MATTHEW ມັດທາຍ11 ຫນັງສືລຳດັບເຊື້ອວົງຂອງພຣະເຢຊູຄຣິດ ຜູ້ເປັນເຊື້ອສາຍຂອງດາວິດ ຜູ້ສືບຕະກູນເນື່ອງມາຈາກອັບຣາຮາມ2 ອັບຣາຮາມມີບຸດຊາຍຊື່ອີຊາກ ອີຊາກມີບຸດຊາຍຊື່ຢາໂຄບ ຢາໂຄບມີບຸດຊາຍຊື່ຢູດາ ແລະອ້າຍນ້ອງຂອງຕົນ 3 ຢູດາມີບຸດຊາຍຊື່ເປເຣັດ ແລະເຊຣາ ເກີດຈາກນາງທາມາ ເປເຣັດມີບຸດຊາຍຊື່ເຮສໂຣນ ເຮສໂຣນມີບຸດຊາຍຊື່ຣາມ 4 ຣາມມີບຸດຊາຍຊື່ອາມີນາດາບ ອາມີນາດາບມີບຸດຊາຍຊື່ນາໂຊນ ນາໂຊນມີບຸດຊາຍຊື່ຊັນໂມນ 5 ຊັນໂມນມີບຸດຊາຍຊື່ໂບອັດ ໂບອັດມີບຸດຊາຍຊື່ ໂອເບດ ເກີດຈາກນາງຣຸດ ໂອເບດມີບຸດຊາຍຊື່ເຈສຊີ 6 ເຈສຊີມີບຸດຊາຍຊື່ດາວິດ ຜູ້ຊົງເປັນກະສັດ ກະສັດດາວິດມີບຸດຊາຍຊື່ຊາໂລໂມນ ຊົງເກິດຈາກນາງຊຶ່ງແຕ່ກ່ອນເປັນເມັຽຂອງອູຣີຢາ 7 ກະສັດໂຊໂລໂມນຊົງມີບຸດຊາຍຊື່ ເຢໂຮໂບອາມ ເຢໂຮໂບອາມມີບຸດຊາຍຊື່ອະບີຢາ ອະບີຢາມີບຸດຊາຍຊື່ອາສາຟ 8 ອາສາຟມີບຸດຊາຍຊື່ຢາໂຮຊະຟາດ ຢາໂຮຊາຟັດມີບຸດຊາຍຊື່ໂຢຣາມ ໂຢຣາມມີບຸດຊາຍຊື່ອຸສຊິຢາ 9 ອຸສຊິຢາມີບຸດຊາຍຊື່ໂຢທາມ ໂຢທາມມີບຸດຊາຍຊື່ອາຮັສ ອາຣັສມີບຸດຊາຍຊື່ເຮເຊກີຢາ 10 ເຮເຊກິຢາມີບຸດຊາຍຊື່ມານັສເຊ ມານັສເຊມີບຸດຊາຍຊື່ອາໂມນ ອາໂມນມີບຸດຊາຍຊື່ໂຢຊີຢາ 11 ໂຢຊີຢາມີບຸດຊາຍຊື່ເຢໂຄນີຢາ ກັບພວກອ້າຍນ້ອງຂອງຕົນ ເກິດໃນເວລາຖືກກວາດໄປຍັງກຸງບາບິໂລນ 12 ຄັນຖືກກວາດໄປຍັງກຸງບາບິໂລນແລ້ວ ເຢໂຄນິຢາກໍມີບຸດຊາຍຊື່ຊາລາທິເອນ ຊາລາທິເອນມີບຸດຊາຍຊື່ເຊຣູບບາເບນ 13 ເຊຣູບບາເບນມີບຸດຊາຍຊື່ອາບິອຸດ ອາບິອຸດມີບຸດຊາຍຊື່ເອລີອາກິມ ເອລີອາກິມມີບຸດຊາຍຊື່ອາໂຊຣ໌ 14 ອາໂຊຣ໌ມີບຸດຊາຍຊື່ຊາໂດກ ຊາໂດກມີບຸດຊາຍຊື່ອາຄິມ ອາຄິມມີບຸດຊາຍຊື່ເອລີອຸດ 15 ເອລີອຸດມີບຸດຊາຍຊື່ເອເລອາຊາ ເອເລອາຊາມີບຸດຊາຍຊື່ມັດທານ ມັດທານມີບຸດຊາຍຊື່ຢາໂຄບ 16 ຢາໂຄບມີບຸດຊາຍຊື່ໂຢເຊບ ຜູ້ເປັນສາມີຂອງນາງມາຣິອາ ພຣະເຢຊູຜູ້ທີ່ເອີ້ນວ່າເປັນພຣະຄຣິດ ກໍຊົງບັງເກິດມາຈາກນາງມາຣິອາຜູ້ນີ້ 17 ດັ່ງນັ້ນນັບຕັ້ງແຕ່ອັບຣາຮາມລົງມາຈົນເຖິງກະສັດດາວິດຈຶ່ງເປັນສິບສີ່ຊົ່ວຄົນ ນັບຕັ້ງແຕ່ກະສັດດາວິດຈົນເຖິງຄາວກວາດໄປຍັງກຸງບາບິໂລນ ເປັນເວລາສິບສີ່ຊົ່ວຄົນ ແລະນັບຕັ້ງແຕ່ຄາວຖືກກວາດໄປຍັງກຸງບາບິໂລນຈົນເຖິງພຣະຄຣິດ ເປັນເວລາສິບສີ່ຊົ່ວຄົນ 18 ເຣື່ອງພຣະກຳເນິດຂອງພຣະເຢຊູຄຣິດເປັນດັ່ງນີ້: ຄືນາງມາຣິອາຜູ້ເປັນມານດາຂອງພຣະເຢຊູນັ້ນ ໄດ້ເປັນຄູ່ຫມັ້ນກັບໂຢເຊບແລ້ວ ກ່ອນເວລາເຂົາໄດ້ເປັນຄູ່ຜົວເມັຽກັນກໍປາກົດວ່າ ນາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດ 19 ຝ່າຍໂຢເຊບຜູ້ເປັນຄູ່ຫມັ້ນຂອງນາງເປັນຄົນມີສິນທັມ ແຕ່ປານນັ້ນທ່ານບໍ່ຢາກໃຫ້ເຣື່ອງນີ້ເປັນທີ່ອັບອາຍຂາຍຫນ້າແກ່ນາງ ຈຶ່ງຕັດສິນໃຈວ່າຈະຖອນຫມັ້ນເສັຽຢ່າງລັບໆ 20 ແຕ່ເມື່ອໂຢເຊບຍັງຄຶດໃນເຣື່ອງນີ້ຢູ່ ກໍມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າມາປາກົດແກ່ໂຢເຊບໃນຄວາມຝັນວ່າ, “ໂຢເຊບບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມັຽຂອງເຈົ້າ ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍເດດພຣະວິນຍານບໍຣິສຸດ 21 ນາງຈະປະສູດບຸດ ແລ້ວເຈົ້າຈົ່ງຖວາຍນາມທ່ານວ່າ ເຢຊູ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ” 22 ການທັງປວງນີ້ເກິດຂຶ້ນເພື່ອຈະໃຫ້ສຳເຣັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, 23 “ເບິ່ງແມ໋, ຍິງພົມມະຈາຣິນັ້ນຈະມີທ້ອງແລະປະສູດບຸດຄົນນຶ່ງ ແລະເຂົາຈະເອີ້ນບຸດນັ້ນວ່າ ເອມານູເອນ” ( ແປວ່າ “ພຣະເຈົ້າຊົງສະຖິດຢູ່ກັບເຮົາທັງຫລາຍ”) 24 ເມື່ອໂຢເຊບຕື່ນຂຶ້ນກໍເຮັດຕາມຄຳທີ່ເທວະດາຂອງພຣະຜູ້ເປັນເຈົ້າສັ່ງນັ້ນ ຄືຮັບເອົານາງມາຣິອາມາເປັນພັຣຍາຂອງຕົນ 25 ແຕ່ບໍ່ໄດ້ສົມສູ່ຢູ່ກັບນາງຈົນປະສູດບຸດຊາຍແລ້ວ ແລະໂຢເຊບໄດ້ເອີ້ນຊື່ບຸດນັ້ນວ່າ ເຢຊູ 21 ເມື່ອພຣະເຢຊູຊົງປະສຸດຢູ່ບ້ານເບດເລເຮັມແຂວງຢູດາຍໃນສະໄຫມຂອງກະສັດເຮໂຣດ ເບິ່ງແມ໋, ມີພວກໂຫຣາຈານຈາກທິດຕາເວັນອອກມາຍັງກຸງເຢຣູຊາເລັມ,2 ຖາມວ່າ, “ກຸມມານຜູ້ເກີດມາເປັນກະສັດຂອງຊາດຢິວນັ້ນຢູ່ທີ່ໃດ ເພາະເຮົາໄດ້ເຫັນດາວຂອງທ່ານປາກົດຂຶ້ນ ເຮົາຈຶ່ງມາເພື່ອຈະຂາບໄຫວ້ທ່ານ” 3 ຄັນກະສັດເຮໂຣດຊົງໄດ້ຍິນດັ່ງນີ້ແລ້ວກໍວຸ້ນວາຍພຣະທັຍ ທັງໄທກຸງເຢຣູຊາເລັມກໍພ້ອມກັນວຸ້ນວາຍດ້ວຍ 4 ເມື່ອກະສັດຊົງຮັບສັ່ງໃຫ້ປະຊຸມບັນດາປະໂຣຫິດຕົນໃຫຍ່ກັບພວກນັກທັມຂອງປະຊາຊົນ ພຣະອົງຈຶ່ງຊົງຖາມເຂົາວ່າ, “ຜູ້ເປັນພຣະຄຣິດນັ້ນຈະບັງເກິດຢູ່ທີ່ໃດ” 5 ເຂົາທູນຕອບວ່າ, “ໃນບ້ານເບດເລເຮັມແຂວງຢູດາຍ ເພາະຜູ້ປະກາດພຣະທັມໄດ້ຂຽນໄວ້ດັ່ງນີ້ວ່າ, 6 “ບ້ານເບດເລເຮັມໃນແຜ່ນດິນຢູດາຍເອີຍ ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນຖ້າມກາງພວກເຈົ້ານາຍຂອງຢູດາຍ ເພາະວ່າເຈົ້ານາຍຜູ້ນຶ່ງຈະອອກມາຈາກເຈົ້າ ຜູ້ຊຶ່ງຈະປົກຄອງອິສຣາເອນໄພ່ພົນຂອງເຮົາ” 7 ແລ້ວເຮໂຣດໄດ້ຊົງເອີ້ນພວກໂຫຣາຈານເຂົ້າມາເປັນການລັບ ຊົງຖາມເຂົາໄດ້ຄວາມຖ້ວນຖີ່ເຖິງເວລາທີ່ດາວນັ້ນໄດ້ປາກົດຂຶ້ນ 8 ແລ້ວກະສັດໄດ້ຊົງໃຫ້ພວກໂຫຣາຈານໄປຍັງບ້ານເບດເລເຮັມສັ່ງວ່າ, “ຈົ່ງໄປຄົ້ນຫາກຸມມານນັ້ນດ້ວຍຄັກແນ່ ເມື່ອພົບແລ້ວຈົ່ງກັບມາບອກເຮົາເພື່ອເຮົາຈະໄດ້ໄປຂາບໄຫວ້ທ່ານເຫມືອນກັນ” 9 ເມື່ອພວກໂຫຣາຈານໄດ້ຍິນຄໍາສັ່ງດັ່ງນີ້ກໍພາກັນອອກໄປ ເບິ່ງແມ໋, ດາວທີ່ເຂົາໄດ້ເຫັນເມື່ອປາກົດຂຶ້ນນັ້ນກໍໄດ້ນຳຫນ້າເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ 10 ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນແລ້ວກໍມີຄວາມຊົມຊື່ນຍິນດີອັນໃຫຍ່ 11 ຄັນເຂົ້າໄປໃນເຮືອນກໍພົບກຸມມານກັບນາງມາຣິອາມານດາຂອງທ່ານ ພວກເຂົາຈຶ່ງກົ້ມລົງຂາບໄຫວ້ກຸມມານນັ້ນ ແລ້ວໄຂຫີບເອົາຊັບຂອງເຂົາອອກມາຖວາຍແກ່ກຸມມານເປັນເຄື່ອງເຄົາຣົບ ຄື ຄຳ, ກຳຍານ, ແລະຢາງໄມ້ຫອມ 12 ພຣະເຈົ້າຊົງເຕືອນເຂົາທາງຄວາມຝັນບໍ່ໃຫ້ກັບໄປເຝົ້າເຮໂຣດ ດັ່ງນັ້ນເຂົາຈຶ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ 13 ເມື່ອເຂົາໄປແລ້ວ ເບິ່ງແມ໋, ມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊບທາງຄວາມຝັນແລ້ວກ່າວວ່າ, “ຈົ່ງລຸກຂຶ້ນພາກຸມມານແລະມານດາຫນີໄປຍັງປະເທດເອຢິບ ແລ້ວຄອຍຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະປະຫານເສັຽ” 14 ໂຢເຊບໄດ້ລຸກຂຶ້ນແລ້ວພາກຸມມານແລະມານດາຫນີໄປຍັງປະເທດເອຢິບໃນເວລາກາງຄືນ 15 ແລະໄດ້ຢູ່ທີ່ນັ້ນຈົນເຮໂຣດສິ້ນພຣະຊົນແລ້ວ ການທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເຣັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ເຮົາໄດ້ເອີ້ນບຸດຂອງເຮົາອອກມາຈາກປະເທດເອຢິບ” 16 ຄັນເຮໂຣດຊົງເຫັນວ່າພວກໂຫຣາຈານຫລອກລວງຕົນກໍຊົງຮ້າຍຫລາຍ ຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງຫມົດໃນບ້ານເບດເລເຮັມແລະທີ່ໃກ້ຄຽງທົ່ວໄປ ຕັ້ງແຕ່ອາຍຸສອງຂວບລົງມາ ຊຶ່ງພໍດີກັບເວລາທີ່ກະສັດຊົງຊາບຈາກພວກໂຫຣາຈານນັ້ນ 17 ເມື່ອນັ້ນກໍສຳເຣັດຕາມທີ່ຊົງກ່າວໄວ້ໂດຍເຢເຣມີຢາຜູ້ປະກາດພຣະທັມວ່າ, 18 “ໄດ້ຍິນສຽງໃນບ້ານຣາມາ ເປັນສຽງຮ້ອງໄຫ້ແລະໂອຍຮ່ຳໄຮ ຄືນາງຣາເຊນຮ້ອງໄຫ້ນຳລູກທັງຫລາຍຂອງຕົນ ນາງບໍ່ຮັບຟັງຄວາມເລົ້າໂລມເພາະລູກນັ້ນບໍ່ມີແລ້ວ” 19 ຄັນເຮໂຣດສິ້ນພຣະຊົນແລ້ວ ມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າມາປາກົດແກ່ໂຢເຊບ ທາງຄວາມຝັນທີ່ປະເທດເອຢິບ, ສັ່ງວ່າ, 20 “ຈົ່ງລຸກຂຶ້ນພາກຸມມານກັບມານດາໄປຍັງແຜ່ນດິນອິສຣາເອນ ເພາະຜູ້ທີ່ຊອກຫາພຣະກຸມມານນັ້ນຕາຍແລ້ວ” 21 ໂຢເຊບຈຶ່ງລຸກຂຶ້ນພາກຸມມານກັບມານດາມາຍັງແຜ່ນດິນອິສຣາເອນ 22 ແຕ່ເມື່ອໄດ້ຍິນຂ່າວວ່າ ອາເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊບກໍຢ້ານບໍ່ກ້າໄປທີ່ນັ້ນ ແລະເມື່ອໄດ້ຮັບຄຳເຕຶອນຈາກພຣະເຈົ້າທາງຄວາມຝັນ ໂຢເຊບກໍເລີຍໄປຍັງແຂວງຄາລີເລ, 23 ຈຶ່ງໄປອາໄສຢູ່ເມືອງນຶ່ງຊື່ນາຊາເຣັດ ເພື່ອຈະສຳເຣັດຕາມທີ່ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ທ່ານຈະຖືກເອີ້ນວ່າ ໄທນາຊາເຣັດ” 31 ຄາວນັ້ນໂຢຮັນບັບຕິສະໂຕມາປະກາດໃນປ່າແຂວງຢູດາຍວ່າ,2 “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ເພາະວ່າຣາຊອານາຈັກສວັນໄດ້ມາໃກ້ແລ້ວ.” 3 ແມ່ນໂຢຮັນຜູ້ນີ້ແຫລະທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ, “ສຽງຂອງຜູ້ຮ້ອງໃນປ່າວ່າ ຈົ່ງຈັດແຈງທາງແຫ່ງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ” 4 ໂຢຮັນຜູ້ນີ້ນຸ່ງເສີ້ອຜ້າເຮັດດ້ວຍຂົນໂອດໂອ, ໃຊ້ສາຍຫນັງຮັດແອວ, ອາຫານຂອງທ່ານຄືຕັກແຕນແລະນ້ຳເຜິ້ງປ່າ 5 ຂນະນັ້ນໄທກຸງເຢຣູຊາເລັມແລະຄົນທົ່ວແຂວງຢູດາຍ ແລະຄົນທັງປວງທີ່ຢູ່ຕາມລຳນໍ້າຈໍແດນກໍອອກໄປຫາໂຢຮັນ 6 ພວກເຂົາໄດ້ສາຣະພາບຄວາມຜິດບາບຂອງຕົນ ແລະໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 7 ຄັນໂຢຮັນເຫັນພວກຟາຣິຊາຍແລະພວກຊາດູກາຍ ພາກັນມາຈຳນວນຫລວງຫລາຍເພື່ອຈະຮັບບັບຕິສະມາ ທ່ານຈຶ່ງກ່າວແກ່ເຂົາວ່າ, “ອ້າຍຊາດງູຮ້າຍເຮີຍ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ຈວນຈະມາເຖິງນັ້ນ 8 ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃຫມ່ 9 ແລະຢ່າຕັ້ງນຶກໃນໃຈວ່າ, “ພວກເຮົາມີອັບຣາຮາມເປັນບິດາເຄົ້າ” ເພາະເຮົາບອກພວກສູວ່າ ພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານເກິດຂຶ້ນແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້ 10 ບັດນີ້ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ສັນນັ້ນໄມ້ທຸກຕົ້ນທີ່ບໍ່ເກິດຜົນດີຈະຖືກປ້ຳແລ້ວໂຍນຖິ້ມໃສ່ໄຟເສັຽ 11 “ຝ່າຍເຮົາ ເຮົາໃຫ້ພວກສູຮັບບັບຕິສະມາດ້ວຍນ້ຳ ຫມາຍເຖິງການຖິ້ມໃຈເກົ່າເອົາໃຈໃຫມ່ກໍແມ່ນ ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີຣິດກວ່າເຮົາອີກ ຊຶ່ງເຮົາບໍ່ສົມຄວນຈະຈັບເກິບຂອງທ່ານໄປ ຝ່າຍຜູ້ນັ້ນຈະໃຫ້ພວກສູຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ 12 ມືຂອງຜູ້ນັ້ນຖືດົ້ງຟັດເຂົ້າ ທ່ານຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເຂົ້າລີບນັ້ນ ທ່ານຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ 13 ແລ້ວພຣະເຢຊູໄດ້ສະເດັດຈາກແຂວງຄາລິເລມາຫາໂຢຮັນທີ່ແມ່ຈໍແດນ ເພື່ອຈະຮັບບັບຕິສະມາຈາກທ່ານ. 14 ແຕ່ໂຢຮັນທູນຫ້າມພຣະອົງວ່າ, “ຂ້າພຣະອົງຕ້ອງການຈະຮັບບັບຕິສະມາຈາກພຣະອົງ ຄວນຫລືທີ່ພຣະອົງຈະສະເດັດມາຫາຂ້າພຣະອົງ” 15 ແຕ່ພຣະເຢຊູຊົງຕອບໂຢຮັນວ່າ, “ບັດນີ້ຈົ່ງຍອມເທີນ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທັມທຸກປະການ” ແລ້ວໂຢຮັນກໍຍອມ 16 ຄັນພຣະອົງຊົງຮັບບັບຕິສະມາ ແລ້ວກໍສະເດັດຂຶ້ນຈາກນ້ຳທັນທີ ແລ້ວເບິ່ງແມ໋, ທ້ອງຟ້າກໍໄຂອອກ (ແກ່ພຣະອົງ) ແລະພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າເຫມືອນດັ່ງນົກເຂົາສະເດັດລົງມາສະຖິດຢູ່ເທິງພຣະອົງ 17 ແລະເບິ່ງແມ໋, ມີພຣະສຸຣະສຽງຈາກຟ້າສວັນຊົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ” 41 ຕໍ່ມາພຣະວິນຍານໄດ້ຊົງພາພຣະເຢຊູເຂົ້າໄປໃນປ່າ ເພື່ອພຍາມານຈະໄດ້ທົດລອງພຣະອົງ2 ເມື່ອພຣະອົງຊົງອົດອາຫານເປັນເວລາສີ່ສິບວັນສີ່ສິບຄືນແລ້ວ ຫລັງຈາກນັ້ນພຣະອົງກໍຊົງຢາກອາຫານ 3 ສ່ວນຜູ້ທົດລອງມາຫາພຣະອົງທູນວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນອາຫານ” 4 ຝ່າຍພຣະອົງຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ມະນຸດຈະບໍ່ລ້ຽງຊິວິດດ້ວຍອາຫານສິ່ງດຽວ ແຕ່ລ້ຽງດ້ວຍພຣະທັມທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ” 5 ແລ້ວພຍາມານກໍພາພຣະອົງໄປຍັງນະຄອນອັນສັກສິດ ແລະໃຫ້ພຣະອົງປະທັບຢູ່ເທິງຫລັງຄາພຣະວິຫານ 6 ແລ້ວທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄັມດີວ່າ, “ພຣະເຈົ້າຈະຊົງຮັບສັ່ງພວກເທວະດາຂອງພຣະອົງກ່ຽວກັບເຣື່ອງທ່ານ” ແລະ “ມືຂອງເທວະດາເຫລົ່ານັ້ນຈະຮັບທ່ານໄວ້ ຢ້ານວ່າຕີນຂອງທ່ານຈະຕຳຫີນ” 7 ພຣະເຢຊູຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີອີກວ່າ “ຢ່າທົດລອງພຣະອົງຜູ້ເປັນພຣະເຈົ້າຂອງທ່ານ” 8 ອີກເທື່ອນຶ່ງພຍາມານໄດ້ພາພຣະອົງຂຶ້ນເມື່ອເທິງພູສູງໆ ແລະໄດ້ສະແດງບັນດາຣາຊແຜ່ນດິນໃນໂລກ ທັງສະງ່າຣາສີຂອງຣາຊແຜ່ນດິນເຫລົ່ານັ້ນຊີ້ໃຫ້ພຣະອົງເຫັນ, 9 ແລ້ວໄດ້ທູນພຣະອົງວ່າ, “ຖ້າທ່ານຈະຂາບລົງໄຫວ້ເຮົາ ເຮົາຈະເອົາສິ່ງເຫລົ່ານີ້ໃຫ້ແກ່ທ່ານ” 10 ພຣະເຢຊູຊົງຕອບມັນວ່າ, “ອ້າຍຊາຕານເຮິຍ, ຈົ່ງຫນີໄປເສັຽ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຈົ່ງຂາບໄຫວ້ພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ ແລະປະຕິບັດພຣະອົງແຕ່ຜູ້ດຽວ” 11 ແລ້ວພຍາມານຈຶ່ງຫນີຈາກພຣະອົງໄປ ແລະເບິ່ງແມ໋, ມີພວກເທວະດາມາປະຕິບັດຮັບໃຊ້ພຣະອົງ 12 ຄັນພຣະເຢຊູຊົງຊາບຂ່າວວ່າໂຢຮັນຖືກຈັບໄວ້ແລ້ວ ພຣະອົງກໍສະເດັດອອກໄປຍັງແຂວງຄາລີເລ 13 ແລ້ວຍ້າຍທີ່ປະທັບຈາກເມືອງນາຊາເຣັດໄປຢູ່ເມືອງກາເປນາອູມ ຊຶ່ງຢູ່ຮີມທະເລສາບໃນເຂດແດນເຊບູລູນ ແລະເນັຟທາລີ, 14 ເພື່ອພຣະທັມທີ່ຊົງກ່າວໄວ້ດ້ວຍເອຊາຢາຜູ້ປະກາດພຣະທັມຈະໄດ້ສຳເຣັດຄື, 15 “ແຂວງເຊບູລູນແລະແຂວງເນັຟທາລິ ຕາມທາງທະເລຟາກແມ່ນ້ຳຈໍແດນພຸ້ນ ຄືແຂວງຄາລີເລແຫ່ງບັນດາປະຊາຊາດ 16 ພົລເມືອງຜູ້ນັ່ງຢູ່ໃນຄວາມມືດ ໄດ້ເຫັນຄວາມສວ່າງອັນໃຫຍ່ ແລະຜູ້ທີ່ນັ່ງຢູ່ໃນແດນແລະເງົາແຫ່ງຄວາມຕາຍແສງສວ່າງກໍສ່ອງຂຶ້ນເທິງເຂົາແລ້ວ” 17 ຕັ້ງແຕ່ນັ້ນມາພຣະເຢຊູຊົງຕັ້ງຕົ້ນປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ເພາະຣາຊອານາຈັກສວັນໄດ້ມາໃກ້ແລ້ວ” 18 ຂນະທີ່ພຣະອົງສະເດັດລຽບຕາມແຄມທະເລສາບຄາລິເລ ກໍຊົງທອດພຣະເນດເຫັນອ້າຍນ້ອງສອງຄົນ ຄືຊີໂມນທີ່ເອີ້ນວ່າເປໂຕກັບອັນເດອານ້ອງຊາຍຂອງຕົນ ກຳລັງຖິ້ມມອງລົງນ້ຳທະເລເພາະວ່າເຂົາເປັນຊາວຫາປາ 19 ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງຕາມເຮົາມາແລະເຮົາຈະບັນດານໃຫ້ພວກເຈົ້າເປັນຜູ້ຫາຄົນ” 20 ໃນທັນໃດນັ້ນເຂົາກໍປະມອງແລ້ວຕາມພຣະອົງໄປ 21 ເມື່ອພຣະອົງສະເດັດຕໍ່ໄປກໍທອດພຣະເນດເຫັນອ້າຍນ້ອງອີກສອງຄົນ ຄືຢາໂກໂບບຸດເຊເບດາຍກັບໂຢຮັນນ້ອງຊາຍຂອງຕົນ ກຳລັງຝູງມອງຢູ່ໃນເຮືອກັບເຊເບດາຍພໍ່ຂອງເຂົາພຣະອົງໄດ້ຊົງເອີ້ນເອົາເຂົາ 22 ໃນທັນໃດນັ້ນເຂົາທັງສອງກໍປະເຮືອແລະລາພໍ່ຂອງເຂົາຕາມພຣະອົງໄປ 23 ພຣະເຢຊູໄດ້ສະເດັດໄປທົ່ວແຂວງຄາລີເລ ຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ຊົງປະກາດຂ່າວປະເສີດເຣື່ອງຣາຊອານາຈັກນັ້ນ ແລະຊົງໂຜດພົລເມືອງທີ່ເຈັບໄຂ້ໄດ້ພຍາດທຸກຢ່າງໃຫ້ດີຫມົດ 24 ກິດຕິສັບຂອງພຣະອົງກໍຊ່າລືໄປທົ່ວປະເທດຊີເຣັຽ ເຂົາຈຶ່ງພາຄົນປ່ວຍໄຂ້ໄດ້ພຍາດຕ່າງໆ, ຄົນທີ່ທົນທຸກທໍຣະມານ, ຄົນທີ່ຜິເຂົ້າສິງ, ຄົນບ້າຫມູແລະຄົນເປັນເປັ້ຽມາຫາພຣະອົງ ພຣະອົງກໍຊົງໂຜດໃຫ້ເຂົາດີທຸກຄົນ 25 ແລະມີຄົນຫມູ່ໃຫຍ່ມາຈາກແຂວງຄາລີເລ, ຈາກແຂວງເດກາໂປລີ, ຈາກກຸງເຢຣູຊາເລັມ, ແລະຢູເດັຽ ແລະຈາກແມ່ນ້ຳຈໍແດນຟາກນັ້ນຕິດຕາມພຣະອົງໄປ 51 ເມື່ອທອດພຣະເນດເຫັນຄົນຫລວງຫລາຍດັ່ງນັ້ນ ພຣະອົງກໍສະເດັດຂຶ້ນພູ ເມື່ອປະທັບລົງແລ້ວພວກສາວົກກໍເຂົ້າມາເຝົ້າ2 ພຣະອົງຈຶ່ງຊົງໄຂພຣະໂອດ ຕັ້ງຕົ້ນສັ່ງສອນເຂົາວ່າ, 3 “ຜູ້ໃດທີ່ຍາກຈົນຝ່າຍຈິດວິນຍານກໍເປັນສຸກ ເພາະວ່າແຜ່ນດິນສວັນເປັນຂອງຜູ້ນັ້ນ 4 ຜູ້ໃດໂສກເສົ້າກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ 5 ຜູ້ໃດມີໃຈອ່ອນຫວານກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ 6 ຜູ້ໃດອືດຫິວຄວາມຊອບທັມກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍຣິບູນ 7 ຜູ້ໃດມີໃຈກະຣຸນາກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະຣຸນາຕອບ 8 ຜູ້ໃດມີໃຈບໍຣິສຸດກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ 9 ຜູ້ໃດສ້າງຄວາມສງົບສຸກກໍເປັນສຸກ ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດ 10 ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທັມກໍເປັນສຸກ ເພາະວ່າແຜ່ນດິນສວັນເປັນຂອງຜູ້ນັ້ນ 11 ເມື່ອເຂົາຈະຕິຕຽນຂົ່ມເຫັງນິນທາວ່າຮ້າຍທ່ານທັງຫລາຍ ເປັນຄວາມບໍ່ຈິງທຸກຢ່າງ ເພາະເຫັນແກ່ເຮົາ ພວກທ່ານກໍເປັນສຸກ 12 ຈົ່ງຊົມຊື່ນຍິນດີ ເພາະວ່າບຳເຫນັດຂອງທ່ານທັງຫລາຍມີບໍຣິບູນໃນສວັນ ເຫມືອນດັ່ງນັ້ນແຫລະ, ເຂົາໄດ້ຂົ່ມເຫັງຜູ້ປະກາດພຣະທັມທີ່ຢູ່ກ່ອນທ່ານທັງຫລາຍ 13 “ທ່ານທັງຫລາຍຄືເກືອສຳລັບໂລກ ແຕ່ຖ້າເກືອນັ້ນຈືດຈາງໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ແຕ່ນັ້ນໄປກໍບໍ່ມີປໂຍດອັນໃດ ມີແຕ່ຈະຖິ້ມເສັຽໃຫ້ຄົນຢຽບເທົ່ານັ້ນ 14 “ພວກທ່ານຄືແສງສວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງພູຈະບັງລັບໄວ້ບໍ່ໄດ້ 15 ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມແລ້ວເອົາບຸງມາກວບ ແຕ່ເຄີຍຕັ້ງໄວ້ເທິງຮອງຕິນໂຄມ ແລະມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຣືອນນັ້ນ 16 ເຫມືອນຢ່າງນັ້ນແຫລະ, ພວກທ່ານຈົ່ງສອ່ງແຈ້ງແກ່ຄົນທັງປວງ ເພື່ອວ່າ, ເມື່ອເຂົາເຫັນການດີທີ່ພວກທ່ານເຮັດເຂົາຈະໄດ້ສັຣເສິນພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສວັນ 17 “ຢ່າຄຶດວ່າເຮົາມາລຶບລ້າງພຣະບັນຍັດ ແລະຖ້ອຍຄຳຂອງຜູ້ປະກາດພຣະທັມເສັຽ ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເຣັດຄົບຖ້ວນ 18 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຕາບໃດຟ້າແລະດິນຍັງຕັ້ງຢູ່ ແມ່ນແຕ່ຈຸດຫລືຂິດໃດໆ ກໍຈະບໍ່ສູນໄປຈາກພຣະບັນຍັດຈົນກ່ວາສິ່ງທັງປວງນັ້ນຈະເກິດຂຶ້ນຄົບຖ້ວນ 19 ເຫດສັນນັ້ນ ຜູ້ໃດໄດ້ເຮັດໃຫ້ຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ເບົາບາງລົງ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ນ້ອຍທີ່ສຸດໃນແຜ່ນດິນສວັນ ແຕ່ຜູ້ໃດທີ່ປະຕິບັດແລະສອນຕາມພຣະບັນຍັດ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ໃຫຍ່ໃນແຜ່ນດິນສວັນ 20 ເພາະເຮົາບອກທ່ານທັງຫລາຍວ່າ ຖ້າການຖືສິນທັມຂອງທ່ານບໍ່ລື່ນກວ່າການຖືສິນທັມຂອງພວກນັກທັມແລະພວກຟາຣີຊາຍ ພວກທ່ານຈະເຂົ້າໄປໃນແຜ່ນດິນສວັນບໍ່ໄດ້ຈັກເທື່ອ 21 “ທ່ານທັງຫລາຍໄດ້ຍິນຄຳຊຶ່ງກ່າວໄວ້ແກ່ຄົນບູຮານວ່າ “ຢ່າຂ້າຄົນ ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກໂທດ” 22 ແຕ່ຝ່າຍເຮົາ ເຮົາບອກພວກທ່ານວ່າ ຜູ້ໃດຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກລົງໂທດ ຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ອ້າຍໂງ່’ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານສູງ ຜູ້ໃດຈະເວົ້າວ່າ ‘ອ້າຍບ້າ’ ຜູ້ນັ້ນຈະມີໂທດເຖິງໄຟນະຮົກ 23 ດັ່ງນັ້ນ, ເມື່ອທ່ານກຳລັງນຳເຄື່ອງຖວາຍບູຊາມາເຖິງແທ່ນບູຊາ ແລ້ວລະນຶກຂຶ້ນໄດ້ວ່າ ທ່ານມີຂໍ້ຂຸ່ນເຄືອງກັບອ້າຍນ້ອງຂອງຕົນດ້ວຍເຣື່ອງໃດເຣື່ອງນຶ່ງ 24 ຈົ່ງວາງເຄື່ອງບູຊາໄວ້ຕໍ່ຫນ້າແທ່ນນັ້ນກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສັຽກ່ອນ ແລ້ວຈຶ່ງມາຖວາຍເຄື່ອງບູຊາຂອງທ່ານ 25 ຈົ່ງຮີບປອງດອງກັບຄູ່ໂຈດຂອງຕົນ ໃນຂນະທີ່ຍັງຢູ່ກາງທາງນຳກັນ ຢ້ານວ່າໂຈດນັ້ນຈະມອບທ່ານໄວ້ກັບຕຸລາການ ແລະຕຸລາການຈະມອບ ທ່ານໄວ້ກັບທຳມະໂຮງ ແລ້ວທ່ານຈະຖືກຂັງໄວ້ໃນຄຸກ 26 ເຮົາບອກແກ່ທ່ານຕາມຄວາມຈິງວ່າ ທ່ານຈະອອກຈາກທີ່ນັ້ນບໍ່ໄດ້ກວ່າຈະໃຊ້ຫນີ້ຈົນຄົບທຸກອັດ 27 “ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ “ຢ່າຫລິ້ນຊູ້ສູ່ຜົວເມັຽທ່ານ” 28 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ 29 ຖ້າຕາເບື້ອງຂວາຂອງທ່ານເຮັດໃຫ້ຕົວຫລົງຜິດ ຈົ່ງຄວັດອອກຖິ້ມເສັຽ ເພາະການທີ່ເສັຽອະວັຍວະສ່ວນນຶ່ງກໍດີກວ່າຫມົດທັງຕົວຈະຖືກຖິ້ມລົງໃນຫມໍ້ນະຮົກ 30 ແລະຖ້າມືເບື້ອງຂວາຂອງທ່ານເຮັດໃຫ້ຫລົງຜິດ ຈົ່ງຕັດຖິ້ມເສັຽ ເພາະການທີ່ມີອະວັຍວະສ່ວນນຶ່ງກໍດີກວ່າຫມົດທັງຕົວຈະຕ້ອງຕົກໃນຫມໍ້ນະຮົກ 31 ຍັງມີຄຳກ່າວໄວ້ວ່າ “ຖ້າຜູ້ໃດຈະປະຮ້າງເມັຽຂອງຕົນ ກໍໃຫ້ເຮັດຫນັງສືຢ່າຮ້າງໃຫ້ເມັຽນັ້ນ” 32 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຖ້າຜູ້ໃດຈະປະເມັຽຂອງຕົນເພາະເຫດອື່ນ ນອກຈາກການຜິດກັບຊາຍອື່ນ ກໍທໍ່ກັບວ່າຜູ້ນັ້ນເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້ ແລະຖ້າຜູ້ໃດຈະຮັບຍິງຊຶ່ງຢ່າຮ້າງຢ່າງນັ້ນມາເປັນເມັຽ ຜູ້ນັ້ນກໍຖືກຜິດໃນຖານຫລິ້ນຊູ້ເຫມືອນກັນ 33 ອີກປະການນຶ່ງ ທ່ານທັງໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ “ຢ່າເສັຽຄຳສັດສາບານ ຄຳສາບານທີ່ທ່ານຖວາຍຕໍ່ອົງພຣະຜູ້ເປັນເຈົ້າແລ້ວຕ້ອງຮັກສາໄວ້ໃຫ້ຫມັ້ນ” 34 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າສາບານເລິຍ ໂດຍອ້າງເຖິງສວັນກໍດີ, ເພາະສວັນເປັນຣາຊບັນລັງຂອງພຣະເຈົ້າ 35 ຫລືໂດຍອ້າງເຖິງແຜ່ນດິນໂລກກໍດິ, ເພາະແຜ່ນດິນໂລກເປັນທີ່ຮອງພຣະບາດຂອງພຣະອົງ ຫລືໂດຍອ້າງເຖິງກຸງເຢຣູຊາເລັມກໍດີ, ເພາະກຸງເຢຣູຊາເລັມເປັນທີ່ປະທັບຂອງພຣະມະຫາກະສັດ 36 ຢ່າສາບານໂດຍອ້າງເຖິງຫົວຂອງຕົນ ເພາະທ່ານຈະໃຫ້ຜົມຂາວຫລືດຳຈັກເສັ້ນດຽວກໍບໍ່ໄດ້ 37 ແຕ່ຈົ່ງໃຫ້ຖ້ອຍຄໍາຂອງພວກທ່ານເປັນດັ່ງນີ້ “ແມ່ນ” ກໍວ່າ “ແມ່ນ” “ບໍ່ແມ່ນ” ກໍວ່າ “ບໍ່ແມ່ນ” ເພາະຄຳເວົ້າເກີນນີ້ໄປມາຈາກຄວາມຊົ່ວ 38 “ພວກທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ “ຕາແທນຕາ ແລະແຂ້ວແທນແຂ້ວ” 39 ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານ ຈົ່ງປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນເຫມືອນກັນ 