2 Peter 2 ເປໂຕ11 ຊີໂມນ ເປໂຕ ຂ້ອຍໃຊ້ ແລະອັຄສາວົກຂອງພຣະເຢຊູຄຣິດ ຮຽນ ທ່ານທັງຫລາຍທີ່ໄດ້ຮັບຄວາມເຊື່ອອັນປະເສີດເທົ່າທຽມກັນກັບເຮົາດ້ວຍຄວາມຊອບທັມແຫ່ງພຣະເຈົ້າຂອງພວກເຮົາ ຄືພຣະເຢຊູຄຣິດພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາທັງຫລາຍ2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງເພີ້ມທະວີຄູນແກ່ທ່ານທັງຫລາຍ ໂດຍການຮູ້ຈັກໃນພຣະເຈົ້າ ແລະໃນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ 3 ດ້ວຍເຫັນແລ້ວວ່າຣິດເດດຂອງພຣະອົງໄດ້ຊົງປະທານສິ່ງສາຣະພັດແກ່ພວກເຮົາ ທີ່ຈະໄດ້ມີຊີວິດແລະຄວາມເຫລື້ອມໃສໃນພຣະເຈົ້າ ໂດຍຮູ້ຈັກພຣະອົງຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະງ່າຣາສີ ແລະຄວາມລ້ຳເລີດຂອງພຣະອົງເອງ 4 ດ້ວຍສິ່ງເຫລົ່ານີ້ພວກທ່ານຈຶ່ງຈະຫນີພົ້ນໄດ້ຈາກການເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ 5 ເພາະເຫດນີ້ແຫລະ, ທ່ານທັງຫລາຍຈົ່ງອົດສາພຍາຍາມຈົນສຸດກຳລັງ ເພື່ອຈະເອົາຄຸນຄວາມດີເພີ້ມຄວາມເຊື່ອ, ແລະເອົາຄວາມຮູ້ເພີ້ມຄຸນຄວາມດີ 6 ເອົາຄວາມຮູ້ຈັກບັງຄັບຕົນເພີ້ມຄວາມຮູ້, ເອົາຄວາມຫມັ້ນໃຈເພີ້ມຄວາມບັງຄັບຕົນ, ເອົາຄວາມເຫລື້ອມໃສໃນພຣະເຈົ້າເພີ້ມຄວາມຫມັ້ນໃຈ 7 ເອົາຄວາມຮັກພີ່ນ້ອງເພີ້ມຄວາມເຫລື້ອມໃສໃນພຣະເຈົ້າ, ແລະເອົາຄວາມຮັກຄົນທົ່ວໄປເພີ້ມຄວາມຮັກພີ່ນ້ອງ 8 ດ້ວຍວ່າສິ່ງເຫລົ່ານີ້ມີຢູ່ໃນພວກທ່ານຢ່າງບໍຣິບູນແລ້ວ ກໍຈະເຮັດໃຫ້ພວກທ່ານເປັນຄົນດຸຫມັ່ນ ແລະເກີດຜົນໃນການຮູ້ຈັກພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 9 ເພາະວ່າຜູ້ໃດທີ່ຂາດສິ່ງເຫລົ່ານີ້ກໍເປັນຄົນຕາບອດຕາສັ້ນ ແລະລືມໄປວ່າຕົນໄດ້ຮັບການຊຳຮະລ້າງຈາກຜິດບາບອັນເກົ່າກ່ອນຂອງຕົນເສັຽແລ້ວ 10 ເພາະເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດສາພຍາຍາມຫລາຍກວ່າເກົ່າ ເຮັດຕົນໃຫ້ເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ ເພາະວ່າຖ້າເຮັດຢ່າງນັ້ນແຫລະ, ພວກທ່ານກໍຈະບໍ່ສະດຸດລົ້ມລົງຈັກເທື່ອ 11 ດ້ວຍທາງນີ້ແຫລະ, ພຣະເຈົ້າຈະຊົງປະທານສິດສົມບູນແກ່ທ່ານທັງຫລາຍ ໃຫ້ເຂົ້າໄປໃນຣາຊແຜ່ນດິນອັນຕລອດໄປເປັນນິດຂອງພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ 12 ເຫດສັນນັ້ນ ເຖິງແມ່ນວ່າທ່ານທັງຫລາຍຮູ້ຈັກແລະຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວກໍດີ ຂ້າພະເຈົ້າກໍພ້ອມຢູ່ສເມີທີ່ຈະເຕືອນສະຕິພວກທ່ານໃຫ້ລະນຶກເຖິງສິ່ງເຫລົ່ານີ້ 13 ຕາບໃດທີ່ຂ້າພະເຈົ້າຍັງອາໄສຢູ່ໃນຮ່າງກາຍນີ້ ຂ້າພະເຈົ້າເຫັນສົມຄວນທີຈະປຸກເຕືອນພວກທ່ານໃຫ້ລະນຶກເຖິງຂໍ້ຄວາມເຫລົ່ານີ້ 14 ເພາະຂ້າພະເຈົ້າຮູ້ຢູ່ວ່າອີກບໍ່ເຫິງ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍນີ້ເສັຽ ເຫມືອນດັ່ງທີ່ພຣະເຢຊູຄຣິດເຈົ້າຂອງພວກເຮົາໄດ້ຊົງສະແດງແກ່ຂ້າພະເຈົ້າແລ້ວ 15 ແລະຂ້າພະເຈົ້າຈະພຍາຍາມຫາທາງໃຫ້ທ່ານທັງຫລາຍລະນຶກເຖິງສິ່ງເຫລົ່ານີ້ໄດ້ທຸກເວລາ ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ 16 ເພາະເມື່ອເຮົາໄດ້ປະກາດໃຫ້ທ່ານທັງຫລາຍຊາບເຖິງຣິດເດດແລະການສະເດັດມາຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງຂຶ້ນດ້ວຍຄວາມສລາດ ແຕ່ເຮົາເປັນພຍານຜູ້ຮູ້ເຫັນເດຊານຸພາບຂອງພຣະອົງ 17 ເພາະວ່າພຣະອົງໄດ້ຊົງຮັບກຽດແລະສະງ່າຣາສີຈາກພຣະບິດາ ຄາວເມື່ອພຣະສຸຣະສຽງຈາກຣັສມີອັນຮຸ່ງເຮືອງຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ” 18 ຝ່າຍພວກເຮົາກໍໄດ້ຍິນພຣະສຸຣະສຽງນີ້ຈາກສວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງທີ່ພູອັນສັກສິດນັ້ນ 19 ສັນນັ້ນພວກເຮົາຍຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເຫມືອນແສງໂຄມທີ່ສ່ອງສວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກທ່ານ 20 ກ່ອນອື່ນທ່ານທັງຫລາຍຈະຕ້ອງເຂົ້າໃຈຂໍ້ນີ້ ຄືຜູ້ນຶ່ງຜູ້ໃດຈະຕີຄວາມຫມາຍຂອງຄຳທຳນວາຍໃນພຣະຄັມພີເອົາເອງບໍ່ໄດ້ 21 ເພາະວ່າຄຳທຳນວາຍນັ້ນບໍ່ໄດ້ມາຈາກນ້ຳໃຈຂອງມະນຸດຈັກເທື່ອ ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດຊົງດົນໃຈ 21 ແຕ່ວ່າໄດ້ມີຜູ້ປະກາດພຣະທັມປອມເກີດຂຶ້ນໃນຖ້າມກາງພົລເມືອງນັ້ນເຫມືອນກັບຈະມີຜູ້ສອນປອມເກີດຂຶ້ນໃນຖ້າມກາງພວກທ່ານ ເຂົາຈະນຳເອົາລັດທິອັນໃຫ້ເຖິງຄວາມຈິບຫາຍລອບເຂົ້າມາສ້ຽມສອນ ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າຜູ້ຊົງໄຖ່ເຂົາໄວ້ ຊຶ່ງຈະນໍາຄວາມຈິບຫາຍມາເຖິງຕົວເຂົາໂດຍໄວ2 ຈະມີຫລາຍຄົນຕິດຕາມການຊົ່ວອັນຕ່ຳຊ້າຂອງເຂົາ ແລະເພາະເນື່ອງຈາກຄົນເຫລົ່ານັ້ນເປັນເຫດທາງຂອງຄວາມຈິງຈະຖືກປມາດ 3 ແລະດ້ວຍໃຈໂລບເຂົາຈະໄດ້ກຳໄຣຈາກພວກທ່ານດ້ວຍກ່າວຄຳຕົວະ ການລົງໂທດຄົນເຫລົ່ານັ້ນທີ່ໄດ້ຖືກພິພາກສາດົນນານມາແລ້ວກໍບໍ່ເສີຍຊ້າຢູ່ ຄວາມຈິບຫາຍທີ່ຈະເກີດກັບເຂົານັ້ນກໍບໍ່ໄດ້ລືມເຂົາ 4 ເພາະວ່າພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຊຸກເຂົາລົງໄປສູ່ພື້ນທໍຣະນີ ຂັງເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນກວ່າວັນພິພາກສາ 5 ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸສໂລກຄາວບູຮານ ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມຊອບທັມກັບຄົນອື່ນອີກເຈັດຄົນ ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນທີ່ບໍ່ນັບຖືພຣະເຈົ້າ 6 ພຣະເຈົ້າໄດ້ຊົງເຜົາເມືອງໂຊໂດມ ແລະເມືອງໂກໂມຣາໃຫ້ກາຍເປັນເຖົ່າ ຊຶ່ງເປັນການລົງໂທດໃຫ້ຈິບຫາຍເພື່ອເປັນຕົວຢ່າງແກ່ຄົນທັງຫລາຍທີ່ບໍ່ນັບຖືພຣະເຈົ້າໃນເວລາຕໍ່ໄປ 7 ແລະໄດ້ຊົງໂຜດເອົາໂລດຜູ້ຊອບທັມນັ້ນໃຫ້ພົ້ນ ຄືຜູ້ທີ່ມີຄວາມທຸກໃຈຫລາຍຍ້ອນກິຣິຍາທີ່ຂາດສິນທັມຂອງຄົນຊົ່ວເຫລົ່ານັ້ນ 8 (ເພາະເມື່ອຄົນຊອບທັມຜູ້ນີ້ຢູ່ໃນຫມູ່ຄົນຊົ່ວນັ້ນ ການອະທັມຂອງເຂົາທີ່ທ່ານໄດ້ເຫັນແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທັມຂອງຕົນເປັນທຸກລຳບາກທຸກໆວັນ) 9 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຊົງຊາບວິທີຈະໂຜດເອົາຄົນທີ່ນັບຖືພຣະເຈົ້າໃຫ້ພົ້ນຈາກການທົດລອງ ແລະຊົງຊາບວິທີຄຸມຮັກສາຄົນອະທັມໄວ້ ເພື່ອລົງໂທດເມື່ອວັນພິພາກສາ 10 ເປັນຕົ້ນຈະຊົງລົງໂທດແກ່ຄົນເຫລົ່ານັ້ນທີ່ປ່ອຍຕົວໄປຕາມກິເລດຕັນຫາ ແລະຫມິ່ນປມາດຕໍ່ອຳນາດທັງຫມົດ ຄຣູສອນປອມເຫລົ່ານີ້ມີໃຈກ້າກັ່ນແລະເຮັດຕາມອຳເພີໃຈ ເຂົາບໍ່ສະທ້ານຕົກໃຈເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ 11 ເຖິງແມ່ນວ່າພວກເທວະດາທີ່ມີຣິດກໍາລັງຫລາຍກວ່າກໍຍັງບໍ່ນໍາຄວາມຟ້ອງມາກ່າວປະນາມຄົນເຫລົ່ານັ້ນຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ 12 ແຕ່ຄົນເຫລົ່ານັ້ນເປັນເຫມືອນສັດເດັຽຣະສານທີ່ບໍ່ມີຄວາມຄຶດ ແລະເກີດມາຕາມທຳມະຊາດເພື່ອຖືກຈັບແລະຖືກຂ້າ ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈ ເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫລົ່ານັ້ນ 13 ເຂົາຈະໄດ້ການອະທັມເປັນຮາງວັນແຫ່ງການອະທັມຂອງຕົນ ເຂົາຖືເອົາການຫລິ້ນມ່ວນເຮຮາໃນເວລາກາງເວັນເປັນຂອງສນຸກ ເຂົາດ່າງພ້ອຍແລະເປື້ອນເປິ ແລະໃຊ້າການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບທ່ານທັງຫລາຍ 14 ຕາຂອງເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ ເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງຫມັ້ນ ເຂົາມີໃຈເກັ່ງໃນການໂລບ ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ 15 ເຂົາໄດ້ປະຖິ້ມທາງຊື່ຈຶ່ງຫລົງທາງໄປ ເຂົາຕິດຕາມທາງຂອງບາລາອາມລູກໂບໂຊຣ໌ ຜູ້ຊຶ່ງຊອບຮາງວັນທີ່ມາຈາກການອະທັມ 16 ແຕ່ບາລາອາມນັ້ນໄດ້ຖືກຕີເພາະການລະເມີດຂອງຕົນ ລໍຕົວປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມຜູ້ທຳນວາຍນັ້ນໃຫ້ເຊົາ 17 ຄົນເຫລົ່ານີ້ເປັນບໍ່ທີ່ຂາດນ້ຳ ເປັນຫມອກທີ່ຖືກພະຍຸພັດໄປ ພຣະອົງຊົງຈັດຂຸມແຫ່ງຄວາມມືດອັດເລິກລັບໄວ້ສຳລັບຄົນເຫລົ່ານັ້ນ 18 ເພາະວ່າເຂົາມັກກ່າວຄຳອວດອ້າງອັນເປົ່າໆແລະໃຊ້ຄວາມປາຖນາຊົ່ວທາງກາຍຫລອກລວງຄົນທັງຫລາຍທີ່ກຳລັງຫນີພົ້ນຈາກຜູ້ທີ່ດຳເນີນຊີວິດໃນການຫລົງຜິດ 19 ເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນມີອິສລະພາບ ແຕ່ຝ່າຍເຂົາເອງກໍຍັງເປັນຂ້ອຍຂ້າຂອງຄວາມເສື່ອມໂຊມ ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ ເຂົາຈະເປັນຂ້ອຍຂ້າຂອງສິ່ງນັ້ນ 20 ເພາະວ່າຖ້າຫລົງຈາກທີ່ເຂົາພົ້ນແລ້ວຈາກກິເລດຕັນຫາຂອງໂລກນີ້ແລ້ວ ດ້ວຍການທີ່ເຂົາຮູ້ຈັກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າແລະຜູ້ໂຜດໃຫ້ພົ້ນ ເຂົາກັບພົວພັນແລະຖືກພ່າຍແພ້ແກ່ການຊົ່ວຮ້າຍນັ້ນອີກ ສະພາບບັ້ນປາຍຂອງເຂົາກໍກັບເປັນຊົ່ວຮ້າຍກວ່າບັ້ນຕົ້ນ 21 ເພາະຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ຂໍ້ບັນຍັດອັນສັກສິດທີ່ຊົງໂຜດມອບໃຫ້ແກ່ເຂົານັ້ນ 