Romans
you will need the DokChampa font - click here


ໂຣມ


1

1 ໂປ​ໂລ ຜູ້​ຣັບ​ໃຊ້​ຂອງ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ ຜູ້​ທີ່​ພຣະ​ອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັ​ຄ​ສາ​ວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ

2 ຄື​ຂ່າວ​ປະ​ເສີດ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ລ່ວງ​ຫນ້າ ໂດຍ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ​ໃນ​ພຣະ​ຄັມ​ພີ​ອັນ​ສັກ​ສິດ

3 ຂ່າວ​ປະ​ເສີດ​ນັ້ນ​ກ່ຽວ​ກັບ​ພຣະ​ຣາ​ຊ​ບຸດ​ຂອງ​ພຣະ​ອົງ​ຄື​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ຊົງ​ບັງ​ເກີດ​ໃນ​ເຊື້ອ​ວົງ​ຂອງ​ດາ​ວິດ​ຝ່າຍ​ເນື້ອກາຍ

4 ແຕ່​ຝ່າຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ບໍ​ຣິ​ສຸດ​ນັ້ນ ຊົງ​ບົ່ງ​ໄວ້​ດ້ວຍ​ຣິດ​ທາ​ນຸພາບ ຄື​ໂດຍ​ການ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

5 ໂດຍ​ທາງ​ພຣະ​ອົງ​ນີ້​ແຫ​ລະ, ເຮົາ​ໄດ້​ຮັບ​ພຣະ​ຄຸນ​ແລະ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ​ເພື່ອ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ໃຫ້​ໄປ​ປະ​ກາດ​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອ​ຟັງ

6 ຮ່ວມ​ທັງ​ພວກ​ເຈົ້າ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຫມືອນ​ກັນ

7 ເຖິງ ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ກຸງ​ໂຣມ ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ຮັກ​ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງພຣະ​ອົງ ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຈົ່ງມີ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

8 ກ່ອນ​ອື່ນ​ເຮົາ​ຂໍ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ໂດຍທາງ​ພຣະ​ເຢ​ຊູ​ຄຣິດ​ເພາະ​ພວກ​ເຈົ້າ ດ້ວຍ​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ກຳ​ລັງ​ຊ່າ​ລື​ໄປ​ທົ່ວ​ໂລກ

9 ເພາະ​ພຣະ​ເຈົ້າ​ຜູ້​ທີ່​ເຮົາ​ຮັບ​ໃຊ້​ດ້ວຍຊີວິດ​ຈິດ​ໃຈ ໃນ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ຊົງ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ອ້ອນວອນ​ນັ້ນ​ເຮົາ​ກໍ​ລະ​ນຶກ​ເຖິງ​ພວກ​ເຈົ້າ​ຢູ່​ສເມີ​ບໍ່​ຂາດ

10 ເຮົາ​ທູນ​ຂໍ​ວ່າ​ຖ້າ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ແລ້ວ ໃຫ້​ເຮົາ​ໄດ້​ມີ​ໂອກາດ​ທີ່​ສຸດ​ນີ້​ໄປ​ຢາມ​ພວກ​ເຈົ້າ​ໄດ້​ດ້ວຍ​ວິ​ທີນຶ່ງວິ​ທີ​ໃດ

11 ດ້ວຍ​ວ່າ​ເຮົາ​ປາ​ຖ​ນາ​ຢາກ​ເຫັນ​ເຈົ້າ​ທັງ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ຂອງ​ປະ​ທານ​ຝ່າຍ​ຈິດ​ວິນ​ຍານ​ບາງ​ຢ່າງ​ມາ​ໃຫ້​ພວກ​ເຈົ້າ ເພື່ອ​ເສີມ​ກຳ​ລັງ​ໃຈ​ຂອງ​ພວກ​ເຂົາ

12 ຄື​ວ່າ​ດ້ວຍ​ຄວາມ​ເຊື່ອ​ຂອງ​ເຮົາ​ທັງ​ສອງ​ຝ່າຍ​ນັ້ນ​ຈະ​ໄດ້​ຫນຸນ​ໃຈ​ກັນ​ແລະ​ກັນ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງ​ໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາ​ງ​ຢ່າງ​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເຫມືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ຖ້າມ​ກາງ​ຊາດ​ຕ່າງ​ປະ​ເທດ​ແລ້ວ ແຕ່​ຈົນ​ເຖິງ​ບັດ​ນີ້​ກໍ​ຍັງ​ມີ​ເຫດ​ຂັດ​ຂວາງ​ຢູ່

14 ເຮົາ​ເປັນ​ຫນີ້​ພວກ​ທີ່​ສີ​ວິ​ໄລ​ແລະ​ພວກ​ຕ່ຳ​ຊ້າ ເປັນ​ຫນີ້​ທັງ​ພວກ​ນັກ​ປາດ​ແລະ​ພວກ​ຄົນ​ໂງ່​ດ້ວຍ

15 ເພາະ​ເຫດນັ້ນ, ເຮົາ​ຮີບ​ຮ້ອນ​ທີ່​ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ເຈົ້າທັງ​ຫລາຍ​ທີ່​ຢູ່​ໃນ​ກຸງໂຣມ​ເຫມືອນ​ກັນ

16 ເພາະ​ວ່າ​ເຮົາ​ບໍ່​ມີ​ຄວາມ​ລະ​ອາຍ​ໃນ​ຂ່າວ​ປະ​ເສີດ ດ້ວຍ​ວ່າ​ຂ່າວ​ປະ​ເສີດ​ນັ້ນ​ເປັນ​ຣິດ​ເດດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມພົ້ນ ພວກ​ຢິວ​ກ່ອນ​ແລະ​ພວກ​ຕ່າງ​ຊາດ​ດ້ວຍ

17 ເພາະ​ໃນ​ຂ່າວ​ປະ​ເສີດ​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ໃຫ້​ມີ​ຄວາມ​ຊອບ​ທັມ​ດ້ວຍ​ອາ​ໄສ​ຄວາມເຊື່ອ​ແຕ່​ສິ່ງດຽວ ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ດ້ວຍ​ຄວາມ​ເຊື່ອ ຜູ້​ນັ້ນ​ແຫລະ, ຈະ​ໄດ້​ຊີ​ວິດ”

18 ດ້ວຍ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ປາ​ກົດ​ມາ​ຈາກ​ສວັນ ຕໍ່​ສູ້​ບັນ​ດາ​ຄວາມຫມິ່ນ​ປມາດ​ພຣະ​ອົງ​ແລະ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ຂອງ​ມະ​ນຸດ ຄື​ມະ​ນຸດ​ພວກ​ນັ້ນ​ທີ່​ເອົາ​ຊົ່ວ​ຮ້າຍ​ມາ​ຂັດ​ຂວາງ​ຄວາມ​ຈິງ

19 ເຫດ​ວ່າ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ​ກໍ​ໄດ້​ປາ​ກົດ​ແຈ້ງ​ຄັກ​ໃນ​ໃຈ​ເຂົາ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ສະ​ແດງ​ໃຫ້​ເຂົາ​ຮູ້​ແລ້ວ

20 ຕັ້ງ​ແຕ່​ແຣກ​ສ້າງ​ໂລກ​ມາ​ສະ​ພາບ​ທີ່​ບໍ່​ປາ​ກົດ​ຂອງ​ພຣະ​ເຈົ້າ ຄື​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ​ແລະ​ຄວາມ​ເປັນ​ພຣະ​ຂອງ​ພຣະ​ອົງ ກໍ​ໄດ້​ປາ​ກົດ​ແຈ້ງ​ໃນ​ສັ​ພ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສ້າງ ສັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້

21 ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ຮຼ້​ຈັກ​ພຣະ​ເຈົ້າ​ແລ້ວ ເຂົາ​ກໍ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ​ໃຫ້​ສົມ​ກັບ​ການ​ຊົງ​ເປັນ​ພຣະ​ເຈົ້າ ທັງບໍ່​ໄດ້​ໂມ​ທະ​ນາ​ພຣະ​ຄຸນ ແຕ່​ວ່າ​ຄວາມ​ຄຶດ​ຂອງ​ເຂົາ​ກາຍ​ເປັນ​ສິ່ງ​ທີ່​ເສັຽ​ປ​ໂຍດ ແລະ​ໃຈ​ຂອງ​ເຂົາ​ກໍ​ມືດ​ມົວ​ໄປ

22 ເຂົາ​ອ້າງ​ຕົວ​ວ່າເປັນຄົນ​ສ​ລາດ ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ໂງ່ໄປ

23 ເຂົາ​ໄດ້​ຮັບ​ມະ​ນຸດ​ຜູ້​ຕາຍ​ເປັນ​ກັບ​ຮູບ​ນົກຮູບ​ສັດ​ສີ່​ຕີນ ແລະ​ສັດ​ເລືອ​ຄານ​ມາ​ປ່ຽນ​ແທນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຕາຍ​ບໍ່​ເປັນ

24 ເພາະ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ເຮັດ​ການ​ຊົ່ວ​ຊ້າ ຕາມ​ຣາ​ຄະ​ຕັນ​ຫາ​ໃນ​ໃຈ​ຂອງ​ເຂົາ ເຂົາ​ຈຶ່ງ​ເຮັດ​ສິ່ງ​ຫນ້າ​ອັບ​ອາຍ​ທາງ​ຮ່າງ​ກາຍ​ຕໍ່​ກັນ

25 ເຂົາ​ໄດ້​ເອົາ​ຄວາມ​ຈິງ​ເຣື່ອງ​ພຣະ​ເຈົ້າ​ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ ແລະ​ໄດ້​ນະ​ມັ​ສ​ການ​ທັງ​ບົວ​ຣະ​ບັດ​ສິ່ງ​ທີ່​ຊົງ​ສ້າງ​ໄວ້​ນັນ​ແທນ​ພຣະ​ອົງ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ​ຄວາມ​ສັຣ​ເສີນ​ເປັນ​ນິດ ອາ​ແມນ

26 ເພາະ​ເຫດ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ມີ​ຣາ​ຄະ​ຕັນ​ຫາ​ອັນ​ຫນ້າ​ອັບ​ອາຍ ພວກ​ຜູ້​ຍິງ​ຂອງ​ເຂົາ​ກໍ​ປ່ຽນ​ການ​ສັມ​ພັນ​ຕາມ​ທຳ​ມະ​ຊາດ​ໃຫ້​ຜິດ​ທຳມະ​ຊາດໄປ

27 ຝ່າຍ​ຜູ້​ຊາຍ​ກໍ​ເຫມືອນ​ກັນ ໄດ້​ເລີກ​ການ​ສັມ​ພັນ​ກັບ​ຜູ້​ຍິງ​ຕາມ​ທຳ​ມະ​ຊາດ ແລະ​ຮີບ​ຮ້ອນ​ດ້ວຍໄຟ​ແຫ່ງ​ຣາ​ຄະ​ຕັນ​ຫາ​ທີ່​ມີ​ຕໍ່​ກັນ ຜູ້​ຊາຍ​ກັບ​ຜູ້​ຊາຍ​ພາ​ກັນ​ເຣັດ​ການ​ຊົ່ວ​ຫນ້າ​ອັບ​ອາຍຕໍ່​ກັນ ເຂົາ​ຈຶ່ງ​ໄດ້​ຮັບ​ຜົນ​ກັມ​ອັນ​ສົມ​ຄວນ​ກັບ​ຄວາມ​ຜິດ​ຂອງ​ເຂົາ​ໃນ​ຕົວ​ເຂົາ​ເອງ

28 ເຂົາ​ບໍ່​ເຫັນ​ດີ​ທີ່​ຈະ​ຮັບ​ຮູ້​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ຊົງ​ປ່ອຍ​ໃຫ້​ເຂົາ​ມີ​ໃຈ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສົມ​ຄວນ

29 ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ການ​ອະ​ທັມ​ທຸກ​ຢ່າງ ການ​ຊົ່ວ​ຮ້າຍ ຄວາມ​ໂລບ ຄວາມ​ປອງ​ຮ້າຍ ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ ການ​ຂ້າ​ຟັນ ການ​ວິ​ວາດ ການ​ລໍ້​ລວງ ການ​ຜູກ​ພ​ຍາ​ບາດ ການ​ສັບ​ສໍ່

30 ການ​ເວົ້າ​ນິນ​ທາ ການ​ກຽດ​ຊັງ​ພຣະ​ເຈົ້າ ຂີ້​ອົ່ງ​ຫມິ່ນ​ປມາດ ຈອງ​ຫອງ ອວດ​ຕົວ ປະ​ດິດ​ຄຶດ​ແຕ່ງ​ການ​ຊົ່ວ​ຂຶ້ນ ບໍ່​ຟັງ​ຄວາມ​ພໍ່​ແມ່

31 ໃຈ​ບໍ່​ສັງ​ເກດ​ການ​ດີ​ແລະ​ຊົ່ວ ບໍ່​ຖື​ຄຳ​ຫມັ້ນ​ສັນ​ຍາ ຂາດ​ຄວາມ​ຮັກ​ທຳ​ມະ​ດາ ບໍ່​ມີ​ຄວາມ​ເມດ​ຕາ​ເອັນ​ດູ

32 ເຖິງ​ແມ່ນ​ວ່າ​ເຂົາ​ຮູ້​ຈັກ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄັກ ທີ່​ກ່າວ​ວ່າ​ຄົນ​ທັງ​ປວງ​ທີ່​ເຮັດ​ຢ່າງ​ນັ້ນ​ກໍ​ສົມ​ຄວນ​ຈະ​ຕາຍ ເຖິງ​ປານ​ນັ້ນ​ເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນ​ພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ດ້ວຍ



2

1 ເຫດ​ສັນ​ນັ້ນ​ມະ​ນຸດ​ເອີຍ, ບໍ່​ວ່າ​ເຈົ້າ​ຈະ​ແມ່ນ​ໃຜ ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່ນ ເຈົ້າ​ບໍ່​ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້ ເພາະ​ໃນ​ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່​ນນັ້ນ ເຈົ້າ​ກໍ​ກ່າ​ວ​ໂທດ​ໃສ່​ຕົນ​ເອງ ເພາະ​ວ່າ​ເຈົ້າ​ທີ່​ກ່າວ​ໂທດ​ໃສ່​ເຂົາ​ກໍ​ຍັງ​ເຮັດ​ຢູ່​ຢ່າງ​ດຽວ​ກັນ​ກັບ​ເຂົາ

2 ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຄົນ​ທັງ​ຫລາຍ​ທີ່​ເຮັດ​ການ​ຢ່າງ​ນັ້ນ ກໍ​ຖືກ​ຕ້ອງ​ຢູ່​ແລ້ວ

3 ແຕ່​ມະ​ນຸດ​ເອີຍ, ເຈົ້າ​ຜູ້​ກ່າວໂທດ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ ແຕ່​ເຈົ້າ​ເອງ​ຍັງ​ເຮັດ​ຢ່າງດຽວ​ກັນ​ກັບ​ເຂົາ ເຈົ້າ​ຄຶດ​ຫລື​ວ່າ​ຈະ​ພົ້ນ​ຈາກ​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຂອງ​ພຣະ​ເຈົ້າ​ໄດ້

4 ຫລື​ວ່າ​ເຈົ້າ​ປມາດ​ພຣະ​ກະ​ຣຸ​ນາ​ຄຸນ​ອັນ​ສົມ​ບູ​ນ ແລະ​ຄວາມ​ອົດ​ກັ້ນ​ພຣະ​ທັຍ​ກັບ​ຄວາມ​ອົດ​ທົນ​ຂອງ​ພຣະ​ອົງ ເຈົ້າ​ບໍ່​ຮູ້​ຫລື​ວ່າ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ເຈົ້າ​ນັ້ນ ຊົງ​ປະ​ສົງ​ຈະ​ນຳ​ເຈົ້າ​ໃຫ້​ກັບ​ໃຈ​ເສັຽ​ໃຫມ່

5 ແຕ່​ໃຈ​ຂອງ​ເຈົ້າ​ແຂງ​ກະ​ດ້າງ​ແລະ​ບໍ່​ຍອມ​ກັບ​ຕົວ ເຈົ້າ​ຈຶ່ງ​ກຳ​ລັງ​ສ້າງ​ສົມ​ພຣະ​ພິ​ໂຣດ​ໄວ້​ໃຫ້​ຕົວ​ເອງ​ໃນ​ວັນ​ຂອງ​ຄວາມ​ຮ້າຍ​ຂາດ​ນັ້ນ ຄື​ວັນ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຢ່າງ​ຍຸດ​ຕິ​ທັມ​ໃຫ້​ປາ​ກົດ​ແຈ້ງ​ນັ້ນ

6 ເພາະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຕອບ​ແທນ​ຕາມ​ການ​ເຮັດ​ຂອງ​ເຂົາ​ທຸກ​ຄົນ

7 ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພ​ຍາ​ຍາມ​ເຮັດ​ການ​ດີ ສ​ແວງ​ຫາ​ສະ​ງ່າ​ຣາ​ສີ ຍົດ​ສັກ ແລະ​ຄວາມ​ບໍ່​ຮູ້​ຕາຍ​ນັ້ນ ພຣະ​ອົງ​ຈະ​ຊົງ​ປະ​ທານ​ຊີ​ວິດ​ອັນ​ຕລອດໄປ​ເປັນ​ນິດ​ໃຫ້​ແກ່​ເຂົາ

8 ແຕ່​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ພຣະ​ພິ​ໂຣດ​ອັນ​ເຜັດ​ຮ້ອນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຄຶດ​ໃຫຍ່​ໄຝ່​ສູງ ແລະ​ແກ່​ຜູ້​ທີ່​ເຊື່ອ​ຟັງ​ຄວາມຈິງ​ແຕ່ຍອມ​ເຮັດ​ຕາມ​ຄວາມ​ຊົ່ວ

9 ຄວາ​ມ​ທຸກ​ຂະ​ເວ​ທະ​ນາ​ຈະ​ເກີດ​ມີ​ແກ່​ມະ​ນຸດ​ທຸກ​ຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ເກ​ດີ​ແກ່​ຊາດ​ຢິວ​ກ່ອນ ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ

10 ແຕ່​ສະ​ງ່າ​ຣາ​ສີ​ແລະ​ຍັດ​ສັກ​ກັບ​ຄວາມ​ສຸກ​ສຳ​ຣານ​ຈະ​ເກີດ​ມີ​ແກ່​ທຸກ​ຄົນ​ທີ່​ເຮັດ​ການ​ດີ ຄື​ແກ່​ຊາດ​ຢິວ​ກ່ອນ​ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ

11 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຜູ້​ໃດ​ເລີຍ

12 ຄົນທັງ​ຫລາຍ​ທີ່ບໍ່​ມີ​ພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ຈະ​ຕ້ອງ​ຈິບ​ຫາຍ​ໄປ​ໂດຍບໍ່​ອ້າງ​ພຣະ​ບັນ​ຍັດ ແຕ່​ຄົນ​ທັງ​ຫລາຍ​ທີ່​ມີພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ກໍ​ຈະ​ຕ້ອງ​ຖືກ​ໂທດ​ຕາມ​ພຣະ​ບັນ​ຍັດ​ນັ້ນ

13 ດ້ວຍ​ວ່າ​ບໍ່​ແມ່ນ​ພວກ​ຄົນ​ທີ່​ຟັງ​ພຣະ​ບັນ​ຍັດ​ຈະ​ເປັນ​ຜູ້​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແຕ່​ແມ່ນ​ຜູ້​ທີ່​ໄດ້​ຂັ​ບ​ຕາມ​ພຣະ​ບັນ​ຍັດ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ຊອ​ບທັມ

14 ເມື່ອ​ພວກ​ຕ່າງ​ຊາດ​ຜູ້​ບໍ່​ມີ​ພຣະ​ບັນ​ຍັດ​ຫາກ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ໄປ ໂດຍ​ນິ​ສັຍ​ປົກ​ກະ​ຕິ ຄົນ​ເຫລົ່າ​ນັ້ນ ເຖິງ​ແມ່ນ​ເຂົາ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ກໍ​ຍັງ​ເປັນ​ພຣະ​ບັນ​ຍັດ​ໃນ​ຕົວ​ເຂົາ​ເອງ

15 ເຂົາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ ກໍ​ຈາ​ຣຶກ​ໄວ້​ໃນ​ໃຈ​ຂອງ​ເຂົາ​ແລ້ວ ແລະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ກໍ​ເປັນ​ພຍານ​ເຫມືອນ​ກັນ ແມ່ນ​ຄວາມ​ຄຶດ​ຂອງ​ເຂົາ​ນັ້ນ​ແຫລະ, ທີ່​ກ່າວ​ໂທດ​ຕົວ​ເຂົາ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ເຂົາ

16 ໃນ​ວັນ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ພຣະ​ເຢ​ຊູ​ຄ​ຣີດ ພິ​ພາກ​ສາ​ຄວາມ​ເລິກ​ລັບ​ຂອງ​ມະ​ນຸດ​ທັງ​ຫລາຍ ຕາມ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ

17 ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຊາດ​ຢິວ ຈຶ່ງ​ເພິ່ງ​ພາ​ອາ​ໄສ​ພຣະ​ບັນ​ຍັດ, ແລະ​ອວດ​ວ່າ​ມີ​ພຣະ​ເຈົ້າ

18 ແລະ​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະ​ເສີດ​ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ພຣະ​ບັນ​ຍັດ

19 ແລະ​ຖ້າ​ເຈົ້າ​ຖື​ຫມັ້ນ​ວ່າ​ຕົວ​ເປັນ​ຜູ້​ນຳ​ຄົນ​ຕາ​ບອດ ເປັນ​ແສງ​ສວ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ຄວາມ​ມືດ

20 ເປັນ​ຜູ້​ອົບ​ຮົມ​ຄົນ​ໂງ່ ເປັນ​ຄ​ຣູ​ສອນ​ເດັກ​ນ້ອຍ ເປັນ​ຜູ້​ມີ​ແບບ​ແຜນ​ອັນ​ສົມ​ບູນ​ຂອງ​ຄວາມ​ຮູ້​ແລະ​ຄວາມ​ຈິງ​ໃນ​ພຣະ​ບັນ​ຍັດ,

21 ສັນ​ນັ້ນ​ເຈົ້າ​ຊຶ່ງ​ເປັນ​ຜູ້​ສອນ​ຄົນ​ອື່ນ​ຈະ​ບໍ່​ສອນ​ຕົວ​ເອງ​ຫລື ເຈົ້າ​ຜູ້​ທີ່​ປະ​ກາດ​ວ່າ, “ຢ່າ​ລັກຊັບ” ເຈົ້າ​ເອງ​ລັກ​ຢູ່​ຫລື​ບໍ່

22 ເຈົ້າ​ຜູ້​ທີ່​ໄດ້​ບອກວ່າ, “ຢ່າ​ຫລິ້ນ​ຊູ້” ເຈົ້າ​ເອງ​ຍັງ​ຫລິ້ນ​ຢູ່​ຫລື​ບໍ່ ເຈົ້າ​ຜູ້​ກຽດ​ຊັງ​ພຣະ​ທຽມ ຕົວ​ຍັງ​ຍັງ​ລັກ​ປົ້ນ​ວິ​ຫານ​ຫລື​ບໍ່

23 ເຈົ້າ​ຜູ້ອວດ​ອ້າງ​ໃນ​ພຣະ​ບັນ​ຍັດ ຕົວ​ເຈົ້າ​ຍັງ​ຫລູ່ກຽດ​ແກ່​ພຣະ​ເຈົ້າ​ໂດຍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ຫລື​ບໍ່

24 ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຖືກ​ຫມິ່ນ​ປມາດ​ໃນ​ຖ້າມ​ກາງ​ຄົນ​ຕ່າງ​ຊາດ ກໍ​ເພາະ​ເຈົ້າ​ທັງ​ຫລາຍ”

25 ຖ້າ​ເຈົ້າ​ເຮັດ​ຕາມ​ພຣະ​ບັນ​ຍັດ ພິ​ທີ​ຕັດ​ນັ້ນ​ເປັນ​ປ​ໂຍດ​ແທ້ ແຕ່​ຖ້າ​ເຈົ້າ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ ການ​ທີ່​ເຈົ້າ​ຮັບ​ພິ​ທີ​ຕັດ​ກໍ​ເຫມືອນ​ບໍ່​ໄດ້​ຮັບ