40 ຖ້າຜູ້ໃດຢາກຟ້ອງເອົາເສື້ອຊັ້ນໃນຂອງທ່ານໄປ ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ເຂົາເຫມືອນກັນ 41 ຖ້າຜູ້ໃດຈະເກນທ່ານໃຫ້ຍ່າງໄປນຶ່ງຫລັກ ກໍໃຫ້ທ່ານໄປກັບເຂົາເຖິງສອງຫລັກ 42 ຖ້າຜູ້ໃດຈະຂໍນຳທ່ານກໍຈົ່ງໃຫ້ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກທ່ານ 43 ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ “ຈົ່ງຮັກເພື່ອນບ້ານແລະຊັງສັດຕຣູ” 44 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຈົ່ງຮັກສັດຕຣູຂອງທ່ານ ຈົ່ງອ້ອນວອນສຳລັບຜູ້ທີ່ຂົ່ມເຫັງທ່ານ 45 ເພື່ອທ່ານທັງຫລາຍຈະເກິດເປັນບຸດຂອງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ ເພາະພຣະອົງຊົງບັນດານໃຫ້ດວງຕາເວັນຂອງພຣະອົງຂຶ້ນສ່ອງສວ່າງໃສ່ຄົນຊົ່ວແລະຄົນດີ ແລະຊົງໃຫ້ຝົນຕົກໃສ່ຄົນສິນທັມກັບຄົນບໍ່ມີສິນທັມສເມີກັນ 46 ຖ້າແມ່ນວ່າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບບຳເຫນັດອັນໃດ ເຖິງພວກເກັບພາສິກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື 47 ຖ້າທ່ານຄໍານັບພີ່ນ້ອງຂອງຕົນແຕ່ຝ່າຍດຽວ ທ່ານໄດ້ເຮັດສິ່ງໃດລື່ນຄົນອື່ນທັງປວງ ເຖິງຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື 48 ເຫດສັນນັ້ນ ທ່ານທັງຫລາຍຕ້ອງເປັນຄົນດີທີ່ສຸດ ເຫມືອນຢ່າງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນຊົງເປັນຜູ້ດີທີ່ສຸດ 61 “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານເພື່ອອວດຄົນອື່ນ ເພາະຖ້າເຮັດຢ່າງນັ້ນ ທ່ານຈະບໍ່ໄດ້ຮັບບຳເຫນັດຈາກພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ2 ເຫດສັນນັ້ນ ເມື່ອທ່ານໃຫ້ທານ ຢ່າເປົ່າແກໄປກ່ອນຫນ້າທ່ານ ເຫມືອນດັ່ງຄົນຫນ້າຊື່ໃຈຄົດເຄິຍເຮັດໃນໂຮງທັມມະເທສນາແລະຕາມຖນົນ ເພື່ອໃຫ້ມະນຸດສັຣເສິນ ເຮົາບອກພວກທ່ານຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 3 ຝ່າຍພວກທ່ານ, ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ 4 ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະບີດາຂອງພວກທ່ານຜູ້ຊົງເຫັນໃນທີ່ລັບລີ້ຈະຊົງໂຜດປະທານບຳເຫນັດແກ່ທ່ານ 5 “ເມື່ອທ່ານທັງຫລາຍອ້ອນວອນຢ່າໃຫ້ເປັນເຫມືອນຄົນຫນ້າຊື່ໃຈຄົດ ເພາະເຂົາມັກຢືນອ້ອນວອນໃນໂຮງທັມມະເທສນາແລະຕາມແຈຖນົນ ເພື່ອຈະໃຫ້ມະນຸດເຫັນ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 6 ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວຈົ່ງອ້ອນວອນພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ຈະຊົງໂຜດປະທານບຳເຫນັດແກ່ທ່ານ 7 “ແຕ່ເມື່ອທ່ານອ້ອນວອນຢູ່ ຢ່າເວົ້າຊ້ຳຄຳເກົ່າເຫມືອນຄົນຕ່າງຊາດເຄີຍເຮັດ ເພາະເຂົາຄຶດວ່າ ຖ້າເວົ້າຫລາຍຄຳພຣະຈຶ່ງຈະຊົງໂຜດຮັບຟັງ 8 ສັນນັ້ນ ຢ່າເຣັດຄືເຂົາ ເພາະວ່າສິ່ງໃດທີ່ທ່ານຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ 9 ເຫດສັນນີ້ ພວກທ່ານຈົ່ງອ້ອນວອນຕາມຢ່າງນີ້ວ່າ, “ຂ້າແດ່ພຣະບິດາຂອງຂ້າພຣະອົງທັງຫລາຍ ຜູ້ຊົງສະຖິດໃນສວັນ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ 10 ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ ໃນສວັນເປັນຢ່າງໃດກໍໃຫ້ເປັນຢ່າງນັ້ນທີ່ແຜ່ນດິນໂລກ 11 ຂໍຊົງໂຜດປະທານອາຫານປະຈໍາວັນ ໃຫ້ແກ່ຂ້າພຣະອົງທັງຫລາຍໃນກາລະວັນນີ້ 12 ຂໍຊົງໂຜດຍົກໂທດໃຫ້ຂ້າພຣະອົງ ເຫມືອນຂ້າພຣະອົງຍົກໂທດໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ 13 ແລະຂໍຢ່າພາຂ້າພຣະອົງເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍ (ເຫດວ່າຣາຊອານາຈັກ, ຣິດອໍານາດ, ແລະພຣະຣັສມີກໍເປັນຂອງພຣະອົງສືບໆ ໄປເປັນນິດ ອາແມນ) 14 ເພາະວ່າຖ້າວ່າທ່ານຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ 15 ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເຫມືອນກັນ 16 “ເມື່ອທ່ານຖືສິນອົດອາຫານ ຢ່າເຮັດຫນ້າເສົ້າຫມອງເຫມືອນຄົນຫນ້າຊື່ໃຈຄົດ ດ້ວຍວ່າເຂົາເຮັດຫນ້າຫມອງເພື່ອຈະໃຫ້ມະນຸດເຫັນວ່າເຂົາຖືສິນອົດອາຫານ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 17 ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາຫານ ຈົ່ງລ້າງຫນ້າແລະເອົານ້ຳມັນທາຫົວ 18 ເພື່ອຈະບໍ່ໃຫ້ມະນຸດເຫັນວ່າທ່ານຖືສິນອົດອາຫານ ແຕ່ໃຫ້ປາກົດແກ່ພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລະພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ກໍຈະຊົງໂຜດປະທານບຳເຫນັດແກ່ທ່ານ 19 “ຢ່າຮີບໂຮມຊັບສົມບັດໄວ້ສຳລັບຕົນໃນໂລກ ຊຶ່ງເປັນບ່ອນມອດແລະຂີ້ຫມ້ຽງກັດກິນ ແລະເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້ 20 ແຕ່ຈົ່ງຮີບໂຮມຊັບສົມບັດສຳລັບຕົນໄວ້ໃນສວັນ ບ່ອນມອດແລະຂີ້ຫມ້ຽງກັດກິນບໍ່ໄດ້ ແລະທັງໂຈນເຈາະ ແລະລັກເອົາບໍ່ໄດ້ 21 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ 22 “ຕາເປັນດວງສວ່າງຂອງຮ່າງກາຍ ຖ້າຕາຂອງທ່ານປົກກະຕິດີ ຮ່າງກາຍທຸກສ່ວນກໍສວ່າງດີ 23 ແຕ່ຖ້າຕາຂອງທ່ານບໍ່ປົກກະຕິດີ ຮ່າງກາຍທຸກສ່ວນຂອງທ່ານກໍມືດໄປ ເຫດສັນນັ້ນ ຖ້າຄວາມສວ່າງທີ່ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະຫນາທຶບພຽງໃດຫນໍ 24 “ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ແລະໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ແລະປມາດຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້ 25 “ດ້ວຍເຫດນັ້ນເຮົາຈຶ່ງບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ, ຈະດື່ມຫຍັງ, ແລະຢ່າກະວົນກະວາຍເຖິງຮ່າງກາຍຂອງຕົນວ່າຈະນຸ່ງຫຍັງ ຊີວິດກໍລື່ນກວ່າອາຫານບໍ່ແມ່ນຫລື ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນຫລື 26 ຈົ່ງເບິ່ງນົກປ່າ ມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ, ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ ແຕ່ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນກໍຍັງຊົງລ້ຽງນົກນັ້ນ ພວກທ່ານກໍປະເສີດຫລາຍກວ່ານົກບໍ່ແມ່ນຫລື 27 ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍອາດຕໍ່ຊີວິດຂອງຕົນໃຫ້ຍາວອອກໄປອີກຈັກສອກນຶ່ງໄດ້ຫລື 28 ເປັນສັນໃດ ທ່ານທັງຫລາຍຈຶ່ງກະວົນກະວາຍເຖິງຄວາມນຸ່ງຫົ່ມ ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງວ່າ ມັນຈະເຣິນໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນຝ້າຍ 29 ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນ, ເມື່ອບໍຣິບູນດ້ວຍສະງ່າຣາສິ ກໍບໍ່ໄດ້ຊົງເຄື່ອງງາມທໍ່ດອກໄມ້ເຫລົ່ານີ້ດອກນຶ່ງ 30 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນມື້ນີ້ແລະມື້ຫນ້າຕ້ອງຖືກຖິ້ມໃສ່ເຕົາໄຟ ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະບໍ່ຊົງຕົກແຕ່ງທ່ານຫລາຍກວ່ານົກນັ້ນອີກຫລື 31 ເຫດສັນນັ້ນ ຢ່າກະວົນກະວາຍວ່າ “ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ, ຫລືຈະນຸ່ງຫົ່ມຫຍັງ” 32 ເພາະວ່າພວກຕ່າງຊາດສແວງຫາສິ່ງທັງປວງນີ້ ແຕ່ວ່າພຣະບິດາຂອງທ່ານທັງຫລາຍຜູ້ຊົງສະຖິດຢູ່ໃນສວັນ ຊົງຊາບແລ້ວວ່າພວກທ່ານຕ້ອງການສິ່ງທັງປວງເຫລົ່ານີ້ 33 ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສແວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທັມຂອງພຣະອົງ ແລະພຣະອົງຈະຊົງເພີ້ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ 34 ເຫດສັນນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນຄົງມີການກະວົນກະວາຍສຳລັບມັນເອງຄວາມທຸກໃນວັນໃດກໍພໍແລ້ວໃນວັນນັ້ນ 71 “ຢ່າກ່າວໂທດໃສ່ເຂົາເພື່ອພຣະເຈົ້າຈະບໍ່ຊົງກ່າວໂທດໃສ່ທ່ານ2 ເພາະວ່າທ່ານຈະກ່າວໂທດໃສ່ເຂົາຢ່າງໃດ ພຣະເຈົ້າຈະຊົງກ່າວໂທດໃສ່ທ່ານຢ່າງນັ້ນ ພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ 3 ເປັນຫຍັງທ່ານຈຶ່ງຫລຽວເຫັນຂີ້ເຫຍື້ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນທ່ານບໍ່ຮູ້ສຶກ 4 ຫລືເປັນສັນໃດ ທ່ານຈຶ່ງກ່າວແກ່ພີ່ນ້ອງຂອງທ່ານວ່າ “ໃຫ້ຂ້ອຍເຂັ່ຽຂີ້ເຫຍື້ອອອກຈາກຕາຂອງເຈົ້າ” ແຕ່ເບິ່ງແມ໋, ໄມ້ທັງທ່ອນມີຢູ່ໃນຕາຂອງທ່ານເອງ 5 ໂອ ຄົນຫນ້າຊື່ໃຈຄົດເຮີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງທ່ານກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈຶ່ງຈະເຂັ່ຽຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງຕົນໄດ້ 6 “ຢ່າເອົາຂອງປະເສີດໃຫ້ແກ່ຫມາ ຢ່າໂຍນໄຂ່ມຸກໃສ່ຕໍ່ຫນ້າຫມູ ຢ້ານວ່າມັນຈະຢຽບຢ່ຳເສັຽ ແລະຈະຕ່າວມາຂົບຈີກທ່ານດ້ວຍ 7 “ຈົ່ງຫມັ່ນຂໍແລ້ວຈະຊົງປະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້ 8 ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກກໍພົບ ທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້ 9 ໃນພວກທ່ານມີຜູ້ໃດແດ່ ຖ້າລູກຂໍເຂົ້າປັ້ນນຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້ 10 ຫລືຖ້າລູກຂໍປາຈະບໍ່ໄດ້ເອົາງູໃຫ້ຕີ້ 11 ເຫດສັນນັ້ນ ຖ້າພວກທ່ານຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນຈະຊົງປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ 12 ດັ່ງນັ້ນສິ່ງໃດໆ ທີ່ທ່ານປາຖນາໃຫ້ເຂົາເຮັດແກ່ທ່ານ ທ່ານຈົ່ງເຮັດກັບເຂົາທຸກປະການເຫມືອນກັນ ເພາະອັນນັ້ນຄືພຣະບັນຍັດ ແລະຄຳສັ່ງສອນຂອງບັນດາຜູ້ປະກາດພຣະທັມ 13 “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະວ່າປະຕູກໍກວ້າງແລະທາງກໍກວ້າງຂວາງທີ່ນຳໄປເຖິງຄວາມຈິບຫາຍນັ້ນ ມີຫລາຍຄົນເຂົ້າໄປຕາມທາງນັ້ນ 14 ເພາະວ່າປະຕູທີ່ນຳໄປສູ່ຊີວິດກໍຄັບແຄບແລະທາງກໍແຄບ ບໍ່ມີຫລາຍຄົນພົບທາງນັ້ນ 15 “ພວກທ່ານຈົ່ງລະວັງຜູ້ປະກາດພຣະທັມບໍ່ຈິງ ທີ່ປອມຕົວຄືແກະມາຫາທ່ານ ແຕ່ພາຍໃນເຂົາເປັນຫມາໃນຕົວຮ້າຍ 16 ທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ ເຂົາເຄີຍເກັບຫມາກອະງຸ່ນຈາກເຄືອມີຫນາມຫລື ແລະເຂົາເຄິຍເກັບຫມາກເດື່ອເທດຈາກຕົ້ນມີຫນາມຫລື 17 ດັ່ງນັ້ນໄມ້ດີທຸກຕົ້ນຍ່ອມເກີດຜົນດີ ແຕ່ຕົ້ນໄມ້ບໍ່ດີກໍເກີດຜົນບໍ່ດີ 18 ຕົ້ນໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫລືຕົ້ນໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້ 19 ໄມ້ທຸກຕົ້ນທີ່ບໍ່ເກິດຜົນດີຕ້ອງຖືກປ້ຳຖິ້ມໃສ່ໄຟເສັຽ 20 ເຫດສັນນັ້ນ ພວກທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ. 21 “ບໍ່ແມ່ນຫມົດທຸກຄົນທີ່ກ່າວແກ່ເຮົາວ່າ, “ພຣະອົງເຈົ້າ, ພຣະອົງເຈົ້າ,” ຈະເຂົ້າໃນແຜ່ນດິນສວັນ ເຂົ້າໄດ້ແຕ່ຜູ້ທີ່ເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ 22 ເມື່ອເຖິງວັນນັ້ນຈະມີຫລາຍຄົນຮ້ອງໃສ່ເຮົາວ່າ “ພຣະອົງເຈົ້າ, ພຣະອົງເຈົ້າ, ພວກຂ້າພຣະອົງໄດ້ປະກາດພຣະທັມໃນພຣະນາມຂອງພຣະອົງ ໄດ້ຂັບໄລ່ຜີອອກໃນພຣະນາມຂອງພຣະອົງ ແລະໄດ້ເຮັດການອິດທິຣິດຫລາຍປະການໃນພຣະນາມຂອງພຣະອົງບໍ່ແມ່ນຫລື” 23 ເມື່ອນັ້ນເຮົາຈະໄດ້ປະກາດແກ່ເຂົາວ່າ “ເຮົາບໍ່ຮູ້ຈັກພວກເຈົ້າຈັກເທື່ອ ເຈົ້າຜູ້ເຮັດການຊົ່ວເຮິຍ, ຈົ່ງຜ່າຍຫນີໃຫ້ພົ້ນຈາກເຮົາເສັຽ” 24 “ເຫດສັນນັ້ນ ທຸກຄົນທີ່ຟັງຄຳເຫລົ່ານີ້ຂອງເຮົາແລະປະຕິບັດຕາມ ຄົນນັ້ນກໍປຽບເຫມືອນຄົນສລາດທີ່ກໍ່ສ້າງຕຶກຂອງຕົນເທິງດານຫີນ 25 ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ແຕ່ຕຶກນັ້ນກໍບໍ່ພັງເພລົງ ເພາະຮາກມັນຕັ້ງຢູ່ເທິງຫີນ 26 ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລະບໍ່ປະຕິບັດຕາມ ຄົນນັ້ນກໍປຽບເຫມືອນຄົນໂງ່ທີ່ກໍ່ສ້າງຕຶກຂອງຕົນເທິງຫາດຊາຍ 27 ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ຕຶກນັ້ນກໍເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ” 28 ຢູ່ມາເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ປະຊາຊົນທັງປວງກໍປລາດໃຈໃນການສັ່ງສອນຂອງພຣະອົງ 29 ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີຣິດອຳນາດ ແລະບໍ່ເຫມືອນພວກນັກທັມຂອງເຂົາ 81 ເມື່ອພຣະອົງສະເດັດລົງມາຈາກພູແລ້ວ ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງ2 ແລະເບິ່ງແມ໋, ມີຄົນຂີ້ທູດຜູ້ນຶ່ງເຂົ້າມາຂາບລົງທູນພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈກໍອາດຈະເຮັດໃຫ້ຂ້າພຣະອົງດີສະອາດໄດ້” 3 ພຣະອົງຈຶ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລະຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” ແລ້ວພຍາດຂີ້ທູດຂອງຜູ້ນັ້ນກໍດີສະອາດທັນທີ 4 ຝ່າຍພຣະເຢຊູຊົງກ່າວແກ່ຜູ້ນັ້ນວ່າ, “ລະວັງຢ່າບອກໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ແລະຖວາຍເຄື່ອງບູຊາຕາມໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາ” 5 ຂນະທີ່ພຣະອົງສະເດັດເຂົາໄປໃນເມືອງກາເປນາອູມ ມີນາຍຮ້ອຍທະຫານຜູ້ນຶ່ງມາອ້ອນວອນພຣະອົງ 6 ທູນວ່າ, “ນາຍເອີຍ, ຄົນໃຊ້ຂອງຂ້າພຣະອົງເປັນເປັ້ຽນອນຢູ່ເຮືອນທົນທຸກເວທະນາຫລາຍ” 7 ພຣະເຢຊູຊົງບອກກັບນາຍຮ້ອຍນັ້ນວ່າ, “ເຮົາຈະໄປຊ່ອຍໃຫ້ເຂົາດີ” 8 ແຕ່ຝ່າຍນາຍຮ້ອຍຜູ້ນັ້ນໄດ້ທູນຕອບວ່າ, “ຂ້າພຣະອົງເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້າພຣະອົງ ແຕ່ຂໍທ່ານກ່າວເທົ່ານັ້ນຄົນໃຊ້ຂອງຂ້າພຣະອົງກໍຈະດີພຍາດ 9 ເຫດວ່າຂ້າພຣະອົງເປັນຄົນຢູ່ໃຕ້ວິນັຍທະຫານ ແລະຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້າ ພຣະອົງອີກ ຂ້າພຣະອົງສັ່ງແກ່ຄົນນັ້ນວ່າ “ໄປ” ມັນກໍໄປ ແລະສັ່ງຄົນນີ້ວ່າ “ມາ” ມັນກໍມາ ແລະບອກແກ່ຄົນໃຊ້ຂອງຂ້າພຣະອົງວ່າ “ຈົ່ງເຮັດສິ່ງນີ້” ມັນກໍເຮັດ” 10 ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນກໍປລາດພຣະທັຍ ຈຶ່ງຊົງກ່າວກັບຄົນທັງຫລາຍທີ່ຕິດຕາມພຣະອົງມາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ແມ່ນໃນພວກອິສຣາເອນເຮົາກໍບໍ່ໄດ້ພົບຄວາມເຊື່ອໃຫຍ່ທໍ່ນີ້ 11 ເຮົາບອກທ່ານທັງຫລາຍວ່າ ຈະມີຫລາຍຄົນຈາກທິດຕາເວັນອອກແລະທິດຕາເວັນຕົກມານັ່ງຮ່ວມໂຕະກັບອັບຣາຮາມ, ອີຊາກ, ແລະຢາໂຄບໃນແຜ່ນດິນສວັນ 12 ແຕ່ຝ່າຍຊາວແຜ່ນດິນນັ້ນຈະຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງໄຫ້ແລະຂົບແຂ້ວຢູ່” 13 ພຣະເຢຊູຊົງບອກແກ່ນາຍຮ້ອຍຜູ້ນັ້ນວ່າ, “ຈົ່ງກັບເມືອເສັຽ ທ່ານໄດ້ເຊື່ອຢ່າງໃດກໍໃຫ້ເປັນແກ່ທ່ານຢ່າງນັ້ນ” ແລ້ວໃນໂມງນັ້ນຄົນໃຊ້ຜູ້ນັ້ນກໍໄດ້ດີເປັນປົກກະຕິ 14 ເມື່ອພຣະເຢຊູໄດ້ສະເດັດເຂົ້າໄປໃນເຮືອນຂອງເປໂຕ ກໍຊົງເຫັນແມ່ເມັຽຂອງເປໂຕນອນໄຂ້ຢູ່ 15 ພຣະອົງຊົງບາຍມືນາງແລະຄວາມໄຂ້ກໍຫາຍ ນາງຈຶ່ງລຸກຂຶ້ນບົວລະບັດພຣະອົງ 16 ແລະເມື່ອຄ່ຳມາ ເຂົາໄດ້ພາຄົນທີ່ມີຜີຮ້າຍສິງຢູ່ຫລາຍຄົນມາຫາພຣະອົງ ພຣະອົງກໍຊົງຂັບໄລ່ຜີຮ້າຍເຫລົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະບັນດາຄົນເຈັບປ່ວຍທັງຫລາຍນັ້ນ ພຣະອົງກໍໄດ້ຊົງໂຜດໃຫ້ດີ 17 ທັງນີ້ເພື່ອຈະໃຫ້ສຳເຣັດຕາມທີ່ຊົງກ່າວໄວ້ໂດຍເອຊາຢາຜູ້ປະກາດພຣະທັມວ່າ, “ທ່ານໄດ້ແບກຄວາມເຈັບໄຂ້ຂອງພວກເຮົາ ແລະຫອບເອົາພຍາດຂອງເຮົາໄປ” 18 ຄັນພຣະເຢຊູຊົງເຫັນປະຊາຊົນຫລວງຫລາຍຢູ່ຮວມຕົນ ກໍໄດ້ຊົງສັ່ງໃຫ້ຂ້າມໄປຟາກນັ້ນ 19 ມີນັກທັມຜູ້ນຶ່ງມາຫາພຣະອົງທູນວ່າ, “ອາຈານເອີຍ, ທ່ານຈະໄປທີ່ໃດ ຂ້າພຣະອົງຈະຕິດຕາມທ່ານໄປທີ່ນັ້ນ” 20 ພຣະເຢຊູຊົງຕອບວ່າ, “ຫມາຈິກຈອກກໍມີຮູ ແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ” 21 ອີກຜູ້ນຶ່ງໃນພວກສິດຂອງພຣະອົງມາທູນພຣະອົງວ່າ, “ນາຍເອີຍ, ຂໍໂຜດອະນຸຍາດໃຫ້ຂ້າພຣະອົງໄປຝັງສົບບິດາຂອງຂ້າພຣະອົງເສັຽກ່ອນ” 22 ແຕ່ພຣະເຢຊູຊົງຕອບວ່າ, “ຈົ່ງຕິດຕາມເຮົາມາເສັຽ ແລະປະໃຫ້ຄົນຕາຍຝັງກັນເອງເທາະ” 23 ເມື່ອພຣະອົງສະເດັດລົງເຮືອ ພວກສິດຂອງພຣະອົງກໍຕິດຕາມພຣະອົງໄປ 24 ແລະເບິ່ງແມ໋, ບັງເກິດມີການເຄື່ອນໄຫວອັນໃຫຍ່ທີ່ທະເລຈົນຟອງນ້ຳກຳລັງຊັດຖ້ວມເຮືອ ແຕ່ພຣະອົງຊົງບັນທົມຫລັບຢູ່ 25 ພວກສິດໄດ້ມາປຸກພຣະອົງທູນວ່າ, “ນາຍເອີຍ, ຂໍຈົ່ງຊ່ອຍທ້ອນ ພວກຂ້າພຣະອົງກຳລັງຈະຈິບຫາຍຢູ່ແລ້ວ” 26 ພຣະອົງຊົງກ່າວກັບເຂົາວ່າ, “ໂອ ຄົນມີຄວາມເຊື່ອນ້ອຍເອີຍ ເປັນຫຍັງພວກເຈົ້າຈຶ່ງຢ້ານ” ແລ້ວພຣະອົງຊົງລຸກຂຶ້ນຫ້າມລົມແລະທະເລ ລົມກໍເຊົາແລະຟອງນ້ຳກໍສງົບງຽບທົ່ວໄປ 27 ຄົນເຫລົ່ານັ້ນກໍພາກັນອັດສະຈັນໃຈຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ມາຈາກທີ່ໃດຫນໍ ຈົນວ່າລົມແລະທະເລກໍຍອມຟັງທ່ານ” 28 ເມື່ອພຣະອົງສະເດັດຂ້າມຟາກໄປເຖິງເຂດແດນຊາວກາດາຣາ ມີສອງຄົນທີ່ມີຜິສິງຢູ່ອອກຈາກປ່າຊ້າມາພົບພຣະອົງ ເຂົາໂຫດຮ້າຍປານນັ້ນຈົນບໍ່ມີຜູ້ໃດອາດທຽວທາງນັ້ນໄດ້ 29 ເບິ່ງແມ໋, ເຂົາຮ້ອງໃສ່ພຣະອົງທູນວ່າ, “ໂອ ບຸດພຣະເຈົ້າເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຈະມາທໍຣະມານເຮົາກ່ອນເວລາກຳນົດຫລື” 30 ໄກຈາກທີ່ນັ້ນມີຫມູຝູງໃຫຍ່ກຳລັງຫາກິນຢູ່ 31 ຜີເຫລົ່ານັ້ນຈຶ່ງໄດ້ທູນຂໍພຣະອົງວ່າ, “ຖ້າທ່ານຂັບໄລ່ພວກເຮົາອອກ ກໍຂໍໃຫ້ພວກເຮົາ ເຂົ້າໄປສິງຢູ່ໃນຫມູຝູງນັ້ນທ້ອນ” 32 ພຣະອົງຊົງບອກຜີເຫລົ່ານັ້ນວ່າ, “ໄປເສັຽ” ຜີເຫລົ່ານັ້ນກໍອອກໄປເຂົ້າສິງຢູ່ໃນຝູງຫມູ ແລະ ເບິ່ງແມ໋, ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລຕາຍດຶກນ້ຳຫມົດ 33 ຝ່າຍຄົນລ້ຽງຫມູກໍພາກັນປົບຫນີເຂົ້າໄປໃນເມືອງ ເລົ່າບັນດາເຫດການຊຶ່ງເປັນໄປນັ້ນກັບເຫດທີ່ເກີດຂຶ້ນແກ່ຄົນທີ່ມີຜິສິງຢູ່ 34 ແລະເບິ່ງແມ໋, ຄົນທັງເມືອງກໍພາກັນອອກມາຫາພຣະເຢຊູ ເມື່ອພົບພຣະອົງແລ້ວ ເຂົາຈຶ່ງອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງເຂົາ 91 ຝ່າຍພຣະເຢຊູໄດ້ສະເດັດລົງເຮືອຂ້າມຟາກໄປຍັງເມືອງຂອງຕົນ2 ເບິ່ງແມ໋, ເຂົາຫາມຄົນເປັ້ຽຜູ້ນຶ່ງຊຶ່ງນອນຢູ່ເທິງທີ່ນອນມາຫາພຣະອົງ ເມື່ອພຣະເຢຊູຊົງເຫັນຄວາມເຊື່ອຂອງເຂົາ ຈຶ່ງຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເທີນ ຜີດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 3 ແລະເບິ່ງແມ໋, ພວກນັກທັມບາງຄົນເວົ້າກັນວ່າ, “ຜູ້ນີ້ເວົ້າຫມິ່ນປມາດພຣະເຈົ້າ” 4 ຝ່າຍພຣະເຢຊູຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວວ່າ, “ເຫດສັນໃດທ່ານທັງຫລາຍຈຶ່ງຄຶດຄວາມຊົ່ວໃນໃຈ 5 ທີ່ຈະວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະວ່າ “ຈົ່ງລຸກຂຶ້ນແລະຍ່າງທຽວໄປ” ອັນໃດຈະງ່າຍກວ່າກັນ 6 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກໃຫ້ອະພັຍຄວາມຜິດບາບໄດ້” ພຣະອົງຈຶ່ງຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 7 ຄົນເປັ້ຽຈຶ່ງລຸກຂຶ້ນເມືອເຮືອນຂອງຕົນ 8 ເມື່ອປະຊາຊົນເຫັນດັ່ງນັ້ນກໍຢ້ານ ຈຶ່ງພາກັນສັຣເສິນພຣະເຈົ້າຜູ້ຊົງປະທານຣິດອຳນາດດັ່ງນັ້ນແກ່ມະນຸດ 9 ເມື່ອພຣະເຢຊູກຳລັງສະເດັດຈາກບ່ອນນັ້ນໄປ ພຣະອົງຊົງເຫັນຊາຍຜູ້ນຶ່ງຊື່ ມັດທາຍນັ່ງຢູ່ດ່ານພາສີ ຈຶ່ງຊົງກ່າວແກ່ຜູ້ນັ້ນວ່າ, “ຈົ່ງຕາມເຮົາມາ” ເຂົາກໍລຸກຂຶ້ນຕາມພຣະອົງໄປ 10 ເມື່ອພຣະອົງປະທັບສເວີຍອາຫານຢູ່ໃນເຮືອນ ເບິ່ງແມ໋, ມີຄົນເກັບພາສີ ແລະຄົນນອກສິນທັມຫລາຍຄົນເຂົ້າມານັ່ງຮ່ວມໂຕະກັບພຣະເຢຊູ ແລະພວກສິດຂອງພຣະອົງ 11 ເມື່ອພວກຟາຣີຊາຍເຫັນດັ່ງນັ້ນກໍພາກັນຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງຮັບປະທານອາຫານ ຮ່ວມກັບຄົນເກັບພາສິ ແລະຄົນນອກສິນທັມ” 12 ສ່ວນພຣະອົງ ເມື່ອຊົງໄດ້ຍິນດັ່ງນັ້ນແລ້ວຈຶ່ງຊົງກ່າວວ່າ, “ຄົນທີ່ສະບາຍບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບກໍຕ້ອງການຫມໍ 13 ແຕ່ທ່ານທັງຫລາຍຈົ່ງໄປຮຽນຂໍ້ນີ້ໃຫ້ເຂົ້າໃຈທີ່ວ່າ “ເຮົາປະສົງຄວາມເມດຕາແລະບໍ່ປະສົງເຄື່ອງບູຊາ” ດ້ວຍວ່າເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມ” 14 ເມື່ອນັ້ນພວກສິດຂອງໂຢຣັນມາຫາພຣະເຢຊູທູນວ່າ, “ເຫດສັນໃດພວກຂ້າພຣະອົງ ແລະພວກຟາຣິຊາຍເຄີຍຖືສິນອົດອາຫານຢູ່ເລື້ອຍ ແຕ່ພວກສິດຂອງທ່ານບໍ່ຖື” 15 ພຣະເຢຊູຊົງຕອບເຂົາວ່າ, “ເມື່ອເຈົ້າບ່າວຍັງຢູ່ກັບເຂົາ ເພື່ອນຂອງເຈົ້າບ່າວນັ້ນຈະໂສກເສົ້າບໍ່ໄດ້ຕີ້ ແຕ່ວັນນຶ່ງຈະມາເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນເຂົາຈະຖືສິນອົດອາຫານ 16 ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ ເພາະເມື່ອຕ່ອນຜ້າໃຫມ່ຫົດກໍຈະຂາດອອກຈາກເສື້ອເກົ່າ ແລ້ວບ່ອນຂາດນັ້ນຈະກວ້າງອອກຕື່ມ 17 ແລະເຂົາບໍ່ເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດຢ່າງນັ້ນຖົງຫນັງຈະຂາດແລະເຫລົ້າແວງຈະຮົ່ວອອກ ທັງຖົງຫນັງກໍຈະເສັຽໄປເຫມືອນກັນ ແຕ່ເຂົາເອົາເຫລົ້າແວງໃຫມ່ໃສ່ໄວ້ໃນຖົງຫນັງໃຫມ່ ແລ້ວທັງສອງຢ່າງກໍຢູ່ດີດ້ວຍກັນ 18 ເມື່ອພຣະອົງກຳລັງຊົງກ່າວຄຳເຫລົ່ານີ້ແກ່ເຂົາຢູ່ ເບິ່ງແມ໋, ມີເຈົ້ານາຍຜູ້ນຶ່ງມາຂາບທູນພຣະອົງວ່າ, “ລູກສາວຂອງຂ້າພຣະອົງຫາກໍຕາຍ ແຕ່ຂໍເຊີນທ່ານໄປວາງມືໃສ່ເຂົາ ແລ້ວເຂົາຈະຄືນມີຊີວິດອີກ” 19 ແລ້ວພຣະເຢຊູຊົງລຸກຂຶ້ນສະເດັດຕາມນາຍຜູ້ນັ້ນໄປພ້ອມດ້ວຍພວກສິດຂອງພຣະອົງ 20 ແລະເບິ່ງແມ໋, ມີຜູ້ຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ ນາງໄດ້ຫຍັບເຂົ້າມາເບື້ອງຫລັງແລ້ວບາຍແຄມເຄື່ອງທົງຂອງພຣະອົງ 21 ເພາະນາງຄຶດໃນໃຈວ່າ, “ຖ້າເຮົາໄດ້ບາຍແຕ່ເສື້ອຂອງທ່ານເທົ່ານັ້ນ ເຮົາກໍຈະດີພຍາດ” 22 ພຣະເຢຊູຊົງຫລຽວຫລັງທອດພຣະເນດເຫັນຍິງນັ້ນ ແລ້ວຊົງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈເທີນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” ຕັ້ງແຕ່ຍາມນັ້ນນາງກໍດີປົກກະຕິ 23 ເມື່ອພຣະເຢຊູສະເດັດໄປເຖິງເຮືອນນາຍຜູ້ນັ້ນ ກໍຊົງເຫັນພວກຄົນເປົ່າປີ່ກັບຝູງຄົນອຶກກະທຶກກັນຢູ່ 24 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ຈົ່ງຖອຍອອກໄປເສັຽ ດ້ວຍວ່າສາວນ້ອຍຄົນນີ້ບໍ່ໄດ້ຕາຍດອກ ແຕ່ຫລັບຢູ່ເທົ່ານັ້ນ” ແລ້ວເຂົາພາກັນຫົວຂວັນພຣະອົງ 25 ເມື່ອຝູງຄົນໄດ້ຖືກຂັບໄລ່ອອກຫມົດແລ້ວ ພຣະອົງໄດ້ສະເດັດເຂົ້າໄປຈັບມືສາວນ້ອຍແລະສາວນ້ອຍນັ້ນກໍລຸກຂຶ້ນ 26 ແລ້ວກິດຕິສັບກໍຊ່າລືໄປທົ່ວແຂວງນັ້ນ 27 ເມື່ອພຣະເຢຊູສະເດັດຈາກບ່ອນນັ້ນໄປ ກໍມີຄົນຕາບອດສອງຄົນຕາມພຣະອົງໄປຮ້ອງຂຶ້ນວ່າ, “ບຸດດາວິດເອີຍ, ໂຜດເມດຕາພວກຂ້າພຣະອົງແດ່ທ້ອນ” 28 ເມື່ອພຣະອົງສະເດັດເຂົາໄປໃນເຮືອນແລ້ວ ຄົນຕາບອດສອງຄົນນັ້ນກໍເຂົ້າມາຫາພຣະອົງ ພຣະເຢຊູຊົງຖາມເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາອາດຈະເຮັດການນີ້ໄດ້ຫລື” ເຂົາກໍທູນພຣະອົງວ່າ, “ເຊື່ອຢູ່ທ່ານເອີຍ” 29 ແລ້ວພຣະອົງຊົງບາຍຕາຂອງເຂົາພ້ອມກັບຊົງກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງເຈົ້າ” 30 ແລະຕາຂອງເຂົາກໍກັບເຫັນຮຸ່ງ ແລ້ວພຣະເຢຊູຊົງສັ່ງຫ້າມເຂົາຢ່າງແຂງແຮງວ່າ, “ຈົ່ງລະວັງຢ່າໃຫ້ຜູ້ໃດຮູ້” 31 ແຕ່ເມື່ອເຂົາຈາກບ່ອນນັ້ນໄປ ເຂົາກໍປະກາດເຣື່ອງຂອງພຣະອົງໃຫ້ຊ່າລືທົ່ວໄປໃນແຂວງນັ້ນ 32 ໃນຂນະທີ່ເຂົາກໍາລັງອອກໄປ ມີຜູ້ພາຄົນປາກກືກຜູ້ນຶ່ງທີ່ມີຜີສິງຢູ່ມາຫາພຣະອົງ 33 ເມື່ອພຣະອົງຊົງຂັບໄລ່ຜີນັ້ນອອກແລ້ວ ຄົນປາກກືກກໍປາກໄດ້ ຝູງຄົນທັງຫລາຍກໍອັດສະຈັນໃຈເວົ້າກັນວ່າ, “ບໍ່ເຄີຍປາກົດເຫັນການດັ່ງນີ້ໃນປະເທດອີສຣາເອນຈັກເທື່ອ” 34 ແຕ່ພວກຟາຣິຊາຍເວົ້າວ່າ, “ຄົນນີ້ຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜິ” 35 ພຣະເຢຊູໄດ້ສະເດັດໄປທົ່ວທຸກເມືອງທຸກບ້ານ ຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ຊົງປະກາດຂ່າວປະເສີດເຣື່ອງພຣະຣາຊອານາຈັກນັ້ນ ແລະຊົງໂຜດຄົນມີພຍາດແລະຄວາມເຈັບໄຂ້ທຸກຢ່າງໃຫ້ດີຫມົດ 36 ແຕ່ເມື່ອພຣະອົງຊົງເຫັນປະຊາຊົນຫລວງຫລາຍກໍຊົງສົງສານເຂົາ ເພາະເຂົາຖືກຮົບກວນແລະອິດອ່ອນໂຮຍແຮງໄປເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ 37 ແລ້ວພຣະອົງຊົງກ່າວແກ່ພວກສິດຂອງພຣະອົງວ່າ, “ເຂົ້າທີ່ຈະກ່ຽວນັ້ນກໍຫລາຍແທ້ ແຕ່ຄົນງານມີຫນ້ອຍຢູ່ 38 ເພາະສັນນັ້ນ ພວກທ່ານຈົ່ງອ້ອນວອນຜູ້ເປັນເຈົ້າຂອງນາ ໃຫ້ຈຳຄົນງານມາໃນການກ່ຽວຂອງທ່ານເສັຽ” 101 ເມື່ອພຣະອົງຊົງເອີ້ນສາວົກສິບສອງຄົນມາແລ້ວ ກໍຊົງປະທານໃຫ້ເຂົາມີຣິດອຳນາດເຫນືອຜີຖ່ອຍຮ້າຍ ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພຍາດທັງຄວາມເຈັບໄຂ້ທຸກຢ່າງດີໄດ້2 ພວກອັຄສາວົກສິບສອງຄົນມີຊື່ດັ່ງນີ້: ຜູ້ທຳອິດຊື່ຊີໂມນທີ່ເອີ້ນວ່າເປໂຕ ກັບອັນເດອານ້ອງຊາຍຂອງຕົນ, ຢາໂກໂບບຸດເຊເບດາຍ ກັບໂຢຮັນນ້ອງຊາຍຂອງຕົນ 3 ຟິລິບ ແລະບາຣະໂທໂລມາຍ, ໂທມາ ແລະມັດທາຍຜູ້ເກັບພາສີ, ຢາໂກໂບບຸດອາລະຟາຍ ແລະທາດາຍ, 4 ຊີໂມນພັກຊາດນິຍົມ ແລະຢູດາອີສະກາຣິອົດຜູ້ທີ່ທໍຣະຍົດຕໍ່ພຣະອົງ 5 ພວກສິບສອງຄົນນີ້ພຣະເຢຊູຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນທາງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາມາເຣັຽ 6 ແຕ່ຈົ່ງໄປຫາຝູງແກະທີ່ເສັຽແລ້ວ ຄືຕະກູນອິສຣາເອນນັ້ນດີກວ່າ 7 ໃນຂນະທີ່ພວກທ່ານໄປ ຈົ່ງປ່າວປະກາດວ່າ “ຣາຊອານາຈັກສວັນມາໃກ້ແລ້ວ” 8 ຄົນເຈັບໄຂ້ຈັ່ງເຮັດໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້ທູດຈົ່ງໃຫ້ດີສະອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສັຽ ທ່ານທັງຫລາຍໄດ້ຮັບລ້າໆ ຈົ່ງເຮັດໃຫ້ລ້າໆ 9 ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະເປົາສາຍຮັດແອວຂອງຕົນໄປ 10 ຢ່າເອົາຖົງໄປໃຊ້ຕາມທາງ, ຫລືເສື້ອສອງໂຕ, ຫລືເກີບ, ຫລືໄມ້ເທົ້າ ເພາະວ່າຄົນງານກໍສົມຄວນຈະໄດ້ຮັບອາຫານກິນ 11 ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດຈົ່ງຖາມເບິ່ງວ່າ ຜູ້ໃດເປັນຜູ້ສົມຄວນ ແລ້ວໃຫ້ໄປອາໄສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ 12 ຂນະເມືອຂຶ້ນເຮືອນຈົ່ງຄຳນັບໄທເຮືອນນັ້ນ 13 ຖ້າຄົວເຮືອນນັ້ນສົມຄວນຮັບພອນກໍໃຫ້ ຄວາມສງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນບໍ່ສົມຄວນຮັບພອນກໍໃຫ້ຄວາມສງົບສຸກນັ້ນກັບຄືນມາສູ່ທ່ານອີກ 14 ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ ຈົ່ງອອກຈາກເຮືອນນັ້ນຫລືເມືອງນັ້ນ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງທ່ານອອກເສັຽ 15 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊໂດມ ແລະເມືອງໂກໂມຣາອາດຈະທົນງ່າຍກວ່າໂທດຂອງເມືອງນັ້ນ 16 “ດັ່ງນີ້ເຮົາໃຊ້ພວກທ່ານໄປເຫມືອນດັ່ງແກະຢູ່ຖ້າມກາງຝູງຫມາໄນ ສັນນັ້ນຈົ່ງສລາດເຫມືອນງູ ແລະອ່ອນສຸພາບເຫມືອນນົກເຂົາ 17 ແຕ່ຈົ່ງລະວັງຄົນທັງຫລາຍ ເພາະເຂົາຈະມອບທ່ານກັບສານສູງ ແລະຈະຂ້ຽນທ່ານໃນໂຮງທັມມະເທສນາຂອງເຂົາ 18 ເຂົາຈະພາພວກທ່ານໄປຫາເຈົ້າເມືອງແລະກະສັດເພາະເຫັນແກ່ເຮົາ ເພື່ອໃຫ້ເປັນພຍານແກ່ເຂົາແລະແກ່ຄົນຕ່າງຊາດເຫມືອນກັນ 19 ແຕ່ເມື່ອເຂົາຈະມອບທ່ານໄວ້ນັ້ນ ຢ່າຄຶດອຸກໃຈວ່າຈະເວົ້າຢ່າງໃດຫລືຈະກ່າວອັນໃດ ເພາະວ່າຄຳທີ່ທ່ານຈະກ່າວນັ້ນ ພຣະເຈົ້າຈະຊົງປະທານໃຫ້ແກ່ທ່ານໃນໂມງນັ້ນ 20 ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະວິນຍານແຫ່ງພຣະບິດາຂອງພວກທ່ານຊົງເປັນຜູ້ກ່າວໃນທ່ານ 21 ອ້າຍກັບນ້ອງຕ່າງຄົນກໍຈະມອບກັນໄວ້ ພໍ່ຈະມອບລູກ ແລະລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ. 22 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ໃດທີ່ທົນໄດ້ເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ 23 ເມື່ອເຂົາຂົ່ມເຫັງພວກທ່ານໃນເມືອງນຶ່ງ ຈົ່ງຫນີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນທີ່ພວກທ່ານຈະໄປທົ່ວເມືອງຕ່າງໆທັງຫມົດໃນປະເທດອີສຣາເອນ ບຸດມະນຸດຈະມາແລ້ວ 24 “ສິດບໍ່ໃຫຍ່ກວ່າຄຣູ ແລະຂ້ອຍໃຊ້ບໍ່ໃຫຍ່ກວ່ານາຍຂອງຕົນ, 25 ຖ້າສິດຈະສເມີຄຣູ ແລະຂ້ອຍໃຊ້ສເມີນາຍຂອງຕົນກໍພໍດີແລ້ວ ຖ້າເຂົາໄດ້ເອີ້ນເຈົ້າເຣືອນວ່າ ເບເອນເຊບູນ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າໃດຫນໍ 26 “ເຫດສັນນັ້ນ ຢ່າຊູ່ຢ້ານເຂົາ ເພາະວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປິດເຜີຍ ຫລືສິ່ງລັບທີ່ບໍ່ປາກົດໃຫ້ຮູ້ 27 ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ ແລະສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິມ ຈົ່ງປ່າວປະກາດເທິງຫລັງຄາເຮືອນ 28 ຢ່າຊູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະອົງຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງກາຍຈິບຫາຍໃນຫມໍ້ນະຮົກ 29 ນົກຈອກສອງໂຕເຂົາຂາຍລາຄາອັດນຶ່ງບໍ່ແມ່ນຫລື ແຕ່ຖ້າພຣະບິດາຂອງທ່ານບໍ່ຊົງເຫັນຊອບ ນົກນັ້ນແມ່ນແຕ່ໂຕດຽວຈະຕົກລົງດິນກໍບໍ່ໄດ້ 30 ເຖິງຜົມຂອງທ່ານກໍຊົງນັບໄວ້ແລ້ວຫມົດທຸກເສັ້ນ 31 ເຫດສັນນັ້ນຢ່າຊູ່ຢ້ານ ຝ່າຍພວກທ່ານກໍປະເສີດກວ່ານົກຈອກຫລາຍໂຕ 32 “ດັ່ງນັ້ນທຸກຄົນທີ່ຈະຮັບເຮົາຕໍ່ຫນ້າມະນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສວັນເຫມືອນກັນ 33 ແຕ່ຜູ້ທີ່ປະຕິເສດເຮົາຕໍ່ຫນ້າມະນຸດ ຝ່າຍເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນເຫມືອນກັນ 34 “ຢ່າຄືດວ່າເຮົາມາເພື່ອຈະນຳຄວາມສງົບສຸກມາສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສງົບສຸກມາໃຫ້ ແຕ່ເຮົາມາເພື່ອຈະໃຫ້ມີດາບ 35 ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ 36 ແລະຜູ້ທີ່ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດຕຣູກັນ 37 ຜູ້ໃດທີ່ຮັກພໍ່ແມ່ຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມກັບເຮົາ ແລະຜູ້ໃດທີ່ຮັກລູກຊາຍຍິງຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມກັບເຮົາ 38 ແລະຜູ້ໃດທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດຕາມເຮົາມາ ຜູ້ນັ້ນກໍບໍ່ສົມກັບເຮົາ 39 ຜູ້ທີ່ຈະເອົາຊີວິດຂອງຕົນໄວ້ກໍຕ້ອງເສັຽຊີວິດນັ້ນ ແຕ່ຜູ້ທີ່ຍອມເສັຽຊີວິດຂອງຕົນເພາະເຫັນແກ່ເຮົາ ກໍຈະໄດ້ພົບຊີວິດ 40 “ຜູ້ທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ ຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ 41 ຜູ້ທີ່ຮັບຕ້ອນຜູ້ປະກາດພຣະທັມເພາະເປັນຜູ້ປະກາດພຣະທັມກໍຈະໄດ້ບຳເຫນັດເຫມືອນຜູ້ປະກາດພຣະທັມ ແລະຜູ້ທີ່ຮັບຕ້ອນຄົນສິນທັມເພາະເປັນຄົນສິນທັມ ກໍຈະໄດ້ບໍາເຫນັດເຫມືອນຄົນສິນທັມ 42 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຈະເອົານ້ຳເຢັນແຕ່ຈອກດຽວ ໃຫ້ແກ່ຄົນເລັກນ້ອຍຜູ້ນຶ່ງໃນຈຳພວກນີ້ດື່ມເພາະເປັນສິດ ຜູ້ນັ້ນຈະບໍ່ຂາດບຳເຫນັດຂອງຕົນຈັກເທື່ອ” 111 ເມື່ອພຣະເຢຊູຊົງສັ່ງພວກສາວົກສິບສອງຄົນຂອງຕົນແລ້ວ ພຣະອົງໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນແລະປ່າວປະກາດໃນເມືອງທັງຫລາຍຂອງເຂົາ2 ຝ່າຍໂຢຮັນ, ເມື່ອຢູ່ໃນຄຸກ ໄດ້ຍິນຂ່າວກິຈການຂອງພຣະຄຣິດ ກໍໄດ້ໃຊ້ສິດໄປ 3 ທູນຖາມພຣະອົງວ່າ, “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອງຖ້າຜູ້ອື່ນ” 4 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ຈົ່ງໄປແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນແລະໄດ້ເຫັນ 5 ຄືຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ 6 ບຸກຄົນໃດບໍ່ສະດຸດສົງສັຍເພາະເຮົາ ຜູ້ນັ້ນກໍເປັນສຸກ” 7 ຄັນສິດເຫລົ່ານັ້ນກຳລັງອອກໄປ ພຣະເຢຊູຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເຣື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ໄປເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື 8 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື ເບິ່ງແມ໋, ຄົນທີ່ນຸ່ງເຄື່ອງລະອຽດອ່ອນນວນກໍຢູ່ໃນພຣະຣາຊວັງ 9 ແຕ່ພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະກາດພຣະທັມຫລື ແມ່ນແລ້ວ, ເຮົາບອກທ່ານທັງຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າເຮົາຜູ້ປະກາດພຣະທັມອີກ 10 ຄືໂຢຮັນຜູ້ນີ້ແຫລະ, ທີ່ພຣະຄັມພີຂຽນໄວ້ເຖິງວ່າ, “ເບິ່ງແມ໋, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າທ່ານ” 11 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນດາຜູ້ທີ່ເກິດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ ແຕ່ຜູ້ນ້ອຍທີ່ສຸດໃນຣາຊອານາຈັກສວັນກໍໃຫຍ່ກວ່າໂຢຮັນອີກ 12 ຕັ້ງແຕ່ຄາວໂຢຮັນບັບຕິສະໂຕມາເຖິງທຸກວັນນີ້ ຣາຊອານາຈັກສວັນກໍເປັນທີ່ຍາດຊິງເອົາ ແລ້ວຜູ້ທີ່ມີໃຈຮຸນແຮງກໍເປັນຜູ້ທີ່ຍາດເອົາໄດ້ 13 ເພາະວ່າບັນດາຜູ້ປະກາດພຣະທັມກັບພຣະບັນຍັດໄດ້ທຳນວາຍມາຈົນເຖິງໂຢຮັນນີ້ 14 ຖ້າພວກທ່ານພໍໃຈຮັບເອົາຄຳນີ້ ກໍແມ່ນໂຢຮັນນີ້ແຫລະເປັນເອລິຢາທີ່ຈະມານັ້ນ 15 ຜູ້ໃດມີຫູ ຈົ່ງຟັງເອົາເທີນ 16 “ເຮົາຈະປຽບຄົນສະໄຫມນີ້ຄືກັບອັນໃດ ປຽບເຫມືອນກັບຫມູ່ເດັກນ້ອຍນັ່ງຢູ່ກາງຕລາດຮ້ອງໃສ່ກັນວ່າ, 17 “ຕູໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ ຕູໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ສູບໍ່ໄດ້ຕີເອີກຕ້ອນຮັບ” 18 ເພາະວ່າໂຢຮັນໄດ້ມາບໍ່ກິນບໍ່ດື່ມ ແລ້ວເຂົາເວົ້າວ່າ “ມີຜີສິງຢູ່” 19 ຝ່າຍບຸດມະນຸດໄດ້ມາທັງກິນແລະດື່ມ ເຂົາກໍເວົ້າວ່າ “ເບິ່ງແມ໋, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນເພື່ອນຂອງຄົນເກັບພາສິແລະຄົນນອກສິນທັມ” ແຕ່ພຣະປັນຍາກໍປາກົດວ່າ ຖືກຕ້ອງແລ້ວດ້ວຍຜົນແຫ່ງພຣະປັນຍານັ້ນ” 20 ແລ້ວພຣະອົງກໍຊົງຕັ້ງຕົ້ນຕິຕຽນເມືອງຕ່າງໆ ຄືບ່ອນທີ່ພຣະອົງໄດ້ຊົງກະທຳການອິດທີຣິດເປັນສ່ວນຫລາຍນັ້ນ ເພາະເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ 21 “ວິບັດແກ່ເຈົ້າ, ເມືອງໂຄຣາຊິນ ວິບັດແກ່ເຈົ້າ, ເມືອງເບດຊາອີດາເຮິຍ ເພາະຖ້າການອີດທິຣິດທີ່ໄດ້ກະທຳໃນຖ້າມກາງພວກເຈົ້ານັ້ນ ໄດ້ກະທຳໃນເມືອງຕີເຣແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ 22 ແຕ່ເຮົາບອກພວກເຈົ້າວ່າ ໃນວັນພິພາກສາ ໂທດຂອງເມືອງຕີເຣແລະເມືອງຊີໂດນກໍຈະທົນງ່າຍກວ່າໂທດຂອງພວກເຈົ້າ 23 ແລະຝ່າຍເຈົ້າ, ເມືອງກາເປນາອູມເຮີຍ ເຈົ້າຈະຖືກຍົກຂຶ້ນພຽງຟ້າຫລື ແຕ່ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ ດ້ວຍວ່າການອິດທີຣິດທີ່ໄດ້ກະທຳໃນຖ້າມກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊໂດມເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້ 24 ເພາະເຫດນີ້ເຮົາບອກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະທົນງ່າຍກວ່າໂທດຂອງເຈົ້າ” 25 ໃນເວລານັ້ນພຣະເຢຊູໄດ້ກາບທູນວ່າ, “ຂ້າແດ່ພຣະບິດາຜູ້ເປັນເຈົ້າສວັນແລະແຜ່ນດິນໂລກ ຂ້າພຣະອົງສັຣເສິນພຣະອົງ ເພາະພຣະອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ສລາດ ແຕ່ໄດ້ຊົງສະແດງໃຫ້ເດັນນ້ອຍຮູ້ 26 ຂ້າແດ່ພຣະບິດາ, ພຣະອົງຊົງເຫັນຊອບດັ່ງນັ້ນ” 27 “ພຣະບິດາຂອງເຮົາໄດ້ຊົງມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາ ແລະບໍ່ມີຜູ້ໃດຮູ້ຈັກພຣະບິດານອກຈາກພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້ 28 “ບັນດາຜູ້ທີ່ເຮັກການຫນັກຫນ່ວງແລະແບກພາຣະຫນັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ 29 ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງທ່ານຈະໄດ້ພົບຄວາມເຊົາເມື່ອຍ 30 ດ້ວຍວ່າແອກຂອງເຮົາກໍພໍເຫມາະ ແລະພາຣະຂອງເຮົາກໍເບົາ” 121 ໃນເວລານັ້ນພຣະເຢຊູໄດ້ສະເດັດຜ່ານທົ່ງນາໄປໃນວັນສະບາໂຕ ສ່ວນພວກສິດຂອງພຣະອົງກໍຫິວເຂົ້າ ຈຶ່ງຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ2 ເມື່ອພວກຟາຣີຊາຍເຫັນດັ່ງນັ້ນຈຶ່ງທູນພຣະອົງວ່າ, “ເບິ່ງແມ໋, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນສະບາໂຕ” 3 ພຣະອົງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຊຶ່ງດາວິດໄດ້ເຮັດເມື່ອທ່ານແລະພັກພວກອຶດຫິວນັ້ນ 4 ຄືດາວິດໄດ້ເຂົາໄປໃນທີ່ສະຖິດຂອງພຣະເຈົ້າ ຮັບປະທານເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກ ຊຶ່ງທ່ານແລະພັກພວກບໍ່ມີສິດຈະຮັບປະທານ ຄວນແຕ່ປະໂຣຫິດພວກດຽວ 5 ພວກທ່ານບໍ່ໄດ້ອ່ານໃນພຣະບັນຍັດຫລືທີ່ວ່າ ທຸກວັນສະບາໂຕພວກປະໂຣຫິດເຄີຍລະເມີດຕໍ່ກົດວັນສະບາໂຕ ແຕ່ບໍ່ມີຄວາມຜິດ 6 ເຮົາບອກພວກທ່ານວ່າ ຢູ່ທີ່ນີ້ມີສິ່ງນຶ່ງໃຫຍ່ກວ່າພຣະວິຫານອີກ 7 ຖ້າພວກທ່ານໄດ້ເຂົ້າໃຈຄວາມຫມາຍຂອງພຣະຄັມພີທີ່ວ່າ “ເຮົາປະສົງຄວາມເມດຕາ ບໍ່ປະສົງເຄື່ອງບູຊາ” ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ 8 ເພາະວ່າບຸດມະນຸດເປັນເຈົ້າຂອງວັນສະບາໂຕ” 9 ແລ້ວພຣະອົງໄດ້ສະເດັດອອກຈາກທີ່ນັ້ນເຂົ້າໄປໃນໂຮງທັມມະເທສນາຂອງເຂົາ 10 ເບິ່ງແມ໋, ຢູ່ທີ່ນັ້ນມີຄົນມືລີບເບື້ອງນຶ່ງ ເຂົາຈຶ່ງທູນພຣະອົງວ່າ, “ຄວນຫລືຈະເຮັດໃຫ້ດີພຍາດໃນວັນສະບາໂຕ” ເພື່ອເຂົາຈະຟ້ອງພຣະອົງໄດ້ 11 ພຣະອົງຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວແລະແກະໂຕນັ້ນຕົກຂຸມໃນວັນສະບາໂຕ ຜູ້ນັ້ນຈະບໍ່ດຶງມັນຂຶ້ນຫລື 12 ມະນຸດຄົນນຶ່ງປະເສີດກວ່າໂຕແກະຫລາຍເທົ່າໃດຫນໍ ດ້ວຍເຫດນັ້ນຈຶ່ງອະນຸຍາດໃຫ້ເຮັດການດີໃນວັນສະບາໂຕ” 13 ແລ້ວພຣະອົງຊົງບອກຄົນມືລີບວ່າ, “ເຈົ້າຈົ່ງຢຽດມືອອກ” ຄົນນັ້ນກໍຢຽດອອກ ແລ້ວມືນັ້ນກໍດີປົກກະຕິເຫມືອນມືອີກເບື້ອງນຶ່ງ 14 ຝ່າຍພວກຟາຣີຊາຍຈຶ່ງອອກໄປປຶກສາກັນເຖິງເຣື່ອງພຣະອົງວ່າ ຈະເຮັດຢ່າງໃດຈຶ່ງຈະຂ້າພຣະອົງໄດ້ 15 ແຕ່ພຣະເຢຊູຊົງຊາບ ຈຶ່ງສະເດັດອອກໄປຈາກທີ່ນັ້ນ ແລະປະຊາຊົນຫລວງຫລາຍກໍຕິດຕາມພຣະອົງໄປ ພຣະອົງກໍຊົງໂຜດໃຫ້ເຂົາດີພຍາດທຸກຄົນ 16 ແລ້ວພຣະອົງຊົງສັ່ງຫ້າມຢ່າງເດັດຂາດບໍ່ໃຫ້ເປິດເຜີຍພຣະນາມຂອງພຣະອົງ 17 ທັງນີ້ເພື່ອຈະໃຫ້ສຳເຣັດຕາມຄຳທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ, 18 “ເບິ່ງແມ໋, ຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ. ເຮົາຈະເອົາວິນຍານຂອງເຮົາສວມໃສ່ໄວ້ເທິງທ່ານ ເພື່ອຈະປະກາດຄວາມຍຸດຕິທັມແກ່ບັນດາປະຊາຊາດ 19 ທ່ານຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ ບໍ່ມີໃຜຈະໄດ້ຍິນສຳນຽງສຽງຂອງທ່ານຕາມຖນົນ 20 ໄມ້ອໍ້ບວບແລ້ວທ່ານຈະບໍ່ຫັກ ໃສ້ຕະກຽງເປັນຄວັນຈວນຈະມອດ ທ່ານຈະບໍ່ມອດ ຈົນກວ່າທ່ານຈະໄດ້ນຳຄວາມຍຸດຕິທັມໃຫ້ມີຊັຍ ຊະນະ 21 ແລະບັນດາປະຊາຊາດຈະຝາກຄວາມຫວັງໄວ້ກັບນາມຂອງທ່ານ” 22 ເມື່ອນັ້ນເຂົາໄດ້ພາຄົນຜູ້ນຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ທັງຕາບອດແລະປາກກືກມາຫາພຣະອົງ ພຣະອົງຊົງໃຫ້ດີປົກກະຕິ ຄົນນັ້ນຈຶ່ງປາກໄດ້ເຫັນໄດ້ 23 ແລະປະຊາຊົນກໍອັດສະຈັນໃຈຖາມກັນວ່າ, “ຄົນນີ້ເປັນບຸດກະສັດດາວິດບໍ່ແມ່ນຫລື” 24 ແຕ່ພວກຟາຣິຊາຍ ເມື່ອໄດ້ຍິນດັ່ງນັ້ນກໍເວົ້າວ່າ, “ຜູ້ນີ້ຂັບໄລ່ຜິອອກໄດ້ໂດຍໃຊ້ອຳນາດເບເອນເຊບູນຄືນາຍຜີນັ້ນ” 25 ຝ່າຍພຣະເຢຊູຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວແກ່ເຂົາວ່າ, “ອານາຈັກໃດໆ ທີ່ແຕກຈາກກັນແລ້ວກໍຄົງຈິບຫາຍ ເມືອງໃດຫລື ເຮືອນໃດໆ ທີ່ແຕກຈາກກັນແລ້ວຈະຕັ້ງຫມັ້ນຢູ່ບໍ່ໄດ້ 26 ແລະຖ້າຊາຕານຂັບໄລ່ຊາຕານອອກ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອານາຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ 27 ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳນາດເບເອນເຊບູນ ພວກລູກຫລານຂອງທ່ານທັງຫລາຍເຄິຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ 28 ແຕ່ຖ້າເຮົາຂັບໄລ່ຜີອອກດ້ວຍພຣະວິນຍານຂອງພຣະເຈົ້າ ດັ່ງນັ້ນຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ 29 ຫລືໃຜຈະເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະຈະປຸ້ນເອົາຊັບຂອງເຂົາໄດ້ຢ່າງໃດ ເວັ້ນໄວ້ແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ ແລ້ວຈຶ່ງຈະປຸ້ນເອົາຊັບໃນເຮືອນຂອງເຂົາໄດ້ 30 ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດແຕກກະຈາຍໄປ 31 ດ້ວຍເຫດນີ້ເຮົາບອກພວກທ່ານວ່າຄວາມຜິດບາບແລະຄວາມຫມິ່ນປມາດທຸກຢ່າງຈະຊົງໂຜດອະພັຍໃຫ້ມະນຸດໄດ້ ແຕ່ຄຳຫມິ່ນປມາດພຣະວິນຍານຈະຊົງໂຜດອະພັຍໃຫ້ບໍ່ໄດ້ 32 ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ບຸດມະນຸດ ກໍຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ພຣະວິນຍານບໍຣິສຸດ ກໍຈະຊົງໂຜດອະພັຍໃຫ້ແກ່ຜູ້ນັ້ນບໍ່ໄດ້ ທັງໃນໂລກນີ້ແລະໃນໂລກຫນ້າ 33 “ຕ້ອງມີຕົ້ນໄມ້ດີ ຫມາກມັນຈຶ່ງດີ ຖ້າຕົ້ນໄມ້ບໍ່ດີ ຫມາກນມັນບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍຫມາກຂອງມັນ 34 ໂອ ຊາດງູຮ້າຍເອີຍ, ພວກຜູ້ຊົ່ວແລ້ວ ຈະເວົ້າຄວາມດີໄດ້ຢ່າງໃດ ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ 35 ຄົນດີກໍເອົາຂອງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ ຄົນຊົ່ວກໍເອົາຂອງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ 36 ເຮົາບອກພວກທ່ານວ່າ ຖ້ອຍຄຳເປົ່າໆ ທຸກຄຳທີ່ມະນຸດເວົ້າ ເຂົາຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ 37 ດ້ວຍເຫດວ່າທີ່ທ່ານຈະພົ້ນໂທດໄດ້ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ” 38 ຄາວນັ້ນມີບາງຄົນໃນພວກນັກທັມແລະພວກຟາຣິຊາຍມາທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພຣະອົງຢາກເຫັນຫມາຍສຳຄັນຈາກທ່ານ” 39 ພຣະອົງຊົງຕອບເຂົາວ່າ, “ຄົນສະໄຫມຊົ່ວແລະຄຶດທໍຣະຍົດຕໍ່ພຣະເຈົ້າສແວງຫາຫມາຍສຳຄັນ ແລະຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາຜູ້ປະກາດພຣະທັມ 40 ດ້ວຍວ່າໂຢນາໄດ້ຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ 41 ໄທເມືອງນິນາເວຈະຢືນຂຶ້ນໃນວັນພິພາກສາ ພ້ອມກັບຄົນສະໄຫມນີ້ກ່າວໂທດໃສ່ເຂົາ ດ້ວຍວ່າໄທເມືອງນິນາເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າໂຢນາກໍມີຢູ່ທີ່ນີ້ 42 ນາງກະສັດຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ກ່າວໂທດໃສ່ເຂົາ ເພາະພຣະນາງໄດ້ສະເດັດມາແຕ່ທີ່ສຸດໂລກ ເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍມີຢູ່ທີ່ນີ້ 43 “ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານເພື່ອສແວງຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ 44 ແລ້ວມັນເວົ້າວ່າ, “ເຮົາຈະຕ່າວຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ” ແລະເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດດີແລະຕົກແຕ່ງໄວ້ແລ້ວ 45 ເມື່ອນັ້ນມັນຈຶ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລ້ວກໍເຂົ້າໄປອາໄສຢູ່ທີ່ນັ້ນ ແລະສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ ຄົນສະໄຫມຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ” 46 