22 ຊຶ່ງເກີດແກ່ເຂົານັ້ນກໍເຫມືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ, “ຫມາໄດ້ຫລົບໄປກິນສິ່ງມັນຮາກອອກ” ແລະ “ຫມູທີ່ລ້າງແລ້ວກໍກັບລົງໄປນອນລຸຍໃນບວກອີກ” 31 ພວກທີ່ຮັກເອີຍ, ນີ້ແຫລະ ເປັນຈົດຫມາຍສະບັບທີ່ສອງທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ ໃນຈົດຫມາຍທັງສອງສະບັບນີ້ ຂ້າພະເຈົ້າໄດ້ປຸກເຕືອນຈິດໃຈອັນຊື່ສັດຂອງພວກທ່ານໃຫ້ລະນຶກເຖິງ2 ເພື່ອທ່ານທັງຫລາຍຈະໄດ້ຈື່ຈຳຖ້ອຍຄຳທັງຫລາຍທີ່ພວກຜູ້ທຳນວາຍບໍຣິສຸດໄດ້ກ່າວໄວ້ເມື່ອກ່ອນ ແລະຂໍ້ບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄືພຣະຜູ້ໂຜດໃຫ້ພົ້ນ ໂດຍບັນດາອັຄສາວົກຂອງທ່ານທັງຫລາຍ 3 ກ່ອນອື່ນ, ຈົ່ງຣູ້ຂໍ້ນີ້ ຄືໃນຄາວສຸດທ້າຍຈະມີຄົນເຍາະເຍີ້ຍມາເວົ້າສຽດສີຕາມໃຈປາຖນາຂອງຕົນ 4 ເຂົາຈະຖາມວ່າ, “ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ ເພາະວ່າຕັ້ງແຕ່ບັນພະບຸຣຸດລັບລ່ວງໄປແລ້ວ ສິ່ງທັງປວງກໍເປັນຢູ່ເຫມືອນເປັນຢູ່ຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກ” 5 ເພາະວ່າເຂົາແກ້ງລືມຂໍ້ນີ້ເສັຽ ຄືດ້ວຍພຣະທັມຂອງພຣະເຈົ້າຟ້າສວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະແຜ່ນດິນໂລກຈຶ່ງໄດ້ເກີດຂຶ້ນຈາກນ້ຳແລະດ້ວຍທາງນ້ຳ 6 ດ້ວຍນ້ຳນັ້ນແຫລະ, ມະນຸສໂລກທີ່ມີຢູ່ໃນຂນະນັ້ນໄດ້ຈິບຫາຍໄປດ້ວຍນ້ຳຖ້ວມ 7 ໂດຍພຣະທັມອັນດຽວກັນນັ້ນແຫລະ, ຟ້າແລະດິນທີ່ມີຢູ່ໃນປັດຈຸບັນນີ້ ກໍຊົງຮັກສາໄວ້ສຳລັບໃຫ້ໄຟເຜົາຜານເສັຽ ຄືຊົງຮັກສາໄວ້ຈົນກວ່າຈະເຖິງວັນທີ່ບັນດາມະນຸດຊຶ່ງບໍ່ນັບຖືພຣະເຈົ້າຈະຖືກຊົງພິພາກສາແລະຈິບຫາຍໄປ 8 ແຕ່ພວກທີ່ຮັກເອີຍ, ຢ່າລືມຂໍ້ນີ້ວ່າ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າວັນດຽວກໍເຫມືອນກັບພັນປີ ແລະພັນປີກໍເຫມືອນກັບວັນດຽວ 9 ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າໃນເຣື່ອງພຣະສັນຍາຂອງພຣະອົງ ເຫມືອນດັ່ງບາງຄົນ ຄຶດວ່າຊ້າ ແຕ່ພຣະອົງຊົງອົດກັ້ນພຣະທັຍໄວ້ດົນນານເພາະເຫັນແກ່ທ່ານທັງຫລາຍ ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ນຶ່ງຜູ້ໃດຈິບຫາຍເສັຽ ແຕ່ຊົງປາຖນາທີ່ຈະໃຫ້ຄົນທັງປວງມາເຖິງການຖິ້ມໃຈເກົ່າເອົາໃຈໃຫມ່ 