26 ສັນ​ນັ້ນ​ຖ້າ​ໄດ້​ຊົງ​ຖື​ເຫມືອນ​ກັບ​ວ່າ ຜູ້​ນັ້ນ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ​ບໍ່​ແມ່ນ​ຫລື

27 ເຖິງ​ແມ່ນ​ວ່າ​ເຈົ້າ​ທັງ​ຫລາຍ​ມີ​ພຣະ​ບັນ​ຍັດ​ທີ່​ຈາ​ຣຶກ​ໄວ້ ແລະ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະ​ເມີດ​ຕໍ່​ພຣະ​ບັນ​ຍັດ​ນັ້ນ ຝ່າຍ​ຄົນ​ທຳ​ມະ​ດາ​ສາ​ມັນ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ເຂົາ​ກໍ​ຍັງ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ຢູ່ ເຂົາ​ພວກ​ນັ້ນ​ແຫລະ, ຈະ​ກ່າວ​ໂທດ​ໃສ່​ເຈົ້າ

28 ເພາະ​ວ່າ​ຄົນ​ຢິວ​ແທ້​ບໍ່​ແມ່ນ​ຄົນ​ທີ່​ເປັນ​ຢິວ​ແຕ່​ພາຍນອກ​ເທົ່າ​ນັ້ນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ກໍ​ບໍ່​ແມ່ນ​ອັນ​ທີ່​ປາ​ກົດ​ໃນ​ເນື້ອ​ກາຍ​ເທົ່າ​ນັ້ນ

29 ແຕ່​ວ່າ​ຄົນ​ທີ່​ເປັນ​ຊາດ​ຢິວ​ແທ້ ຄື​ຄົນ​ທີ່​ເປັນ​ຊາດ​ຢິວ​ພາຍ​ໃນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດ​ໃຈ​ຊຶ່ງ​ເປັນ​ໄປ​ຕາມ​ພຣະ​ວິນຍານ ບໍ່​ແມ່ນ​ເປັນ​ໄປ​ຕາມ​ບົດ​ບັນ​ຍັດ ຄົນຢ່າງ​ນັ້ນ​ພຣະ​ເຈົ້າ​ຊົງ​ສັຣ​ເສີນ ບໍ່​ແມ່ນ​ມະ​ນຸດ​ສັຣ​ເສີນ



3

1 ຖ້າ​ຢ່າງ​ນັ້ນ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນ​ອື່ນ​ຢ່າງ​ໃດ ຫລື​ການ​ຮັບ​ພິ​ທີ​ຕັດ​ຈະ​ມີປໂຍດ​ອັນ​ໃດ

2 ກໍ​ມີ​ປ​ໂຍດ​ຫລາຍ​ໃນ​ທຸກ​ສິ່ງ ເປັນ​ຕົ້ນ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ມອບ​ພຣະ​ທັມ​ໂອ​ວາດ​ໃຫ້​ພວກ​ຢິວ​ຮັກ​ສາ

3 ເຖິງ​ແມ່ນ​ມີ​ບາງ​ຄົນ​ບໍ່​ສັດ​ຊື່ ຄວາມ​ບໍ່​ສັດ​ຊື່​ຂອງ​ເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດ​ຊື່​ຂອງ​ພຣະ​ເຈົ້າ​ເສັຽ​ປ​ໂຍດ​ຫລື

4 ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ເປັນ​ຄົນ​ຕົວະ​ກໍ​ຕາມ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ສັດ​ຊື່​ທ່ຽງ​ທັມ ຕາມ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ເພື່ອ​ພຣະ​ອົງ​ຈະ​ໄດ້​ປາ​ກົດ​ວ່າ​ຊົງ​ເປັນ​ຜູ້​ທ່ຽງ​ທັມ ໃນ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ​ພຣະ​ອົງ ແລະ​ຊົງ​ມີ​ໄຊ​ເມື່ອ​ເຂົາ​ກ່າວ​ໂທດ​ໃສ່​ພຣະ​ອົງ”

5 ແຕ່​ຖ້າ​ວ່າ​ຄວາມ​ອະ​ທັມ​ຂອງ​ພວກ​ເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ​ແລ້ວ ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ໂດຍ​ບໍ່​ຍຸດ​ຕິ​ທັມ​ຢ່າງ​ນັ້ນ​ຫລື (ເຮົາ​ເວົ້າ​ຢ່າງ​ມະ​ນຸດ)

6 ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ຖ້າ​ແມ່ນ​ຢ່າງ​ນັ້​ນ​ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ໄດ້​ຢ່າງ​ໃດ

7 ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ລ່າຍ​ຂອງ​ເຮົາ​ເປັນ​ເຫ​ດ​ໃຫ້​ຄວາ​ມ​ທ່ຽງ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ປາ​ກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດ​ຕິ​ຍົດ​ແກ່​ພຣະ​ອົງ ເປັນ​ຫຍັງ​ເຮົາ​ຈຶ່ງ​ຍັງ​ຖືກ​ຊົງ​ລົງ​ໂທດ​ເຫມືອນ​ເປັນ​ຄົນ​ຜິດ​ບາບ

8 ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງບໍ່​ເຮັດ​ຊົ່ວ​ເພື່ອ​ຄວາມ​ດີ​ຈະ​ເກີດ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ນັ້ນ ຕາມ​ທີ່​ບາງ​ຄົນ​ເລົ່າ​ລື​ແລະ​ນິນ​ທາ​ຫາ​ວ່າ​ເຮົາ​ໄດ້​ກ່າວ​ຢ່າງ​ນັ້ນ​ແລ້ວ ການ​ລົງ​ໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດ​ຕິ​ທັມ​ແລ້ວ

9 ຖ້າດັ່ງ​ນັ້ນ​ແລ້ວ​ຈະ​ເປັນ​ຢ່າງ​ໃດ ເຮົາ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຫລື​ບໍ່ ບໍ່​ແມ່ນ​ຢ່າງນັ້ນ​ດອກ ດ້ວຍ​ວ່າ​ເຮົາ​ໄດ້​ຟ້ອງ​ແລ້ວ​ວ່າ ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດກໍ​ຢູ່​ໃຕ້​ອຳ​ນາດ​ຂອງ​ຄວາມ​ຜິດ​ບາບ​ທຸກ​ຄົນ

10 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ບໍ່​ມີ​ຄົນ​ຊອບ​ທັມ​ຈັກ​ຄົນ​ນຶ່ງ​ຄົນ​ດຽວ

11 ບໍ່​ມີ​ຄົນ​ທີ່​ເຂົ້າ​ໃຈ ບໍ່​ມີ​ຄົນ​ທີ່​ສ​ແວງ​ຫາ​ພຣະ​ເຈົ້າ

12 ທຸກ​ຄົນ​ໄດ້​ຫລົງ​ເວັ້ນ​ໄປ ເຂົາ​ພາ​ກັນ​ເປັນ​ຄົນ​ຊົ່ວ​ໄປ​ຫມົດ ຜູ້​ເຮັດ​ການ​ດີ​ບໍ່​ມີຈັກ​ຄົນ​ດຽວ

13 ລຳ​ຄໍ​ຂອງ​ເຂົາ​ຄື​ຂຸມ​ຝັງ​ຊາກ​ສົ​ບ​ທີ່​ໄຂ​ຢູ່ ເຂົາ​ໃຊ້​ລີ້ນ​ຂອງ​ເຂົາ​ໃນ​ການ​ລໍ້​ລວງ ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ເຂົາ

14 ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ປ້ອຍ​ດ່າ​ແລະ​ຄຳ​ຂົມ​ຂື່ນ

15 ຕີນ​ຂອງ​ເຂົາ​ວ່ອງ​ໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ

16 ເຂົາ​ຍ່ອມ​ຖິ້ມ​ຄວາມ​ເສັຽ​ຫາຍ​ແລະ​ຄວາມ​ທຸກ​ໄວ້​ໃນ​ທາງ​ທີ່​ເຂົາ​ເດີນ​ໄປ

17 ແລະ​ເຂົາບໍ່​ໄດ້​ຮູ້​ຈັກ​ຫົນ​ທາງ​ແຫ່ງ​ຄວາມ​ສ​ງົບ​ສຸກ

18 ເຂົາ​ບໍ່​ເຄີຍ​ຄຶດ​ທີ່​ຈະຢຳ​ເກງ​ພຣະ​ເຈົ້າ”

19 ແຕ່​ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ພຣະ​ບັນ​ຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ເພື່ອ​ອັດ​ປາກ​ທຸກ​ຄົນ ແລະ​ເພື່ອ​ໃຫ້​ມະ​ນຸດ​ທຸກ​ຄົນ​ໃນ​ໂລກ​ຢູ່ໃຕ້​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ

20 ເພາະ​ວ່າ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຜູ້​ຊອບ​ທັມ​ດ້ວຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ພຣະ​ບັນ​ຍັດ​ໄດ້​ເຮັດ​ໃຫ້​ສັງ​ເກດ​ຮູ້​ຈັກ​ຄວາມ​ບາບ

21 ແຕ່​ບັດ​ນີ້​ຄວາມ​ຊອບ​ທັມ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ໄດ້​ປາ​ກົດ​ນອກ​ຈາກ​ພຣະ​ບັນ​ຍັດ (ມີ​ພຣະ​ບັນ​ຍັດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ເປັນ​ພຍານ​ຢູ່)

22 ຄື​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ຊົງ​ປະ​ທານ​ແກ່​ຜູ້​ທີ່​ເຊື່ອ​ທຸກ​ຄົນ ດ້ວຍ​ອາ​ໄສ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ຄົນ​ທັງ​ຫລາຍ​ສເມີ​ກັນ​ທຸກ​ຄົນ

23 ດ້ວຍ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ຜິດ​ບາບ ແລະ​ຂາດ​ຈາກ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ

24 ແຕ່​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເຂົາ​ເປັນ​ຄົນຊອບ​ທັມ ດ້ວຍ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ອົງ​ທີ່​ບໍ່​ຄິດ​ຄ່າ ຄື​ດ້ວຍ​ການ​ຊົງ​ໄຖ່​ໄວ້​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ

25 ທີ່​ພຣະ​ເຈົ້າໄດ້​ຊົງ​ໃຫ້​ປາ​ກົດ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບ​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ໂລ​ຫິດ​ຂອງ​ພ​ຣ​ອົງ ອັນ​ນີ້​ກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ໃນ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້ ແລະ​ບໍ່​ໄດ້​ຊົງ​ລົງ​ໂທ​ດມະ​ນຸດ​ທີ່​ເຮັດ​ຜິດ​ບາບ​ໄປ​ແລ້ວ​ນັ້ນ

26 ແລະ​ເພື່ອ​ຊົງ​ສະ​ແດງ​ໃນ​ປັດ​ຈຸ​ບັນ​ວ່າ​ພຣະ​ອົງ​ຊົງ​ເປັນ​ຜູ້​ຍຸດ​ຕິ​ທັມ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ເປັນ​ຜູ້​ຊອບ​ທັມ​ດ້ວຍ

27 ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ ກໍ​ຫມົດ​ຫົນ​ທາງ ຈະ​​ອ້າງ​ຫລັກ​ອັນ​ໃດ​ວ່າ​ຫມົດ​ຫົນ​ທາງ ຈະ​ອ້າງ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ບໍ່​ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມ​ເຊື່ອ

28 ດ້ວຍ​ວ່າ​ພ​ວກ​ເຮົາ​ເຫັນ​ວ່າ​ຄົນ​ນຶ່ງ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ຊອບ​ທັມ​ໄດ້ ກໍ​ໂດຍ​ອາ​ໄສ​ຄວາມ​ເຊື່ອນອກ​ຈາ​ກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ

29 ຫລື​ວ່າ​ພຣະ​ເຈົ້າ​ນັ້ນ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຊາດ​ຢິວ​ຊາດ​ດຽວ​ເທົ່າ​ນັ້ນ​ຫລື ພຣະ​ອົງ​ບໍ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ​ຫລື ແມ່ນ​ແລ້ວ​ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ

30 ເຫດ​ວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ແຕ່ອົງ​ດຽວ ແລະ​ພຣະ​ອົງ​ຊົງ​ໂຜດ​ຖື​ວ່າ​ຄົນ​ທີ່​ບໍ່​ຮັບ​ພິ​ທີ​ນັ້ນ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ຄວາມ​ເຊື່ອ​ເຫມືອນ​ກັນ

31 ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ລຶບ​ລ້າງ​ພຣະ​ບັນ​ຍັດ​ດ້ວຍ​ຄວາມ​ເຊື່ອ​ຫລື ບໍ່​ແມ່ນ​ຢ່າງນັ້ນ​ດອກ ແຕ່​ພວກ​ເຮົາ​ຍັງ​ເປັນ​ຜູ້​ສ​ນັບ​ສ​ນຸນ​ພຣະ​ບັນ​ຍັດ​ອີກ



4

1 ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດເຖິງ​ເຣື່ອງ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຕາມ​ສາຍ​ເລືອດ

2 ຖ້າ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ອັບ​ຣາ​ຮາມ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ການ​ປະ​ຕິ​ບັດ ທ່ານ​ກໍ​ມີ​ທາງ​ທີ່​ຈະ​ອວດ​ໄດ້ ແຕ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ທ່ານ​ບໍ່​ມີ​ທາງ​ຢ່າງ​ນັ້ນ

3 ພຣະ​ຄັມ​ພີ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ກໍ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

4 ຝ່າຍ​ຄົນ​ທີ່​ເຮັດ​ການ​ກໍ​ບໍ່​ຖື​ວ່າ​ຄ່າ​ຈ້າງ​ທີ່ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳ​ເຫນັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງ​ງານ​ທີ່​ຕົນ​ເຮັດ

5 ສ່ວນ​ຄົນ​ທີ່​ບໍ່​ອາ​ໄສ​ການ​ປະ​ຕິ​ບັດ ແຕ່​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໂຜດ​ຄົນ​ຜິດ​ໃຫ້​ເປັນ​ຄົນ​ຊອບ​ທັມ ຄວາມ​ເຊື່ອ​ຂອງ​ຄົນ​ນັ້ນ​ກໍ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ

6 ດັ່ງ​ດາ​ວິດ​ໄດ້​ກ່າວ​ເຖິງ​ຄວາມ​ສຸກ​ຂອງ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ໂດຍ​ບໍ່​ໄດ້​ອາ​ໄສ​ການ​ປະ​ຕິ​ບັດ,

7 ວ່າ, “ຜູ້​ຊຶ່ງ​ໄດ້​ຮັບ​ຄວາມ​ອະ​ພັຍ​ແກ່​ການ​ລ່ວງ​ລະ​ເມີດ​ຂອ​ງຕົນ ແລະ​ການ​ຜິດ​ບາບ​ຂອງ​ຕົນ​ໄດ້​ຊົງ​ໂຜດ​ປົກ​ບັງ​ໄວ້​ແລ້ວ ຜູ້​ນັ້ນ​ແຫລະ, ເປັນ​ສຸກ

8 ບຸກ​ຄົນ​ທີ່ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ”

9 ຖ້າ​ເປັນ​ດັ່ງ​ນັ້ນ, ຄວາມ​ສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິ​ທີ​ຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່​ດ້​ຮັບ​ພິ​ທີ​ຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ​ແລະ​ເພາະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ຊົງ​ຖື​ວ່າ​ທ່ານ​ເປັນ​ຄົນ​ຊອບ​ທັມ”

10 ແຕ່​ພຣະ​ເຈົ້າ​ຊົງ​ຖື​ເມື່ອ​ໃດ ເມື່ອ​ທ່ານ​ຮັບ​ພິ​ທີ​ຕັດ​ແລ້ວ​ຫລື ຫລື​ວ່າ​ເມື່ອຍັງ​ບໍ່​ທັນ​ໄດ້​ຮັບ​ເທື່ອ ບໍ່​ແມ່ນ​ເມື່ອ​ຮັບ​ແລ້ວ ແຕ່​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອ

11 ແລະ​ທ່ານ​ໄດ້​ຮັບ​ພິ​ທີ​ຕັດ​ນັ້ນເປັນ​ເຄື່ອງ​ຫມາຍ​ສຳ​ຄັນ ຄື​ເປັນ​ກາ​ປະ​ທັບ​ຂອງ​ຄວາມ​ຊອບ​ທັມ​ຊຶ່ງ​ເກີດ​ດ້ວຍ​ຄວາມ​ເຊື່ອ​ທີ່​ທ່ານ​ໄດ້​ມີ​ຢູ່ ເມື່ອ​ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອນັ້ນ ເພື່ອ​ທ່ານ​ຈະ​ໄດ້​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປ​ວງ​ທີ່​ເຊື່ອ ຊຶ່ງ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ກໍ​ຕາມ

12 ແລະ​ເພື່ອ​ທ່ານ​ຈະ​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປວງ​ທີ່​ຮັບ​ພິ​ທີ​ຕັດ ແລະບໍ່​ພຽງ​ແຕ່​ຮັບ​ພິ​ທີ​ຕັດ​ເທົ່າ​ນັ້ນ ແຕ່​ມີ​ຄວາມ​ເຊື່ອ​ຕາມ​ແບບ​ຂອງ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ຊຶ່ງ​ທ່ານ​ມີ​ຄ​ວາມ​ເຊື່ອເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບພິ​ທີ​ຕັດ​ນັ້ນ

13 ດ້ວຍ​ວ່າ​ພຣະ​ສັນ​ຍາ​ທີ່​ຊົງ​ປະ​ທານ​ແກ່​ອັບ​ຣາ​ຮາມ​ແລະ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ວ່າ​ຈະ​ໄດ້​ທັງ​ພິ​ພົບ​ໂລກ​ເປັນ​ມໍ​ຣະ​ດົກ​ນັ້ນ ກໍ​ບໍ່​ໄດ້​ມາ​ທາງ​ພຣະ​ບັນ​ຍັດ ແຕ່​ໄດ້​ມາ​ທາງ​ຄວາມ​ຊອບ​ທັມ​ທີ່​ເກີດ​ຈາກ​ຄວາມ​ເຊື່ອງ

14 ຖ້າ​ຄົນ​ທີ່​ຖື​ຕາມ​ພຣະ​ບັນ​ຍັດນັ້ນ​ຈະ​ເປັນ​ເຈົ້າ​ຂອງມໍ​ຣະ​ດົກ ແລ້ວ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ແລະພຣະ​ສັນ​ຍາ​ກໍ​ເສັຽ​ປ​ໂຍດ​ເຫມືອນ​ກັນ

15 ເພາະ​ວ່າ​ພຣະ​ບັນ​ຍັດ​ເປັນ​ເຫດ​ໃຫ້​ມີ​ການ​ຊົງ​ພຣະ​ພິ​ໂຣດ ແຕ່​ບ່ອນ​ໃດ​ບໍ່​ມີ​ພຣະ​ບັນ​ຍັດ ບ່ອນນັ້ນ​ກໍ​ບໍ່​ມີ​ການ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ

16 ເພາະ​ເຫດ​ນັ້ນ​ແຫລະ, ການ​ທີ່​ໄດ້​ຮັບ​ມໍ​ຣະ​ດົກ​ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມ​ເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະ​ຄຸນ ເພື່ອ​ພຣະ​ສັນ​ຍາ​ນັ້ນຈະ​ເປັນ​ທີ່​ໄວ້​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທຸກ​ຄົນ ບໍ່​ໃຊ່​ແກ່​ຜູ້​ທີ່​ສືບ​ເຊື້ອ​ສາຍ​ທີ່ຖື​ພຣະ​ບັນ​ຍັດ​ພວກ​ດຽວ ແຕ່​ແກ່​ບັນ​ດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວ​ກັນ​ກັບ​ອັບ​ຣາ​ຮາມ ຜູ້​ເປັນ​ບິ​ດາ​ຂອງ​ເຮົາ​ທັງ​ຫມົດ

17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ໃຫ້​ເຈົ້າ​ເປັນ​ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕັ້ງ​ໄວ້​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ​ທີ່​ທ່ານໄດ້​ເຊື່ອ​ນັ້ນ ຄື​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ມີ​ຊີ​ວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ

18 ຝ່າຍ​ອັບ​ຣາ​ຮາມ​ນັ້ນ​ເມື່ອ​ບໍ່​ມີ​ຫວັງ​ທີ່​ຫນ້າໄວ້​ວາງ​ໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້​ວາງ​ໃຈ ມີ​ຄວາມ​ຫວັງ​ວ່າ​ຈະ​ເປັນ “ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕາມ​ຄຳ​ທີ່​ຊົງ​ກ່າວໄວ້​ແລ້ວ​ວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”

19 ຄວາມ​ເຊື່ອ​ຂອງ​ທ່ານບໍ່​ໄດ້​ລົດ​ນ້ອຍ​ຖອຍ​ລົງ​ເລີຍ ເຖິ​ງ​ແມ່ນ​ວ່າ​ອາ​ຍຸ​ສັງ​ຂານ​ຂອງ​ຕົນ​ໄດ້​ປະ​ມານ​ຮ້ອຍ​ປີ​ແລ້ວ​ກໍ​ຕາມ ທ່ານ​ກໍ​ບໍ່​ໄດ້​ຄຶດ​ວ່າ​ຮ່າງ​ກາຍ​ຂອງ​ຕົນ​ປຽບ​ເຫມືອນ​ກັບ​ຕາຍ​ແລ້ວ ແລະ​ບໍ່​ໄດ້​ຄຶດ​ວ່າ​ທ້ອງ​ຂອງ​ນາງ​ຊາ​ຣາ​ເປັນ​ຫມັນ

20 ທ່ານ​ບໍ່​ໄດ້​ສົງ​ສັຍ​ໃນ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແຕ່​ຄວາມ​ເຊື່ອ​ຂອງ​ທ່ານ​ໄດ້​ເພີ້ມ​ກຳ​ລັງ​ໃຫ້​ແຂງ​ແຮງ​ຂຶ້ນ ທ່ານ​ຈຶ່ງ​ໄດ້​ຖວາຍ​ກຽດ​ຕິ​ຍົດ​ແກ່​ພຣະ​ເຈົ້າ

21 ທ່ານ​ເຊື່ອ​ຫມັ້ນ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອຳ​ນາດ ອາດ​ເຮັດ​ໃຫ້​ສຳ​ເຣັດ​ໄດ້​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ

22 ດ້ວຍ​ເຫດ​ນີ້​ແຫລະ, ຄວາມ​ເຊື່ອ​ນັ້ນ “ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

23 ແຕ່​ຄຳ​ວ່າ, “ຊົງ​ຖື​ວາ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” ນັ້ນ ກໍບໍ່ໄດ້​ຂຽນ​ໄວ້​ສຳ​ລັບ​ທ່ານ​ຜູ້​ດຽວ

24 ແຕ່​ສຳ​ລັບ​ເຮົາ​ທັງ​ຫລາຍ​ດ້ວຍ ຄື​ຈະ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ພວກ​ເຮົາ ຄື​ເຮົາ​ທີ່​ເຊື່ອ​ໃນ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ

25 ຄື​ພຣະ​ເຢ​ຊູ​ຜູ້​ຊົງ​ຖືກມອບ​ໄວ້​ໃຫ້​ເຖິງ​ສິ້ນ​ພຣະ​ຊົນ​ແລ້ວ ເພາະ​ການ​ເຮັດ​ຜິດ​ຂອງ​ເຮົາ​ທັ​ງຫລາຍ​ແລະ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ເພື່​ອໃຫ້​ເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ



5

1 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ຄວາມ​ເຊື່ອ​ແລ້ວ ພວກ​ເຮົາ​ຈຶ່ງ​ມີ​ສັນ​ຕິ​ສຸກ​ກັບ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ

2 ໂດຍ​ທາງ​ພຣະ​ອົງ​ເຮົາ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ຄວາມ​ແນະ​ນຳ​ເຂົ້າ​ໄປ​ໃນ​ຮົ່ມ​ພຣະ​ຄຸນ ທີ່​ພວກ​ເຮົາ​ຢືນ​ຢູ່​ດ້ວຍ​ຄວາມ​ເຊື່ອ ແລະ​ພວກ​ເຮົາ​ຊົມ​ຊື່ນ​ຍິນ​ດີ ໃນ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ

3 ຫລາຍກວ່າ​ນັ້ນ​ອີກ​ພວກ​ເຮົາກໍ​​ຊົມ​ຊື່ນ​ຍິນ​ດີໃນ​ຄວາມ​ຍາກ​ລຳ​ບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳ​ບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດ​ທົນ

