສວັນ​ໃຫ້​ເຂົາ​ກິນ”

32 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງວ່າ ອາ​ຫານ​ທີ່​ມາ​ຈາກ​ສວັນ​ນັ້ນ​ບໍ່​ແມ່ນ​ໂມ​ເຊ​ເອົາ​ໃຫ້​ພວກ​ທ່ານ ແຕ່​ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ເປັນ​ຜູ້​ປະ​ທານ​ອາ​ຫານ​ອັນ​ແທ້ ຊຶ່ງ​ມາ​ຈາກ​ສວັນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ

33 ເພາະ​ວ່າ​ອາ​ຫານ​ທີ່​ພຣະ​ເຈົ້າ​ຊົງປະ​ທານ​ນັ້ນ ຄື​ທ່ານ​ທີ່​ລົງ​ມາ​ຈາກ​ສວັນ​ແລະ​ປະ​ທານ​ຊີ​ວິດ​ໃຫ້​ແກ່​ໂລກ”

34 ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຈົ່ງ​ປະ​ທານ​ອາ​ຫານ​ນັ້ນ​ໃຫ້​ພວກ​ຂ້າ​ນ້ອຍ​ມີ​ຢູ່​ສເມີ”

35 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ເປັນ​ອາ​ຫານ​ທິບ​ແຫ່ງ​ຊີ​ວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ ແລະ​ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ຈະ​ບໍ່​ຫິວ​ນ້ຳ​ຈັກ​ເທື່ອ

36 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ພວກ​ທ່ານ​ໄດ້​ເຫັນ​ເຮົາ​ແລ້ວ​ແຕ່ກໍ​ຍັງ​ບໍ່​ເຊື່ອ

37 ສາ​ຣະ​ພັດ​ທີ່​ພຣະ​ບິ​ດາ​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ​ຈະ​ມາ​ຫາເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້​ມ​ອອກ​ໄປ​ພາຍນອກ​ຈັກ​ເທື່ອ

38 ເພາະ​ວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສວັນ ບໍ່​ແມ່ນ​ເພື່ອ​ຈະ​ເຮັດ​ຕາມ​ໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

39 ອັນ​ນີ້​ແຫລະ, ແມ່ນ​ນ້ຳ​ພຣະ​ທັຍ​ຂອງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຄື​ໃຫ້​ເຮົາ​ຮັກ​ສາ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ມອບໄວ້​ກັບ​ເຮົາ​ນັ້ນ ບໍ່​ໃຫ້​ສິ່ງ​ໃດ​ສູນຫາຍ​ໄປ​ແຕ່​ໃຫ້​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ

40 ເພາະ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ ຄື​ໃຫ້​ທຸກ​ຄົນທີ່​ເຫັນ​ພຣະ​ບຸດ​ແລະ​ວາງ​ໃຈ​ໃນ​ພຣະ​ບຸດ​ນັ້ນ ໄດ້​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ”

41 ດັ່ງ​ນັ້ນ ພວກ​ຢິວ​ຈຶ່ງ​ພາ​ກັນ​ຈົ່ມ​ໃຫ້​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ເປັນ​ອາ​ຫານ​ທິບ​ທີ່​ລົງ​ມາ​ຈາກ​ສວັນ”

42 ເຂົາ​ໄດ້​ກ່າວ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ລູກ​ຂອງ​ໂຢ​ເຊບ​ຫລື ພໍ່​ແມ່​ຂອງ​ເຂົາ​ເຮົາ​ກໍ​ຮູ້​ຈັກ ເຫດ​ສັນ​ໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ “ເຮົາ​ໄດ້​ລົງ​ມາ​ຈາກ​ສວັນ”

43 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຢ່າ​ໄດ້​ຈົ່ມ​ເທາະ

44 ບໍ່​ມີ​ຜູ້​ໃດ​ມາ​ຫາ​ເຮົາ​ໄດ້ ເວັ້ນ​ໄວ້​ແຕ່​ພຣະ​ບິ​ດາຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຈະ​ຊົງ​ຊັກ​ນຳ​ໃຫ້​ເຂົາ​ມາ ແລະ​ຝ່າຍ​ເຮົາ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ

45 ມີ​ຄຳ​ຂຽນ​ໄວ້​ໃນຄັມພີ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ “ຄົນ​ທັງ​ຫລາຍ​ຈະ​ຮັບ​ຄວາມສອນ​ຈາກ​ພຣະ​ເຈົ້າ” ທຸກ​ຄົນ​ທີ່​ໄດ້​ຍິນ​ໄດ້​ຟັງ​ແລະ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ເຈົ້າ​ກໍ​ມາ​ຫາ​ເຮົາ

46 ບໍ່​ມີ​ຜູ້​ໃດ​ໄດ້​ເຫັນ​ພຣະ​ບິ​ດາ​ນອກ​ຈາກ​ຜູ້​ທີ່​ມາ​ຈາກ​ພຣະ​ເຈົ້າ ຜູ້​ນັ້ນ​ແຫລະ, ໄດ້​ເຫັນ​ພຣະ​ບິ​ດາ​ແລ້ວ

47 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

48 ເຮົາ​ເປັນ​ອາ​ຫານ​ທິບ​ຂອງ​ຊີ​ວິດ

49 ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງຫລາຍ​ໄດ້​ກິນ​ມາ​ນາໃນ​ປ່າ ແລະ​ເຂົາ​ໄດ້​ຕາຍ​ໄປ

50 ນີ້​ແຫລະ, ເປັນ​ອາ​ຫານ​ທີ່​ລົງ​ມາ​ຈາກ​ສວັນ​ເພື່ອ​ຜູ້​ທີ່​ກິນ​ແລ້ວ​ຈະ​ບໍ່​ຕາຍ

51 ເຮົາ​ເປັນ​ອາ​ຫານ​ທີ່​ມີ​ຊີ​ວິດ​ຊຶ່ງ​ລົງ​ມາ​ຈາກ​ສວັນ ຖ້າ​ຜູ້​ໃດ​ກິນ​ອາ​ຫານ​ນີ້​ແລ້ວ ຜູ້​ນັ້ນ​ຈະ​ມີ​ຊີ​ວິດສືບໆ​ໄປ​ເປັນ​ນິດ ແລະ​ອາ​ຫານ​ຝ່າຍ​ເຮົາ​ຈະ​ໃຫ້​ເພື່ອ​ເປັນ​ຊີ​ວິດ​ຂອງ​ໂລກ​ນັ້ນ ກໍ​ຄື​ເນື້ອ​ກາຍ​ຂອງ​ເຮົາ”

52 ເຫ​ດສັນ​ນີ້​ພວກ​ຢິວ​ຈຶ່ງ​ຖາມ​ກັນ​ວ່າ, “ຜູ້​ນີ້​ຈະ​ເອົາ​ເນື້ອ​ຕົວ​ຂອງ​ຕົນ​ໃຫ້​ເຮົາ​ກິນ​ໄດ້​ຢ່າງ​ໃດ”

53 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ “ຖ້າ​ພວກ​ທ່ານ​ບໍ່​ກິນ​ເນື້ອ​ຕົວ​ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະ​ນຸດ ທ່ານ​ກໍ​ບໍ່​ມີ​ຊີ​ວິດ​ໃນ​ຕົວ​ທ່ານ

54 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມ​ເລືອດ​ຂອງ​ເຮົາ​ກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ

55 ເພາະ​ວ່າ​ເນື້ອ​ຕົວ​ຂອງ​ເຮົາ​ເປັນ​ອາ​ຫານ​ອັນ​ແທ້ ແລະ​ເລືອດ​ຂອງ​ເຮົາ​ກໍ​ເປັນ​ຂອງ​ດື່ມ​ອັນ​ແທ້

56 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມເລືອດຂອງ​ເຮົາ ຜູ້​ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ເຮົາ​ແລະ​ເຮົາ​ຕັ້ງ​ຢູ່​ໃນ​ຜູ້​ນັ້ນ

57 ພຣະ​ບິ​ດາ​ຜູ້​ຊົງ​ພຣະ​ຊົນ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີ​ວິດ​ຢູ່​ເພາະ​ພຣະ​ບິ​ດາ​ສັນ​ໃດ ຜູ້​ທີ່​ຈະ​ກິນ​ເຮົາ​ກໍ​ຈະ​ມີ​ຊີ​ວິດ​ເພາະ​ເຮົາ​ສັນ​ນັ້ນ

58 ນີ້​ແຫລະ, ເປັນ​ອາ​ຫານ​ຊຶ່ງ​ລົງມາ​ຈາກ​ສວັນ ບໍ່​ເຫມືອນ​ກັບ​ອາ​ຫານ​ທີ່​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ກິນ​ແລ້ວ​ຕາຍ​ໄປ ຜູ້​ທີ່​ກິນ​ອາ​ຫານ​ນີ້​ຈະ​ມີ​ຊີ​ວິດ​ສືບໆ​ໄປ​ເປັນ​ນິດ”

59 ຂໍ້​ຄວາມ​ເຫລົ່າ​ນີ້​ພຣະ​ອົງ​ຊົງ​ກ່າວ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່​ເມືອງ​ກາ​ເປ​ນາ​ອຸມ

60 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຖ້ອຍ​ຄຳ​ນີ້​ແຂງ​ແຮງ ໃຜ​ຈະ​ຟັງ​ໄດ້”

61 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ​ດ້ວຍ​ພຣະ​ອົງ​ເອງວ່າ​ພວກ​ສາ​ວົກ​ໄດ້​ຈົ່ມ​ເຖິງ​ເຣື່ອງ​ນັ້ນ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຣື່ອງ​ນີ້​ເຣັດ​ໃຫ້​ພວກ​ທ່ານ​ສະ​ດຸດ​ໃຈ​ຫລື

62 ຖ້າ​ທ່ານ​ທັງ​ຫລາຍ​ຈະ​ເຫັນ​ບຸດ​ມະ​ນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ທ່ານ​ຢູ່​ແຕ່​ກ່ອນ​ນັ້ນ ພວກ​ທ່ານ​ຈະ​ວ່າ​ຢ່າງ​ໃດ

63 ພຣະ​ວິນຍານ​ຊົງ​ເຮັດ​ໃຫ້​ມີ​ຊີ​ວິດ ສ່ວນ​ເນື້ອ​ກາຍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ​ນັ້ນ​ເປັນ​ວິນ​ຍານ​ແລະ​ຊີ​ວິດ

64 ແຕ່​ມີ​ບາງ​ຄົນ​ໃນ​ພວກ​ທ່ານຍັງ​ບໍ່​ເຊື່ອ​ຢູ່” (ເພາະ​ພຣະ​ເຢ​ຊູ​ຊົງ​ຊາ​ບ​ແຕ່​ເດີມ​ແລ້ວ​ວ່າ​ຜູ້​ທີ່​ເຊື່ອ​ນັ້ນ​ແມ່ນ​ຜູ້​ໃດ ແລະ​ແມ່ນ​ຜູ້​ໃດ​ທີ່​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ)

65 ແລະ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ບອກ​ທ່າ​ນທັງ​ຫລາຍ​ວ່າ​ບໍ່​ມີ​ຜູ້​ໃດ​ຈະ​ມາ​ເຖິງ​ເຮົາ​ໄດ້ ນອກ​ຈາກ​ພຣະ​ບິ​ດາ​ຈະ​ຊົງ​ໂຜດ​ຜູ້​ນັ້ນ”

66 ດ້ວຍ​ເຫດ​ນັ້ນ​ພວກ​ລູກ​ສິດ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ຈຶ່ງ​ທໍ້​ຖອຍ ບໍ່​ຕິດ​ຕາມ​ພຣະ​ອົງ​ຕໍ່​ໄປ​ອີກ

67 ດັ່ງ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ສິດ​ສອງ​ຄົນ​ນັ້ນ​ວ່າ, “ພວກ​ທ່ານ​ເດ ຢາກ​ຖອຍ​ຫນີ​ເຫມືອນ​ກັນ​ຫລື”

68 ຝ່າຍ​ຊີ​ໂມນ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ຈະ​ຫນີ​ໄປ​ຫາ​ຜູ້​ໃດ ທ່ານ​ມີ​ຖ້ອຍ​ຄຳ​ຊຶ່ງ​ໃຫ້​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

69 ພວກ​ຂ້າ​ນ້ອຍ​ເຊື່ອ​ແລ້ວ​ແລະ​ຊາບ​ວ່າ​ທ່ານ​ເປັນ​ຜູ້​ບໍ​ຣິ​ສຸດ​ມາ​ຈາກ​ພຣະ​ເຈົ້າ”

70 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ນີ້​ແຫລະ, ໄດ້​ເລືອກ​ພວກ​ທ່ານ​ສິບ​ສອງ​ຄົນ​ໄວ້​ບໍ່​ແມ່ນ​ຫລື ແລະ​ຄົນ​ນຶ່ງ​ໃນ​ພວກ​ທ່ານ​ກໍ​ເປັນ​ມານ​ຮ້າຍ”

71 ພຣະ​ອົງ​ຊົງ​ກ່າວ​ເຖິງ​ຢູ​ດາ​ລູກ​ຊາຍ​ຂອງຊີ​ໂມນ​ອິ​ສະ​ກາ​ຣິ​ອົດ ເພາະ​ແມ່ນ​ຜູ້​ທີ່​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ ຄື​ຄົນ​ນຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ



7

1 ຫລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ທ​ອ່ງ​ທ່ຽວ​ໄປ​ຕາມ​ແຂວງ​ຄາ​ລີ​ເລ ບໍ່​ຊົງ​ປະ​ສົງ​ສະ​ເດັດ​ໄປ​ໃນ​ແຂວງ​ຢູ​ດາຍ ເພາະ​ພວກ​ຢິວ​ຫາ​ໂອ​ກາດ​ທີ່​ຈະ​ຂ້າພຣະ​ອົງ​ເສັຽ

2 ຂ​ນະ​ນັ້ນ​ໃກ້​ຈະ​ເຖິງ​ເທ​ສ​ການ​ຕັ້ງ​ທັບ​ອາ​ໄສ​ຂອງ​ຊາດ​ຢິວ​ແລ້ວ

3 ພວກ​ນ້ອງ​ຊາຍຂອງ​ພຣະ​ອົງໄດ້​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ຈົ່ງ​ອອກ​ຈາກ​ທີ່​ນີ້​ໄປ​ຍັງ​ແຂວງ​ຢູ​ດາຍ ເພື່ອ​ພວກ​ສາ​ວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ກິ​ຈ​ການ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ”

4 ເພາະ​ວ່າ​ບໍ່​ຫ່ອນ​ມີ​ຜູ້​ໃດ​ເຮັດ​ອັນ​ໃດ​ໃນ​ທີ່​ລັບ ເມື່ອ​ຜູ້​ນັ້ນ​ຢາກ​ໃຫ້​ຕົວ​ປາ​ກົດ ຖ້າ​ເຈົ້າ​ເຮັດ​ການ​ເຫລົ່າ​ນີ້​ຈົ່ງ​ສະ​ແດງ​ຕົວ​ໃຫ້​ປາ​ກົດ​ແກ່​ໂລ​ກເສັຽ”

5 (ເພາະ​ວ່າ​ເຖິງ​ແມ່ນ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ກໍ​ບໍ່​ເຊື່ອ​ໃນ​ພຣະ​ອົງ)

6 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ເວ​ລາ​ກຳ​ນົດ​ຂອງ​ເຮົາ​ຍັງ​ບໍ່​ເຖິງ​ເທື່ອ ແຕ່​ເວ​ລາ​ຂອງ​ພວກ​ເຈົ້າ​ກໍ​ມີ​ຢູ່​ສເມີ

7 ໂລກ​ຈະ​ກຽດ​ຊັງ​ພວກ​ເຈົ້າ​ບໍ່​ໄດ້​ແຕ່​ວ່າ​ມັນ​ຊັງເຮົາ ເພາະ​ເຮົາ​ເປັນ​ພຍານ​ວ່າ​ກິ​ຈ​ການ​ຂອງ​ໂລກ​ນັ້ນ​ຊົ່ວ​ຮ້າຍ

8 ພວກ​ເຈົ້າ​ຈົ່ງ​ຂຶ້ນ​ໄປ​ໃນ​ເທ​ສ​ການ​ນັ້ນ​ເສັຽ ຝ່າຍ​ເຮົາ​ຍັງ​ບໍ່​ຂຶ້ນ​ໄປ​ໃນ​ເທ​ສ​ການ​ນັ້ນ​ເພາະ​ວ່າ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ເຮົາ”

9 ເມື່ອ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ກໍ​ຍັງ​ປະ​ທັບ​ຢູ່​ໃນ​ແຂວງ​ຄາ​ລີ​ເລ​ຕໍ່​ໄປ

10 ແຕ່​ເມື່ອ​ພວກ​ນ້ອງ​ຂອງ​ພຣະ​ອົງ​ຂຶ້ນ​ໄປ​ໃນ​ງານ​ເທ​ສ​ການ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ຕາມ​ຂຶ້ນ​ໄປເຫມືອນ​ກັນ ແຕ່​ສະ​ເດັດ​ໄປ​ທາງ​ລັບ​ບໍ່​ເປີດ​ເຜີຍ

11 ເຫດ​ສັນ​ນັ້ນ​ ພວກ​ຢິວ​ໄດ້​ຊອກ​ຫາ​ພຣະ​ອົງ​ໃນ​ເທ​ສ​ການ​ນັ້ນ​ແ​ລະ​ຖາມ​ວ່າ, “ຄົນ​ຜູ້​ນັ້ນ​ຢູ່​ໃສ”

12 ສ່ວນ​ປະ​ຊາ​ຊົນ​ກໍ​ຊິ່ມ​ກັນ​ຫລາຍ​ເວົ້າ​ເຖິງ​ເຣື່ອງ​ພຣະ​ອົງ ລາງ​ຄົນ​ເວົ້າ​ວ່າ, “ເປັນ​ຄົນ​ດີ” ແຕ່​ຄົນອື່ນ​ວ່າ, “ບໍ່​ແມ່ນ, ແຕ່​ທ່ານ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫລົງ​ຜິດ​ໄປ”

13 ແຕ່​ເຖິງປານ​ນັ້ນບໍ່​ມີ​ໃຜ​ກ້າ​ເວົ້າ​ເຖິງ​ພຣະ​ອົງ​ຢ່າງ​ເປີດ​ເຜີຍ​ເພາະ​ຢ້ານ​ພວກ​ຢິວ

14 ຄັນ​ເຖິງ​ເຄິ່ງ​ເທ​ສ​ການ​ນັ້ນ​ແລ້ວ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຍັງ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ແລະ​ຊົງ​ສັ່ງ​ສອນ

15 ພວກ​ຢິວ​ພາ​ກັນ​ປ​ລາດ​ໃຈ​ເວົ້າ​ກັນ​ວ່າ, “ຄົນ​ຜູ້​ນີ້​ມີ​ຄວາມ​ຮູ້​ມາ​ແຕ່​ໃສ​ເມື່ອ​ບໍ່​ໄດ້​ຮໍ່າ​ຮຽ​ນ”

16 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ຄຳ​ສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

17 ຖ້າ​ຜູ້​ໃດ​ເຕັມ​ໃຈ​ຍອມ​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳ​ສອນ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື​ວ່າ​ເຮົາ​ປາກ​ຕາມ​ໃຈ​ຊອບ​ຂອງ​ເຮົາ​ເອງ

18 ຜູ້ໃດ​ປາກ​ຕາມ​ໃຈ​ຊ​ອບ​ຂອງ​ຕົນ​ເອງ ຜູ້​ນັ້ນ​ກໍ​ສ​ແວງ​ກຽດ​ສຳ​ລັບ​ຕົນ​ເອງ ແຕ່​ຜູ້​ທີ່​ສ​ແວງ​ກຽດ​ໃຫ້​ພຣະ​ອົງ​ຜູ້​ຊົງ​ໃຊ້​ຕົນ​ມາ ຜູ້​ນັ້ນ​ແຫລະ, ເປັນ​ຄົນ​ຈິງ​ແລະ​ບໍ່​ມີ​ອະ​ທັມ​ໃນ​ຕົວ

19 ໂມ​ເຊ​ໄດ້​ໃຫ້​ພຣະ​ບັນ​ຍັດ​ແກ່​ທ່ານ​ທັງ​ຫລາຍ​ບໍ່​ແມ່ນ​ຫລື ແລະ​ໃນ​ພວກ​ທ່ານ​ບໍ່​ມີ​ຜູ້​ໃດ​ຈັກ​ຄົນ​ເຮັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ ທ່ານ​ທັງ​ຫລາຍ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເຮັດ​ຫຍັງ”

20 ປະ​ຊາ​ຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີ​ສິງ​ຢູ່ ແມ່ນ​ໃຜ​ຊອກ​ຫາ​ຈະ​ຂ້າ​ເຈົ້າ”

21 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ກິ​ຈ​ການ​ອັນ​ນຶ່ງ ແລະ​ພວກ​ທ່ານ​ກໍ​ປ​ລາດ​ໃຈ​ເພາະ​ເຫດ​ການ​ນັ້ນ

22 ໂມ​ເຊ​ໄດ້​ຕັ້ງ​ພິ​ທີ​ຕັດ​ໃຫ້​ທ່ານ​ທັງ​ຫລາຍ (ບໍ່​ແມ່ນ​ໄດ້​ມາ​ຈາກ​ໂມ​ເຊ​ແຕ່​ມາ​ຈາກ​ບັນ​ພະ​ບຸ​ຣຸດ) ແລະ​ໃນ​ວັນ​ສະ​ບາ​ໂຕ ເພື່ອ​ບໍ່​ໃຫ້​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ ທ່ານ​ທັງ​ຫລາຍ​ຈະ​ຄຽດ​ເຮົາ​ເພາະ​ເຮົາ​ໄດ້​ໃຫ້​ຄົນ​ນຶ່ງ​ດີ​ເປັນ​ປົກ​ກະ​ຕິໃນ​ວັນ​ສະ​ບາ​ໂຕ​ຫລື

23 ຢ່າ​ຕັດ​ສິນ​ຕາມ​ທີ່​ເຫັນ​ພາຍນອກ ແຕ່​ຈົ່ງ​ຕັດ​ສິນ​ຕາມ​ທາງ​ຍຸດ​ຕິ​ທັມ”

24 ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ລາງ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ແຫລະ​, ທີ່​ເຂົາ​ຊອກ​ຫາ​ຈະຂ້າ​ເສັຽບໍ່​ແມ່ນ​ຫລື

25 ເບິ່ງແມ໋, ທ່ານ​ກ່າວ​ດ້ວຍ​ເປີດ​ເຜີຍ ແລະ​ເຂົາ​ບໍ່​ໄດ້​ເວົ້າ​ຫຍັງ ພວກ​ເຈົ້າ​ນາຍ​ຮູ້​ຄັກ​ບໍ່​ວ່າ​ຄົນ​ນີ້​ແມ່ນພຣະ​ຄຣິດ

26 ເຮົາ​ຮູ້​ແລ້ວ​ວ່າ​ຄົນ​ນີ້​ມາ​ແຕ່​ໃສ​

27 ແຕ່​ຝ່າຍ​ພຣະ​ຄຣິດ, ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ບໍ່​ມີ​ໃຜ​ຮູ້​ວ່າ​ມາ​ແຕ່​ໃສ”

28 ເຫດ​ສັນ​ນີ້ ​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ສັ່ງ​ສອນ​ດ້ວຍ​ສຽງ​ອັນ​ດັງ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ວ່າ, “ສ່ວນ​ເຮົາ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຈັກ ທັງ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ເຮົາ​ບໍ່​ໄດ້​ມາ​ໂດຍ​ລຳ​ພັງ​ຂອງ​ເຮົາ​ເອງ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດ​ຈິງ ພຣະ​ອົງ​ນັ້ນ​ພວກ​ທ່ານ​ກໍ​ບໍ່​ຮູ້​ຈັກ

29 ຝ່າຍ​ເຮົາ​ກໍ​ຮູ້​ຈັກ​ພຣະ​ອົງ ເພາະ​ເຮົາ​ມາ​ຈາກ​ພຣະ​ອົງ ແລະ​ແມ່ນ​ພຣະ​ອົງ​ນັ້ນ​ແຫລະ, ໄດ້​ຊົງ​ໃຊ້​ເຮົາ​ມາ”

30 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຊອກ​ຫາ​ຈະ​ຈັບ​ພຣະ​ອົງ ແຕ່​ບໍ່​ມີ​ຜູ້​ໃດ​ຍື່ນ​ມື​ຈັບ​ເພາະ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ພຣະ​ອົງ​ເທື່ອ

31 ແຕ່​ມີ​ຫລາຍ​ຄົນ​ໃນ​ຫມູ່​ປະ​ຊາ​ຊົນ​ໄດ້​ວາງ​ໃຈ​ໃນ​ພຣະ​ອົງ​ແລະ​ເວົ້າ​ວ່າ, “ເມື່ອ​ພຣະ​ຄຣິດ​ສະ​ເດັດ​ມາ​ນັ້ນ ພຣະ​ອົງ​ຈະ​ເຮັດ​ຫມາຍ​ສຳ​ຄັນ​ຫລາຍກວ່າ​ຜູ້​ນີ້​ຫລື”

32 ເມື່ອ​ພ​ວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ປະ​ຊາ​ຊົນຊິ່ມ​ກັນ​ເວົ້າ​ເຖິງ​ເຣື່ອງ​ພຣະ​ອົງ​ຢ່າງ​ນັ້ນ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣິ​ຊາຍ​ຈຶ່ງ​ໃຊ້​ເຈົ້າ​ຫນ້າ​ທີ່​ໄປ​ຈັບ​ພຣະ​ອົງ

33 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ຕໍ່​ໄປ​ອີກ​ຫນ້ອຍ​ນຶ່ງ ແລ້ວ​ຈະ​ກັບ​ໄປ​ຫາ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

34 ທ່າ​ນ​ທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ພວກ​ທ່ານ​ຈະ​ເຂົາ​ໄປ​ບໍ່​ໄດ້”

35 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຈວນ​ຈະ​ໄປ​ໃສ​ທີ່​ເຮົາ​ຈະ​ຫາ​ບໍ່​ພົບ ທ່ານ​ຈະ​ໄປ​ຫາ​ພວກ​ຄົນ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ຖ້າມ​ກາງ​ຄົນ​ຕ່າງ​ຊາດ ແລະ​ສັ່ງ​ສອນ​ຄົນ​ຕ່າງ​ຊາດ​ນັ້ນ​ຫລື

36 ຄຳ​ນີ້​ເປັນ​ຢ່າງ​ໃດ​ຫນໍ​ທີ່​ທ່ານ​ກ່າວ​ວ່າ “ທ່ານທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ທ່ານ​ຈະ​ເຂົ້າ​ໄປ​ບໍ່​ໄດ້”

37 ໃນ​ວັນ​ສຸດ​ທ້າຍ​ຂອງ​ງານ​ເທ​ສ​ການ​ຊຶ່ງ​ເປັນ​ວັນ​ໃຫຍ່​ນັ້ນ ພຣະ​ເຢ​ຊູ​ຊົງ​ຢືນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຖ້າຜູ້​ໃດ​ຫິວ ຜູ້​ນັ້ນ​ຈົ່ງ​ມາ​ຫາເຮົາ​ແລະ​ດື່ມ

38 ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ແມ່​ນ້ຳ​ອັນ​ມີ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້​ນັ້ນ ຕາມ​ທີ່​ພຣະ​ຄັມ​ພີ​ກ່າວ​ໄວ້​ແລ້ວ”

39 ສິ່ງ​ທີ່​ພຣະ​ເຢຊູ​ຊົງ​ກ່າວ​ນັ້ນ​ຫມາຍ​ເຖິງ​ພຣະ​ວິ​ນ​ຍານ ຊຶ່ງ​ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ອົງ​ຈະ​ໄດ້​ຮັບ ເຫດ​ວ່າ​ຍັງບໍ່​ໄດ້​ຊົງ​ປະ​ທານ​ພຣະ​ວິ​ນ​ຍານ​ໃຫ້ ເພາະ​ພຣະ​ເຢ​ຊູ​ຍັງ​ບໍ່​ໄດ້​ຊົງ​ຮັບ​ສະ​ງ່າ​ຣາ​ສີ

40 ເມື່ອປະ​ຊາ​ຊົນ​ໄດ້​ຍິນ​ດັ່ງ​ນັ້ນ​ລາງ​ຄົນ​ໄດ້​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ແທ້”

41 ຄົນອື່ນ​ເວົ້າ​ວ່າ, “ຜູ້​ນີ້​ແຫລະ, ແມ່ນ​ພຣະ​ຄຣິດ” ແຕ່​ຄົນ​ອື່ນ​ອີກ​ເວົ້າ​ວ່າ, “ພຣະ​ຄຣິດ​ຈະ​ມາ​ຈາກຄາ​ລີ​ເລ​ຫລື

42 ພຣະ​ຄັມ​ພີ​ກ່າວ​ໄວ້​ບໍ່​ແມ່ນ​ຫລື ວ່າ​ພຣະ​ຄຣິດ​ຈະ​ມາຈາກ​ເຊື້ອ​ວົງ​ຂອງ​ດາ​ວິດ ແລະ​ມາ​ຈາກ​ບ້ານ​ເບັດ​ເລ​ເຮັມ​ຊຶ່ງ​ດາ​ວິດ​ຢູ່​ນັ້ນ

43 ເຫດ​ສັນ​ນັ້ນ​ ປະ​ຊາ​ຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກ​ແຍກ​ກັນ​ໃນ​ເຣື່ອງ​ພຣະ​ອົງ

44 ລາງ​ຄົນ​ໃນ​ຫມູ່​ເຂົາ​ນັ້ນ​ມີ​ໃຈ​ຢາກ​ຈັບ​ພຣະ​ອົງ ແຕ່​ບໍ່​ມີ​ໃຜ​ຍື່ນ​ມື​ຈັບ​ເອົາ

45 ເຈົ້າ​ຫນ້າ​ທີ່​ຈຶ່ງ​ກັບ​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ຟາ​ຣີ​ຊາຍ ແລະ​ພວກ​ນັ້ນ​ໄດ້​ຖາມ​ເຈົ້າ​ຫນ້າ​ທີ່​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຈັບ​ມັນ​ມາ”

46 ເຈົ້າ​ຫນ້າ​ທີ່​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້​ໃດ​ເວົ້າ​ເຫມືອນ​ຄົນ​ນັ້ນ​ຈັກ​ເທື່ອ”

47 ພວກ​ຟາ​ຣີ​ຊາຍ​ຕອບ​ເຂົາ​ວ່າ, “ພວກ​ເຈົ້າ​ຖືກ​ຊັກ​ຈູງ​ໃຫ້​ຫລົງ​ໄປ​ເຫມືອນ​ກັນ​ຫລື

48 ມີຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ນາຍ​ຫລື​ພວກ​ຟາ​ຣີ​ຊາຍ​ເຊື່ອ​ຖື​ຄົນ​ນັ້ນ

49 ແຕ່​ປະ​ຊາ​ຊົນ​ຫມູ່​ນີ້​ທີ່​ບໍ່​ຮູ້​ຈັກ​ພຣະ​ບັນ​ຍັດ​ກໍ​ຖືກ​ຊົງ​ປ້ອຍ​ຢູ່​ແລ້ວ”

50 ນິ​ໂກ​ເດມ​ຜູ້​ໄດ້​ມາ​ຫາ​ພຣະ​ອົງ​ຄາວ​ກ່ອນ​ນັ້ນ ແລະ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ເຂົາ ໄດ້​ກ່າວ​ກັບ​ເຂົາ​ວ່າ,

51 “ກົດ​ຫມາຍ​ຂອງ​ເຮົາ​ບໍ່​ຕັດ​ສິນ​ຄົນ​ໃດ​ໂດຍ​ທີ່​ຍັງ​ບໍ່​ໄດ້​ຟັງ​ເຂົາ​ກ່ອນ ແລະ​ຮູ້​ວ່າ​ເຂົາ​ໄດ້​ເຮັດ​ອັນ​ໃດ​ແດ່”

52 ເຂົາ​ກໍ​ຕອບ​ນິ​ໂກ​ເດມ​ວ່າ, “ທ່ານ​ມາ​ຈາກ​ຄາ​ລີ​ເລ​ເຫມືອນ​ກັນ​ຫລື ຈົ່ງ​ຄົ້ນ​ຫາ​ເບິ່ງ ແລ້ວ​ທ່ານ​ຈະ​ເຫັນ​ວ່າ​ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຈັກ​ຄົນ​ເກີດ​ມາ​ຈາກ​ຄາ​ລີ​ເລ”

53 ແລ້ວ​ຕ່າງ​ຄົນ​ກໍ​ຕ່າງ​ກັນ​ໄປ​ເຮືອນ​ຂອງ​ຕົນ



8

1 ແຕ່​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຍັງ​ພູ​ຫມາກກອກ​ເທດ

2 ເມື່ອ​ຮຸ່ງ​ເຊົ້າ​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ອີກ ພົ​ລ​ເມືອງ​ທັງ​ຫມົດ​ກໍ​ພາ​ກັນ​ມາ​ຫາພຣະ​ອົງ ພຣະ​ອົງ​ກໍ​ປະ​ທັບ​ນັ່ງ​ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ

3 ພວກ​ນັກ​ທັມແລະ​ພວກ​ຟາ​ຣີ​ຊາຍ​ໄດ້​ພາ​ຜູ້​ຍິງ​ຄົນ​ນຶ່ງ​ມາ ຍິງ​ຄົນ​ນີ້​ເຂົາ​ໄດ້​ຈັບ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ເຂົາ​ໄດ້​ໃຫ້​ຍິງ​ນັ້ນ​ຢືນ​ຢູ່​ຖ້າມ​ກາງ​ຝູງ​ຊົນ

4 ເຂົາ​ທູນ​ພຣະ​ອົງ​ວ່າ, “ອາຈານ​ເອີຍ, ຍິງ​ຄົນ​ນີ້​ເຂົາ​ຈັບ​ໄດ້​ເມື່ອ​ກຳ​ລັງ​ຫລິ້ນ​ຊູ້​ຢູ່

5 ໂມ​ເຊ​ໄດ້​ສັ່ງ​ໄວ້​ໃນ​ພຣະ​ບັນ​ຍັດ​ວ່າ ໃຫ້​ເອົາ​ຫີນ​ຄວ່າງ​ໃສ່​ຄົນ​ຢ່າງ​ນີ້​ໃຫ້​ຕາຍ ສ່ວນ​ທ່າ​ນເດ, ຈະ​ວ່າ​ຢ່າງ​ໃດ”

6 ເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ທົດ​ລອງ ຫວັງ​ຈະ​ຫາ​ເຫດ​ຟ້ອງ​ພຣະ​ອົງ​ໄດ້ ແຕ່​ພຣະ​ເຢ​ຊູ​ຊົງ​ນ້ອມ​ພຣະ​ກາຍ​ລົງ​ໃຊ້​ນີ້ວ​ພຣະ​ຫັດ​ຂຽນ​ທີ່​ດິນ

7 ເມື່ອ​ເຂົາ​ຍັງ​ຖາມ​ຕໍ່​ໄປ​ຢູ່ ພຣະ​ອົງ​ຊົງ​ຢືນ​ຂຶ້ນ​ກ່າວ​ແກ່​ເຂົາ​ວ່າ, “ຜູ້ໃດ​ໃນ​ພວກ​ເຈົ້າ​ທີ່​ບໍ່​ມີ​ຜິດ​ບາບ ກໍ​ໃຫ້​ຜູ້​ນັ້ນ​ເອົາ​ຫີນ​ຄວ່າງ​ໃສ່​ຍິງນີ້​ກ່ອນ​ຫມູ່”

8 ແລ້ວ​ພຣະ​ອົງ​ກໍ​ຊົງ​ນ້ອມ​ພຣະ​ກາຍ​ລົງ​ຂຽນ​ທີ່​ດິນ​ອີກ

9 ແຕ່​ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ອອກ​ໄປ​ເທື່ອ​ລະ​ຄົນ​ຈົນ​ຫມົດ ເລີ້ມ​ຕັ້ງ​ແຕ່​ຄົນ​ແກ່​ໄປ​ຍັງ​ເຫລື​ອ​ຢູ່​ແຕ່​ພຣະ​ເຢ​ຊູ​ກັບ​ຍິງ​ນັ້ນ​ທີ່​ຢືນ​ຢູ່​ຖ້າມກາງ​ນັ້ນ

10 ເມື່ອ​ພຣະ​ເຢ​ຊູ​ຊົງ​ເງີຍຂຶ້ນ​ກໍ​ຊົງ​ຖາມ​ຍິງ​ນັ້ນ​ວ່າ, “ນາງ​ເອີຍ, ພວກ​ເຂົາ​ໄປ​ໃສ​ຫມົດ ບໍ່​ມີ​ໃຜ​ລົງ​ໂທດ​ເຈົ້າ​ຫລື”

11 ນາງ​ທູນ​ຕອບ​ວ່າ, “ບໍ່​ມີ​ໃຜ, ນາຍ​ເອີຍ” ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເຫມືອນ​ກັນ ຈົ່ງ​ໄປ​ເສັຽ ຕໍ່​ໄປ​ຢ່າ​ເຮັດ​ຜິດ​ອີກ”

12 ອີກ​ເທື່ອ​ນຶ່ງ​ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ຄວາມ​ສວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ທຽວ​ໄປ​ໃນ​ທີ່​ມືດ ແຕ່​ຈະ​ມີ​ຄວາມ​ສວ່າງ​ແຫ່ງ​ຊີ​ວິດ”

13 ແລ້ວ​ພວກ​ຟາ​ຣີ​ຊາຍ​ກ່າວ​ຕໍ່​ພຣະ​ອົງ​ວ່າ, “ທ່ານ​ເປັນ​ພຍານ​ໃຫ້​ແກ່​ຕົວ​ທ່ານ​ເອງ ຄຳ​ພຍານ​ຂອງ​ທ່ານ​ກໍ​ບໍ່​ຈິງ”

14 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ເຖິງວ່າ​ເຮົາ​ເປັນ​ພຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ ຄຳ​ພຍານ​ຂອງ​ເຮົາ​ກໍ​ເປັນ​ຄວາມ​ຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ ແຕ່​ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ບໍ່​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ​

15 ທ່ານ​ທັງ​ຫລາຍ​ຕັດ​ສິນ​ຕາມ​ທຳ​ມະ​ດາ​ມະ​ນຸດ ຝ່າຍ​ເຮົາ​ກໍ​ບໍ່​ຕັດ​ສິນ​ໃຜ

16 ແຕ່​ເຖິງ​ແມ່​ນເຮົາ​ຈະ​ຕັດ​ສິນ ການ​ຕັດ​ສິນ​ຂອງ​ເຮົາ​ກໍ​ຖືກ ເພາະ​ເຮົາ​ບໍ່​ໄດ້​ຕັດ​ສິນ​ໂດຍ​ລຳ​ພັງ​ເຮົາ​ຜູ້​ດຽວ ແຕ່​ເຮົາ​ຕັດ​ສິນ​ຮ່ວມ​ກັບ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ

17 ໃນ​ພຣະ​ບັນ​ຍັດ​ຂອງ​ທ່າ​ນ​ທັງ​ຫລາຍ​ມີ​ຄຳ​ຂຽນ​ໄວ້​ວ່າ ຄຳ​ພຍານ​ຂອງ​ສອງ​ຄົນ​ກໍ​ເປັນ​ຄວາມ​ຈິງ

18 ຝ່າຍ​ເຮົາ​ເປັນ​ພຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ ແລະ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ເຫມືອນ​ກັນ”

19 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພຣະ​ບິ​ດາ​ຂອງ​ທ່ານ​ຢູ່​ໃສ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຕົວ​ເຮົາ​ກໍ​ດີ ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ດີ ທ່ານ​ທັງ​ຫລາຍ​ກໍ​ບໍ່​ຮູ້​ຈັກ ຖ້າ​ພວກ​ທ່ານ​ຮູ້​ຈັກ​ເຮົາ​ກໍ​ຄົງ​ຮູ້​ຈັກ​ພຣະ​ບິ​ດາ​ຂອງ​ເຮົາ​ເຫມືອນ​ກັນ

20 ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ໃນ​ບ່ອນ​ຕັ້ງ​ຕູ້​ຖວາຍ​ຊັບ ຂ​ນະ​ທີ່​ຊົງ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວີ​ຫານ ແຕ່​ບໍ່​ມີ​ຜູ້​ໃດ​ຈັບ​ພຣະ​ອົງ​ເພາະ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ພຣະ​ອົງ

21 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ອີກວ່າ, “ເຮົາ​ຈະ​ຈາກ​ໄປ​ແລະ​ທ່ານ​ທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ ແລະ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ຈະ​ໄປບໍ່​ໄດ້”

22 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເຂົາ​ຈະ​ຂ້າ​ຕົ​ວ​ຕາຍຫລື ເພາະ​ເຂົາ​ກ່າວ​ວ່າ “ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ໄປ​ບໍ່​ໄດ້”

23 ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເປັນຂອງ​ເບື້ອງ​ລຸ່ມ ຝ່າຍ​ເຮົາ​ເປັນ​ຂອງ​ເບື້ອງ​ເທິງ ພວກ​ທ່ານ​ເປັນ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ເປັນ​ຝ່າຍ​ໂລກ​ນີ້

24 ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ພວກ​ທ່ານ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ເພາະ​ວ່າ​ຖ້າ​ທ່ານ​ບໍ່​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ ພວກ​ທ່ານ​ຈະ​ຕ້ອງ​ຕາຍ​ໃນ​ບາບ​ຂອງ​ຕົນ”

25 ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ, “ຝ່າຍ​ທ່ານ, ທ່ານ​ແມ່​ນໃຜ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ເປັນ​ເຫມືອນ​ທີ່​ເຮົາ​ໄດ້​ບອກ​ພວກ​ທ່ານ​ຕັ້ງ​ແຕ່​ຕົ້ນ​ນັ້ນ

26 ເຮົາ​ມີ​ຂໍ້​ຄວາມ​ຫລາຍ​ປະ​ການ​ທີ່​ຈະ​ກ່າວ​ແລະ​ຕັດ​ສິນ​ພວກ​ທ່ານ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຊົງ​ເປັນ​ສັດ​ຈິງ ແລະ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ອົງ​ນັ້ນ​ແຫລະ, ເຮົາ​ກໍ​ກ່າວ​ແກ່​ໂລກ”

27 ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ວ່າ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ເຖິງ​ເຣື່ອງ​ພຣະ​ບິ​ດາ

28 ດັ່ງ​ນັ້ນ​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຍົກ​ບຸດ​ມະ​ນຸດ​ຂຶ້ນ​ແລ້ວ

ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ຮູ້​ວ່າ​ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນ ແລະ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ສິ່​ງ​ໃດ​ຕາມ​ໃຈ​ຊອບ​ ແຕ່​ພຣະບິ​ດາ​ໄດ້​ຊົງ​ສອນ​ເຮົາ​ຢ່າງ​ໃດ ເຮົາ​ຈຶ່ງ​ກ່າວ​ຢ່າງ​ນັ້ນ

29 ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາ ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ເຮົາ​ໄວ້​ໃຫ້​ຢູ່​ຜູ້​ດຽວ ເພາະ​ວ່າ​ເຮົາ​ເຮັດ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ​ຢູ່​ສເມີ”

30 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ

31 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ພວກ​ຢິວ​ທີ່​ເຊື່ອ​ຖື​ໃນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເຮົາ ພວກ​ທ່ານ​ກໍ​ເປັນ​ສາ​ວົກ​ແທ້​ຂອງ​ເຮົາ

32 ແລ້ວ​ພວກ​ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ ແລະ​ຄວາມ​ຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິ​ສ​ຣະ”

33 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ພວກ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແລະບໍ່ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຜູ້​ໃດ​ຈັກ​ເທື່ອ ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ “ພວກ​ທ່ານ​ຈະ​ເປັນ​ອິ​ສ​ຣະ”

34 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທຸກ​ຄົນ​ທີ່​ເຄີຍ​ເຮັດ​ການ​ຜິດ​ບາບ​ກໍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ບາບ

35 ຂ້ອຍ​ຂ້າ​ບໍ່​ຕັ້ງ​ຢູ່​ໃນ​ຄົວ​ເຮືອນ​ຕລອດ​ໄປ ແຕ່ບຸດ​ກໍ​ຕັ້ງຢູ່​ຕລອດ​ໄປ

36 ເຫດ​ສັນ​ນັ້ນ​ຖ້າ​ພຣະ​ບຸດ​ຈະ​ເຮັດ​ໃຫ້​ທ່ານ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ພວກ​ທ່ານ​ກໍ​ຈະ​ເປັນ​ອິ​ສ​ຣະ​ແທ້​ຈິງ

37 ເຮົາ​ຮູ້​ຢູ່​ວ່າ​ທ່ານ​ທັງ​ຫລາຍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແຕ່​ພວກ​ທ່ານ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເສັຽ ເພາະ​ວ່າ​ຄຳ​ສອນ​ຂອງ​ເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ​ພວກ​ທ່ານ

38 ເຮົາ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບ​ພຣະບິ​ດາ​ຂອງ​ເຮົາ ຝ່າຍ​ພວກ​ທ່ານ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຍິນ​ຈາກ​ພໍ່​ຂອງທ່ານ”

39 ເຂົາ​ທູນ​ຕອບ​ພຣະ​ອົງວ່າ, “ອັບ​ຣາ​ຮາມ​ເປັນ​ພໍ່​ຂອງ​ພວກ​ເຮົາ” ພຣະ​ເຢຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ເປັນ​ລູກ​ຂອງ​ອັບ​ຣາ​ຮາມ​ແລ້ວ ທ່ານ​ກໍ​ຈະ​ເຮັດ​ສິ່ງ​ທີ່​ອັບ​ຣາ​ຮາມ​ໄດ້​ເຮັດ

40 ແຕ່​ບັດ​ນີ້​ທ່ານ​ທັງ​ຫລາຍ​ຫາ​ໂອ​ກາດ​ຈະ​ຂ້າ​ເຮົາ ຜູ້​ໄດ້​ບອກ​ເຖິງ​ຄວາມ​ຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະ​ເຈົ້າ ການ​ຢ່າງ​ນີ້​ອັບ​ຣາ​ຮາມ​ບໍ່​ໄດ້​ເຮັດ

41 ທ່ານ​ທັງ​ຫລາຍ​ເຮັດ​ຕາມ​ສິ່ງ​ທີ່​ພໍ່ຂອງ​ພວກ​ທ່ານ​ເຮັດ” ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ພວກ​ເຮົາ​ບໍ່​ໄດ້​ເກີດ​ມາ​ຈາກ​ການ​ຫລີ້​ນຊູ້ ພວກ​ເຮົາ​ມີ​ບິ​ດາ​ອົງ​ດຽວ​ຄືພຣະ​ເຈົ້າ”

42 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ຖ້າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ແລ້ວ ທ່ານ​ກໍ​ຈະ​ຮັກ​ເຮົາ ເພາະ​ເຮົາ​ມາ​ຈາກ​ພຣະ​ເຈົ້າ​ແລະ​ມາ​ເຖິງ​ທີ່​ນີ້ ເຮົາບໍ່​ໄດ້​ມາ​ຕາມ​ໃຈ​ຊອບ​ຂອງ​ເຮົາ​ເອງ ແຕ່​ພຣະ​ອົງ​ໄດ້​ຊົງ​ໃຊ້​ເຮົາ​ມາ

43 ເຫດ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ເຮົາ ນັ້ນ​ເປັນ​ເພາະ​ພວກ​ທ່ານ​ທົນ​ຟັງ​ຖ້ອຍຄໍາ​ຂອງ​ເຮົາ​ບໍ່​ໄດ້

44 ທ່ານ​ທັງຫລາຍ​ມາ​ຈາກພໍ່​ຂອງ​ທ່ານ​ຄື​ມານ ພວກ​ທ່ານ​ມີ​ໃຈ​ຢາກ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ພໍ່​ທ່ານ ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງ​ແຕ່​ເດີມ​ມາ​ແລ້ວ ແລະ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ ເພາະ​ໃນ​ຕົວ​ມັນ​ບໍ່​ມີ​ຄວາມ​ຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນ​ດານ​ຂອງ​ມັນ​ເອງ ເພາະ​ເປັນ​ຜູ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ

45 ແຕ່​ທ່ານ​ທັ​ງ​ຫລາຍ​ບໍ່​ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກໍ​ກ່າວ​ຄວາມ​ຈິງ

46 ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່​ທີ່​ຢືນຢັນ​ໄດ້​ວ່າ​ເຮົາ​ໄດ້​ເຮັດ​ຜິດ ຖ້າ​ເຮົາ​ເວົ້າ​ຄວາມ​ຈິງ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ເຊື່ອ​ເຮົາ

47 ຜູ້​ທີ່​ມາ​ຈາກ​ພຣະ​ເຈົ້າ​ກໍ​ຍອມ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ທ່ານ​ທັງ​ຫລາຍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ ເຫດສັນ​ນັ້ນ​ພວກ​ທ່ານ​ຈຶ່ງ​ບໍ່​ຟັງ”

48 ພວກ​ຢິວ​ທູນ​ຕອບ​ພຣະ​ອົງ​ວ່າ, “ທີ່​ພວກ​ເຮົາ​ເວົ້າ​ວ່າ ຕົວ​ເປັນ​ໄທ​ຊາ​ມາ​ເຣັຽແລະ​ມີ​ຜີ​ສິງ​ຢູ່​ນັ້ນ​ບໍ່​ຈິງ​ຫລື”

49 ພຣະເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບໍ່​ມີ​ຜີສິງ ແຕ່​ເຮົາ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ບິ​ດາ​ຂອງ​ເຮົາ ແຕ່​ຝ່າຍ​ພວກ​ທ່ານ​ຫມິ່​ນ​ປ​ມາດ​ເຮົາ

50 ສ່ວນ​ເຮົາ​ບໍ່​ໄດ້​ຊອກ​ຫາ​ກຽດ​ສຳ​ລັບ​ເຮົາ​ເອງ ແຕ່​ມີ​ຜູ້​ຫາ​ໃຫ້ ແລະ​ພຣະ​ອົງ​ນັ້ນ​ກໍ​ຊົງ​ພິ​ພາກ​ສາ

51 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຖືຮັກ​ສາ​ຄຳ​ສອນ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ບໍ່​ເຫັນ​ຄວາມ​ຕາຍ​ຈັ​ກ​ເທື່ອ”

52 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ດຽວ​ນີ້​ເຮົາ​ຣູ້​ແລ້ວ​ວ່າ​ຕົວ​ມີ​ຜີ​ສິງ​ຢູ່ ອັບ​ຣາ​ຣາມ​ກໍ​ຕາຍ​ໄປ​ແລ້ວ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຕາຍ​ໄປ​ແລ້ວ​ເຫມືອນ​ກັນ ແລະ​ຕົວ​ເວົ້າ​ວ່າ “ຖ້າ​ຜູ້​ໃດ​ຖື​ຮັກ​ສາ​ຄຳ​ສອນ​ຂອງ​ເຮົາ​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ​ຈັກ​ເທື່ອ”

53 ຕົວ​ໃຫຍ່ກວ່າ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ພວກ​ເຮົາ ຜູ້​ຕາຍ​ໄປ​ແລ້ວ​ນັ້ນ​ຫລື ພວກ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຕາຍ​ໄປ​ແລ້ວ​ເຫມືອນ​ກັນ ຕົວ​ອວດ​ອ້າງວ່າ​ຕົວ​ເປັນ​ຜູ້​ໃດ​ອີກ”

54 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ໃຫ້​ກຽ​ດແກ່​ຕົວ​ເຮົາ​ເອງ ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມ​ຫມາຍ ພຣະ​ອົງ​ຜູ້​ຊົງ​ໃຫ້​ກຽດ​ແກ່​ເຮົາ​ນັ້ນ​ຄື​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ

55 ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ພຣະ​ອົງ ແຕ່​ຝ່າຍ​ເຮົາ, ເຮົາ​ຮູ້​ຈັກ​ພຣະ​ອົງ ຖ້າ​ເຮົາ​ເວົ້າ​ວ່າ​ເຮົາ​ບໍ່​ຮູ້​ຈັກ​ພຣະ​ອົງ ເຮົາ​ກໍ​ເປັນ​ຄົນ​ຕົວະ​ເຫມືອນ​ພວກ​ທ່ານ ແລະ​ເຮົາຮູ້​ຈັກ​ພຣະ​ອົງ​ແລະ​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ

56 ອັບ​ຣາ​ຮາມ​ພໍ່​ຂອງ​ພວກ​ທ່ານ ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຈະ​ໄດ້​ເຫັນ​ວັນ​ຂອງ​ເຮົາ ທ່ານ​ໄດ້​ເຫັນ​ແລ້ວ​ແລະ​ຊົມ​ຊື່ນ​ຍິນ​ດີ”

57 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ອາ​ຍຸ​ຕົວ​ຍັງ​ບໍ່​ເຖິງ​ຫ້າ​ສິບ​ປີ ຕົວ​ໄດ້​ເຫັນ​ອັບ​ຣາ​ຮາມ​ແລ້ວ​ຫລື”

58 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມຈິງວ່າ ກ່ອນ​ອັບ​ຣາ​ຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ”

59 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ຈັບ​ກ້ອນ​ຫີນ​ຈະ​ຄວ່າງ​ໃສ່​ພຣະ​ອົງ ແຕ່​ພຣະ​ເຢ​ຊູ​ຖືກ​ຊົງ​ບັງ​ໄວ້ ແລ້ວ​ສະ​ເດັດ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ



9

1 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ໄປ​ຊົງ​ເຫັນ​ຊາຍ​ຄົນ​ນຶ່ງ​ຕາ​ບອດ​ແຕ່​ກຳ​ເນີດ

2 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ທູນ​ຖາມ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ຜູ້​ໃດ​ໄດ້​ເຮັດ​ຜິດ​ບາບ​ ຄົນ​ນີ້​ຫລືພໍ່​ແມ່​ຂອງ​ຕົນ ເຂົາ​ຈຶ່ງ​ເກີດ​ມາ​ຕາ​ບອດ”

3 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ບໍ່​ແມ່ນ​ຄົນນີ້​ຫລື​ພໍ່​ແມ່​ຂອງ​ຕົນ​ໄດ້​ເຮັດ​ບາບ ແຕ່​ເກີດ​ມາ​ເພື່ອ​ໃຫ້​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ເຈົ້າ​ປາ​ກົດ​ໃນ​ຕົວ​ຄົນ​ນີ້

4 ເມື່ອ​ຍັງ​ເວັນ​ຢູ່​ເຮົາ​ທັງ​ຫລາຍ​ຕ້ອງ​ເຮັດ​ພຣະ​ຣາ​ຊ​ກິ​ຈຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເວ​ລາ​ກາງ​ຄືນ​ກໍ​ຈະ​ໄດ້​ມາ​ເຖິງ ຄື​ເວ​ລາ​ທີ່​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ການ​ໄດ້

5 ຕາບ​ໃດ​ເຮົາ​ຍັງ​ຢູ່​ໃນ​ໂລກ​ເຮົາ​ກໍ​ເປັນ​ຄວາມ​ສວ່າງ​ຂອງ​ໂລກ”

6 ເມື່ອ​ຊົງກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ຖົ່ມ​ນ້ຳ​ລາຍ​ລົງ​ດິນ ແລະ​ຊົງ​ເຮັດ​ໃຫ້​ດິນ​ເປັນ​ຕົມ​ດ້ວຍ​ນ້ຳ​ລາຍ​ນັ້​ນ ແລ້ວ​ຊົງ​ເອົາ​ຕົມ​ນັ້ນ​ທາ​ຕາ​ຂອງ​ຄົນ​ຕາ​ບອດ

7 ກັບ​ທັງ​ຊົງ​ກ່າວ​ຕໍ່​ຄົນ​ນັ້ນ​ວ່າ, “ຈົ່ງ​ໄປ​ລ້າ​ງ​ເສັຽ​ທີ່​ສະ​ຊີ​ໂລ​ອາມ (ຊຶ່ງ​ແປ​ວ່າ​ໃຊ້​ໄປ) ເຂົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກັບ​ມາ​ກໍ​ເຫັນ​ຮຸ່ງ​ໄດ້

8 ເຫັນ​ສັນ​ນັ້ນ​ພວກ​ຄົນ​ໃກ້​ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ເຂົາ​ເປັນ​ຄົນ​ຂໍ​ທານ​ຢູ່​ແຕ່​ກ່ອນ ຈຶ່ງ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ນັ້ນ​ຫລື”

9 ບາງ​ຄົນ​ຕອບ​ວ່າ, “ແມ່ນ​ຄົນ​ນັ້ນ​ແຫລະ” ແຕ່ຄົນ​ອື່ນ​ກໍ​ວ່າ, “ບໍ່​ແມ່ນ ແຕ່​ເຂົາ​ເຫມືອນ​ຄົນ​ນັ້ນ” ສ່ວນ​ຄົນ​ນັ້ນ​ເອງ​ກໍ​ບອກວ່າ, “ເຮົາ​ນີ້​ແມ່ນ​ຄົນ​ນັ້ນ​ແຫລະ”

10 ເຂົາ​ຈຶ່ງ​ຖາມເຂົາວ່າ, “ ເປັນ​ຢ່າງ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ມືນ​ອອກ​ໄດ້”

11 ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຊາຍ​ຄົນ​ນຶ່ງ​ຊື່​ວ່າ​ເຢ​ຊູ​ໄດ້​ເຣັດ​ຂີ້​ຕົມ​ທາ​ຕາ​ຂອງ​ເຮົາ ແລ້ວບອກ​ເຮົາ​ວ່າ “ຈົ່ງ​ໄປ​ລ້າງ​ທີ່​ສະ​ຊີ​ໂລ​ອາມ” ເຮົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກໍ​ໄດ້​ເຫັນ​ຮຸ່ງ​ມາ”

12 ເຂົາ​ຈຶ່ງ​ຖາມ​ວ່າ, “ຜູ້​ນັ້ນ​ຢູ່​ໃສ” ເຂົາ​ຕອບ​ວ່າ, “ເຮົາ​ບໍ່​ຮູ້”

13 ເຂົາ​ຈຶ່ງ​ພາຄົນ​ທີ່​ຕາ​ບອດ​ແຕ່​ກ່ອນ​ນັ້ນ​ໄປ​ຫາ​ພວກ​ຟາ​ຣີ​ຊາຍ

14 ອັນ​ນຶ່ງ, ວັນ​ທີ່​ພຣະ​ເຢ​ຊູ​ຊົງ​ເຮັດ​ຕົມ​ເປີດ​ຕາ​ຄົນ​ນີ້​ແມ່ນ​ວັນ​ສະ​ບາ​ໂຕ

15 ເຫດ​ສັນ​ນັ້ນ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ໄດ້​ຖາມ​ຜູ້​ນັ້ນ​ເຫມືອນ​ກັນ​ວ່າ ເຮັດ​ແນວ​ໃດ​ຈຶ່ງ​ເຫັນ​ຮຸ່ງ​ໄດ້ ສ່ວນ​ຜູ້​ນັ້ນ​ໄດ້​ບອກ​ເຂົາ​ວ່າ, “ທ່ານ​ໄດ້​ເອົາ​ຂີ້​ຕົມ​ທາ​ຕາ​ຂອງ​ຂ້າ​ນ້ອຍ ແລ້ວ​ຂ້າ​ນ້ອຍ​ໄດ້​ໄປ​ລ້າງ​ຈຶ່ງ​ເຫັນຮຸ່ງ​ໄດ້”

16 ເຫດ​ສັນ​ນັ້ນ​ພວກ​ຟາ​ຣີ​ຊາຍ​ລາງ​ຄົນ​ເວົ້າ​ວ່າ, “ຄົນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ​ເພາະ​ທ່ານ​ບໍ່​ຖື​ຮັກ​ສາ​ວັນ​ສະ​ບາ​ໂຕ” ແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຄົນ​ບາບຈະ​ເຣັດ​ຫມາຍ​ສຳ​ຄັນ​ແນວ​ນີ້​ໄດ້​ຢ່າງ​ໃດ” ແລະ​ເຂົາ​ກໍ​ແຕກ​ແຍກ​ບໍ່​ຖືກ​ຕ້ອງ​ກັນ

17 ເຂົາ​ຈຶ່ງ​ຖາມ​ຄົນ​ຕາ​ບອດ​ອີກວ່າ, “ເຈົ້າ​ເດ, ເຈົ້າ​ເວົ້າ​ຢ່າງ​ໃດ​ເຣື່ອງ​ຄົນ​ນັ້ນ​ໃນ​ການ​ທີ່​ທ່ານ​ໄດ້​ເປີດ​ຕາ​ຂອງ​ເຈົ້າ” ຜູ້​ນັ້ນ​ຕອບ​ວ່າ, “ທ່ານ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ”

18 ຝ່າຍ​ພວກ​ຢິວ​ບໍ່​ເຊື່ອ​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຕາ​ບອດ​ແລະ​ກັບ​ເຫັນ​ຮຸ່ງ​ໄດ້ ຈົນ​ເຂົາ​ໄດ້​ເອີ້ນ​ພໍ່​ແມ່​ຂອງ​ຜູ້​ນັ້ນ​ມາ

19 ແລ້ວ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ລູກ​ຂອງ​ຫມູ່​ເຈົ້າ​ຫລື ທີ່​ຫມູ່​ເຈົ້າ​ເວົ້າ​ວ່າ​ເປັນ​ຄົນ​ຕາ​ບອດ​ແຕ່ກໍາ​ເນີດ​ມາ ເປັນ​ຢ່າງ​ໃດ​ດຽວ​ນີ້​ເຂົາ​ຈຶ່ງ​ເຫັນ​ໄດ້”

20 ພໍ່​ແມ່​ຂອງ​ຜູ້​ນັ້ນ​ຕອບ​ວ່າ, “ພວກ​ຂ້າ​ນ້ອຍ​ຮູ້​ວ່າ​ຜູ້​ນີ້​ເປັນ​ລູກຂອງ​ຂ້າ​ນ້ອຍ​ແລະ​ຮູ້​ວ່າ​ເຂົາ​ເປັນ​ຕາ​ບອດ​ແຕ່​ກຳ​ເນີດ

21 ແຕ່​ທີ່​ເຂົາ​ເຫັນ​ຮຸ່ງ​ໄດ້​ດຽວ​ນີ້​ນັ້ນ ພວກ​ຂ້າ​ນ້ອຍ​ກໍ​ບໍ່​ຮູ້ ແລະບໍ່​ຮູ້​ວ່າ​ແມ່ນ​ຜູ້​ໃດ​ໄດ້​ເປີດ​ຕາ​ຂອງ​ເຂົາ ຈົ່ງ​ຖາມ​ເຂົາ​ເອງ ອາ​ຍຸ​ເຂົາ​ກໍ​ພົ້ນ​ກະ​ສຽນ​ແລ້ວ ເຂົາ​ຄົງ​ເວົ້າ​ເຣື່ອງ​ຕົນ​ເອງ​ໄດ້”

22 ທີ່​ພໍ່ແມ່ຂອງ​ຜູ້​ນັ້ນເວົ້າ​ດັ່ງ​ນີ້​ກໍ​ເພາະ​ເຂົາ​ຢ້ານ​ພວກ​ຢິວ ດ້ວຍ​ວ່າ​ພວກ​ຢິວ​ຕົກ​ລົງ​ກັນ​ແລ້ວ​ວ່າ ຖ້າ​ຜູ້​ໃດ​ຍອມ​ຮັບ​ຜູ້​ນັ້ນ​ເປັນ​ພຣະ​ຄຣິດ ຈະ​ຕ້ອງ​ຖືກ​ໄລ່​ອອກຈາກ​ໂຮງ​ທັມ​ມະ​ເທ​ສ​ນາ

23 ເພາະ​ສັນ​ນັ້ນ​ພໍ່ແມ່​ຂອງ​ເຂົາ​ຈຶ່ງ​ເວົ້າ​ວ່າ “ຈົ່ງ​ຖາມ​ເຂົາ​ເອງ​ເພາະ​ອາ​ຍຸ​ເຂົາ​ກໍ​ພົ້ນ​ກະ​ສຽນ​ແລ້ວ”

24 ເຫ​ດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ຄົນ​ທີ່​ໄດ້​ເປັນຕາ​ບອດນັ້ນ​ມາ​ເປັນ​ເທື່ອ​ທີ່​ສອງ ແລະ​ບອກ​ເຂົາ​ວ່າ, “ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ ພວກ​ເຮົາ​ຮູ້​ຢູ່​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ”