ຂນະທີ່ພຣະອົງກຳລັງຊົງກ່າວກັບປະຊາຊົນຢູ່ນັ້ນ ເບິ່ງແມ໋, ມານດາກັບພວກນ້ອງຊາຍຂອງພຣະອົງກໍຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າ ກັບພຣະອົງ 47 ມີຄົນນຶ່ງທູນພຣະອົງວ່າ, ເບິ່ງແມ໋, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບທ່ານ” 48 ແຕ່ພຣະອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ, “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ” 49 ແລ້ວພຣະອົງຊົງຊິ້ໄປທາງພວກສິດຂອງຕົນ ແລະຊົງກ່າວວ່າ, ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ 50 ດ້ວຍວ່າຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດໃນສວັນ ຜູ້ນັ້ນແຫລະ, ເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ” 131 ໃນວັນນັ້ນພຣະເຢຊູໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງທະເລ2 ມີຄົນຫລວງຫລາຍພາກັນມາຫາພຣະອົງ ເພາະເຫດນັ້ນພຣະອົງຈຶ່ງສະເດັດເຂົ້າປະທັບຢູ່ໃນເຮືອ ແລະຝູງຄົນເຫລົ່ານັ້ນກໍຢືນຢູ່ແຄມຝັ່ງ 3 ແລ້ວພຣະອົງຊົງກ່າວກັບເຂົາຫລາຍປະການເປັນຄໍາອຸປມາວ່າ, “ເບິ່ງແມ໋, ມີຄົນນຶ່ງອອກໄປຫວ່ານພືດ 4 ເມື່ອກຳລັງຫວ່ານຢູ່ນັ້ນລາງເມັດກໍຕົກຕາມທາງ ແລ້ວນົກກໍມາກິນເສັຽ 5 ລາງເມັດກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍ ຈຶ່ງງອກຂຶ້ນໂລດເພາະດິນບໍ່ເລິກ 6 ແຕ່ເມື່ອຕາເວັນອອກມາກໍແຫ້ມ ຈຶ່ງຫ່ຽວແຫ້ງໄປເພາະບໍ່ມີຮາກ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນຫຸ້ມຮັດເສັຽ 8 ລາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນ ເມັດນຶ່ງຮ້ອຍຕໍ່, ເມັດນຶ່ງຫົກສິບຕໍ່, ເມັດນຶ່ງສາມສິບຕໍ່ 9 ຜູ້ໃດມີຫູ ຈົ່ງຟັງເອົາ 10 ຝ່າຍພວກສາວົກຈຶ່ງມາທູນພຣະອົງວ່າ, “ເຫດສັນໃດທ່ານຈຶ່ງກ່າວກັບເຂົາເປັນຄຳອຸປມາ” 11 ພຣະອົງຊົງຕອບເຂົາວ່າ, “ຂໍ້ຄວາມເລິກລັບເຣື່ອງຣາຊອານາຈັກສວັນຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ຄົນເຫລົ່ານັ້ນບໍ່ຊົງໂຜດໃຫ້ຮູ້ 12 ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ແກ່ຜູ້ນັ້ນອີກ ແລະຜູ້ນັ້ນຈະມີບໍຣິບູນ ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ 13 ດ້ວຍເຫດນີ້ແຫລະ, ເຮົາຈຶ່ງກ່າວແກ່ເຂົາເປັນຄຳອຸປມາເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ, ເມື່ອເຂົາຟັງກໍບໍ່ໄດ້ຍິນ, ແລະບໍ່ເຂົ້າໃຈ 14 ຄຳທຳນວາຍຂອງເອຊາຢາກໍຖືກຕ້ອງກັບເຂົາ ຄືຄຳທີ່ວ່າ, “ເຈົ້າທັງຫລາຍຈະໄດ້ຍິນແທ້ ແຕ່ຈະບໍ່ເຂົ້າໃຈຈັກເທື່ອ ຈະໄດ້ເຫັນແທ້ ແຕ່ຈະບໍ່ໄດ້ສັງເກດຈັກເທື່ອ 15 ດ້ວຍວ່າໃຈຂອງພົລເມືອງນີ້ກໍປຶກຫນາ, ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ ຢ້ານວ່າເຂົາຈະສັງເກດດ້ວຍຕາ ແລະຈະໄດ້ຍິນດ້ວຍຫູ ແລະຈະຮູ້ດ້ວຍໃຈ ແລ້ວຈະຕ່າວກັບມາ ແລະເຮົາຈະເຮັດໃຫ້ເຂົາດີ” 16 ແຕ່ຕາຂອງພວກທ່ານກໍເປັນສຸກເພາະໄດ້ເຫັນ ແລະຫູຂອງພວກທ່ານກໍເປັນສຸກເພາະໄດ້ຍິນ 17 ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ປະກາດພຣະທັມ ແລະຜູ້ມີສິນທັມຫລາຍຄົນ ໄດ້ປາຖນາເຫັນຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ ເຂົາປາຖນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ ແຕ່ບໍ່ໄດ້ຍິນ 18 “ເຫດສັນນັ້ນທ່ານທັງຫລາຍ ຈົ່ງຟັງຄຳອຸປມາເຣື່ອງຜູ້ຫວ່ານພືດນັ້ນ 19 ເມື່ອຜູ້ໃດໄດ້ຍິນພຣະທັມເຣື່ອງຣາຊອານາຈັກນັ້ນ ແຕ່ບໍ່ເຂົ້າໃຈ ມານຮ້າຍມາຍາດເອົາເມັດທີ່ຫວ່ານໃນໃຈຄົນນັ້ນໄປເສັຽ ນັ້ນແຫລະ, ໄດ້ແກ່ເມັດທີ່ຫວ່ານລົງຕາມທາງ 20 ແລະເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທັມ ແລ້ວກໍຮັບເອົາທັນທີດ້ວຍຄວາມຍິນດີ 21 ແຕ່ບໍ່ມີຮາກໃນຕົວເອງຈຶ່ງທົນຢູ່ຊົ່ວຄາວ ແລະເມື່ອເກິດຄວາມຍາກລຳບາກ ຫລືການຂົ່ມເຫັງເພາະພຣະທັມນັ້ນ ຕົນກໍທໍ້ຖອຍໃຈເສັຽທັນທີ 22 ແລະເມັດທີ່ຫວ່ານຕົກກາງພຸ່ມຫນາມ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທັມ ແລ້ວຄວາມກັງວົນຕາມທຳມະດາໂລກ ແລະຄວາມຫລອກຫລວງແຫ່ງຊັບສົມບັດ ກໍຫຸ້ມຮັດພຣະທັມນັ້ນເສັຽຈຶ່ງບໍ່ເກີດຜົນ 23 ສ່ວນເມັດທີ່ຫວ່ານຕົກລົງໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມ ແລະເຂົ້າໃຈ ຜູ້ນັ້ນກໍເກີດຜົນໄດ້ຮ້ອຍຕໍ່ແດ່,ຫົກສິບຕໍ່ແດ່, ແລະສາມສິບຕໍ່ແດ່” 24 ພຣະອົງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນຄົນຜູ້ນຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ 25 ແຕ່ເມື່ອຄົນທັງຫລາຍກຳລັງນອນຫລັບຢູ່ ສັດຕຣູຂອງຜູ້ນັ້ນມາຫວ່ານເຂົ້ານົກໃສ່ ຖ້າມກາງເຂົ້າດີ ແລ້ວກໍຫນີໄປ 26 ຄັນເຂົ້າດີນັ້ນງອກຂຶ້ນເປັນຮວງແລ້ວ ເຂົ້ານົກກໍປາກົດຂຶ້ນເຫມືອນກັນ 27 ພວກຂ້ອຍໃຊ້ຂອງເຈົ້າເຣືອນມາແຈ້ງຄວາມແກ່ນາຍວ່າ, “ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນຫລື ແລ້ວເຂົ້ານົກມາແຕ່ໃສ” 28 ຝ່າຍນາຍກໍຕອບວ່າ, “ນີ້ແມ່ນການເຮັດຂອງສັດຕຣູ” ພວກຂ້ອຍໃຊ້ຈຶ່ງຖາມນາຍວ່າ, “ຖ້າຢ່າງນັ້ນນາຍຢາກໃຫ້ຫມູ່ຂ້ານ້ອຍໄປເກັບເຂົ້ານົກນັ້ນຫລື” 29 ນາຍຈຶ່ງຕອບວ່າ, “ ຢ່າຊູ່ໄປ ເພາະເມື່ອພວກເຈົ້າຫລົກເຂົ້ານົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ 30 ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງຣະດູກ່ຽວ ແລະໃນເວລາດຽວນັ້ນເຮົາຈະສັ່ງພວກກ່ຽວວ່າ: ຈົ່ງເກັບເຂົ້ານົກກ່ອນ, ມັດເປັນຟ່ອນເຜົາໄຟເສັຽ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ” 31 ພຣະອົງຍັງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນແກ່ນຜັກກາດເມັດນຶ່ງ ທີ່ຄົນຜູ້ນຶ່ງເອົາໄປຫວ່ານໃນສວນຂອງຕົນ 32 ເມັດນັ້ນນ້ອຍກວ່າເມັດທັງປວງ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນ ແລະກາຍເປັນຕົ້ນໄມ້ຈົນກວ່ານົກປ່າໄດ້ມາເຮັດຄອນອາໄສຢູ່ຕາມກິ່ງກ້ານມັນ” 33 ພຣະອົງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້ຍິງຄົນນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ” 34 ຂໍ້ຄວາມເຫລົ່ານີ້ພຣະເຢຊູຊົງກ່າວແກ່ປວງຊົນເປັນຄຳອຸປມາທັງຫມົດ ແລະນອກຈາກຄຳອຸປມາພຣະອົງບໍ່ໄດ້ຊົງກ່າວກັບເຂົາຈັກປະການ 35 ທັງນີ້ເພື່ອຈະໃຫ້ສຳເຣັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, “ເຮົາຈະອ້າປາກເປັນຄຳອຸປມາ ເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ແຣກສ້າງໂລກ” 36 ແລ້ວພຣະເຢຊູໄດ້ສະເດັດໄປຈາກຄົນເຫລົ່ານັ້ນເຂົ້າໄປໃນເຮືອນ ພວກສາວົກມາເຝົ້າພຣະອົງທູນວ່າ, “ຂໍທ່ານໂຜດອະທິບາຍໃຫ້ພວກຂ້າພຣະອົງເຂົ້າໃຈຄຳອຸປມາເຣື່ອງເຂົ້ານົກໃນນານັ້ນແດ່” 37 ພຣະອົງຊົງຕອບເຂົາວ່າ, “ຜູ້ຫວ່ານເມັດດີນັ້ນຄືບຸດມະນຸດ 38 ແລະນານັ້ນຄືແຜ່ນດິນໂລກ ສ່ວນເມັດດີນັ້ນໄດ້ແກ່ພົລເມືອງແຫ່ງຣາຊອານາຈັກ ແຕ່ເຂົ້ານົກໄດ້ແກ່ ພົລເມືອງຂອງມານຮ້າຍ 39 ສັດຕຣູຜູ້ຫວ່ານເຂົ້ານົກຄືພຍາມານ ຣະດູກ່ຽວໄດ້ແກ່ຄາວສຸດໂລກ ແລະຜູ້ກ່ຽວນັ້ນຄືພວກເທວະດາ 40 ເຫດສັນນັ້ນເຂົາເກັບເຂົ້ານົກເຜົາໄຟເສັຽຢ່າງໃດ ຄາວສຸດໂລກກໍຈະເປັນຢ່າງນັ້ນ 41 ບຸດມະນຸດຈະໃຊ້ພວກເທວະດາຂອງທ່ານອອກໄປ ເຂົາຈະເກັບກວາດທຸກສິ່ງທີ່ເຮັດໃຫ້ຫລົງຜິດ ກັບບັນດາຜູ້ທີ່ເຮັດຊົ່ວອອກໄປຈາກຣາຊແຜ່ນດິນຂອງທ່ານ 42 ແລ້ວຈະເອົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ 43 ຄາວນັ້ນພວກສິນທັມຈະຮຸ່ງເຮືອງໃນຣາຊແຜ່ນດິນພຣະບິດາຂອງເຂົາ ເຫມືອນດັ່ງດວງອາທິດ ຜູ້ໃດມີຫູ ຈົ່ງຟັງເອົາ 44 “ຣາຊອານາຈັກສວັນປຽບເຫມືອນຊັບທີ່ເຊື່ອງໄວ້ໃນທົ່ງນາ ຊຶ່ງມີຜູ້ນຶ່ງໄດ້ພົບແລ້ວຈຶ່ງເຊື່ອງໄວ້ອີກ ແລະເພາະຄວາມຍິນດີຈຶ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ແລ້ວໄປຊື້ນານັ້ນ” 45 “ອີກປະການນຶ່ງຣາຊອານາຈັກສວັນປຽບເຫມືອນພໍ່ຄ້າຜູ້ນຶ່ງທີ່ຊອກຫາໄຂ່ມຸກຢ່າງດີ 46 ເມື່ອໄດ້ພົບໄຂ່ມຸກເມັດນຶ່ງທີ່ມີຄ່າຫລາຍ ກໍໄປຂາຍທຸກສິ່ງທີ່ຕົນມີຢູ່ແລ້ວໄປຊື້ໄຂ່ມຸກນັ້ນ” 47 “ອີກປະການນຶ່ງຣາຊອານາຈັກສວັນປຽບເຫມືອນມອງທີ່ຖິ້ມລົງໃນທະເລ ຮວມເອົາປາທຸກຊະນິດ 48 ເມື່ອເຕັມແລ້ວກໍດຶງຂຶ້ນເທິງຝັ່ງ ນັ່ງລົງເລືອກເອົາໂຕດີໃສ່ໃນກະຕ່າ ສ່ວນໂຕບໍ່ດີນັ້ນກໍຖິ້ມເສັຽ 49 ໃນຄາວສິ້ນຍຸກກໍຈະເປັນຢ່າງນັ້ນແຫລະ, ພວກເທວະດາຈະອອກມາແຍກຄົນຊົ່ວອອກຈາກຄົນສິນທັມ 50 ແລ້ວຈະເອົາໄປຖິ້ມໃສ່ເຕົາໄປຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ” 51 “ຂໍ້ຄວາມເຫລົ່ານີ້ພວກທ່ານເຂົ້າໃຈແລ້ວຫລື” ເຂົາທູນຕອບວ່າ, “ໂດຍ, ເຂົ້າໃຈແລ້ວ” 52 ຝ່າຍພຣະອົງຊົງກ່າວແກ່ເຂົາວ່າ, “ດ້ວຍເຫດນັ້ນນັກທັມທຸກຄົນທີ່ໄດ້ຮຽນຮູ້ເຖິງຣາຊອານາຈັກສວັນ ກໍເຫມືອນເຈົ້າເຮືອນທີ່ເອົາຂອງໃຫມ່ທັງຂອງເກົ່າອອກມາຈາກສາງຂອງຕົນ” 53 ເມື່ອພຣະເຢຊູຊົງກ່າວຄຳອຸປມາເຫລົ່ານີ້ສິ້ນສຸດລົງແລ້ວ ກໍສະເດັດໄປຈາກທີ່ນັ້ນ 54 ເມື່ອສະເດັດມາເຖິງເມືອງເດີມຂອງພຣະອົງແລ້ວກໍຊົງສັ່ງສອນຄົນທັງຫລາຍໃນໂຮງທັມມະເທສນາຂອງເຂົາ ຈົນເຂົາງຶດປລາດໃຈແລ້ວເວົ້າກັນວ່າ, “ຜູ້ນີ້ໄດ້ສະຕິປັນຍາແລະການອິດທິຣິດຢ່າງນີ້ມາແຕ່ໃສ” 55 ຄົນຜູ້ນີ້ເປັນລູກຊ່າງໄມ້ນັ້ນບໍ່ແມ່ນຫລື ມານດາຂອງລາວຊື່ມາຣິອາບໍ່ແມ່ນຫລື? ແລະນ້ອງຊາຍຂອງລາວຊື່ຢາໂກໂບ ໂຢເຊບ ຊີໂມນ ແລະຢູດາບໍ່ແມ່ນຫລື? 56 ແລະນ້ອງສາວຂອງລາວກໍຢູ່ກັບຫມູ່ເຮົາບໍ່ແມ່ນຫລື ລາວຈຶ່ງໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ” 57 ເຂົາຈຶ່ງມີໃຈຫນ່າຍແຫນງພຣະອົງ ແຕ່ພຣະເຢຊູຊົງກ່າວກັບເຂົາວ່າ, “ຜູ້ປະກາດພຣະທັມຈະບໍ່ຂາດຄວາມນັບຖື ເວັ້ນໄວ້ແຕ່ໃນເມືອງເດີມ ແລະໃນຄົວເຮືອນຂອງຕົນ” 58 ໃນທີ່ນັ້ນ ພຣະອົງບໍ່ໄດ້ຊົງກະທໍາການອິດທິຣິດຫລາຍເພາະເຂົາບໍ່ມີຄວາມເຊື່ອ 141 ໃນເວລານັ້ນ ເຮໂຣດຜູ້ປົກຄອງໄດ້ຍິນກິດຕິສັບຂອງພຣະເຢຊູ2 ຈຶ່ງກ່າວແກ່ພວກຄົນໃຊ້ວ່າ, “ຜູ້ນີ້ແຫລະ, ແມ່ນໂຢຮັນບັບຕິສະໂຕ ທ່ານໄດ້ເປັນຄືນມາຈາກຄວາມຕາຍ ດ້ວຍເຫດນີ້ ຣິດອຳນາດນີ້ຈຶ່ງສະແດງອອກມາໃນຕົວທ່ານ” 3 ດ້ວຍວ່າເຮໂຣດໄດ້ຈັບໂຢຣັນຜູກມັດ ແລະຂັງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດັຽພັຣຍາຂອງຟິລິບນ້ອງຊາຍຂອງຕົນ 4 ເພາະໂຢຮັນເຄິຍທູນຕໍ່ເຮໂຣດວ່າ, “ທີ່ທ່ານຈະເອົານາງນັ້ນມາເປັນພັຣຍາກໍຜິດຕໍ່ກົດແລ້ວ” 5 ເຖິງແມ່ນເຮໂຣດມີໃຈຢາກຂ້າໂຢຮັນ ແຕ່ກໍຢ້ານປະຊາຊົນ ເພາະເຂົາຖືວ່່າໂຢຮັນເປັນຜູ້ປະກາດພຣະທັມ 6 ແຕ່ເມື່ອວັນສລອງວັນກຳເນິດຂອງເຮໂຣດມາເຖິງ ບຸດຍິງຂອງນາງເຮໂຣເດັຽໄດ້ຟ້ອນລຳຖ້າມກາງບັນດາແຂກເຮັດໃຫ້ເຮໂຣດຊອບໃຈ 7 ເຫດສັນນັ້ນເຮໂຣດຈຶ່ງສັນຍາດ້ວຍສາບານຕົນວ່າ, “ນາງຈະຂໍສິ່ງໃດກໍຈະໃຫ້ສິ່ງນັ້ນ” 8 ຍິງສາວຈຶ່ງທູນຕາມທີ່ມານດາແນະນຳໄວ້ວ່າ, “ຂໍຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້າພຣະອົງທີ່ນີ້” 9 ຝ່າຍເຮໂຣດຜູ້ປົກຄອງກໍທຸກໃຈ ແຕ່ເພາະເຫດທີ່ໄດ້ສາບານຕົນ ແລະເພາະເຫັນແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ ຈຶ່ງອອກຄຳສັ່ງອະນຸຍາດໃຫ້ 10 ແລ້ວກໍໃຊ້ຄົນໄປຕັດເອົາຫົວໂຢຮັນໃນຄຸກ 11 ເຂົາຈຶ່ງເອົາຫົວໃສ່ຖາດມາໃຫ້ຍິງສາວນັ້ນ ແລະນາງກໍໄປສົ່ງໃຫ້ມານດາຂອງຕົນ 12 ຝ່າຍພວກສິດຂອງໂຢຮັນກໍພາກັນມາຮັບເອົາສົບໄປສົ່ງສະການແລ້ວກໍມາທູນພຣະເຢຊູໃຫ້ຊົງຊາບ 13 ເມື່ອພຣະເຢຊູໄດ້ຊາບແລ້ວ ຈຶ່ງລົງເຮືອສະເດັດຈາກບ່ອນນັ້ນໄປຍັງປ່າສງັດຢູ່ຕ່າງຫາກ ເມື່ອປະຊາຊົນທັງປວງໄດ້ຍິນຂ່າວນັ້ນ ເຂົາກໍອອກຈາກເມືອງຕ່າງໆຍ່າງຕິດຕາມພຣະອົງໄປ 14 ເມື່ອພຣະເຢຊູສະເດັດອອກຈາກເຮືອແລ້ວກໍຊົງເຫັນປະຊາຊົນຫມູ່ໃຫຍ່ ພຣະອົງຊົງສົງສານເຂົາ ຈຶ່ງຊົງໂຜດຄົນປ່ວຍທັງຫລາຍໃນພວກເຂົາໃຫ້ດີ 15 ຄັນເວລາແລງມາພວກສາວົກໄດ້ມາທູນພຣະອົງວ່າ, “ບ່ອນນີ້ເປັນປ່າ ແລະບັດນີ້ຄ່ຳແລ້ວ ສັນນັ້ນຂໍທ່ານຈົ່ງໃຫ້ປະຊາຊົນເລິກໄປເສັຽ ເພື່ອເຂົາຈະໄດ້ໄປຊື້ອາຫານຮັບປະທານຕາມບ້ານຕ່າງໆ“ 16 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ເຂົາບໍ່ຈຳເປັນຕ້ອງໄປ ພວກທ່ານຈົ່ງລ້ຽງເຂົາສາ” 17 ພວກສາວົກຈຶ່ງທູນພຣະອົງວ່າ, “ຢູ່ນີ້ພວກຂ້າພຣະອົງບໍ່ມີຫຍັງ ເວັ້ນແຕ່ເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ” 18 ພຣະອົງຊົງບອກວ່າ, “ເອົາອັນນີ້ມາໃຫ້ເຮົາທີ່ນີ້” 19 ແລ້ວພຣະອົງຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມປ່າຫຍ້າ ເມື່ອຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງິຍພຣະພັກເບິ່ງຟ້າຂໍພຣະພອນ ເມື່ອຊົງຫັກເຂົ້າຈີ່ແລ້ວກໍຍື່ນໃຫ້ພວກສາວົກ ພວກສາວົກກໍແຈກໃຫ້ຄົນທັງປວງ 20 ເຂົາໄດ້ກິນອີ່ມທຸກຄົນ ສ່ວນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມສິບສອງບຸງ 21 ຝ່າຍຄົນທີ່ກິນນັ້ນມີຜູ້ຊາຍຫ້າພັນຄົນ ບໍ່ນັບແມ່ຍິງແລະເດັກນ້ອຍ 22 ຫລັງຈາກນັ້ນພຣະອົງຊົງສັ່ງໃຫ້ພວກສາວົກລົງເຮືອຂ້າມຟາກໄປກ່ອນ ຂນະທີ່ພຣະອົງຊົງສັ່ງໃຫ້ປະຊາຊົນເລີກໄປ 23 ແລະເມື່ອຊົງໃຫ້ປະຊາຊົນເຫລົ່ານັ້ນເລີກໄປຫມົດແລ້ວ ພຣະອົງຈຶ່ງສະເດັດຂຶ້ນພູຢູ່ຕ່າງຫາກເພື່ອໄຫວ້ວອນ ແລະເມື່ອຄ່ຳມາແລ້ວພຣະອົງກໍຍັງຊົງຢູ່ທີ່ນັ້ນແຕ່ຜູ້ດຽວ 24 ສ່ວນເຮືອນັ້ນກໍຢູ່ໄກຈາກຝັ່ງຫລາຍຮ້ອຍວາແລະຖືກຟອງນ້ຳຕີໄປມາເພາະທວນລົມຕ້ານຢູ່ 25 ຄັນເຖິງຍາມສີ່ກາງຄືນ ພຣະອົງຊົງຍ່າງເທິງນ້ຳໄປຫາພວກສາວົກ 26 ແຕ່ເມື່ອສາວົກໄດ້ເຫັນພຣະອົງຊົງຍ່າງມາເທິງນ້ຳ ເຂົາກໍຕົກໃຈເວົ້າກັນວ່າ, “ຜີ” ເຂົາຈຶ່ງຮ້ອງຂຶ້ນເພາະຄວາມຢ້ານ 27 ໃນທັນໃດນັ້ນພຣະເຢຊູໄດ້ຊົງອອກພຣະໂອດກ່າວກັບເຂົາວ່າ, “ຢ່ານ້ອຍໃຈເທາະ, ແມ່ນເຮົາເອງ ຢ່າຢ້ານ” 28 ຝ່າຍເປໂຕຈຶ່ງທູນຕອບພຣະອົງວ່າ, “ນາຍເອີຍ, ຖ້າແມ່ນທ່ານແນ່ແລ້ວ ຂໍສັ່ງໃຫ້ຂ້າພຣະອົງຍ່າງເທິງນ້ຳໄປຫາທ່ານ” 29 ພຣະອົງຊົງບອກວ່າ, “ມາສາ” ເປໂຕຈຶ່ງອອກຈາກເຣືອຍ່າງເທິງນ້ຳໄປຫາພຣະເຢຊູ 30 ແຕ່ເມື່ອເຫັນລົມກໍຢ້ານແລະເມື່ອກຳລັງຈະຈົມກໍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້າພຣະອົງໃຫ້ພົ້ນແດ່ທ້ອນ” 31 ໃນທັນໃດນັ້ນພຣະເຢຊູຊົງຢື້ພຣະຫັດຈັບເປໂຕໄວ້ແລ້ວຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍ ເປັນຫຍັງຈຶ່ງສົງສັຍ” 32 ເມື່ອພຣະອົງກັບເປໂຕຂຶ້ນເຮືອແລ້ວລົມກໍງຽບລົງ 33 ພວກທີ່ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະອົງແລ້ວທູນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າຈິງແທ້” 34 ເມື່ອຂ້າມຟາກໄປເຖິງແລ້ວກໍຈອດເຮືອທີ່ທາເມືອງເຄນເນຊາເຣັດ 35 ເມື່ອຄົນໃນເຂດນັ້ນໄດ້ຮູ້ຈັກພຣະອົງແລ້ວ ກໍໃຊ້ຄົນໄປບອກກ່າວທົ່ວຕລອດເຂດນັ້ນ ເຂົາຈຶ່ງພາບັນດາຄົນເຈັບປ່ວຍມາຫາພຣະອົງ 36 ທູນຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍ ພໍແຕ່ບາຍແຄມເຄື່ອງທົງຂອງພຣະອົງເທົ່ານັ້ນ ແລະຜູ້ໃດໄດ້ບາຍແລ້ວກໍຖືກຊົງໃຫ້ດີປົກກະຕິ 151 ເມື່ອນັ້ນພວກຟາຣິຊາຍ ແລະນັກທັມອອກມາຈາກກຸງເຢຣູຊາເລັມ ຈຶ່ງທູນພຣະເຢຊູວ່າ,2 “ເປັນຫຍັງພວກສິດຂອງທ່ານຈຶ່ງລະເມີດຕໍ່ຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານນັ້ນ ດ້ວຍວ່າເຂົາບໍ່ລ້າງມືກ່ອນຮັບປະທານອາຫານ” 3 ພຣະອົງຊົງຕອບເຂົາວ່າ, “ເຫດສັນໃດພວກທ່ານຈຶ່ງລະເມີດຕໍ່ຂໍ້ບັນຍັດຂອງພຣະເຈົ້າ ດ້ວຍເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ 4 ເພາະພຣະເຈົ້າໄດ້ຊົງບັນຍັດໄວ້ວ່າ, “ຈົ່ງນັບຖືບິດາມານດາຂອງເຈົ້າ ແລະ ຜູ້ໃດຫມິ່ນປມາດບິດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ” 5 ແຕ່ຝ່າຍພວກທ່ານກັບເວົ້າວ່າ “ຜູ້ໃດທີ່ຈະເວົ້າກັບບິດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍແດ່ພຣະ ເຈົ້າແລ້ວ” ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືບິດາມານດາຂອງຕົນ” 6 ດັ່ງນັ້ນແຫລະ, ພວກທ່ານໄດ້ລຶບລ້າງພຣະທັມຂອງພຣະເຈົ້າ ເພາະເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ 7 ໂອ ຄົນຫນ້າຊື່ໃຈຄົດເຮີຍ, ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກທ່ານວ່າ, 8 “ພົລເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກເຮົາ 9 ເຂົານະມັສການເຮົາໂດຍອັບປໂຍດ ດ້ວຍເອົາບົດບັນຍັດຂອງມະນຸດມາຕູ່ວ່າເປັນພຣະໂອວາດ” 10 ແລ້ວພຣະອົງຊົງເອີ້ນເອົາປະຊາຊົນແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າໃຈສາ 11 ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ, ທີ່ເຮັດມະນຸດຊົ່ວມົວຫມອງ” 12 ຂນະນັ້ນພວກສາວົກມາທູນຖາມພຣະອົງວ່າ, “ທ່ານຊາບແລ້ວຫລືວ່າ ເມື່ອພວກຟາຣີຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສັຽໃຈ” 13 ພຣະອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສັຽ” 14 ຊ່າງເຂົາເທາະ ເຂົາເປັນຄົນນຳທາງຄົນຕາບອດ ຖ້າຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຈະຕົກໃນຂຸມ” 15 ຝ່າຍເປໂຕຈຶ່ງທູນພຣະອົງວ່າ, “ຂໍໂຜດທ່ານແກ້ໄຂຄຳອຸປມານີ້ໃຫ້ພວກຂ້າພຣະອົງແດ່” 16 ພຣະອົງຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າໃຈເຫມືອນກັນຫລື 17 ພວກທ່ານບໍ່ໄດ້ສັງເກດຫລືວ່າ ສິ່ງທີ່ເຂົ້າໄປໃນປາກກໍລົງໃນທ້ອງແລ້ວກໍຖ່າຍອອກມາ 18 ແຕ່ສິ່ງທີ່ອອກຈາກປາກກໍອອກມາຈາກໃຈ ສິ່ງນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 19 ເພາະວ່າຄວາມຄຶດຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມັຽ, ການຜິດຊາຍຍິງ, ການລັກຊັບ, ການເປັນພຍານບໍ່ຈິງ, ແລະການນິນທາ ກໍອອກມາຈາກໃຈ 20 ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ການຮັບປະທານອາຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວຫມອງ” 21 ແລ້ວພຣະເຢຊູໄດ້ສະເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີເຣແລະເມືອງຊີໂດນ 22 ມີຍິງຊາວການາອານຄົນນຶ່ງມາຈາກເຂດນັ້ນຮ້ອງທູນພຣະອົງວ່າ, “ນາຍຜູ້ເປັນບຸດດາວິດເອີຍ, ຂໍໂຜດເມດຕາຂ້າພຣະອົງແດ່ທ້ອນ ລູກສາວຂອງຂ້າພຣະອົງມີຄວາມລຳບາກຫລາຍຍ້ອນຜິຮ້າຍບັງຄັບ” 23 ຝ່າຍພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ເຂົາເມືອເສັຽ ເພາະເຂົາຮ້ອງຕາມເຮົາມາ” 24 ພຣະອົງຊົງຕອບວ່າ, “ເຮົາບໍ່ໄດ້ຮັບໃຊ້ມາຫາຜູ້ໃດ ເວັ້ນແຕ່ຝູງແກະທີ່ເສັຽແລ້ວ ຄືຕະກູນອິສຣາເອນ” 25 ຝ່າຍຍິງນັ້ນໄດ້ມາຂາບທູນພຣະອົງວ່າ, “ນາຍເອີຍ, ຂໍໂຜດຊ່ອຍຂ້າພຣະອົງແດ່ທ້ອນ” 26 ພຣະອົງຊົງຕອບວ່າ,”ບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມານ້ອຍ” 27 ຍິງນັ້ນທູນຕອບວ່າ, “ຈິງຢູ່ເຈົ້າຂ້າ ແຕ່ເຖິງແມ່ນຫມານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ” 28 ແລ້ວພຣະເຢຊູຊົງຕອບຍິງນັ້ນວ່າ, “ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ ໃຫ້ເປັນໄປຕາມຄວາມປະສົງຂອງເຈົ້າເທີນ” ລູກສາວຂອງຍິງນັ້ນກໍດີເປັນປົກກະຕິຕັ້ງແຕ່ໂມງນັ້ນ 29 ພຣະເຢຊູໄດ້ສະເດັດອອກຈາກທີ່ນັ້ນລຽບຝັ່ງທະເລສາບຄາລິເລໄປ ແລ້ວສະເດັດຂຶ້ນພູຊົງປະທັບນັ່ງລົງທີ່ນັ້ນ 30 ແລະມີປະຊາຊົນຈຳນວນຫລາຍມາຫາພຣະອົງ ເຂົາພາຄົນຂາເສັ້ງ, ຄົນແຂນຂາພິການ, ຄົນຕາບອດ, ຄົນປາກກືກ, ແລະຄົນເຈັບອື່ນໆ ຫລາຍຄົນມາວາງໄວ້ແທບພຣະບາດຂອງ ພຣະເຢຊູ ແລ້ວ ພຣະອົງໄດ້ຊົງໂຜດໃຫ້ເຂົາດີ 31 ຈົນຝູງຄົນເຫລົ່ານັ້ນງຶດອັດສະຈັນໃຈ ເມື່ອເຫັນຄົນປາກກືກປາກໄດ້, ຄົນແຂນຂາພິການດີປົກກະຕິ, ຄົນຂາເສັ້ງຍ່າງໄປໄດ້, ແລະຄົນຕາບອດເຫັນໄດ້ ແລ້ວເຂົາຈຶ່ງສັຣເສິນພຣະເຈົ້າຂອງຊາດອິສຣາເອນ 32 ຝ່າຍພຣະເຢຊູຊົງເອີ້ນພວກສາວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນ ເຮົາບໍ່ຢາກໃຫ້ເຂົາກັບໄປໃນຂນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ” 33 ພວກສາວົກທູນຖາມພຣະອົງວ່າ, “ໃນປ່າຢ່າງນີ້ພວກຂ້າພຣະອົງຈະຊອກອາຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້” 34 ພຣະເຢຊູຊົງຖາມເຂົາວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ້ອນກັບປານ້ອຍສອງສາມໂຕ” 35 ພຣະອົງຈຶ່ງຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມດິນ 36 ແລ້ວຊົງຮັບເຂົ້າຈີ່ເຈັດກ້ອນກັບປາເຫລົ່ານັ້ນມາໂມທະນາພຣະຄຸນ ຈຶ່ງຊົງຫັກຍື່ນໃຫ້ພວກສາວົກຂອງຕົນ ພວກສາວົກກໍໄດ້ແຈກຢາຍໃຫ້ປະຊາຊົນ 37 ແລະຄົນທັງປວງໄດ້ກິນອີ່ມຫມົດທຸກຄົນ ຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ 38 ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ 39 ເມື່ອຊົງສັ່ງໃຫ້ເຂົາເລີກໄປແລ້ວ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາຄາດານ 161 ພວກຟາຣິຊາຍກັບພວກຊາດູກາຍໄດ້ມາທົດລອງພຣະອົງ ໂດຍຂໍໃຫ້ພຣະອົງຊົງສະແດງຫມາຍສຳຄັນຢ່າງນຶ່ງຈາກສວັນໃຫ້ເຂົາເຫັນ2 ພຣະອົງຊົງຕອບເຂົາວ່າ, “ເມື່ອຄ່ຳມາພວກທ່ານເຄິຍເວົ້າວ່າ “ອາກາດຈະດີເພາະຟ້າສິແດງ” 3 ແລະເວລາເຊົ້າພວກທ່ານກໍເວົ້າວ່າ, “ມື້ນີ້ຈະເກິດພະຍຸເພາະຟ້າສິແດງແລະມືດມົວ” ທ້ອງຟ້ານັ້ນພວກທ່ານຍັງຊ່າງສັງເກດຮູ້ ແຕ່ຫມາຍສຳຄັນແຫ່ງສະໄຫມຕ່າງໆ ພວກທ່ານບໍ່ອາດສັງເກດໄດ້” 4 ຄົນສະໄຫມຊົ່ວຄຶດຄົດທໍຣະຍົດຕໍ່ພຣະເຈົ້າສແວງຫາຫມາຍສຳຄັນ ແຕ່ຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາ” ແລ້ວພຣະອົງກໍສະເດັດຈາກເຂົາໄປ 5 ຝ່າຍພວກສາວົກເມື່ອຂ້າມໄປຟາກນັ້ນກໍໄດ້ລືມເອົາເຂົ້າຈີ່ໄປນຳ 6 ພຣະເຢຊູຊົງບອກເຂົາວ່າ, “ຈົ່ງສັງເກດແລະລະວັງເຊື້ອແປ້ງຂອງພວກຟາຣິຊາຍແລະພວກຊາດູກາຍໃຫ້ດີ” 7 ພວກສາວົກກໍເວົ້າກັນຢູ່ວ່າ,”ເຫັນຈະເປັນເພາະຫມູ່ເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ” 8 ແຕ່ພຣະເຢຊູຊົງຊາບຈຶ່ງຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍ ເຫດໃດພວກທ່ານຈຶ່ງເວົ້າກັນແລະກັນເຖິງເຣື່ອງບໍ່ໄດ້ເອົາເຂົ້າຈີ່ມານຳ 