4 ແລະ​ຄວາມ​ອົດ​ທົນ​ນັ້ນ​ເຣັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້​ວາງ​ໃຈ

5 ແລະ​ຄວາມ​ໄວ້​ວາງ​ໃຈ​ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສັຽ​ໃຈ​ເພາະ​ຜິດ​ຫວັງ ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ເປັ່ງ​ຄວາມ​ຮັກ​ຂອງ​ພຣະ​ຣ​ອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກ​ເຮົາ ດ້ວຍ​ທາງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ​ທັງ​ຫລາຍ​ແລ້ວ

6 ຂ​ນະ​ທີ່​ເຮົາ​ທັງ​ຫລາຍ​ຍັງ​ຂາດ​ກຳ​ລັງ ພຣະ​ຄຣິດ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ແທນ​ຄວາມ​ຊົ່ວ​ອະ​ທັມ​ຕາມ​ເວ​ລາອັນ​ເຫມາະ​ສົມ

7 ດ້ວຍ​ວ່າ​ບໍ່​ສູ້​ຈະ​ມີ​ໃຜ​ຍອມ​ຕາຍ​ແທນ​ຄົນ​ຊອບ​ທັມ ແຕ່​ບາງ​ທີ່​ອາດ​ຈະ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍ​ໄດ້​

8 ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແກ່​ເຮົາ​ທັງ​ຫລາຍ ຄື​ຂ​ນະ​ທີ່​ພວກ​ເຮົາ​ຍັງ​ເປັນຄົນ​ຜິດບາບ​ຢູ່​ນັ້ນ ພຣະ​ຄຣິດ​ໄດ້​ຊົງ​ຍອມ​ສິ້ນ​ພຣະ​ຊົນ​ແທນ​ເຮົາ​ທັງ​ຫລາຍ

9 ເຫດ​ສັນ​ນັ້ນ​ເມື່ອ​ພວກ​ເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບ​ທັມ​ແລ້ວ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຫລາຍກວ່າ​ນັ້ນ​ອີກ​ເຮົາ​ທັງ​ຫລາຍ​ຈະ​ພົ້ນ​ຈາກ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ອົງ

10 ດ້ວຍ​ວ່າ​ຖ້າ​ເມື່ອ​ເຮົາ​ທັງ​ຫລາຍຍັງ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ອົງ ໂດຍ​ທີ່​ພຣະ​ບຸດ​ຂອງ​ພຣະ​ອົງຊົງ​ສິ້ນ​ພຣະ​ຊົນ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ແລ້ວ​ພວກ​ເຮົາ​ກໍ​ຈະ​ໄດ້​ພົ້ນ​ດ້ວຍ​ການ​ຊົງ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ

11 ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ເຮົາ​ທັງ​ຫລາຍ​ຍັງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ເຈົ້າ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ເຈົ້າ

12 ເຫດ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ໄດ້​ເຂົ້າ​ມາ​ໃນໂລກເພາະ​ດ້ວຍ​ມະ​ນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍ​ໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດ​ບາບ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະ​ນຸດ​ທຸກ​ຄົນ ເພາະ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ບາບ​ແລ້ວ

13 ທີ່​ຈິງ, ຄວາມ​ຜິດ​ບາບ​ໄດ້​ມີ​ຢູ່​ໃນ​ໂລກ​ແລ້ວ​ກ່ອນ​ມີ​ພຣະ​ບັນ​ຍັດ ແຕ່​ວ່າ​ເມື່ອ​ບໍ່​ມີ​ພຣະ​ບັນ​ຍັດ​ກໍ​ບໍ່​ຖື​ວ່າ​ມີ​ຜິດ

14 ເຖິງ​ຢ່າງ​ໃດ​ກໍ​ດີ, ຄວາມ​ຕາຍ​ກໍ​ໄດ້​ຄອບງວຳ​ຕລອດ​ມາ ຕັ້ງ​ແຕ່​ອາ​ດາມ​ຈົນ​ເຖິງ​ໂມ​ເຊ ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ໄດ້​ເຮັດ​ຜິດ​ບາບ​ເຫມືອນ​ຢ່າງ​ການ​ລະ​ເມີດ​ຂອງ​ອາ​ດາມ ຜູ້​ຊຶ່ງ​ເປັນ​ແບບ​ຫມາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ສະ​ເດັດ​ມາ​ພາຍ​ຫລັງ​ນັ້ນ

15 ແຕ່​ວ່າ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ນັ້ນ​ບໍ່​ເຫມືອນ​ຢ່າງ​ການ​ລະ​ເມີດ ເພາະ​ຖ້າ​ຄົນ​ຈໍາ​ນວນ​ຫລາຍ​ຕ້ອງ​ຕາຍ​ເພາະ​ການ​ລະ​ເມີດ​ຂອງ​ມະ​ນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ແລະ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຜູ້​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ ກໍ​ມີ​ບໍ​ຣິ​ບູນ​ແກ່​ຄົນ​ຈຳ​ນວນ​ຫລາຍ​ດ້ວຍ

16 ແລະ​ຂອງ​ປະ​ທານ​ນັ້ນ​ກໍ​ບໍ່​ເຫມືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ຄວາມ​ຜິດ​ບາບ​ຂອງ​ຄົນ​ນັ້ນ​ຜູ້​ດຽວ ເພາະ​ວ່າ​ການ​ຊົງ​ພິ​ພາກ​ສາ​ທີ່​ເກີດ​ຂຶ້ນ​ເນື່ອງ​ຈາກ​ການ​ລະ ​ເມີ​ດພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງ​ໂທດ ແຕ່​ຂອ​ງ​ປະທານ​ນັ້ນ​ໄດ້​ມີ​ຂຶ້ນ​ພາຍ​ຫລັງ​ການ​ລະ​ເມີດ​ຫລາຍ​ເທື່ອ​ນັ້ນ​ນໍາ​ໄປ​ສູ່​ການ​ປົດ​ປ່ອຍ

17 ເພາະ​ຖ້າ​ການ​ລະ​ເມີດ​ຂອ​ງມະ​ນຸດ​ຄົນ​ດຽວ​ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ຄອບງວຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ຄົນ​ຈຳ​ນວນ​ຫລາຍ​ທີ່​ຮັບ​ ພຣະ​ຄຸນ​ອັນ​ບໍ​ຣິ​ບູນ ແລະ​ຣັບ​ຄວາມ​ຊອບ​ທັມ​ຊຶ່ງ​ເປັນ​ຂອງ​ປະ​ທານ ກໍ​ຈະ​ຄຸ້ມ​ຄອງ​ຢູ່​ໃນ​ຊີ​ວິດ​ໂດຍ​ພຣະ​ອົງ​ຜູ້​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ

18 ເຫ​ດດັ່ງ​ນີ້​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ໄດ້​ມາ​ເຖິງ​ຄົນ​ທັງ​ປວງ ເພາະ​ການ​ລະ​ເມີດ​ເທື່ອ​ດຽວ​ສັນ​ໃດ ການ​ຊົງ​ກະ​ທຳ​ອັນ​ຊອ​ບທັມເທື່ອ​ດຽວກໍ​ນຳ​ການ​ປົດ​ປ່ອຍ​ແລະ​ຊີ​ວິດ​ມາ​ເຖິງ​ຄົນ​ທັງ​ປວງ​ສັນ​ນັ້ນ

19 ດ້ວຍ​ວ່າ​ຄົນ​ຈຳ​ນວນ​ຫລາຍ​ຕົກ​ເປັນ​ຄົນ​ຜິດ​ບາບ​ເພາະ​ມະ​ນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອ​ຟັງ​ສັນ​ໃດ ຄົນ​ຈຳ​ນວນ​ຫລາຍ​ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເພາະ​ພຣະ​ອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອ​ຟັງ​ສັນ​ນັ້ນ

20 ພຣະ​ບັນ​ຍັດ​ໄດ້​ມີ​ຂຶ້ນ​ກໍ​ເພື່ອ​ຄວາມ​ຜິດ​ຈະ​ໄດ້​ປາ​ກົດ​ຫລາຍ​ຂຶ້ນ ແຕ່​ທີ່​ໃດ​ມີ​ຄວາມ​ຜິດ​ບາບ​ປາ​ກົດ​ຫລາຍ​ຂຶ້ນ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ມີ​ຫລາ​ຍລື່ນ​ຂຶ້ນ​ໃນ​ທີ່​ນັ້ນ

21 ເພື່ອ​ວ່າ​ຄວາມຜິດ​ບາບ​ໄດ້​ຄອບງວຳ​ໃຫ້​ເຖິງ​ ຄວາມ​ຕາຍ​ສັນ​ໃດ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ໄດ້​ຄອບງວຳ​ດ້ວຍ​ຄວາມ​ຊອບ​ທັມ ໃຫ້​ເຖິງ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ອົງ ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ສັນ​ນັ້ນ



6

1 ຖ້າ​ຢ່າງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຄວນ​ທີ່​ເຮົາ​ທັງ​ຫລາຍ​ຈະ​ຢູ່​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່ອ​ໃຫ້​ພຣະ​ຄຸນ​ມີ​ຫລາຍ​ຂຶ້ນ​ຫລື

2 ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກ​ເຮົາ​ຜູ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ຈະ​ດຳ​ເນີນ​ຊີ​ວິດ​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ​ໄດ້​ຢ່າງ​ໃດ

3 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ ພວກ​ເຮົາ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະ​ອົງ

4 ເຫດ​ສັນນັ້ນພວກ​ເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະ​ອົງ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ສ່ວນ​ໃນ​ການ​ສິ້ນ​ພຣະ​ຊົນ​ນັ້ນ ເພື່ອ​ວ່າ​ພຣະ​ຄຣິດ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ໂດຍ​ຣິດ​ເດດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ບິດາ​ສັນ​ໃດ ເຮົາ​ທັງຫລາຍ​ກໍ​ຈະ​ໄດ້​ດຳ​ເນີນ​ຕາມ​ຊີ​ວິດ​​ໃຫມ່​ເຫມືອນ​ກັນ​ສັນ​ນັ້ນ

5 ເພາະ​ວ່າ​ຖ້າ​ເຮົາ​ທັງ​ຫລາຍ​ເຂົ້າ​ຕິດ​ສ​ນິດ​ກັບ​ພຣະ​ອົງແລ້ວ​ໃນ​ການ​ຕາຍ​ຢ່າງ​ພຣະ​ອົງ ເຮົາ​ກໍ​ຈະ​ເຂົ້າ​ສ​ນິດ​ກັບ​ພຣະ​ອົງ​ໃນ​ການ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ຢ່າງ​ພຣະ​ອົງ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ

6 ເຮົາ​ທັງ​ຫລາຍ​ຮູ້​ສິ່ງ​ນີ້​ແລ້ວວ່າ ເພດ​ຄົນ​ເກົ່າ​ຂອງ​ພວກ​ເຮົາ​ນັ້ນ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະ​ອົງ​ແລ້ວ ເພື່ອ​ເພດ​ຄົນ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ຄວາມ​ຜິ​ດ​ບາບ​ນັ້ນ ຈະ​ໄດ້​ຖືກ​ທຳ​ລາຍ​ເສັຽ ແລະ​ພວກ​ເຮົາ​ຈຶ່ງ​ຈະ​ບໍ່​ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ອີກ​ຕໍ່​ໄປ

7 ດ້ວຍ​ວ່າ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ກໍ​ພົ້ນ​ຈາກ​ຄວາມ​ຜິດ​ບາບ

8 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຕາຍ​ແລ້ວ​ກັບ​ພຣະ​ຄຣິດ ພວກ​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ກັນ​ກັບ​ພຣະ​ອົງ

9 ເຮົາ​ທັ​ງ​ຫລາຍ​ຮູ້​ຢູ່​ວ່າ​ພຣະ​ຄຣິດ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ຈະ​ບໍ່​ມີ​ການ​ສິ້ນ​ພຣະ​ຊົນ​ອີກ ຄວາມ​ຕາຍ​ກໍ​ຈະ​ບໍ່​ມີ​ອຳ​ນາດ​ບັງ​ຄັບ​ພຣະ​ອົງ​ຕໍ່​ໄປ

10 ດ້ວ​ຍ​ວ່າ​ທີ່​ພຣະ​ອົງ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ກໍ​ສິ້ນ​ພຣະ​ຊົນ​ຕໍ່​ຄວາມ​ຜິດ​ບາບແຕ່​ເທື່ອດຽວ ແຕ່​ທີ່​ພຣະ​ອົງ​ຊົງ​ມີ​ພຣະ​ຊົນ​ຢູ່​ນັ້ນ​ພຣະ​ອົງ​ກໍ​ຊົງ​ມີ​ພຣະ​ຊົນ​ຢູ່​ເພື່ອ​ພຣະ​ເຈົ້າ

11 ເຫມືອນ​ກັນ​ນັ້ນ​ແຫລະ, ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ວ່າ​ພວກ​ເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ແລະ​ມີ​ຊີ​ວິດ​ເພື່ອ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ

12 ເຫດ​ສັນ​ນັ້ນ, ຕໍ່​ໄປ​ຢ່າ​ໃຫ້​ຄວາມ​ຜິດ​ບາບ​ປົກ​ຄອງ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ເຈົ້າ​ທັງ​ຫລາຍ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອ​ຟັງ​ຕັນ​ຫາ​ຂອງ​ກາຍ​ນັ້ນ

13 ຢ່າ​ມອບອະ​ວັຍ​ວະ​ຂອງ​ພວກ​ເຈົ້າ​ໃຫ້​ແກ່​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່​ອ​ໃຫ້​ເປັນ​ເຄື່ອງ​ໃຊ້​ໃນ​ການ​ອະ​ທັມ ແຕ່​ຈົ່ງ​ມອບ​ຕົວ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້າ​ເປັນ​ການ​ສິ້ນ​ສຸດ ເຫມືອນ​ກັບ​ບຸກ​ຄົນ​ທີ່​ເປັນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້າ​ເປັນ​ການ​ສິ້ນ​ສຸດ ເພື່ອ​ເປັນ​ເຄື່ອງ​ໃຊ້​ໃນ​ການ​ຊອບ​ທັມ​ຕໍ່​ໄປ

14 ດ້ວຍ​ວ່າ​ຕໍ່​ໄປ​ຄວາມ​ຜິດ​ບາບ​ຈະ​ບໍ່​ບັງ​ຄັບ​ພວກ​ເຈົ້າ​ອີກ ເພາະ​ວ່າ​ເຈົ້າ​ທັງ​ຫລາຍບໍ່​ໄດ້​ຢູ່​ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ

15 ຖ້າ​ດັ່ງ​ນັ້ນ​ແລ້ວ, ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ ພວກ​ເຈົາ​ຈະ​ພາ​ກັນ​ເຮັດ​ຜິດ​ບາບ ເພາະ​ບໍ່​ຢູ່ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ​ຢ່າງ​ນັ້ນ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ

16 ເຈົ້າ​ທັ​ງຫລາຍ​ບໍ່​ຮູ້​ຫລື​ວ່າ ຖ້າ​ພວກ​ເຈົ້າ​ເຄີຍມອບ​ຕົວ​ເຈົ້າ​ຮັບ​ໃຊ້​ເຊື່ອ​ຟັງ​ຜູ້​ໃດເຈົ້າ​ກໍ​ເປັນ​ຂ້ອຍຂອງ ຜູ້​ທີ່​ເຈົ້າ​ເຊື່ອ​ຟັງ​ນັ້ນ ຄື​ເປັນ​ຂ້ອຍ​ຂອງ​ຄວາມ​ຜິດ​ບາບ​ທີ່ນໍາ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ຂ້ອຍ​ຂ້າ​ຂອງ​ການ​ເຊື່ອ​ຟັງ​ຈົນ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ກໍ​ດີ

17 ແຕ່​ວ່າ​ຈົ່ງ​ໂມທະ​ນາ​ພຣະ​ຄຸນ​ຕໍ່​ພຣະ​ເຈົ້າ ເພາະ​ເມື່ອ​ກ່ອນ​ນັ້ນ​ເຈົ້າ​ທັ​ງ​ຫລາຍ​ເຄີຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ ແຕ່​ບັດ​ນີ້​ພວກ​ເຈົ້າ​ມີ​ໃຈ​ເຊື່ອ​ຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄຸ້ມ​ຄ​ອງ​ພວກ​ເຈົ້າ

18 ເມື່ອ​ພວກ​ເຈົາ​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ຜິດ​ບາບ​ແລ້ວ ພວກ​ເຈົ້າ​ໄດ້​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ

19 (ເຮົາ​ຍົກ​ເອົາ​ຕົວ​ຢ່າງ​ມະ​ນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ບົກ​ພ່ອງ​ຢ່າງ​ມະ​ນຸດ​ທຳ​ມະ​ດາ​ຂອງ​ພວກ​ເຈົ້າ) ເພາະ​ເຈົ້າ​ເຄີຍມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊົ່ວ​ມົວ​ຫມອງ​ແລະ​ການ​ອະ​ທັມ ເພື່ອ​ເຮັດ​ການ​ອະ​ທັມ​ສັນ​ໃດ ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ​ໃຫ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ​ເປັນ​ການ​ສິ້ນ​ສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ສັນ​ນັ້ນ

20 ເມື່ອ​ເຈົ້າ​ທັງ​ຫລາຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ຢູ່​ນັ້ນ ຄວາມ​ຊອບ​ທັມ​ກໍ​ບໍ່​ໄດ້​ຄຸ້ມ​ຄອງ​ພວກ​ເຈົ້າ

21 ຂ​ນະ​ນັ້ນ​ພວກ​ເຈົ້າ​ໄດ້​ປ​ໂຍດ​ອັນ​ໃດ​ໃນ​ການ​ເຫລົ່າ​ນັ້ນ​ຊຶ່ງ​ບັດ​ນີ້​ພວກ​ເຈົ້າ​ກໍ​ລະ​ອາຍ ດ້ວຍ​ວ່າ​ຜົນ​ສຸດ​ທ້າຍ​ຂອງ​ການ​ເຫລົ່າ​ນັ້ນ​ກໍ​ຄື​ຄວາມ​ຕາຍ

22 ແຕ່​ບັດ​ນີ້​ເຈົ້າ​ທັງ​ຫລາຍ ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາ​ກການ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດບາບ ແລະ​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ເຈົ້າ​ແລ້ວ ຜົນ​ຕອບ​ແທນ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ຄື​ໃຈ​ບໍ​ຣິ​ສຸດ ແລະ​ຜົນ​ສຸດ​ທ້າຍ​ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

23 ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະ​ຣາ​ຊ​ທານ​ອັນ​ໂຜດ​ມາ​ແຕ່​ພຣະ​ເຈົ້າ ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃນ​ພຣະ​ຄຣິດ ຄື​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ



7

1 ພວກ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ບໍ່​ຮູ້​ຫລື​ (ເຮົາ​ກຳ​ລັງ​ເວົ້າ​ກັບ​ຄົນ​ທີ່​ຮູ້​ຈັກ​ກົດ​ລະ​ບຽບ​ແລ້ວ) ວ່າ​ກົດ​ຫມາຍ​ອັນ​ໃດ​ມີ​ອຳ​ນາດ​ເຫນືອ​ມະ​ນຸດ ກໍ​ໃນ​ຂ​ນະ​ທີ່​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ

2 ເປັນ​ຕົ້ນ​ວ່າ​ຜູ້​ຍິງ​ທີ່​ຜົວ​ຍັງ​ມີ​ຊີ​ວິດ​ຢູ່​ນັ້ນ​ຕ້ອງ​ຢູ່​ໃນ​ກົດ​ລະ​ບຽບ​ຜົວ​ເມັຽ ແຕ່​ຖ້າ​ຜົວ​ຕາຍ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ອັນ​ນັ້ນ

3 ສັນ​ນັ້ນ​ຖ້າ​ຍິງ​ນັ້ນ​ຍອມ​ເປັນ​ຂອງ​ຊາຍ​ອື່ນ​ໃນ​ເມື່ອ​ຜົວ​ຍັງ​ມີ​ຊີ​ວິດ​ຢູ່ ຍິງ​ນັ້ນ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນ​ຊູ້ ແຕ່ຖ້າ​ຜົວ​ຕາຍ​ແລ້ວ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ລະ​ບຽບ​ຜົວ​ເມັຽ ຖ້າ​ແມ່ນ​ຍິງ​ນັ້ນ​ໄປ​ເປັນ​ຂອງ​ຊາຍ​ອື່ນ​ກໍ​ບໍ່​ມີ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​

4 ຢ່າງ​ນັ້ນ​ແຫລະ, ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ພວກ​ເຈົ້າ​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ເຫມືອນ​ກັນ ໂດຍ​ທາງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ ເພື່ອ​ເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະ​ອົງ​ຜູ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເກີດ​ຜົນ​ຖວາຍ​ແກ່​ພຣະ​ເຈົ້າ

5 ເພາະ​ວ່າ​ເມື່ອ​ພວກ​ເຮົາ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມ​ຢ່າງ​ມະ​ນຸດ ຕັນ​ຫາ​ຊົ່ວ​ທີ່​ປາ​ກົດ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ໄດ້​ເຮັດ​ໃຫ້​ອະ​ວັຍ​ວະ​ຂອງ​ເຮົາ​ເກີດ​ຜົນ​ນຳ​ໄປ​ສູ່​ຄວາມ​ຕາຍ

6 ແຕ່​ວ່າ​ບັນ​​ນີ້​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ຈາກ​ພຣະ​ບັນ​ຍັດ​ແລ້ວ ຄື​ໄດ້​ຕາຍ​ຈາກ​ສິ່ງ​ທີ່​ເຄີຍ​ຜູກ​ມັດ​ເຮົາ​ໄວ້​ເມື່ອ​ກ່ອນ​ນັ້ນ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ເກົ່າ ຄື​ຕາມ​ຕົວ​ອັກ​ສອນ​ໃນ​ພຣະ​ບັນ​ຍັດ ແຕາ​ຈະ​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ໃຫມ່ ຄື​ຕາມ​ລັກ​ສະ​ນະ​ພຣະ​ວິນ​ຍານ​

7 ຖ້າ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈະ​ວ່າ​ຢ່າງ​ໃດ ພຣະ​ບັນ​ຍັດ​ນັ້ນ​ຄື​ບາບ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ບົ່ງ​ໄວ້ ເຮົາ​ກໍ​ຄົງ​ບໍ່​ໄດ້ຮູ້​ວ່າ​ອັນ​ໃດ​ເປັນ​ຄວາມ​ຜິດ​ບາບ ເພາະ​ວ່າ​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ຄົງ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ

8 ແຕ່​ວ່າ​ຄວາມ​ຜິດ​ບາບ​ໄດ້​ຖື​ເອົາ​ຂໍ້​ພຣະ​ບັນ​ຍັດ​ເປັນ​ຊ່ອງ​ທາງ​ເຮັດ​ໃຫ້​ຕັນ​ຫາ​ຊົ່ວ​ທຸກ​ຢ່າງ​ເກີດ​ຂຶ້ນ​ໃນ​ຕົວ​ເຮົາ ເພາະ​ວ່າ​ຖ້າ​ບໍ່​ມີ​ພຣະ​ບັນ​ຍັດ ຄວາມ​ຜິດ​ບາບ​ກໍ​ຕາຍ​ເສັຽ​ແລ້ວ

9 ເມື່ອ​ກ່ອນ​ນັ້ນເຮົາ​ກໍ​ດຳ​ເນີນ​ຊີ​ວິດ​ຢູ່​ໂດຍ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ເມື່ອ​ມີ​ພຣະ​ບັນ​ຍັດ​ແລ້ວ​ຄວາມ​ຜິດ​ບາບ​ກໍ​ເກີດ​ຂຶ້ນ

10 ແລະ​ເຮົາ​ກໍ​ຕາຍ ພຣະ​ບັນ​ຍັດ​ຊຶ່ງ​ຊົງ​ປະ​ທານ​ເພື່ອ​ໃຫ້​ມີ​ຊີ​ວິດ​ນັ້ນ ກໍ​ປາ​ກົດ​ແລ້ວ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ

11 ເພາະ​ວ່າ​ຄວາມ​ຜິດ​ບາບໄດ້​ຖື​ເອົາ​ພຣະ​ບັນ​ບັດ​ເປັນ​ຊ່ອງ​ທາງ​ລໍ້​ລວງ​ເຮົາ ແລະ​ຂ້າ​ໃຫ້​ເຮົາ​ຕາຍ​ດ້ວຍ​ພຣະ​ບັນ​ຍັດ​ນັ້ນ

12 ດ້ວຍ​ເຫດ​ນັ້ນ​ພຣະ​ບັນ​ຍັດ​ຈຶ່ງ​ເປັນ​ສິ່ງ​ສັ​ກ​ສິດ ແລະ​ຂໍ້​ບັນ​ຍັດ​ກໍ​ສັກ​ສິດ​ທັງ​ຍຸດ​ຕິ​ທັມ​ແລະ​ດີ​ງາມ

13 ຖ້າ​ຢ່າງ​ນັ້ນ​ແລ້ວ​ສິ່ງ​ອັນ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ​ຫລື ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດ​ບາບ​ນັ້ນ​ແຫລະ, ຄື​ບາບ​ທີ່​ອາ​ໄສ​ສິ່ງ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ ເພື່ອ​ໃຫ້​ປາ​ກົດ​ວ່າ​ຄວາມ​ຜິດ​ບາບ​ນັ້ນ​ເປັນ​ຜິດ​ບາບ​ອັນ​ແທ້​ຈິງ ແລະ​ດ້ວຍ​ອາ​ໄສ​ພຣະ​ບັນ​ຍັດ​ນັ້ນ​ຄວາມ​ຜິດ​ບາບ​ຈຶ່ງ​ໄດ້​ປາ​ກົດ​ວ່າ​ຊົ່ວ​ຮ້າຍ​ເຫລືອເກີນ​

14 ພວກ​ເຮົາຮູ້​ແລ້ວ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ເປັນ​ມາ​ໂດຍ​ຝ່າຍ​ພຣະ​ວິນ​ຍານ ແຕ່​ວ່າ​ເຮົາ​ນີ້​ເປັນ​ແຕ່​ມະ​ນຸດ​ທຳ​ມະ​ດາ​ຊຶ່ງ​ຖືກ​ຂາຍ​ໄວ້​ໃຫ້​ຢູ່​ໃຕ້​ຄວາມ​ຜິດ​ບາບ

15 ເຮົາ​ບໍ່​ເຂົ້າ​ໃຈ​ການ​ທີ່​ເຮົາ​ເຄີຍ​ເຮັດ​ຢູ່ ເພາະ​ວ່າ​ເຮົາ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ປາຖ​ນາ ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົາ​ກຽດ​ຊັງ​ນັ້ນ

16 ບັດ​ນີ້​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ນັ້ນ ເຮົາ​ຍອມ​ຮັບ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ດີ

17 ສັນ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ເຮົາ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ

18 ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ​ກໍ​ມີ​ຢູ່ ແຕ່​ທີ່​ຈະ​ເຮັດ​ການ​ດີ​ນັ້ນ​ເຮົາ​ບໍ່​ໄດ້​ເຮັດ

19 ດ້ວຍ​ວ່າ​ການ​ດີ​ຊຶ່ງ​ເຮົາ​ປາ​ຖ​ນາ​ນັ້ນ ເຮົາ​ບໍ່​ໄດ້​ເຮັດ ແຕ່​ການ​ຊົ່ວ​​ທີ່​ເຮົາບໍ່​ປາ​ຖ​ນາ​ເຮັດ ເຮົາ​ກໍ​ຍັງ​ເຮັດ​ຢູ່

20 ຖ້າ​ແມ່ນ​ເຮົາ​ຍັງ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ຈະ​ເຮັດ​ນັ້ນ ກໍ​ບໍ່​ແມ່ນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ ແຕ່ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ

21 ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເຫັນ​ວ່າ​ເປັນ​ກົດ​ທຳ​ມະ​ດາ​ຢ່າງ​ນຶ່ງ ຄື​ເມື່ອ​ໃດ​ເຮົາ​ຕັ້ງ​ໃຈ​ຈະ​ເຮັດ​ການ​ດີ​ຄວາມ​ຊົ່ວ​ກໍ​ມາ​ຕັນ​ເຮົາ

22 ເພາະ​ວ່າ​ສ່ວນ​ເລິກ​ໃນ​ໃຈ​ຂອງ​ເຮົາ​ນັ້ນ ກໍ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ

23 ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ນຶ່ງ​ມີ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ​ຊຶ່ງ​ຕໍ່​ສູ້​ກັບ​ກົດ​ແຫ່ງ​ຈິດ​ໃຈ​ຂອງ​ເຮົາ ແລະ​ຜູກ​ເຮົາ​ໄວ້​ໃຕ້​ບັງ​ຄັບ​ກົດ​ແຫ່ງ​ຄວາມ​ຜິດ​ບາບ​ຊຶ່ງ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ

24 ໂອ, ເຮົາ​ນີ້​ຊ່າງ​ເປັນ​ຄົນ​ທຸກ​ຍາກ​ເຂັນ​ໃຈ​ແທ້​ຫນໍ ໃຜ​ແດ່​ຈະ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ນີ້

25 ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ເຮົາ​ທັ​ງຫລາຍ ເຫດ​ດັ່ງ​ນີ້​ທາງ​ດ້ານ​ຈິດ​ໃຈ​ເຮົາ​ກໍ​ຍອມ​ຮັບ​ໃຊ້​ຕາມ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແຕ່​ດ້ານ​ຮ່າງ​ກາຍ​ຂອງ​ເຮົາ​ກໍ​ເປັນ​ຂ້ອຍ​ຂ້າ​ຢູ່​ໃຕ້​ກົດ​ແຫ່ງ​ຄວາມ​ຜິດ​ບາບ



8

1 ບັດ​ນີ້​ການ​ລົງ​ໂທດ​ຈຶ່ງ​ບໍ່​ແມ່​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ

2 ເພາະ​ວ່າ​ກົດ​ຂອງ​ພຣະ​ວິ​ນ​ຍານ​ອັນ​ເຮັດ​ໃຫ້​ມີ​ຊີ​ວິດ​ໃນ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ພົ້ນ​ຈາກ​ກົດ​ຂອງ​ຄວາມ​ຜິດ​ບາບ​ແລະ​ຄວາມ​ຕາຍ

3 ດ້ວຍ​ວ່າ​ສິ່ງ​ທີ່​ພຣະ​ບັນ​ຍັດ​ເຮັດ​ບໍ່​ໄດ້​ເພາະ​ເນື້ອ​ກາຍ​ເຮັດ​ໃຫ້​ອ່ອນ​ກຳ​ລັງ​ເສັຽ ພຣະ​ເຈົ້າ​ກໍ​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ໃນ​ສະ​ພາບ​ເຫມືອນ​ເນື້ອ​ກາຍ​ທີ່​ຜິດ​ບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດ​ບາບ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ລົງ​ໂທດ​ບາບ​ໃນ​ເນື້​ອກາຍ​ນັ້ນ​

4 ເພື່ອ​ໃຫ້​ຂໍ້​ຄຳ​ສັ່ງ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ບັນ​ຍັດ​ສຳ​ເຣັດ​ໃນ​ຕົວ​ພວກ​ເຮົາ ທີ່​ບໍ່​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດ​ແຕ່​ຕາມ​ຝ່າຍ​ພຣະ​ວິນ​ຍານ

5 ເພາະ​ວ່າ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ມະ​ນຸດ ແຕ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ພຣະ​ວິນ​ຍານ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະ​ວິນ​ຍານ

6 ດ້ວຍ​ວ່າ​ການ​ໃສ່​ໃຈ​ຢູ່​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະ​ວິນ​ຍານ​ນັ້ນກໍ​ຄື​ຊີ​ວິດ​ແລະ​ສັນ​ຕິສຸກ

7 ເຫດ​ວ່າກນ​ທີ່​ໃສ່​ໃຈ​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ບັງ​ຄັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ທີ່​ຈິງ, ຈະ​ຢູ່​ໃຕ້​ບັງ​ຄັບພຣະ​ບັນ​ຍັດ​ນັ້ນ​ກໍ​ບໍ່​ໄດ້

8 ແລະ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ຈະ​ເປັນ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ກໍ​ບໍ່​ໄດ້

9 ອັນ​ນຶ່ງ, ຖ້າ​ແມ່ນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ​ຢ່າງ​ແທ້​ຈິງ​ແລ້ວ ພວ​ກ​ເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ມະ​ນຸດ​ແຕ່​ຢູ່​ຝ່າຍ​ພຣະ​ວິນ​ຍານ ແຕ່​ຖ້າ​ຜູ້​ໃດ​ບໍ່​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ ຄຣິດ ຜູ້​ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະ​ອົງ

10 ແຕ່​ຖ້າ​ພຣະ​ຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັ​ງຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ​ເນື້ອ​ຕົວ​ຂອງ​ພວກ​ເຈົ້າ​ຕາຍ​ແລ້ວ​ເພາະ​ຄວາມ​ຜິດ​ບາບ ແຕ່​ວິນ​ຍານ​ຂອງ​ເຈົ້າ​ກໍ​ມີ​ຊີ​ວິດ​ຢູ່​ເພາະ​ຄວາມ​ຊອບ​ທັມ

11 ຖ້າ​ພຣະ​ວິນຍານ​ຂອງ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຊົງ​ຄືນ​ພຣະ​ຊົນ​ນັ້ນ ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ ພຣະ​ອົງ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ຊົງ​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນ​ດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກ​ເຈົ້າ​ຄືນ​ມີ​ຊີວິດໃຫມ່ ດ້ວຍ​ຣິດ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ທີ່​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ

12 ເຫດ​ດັ່ງ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ອີຍ, ພວກ​ເຮົາ​ໄດ້​ເປັນ​ຫນີ້ ແຕ່​ບໍ່​ແມ່ນ​ຫນີ້​ໃນ​ທາງເນື້ອ​ກາຍ​ຊຶ່ງ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດນັ້ນ

13 ເພາະ​ຖ້າ​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດ​ຕາມ​ຝ່າຍ​ເນື້ອ​ກາຍ ພວກ​ເຈົ້າ​ຄົງ​ຈະ​ຕາຍ ແຕ່​ຖ້າ​ໂດຍ​ຣິດ​ພຣະ​ວິ​ນ​ຍານ​ພວກ​ເຈົ້າ​ໄດ້​ທຳ​ລາຍ​ການ​ຂອງ​ຝ່າຍ​ເນື້ອ​ກາຍ​ເສັຽ ເຈົ້າ​ຄົງ​ຈະ​ມີ​ຊີ​ວິດ​ຢູ່

14 ເພາະ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ນຳ​ພາຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ບຸດ​ຂອ​ງ​ພຣະ​ເຈົ້າ

15 ເຫດ​ວ່າ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ວິນ​ຍານ​ທີ່​ໃຫ້​ມີ​ນິ​ສັຍ​ຢ່າງ​ຂ້ອຍ​ຂ້າ ຊຶ່ງ​ນຳ​ເຖິງ​ຄວາ​ມ​ຢ້ານ​ກົວ​ອີກ ແຕ່​ພວກ​ເຈົ້າ​ໄດ້​ຮັບ​ພຣະ​ວິ​ນຍານ​ຜູ້​ຊົງ​ໃຫ້​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ໃຫ້​ເຮົາ​ທັງ​ຫລາຍ​ຮ້ອງ​ເອີ້ນ​ພຣະ​ເຈົ້າ​ວ່າ, “ອັບ​ບາ” ຄື​ພຣະ​ບິ​ດາ

16 ຝ່າຍ​ພຣະ​ວິນ​ຍານ​ນັ້ນ​ຊົງ​ຮ່ວມ​ເປັນ​ພຍານ​ກັບ​ວິນ​ຍານ​ຂອງ​ເຮົາ​ທັ​ງ​ຫລາຍ​ວ່າ ພວກ​ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ

17 ແລະ​ຖ້າ​ເຮົາ​ທັງ​ຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະ​ດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຈາກ​ພຣະ​ເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍ​ຣະ​ດົກ​ກັບ​ພຣະ​ຄຣິດ ຖ້າ​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ດ້ວຍ​ກັນ​ກັບ​ພຣະ​ອົງ​ນັ້ນ ພວກ​ເຮົາ​ກໍ​ຈະ​ໄດ້​ຮັບ​ສະ​ງ່າ​ຣາ​ສີ​ກັບ​ພຣະ​ອົງ​ເຫມືອນ​ກັນ

18 ເພາະ​ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳ​ບາກ​ໃນ​ສະ​ໄຫມ​ປັດ​ຈຸ​ບັນ ບໍ່​ສົມ​ຄວນ​ທີ່​ຈະ​ເອົາ​ປຽບ​ກັບ​ສະ​ງ່າ​ຣາ​ສີ​ທີ່​ຈະ​ເຜີຍ​ໃຫ້​ເຮົາ​ທັງ​ຫລາຍ​ເຫັນ

19 ດ້ວຍ​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍ​ຖ້າ​ປາ​ຖ​ນາ​ໃຫ້​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ປາ​ກົດ

20 ເພາະ​ວ່າສັ​ພ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ອະ​ນິດ​ຈັງ ບໍ່​ໃຊ່​ຕາມ​ໃຈ​ຊອບ​ຂອງ​ມັນ​ເອງ ແຕ່​ວ່າ​ເປັນ​ໄປ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ໃຫ້​ມັນ​ຕົກ​ຢູ່​ນັ້ນ ດ້ວຍ​ມີ​ຄວາມ​ຫວັງ​ໃຈ​ວ່າ,

21 “ສັ​ພ​ສິ່ງ​ເຫລົ່າ​ນັ້ນ​ຈະ​ໄດ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ຄວາມ​ເສື່ອມ​ສູນ ແລະ​ຈະ​ໄດ້​ເຂົ້າ​ໃນ​ເສ​ຣີ​ພາບ​ອັນ​ຮຸ່ງ​ເຮືອງ​ແຫ່ງ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ

22 ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ມາ​ນັ້ນ ກໍ​ກຳ​ລັງ​ໂອ່ຍ​ຄາງ​ແລະ​ເປັນທຸກ​ເຈັບ​ປວດ​ດ້ວຍ​ກັນ​ມາ​ຈົນ​ທຸກວັນ​ນີ້​

23 ແລະ​ບໍ່​ໃຊ່​ແຕ່​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​ຜູ້​ໄດ້​ຮັບ​ພຣະ​ວິນ​ຍານ​ເປັນ​ຜົນ​ຫົວ​ທີ ຕົວ​ເຮົາ​ເອງ​ກໍ​ເຫມືອນ​ກັນ ຍັງ​ໂອ່ຍ​ຄາງ​ຄອຍ​ຖ້າ​ການ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອ​ກາຍ​ຂອງ​ພວກ​ເຮົາ​ພົ້ນ​ຈາກ​ຕາຍ

24 ເຫດ​ວ່າ​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ກໍ​ເພາະ​ດ້ວຍ​ຄວາມ​ຫວັງ​ນີ້ ແຕ່​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ບໍ່​ແມ່ນ​ຄວາມ​ຫວັງ ດ້ວຍ​ວ່າ​ໃຜ​ແດ່​ຈະ​ຍັງ​ຫ​ວັງ​ໃນ​ສິ່ງ​ທີ່​ຈົນ​ເຫັນ​ແລ້ວ​

25 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຄອຍ​ຫວັງ​ໃນ​ສິ່ງ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເຫັນ ເຮົາ​ຈຶ່ງ​ມີ​ຄວາມ​ພາກ​ພຽນ​ຄອຍ​ຖ້າ​ສິ່ງ​ນັ້ນ

26 ໃນ​ທຳ​ນອງດຽວ​ກັນ​ນັ້ນ​ແຫລະ, ພຣະ​ວິນ​ຍານ​ຊົງ​ຊ່ອຍ​ຊູ​ເຮົາທັງ​ຫລາຍ​ເມື່ອ​ພວກ​ເຮົາ​ອ່ອນ​ກຳ​ລັງ​ລົງ ເພາະ​ເຮົາ​ທັງ​ຫລາຍ​ບໍ່​ຮູ້​ວ່າ​ພວກ​ເຮົາ​ຄວນ​ຈະ​ອ້ອນວອນ​ຂໍ​ສິ່ງ​ໃດ ແຕ່​ອົງ​ພຣະ​ວິນ​ຍານ​ຊົງ​ຊ່ອ​ຍຂໍ​ແທນ​ພວກ​ເຮົາ ດ້ວຍ​ການ​ຖອດ​ຫຸ່ນ​ຢ່າງ​ຫາ​ຄຳ​ເວົ້າ​ບໍ່​ໄດ້​

27 ແລະ​ພຣະ​ອົງ​ຜູ້​ຊົງ​ສ​ອດ​ສ່ອງ​ຮູ້​ໃຈ​ມະ​ນຸດ ກໍ​ຊົງ​ຊາບ​ຄວາມນຶກ​ຄຶດ​ຂອງ​ພຣະ​ວິນ​ຍານ ເພາະ​ວ່າ​ ພຣະ​ວິ​ນ​ຍານ​ຊົງ​ອ້​ອນວອນ​ຂໍ​ສຳ​ລັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ອົງ

28 ພວກ​ເຮົາ​ຮູ້​ແລ້ວ​ວ່າ​ພຣະ​ເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ ຄື​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ

29 ດ້ວຍ​ວ່າ​ຄົນ​ທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ສັງ​ເກດ​ຮູ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ກຳ​ນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກ​ສະນະ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ພຣະ​ບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ຖ້າມ​ກາງ​ພວກ​ນ້ອງ​ຫລາຍ​ຄົນ

30 ແລະ​ບັນ​ດາ​ຜູ້​ທີ່​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ໄວ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ຜູ້​ທີ່​ພຣະ​ອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະ​ອົງ​ກໍ​ຊົງ​ຖື​ເປັນ​ຄົນ​ຊອບ​ທັມ ແລະ​ຜູ້​ທີ່​ພຣະ​ອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ນັ້ນ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ມີ​ສະ​ງ່າ​ຣາ​ສີ​ດ້ວຍ

31 ຖ້າ​ເປັນ​ຢ່າງ​ນັ້ນ​ເຮົາ​ທັງ​ຫລາຍ​ຈະ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ເຣື່ອງ​ນີ້ ຖ້າ​ພຣະ​ເຈົ້າ​ຊົງ​ຢູ່​ຝ່າຍ​ພວກ​ເຮົາ​ໃຜ​ຈະ​ຕໍ່​ສູ້​ເຮົາ

32 ພຣະ​ອົງ​ຜູ້​ບໍ່​ໄດ້​ຊົງ​ຫວງ​ພຣະ​ບຸດ​ຂອງ​ພຣະ​ອົງ​ເອງ ແຕ່​ໄດ້​ຊົງ​ປະ​ທານ​ພຣະ​ບຸດ​ນັ້ນ​ໄວ້​ເພື່ອ​

ປ​ໂຍດ​ແກ່​ເຮົາ​ທັງ​ຫລາຍ ຖ້າ​ເປັນ​ດັ່ງ​ນັ້ນ​ພຣະ​ອົງ​ຈະ​ບໍ່ຊົງ​ໂຜດ​ປະ​ທານ​ສິ່ງ​ສາ​ຣະ​ພັດ​ໃຫ້​ພວກ​ເຮົາ​ດ້ວຍ​ກັນ​ກັບ​ພຣະ​ບຸດ​ນັ້ນ​ຫລື

33 ໃຜ​ອາດ​ຈະ​ຟ້ອງ​ຄົນທັງ​ຫລາຍ​ທີ່​ພຣະ​ເຈົ້າ​ຊົງ​ເລືອ​ກໄວ້​ແລ້ວ ພຣະ​ເຈົ້າ​ໄດ້​ຊົງ​ປົດ​ປ່ອຍ​ເຂົາ​ແລ້ວ

34 ໃຜ​ຈະ​ເປັນ​ຜູ້​ລົງ​ໂທດ​ອີກ ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ແລ້ວ ແລະ​ຫລາຍກວ່າ​ນັ້ນ​ອີກ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ນັ້ນ​ແຫລະ, ຊົງ​ອ້ອນວອນ​ເພື່ອ​ເຮົາ​ທັງ​ຫ​ລາຍ​ດ້ວຍ

35 ໃຜ​ຈະ​ໃຫ້​ພວກ​ເຮົາ​ຂາດຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້ ຈະ​ເປັນ​ຄວາມ​ທຸກ​ລຳ​ບາກ ຫລື​ຄວາມ​ທໍ​ຣະ​ມານ​ຈິດ​ໃຈ ຫລື​ການ​ຂົ່ມ​ເຫັງ ຫລື​ການ​ອຶດ​ຢາກ ຫລື​ການ​ເປືອຍ​ກາຍ ຫລື​ການ​ຖືກ​ໂພຍ​ພັຍ ຫລື​ການ​ຖືກ​ຄົມ​ດາບ​ຫລື

36 ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີແລ້ວ​ວ່າ, “ເພາະ​ເຫັນ​ແກ່​ພຣະ​ອົງ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ຖືກ​ຂ້າ​ຫມົດ​ມື້​ຈົນ​ຄ່ຳ ແລະ​ຖື​ວ່າ​ເປັນ​ຢ່າງ​ໂຕ​ແກະ​ສຳ​ລັບ​ເອົາ​ໄປ​ຂ້າ”

37 ແຕ່ວ່າ​ໃນ​ເຫດ​ການ​ທັງ​ປວງ​ເຫລົ່າ​ນີ້​ພວກ​ເຮົາ​ກໍ​ມີ​ຊັຍ​ຊະ​ນະ​ຢູ່​ຢ່າງ​ເຫລືອ​ລົ້ນ ດ້ວຍ​ພຣະ​ອົງ​ຜູ້​ຊົງ​ຮັກ​ເຮົາ​ທັງ​ຫລາຍ​ນັ້ນ

38 ເຫດ​ວ່າ​ເຮົາ​ເຊື່ອ​ຢ່າງ​ຫມັ້ນ​ຄົງ​ວ່າ ຄວາມ​ຕາຍ​ຫລື​ຊີ​ວິດ​ກໍ​ດີ ເທວະ​ດາ​ຫລື​ຜູ້​ປົກ​ຄອງ​ກໍ​ດີ ສິ່ງ​ທີ່​ມີ​ຢູ່​ດຽວ​ນີ້​ຫລື​ສິ່ງ​ຈະ​ມີ​ມາ​ໃນ​ພາຍ​ຫນ້າ​ກໍ​ດີ ຫລື​ຣິດ​ເດດ​ທັງ​ຫລາຍ

39 ຄວາມ​ສູງ ຫລື​ຄວາມ​ເລິກ​ກໍ​ດີ ຫລື​ສິ່ງ​ອື່ນ​ໃດ​ທີ່​ໄດ້​ຊົງ​ສ້າງ​ແລ້ວ​ນັ້ນ​ກໍ​ດີ ກໍ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ພວກ​ເຮົາ​ຂາດ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ນັ້ນ



9

1 ເຮົາ​ຢູ່​ໃນ​ພຣະ​ຄຣິດ ເຮົາ​ເວົ້າ​ຄວາມ​ຈິງ ເຮົາ​ບໍ່​ໄດ້​ເວົ້າ​ມຸ​ສາ ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຮົາ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​

2 ວ່າ​ເຮົາ​ມີ​ຄວາມ​ທຸກ​ໂສກ​ຫນັກ​ແລະ​ມີ​ຄວາມ​ເຈັບ​ຮ້ອນ​ໃຈ​ບໍ່​ຂາດ

3 ເພາະ​ຖ້າ​ເປັນ​ປ​ໂຍດ​ເຮົາ​ປາ​ຖ​ນາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ຊົງ​ສາບ ແລະ​ຖືກ​ຊົງ​ຕັດ​ຂາດ​ຈາກ​ພຣະ​ຄຣິດ​ເພາະ​ເຫັນ​ແກ່​ພີ່​ນ້ອງຂອງ​ເຮົາ ຄື​ຍາດ​ຂອງ​ເຮົາ​ຕາມ​ເຊື້ອ​ຊາດ