25 ເຂົາ​ຕອບ​ວ່າ, “ທ່ານ​ເປັນ​ຄົນ​ບາບ​ ຫລື​ບໍ່​ເປັນ​ຂ້າ​ນ້ອຍ​ກໍ​ບໍ່​ຮູ້ ຂ້າ​ນ້ອຍ​ຮູ້​ແຕ່​ສິ່ງ​ດຽວ​ວ່າ ຄື​ແຕ່​ກ່ອນ​ຂ້ານ້ອຍ​ເປັນ​ຄົນ​ຕາ​ບອດ ແຕ່​ດຽວ​ນີ້​ຂ້າ​ນ້ອຍ​ເຫັນ​ໄດ້​ແລ້ວ”

26 ເຂົາ​ຈຶ່ງ​ຖາມ​​ອີກວ່າ, “ຜູ້​ນັ້ນ​ໄດ້​ເຮັດ​ຢ່າງ​ໃດ​ໃຫ້​ເຈົ້າ​ແດ່ ແລະ​ໄດ້​ເປີດ​ຕາ​ຂອງ​ເຈົ້າ​ຢ່າງ​ໃດ”

27 ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂ້າ​ນ້ອຍ​ໄດ້​ບອກ​ພວກ​ທ່ານ​ແລ້ວ ແລະ​ທ່ານ​ບໍ່​ຟັງ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ມີ​ໃຈ​ຢາກ​ຟັງ​ອີກ ຢາກ​ເປັນ​ສິດ​ຂອງ​ທ່ານ​ເຫມືອນ​ກັນ​ຫລື”

28 ເຂົາ​ຈຶ່ງ​ເຍີ້ຍ​ຄົນ​ນັ້ນ​ວ່າ, “ມຶງ​ນັ້ນ​ແຫລະ, ເປັນ​ສິດ​ຂອງ​ມັນ ແຕ່​ພວກ​ເຮົາ​ນີ້​ເປັນ​ສິດ​ຂອງ​ໂມ​ເຊ

29 ຝ່າຍ​ພວກ​ເຮົາ​ຮູ້​ຢູ່​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ຕໍ່​ໂມ​ເຊ ແຕ່​ຄົນ​ນັ້ນ​ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ”

30 ຊາຍ​ຄົນ​ນັ້ນ​ຕອບ​ເຂົາ​ວ່າ, “ນີ້​ກໍ​ເປັນ​ຫນ້າ​ປ​ລາດ​ແທ້ ທີ່​ພວກ​ທ່ານ​ບໍ່​ຮູ້​ວ່າ​ທ່ານ​ຜູ້​ນັ້ນ​ມາ​ແຕ່​ໃສ ແຕ່​ທ່ານ​ຍັງ​ໄດ້​ເປີດ​ຕາ​ຂອງ​ຂ້າ​ນ້ອຍ

31 ພວກ​ເຮົາ​ຮູ້​ຢູ່​ວ່າ​ພຣະ​ເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້​ໃດ​ຢຳ​ເກງ​ພຣະ​ເຈົ້າ​ແລະ​ເຮັດ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຟັງ​ຜູ້​ນັ້ນ

32 ຕັ້ງ​ແຕ່​ເດີມ​ມີ​ໂລກ​ມາ ບໍ່​ຫ່ອນໄດ້​ຍິນ​ວ່າ​ມີ​ຜູ້​ໃດ​ໄດ້​ເປີດ​ຕາ​ຂອງ​ຄົນ​ທີ່​ເປັນ​ຕາ​ບອດ​ແຕ່​ກຳ​ເນີດ

33 ຖ້າ​ທ່ານ​ຜູ້​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ​ແລ້ວ ກໍ​ບໍ່​ສາ​ມາດ​ຈະ​ເຮັດ​ສິ່ງ​ໃດ​ໄດ້”

34 ເຂົາ​ໄດ້​ກ່າວ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ​ມາ​ໃນ​ການ​ບາບ​ທັງ​ນັ້ນ ແລະ​ມຶງ​ຈະ​ມາ​ສອນ​ພວກ​ເຮົາ​ຫລື”

35 ແລ້ວ​ເຂົາ​ຈຶ່ງ​ໄລ່​ຄົນ​ນັ້ນ​ອອກ​ເສັຽ ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ວ່າ​ເຂົາ​ໄດ້​ໄລ່​ຄົນ​ນັ້ນ​ອອກ​ແລ້ວ ແລະ​ເມື່ອ​ພຣະ​ອົງ​ຊົງ​ພົບ​ເຂົາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຈົ້າ​ໄດ້​ວາງ​ໃຈ​ໃນ​ບຸດ​ມະ​ນຸດ​ຫລື”

36 ຊາຍ​ຄົນ​ນັ້ນ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ບຸດ​ມະ​ນຸດ​ນັ້​ນ​ຄື​ຜູ້​ໃດ ເພື່ອ​ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ທ່ານ”

37 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຈົ້າ​ໄດ້​ເຫັນ​ທ່ານ​ແລ້ວ ຄື​ຜູ້​ນັ້ນ​ແຫລະ, ທີ່​ກຳ​ລັງ​ເວົ້າ​ຢູ່​ກັບ​ເຈົ້າ”

38 ເຂົາ​ຈຶ່ງ​ທູນ​ວ່າ, “ນາຍ​ເຈົ້າເອີຍ, ຂ້າ​ນ້ອຍ​ວາງ​ໃຈ​ເຊື່ອ​ແລ້ວ” ເຂົາ​ຈຶ່ງ​ຂາບ​ລົງ​ໄຫວ້​ພຣະ​ອົງ

39 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ສຳ​ລັບ​ການ​ພິ​ພາກ​ສາ ເພື່ອ​ຄົນ​ທັງ​ຫລາຍ​ທີ່ບໍ່​ເຫັນ​ຈະ​ໄດ້​ເຫັນ ແລະ​ເພື່ອ​ຄົນ​ທັງ​ຫລາຍ​ທີ່​ເຫັນ​ແລ້ວ​ຈະ​ກາຍ​ເປັນ​ຕາ​ບອດ”

40 ແລະ​ເມື່ອ​ພວກ​ຟາ​ຣີ​ຊາຍ​ບາງ​ຄົນ​ທີ່​ຢູ່​ໃກ້​ພຣະ​ອົງ​ໄດ້​ຍິນ​ດັ່ງ​ນັ້ນ ຈຶ່ງ​ທູນ​ຖາມ​ວ່າ, “ຝ່າຍ​ພວກ​ເຮົາ​ເດ, ກໍ​ເປັນ​ຕາ​ບອດ​ເຫມືອນ​ກັນ​ຫລື”

41 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ຖ້າ​ພວກ​ທ່ານ​ເປັນ​ຄົນ​ຕາ​ບອດ​ພວກ​ທ່ານ​ຈະ​ບໍ່​ມີ​ຄວາມ​ຜິດ​ບາບ ແຕ່ບັດ​ນີ້​ພວກ​ທ່ານ​ເວົ້າ​ວ່າ “ເຮົາ​ເຫັນ​ຢູ່” ເຫັນ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ຈຶ່​ງ​ຍັງ​ມີ​ຢູ່”



10

1 “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ໄປ​ໃນ​ຄອກ​ແກະ​ທາງ​ປະ​ຕູ ແຕ່​ປີນ​ເຂົ້າ​ໄປ​ທາງ​ອື່ນ ຜູ້​ນັ້ນ​ກໍ​ເປັນ​ຂະ​ໂມຍ​ແລະ​ໂຈນ

2 ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະ​ຕູ​ກໍ​ເປັນ​ຜູ້​ລ້ຽງ​ແກະ

3 ນາຍ​ປະ​ຕູ​ກໍ​ໄຂ​ປະ​ຕູ​ໃຫ້​ແກ່​ຜູ້​ນັ້ນ ແລະ​ຝູງ​ແກະກໍ​ຍອມ​ຟັງ​ສຽງ​ຂອງ​ທ່ານ ແລະ​ທ່ານ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ແລະ​ພາ​ເຂົາ​ອອກ​ໄປ

4 ເມື່ອ​ທ່ານ​ໃຫ້​ແກະ​ຂອງ​ຕົນ​ອອກ​ໄປ​ຫມົດ​ແລ້ວ ທ່ານ​ກໍ​ນຳ​ຫນ້າ​ເຂົາ​ໄປ ແລະ​ຝູງ​ແກະ​ກໍ​ຕາມ​ທ່ານ​ໄປ​ເພາະ​ເຂົາ​ຮູ້​ຈັກ​ສຽງ​ຂອງ​ທ່ານ

5 ສ່ວນ​ຄົນ​ຕ່າ​ງ​ຫນ້າ, ຝູງ​ແກະ​ຈະ​ບໍ່​ຕາມ​ໄປ ມີ​ແຕ່​ຈະ​ຫນີ​ຈາກ​ຄົນ​ນັ້ນ​ເພາະ​ເຂົາ​ບໍ່​ຮູ້​ຈັກ​ສຽງ​ຂອງ​ຄົນ​ຕ່າງ​ຫນ້າ​ນັ້ນ”

6 ຄຳ​ປຽບ​ທຽບ​ນີ້​ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ວ່າ​ຄຳ​ທີ່​ພຣະ​ອົງ​ຊົງ​ກ່າວ​ນັ້ນ​ມີ​ຄວາມ​ຫມາຍ​ຢ່າງ​ໃດ

7 ພຣະ​ເຢ​ຊູ​ຊົງ​ກ່າວ​ອີກວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຮົາ​ນີ້​ແຫລະ, ເປັນ​ປະ​ຕູ​ຂອງ​ແກະ​ທັງ​ຫລາຍ

8 ບັນ​ດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ​ກໍ​ເປັນ​ຂະ​ໂມຍ​ແລະ​ໂຈນ ແຕ່​ຝູງ​ແກະ​ບໍ່​ໄດ້​ຟັງ​ເຂົາ

9 ເຮົາ​ນີ້​ແຫລະ, ເປັນ​ປະ​ຕູ ຖ້າ​ຜູ້​ໃດ​ເຂົາ​ທາງ​ເຮົາ​ຜູ້​ນັ້ນ​ຈະ​ພົ້ນ​ ແລ້ວ​ຈະ​ເຂົ້າ​ອອກ​ທັງ​ຈະ​ພົບ​ອາ​ຫານ

10 ຂະ​ໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ ຈະ​ຂ້າ ແລະ​ທຳ​ລາຍ​ເທົ່າ​ນ​ັ້ນ ຝ່າຍ​ເຮົາ​ໄດ້​ມາ​ເພື່ອ​ເຂົາ​ຈະ​ໄດ້​ຊີ​ວິດ​ ແລະ​ຈະ​ໄດ້​ຢ່າງ​ຄົບ​ບໍ​ຣິ​ບູນ

11 ເຮົາ​ນີ້​ແຫລະ​, ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ນັ້ນຍອມສ​ລະ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຝູງແກະ

12 ຜູ້​ທີ່​ຮັບ​ຈ້າງ​ບໍ່​ເປັນ​ຜູ້​ລ້ຽງ​ແກະ ແລະ​ຝູງ​ແກະ​ບໍ່ແມ່ນ​ຂອງ​ຕົນ ເມື່ອ​ເຫັນ​ຫມາໄນ​ຜູ້​ນັ້ນ​ກໍ​ປະ​ຖິ້ມ​ຝູງ​ແກະ​ປົບ​ຫນີ​ໄປ ຫມາ​ໄນ​ກໍ​ຄາບ​ຍາດ​ເອົາແກະ​ໄປ​ເສັຽ ແລະ​ເຮັດ​ໃຫ້​ຝູງ​ແກະ​ແຕກ​ຊະ​ກັນ​ໄປ

13 ຄົນ​ນັ້ນ​ຫນີ​ກໍ​ເພາະ​ເປັນ​ຜູ້​ຮັບ​ຈ້າງ ແລະບໍ່​ເປັນ​ຫ່ວງ​ນຳ​ຝູງແກະ

14 ເຮົາ​ນີ້​ແຫລະ, ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້​ຈັກ​ແກະ​ຂອງ​ເຮົາ ແລະ​ແກະ​ຂອງ​ເຮົາ​ກໍ​ຮູ້​ຈັກ​ເຮົາ

15 ເຫ​ມືອນ​ດັ່ງ​ພຣະ​ບິ​ດາ​ຊົງ​ຮູ້​ຈັກ​ເຮົາ ແລະ​ເຮົາ​ຮູ້​ຈັກ​ພຣະ​ບິ​ດາ ແລະ​ຊີ​ວິດ​ຂອງ​ເຮົາ ເຮົາ​ກໍ​ສ​ລະ​ເພື່ອ​ແກະ

16 ແກະ​ອື່ນ​ອີກ​ທີ່​ບໍ່​ແມ່ນ​ແຕ່​ຄອກ​ນີ້​ເຮົາ​ກໍ​ມີ​ຢູ່ ແກະ​ເຫລົ່າ​ນັ້ນ​ເຮົາ​ຕ້ອງ​ພາມາ​ເຫມືອນ​ກັນ ແລະ​ເຂົາ​ຈະ​ຟັງ​ສຽງ​ຂອງ​ເຮົາ ແລ້ວ​ຈະ​ຮວມ​ເປັນ​ຝູງ​ດຽວ ແລະ​ມີ​ຜູ້ລ້ຽງ​ພຽງ​ຜູ້​ດຽວ

17 ດ້ວຍ​ເຫດ​ນີ້​ພຣະ​ບິ​ດາ​ຈຶ່ງ​ຊົງ​ຮັກ​ເຮົາ ເພາະ​ເຮົາ​ສ​ລະ​ຊີ​ວິດ​ຂອງ​ເຮົາ​ເພື່ອ​ຈະ​ຮັບ​ຊີ​ວິດ​ນັ້ນ​ຄືນອີກ

18 ບໍ່​ມີ​ຜູ້​ຍາດ​ເອົາ​ຊີ​ວິດ​ໄປ​ຈາກ​ເຮົາ ແຕ່​ເຮົາ​ສ​ລະ​ຊີ​ວິດ​ດ້ວຍ​ໃຈ​ສ​ມັ​ກ​ຂອງ​ເຮົາ​ເອງ ເຮົາ​ມີ​ສິດ​ທີ່​ຈະ​ສ​ລະຊີ​ວິດ​ນັ້ນ​ແລະ​ມີ​ສິດ​ທີ່​ຈະ​ຮັບ​ຄືນ​ອີກ ຄຳ​ສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ”

19 ເພາະ​ດ້ວຍ​ຂໍ້​ຄວາມ​ນີ້​ພວກ​ຢິວ​ຈຶ່ງ​ເກີດ​ແຕກ​ແຍກ​ບໍ່​ຖືກ​ຕ້ອງ​ກັນ​ອີກ

20 ມີ​ຫລາຍ​ຄົນ​ໃນ​ພວກ​ນັ້ນ​ເວົ້າ​ວ່າ, “ມັນ​ມີ​ຜີ​ສິງ​ຢູ່​ແລະ​ເປັນ​ບ້າ​ແລ້ວ ຟັງ​ມັນ​ເຮັດ​ຫຍັງ”

21 ພວ​ກອື່ນ​ກໍ​ເວົ້າ​ວ່າ, “ຄຳ​ນີ້​ບໍ່​ແມ່ນ​ຄຳ​ເວົ້າ​ຂອງ​ຄົນ​ທີ່​ມີ​ຜີ​ສິງ ຜີ​ຈະ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ​ໄດ້​ຫລື”

22 ເວ​ລາ​ນັ້ນ​ເປັນ​ເທ​ສ​ການ​ສ​ລອງ​ພຣະ​ວິ​ຫານ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

23 ເປັ​ນ​ຣະ​ດູ​ຫນາວ ສ່ວນ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັ​ໄປ​ມາ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທີ່​ລະ​ບຽງ​ຂອງ​ໂຊ​ໂລ​ໂມນ

24 ພວກ​ຢິວ​ກໍ​ພາ​ກັນ​ມາ​ລ້ອມ​ພຣະ​ອົງ​ແລ້ວ​ທູນ​ວ່າ, “ຈະ​ໃຫ້​ພວກ​ເຮົາ​ສົງ​ໄສ​ຢູ່​ເຫິງ​ປານ​ໃດ ຖ້າ​ທ່ານ​ເປັນ​ພຣະ​ຄຣິດ​ຈົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ຄັກ​ເສັຽ”

25 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ ແລະ​ພວກ​ທ່ານ​ບໍ່​ເຊື່ອ ກິ​ຈ​ການ​ທີ່​ເຮົາ​ນີ້​ເຮັດ​ໃນ​ພຣະ​ນາມ​ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ

26 ແຕ່​ພວກ​ທ່ານ​ບໍ່​ເຊື່​ອ​ເພາະ​ພວກ​ທ່ານ​ບໍ່​ເປັນ​ແຕ່​ຝູງ​ແກະ​ຂອງ​ເຮົາ

27 ແກະ​ຂອງ​ເຮົາ​ບໍ່​ຟັງ​ສຽງ​ຂອງ​ເຮົາ ແລະ​ເຮົາ​ກໍ​ຮູ້​ຈັກຝູງ​ແກະ​ນັ້ນ​ແລະ​ເຂົາ​ຕາມ​ເຮົາ​ໄປ

28 ຝ່າຍ​ເຮົາ​ກໍ​ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ​ຫາຍ​ຈັກ​ເທື່ອ ບໍ່​ມີ​ຜູ້​ໃດ​ຈະ​ຍາດ​ເຂົາ​ອອກ​ຈາກ​ມື​ຂອງ​ເຮົາ​ໄດ້

29 ອັນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ປະ​ທານ​ໃຫ້​ເຮົາ​ນັ້ນ​ກໍ​ໃຫຍ່ກວ່າ​ສັ​ພ​ທຸກ​ສິ່ງ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ອາດ​ຍາດ​ອັນ​ນັ້ນ​ອອກ​ຈາກ​ພຣະ​ຫັດ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້”

30 ເຮົາ​ກັບ​ພຣະ​ບິ​ດາ​ກໍ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ”

31 ພວກ​ຢິວ​ກໍ​ຍົກ​ເອົາ​ກ້ອນ​ຫີນ​ມາ​ອີກ​ຈະ​ຄວ່າງ​ໃສ່​ພຣະ​ອົງ

32 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ໄດ້​ສະ​ແດງ​ໃຫ້​ທ່ານ​ທັງ​ຫລາຍ​ເຫັນ​ການ​ດີ​ຫລາຍ​ປະ​ການທີ່​ມາ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ ເພາະ​ເຫດ​ຂໍ້​ໃດ​ໃນ​ການ​ດີ​ທັງ​ຫລາຍ​ນັ້ນ​ພວກ​ທ່ານ​ຈຶ່ງ​ຈະ​ຄວ່າງ​ກ້ອນ​ຫີນ​ໃສ່​ເຮົາ”

33 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ທີ່​ພວກ​ເຮົາ​ຈະ​ຄວ່າງກ້ອນ​ຫີນ​ໃສ່​ເຈົ້າ​ນັ້ນ​ບໍ່​ແມ່ນ​ຍ້ອນ​ການ​ດີ ແຕ່​ເພາະ​ຄວາມ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ເພາະ​ເຈົ້າ​ເປັນ​ພຽງ​ແຕ່​ມະ​ນຸດແຕ່​ຕັ້ງ​ຕົວ​ເປັນ​ພຣະ​ເຈົ້າ”

34 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ໃນ​ພຣະ​ບັນ​ຍັດ​ຂອງ​ທ່ານ​ທັງ​ຫລາຍມີ​ຄຳ​ຂຽນ​ໄວ້​ແລ້ວ​ບໍ່​ແມ່ນ​ຫລື​ວ່າ “ຝ່າຍ​ເຮົາ​ໄດ້​ກ່າວ​ວ່າ ທ່ານ​ທັງ​ຫລາຍ​ເປັນ​ພຣະ”

35 ຖ້າພຣະ​ອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ວ່າ​ເຂົາ​ເປັນ​ພຣະ (ພຣະ​ຄັມ​ພີ​ນັ້ນ​ຈະ​ຖືກ​ລົບ​ລ້າງ​ເສັຽບໍ່​ໄດ້)

36 ທ່ານ​ທັງ​ຫລາຍ​ຈະ​ກ່າວ​ຫາ​ທ່ານ ຜູ້​ທີ່​ພຣະ​ບິ​ດາ​ຊົງ​ຕັ້ງ​ໄວ້​ແລະ​ຊົງ​ໃຊ້​ເຂົ້າ​ມາ​ໃນ​ໂລກວ່າ “ເຈົ້າ​ກ່າວ​ຫມິ່ນປ​ມາດ​ພຣະ​ເຈົ້າ” ເພາະ​ເຮົາ​ໄດ້​ກ່າວ​ວ່າ “ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ” ຢ່າງ​ນັ້ນ​ຫລື

37 ຖ້າ​ເຮົາ​ບໍ່​ເຮັດ​ພຣະ​ຣາ​ຊ​ກິ​ຈ​ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ຢ່າ​ໄດ້​ເຊື່ອ​ເຮົາ

38 ແຕ່​ຖ້າ​ເຮົາ​ເຣັດ​ພຣະ​ຣາ​ຊ​ກິ​ຈ​ນັ້ນ ເຖິງວ່າ​ທ່ານ​ທັງ​ຫລາ​ຍບໍ່​ເຊື່ອ​ເຮົາ​ກໍ​ຈົ່ງ​ເຊື່ອ​ພຣະ​ຣາ​ຊ​ກິ​ຈ​ນັ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ແລະເຂົ້າ​ໃຈວ່າ ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ​ແລະ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ”

39 ເຫດ​ສັນ​ນີ້​ເຂົາ​ຈຶ່ງ​ພ​ຍາ​ຍາມ​ຈັບ​ພຣະ​ອົງ​ອີກ ແຕ່​ພຣະ​ອົງ​ກໍ​ສະ​ເດັດ​ຫນີ​ພົ້ນ​ຈາກ​ມື​ຂອງ​ເຂົາ​ໄປ​ໄດ້

40 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ຂ້າມ​ແມ່​ນໍ້າຈໍ​ແດນ​ອີກ ໄປ​ເຖິງ​ບ່ອນ​ໂຢ​ຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະ​ອົງ​ກໍ​ປະ​ທັບ​ຢູ່​ທີ່​ນັ້ນ

41 ມີ​ຫລາຍ​ຄົນ​ໄດ້​ພາ​ກັນ​ມາ​ຫາພຣະ​ອົງ​ແລະ​ກ່າວ​ວ່າ, “ໂຢ​ຮັນ​ບໍ່​ໄດ້​ເຮັດ​ຫມາຍ​ສຳ​ຄັນ​ຈັກຢ່າງ ແຕ່​ທຸກ​ສິ່ງ​ທີ່​ໂຢ​ຮັນ​ກ່າວ​ເຖິງ​ທ່ານ​ຜູ້​ນີ້​ກໍ​ເປັນ​ຄວາມ​ຈິງ​ທັງ​ຫມົດ”

42 ໃນ​ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ



11

1 ມີ​ຊາຍ​ຄົນ​ນຶ່ງ​ຊື່ ລາ​ຊະໂຣ​ກຳ​ລັງ​ປ່ວຍ​ຢູ່​ທີ່​ບ້ານ​ເບັດ​ທາເນັຽ ຄື​ບ້ານ​ຂອງ​ນາງ​ມາ​ຣິ​ອາ​ແລະ​ມາ​ທາ​ສອງເອື້ອຍ​ນ້ອງ

2 ແມ່ນ​ນາງ​ມາ​ຣິ​ອາ​ຜູ້​ນີ້​ທີ່​ໄດ້​ເອົາ​ນ້ຳ​ມັນ​ຫອມ​ສົງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ​ບາດ​ຂອງ​ພຣະ​ອົງ ລາ​ຊະ​ໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ກໍ​ເປັນ​ນ້ອງ​ຊາຍ​ຂອງ​ຍິງ​ຜູ້​ນີ້

3 ເອື້ອຍ​ທັງ​ສອງ​ໄດ້​ໃຊ້​ຄົນ​ໄປ​ເຝົ້າ​ພຣະ​ເຢ​ຊູ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ເບິ່ງ​ແມ໋, ຜູ້​ທີ່​ທ່ານ​ຮັກ​ແພງ​ນັ້ນ​ກໍ​ກຳ​ລັງ​ປ່ວຍ​ຢູ່”

4 ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ການ​ປ່ວຍ​ນີ້​ບໍ່​ເຖິງ​ແກ່​ຄວາມ​ຕາ​ຍດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ກຽດ​ຕິ​ຍົດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຊົງ​ໄດ້​ຮັບ​ກຽດ​ຕິ​ຍົດ​ເພາະ​ການ​ປ່ວຍ​ນີ້”

5 ສ່ວນ​ພຣະ​ເຢ​ຊູ​ກໍ​ຊົງ​ຮັກ​ມາ​ທາ​ແລະ​ນ້ອ​ງສາວ​ຂອງ​ນາງ​ກັບ​ລາ​ຊະ​ໂຣ

6 ຄັນພຣະ​ອົງ​ຊົງ​ໄດ້​ຍິນ​ວ່າ​ລາ​ຊະ​ໂຣ​ປ່ວຍ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ພັກ​ຢູ່​ໃນ​ບ່ອນ​ພຣະ​ອົງ​ຊົງ​ຢູ່​ນັ້ນ​ອີກ​ສອງວັນ

7 ຫລັງ​ຈາກ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ພວກ​ເຮົາ​ພາ​ກັນ​ເຂົ້າ​ໄປ​ໃນ​ແຂວງ​ຢູ​ດາຍອີກ​ເທາະ”

8 ພວກ​ສາ​ວົກ​ໄດ້​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ເມື່ອ​ບໍ່​ເຫິງ​ນີ້ພວກ​ຢິວ​ຫາ​ໂອ​ກາດ​ເອົາ​ຫີນ​ຄວ່າງ​ໃສ່​ທ່ານ​ໃຫ້​ຕາຍ ແລ້ວ​ທ່ານ​ຍັງ​ຈະ​ກັບ​ໄປ​ທີ່​ນັ້ນ​ອີກ​ຫລື”

9 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ວັນ​ນຶ່ງ​ມີ​ສິບ​ສອງ​ຊົ່ວ​ໂມງບໍ່ແມ່ນ​ຫລື ຖ້າ​ຄົນ​ໃດ​ຫາກ​ຍ່າງ​ໄປ​ໃນ​ເວ​ລາ​ກາງ​ເວັນ​ກໍ​ຈະ​ບໍ່​ຊຸນ​ສະ​ດຸດ ເພາະ​ວ່າ​ທ່ານ​ເຫັນ​ຄວາມ​ສວ່າງ​ຂອງ​ໂລກ​ນີ້

10 ແຕ່​ຖ້າ​ຜູ້​ໃດ​ຫາກ​ຍ່າງ​ໄປ​ໃນເວ​ລາ​ກາງ​ຄືນ​ກໍ​ຈະ​ຊຸນ​ສະ​ດຸດ ເພາະ​ວ່າ​ທ່ານ​ບໍ່​ມີ​ຄວາມ​ສວ່າງ​ໃນ​ຕົວ”

11 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ແລ້ວກໍ​ຊົງ​ບອກ​ພວກ​ສາ​ວົກ​ວ່າ, “ລາ​ຊະ​ໂຣ​ເພື່ອນ​ຂອງ​ເຮົາ​ກໍຫລັບ​ໄປ​ແລ້ວ ແຕ່​ເຮົາ​ໄປ​ເພື່ອ​ຈະ​ປຸກ​ເຂົາ​ໃຫ້​ຕື່ນ”

12 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, “ຖ້າ​ຜູ້​ປ່ວຍນອນ​ຫລັບ ເຂົາ​ກໍ​ຄົງ​ຈະ​ດີ​ປ່ວຍ”

13 ສ່ວນ​ພຣະ​ເຢ​ຊູ​ກໍ​ໄດ້​ຊົງ​ກ່າວ​ເຖິງ​ການ​ຕາຍ​ຂອງ​ລາ​ຊະ​ໂຣ ແຕ່​ພວກ​ສາ​ວົກ​ຄຶດ​ວ່າ​ພຣະ​ອົງ​ຊົງ​ກ່າວ​ເຖິງ​ການນອນ​ຫລັບ​ໃຫ້​ຫາຍ​ເມື່ອຍ

14 ເຫດ​ສັນ​ນີ້​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ບອກ​ເຂົາ​ໂດຍ​ແຈ່ມ​ແຈ້ງວ່າ, “ລາ​ຊະ​ໂຣ​ຕາຍ​ແລ້ວ

15 ເຮົາ​ຍິນ​ດີ​ທີ່​ເຮົາ​ບໍ່​ໄດ້​ຢູ່​ທີ່​ນັ້ນ ເພາະ​ເຫັນ​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ ພວກ​ເຮົາ​ພາກັນ​ໄປ​ຫາ​ເຂົາ​ເທາະ”

16 ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ໄດ້​ເວົ້າ​ກັບ​ເພື່ອນ​ສາ​ວົກ​ວ່າ, “ພວກ​ເຮົາ​ພາ​ກັນ​ໄປ​ເຫມືອນ​ກັນ ເພື່ອ​ຈະ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະ​ອົງ​“

17 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ເຖິງກໍ​ຊົງ​ເຫັນ​ວ່າ ລາ​ຊະ​ໂຣ​ຢູ່​ໃນ​ອຸບ​ໂມງຝັງ​ສົບ​ໄດ້​ສີ່​ວັນ​ແລ້ວ

18 ອັນ​ນຶ່ງ, ບ້ານ​ເບັດ​ທາເນັຽນັ້ນ​ຢູ່​ໄກ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ປະ​ມານ​ພັນ​ຫ້າ​ຮ້ອຍ​ວາ

19 ພວກ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫານາງ​ມາ​ທາ ​ແລະມາ​ຣິ​ອາ ເພື່ອ​ເລົ້າ​ໂລມ​ໃຈ​ເຂົາ​ເນື່ອງ​ດ້ວຍ​ນ້ອງຊາ​ຍ​ຂອງ​ເຂົາ

20 ເມື່ອ​ມາ​ທາ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູກຳ​ລັງ​ສະ​ເດັດ​ມາ ນາງກໍ​ອອກ​ໄປ​ຕ້ອນ​ຮັບ​ພຣະ​ອົງ ແຕ່ສ່ວນ​ມາ​ຣິ​ອາ​ນັ້ນ​ນັ່ງ​ຢູ່​ໃນ​ເຮືອນ

21 ນາງ​ມາ​ທາ​ທູນ​ພຣະ​ເຢ​ຊູ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ຕາຍ

22 ແຕ່​ບັດ​ນີ້​ກໍ​ດີ, ຂ້າ​ນ້ອຍ​ຊາບ​ວ່າ​ສິ່ງ​ໃດໆ​ທີ່​ທ່ານ​ຈະ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ປະ​ທານ​ແກ່​ທ່ານ

23 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ອີກ”

24 ນາງ​ມາ​ທາ​ທູນ​​ວ່າ, “ຂ້າ​ນ້ອຍ​ກໍ​ຊາບ​ແລ້ວ​ວ່າ ເຂົາ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ເວ​ລາ​ຄືນມາ ເມື່ອ​ວັນ​ສຸດ​ທ້າຍ​ນັ້ນ”

25 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ນີ້​ແຫລະ, ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີ​ວິດ ຜູ້​ທີ່​ວາງ​ໃຈ​ເຊື່ອໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຈະ​ມີ​ຊີ​ວິດ​ຢູ່

26 ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ແລະ​ວາງ​ໃຈ​ເຊື່ອ​ຢູ່​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກ​ເທື່ອ ເຈົ້າ​ເຊື່ອ​ຂໍ້​ນີ້​ຫລື”

27 ມາ​ທາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຊື່ອ​ຢູ່​ແລ້ວ ນາຍ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ເຊື່ອ​ວ່າ​ທ່ານ​ເປັນ​ພຣະ​ຄຣິດ ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຕ້ອງ​ສະ​ເດັດ​ມາ​ໃນ​ໂລກ”

28 ເມື່ອ​ທູນ​ດັ່ງ​ນັ້ນ​ແລ້ວ​ນາງ​ຈຶ່ງ​ກັບ​ໄປ​ເອີ້ນ​ມາ​ຣິ​ອາ​ນ້ອງ​ສາວ​ຂອງ​ຕົນ​ໂດຍ​ເວົ້າ​ຄ່ອຍໆ​ວ່າ, “ອາ​ຈານ​ມາ​ແລ້ວ​ແລະ​ເອີ້ນ​ຫາ​ເຈົ້າ”

29 ຄັນ​ມາ​ຣິ​ອາ​ໄດ້​ຍິນ​ແລ້ວ​ນາງ​ກໍ​ລຸກ​ຂຶ້ນ​ໂລດ​ໄປ​ເຝົ້າ​ພຣະ​ອົງ

30 ສ່ວນ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບ້ານ ແຕ່ຍັງ​ປະ​ທັບ​ຢູ່​ບ່ອນ​ທີ່​ມາ​ທາ​ໄດ້​ພົບ​ພຣະ​ອົງ​ນັ້ນ

31 ເມື່ອ​ພວກ​ຢິວ​ທີ່​ຢູ່​ໃນ​ເຮືອນ​ກັບ​ມາ​ຣິ​ອາ​ກຳ​ລັງ​ເລົ້າ​ໂລມ​ນາງ​ຢູ່ ໄດ້​ເຫັນ​ມາ​ຣິ​ອາ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ ເຂົາ​ຈຶ່ງ​ຕາມ​ໄປ​ນຶກວ່າ​ນາງ​ຈະ​ໄປ​ຍັງ​ອຸບ​ໂມງ​ເພື່ອ​ຣ້ອງ​ໄຫ້​ຢູ່​ທີ່​ນັ້ນ

32 ຄັນ​ນາງ​ມາ​ເຖິງ​ບ່ອນ​ທີ່​ພຣະ​ເຢ​ຊູ​ປະ​ທັບ​ຢູ່​ແລະ​ເຫັນ​ພຣະ​ອົງ​ແລ້ວ ຈຶ່ງ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ຕາຍ”

33 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ນາງ​ຮ້ອງ​ໄຫ້ ແລະ​ພວກ​ຢິວ​ທີ່​ມາ​ກັບ​ນາງ​ກຳ​ລັງ​ຮ້ອງ​ໄຫ້​ເຫມືອນ​ກັນ ພຣະ​ອົງ​ກໍ​ຊົງ​ວຸ້ນ​ວາຍ​ແລະ​ຊົງ​ສະ​ເທືອນ​ພຣະ​ທັຍ

34 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ໄດ້​ເອົາ​ສົບ​ໄປ​ໄວ້​ທີ່​ໃດ” ເຂົາ​ທູນ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ, ເຊີນ​ມາ​ເບິ່ງ​ແມ໋”

35 ສ່ວນ​ພຣະ​ເຢ​ຊູ​ຊົງ​ພຣະ​ກັນ​ແສງ

36 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເບິ່ງ​ດູ, ທ່ານ​ຮັກ​ລາວ​ພຽງ​ໃດ​ຫນໍ”

37 ແຕ່​ລາງ​ຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ​ນັ້ນ ແລ້ວ​ຈະ​ເຣັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ຫລື”

38 ພຣະ​ເຢ​ຊູ​ຊົງ​ສະ​ເທືອນ​ພຣະ​ທັຍ​ອີກ​ຈຶ່ງ​ສະ​ເດັດ​ມາ​ເຖິງ​ອຸບ​ໂມງ​ຝັງ​ສົບ ອຸບ​ໂມງ​ນັ້ນ​ເປັນ​ຖ້ຳ​ມີ​ຫີນ​ກ້ອນ​ນຶ່ງວາງ​ອັດ​ປາກ​ໄວ້

39 ພຣະ​ເຢຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ຍົກ​ຫີນ​ອອກ​ເສັຽ” ມາ​ທາ​ເອື້ອຍ​ຂອ​ງຜູ້​ຕາຍ​ນັ້ນ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ປານ​ນີ້​ສົບ​ມີ​ກິ່ນ​ເຫມັນ​ແລ້ວ ເພາະ​ເຂົາ​ຕາຍ​ໄດ້​ສີ່​ວັນ​ແລ້ວ”

40 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ຫລື​ວ່າ ຖ້າ​ເຈົ້າ​ເຊື່ອ​ຄົງ​ຈະ​ໄດ້​ເຫັນ​ ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ”

41 ດັ່ງ​ນັ້​ນເຂົາ​ຈຶ່ງ​ຍົກ​ຫີນ​ອອກ ຝ່າຍ​ພຣະ​ເຢ​ຊູ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ​ໂດຍ​ຊົງ​ກ່າວ​ວ່າ, “ໂອ ພຣະ​ບິ​ດາ​ເອີຍ, ຂ້າ​ພຣະ​ອົງ​ຂອບ​ພຣະ​ຄຸນ​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ໂຜດ​ຟັງ​ຂ້າ​ພຣະ​ອົງ

42 ຂ້າ​ພຣະ​ອົງ​ຊາບ​ວ່າ​ພຣະ​ອົງ​ຊົງ​ຟັງ​ຂ້າ​ພຣະ​ອົງຢູ່ສເມີ ແຕ່​ທີ່​ຂ້າ​ພຣະ​ອົງເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຫັນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ທີ່​ຊົງ​ໃຊ້​ຂ້າ​ພຣະ​ອົງມາ”

43 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງວ່າ, “ລາ​ຊະ​ໂຣ​ເອີຍ, ຈົ່ງ​ອອກ​ມາ​ເສັຽ”

44 ຜູ້​ຕາຍ​ນັ້ນ​ກໍ​ໄດ້​ອອກ​ມາ ມີ​ຜ້າ​ພັນ​ຕີນ​ແລະ​ມື ແລະ​ມີ​ຜ້າ​ປົກ​ຫນ້າ​ໄວ້ ແລ້ວ​ພຣະ​ເຢ​ຊູ​ຈຶ່​ງຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ແກ້​ປ່ອຍ​ໃຫ້​ເຂົາ​ໄປ​ເສັຽ”

45 ເຫດ​ສັນ​ນັ້ນ​ພວກ​ຢິວ​ຫລາຍ​ທີ່​ໄດ້​ມາ​ຫາ​ມາ​ຣິ​ອາ​ແລະ​ໄດ້​ເຫັນ​ການ​ທີ່​ພຣະ​ເຢ​ຊູ​ຊົງ​ເຣັດ​ນັ້ນ ກໍ​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ

46 ແຕ່​ລາງ​ຄົນ​ໃນ​ພວກ​ເຂົາ​ນັ້ນ​ໄດ້​ໄປ​ຫາ​ພວກ​ຟາ​ຣີ​ຊາຍ ເລົ່າ​ເຣື່ອງ​ການ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ເຮັດ​ນັ້ນ​ໃຫ້​ເຂົາ​ຟັງ

47 ດັ່ງ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣີ​ຊາຍ ຈຶ່ງ​ເອີ້ນ​ສະ​ມາ​ຊິກ​ສະ​ພາ​ມາ​ປະ​ຊຸມ​ໂດຍ​ກ່າວ​ວ່າ, “ພວກ​ເຮົາ​ຈະ​ເຣັດ​ແນວ​ໃດ ເພາະ​ວ່າ​ຊາຍ​ຜູ້​ນີ້​ໄດ້​ເຮັດ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ

48 ຖ້າ​ເຮົາປະ​ປ່ອຍ​ໃຫ້​ເຂົາ​ເຮັດ​ຢູ່​ຢ່າງ​ນີ້ ຄົນ​ທັງ​ຫລາຍ​ກໍ​ຈະ​ເຊື່ອ​ຖື​ເຂົາ ແລ້ວ​ພວກ​ໂຣມ​ກໍ​ຈະ​ມາ​ທຳ​ລາຍ​ພຣະ​ວິ​ຫານ​ທັງ​ປະ​ເທດ​ຊາດ​ຂອງ​ເຮົາ”

49 ແຕ່ມີ​ຜູ້​ນຶ່ງ​ໃນ​ພວກ​ເຂົາ​ຊື່​ກາ​ຢະ​ຟາ ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈຳ​ການ​ໃນ​ປີ​ນັ້ນ ໄດ້​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ບໍ່​ຮູ້​ຈັກ​ຫຍັງ

50 ແລະ​ບໍ່​ຄຶດ​ເຫັນ​ວ່າ​ມັນ​ຈະ​ເປັນ​ປ​ໂຍດ​ແກ່​ທ່ານ​ທັງຫລາຍ ຖ້າ​ຈະ​ໃຫ້​ຄົນ​ຜູ້​ດຽວ​ຕາຍ ແທນ​ທີ່​ຈະ​ໃຫ້​ທັງ​ປະ​ເທດ​ຊາດ​ຈິບ​ຫາຍ”

51 ທີ່​ທ່ານ​ໄດ້​ກ່າວ​ຄຳ​ນັ້ນ​ກໍ​ບໍ່​ແມ່ນ​ດ້ວຍ​ລຳ​ພັງ​ຂອງ​ຕົນ​ເອງ ແຕ່​ເພາະ​ທ່ານ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ໃນ​ປີ​ນັ້ນ ຈຶ່ງ​ທຳ​ນ​ວາຍ​ໄວ້​ກ່ອນ​ວ່າ​ພຣະ​ເຢ​ຊູ​ຈະ​ສິ້ນ​ພຣະ​ຊົນ​ຕາງ​ປະ​ເທດ​ຊາດ

52 ແລະ​ບໍ່​ແມ່ນ​ແທນ​ປະ​ເທດ​ຊາດ​ຢ່າງ​ດຽວເທົ່າ​ນັ້ນ ແຕ່​ເພື່ອ​ຮວບ​ຮວມ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ທີ່​ແຕກ​ຊະ​ກັນ​ໄປ​ແລ້ວ​ນັ້ນ ໃຫ້​ເຂົ້າ​ເປັນ​ພວກ​ດຽວ​ກັນ

53 ຕັ້ງ​ແຕ່​ວັນ​ນັ້ນ​ມາ​ເຂົາ​ໄດ້​ວາງ​ແຜນ​ການ​ຈະ​ຂ້າພຣະ​ອົງ​ເສັຽ

54 ເພາະ​ເຫດ​ນັ້ນ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ໄປ​ມາ​ໃນ​ຖ້າມ​ກາງ​ພວກ​ຢິວ​ໂດຍ​ເປີດ​ເຜີຍ​ອີກ ແຕ່​ໄດ້​ສະ​ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທ້ອງ​ຖິ່ນ​ຢູ່​ໃກ້​ປ່າ​ເຖິງ​ເມືອງ​ນຶ່ງ​ຊື່​ເອ​ຟ​ຣາ​ອິມ ແ​ລະ​ປະ​ທັບ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາ​ວົກ

55 ອັນ​ນຶ່ງ, ໃກ້​ຈະ​ເຖິງ​ເທ​ສ​ການ​ປັ​ສ​ຄາ​ຂອງ​ຊາດ​ຢິວ​ແລ້ວ ຫລາຍ​ຄົນ​ໄດ້​​ອອກ​ຈາກບ້ານ​ເມືອງ​ທົ່ວ​ປະ​ເທດ ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ກ່ອນ​ປັ​ສ​ຄາ​ເພື່ອ​ຈະ​ຊຳ​ຮະ​ຕົວ

56 ເຂົາ​ກຳ​ລັງ​ຕິດ​ຕາມ​ຊອກ​ຫາ​ພຣະ​ເຢ​ຊູ ແລະ​ເມື່ອ​ເຂົາ​ຢືນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຄຶດ​ເຫັນ​ຢ່າງ​ໃດ ທ່ານ​ຈະ​ບໍ່​ມາ​ໃນ​ງານ​ເທ​ສ​ການ​ນີ້​ຕີ້”

57 ຝ່າຍ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ຟາ​ຣີ​ຊາຍ ໄດ້​ອອກ​ຄຳ​ສັ່ງ​ໄວ້​ວ່າ ຖ້າ​ຜູ້​ໃດ​ຮູ້​ວ່າ​ພຣະ​ອົງ​ຢູ່​ໃສ ໃຫ້​ມາ​ບອກ​ເຂົາ​ເພື່ອ​ຈະ​ໄດ້​ໄປ​ຈັບ​ພຣະ​ອົງ



12

1 ກ່ອນ​ເທ​ສ​ການ​ປັ​ສ​ຄາ​ຫົກ​ວັນ ພຣະ​ເຢ​ຊູ​ສະ​ເດັດ​ມາ​ເຖິງ​ບ້ານ​ເບັດ​ທາເນັຽ ຊຶ່ງ​ເປັນທີ່​ຢູ່​ຂອງ​ລາ​ຊະ​ໂຣ ຜູ້​ທີ່​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ

2 ທີ່​ນັ້ນ​ເຂົາ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ພຣະ​ອົງ ມາ​ທາ​ເປັນ​ຜູ້​ຮັບ​ໃຊ້​ໃນ​ໂຕະ​ອາ​ຫານ ຝ່າຍ​ລາ​ຊະ​ໂຣ​ກໍ​ເປັນ​ຜູ້​ນຶ່ງ​ທີ່​ຮ່ວມ​ຮັບ​ປະ​ທານ​ກັບ​ພຣະ​ອົງ

3 ນາງ​ມາ​ຣິ​ອາ​ໄດ້​ເອົາ​ນ້ຳ​ມັນ​ຫອມ​ລິ​ຕ​ຣາ​ນຶ່ງ​ຊຶ່ງ​ມີ​ຣາ​ຄາ​ແພງ​ມາ​ສົງ​ພຣະ​ບາດ​ພຣະເຢ​ຊູ ແລ້ວ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ​ບາດ​ຂອງ​ພຣະ​ອົງ ຈົນ​ທົ່ວ​ເຮືອນ​ນັ້ນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນ້ຳ​ມັນ​ນັ້ນ

4 ແຕ່​ສາ​ວົກ​ຄົນ​ນຶ່ງ​ຂອງ​ພຣະ​ອົງ​ຊຶ່ ຢູ​ດາ​ອິ​ສະກາ​ຣິ​ອົດ (ຄື​ຜູ້​ທີ່​ຈະ​ທໍ​ຣະ​ຍົດ​ພຣະ​ອົງ) ໄດ້​ກ່າວ​ວ່າ,

5 “ເຫດ​ໃດ​ຈຶ່ງ​ບໍ່​ຂາຍ​ນ້ຳ​ມັນ​ນີ້​ຕໍ່​ຣາ​ຄາ​ສາມ​ຮ້ອຍ​ເດ​ນາ​ຣິ​ອົນ ແລ້ວ​ແຈກ​ໃຫ້​ຄົນ​ຍາກ​ຈົນ”

6 ເຂົາ​ເວົ້າ​ຢ່າງ​ນັ້ນ​ບໍ່​ແມ່ນ​ເພາະ​ເຂົາ​ເອົາ​ໃຈ​ໃສ່​ຕໍ່​ຄົນ​ຍາກ​ຈົນ ແຕ່​ເພາະ​ເຂົາ​ເປັນ​ຂະ​ໂມຍ​ແລະ​ເປັນ​ຜູ້​ຖື​ຖົງ​ເງິນ ແລະ​ເຄີຍ​ບຽດ​ບັງ​ເອົາ​ເງິນ​ທີ່​ຢູ່​ໃນ​ຖົງ​ນັ້ນ

7 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ໃຫ້​ນາງ​ຮັກ​ສາ​ສິ່ງ​ນີ້​ໄວ້​ສຳ​ລັບ​ວັນ​ຝັງ​ສົບ​ຂອງ​ເຮົາ

8 ດ້ວຍ​ວ່າ​ຄົນ​ຍາກ​ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສເມີ ແຕ່​ຝ່າຍ​ເຮົາ, ບໍ່ຢູ່ກັບ​ທ່ານ​ສເມີ”

9 ຝ່າຍ​ພວ​ກຢິວ​ຈຳ​ນວນ​ຫລາຍໄດ້​ຮູ້​ວ່າ​ພຣະ​ອົງ​ປະ​ທັບ​ຢູ່​ທີ່​ນັ້ນ ເຂົາ​ໄດ້​ພາ​ກັນ​ມາບໍ່​ແມ່ນ​ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ ແຕ່​ປະ​ການ​ນຶ່ງ, ຢາກ​ເຫັນ​ລາ​ຊະ​ໂຣ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ

10 ດັ່ງ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ຈຶ່ງ​ປຶກ​ສາກັນ​ເພື່ອ​ຈະ​ຂ້າ​ລາ​ຊະ​ໂຣ​ເຫມືອນ​ກັນ

11 ເພາະ​ລາ​ຊະ​ໂຣ​ເປັນ​ຕົ້​ນ​ເຫດ​ເຮັດ​ໃຫ້​ຄົນ​ຢິວ​ຫລາຍ​ຄົນ​ອອກ​ຈາກ​ພວກ​ເຂົາ​ໄປ​ເຊື່ອ​ຖື​ພຣະ​ເຢ​ຊູ

12 ວັນ​ຫນ້າ​ມາ​ປະ​ຊາ​ຊົນ​ຫລວງຫ​ລາຍ​ທີ່​ໄດ້​ມາ​ໃນ​ງານ​ເທ​ສ​ການ​ນັ້ນ ໄດ້​ຍິນ​ວ່າ​ພຣະ​ເຢຊູ​ສະ​ເດັດ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ

13 ເຂົາ​ກໍ​ພາກັນ​ຖື​ກ້ານ​ຕານ​ອອກ​ໄປ​ຕ້ອນ​ຮັບ​ພຣະ​ອົງ ໂຮ່​ຣ້ອງວ່າ, “ໂຮ​ຊັນ​ນາ, ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້ເປັນ​ເຈົ້າ ຄື​ພຣະ​ມະ​ຫາ​ກະ​ສັດ​ຂອງ​ຊາດ​ອິ​ສ​ຣາ​ເອນ ຊົງ​ພຣະ​ຈະ​ເຣີນ​“

14 ເມື່ອ​ພຣະ​ເຢ​ຊູ​ຊົງ​ພົບ​ລໍ​ນ້ອຍ​ໂຕ​ນຶ່ງ​ພຣະ​ອົງ​ຈຶ່ງ​ຊົງ​ຂຶ້ນ​ປະ​ທັບ​ລໍ​ນັ້ນ ເຫມືອນ​ດັ່ງ​ມີ​ຄຳຂຽນ​ໄວ້​ວ່າ,

15 “ບຸດ​ຍິງ​ຂອງ​ຊີ​ໂອນເອີຍ, ຢ່າ​ຊູ່​ຢ້ານ​ເທາະ ນີ້​ແຫລະ, ມະ​ຫາ​ກະ​ສັດ​ຂອ​ງທ່ານ​ກໍ​ປະ​ທັບ​ລໍ​ນ້ອຍ​ສະ​ເດັດ​ມາ”

16 ແຕ່​ຫົວ​ທີ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ບໍ່​ໄດ້​ເຂົ້າ​ໃຈ​ເຫດ​ການ​ເຫລົ່າ​ນັ້ນ ແຕ່​ວ່າ​ເມື່ອ​ພຣະ​ເຢ​ຊູ​ໄດ້​ຊົງ​ຮັບ​ກຽດ​ຕິ​ຍົດ​ແລ້ວ​ເຂົາ​ຈຶ່ງ​ລະ​ນຶກ​ໄດ້​ວ່າ ມີ​ຄຳ​ຢ່າງ​ນັ້ນ​ຂຽນ​ໄວ້​ເຖິງ​ເຣື່ອງ​ພຣະ​ອົງ ທັງ​ມີ​ຄົນ​ໄດ້​ເຮັດ​ຢ່າງ​ນັ້ນ​ຖວາຍ​ພຣະ​ອົງ

17 ຄົນ​ທັງ​ປວງ​ທີ່​ໄດ້​ຢູ່​ກັບ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ລາ​ຊະ​ໂຣ​ໃຫ້​ອອກ​ມາ​ຈາກ​ອຸບ​ໂມງ​ຝັງ​ສົບ ແລະ​ຊົງ​ບັນ​ດານ​ໃຫ້​ເຂົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ກໍ​ເປັນ​ພຍານ​ເຣື່ອງ​ການ​ເຫລົ່າ​ນັ້ນ

18 ເພາະ​ເຫດ​ນີ້​ແຫລະ, ປະ​ຊາ​ຊົນ​ທັງ​ຫລາຍ​ພາ​ກັນ​ອອກ​ໄປ​ຫາ​ພຣະ​ອົງ ກໍ​ເພາະ​ໄດ້​ຍິນ​ວ່າ​ພຣະ​ອົງ​ຊົງ​ເຮັດ​ຫມາຍ​ສຳ​ຄັນ​ນັ້ນ

19 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ທັງ​ຫລາ​ຍ​ບໍ່​ເຫັນ​ຫລື​ວ່າ ພວກ​ທ່ານ​ເຣັດ​ອັນ​ໃດ​ກໍ​ບໍ່​ໄດ້​ປ​ໂຍດ​ຈັກ​ຢ່າງ ເບິ່ງ​ແມ໋, ຫມົດ​ທັງ​ໂລກ​ກໍ​ຕິດ​ຕາມ​ມັນ​ໄປ”

20 ໃນ​ຫມູ່​ຄົນ​ທັງ​ຫ​ລາຍ​ທີ່​ຂຶ້ນ​ໄປ​ນະ​ມັສ​ການ​ໃນ​ງານ​ເທ​ສ​ການ​ນັ້ນ​ມີ​ຊາວກ​ຣີກ​ແດ່

21 ຊາວກ​ຣີກ​ເຫລົ່າ​ນີ້​ໄດ້​ໄປ​ຫາ​ຟີ​ລິບ ຊຶ່​ງມາ​ຈາກ​ບ້ານ​ເບັດ​ຊາ​ອີ​ດາ​ແຂວງ​ຄາ​ລີ​ເລ ຈຶ່ງ​ກ່າວ​ກັບ​ທ່ານ​ວ່າ, “ນາຍ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ເຫັນ​ທ່ານ​ເຢ​ຊູ​ແທ້”

22 ຟີ​ລິບ​ຈຶ່ງ​ໄປ​ບອກ​ອັນ​ເດ​ອາ ແລ້ວ​ອັນ​ເດ​ອາ​ກັບ​ຟີ​ລິບ​ໄດ້​ໄປ​ທູນ​ພຣະ​ເຢ​ຊູ

23 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເວ​ລາ​ທີ່​ບຸດ​ມະ​ນຸດ​ຕ້ອງ​ຮັບ​ກຽດ​ນັ້ນ​ກໍ​ມາ​ເຖິງ​ແລ້ວ

24 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ເມັດ​ເຂົ້າ​ບໍ່​ຕົກ​ລົງ​ໃນ​ດິນ ແລະ​ບໍ່​ຕາຍ​ໄປ​ກໍ​ຄົງ​ຈະ​ເປັນ​ຢູ່​ແຕ່​ເມັດ​ດຽວ ແຕ່​ຖ້າ​ມັນ​ຕາຍ​ໄປ​ກໍ​ຈະ​ເກີດ​ຜົນ​ຫລາຍ

25 ຜູ້​ທີ່​ຮັກ​ຊີ​ວິດ​ຂອງ​ຕົນ​ກໍ​ຕ້ອງ​ເສັຽ​ຊີ​ວິດ ແລະ​ຜູ້​ທີ່​ຊັງ​ຊີ​ວິດ​ຂອງ​ຕົນ​ໃນ​ໂລກ​ນີ້ ກໍ​ຈະ​ຮັກ​ສາ​ຊີ​ວິດ​ນັ້ນ​ໄວ້​ສຳ​ລັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

26 ຖ້າ​ຜູ້​ໃດ​ປະ​ຕິ​ບັດ​ເຮົາ ໃຫ້​ຜູ້​ນັ້ນ​ຕິດ​ຕາມ​ເຮົາ​ມາ ແລະ​ເຮົາ​ຢູ່​ທີ່ໃດ ຜູ້​ປະ​ຕິ​ບັດ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ ຖ້າ​ຜູ້​ໃດ​ປະ​ຕິ​ບັດ​ເຮົາ ພຣະ​ບິ​ດາຈະ​ຊົງ​ປະ​ທານ​ກຽດ​ຕິ​ຍົດ​ແກ່​ຜູ້​ນັ້ນ

27 “ບັດ​ນີ້​ຈິດ​ໃຈ​ຂອງ​ເຮົາ​ວຸ້ນ​ວາຍ​ແລະ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ “ໂອ ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ຂ້າ​ພຣະ​ອົງລອດ​ພົ້ນ​ຈາກ​ຍາມ​ນີ້​ທ້ອນ” ຢ່າງ​ນັ້ນ​ຫລື ກໍ​ວ່າ​ບໍ່​ໄດ້ ທີ່​ເຮົາ​ໄດ້​ມາ​ເຖິງ​ຍາມ​ນີ້ກໍ​ເພື່ອ​ການ​ນີ້​ແຫລະ

28 ໂອ ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ຈົ່ງ​ໄດ້​ຮັບ​ກຽດ” ແລ້ວ​ກໍ​ມີ​ພຣະ​ສຸ​ຣະ​ສຽງ​ດັງ​ມາ​ຈາກ​ຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ​ແລະ​ເຮົາຈະ​ໃຫ້​ຮັບ​ກຽດ​ອີກ”

29 ຄົນ​ທັງ​ຫລາຍ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຍິນ​ສຽງ​ນີ້​ແລະ​ເວົ້າ​ວ່າ, “ສຽງ​ຟ້າ​ຮ້ອງ” ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ເທວະ​ດາ​ຕົນ​ນຶ່ງ​ໄດ້​ສົນ​ທະ​ນາ​ກັບ​ທ່ານ”

30 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ສຽງ​ທີ່​ເກີດ​ຂຶ້ນ​ນັ້ນ​ບໍ່​ແມ່ນ​ສຳ​ລັບເຮົາ ແຕ່​ສຳ​ລັບ​ທ່ານ​ທັງ​ຫລາຍ​ນັ້ນ​ແຫລະ

31 ບັດ​ນີ້​ເຖິງ​ເວ​ລາ​ພິ​ພາ​ກ​ສາ​ໂລກ​ນີ້ ບັດ​ນີ້​ຜູ້​ປົກ​ຄອງໂລກ​ຈະ​ຖືກ​ກຳ​ຈັດ​ອອກ​ເສັຽ

32 ຝ່າຍ​ເຮົາ, ເມື່ອ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນ​ດິນ​ໂລກ​ແລ້ວ ເຮົາ​ກໍ​ຈະ​ຊັກ​ນຳ​ຄົນ​ທັ​ງ​ຫລາຍ​ມາ​ຫາ​ເຮົາ”

33 (ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ກໍ​ເພື່ອ​ສະ​ແດງວ່າ​ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ຢ່າງ​ໃດ)

34 ຄົນ​ທັງ​ຫລາຍ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພວກ​ເຮົາ​ໄດ້​ຍິນ​ຈາກ​ພຣະ​ບັນ​ຍັດ​ວ່າ​ພຣະ​ຄຣິດ​ຊົງ​ຕັ້ງ​ຢູ່ຕລອດ​ໄປ​ເປັນ​ນິດ ແລ້ວເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າບຸດ​ມະ​ນຸດ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະ​ນຸດ​ນັ້ນ​ຄື​ຜູ້​ໃດ”

35 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາວ່າ, “ຄວາມສວ່າງ​ຈະ​ຍັງຢູ່​ກັບ​ທ່ານ​ທັງ​ຫລາຍ​ອີກ​ຫນ້ອຍ​ນຶ່ງ ເມື່ອ​ຍັງ​ມີ​ຄວາມ​ສວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມ​ມືດ​ຈະ​ຕາມ​ມາ​ທັນ​ພວກ​ທ່ານ ຜູ້​ທີ່​ທຽວ​ໄປ​ມາ​ໃນ​ຄວາມ​ມືດ​ກໍ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ໄປ​ໃສ

36 ເມື່ອ​ທ່ານ​ທັງ​ຫລາຍຍັງ​ມີ​ຄວາມ​ສວ່າງ​ຢູ່ ຈົ່ງ​ວາງ​ໃຈ​ເຊື່ອ​ໃນ​ຄວາມ​ສວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສວ່າງ” ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ອອກ​ຈາກ​ເຂົາ​ໄປ​ລີ້​ຕົນ​ເສັຽ

37 ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ຊົງ​ເຣັດ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ​ຕໍ່​ຫນ້າ​ເຂົາ ເຂົາ​ກໍ​ຍັງບໍ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ

38 ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຄຳ​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ຜູ້​ໃດ​ໄດ້ເຊື່ອ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ປະ​ກາດ ແລະ​ພຣະ​ກອນ​ຂອງ​ພຣະ​ອົງ​ໄດ້​ຊົງ​ສະ​ແດງ​ແກ່​ຜູ້​ໃດ”

39 ສັນ​ນັ້ນ​ເຂົາ​ຈຶ່ງ​ເຊື່ອ​ບໍ່​ໄດ້​ ເພາະ​ເອ​ຊາ​ຢາ​ໄດ້​ກ່າວ​ໄວ້​ອີກວ່າ,

40 “ພຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຕາ​ຂອງ​ເຂົາ​ບອດ​ໄປ ແລະ​ໃຫ້​ຈິດ​ໃຈ​ຂອງ​ເຂົາ​ແຂງ​ກະ​ດ້າງ ຢ້ານ​ວ່າ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ແລະ​ສັງ​ເກດ​ຮູ້​ດ້ວຍ​ໃຈ ແລ້ວຈະ​ກັບ​ໃຈ​ໃຫມ່​ແລ້ວ​ເຮົາ​ຈະ​ໂຜດ​ໃຫ້​ເຂົາ​ດີ”

41 ເອ​ຊາ​ຢາ​ໄດ້​ກ່າວ​ດັ່ງ​ນີ້​ກໍ​ເພາະ​ທ່ານ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ແລະ​ໄດ້​ກ່າວ​ເຖິງ​ເຣື່ອງ​ພຣະ​ອົງ

42 ເຖິງ​ປານ​ນັ້ນ​ກໍ​ດີ​ຍັງ​ມີ​ເຈົ້າ​ນາຍ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ ແຕ່​ເຂົາ​ບໍ່​ໄດ້​ເປີດ​ເຜີຍ​ເພາະ​ຢ້ານ​ພວກ​ຟາ​ຣີ​ຊາຍ​ຈະ​ຂັບ​ໄລ່​ເຂົາ​ອອກ​ຈາກ​ໂຮງ​ທັມ​ມະ​ເທ​ສ​ນາ

43 ດ້ວຍ​ວ່າ​ເຂົາ​ຣັກ​ກຽດ​ຕິ​ຍົດ​ຈາກ​ມະ​ນຸດ​ຫລາຍກວ່າ​ກຽດ​ຕິ​ຍົດ​ຈາກ​ພຣະ​ເຈົ້າ

44 ພຣະ​ເຢ​ຊູ​ຊົງ​ເປັ່ງ​ສຽງ​ກ່າວ​ວ່າ, “ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ແມ່ນ​ເຊື່ອ​ໃນ​ເຮົາ ແຕ່​ເຊື່ອ​ໃນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

45 ແລະ​ຜູ້​ທີ່​ເຫັນ​ເຮົາ​ກໍ​ເຫັນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

46 ເຮົາ​ນີ້​ຄື​ຄວາມ​ສວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ​ ເພື່ອທຸ​ກ​ຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕັ້ງ​ຢູ່​ໃນ​ຄວາມ​ມືດ

47 ຖ້າ​ຜູ້​ໃດ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເຮົາ ແລະ​ບໍ່​ໄດ້​ຖືຮັກ​ສາ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ຝ່າຍ​ເຮົາ​ກໍ​ບໍ່​ພິ​ພາກ​ສາ​ຜູ້​ນັ້ນ ເພາະ​ວ່າ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ພິ​ພາກ​ສາ​ໂລກ ແຕ່​ມາ​ເພື່ອ​ໂຜດ​ເອົາ​ໂລກ​ໃຫ້​ພົ້ນ

48 ຜູ້​ທີ່​ຖິ້ມ​ເຮົາ ແລະບໍ່​ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ເຮົາ​ກໍ​ມີ​ສິ່ງ​ທີ່​ພິ​ພາກ​ສາ​ຕົນ​ແລ້ວ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ນັ້ນ​ແຫລະ, ຈະ​ພິ​ພາກ​ສາ​ຜູ້​ນັ້ນ​ໃນ​ວັນ​ສຸດ​ທ້າຍ