9 ພວກທ່ານຍັງບໍ່ທັນສັງເກດແລະຈື່ບໍ່ໄດ້ຫລື ເຣື່ອງເຂົ້າຈີ່ຫ້າກ້ອນສຳລັບຄົນຫ້າພັນນັ້ນ ພວກທ່ານເກັບໄດ້ຈັກບຸງ 10 ຫລືເຣື່ອງເຂົ້າຈີ່ເຈັດກ້ອນສຳລັບຄົນສີ່ພັນນັ້ນ ພວກທ່ານເກັບໄດ້ຈັກບຸງ 11 ເປັນສັນໃດພວກທ່ານຈຶ່ງບໍ່ສັງເກດຮູ້ວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເຣື່ອງເຂົ້າຈີ່ ແຕ່ໃຫ້ລະວັງເຊື້ອແປ້ງຂອງພວກຟາຣິຊາຍແລະພວກຊາດູກາຍ” 12 ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ລະວັງເຊື້ອແປ້ງນັ້ນ ແຕ່ໃຫ້ລະວັງຄຳສອນຂອງພວກຟາຣິຊາຍແລະພວກຊາດູກາຍ 13 ຄັນພຣະເຢຊູສະເດັດເຂົ້າໄປໃນເຂດເມືອງກາຍຊາເຣັຽຟິລິບປອຍ ພຣະອົງຊົງຖາມພວກສາວົກຂອງຕົນວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດແມ່ນຜູ້ໃດ” 14 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢຮັນບັບຕິສະໂຕ ແລະຄົນອື່ນວ່າເປັນເອລິຢາ ແຕ່ຄົນອື່ນອີກວ່າເປັນເຢເຣມີຢາ ຫລືເປັນຄົນນຶ່ງໃນພວກຜູ້ປະກາດພຣະທັມ” 15 ພຣະອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ” 16 ຊີໂມນເປໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” 17 ພຣະເຢຊູຊົງກ່າວກັບເປໂຕວ່າ, “ຊີໂມນ ລູກໂຢນາເອີຍ, ທ່ານກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ໄດ້ສະແດງຄຳນີ້ແກ່ທ່ານ ແຕ່ແມ່ນພຣະບິດາຂອງເຮົາຜູ້ຊົງສະຖິດໃນສວັນຊົງໃຫ້ຊາບ 18 ຝ່າຍເຮົາ, ເຮົາບອກທ່ານວ່າທ່ານຄືເປໂຕ ເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາຈະມີຊັຍຕໍ່ຄຣິສຕະຈັກນັ້ນບໍ່ໄດ້ 19 ເຮົາຈະມອບຂໍກະແຈແຫ່ງແຜ່ນດິນສວັນໄວ້ໃຫ້ທ່ານ ທ່ານຈະຜູກມັດສິ່ງໃດໄວ້ໃນໂລກ ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສວັນ ທ່ານຈະແກ້ສິ່ງໃດໃນໂລກ ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສວັນ” 20 ແລ້ວພຣະອົງຊົງຫ້າມສາວົກ ບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະຄຣິດ 21 ຕັ້ງແຕ່ເວລານັ້ນມາພຣະເຢຊູຊົງຕັ້ງຕົ້ນສະແດງແກ່ພວກສາວົກຂອງຕົນວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢຣູຊາເລັມ ແລະຈະຕ້ອງທົນທຸກທໍຣະມານຫລາຍປະການຈາກພວກເຖົ້າແກ່, ຈາກພວກປະໂຣຫິດຕົນໃຫຍ່, ແລະຈາກພວກນັກທັມເຂົາຈະໄດ້ຂ້າພຣະອົງເສັຽ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາ 22 ຝ່າຍເປໂຕໄດ້ພາພຣະອົງໄປຕ່າງຫາກ ແລ້ວຕັ້ງຕົ້ນທູນຫ້າມພຣະອົງຢ່າງແຂງແຮງວ່າ, “ນາຍເອີຍ, ຂໍທ່ານຈົ່ງໄດ້ຮັບຄວາມເມດຕາ ການນີ້ຈະບໍ່ເກິດມີແກ່ທ່ານຈັກເທື່ອ” 23 ພຣະອົງຊົງຫັນພຣະພັກໄປຫາເປໂຕແລ້ວຊົງກ່າວວ່າ, “ອ້າຍຊາຕານເຮິຍ, ຈົ່ງຖອຍຫນີຈາກເຮົາເສັຽ ເຈົ້າເປັນສິ່ງກິດຂວາງເຮົາ ເພາະເຈົ້າຄຶດຢ່າງມະນຸດ ບໍ່ຄຶດຢ່າງພຣະເຈົ້າ” 24 ຂນະນັ້ນພຣະເຢຊູຊົງບອກພວກສາວົກຂອງຕົນວ່າ, “ຖ້າຜູ້ໃດຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽ ແລະຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ 25 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດ ແຕ່ຜູ້ໃດຈະເສັຽຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະພົ້ນຊິວິດ 26 ເຫດວ່າຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນ ຜູ້ນັ້ນຈະໄດ້ປໂຍດອັນໃດ ຫລືຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ 27 ເພາະບຸດມະນຸດຈະມາດ້ວຍສະງ່າຣາສິແຫ່ງພຣະບິດາຂອງຕົນ ແລະພ້ອມດ້ວຍພວກເທວະດາຂອງພຣະອົງ ເມື່ອນັ້ນພຣະອົງຈະຊົງປະທານບຳເຫນັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ 28 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນພວກຄົນທີ່ຢືນຢູ່ນີ້ມີລາງຄົນທີ່ຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດສະເດັດມາດ້ວຍຣາຊອຳນາດຂອງພຣະອົງ” 171 ຄັນລ່ວງໄປໄດ້ຫົກວັນແລ້ວ ພຣະເຢຊູຊົງພາເປໂຕ ຢາໂກໂບ ແລະໂຢຮັນນ້ອງຊາຍຂອງຢາໂກໂບ ຂຶ້ນພູສູງຢູ່ຕ່າງຫາກ2 ແລ້ວລັກສະນະພຣະກາຍຂອງພຣະອົງກໍປ່ຽນໄປຕໍ່ຫນ້າເຂົາ ພຣະພັກຂອງພຣະອົງກໍເຫມືອນແສງອາທິດສ່ອງແລະເຄື່ອງທົງຂອງພຣະອົງກໍຂາວຜ່ອງເຫມືອນດັ່ງແສງສວ່າງ 3 ແລະເບິ່ງແມ໋, ໂມເຊ ແລະເອລີຢາກໍມາປາກົດແກ່ສາວົກເຫລົ່ານັ້ນ ເຝົ້າສົນທະນາຢູ່ກັບພຣະອົງ 4 ຝ່າຍເປໂຕທູນພຣະເຢຊູວ່າ, “ນາຍເອີຍ, ຊຶ່ງພວກຂ້າພຣະອົງຢູ່ທີ່ນີ້ກໍດີຢູ່ ຖ້າທ່ານປະສົງ, ຂ້າພຣະອົງຈະປຸກຕູບສາມຫລັງຂຶ້ນທີ່ນີ້ ສຳລັບທ່ານຫລັງນຶ່ງ, ສຳລັບໂມເຊຫລັງນຶ່ງ, ແລະຫລັງນຶ່ງສຳລັບເອລິຢາ” 5 ເມື່ອເປໂຕທູນຍັງບໍ່ທັນຂາດຄຳ ເບິ່ງແມ໋, ມີເມກສຸກໃສມາປົກຫຸ້ມເຂົາໄວ້ ແລະເບິ່ງແມ໋, ມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງທ່ານ” 6 ຝ່າຍພວກສາວົກເມື່ອໄດ້ຍິນດັ່ງນັ້ນກໍກົ້ມຂາບລົງແລະຢ້ານຫລາຍ 7 ພຣະເຢຊູຈຶ່ງສະເດັດມາຖືກຕ້ອງເຂົາໂດຍຊົງກ່າວວ່າ, “ຈົ່ງລຸກຂຶ້ນ ຢ່າຊູ່ຢ້ານ” 8 ເມື່ອເງີຍຫນ້າຂຶ້ນແລ້ວເຂົາກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະເຢຊູຜູ້ດຽວ 9 ເມື່ອເຂົາກຳລັງລົງມາຈາກພູນັ້ນພຣະເຢຊູຊົງສັ່ງເຂົາໄວ້ວ່າ, “ນິມິດຊຶ່ງພວກທ່ານໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ” 10 ພວກສາວົກກໍທູນຖາມພຣະອົງວ່າ, “ຖ້າຢ່າງນັ້ນ ເຫດສັນໃດພວກນັກທັມເຄິຍເວົ້າວ່າ ເອລິຢາຈະຕ້ອງມາກ່ອນ” 11 ພຣະອົງທູນຕອບວ່າ, “ຈິງຢູ່ ເອລິຢາຈະມາກ່ອນ ແລະເຮັດໃຫ້ສິ່ງທັງປວງຄືນສູ່ສະພາບເດີມ 12 ແຕ່ເຮົາບອກພວກທ່ານວ່າ ເອລິຢານັ້ນໄດ້ມາແລ້ວ ແລະເຂົາບໍ່ຮູ້ຈັກທ່ານ ແຕ່ເຂົາໄດ້ເຮັດແກ່ທ່ານຕາມໃຈຊອບ ສ່ວນບຸດມະນຸດກໍຈະຕ້ອງທົນທຸກທໍຣະມານດ້ວຍມືຂອງເຂົາເຫມືອນກັນ” 13 ແລ້ວພວກສາວົກຈຶ່ງເຂົ້າໃຈວ່າ ພຣະອົງຊົງກ່າວກັບເຂົາເຖິງເຣື່ອງໂຢຮັນບັບຕິສະໂຕ 14 ເມື່ອພຣະເຢຊູສະເດັດພ້ອມກັບສາວົກສາມຄົນມາເຖິງປະຊາຊົນທັງຫລາຍແລ້ວ ມີຊາຍຄົນນຶ່ງມາຫາພຣະອົງຄຸເຂົ່າລົງ 15 ທູນວ່າ, “ນາຍເອີຍ, ຂໍໂຜດເມດຕາບຸດຂອງຂ້າພຣະອົງແດ່ທ້ອນ ດ້ວຍວ່າເຂົາເປັນບ້າຫມູ ມີຄວາມທຸກລຳບາກຫລາຍເພາະມັນຕົກໃສ່ໄຟໃສ່ນ້ຳຫລາຍເທື່ອ 16 ຂ້າພຣະອົງໄດ້ພາບຸດມາຫາພວກສິດຂອງທ່ານແລ້ວ ແຕ່ເຂົາເຮັດໃຫ້ເຂົາດີບໍ່ໄດ້” 17 ພຣະເຢຊູຊົງຕອບວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອແລະຊົ່ວຊ້າເຮິຍ ເຮົາຈະຕ້ອງຢູ່ກັບພວກເຈົ້າເຫິງປານໃດ ເຮົາຈະຕ້ອງອົດທົນກັບພວກເຈົ້ານານປານໃດ ຈົ່ງພາເຂົາມາຫາເຮົາທີ່ນີ້ສາ” 18 ພຣະເຢຊູຊົງກ່າວຊຳຮະຜິຮ້າຍນັ້ນ ແລ້ວມັນໄດ້ອອກຫນີໄປ ຕັ້ງແຕ່ໂມງນັ້ນໄປເດັກນ້ອຍນັ້ນກໍດີປົກກະຕິ 19 ຕໍ່ມາພວກສາວົກໄດ້ເຂົ້າມາຫາພຣະເຢຊູຕ່າງຫາກທູນຖາມວ່າ, “ເພາະເຫດໃດພວກຂ້າພຣະອົງຈຶ່ງຂັບໄລ່ຜີນັ້ນອອກບໍ່ໄດ້” 20 ພຣະເຢຊູຊົງຕອບເຂົາວ່າ, “ເພາະເຫດພວກທ່ານມີຄວາມເຊື່ອນ້ອຍ ດ້ວຍເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານມີຄວາມເຊື່ອທໍ່ເມັດຜັກກາດເມັດນຶ່ງ ພວກທ່ານຈະສັ່ງພູຫນ່ວຍນີ້ວ່າ “ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ” ມັນກໍຈະເຄື່ອນໄປ ບໍ່ມີສິ່ງໃດທີ່ທ່ານເຮັດບໍ່ໄດ້ 21 (ແຕ່ຜິແນວນີ້ບໍ່ເຄີຍຖືກຂັບອອກ ເວັ້ນແຕ່ດ້ວຍການອ້ອນວອນແລະການຖືສິນອົດອາຫານ) 22 ຄັນພຣະເຢຊູຊົງປະຊຸມກັບພວກສາວົກໃນແຂວງຄາລີເລ ພຣະອົງຊົງບອກເຂົາວ່າ, “ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ 23 ເຂົາຈະຂ້າທ່ານເສັຽ ໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາ” ພວກສາວົກກໍມີຄວາມທຸກຫນັກໃຈ 24 ເມື່ອມາເຖິງເມືອງກາເປນາອູມແລ້ວ ມີພວກເກັບຄ່າບຳຣຸງພຣະວິຫານມາຫາເປໂຕຖາມວ່າ, “ອາຈານຂອງພວກທ່ານບໍ່ເສັຽເງິນບຳຣຸງພຣະວິຫານຫລື” 25 ເປໂຕຕອບວ່າ, “ເສັຽ” ເມື່ອເປໂຕເຂົ້າໄປໃນເຮືອນ ພຣະເຢຊູຊົງກ່າວຂຶ້ນກ່ອນຖາມວ່າ, “ຊີໂມນເອີຍ, ທ່ານຄຶດຢ່າງໃດ ພວກເຈົ້າແຜ່ນດິນເຄີຍເກັບພາສິແລະເງິນສ່ວຍຈາກຜູ້ໃດ ຈາກໂອຣົດຫລືຈາກຜູ້ອື່ນ” 26 ເປໂຕທູນຕອບວ່າ, “ເຄີຍເກັບຈາກຜູ້ອື່ນ” ພຣະເຢຊູຊົງກ່າວວ່າ, “ຖ້າຢ່າງນັ້ນ ໂອຣົດກໍບໍ່ຕ້ອງເສັຽ” 27 ແຕ່ເພື່ອບໍ່ໃຫ້ເຂົາເສັຽໃຈ ທ່ານຈົ່ງໄປຕຶກເບັດທີ່ທະເລ ເມື່ອໄດ້ປາໂຕແຣກຂຶ້ນມາໃຫ້ງະປາກມັນ ແລ້ວທ່ານຈະພົບເງິນຫລຽນນຶ່ງ ຈົ່ງເອົາເງິນນັ້ນໄປເສັຽຄ່າບຳຣຸງພຣະວິຫານສຳລັບເຮົາກັບທ່ານ” 181 ໃນເວລານັ້ນພວກສາວົກມາຫາພຣະເຢຊູທູນວ່າ, “ໃຜເປັນໃຫຍ່ໃນຣາຊອານາຈັກສວັນ”2 ພຣະເຢຊູຊົງເອີ້ນເອົາເດັກນ້ອຍຄົນນຶ່ງມາໃຫ້ຢືນຖ້າມກາງເຂົາ 3 ແລ້ວຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈ ແລະກາຍເປັນເຫມືອນເດັກນ້ອຍ ທ່ານຈະເຂົ້າໃນຣາຊແຜ່ນດິນສວັນບໍ່ໄດ້ຈັກເທື່ອ 4 ເຫດສັນນັ້ນຖ້າຜູ້ໃດຖ່ອມຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນແຫລະ, ເປັນໃຫຍ່ໃນຣາຊອານາຈັກສວັນ 5 ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ” 6 “ຖ້າຜູ້ໃດເຮັດໃຫ້ຄົນນຶ່ງໃນຫມູ່ເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຫລົງຜິດ ຖ້າເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນຈົມລົງນ້ຳທະເລເລິກເສັຽກໍດີກວ່າ 7 ວິບັດແກ່ໂລກນີ້ ເພາະເຫດທີ່ໃຫ້ເກິດການຫລົງຜິດ ເພາະວ່າຈຳເປັນຕ້ອງມີເຫດໃຫ້ຫລົງຜິດ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກິດການຫລົງຜິດນັ້ນ 8 ຖ້າມືຫລືຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍມືແລະຕີນກຸດຫລືພິການ ຍັງດີກວ່າມີມືແລະຕິນສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟທີ່ໄຫມ້ຢູ່ເປັນນິດ 9 ຖ້າຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັດອອກຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍຕາເບື້ອງດຽວ ຍັງດີກວ່າມີຕາສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟນະຮົກ“ 10 “ຈົ່ງລະວັງໃຫ້ດີ ຢ່າຄຶດດູຫມິ່ນເດັກນ້ອຍຫມູ່ນີ້ຈັກຄົນນຶ່ງ ດ້ວຍເຮົາບອກພວກທ່ານວ່າ ເທວະດາປະຈຳຂອງເຂົາໃນສວັນເຝົ້າສເມີ ຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ 11 ດ້ວຍວ່າບຸດມະນຸດໄດ້ມາໂຜດເອົາອັນທີ່ຫລົງເສັຽໄປນັ້ນໃຫ້ພົ້ນ 12 ພວກທ່ານຄຶດເຫັນຢ່າງໃດ ຖ້າຜູ້ນຶ່ງມີແກະຢູ່ຮ້ອຍໂຕ ແລະໂຕນຶ່ງຫລົງເສັຽໄປຈາກຝູງ ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຫລື 13 ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພົບແກະໂຕທີ່ເສັຽ ຜູ້ນັ້ນຄົງຊົມຊື່ນຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສັຽໄປ 14 ດັ່ງນັ້ນແຫລະ, ພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສວັນ ຈຶ່ງບໍ່ຊົງປາຖນາໃຫ້ຜູ້ນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຜູ້ດຽວ” 15 “ຖ້າພີ່ນ້ອງຂອງທ່ານເຮັດຜິດບາບ (ຕໍ່ທ່ານ) ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເຂົາສອງຕໍ່ສອງເທົ່ານັ້ນ ຖ້າເຂົາຍອມຟັງ ທ່ານກໍໄດ້ພີ່ນ້ອງຄືນມາ 16 ແຕ່ຖ້າເຂົາບໍ່ຍອມຟັງ ທ່ານຈົ່ງເອົາຄົນນຶ່ງຫລືສອງຄົນໄປນຳໃຫ້ເປັນພຍານສອງສາມປາກ ເພື່ອທຸກຄຳຈະຖືເປັນຫລັກຖານໄດ້ 17 ຖ້າເຂົາບໍ່ຍອມຟັງຄົນເຫລົ່ານັ້ນ ຈົ່ງໄປແຈ້ງຄວາມຕໍ່ຄຣິສຕະຈັກ ແລະຖ້າເຂົາບໍ່ຍອມຟັງຄຣິສຕະຈັກອີກກໍໃຫ້ຖືເສັຽວ່າເຂົາເປັນເຫມືອນຄົນນອກສາສນາແລະຄົນເກັບພາສິ 18 ເຮົາບອກພວກທ່ານຕາມຄວາມຈິງວ່າ ສິ່ງໃດໆທີ່ພວກທ່ານຈະຜູກມັດໄວ້ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສວັນ ແລະສິ່ງໃດໆທີ່ພວກທ່ານຈະແກ້ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສັຽແລ້ວໃນສວັນເຫມືອນກັນ 19 ເຮົາບອກແກ່ພວກທ່ານອີກວ່າ ຖ້າໃນພວກທ່ານທີ່ຢູ່ໃນໂລກສອງຄົນຈະຮ່ວມການຂໍສິ່ງນຶ່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນກໍຈະຊົງກະທຳໃຫ້ 20 ດ້ວຍວ່າມີສອງຫລືສາມຄົນປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ຖ້າມກາງເຂົາບ່ອນນັ້ນແຫລະ” 21 ເມື່ອນັ້ນເປໂຕໄດ້ມາທູນຖາມພຣະອົງວ່າ, “ນາຍເອີຍ, ຖ້າພີ່ນ້ອງຂອງຂ້າພຣະອົງເຮັດຜິດຕໍ່ຂ້າ ພຣະອົງຫລາຍເທື່ອ ຂ້າພຣະອົງຕ້ອງຍົກຜິດໃຫ້ເຂົາເຖິງຈັກເທື່ອ ເຖິງເຈັດເທື່ອຫລື” 22 ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ 23 ເຫດສັນນັ້ນຣາຊອານາຈັກສວັນປຽບເຫມືອນເຈົ້າກະສັດອົງນຶ່ງ ຊົງປະສົງຢາກຄິດບັນຊິເງິນທີ່ພວກຂ້າໃຊ້ເປັນຫນີ້ 24 ເມື່ອຊົງຕັ້ງຕົ້ນຄິດບັນຊິຢູ່ນັ້ນ ເຂົາພາຄົນຜູ້ນຶ່ງທີ່ເປັນຫນີ້ຫມື່ນຕາລັນຕົນມາເຝົ້າ 25 ເມື່ອຜູ້ນັ້ນບໍ່ມີສິ່ງໃດຈະໃຊ້ ທ່ານຈຶ່ງສັ່ງໃຫ້ຂາຍຕົວກັບທັງເມັຽແລະລູກ ແລະບັນດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ຫນີ້ເສັຽ 26 ຄົນໃຊ້ຜູ້ນັ້ນຈຶ່ງຂາບລົງວອນຕໍ່ທ່ານວ່າ, “ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນຜັນຂ້າພະເຈົ້າກ່ອນ ແລ້ວຂ້າພະເຈົ້າຈະຫາໃຊ້ແທນໃຫ້ຫມົດ” 27 ເຈົ້າອົງນັ້ນມີພຣະທັຍເມດຕາ ຈຶ່ງປ່ອຍຕົວມັນໄປແລະຍົກຫນີ້ໃຫ້ດ້ວຍ 28 ແຕ່ເມື່ອຂ້າໃຊ້ຜູ້ນັ້ນອອກໄປ ກໍພົບເພື່ອນຜູ້ນຶ່ງທີ່ເປັນຂ້າໃຊ້ດ້ວຍກັນຊຶ່ງເປັນຫນີ້ຕົນນຶ່ງຮ້ອຍເດນາຣິອົນ ມັນຈຶ່ງຈັບເພື່ອນຄົນນັ້ນບີບຄໍວ່າ, “ເງິນທີ່ມຶງເປັນຫນີ້ກູນັ້ນເອົາມາແທນເສັຽແມ໋” 29 ເພື່ອນຄົນນັ້ນຈຶ່ງຂາບລົງອ້ອນວອນວ່າ, “ຂໍຜ່ອນຜັນໃຫ້ເຮົາເສັຽກ່ອນທ້ອນ ແລ້ວເຮົາຈະໃຊ້ໃຫ້ທັງຫມົດ” 30 ແຕ່ມັນບໍ່ຍອມຈຶ່ງຈັບລູກຫນີ້ຜູ້ນັ້ນຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ 31 ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດການຢ່າງນັ້ນກໍພາກັນທຸກໃຈຫລາຍ ຈຶ່ງນຳເຫດການທັງປວງໄປກາບທູນຕໍ່ເຈົ້າອົງນັ້ນ 32 ທ່ານຈຶ່ງເອີ້ນຂ້າໃຊ້ຜູ້ນັ້ນມາເຝົ້າແລ້ວຊົງກ່າວວ່າ, “ອ້າຍຂີ້ຂ້າຊາດຊົ່ວເຮິຍ, ກູໄດ້ຍົກຫນີ້ໃຫ້ມຶງທັງຫມົດເພາະມຶງໄດ້ອ້ອນວອນຂໍນຳກູ 33 ມຶງຄວນຈະສົງສານເພື່ອນຂອງມຶງເຫມືອນດັ່ງກູໄດ້ສົງສານມຶງ ບໍ່ແມ່ນຫລື” 34 ແລ້ວເຈົ້າອົງນັ້ນກໍຮ້າຍ ຈຶ່ງມອບເຂົາໄວ້ແກ່ເຈົ້າຫນ້າທີ່ໃຫ້ທໍຣະມານຈົນກວ່າຈະໃຊ້ຫນີ້ໃຫ້ຫມົດ 35 ຢ່າງນັ້ນແຫລະ, ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ ກໍຈະເຮັດດັ່ງນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່ນ້ອງຂອງຕົນດ້ວຍສຸດໃຈ” 191 ເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວພຣະອົງໄດ້ໄດ້ສະເດັດຈາກແຂວງຄາລີເລ ເຂົ້າໄປໃນເຂດແດນແຂວງຢູດາຍຟາກແມ່ນ້ຳຈໍແດນເບື້ອງນັ້ນ2 ມີປະຊາຊົນຫລວງຫລາຍຕິດຕາມພຣະອົງໄປ ແລ້ວພຣະອົງໄດ້ຊົງໂຜດໃຫ້ເຂົາດີພຍາດໃນທີ່ນັ້ນ 3 ຝ່າຍພວກຟາຣິຊາຍໄດ້ເຂົ້າມາທົດລອງພຣະອົງທູນວ່າ, “ທີ່ຜູ້ຊາຍຈະຢ່າຮ້າງກັບເມັຽເພາະເຫດໃດກໍຕາມ ຈະຖືກຕ້ອງຕາມກົດບັນຍັດຫລື” 4 ພຣະອົງຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ “ພຣະຜູ້ຊົງສ້າງມະນຸດແຕ່ເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງ” 5 ໂດຍຊົງກ່າວວ່າ, “ດ້ວຍເຫດນັ້ນຜູ້ຊາຍຈຶ່ງລະບິດາມານດາຂອງຕົນໄປຜູກພັນຢູ່ກັບເມັຽ ແລະເຂົາທັງສອງຈະເປັນກາຍອັນດຽວກັນ 6 ເຂົາຈຶ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ” ເຫດສັນນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ເຂົ້າຮ່ວມແອກກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ” 7 ເຂົາຈຶ່ງຍ້ອນຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈຶ່ງສັ່ງໃຫ້ເຮັດຫນັງສືຢ່າຮ້າງ ແລ້ວໃຫ້ປະໄດ້” 8 ພຣະອົງຊົງຕອບເຂົາວ່າ, “ທີ່ໂມເຊໄດ້ອະນຸຍາດໃຫ້ພວກທ່ານປະເມັຽຂອງຕົນໄດ້ ກໍເພາະໃຈຂອງພວກທ່ານແຂງກະດ້າງ ແຕ່ເມື່ອເດີມບໍ່ເປັນຢ່າງນັ້ນ 9 ຝ່າຍເຮົາບອກພວກທ່ານວ່າ ຜູ້ໃດຈະປະເມັຽຂອງຕົນໂດຍເມັຽບໍ່ເປັນຊູ້ກັບຊາຍອື່ນແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນມີຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່ຮ້າງນັ້ນມາເປັນເມັຽ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ” 10 ພວກສາວົກຈຶ່ງທູນພຣະອົງວ່າ, “ຖ້າລັກສະນະຜົວເມັຽເປັນຢ່າງນັ້ນ ການເອົາຜົວເມັຽກໍບໍ່ເປັນປໂຍດ” 11 ພຣະອົງຊົງຕອບເຂົາວ່າ, “ບໍ່ແມ່ນຫມົດທຸກຄົນທີ່ຈະຮັບປະຕິບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ 12 ດ້ວຍຜູ້ທີ່ເປັນເທືອຍແຕ່ກຳເນິດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນເທືອຍກໍມີ ຜູ້ທີ່ເຮັດໃຫ້ຕົນເອງເປັນເທືອຍເພາະເຫັນແກ່ຣາຊອານາຈັກກໍມີ ໃຜຮັບປະຕິບັດໄດ້ກໍໃຫ້ຮັບເອົາ” 13 ຂນະນັ້ນເຂົາໄດ້ພາພວກເດັກນ້ອຍມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງວາງພຣະຫັດ ແລະອ້ອນວອນເພື່ອເຂົາ ແຕ່ພວກສາວົກໄດ້ຫ້າມປາມໄວ້ 14 ຝ່າຍພຣະເຢຊູຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະຣາຊແຜ່ນດິນເປັນຂອງຄົນທີ່ເຫມືອນເດັກນ້ອຍເຫລົ່ານີ້ແຫລະ” 15 ເມື່ອພຣະອົງຊົງວາງພຣະຫັດໃສ່ພວກເດັກນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ 16 ແລະເບິ່ງແມ໋, ມີຄົນນຶ່ງເຂົ້າມາທູນພຣະອົງວ່າ, “ພຣະອາຈານເອີຍ, ຂ້າພຣະອົງຈະຕ້ອງເຮັດດີປະການໃດຈຶ່ງຈະໄດ້ຊີວິດອັນຕລອດໄປເປັນນິດ” 17 ພຣະອົງຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້ດີມີພຽງຜູ້ດຽວ ຖ້າທ່ານປາຖນາຈະເຂົ້າໃນຊີວິດ ໃຫ້ຖືຮັກສາຂໍ້ບັນຍັດທັງຫລາຍໄວ້” 18 ຜູ້ນັ້ນທູນຖາມວ່າ, “ພຣະບັນຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ຢ່າຂ້າຄົນ ຢ່າມິດສາຈານຈາກຜົວຈາກເມັຽ ຢ່າລັກຊັບ ຢ່າເປັນພຍານບໍ່ຈິງ 19 ຈົ່ງນັບຖືບິດາມານດາຂອງຕົນ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 20 ຄົນຫນຸ່ມນັ້ນທູນຖາມພຣະອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້າພຣະອົງໄດ້ຖືຮັກສາມາແລ້ວ ຂ້າພຣະອົງຍັງຂາດສິ່ງໃດອີກ” 21 ພຣະເຢຊູຊົງຕອບວ່າ, “ຖ້າທ່ານປາຖນາຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ ແຈກທານແກ່ຄົນອານາຖາ ແລ້ວທ່ານຈະມີຊົບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 22 ເມື່ອຄົນຫນຸ່ມໄດ້ຍິນດັ່ງນັ້ນກໍອອກໄປເປັນທຸກຫນັກໃຈເພາະຕົນມີຊັບສິ່ງຂອງຈຳນວນຫລາຍ 23 ພຣະເຢຊູຊົງກ່າວກັບພວກສາວົກຂອງຕົນວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຄົນຮັ່ງມີຈະ ເຂົ້າໄປໃນຣາຊແຜ່ນດິນສວັນກໍຍາກ 24 ເຮົາບອກພວກທ່ານອີກວ່າ ໂຕໂອດໂອຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ” 25 ເມື່ອພວກສາວົກໄດ້ຍິນດັ່ງນັ້ນກໍປລາດໃຈຫລາຍ ຈຶ່ງເວົ້າວ່າ, “ຖ້າຢ່າງນັ້ນໃຜຈະລອດພົ້ນໄດ້” 26 ພຣະເຢຊູທອດພຣະເນດພວກສາວົກແລ້ວຊົງກ່າວວ່າ, “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ” 27 ແລ້ວເປໂຕທູນຕອບວ່າ, “ເບິ່ງແມ໋, ຂ້າພຣະອົງທັງຫລາຍໄດ້ສລະຫມົດທຸກສິ່ງແລ້ວ ແລະໄດ້ຕິດຕາມທ່ານມາ ພວກຂ້າພຣະອົງຈະໄດ້ຫຍັງແດ່” 28 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນໂລກໃຫມ່ ຄາວເມື່ອບຸດມະນຸດຈະນັ່ງເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານທີ່ຕິດຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນພິພາກສາອິສຣາເອນ ສິບສອງຕະກູນເຫມືອນກັນ 29 ຜູ້ໃດສະລະເຮືອນ ຫລືອ້າຍເອື້ອຍນ້ອງ ຫລືບິດາມານດາ ຫລືລູກ ຫລືໄຮ່ນາ ເພາະເຫັນແກ່ນາມຂອງເຮົາ ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍຣະດົກຄືຊີວິດອັນຕລອດໄປເປັນນິດ 30 ແຕ່ມີຫລາຍຄົນທີ່ເປັນຕົ້ນຈະກັບເປັນປາຍ ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ” 201 “ເພາະໃນຣາຊອານາຈັກສວັນປຽບເຫມືອນພໍ່ເຮືອນຜູ້ນຶ່ງທີ່ອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາທຳງານໃນສວນອະງຸ່ນຂອງຕົນ2 ຄັນຕົກລົງກັບລູກຈ້າງວັນລະນຶ່ງເດນາຣິອົນແລ້ວ ຈຶ່ງໃຊ້ໃຫ້ໄປທຳງານໃນສວນຂອງຕົນ 3 ພໍສາມໂມງເຊົ້າ ເຈົ້າຂອງສວນກໍອອກໄປອີກແລະພົບຄົນອື່ນຢືນຢູ່ລ້າໆ ກາງຕລາດ 4 ທ່ານຈຶ່ງເວົ້າກັບເຂົາວ່າ “ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນຂອງຂ້ອຍເຫມືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມຄວນ” ແລ້ວເຂົາກໍພາກັນໄປ 5 ພໍເວລາຫົກໂມງ ແລະເວລາເກົ້າໂມງ ທ່ານກໍອອກໄປອີກເຮັດເຫມືອນແຕ່ກ່ອນ 6 ປະມານສິບເອັດໂມງ ທ່ານກໍອອກໄປອີກເທື່ອນຶ່ງ ພົບອີກພວກນື່ງຢືນຢູ່ຈຶ່ງຖາມເຂົາວ່າ “ເປັນຫຍັງພວກເຈົ້າຈຶ່ງຢືນຢູ່ຫມົດມື້ລ້າໆ “ 7 ເຂົາຕອບວ່າ “ເພາະບໍ່ມີຜູ້ໃດຈ້າງ” ທ່ານຈຶ່ງບອກເຂົາວ່າ, “ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນເຫມືອນກັນ” 8 ຄັນເຖິງເວລາຄ່ຳແລ້ວ ເຈົ້າຂອງສວນຈຶ່ງບອກເຈົ້າພະນັກງານວ່າ “ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາຕັ້ງແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ” 9 ເມື່ອພວກທີ່ເຂົ້າການແຕ່ສິບເອັດໂມງນັ້ນໄດ້ມາແລ້ວ ເຂົາກໍໄດ້ຮັບຄົນລະນຶ່ງເດນາຣິອົນ 10 ສວ່ນພວກທີ່ເຂົ້າການກ່ອນ ເມື່ອມາແລ້ວກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ ແຕ່ກໍໄດ້ຮັບຄົນລະນຶ່ງເດນາຣິອົນເຫມືອນກັນ 11 ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ພໍ່ເຮືອນ 12 ວ່າ “ພວກທີ່ເຂົ້າການສຸດທ້າຍໄດ້ເຮັດວຽກແຕ່ຊົ່ວໂມງດຽວ ແລະທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້ານ້ອຍ ທີ່ອົດທຳງານຫນັກຕາກແດດຮ້ອນຕລອດວັນ” 13 ທ່ານຈຶ່ງຕອບຜູ້ນຶ່ງໃນຫມູ່ນັ້ນວ່າ, “ສະຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ ເຈົ້າໄດ້ຕົກລົງກັນແລ້ວກັບຂ້ອຍວັນລະນຶ່ງເດນາຣິອົນ ບໍ່ແມ່ນຫລື 14 ສວ່ນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສັຽ ຂ້ອຍພໍໃຈຈະໃຫ້ຄົນທີ່ເຂົ້າການສຸດທ້າຍນີ້ທໍ່ກັນກັບເຈົ້າ 15 ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມໃຈຂອງຂ້ອຍບໍ່ຄວນຫລື ເປັນຫຍັງເຈົ້າອິດສາເມື່ອເຫັນຂ້ອຍໃຈດີ” 16 ຢ່າງນັ້ນແຫລະ, ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ເປັນຕົ້ນຈະກັບເປັນປາຍ” 17 ເມື່ອພຣະເຢຊູກຳລັງສະເດັດຂຶ້ນເມືອກຸງເຢຣູຊາເລັມ ກໍຊົງພາພວກສາວົກສິບສອງຄົນໄປເປັນຫມຸ່ຕ່າງຫາກ ຕາມທາງນັ້ນພຣະອົງຊົງບອກພວກເຂົາວ່າ, 18 “ເບິ່ງແມ໋, ພວກເຮົາກໍາລັງຂຶ້ນເມືອກຸງເຢຣູຊາເລັມ ແລະເຂົາຈະມອບບຸດມະນຸດໄວ້ກັບພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ພວກເຫລົ່ານີ້ຈະລົງໂທດປະຫານຊີວິດທ່ານ 19 ແລ້ວຈະມອບໄວ້ກັບຄົນຕ່າງຊາດ ໃຫ້ເຍາະເຍີ້ຍຂ້ຽນຕີແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່” 20 ຂນະນັ້ນມານດາຂອງບຸດຊາຍເຊເບດີ ພາບຸດທັງສອງຂອງຕົນມາຫາພຣະອົງຂາບໄຫວ້ທູນຂໍສິ່ງນຶ່ງຈາກພຣະອົງ 21 ພຣະອົງຈຶ່ງຊົງຖາມນາງວ່າ, “ນາງປາຖນາສິ່ງໃດ” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ບຸດຂອງຂ້າພຣະອົງສອງຄົນນີ້ນັ່ງໃນອານາຈັກຂອງທ່ານ ເບື້ອງຂວາຜູ້ນຶ່ງ ເບື້ອງຊ້າຍຜູ້ນຶ່ງ” 22 ພຣະເຢຊູຊົງຕອບວ່າ, “ທີ່ພວກທ່ານຂໍນັ້ນພວກທ່ານບໍ່ເຂົ້າໃຈ ຈອກທີ່ເຮົາຈວນຈະດື່ມນັ້ນ ທ່ານຈະດື່ມໄດ້ຫລື” ເຂົາທູນຕອບວ່າ, “ໄດ້ຢູ່ຂ້ານ້ອຍ” 23 ພຣະອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະບິດາຂອງເຮົາຊົງຈັດແຈ່ງໄວ້ສຳລັບຜູ້ໃດກໍເປັນຂອງຜູ້ນັ້ນ” 24 ເມື່ອພວກສາວົກສິບຄົນໄດ້ຍິນດັ່ງນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ 25 ພຣະເຢຊູຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງຄັບບັນຊາເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາ 26 ແຕ່ໃນລະຫວ່າງພວກທ່ານບໍ່ເປັນດັ່ງນັ້ນ ຖ້າຜູ້ໃດຢາກເກິດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ທ່ານທັງຫລາຍ 27 ແລະຖ້າຜູ້ໃດຢາກເປັນເອກເປັນຕົ້ນໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ 28 ເຫມືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນບົວລະບັດຕົນ ແຕ່ໄດ້ມາເພື່ອຈະບົວລະບັດເຂົາ ແລະປະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ” 29 ເມື່ອພຣະອົງກຳລັງສະເດັດພ້ອມດ້ວຍພວກສາວົກອອກໄປຈາກເມືອງເຢຣີໂກ ມີປະຊາຊົນຈຳນວນຫລາຍໄດ້ຕາມພຣະອົງໄປ 30 ແລະເບິ່ງແມ໋, ມີຄົນຕາບອດສອງຄົນນັ່ງຢູ່ແຄມທາງ ເມື່ອໄດ້ຍິນວ່າພຣະເຢຊູສະເດັດກາຍມາເຂົາຈຶ່ງຮ້ອງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້າພຣະອົງແດ່ທ້ອນ” 31 ຝ່າຍປະຊາຊົນກໍຫ້າມເຂົາໃຫ້ມິດຢູ່ ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້າພຣະອົງແດ່ທ້ອນ” 32 ພຣະເຢຊູຊົງຢຸດຢູ່ ແລະເອີ້ນເຂົາມາ ແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ” 33 ເຂົາຈຶ່ງທູນຕອບວ່າ, “ທ່ານເອີຍ, ຂໍໂຜດເຮັດໃຫ້ຕາຂອງພວກຂ້າພຣະອົງມືນເຫັນຮຸ່ງແດ່ທ້ອນ” 34 ພຣະເຢຊູຊົງມີພຣະທັຍຄຶດສົງສານ ຈຶ່ງຊົງບາຍຕາຂອງເຂົາ ໃນທັນໃດນັ້ນເຂົາກໍເຫັນຮຸ່ງ ຈຶ່ງໄດ້ຕິດຕາມພຣະອົງໄປ 211 ເມື່ອພຣະອົງສະເດັດພ້ອມດ້ວຍພວກສາວົກມາໃກ້ກຸງເຢຣູຊາເລັມ ເຖິງບ້ານເບັດຟາເກທີ່ພູຫມາກ ກອກເທດ ພຣະເຢຊູໄດ້ຊົງໃຊ້ສາວົກສອງຄົນໄປ2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າທ່ານ ແລະບັດນັ້ນທ່ານຈະພົບລໍແມ່ໂຕນຶ່ງຜູກຢູ່ກັບລູກມັນ ຈົ່ງແກ້ຈູງມາໃຫ້ເຮົາ 3 ຖ້າມີໃຜເວົ້າອັນໃດແກ່ທ່ານຈົ່ງຕອບເຂົາວ່າ “ນາຍຕ້ອງການ” ແລ້ວເຂົາຈະປ່ອຍໃຫ້ມາໂລດ” 4 ເຫດການນີ້ເກີດຂຶ້ນເພື່ອຈະສຳເຣັດຕາມທີ່ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, 5 “ຈົ່ງບອກແກ່ລູກສາວຂອງເມືອງຊີໂອນວ່າ “ເບິ່ງແມ໋, ກະສັດຂອງທ່ານສະເດັດມາຫາທ່ານໂດຍພຣະທັຍອ່ອນສຸພາບ ປະທັບເທິງຫລັງລໍ ຄືລໍນ້ອຍລູກສັດໃຊ້ໂຕນຶ່ງ” 6 ສາວົກສອງຄົນນັ້ນກໍໄປເຮັດຕາມທີ່ພຣະເຢຊູສັ່ງ 7 ຈຶ່ງຈູງລໍແມ່ກັບລູກມັນມາ ແລະເອົາເສື້ອຜ້າຂອງຕົນປູເທິງຫລັງມັນ ແລ້ວພຣະອົງໄດ້ຊົງຂຶ້ນປະທັບ 8 ແລະປະຊາຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນທາງ ບາງຄົນກໍຕັດຟົດໄມ້ມາປູຕາມທາງ 9 ຝ່າຍຝູງຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຮ່ຮ້ອງວ່າ, “ໂຮຊັນນາແກ່ພຣະຣາຊບຸດຂອງດາວິດ ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣິນ ໂຮຊັນນາໃນທີ່ສູງສຸດ” 10 ເມື່ອພຣະອົງສະເດັດເຂົ້າໄປໃນກຸງເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງກຸງກໍພາກັນແຕກຕື່ນຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ” 11 ຝູງຊົນກໍຕອບວ່າ, “ນີ້ຄືເຢຊູ ຜູ້ປະກາດພຣະທັມ ຊຶ່ງມາຈາກນາຊາເຣັດແຂວງຄາລີເລ” 12 ເມື່ອນັ້ນພຣະເຢຊູໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ຊົງຂັບໄລ່ບັນດາຜູ້ຊື້ຂາຍໃນບໍຣິເວນພຣະວິຫານນັ້ນອອກເສັຽ ແລະຂວ້ຳໂຕະຜູ້ແລກເງິນກັບທັງບ່ອນນັ່ງຂອງຜູ້ຂາຍນົກ ເຂົາເສັຽ 13 ແລ້ວພຣະອົງຊົງບອກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ວິຫານຂອງເຮົາ ເຂົາຈະເອີ້ນວ່າເປັນສະຖານທີ່ໄຫວ້ວອນ” ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ “ຖ້ຳຂອງໂຈນ“ 14 ພວກຄົນຕາບອດແລະຄົນຂາເສັ້ງກໍໄດ້ພາກັນມາຫາພຣະອົງໃນບໍຣິເວນພຣະວິຫານ ພຣະອົງໄດ້ຊົງໂຜດໃຫ້ເຂົາດີຫມົດ 15 ແຕ່ເມື່ອພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມໄດ້ເຫັນການອັດສະຈັນທີ່ພຣະອົງຊົງເຮັດນັ້ນ ທັງໄດ້ຍິນພວກເດັກນ້ອຍຮ້ອງຂຶ້ນໃນບໍຣິເວນພຣະວິຫານວ່າ, “ໂຮຊັນນາແກ່ພຣະຣາຊບຸດຂອງດາວິດ” ເຂົາກໍພາກັນເຄືອງໃຈ 16 ເຂົາຈຶ່ງທູນຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເຂົາຮ້ອງຢູ່ຫລື” ພຣະເຢຊູຊົງຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານຈັກເທື່ອຫລືຄຳທີ່ວ່າ, “ພຣະອົງຊົງຈັດໃຫ້ຄຳສັຣເສີນອັນແທ້ຈິງ ອອກມາຈາກປາກຂອງເດັກນ້ອຍອ່ອນແລະຜູ້ທີ່ຍັງກິນນົມຢູ່” 17 ເມື່ອພຣະອົງຊົງລະຈາກເຂົາແລ້ວ ກໍສະເດັດອອກຈາກກຸງໄປປະທັບຢູ່ບ້ານເບັດທາເນັຽ 18 ຄັນຕອນເຊົ້າ ຂນະທີ່ພຣະອົງສະເດັດຄືນໄປຍັງກຸງ ພຣະອົງຊົງຫິວອາຫານ 19 ເມື່ອທອດພຣະເນດເຫັນຕົ້ນເດື່ອເທດຕົ້ນນຶ່ງຢູ່ແຄມທາງ ພຣະອົງກໍສະເດັດເຂົ້າໄປໃກ້ ເມື່ອຊົງເຫັນບໍ່ມີຫມາກມີແຕ່ໃບເທົ່ານັ້ນ ພຣະອົງຈຶ່ງຊົງກ່າວແກ່ຕົ້ນນັ້ນວ່າ, “ມຶງຢ່າໄດ້ເກິດຫມາກຕໍ່ໄປຈັກເທື່ອ” ໃນທັນໃດນັ້ນຕົນເດື່ອເທດກໍຫ່ຽວແຫ້ງລົງ 20 ເມື່ອສາວົກເຫັນດັ່ງນັ້ນກໍປລາດໃຈ ເວົ້າກັນວ່າ, “ເປັນຢ່າງໃດຫນໍ ຕົ້ນເດື່ອນັ້ນຈຶ່ງຫ່ຽວແຫ້ງໄປໃນທັນທີ” 21 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານຫາກມີຄວາມເຊື່ອແລະບໍ່ສົງສັຍ ທ່ານຈະເຮັດໄດ້ຢ່າງທີ່ເຮົາໄດ້ເຮັດແກ່ຕົ້ນເດື່ອນີ້ ແລະບໍ່ພຽງເທົ່ານັ້ນ ແຕ່ວ່າທ່ານຈະບອກພູນີ້ວ່າ “ຈົ່ງຍ້າຍໄປຕົກລົງນ້ຳທະເລເສັຽ” ກໍຈະເປັນດັ່ງນັ້ນ 22 ສິ່ງສາຣະພັດທີ່ພວກທ່ານທູນຂໍໃນການອ້ອນວອນ ຖ້າມີຄວາມເຊື່ອທ່ານກໍຈະໄດ້ສິ່ງນັ້ນ” 23 ເມື່ອພຣະອົງສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ໃນເວລາທີ່ຊົງສັ່ງສອນຢູ່ນັ້ນ ພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ແຫ່ງພົລເມືອງໄດ້ມາທູນຖາມພຣະອົງວ່າ, “ເຈົ້າມີສິດອັນໃດຈຶ່ງໄດ້ເຮັດການເຫລົ່ານີ້ ໃຜໃຫ້ສິດນີ້ແກ່ເຈົ້າ” 24 ພຣະເຢຊູຊົງຕອບເຂົາວ່າ, “ຝ່າຍເຮົາຈະຖາມພວກທ່ານຈັກຂໍ້ນຶ່ງເຫມືອນກັນ ຖ້າທ່ານຕອບໄດ້ ຝ່າຍເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ 25 ຄືບັບຕິສະມາຂອງໂຢຮັນນັ້ນມາຈາກໃສ ມາຈາກ ສວັນຫລືມາຈາກມະນຸດ” ເຂົາໄດ້ປຶກສາກັນວ່າ, “ຖ້າເຮົາຈະຕອບວ່າ “ມາຈາກສວັນ” ເຂົາຄົງຈະຖາມເຮົາວ່າ “ດ້ວຍເຫດໃດ ພວກທ່ານບໍ່ເຊື່ອໂຢຮັນ” 26 ແຕ່ຖ້າເຮົາຈະວ່າ “ມາຈາກມະນຸດ” ກໍຢ້ານປະຊາຊົນ ເພາະປະຊາຊົນທັງປວງຖືວ່າໂຢຮັນເປັນຜູ້ປະກາດພຣະທັມ” 27 ເຂົາຈຶ່ງທູນຕອບພຣະເຢຊູວ່າ, “ພວກເຮົາບໍ່ຮູ້” ພຣະອົງຈຶ່ງຊົງບອກເຂົາວ່າ, “ຝ່າຍເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ” 28 “ແຕ່ທ່ານທັງຫລາຍຄຶດເຫັນຢ່າງໃດ ຜູ້ນຶ່ງມີລູກຊາຍສອງຄົນ ພໍ່ໄປຫາລູກກົກບອກວ່າ, “ລູກເອີຍ, ຈົ່ງໄປເຮັດວຽກໃນສວນອະງຸ່ນມື້ນີ້ເນິ” 29 ລູກຜູ້ນັ້ນຕອບວ່າ “ບໍ່ໄປ” ພາຍລຸນມາໄດ້ປ່ຽນໃຈແລ້ວກໍໄປ 30 ພໍ່ຈຶ່ງໄປຫາລູກຜູ້ທີ່ສອງເວົ້າຢ່າງດຽວກັນ ລູກຜູ້ນີ້ຕອບວ່າ “ຂ້ານ້ອຍຈະໄປ” ແຕ່ບໍ່ໄປ 31 ໃນລູກຊາຍສອງຄົນນີ້ແມ່ນຜູ້ໃດເຮັດຕາມໃຈຂອງພໍ່” ເຂົາທູນຕອບວ່າ, “ແມ່ນລູກກົກນັ້ນ” ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ພວກເກັບພາສິແລະຍິງແມ່ຈ້າງກໍກຳລັງເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກ່ອນພວກທ່ານ 32 ເພາະວ່າໂຢຮັນໄດ້ມາຫາພວກທ່ານສອນທາງສິນທັມ ແຕ່ພວກທ່ານບໍ່ໄດ້ເຊື່ອ ສ່ວນພວກເກັບພາສິແລະຍິງແມ່ຈ້າງໄດ້ເຊື່ອທ່ານ ຝ່າຍພວກທ່ານ ເຖິງແມ່ນໄດ້ເຫັນດັ່ງນັ້ນແລ້ວ ພາຍຫລັງກໍບໍ່ໄດ້ຫລົບໃຈເຊື່ອທ່ານ” 33 “ຈົ່ງຟັງຄຳອຸປມາເຣື່ອງນຶ່ງອີກ ຄືມີພໍ່ເຮືອນຜູ້ນຶ່ງໄດ້ເຮັດສວນອະງຸ່ນ ແລ້ວລ້ອມຮົ້ວໄວ້ ທ່ານໄດ້ສະກັດອ່າງຢຽບຫມາກອະງຸ່ນເອົານ້ຳ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ ແລ້ວຕົນກໍອອກໄປຕ່າງປະເທດ 34 ຄັນເຖິງຣະດູຫມາກອະງຸ່ນ ທ່ານຈຶ່ງໃຊ້ຂ້ອຍໃຊ້ແຫ່ງຕົນມາຫາພວກເຊົ່າສວນນັ້ນ ເພື່ອຈະຮັບຜົນຂອງຕົນ 35 ແຕ່ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງທ່ານຂ້ຽນຜູ້ທີ່ນຶ່ງ ຂ້າເສັຽຜູ້ນຶ່ງ ແລະເອົາຫີນຄວ່າງໃສ່ຜູ້ນຶ່ງ 36 ເຈົ້າຂອງສວນໄດ້ໃຊ້ຂ້ອຍໃຊ້ອີກຫລາຍກວ່າເທື່ອກ່ອນ ແຕ່ຊາວສວນໄດ້ເຮັດແກ່ເຂົາຢ່່າງດຽວກັນ 37 ພາຍຫລັງນັ້ນເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນມາ ໂດຍຄຶດວ່າ “ເຂົາຄົງຈະນັບຖືລູກຂອງກູ” 38 ແຕ່ເມື່ອພວກເຊົ່າສວນເຫັນລູກຊາຍຂອງທ່ານມາກໍເວົ້າກັນວ່າ, “ຜູ້ນີ້ແຫລະ, ເປັນເຈົ້າມໍຣະດົກພວກເຮົາຈົ່ງຂ້າມັນເສັຽ ແລ້ວຍຶດເອົາມໍຣະດົກຂອງມັນ” 39 ເຂົາຈຶ່ງພາກັນຈັບເອົາລູກນັ້ນຖິ້ມອອກນອກສວນແລ້ວຂ້າເສັຽ 40 ເຫດສັນນັ້ນເມື່ອເຈົ້າຂອງສວນມາ ທ່ານຈະເຮັດຢ່າງໃດແກ່ຄົນເຊົ່າສວນເຫລົ່ານັ້ນ” 41 ເຂົາທູນຕອບພຣະອົງວ່າ, “ທ່ານຈະລົງໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່ານັ້ນດ້ວຍຂ້າເຂົາເສັຽ ແລ້ວຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນໍາຜົນມາສົ່ງໃຫ້ທ່ານຕາມຣະດູຕໍ່ໄປ” 42 ພຣະເຢຊູຊົງກ່າວກັບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານໃນພຣະຄັມພີຫລືທີ່ວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ເປັນການປລາດແກ່ຕາຂອງເຮົາ” 43 ເຫດສັນນັ້ນເຮົາບອກພວກທ່ານວ່າ ຣາຊແຜ່ນດິນຂອງພຣະເຈົ້າຈະຊົງຍົກເອົາໄປຈາກພວກທ່ານ ແລ້ວຊົງປະທານແກ່ຊົນຊາດນຶ່ງທີ່ຈະໃຫ້ຜົນຈະເຣິນສົມກັບແຜ່ນດິນນັ້ນ” 44 ( ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກຫມຸ່ນໄປ)” 45 ເມື່ອພວກປະໂຣຫິດຕົນໃຫຍ່ກັບພວກຟາຣິຊາຍ ໄດ້ຍິນຄຳອຸປມາຂອງພຣະອົງແລ້ວ ເຂົາກໍຮູ້ວ່າພຣະອົງຊົງກ່າວເຖິງເຂົາ 46 ແມ່ນວ່າເຂົາພຍາຍາມຈະຈັບພຣະອົງແຕ່ກໍຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະອົງເປັນຜູ້ປະກາດພຣະທັມ 221 ພຣະເຢຊູຊົງກ່າວກັບເຂົາເປັນຄຳອຸປມາອີກວ່າ,2 “ຣາຊອານາຈັກສວັນປຽບເຫມືອນກະສັດອົງນຶ່ງໄດ້ຊົງຈັດການລ້ຽງ ເນື່ອງໃນພິທີອະພິເສກມະເຫສີໃຫ້ຣາຊບຸດຂອງຕົນ 3 ພຣະອົງຊົງໃຊ້ພວກຂ້າໃຊ້ໄປເອີ້ນຜູ້ທີ່ຮັບເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ 4 ພຣະອົງຈຶ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກ ສັ່ງເຂົາວ່າ “ຈົ່ງບອກພວກຮັບເຊີນນັ້ນວ່າ “ເບິ່ງແມ໋, ເຮົາໄດ້ຈັດການລ້ຽງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ສິ່ງສາຣະພັດກໍຕຽມໄວ້ພ້ອມແລ້ວ ຈົ່ງມາໃນງານອະພິເສກນີ້ເທີນ” 5 ແຕ່ເຂົາກໍເພີກເສີຍແລະຫນີເສັຽ ຜູ້ນຶ່ງໄປໄຮ່ໄປນາ ແລະຜູ້ນຶ່ງໄປຄ້າຂາຍ 6 ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສັຽ 7 ກະສັດອົງນັ້ນກໍຊົງພຣະພິໂຣດ ຈຶ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຊີວິດຄາຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເມືອງຂອງເຂົາເສັຽ 8 ແລ້ວພຣະອົງຈຶ່ງຊົງຮັບສັ່ງຂ້າໃຊ້ວ່າ, “ງານສົມຣົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ 9 ເຫດສັນນີ້ ຈົ່ງອອກໄປທີ່ທາງຄົບ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້” 10 ພວກຂ້າໃຊ້ນັ້ນຈຶ່ງອອກໄປຕາມຖນົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານນີ້ ຈົນຫ້ອງພິທີສົມຣົດເຕັມດ້ວຍແຂກ 11 “ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກ ກໍຊົງເຫັນຜູ້ນຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ 12 ພຣະອົງຊົງຖາມຜູ້ນັ້ນວ່າ, “ສະຫາຍເອີຍ, ເຫດໃດທ່ານຈຶ່ງອາດເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມຣົດ” ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ 13 ກະສັດຈຶ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ “ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສັຽບ່ອນມືດພາຍນອກ ທີ່ນັ້ນມີການຮ້ອງໄຫ້ແລະຂົບແຂ້ວຢູ່ 14 ດ້ວຍວ່າ ຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີຫນ້ອຍ” 15 ເມື່ອນັ້ນພວກຟາຣີຊາຍໄປປຶກສາກັນ ເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້ 16 ເຂົາຈຶ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່ ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ໂດຍບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ 17 ເຫດສັນນັ້ນຂໍໂຜດໃຫ້ພວກຂ້າພະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່” 18 ຝ່າຍພຣະເຢຊູຊົງຊາບເຈຕນາຮ້າຍຂອງເຂົາ ຈຶ່ງຊົງກ່າວວ່າ, “ໂອ ຄົນຫນ້າຊື່ໃຈຄົດເຮີຍ, ຈະມາທົດລອງເຮົາເຮັດຫຍັງ 19 ຈົ່ງເອົາເງິນທີ່ຈະເສັຽສ່ວຍນັ້ນໃຫ້ເຮົາເບິ່ງ” ເຂົາຈຶ່ງເອົາເງິນນຶ່ງເດນາຣິອົນມາໃຫ້ພຣະອົງ 20 ພຣະເຢຊູຈຶ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ເປັນຂອງໃຜ” 21 ເຂົາທູນວ່າ, “ເປັນຂອງກາຍຊາ” ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” 22 ເມື່ອເຂົາໄດ້ຍິນດັ່ງນີ້ກໍມີຄວາມປລາດໃຈຈຶ່ງພາກັນຫນີຈາກພຣະອົງໄປ 23 ໃນວັນດຽວກັນນັ້ນມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າ ບໍ່ມີການຄືນມາຈາກຕາຍ ເຂົາທູນຖາມພຣະອົງວ່າ, 24 “ອາຈານເອີຍ, ໂມເຊໄດ້ສັ່ງໄວ້ວ່າ “ຖ້າຜູ້ໃດຕາຍໃນເມືອຍັງບໍ່ມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໃພ້ໄວ້ເປັນພັຣຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 25 ໃນພວກເຮົາມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມັຽໄວ້ໃຫ້ແກ່ນ້ອງຊາຍ 26 ສ່ວນນ້ອງຜູ້ຖ້ວນສອງແລະຖ້ວນສາມກໍຢ່າງດຽວກັນ ຈົນເຖິງຜູ້ຖ້ວນເຈັດ 27 ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ 28 ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມັຽຜູ້ໃດໃນເຈັດຄົນນັ້ນ ດ້ວຍວ່ານາງໄດ້ເປັນຂອງຊາຍທັງເຈັດຄົນແລ້ວ” 29 ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະບໍ່ຮູ້ຈັກພຣະຄັມພີ ຫລືຣິດເດດຂອງພຣະເຈົ້າ 30 ເພາະເມື່ອມະນຸດເປັນຄືນມານັ້ນຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ ແຕ່ເຂົາຈະເປັນເຫມືອນເທວະດາໃນສວັນ 31 ແຕ່ເຣື່ອງຄົນຕາຍເປັນຄືນມານັ້ນ ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລື ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ, 32 “ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ” ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ” 33 ເມື່ອຄົນທັງປວງໄດ້ຍິນດັ່ງນີ້ກໍປລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ 34 ຝ່າຍພວກຟາຣິຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ເຂົາຈຶ່ງປະຊຸມກັນ 35 ໃນຈຳພວກເຂົາມີທັມບັນດິດຜູ້ນຶ່ງທົດລອງຖາມພຣະອົງວ່າ, 36 “ອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່” 37 ພຣະເຢຊູຊົງຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດຂອງເຈົ້າ” 38 ນັ້ນແຫລະ, ເປັນພຣະບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ. 39 ຂໍ້ທີ່ສອງກໍເຫມືອນກັນຄື “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 40 ພຣະບັນຍັດແລະຖ້ອຍຄຳຂອງຜູ້ປະກາດພຣະທັມທັງຫມົດ ກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້” 41 ເມື່ອພວກຟາຣິຊາຍຍັງປະຊຸມກັນຢູ່ ພຣະເຢຊູຊົງຖາມເຂົາ 42 ວ່າ, “ພວກທ່ານຄຶດເຫັນຢ່າງໃດດ້ວຍເຣື່ອງພຣະຄຣິດ ທ່ານເປັນເຊື້ອສາຍຂອງຜູ້ໃດ” ເຂົາທູນຕອບວ່າ, “ເປັນເຊື້ອສາຍຂອງດາວິດ” 43 ພຣະອົງຈຶ່ງຊົງຖາມເຂົາວ່າ, “ຖ້າຢ່າງນັ້ນເຫດສັນໃດດາວິດ ໂດຍເດດພຣະວິນຍານຈຶ່ງໄດ້ເອີ້ນພຣະອົງວ່າ “ອົງພຣະຜູ້ເປັນເຈົ້າ” ດ້ວຍໄດ້ກ່າວວ່າ, 44 “ພຣະຜູ້ເປັນເຈົ້າໄດ້ຊົງບອກຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 45 ເຫດສັນນີ້ ຖ້າດາວິດເອີ້ນພຣະຄຣິດວ່າ “ອົງພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ” 46 ບໍ່ມີຜູ້ໃດອາດຈະຕອບພຣະອົງໄດ້ຈັກຄຳ ຕັ້ງແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະອົງອີກ 231 ເມື່ອນັ້ນພຣະເຢຊູຊົງກ່າວກັບປະຊາຊົນແລະພວກສາວົກຂອງພຣະອົງວ່າ,2 “ພວກນັກທັມແລະພວກຟາຣິຊາຍເຄິຍນັ່ງບ່ອນນັ່ງຂອງໂມເຊ 3 ເຫດສັນນັ້ນທຸກສິ່ງທີ່ເຂົາບອກພວກທ່ານ ຈົ່ງເຮັດຕາມ ແຕ່ຢ່າໄດ້ເຮັດຕາມກິຈການຂອງເຂົາ ເພາະເຂົາບອກໄວ້ແຕ່ບໍ່ໄດ້ເຮັດຕາມ 4 ເຂົາມັດຂອງຫນັກມາວາງໃສ່ບ່າມະນຸດ ສ່ວນເຂົາເອງ ແມ່ນແຕ່ນີ້ວມືດຽວກໍບໍ່ຍອມຈັບຍົກໄປ 5 ການເຮັດຂອງເຂົາກໍເພື່ອໃຫ້ມະນຸດເຫັນ ແອບບັນຈຸຂໍ້ພຣະທັມປະຈຳຕົວ ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາໆ ກໍໃຫ້ຍາວອອກໄປ 6 ເຂົາຊອບບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆ ແລະໃນໂຮງທັມມະເທສນາ 7 ເຂົາມັກໃຫ້ຄົນຄຳນັບໃນທີ່ປະຊຸມຊົນ ແລະມັກໃຫ້ມະນຸດເອີ້ນເຂົາວ່າ “ພຣະອາຈານ” 8 ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ “ພຣະອາຈານ” ເພາະວ່າພວກທ່ານມີແຕ່ພຣະອາຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງຫມົດ 9 ແລະຢ່າເອີ້ນຜູ້ໃດໃນໂລກວ່າ “ບິດາ” ເພາະພວກທ່ານມີພຣະບິດາແຕ່ຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສວັນ 10 ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ “ນາຍ“ ເພາະວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະຄຣິດ 11 ຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ຫມູ່ 12 ຜູ້ໃດຍົກຕົວຂຶ້ນ ຜູ້ນັ້ນຈະຖືກຖອຍລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ 13 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ເພາະພວກເຈົ້າອັດປະຕູຣາຊແຜ່ນດິນສວັນຕັນທາງມະນຸດ ດ້ວຍວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ 14 (ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮີຍ, ດ້ວຍວ່າພວກເຈົ້າກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງໄຫວ້ວອນໃຫ້ຍືດຍາວ ເພາະເຫດນັ້ນພວກເຈົ້າຈະໄດ້ຮັບໂທດຫລາຍຂຶ້ນ) 15 ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າທຽວໄປທາງນໍ້າແລະທາງບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາສນາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະຮົກຫລາຍກວ່າເຈົ້າເອງເຖິງສອງທໍ່ 16 “ວິບັດແກ່ເຈົ້າ, ນາຍທາງຕາບອດທີ່ສອນວ່າ “ຖ້າຜູ້ໃດຈະສາບານອ້າງໃສ່ພຣະວິຫານ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດສາບານອ້າງໃສ່ທອງຄຳຂອງພຣະວິຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ” 17 ໂອ ຄົນໂງ່ຕາບອດເຮີຍ, ສິ່ງໃດຈະສຳຄັນກວ່າກັນ ທອງຄຳຫລືພຣະວິຫານ ທີ່ເຮັດໃຫ້ທອງຄຳນັ້ນສັກສິດ 18 ແລະສອນວ່າ, “ຖ້າຜູ້ໃດຈະສາບານອ້າງໃສ່ແທ່ນບູຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາບານອ້າງໃສ່ເຄື່ອງຖວາຍເທີງແທ່ນບູຊາ ຜູ້ນັ້ນຈະຕ້ອງເຮັດຕາມຄໍາທີ່ຕົນໄດ້ສາບານ” 19 ພວກຄົນຕາບອດເຮິຍ, ສິ່ງໃດຈະສຳຄັນກວ່າກັນ ເຄື່ອງຖວາຍຫລືແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກສິດ 20 ເຫດສັນນີ້ ຜູ້ໃດຈະສາບານອ້າງໃສ່ແທ່ນບູຊາ ກໍສາບານອ້າງໃສ່ເຄື່ອງຖວາຍທັງປວງທີ່ຢູ່ເທິງແທ່ນນັ້ນເຫມືອນກັນ 21 ຜູ້ໃດສາບານອ້າງໃສ່ພຣະວິຫານ ກໍອ້າງໃສ່ພຣະອົງຜູ້ຊົງສະຖິດຢູ່ໃນພຣະວິຫານນັ້ນເຫມືອນກັນ 22 ແລະຜູ້ໃດຈະສາບານອ້າງໃສ່ສວັນ ກໍອ້າງໃສ່ພຣະທີ່ນັ່ງແລະອ້າງໃສ່ພຣະອົງຜູ້ປະທັບເທິງພຣະທີ່ນັ່ງນັ້ນເຫມືອນກັນ 23 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າແບ່ງຜັກກ້ານກໍ່າ ຜັກຊີ ແລະຂີ້ຫມິ້ນເປັນສິບສ່ວນ ເອົາສ່ວນນຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງພຣະບັນຍັດ ຄືຄວາມຍຸດຕິທັມ ຄວາມເມດຕາ ຄວາມສັດຊື່ນັ້ນໄດ້ປະເສັຽ ແມ່ນສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ 24 ໂອ ພວກນາຍທາງຕາບອດເຮິຍ, ເຈົ້າຕອງແມງມີ່ອອກເສັຽ ແຕ່ກືນໂອດໂອທັງໂຕ 25 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ເຫດວ່າພວກເຈົ້າເຄິຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍຊາມນັ້ນເຕັມໄປດ້ວຍການລູ່ຊີງເອົາແລະການເຫັນແກ່ຕົວ 26 ໂອ ຟາຣິຊາຍຕາບອດເຮິຍ, ຈົ່ງຊຳຮະຖ້ວຍຊາມຂ້າງໃນເສັຽກ່ອນ ເພື່ອຂ້າງນອກຈະສະອາດເຫມືອນກັນ 27 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າເປັນເຫມືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບີ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະດູກຄົນຕາຍແລະສາຣະພັດຂີ້ດຽດ 28 ພວກເຈົ້າກໍເປັນຢ່າງນັ້ນແຫລະ, ພາຍນອກປາກົດຕໍ່ມະນຸດວ່າເປັນຄົນສິນທັມ ແຕ່ພາຍໃນເຕັມໄປດ້ວຍການຫນ້າຊື່ໃຈຄົດແລະການອະທັມ 29 ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າສ້າງອຸບໂມງຂອງພວກຜູ້ປະກາດພຣະທັມ ແລະຕົກແຕ່ງທາດຂອງຄົນສິນທັມໃຫ້ງົດງາມ 30 ໂດຍກ່າວວ່າ “ຖ້າພວກເຮົາໄດ້ຢູ່ໃນສະໄຫມບັນພະບຸຣຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າພວກຜູ້ປະກາດພຣະທັມນັ້ນ 31 ດັ່ງນັ້ນພວກເຈົ້າຈຶ່ງເປັນພຍານຕໍ່ສູ້ຕົນເອງວ່າ ເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະກາດພຣະທັມເຫລົ່ານັ້ນ 32 ຝ່າຍເຈົ້າທັງຫລາຍ, ຈົ່ງເຮັດຕາມທີ່ບັນພະບຸຣຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ 33 ໂອ ພວກງູແນວງູຮ້າຍເຮີຍ, ພວກເຈົ້າຈະຫນີພົ້ນໂທດນະຣົກໄດ້ຢ່າງໃດ 34 ເຫດສັນນັ້ນແຫລະ, ເຮົາໃຊ້ຜູ້ປະກາດພຣະທັມ ນັກປາດ ແລະນັກທັມຕ່າງໆ ມາຫາພວກເຈົ້າ ເຈົ້າກໍຈະຂ້າບາງຄົນເສັຽແດ່ ຄຶງໄວ້ທີ່ໄມ້ກາງແຂນບາງຄົນແດ່ ຂ້ຽນຕິບາງຄົນໃນໂຮງທັມມະເທສນາຂອງເຈົ້າແດ່ ແລະຂົ່ມເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່ 35 ດັ່ງນັ້ນເລືອດອັນບໍ່ມີຜິດທັງຫມົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາເບນຜູ້ບໍ່ມີຜິດ ຈົນເຖິງເລືອດຂອງເຊຄາຣີຢາລູກຊາຍຂອງບາຣາຄີຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານກັບແທ່ນບູຊາ ໂທດເລືອດນັ້ນແຫລະ, ຄົງຈະຕົກໃສ່ພວກເຈົ້າ 36 ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້” 37 ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ, ເຈົ້າທີ່ໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ, ເຮົາປາຖນາຈັກເທື່ອແລ້ວຫນໍ ວ່າຈະຮວບຮວມເອົາລູກຂອງເຈົ້າໄວ້ ເຫມືອນດັ່ງແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນແຕ່ພວກເຈົ້າບໍ່ຍິນຍອມ 38 ເບິ່ງແມ໋, ເຮືອນຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ 39 ເພາະວ່າເຮົາບອກພວກເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າ ຈະອອກປາກກ່າວວ່າ “ຂໍໃຫ້ທ່ານຜູ້ສະເດັດ ມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣິນ” 241 ຝ່າຍພຣະເຢຊູສະເດັດອອກຈາກບໍຣິເວນພຣະວິຫານ ເມື່ອກຳລັງສະເດັດໄປນັ້ນພວກສາວົກຂອງພຣະອົງໄດ້ມາຊີ້ຕຶກທັງຫລາຍໃນບໍຣິເວນພຣະວິຫານ ໃຫ້ພຣະອົງທອດພຣະເນດ2 ພຣະອົງຈຶ່ງຊົງຕອບເຂົາວ່າ, “ສິ່ງທັງປວງເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນດຽວ” 3 ເມື່ອພຣະອົງປະທັບຢູ່ພູຫມາກກອກເທດ ພວກສາວົກມາເຝົ້າພຣະອົງຕ່າງຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້າພຣະອົງຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນເວລາໃດ ສິ່ງໃດເປັນຫມາຍສຳຄັນວ່າ ທ່ານຈະມາແລະສະໄຫມເກົ່າຈະສິ້ນສຸດລົງ” 4 ພຣະເຢຊູຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ 5 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນພຣະຄຣິດ” ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 6 ພວກທ່ານຈະໄດ້ຍິນເຖິງເຣື່ອງການເສິກ ແລະຂ່າວເລົ່າລືເຖິງເຣື່ອງການເສິກສົງຄາມ ຈົ່ງລະວັງ ຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກິດຂຶ້ນ ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ 7 ດ້ວຍວ່າປະເທດຕໍ່ປະເທດ ແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກິດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າໆ 8 ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກິດລູກ 9 “ເມື່ອນັ້ນເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຂ້າທ່ານເສັຽ ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ 10 ຄາວນັ້ນຈະມີຫລາຍຄົນສະດຸດໃຈ ຈະຫັກຫລັງກັນແລະກັນ ແລະຈະກຽດຊັງເຊິ່ງກັນແລະກັນ 11 ຫມໍທຳນວາຍຂີ້ໂລບຫລາຍຄົນຈະເກິດຂຶ້ນ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 12 ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະທັມແຜ່ກວ້າງອອກໄປ 13 ແຕ່ຜູ້ໃດອົດທົນຈົນເຖິງທີ່ສຸດ ຜູ້ນັ້ນແຫລະ, ຈະໄດ້ລອດພົ້ນ 14 ຂ່າວປະເສີດເຣື່ອງຣາຊອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນຄຳພຍານແກ່ທຸກໆ ຊາດແລ້ວທີ່ສຸດປາຍຈະມາເຖິງ 15 “ເຫດສັນນັ້ນ ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຫນ້າຊັງ ທີ່ເຮັດໃຫ້ເກິດວິບັດຕັ້ງຢູ່ໃນສະຖານທີ່ສັກສິດ ຕາມພຣະທັມທີ່ຊົງກ່າວໄວ້ດ້ວຍດານິເອນຜູ້ປະກາດພຣະທັມນັ້ນ (ໃຫ້ຜູ້ອ່ານເຂົ້າໃຈເອົາ) 16 ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູ 17 ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໃຫ້ລົງມາເກັບເອົາສິ່ງຂອງທີ່ຢູ່ໃນເຮືອນຂອງຕົນອອກໄປ 18 ສ່ວນຜູ້ທີ່ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ 19 ແຕ່ໃນວັນເຫລົ່ານັ້ນເປັນຫນ້າເວທນາເຕັມທີຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ 20 ຈົ່ງອ້ອນວອນຂໍ ເພື່ອການທີ່ທ່ານຕ້ອງຫນີນັ້ນຈະບໍ່ຕົກໃນຣະດູຫນາວຫລືໃນວັນສະບາໂຕ 21 ດ້ວຍວ່າໃນຄາວນັ້ນຈະມີຄວາມທຸກລຳບາກອັນໃຫຍ່ຫລວງຢ່າງບໍ່ເຄີຍເກີດມີມາຕັ້ງແຕ່ຕົ້ນເດີມໂລກຈົນເຖິງບັດນີ້ ແລະເມື່ອຫນ້າຈະບໍ່ມີຕໍ່ໄປອີກຈັກເທື່ອ 22 ແລະຖ້າວັນທັງຫລາຍນັ້ນບໍ່ໄດ້ຊົງບັນດານໃຫ້ສັ້ນເຂົ້າ ຈະບໍ່ມີມະນຸດຄົນໃດລອດພົ້ນໄດ້ ແຕ່ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ ວັນເຫລົ່ານັ້ນຈຶ່ງໄດ້ຊົງບັນດານໃຫ້ສັ້ນເຂົ້າ 23 ໃນເວລານັ້ນຖ້າຜູ້ໃດຈະບອກພວກທ່ານວ່າ “ເບິ່ງແມ໋, ອົງພຣະຄຣິດຢູ່ທີ່ນີ້” ຫລື “ຢູ່ທີ່ນັ້ນ” ຢ່າຊູ່ເຊື່ອ 24 ດ້ວຍວ່າຈະມີພຣະຄຣິດທຽມ ແລະຫມໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ສະແດງຫມາຍສຳຄັນອັນໃຫຍ່ແລະການອັດສະຈັນຕ່າງໆ ເພື່ອຖ້າເປັນໄດ້ ຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງ 25 ນີ້ແຫລະ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນ 26 ດັ່ງນັ້ນຖ້າເຂົາບອກພວກທ່ານວ່າ “ເບິ່ງແມ໋, ທ່ານຜູ້ນັ້ນຢູ່ໃນປ່າ” ພວກທ່ານຢ່າໄດ້ອອກໄປ ຫລືຖ້າເຂົາບອກວ່າ “ເບິ່ງແມ໋, ເພິ່ນຢູ່ໃນຫ້ອງ” ກໍຢ່າຊູ່ເຊື່ອ 27 ດ້ວຍວ່າຟ້າແມບເຫລື້ອມອອກມາແຕ່ທິດຕາເວັນອອກ ສ່ອງໄປເຖິງທິດຕາເວັນຕົກຢ່າງໃດ ການທີ່ບຸດມະນຸດຈະສະເດັດມາກໍຈະເປັນຢ່າງນັ້ນ 28 ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ 29 “ພໍຫມົດຄວາມທຸກລຳບາກຂອງວັນເຫລົ່ານັ້ນແລ້ວ, “ດວງອາທິດຈະມືດໄປ ແລະດວງຈັນຈະບໍ່ສ່ອງແສງ ດວງດາວທັງປວງຈະຕົກລົງຈາກຟ້າ ແລະບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 30 ເມື່ອນັ້ນຫມາຍສຳຄັນຂອງບຸດມະນຸດຈະປາກົດຂຶ້ນໃນທ້ອງຟ້າ ມະນຸດທຸກຊາດທົ່ວໂລກຈະຕີເອີກຮ້ອງໄຫ້ ແລ້ວຈະເຫັນບຸດມະນຸດກຳລັງສະເດັດມາເທິງເມກໃນທ້ອງຟ້າດ້ວຍຣິດທານຸພາບແລະສະງ່າຣາສິອັນໃຫຍ່ 31 ພຣະອົງຈະໃຊ້ພວກເທວະດາຂອງຕົນໄປດ້ວຍສຽງແກອັນດັງ ໃຫ້ຮວບຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດຟ້າເບື້ອງນີ້ຈົນເຖິງທີ່ສຸດຟ້າເບື້ອງນັ້ນ” 32 “ຈົ່ງຮຽນຄຳອຸປມາຈາກຕົ້ນເດື່ອເທດ ເມື່ອກິ່ງກ້ານມັນແຕກໃບອ່ອນອອກພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ 33 ຢ່າງນີ້ແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນ ຈົ່ງຮູ້ວ່າພຣະອົງສະເດັດມາໃກ້ຈະເຖິງປະຕູແລ້ວ 34 ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນເຫດການທັງປວງນີ້ບັງເກິດຂຶ້ນ 35 ຟ້າແລະດິນກໍຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ” 36 “ແຕ່ເຣື່ອງວັນແລະໂມງນັ້ນບໍ່ມີໃຜຮູ້ ແມ່ນເທວະດາໃນສວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ 37 ດ້ວຍວ່າສະໄຫມຂອງໂນເອໄດ້ເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ 38 ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມ ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ ຈົນເຖິງວັນທີ່ໂນເອໄດ້ເຂົ້າໄປໃນນາວາ 39 ແລະນໍ້າໄດ້ມາຖ້ວມກວາດເຂົາໄປໂດຍບໍ່ທັນຮູ້ຕົວຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ 40 ເມື່ອນັ້ນຈະມີຊາຍສອງຄົນຢູ່ທີ່ທົ່ງນາ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 41 ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ທີ່ໂຮງໂມ້ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 42 ເຫດສັນນັ້ນພວກທ່ານຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກທ່ານຈະສະເດັດມາເວລາໃດ 43 ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດ ຕົນຈະເຝົ້າລະວັງບໍ່ໃຫ້ໂຈນເຈາະເຂົ້າເຮືອນໄດ້ 44 ເຫດສັນນັ້ນພວກທ່ານກໍເຫມືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄຶດນັ້ນ ບຸດມະນຸດຈະສະເດັດມາ” 45 “ເຫດສັນນັ້ນ ຜູ້ໃດເປັນຂ້າໃຊ້ສັດຊື່ແລະສລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເຫນືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວລາ 46 ເມື່ອນາຍມາພົບຂ້າໃຊ້ຜູ້ນັ້ນກຳລັງເຮັດຢ່າງນັ້ນຢູ່ ເຂົາກໍເປັນສຸກ 47 ເຮົາບອກທ່ານຕາມຄວາມຈິງວ່າ ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາເຂົ້າຂອງໆ ຕົນ 48 ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວແລະຄຶດວ່າ “ນາຍຂອງເຮົາມາຊັກຊ້າດອກ” 49 ແລ້ວຈຶ່ງຕັ້ງຕົນທຸບຕີເພື່ອນຂ້າໃຊ້ດ້ວຍກັນ ທັງກິນແລະດື່ມນຳຄົນຂີ້ເຫລົ້າ 50 ນາຍຂອງຂ້າໃຊ້ຜູ້ນັ້ນຈະມາໃນວັນທີ່ມັນບໍ່ຄຶດ ແລະໃນໂມງທີ່ມັນບໍ່ຮູ້ 51 ແລະຈະຜ່າມັນໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນຫນ້າຊື່ໃຈຄົດ ບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່” 251 “ເມື່ອນັ້ນຣາຊອານາຈັກສວັນປຽບເຫມືອນສາວປອດສິບຄົນ ທີ່ຖືໂຄມຂອງຕົນອອກໄປຮັບເຈົ້າບ່າວ2 ເປັນຄົນໂງ່ຫ້າຄົນແລະຄົນສລາດຫ້າຄົນ 3 ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳມັນໄປນຳ 4 ແຕ່ຄົນສລາດນັ້ນໄດ້ເອົານ້ຳມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ 5 ເມື່ອເຈົ້າບ່າວຍັງຊ້າຢູ່ ເຂົາກໍພາກັນເຫງົານອນແລະຫລັບໄປ 6 ຄັນເວລາທ່ຽງຄືນກໍມີສຽງຮ້ອງມາວ່າ “ເບິ່ງແມ໋, ເຈົ້າບ່າວມາແລ້ວ ຈົ່ງອອກມາຮັບທ່ານສາ” 7 ພວກສາວປອດທຸກຄົນກໍຕື່ນຂຶ້ນຈັດແຈ່ງໂຄມຂອງຕົນ 8 ພວກໂງ່ນັ້ນຈຶ່ງເວົ້າກັບພວກສລາດວ່າ “ຈົ່ງປັນນ້ຳມັນຂອງເຈົ້າໃຫ້ພວກເຮົາແດ່ ເພາະວ່າໂຄມຂອງເຮົາກຳລັງຈະມອດ 9 ຝ່າຍພວກສລາດຈຶ່ງຕອບວ່າ “ຫນ້າຢ້ານວ່ານ້ຳມັນຈະບໍ່ພໍສຳລັບເຮົາແລະເຈົ້າ ຈົ່ງໄປຫາຜູ້ຂາຍແລ້ວຊື້ເອົາສຳລັບຕົນກໍດີກວ່າ” 10 ເມື່ອເຂົາກຳລັງໄປນັ້ນ ເຈົ້າບ່າວກໍມາເຖິງ ແລະຜູ້ທີ່ພ້ອມຢູ່ແລ້ວກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງເນື່ອງໃນງານສົມຣົດແລ້ວປະຕູກໍອັດເສັຽ 11 ຫລັງຈາກນັ້ນຍິງສາວປອດພວກອື່ນນັ້ນມາຮ້ອງວ່າ “ນາຍເອີຍ, ນາຍເອິຍ, ຂໍໄຂປະຕູໃຫ້ຫມູ່ຂ້າພຣະອົງແດ່” 12 ແຕ່ທ່ານໄດ້ຕອບວ່າ “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຮົາບໍ່ຮູ້ຈັກພວກທ່ານ” 13 ເຫດສັນນັ້ນຈົ່ງເຝົ້າລະວັງຢູ່ ເພາະທ່ານທັງຫລາຍບໍ່ຮູ້ຈັກວັນຫລືໂມງນັ້ນ” 14 “ແລະຍັງປຽບເຫມືອນຊາຍຜູ້ນຶ່ງກຳລັງຈະອອກເດີນທາງໄປ ຈຶ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ 15 ຄົນນຶ່ງທ່ານໃຫ້ເງິນຫ້າຕາລັນຕົນ ຄົນນຶ່ງສອງຕາລັນຕົນ ແລະອີກຄົນນຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາມາດຂອງແຕ່ລະຄົນ ແລ້ວກໍອອກເດີນທາງໄປ 16 ຜູ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນທິ ໄດ້ກຳໄຣເທົ່າຕົວ 17 ຄົນທີ່ຮັບສອງຕາລັນຕົນກໍໄດ້ກຳໄຣເທົ່າຕົວເຫມືອນກັນ 18 ແຕ່ຜູ້ທີ່ໄດ້ຮັບຕາລັນຕົນດຽວ ກໍໄດ້ໄປຂຸດຂຸມແລ້ວເຊື່ອງເງິນນາຍໄວ້ 19 ຢູ່ດົນນານຕໍ່ມານາຍຂອງຂ້ອຍໃຊ້ເຫລົ່ານັ້ນກໍກັບມາຄິດບັນຊີກັບເຂົາ 20 ຜູ້ທີ່ໄດ້ຮັບເງິນຫ້າຕາລັນຕົນ ກໍເອົາເງິນກຳໄຣຫ້າຕາລັນຕົນມາແຈ້ງນາຍວ່າ “ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້າພະເຈົ້າ ນີ້ແຫລະ, ຂ້າພະເຈົ້າໄດ້ກຳໄຣຕື່ມອີກຫ້າຕາລັນຕົນ” 21 ຝ່າຍນາຍກໍຕອບວ່າ “ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເທີນ” 22 ຜູ້ທີ່ໄດ້ຮັບສອງຕາລັນຕົນນັ້ນໄດ້ເຂົ້າມາເຫມືອນກັນແຈ້ງວ່າ “ນາຍເອີຍ, ນາຍໄດ້ຝາກເງິນສອງຕາລັນຕົນໄວ້ນຳຂ້າພະເຈົ້າ ນີ້ແຫລະ, ຂ້າພະເຈົ້າໄດ້ກຳໄຣອີກສອງຕາລັນຕົນ”. 23 ຝ່າຍນາຍກໍຕອບວ່າ “ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເທີນ”. 24 ສ່ວນຜູ້ທີ່ໄດ້ຮັບຕາລັນຕົນດຽວນັ້ນກໍໄດ້ເຂົ້າມາເຫມືອນກັນແຈ້ງວ່າ “ນາຍເອີຍ, ຂ້າພະເຈົ້າຮູ້ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ ເຄີຍກ່ຽວຜົນບ່ອນຕົນບໍ່ໄດ້ຫວ່ານ ແລະຮີບໂຮມເອົາບ່ອນຕົນບໍ່ໄດ້ຝັດ 25 ຂ້າພະເຈົ້າຢ້ານຈຶ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ ນີ້ແຫລະ, ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ” 26 ນາຍຈຶ່ງຕອບວ່າ “ອ້າຍຂ້ອຍໃຊ້ຊົ່ວແລະຂີ້ຄ້ານເຮີຍ ໂຕຮູ້ຫລືວ່າເຮົາເຄີຍເກັບຜົນບ່ອນເຮົາບໍ່ໄດ້ຫວ່ານ ແລະຮິບໂຮມເອົາບ່ອນເຮົາບໍ່ໄດ້ຝັດ 27 ຖ້າຢ່າງນັ້ນ, ໂຕຄວນຈະເອົາເງິນຂອງເຮົາໄປຝາກໄວ້ກັບນາຍທະນາຄານ ແລະເມື່ອເຮົາກັບມາກໍຈະໄດ້ຮັບສິ່ງທີ່ເປັນຂອງເຮົາກັບທັງດອກເບັ້ຽ 28 ສັນນັ້ນຈົ່ງຍົກເງິນຕາລັນຕົນດຽວນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສີບຕາລັນຕົນ 29 ເພາະທຸກຄົນທີ່ມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ຜູ້ນັ້ນອີກ ຈົນມີບໍຣິບູນ ແຕ່ຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນກໍຈະຊົງຍົກໄປຈາກຕົນເສັຽ 30 ເອົາອ້າຍຂ້າໃຊ້ຜູ້ບໍ່ມີປໂຍດໄປຖິ້ມເສັຽບ່ອນມືດພາຍນອກບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່” 31 “ເມື່ອບຸດມະນຸດຊົງພຣະຣັສມີສະເດັດມາພ້ອມດ້ວຍຝູງເທວະດາ ເມື່ອນັ້ນພຣະອົງຈະຊົງປະທັບເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງພຣະອົງ 32 ບັນດາປະຊາຊາດຕ່າງໆ ຈະຖືກຊົງໂຮມກັນຕໍ່ພຣະພັກຂອງພຣະອົງ ແລະພຣະອົງຈະຊົງແຍກເຂົາອອກຈາກກັນ ເຫມືອນຜູ້ລ້ຽງສັດແຍກຝູງແກະອອກຈາກຝູງແບ້ 33 ຝູງແກະນັ້ນຈະຊົງຈັດໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະອົງ ແຕ່ຝູງແບ້ນັ້ນຈະຊົງຈັດໃຫ້ຢູ່ເບື້ອງຊ້າຍ 34 ເມື່ອນັ້ນພຣະມະຫາກະສັດຈະຊົງກ່າວແກ່ບັນດາຜູ້ທີ່ຢູ່ທາງພຣະຫັດຂວາຂອງພຣະອົງວ່າ “ພວກທ່ານທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາເອີຍ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຊົງຈັດຕຽມໄວ້ສຳລັບທ່ານຕັ້ງແຕ່ຕົ້ນເດີມໂລກ 35 ເພາະວ່າເມື່ອເຮົາຢາກເຂົ້າ ພວກທ່ານກໍໃຫ້ເຮົາກິນ ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ ເຮົາເປັນແຂກບ້ານ ພວກທ່ານກໍໄດ້ຕ້ອນຮັບເຮົາໄວ້ 36 ເຮົາເປືອຍຕົວ ພວກທ່ານກໍໄດ້ເອົາເຄື່ອງມາໃຫ້ເຮົານຸ່ງຫົ່ມ ເຮົາເຈັບປ່ວຍ ພວກທ່ານກໍມາຢ້ຽມຢາມເຮົາ ເຮົາຢູ່ໃນຄຸກພວກທ່ານກໍໄດ້ມາຫາ” 37 ເມື່ອນັ້ນບັນດາພວກສິນທັມຈະທູນວ່າ, “ພຣະອົງເຈົ້າເອີຍ, ພວກຂ້າພຣະອົງໄດ້ເຫັນພຣະອົງຊົງຢາກເຂົ້າຫລືຫິວນ້ຳ ແລ້ວໄດ້ຈັດມາຖວາຍພຣະອົງເມື່ອໃດ 38 ພວກຂ້າພຣະອົງໄດ້ເຫັນພຣະອົງຊົງເປັນແຂກບ້ານ ແລະໄດ້ຕ້ອນຮັບໄວ້ ຫລືຊົງເປືອຍພຣະກາຍແລ້ວໄດ້ເອົາເຄື່ອງມາໃຫ້ທົງເມື່ອໃດ 39 ພວກຂ້າພຣະອົງໄດ້ເຫັນພຣະອົງຊົງປະຊວນຢູ່ ຫລືຢູ່ໃນຄຸກ ແລະໄດ້ມາເຝົ້າພຣະອົງເມື່ອໃດ” 40 ຝ່າຍພຣະມະຫາກະສັດຈະຊົງຕອບວ່າ “ເຮົາບອກພວກທ່ານຕາມຄວາມຈິງວ່າ ທີ່ພວກທ່ານໄດ້ເຮັດການເຫລົ່ານີ້ແກ່ຜູ້ຕ່ຳຕ້ອຍທີ່ສຸດຄົນນຶ່ງໃນພວກພີ່ນ້ອງເຮົານີ້ ກໍໄດ້ເຮັດໃຫ້ເຮົາເຫມືອນກັນ” 41 ເມື່ອນັ້ນພຣະອົງຈະຊົງກ່າວກັບບັນດາຜູ້ທີ່ຢູ່ເບື້ອງ ພຣະຫັດຊ້າຍຂອງພຣະອົງວ່າ “ສູທັງຫລາຍຜູ້ຖືກປ້ອຍເວນ, ຈົ່ງຖອຍຫນີຈາກເຮົາເຂົ້າໄປໃນໄຟທີ່ໄຫມ້ຢູ່ເປັນນິດຊຶ່ງຊົງຈັດຕຽມໄວ້ສຳລັບ ພຍາມານກັບບໍຣິວານຂອງມັນ 42 ເພາະວ່າເຮົາຢາກເຂົ້າ ສູບໍ່ໄດ້ໃຫ້ເຮົາກິນ ເຮົາຫິວນໍ້າສູບໍ່ໄດ້ໃຫ້ເຮົາດື່ມ 43 ເຮົາເປັນແຂກບ້ານມາ ສູບໍ່ໄດ້ພາເຮົາເຂົ້າໄປ ເຮົາເປືອຍຕົວ ແຕ່ສູບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງ ເຮົາເຈັບປ່ວຍແລະຢູ່ໃນຄຸກ ແຕ່ສູບໍ່ໄດ້ມາຢ້ຽມຢາມເຮົາ” 44 ເຂົາຈະທູນຕອບວ່າ “ພຣະອົງເຈົ້າເອີຍ, ພວກຂ້າພຣະອົງໄດ້ເຫັນພຣະອົງຊົງຢາກເຂົ້າ ຫລືຊົງຫິວນ້ຳ ຊົງເປັນແຂກມາ ຊົງເປືອຍພຣະກາຍ ຊົງປະຊວນຫລືຊົງຢູ່ໃນຄຸກ ແລະພວກຂ້າພຣະອົງບໍ່ໄດ້ປະຕິບັດພຣະອົງຍາມໃດ” 45 ເມື່ອນັ້ນພຣະອົງຈະຊົງຕອບແກ່ເຂົາວ່າ “ເຮົາບອກສູທັງຫລາຍຕາມຄວາມຈິງວ່າ ທີ່ສູບໍ່ໄດ້ເຮັດການເຫລົ່ານັ້ນແກ່ຜູ້ຕ່ຳຕ້ອຍທີ່ສຸດໃນພວກນີ້ ພວກສູກໍບໍ່ໄດ້ເຮັດແກ່ເຮົາເຫມືອນກັນ” 46 ແລ້ວພວກເຫລົ່ານີ້ຈະອອກໄປສູ່ໂທດອັນຕລອດໄປເປັນນິດ ແຕ່ພວກສິນທັມກໍເຂົ້າສູ່ຊີວິດອັນຕລອດໄປເປັນນິດ” 261 ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ສິ້ນສຸດລົງແລ້ວ ພຣະອົງຊົງບອກພວກສາວົກຂອງຕົນວ່າ,2 “ທ່ານທັງຫລາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທສການປັສຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄືງໄວ້ທີ່ໄມ້ກາງແຂນ” 3 ໃນເວລານັ້ນພວກປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພົລເມືອງໄດ້ປະຊຸມກັນຢູ່ທີ່ສຳນັກຂອງ ມະຫາປະໂຣຫິດຊື່ກາຢະຟາສ 4 ເຂົາປຶກສາກັນເພື່ອຈະໄດ້ຈັບພຣະເຢຊູດ້ວຍກົນອຸບາຍເອົາໄປຂ້າເສັຽ 5 ແຕ່ເຂົາເວົ້າກັນວ່າ, “ຢ່າໄດ້ເຮັດການນັ້ນໃນລະຫວ່າງວັນເທສການ ຢ້ານພົລເມືອງຈະເກິດວຸ້ນວາຍ” 6 ເມື່ອພຣະເຢຊູປະທັບຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນຄົນຂີ້ທູດ 7 ມີຍິງຜູ້ນຶ່ງຖືກະອອມຫີນຂາວເຕັມດ້ວຍນ້ຳມັນຫອມທີ່ມີຣາຄາແພງເຂົ້າມາເຝົ້າພຣະອົງ ຂນະເມື່ອພຣະອົງຊົງນັ່ງຮັບປະທານອາຫານຢູ່ ນາງໄດ້ຖອກນ້ຳຫອມໃສ່ພຣະສຽນຂອງພຣະອົງ 8 ແຕ່ເມື່ອພວກສາວົກເຫັນດັ່ງນັ້ນກໍມີເຄືອງໃຈ ຈຶ່ງເວົ້າວ່າ, “ເຫດໃດຈຶ່ງເຮັດໃຫ້ເສັຽຂອງລ້າໆ ຢ່າງນີ້ 9 ເພາະຖ້າຂາຍຂອງນີ້ກໍຄົງໄດ້ເງິນຈຳນວນຫລາຍ ແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້” 10 ແຕ່ພຣະເຢຊູຊົງຊາບຈຶ່ງກ່າວແກ່ເຂົາວ່າ, “ພວກທ່ານກວນໃຈຍິງນີ້ເຮັດຫຍັງ ນາງໄດ້ເຮັດການດີແກ່ເຮົາແລ້ວ 11 ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສເມີ ແຕ່ຝ່າຍເຮົາບໍ່ຢູ່ກັບທ່ານສເມີ 12 ຊຶ່ງຍິງນີ້ໄດ້ຖອກນ້ຳມັນຫອມໃສ່ກາຍຂອງເຮົາ ກໍໄດ້ເຮັດເພື່ອການປົງສົບຂອງເຮົາ 13 ເຮົາບອກພວກທ່ານຕາມຄວາມຈິງວ່າ ຂ່າວປະເສີດນີ້ຈະປະກາດໄປເຖິງບ່ອນໃດໃນທົ່ວພິພົບ ການທີ່ຍິງຜູ້ນີ້ໄດ້ເຮັດກໍຈະເຣື່ອງລືໄປເຖິງບ່ອນນັ້ນເປັນທີ່ລະນຶກເຖິງນາງ” 14 ເມື່ອນັ້ນຜູ້ນຶ່ງໃນພວກສິບສອງຄົນນັ້ນຊື່ຢູດາອີສະກາຣິອົດ ໄດ້ໄປຫາພວກປະໂຣຫິດຕົນໃຫຍ່ 15 ຖາມວ່າ, “ພວກທ່ານຈະຍອມໃຫ້ອັນໃດແກ່ຂ້າພະເຈົ້າ ສ່ວນຂ້າພະເຈົ້າຈະມອບພຣະອົງໃຫ້ແກ່ພວກທ່ານ” ເຂົາຈຶ່ງເອົາເງິນສາມສິບຫລຽນໃຫ້ແກ່ຢູດາ 16 ຕັ້ງແຕ່ນັ້ນມາຢູດາໄດ້ຊອກຫາໂອກາດເພື່ອຈະມອບພຣະອົງໄວ້ 17 ເມື່ອວັນຕົ້ນເທສການກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາທູນຖາມພຣະອົງວ່າ, “ທ່ານປະສົງຈະໃຫ້ພວກຂ້າພຣະອົງຈັດແຈ່ງປັສຄາໃຫ້ທ່ານຮັບປະທານບ່ອນໃດ” 18 ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນນຶ່ງໃນກຸງບອກວ່າ “ອາຈານກ່າວວ່າ ເວລາກຳນົດຂອງເຮົາມາໃກ້ແລ້ວ ເຮົາຈະຖືສິນປັສຄາທີ່ເຮືອນຂອງທ່ານພ້ອມກັບພວກສາວົກຂອງເຮົາ” 19 ແລ້ວພວກສາວົກຈຶ່ງໄດ້ເຮັດຕາມທີ່ພຣະເຢຊູຊົງສັ່ງ ແລ້ວເຂົາໄດ້ຈັດແຈ່ງປັສຄາໄວ້ພ້ອມ 20 ຄັນເຖິງເວລາຄ່ຳແລ້ວພຣະອົງຊົງປະທັບຮ່ວມໂຕະກັບພວກສາວົກສິບສອງຄົນ 21 ເມື່ອກຳລັງຮັບປະທານອາຫານຢູ່ ພຣະອົງຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ” 22 ຝ່າຍສາວົກກໍມີຄວາມທຸກໃຈຫລາຍ ທຸກຄົນຕ່າງກໍຕັ້ງຕົ້ນທູນພຣະອົງວ່າ, “ບໍ່ອາດຈະແມ່ນຂ້າພຣະອົງຕີ້, ນາຍເອີຍ” 23 ພຣະອົງຊົງຕອບວ່າ, “ຜູ້ທີ່ໄດ້ຈ້ຳຮ່ວມຊາມດຽວກັບເຮົາ ຜູ້ນັ້ນແຫລະ, ຈະທໍຣະຍົດຕໍ່ເຮົາ 24 ບຸດມະນຸດຈະສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມດີເຖິງເຣື່ອງທ່ານ ແຕ່ວິບັດແກ່ຜູ້ທີ່ຈະທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກິດມາກໍດີກວ່າ” 25 ຢູດາຜູ້ທີ່ທໍຣະຍົດຕໍ່ພຣະອົງທູນຖາມວ່າ, “ບໍ່ອາດຈະແມ່ນຂ້າພຣະອົງຕີ້, ອາຈານເອີຍ” ພຣະອົງຊົງຕອບວ່າ, “ແມ່ນທ່ານນັ້ນແລ້ວ” 