4 ເພາະ​ເຂົາ​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ ໄດ້​ຮັບ​ການ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ໄດ້​ປາ​ກົດ​ແກ່​ເຂົາ ເຂົາ​ໄດ້​ຮັບ​ບັນ​ດາ​ພຣະ​ສັນ​ຍາ ແລະ​ການ​ຊົງ​ປະ​ທານ​ພຣະ​ບັນ​ຍັດ ກັບ​ພິ​ທີ​ນະ​ມັ​ສ​ການ​ພຣະ​ເຈົ້າ ແລະ​ຄຳ​ປະ​ຕິ​ຍານ​ທັງ​ຫລາຍ

5 ພວກ​ບັນ​ພະ​ບຸ​ຣຸດ​ກໍ​ເປັນ​ຂອງ​ເຮົາ ແລະ​ພຣະ​ຄຣິດ​ໄດ້​ຊົງ​ບັງ​ເກີດ​ເປັນ​ມະ​ນຸດ​ໃນ​ເຊື້ອ​ຊາດ​ຂອງ​ເຂົາ ​ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ໃຫຍ່​ເຫນືອ​ສິ່ງ​ສາ​ຣະ​ພັດ​ຈົ່ງ​ໄດ້​ຮັບ​ພຣະ​ກຽດ​ເປັນ​ນິດ​ເທີນ ອາແມນ

6 ແຕ່​ບໍ່​ໃຊ່​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ລົ້ມ​ເຫລວ​ໄປ ເພາະ​ວ່າ​ເຂົາ​ທັ​ງ​ຫລາຍ​ທີ່​ເກີດ​ມາ​ຈາກ​ອິ​ສ​ຣາ​ເອນ​ນັ້ນ​ກໍ​ບໍ່​ແມ່ນ​ວ່າ​ເປັນ​ຊາດ​ອິ​ສ​ຣາ​ເອນ​ແທ້​ທຸກ​ຄົນ

7 ແລະ​ບໍ່​ແມ່ນ​ວ່າ​ທຸກ​ຄົນ​ທີ່​ເກີດ​ແຕ່​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ເປັນ​ລູກ​ແທ້​ຂອງ​ທ່ານ ແຕ່ (ພຣະ​ເຈົ້າ​ໄດ້​ຊົງ​ກ່າວແກ່​ອັບ​ຣາ​ຮາມ​ວ່າ) “ເຂົາ​ຈະ​ເອີ້ນ​ເຊື້ອ​ສາຍ​ຂອງ​ເຈົ້າ​ທາງ​ສາຍ​ອີ​ຊາກ”

8 ຫມາຍ​ຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ນັ້ນ ບໍ່​ໃຊ່​ຜູ້​ທີ່​ເກີດ​ຕາມ​ທຳ​ມະ​ຊາດ ແຕ່ແມ່ນ​ຜູ້​ທີ່​ເກີດ​ຕາມ​ພຣະ​ສັນ​ຍາ​ຈຶ່ງ​ຖື​ວ່າ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ໄດ້

9 ເພາະ​ວ່າ​ພຣະ​ສັນ​ຍາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້​ວ່າ, “ເຮົາ​ຈະ​ມາ​ໃນ​ຍາມ​ນີ້ ແລະ​ນາງ​ຊາ​ຣາ​ຈະ​ມີ​ລູກ​ຊາຍ”

10 ແລະ​ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ແຕ່​ວ່າ​ນາງ​ເຣ​ເບກາ​ກໍ​ໄດ້​ມີ​ທ້ອງ​ກັບ​ຊາຍ​ຜູ້​ນຶ່ງ​ດ້ວຍ​ຄື​ກັບ​ອີກ​ຊາກ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ

11 ແລະ​ເພື່ອ​ພຣະ​ປະ​ສົງ​ໃນ​ການ​ຊົງ​ເລືອ​ກ​ຜູ້​ນຶ່ງ​ໄວ້​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງວ່າ, “ອ້າຍ​ຈະ​ຮັບ​ໃຊ້​ນ້ອງ” ພຣະ​ອົງ​ຊົງ​ກ່າວ​ໄວ້​ດັ່ງ​ນັ້ນ​ເມື່ອ​ລູກ​ທັງ​ສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່​ໄດ້​ເຮັດ​ການ​ດີ​ຫລື​ຊົ່ວ

12 ເພື່ອ​ການ​ຊົງ​ເລືອກ​ນັ້ນ​ບໍ່​ໄດ້​ເປັນ​ໄປ​ຕາມ​ການ​ປະ​ຕິ​ບັດ ແຕ່​ເປັນ​ໄປ​ຕາມ​ພຣະ​ອົງ​ຊົງ​ເອີ້ນ

13 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຢາ​ໂຄ​ບ​ນັ້ນ​ເຮົາ​ໄດ້​ຮັກ ແລະ​ເອຊາວ​ເຮົາ​ໄດ້​ຊັງ”

14 ຖ້າ​ຢ່າງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງໃດ ຝ່າຍ​ພຣະ​ເຈົ້າ​ບໍ່​ຊົງ​ຍຸດ​ຕິ​ທັມ​ຫລື ບໍ່​ແມ່ນຢ່າງ​ນັ້ນ​ດອກ

15 ເພາະ​ພຣະ​ອົງ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ເຮົາ​ປະ​ສົງ​ຈະ​ກະ​ຣຸ​ນາ​ຜູ້​ໃດ ກໍ​ຈະ​ກະຣຸ​ນາ​ຜູ້​ນັ້ນ ແລະ​ເຮົາ​ຢາກ​ເມດ​ຕາ​ຜູ້​ໃດ ກໍ​ຈະ​ເມດ​ຕາ​ສັງ​ເວດ​ຜູ້​ນັ້ນ”

16 ເພາະ​ສັນ​ນັ້ນ​ຈຶ່ງ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງ​ໃຈ​ຫລື​ການ​ພ​ຍາ​ຍາມ ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ເຈົ້າ

17 ເພາະ​ມີ​ຂໍ້​ໃນ​ພຣະ​ຄັມ​ພີ​ບອກ​ແກ່​ຟາ​ຣາ​ໂອ​ວ່າ, “ເພາະ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ຍົກ​ເຈົ້າ​ຂຶ້ນ ເພື່ອ​ເຮົາ​ຈະ​ໄດ້​ສະ​ແດງ​ຣິດ​ຂອງ​ເຮົາ​ໃຫ້​ປາ​ກົດ​ທາງ​ຕົວ​ເຈົ້າ ແລະ​ເພື່ອ​ໃຫ້​ນາມ​ຂອງ​ເຮົາ​ປະ​ກາດ​ກ່າວ​ໄປ​ທົ່ວໂລກ”

18 ເຫດ​ດັ່ງ​ນັ້ນ​ພຣະ​ອົງ​ຊົງ​ມີ​ພຣະ​ປະ​ສົງ​ຈະ​ກະ​ຣຸ​ນາ​ຜູ້​ໃດ ກໍ​ຈະ​ຊົງ​ກະ​ຣຸ​ນາ​ແກ່​ຜູ້​ນັ້ນ ແລະ​ພຣະ​ອົງ​ຊົງ​ປະ​ສົງ​ຈະ​ໃຫ້​ຜູ້​ໃດ​ມີ​ໃຈ​ແຂງ​ກະ​ດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະ​ດ້າງ

19 ແລ້ວ​ເຈົ້າ​ຈະ​ກ່າວ​ແກ່​ເຮົາ​ວ່າ, “ຖ້າເປັນ​ດັ່ງ​ນັ້ນ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຍັງ​ຊົງ​ຕິ​ຕຽນ ເພາະ​ວ່າ​ຜູ້​ໃດຈະ​ຂັດ​ຂືນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ໄດ້”

20 ແຕ່​ວ່າ​ມະ​ນຸດ​ເອີຍ, ເຈົ້າ​ແມ່ນ​ຜູ້​ໃດ​ຫນໍ ຈຶ່ງ​ຈະ​ກ່າວ​ໂຕ້​ຕອບ​ກັບ​ພຣະ​ເຈົ້າ​ໄດ້ ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກັບ​ກ່າວ​ແກ່​ຜູ້​ປັ້ນ​ໄດ້​ຫລື​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ຢ່າງ​ນີ້”

21 ຝ່າຍ​ຊ່າງ​ປັ້ນ​ຫມໍ້​ບໍ່​ມີ​ສິດ​ທີ່​ຈະ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາ​ຊ​ນະ​ທີ່​ສວຍ​ງາມ​ອັນ​ນຶ່ງ ແລະ​ເປັນ​ພາ​ຊ​ນະ​ທຳ​ມະ​ດາ​ອັນ​ນຶ່ງ​ຫລື

22 ດັ່ງ​ນັ້ນ​ພຣະ​ເຈົ້າ​ຊົງມີ​ພຣະ​ປະ​ສົງ​ຈະ​ສະ​ແດງ​ພຣະ​ພິ​ໂຣດ​ແລະ​ຊົງ​ໃຫ້​ຣິດ​ເດດ​ຂອງ​ພຣະ​ອົງ​ປາ​ກົດ ຈຶ່ງ​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ຕໍ່​ພວກ​ເຫລົ່າ​ນັ້ນ​ທີ່​ເປັນ​ພາ​ຊ​ນະ​ອັນ​ສົມ​ຄວນ​ແກ່​ພຣະ​ພິ​ໂຣດ ຊຶ່ງ​ຈັດ​ຕຽມ​ໄວ້​ສຳ​ລັບ​ຄວາມ​ຈິບ​ຫາຍ

23 ແລະ​ເພື່ອ​ຈະ​ໄດ້​ຊົງ​ສະ​ແດງ​ຄວາມ​ສະ​ງ່າຣາ​ສີ​ອັນ​ອຸດົມ​ຂອງ​ພຣະ​ອົງ ແກ່​ບັນ​ດາ​ຜູ້​ທີ່​ເປັນ​ພາ​ຊ​ນະ​ແຫ່ງ​ຄວາມ​ເມດ​ຕາ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຈັດ​ຕຽ​ມ​ໄວ້​ກ່ອນ​ໃຫ້​ສົມ​ກັບ​ພຣະ​ສະ​ງ່າ​ຣາ​ສີ​ນັ້ນ

24 ຄື​ເຮົາ​ທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ມາ​ແລ້ວ ບໍ່​ໃຊ່​ຊົງ​ເອີ້ນ​ຈາກ​ພວກ​ຢິວ​ພວກ​ດຽວ ແຕ່​ຈາກ​ພວກ​ຕ່າງ​ຊາດ​ດ້ວຍ

25 ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ໃນ​ພຣະທັມ​ໂຮ​ເຊ​ອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫລົ່າ​ນັ້ນ​ວ່າ​ພົ​ລ​ເມືອງ​ຂອງ​ເຮົາ ຊຶ່ງ​ເມື່ອ​ກ່ອນ​ບໍ່​ໄດ້​ເປັນ​ພົ​ລ​ເມືອງ​ຂອງ​ເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ​ເປັນ​ທີ່​ຮັກ ຊຶ່ງ​ເມື່ອ​ກ່ອນ​ບໍ່​ໄດ້​ເປັນ​ທີ່​ຮັກ

26 ແລະ​ໃນ​ບ່ອນ​ທີ່​ຊົງ​ກ່າວ​ແກ່​ເຂົາ​ວ່າ “ເຈົ້າ​ທັງ​ຫລາຍ​ບໍ່​ແມ່ນ​ພົ​ລ​ເມືອງ​ຂອງ​ເຮົາ” ໃນ​ບ່ອນນັ້ນ​ແຫລະ, ເຂົາ​ຈະ​ໄດ້​ຊື່​ວ່າ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່”

27 ແລະ​ເອ​ຊາ​ຢາໄດ້​ຮ້ອງ​ປະ​ກາດ​ເຣື່ອງ​ພວກ​ອິ​ສ​ຣາ​ເອນ​ວ່າ, “ເຖິງ​ແມ່ນ​ວ່າ​ຈຳ​ນວນ​ພວກ​ລູກ​ຂອງ​ອິ​ສ​ຣາ​ເອນ​ຈະ​ມີ​ຫລາຍ​ເຫມືອນ​ເມັດ​ຊາຍ​ທີ່​ທະ​ເລ ແຕ່​ຜູ້​ທີ່​ລອດ​ພົ້ນ​ນັ້ນ​ຈະ​ມີ​ຈຳ​ນ​ວນ​ຫນ້ອຍ

28 ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ເປັນ​ໄປ​ເທິງ​ແຜ່ນ​ດິນ​ໂລກ ຕາມ​ຄຳ​ຕັັດ​ສິນ​ຂອງ​ພຣະ​ອົງ​ໂດຍ​ໄວ​ແລະ​ຄົບ​ຖ້ວນ”

29 ແລະ​ຕາມ​ທີ່ເອຊາ​ຢາ​ໄດ້ກ່າວ​ໄວ້​ລ່ວງ​ຫນ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ຈອມ​ພົນ ບໍ່​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ມີ​ເຊື້ອ​ສາຍ​ເຫລືອ​ຢູ່ ເຮົາ​ທັງ​ຫລາຍ​ກໍ​ຈະ​ກາຍ​ເປັນ​ເຫມືອນ​ເມືອງ​ໂຊ​ໂດມ ແລະ​ຈະ​ເປັນ​ເຫມືອນ​ເມືອງ​ໂກ​ໂມ​ຣາ​ແລ້ວ”

30 ຖ້າ​ເປັນ​ດັ່ງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ​ພວກ​ຕ່າງ​ຊາດ​ບາງ​ຄົນ​ທີ່​ບໍ່​ໄດ້​ດ​ສ​ແວງ​ຫາ​ຄວາມ​ຊອບ​ທັມ​ກໍ​ຍັງ​ໄດ້​ຮັບ​ຄວາມ​ຊອບ​ທັມ ຄື​ຄວາມ​ຊອບ​ທັມ​ທີ່​ເກີດ​ຂຶ້​ນ​ໂດຍ​ຄວາມ​ເຊື່ອ

31 ແຕ່​ພວກ​ອິ​ສ​ຣາ​ເອນ​ທີ່​ໄດ້​ສ​ແວງ​ຫາ​ຄວາມ​ຊອບ​ທັມ​ຕາມ​ບັນ​ຍັດ ກໍ​ບໍ່​ໄດ້​ບັນ​ລຸ​ຕາມ​ກົດ​ບັນ​ຍັດ​ນັ້ນ

32 ເປັນ​ເພາະ​ເຫດ​ໃດ ເພາະ​ເຫດ​ວ່າ​ເຂົາ​ບໍ່ໄດ້​ສ​ແວງ​ຫາ​ດ້ວຍ​ຄວາມ​ເຊື່ອ ແຕ່​ໄດ້​ສ​ແວງ​ຫາ​ດ້ວຍ​ການ​ປະ​ຕິບັດ ເຂົາ​ຈຶ່ງ​ຕຳ​ສະ​ດຸດ​ກ້ອນ​ຫີນ​ທີ່​ໃຫ້​ສະ​ດຸດ​ນັ້ນ

33 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ນີ້​ແຫລະ, ເຮົາ​ໄດ້​ວາງ​ຫີນ​ກ້ອນ​ນຶ່ງ​ໄວ້​ໃນ​ເມືອງ​ຊີ​ໂອນ ເປັນ​ກ້ອນ​ຫີນ​ທີ່​ໃຫ້​ຕຳ​ສະ​ດຸດ ຄື​ກ້ອນ​ຫີນ​ທີ່​ໃຫ້​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ ຄວາ​ມອັບ​ອາຍ”



10

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຄວາມ​ປາ​ຖ​ນາ​ໃນ​ຈິດ​ໃຈ​ຂອງ​ເຮົາ ແລະ​ຄຳ​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ເພື່ອ​ຊາດ​ອິ​ສ​ຣາເອນນັ້ນ ຄື​ຂໍ​ເພື່ອ​ໃຫ້​ເຂົາ​ພົ້ນ

2 ເຮົາ​ເປັນ​ພຍານ​ໃຫ້​ເຂົາ​ວ່າ ເຂົາ​ມີ​ໃຈ​ຮ້ອນ​ຮົນ​ທີ່​ຈະ​ປະ​ຕິ​ບັດ​ພຣະ​ເຈົ້າ ແຕ່​ບໍ່​ເປັນ​ໄປ​ຕາມ​ຄວາມ​ຮູ້​ແລະ​ສະ​ຕິ​ປັນ​ຍາ

3 ດ້ວຍ​ວ່າ​ບໍ່​ຮູ້​ຈັກ​ຄວາມ​ຊອບ​ທັມທີ່ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້ ແຕ່​ໄດ້​ພ​ຍາ​ຍາມ​ຕັ້ງ​ຄວາມ​ຊອບ​ທັມ​ຂອງ​ຕົວ​ເອງ​ຂຶ້ນ ເຂົາ​ຈຶ່ງ​ບໍ່​ຍອມ​ຕົວ​ຢູ່​ໃຕ້​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ

4 ເພາະ​ວ່າ​ພຣະ​ຄຣິດ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຖືກ​ຍົກ​ເລີກ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

5 ໂມ​ເຊ​ໄດ້​ຂຽນ​ເຣື່ອງ​ຄວາ​ມຊອບ​ທັມ​ຊຶ່ງ​ມີ​ພຣະ​ບັນ​ຍັດ​ເປັນ​ຫລັກ​ວ່າ, “ຄົນ​ໃດ​ທີ່​ປະ​ຕິ​ບັດ​ຕາມ​ກໍ​ຈະ​ໄດ້​ຊີ​ວິດ​ດ້ວຍ​ການ​ປະ​ຕິ​ບັດ​ນັ້ນ”

6 ແຕ່​ຄວາມ​ຊອບ​ທັມ​ຊຶ່ງ​ມີ​ຄວາມ​ເຊື່ອ​ເປັນ​ຫລັກ​ກໍ​ກ່າວ​ໄວ້​ຢ່າງ​ນີ້​ວ່າ, “ຢ່າ​ນຶກ​ໃນ​ໃຈ​ຂອງ​ຕົວ​ວ່າ ໃຜ​ຈະ​ຂຶ້ນ​ເມືອ​ຟ້າ​ສວັນ” (ຄື​ຈະ​ນຳ​ພຣະ​ຄຣິດ​ລົງ​ມາ)

7 “ຫລື ໃຜ​ຈະ​ບົວ​ໄປ​ໃນ​ເຫວ​ເລິກ” (ຄື​ຈະ​ນຳ​ພຣະ​ຄຣິດ​ຂຶ້ນ​ມາ​ຈາກ​ຕາຍ)

8 ແຕ່​ຄວາມ​ຊອບ​ທັມ​ນັ້ນ​ໄດ້​ກ່າວ​ວ່າຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍ​ຄຳ​ນັ້ນ​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ຄື​ຖ້ອຍ​ຄຳ​ທີ່​ກ່າວ​ດ້ວຍ​ຄວາມ​ເຊື່ອ ທີ່​ພວກ​ເຮົາ​ປະ​ກາດ​ຢູ່​ນັ້ນ)

9 ຄື​ວ່າ​ຖ້າ​ເຈົ້າ​ຈະ​ຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະ​ເຢ​ຊູ​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ເຊື່ອ​ໃນ​ຈິດ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ

10 ເຫດ​ວ່າ​ທີ່​ມະ​ນຸດ​ໄດ້​ເຊື່ອ​ກໍ​ເຊື່ອ​ດ້ວຍ​ໃຈ​ຂອງ​ຕົນ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ແລະ​ທີ່​ໄດ້​ຍອມ​ຮັບ​ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ

11 ເພາະ​ຂໍ້​ພຣະ​ທັມ​ຄັມ​ພີ​ກ່າວ​ໄວ້​ວ່າ, “ບຸ​ກຄົນ​ໃດ​ທີ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ອັບ​ອາຍ”

12 ເຫດ​ວ່າ​ພວກ​ຢິວ​ແລະ​ພວກ​ຕ່າງ​ຊາດ​ນັ້ນ ພຣະ​ເຈົ້າ​ບໍ່​ຊົງ​ຖື​ວ່າ​ຕ່າງ​ກັນ ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຄົນ​ທັງ​ປວງ ແລະ​ຊົງ​ໂຜດ​ຢ່າງ​ບໍ​ຣິ​ບູນ​ແກ່​ຄົນ​ທັງ​ປວງທີ່​ທູນ​ຂໍ​ຕໍ່​ພຣະ​ອົງ

13 ເພາະ​ວ່າ, “ທຸກ​ຄົນ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ພົ້ນ”

14 ແຕ່​ຜູ້​ທີ່​ຍັງ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ອົງ​ນັ້ນ ເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະ​ອົງ​ໄດ້​ຢ່າງ​ໃດ ແລະ​ຜູ້​ທີ່​ຍັງ​ບໍ່​ໄດ້​ຍິນ​ເຖິງເຣື່ອງ​ພຣະ​ອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະ​ອົງ​ອົງ​ໄດ້​ຢ່າງ​ໃດ ແລະ​ເມື່ອ​ບໍ່​ມີ​ຜູ້​ໃດ​ປະ​ກາດ​ໃຫ້​ເຂົາ​ຟັງ ເຂົາ​ຈະ​ໄດ້​ຍິນ​ເຖິງ​ເຣື່ອງ​ພຣະ​ອົງ​ໄດ້​ຢ່າງ​ໃດ

15 ແລະ​ຖ້າ​ບໍ່​ມີ​ໃຜ​ໃຊ້​ເຂົາ​ໄປ ເຂົາ​ຈະ​ປະ​ກາດ​ໄດ້​ຢ່າງ​ໃດ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຕີນ​ຂອງ​ພວກ​ຄົນ​ທີ່​ນຳ​ຂ່າວ​ດີ​ມາ​ກໍ​ງົດ​ງາມ​ປານ​ໃດ​ຫນໍ”

16 ແຕ່​ບໍ່​ແມ່ນ​ທຸກ​ຄົນ​ໄດ້​ເຊື່ອ​ຟັງ​ຂ່າວ​ປະ​ເສີດ​ນັ້ນ ເພາະ​ເອ​ຊາ​ຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ,​, ມີ​ໃຜ​ແດ່​ຫນໍ​ໄດ້​ເຊື່ອ​ຟັງ​ຕາມ​ທີ່​ເຂົາ​ໄດ້​ຍິນ​ຈາກ​ພວກ​ເຮົາ​ນັ້ນ”

17 ດັ່ງ​ນັ້ນ​ຄວາມ​ເຊື່ອ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິ​ນ ແລະ​ການ​ໄດ້​ຍິນ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ

18 ແຕ່​ເຮົາ​ຖາມ​ວ່າ, “ເຂົາ​ບໍ່​ໄດ້​ຍີນ​ຫລື” ແທ້​ຈິງ​ເຂົາ​ໄດ້​ຍິນ​ແລ້ວ ແລະ​ຖ້ອຍ​ຄໍາ​ຂອງ​ເຂົາ​ກໍ​ເຖິງ​ທີ່​ສຸດ​ພິ​ພົບ​ໂລກ”

19 ຝ່າຍ​ເຮົາ​ຖາມ​ອີກວ່າ, “ພວກ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຮູ້​ຫລື” ຕອນ​ຕົ້ນ ໂມ​ເຊ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ທັງ​ຫລາຍ​ອິດ​ສາ​ຊົນ​ຊາດ​ທີ່​ຍັງ​ບໍ່​ເປັນ​ປະ​ເທດ ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ເຄືອງ​ແຄ້ນ​ປະ​ເທດ​ທີ່​ເປັນ​ຊົນ​ຊາດ​ໂງ່”

20 ແລ້ວເອ​ຊາ​ຢາ​ກ້າ​ກ່າວວ່າ, “ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ໄດ້​ສ​ແວງ​ຫາ​ເຮົາ​ໄດ້​ພົບ​ເຮົາ ແລະ​ເຮົາ​ໄດ້​ປາ​ກົດ​ແກ່​ຄົນ​ທີ່​ບໍ່​ໄດ້​ຖາມ​ຫາ​ເຮົາ” ແຕ່​ທ່ານ​ກ່າວ​ເຖິງ​ພວກ​ອິ​ສ​ຣາ​ເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ຕລອດ​ມື້​ຄອຍ​ຮັບ​ໄພ່​ພົນ​ຈຳ​ພວກ​ນຶ່ງ​ທີ່​ບໍ່​ເຊື່ອ​ຟັງ​ແລະ​ດື້​ດ້ານ”



11

1 ເມື່ອ​ເປັນ​ດັ່ງ​ນັ້ນ​ແລ້ວ​ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະ​ເຈົ້າ​ໄດ້​ຊົງ​ປະ​ຖິ້ມ​ໄພ່​ພົນ​ຂອງ​ພຣະ​ອົງ​ແລ້ວ​ຫລື” ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ, ເປັນ​ເຊື້ອ​ສາ​ຍ​ຂອງ​ອັບ​ຣາ​ຮາມ​ໃນ​ຕະ​ກູນ​ເບັນ​ຢາ​ມິນ

2 ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ລະ​ຖິ້ມ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ພຣະ​ອົງ​ໄດ້​ຊົງ​ຮັບ​ຮູ້​ໄວ້​ກ່ອນ​ແລ້ວ ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ເຣື່ອງ​ຊຶ່ງ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ທີ່​ກ່າວ​ເຖິງ​ເອ​ລີ​ຢາ​ນັ້ນ​ຫລື ທ່ານ​ໄດ້​ກາບ​ທູນ​ກ່າວ​ໂທດ​ຂອງ​ພວກ​ອິ​ສ​ຣາ​ເອນ​ຕໍ່​ພຣະ​ເຈົ້າ​ວ່າ,

3 “ພຣະ​ອົງ​ເຈົ້າ​ເອີຍ, ເຂົາ​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ເຂົາ​ກໍ​ໄດ້​ຂຸດ​ທຳ​ລາຍ​ລົງ​ເສັຽ​ແລ້ວ​ເຫລືອ​ຢູ່​ແຕ່​ຂ້າ​ພຣະ​ອົງ​ຜູ້​ດຽວ ແລະ​ເຂົາ​ກຳ​ລັງ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ປະ​ຫານ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ”

4 ແລ້ວ​ພຣະ​ເຈົ້າ​ຊົງ​ຕອບ​ທ່ານ​ວ່າ​ຢ່າງ​ໃດ ກໍ​ຊົງ​ຕອບ​ວ່າ​ຢ່າງ​ນີ້ວ່າ, “ເຮົາ​ຍັງ​ມີ​ຄົນ​ເຫລືອ​ຢູ່​ສຳ ​ລັບ​ເຮົາ​ເຈັດ​ພັນ​ຄົນ ທີ່​ບໍ່​ໄດ້​ຄຸ​ເຂົ່າ​ລົງ​ໄຫວ້​ຮູບບາ​ອານ”

5 ດັ່ງ​ນັ້ນ​ແຫລະ, ບັດ​ນີ້​ກໍ​ຍັງ​ມີ​ພວກ​ທີ່​ເຫລືອ​ຢູ່​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອ​ກໄວ້​ດ້ວຍ​ພຣະ​ຄຸນ

6 ແຕ່​ຖ້າ​ເປັນ​ທາງ​ພຣະ​ຄຸນ​ກໍ​ບໍ່​ເປັນ​ທາງ​ການ​ປະ​ຕິ​ບັດ​ຕໍ່​ໄປ ຖ້າ​ເປັນ​ທາງ​ການ​ປະ​ຕິ​ບັດ​ພຣະ​ຄຸນ​ກໍ​ບໍ່​ເປັນ​ພຣະ​ຄຸນ​ອີກ​ຕໍ່​ໄປ

7 ຖ້າ​ດັ່ງ​ນັ້ນ​ແລ້ວ​ຈະ​ເປັນ​ຢ່າງ​ໃດ ພວກ​ອິ​ສ​ຣາ​ເອນ​ບໍ່​ໄດ້​ພົບ​ສິ່ງ​ທີ່​ເຂົາ​ຊອກ​ຫາ​ນັ້ນ ແຕ່​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ໄດ້​ພົບ ແລະ​ນອກ​ນັ້ນ​ກໍ​ແມ່ນ​ຄົນ​ທີ່​ຊົງ​ໃຫ້​ເກີດ​ໃຈ​ແຂງ​ກະ​ດ້າງ​ໄປ

8 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ເຈົ້າ​ໄດ້​ຊົງ​ປະ​ທາ​ນ​ໃຈ​ທີ່​ເຫງົາ​ຫລັບ ປະ​ທານ​ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຫູ​ທີ່​ຟັງ​ບໍ່​ໄດ້​ຍິນ​ໃຫ້​ແກ່​ເຂົາ​ຈົນ​ເຖິງ​ທຸກວັນ​ນີ້”

9 ກະ​ສັດ​ດາ​ວິດ​ຊົງ​ກ່າວ​ວ່າ, “ຂໍ​ຊົງ​ໃຫ້​ໂຕະ​ອາ​ຫານ​ຂອງ​ເຂົາ​ເກີດ​ເປັນ​ບ້ວງ​ແຮ້ວ​ແລະ​ເຄື່ອງ​ຈັບ​ເຂົາ​ເອງ ເປັນ​ສິ່ງ​ໃຫ້​ສະ​ດຸດ​ໃຈ​ແລະ​ເປັນ​ສິ່ງ​ນຳ​ຈ່ອງ​ເວນ​ແກ່​ເຂົາ

10 ຂໍ​ຊົງ​ໃຫ້​ຕາ​ຂອງ​ເຂົາ​ມືດ​ມົວ​ໄປ​ເພື່ອ​ເຂົາ​ຈະ​ເບິ່ງ​ບໍ່​ເຫັນ ແລະ​ໃຫ້​ຫລັງ​ຂອງ​ເຂົາ​ກ່ອມ​ລົງ​ຢູ່​ສເມີ”

11 ເຮົາ​ຈຶ່ງ​ຖາມ​ວ່າ, “ເມື່ອ​ພວກ​ອິ​ສ​ຣາ​ເອນ​ໄດ້​ຕຳ​ສະ​ດຸດ​ນັ້ນ ເຂົາ​ໄດ້​ລົ້ມ​ລົງ​ເສັຽ​ໄປ​ຫລື” ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ດ້ວຍ​ການ​ພລາດ​ລົ້ມ​ຂອງ​ເຂົາ​ນັ້ນ ຄວາມ​ພົ້ນ​ຈຶ່ງ​ມາ​ເຖິງພວກ​ຕ່າງ​ຊາດ ເພື່ອ​ຈະ​ໃຫ້​ພວກ​ອິ​ສ​ຣາ​ເອນ​ມີ​ໃຈ​ຫຶງ​ຫວງ​ຂຶ້ນ

12 ແຕ່​ຖ້າ​ການ​ພ​ລາດ​ລົ້ມ​ຂອງ​ເຂົາ​ນັ້ນ​ເປັນ​ເຫດ​ໃຫ້​ທັງ​ໂລກ​ເກີດ​ຄວາມ​ສົມ​ບູ​ນ​ຂຶ້ນ ແລະ​ຖ້າຄວາມ​ບົກ​ພ່ອງ​ຂອງ​ເຂົາ​ເປັນ​ເຫດ​ໃຫ້​ຄົນ​ຕ່າງ​ຊາດ​ເກີດ​ຄວາມ​ສົມ​ບູ​ນ​ຂຶ້ນ ຫາກ​ໄດ້​ເຂົາ​ເພີ້ມ​ເຂົ້າ​ມາ​ດ້ວຍ​ຈະ​ດີກວ່າ​ເທົ່າ​ໃດ​ຫນໍ

13 ແຕ່​ເຮົາ​ກ່າວ​ແກ່​ພວກ​ເຈົ້າ​ທີ່​ເປັນ​ຄົນ​ຕ່າງ​ຊາດ ເພາະ​ເຮົາ​ເປັນ​ອັ​ຄ​ສາ​ວົກ​ທີ່​ມາ​ຍັງ​ຊາວ​ຕ່າງ​ຊາດ ເຮົາ​ຈຶ່ງ​ຍົກ​ຍ້ອງ​ຫນ້າ​ທີ່​ຂອງ​ເຮົາ

14 ເພື່ອ​ເຮົາ​ຈະ​ໄດ້​ຊວນ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ຈະ​ເປັນ​ພິ​ທີ​ໃດ​ກໍ​ຕາມ ສຸດ​ແລ້ວແຕ່​ຈະ​ໃຫ້​ເຂົາ​ເກີດ​ຄວາມ​ຫຶງ​ຫວງ ເພື່ອ​ບາງ​ຄົນ​ຈະ​ພົ້ນ​ໄດ້

15 ເພາະ​ວ່າ​ຖ້າ​ການ​ທີ່​ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ​ຖືກ​ພຣະ​ເຈົ້າ​ຊົງ​ປະ​ຖິ້ມ ເປັນ​ເຫດ​ໃຫ້​ຄົນ​ທັງ​ໂລ​ກກັ​ບ​ຄືນ​ເປັນ​ໄມ​ຕ​ຣີ​ກັບ​ພຣະ​ອົງ ​ການ​ທີ່​ພຣະ​ອົງ​ຊົງ​ຮັບ​ເຂົາ​ກັບ​ຄືນ​ມາ​ອີກ​ນັ້ນ ກໍ​ເປັນ​ເຫມືອນ​ກັບ​ວ່າ​ເຂົາ​ໄດ້​ຕາຍ​ໄປ​ແລ້ວ ແລະ​ກັບ​ຄືນ​ມາ​ໃຫ​ມ່

16 ຖ້າ​ເຂົ້າ​ຈີ່​ກ້ອນ​ແຣກ​ຖືກ​ຖວາຍ​ແກ່​ພຣະ​ເຈົ້າ ແປ້ງນວດ​ແລ້ວ​ທັງ​ອ່າງ​ກໍ​ເປັນ​ຂອງ​ພຣະ​ອົງ ແລະ​ຖ້າ​ຮາກ​ຖືກ​ຖວາຍ​ແກ່​ພຣະ​ອົງ ກິ່ງ​ກ້ານ​ທັງ​ຫມົດ​ກໍ​ເປັນ​ຂອງ​ພຣະ​ອົງ​ດ້ວຍ

17 ແຕ່​ຖ້າ​ພຣະ​ເຈົ້າ​ຊົງ​ຫັ​ກ​ບາງ​ກິ່ງ​ອອກ​ເສັຽ​ແລ້ວ, ແລະ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ​ຜູ້​ເປັນ​ກິ່ງ​ຕົ້ນ​ກອກ​ເທດ​ປ່າ​ມາ​ຕໍ່​ແທນ​ກິ່ງ​ເຫລົ່າ​ນັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ປະ​ສານ​ຮັບ​ນ້ຳ​ລ້ຽງ​ອັນ​ບໍ​ຣິ​ບູນ​ຈາກ​ຮາກ​ຕົ້ນ​ກອກ​ນັ້ນ

18 ແລ້ວ​ເຈົ້າ​ກໍ​ຢ່າ​ອວດ​ດີ​ຕໍ່​ກິ່ງ​ເຫລົ່າ​ນັ້ນ ຖ້າ​ເຈົ້າ​ອວດ​ດີ ກໍ​ບໍ່​ແມ່ນ​ວ່າ​ເຈົ້າ​ເປັນ​ຜູ້ລ້ຽງ​ຮາກ ແຕ່ແມ່ນ​ຮາກ​ທີ່​ລ້ຽງ​ເຈົ້າ

19 ເຈົ້າ​ຄົງ​ຈະ​ເວົ້າ​ວ່າ, “ກິ່ງ​ເຫລົ່າ​ນັ້ນ​ໄດ້​ຊົງ​ຫັກ​ອອກ​ເສັຽ ກໍ​ເພື່ອ​ຈະ​ໄດ້​ຊົງ​ຕໍ່​ຂ້ອຍ​ໄວ້”

20 ກໍ​ຖືກ​ແລ້ວ​ທີ່​ເຂົາ​ຖືກ​ຊົງ​ຫັກ​ອອກ​ກໍ​ເພາະ​ເຂົາ​ບໍ່​ເຊື່ອ ແຕ່​ທີ່​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ດ້ວຍ​ຄວາມ​ເຊື່ອ​ຂອງ​ເຈົ້າ​ເທົ່າ​ນັ້ນ ດັ່ງ​ນັ້ນ​ຢ່າ​ສູ່​ຈອງ​ຫອງ​ແຕ່​ຈົ່ງ​ເປັນ​ຜູ້​ຢຳ​ເກງ

21 ເພາະ​ວ່າ​ເມື່ອ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ໂຜດ​ກິ່ງ​ເດີມ​ເຫລົ່າ​ນັ້ນ ພຣະ​ອົງ​ຈະ​ບໍ່​ຊົງ​ໂຜດ​ເຈົ້າ​ເຫມືອນ​ກັນ

22 ດ້ວຍ​ເຫດນັ້ນ​ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ພຣະ​ເມດ​ຕາ​ແລະ​ຄວາມ​ເຄັ່ງ​ຄັດ​ຂອງ​ພຣະ​ເຈົ້າ ຄື​ພຣະ​ອົງ​ຊົງ​ເຄັ່ງ​ຄັດ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ຫລົງ​ຜິດ​ໄປ ແຕ່​ພຣະ​ອົງ​ຊົງ​ພຣະ​ເມດ​ຕາ​ເຈົ້າ ຖ້າ​ວ່າ​ເຈົ້າ​ຕັ້ງ​ຫມັ້ນ​ຢູ່​ໃນ​ຄວາມ​ເມດ​ຕາ​ນັ້ນ​ຕໍ່​ໄປ ບໍ່​ດັ່ງ​ນັ້ນ​ພຣະ​ເຈົ້າ​ກໍ​ຈະ​ຊົງ​ຫັກ​ເຈົ້າ​ອອກ​ເຫມືອນ​ກັນ

23 ສ່ວນ​ເຂົາ​ທັງ​ຫລາຍ​ນັ້ນ ຖ້າ​ເຂົາ​ບໍ່​ດື້​ດ້ານ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຕໍ່​ໄປ ເຂົາ​ກໍ​ຈະ​ໄດ້​ຮ​ບັການ​ຊົງ​ຕໍ່​ກິ່ງ​ເຂົ້າ​ໄດ້​ໃຫມ່ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ທີ່​ຈະ​ຊົງ​ໂຜດ​ໃຫ້​ເຂົາ​ຕໍ່​ກິ່ງ​ເຂົ້າ​ອີກ​ໄດ້

24 ດ້ວຍ​ວ່າ​ຖ້າ​ພຣະ​ເຈົ້າ​ຊົງ​ຕັດ​ເຈົ້າ​ອ​ອກ​ຈາກ​ຕົ້ນ​ກອກ​ປ່າ​ທີ່​ເປັນ​ໄມ້​ປ່າ​ຕາມ​ທຳ​ມະ​ຊາດ ແລະ​ຊົງ​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ກອກພັນ​ດີ ຊຶ່ງ​ຜິດ​ທຳ​ມະ​ຊາດ​ຂອງ​ມັນ​ແລ້ວ ການ​ທີ່​ຈະ​ເອົາ​ກິ່ງ​ເຫລົ່າ​ນັ້ນ​ທີ່​ເປັນ​ກິ່ງ​ເດີມ​ມາ​ຕໍ່​ເຂົ້າ​ກັບ​ຕົ້​ນ​ມັນ​ເອງ​ກໍ​ຈະ​ງ່າຍກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ຫນໍ

25 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຖື​ຕົວ​ເປັນ​ຜູ້​ສ​ລາດ​ຮູ້ ຈຶ່ງ​ຢາກ​ໃຫ້​ເຂົ້າ​ໃຈ​ຂໍ້​ຄວາມ​ອັນ​ເລິກ​ລັບ​ນີ້ ຄື​ເຣື່ອງ​ທີ່​ບາງ​ຄົນ​ໃນ​ພວກ​ອິ​ສ​ຣາ​ເອນ​ມີ​ໃຈ​ແຂງ​ກະ​ດ້າງ​ໄປ​ພໍ​ປານ​ນຶ່ງ​ຈົນ​ເຮັດ​ໃຫ້​ພວກ​ຕ່າງ​ຊາດ​ມາ​ຄົບ​ຈຳ​ນວນ​ແລ້ວ

26 ແລະ​ດັ່ງ​ນັ້ນ​ພວກ​ອິ​ສ​ຣາ​ເອນ​ທັງ​ຫມົດ​ຈຶ່ງ​ຈະ​ໄດ້​ພົ້ນ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ຜູ້ຊົງ​ໂຜດ​ໃຫ້​ພົ້ນ​ຈະ​ສະ​ເດັດ​ມາ​ຈາກ​ເມືອງ​ຊີ​ໂອນ​ພຣະ​ອົງ​ຈະ​ຊົງ​ລຶບລ້າງ​ສິ່ງ​ອະ​ທັມ​ໃຫ້​ຫມົດ​ໄປ​ຈາກ​ຢາ​ໂຄບ

27 ແລະ​ອັນ​ນີ້​ແຫລະ, ຈະ​ເປັນ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ ເມື່ອ​ເຮົາ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ​ແລ້ວ”

28 ຖ້າ​ຈະ​ວ່າ​ຕາມ​ຂ່າວ​ປະ​ເສີດ ເຂົາ​ເຫລົ່າ​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຂອງ​ພຣະ​ເຈົ້າ​ ເພື່ອ​ປ​ໂຍດ​ຂອງ​ພວກ​ເຈົ້າ ແຕ່​ຖ້າ​ຈະ​ວ່າ​ຕາມ​ກາ​ນ​ຊົງ​ເລືອກ​ໄວ້​ນັ້ນ ເຂົາ​ກໍ​ເປັນ​ທີ່​ຊົງ​ຮັກ​ເນື່ອງ​ຈາກ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ

29 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຫລົບ​ພຣະ​ທັຍ ໃນ​ການ​ທີ່​ໄດ້​ຊົງ​ໃຫ້​ຂອງ​ພຣະ​ຣາ​ຊທານ​ແລະ​ຊົງ​ເລືອກ​ໄວ້

30 ເຈົ້າ​ທັງ​ຫລາຍ​ກໍ​ເຫມືອນ​ກັນ ເມື່ອ​ກ່ອນ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ ແຕ່​ບັດ​ນີ້​ໄດ້​ຮັບ​ພຣະ​ເມດ​ຕາ ເພາະ​ຄວາມ​ບໍ່​ເຊື່ອ​ຟັງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ສັນ​ໃດ

31 ບັດ​ນີ້​ເຂົາ​ເຫລົ່າ​ນັ້ນ​ກໍ​ບໍ່​ໄດ້​ເຊື່ອ​ຟັງ ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ພຣະກະ​ຣຸ​ນາ​ດ້ວຍ​ພຣະ​ຄຸນ​ທີ່​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງ​ຫລາຍ​ສັນ​ນັ້ນ

32 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ຮວບ​ຮວມ​ຄົນ​ທັງ​ປວງ​ໃຫ້​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຟັງ ເພື່ອ​ຈະ​ໄດ້​ຊົງ​ເມດ​ຕາ​ແກ່​ເຂົາ​ທຸກ​ຄົນ

33 ໂອ, ຊັບ​ສົມ​ບັດ​ຂອງ​ພຣະ​ເຈົ້າ​ມີ​ຫລວງ​ຫລາຍ​ປານ​ໃດ​ຫນໍ ພຣະ​ປັນ​ຍາ​ທັງ​ຄວາມ​ຮອບ​ຮູ້​ຂອງພຣະ​ອົງ​ກໍ​ເລິກ​ລັບ​ເທົ່າ​ໃດ ຂໍ້​ຕັດ​ສິນ​ຂອງ​ພຣະ​ອົງ​ນັ້ນ​ກໍ​ເຫລືອ​ທີ່​ຈະ​ຢັ່ງ​ຮູ້​ໄດ້ ແລະ​ວິ​ທີ​ທາງ​ຂອງພຣະ​ອົງ​ກໍ​ເຫລືອ​ວິ​ສັຍ​ທີ່​ຈະ​ຄົ້ນ​ຄວ້າ​ໄດ້

34 “ເພາະ​ວ່າ​ໃຜ​ຫນໍ​ໄດ້​ຮູ້​ຈັກ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຫລື​ໃຜ​ຫນໍ​ເປັນ​ທີ່​ປຶກ​ສາ​ຂອງ​ພຣະ​ອົງ

35 ຫລື​ໃຜ​ຫນໍ​ໄດ້​ຖວາຍ​ສິ່ງ​ນຶ່ງ​ສິ່ງ​ໃດ​ແກ່​ພຣະ​ອົງ​ກ່ອນ​ທີ່​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຕອບ​ແທນ​ແກ່​ຕົນ”

36 ດ້ວຍ​ວ່າ​ສິ່ງ​ສາ​ຣະ​ພັດ​ກໍ​ເປັນ​ມາ​ຈາກ​ພຣະ​ອົງ ດ້ວຍ​ພຣະ​ອົງ ແລະ​ເພື່ອ​ພຣະ​ອົງ​ຂໍ​ພຣະ​ກຽດ​ຕິ​ຍົດ​ຈົ່ງ​ມີ​ແກ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ ອາ​ແມນ



12

1 ເຫດ​ສັນ​ນັ້ນພີ​ນ້ອງ​ທັງ​ຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດ​ຕາ​ກະ​ຣຸ​ນາ​ຂອງ​ພຣະ​ເຈົ້າ ເຮົາ​ຈຶ່ງ​ຊັກ​ຊວນ​ພວກ​ເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະ​ອົງ ເພື່ອ​ເປັນ​ເຄື່ອງ​ບູ​ຊາ​ທີ່​ມີ​ຊີ​ວິດ, ເປັນ​ອັນ​ບໍ​ຣິ​ສຸດ, ແລະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຊຶ່ງ​ເປັນ​ການ​ນະ​ ມັ​ສ​ການ​ທີ່​ສົມ​ກັບ​ຝ່າຍ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ

2 ຢ່າ​ດຳ​ເນີນ​ຊີ​ວິດ​ເຫມືອນ​ຢ່າງ​ຊາວ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນ​ແປງ​ຈິດ​ໃຈ ແລ້ວ​ອຸ​ປ​ນິ​ສັຍ​ຂອງ​ພວກ​ເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃຫມ່ ເພື່​ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຈະ​ໄດ້​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ຊອບ​ພຣະ​ທັຍ ແລະ​ອັນ​ໃດ​ດີ​ທີ່​ສຸດ

3 ເຮົາ​ກ່າວ​ແກ່​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ໂດຍ​ພຣະ​ຄຸນ​ທີ່​ຊົງ​ປະ​ທານ​ແກ່​ເຮົາ​ແລ້ວ​ວ່າ ຢ່າ​ຄຶດ​ຖື​ຕົວ​ເກີນ​ທີ່​ຕົນ​ຄວນ​ຈະ​ຄຶດ​ນັ້ນ ແຕ່​ຈົ່ງ​ຄຶດ​ໃຫ້​ພໍ​ສົມ​ກັບ​ຂະ​ຫ​ນາດ​ແຫ່ງ​ຄວາມເຊື່ອ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ໃຫ້​ແກ່​ທຸກ​ຄົນ

4 ເພາະ​ວ່າ​ໃນ​ຮ່າງ​ກາຍ​ອັນ​ດຽວ​ນັ້ນ​ເຮົາ​ມີ​ອະ​ວັຍ​ວະ​ຫລາຍ​ຢ່າງ ແລະ​ອະ​ວັຍ​ວະ​ເຫລົ່າ​ນັ້ນ​ບໍ່​ມີ​ຫນ້າ​ທີ່​ຢ່າງ​ດຽວ​ກັນ​ສັນ​ໃດ

5 ພວ​ກ​ເຮົາ​ຜູ້​ເປັນ​ຫລາຍ​ຄົນ​ກໍ​ຍັງ​ເປັນ​ຮ່າງ​ກາຍອັນ​ດຽວ​ໃນ​ພຣະ​ຄຣິດ ແລະ​ເປັນ​ອະ​ວັຍ​ວະ​ແກ່​ກັນ​ແລະ​ກັນ​ສັນ​ນັ້ນ

6 ແລະ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ​ຕ່າງໆ​ກັນ ຕາມ​ພຣະ​ຄຸນ​ທີ່​ໄດ້​ຊົງ​ໂຜດ​ປະ​ທານ​ແກ່​ພວກ​ເຮົາ ຄື​ຖ້າ​ເປັນ​ການ​ປະ​ກາດ​ພຣະ​ທັມ ກໍ​ຈົ່ງ​ປະ​ກາດ​ຕາມ​ຂະ​ຫນາດ​ແຫ່ງ​ຄວາມ​ເຊື່ອ