10 ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເຫມືອນດັ່ງຂະໂມຍມາ ໃນວັນນັ້ນທ້ອງຟ້າຈະລ່ວງເສັຽໄປດ້ວຍສຽງດັງກ້ອງສນັ່ນ ໂລກ ທາດຈະສລາຍໄປດ້ວຍໄຟ ແລະແຜ່ນດິນໂລກກັບສາຣະພັດທຸກສິ່ງຈະໄຫມ້ເສັຽຫມົດ 11 ເມື່ອຮູ້ແລ້ວວ່າສິ່ງທັງປວງຈະສລາຍໄປຢ່າງນີ້ ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ ໃນການດໍາເນີນຊີວິດອັນບໍຣິສຸດແລະການນັບຖືພຣະເຈົ້າ 12 ຈົ່ງຄອຍຖ້າແລະເຮ່ງຮີບໃຫ້ວັນຂອງພຣະເຈົ້າມາເຖິງ ຊຶ່ງໃນວັນນັ້ນທ້ອງຟ້າຈະຖືກໄຟເຜົາສລາຍໄປ ແລະໂລກທາດຈະຖືກໄຟຜານສລາຍໄປ 13 ແຕ່ວ່າຕາມພຣະສັນຍາຂອງພຣະອົງ ເຮົາທັງຫລາຍຄອຍຖ້າຟ້າອາກາດໃຫມ່ແລະແຜ່ນດິນໂລກໃຫມ່ ຊຶ່ງຄວາມຊອບທັມຈະຕັ້ງຢູ່ທີ່ນັ້ນ 14 ເຫດສັນນັ້ນພວກທີ່ຮັກເອີຍ, ເມື່ອທ່ານທັງຫລາຍກຳລັງຄອຍຖ້າສິ່ງເຫລົ່ານີ້ຢູ່ ຈົ່ງອົດສາພຍາຍາມໃຫ້ພຣະອົງຊົງພົບພວກທ່ານຢູ່ໃນຄວາມສງົບ ໂດຍບໍ່ມີຈຸດດ່າງພ້ອຍແລະຂໍ້ຕຳຫນິ 15 ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງອົດກັ້ນພຣະທັຍໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນເຫມືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດຫມາຍເຖິງທ່ານທັງຫລາຍຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ທ່ານນັ້ນ 16 ໃນຈົດຫມາຍທຸກສະບັບຂອງທ່ານກໍກ່າວເຖິງເຫດການເຫລົ່ານີ້ໄວ້ແລ້ວ ໃນຈົດຫມາຍເຫລົ່ານັ້ນມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການແລະທີ່ມີໃຈບໍ່ຫມັ້ນຄົງແນ່ນອນໄດ້ບິດເບືອນຂໍ້ຄວາມເສັຽເຫມືອນຢ່າງທີ່ເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄັມພີອັນເປັນເຫດໃຫ້ຕົນເອງຈິບຫາຍ 17 ເພາະເຫດນັ້ນພວກທີ່ຮັກເອີຍ, ເມື່ອພວກທ່ານຮູ້ເຣື່ອງນີ້ກ່ອນແລ້ວກໍຈົ່ງລະວັງໃຫ້ດີ ເພາະຢ້ານວ່າພວກທ່ານຈະຫລົງໄປເຮັດຜິດ ຕາມການຜິດຂອງຄົນຂາດສິນທັມເຫລົ່ານັ້ນ ແລະທ່ານທັງຫລາຍຈະຕົກເສັຽຈາກຄວາມຫນັກແຫນ້ນຫມັ້ນຄົງຂອງຕົນ 18 ແຕ່ຂໍໃຫ້ທ່ານທັງຫລາຍຈະເຣີນຂຶ້ນໃນພຣະຄຸນແລະໃນຄວາມຮູ້ ຊຶ່ງມາຈາກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ ພຣະກຽດຈົ່ງມີແດ່ພຣະອົງນັ້ນທັງໃນປັດຈຸບັນແລະຕລອດໄປເປັນນິດ (ອາແມນ) |