26 ລະຫວ່າງອາຫານມື້ນັ້ນ ພຣະເຢຊູຊົງຈັບເຂົ້າຈີ່ມາ ແລະເມື່ອຂໍພຣະພອນແລ້ວ ຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກ ໂດຍຊົງກ່າວວ່າ, “ຈົ່ງຮັບກິນສາ ນີ້ແຫລະ, ຄືກາຍຂອງເຮົາ” 27 ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາພຣະຄຸນແລະຍື່ນໃຫ້ເຂົາໂດຍຊົງກ່າວວ່າ, “ຈົ່ງດື່ມແຕ່ຈອກນີ້ທຸກຄົນ 28 ເພາະວ່ານີ້ແຫລະຄືເລືອດຂອງເຮົາ ແມ່ນເລືອດອັນກ່ຽວກັບພຣະສັນຍາ ທີ່ຖອກອອກເພື່ອຍົກຜິດບາບຄົນຈຳນວນຫລາຍ 29 ເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດື່ມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນຈະມາເຖິງ ຄືວັນທີ່ຈະດື່ມອັນໃຫມ່ກັບພວກທ່ານໃນຣາຊແຜ່ນດິນພຣະບິດາຂອງເຮົາ” 30 ເມື່ອຮ້ອງເພງສັຣເສິນແລ້ວ ເຂົາກໍພາກັນອອກໄປຍັງພູຫມາກກອກເທດ 31 ເມື່ອນັ້ນພຣະເຢຊູຊົງກ່າວກັບພວກສາວົກວ່າ, “ໃນຄືນວັນນີ້ທ່ານທຸກຄົນຈະສະດຸດໃຈເພາະເຮົາ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ “ເຮົາຈະປະຫານຜູ້ລ້ຽງແກະ ແລະແກະຝູງນັ້ນຈະແຕກຊະກັນໄປ” 32 ແຕ່ເມື່ອເຮົາຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ເຮົາຈະໄປເຖິງແຂວງຄາລິເລກ່ອນຫນ້າພວກທ່ານ” 33 ຝ່າຍເປໂຕຈຶ່ງທູນຕອບພຣະອົງວ່າ, “ຖ້າຄົນທັງປວງຈະສະດຸດໃຈເພາະທ່ານ ຝ່າຍຂ້າພຣະອົງຈະບໍ່ສະດຸດໃຈຈັກເທື່ອ” 34 ພຣະເຢຊູຊົງຕອບເປໂຕວ່າ, “ໃນຄືນວັນນີ້ກ່ອນໄກ່ຈະຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ” 35 ເປໂຕທູນພຣະອົງວ່າ, “ເຖິງແມ່ນຂ້າພຣະອົງຈະຕ້ອງຕາຍກັບທ່ານ ຂ້າພຣະອົງຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັນທຸກຄົນ 36 ແລ້ວພຣະເຢຊູກໍສະເດັດພ້ອມກັບພວກສາວົກ ໄປເຖິງບ່ອນນຶ່ງຊື່ເຄັດເຊມາເນ ຈຶ່ງຊົງກ່າວກັບເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນເວລາເຮົາຈະໄປອ້ອນວອນຢູ່ທີ່ນັ້ນ” 37 ພຣະອົງຊົງພາເປໂຕກັບບຸດຊາຍທັງສອງຂອງເຊເບດີໄປນຳ ແລ້ວຊົງເກີດມີຄວາມໂສກເສົ້າແລະຫນັກພຣະທັຍຫລາຍ 38 ພຣະອົງຊົງກ່າວກັບເຂົາວ່າ, “ຈິດໃຈຂອງເຮົາທຸກຫນັກແທບຈະຕາຍຢູ່ແລ້ວ ຈົ່ງຄອຍຢູ່ທີ່ນີ້ ເຝົ້າຢູ່ກັບເຮົາເທີນ” 39 ແລ້ວສະເດັດໄປອີກຫນ້ອຍນຶ່ງ ຈຶ່ງຊົງຫມູບພຣະພັກລົງເຖິງດິນອ້ອນວອນວ່າ, ໂອ ບິດາເອີຍ, ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະທັຍຂອງພຣະອົງເທີນ” 40 ແລ້ວພຣະອົງໄດ້ສະເດັດກັບມາຫາສາວົກເຫລົ່ານັ້ນ ຊົງເຫັນເຂົານອນຫລັບຢູ່ ແລະຊົງກ່າວແກ່ເປໂຕວ່າ, ຢ່າງນັ້ນພວກທ່ານບໍ່ສາມາດຈະຄອຍເຝົ້າຢູ່ກັບເຮົາຈັກທຸ່ມດຽວຫລື 41 ຈົ່ງເຝົ້າລະວັງແລະອ້ອນວອນຢູ່ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ” 42 ພຣະອົງໄດ້ສະເດັດອອກໄປອີກເປັນເທື່ອທີ່ສອງ ຊົງອ້ອນວອນວ່າ, “ຂ້າແດ່ພຣະບິດາຂອງຂ້າພຣະອົງເອີຍ, ຖ້າຈອກນີ້ເລື່ອນພົ້ນໄປບໍ່ໄດ້ເວັ້ນແຕ່ຂ້າພຣະອົງຈຳເປັນຕ້ອງດື່ມ ກໍໃຫ້ເປັນຕາມນ້ຳພຣະທັຍຂອງພຣະອົງ” 43 ຄັນສະເດັດກັບຄືນມາກໍຊົງເຫັນພວກສາວົກນອນຫລັບຢູ່ເພາະຕາຂອງເຂົາມືນບໍ່ຂຶ້ນ 44 ຈຶ່ງຊົງປະເຂົາໄວ້ສະເດັດໄປອ້ອນວອນເປັນເທື່ອທີ່ສາມ ໂດຍຊົງກ່າວຄຳເກົ່ານັ້ນອີກ 45 ແລ້ວພຣະອົງໄດ້ສະເດັດມາຍັງພວກສາວົກຊົງກ່າວວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ຫລື ເບິ່ງແມ໋, ເວລາມາໃກ້ແລ້ວ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຄົນນອກສິນທັມ 46 ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ໋, ຜູ້ທີ່ຈະມອບເຮົານັ້ນມາໃກ້ແລ້ວ” 47 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ໋, ຜູ້ນຶ່ງໃນຈຳພວກສິບສອງຄົນນັ້ນຄືຢູດາ ໄດ້ເຂົ້າມາພ້ອມດ້ວຍປະຊາຊົນຈຳນວນຫລາຍ ຖືດາບຖືໄມ້ຄ້ອນ ມາຈາກພວກປະໂຣຫິດຕົນໃຫຍ່ກັບພວກຜູ້ເຖົ້າແກ່ຂອງພົລເມືອງ 48 ຜູ້ທີ່ຈະມອບພຣະອົງນັ້ນໄດ້ນັດຫມາຍສຳຄັນໃຫ້ແກ່ເຂົາວ່າ, “ເຮົາຈະຈູບຄຳນັບຜູ້ໃດກໍແມ່ນຜູ້ນັ້ນແຫລະ ຈົ່ງຈັບເອົາໄວ້” 49 ຢູດາເຂົ້າມາຫາພຣະເຢຊູທັນທີທູນວ່າ, “ສະບາຍດີ, ພຣະອາຈານ” ແລ້ວຈູບພຣະອົງຢ່າງຮັກແພງ 50 ຝ່າຍພຣະເຢຊູຊົງກ່າວແກ່ຢູດາວ່າ, “ສະຫາຍເອີຍ, ມາທີ່ນີ້ເຮັດຫຍັງ” ແລ້ວຄົນເຫລົ່ານັ້ນເຂົາມາລົງມືຈັບພຣະເຢຊູໄວ້ 51 ຂນະນັ້ນ ເບິ່ງແມ໋, ມີຜູ້ນຶ່ງທີ່ຢູ່ກັບພຣະເຢຊູ ຊັກດາບອອກຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູຂາດເບື້ອງນຶ່ງ 52 ພຣະເຢຊູຊົງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງທ່ານມ້ຽນໄວ້ບ່ອນມັນ ເພາະວ່າບັນດາຜູ້ທີ່ຖືດາບກໍຈະຖືກທຳລາຍດ້ວຍດາບ 53 ທ່ານຄຶດວ່າເຮົາຈະຂໍຄວາມຊອ່ຍເຫລືອຈາກພຣະບິດາຂອງເຮົາບໍ່ໄດ້ຫລື ແລະໃນທັນທີພຣະອົງຈະໃຊ້ເທວະດາມາຫາເຮົາກວ່າສິບສອງກອງ 54 ແຕ່ຖ້າຢ່າງນັ້ນພຣະຄັມພີທີ່ວ່າຈຳຕ້ອງເປັນຢ່າງນັ້ນ ຈະສຳເຣັດໄດ້ຢ່າງໃດ” 55 ໃນເວລານັ້ນພຣະເຢຊູໄດ້ຊົງກ່າວກັບປວງຊົນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຄ້ອນອອກມາຈັບເຮົາເຫມືອນຈັບໂຈນຫລື ເຮົາໄດ້ນັ່ງສັ່ງສອນໃນບໍຣິເວນພຣະວິຫານທຸກໆ ວັນແຕ່ພວກທ່ານບໍ່ໄດ້ຈັບເຮົາ 56 ແຕ່ເຫດການທັງປວງນີ້ໄດ້ບັງເກີດຂຶ້ນເພື່ອຈະສຳເຣັດຕາມທີ່ຜູ້ປະກາດພຣະທັມໄດ້ຂຽນໄວ້” ເມື່ອນັ້ນພວກສາວົກທັງຫມົດໄດ້ປະພຣະອົງພາກັນຫນີໄປ 57 ພວກທີ່ຈັບພຣະເຢຊູໄດ້ພາພຣະອົງໄປຫາມະຫາປະໂຣຫິດຊື່ກາຢະຟາສ ບ່ອນທີ່ພວກນັກທັມແລະພວກເຖົ້າແກ່ໄດ້ມາປະຊຸມກັນນັ້ນ 58 ຝ່າຍເປໂຕໄດ້ຕາມພຣະອົງໄປໃນລະຍະຫ່າງໄກ ຈົນມາເຖິງເດີ່ນບ້ານຂອງມະຫາປະໂຣຫິດ ແລ້ວເຂົ້າໄປນັ່ງຢູ່ກາງເດີ່ນບ້ານກັບພວກຍາມ ເພື່ອຊອມເບິ່ງວ່າທີ່ສຸດຂອງເຣື່ອງນັ້ນຈະເປັນຢ່າງໃດ 59 ພວກປະໂຣຫິດຕົນໃຫຍ່ກັບບັນດາສະມາຊິກສານ ຈຶ່ງຫາພຍານຕົວະມາເບີກຕໍ່ສູ້ພຣະເຢຊູ ເພື່ອຂ້າພຣະອົງເສັຽ 60 ເຖິງແມ່ນວ່າມີພຍານຕົວະຫລາຍປາກມາໃຫ້ການກໍດີ ແຕ່ກໍຫາຫລັກຖານບໍ່ໄດ້ ໃນທີ່ສຸດສອງຄົນໄດ້ມາໃຫ້ການ 61 ວ່າ, “ຜູ້ນີ້ແຫລະ, ໄດ້ກ່າວວ່າ “ເຮົາສາມາດຈະມ້າງພຣະວິຫານຂອງພຣະເຈົ້າ ແລະຈະສ້າງຂຶ້ນໃຫມ່ພາຍໃນສາມວັນ” 62 ມະຫາປະໂຣຫິດໄດ້ຢືນຂຶ້ນຖາມພຣະອົງວ່າ, “ເຈົ້າບໍ່ຕອບຫຍັງຫລື ຄຳພຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ” 63 ແຕ່ພຣະເຢຊູຊົງມິດຢູ່ ແລ້ວມະຫາປະໂຣຫິດຈຶ່ງກ່າວວ່າ, “ເຮົາໃຫ້ເຈົ້າສາບານໂດຍອ້າງພຣະເຈົ້າຜູ້ຊົງພຣະຊົນຢູ່ ໃຫ້ເຈົ້າບອກເຮົາວ່າເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຫລືບໍ່” 64 ພຣະເຢຊູຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ ແລະຫລາຍກວ່ານັ້ນອີກ, ເຮົາບອກພວກທ່ານວ່າ ໃນເວລາຕໍ່ໄປພວກທ່ານຈະເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະກຳລັງສະເດັດມາເທິງເມກໃນທ້ອງຟ້າ” 65 ເມື່ອນັ້ນມະຫາປະໂຣຫິດໄດ້ຈິກເສື້ອຜ້າຂອງຕົນແລ້ວກ່າວວ່າ, “ມັນໄດ້ເວົ້າຫມິ່ນປມາດພຣະເຈົ້າແລ້ວ ພວກເຮົາຍັງຈະຕ້ອງການພຍານອັນໃດອີກ ນີ້ແຫລະ, ທ່ານໄດ້ຍິນຄຳປມາດນັ້ນແລ້ວ 66 ພວກທ່ານຄຶດເຫັນຢ່າງໃດ” ເຂົາຕອບວ່າ, “ຄວນຖືກໂທດປະຫານຊີວິດ” 67 ແລ້ວເຂົາໄດ້ຖົ່ມນ້ຳລາຍໃສ່ພຣະພັກທັງທຸບຕີພຣະອົງ ແລະລາງຄົນໄດ້ເອົາມືຕົບພຣະອົງ 68 ແລ້ວເວົ້າວ່າ, “ເຈົ້າ ພຣະຄຣິດ, ແມ່ນໃຜຕິມຶງ ທວາຍໃຫ້ພວກເຮົາຟັງແມ໋” 69 ຝ່າຍເປໂຕນັ່ງຢູ່ນອກກາງເດີ່ນບ້ານ ມີຍິງໃຊ້ຄົນນຶ່ງມາຫາກ່າວວ່າ, “ໂຕເຄີຍຢູ່ກັບໄທຄາລີເລ ຄືເຢຊູນັ້ນເຫມືອນກັນ” 70 ແຕ່ເປໂຕຕອບປະຕິເສດຕໍ່ຫນ້າຄົນທັງປວງວ່າ, “ທີ່ເຈົ້າເວົ້ານັ້ນ, ຂ້ອຍບໍ່ຮູ້ເຣື່ອງ” 71 ເມື່ອເປໂຕອອກໄປທີ່ປະຕູບ້ານມີຍິງໃຊ້ອີກຄົນນຶ່ງແລເຫັນ ຈຶ່ງກ່າວແກ່ຄົນທັງຫລາຍທີ່ຢູ່ຫັ້ນວ່າ, “ຄົນນີ້ແຫລະ, ເຄີຍຢູ່ກັບເຢຊູໄທນາຊາເຣັດ” 72 ເປໂຕໄດ້ປະຕິເສດທັງສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນນັ້ນ” 73 ພາຍຫລັງນັ້ນຫນ້ອຍນຶ່ງຄົນທັງຫລາຍທີ່ຢືນຢູ່ຫັ້ນໄດ້ມາເວົ້າກັບເປໂຕວ່າ, “ໂຕເປັນພັກພວກກັບເຂົາເຫລົ່ານັ້ນແທ້ ດ້ວຍວ່າສຳນຽງຂອງໂຕກໍສໍ້ໃຫ້ຮູ້ໂຕເອງ” 74 ເມື່ອນັ້ນເປໂຕກໍຕັ້ງຕົ້ນປ້ອຍດ່າ ທັງສະບົດສາບານວ່າ, “ຄົນນັ້ນກູບໍ່ຮູ້ຈັກ” ໃນທັນໃດນັ້ນໄກ່ກໍຂັນ 75 ແລ້ວເປໂຕຈຶ່ງລະນຶກເຖິງຄຳທີ່ພຣະເຢຊູຊົງກ່າວໄວ້ວ່າ, “ກ່ອນໄກ່ຂັນທ່ານຈະປະຕິເສດເຮົາເຖິງສາມເທື່ອ” ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ເປັນທຸກຫນັກໃຈ 271 ເມື່ອຮຸ່ງເຊົ້າພວກປະໂຣຫິດຕົນໃຫຍ່ທັງຫມົດແລະພວກເຖົ້າແກ່ຂອງພົລເມືອງ ໄດ້ປຶກສາກັນຕໍ່ສູ້ພຣະເຢຊູເພື່ອຈະປະຫານຊີວິດພຣະອົງເສັຽ2 ເຂົາໄດ້ມັດພຣະອົງພາໄປມອບໃຫ້ປີລາດຜູ້ປົກຄອງ 3 ຝ່າຍຢູດາຜູ້ທໍຣະຍົດຕໍ່ພຣະອົງນັ້ນ ເມື່ອເຫັນວ່າພຣະອົງຕ້ອງຖືກໂທດກໍກິນແຫນງຈຶ່ງນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ 4 ໂດຍເວົ້າວ່າ, “ຂ້າພະເຈົ້າຜິດແລ້ວ ເພາະໄດ້ມອບຜູ້ທີ່ບໍ່ມີຜິດໃຫ້ເຖິງຄວາມຕາຍ” ຄົນເຫລົ່ານັ້ນຕອບວ່າ, “ການນັ້ນແມ່ນທຸຣະອັນໃດກັບພວກເຮົາ ໃຫ້ເປັນທຸຣະຂອງເຈົ້າເອງ” 5 ຢູດາຈຶ່ງຖິ້ມເງິນນັ້ນໄວ້ໃນພຣະວິຫານແລະຈາກໄປແລ້ວອອກໄປຜູກຄໍຕາຍເສັຽ 6 ພວກປະໂຣຫິດຕົນໃຫຍ່ໄດ້ເກັບເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ ເພາະເປັນຄ່າຕັດຊີວິດ” 7 ເຂົາໄດ້ປຶກສາຕົກລົງກັນແລ້ວຈຶ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້ ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ 8 ເພາະສັນນັ້ນເຂົາຈຶ່ງເອີ້ນທີ່ດິນນັ້ນວ່າ ດິນເລືອດຈົນເຖິງທຸກວັນນີ້ 9 ເມື່ອນັ້ນກໍສຳເຣັດຕາມພຣະທັມທີ່ຊົງບອກໄວ້ດ້ວຍເຢເຣມີຢາຜູ້ປະກາດພຣະທັມ ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນຣາຄາຜູ້ທີ່ເຂົາຄາດຣາຄາໄວ້ ຄືຜູ້ທີ່ເຜົ່າພັນຂອງອິສຣາເອນບາງຄົນໄດ້ຕີຣາຄານັ້ນ 10 ແລ້ວເຂົາໄດ້ເອົາເງິນນັ້ນໃຫ້ເປັນຄ່າສຳລັບນາຂອງຊ່າງປັ້ນຫມໍ້ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພະເຈົ້າໄວ້” 11 ເມື່ອພຣະເຢຊູຊົງຢືນຢູ່ຕໍ່ຫນ້າຜູ້ປົກຄອງ ຜູ້ປົກຄອງຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື”. ພຣະເຢຊູຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ” 12 ເມື່ອພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ໄດ້ກ່າວໂທດໃສ່ພຣະອົງ ພຣະອົງກໍບໍ່ໄດ້ຊົງຕອບປະການໃດ 13 ປີລາດຈຶ່ງກ່າວແກ່ພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຫລື ເຂົາເບີກພຍານຕໍ່ສູ້ເຈົ້າຫລາຍປະການເທົ່າໃດ” 14 ແຕ່ພຣະເຢຊູບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກຄອງປລາດໃຈຫລາຍ 15 ໃນຄາວເທສການນັ້ນຜູ້ປົກຄອງເຄິຍປ່ອຍນັກໂທດຄົນນື່ງ ໃຫ້ແກ່ປະຊາຊົນຕາມທີ່ເຂົາຮ້ອງຂໍ 16 ຄາວນັ້ນມີນັກໂທດຄົນນຶ່ງຜູ້ທີ່ເຂົາຮູ້ຈັກທົ່ວໄປ ຊື່ເຢຊູບາຣັບບັສ 17 ເມື່ອປະຊາຊົນມາປະຊຸມກັນແລ້ວປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍເຢຊູບາຣັບບັສ ຫລືເຢຊູທີ່ເອີ້ນວ່າພຣະຄຣິດ” 18 ເພາະປີລາດຮູ້ຢູ່ວ່າເຂົາໄດ້ມອບພຣະອົງໄວ້ດ້ວຍຄວາມອິດສາ 19 ຂນະທີ່ປີລາດນັ່ງຢູ່ບ່ອນພີພາກສານັ້ນ ພັຣຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວພັນກັບເຣື່ອງຄົນທີ່ບໍ່ມີຄວາມຜິດນັ້ນ ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມທຸກໃຈຫລາຍຍ້ອນຄວາມຝັນກ່ຽວກັບຜູ້ນັ້ນ” 20 ຝ່າຍປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ໄດ້ຍົວະຍົງປະຊາຊົນ ໃຫ້ຂໍປ່ອຍບາຣັບບັສ ແລະໃຫ້ຂ້າພຣະເຢຊູເສັຽ 21 ຜູ້ປົກຄອງຈຶ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ” ເຂົາຕອບວ່າ, “ບາຣັບບັສ” 22 ແລ້ວປີລາດຈຶ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງໃດແກ່ເຢຊູຜູ້ເອີ້ນວ່າພຣະຄຣິດ” ເຂົາພາກັນຕອບວ່າ, “ໃຫ້ຄຶງເສັຽທີ່ໄມ້ກາງແຂນ” 23 ຜູ້ປົກຄອງຈຶ່ງເວົ້າວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ” ເຂົາແຮ່ງພາກັນຮ້ອງຂຶ້ນວ່າ, “ໃຫ້ຄຶງເສັຽທີ່ໄມ້ກາງແຂນ” 24 ເມື່ອປີລາດເຫັນວ່າບໍ່ໄດ້ຜົນ ມີແຕ່ການວຸ້ນວາຍກຳລັງເກິດຂຶ້ນ ຈຶ່ງໄດ້ເອົານ້ຳມາລ້າງມືຕໍ່ຫນ້າປະຊາຊົນ ໂດຍກ່າວວ່າ, “ເຮົາບໍ່ມີຜິດດ້ວຍເຣື່ອງຄວາມຕາຍຂອງຜູ້ນີ້ ໃຫ້ເປັນທຸຣະຂອງພວກເຈົ້າເອງ” 25 ແລະປະຊາຊົນພາກັນຕອບວ່າ, “ໃຫ້ໂທດເຣື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາກັບທັງລູກຫລານຂອງເຮົາ” 26 ປີລາດຈຶ່ງປ່ອຍບາຣັບບັສໃຫ້ເຂົາ ແລະເມື່ອໃຫ້ຂ້ຽນພຣະເຢຊູແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ 27 ເມື່ອນັ້ນ ພວກທະຫານຂອງຜູ້ປົກຄອງໄດ້ພາພຣະເຢຊູເຂົ້າໄປໃນປະໄຣໂຕຣຽນ ແລ້ວໄດ້ຮວບຮວມທະຫານທັງກອງມາອ້ອມພຣະອົງໄວ້ 28 ເຂົາໄດ້ເລິກເຄື່ອງທົງຂອງພຣະອົງອອກ ແລ້ວເອົາເສື້ອສີແດງມານຸ່ງໃຫ້ 29 ເຂົາໄດ້ເອົາເຄືອຫນາມຖັກເປັນໂຄ້ງແທນພວງມາລັຍສຸບໃສ່ພຣະສຽນຂອງພຣະອົງ ແລ້ວເອົາໄມ້ອໍ້ໃຫ້ພຣະອົງຖືໄວ້ໃນພຣະຫັດເບື້ອງຂວາ ແລະຄຸເຂົ່າລົງຕໍ່ພຣະພັກພຣະອົງ ກ່າວຄຳເຍາະເຍີ້ຍຫົວລໍ້ພຣະອົງວ່າ, “ກະສັດຂອງຊາດຢິວເຮິຍ, ຈົ່ງຊົງພຣະຈະເຣິນເທີນ” 30 ເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະໄດ້ເອົາໄມ້ອໍ້ນັ້ນຕິພຣະສຽນພຣະອົງ 31 ເມື່ອເຍາະເຍີ້ຍພຣະອົງແລ້ວເຂົາໄດ້ຖອດເສື້ອນັ້ນອອກ ແລ້ວເອົາເຄື່ອງທົງຂອງພຣະອົງມານຸ່ງໃຫ້ ຈຶ່ງພາພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ 32 ເມື່ອກຳລັງອອກໄປນັ້ນເຂົາໄດ້ພົບໄທກິຣິເນຄົນນຶ່ງຊື່ ຊິໂມນ ຈຶ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ 33 ເມື່ອມາເຖິງບ່ອນນຶ່ງເອີ້ນວ່າໂຄລະໂຄທາ (ທີ່ແປວ່າ ບ່ອນກະໂຫລກຫົວ) 34 ເຂົາໄດ້ເອົາເຫລົ້າແວງປະສົມກັບນ້ຳບີມາໃຫ້ພຣະອົງສເວິຍ ແຕ່ເມື່ອຊົງຊີມແລ້ວ ພຣະອົງບໍ່ຊົງຍອມສເວິຍ 35 ເມື່ອໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ ເຂົາກໍເອົາເຄື່ອງທົງຂອງພຣະອົງມາຈົກສລາກແບ່ງປັນກັນ 36 ແລ້ວກໍພາກັນນັ່ງເຝົ້າພຣະອົງຢູ່ທີ່ນັ້ນ 37 ເຂົາໄດ້ເອົາຂໍ້ຄວາມກ່າວໂທດຕິດໄວ້ເຫນືອພຣະສຽນຂອງພຣະອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄື ເຢຊູກະສັດຂອງຊາດຢິວ” 38 ເວລານັ້ນເຂົາໄດ້ເອົາໂຈນສອງຄົນຄຶງໄວ້ກັບພຣະອົງ ເບື້ອງຂວາຄົນນຶ່ງເບື້ອງຊ້າຍຄົນນຶ່ງ 39 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ ກໍຫມິ່ນປມາດພຣະອົງແລະສັ່ນຫົວ 40 ໂດຍກ່າວວ່າ, “ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃຫມ່ໃນສາມວັນເຮິຍ, ຈົ່ງຊ່ອຍຕົວເອງໃຫ້ພົ້ນ ຖ້າເຈົ້າເປັນບຸດຂອງພຣະເຈົ້າ ແລະຈົ່ງລົງມາຈາກໄມ້ກາງແຂນແມ໋” 41 ໃນທຳນອງດຽວກັນນັ້ນພວກປະໂຣຫິດຕົນໃຫຍ່ ກັບພວກນັກທັມແລະພວກເຖົ້າແກ່ກໍໄດ້ເຍາະເຍີ້ຍພຣະອົງວ່າ, 42 “ເຂົາຊ່ອຍຄົນອື່ນໃຫ້ພົ້ນໄດ້ ແຕ່ຊ່ອຍຕົນເອງບໍ່ໄດ້ ເຂົາເປັນກະສັດອີສຣາເອນ ໃຫ້ເຂົາລົງມາຈາກໄມ້ກາງແຂນດຽວນີ້ເທາະ ແລ້ວພວກເຮົາຈະໄດ້ເຊື່ອຖືເຂົາ 43 “ທ່ານໄດ້ວາງໃຈໃນພຣະເຈົ້າ ຖ້າພຣະເຈົ້າຊົງພໍ ພຣະທັຍໃນທ່ານ ກໍໃຫ້ພຣະເຈົ້າຊົງໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້” ເພາະເຂົາໄດ້ເວົ້າວ່າ “ເຮົາເປັນບຸດຂອງພຣະເຈົ້າ” 44 ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ 45 ແລ້ວໄດ້ເກິດການມືດມົວທົ່ວແຜ່ນດິນຕັ້ງແຕ່ຫົກໂມງຈົນເຖິງເກົ້າໂມງ 46 ຄັນປະມານເກົ້າໂມງພຣະເຢຊູຊົງຮ້ອງສຽງດັງວ່າ, “ເອລີ ໆ ແລມາ ຊາບັກທານີ” (ແປວ່າ, “ພຣະເຈົ້າຂອງຂ້າພຣະອົງ, ພຣະເຈົ້າຂອງຂ້າພຣະອົງເອີຍ, ເຫດສັນໃດຈຶ່ງຊົງປະຖິ້ມຂ້າພຣະອົງເສັຽ”) 47 ບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາເອລີຢາ” 48 ໃນທັນໃດນັ້ນມີຜູ້ນຶ່ງໃນພວກເຂົາແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ ແລ້ວສຽບໃສ່ປາຍໄມ້ອໍ້ຍື່ນໃຫ້ພຣະອົງສເວິຍ 49 ແຕ່ຄົນອື່ນເວົ້າວ່າ, “ຟ້າວເທື່ອ, ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ອຍເຂົາໃຫ້ພົ້ນຫລືບໍ່” 50 ສ່ວນພຣະເຢຊູກໍຊົງຮ້ອງສຽງດັງຂຶ້ນອີກ ແລ້ວຊົງປ່ອຍຈິດວິນຍານໄປ 51 ແລະເບິ່ງແມ໋, ຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເປັນສອງຕ່ອນ ຕັ້ງແຕ່ເທິງລົງເຖິງລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ສິລາກໍແຕກອອກຈາກກັນ 52 ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ລ່ວງຫລັບໄປແລ້ວກໍເປັນຄືນມາ. 53 ເຂົາທັງຫລາຍຈຶ່ງພາກັນອອກຈາກອຸບໂມງ ແລະເມື່ອພຣະເຢຊູຊົງເປັນຄືນມາແລ້ວວກໍໄດ້ເຂົາໄປໃນນະຄອນສັກສິດ ປາກົດຕົວໃຫ້ຫລາຍຄົນເຫັນ 54 ສ່ວນນາຍຮ້ອຍແລະທະຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນດິນຫວັ່ນໄຫວແລະເຫດການທັງປວງທີ່ເກິດຂຶ້ນນັ້ນ ກໍພາກັນຢ້ານຫລາຍຈຶ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ” 55 ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຜູ້ຍິງທີ່ໄດ້ຕິດຕາມແລະບົວຣະບັດພຣະເຢຊູຕັ້ງແຕ່ແຂວງຄາລີເລມາ 56 ໃນພວກນັ້ນມີມາຣິອາໄທມັກດາລາ, ມາຣິອາມານດາຂອງຢາໂກໂບແລະໂຢເຊບ ກັບມານດາຂອງບຸດຊາຍຂອງເຊເບດີ 57 ເມື່ອຄ່ຳມາແລ້ວມີເສດຖີຄົນນຶ່ງຊື່ໂຢເຊບ ເປັນໄທບ້ານອາຣິມາທາຍ ຊຶ່ງໄດ້ເຂົ້າເປັນສິດຂອງພຣະເຢຊູເຫມືອນກັນ 58 ທ່ານຜູ້ນີ້ໄດ້ໄປຫາປິລາດຂໍເອົາພຣະສົບພຣະເຢຊູ ປີລາດຈຶ່ງສັ່ງໃຫ້ມອບພຣະສົບນັ້ນແກ່ທ່ານ 59 ໂຢເຊບກໍອັນເຊີນເອົາພຣະສົບ ແລ້ວເອົາຜ້າປ່ານສະອາດຫຸ້ມຫໍ່ໄວ້ 60 ແລະອັນເຊີນພຣະສົບໄປບັນຈຸວາງໄວ້ໃນອຸບໂມງໃຫມ່ຂອງຕົນ ຊຶ່ງທ່ານໄດ້ສະກັດໄວ້ໃນຫີນ ແລ້ວກຶ່ງຫີນໃຫຍ່ກ້ອນນຶ່ງອັດປາກອຸບໂມງໄວ້ຈຶ່ງຫນີໄປ 61 ຝ່າຍມາຣິອາໄທມັກດາລາກັບມາຣິອາຄົນນຶ່ງນັ້ນ ກໍນັ່ງຢູ່ຕໍ່ຫນ້າອຸບໂມງ 62 ວັນຫນ້າມາ ຄືວັນຖັດຈາກວັນຈັດແຈງ ພວກປະໂຣຫິດຕົນໃຫຍ່ກັບພວກຟາຣີຊາຍໄດ້ພາກັນໄປຫາປີລາດ 63 ຮຽນວ່າ, “ທ່ານທີ່ນັບຖື, ພວກອາຕະມາຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີວິດຢູ່ ເຂົາໄດ້ເວົ້າວ່າ, “ພາຍຫລັງສາມວັນແລ້ວເຮົາຈະເປັນຄືນມາ” 64 ດ້ວຍເຫດນັ້ນຂໍທ່ານບັນຊາສັ່ງໃຫ້ເຝົ້າອຸບໂມງໄວ້ຢ່າງແຂງແຮງຈົນເຖິງວັນຖ້ວນສາມ ຢ້ານວ່າພວກສາວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົລເມືອງວ່າ “ທ່ານເປັນຄືນມາຈາກຕາຍແລ້ວ” ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ” 65 ປີລາດໄດ້ບອກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງໄປເຝົ້າ ໃຫ້ແຂງແຮງຕາມຄວາມເຫັນຂອງພວກທ່ານ” 66 ແລະເຂົາກໍໄດ້ພາກັນໄປເຮັດໃຫ້ອຸບໂມງນັ້ນຫມັ້ນຄົງ ໂດຍປະທັບຕາໃສ່ຫີນໄວ້ແລະຕັ້ງທະຫານຍາມໃຫ້ເຝົ້າຢູ່ 281 ພາຍຫລັງວັນສະບາໂຕນັ້ນເວລາໃກ້ຮຸ່ງເຊົ້າວັນຕົ້ນສັປດາ ມາຣິອາໄທມັກດາລາ ກັບມາຣິອາອີກຄົນນຶ່ງນັ້ນໄດ້ພາກັນໄປເບິ່ງອຸບໂມງ2 ເບິ່ງແມ໋, ເກິດແຜ່ນດິນຫວັ່ນໄຫວຢ່າງຫນັກ ເພາະເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າລົງມາຈາກສວັນ ໄດ້ກຶ່ງກ້ອນຫີນອອກຈາກອຸບໂມງແລ້ວກໍນັ່ງເທິງຫີນນັ້ນ 3 ລັກສະນະຂອງເທວະດາຕົນນັ້ນເຫມືອນແສງຟ້າແມບ ເຄື່ອງນຸ່ງກໍຂາວເຫມືອນຫີມະ 4 ພວກຄົນຍາມທີ່ເຝົ້າຢູ່ກໍຢ້ານເທວະດານັ້ນ ແລະກາຍເປັນເຫມືອນຄົນຕາຍ 5 ຝ່າຍເທວະດາຕົນນັ້ນໄດ້ກ່າວແກ່ພວກຜູ້ຍິງວ່າ, “ພວກເຈົ້າຢ່າຊູ່ຢ້ານ ເຮົາກໍຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະເຢຊູ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ 6 ພຣະອົງບໍ່ປະທັບຢູ່ທີ່ນີ້ ເພາະຖືກຊົງບັນດານໃຫ້ເປັນຄືນມາ ຕາມທີ່ພຣະອົງໄດ້ຊົງກ່າວແລ້ວ ຈົ່ງມາເບິ່ງບ່ອນທີ່ພຣະອົງໄດ້ບັນທົມຢູ່ນັ້ນ 7 ແລ້ວຈົ່ງຮິບໄປບອກພວກສາວົກຂອງພຣະອົງວ່າ “ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະເບິ່ງແມ໋, ພຣະອົງສະເດັດໄປຍັງແຂວງຄາລິເລກ່ອນທ່ານທັງຫລາຍ ພວກທ່ານຈະໄດ້ເຫັນພຣະອົງຢູ່ທີ່ນັ້ນ” ນີ້ແຫລະ, ເຮົາໄດ້ບອກພວກເຈົ້າແລ້ວ” 8 ຍິງເຫລົ່ານັ້ນກໍຮິບອອກໄປຈາກອຸບໂມງທັງຢ້ານທັງຍິນດີຫລາຍ ແລ່ນໄປບອກພວກສາວົກຂອງພຣະອົງ 9 ແລະເບິ່ງແມ໋, ພຣະເຢຊູໄດ້ສະເດັດມາພົບເຂົາແລະຊົງກ່າວວ່າ, “ຈົ່ງຈະເຣິນເທີນ” ຍິງເຫລົ່ານັ້ນກໍເຂົ້າມາພຣະບາດນະມັສການພຣະອົງ 10 ພຣະເຢຊູຊົງກ່າວວ່າ, “ຢ່າຊູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາ ໃຫ້ໄປຍັງແຂວງຄາລີເລ ເຂົາຈະໄດ້ເຫັນເຮົາທີ່ນັ້ນ” 11 ເມື່ອຍິງເຫລົ່ານັ້ນກຳລັງໄປ ມີຜູ້ເຝົ້າຍາມລາງຄົນໄດ້ເຂົ້າໄປໃນເມືອງ ເລົ່າເຫດການທັງປວງທີ່ເກິດຂຶ້ນນັ້ນໃຫ້ພວກປະໂຣຫິດຕົນໃຫຍ່ຟັງ 12 ເມື່ອພວກປະໂຣຫິດຕົນໃຫຍ່ໄດ້ປະຊຸມປຶກສາກັນກັບພວກເຖົ້າແກ່ແລ້ວ ກໍເອົາເງິນຈໍາ ນວນຫລາຍແຈກໃຫ້ພວກທະຫານ 13 ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ “ພວກສາວົກຂອງເຂົາໄດ້ມາໃນເວລາກາງຄືນ ລັກເອົາສົບໄປເວລາຫມູ່ເຮົານອນຫລັບຢູ່” 14 ຖ້າຄວາມນີ້ຊາບເຖິງຜູ້ປົກຄອງ ພວກເຮົາຈະຊັກຊວນເອົາໃຈທ່ານ ຈຶ່ງໃຫ້ພວກເຈົ້າພົ້ນຄວາມທຸກຮ້ອນໃຈ” 15 ເຂົາໄດ້ຮັບເງິນແລ້ວກໍພາກັນເຮັດຕາມຄຳແນະນຳນັ້ນ ຄວາມນີ້ໄດ້ຊ່າລືໄປໃນບັນດາພວກຢິວຈົນເຖິງທຸກວັນນີ້ 16 ແຕ່ພວກສາວົກສິບເອັດຄົນນັ້ນໄດ້ໄປຍັງແຂວງຄາລີເລ ເຖິງພູທີ່ພຣະເຢຊູໄດ້ຊົງກຳນົດໄວ້ກັບເຂົາ 17 ເມື່ອເຂົາເຫັນພຣະອົງແລ້ວຈຶ່ງຂາບໄຫວ້ນະມັສການ ແຕ່ລາງຄົນຍັງສົງສັຍຢູ່ 18 ພຣະເຢຊູຈຶ່ງສະເດັດມາໃກ້ແລ້ວຊົງກ່າວກັບເຂົາວ່າ, “ອຳນາດທັງຫມົດໃນສວັນແລະທີ່ແຜ່ນດິນໂລກກໍດີ ຊົງມອບໃຫ້ແກ່ເຮົາແລ້ວ 19 ເຫດສັນນັ້ນພວກທ່ານຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຣັບບັບຕິສະມາໃນພຣະນາມແຫ່ງພຣະບິດາ ພຣະບຸດ ແລະພຣະວິນຍານບໍຣິສຸດ 20 ສັ່ງສອນເຂົາໃຫ້ຖືຮັກສາສາຣະພັດຊຶ່ງເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ, ເຮົາຢູ່ກັບທ່ານທັງຫລາຍທຸກໆ ວັນຈົນຫມົດກັບ” |