7 ຖ້າ​ເປັນ​ການ​ປະ​ຕິ​ບັດ​ກໍ​ຈົ່ງ​ປະ​ຕິບັດ ຖ້າ​ເປັນ​ການ​ສັ່ງ​ສອນ​ກໍ​ຈົ່ງ​ສັ່ງ​ສອນ

8 ຖ້າ​ເປັນ​ການ​ເຕືອນ​ສະ​ຕິ​ກໍ​ຈົ່ງ​ເຕືອນ​ສະ​ຕິ ຖ້າ​ເປັນ​ການ​ບໍ​ຣິ​ຈາກ​ກໍ​ຈົ່ງ​ບໍ​ຣິ​ຈາກ​ດ້ວຍບ​ໃຈ​ກວ້າງ​ຂວາງ ຜູ້​ຄຸ້ມ​ຄອງ​ກໍ​ຈົ່ງ​ຄຸ້ມ​ຄອງ​ດ້ວຍ​ເອົາ​ໃຈ​ໃສ່ ຜູ້​ທີ່​ສະ​ແດງ​ຄວາມ​ເມດ​ຕາ​ກໍ​ຈົ່ງ​ສະ​ແດງ​ດ້ວຍ​ໃຈ​ຍິນ​ດີ

9 ຈົ່ງ​ຣັກ​ດ້ວຍ​ໃຈ​ຈິງ ຈົ່ງ​ກຽດ​ຊັງ​ສິ່ງ​ຊົ່ວ ຈົ່ງ​ຍຶດ​ຫມັ້ນ​ໃນ​ສິ່ງ​ທີ່​ດີ

10 ຈົ່ງ​ຮັກ​ກັນ​ເຫມືອນ​ສັນ​ພີ່​ນ້ອງ ສ່ວນ​ການ​ທີ່​ໃຫ້​ກຽດ​ແກ່​ກັນ​ແລະ​ກັນ​ນັ້ນ​ຈົ່ງ​ຖື​ວ່າ​ຜູ້​ອື່ນ​ດີກວ່າ​ຕົນ

11 ຢ່າ​ຂີ້​ຄ້ານ ແຕ່​ຈົ່ງ​ເອົາ​ໃຈ​ໃສ່ ຈົ່ງ​ມີ​ຈິດ​ໃຈ​ຮ້ອນ​ຮົນ​ດ້ວຍ​ພຣະ​ວິນ​ຍານ ຈົ່ງ​ບົວ​ຣະ​ບັດອົງ​ພຣະ​ຜູ້​ເປັນ​ເຈົ້າ

12 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ຄວາມ​ໄວ້​ວາງ​ໃຈ ຈົ່ງ​ອົດ​ທົນ​ຕໍ່​ຄວາມ​ຍາກ​ລຳ​ບາກ ຈົ່ງ​ຫມັ່ນ​ເອົາ​ໃຈ​ໃສ່​ໃນ​ການ​ໄຫວ້ວອນ

13 ຈົ່ງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເມື່ອ​ເຂົາ​ຂັດ​ສົນ ຈົ່ງ​ຕ້ອນ​ຮັບ​ແຂກ​ດ້ວຍໃຈ​ເຫລື້ອມ​ໃສ

14 ຈົ່ງ​ອວຍ​ພອນ​ແກ່​ຄົນ​ທີ່​ຂົ່ມ​ເຫັງ​ເຈົ້າ ຈົ່ງ​ໃຫ້​ພອນ ຢ່າ​ປ້ອຍ​ດ່າ

15 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ກັບ​ຜູ້​ທີ່​ມີ​ຄວາມ​ຊົມ​ຊື່​ນ​ຍິນ​ດີ ຈົ່ງ​ຮ້ອງ​ໄຫ້​ກັບ​ຜູ້​ທີ່​ຮ້ອງ​ໄຫ້

16 ຈົ່ງ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຢ່າ​ຄຶດ​ໃຫຍ່​ໄຝ່​ສູງ ແຕ່​ຈົ່ງ​ຮັບ​ຮູ້​ຄົນ​ສາ​ມັນ​ຕ່ຳ​ຕ້ອຍ ຢ່າ​ຖື​ຕົວ​ວ່າ​ເປັນ​ຜູ້​ສ​ລາດ

17 ຢ່າ​ເຮັດ​ຊົ່ວ​ຕອບ​ແທ​ນ​ການ​ຊົ່ວ​ແກ່​ຜູ້​ນຶ່ງ​ຜູ້​ໃດ ແຕ່​ຈົ່ງ​ພ​ຍາ​ຍາມ​ເຮັດ​ແຕ່​ສິ່ງ​ທີ່​ທຸກ​ຄົນ​ເຫັນ​ວ່າ​ດີ

18 ຖ້າ​ເປັນ​ໄດ້​ໃນ​ເຣື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກ​ເຈົ້າ​ນັ້ນ ຈົ່ງ​ຢູ່​ຢ່າງ​ສ​ງົບ​ສຸກ​ກັບ​ຄົນ​ທັງ​ປວງ

19 ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້​ແຄ້ນ ແຕ່​ຈົ່ງ​ມອບ​ການ​ນັ້ນ​ໄວ້​ແກ່​ພຣະ​ພິ​ໂຣດ ດ້ວຍ​ວ່າ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, ການ​ແກ້​ແຄ້ນ​ເປັນ​ທຸ​ຣະ​ຂອງ​ເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບ​ແທນ”

20 ແຕ່ “ຖ້າ​ສັດ​ຕຣູ​ຂອງ​ເຈົ້າ​ຢາກ​ເຂົ້າ ຈົ່ງ​ໃຫ້​ເຂົາ​ກິນ ຖ້າ​ເຂົາ​ຢາກ​ນ້ຳ ຈົ່ງ​ໃຫ້​ເຂົາ​ດື່ມ ເພາະ​ວ່າ​ຖ້າ​ເຮັດ​ດັ່ງ​ນັ້ນ ເປັນ​ການກອງ​ຖ່ານ​ໄຟ​ແດງ​ໃສ່​ໄວ້​ເທິງ​ຫົວ​ຂອງ​ເຂົາ”

21 ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະ​ນະ​ເຈົ້າ ແຕ່​ຈົ່ງ​ຊະ​ນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ



13

1 ທຸກ​ຄົນ​ຈົ່ງ​ຍອມ​ຢູ່​ໃຕ້ບັງ​ຄັບ​ຜູ້​ມີ​ອຳ​ນາດ​ປົກ​ຄອງ ດ້ວຍ​ວ່າ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ ແລະ​ຜູ້​ທີ່​ມີ​ອຳ​ນາດ​ນັ້ນ​ກໍ​ແມ່ນ​ພຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ

2 ເຫດ​ສັນ​ນັ້ນ​ຜູ້​ທີ່​ຂັດ​ຂືນ​ອຳ​ນາດ​ນັ້ນ ກໍ​ຂັດ​ຂືນ​ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ ແລະ​ຜູ້​ທີ່​ຂັດ​ຂືນ​ນັ້ນ​ຈະ​ຕ້ອງ​ຖືກ​ພິ​ພາກ​ສາ​ລົງ​ໂທດ

3 ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນ​ບໍ່​ເປັນ​ຫນ້າ​ຢ້ານ​ສຳ​ລັ​ບ​ຄົນ​ທີ່​ເຮັດ​ການ​ດີ ແຕ່​ເປັນ​ຫນ້າ​ຢ້ານ​ສຳ​ລັ​ບ​ຄົນ​ທີ່​ເຮັດ​ການ​ຊົ່ວ ເຈົ້າ​ບໍ່​ຢາກ​ຢ້ານ​ຜູ້​ມີ​ອຳ​ນາດ​ຫລື ຖ້າ​ດັ່ງ​ນັ້ນ​ຈົ່ງ​ເຮັດ​ແຕ່ການ​ດີ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ເປັນ​ທີ່​ພໍ​ໃຈ​ຂອງ​ຜູ້​ມີ​ອຳ​ນາດ​ນັ້ນ

4 ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ເພື່ອ​ໃຫ້​ປ​ໂຍດ​ແກ່​ເຈົ້າ ແຕ່​ວ່າ​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ​ຈົ່ງ​ຢ້ານ ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນບໍ່​ໄດ້​ ຖື​ດາບ​ໄວ້​ຊື່ໆ ທ່ານ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ເປັນ​ຜູ້​ໃຊ້​ຄວາມ​ຮ້າຍ​ຂາດ​ແທນ​ພຣະ​ເຈົ້າ​ແກ່​ທຸກ​ຄົນ​ທີ່​ເຮັດ​ການ​ຊົ່ວ

5 ເຫດ​ສັນ​ນັ້ນ​ເຈົ້າ​ຈະ​ຕ້ອງ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ ບໍ່​ໃຊ່​ເພາະ​ເຫັນ​ແກ່​ຄວາມ​ຮ້າຍ​ຂາດແຕ່​ສິ່ງ​ດຽວ ແຕ່​ເພາະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ດ້ວຍ

6 ເພາະ​ເຫດ​ຜົນຢ່າງ​ດຽວ​ກັນ​ນັ້ນ​ເຈົ້າ​ຈຶ່ງ​ໄດ້​ເສັຽ​ສ່ວຍ​ສາ​ອາ​ກອນ ດ້ວຍ​ວ່າຜູ້​ມີ​ອຳ​ນາດ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ປະ​ຕິ​ບັດ​ຫນ້າ​ທີ່​ນີ້​ຢູ່

7 ເຈົ້າ​ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ຕາມ​ທີ່​ເຂົາ​ຄວນ​ໄດ້​ຮັບ ສ່ວຍ​ສາ​ອາ​ກອນ​ຄວນ​ໃຫ້​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ພາ​ສີ​ຄວນ​ເສັຽ​ໃຫ້​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ຄວາມຢໍາ​ເກງ​ຄວນ​ມີ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ກຽດ​ຕິ​ຍົດ​ຄວ​ນ​ມີ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ

8 ຢ່າ​ເປັນ​ຫນີ້​ສິ່ງ​ໃດ​ແກ່​ໃຜ​ນອກ​ຈາກ​ຄວາມ​ຮັກ​ຊຶ່ງ​ກັນ​ແລະ​ກັນ ເພາະ​ວ່າ​ຜູ້​ທີ່​ຮັກ​ເພື່ອນ​ມະ​ນຸດ​ກໍ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຢ່າງ​ຄົບ​ຖ້ວນ​ແລ້ວ

9 ເພາະ​ວ່າ​ຂໍ້​ບັນ​ຍັດ​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນ​ຊູ້ ຢ່າ​ຂ້າ​ຄົນ ຢ່າ​ລັກ​ຊັບ ຢ່າ​ໂລບ” ທັງ​ບັນ​ຍັດ​ຂໍ້​ອື່ນໆ​ກໍ​ຮວມ​ຢູ່​ໃນ​ຂໍ້​ນີ້ ຄື, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ”

10 ຄວາມ​ຮັກ​ບໍ່​ເຮັດ​ອັນ​ຕະ​ຣາຍ​ແກ່​ເພື່ອນ​ບ້ານ ເຫດ​ສັນ​ນັ້ນ​ຄວາມ​ຮັກ​ຈຶ່ງ​ເປັນ​ການ​ປະ​ຕິ​ບັດ​ຕາມຂໍ້​ບັນ​ຍັດ​ຢ່າງ​ຄົບ​ຖ້ວນ

11 ທີ່​ຄວນ​ຈະ​ເຮັດ​ດັ່ງ​ນີ້​ກໍ​ເພາະ​ພວກ​ເຈົ້າ​ໄດ້​ຮູ້​ຈັກ​ກາ​ລະ​ເວ​ລາ​ແລ້ວ​ວ່າ ບັດ​ນີ້​ເປັນ​ເວ​ລາ​ທີ່​ເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ​ແລ້ວ ດ້ວຍ​ວ່າ​ເວ​ລາ​ທີ່​ພວກ​ເຮົາ​ຈະ​ພົ້ນ​ນັ້ນ​ໃກ້ກວ່າ​ເວ​ລ່​ທີ່​ເຮົາ​ຫາ​ກໍ​ເຊື່ອ​ນັ້ນ

12 ກາງ​ຄືນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ ແລະ​ຮຸ່ງ​ເຊົ້າ​ກໍ​ໃກ້​ເຂົ້າ​ມາ ເຫດ​ສັນ​ນັ້ນ​ພວກ​ເຮົາ​ຈົ່ງ​ເລີກ​ເຮັດ​ການ​ຝ່າຍ​ຄວາມ​ມືດ ແລະ​ຈົ່ງ​ປະ​ກອບ​ຕົວ​ດ້ວຍ​ອາ​ວຸດ​ແຫ່ງ​ຄວາມ​ສວ່າງ

13 ພວກ​ເຮົາ​ຈົ່ງ​ປະ​ຕິ​ບັດ​ຕົວ​ໃຫ້​ເຫມາະ​ສົມ​ກັບ​ເວ​ລາ​ກາງ​ເວັນ ບໍ່​ແມ່ນ​ໃນ​ການ​ລ້ຽງ​ດ້ວຍ​ເສບ​ສຸ​ຣາ​ຢາ​ເມົາ ບໍ່​ແມ່ນ​ໃນ​ການວິ​ວາດ​ເຫິງ​ສາ​ກັນ

14 ແຕ່​ຈົ່ງ​ປະ​ຕິ​ບັດ​ຕົວ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ບຳ​ຣຸງ​ຕັນ​ຫາ​ຂອງ​ເນື້ອ​ກາຍ



14

1 ສ່ວນ​ຄົນ​ທີ່​ອ່ອນ​ໃນ​ຄວາມ​ເຊື່ອ​ນັ້ນ ຈົ່ງ​ຮັບ​ເຂົາ​ໄວ້ ແຕ່​ບໍ່​ໃຊ່​ເພື່ອ​ຖົກ​ຖຽງ​ກັນ​ໃນ​ເຣື່ອງ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ​ກັນ

2 ຄົນ​ນຶ່ງ​ຖື​ວ່າ​ຈະ​ກິນ​ອັນ​ໃດ​ກໍ​ໄດ້​ຫມົດ ແຕ່​ຄົນ​ທີ່​ຍັງ​ອ່ອນ​ໃນ​ຄວາມ​ເຊື່ອ​ກໍ​ກິນ​ແຕ່​ຜັກ​ເທົ່າ​ນັ້ນ

3 ຢ່າ​ໃຫ້​ຄົນ​ທີ່​ກິນັ້ນ​ຫມິ່ນ​ປມາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຄົນ​ທີ່​ບໍ່​ກິນ​ກ່າວ​ໂທດ​ຄົນ​ທີ່​ກິນ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ຮັບ​ເອົາ​ຜູ້​ນັ້ນ​ແລ້ວ

4 ເຈົ້າ​ນັ້ນ​ແມ່ນ​ໃຜ​ຈຶ່ງ​ກ່າວ​ໂທດ​ໃສ່​ບ່າວ​ຂອງ​ຜູ້​ອື່ນ ບ່າວ​ນັ້ນ​ຈະ​ຕັ້ງ​ຫ​ມັ້ນ​ຢູ່​ຫລື​ລົ້ມ​ລົງ​ກໍ​ສຸດ​ແລ້ວ​ແຕ່​ນາຍ​ຂອງ​ຕົນ ແລະ​ເຂົາ​ຄົງ​ຈະ​ຕັ້ງ​ຫ​ມັ້ນ​ຢູ່​ເປັນ​ແນ່ ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຣິດ​ອາດ​ໃຫ້​ຜູ້​ນັ້ນ​ຕັ້ງ​ຫມັ້ນ​ຢູ່​ໄດ້

5 ຄົນ​ນຶ່ງ​ຖື​ວ່າ​ວັນ​ນຶ່ງ​ດີ​ກວ່າ​ອີກວັນ​ນຶ່ງ ແຕ່​ອີກ​ຄົນ​ນຶ່ງ​ຖື​ວ່າ​ທຸກວັນ​ຫມືອນ​ກັນ ຄວນ​ໃຫ້​ທຸກ​ຄົນມີ​ຄວາມ​ແນ່​ໃຈ​ໃນ​ຄວາມ​ຄຶດ​ເຫັນ​ຂອງ​ຕົນ​ເອງ

6 ຜູ້​ທີ່​ຖືວັນ​ກໍ​ຖື​ດ້ວຍ​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ກິນ​ກໍ​ກິນ​ດ້ວຍ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ທ່ານ​ໄດ້​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ​ຜູ້​ທີ່​ບໍ່​ໄດ້​ກິນ​ຈຶ່ງ​ບໍ່​ໄດ້​ກິນ​ດ້ວຍ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຍັງ​ຂອບ​ພຣະ​ຄຸນ​ພຣະ​ອົງ

7 ໃນ​ພວກ​ເຮົາ​ບໍ່​ມີ​ຜູ້​ໃດ​ມີ​ຊີ​ວິດ​ຢູ່​ເພື່ອ​ຕົນ​ເອງ​ຝ່າຍ​ດຽວ ແລະ​ບໍ່​ມີ​ຜູ້​ໃດ​ຕາຍ​ເພື່ອ​ຕົນ​ເອງ​ຝ່າຍ​ດຽວ ດ້ວຍ​ວ່າ​ຖ້າ​ເຮົາ​ທັງ​ຫລາຍ​ມີ​ຊີ​ວິດ​ຢູ່​ກໍ​ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

8 ແລະ​ຖ້າ​ເຮົາ​ຕາຍ​ກໍ​ຕາຍ​ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ສັນ​ນັ້ນ​ຖ້າ​ເຮົາ​ທັງ​ຫລາຍ​ມີ​ຊີ​ວິດ​ຫລື​ຕາຍ​ກໍ​ດີ ເຮົາ​ກໍ​ເປັນ​ຄົນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

9 ເພາະ​ເຫດ​ນີ້​ແຫລະ, ພຣະ​ຄຣິດ​ຈຶ່ງ​ໄດ້​ສິ້ນ​ພຣະ​ຊົນ​ແລະ​ໄດ້​ຊົງ​ຄືນ​ພຣະ​ຊົນ​ອີກ ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຄົນ​ຕາຍ​ແລະ​ຂອງ​ຄົນ​ເປັນ

10 ແຕ່​ຕົວ​ເຈົ້າ​ເດ່, ເຫດ​ໃດ​ເຈົ້າ​ຈຶ່ງ​ກ່າວ​ໂທດ​ໃສ່​ພີ່​ນ້ອງ​ຂອງ​ຕົນ ຫລື​ເຈົ້າ​ຜູ້​ເປັນ​ອີກ​ຝ່າຍ​ນຶ່ງ ເຫດ​ໃດ​ຈຶ່ງ​ຫມິ່ນ​ປມາດ​ພີ່​ນ້ອງຂອງ​ຕົນ ດ້ວຍ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ຢືນ​ຢູ່​ຫນ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ

11 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ວ່າ ເຮົາ​ມີ​ຊີ​ວິ​ດຢູ່​ທ່ຽງ​ແທ້​ສັນ​ໃດ ທຸກ​ຄົນ​ຈະ​ຄຸ​ເຂົ່າ​ລົ​ງ​ຂາບ​ໄຫວ້​ເຮົາ ແລະ​ທຸກ​ສິ່ງ​ຈະ​ສັຣ​ເສີນ​ພຣະ​ເຈົ້າ”

12 ດັ່ງ​ນັ້ນ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ກາບ​ທູນ​ເຣື່ອງ​ຣາວ​ຂອງ​ຕົນ​ເອງ​ຕໍ່​ພຣະ​ເຈົ້າ

13 ເຫ​ດສັນ​ນັ້ນ​ພວກ​ເຮົາ​ຢ່າ​ກ່າວ​ໂທດ​ໃສ່​ກັນ​ແລະ​ກັນ​ອີກ​ຕໍ່​ໄປ ແຕ່​ວ່າ​ຈົ່ງ​ຕັ້ງ​ໃຈ​ເຮັດ​ດັ່ງ​ນີ້​ດີກວ່າ ຄື ຢ່າ​ໄດ້​ເອົາ​ສິ່ງ​ໃດ​ເປັນ​ເຫດ​ໃຫ້​ຊຸນ​ສະ​ດຸ​ດ​ຫລື​ລົ້ມ​ລົງ​ມາ​ຂວາງ​ທາງ​ຂອງ​ພີ່​ນ້ອງ

14 ເຮົາ​ຮູ້​ແລະ​ເຊື່ອ​ແນ່​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ວ່າ ບໍ່​ມີ​ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ ແຕ່​ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຖື​ວ່າ​ສິ່ງ​ໃດ​ເປັນ​ຂອງ​ຕ້ອງ​ຫ້າມ ມັນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳ​ລັບ​ຜູ້​ນັ້ນ​ແທ້

15 ຖ້າ​ພີ່​ນ້ອງ​ຂອງ​ເຈົ້າ​ເປັນ​ທຸກ​ໃຈ​ເພາະ​ອາ​ຫານ​ທີ່​ເຈົ້າ​ກິນ ເຈົ້າ​ກໍ​ບໍ່​ໄດ້​ປະ​ຕິ​ບັດ​ໄປ​ຕາມ​ທາງ​ແຫ່ງ​ຄວາມ​ຮັກ​ເສັຽ​ແລ້ວ ພຣະ​ຄຣິດ​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ຜູ້​ໃດ ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ຈິບ​ຫາຍ​ເພາະ​ອາ​ຫານ​ທີ່​ເຈົ້າ​ກິນ​ນັ້ນ

16 ສັນ​ນັ້ນ​ຢ່າ​ໃຫ້​ການ​ທີ່​ເຈົ້າ​ຖື​ວ່າ​ດີ​ນັ້ນ ເປັນ​ຂໍ້​ທີ່​ຄົນ​ອື່ນ​ຕິ​ຕຽນ​ໄດ້ ເພາະ​ວ່າ​ຣາ​ຊ​ອານາ​ຈັກ​ຂອງ​ພຣະ​ເຈົ້າບໍ່​ແມ່ນ​ຫມາຍ​ເຖິງ​ການ​ກິນ​ແລະ​ການ​ດື່ມ,

17 ແຕ່​ຫມາຍ​ເຖິງ​ຄວາມ​ຊອບ​ທັມ​ແລະ​ສັນ​ຕິ​ທັມ ກັບ​ຄວາມ​ຊົມ​ຊື່ນຍິນດີ​ທີ່ມາ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

18 ຜູ້​ທີ່​ບົ​ວ​ຣະ​ບັດ​ພຣະ​ຄຣິດ​ໃນ​ການ​ເຫລົ່າ​ນັ້ນ ກໍ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ ແລະ​ເປັນ​ທີ່​ຊອບ​ໃຈ​ມະ​ນຸດ​ດ້ວຍ

19 ເຫດ​ດັ່ງ​ນີ້​ພວກ​ເຮົາ​ຈົ່ງ​ສ​ແວງ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສ​ງົບ​ສຸກ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈະ​ເຣີນ​ແກ່​ກັນ​ແລະ​ກັນ

20 ຢ່າ​ທຳ​ລາຍ​ງານ​ຂອງ​ພຣະ​ເຈົ້າ​ຍ້ອນ​ເຣື່ອງ​ອາ​ຫານ ອາ​ຫານ​ທຸກ​ຢ່າງ​ບໍ່​ແມ່ນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ ແຕ່​ຄົນ​ໃດ​ທີ່​ກິນ​ອາ​ຫານ​ຊຶ່ງ​ເປັນ​ເຫດ​ໃຫ້​ຜູ້​ອື່ນ​ສະ​ດຸດ​ໃຈ​ກໍ​ມີ​ຄວາມ​ຜິດ

21 ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫລົ້າ​ແວງ ຫລື​ເຮັດ​ສິ່ງ​ໃດໆ​ທີ່​ເປັນ​ເຫດ​ໃຫ້​ພີ່​ນ້ອງ​ສະ​ດຸດ​ໃຈ​ກໍ​ເປັນ​ການ​ດີ​ຢູ່​ແລ້ວ

22 ຄວາມ​ເຊື່ອ​ທີ່​ເຈົ້າ​ມີ​ຢູ່​ນັ້ນ​ຈົ່ງ​ຍຶດ​ຖື​ໄວ້​ໃຫ້​ຫມັ້ນ​ລະ​ຫວ່າງ​ຕົວ​ເຈົ້າ​ກັບ​ພຣະ​ເຈົ້າ ຜູ້​ໃດ​ບໍ່​ມີ​ເຫດ​ທີ່​ຈະ​ຕິ​ຕຽນ​ຕົນ​ເອງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຊອ​ບ​ແລ້ວ​ນັ້ນ​ກໍ​ເປັນ​ສຸກ