49 ເພາະ​ເຮົາບໍ່​ໄດ້​ກ່າວ​ຕາມ​ລຳ​ພັງ​ໃຈ​ຂອງ​ເຮົາ​ເອງ ແຕ່​ຊຶ່ງ​ເຮົາ​ກ່າວ​ແລະ​ເວົ້າ​ນັ້ນ​ ​ພຣະ​ບິ​ດາຜູ້​ຊົງ​ໃຊ້​ເຮົາ​ມາ, ພຣະ​ອົງ​ນັ້ນ​ເອງ​ໄດ້​ບັນ​ຊາ​ໃຫ້​ແກ່​ເຮົາ

50 ແລະ​ເຮົາ​ຮູ້​ວ່າ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ​ນັ້ນ​ເປັນຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ເຫດ​ສັນ​ນັ້ນ​ສິ່ງ​ທີ່​ເຮົາ​ເວົ້າ ເຮົາ​ກໍ​ເວົ້າ​ຕາມ​ທີ່​ພຣະ​ບິ​ດາ​ຊົງ​ບັນ​ຊາ​ໄວ້​ແກ່​ເຮົາ”



13

1 ກ່ອນ​ເຖິງ​ເວ​ລາ​ເທ​ສ​ການ​ປັ​ສ​ຄາ ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ຍາມ​ຂອງ​ຕົນ​ທີ່​ຈະ​ສະ​ເດັດ​ຈາກ​ໂລກ​ນີ້​ເມືອ​ຫາ​ພຣະ​ບິ​ດາ​ເຖິງ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຮັກ​ພວກ​ຂ​ອງ​ພຣະ​ອົງ​ທີ່​ຢູ່​ໃນ​ໂລກ​ນີ້ ພຣະ​ອົງ​ຊົງ​ຮັກ​ຈົນ​ເຖິງ​ທີ່​ສຸດ

2 ຂ​ນະ​ເມື່ອ​ຮັບ​ປະ​ທານ​ອາ​ຫານ​ຢູ່​ນັ້ນ (ມານ​ໄດ້​ເຂົ້າ​ດົນ​ໃຈ​ຢູ​ດາ​ອິ​ສະ​ກາ​ຣິ​ອົດ​ລູກ​ຂອງ​ຊີ​ໂມນ ໃຫ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ)

3 ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ພຣະ​ບິ​ດາ​ໄດ້​ຊົງ​ປະ​ທານ​ສິ່ງ​ທັງ​ປວງ​ໃຫ້​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ​ຊົງ​ຊາບວ່າ​ພຣະ​ອົງ​ສະ​ເດັດ​ມາ​ຈາກ​ພຣະ​ເຈົ້າ ແລະ​ຈະ​ສະ​ເດັດ​ເມືອ​ຫາ​ພຣະ​ເຈົ້າ

4 ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຈາ​ກການ​ຮັບ​ປະ​ທານ​ອາ​ຫານ ຊົງ​ຖອດ​ເຄື່ອງ​ທົ​ງ​ຊັ້ນ​ນອກ​ອອກວາງ​ໄວ້ ແລະ​ຊົງ​ເອົາ​ຜ້າ​ເຊັດ​ຕົວ​ມາ​ຮັດ​ແອວ​ຂອງ​ພຣະ​ອົງ

5 ພຣະ​ອົງ​ຊົງ​ຖອກ​ນ້ຳ​ໃສ່​ອ່າງ​ແລ້ວ​ຊົງ​ຕັ້ງ​ຕົ້ນ​ລ້າງ​ຕີນ​ຂອງ​ພວກ​ສາ​ວົກ ແລະ​ເຊັດ​ດ້ວຍ​ຜ້າ​ຮັດ​ແອວ​ນັ້ນ

6 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ເຖິງ​ຊີ​ໂມນເປ​ໂຕ ແລ້ວ​ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ​ນ້ອຍ​ຫລື”

7 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ເຮັດ​ໃນ​ເວ​ລາ​ນີ້​ທ່ານ​ຍັງບໍ່​ຮູ້​ເຣື່ອງ ແຕ່​ພາຍ​ຫລັງ​ທ່ານ​ຈະ​ເຂົ້າ​ໃຈ”

8 ເປ​ໂຕ​ຈຶ່ງ​ທູນ​ວ່າ, “ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຈັກ​ເທື່ອ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງ​ທ່ານ ທ່ານ​ຈະ​ມີ​ສ່ວນ​ໃນ​ເຮົາ​ບໍ່​ໄດ້”

9 ຊີ​ໂມນ​ເປ​ໂຕ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ບໍ່​ແມ່ນ​ແຕ່​ຕີນ​ເທົ່າ​ນັ້ນ ແຕ່​ຂໍ​ລ້າງ​ມື​ແລະ​ຫົວ​ຂອງຂ້າ​ນ້ອຍ​ເຫມືອນ​ກັນ”

10 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເປ​ໂຕວ່າ, “ຜູ້​ທີ່​ອາບ​ນ້ຳ​ແລ້ວ​ບໍ່​ຈຳ​ເປັນ​ຕ້ອງ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່າ​ນັ້ນ ເພາະ​ສະ​ອາດ​ຫມົດ​ທັງ​ຕົວ​ແລ້ວ ພວກ​ທ່ານ​ກໍ​ສະ​ອາດແລ້ວ​ແຕ່​ບໍ່​ແມ່ນ​ທຸກ​ຄົນ”

11 ເພາະ​ພຣະ​ອົງ​ຊົງ​ຮູ້​ແລ້ວ​ວ່າ​ໃຜ​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ບໍ່​ສະ​ອາດ​ທຸກ​ຄົນ”

12 ເຫດ​ສັນ​ນີ້​ເມື່ອ​ພຣະ​ອົງ​ຊົງ​ລ້າງ​ຕີນ​ຂອງ​ເຂົາ​ແລ້ວ ພຣະ​ອົງ​ກໍ​ຊົງ​ໃສ່​ເຄື່ອງ​ທົງ​ຊັ້ນ​ນອກ​ຂອງ​ຕົນ​ອີກ ແລ້ວ​ປະ​ທັບ​ລົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ​ຫລື

13 ທ່ານ​ທັງ​ຫລາຍ​ເອີ້ນ​ເຮົາ​ວ່າ​ອາ​ຈານ ແລະ​ນາຍ​ເຈົ້າ ພວກ​ທ່ານ​ເອີ້ນ​ຖືກ​ຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ

14 ເຫດ​ສັນ​ນັ້ນ​ເຮົາ​ຜູ້​ເປັນ​ນາຍ​ແລະ​ອາ​ຈານ​ຂອງ​ພວກ​ທ່ານໄດ້​ລ້າງ​ຕີນ​ຂອງ​ທ່ານ ພວກ​ທ່ານ​ກໍ​ຄວນ​ລ້າງ​ຕີນ​ຂອງ​ກັນ​ແລະ​ກັນ​ເຫມືອນ​ກັນ

15 ດ້ວຍ​ວ່າ​ເຮົາ​ໄດ້​ວາງ​ແບບ​ຢ່າງ​ໃຫ້​ພວກ​ທ່ານ​ແລ້ວ ເພື່ອທ່ານ​ຈະ​ໄດ້​ເຮັດ​ເຫມືອນ​ດັ່ງ​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ

16 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຂ້ອຍ​ໃຊ້​ບໍ່​ຫ່ອນ​ໃຫຍ່ກວ່າ​ນາຍ​ຂອງ​ຕົນ ຜູ້​ທີ່​ຖືກ​ໃຊ້​ໄປ​ບໍ່​ຫ່ອນ​ໃຫຍ່ກວ່າ​ຜູ້​ໃຊ້​ຕົນ​ໄປ​ນັ້ນ

17 ຖ້າ​ທ່ານ​ທັງ​ຫລາຍ​ຮູ້​ສິ່ງ​ເຫລົ່າ​ນີ້​ແລະ​ເຣັດ​ຕາມ ທ່ານ​ກໍ​ເປັນ​ສຸກ

18 ເຮົາ​ບໍ່​ເວົ້າ​ເຖິງ​ພວກ​ທ່ານ​ທຸກ​ຄົນ ຝ່າຍ​ເຮົາ​ກໍ​ຮູ້​ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລ້ວ ແຕ່​ຕ້ອງ​ເປັນ​ຈິງ​ຕາມ​ຂໍ້​ພຣະ​ຄັມ​ພີ​ທີ່​ວ່າ “ຜູ້​ທີ່​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຮົາ​ກໍ​ຍົກ​ສົ້ນ​ຕີນ​ໃສ່​ເຮົາ”

19 ແຕ່​ເວ​ລາ​ບັດ​ນີ້​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ກ່ອນ​ການ​ນັ້ນ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ມັນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ແມ່ນ​ຜູ້​ນັ້ນ

20 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ໃດ​ຮັບ​ຕ້ອນ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຮັບ​ຕ້ອນ​ເຮົາ​ເຫມືອນ​ກັນ ແລະ​ຜູ້​ທີ່​ຮັບ​ຕ້ອນ​ເຮົາ​ກໍ​ຮັບ​ຕ້ອນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ”

21 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ກໍ​ຊົງ​ວຸ້ນ​ວາຍ​ໃນ​ພຣະ​ທັຍ ແລະ​ຊົງ​ກ່າວ​ເປັນ​ພຍານ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ນຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ”

22 ພວກ​ສາ​ວົກ​ກໍ​ມອງ​ເບິ່ງ​ຫນ້າ​ກັນ​ແລະ​ສົງ​ໄສວ່າ ຄົນ​ທີ່​ພຣະ​ອົງ​ກ່າວ​ເຖິງ​ນັ້ນ​ຄື​ຜູ້​ໃດ

23 ມີ​ສາ​ວົກ​ຄົນ​ນຶ່ງ​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ ໄດ້​ເນີ້ງ​ກາຍ​ລົງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ

24 ຊີ​ໂມນ​ເປ​ໂຕ​ຈຶ່ງ​ຍິກ​ຫນ້າ​ໃສ່​ສາ​ວົກ​ຜູ້ນັ້ນ​ກ່າວ​ວ່າ, “ຈົ່ງ​ຖາມ​ວ່າ​ຄົນ​ທີ່​ທ່ານ​ເວົ້າ​ນັ້ນ​ແມ່ນ​ຜູ້​ໃດ”

25 ຂ​ນະ​ທີ່​ຍັງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ ສາ​ວົກ​ຜູ້​ນັ້ນ​ກໍ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ແມ່ນ​ຜູ້​ໃດ”

26 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ອາ​ຫານ​ຄຳ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້​ໃດ ກໍ​ແມ່ນ​ຜູ້​ນັ້ນ​ແຫລະ” ເມື່ອ​ຊົງ​ຈ້ຳ​ອາ​ຫານ​ຄຳ​ນັ້ນ​ແລ້ວ ພຣະ​ອົງຊົງ​ຍື່ນ​ໃຫ້​ແກ່​ຢູ​ດາ​ລູກຊີ​ໂມ​ນອິ​ສະ​ກາ​ຣິ​ອົດ

27 ຫລັງ​ຈາກ​ຢູ​ດາ​ໄດ້​ກິນ​ອາ​ຫານ​ຄຳ​ນັ້ນ​ແລ້ວ ຊາ​ຕານຈຶ່ງ​ເຂົ້າ​ຢູ່​ໃນ​ໃຈ​ຂອງ​ເຂົາ ພຣະ​ເຢ​ຊູ​ຈຶ່ງ​ຊົງ ບອກ​ຢູ​ດາ​ວ່າ, “ອັນ​ທີ່​ທ່ານ​ຈະ​ເຣັດ​ນັ້ນ​ກໍ​ຈົ່ງ​ເຮັດ​ໄວໆ​ແມ໋”

28 ໃນ​ບັນ​ດາ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ຢູ່​ນັ້ນ​ບໍ່​ມີ​ຜູ້​ໃດ​ໄດ້​ເຂົ້າ​ໃຈ​ວ່າ ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່ເຂົາ​ຢ່າງ​ນັ້ນ

29 ດັ່ງ​ນັ້ນ​ລາງ​ຄົນ​ກໍ​ຄຶດ​ວ່າ​ເປັນ​ເພາະ​ຢູ​ດາ​ຖື​ຖົງ​ເງິນ ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຊື້​ສິ່ງ​ຂອງ​ທີ່​ພວກ​ເຮົາ​ຕ້ອງ​ການ​ສຳ​ລັບ​ງານ​ເທ​ສ​ການ​ນີ້” ຫລື​

ເພື່ອ​ຈະ​ໃຫ້​ເຂົາ​ທານ​ແກ່​ຄົນ​ຍາກ​ຈົນ

30 ພາຍ​ຫລັງ​ທີ່​ຢູ​ດາ​ໄດ້​ຮັບ​ອາ​ຫານ​ຄຳ​ນັ້ນ​ແລ້ວ​ເຂົາ​ກໍ​ອອກ​ໄປ​ທັນ​ທີ ໃນ​ຂ​ນະ​ນັ້ນ​ເປັນ​ເວ​ລາ​ກາງ​ຄືນ

31 ເມື່ອ​ຢູ​ດາ​ອອກ​ໄປ​ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ບັດ​ນີ້​ບຸດ​ມະ​ນຸດ​ໄດ້​ຮັບ​ກຽດ​ຕິ​ຍົດແລ້ວ ແລະ​ພຣະ​ເຈົ້າ​ກໍ​ຊົງ​ຮັບ​ກຽດ​ຕິ​ຍົດ​ເພາະ​ບຸດ​ມະ​ນຸດ

32 ຖ້າ​ພຣະ​ເຈົ້າ​ຊົງ​ຮັບ​ກຽດ​ຕິ​ຍົດ​ເພາະ​ບຸດ​ມະ​ນຸດ ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້​ບຸດ​ມະ​ນຸດ​ມີ​ກຽດ​ຕິ​ຍົດ​ຮ່ວມ​ກັບ​ພຣະ​ອົງ ແລະ​ຈະ​ຊົງ​ໃຫ້​ມີ​ກຽດ​ຕິ​ຍົດ​ໃນ​ບັດ​ນີ້

33 ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ເຮົາ​ຍັງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ຫນ້ອຍ​ນຶ່ງ ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ ແລະ​ເຫມືອນ​ກັບ​ເຮົາ​ໄດ້​ບອກ​ພວກ​ຢິວ​ແລ້ວ​ວ່າ “ບ່ອນ​ເຮົາ​ຈະ​ໄປ​ນັ້ນ​ພວກ​ເຈົ້າ​ໄປ​ບໍ່​ໄດ້” ບັດ​ນີ້​ເຮົາ​ກໍ​ບອກ​ພວກ​ເຈົ້າ​ເຫມືອນ​ກັນ

34 ເຮົາ​ໃຫ້​ບັນ​ຍັດ​ໃຫມ່​ໄວ້​ແກ່​ເຈົ້າ​ທັງ​ຫລາຍ ຄື​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແລະ​ກັນ ເຮົາ​ຮັກ​ເຈົ້າ​ທັງ​ຫລາຍ​ມາ​ແລ້ວ​ຢ່າງ​ໃດ ພວກ​ເຈົ້າ​ຈົ່ງ​ຮັກ​ກັນ​ແລະ​ກັນ​ດ້ວຍ​ຢ່າງ​ນັ້ນ

35 ຖ້າ​ເຈົ້າ​ທັງ​ຫລາຍ​ມີ​ຄວາມ​ຮັກ​ຊຶ່ງ​ກັນ​ແລະ​ກັນ ດັ່ງ​ນີ້​ແຫລະ, ຄົນ​ທັງ​ປວງ​ກໍ​ຈະ​ໄດ້​ຮູ້​ວ່າ​ເຈົ້າທັງ​ຫລາຍ​ເປັນ​ສາ​ວົກ​ຂອງ​ເຮົາ”

ຊົງ​ທຳ​ນ​ວາຍ​ວ່າ​ເປ​ໂຕ​ຈະ​ປະ​ຕິ​ເສດ​ພຣະ​ອົງ

36 ຝ່າຍ​ຊີ​ໂມນ​ເປ​ໂຕ​ໄດ້​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ໄປ​ໃສ” ພຣະເຢ​ຊູ​ຊົງ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ ທ່ານ​ຈະ​ຕາມ​ເຮົາ​ໄປ​ດຽວ​ນີ້​ບໍ່​ໄດ້ ແຕ່​ພາຍ​ຫລັງ​ທ່ານ​ຈະ​ຕາມ​ໄປ”

37 ເປ​ໂຕ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ຫຍັງຂ້ານ້ອຍ​ຈຶ່ງ​ຕາມ​ທ່ານ​ໄປ​ດຽວ​ນີ້​ບໍ່​ໄດ້ ຂ້າ​ນ້ອຍ​ຈະ​ສ​ລະ​ຊີ​ວິດ​ເພື່ອ​ທ່ານ”

38 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ຈະ​ສ​ລະ​ຊີ​ວິດ​ຂອງ​ທ່ານ​ເພື່ອ​ເຮົາ​ຫລື ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າກ່ອນ​ໄກ່​ຈະ​ຂັນ​ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ຄັ້ງ”



14

1 “ຢ່າ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ ຈົ່ງ​ວາງ​ໃຈ​ໃນ​ພຣະ​ເຈົ້າ​ແລະ​ໄວ້​ວາງ​ໃຈ​ໃນ​ເຮົາ​ເຫມືອນ​ກັນ

2 ໃນ​ຜາ​ສາດ​ພຣະ​ບິ​ດາ​ຂອງ​ເຮົາ​ມີ​ທີ່​ຢູ່​ຫລາຍ​ບ່ອນ ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກ​ທ່ານ​ແລ້ວ ເພາະ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ​ລັບ​ທ່ານ​ທັງ​ຫລາຍ

3 ເມື່ອ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ​ລັບ​ພວກ​ທ່ານ​ແລ້ວ ເຮົາ​ຈະ​ກັບ​ມາ​ອີກ​ຮັ​ບທ່ານ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ

4 ແລະ​ທ່ານ​ຮູ້​ຈັກ​ທາງ​ທີ່​ເຮົາ​ຈະ​ໄປ​ນັ້ນ”

5 ໂທ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຈະ​ໄປ​ໃສ ພວກ​ຂ້າ​ນ້ອຍ​ຈະ​ຮູ້​ຈັກ​ທາງ​ນັ້ນ​ດ້ວຍ​ຢ່າງ​ໃດ”

6 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ທາງ​ນັ້ນ ເປັນ​ຄວາມ​ຈິງ ແລະ​ເປັນ​ຊີ​ວິດ ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ຈະມາ​ທາງ​ເຮົາ

7 ຖ້າ​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ເຮົາ​ແລ້ວ ທ່ານ​ກໍ​ຄົງ​ຮູ້​ຈັກ​ພຣະ​ບິ​ດາ​ຂອ​ງ​ເຮົາ​ເຫມືອນ​ກັນ ຕັ້ງ​ແຕ່​ນີ້​ໄປ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຈັກ​ພຣະ​ອົງ​ແລະ​ໄດ້​ເຫັນ​ພຣະ​ອົງ”

8 ຟີ​ລິບ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຂໍ​ສະ​ແດງ​ພຣະ​ບິ​ດາ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ເຫັນ ພວກ​ຂ້າ​ນ້ອຍ​ກໍ​ຈະ​ພໍ​ໃຈ​ແລ້ວ”

9 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຟີ​ລິບເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກ​ທ່ານ​ເຫິງ​ມາ​ເຖິງ​ພຽງ​ນີ້ ແລະ​ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ເຮົາ​ອີກ​ຫລື ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະ​ບິ​ດາ ເປັນ​ສັນ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ “ຂໍ​ສະ​ແດງ​ພຣະ​ບິ​ດາ​ໃຫ້​ພວກ​ຂ້າ​ນ້ອຍ​ເຫັນ”

10 ທ່ານ​ບໍ່​ເຊື່ອ​ຫລື​ວ່າ​ເຮົາ​ນີ້​ຢູ່​ໃນ​ພຣະ​ບິ​ດາ​ແລະ​ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫລາຍ​ນັ້ນ ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ລຳ​ພັງ​ເຮົາ​ເອງ ແຕ່​ພຣະ​ບິ​ດາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ເຮົາ​ໄດ້​ຊົງ​ກະ​ທຳ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ

11 ຈົ່ງ​ເຊື່ອ​ເຮົາ​ວ່າ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ ແລະ​ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ຈົ່ງ​ເຊື່ອ​ເພາະ​ກິ​ຈ​ການ​ເຫລົ່າ​ນັ້ນ

12 “ເຮົາບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິ​ຈ​ການ​ທີ່​ເຮົາ​ເຮັດຢູ່​ນັ້ນ​ເຫມືອນ​ກັນ ແລະ​ຜູ້​ນັ້ນ​ຈະ​ເຮັດ​ການ​ໃຫຍ່ກວ່າ​ນັ້ນ​ອີກ ເພາະ​ວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະ​ບິ​ດາ

13 ສິ່ງ​ໃດ​ທີ່​ທ່ານ​ທັງ​ຫລາຍ​ຈະ​ຂໍ​ໃນ​ນາ​ມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຣັດ​ສິ່ງ​ນັ້ນ​ເພື່ອ​ວ່າ​ພຣະ​ບິ​ດາ​ຈະ​ຊົງ​ຮັບ​ກຽດ​ຕິ​ຍົດ​ດ້ວຍ​ພຣະ​ບຸດ

14 ຖ້າ​ທ່ານ​ທັງ​ຫລາຍຂໍ​ສິ່ງ​ໃດ​ກັບ​ເຮົາ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຣັດ​ສິ່ງ​ນັ້ນ

15 ຖ້າ​ທ່ານ​ທັງ​ຫລາຍ​ຮັກ​ເຮົາ ທ່ານ​ກໍ​ຈະ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ເຮົາ

16 ຝ່າຍເຮົາ​ຈະ​ທູນ​ຂໍ​ພຣະ​ບິ​ດາ ແລະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຜູ້​ຊ່ອຍ​ອີກ​ຜູ້​ນຶ່ງ​ໃຫ້​ແກ່​ພວກ​ທ່ານ ເພື່ອ​ຈະ​ຢູ່​ກັບ​ພວກ​ທ່ານ​ຕລອດ​ໄປ​ເປັນ​ນິດ

17 ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ໄດ້​ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະ​ອົງ ແຕ່​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ທ່ານ ແລະ​ຈະ​ປະ​ທັບ​ຢູ່​ໃນ​ພວກ​ທ່ານ

18 “ເຮົາ​ຈະ​ບໍ່​ປະ​ຖິ້ມ​ທ່ານ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ ເຮົາ​ຈະ​ມາ​ຫາ​ພວກ​ທ່ານ​ອີກ​ຫນ້ອຍ​ນຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກ​ທ່ານ​ຈະ​ເຫັນ​ເຮົາ

19 ເພາະ​ເຮົາ​ເປັນ​ຢູ່​ທ່ານ​ທັງ​ຫລາຍ​ກໍ​ຈະ​ເປັນຢູ່​ເຫມືອນ​ກັນ

20 ໃນ​ວັນ​ນັ້ນ​ທ່ານ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ​ພວກ​ທ່ານ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພວກ​ທ່ານ

21 ຜູ້​ທີ່​ມີ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ແລະ​ຖືຂໍ້​ບັນ​ຍັດ​ນັ້ນ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ທີ່​ຮັກ​ເຮົາ ແລ້ວ​ຜູ້​ທີ່​ຮັກ​ເຮົາ​ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລະ​ຝ່າຍ​ເຮົາ​ຈະ​ຮັກ​ຜູ້​ນັ້ນ ພ້ອ​ມ​ທັງ​ຈະ​ສະ​ແດງ​ຕົວ​ເຮົາ​ໃຫ້​ແກ່​ຜູ້​ນັ້ນ”

22 ຢູດາ (ບໍ່​ແມ່ນ​ອິ​ສະ​ກາ​ຣິ​ອົດ) ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ສະ​ແດງ​ຕົວ​ໃຫ້​ປາ​ກົດ​ແກ່​ພວກ​ຂ້າ​ນ້ອຍ ແຕ່​ບໍ່​ໃຫ້​ປາ​ກົດ​ແກ່​ໂລກ”

23 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ຜູ້​ໃດ​ຮັກ​ເຮົາ ຜູ້​ນັ້ນ​ຈະ​ຖືຮັກ​ສາ​ພຣະ​ທັມ​ຂອງ​ເຮົາ ແລະ​ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລ້ວ​ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ​ແລະ​ຈະ​ຕັ້ງ​ຢູ່​ກັບ​ຜູ້​ນັ້ນ

24 ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ບໍ່​ຖື​ຮັກ​ສາ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ​ເຮົາ ພຣະ​ທັມ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ ແຕ່​ແມ່ນ​ຂອງ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ

25 “ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ ເມື່ອ​ເຮົາ​ຍັງ​ຢູ່ກັບ​ພວກ​ທ່ານ

26 ແຕ່​ພຣະ​ຜູ້​ຊ່ອຍ​ຄື​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ທີ່​ພຣະ​ບິ​ດາ​ຈະ​ຊົງ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫລະ, ຈະ​ຊົງ​ສອນ​ທ່ານ​ທັງ​ຫລາຍ​ທຸກໆ​ສິ່ງ ແລະ​ຈະ​ເຕືອນ​ພວກ​ທ່ານ​ໃຫ້​ລະ​ນຶກ​ເຖິງ​ທຸ​ກ​ສິ່ງ​ທີ່​ເຮົາ​ນີ້​ໄດ້​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ນັ້ນ

27 ເຮົາ​ມອບ​ຄວາມ​ສ​ງົບ​ສຸກ​ໄວ້​ກັບ​ທ່ານ​ທັງ​ຫລາຍ ຝ່າຍ​ເຮົາ​ໃຫ້​ແກ່​ພວກ​ທ່ານ​ບໍ່​ເຫມືອນ​ໂລກ​ໃຫ້​ນັ້ນ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ວຸ້ນ​ວາຍ​ໄປ​ແລະ​ຢ່າ​ຊູ່​ຢ້ານ

28 ທ່ານ​ທັງ​ຫລາຍ​ໄດ້​ຍິນ​ເຮົາ​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ວ່າ “ເຮົາ​ຈະ​ຈາກ​ໄປ​ແລະ​ຈະ​ກັບ​ມາ​ຫາ​ພວກ​ທ່ານ” ຖ້າ​ພວກ​ທ່ານ​ຮັກ​ເຮົາ ພວກ​ທ່ານ​ກໍ​ຈະ​ຊົມ​ຊື່ນ​ຍິນ​ດີ​ທີ່​ເຮົາ​ໄປ​ຫາ​ພຣະ​ບິ​ດາ ເພາະ​ພຣະ​ບິ​ດາ​ຊົງ​ເປັນ​ໃຫຍ່ກວ່າ​ເຮົາ

29 ບັດ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ກ່ອນ​ເຫດ​ການ​ນັ້ນ​ຈະ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດ​ການ​ນັ້ນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ

30 ຕັ້ງ​ແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ສົນ​ທະ​ນາ​ຫລາຍ​ຄຳ​ກັບ​ພວກ​ທ່ານ ເພາະ​ວ່າ​ຜູ້​ປົກ​ຄອງ​ໂລກ​ຈະ​ມາ ແລະ​ຜູ້​ນັ້ນ​ບໍ່​ມີ​ສິດ​ອັນ​ໃດ​ກ່ຽວ​ກັບ​ເຮົາ

31 ແຕ່​ເຮົາ​ໄດ້​ເຮັດ​ຕາມ​ທີ່​ພຣະ​ບິ​ດາ​ໄດ້​ຊົງ​ບັນ​ຊາ ເພື່ອ​ໂລກ​ຈະ​ໄດ້​ຣູ້​ວ່າ​ເຮົາ​ຮັກ​ພຣະ​ບິ​ດາ ຈົ່ງ​ລຸກ​ຂຶ້ນ, ເຮົາ​ທັງ​ຫລາຍ​ພາ​ກັນ​ຈາກ​ທີ່​ນັ້ນ​ໄປ​ເທາະ”



15

1 “ເຮົາ​ເປັນ​ເຄືອ​ອະ​ງຸ່ນ​ອັນ​ແທ້​ຈິງ ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ເປັນ​ຜູ້​ບົວ​ລະ​ບັດ

2 ກິ່ງ​ທຸ​ກກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດ​ຜົນ ພຣະ​ອົງ​ຊົງ​ລິ​ເສັຽ ແລະ​ກິ່ງ​ທຸກກິ່ງ​ທີ່​ເກີດ​ຜົນ ພຣະ​ອົງ​ຊົງ​ຕອນ​ເພື່ອ​ໃຫ້​ເກີດ​ຜົນ​ຫລາຍ​ຂຶ້ນ

3 ບັດ​ນີ້​ທ່ານ​ທັງ​ຫລາຍ​ກໍ​ຕອນ​ແລ້ວ​ດ້ວຍ​ພຣະ​ທັມ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ພວກ​ທ່ານ

4 ຈົ່ງ​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ​ແລະ​ເຮົາ​ເຂົ້າ​ສ​ນິດ​ຢູ່​ໃນ​ພວກ​ທ່ານ ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່​ໄດ້​ນອກ​ຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນ​ໃດ ທ່ານ​ທັງ​ຫລາຍ​ກໍ​ຈະ​ເກີດ​ຜົນ​ບໍ່​ໄດ້​ນອກ​ຈາກ​ຈະ​ເຂົ້າ​ສນິດ​ຢູ່​ໃນ​ເຮົາ​ສັນ​ນັ້ນ

5 ເຮົາ​ເປັນ​ເຄືອ​ອະ​ງຸ່ນ ທ່ານ​ທັງ​ຫລາຍ​ເປັນ​ກິ່ງ ຜູ້​ທີ່​ເຂົາ​ສ​ນິດ​ຢູ່​ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສ​ນິດ​ຢູ່​ໃນ​ຜູ້​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ, ຈະ​ເກີດ​ຜົນ​ຫລາຍ​ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ​ພວກ​ທ່ານ​ບໍ່​ອາດ​ເຣັດ​ສິ່ງ​ໃດ​ໄດ້

6 ຖ້າ​ຜູ້​ໃດ​ບໍ່​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສັຽ​ເຫມືອນ​ກິ່ງ ແລ້ວ​ກໍ​ຫ່ຽວ​ແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສັຽ

7 ຖ້າ​ທ່ານ​ທັງ​ຫລາຍ​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍ​ຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ທ່ານ​ທັງ​ຫລາຍ​ແລ້ວ ພວກ​ທ່ານ​ຈະປາ​ຖ​ນາ​ສິ່ງ​ໃດຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກ​ທ່ານ

8 ໃນ​ການ​ນີ້​ແຫລະ, ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ຮັບ​ກຽດ​ຕິ​ຍົດ ຄື​ເມື່ອ​ພວກ​ທ່ານ​ເກີດ​ຜົນ​ຫລາຍ ພວກ​ທ່ານ​ຈຶ່ງ​ເກີດ​ເປັນ​ສາ​ວົກ​ອ​ຂງ​ເຮົາ

9 ພຣະ​ບິ​ດາ​ໄດ້​ຊົງ​ຮັກ​ເຮົາ​ຢ່າງ​ໃດ ຝ່າຍ​ເຮົາ​ໄດ້​ຮັກ​ພວກ​ທ່ານ​ຢ່າງ​ນັ້ນ​ເຫມືອນ​ກັນ ຈົ່ງ​ຕັ້ງ​ຢູ່​ໃນ​ຄວາ​ມຮັກ​ຂອງ​ເຮົາ

10 ຖ້າ​ພວກ​ທ່ານ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ເຮົາ ທ່ານ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເຫມືອນ​ດັ່ງ​ເຮົາ​ໄດ້​ຖື​ຮັກ​ສາ​ບັນ​ຍັດ​ພຣະ​ບິ​ດາ​ຂອງ​ເຮົາ ເຮົາ​ຈຶ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ

11 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ ເພື່ອ​ຄວາມ​ຍິນ​ດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ທ່ານ ແລະ​ຄວາມ​ຍິນ​ດີ​ຂອງ​ທ່ານ​ຈະ​ຄົບ​ບໍ​ຣິ​ບູນ

12 “ນີ້​ແຫລະ, ເປັນ​ຂໍ້​ບັນ​ຍັດ​ຂອງ​ເຮົາ ຄື​ໃຫ້​ທ່ານ​ທັງ​ຫລາຍ​ຮັກ​ກັນ​ແລະ​ກັນ ຫມືອນ​ດັ່ງ​ເຮົາ​ໄດ້​ຮັກ​ພວກ​ທ່ານ

13 ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ໃຫຍ່ກວ່າ​ນີ້ ຄື​ການ​ທີ່​ຜູ້​ນຶ່ງ​ຈະ​ໄດ້​ສ​ລະ​ຊີ​ວິດ​ຕາງ​ມິດ​ສະ​ຫາຍ​ຂອງ​ຕົນ

14 ຖ້າ​ທ່ານທັງ​ຫລາຍ​ເຮັດ​ຂໍ້​ທີ່​ເຮົາ​ໄດ້​ບັນ​ຍັດ​ໄວ້ ພວກ​ທ່ານ​ກໍ​ເປັນ​ມິດ​ສະ​ຫາຍ​ຂອງ​ເຮົາ

15 ຕໍ່​ໄປ​ເຮົາ​ບໍ່​ເອີ້ນ​ທ່ານ​ທັງ​ຫລາຍ​ວ່າ​ຂ້ອຍ​ໃຊ້ ເພາະ​ຂ້ອຍ​ໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງ​ຕົນ​ກຳ​ລັງ​ເຮັດ​ອັນ​ໃດ ແຕ່​ເຮົາ​ເອີ້ນ​ພວກ​ທ່ານ​ວ່າ​ມິດ​ສະ​ຫາຍ ເພາະ​ວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ບິດາຂອງ​ເຮົາ ເຮົາ​ກໍ​ໄດ້​ສະ​ແດງ​ໃຫ້​ແກ່​ພວກ​ທ່ານ​ຊາບ​ແລ້ວ

16 ບໍ່​ແມ່ນ​ທ່ານ​ທັງ​ຫລາຍ​ໄດ້​ເລືອກ​ເອົາ​ເຮົາ ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ແລະ​ໄດ້​ແຕ່ງ​ຕັ້ງ​ທ່ານ​ທັງ​ຫລາຍ ເພື່ອໃຫ້​ໄປ​ເກີດ​ຜົນ ແລະ​ເພື່ອ​ຜົນ​ຂອງ​ພວກ​ທ່ານ​ຈະ​ຕັ້ງ​ຢູ່​ຖາ​ວອນ ເພື່ອ​ວ່າ, ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ທູນ​ຂໍ​ສິ່ງ​ໃດ​ຈາກ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ ພຣະ​ອົງ​ກໍ​ຈະ​ຊົງ​ປະ​ທານ​ສິ່ງນັ້ນ​ແກ່​ພວກ​ທ່ານ

17 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ກໍ​ບັນ​ຍັດ​ໄວ້​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ພວກ​ທ່ານ​ຈະ​ຮັກ​ກັນ​ແລະ​ກັນ

18 “ຖ້າ​ໂລກ​ຫາກ​ກຽດ​ຊັງ​ທ່ານ​ທັງ​ຫລາຍ ກໍ​ຈົ່ງ​ຮູ້​ວ່​ມັນ​ໄດ້​ກຽດ​ຊັງ​ເຮົາ​ກ່ອນ​ແລ້ວ

19 ຖ້າ​ທ່ານ​ທັງ​ຫລາຍເປັນ​ຂອງ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ທ່ານ​ທັງ​ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ອອກ​ຈາກ​ໂລກ ສັນ​ນັ້ນ​ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ທ່ານ

20 ຈົ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ທ່ານ​ທັງຫລາຍ​ວ່າ ຂ້ອຍ​ໃຊ້​ບໍ່​ຫ່ອນ​ໃຫຍ່ກວ່າ​ນາຍ​ຂອງ​ຕົນ ຖ້າ​ເຂົາ​ຂົ່ມ​ເຫັງ​ເຮົາ ເຂົາ​ກໍ​ຂົ່ມ​ເຫັງ​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ ຖ້າ​ເຂົາ​ຖື​ຮັກ​ສາ​ຂໍ້​ຄວາມ​ຂອງ​ເຮົາ ເຂົາ​ກໍ​ຈະ​ຖື​ຮັກ​ສາ​ຂໍ້​ຄວາມ​ຂອງ​ພວກ​ທ່ານ​ເຫມືອນ​ກັນ

21 ແຕ່​ສິ່ງ​ທັງ​ປວງ​ນີ້​ເຂົາ​ກໍ​ຈະ​ເຮັດ​ຕໍ່​ທ່ານ​ທັງ​ຫລາຍ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ເພາະ​ວ່າ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ

22 ຖ້າ​ເຮົາບໍ່​ໄດ້​ມາ​ກ່າວ​ແກ່​ເຂົາ ເຂົາ​ກໍ​ບໍ່​ມີ​ຜິດ​ບາບ ແຕ່​ບັດ​ນີ້​ເຂົາ​ບໍ່​ມີ​ຂໍ້​ແກ້ຕົວ​ໃນ​ເຣື່ອ​ງ​ຜິດ​ບາບ​ຂອງ​ຕົນ

23 ຜູ້​ທີ່​ກຽດ​ຊັງ​ເຮົາ​ກໍ​ກຽດ​ຊັງ​ພຣະ​ບິ​ດາ​ຂອງ​ເຮົາ​ເຫມືອນ​ກັນ

24 ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິ​ຈ​ການ​ຖ້າມ​ກາງ​ເຂົາ ອັນ​ບໍ່​ມີ​ຜູ້ອື່ນ​ໄດ້​ເຮັດ​ນັ້ນ ເຂົາ​ກໍ​ຄົງ​ບໍ່​ມີ​ຜິດ​ບາບ ແຕ່​ບັດ​ນີ້​ເຂົາ​ໄດ້​ເຫັນ​ແລະ​ໄດ້​ກຽດ​ຊັງ​ທັງ​ເຮົາ​ແລະ​ພຣະ​ບິ​ດາ​ຂອ​ງ​ເຮົາ​ເຫມືອນ​ກັນ

25 ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ ຕາມ​ທີ່​ຂຽນ​ໄວ້​ໃນພຣະບັນ​ຍັດ​ຂອງ​ເຂົາ​ທີ່​ວ່າ “ເຂົາ​ໄດ້​ກຽດ​ຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດ”

26 ແຕ່​ເມື່ອ​ອົງ​ພຣະ​ຜູ້​ຊ່ອຍ​ຜູ້​ທີ່​ເຮົາ​ນີ້​ຈະ​ໃຊ້​ມາ​ຈາກ​ພຣະ​ບິ​ດາ​ຫາ​ທ່ານ​ທັງ​ຫລາຍ ຄື​ພຣະ​ວິ​ນ​ຍານ​ແຫ່ງ​ຄວາມ​ຈິງ​ຊຶ່ງ​ອອກ​ຈາກ​ພຣະ​ບິ​ດາ ໄດ້​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ, ຈະ​ຊົງ​ເປັນ​ພຍານ​ໃຫ້​ແກ່​ເຮົາ

27 ສ່ວນ​ທ່ານ​ທັງ​ຫລາຍ​ກໍ​ເປັນ​ພຍານ​ເຫມືອນ​ກັນ ເພາະ​ວ່າ​ພວກ​ທ່ານ​ຢູ່​ກັບ​ເຮົາ​ຕັ້ງ​ແຕ່​ຕົ້​ນມາ​ແລ້ວ



16

1 “ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ​ ເພື່ອ​ບໍ່​ໃຫ້​ພວກ​ທ່ານ​ເກີດ​ຄວາມ​ສະ​ດຸດ​ໃຈ

2 ເຂົາ​ຈະ​ໄລ່​ທ່ານ​ທັງ​ຫລາຍ​ອອກ​ຈາກ​ໂຮງ​ທັມ​ມະ​ເທ​ສ​ນາ​ຈະ​ມີ​ເວ​ລາ​ນຶ່ງ​ເມື່ອ​ບຸກ​ຄົນ​ທີ່​ຂ້າ​ພວກ​ທ່ານ​ເສັຽ ຈະ​ຄຶດ​ວ່າ​ຕົນ​ເຮັດ​ການ​ນັ້ນ​ເພື່ອ​ບູ​ຊາ​ຕໍ່​ພຣະ​ເຈົ້າ

3 ເຂົາ​ຈະ​ເຮັດ​ດັ່ງ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ພຣະ​ບິ​ດາ​ແລະບໍ່​ໄດ້​ຮູ້​ຈັກ​ເຮົາ

4 ແຕ່​ທີ່​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ໃຫ້​ທ່ານ​ທັງ​ຫລາຍ ກໍ​ເພື່ອ​ວ່າ, ເມື່ອ​ເວ​ລາ​ຂອງ​ເຂົາ​ມາ​ເຖິງ​ແລ້ວ ພວກ​ທ່ານ​ຈະ​ໄດ້​ລະ​ນຶກ​ວ່າ​ຝ່າຍ​ເຮົາ​ໄດ້​ບອກ​ພວກ​ທ່ານ​ໄວ້​ແລ້ວ​ “ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ແກ່​ທ່ານ​ທັ​ງ​ຫລາຍ​ຕັ້ງ​ແຕ່​ຕົ້ນ​ມາ ເພາະ​ວ່າ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ

5 ແຕ່​ບັດ​ນີ້ເຮົາ​ຈວນ​ຈະ​ໄປ​ຫາ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະບໍ່​ມີ​ຜູ້​ໃດ​ໃນ​ພວກ​ທ່ານ​ຖາມ​ເຮົາ​ວ່າ, “ທ່ານ​ຈະ​ໄປ​ໃສ”

6 ແຕ່​ເພາະ​ເຮົາໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ຕໍ່​ພວກ​ທ່ານ ໃຈ​ຂອງ​ພວກ​ທ່ານ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ

7 ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ບອກ​ຄວາມ​ຈິງ​ຕໍ່​ທ່ານ​ທັງ​ຫລາຍ​ວ່າ ການ​ທີ່​ເຮົາ​ຈາກ​ໄປ​ນັ້ນ​ເປັນ​ປ​ໂຍດ​ແກ່​ພວກ​ທ່ານ ເພາະ​ຖ້າ​ເຮົາ​ບໍ່​ໄປ ອົງ​ພຣະ​ຜູ້​ຊ່ອຍ​ນັ້ນ​ຈະ​ບໍ່​ໄດ້​ສະ​ເດັດ​ມາ​ຫາ​ພວກ​ທ່ານ ແຕ່​ຖ້າ​ເຮົາ​ໄປ​ແລ້ວ ເຮົາ​ກໍ​ຈະ​ໃຊ້​ພຣະ​ອົງ​ນັ້ນ​ມາ​ຫາ​ພວກ​ທ່ານ

8 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ, ຈະ​ຊົງ​ບັນ​ດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເຣື່ອງ​ຄວາມ​ຜິດ​ບາບ ຄວາມ​ຊອບ​ທັມ ແລະ​ການ​ພິ​ພາກ​ສາ

9 ໃນ​ເຣື່ອງ​ຄວາມ​ຜິດ​ບາບ​ນັ້ນ ຄື​ເພາະ​ເຂົາ​ບໍ່​ວາງ​ໃຈ​ເຊື່ອ​ໃນ​ເຮົາ

10 ໃນ​ເຣື່ອງ​ຄວາມ​ຊອບ​ທັມ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະ​ບິ​ດາ​ແລະ​ພວກ​ທ່ານ​ຈະ​ບໍ່​ເຫັນ​ເຮົາ​ອີກ

11 ສ່ວນ​ເຣື່ອງ​ການ​ພິ​ພາກ​ສາ​ນັ້ນ ຄື​ເພາະ​ຜູ້​ປົກ​ຄອງ​ໂລກ​ນີ້​ໄດ້​ຖືກ​ພິ​ພາ​ກ​ສາ​ແລ້ວ

12 “ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ບອກ​ແກ່​ທ່ານ​ທັງ​ຫລາຍ ແຕ່​ດຽວ​ນີ້​ພວກ​ທ່ານ​ບໍ່​ອາດ​ຈະ​ທົນ​ໄດ້

13 ແຕ່​ເມື່ອ​ພຣະ​ອົງ​ນັ້ນ ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ຈະ​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ຈະ​ນໍາທ່ານ​ທັງ​ຫລາຍ​ໄປ​ສູ່​ຄວາມ​ຈິງ​ທັງ​ຫມົດ ເພາະ​ພຣະ​ອົງ​ຈະ​ບໍ່​ກ່າວ​ແຕ່​ລຳ​ພັງ​ຂອງ​ພຣະ​ອົງ​ເອງ ແຕ່​ພຣະ​ອົງ​ຊົງ​ໄດ້​ຍິນ​ສິ່ງ​ໃດ​ກໍ​ຈະ​ຊົງ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ຊົງ​ປະ​ກາດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ

14 ພຣະ​ອົງ​ຈະ​ຊົງ​ໃຫ້​ເຮົາ​ໄດ້​ຮັບ​ກຽດ ເພາະ​ວ່າ​ພຣະ​ອົງ​ຈະ​ຊົງ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ

15 ທຸກ​ໆ​ສິ່ງ​ທີ່​ພຣະ​ບິ​ດາ​ຊົງ​ມີ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ເຮົາ ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ກ່າວ​ວ່າ ພຣະ​ວິ​ນຍານ​ຊົງ​ເອົາ​ສິ່ງ​ຊຶ່ງ​ເປັນ​ຂອງ​ເຮົາ​ນັ້ນ​ມາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ

16 “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ​ຕໍ່​ໄປ ແລະ​ຍັງ​ອີກ​ຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ”

17 ສາ​ວົກ​ຂອງ​ພຣະ​ອົງ​ລາງ​ຄົນຈຶ່ງ​ຖາມ​ກັນ​ວ່າ, “ທີ່​ທ່ານ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ ແລະ​ຍັງ​ອີກ​ຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ” ແລະ​ “ເພາະ​ເຮົາ​ໄປ​ຫາ​ພຣະ​ບິ​ດາ” ນີ້​ຫມາຍ​ຄວາມ​ຢ່າງ​ໃດ”

18 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຍັງ​ຫນ້ອຍ​ນຶ່ງ” ນັ້ນ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ວ່າ​ທ່ານ​ກຳ​ລັງ​ເວົ້າ​ຫຍັງ”

19 ພຣະ​ເຢ​ຊູ​ຊົງ​ຊາຍ​ວ່າ​ເຂົາ​ຢາກ​ທູນ​ຖາມ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຖາມ​ກັນ​ໃນ​ເຣື່ອງ​ທີ່​ເຮົາ​ກ່າວ​ນັ້ນ​ຫລື​ວ່າ “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ” ແລະ “ຍັງ​ອີ​ກຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ”

20 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທ່ານ​ທັງ​ຫລາຍ​ຈະ​ຮ້ອງ​ໄຫ້​ຮ່ຳ​ໄຮ ແຕ່​ໂລກ​ນີ້​ຈະ​ຊົມ​ຊື່ນ​ຍິນ​ດີ ສ່ວນ​ພວກ​ທ່ານ​ຈະ​ມີ​ຄວາມ​ທຸກ​ໂສກ ແຕ່​ຄວາມ​ທຸ​ກໂສກ​ຂອງ​ພວກ​ທ່ານ​ນັ້ນ​ຈະ​ກັບ​ກາຍ​ເປັນ​ຄວາມ​ຍິນ​ດີ

21 ເມື່ອ​ຜູ້​ຍິງ​ຈະ​ເກີດ​ລູກ ນາງ​ກໍ​ມີ​ຄວາມ​ທຸກ​ເພາະ​ເຖິງ​ກຳ​ນົດ​ແລ້ວ ແຕ່​ເມື່ອ​ເກີດ​ລູກ​ແລ້ວ​ນາງ​ກໍ​ບໍ່​ຄຶດ​ເຖິງ​ຄວາມ​ເຈັບ​ປວດ​ນັ້ນ​ອີກ ເພາະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີທີ່​ຄົນ​ຜູ້​ນຶ່ງ​ເກີດ​ມາ​ໃນ​ໂລກ

22 ດັ່ງ​ນັ້ນ​ໃນ​ບັດ​ນີ້​ທ່ານ​ທັງ​ຫລາຍ​ກໍ​ມີ​ຄວາມ​ທຸກ​ໂສກ ແຕ່​ເຮົາ​ຈະ​ເຫັນ​ພວກ​ທ່ານ​ອີກ​ແລະ​ໃຈຂອງ​ພວກ​ທ່ານ​ຈະ​ຊົມ​ຊື່ນ​ຍິນ​ດີ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ເອົາ​ຄວາມຍິນ​ດີ​ນັ້ນ​ອອກ​ໄປ​ຈາກ​ພວກ​ທ່ານ​ໄດ້

23 ໃນ​ວັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງ​ໃດ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າພວກ​ທ່ານ​ຈະ​ຂໍ​ສິ່ງ​ໃດ​ຈາກ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ ພຣະ​ອົງ​ຈະ​ຊົງ​ໂຜດ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ທ່ານ

24 ມາ​ເຖິງ​ບັດ​ນີ້​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຂໍ​ສິ່ງ​ໃນ​ນາມ​ຂອງ​ເຮົາ ຈົ່ງ​ຂໍ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນ​ດີ​ຂອງ​ພວກ​ທ່ານ​ຈະ​ເຕັມ​ບໍ​ຣິ​ບູນ

25 “ສິ່ງ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ​ເປັນ​ຄຳ​ປຽບ​ທຽບ ເມື່​ອ​ເຖິງເວ​ລາ​ນຶ່ງ​ເຮົາ​ຈະ​ບໍ່​ກ່າວ​ເປັນ​ຄຳ​ປຽບ​ທຽບ​ຕໍ່​ພວກ​ທ່ານ​ອີກ ແຕ່​ຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້​ເຣື່ອງ​ພຣະ​ບິ​ດາ​ໂດຍ​ແຈ່ມ​ແຈ້ງ

26 ໃນ​ວັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ທູນ​ຂໍ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ວ່າ ເຮົາ​ຈະ​ອ້ອນວອນ​ພຣະ​ບິ​ດາ​ເພື່ອ​ພວກ​ທ່ານ

27 ດ້ວຍ​ວ່າ​ພຣະ​ບິ​ດາ​ເອງ​ກໍ​ຊົງ​ຮັກ​ແພງ​ທ່ານ​ທັງ​ຫລາຍ ເພາະ​ວ່າ​ພວກ​ທ່ານ​ໄດ້​ຮັກ​ແພງ​ເຮົາ ແລະ​ໄດ້​ເຊື່ອ​ວ່າ​ເຮົາ​ອອກ​ມາ​ຈາກ​ພຣະ​ເຈົ້າ

28 ເຮົາໄດ້​ອອກ​ມາ​ຈາກ​ພຣະ​ບິ​ດາ​ແລະ​ໄດ້​ມາ​ໃນ​ໂລກ ແລ້ວ​ເຮົາ​ຈະ​ຈາກໂລກ​ໄປ​ຫາ​ພຣະ​ບິ​ດາ​ອີກ”

29 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ທູນ​ວ່າ, “ນີ້​ແຫລະ, ບັດນີ້​ທ່ານ​ກ່າວ​ໂດຍ​ແຈ່ມ​ແຈ້ງ ບໍ່​ໄດ້​ກ່າວ​ເປັນ​ຄຳ​ປຽບ​ທຽບ

30 ບັດ​ນີ້​ພວກ​ຂ້າ​ນ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ຮູ້​ຈັກ​ສັພ​ທຸ​ກ​ສິ່ງ ແລະບໍ່​ຈຳ​ເປັນ​ທີ່​ຜູ້​ໃດ​ຈະ​ຖາມທ່ານ​ອີກ ດ້ວຍ​ເຫດ​ນີ້​ພວກ​ຂ້າ​ນ້ອຍ​ຈຶ່ງ​ເຊື່ອ​ວ່າ​ທ່ານ​ມາ​ຈາກ​ພຣະ​ເຈົ້າ”

31 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ດຽວ​ນີ້​ທ່ານ​ທັ​ງ​ຫລາຍ​ເຊື່ອ​ແລ້ວ​ຫລື

32 ເບິ່ງ​ແມ໋, ເວ​ລາ​ຈະ​ມາ​ແລະ​ເວ​ລາ​ນັ້ນ​ກໍ​ເຖິງ​ແລ້ວ ທີ່​ທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ແຕກ​ຊະ​ກັນ​ໄປ​ບ້ານ​ໃຜ​ເຮືອນ​ມັນ ແລະ​ຈະ​ປະ​ເຮົາ​ໄວ້​ຜູ້​ດຽວ ແຕ່​ຫາກວ່າ​ເຮົາ​ບໍ່​ໄດ້​ຢູ່​ຜູ້​ດຽວ​ເພາະ​ພຣະ​ບິ​ດາ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາ

33 ເຮົາ​ໄດ້​ບອກ​ເຣື່ອງ​ນີ້​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ພວກ​ທ່ານ​ຈະ​ມີ​ຄວາມ​ສ​ງົບ​ສຸກ​ໃນ​ເຮົາ ໃນ​ໂລກ​ນີ້​ພວກ​ທ່ານ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ”



17

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍຄຳ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ​ເບິ່ງ​ຟ້າ​ໂດຍ​ຊົງ​ກ່າວ​ວ່າ, “ພຣະ​ບິ​ດາ​ເອີຍ, ເຖິງ​ເວ​ລາ​ແລ້ວ ຂໍ​ຊົງ​ໂຜດ​ໃຫ້​ ພຣະ​ບຸດ​ຂອງ​ພຣະ​ອົງ​ໄດ້​ຮັບ​ກຽດ​ຕິ​ຍົດ ເພື່ອ​ພຣະ​ບຸດ​ຈະ​ໄດ້​ຖວາຍ​ກຽດຕິ​ຍົດ​ແດ່​ພຣະ​ອົງ​

2 ເຫມືອນ​ດັ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ບຸດມີ​ສິດ​ອຳ​ນາດ​ເຫນືອ​ມະ​ນຸດ​ທັງ​ປວງ​ ເພື່ອ​ໃຫ້ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນນິດແກ່​ທຸກ​ຄົນ​ທີ່​ພຣະ​ອົງ​ໄດ້​ຊົງ​ມອບ​ໃຫ້​ແກ່​ພຣະ​ບຸດ​ນັ້ນ

3 ນີ້​ແຫລະ, ແມ່ນ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ຄື​ທີ່​ເຂົາ​ຮູ້​ຈັກ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ທີ່​ພຣະ​ອົງ​ຊົງ​ໃຊ້​ມາ

4 ຂ້າ​ພຣະ​ອົງ​ໄດ້​ຖວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ອົງ​ໃນ​ໂລກ ຂ້າ​ພຣະ​ອົງ​ໄດ້​ເຮັດ​ກິ​ຈ​ການ​ທີ່​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເຮັດ​ນັ້ນ​ສຳ​ເຣັດ​ແລ້ວ

5 ບັດ​ນີ້​ພຣະ​ບິ​ດາ​ເອີຍ, ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ມີ​ກຽດ​ຕິ​ຍົດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ເອງ ຄື​ກຽດ​ຕິ​ຍົດ​ທີ່​ຂ້າ​ພຣະ​ອົງ​ມີ​ກັບ​ພຣະ​ອົງ​ກ່ອນ​ໂລກ​ບໍ່​ທັນ​ມີ​ນັ້ນ

6 “ຂ້າ​ພຣະ​ອົງ​ໄດ້​ສະ​ແດງ​ພຣະ​ນາມ​ຂອງ​ພຣະ​ອົງ ແກ່​ຄົນທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ຈາກ​ມະ​ນຸ​ສ​ໂລກ ຄົນ​ເຫລົ່າ​ນັ້ນ​ເປັນ​ຂອງ​ພຣະ​ອົງ​ແລ້ວ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ເຂົາ​ໃຫ້​ແກ່​ຂ້າ​ພຣະ​ອົງ ແລະ​ເຂົາ​ໄດ້​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ​ແລ້ວ

7 ບັດ​ນີ້​ເຂົາ​ຊາບ​ແລ້ວ​ວ່າ ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ​ມາ​ຈາກ​ພຣະ​ອົງ

8 ເພາະ​ວ່າ​ຖ້ອຍ​ຄຳ​ທັງ​ຫລາ​ຍທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ໄດ້​ໃຫ້​ເຂົາ​ແລ້ວ ແລະ​ເຂົາ​ໄດ້​ຮັບ​ໄວ້ ແລະ​ເຂົາ​ຮູ້​ແນ່​ວ່າ​ຂ້າ​ພຣະ​ອົງ​ມາ​ຈາກ​ພຣະ​ອົງ ທັງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ

9 ຂ້າ​ພຣະ​ອົງ​ອ້ອນວອນ​ເພື່ອ​ເຂົາ ຂ້າ​ພຣະ​ອົງ​ບໍ່​ໄດ້​ອ້ອນວອນ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ ເພາະ​ວ່າ​ເຂົາ​ເປັນ​ຂອງ​ພຣະ​ອົງ

10 ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ຂ້າ​ພຣະ​ອົງກໍ​ເປັນ​ຂອງ​ພຣະ​ອົງ ແລະ​ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ພຣະ​ອົງ​ກໍ​ເປັນ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ມີ​ກຽດ​ຕິ​ຍົດ​ໃນສິ່ງ​ເຫລົ່າ​ນັ້ນ

11 ບັດ​ນີ້​ຂ້າ​ພຣະ​ອົງ​ຈະ​ບໍ່​ຢູ່​ໃນ​ໂລກ​ນີ້​ອີກ ແຕ່​ເຂົາ​ຍັງ​ຢູ່​ໃນ​ໂລກ​ນີ້ ຝ່າຍ​ຂ້າ​ພຣະ​ອົງ​ກຳ​ລັງ​ຈະ​ເມືອ​ຫາ​ພຣະ​ອົງ ໂອ ພຣະ​ບິ​ດາ​ຜູ້​ບໍ​ຣິ​ສຸດ ຂໍ​ພຣະ​ອົງ​ຊົງ​ໂຜດ​ພິ​ທັກ​ຮັ​ກ​ສາ​ເຂົາ​ໄວ້​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ​ນັ້ນ ເພື່ອ​ເຂົາ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ເຫມືອນ​ດັ່ງ​ເຮົາທັງ​ສອງ

12 ເມື່ອ​ຂ້າ​ພຣະ​ອົງ​ຍັງ​ຢູ່​ກັບ​ເຂົາ ຂ້າ​ພຣະ​ອົງ​ກໍ​ໄດ້​ພິ​ທັກຮັກ​ສາ​ເຂົາ​ໄວ້ ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ປົກ​ປັກ​ຮັ​ກສາ​ເຂົາ​ໄວ້​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ເສັຽ​ໄປ ເວັ້ນ​ໄວ້​ແຕ່​ຜູ້​ຖືກ​ຊົງ​ຫມາຍ​ໄວ້​ສຳ​ລັບ​ຄວາມ​ຈິບ​ຫາຍ ເພື່ອ​ໃຫ້​ສຳ​ເຣັດ​ໄປ​ຕາມຂໍ້​ພຣະ​ທັມ

13 ບັດ​ນີ້​ຂ້າ​ພຣະ​ອົງ​ກຳ​ລັງ​ຈະ​ເມືອ​ຫາ​ພຣະ​ອົງ ຂ້າ​ພຣະ​ອົງ​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນີ້​ໃນ​ໂລກ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອ​ງ​ຂ້າ​ພຣະ​ອົງ​ຢ່າງ​ບໍ​ຣິບູນ

14 ຝ່າຍ​ຂ້າ​ພຣະ​ອົງ​ໄດ້​ມອບ​ພຣະ​ທັມ​ຂອງ​ພຣະ​ອົງ​ໃຫ້​ແກ່ເຂົາ​ແລ້ວ ແລະ​ໂລກ​ນີ້​ໄດ້​ກຽດ​ຊັງ​ເຂົາ​ເພາະ​ເຂົາ​ບໍ່​ຢູ່​ຝ່າຍ​ໂລກ ຫມືອນ​ຂ້າ​ພຣະ​ອົງ​ບໍ່​ຢູ່​ຝ່າຍ​ໂລກ​ນັ້ນ

15 ຂ້າ​ພຣະ​ອົງ​ບໍ່​ໄດ້​ຂໍ​ພຣະ​ອົງ​ເອົາ​ເຂົາ​ອອກ​ຈາກ​ໂລກ​ນີ້ ແຕ່​ໄດ້​ຂໍ​ຮັກ​ສາ​ເຂົາ​ໄວ້​ໃຫ້​ພົ້ນ​ຈາກ​ມານ​ຮ້າຍ

16 ເຂົາ​ບໍ່​ຢູ່​ຝ່າຍ​ໂລກ​ເຫມືອນ​ດັ່ງ​ຂ້າ​ພຣະ​ອົງນີ້​ບໍ່​ຢູ່​ຝ່າຍ​ໂລກ

17 ຂໍ​ຊົງ​ໂຜດ​ຊຳ​ຮະ​ເຂົາ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ຄວາມ​ຈິງ ພຣະ​ທັມ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ຄວາມ​ຈິງ

18 ພຣະ​ອົງ​ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ​ໃນ​ໂລກ​ສັນ​ໃດ ຂ້າ​ພຣະ​ອົງ​ກໍ​ໃຊ້​ເຂົາ​ໄປ​ໃນ​ໂລກ​ສັນ​ນັ້ນ

19 ຂ້າ​ພຣະ​ອົງ​ຊຳ​ຮະ​ຕົວ​ຖວາຍ​ເພາະ​ເຫັນ​ແກ່​ເຂົາ ເພື່ອ​ໃຫ້​ເຂົາ​ຮັບ​ການ​ຊົງ​ຊຳ​ຮະ​ແຕ່ງ​ຕັ້ງ​ໄວ້​ດ້ວຍ​ຄວາມ​ຈິງ​ເຫມືອນ​ກັນ

20 “ຂ້າ​ພຣະ​ອົງ​ບໍ່​ໄດ້​ອ້ອນວອນ​ເພື່ອ​ຄົນ​ເຫລົ່າ​ນີ້​ພວກ​ດຽວ ແຕ່​ເພື່ອ​ຄົນ​ທັງ​ປວງ​ທີ່​ວາງ​ໃຈ​ໃນ​ຂ້າ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ເຂົາ

21 ເພື່ອ​ເຂົາ​ທັງ​ຫມົດ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ດັ່ງ​ທີ່​ພຣະ​ອົງ​ຄື​ພຣະ​ບິ​ດາ​ຊົງ​ສະ​ຖິດ​ໃນ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ໃນ​ພຣະ​ອົງ ເພື່ອ​ໃຫ້​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເຫມືອນ​ກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ

22 ແລະ​ກຽດ​ຕິ​ຍົດ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ກໍໄດ້​ໃຫ້​ແກ່​ເຂົາ ເພື່ອ​ເຂົາ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ເຫມືອນ​ດັ່ງ​ເຮົາ​ທັງ​ສອງ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ນັ້ນ

23 ຂ້າ​ພຣະ​ອົງ​ຢູ່​ໃນ​ເຂົາ​ແລະ​ພຣະ​ອົງ​ຊົງ​ຢູ່​ໃນ​ຂ້າ​ພຣະ​ອົງ ເພື່ອ​ເຂົາ​ຈະ​ເປັນ​ອັນນຶ່ງ​ອັນ​ດຽວ​ກັນ​ຢ່າງ​ສົມ​ບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ ແລະ​ພຣະ​ອົງ​ຊົງ​ຮັກ​ເຂົາ​ເຫມືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ຣັກ​ຂ້າ​ພຣະ​ອົງ

24 “ໂອ ພຣະ​ບິ​ດາ​ເອີຍ, ຊຶ່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ກໍ​ປາ​ຖ​ນາ​ຢາກ​ໃຫ້​ເຂົາ​ຢູ່​ກັບ​ຂ້າ​ພຣະ​ອົງ ໃນ​ບ່ອນ​ຊຶ່ງ​ຂ້າ​ພຣະ​ອົງ​ຢູ່​ນັ້ນ​ເຫມືອນ​ກັນ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອ​ງ​ຂ້າ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຮັກ​ຂ້າ​ພຣະ​ອົງ​ກ່ອນ​ຊົງ​ສ້າງ​ໂລກ

25 ໂອ ພຣະ​ບິ​ດາ​ຜູ້​ຍຸດ​ຕິ​ທັມ ໂລກ​ນີ້​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ​ແຕ່​ຝ່າຍ​ຂ້າ​ພຣະ​ອົງ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ​ຄົນ​ເຫລົ່າ​ນີ້​ໄດ້​ຮູ້​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ

26 ຂ້າ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ຈະ​ເຮັດ​ໃຫ້​ເຂົາ​ຮູ້​ອີກ ເພື່ອ​ຄວາມ​ຮັກ​ທີ່​ພຣະ​ອົງ​ໄດ້​ຊົງ​ຮັກ​ຂ້າ​ພຣະ​ອົງ​ຈະ​ຢູ່​ໃນ​ເຂົາ ແລະ​ຝ່າຍ​ຂ້າ​ພຣະ​ອົງ​ກໍ​ຢູ່​ໃນ​ເຂົາ”



18

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້ສະ​ເດັດ​ອອກ​ໄປ​ກັບ​ພວກ​ສາ​ວົກຂອງ​ພຣະ​ອົງ ຂ້າມ​ຫ້ວຍ​ກິດ​ໂຣນ​ບ່ອນ​ມີ​ສວນ ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ພວກ​ສາ​ວົກ

2 ຝ່າຍ​ຢູ​ດາ​ຜູ້​ທີ່​ທໍ​ຣະ​ຍົດຕໍ່​ພຣະ​ອົງ​ກໍ​ຮູ້​ຈັກ​ບ່ອນ​ນັ້ນ​ເຫມືອນ​ກັນ ເພາະ​ວ່າ​ທີ່​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ປະ​ຊຸມ​ກັນ​ກັບ​ພວກ​ສາ​ວົກ​ຫລາຍ​ເທື່ອ​ແລ້ວ

3 ດັ່ງ​ນັ້ນຢູ​ດາ​ໄດ້​ພາ​ພວກ​ທະ​ຫານ​ກັບ​ເຈົ້າຫນ້າ​ທີ່ ມາ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫ​ຍ່​ແລະ​ພວກ​ຟາ​ຣີ​ຊາຍ ຖື​ໂຄມ ຖື​ກະ​ບອງ ແລະ​ເຄື່ອງ​ອາ​ວຸດ​ເຂົາ​ໄປ​ໃນ​ທີ່​ນັ້ນ

4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພຣະ​ອົງ ຈຶ່ງ​ສະ​ເດັດ​ອອກ​ໄປ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຊອກ​ຫາ​ໃຜ”

5 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ມາ​ຫາ​ເຢ​ຊູ​ໄທ​ນາ​ຊາ​ເຣັດ” ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນ” ຢູ​ດາ​ຜູ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ກໍ​ຢືນຢູ່​ກັບ​ຄົນ​ເຫລົ່າ​ນັ້ນ

6 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້ນັ້ນ” ເຂົາ​ໄດ້​ຖອຍ​ຫລັງ​ລົ້ມ​ລົງ​ເທິງ​ດິນ

7 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ອີກວ່າ, “ທ່ານ​ທັງ​ຫລາຍ​ຊອກ​ຫາ​ໃຜ” ເຂົາ​ທູນ​ຕອບ​ວ່າ, “ມາ​ຫາ​ເຢ​ຊູ​ໄທ​ນາ​ຊາ​ເຣັດ”

8 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກ​ທ່ານ​ແລ້ວ​ວ່າ​ແມ່ນ ເຮົາ​ນີ້​ແຫລະ, ເຫດ​ສັນ​ນັ້ນ​ຖ້າພວກ​ທ່ານ​ຊອກ​ຫາ​ເຮົາ ຈົ່ງ​ປະ​ໃຫ້​ຄົນ​ເຫລົ່າ​ນີ້​ໄປ​ເສັຽ”

9 ທັງ​ນີ້ກໍ​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ທີ່​ພຣະ​ອົງກ່າວ​ວ່າ, “ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ ບໍ່​ໄດ້​ສູນ​ເສັຽ​ໄປ​ແມ່ນ​ແຕ່​ຄົນ​ດຽວ”

10 ຊີ​ໂມນ​ເປ​ໂຕ​ມີ​ດາບ​ຈຶ່ງ​ຖອດ​ອອກ​ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ​ຂ້າ​ໃຊ້​ຜູ້​ນັ້ນ​ຊື່​ວ່າ​ມາ​ລະ​ໂຂ

11 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເປ​ໂຕວ່າ, “ຈົ່ງ​ເອົາ​ດາບ​ໃສ່​ຝັກ​ໄວ້​ເສັຽ ຈອກ​ທີ່​ພຣະ​ບິ​ດາ​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ ເຮົາ​ຈະ​ບໍ່​ດື່ມ​ຫລື”

12 ກອງ​ທະ​ຫານ​ກັບ​ນາ​ຍພັນ​ພ້ອມ​ດ້ວຍ​ເຈົ້າ​ຫນ້າ​ທີ່​ຂອງ​ພວກ​ຢິວ ໄດ້​ຫຸ້ມ​ຈັບ​ພຣະ​ເຢ​ຊູ​ມັດ​ໄວ້

13 ແລ້ວ​ເຂົາ​ໄດ້​ພາພຣະ​ອົງ​ໄປ​ຫາ​ອັນ​ນາ​ກ່ອນ ເພາະ​ອັນ​ນາ​ເປັນ​ພໍ່​ເມັຽ​ຂອງ​ກາ​ຢະ​ຟາ ຜູ້​ຊຶ່ງ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈະ​ການ​ໃນ​ປີ​ນັ້ນ

14 ກາ​ຢະ​ຟາ​ຜູ້​ນີ້​ແຫລະ, ທີ່​ແນະ​ນຳ​ພວກ​ຢິວ​ວ່າ ຄວນ​ໃຫ້​ຄົນ​ນຶ່ງ​ຕາຍ​ແທນ​ພົ​ລ​ເມືອງ​ທັງ​ຫມົດ

15 ຊີ​ໂມນ​ເປ​ໂຕ​ກັບ​ສາ​ວົກ​ອີກ​ຄົນ​ນຶ່ງ​ໄດ້​ຕາມ​ພຣະເຢ​ຊູ​ໄປ າ​ວົກ​ຄົນ​ນັ້ນ​ຮູ້​ຈັກ​ກັບ​ມະ​ຫາ​ປະ​ໂຣ​ຫິດ ເຂົາ​ໄດ້​ເຂົ້າ​ໄປ​ກັບ​ພຣະ​ເຢ​ຊູ​ເຖິງ​ເດີ່ນ​ບ້ານ​ຂອງ​ມະ​ຫາ​ປະ​ໂຣ​ຫິດ

16 ຝ່າຍ​ເປ​ໂຕ​ຢືນ​ຢູ່​ຮີມ​ປະ​ຕູ​ຂ້າງນອກ ສາ​ວົກ​ຄົນ​ນັ້ນ​ທີ່​ຮູ້​ຈັກ​ກັນ​ກັບ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ອອກ​ໄປ​ເວົ້າ​ກັບ​ຜູ້ຍິງ​ທີ່​ເຝົ້າ​ປະ​ຕູ ແລ້ວ​ກໍ​ພາເປ​ໂຕ​ເຂົ້າ​ໄປ

17 ມີ​ຍິງ​ໃຊ້​ເຝົ້າ​ປະ​ຕູ​ໄດ້​ຖາມ​ເປ​ໂຕວ່າ, “ໂຕ​ກໍ​ເປັນ​ສາ​ວົກ​ຂອງ​ຄົນ​ຜູ້​ນັ້ນ​ເຫມືອນ​ກັນ​ຕີ້” ເປ​ໂຕ​ຕອບ​ວ່າ, “ບໍ່​ແມ່ນດອກ”

18 ພວກ​ຂ້ອຍ​ໃຊ້​ກັບ​ພວກ​ຍາມ​ກໍ​ຢືນ​ຢູ່​ທີ່​ນັ້ນ ເອົາ​ຖ່ານ​ມາ​ດັງ​ໄຟ​ເພາະ​ອາ​ກາດ​ຫນາວ ຈຶ່ງ​ພາ​ກັນຢືນ​ຝີງ​ໄຟ​ຢູ່ ແລະ​ເປ​ໂຕ​ກໍ​ຢືນ​ຝີງ​ໄຟ​ນຳ​ເຂົາ​ເຫມືອນ​ກັນ

19 ຝ່າຍ​ມະ​ຫາ​ປະ​ໂຣ​ຫິດຈຶ່​ງ​ທູນ​ຖາມ​ພຣະ​ເຢ​ຊູ​ເຖິງ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ແລະ​ເຖິງ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ

20 ພຣະ​ເຢ​ຊູ​ຊົງ​ຕອບ​ທ່ານ​ວ່າ, “ເຮົາ​ນີ້​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ໂດຍ​ເປີດ​ເຜີຍ ເຮົາ​ໄດ້​ສັ່ງ​ສອນ​ສເມີ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ທີ່​ພວກ​ຢິວ​ທັງ​ຫມົດ​ຊຸມ​ນຸມ​ກັນ ເຮົາບໍ່​ໄດ້​ກ່າວ​ສິ່ງ​ໃດ​ໃນ​ທີ່​ລັບ​ລີ້

21 ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ ຈົ່ງ​ຖາມ​ຄົນ​ທັງ​ຫລາຍ​ທີ່​ໄດ້​ຟັງ​ເຮົາ​ວ່າ ເຮົາ​ໄດ້​ເວົ້າ​ອັນ​ໃດ​ກັບ​ເຂົາ ຄົນ​ເຫລົ່າ​ນີ້​ແຫລະ, ໄດ້​ຮູ້​ຈັກ​ອັນ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ”

22 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ເຈົ້າ​ຫນ້າ​ທີ່​ຄົນ​ນຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ​ໄດ້​ຕົບ​ພຣະ​ພັກ​ພຣະ​ເຢ​ຊູ​ແລ້ວ​ກ່າວ​ວ່າ, “ເຈົ້າ​ຕອບ​ມະ​ຫາ​ປະ​ໂຣຫິດ​ຢ່າງ​ນັ້ນ​ຫລື”

23 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ເວົ້າ​ຜິດ ຈົ່ງ​ເປັນ​ພຍານ​ໃນ​ການ​ຜິດ​ນັ້ນ ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ທ່ານ​ຕົບ​ເຮົາ​ເຣັດ​ຫຍັງ”

24 ອັນ​ນາ​ຈຶ່ງ​ໃຫ້​ພາ​ພຣະ​ເຢ​ຊູ​ທີ່​ຊົງ​ຖືກມັດ​ຢູ່​ນັ້ນ​ໄປ​ຫາ​ກາ​ຢະ​ຟາ​ຜູ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈຳ​ການ

25 ຂ​ນະ​ນັ້ນຊີ​ໂມນ​ເປ​ໂຕ​ກຳ​ລັງ​ຢືນ​ຝີງ​ໄຟ​ຢູ່ ຄົນ​ເຫລົ່າ​ນັ້ນ​ຖາມ​ເປ​ໂຕວ່າ, “ໂຕ​ກໍ​ເປັນສາ​ວົກ​ຂອງ​ຄົນ​ນັ້ນ​ເຫມືອນ​ກັນ ບໍ່​ແມ່ນ​ຫລື” ເປ​ໂຕ​ຕອບ​ປະ​ຕິ​ເສດ​ວ່າ, “ບໍ່​ແມ່ນດອກ”

26 ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຊຶ່ງ​ເປັນ​ພີ່​ນ້ອງ​ກັບ​ຄົນ​ທີ່​ເປ​ໂຕ​ຟັນ​ຫູ​ຂາດ​ນັ້ນ ກໍ​ໄດ້​ຖາມ​ວ່າ, “ຂ້ອຍ​ໄດ້​ເຫັນ​ເຈົ້າ​ກັບ​ຄົນ​ນັ້ນ​ໃນ​ສວນ ບໍ່​ແມ່ນ​ຫລື”

27 ເປ​ໂຕ​ຈຶ່ງ​ຕອບ​ປະ​ຕິ​ເສດ​ອີກ ແລະ​ໃນ​ທັນ​ໃດ​ນັ້ນ​ໄກ່​ກໍ​ຂັນພຣະ​ເຢ​ຊູ​ຖືກ​ນຳ​ໄປ​ຫາ​ປີ​ລາດ

28 ເຂົາ​ກໍ​ໄດ້​ພາ​ພຣະ​ເຢ​ຊູ​ອອກ​ຈາກ​ເຣືອນ​ຂອງ​ກາ​ຢະ​ຟາໄປ​ຍັງ​ສານ​ປະ​ໄຣ​ໂຕ​ຣຽນ​ເປັນ​ເວ​ລາ​ແຕ່​ເຊົ້າ ສ່ວນ​ພວກ​ຢິວ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ຢ້ານ​ວ່າ​ຈະ​ບໍ່​ສະ​ອາດ ເພື່ອ​ຈະ​ກິນ​ປັ​ສ​ຄາ​ໄດ້

29 ດັ່ງ​ນັ້ນ​ປີ​ລາດ​ຈຶ່​ງອອກ​ມາ​ຫາ​ເຂົາ​ແລະ​ຖາມ​ວ່າ, “ພວກ​ທ່ານ​ມີ​ເຣື່ອງ​ອັນ​ໃດ​ມາ​ຟ້ອງ​ຄົນ​ນີ້”

30 ເຂົາ​ຕອບ​ວ່າ, “ຖ້າ​ຄົນ​ນີ້​ບໍ່​ເປັນ​ຜູ້​ຮ້າຍ ພວກ​ຂ້າ​ນ້ອຍ​ກໍ​ຈະ​ບໍ່​ໄດ້​ມອບ​ໃຫ້​ທ່ານ”

31 ປີ​ລາດ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ເອົາ​ຄົນ​ນີ້​ໄປ​ຊຳ​ຮະ​ຕັດ​ສິນ​ຕາມ​ກົດ​ຫມາຍ​ຂອງ​ພວກ​ທ່ານ​ເສັຽ” ພວກ​ຢິວ​ຈຶ່ງ​ຮຽນ​ວ່າ, “ຕາມ​ກົດ​ຫມາຍ​ພວກ​ຂ້າ​ນ້ອຍບໍ່​ມີ​ສິດ​ຈະ​ປະ​ຫານ​ຊີ​ວິດ​ຜູ້​ໃດ​ຜູ້​ນຶ່ງ”

32 ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ຂອງ​ພຣະ​ເຢ​ຊູ ຊຶ່​ງ​ຊົງ​ກ່າວ​ໄວ້​ເພື່ອ​ສະ​ແດງວ່າ​ພຣະ​ອົງ​ຈະ​ຊົງ​ສິ້ນ​ພຣະ​ຊົນ​ດ້ວຍ​ວິ​ທີ​ໃດ

33 ປີ​ລາດ​ຈຶ່ງ​ເຂົ້າ​ໄປ​ໃນ​ສານ​ປະ​ໄຣ​ໂຕ​ຣຽນ​ອີກ​ແລະ​ເອີ້ນ​ພຣະ​ເຢ​ຊູ​ມາ ແລ້ວ​ຖາມ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື”

34 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ຖາມ​ຢ່າງ​ນັ້ນ​ແຕ່​ລໍາ​ພັງ​ຂອງ​ທ່ານ​ເອງ​ຫລື ຫລື​ວ່າ​ຄົນ​ອື່ນບອກ​ທ່ານ​ເຖິງ​ເຣື່ອງ​ເຮົາ”

35 ປີ​ລາດ​ທູນຕອບ​ວ່າ, “ສ່ວນ​ຂ້ອຍ​ບໍ່​ແມ່ນ​ຊາດ​ຢິວ​ຕີ້ ຊົນ​ຊາດ​ຂອງ​ເຈົ້າ​ເອງ​ແລະ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ມອບ​ເຈົ້າ​ໄວ້​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຣັດ​ອັນ​ໃດ”

36 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້ ຖ້າ​ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ເປັນ​ແຕ່​ໂລກ​ນີ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄົງ​ຈະ​ໄດ້​ຕໍ່​ສູ້ ບໍ່​ໃຫ້​ເຮົາ​ຖືກມອບ​ໄວ້​ແກ່​ພວກ​ຢິວ ແຕ່​ບັດ​ນີ້​ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້”

37 ປີ​ລາດ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຖ້າ​ດັ່ງ​ນັ້ນ​ເຈົ້າ​ເປັນ​ກະ​ສັດ​ຕີ້” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ແລ້ວ​ວ່າ​ເຮົາ​ເປັນ​ກະ​ສັດ ຝ່າຍ​ເຮົາ​ເກີດ​ມາ​ແລະ​ເຂົ້າ​ມາ​ໃນ​ໂລກ​ນີ້​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຈະ​ເປັນ​ພຍານ​ເຖິງ​ຄວາມ​ຈິງ ທຸກໆ​ຄົນ​ທີ່​ຢູ່ຝ່າຍ​ຄວາມ​ຈິງ​ຍອມ​ຟັງ​ສຽງ​ຂອງ​ເຮົາ”

38 ປີ​ລາດ​ທູນ​ຖາມ​ວ່າ, “ຄວາມ​ຈິງ​ນັ້ນ​ຄື​ອັນ​ໃດ” ເມື່ອ​ປີ​ລາດ​ຖາມ​ດັ່ງ​ນີ້​ແລ້ວ​ທ່ານ​ກໍ​ອອກ​ໄປ​ຫາ​ພວກ​ຢິວ​ອີກ ແລະ​ບອກ​ເຂົາ​ວ່າ, “ຝ່າຍ​ເຮົາ​ບໍ່​ເຫັນ​ຜິດ​ໃນ​ຜູ້​ນີ້​ຈັກ​ປະ​ການ

39 ແຕ່​ພວກ​ທ່ານ​ມີ​ທັມ​ນຽມ​ໃຫ້​ເຮົາ​ປ່ອຍ​ຄົນ​ນຶ່ງ​ໃຫ້​ພວກ​ທ່ານ​ໃນ​ເທ​ສ​ການ​ປັ​ສ​ຄາ ພວກ​ທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະ​ສັດ​ຂອງ​ຊາດ​ຢິວ​ໃຫ້​ແກ່​ພວກ​ທ່ານ​ຫລື”

40 ຄົນ​ທັງ​ຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ອີກວ່າ, “ຢ່າ​ປ່ອຍ​ຄົນ​ນີ້​ແຕ່​ຈົ່ງ​ປ່ອຍ​ບາ​ຣາ​ບາ” ສ່ວນ​ບາ​ຣາ​ບາ​ນັ້ນ​ເປັນ​ໂຈນ



19

1 ແລ້ວ​ປີ​ລາດ​ຈຶ່ງ​ເອົາ​ພຣະ​ເຢ​ຊູ​ໄປ​ໃຫ້​ເຂົາ​ຂ້ຽນ

2 ແລະ​ພວກ​ທະ​ຫານ​ໄດ້​ເອົາ​ເຄືອ​ຫນາມ​ມາ​ຖັກເປັນ​ໂຄ້ງ​ແທນ​ພວງ​ມາ​ລັຍ​ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ ພ້ອມ​ທັງ​ເອົາ​ເສື້ອ​ສີມ່ວງ​ອ່ອນ​ມາ​ນຸ່ງ​ໃຫ້​ພຣະ​ອົງ

3 ແລະ​ເຂົາ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະ​ອົງ​ທູນ​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ​ເອີຍ, ຈົ່ງ​ຊົງ​ພຣະ​ຈະ​ເຣີນ​ເທີນ” ແລະ​ເຂົາ​ກໍ​ຕົບ​ພຣະ​ພັກ​ພຣະ​ອົງ

4 ປີ​ລາດ​ໄດ້​ອອກ​ໄປ​ອີກ​ແລະ​ກ່າວ​ຕໍ່​ເຂົາ​ວ່າ, “ເບິ່ງ​ແມ໋, ເຮົາ​ພາ​ຄົນ​ນີ້​ອອກ​ມາ​ຫາ​ທ່ານ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ທ່ານ​ຮູ້​ວ່າ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນຜູ້​ນີ້​ຈັກ​ປະ​ການ”

5 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ອອກ​ມາ​ຊົງ​ພວງ​ມາ​ລັຍ​ທີ່​ເຣັດ​ດ້ວຍ​ເຄືອ​ຫນາມ​ນັ້ນ ແລະ​ຊົງ​ເສື້ອ​ຄຸມ​ສີ​ມ່ວງ​ອ່ອນ ປີ​ລາດ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ເບິ່ງ​ຄົນ​ນີ້​ແມ໋”

6 ເມື່ອ​ພວກ​ປະ​ໂຣ​ຫິດຕົນ​ໃຫຍ່​ແລະ​ພວກ​ເຈົ້າ​ຫນ້າ​ທີ່​ໄດ້​ເຫັນ​ພຣະ​ອົງ ເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ຄຶງໄວ້​ທີ່​ໄມ້​ກາງ​ແຂນ” ປີ​ລາດ​ຈຶ່ງ​ກ່າວ​ຕໍ່​ເຂົາ​ວ່າ, “ພວກ​ເຈົ້າ​ຈົ່ງ​ເອົາ​ໄປ​ຄຶງ​ໄວ້ ເພາະ​ຝ່າຍ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນ​ຜູ້​ນີ້”

7 ພວກ​ຢິວ​ໄດ້​ຕອບ​ວ່າ, “ພວກ​ເຮົາ​ມີ​ກົດ​ຫມາຍ ແລະ​ຕາມ​ກົດ​ຫມາຍ​ນັ້ນ​ຄົນ​ນີ້​ຄວນ​ຕາຍ ເພາະ​ມັນ​ຕັ້ງ​ຕົວ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”

8 ເມື່ອ​ປີ​ລາດ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ ທ່ານ​ກໍ​ຕົກ​ໃຈ​ຫລາຍ​ຂຶ້ນ

9 ທ່ານ​ຈຶ່ງ​ເຂົ້າ​ໄປ​ໃນ​ສານ​ປະ​ໄຣ​ໂຕ​ຣຽນ​ອີກ ແລ້ວ​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຕອບ​ປະ​ການ​ໃດ

10 ປີ​ລາດ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ຫລື ເຈົ້າ​ບໍ່​ຮູ້​ຫລື​ວ່າ​ເຮົາ​ມີ​ສິດ​ອຳ​ນາດ​ຈະ​ປ່ອຍ​ເຈົ້າ ແລະ​ມີ​ສິດ​ອຳ​ນາດ​ຄຶງ​ເຈົ້າ​ໄວ້​ທີ່​ໄມ້​ກາງ​ແຂນ”

11 ພຣະ​ເຢ​ຊູ​ຊົງ​ຕອບ​ທ່ານ​ວ່າ, “ທ່ານ​ຈະ​ບໍ່​ມີ​ສິດ​ອຳ​ນາດ​ເຫນືອ​ເຮົາ​ຈັກ​ປະ​ການ ເວັ້ນ​ແຕ່​ອຳ​ນາດ​ນັ້ນ​ຈະ​ຊົງ​ປະ​ທານ​ແຕ່​ທັງ​ເທິງ​ໃຫ້​ແກ່​ທ່ານ ເຫດ​ສັນ​ນັ້ນ​ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ທ່ານ​ກໍ​ມີ​ຄວາມ​ຜິດ​ບາບ​ຫລາຍກວ່າ​ທ່ານ”

12 ເນື່ອງ​ຈາກ​ຂໍ້​ນີ້​ປີ​ລາດ​ຈຶ່ງ​ຊອກ​ຫາ​ໂອກາດ​ທີ່​ຈະ​ປ່ອຍ​ພຣະ​ອົງ​ເສັຽ ແຕ່​ພວກ​ຢິວ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ທ່ານ​ກໍ​ບໍ່​ເປັນ​ມິດຂອງ​ກາຍ​ຊາ ທຸກ​ຄົນ​ທີ່​ຕັ້ງ​ຕົວ​ເປັນ​ກະ​ສັດ​ກໍ​ປະ​ກາດ​ຕົວ​ຕໍ່​ສູ້​ກາຍ​ຊາ”

13 ເມື່ອ​ປີ​ລາດ​ໄດ້​ຍິນ​ດັ່ງ​ນັ້ນ​ທ່ານ​ຈຶ່ງ​ພາ​ພຣະ​ເຢ​ຊູ​ອອກ​ມາ ແລ້ວ​ນັ່ງ​ບັນ​ລັງ​ພິ​ພາກ​ສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ເດີ່ນ​ປູ​ຫີນ ພາ​ສາ​ເຮັບ​ເຣີ​ເອີ້ນ​ວ່າ ຄັບ​ບາ​ທາ

14 ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງ​ປັ​ສ​ຄາ ເວ​ລາ​ປະ​ມານ​ທ່ຽງ​ວັນ ທ່ານ​ໄດ້​ກ່າວ​ກັບ​ພ​ວກ​ຢິວ​ວ່າ, “ນີ້​ຄື​ ກະ​ສັດ​ຂອງ​ພວກ​ທ່າ​ນ”

15 ຝ່າຍ​ເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ເອົາ​ມັນ​ໄປ​ເສັຽ ເອົາ​ມັນ​ໄປ​ເສັຽ ຄຶງ​ມັນ​ໄວ້​ທີ່​ໄມ້​ກາງ​ແຂນ​ເສັຽ” ປີ​ລາດ​ຈຶ່ງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະ​ສັດ​ຂອງ​ພວກ​ທ່ານ​ທີ່​ໄມ້​ກາງ​ແຂນ​ຫລື” ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ຕອບ​ວ່າ, “ເວັ້ນ​ແຕ່​ກາຍ​ຊາ​ແລ້ວ​ພວກ​ເຮົາ​ບໍ່​ມີ​ກະ​ສັດ”

16 ແລ້ວ​ປີ​ລາດ​ຈຶ່ງມອບ​ພຣະ​ອົງ​ໃຫ້​ເຂົາ ເພື່ອ​ເອົາ​ໄປ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ເຂົາ​ຈຶ່ງ​ຄຸມ​ເອົາ​ພຣະ​ເຢ​ຊູ​ອອກ​ໄປ

17 ແລະ​ພຣະ​ອົງ​ຊົງ​ແບກ​ເອົາ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ ສະ​ເດັດ​ໄປ​ເຖິງ​ບ່ອນ​ທີ່​ເອີ້ນ​ວ່າ​ກະ​ໂຫລກ​ຫົວ (ພາ​ສາ​ເຮັບ​ເຣີເອີ້ນ​ວ່າ ໂຄ​ລະ​ໂຄ​ທາ)

18 ທີ່​ນັ້ນ​ເຂົາ​ໄດ້​ຄຶງ​ພຣະ​ອົງ​ໄວ້​ທີ່​ໄມ້​ກາງ​ແຂນ​ກັບ​ອີກ​ສອງ​ຄົນ ຄົນ​ລະ​ຂ້າງ​ແລະ​ພຣະ​ເຢ​ຊູ​ຊົງ​ຢູ່​ກາງ

19 ປີ​ລາດ​ໃຫ້​ຂ​ຽນ​ປ້າຍ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ອ່ານ​ວ່າ, “ເຢ​ຊູ​ໄທ​ນາ​ຊາ​ເຣັດ ກະ​ສັດ​ຂອງ​ຊາດ​ຢິວ”

20 ຄົນ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ເຂົາ​ຄຶງ​ພຣະ​ເຢ​ຊູ​ນັ້ນ​ຢູ່​ໃກ້​ກຸງ ແລະ​ປ້າຍ​ນັ້ນ​ເຂົາ​ໄດ້​ຂຽນ​ເປັນ​ພາ​ສາ​ເຮັບ​ເຣີ ພາ​ສາ​ໂຣມ ແລະ​ພາ​ສາກ​ຣີກ

21 ແລ້ວ​ພວກ​ມະ​ຫາ​ປະ​ໂຣຫິດ​ຕົນ​ໃຫຍ່​ຂອງ​ຊາດ​ຢິວ​ຈຶ່ງ​ຮຽນ​ປີ​ລາດ​ວ່າ, “ຂໍ​ຢ່າ​ຂຽ​ນ​ວ່າ ກະ​ສັດ​ຂອງ​ຊາດ​ຢິວ” ແຕ່​ຂ​ຽນ​ວ່າ “ຄົນ​ນີ້​ບອກວ່າ ເຮົາ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ”

22 ປີ​ລາດ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ຂຽນ​ແລ້ວ​ກໍ​ແລ້ວ​ໄປ”

23 ເມື່ອ​ພວກ​ທະ​ຫານ​ໄດ້​ຄຶງ​ພຣະ​ເຢ​ຊູ​ໄວ້​ແລ້ວ ເຂົາ​ໄດ້​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ແບ່ງ​ເປັນ​ສີ່​ພູດ ແລ້ວ​ກໍ​ປັນ​ກັນ​ຜູ້​ລະ​ພູດ ແລະ​ຍັງ​ເອົາ​ສ​ລອງ​ຊັ້ນ​ໃນ​ຂອງ​ພຣະ​ອົງ​ຊຶ່​ງບໍ່​ມີ​ດູກ ແຕ່​ແລ້ວ​ດ້ວຍ​ຜ້າ​ທີ່​ຕ່ຳ​ທັງ​ຜືນ

24 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ພວກ​ເຮົາ​ຢ່າ​ຈີກ​ປັນ​ກັນ​ເທາະ ແຕ່​ໃຫ້​ຈົກ​ສ​ລາກ​ເອົາ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເປັນ​ຂອງ​ຜູ້​ໃດ” ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ທີ່​ຂຽນ​ໄວ້​ວ່າ, “ເສື້ອ​ຜ້າ​ຂອງ​ຂ້າ​ພຣະ​ອົງ​ເຂົາ​ໄດ້​ແບ່ງ​ປັນ​ກັນ ສ່ວນ​ເສື້ອ​ຂອງ​ພຣະ​ອົງ​ນັ້ນ​ເຂົາ​ກໍ​ຈົກ​ສ​ລາກ​ກັນ”

25 ພວກ​ທະ​ຫານ​ໄດ້​ເຮັດດັ່ງ​ນັ້ນ ຝ່າຍ​ມານ​ດາ​ແລະ​ນ້າ​ສາວ​ຂອງ​ພຣະ​ອົງ ກັບ​ນາງ​ມາ​ຣິ​ອາ​ເມັຽ​ຂອງ​ກະ​ໂລ​ປາ​ແລະ​ນາງ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ ກໍ​ຢືນ​ຢູ່​ໃກ້​ໄມ້​ກາງ​ແຂນ​ຂອງ​ພຣະ​ເຢ​ຊູ

26 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ມານ​ດາ​ຂອງ​ພຣະ​ອົງ​ແລະ​ສາ​ວົກ​ທີ່​ພຣະ​ອົງ​ຊົງ​ຣັກ​ຢືນ​ຢູ່​ໃກ້ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ມານ​ດາ​ວ່າ, “ນາງ​ເອີຍ, ນີ້​ແຫລະ, ລູກ​ຊາຍ​ຂອງ​ນາງ”

27 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ສາ​ວົກ​ຜູ້​ນັ້ນ​ວ່າ, “ນີ້​ແຫລະ, ມານ​ດາ​ຂອງ​ທ່ານ” ຕັ້ງ​ແຕ່​ນັ້ນ​ມາ​ສາ​ວົກ​ຄົນ​ນັ້ນ​ກໍ​ຮັບ​ເອົາ​ນາງ​ມາ​ຢູ່​ໃນ​ເຮືອນ​ຂອງ​ຕົນ

28 ຫລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ທຸກ​ສິ່ງ​ສຳ​ເຣັດ​ແລ້ວ ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ພຣະ​ອົງ​ຈຶ່​ງ​ຊົງ​ກ່າວ​ວ່າ, “ເຮົາ​ຢາກ​ນ້ຳ”

29 ທີ່​ນັ້ນ​ມີ​ອ່າງ​ເຕັມ​ເຫລົ້າ​ແວງ​ສົ້ມ ພວກ​ທະ​ຫານ​ຈຶ່ງ​ເອົາ​ຟອງ​ນ້ຳ​ຈຸ່ມ​ເອົາ​ເຫລົ້າ​ແວງ​ສົ້ມ​ ສຽບ​ໃສ່​ປາຍ​ໄມ້​ຫູ​ສົບ​ຍື່ນ​ໃສ່​ພຣະ​ໂອດ​ຂອງ​ພຣະ​ອົງ

30 ເມື່ອ​ພຣະ​ເຢ​ຊູ​ຊົງຮັບ​ເຫລົ້າ​ແວງ​ສົ້ມ​ແລ້ວ ພຣະ​ອົງກໍ​ຊົງ​ກ່າວ​ວ່າ, “ສຳ​ເຣັດ​ແລ້ວ” ແລະ​ເມື່ອ​ຊົງ​ກົ້ມ​ພຣະ​ສຽນ​ລົງ ພຣະ​ອົງ​ຊົງ​ມອບ​ຈິດ​ວິນ​ຍານ​ໄວ້

31 ສັນ​ນັ້ນພວກ​ຢິວ​ຈຶ່ງ​ຂໍ​ນຳ​ປີ​ລາດ​ໃຫ້​ຫັກ​ກະ​ດູກ​ຂາ​ຂອງ​ຜູ້​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ສົບ​ໄປ​ເສັຽ ທັງ​ນີ້​ກໍ​ເພາະ​ເປັນ​ວັນ​ຈັດ​ແຈງ​ແລະ​ເຂົາ​ບໍ່​ຢາກ​ໃຫ້​ສົບ​ນັ້ນ​ຄ້າງ​ຢູ່​ທີ່​ໄມ້​ກາງ​ແຂນ​ໃນ​ວັນ​ສະ​ບາ​ໂຕ (ເພາະ​ວັນ​ສະ​ບາ​ໂຕ​ນັ້ນ​ເປັນ​ວັນ​ໃຫຍ່)

32 ດັ່ງ​ນັ້ນ​ພວກ​ທະ​ຫານ​ຈຶ່ງ​ທຸບ​ຂາ​ຜູ້ທີ່​ນຶ່ງ​ແລະ​ຜູ້​ທີ່​ສອງ​ຊຶ່ງ​ຖືກ​ຄຶງ​ໄວ້​ພ້ອມ

33 ແຕ່​ເມື່ອ​ເຂົາ​ມາ​ເຖິງ​ພຣະ​ເຢ​ຊູ ແລະ​ເຫັນ​ວ່າ​ພຣະ​ອົງ​ສິ້ນ​ພຣະ​ຊົນ​ແລ້ວ ເຂົາ​ຈຶ່ງ​ບໍ່​ໄດ້​ທຸບ​ພຣະ​ອຸ​ຣຸ​ຂອງ​ພຣະ​ອົງ

34 ສ່ວນ​ທະ​ຫານ​ຄົນ​ນຶ່ງ​ໄດ້​ເອົາ​ຫອກ​ແທງ​ທີ່​ຂ້າງ​ຂອງ​ພຣະ​ອົງ ແລະ​ໂລ​ຫິດ​ກັບ​ນ້ຳ​ກໍ​ໄຫລ​ອອກ​ທັນ​ທີ

35 ຜູ້​ທີ່​ໄດ້​ເຫັນ​ກໍ​ເປັນ​ພຍານ ຄໍາ​ພຍານ​ຂອງ​ຜູ້​ນັ້ນ​ກໍ​ເປັນ​ຈິງ (ແລະ​ພຣະ​ອົງ​ນັ້ນ​ຊົງ​ຊາບ​ວ່າ​ຜູ້​ນັ້ນ​ເວົ້າ​ຄວາມ​ຈິງ) ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ​ເຫມືອນ​ກັນ

36 ເພາະ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຂໍ້​ພຣະ​ຄັມ​ພີ​ທີ່​ວ່າ, “ກະ​ດູກ​ຂອງ​ທ່ານ​ຈະ​ບໍ່​ຖືກ​ຫັກ​ເສັຽ​ຈັກ​ເຫລັ້ມ”

37 ແລະ​ມີ​ຂໍ້​ພຣະ​ຄັມ​ພີ​ອີກ​ຂໍ​ນຶ່ງ​ທີ່​ວ່າ, “ເຂົາ​ຈະ​ມອງ​ເບິ່ງ​ທ່ານ​ຜູ້​ທີ່​ເຂົາ​ໄດ້​ແທງ”

38 ຫລັງ​ຈາກ​ນີ້​ໂຢເຊບ​ໄທ​ບ້ານ​ອາຣີ​ມາ​ທາຍ ຊຶ່ງ​ເປັນ​ລູກ​ສິດ​ລັບໆ​ຂອງ​ພຣະ​ເຢ​ຊູເພາະ​ທ່ານ​ຢ້ານ​ພວກ​ຢິວ ກໍ​ໄດ້​ຂໍ​ພຣະ​ສົບ​ພຣະ​ເຢ​ຊູ​ຈາກ​ປີ​ລາດ ແລະ​ປີ​ລາດ​ກໍ​ຍອມ​ໃຫ້ ໂຢ​ເຊບ​ຈຶ່ງ​ມາ​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ອົງ​ໄປ

39 ຝ່າຍ​ນິ​ໂກ​ເດມ​ຜູ້​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ເວ​ລາ​ກາງ​ຄືນ​ແຕ່​ຫົວ​ທີ​ນັ້ນ ກໍ​ມາ​ເຫມືອນ​ກັນ ທ່ານ​ໄດ້​ເອົາ​ເຄື່ອງ​ຫອມ​ປະ​ສົມ​ນຳ​ມາ ຄື​ຢ່າງ​ໄມ້​ກັບ​ອາ​ໂລ​ເອ​ຫນັກ​ປະ​ມາ​ນຮ້ອຍ​ລິ​ຕ​ຣາ

40 ເມື່ອ​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ລົງ​ມາ ເຂົາ​ເອົາ​ຜ້າ​ປ່ານ​ກັບ​ເຄື່ອງ​ຫອມ​ພັນ​ພຣະ​ສົບ​ນັ້ນ​ຕາມ​ທັມ​ນຽມ​ມ້ຽ​ນ​ສົບ​ຂອງ​ຊາດ​ຢິວ

41 ອັນ​ນຶ່ງ​ໃນ​ບ່ອນ​ພຣະ​ອົງ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ​ມີ​ສວນ​ນຶ່ງ ໃນ​ສວນ​ນັ້ນ​ມີ​ອຸບ​ໂມງ​ໃຫມ່​ທີ່ຍັງ​ບໍ່​ໄດ້​ວາງ​ສົບ​ຜູ້​ໃດ​ຈັກ​ເທື່ອ

42 ດັ່ງ​ນັ້ນ​ເນື່ອງ​ຈາກວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງ​ຂອງ​ຊາດ​ຢິວ ແລ​ເນື່ອງ​ຈາກ​ອຸບ​ໂມງ​ນັ້ນ​ຢູ່​ໃກ້ ເຂົາ​ຈຶ່ງ​ບັນ​ຈຸ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ໄວ້​ທີ່​ນັ້ນ



20

1 ວັນ​ຕົ້ນ​ສັ​ປ​ດາ​ນັ້ນ​ເວ​ລາ​ເຊົ້າ​ຍັງ​ມືດ​ຢູ່ ມາ​ຣິ​ອາ​ໄທ​ມັກ​ດາ​ລາ​ໄດ້​ມາ​ເຖິງ​ອຸບ​ໂມງ ແລະ​ນາ​ງ​ໄດ້​ເຫັນ​ກ້ອນ​ຫີນ​ຖືກ​ຍ້າຍ​ອອກ​ຈາກ​ປາກ​ອຸບ​ໂມງ​ແລ້ວ

2 ນາງ​ຈຶ່ງແລ່ນ​ໄປ​ຫາ​ຊີ​ໂມນ​ແລະ​ສາ​ວົກ​ຜູ້​ອື່ນ​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ແພງ​ນັ້ນ ແລ້ວ​ເວົ້າ​ກັບ​ເຂົາ​ວ່າ, “ເຂົາ​ໄດ້​ເອົາ​ສົບ​ຂອງ​ພຣະ​ອາ​ຈານ​ອອກ​ຈາກ​ອຸບ​ໂມງ​ແລ້ວ ແລະ​ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ເຂົາ​ເອົາ​ໄປໄວ້​ທີ່​ໃດ?”

3 ເປ​ໂຕ​ກັບ​ສາ​ວົກ​ຄົນ​ອື່ນ​ນັ້ນຈຶ່ງ​ພາກັນ​ອອກ​ມາ​ເຖິງ​ອຸບ​ໂມງ

4 ເຂົາ​ທັງ​ສອງ​ພ້ອມ​ກັນ​ແລ່ນ​ມາ ແຕ່​ສາ​ວົກ​ອື່ນ​ນັ້ນ​ໄດ້​ແລ່ນ​ໄວ​ກວ່າ​ເປ​ໂຕ​ຈຶ່ງ​ມາ​ເຖິງ​ອຸບ​ໂມງ​ກ່ອນ

5 ເມື່ອ​ກົ້ມ​ລົງ​ທ່ານ​ໄດ້​ເຫັນ​ຜ້າ​ປ່ານກອງ​ຢູ່​ແຕ່​ບໍ່​ໄດ້​ເຂົ້າ​ທາງ​ໃນ

6 ສ່ວນ​ຊີ​ໂມນ​ເປ​ໂຕ​ທີ່​ຕາມ​ຫລັງ​ມາ​ນັ້ນ ກໍ​ຮອດ​ເຫມືອນ​ກັນ ແລ້ວ​ໄດ້​ເຂົ້າ​ໄປ​ໃນ​ອຸ​ບ​ໂມງ ແລະ​ໄດ້​ເຫັນ​ຜ້າ​ປ່ານກອງ​ຢູ່

7 ແລະ​ຜ້າ​ປົກ​ພຣະ​ສຽນ​ຂອງ​ພຣະ​ອົງ​ບໍ່​ໄດ້​ກອງ​ຢູ່​ກັບ​ຜ້າ​ອື່ນ ແຕ່​ພັບໄວ້​ຕ່າງ​ຫາກ

8 ແລ້ວ​ສາ​ວົກ​ຜູ້​ອື່ນ​ທີ່​ມາ​ເຖິງ​ກ່ອນ​ນັ້ນ​ກໍ​ໄດ້​ເຂົ້າ​ໄປ​ເຫມືອນ​ກັນ ກໍ​ໄດ້​ເຫັນ​ແລະ​ເຊື່ອ

9 ເພາະ​ວ່າ​ຂ​ນະ​ນັ້ນ​ເຂົາ​ຍັງ​ບໍ່​ໄດ້​ເຂົ້າ​ໃຈ​ຂໍ້​ພຣະ​ຄັມ​ພີ​ທີ່​ຂຽນ​ໄວ້​ວ່າ ພຣະ​ອົງ​ຈະ​ຕ້ອງ​ຄືນ​ມາ​ຈາກ​ຄວາມ​ຕາຍ

10 ແລ້ວສາ​ວົກ​ທັງ​ສອງ​ນັ້ນ​ກໍ​ກັບ​ໄປ​ຍັງ​ບ້ານ​ຂອງ​ຕົນ

11 ຝ່າຍ​ມາ​ຣິ​ອາ​ຢືນ​ຮ້ອງ​ໄຫ້​ຢູ່ນອກ​ອຸບ​ໂມງ ຂ​ນະ​ທີ່​ຍັງ​ຮ້ອງ​ໄຫ້​ຢູ່​ນາງ​ໄດ້​ກົ້ມ​ຫລຽວ​ໄປ​ທາງ​ອຸບ​ໂມງ

12 ແລະ​ນາງ​ໄດ້​ເຫັນ​ເທວະ​ດາ​ສອງ​ຕົນ​ນັ່ງ​ຢູ່​ບ່ອນ​ທີ່​ເຂົາ​ວາງ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ ຕົນ​ນຶ່ງ​ຢູ່​ເບື້ອງ​ພຣະ​ສຽນ ຕົນ​ນຶ່ງ​ຢູ່​ເບື້ອງ​ພຣະ​ບາດ

13 ເທວະ​ດາ​ທັງ​ສອງ​ນັ້ນ​ໄດ້​ຖາມ​ນາງວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ​ໄຫ້​ເຮັດ​ຫຍັງ” ນາງ​ຈຶ່ງ​ຕອບ​ວ່າ, “ເພາະ​ເຂົາ​ໄດ້​ເອົາ​ສົບ​ພຣະ​ອາ​ຈານ​ຂອງ​ຂ້າ​ນ້ອຍ​ໄປ​ແລ້ວ ແລະ​ຂ້າ​ນ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເອົາ​ໄປ​ວາງ​ໄວ້​ທີ່​ໃດ”

14 ເມື່ອ​ເວົ້າ​ດັ່ງ​ນັ້ນ​ແລ້ວ​ນາງ​ໄດ້​ຫລຽວ​ຫລັງ​ມາ​ເຫັນ​ພຣະ​ເຢ​ຊູ​ຢືນ​ຢູ່ ແຕ່​ບໍ່​ຮູ້​ວ່າ​ແມ່ນ​ອົງ​ພຣະ​ເຢ​ຊູ

15 ພຣະ​ເຢ​ຊູ​ຊົງ​ຖາມ​ນາງວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ​ໄຫ້​ເຮັດ​ຫຍັງ ເຈົ້າ​ຊອກ​ຫາ​ໃຜ” ນາງ​ຄຶດ​ວ່າ​ແມ່ນ​ຄົນ​ເຝົ້າ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ໄດ້​ເອົາ​ສົບ​ທ່ານ​ໄປ ຂໍ​ບອກ​ຂ້າ​ນ້ອຍ​ວ່າ​ທ່ານ​ໄດ້​ເອົາ​ໄປ​ວາງ​ໄວ້​ທີ່​ໃດ ແລະ​ຂ້າ​ນ້ອຍ​ຈະ​ໄປ​ຍົກ​ເອົາ​ເສັຽ”

16 ພຣະ​ເຢຊູ​ຊົງ​ກ່າວ​ກັບ​ນາງວ່າ, “ມາ​ຣິ​ອາ​ເອີຍ” ມາ​ຣິ​ອາ​ກໍ​ຕ່າວ​ຫນ້າ​ມາ​ທູນ​ພຣະ​ອົງ​ເປັນ​ພາ​ສາ​ເຮັບເຣີ​ວ່າ, “ຮັບ​ໂບ​ນີ” (ທີ່​ແປ​ວ່າ “ພຣະ​ອາ​ຈານ​ເອີຍ”)

17 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ມາ​ຣິ​ອາ​ວ່າ, “ຢ່າຊູ່​ຫນ່ວງ​ດຶງ​ເຮົາ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ເມືອ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ ແຕ່​ເຈົ້າ​ຈົ່ງ​ໄປ​ຫາ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ແລະ​ບອກ​ເຂົາ​ວ່າ “ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ ແລະ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ ຈະ​ເມືອ​ຫາ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ພຣະ​ເຈົ້າ​ຂອງ​ທ່ານ”

18 ນາງ​ມາ​ຣິ​ອາ​ມັກ​ດາ​ລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ກັບ​ພວກ​ສາ​ວົກ​ວ່າ, “ຂ້າ​ນ້ອຍ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ແລະ​ໄດ້​ບອກ​ເຂົາ​ວ່າ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ແກ່​ຕົນ

19 ຄ່ຳ​ວັນ​ນັ້ນ​ເປັນ​ວັນ​ຕົ້ນ​ສັ​ປ​ດາ ເມື່ອ​ສາ​ວົກ​ອັດ​ປະ​ຕູ​ຫ້ອງ​ທີ່​ເຂົາ​ຢູ່​ນັ້ນ​ເພາະ​ຢ້ານພວກ​ຢິວ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ມາ​ຊົງ​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ”

20 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ຊົງ​ສະ​ແດງ​ພຣະ​ຫັດ​ແລະ​ຂ້າງ​ຂອງ​ພຣະ​ອົງ​ໃຫ້​ເຂົາ​ເບິ່ງ ເມື່ອ​ພວກ​ສາ​ວົກ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ເກີດ​ຄວາມ​ຊົມ​ຊື່ນ​ຍິນ​ດີ

21 ພຣະ​ເຢ​ຊູ​ຊົງກ່າວ​ກັບ​ເຂົາ​ອີກວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ​ຫລາຍ ພຣະ​ບິ​ດາ​ໄດ້​ຊົງ​ໃຊ້​ເຮົາ​ມາ​ຢ່າງ​ໃດ ຝ່າຍ​ເຮົາ​ກໍ​ໃຊ້​ທ່ານ​ທັງ​ຫລາຍ​ໄປ​ຢ່າງ​ນັ້ນ”

22 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ລະ​ບາຍ​ລົມ​ອອກ​ຈາກ​ພຣະ​ໂອດ​ໃສ່​ເຂົາ ໂດຍບອກວ່າ, “ທ່ານ​ທັ​ງ​ຫລາຍ​ຈົ່ງ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

23 ຖ້າ​ທ່ານ​ທັງ​ຫລາຍ​ຈະ​ຍົກ​ຄວາມຜິດ​ບາບ​ຂອງ​ຜູ້​ໃດ ຄວາມ​ຜິດ​ບາບ​ຂອງ​ຜູ້​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ເສັຽ​ແລ້ວ ແລະ​ຖ້າ​ທ່ານ​ທັງ​ຫລາຍ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ໃດ ພຣະ​ເຈົ້າ​ໄດ້​ຊົງ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ນັ້ນ​ແລ້ວ”

24 ຝ່າຍ​ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ຊຶ່ງ​ເປັນ​ສາ​ວົກ​ຜູ້​ນຶ່ງ​ໃນ​ສິບສອງ​ຄົນ​ນັ້ນ ບໍ່​ໄດ້​ຢູ່​ກັບ​ເຂົາ​ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ນັ້ນ

25 ສາ​ວົກ​ອື່ນໆ​ຈຶ່ງບອກ​ໂທ​ມາ​ວ່າ, “ເຮົາ​ໄດ້​ເຫັນອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ແຕ່​ໂທ​ມາ​ຕອບ​ເຂົາ​ເຫລົ່າ​ນັ້ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ເຫັນ​ຮອຍ​ຕະ​ປູ​ທີ່​ຝ່າພຣະ​ຫັດ ແລະ​ບໍ່​ໄດ້​ເອົາ​ນີ້ວ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຮອຍ​ຕະ​ປູ​ນັ້ນ ແລະບໍ່​ໄດ້​ເອົາ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຂ້າງ​ຂອງ​ທ່ານ​ແລ້ວ ຂ້ອຍ​ຈະ​ບໍ່​ເຊື່ອ

26 ຄັນ​ລ່ວງ​ໄປ​ໄດ້​ແປດ​ວັນ​ແລ້ວ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ຢູ່ພ້ອມ​ກັນ​ທີ່​ເຮືອນ​ນັ້ນ​ອີກ ແລະ​ໂທ​ມາ​ກໍ​ຢູ່​ກັບ​ເຂົາ ສ່ວນ​ປະ​ຕູ​ກໍ​ອັດໄວ້ ແຕ່​ພຣະ​ເຢ​ຊູ​ກໍ​ໄດ້​ສະ​ເດັດ​ເຂົ້າ​ມາ​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ,”ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ​ຫລາຍ”

27 ແລະ​ພຣະ​ອົງ​ຊົງ​ກ່າວ​ແກ່ໂທ​ມາ​ວ່າ, “ຈົ່ງ​ເດ່​ນີ້ວ​ມື​ຂອງ​ທ່ານ​ມາ​ລູບ​ເບິ່ງ​ຝ່າ​ມື​ຂອ​ງ​ເຮົາ ຈົ່ງ​ເດ່​ມື​ຂອງ​ທ່ານ​ມາ​ໃສ່​ຂ້າງ​ຂອງ​ເຮົາ ຢ່າ​ຂາດ​ຄວາ​ມເຊື່ອ​ແຕ່​ຈົ່ງ​ເຊື່ອ”

28 ໂທ​ມາທູນ​ຕອບ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ”

29 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ໂທ​ມາ​ວ່າ, “ເພາະ​ໄດ້​ເຫັນ​ເຮົາ​ທ່ານ​ຈຶ່ງ​ເຊື່ອ​ຫລື ຜູ້​ທີ່​ບໍ່​ເຫັນ​ເຮົາ​ແຕ່​ບໍ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ”

30 ອັນ​ນຶ່ງ​ພຣະ​ເຢ​ຊູ​ໄດ້​ຊົງ​ເຣັດ​ຫມາຍ​ສຳ​ຄັນ​ອື່ນໆ ອີກ​ຫລາຍ​ປະ​ການ​ຕໍ່​ຫນ້າ​ພວກ​ສາ​ວົກ​ເຫລົ່າ​ນັ້ນ ຊຶ່ງ​ບໍ່​ໄດ້​ຈົດ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້

31 ແຕ່​ທີ່​ໄດ້​ຈົດ​ເຫດ​ການ​ເຫລົ່າ​ນີ້​ໄວ້ ກໍ​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະ​ເຢຊູ​ຊົງ​ເປັນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ເມື່ອ​ມີ​ຄວາມ​ເຊື່ອ​ແລ້ວ​ທ່ານ​ກໍ​ຈະ​ມີ​ຊີວິດ​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ



21

1 ຕໍ່​ມາ ພຣະ​ເຢ​ຊູ​ໄດ້​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ພວກ​ສາ​ວົກ​ອີກ​ທີ່​ທະ​ເລ​ຕີ​ເບເຣັຽ ພຣະ​ອົງ​ຊົງ​ສະ​ແດງ​ພຣະ​ອົງ​ຢ່າງ​ນີ້​ຄື

2 ພວກ​ທີ່​ຢູ່​ພ້ອມ​ກັນ​ມີ​ຊີ​ໂມນ​ເປ​ໂຕ ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ນະ​ທາ​ນາ​ເອນ​ໄທ​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ລູກ​ຊາຍ​ທັງ​ສອງ​ຂອງ​ເຊເບ​ດາຍ ແລະ​ສາ​ວົກ​ຂອງ​ພຣະ​ອົງ​ອີກ​ສອງ​ຄົນ

3 ຊີ​ໂມນ​ເປ​ໂຕບອກ​ເຂົາ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາ” ຝ່າຍ​ເຂົາ​ຈຶ່​ງ​ຕອບ​ວ່າ, “ພວກ​ເຮົາ​ຈະ​ໄປ​ນໍາ​ເຈົ້າ​ດ້ວຍ” ແລ້​ວ​ເຂົາ​ກໍ​ອອກ​ໄປ​ລົງ​ເຮືອ ແຕ່​ໃນ​ຄືນ​ນັ້ນ​ເຂົາ​ບໍ່​ໄດ້​ປາ​ຈັກ​ໂຕ

4 ເມື່​ອກຳ​ລັງ​ຮຸ່ງ​ເຊົ້າ​ພຣະ​ເຢ​ຊູ​ປະ​ທັບ​ຢືນ​ຢູ່​ທີ່​ຝັ່ງ ແຕ່​ພວກ​ສາ​ວົກບໍ່​ຮູ້​ວ່າ​ແມ່ນ ພຣະ​ເຢ​ຊູ

5 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ລູກ​ເອີຍ, ພວກ​ເຈົ້າ​ມີ​ຂອງ​ກິນ​ບໍ” ເຂົາ​ທູນ​ຕອບ​ວ່າ, “ບໍ່​ມີ”

6 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຖິ້ມມອງ​ລົງ​ເບື້ອງ​ຂ​ວາ​ເຮືອ​ແລ້ວ​ຈະ​ໄດ້​ປາ” ເຂົາ​ຈຶ່ງ​ຖິ້ມມອງ​ລົງ​ແລະ​ຖືກ​ປາ​ຫລາຍ ຈົນ​ດຶງ​ຂຶ້ນ​ບໍ່​ໄດ້​ເພາະ​ເຫລືອ​ແຮງ

7 ສາ​ວົກທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ໄດ້​ບອກ​ເປ​ໂຕວ່າ, “ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແຫລະ” ເມື່ອ​ຊີ​ໂມນ​ເປ​ໂຕ​ໄດ້​ຍິນ​ວ່າ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທ່ານ​ໄດ້​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ເປືອຍ​ໂຕ​ຢູ່ ແລ້ວ​ກໍ​ໂຕນ​ລົງ​ນ້ຳ

8 ແຕ່​ພວກ​ສາ​ວົກ​ອື່ນໆ​ນັ້ນ​ໄດ້​ເອົາ​ເຮືອນ້ອຍ​ລາກມອງ​ທີ່​ຖືກ​ປາ​ມາ ເພາະ​ເຂົາ​ບໍ່​ຢູ່​ໄກ​ຈາກ​ຝັ່ງ ໄກປະ​ມານ​ສອງ​ຮ້ອຍ​ສອກ​ເທົ່າ​ນັ້ນ

9 ເມື່ອ​ເຂົາ​ຂຶ້ນ​ຕະ​ຝັ່ງ​ແລ້ວ​ກໍ​ເຫັນ​ຖ່ານຕິດໄຟ​ຢູ່ ພ້ອ​ມ​ທັງ​ມີ​ປາ​ແລະ​ເຂົ້າ​ຈີ່​ຂາງ​ຢູ່

10 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ປາ​ທີ່​ພວກ​ເຈົ້າ​ຫາ​ໄດ້​ມື້​ກີ້​ນີ້​ຈົ່ງ​ເອົາ​ມາ​ບາງ​ໂຕ”

11 ຊີ​ໂມນ​ເປ​ໂຕ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ດຶງມອງ​ຂຶ້ນ​ຝັ່ງ ແລະ​ມີ​ປາ​ໃຫຍ່​ເຕັມ​ຢູ່​ຈຳ​ນວນ​ນຶ່ງ​ຮ້ອຍ​ຫ້າ​ສິບ​ສາມ​ໂຕ ເຖິງວ່າ​ມີ​ປາ​ຫລາຍ​ປານ​ນັ້ນ​ມອງ​ກໍ​ບໍ່​ຂາດ

12 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ພາ​ກັນ​ມາ​ປັ້ນ​ເຂົ້າ​ເທາະ” ໃນ​ພວກ​ສາ​ວົກ​ບໍ່​ມີ​ໃຜ​ກ້າ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຄື​ໃຜ” ເພາະ​ເຂົາ​ຮູ້​ຢູ່​ວ່າ​ຜູ້​ນີ້​ແຫລະ, ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

13 ພຣະ​ເຢ​ຊູ​ຊົງ​ເຂົ້າ​ມາ​ຈັບ​ເອົາ​ເຂົ້າ​ຈີ່​ແຈກ​ໃຫ້​ເຂົາ ແລະ​ເອົາ​ປາ​ແຈກ​ໃຫ້​ເຫມືອນ​ກັນ

14 ນີ້​ເປັນ​ເທື່ອ​ທີ່​ສາມ​ທີ່​ພຣະ​ເຢ​ຊູ​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ພວກ​ສາ​ວົກ ຫລັງ​ຈາກ​ທີ່​ພຣະ​ອົງ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ

15 ເມື່ອ​ເຂົາ​ປັ້ນ​ເຂົ້າ​ແລ້ວ​ພຣະ​ເຢ​ຊູ​ຊົບ​ງ​ກ່າວ​ກັບ​ຊີ​ໂມນ​ເປ​ໂຕວ່າ, “ຊີໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍກວ່າ​ເຫລົ່າ​ນີ້​ຫລື” ເປ​ໂຕ​ທູນ​ວ່າ, “ໂດຍ​ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ອົງ​ຊົງ​ສັ່ງ​ເປ​ໂຕວ່າ, “ຈົ່ງ​ລ້ຽງ​ແກະ​ຫນຸ່ມ​ຂອງ​ເຮົາ​ເນີ”

16 ພຣະ​ອົງ​ຊົງ​ກ່າວ​ກັບ​ເປ​ໂຕ​ເປັນ​ເທື່ອ​ທີ່​ສອງວ່າ, “ຊີ​ໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລື” ເປ​ໂຕ​ທູນ​ຕອບ​ວ່າ, “ໂດຍ ​ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ອົງ​ຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ຮັກ​ສາ​ແກະ​ຂອງ​ເຮົາ​ເນີ”

17 ພຣະ​ອົງ​ຊົງ​ກ່າວ​ກັບ​ເປ​ໂຕ​ເປັນ​ເທື່ອ​ທີ່​ສາມ​ວ່າ, “ຊີ​ໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ແພງ​ເຮົາ​ຫລື” ເປ​ໂຕ​ກໍ​ເປັນ​ທຸກ​ໃຈ​ທີ່​ພຣະ​ອົງ​ຊົງ​ຖາມ​ທ່ານ​ເທື່ອທີ່​ສາມວ່າ, “ເຈົ້າ​ຮັກ​ແພງ​ເຮົາ​ຫລື” ເປ​ໂຕ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບ​ທຸກ​ສິ່ງ ພຣະ​ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ເຢ​ຊູ​ຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເນີ”

18 ເຮົາ​ບອກ​ແກ່​ເຈົ້າ​ຕາມ​ຄວາມ​ຈິງວ່າ​ເມື່ອ​ເຈົ້າ​ຍັງ​ຫນຸ່ມ​ເຈົ້າ​ເຄີຍ​ຄາດແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປ​ມາ​ໃສ​ໄດ້​ຕາມ​ໃຈ​ເຈົ້າ​ມັກ ແຕ່​ເມື່ອ​ເຈົ້າ​ເຖົ້າ​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນ​ອື່ນ​ຈະ​ຄາດແອວ​ໃຫ້​ແລະ​ພາໄປ​ບ່ອນ​ເຈົ້າ​ບໍ່​ຢາກ​ໄປ”

19 ທີ່​ພຣະ​ອົງ​ກ່າວ​ດັ່ງ​ນີ້​ກໍ​ຫມາຍ​ຄວາມ​ວ່າ ເປ​ໂຕ​ຈະ​ຖວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ເຈົ້າ​ດ້ວຍ​ການ​ຕາຍ​ຢ່າງ​ໃດ ຄັນ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ແລ້ວ​ຈຶ່ງ​ຊົງ​ສັ່ງ​ເປ​ໂຕວ່າ, “ຈົ່ງ​ຕາມ​ເຮົາ​ມາ”

20 ເປ​ໂຕ​ຫລຽວ​ຫ​ລັງ​ເຫັນ​ສາ​ວົກ​ຜູ້​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ກຳ​ລັງ​ຕາມ​ມາ ຄື​ຜູ້​ທີ່​ເນີ້ງ​ກາຍ​ລົງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ​ເມື່ອ​ຮັບ​ປະ​ທານ​ອາ​ຫານ​ແລງນັ້ນ ແລະ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ຜູ້​ທີ່​ຈະ​ມອບ​ທ່ານໄວ້​ຄື​ຜູ້​ໃດ”

21 ເມື່ອ​ເປ​ໂຕ​ເຫັນ​ສາ​ວົກ​ຜູ້​ນັ້ນ​ແລ້ວ​ຈຶ່ງ​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ຜູ້​ນີ້​ເດ, ຈະ​ເປັນ​ຢ່າງ​ໃດ”

22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ມີ​ໃຈ​ຢາກ​ໃຫ້​ຜູ້​ນີ້​ຢືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ ຈະ​ເປັນ​ທຸ​ຣະ​ອັນ​ໃດ​ກັບ​ເຈົ້າ​ຫນໍ ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”

23 ເຫ​ດ​ສັນ​ນັ້ນ​ຄຳ​ທີ່​ວ່າ​ສາ​ວົກ​ຜູ້​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າ​ລື​ໄປ​ໃນ​ຖ້າມ​ກາງ​ຂອງ​ພວກ​ພີ່​ນ້ອງ ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ກ່າວ​ວ່າ​ສາ​ວົກ​ຜູ້​ນັ້ນ​ຈະບໍ່​ຕາຍ ແຕ່​ຊົງ​ກ່າວ​ວ່າ, ຖ້າ​ເຮົາ​ມີ​ຢາກ​ໃຫ້​ຜູ້​ນີ້ຢືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ ຈະ​ເປັນ​ທຸ​ຣະ​ອັນ​ໃດ​ກັບ​ເຈົ້າ​ຫນໍ”

24 ແມ່​ນສາ​ວົກ​ຜູ້​ນີ້​ແຫລະ​, ທີ່​ເປັນ​ພຍານ​ເຖິງ​ເຫດ​ການ​ເຫລົ່າ​ນີ້ ແລະ​ເປັນ​ຜູ້​ທີ່​ບັນ​ທຶກ​ສິ່ງ​ເຫລົ່າ​ນີ້​ໄວ້ ແລະ​ພວກ​ເຮົາ​ຊາບ​ວ່າ​ຄຳ​ພຍານ​ຂອງ​ຜູ້ນີ້​ເປັນ​ຄວາມ​ຈິງ

25 ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ພຣະ​ເຢ​ຊູ​ຊົງກະ​ທຳ ຖ້າ​ຈະ​ຂຽນ​ໄວ້​ຕາມ​ລຳ​ດັບ​ທຸກ​ປະ​ການ ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຫມົດ​ທັງ​ໂລກ​ກໍ​ບໍ່​ມີ​ບ່ອນ​ພໍໄວ້​ຫນັງ​ສື​ທີ່​ຈະ​ຂຽນ​ນັ້ນ



AMAZING GRACE BIBLE INSTITUTE