23 ແຕ່​ຜູ້​ທີ່​ມີ​ຄວາມ​ສົງ​ສັຍ ຖ້າ​ຍັງ​ກິນ​ກໍ​ຖື​ວ່າ​ມີ​ຜິດ ເພາະ​ຜູ້​ນັ້ນ​ບໍ່ໄດ້​ກິນ​ຕາມ​ທີ່​ຕົນ​ເຊື່ອ ທັງ​ນີ້​ກໍ​ເພາະ​ການ​ກະ​ທຳ​ທີ່​ບໍ່​ໄດ້​ເກີດ​ຈາກ​ຄວາມ​ເຊື່ອ​ຫມັ້ນ​ກໍ​ເປັນ​ບາບ​ທັງ​ຫມົ​ດ



15

1 ຝ່າຍ​ເຮົາ​ທັງ​ຫລາຍ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມ​ແຂງ ຄວນ​ອົດ​ທົນຕໍ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຢຸດໆ​ຢ່ອນໆ ແລະ​ບໍ່​ຄວນ​ເຮັດ​ຕາມ​ຄວາມ​ຊອບ​ໃຈ​ຂອງ​ຕົນ​ເອງ

2 ເຮົາ​ທຸກ​ຄົນ​ຈົ່ງ​ເຮັດ​ໃຫ້​ເພື່ອນ​ບ້ານຊອບ​ໃຈ ເພື່ອ​ນຳ​ປ​ໂຍດ​ແລະ​ຄວາມ​ຈະ​ເຣີນ​ມາ​ສູ່​ເຂົາ

3 ເພາະ​ວ່າ​ພຣະ​ຄຣິດ​ບໍ່​ດ້​ເຮັດ​ສິ່ງ​ທີ່​ຊອບ​ພຣະ​ທັຍ​ ພຣະ​ອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຄຳ​ຫຍາບ​ຊ້າ​ຂອງ​ພວກ​ຄົນ​ທີ່ນິນ​ທາ​ພຣະອົງ​ເຈົ້າ ກໍ​ໄດ້​ຕົກ​ຖືກ​ຂ້າ​ພຣະ​ອົງ”

4 ດ້ວຍ​ວ່າ​ທຸກ​ສິ່ງ​ທີ່ຂຽນ​ໄວ້​ໃນ​ສະ​ໄຫມ​ກ່ອນ​ນັ້ນ ກໍ​ຂຽນ​ໄວ້​ເພື່ອ​ສັ່ງ​ສອນ​ພວກ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ມີ​ຄວາມ​ຫວັງ​ໂດຍ​ຄວາມ​ພຽນ​ແລະ​ຄວາມ​ຊ່ອຍ​ຊູ​ດ້ວຍ​ທາງ​ພຣະ​ຄັມ​ພີ​ນັ້ນ

5 ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຄວາມ​ພຽນ​ແລະ​ຄວາມ​ຊ່ອຍ​ຊູໃຈ​ນັ້ນ ຊົງ​ໂຜດ​ປະ​ທານ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ຕາມ​ຢ່າງ​ພຣະ​ເຢ​ຊູ​ຄຣິດ

6 ເພື່ອ​ພວກ​ເຈົ້າຈະ​ໄດ້​ພ້ອມ​ໃຈ​ກັນ​ສັຣ​ເສີນ​ພຣະ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັ​ງ​ຫລາຍ

7 ເຫດ​ສັນ​ນັ້ນ​ຈົ່ງ​ຕ້ອນ​ຣັບ​ຊຶ່ງ​ກັນ​ແລະ​ກັນ ເຫມືອນ​ຢ່າງ​ພຣະ​ຄຣິດ​ໄດ້​ຊົງ​ຕ້ອນ​ຮັບພວກ​ເຈົ້າ ເພື່ອ​ເປັນ​ພຣະ​ກຽດ​ຕິ​ຍົດ​ແກ່​ພຣະ​ເຈົ້າ

8 ເພາະ​ເຮົາ​ຖືວ່າ​ພຣະ​ຄຣິດ​ໄດ້​ຊົງ​ເກີດເປັນ​ຜູ້​ຮັບ​ໃຊ້​ພວກ​ທີ່​ຖື​ພິ​ທີ​ຕັດ ເພື່ອ​ສະ​ແດງ​ຄວາມ​ສັດ​ຈິງ​ຂອງ​ພຣະ​ເຈົ້າ, ເພື່ອ​ຈະ​ໃຫ້​ຂໍ້​ຄວາມ​ທີ່​ຊົງ​ສັນ​ຍາ​ໄວ້​ແກ່​ພວກ​ບັນ​ພະ​ບຸ​ຣຸດ​ນັ້ນ ຢັ້ງ​ຢືນ​ຫມັ້ນ​ຄົງ​ຢູ່

9 ແລະ​ເພື່ອ​ຄົນ​ຕ່າງ​ຊາດ​ຈະ​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ເຈົ້າ ເພາະ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເພາະ​ເຫດ​ນີ້​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ສັຣ​ເສີນ​ພຣະ​ອົງ ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ແລະ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ”

10 ແລະ​ມີ​ຄຳ​ກ່າວ​ອີກວ່າ, “ປະ​ຊາ​ຊາດ​ທັງ​ປວງ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ດ້ວຍ​ກັນ​ກັບ​ໄພ່​ພົນ​ຂອງ​ ພຣະ​ອົງ”

11 ແລະຍັງ​ຄຳ​ກ່າວ​ອີກວ່າ, “ປະ​ຊາ​ຊາດ​ທັງ​ປວງ​ເອີຍ, ຈົ່ງ​ສັຣ​ເສີນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ບັນ​ດາ​ໄພ່​ພົນ​ທັ​ງ​ຫລາຍ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ອົງ”

12 ແລະ​ເອ​ຊາ​ຢາ​ກໍ​​ກ່າວ​ອີກວ່າ, “ຈະ​ມີ​ຫນໍ່​ແນວ​ອອກ​ມາ​ຈາ​ກ ເຈ​ສ​ຊີ ຄື ຜູ້​ຈະ​ຊົງ​ບັງ​ເກີດ​ມາ​ຄຸ້ມ​ຄອງ​ປະ​ຊາ​ຊາດ​ທັງ​ຫລາຍ ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ”

13 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຄວາມ​ໄວ້​ວາງ​ໃຈ ຊົງ​ໂຜດ​ໃຫ້​ເຈົ້າ​ທັງ​ຫລາຍ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແລະ​ຄວາມ​ສຸກ​ໃນ​ຄວາມ​ເຊື່ອ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ລົ້ນ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ ໂດຍ​ຣິດ​ເດດ​ຂອງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

14 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ເຊື່ອ​ແນ່​ວ່າ​ພວກ​ເຈົ້າ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ດີ ແລະ​ພ້ອມ​ດ້ວຍ​ຄວາມ​ຮູ້​ທຸ​ກຢ່າງ ສາ​ມາດ​ຈະ​ເຕືອນ​ສະ​ຕິ​ກັນ​ແລະ​ກັນ​ໄດ້

15 ແຕ່​ທີ່​ເຮົາ​ຂຽນ​ບາງ​ຢ່າງ​ມາ​ເຖິງ​ພວກ​ເຈົ້າ ເພື່ອ​ເຕືອນ​ຄວາມ​ຈື່​ຈຳ​ຂອງ​ພວກ​ເຈົ້າ ກໍ​ເພາະ​ເຫດ​ຂອງ​ພຣະ​ຣາ​ຊ​ທານ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຊຶ່ງ​ໄດ້​ຊົງ​ໂຜດ​ປະ​ທານ​ແກ່​ເຮົາ

16 ເພື່ອ​ໃຫ້​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຍັງ​ຄົນ​ຕ່າງ​ຊາດ ໃນ​ຫນ້າ​ທີ່​ເປັນ​ປະ​ໂຣ​ຫິດ​ຝ່າຍ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ ເພື່ອ​ການ​ຖວາຍ​ພວກ​ຕ່າງ​ຊາດ​ທັງ​ຫລາຍ​ນັນ​ຈະ​ເປັນ​ທີ່​ຊອບ​ພຣະ​ທັຍ ຄື​ເປັນ​ທີ່​ຊຳ​ຮະ​ໄວ້​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

17 ເຫດ​ສັນ​ນັ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຮົາ​ຈຶ່ງ​ມີ​ສິ່ງ​ທີ່​ຈະ​ອວດ​ອ້າງ​ໄດ້ ຝ່າຍ​ການ​ປະ​ຕິ​ບັດ​ພຣະ​ເຈົ້າ

18 ດ້ວຍ​ວ່າ​ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງ​ໃດ​ນອກ​ຈາກ​ສິ່ງ​ຊຶ່ງ​ພຣະ​ຄຣິດ​ໄດ້​ຊົງ​ກະ​ທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳ​ສອນ​ແລະ​ກິຈ​ການ​ເພື່ອ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ເຊື່ອ​ຟັງ

19 ຄື​ດ້ວຍອິດ​ທິ​ຣິດ​ແຫ່ງ​ຫມາ​ຍສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ ໂດຍ​ຣິດ​ເດດ​ຂອງ​ພຣະ​ວິນຍານ ຈົນ​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ຢ່າງ​ຄົບ​ຖ້ວນ ຕັ້ງ​ແຕ່​ກຸງ​ເຢ​ຣູ​ຊາ​ເລັມ​ອ້ອມ​ໄປ​ຍັງ​ແຂວງ​ອິນ​ລີ​ຣີ​ກົນ

20 ສັນ​ນັ້ນ​ເຮົາ​ຈຶ່ງຕັ້ງ​ເປົ້າ​ຫມາຍໄວ້​ຢ່າງ​ນີ້​ວ່າ ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ບ່ອນ​ທີ່​ຍັງ​ບໍ່​ມີ​ຜູ້​ໃດ​ເຄີຍ​ໄດ້​ອອກ​ພຣະ​ນາມ​ຂອງ​ພຣະ​ຄຣິດ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ກໍ່​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ຄົນ​ອື່ນໄດ້​ວາງ​ໄວ້​ກ່ອນ​ແລ້ວ

21 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຄົນ​ທີ່​ບໍ່​ເຄີຍ​ໄດ້​ຮັບ​ຄຳ​ບອກ​ເຖິງ​ເຣື່ອງ​ພຣະ​ອົງ​ກໍ​ຈະ​ໄດ້​ເຫັນ ແລະ​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຟັງ​ກໍ​ຈະ​ໄດ້​ເຂົ້າ​ໃຈ”ໂປ​ໂລ​ຕັ້ງ​ໃຈ​ຈະ​ໄປກຸງ​ໂຣມ

22 ນີ້​ຄື​ເຫດ​ທີ່​ຂັດ​ຂວາງ​ເຮົາ​ຫລາຍ​ເທື່ອ​ຫ້າມ​ບໍ່​ໃຫ້​ເຮົາ​ມາ​ຫາ​ເຈົ້າ​ທັງ​ຫລາຍ

23 ແຕ່ດຽວ​ນີ້ບໍ່​ມີ​ກິດ​ທຸ​ຣະ​ທີ່​ຈະ​ຕ້ອ​ງຢູ່​ໃນ​ເຂດ​ເຫລົ່າ​ນີ້​ຕໍ່​ໄປ ເຮົາ​ມີ​ຄວາມ​ປາ​ຖ​ນາ​ຫລາຍ​ປີ​ມາ​ແລ້ວ​ທີ່​ຈະ​ມາ​ຫາ​ພວກ​ເຈົ້າ

24 ເມື່ອ​ເຮົາ​ຈະ​ໄປ​ປະ​ເທດ​ສະ​ເປນ ເພາະ​ເຮົາ​ຫວັງ​ວ່າ​ຂ​ນະ​ທີ່​ໄປ​ຕາ​ມທາງ​ນັ້ນ​ຈະ​ໄດ້​ພົບ​ພວກ​ເຈົ້າ ແລະ​ເມື່ອ​ໄດ້​ຣັບ​ຄວາມ​ຊື່ນ​ໃຈ​ກັບ​ພວກ​ເຈົ້າ​ຈັກ​ຫວ່າງ​ແລ້ວ​ກໍ​ຫວັງ​ວ່າ​ພວກ​ເຈົ້າ​ຈະ​ຊ່ອຍ​ຈັດ​ສົ່ງ​ໃຫ້​ເຮົາ​ເດີນ​ທາງ​ຕໍ່​ໄປ

25 ແຕ່​ປັດ​ຈຸ​ບັນ​ນີ້​ເຮົາ​ກຳ​ລັງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຊ່ອຍ​ສົງ​ເຄາະ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ

26 ດ້ວຍ​ວ່າ​ພວກ​ສິດ​ໃນ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອະ​ຂາ​ຢາ​ໄດ້​ເຫັນ​ຊອບ​ຈະ​ເຂົ້າ​ສ່ວນ​ບໍ​ຣິ​ຈາກ​ຊັບ ເພື່ອ​ຈັດ​ຝາກ​ໄປ​ຊ່ອຍ​ພວກ​ໄພ່​ພົນ​ທີ່​ທຸກ​ຍາກ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

27 ພວກ​ສິດ​ເຫລົ່າ​ນັ້ນ​ກໍ​ພໍ​ໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກ​ເຂົາ​ກໍ​ເປັນ​ຫນີ້​ພວກ​ໄພ່​ພົນ​ເຫລົ່າ​ນັ້ນ​ດ້ວຍ ເພາະ​ວ່າ​ຖ້າ​ເຂົາ​ໄດ້​ຮັບ​ຄົນ​ຕ່າງ​ຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນ​ຍານ​ຈິດ ກໍ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ຕ່າງ​ຊາດ​ນັ້ນ​ຈະ​​ໄດ້​ຊ່ອຍອຸ​ປະ​ຖັມ​ສິດ​ເຫລົ່າ​ນັ້ນ​ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອ​ກາຍ

28 ສັນ​ນັ້ນ​ເມື່ອ​ເຮົາ​ສຳ​ເຣັດ​ການມອບ​ຜົນ​ທານ​ນີ້​ໃຫ້​ແກ່​ເຂົາ​ແລ້ຍວ ເຮົາ​ກໍ​ຈະ​ໄປ​ປະ​ເທດ​ສະ​ເປນ​ໂດຍ​ຜ່ານ​ເຂດ​ທີ່​ພວກ​ເຈົ້າ​ຢູ່​ນັ້ນ

29 ແລະ​ເຮົາ​ຮູ້​ແນ່​ວ່າ ເມື່ອ​ເຮົາ​ມາ​ຫາ​ທັງ​ຫລາຍ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພຣະ​ພອນ​ອັນ​ບໍ​ຣິ​ບູນ​ຂອງ​ພຣະ​ຄຣິດ

30 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ດ້ວຍ​ເຫັນ​ແກ່​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ແລະ​ດ້ວຍ​ເຫັນ​ແກ່​ຄວາມ​ຮັກ​ອັນ​ຊົງ​ນຳ​ມາ​ດ້ວຍ​ພຣະ​ວິນ​ຍານ ເຮົາ​ອ້ອນວອນ​ຂໍ​ໃຫ້​ພວກ​ເຈົ້າ​ຊ່ອຍ​ໄຫວ້ວອນ​ພຣະ​ເຈົ້າ​ດ້ວຍ​ການ​ຕໍ່​ສູ້​ເພື່ອ​ເຮົາ

31 ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ມື​ຂອ​ພວກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູ​ດາຍ ແລະ​ເພື່ອ​ໃຫ້​ການ​ປະ​ຕິ​ບັດ​ເນື່ອງ​ດ້ວຍ​ຜົນ​ທານ​ຊຶ່ງ​ເຮົາ​ນຳ​ໄປ​ຍັງກຸງ​ເຢ​ຣູ​ຊາ​ເລັມ​ນັ້ນຈະ​ເປັນທີ່​ພໍ​ໃຈ​ແກ່​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ

32 ທັງເພື່ອ​ເຮົາຈະ​ໄດ້​ມາ​ຫາ​ພວກ​ເຈົ້າ ຕາມ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ ແລະ​ຈະ​ມີ​ຄວາມ​ເບີກ​ບານ​ສຳ​ຣານ​ໃຈ ເມື່ອ​ໄດ້​ພົບ​ພວກ​ເຈົ້າ

33 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ສັນ​ຕິ​ສຸກ​ ຈົ່ງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ ອາ​ແມນ



16

1 ເຮົາ​ຂໍ​ຝາກ​ນ້ອງ​ສາວ​ຂອງ​ເຮົາ​ໄວ້​ກັບ​ພວກ​ເຈົ້າ ຄື​ຟອຍ​ເບ ຜູ້​ຮັບ​ໃຊ້​ບົວ​ຣະ​ບັດ​ຄຣິ​ສ​ຕະ​ຈັກ​ທີ່​ຢຢູ່​ເມືອງ​ເກັນ​ເຂ​ໄອ

2 ຂໍ​ພວກ​ເຈົ້າ​ຈົ່ງ​ຮັບ​ນາງ​ໄວ້​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ສົມ​ຄວນ​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ຂໍ​ໃຫ້​ພວກ​ເຈົ້າ​ຊ່ອຍ​ນາງ​ໃນ​ທຸກ​ສິ່ງ​ທີ່​ນາງ​ຕ້ອງ​ການ ເພາະ​ນາງ​ໄດ້​ຊ່ອຍ​ສົງ​ເຄາະ​ຫລາຍ​ຄົນ​ຮວມ​ທັງ​ເຮົາ​ດ້ວຍ

3 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ປຣິ​ສ​ກາ​ແລະ​ທ່ານ​ອາ​ກີ​ລາ ຜູ້​ຮ່ວມ​ງານ​ກັບ​ເຮົາ​ໃນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ

4 ຊຶ່ງ​ໄດ້​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ເພື່ອ​ປ້ອງ​ກັນ​ຊີ​ວິດ​ຂອງ​ເຮົາ ເຮົາ​ຂໍ​ຂອບ​ຄຸນ​ເຂົາ​ທັງ​ສອງ ແລະ​ບໍ່​ໃຊ່​ແຕ່​ເຮົາ​ຜູ້​ດຽວ ແຕ່​ຄ​ຣິ​ສ​ຕະ​ຈັກ​ທຸກ​ບ່ອນ​ຂອງ​ພວກ​ຕ່າງ​ຊາດ​ກໍ​ຂອບ​ຄຸນ​ເຂົາ​ດ້ວຍ

5 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ຄ​ຣິ​ສ​ຕະ​ຈັກ​ທີ່​ຮ່ວມ​ປະ​ຊຸມ​ໃນ​ເຮືອນ​ຂ​ອງ​ເຂົາ​ເຫມືອນ​ກັນ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ເອ​ປາຍ​ເນດ​ເພື່ອນ​ທີ່​ຮັກ​ຂອງ​ເຮົາ ຜູ້​ເປັນ​ຜົນ​ແຣກ​ຝ່າຍ​ພຣະ​ຄຣິດ​ໃນ​ເຂດ​ແຂວງ​ອາ​ເຊັຽ

6 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ມາ​ຣິ​ອາ ຜູ້​ໄດ້​ເຮັດ​ການ​ຍາກ​ຫນັກ​ຫລາຍ​ປະ​ການ​ສຳ​ລັບ​ພວກ​ເຈົ້າ

7 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອັ​ນ​ດາ​ໂຣ​ນິ​ໂກກັບ​ນາງ​ຢູ​ເນັຽ ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ແລະ​ໄດ້​ຖືກ​ກັກ​ຂັງ​ດ້ວຍ​ກັນ​ກັບ​ເຮົາ ເຂົາ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ອັ​ຄ​ສາ​ວົກ ທັງ​ໄດ້​ຢູ່​ໃນ​ພຣະ​ຄຣິດ​ກ່ອນ​ເຮົາ​ດ້ວຍ

8 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອຳ​ເປັຽ ເພື່ອນ​ທີ່​ຮັກ​ຂອງ​ເຮົາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

9 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອູ​ຣະບາ​ນຜູ້​ຮ່ວມ​ງານກັບ​ພວກ​ເຮົາ​ໃນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ຄຣິດ ແລະ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຊະ​ຕາ​ຂີ ເພື່ອນ​ທີ່​ຮັກ​ຂອງ​ເຮົາ

10 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​​ທ່ານ​ອະ​ເປ​ເລ ຜູ້​ເປັນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ຄຣິດ ຂໍ​ຝາກ​ຄວາມ​ຄຶດ​ເຖິງມາ​ຍັງໄທ​ເຮືອນ​ທ່ານອາ​ຣິດ​ໂຕ​ບູ​ໂລ

11 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ເໜ​ໂນດ​ຣ​ໂອນເພື່ອນ​ຮ່ວມ​ຊາດ​ກັບ​ເຮົາ ແລະ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ໄທ​ເຮືອນ​ຂອງ​ທ່ານ​ນາ​ຣະ​ກິດທີ່​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

12 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ທີ​ຝາຍ​ນາ ແລະ​ນາງ​ທີໂຟ​ຊາ ຜູ້​ໄດ້​ເຣັດ​ການ​ຍາກ​ຫນັກ​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ເປ​ຊີ​ດາ ເພື່ອນ​ທີ່​ຮັກ​ຜູ້​ໄດ້​ເຮັດ​ການ​ຍາກ​ຫນັກ​ຫລາຍ​ໃນ​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

13 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຣູ​ໂຟ​ ຜູ້​ດີ​ເລີດ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ມານ​ດາ​ຂອງ​ທ່ານ​ຊຶ່ງ​ເປັນ​ເຫມືອນ​ມານ​ດາ​ຂອງ​ເຮົາ​ດ້ວຍ

14 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອາ​ຊິນ​ກຣີ​ດ ທ່ານ​ຟະເລ​ໂຄນ ທ່ານ​ເຮ​ລະ​ເມ ທ່ານ​ປະ​ໂຕ​ບາ ທ່ານ​ເຮ​ລະ​ມາ ແລະ​ບັນ​ດາ​ພີ່​ນ້ອງ​ທີ່​ຢູ່​ກັບ​ເຂົາເຫລົ່າ​ນັ້ນ

15 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຟີ​ໂລໂລກ ແລະ​ນາງ​ຢູ​ເລັຽ ທ່ານ​ເນ​ເຣ​ກັບ​ນ້ອງ​ສາວ​ຂອ​ງ​ທ່ານ ແລະ​ທ່ານ​ໂອ​ລິມປາກັບ​ບັນ​ດາ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ຢູ່​ກັບ​ຄົນ​ເຫລົ່າ​ນັ້ນ

16 ຈົ່ງ​ຄຳ​ນັບ​ກັນ​ແລະ​ກັນ​ດ້ວຍ​ທັມ​ນຽມ​ຈູບ​ອັນ​ບໍ​ຣິ​ສຸດ ບັນ​ດາ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ຄຣິດກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ

17 ບັດ​ນີ້​ພວກ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ອ້ອນວອນ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ສັງ​ເກດ​ເບິ່ງ​ຄົນ​ເຫລົ່າ​ນັ້ນ ທີ່​ກໍ່​ເຫດ​ວິ​ວາດ​ແລະ​ເຣັດ​ໃຫ້​ຄົນ​ອື່ນ​ຫລົງ ຊຶ່ງ​ເປັນ​ການ​ຜິດ​ຄຳ​ສອນ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ມາ​ແລ້ວ ຈົ່ງ​ປິ່ນ​ຫນ້າຫນີ​ຈາກ​ຄົນ​ພວກ​ນັ້ນ​ເສັຽ

18 ດ້ວຍ​ວ່າ​ຄົນ​ຢ່າງ​ນັ້ນ​ກໍ​ບໍ່​ໄດ້​ບົ​ວ​ຣະ​ບັດ​ພຣະ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແຕ່​ໄດ້​ບົວ​ຣະ​ບັດ​ປ​ໂຍດ​ສ່ວນ​ຕົວ ແລະ​ໄດ້​ຫລອກ​ລໍ້​ຄົນ​ຊື່​ໃຫ້​ຫລົງ​ດ້ວຍ​ຄຳ​ທະ​ເລາະ​ອ່ອນ​ຫວານ

19 ການ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ເຊື່ອ​ຟັງ​ນັ້ນ​ກໍ​ຊ່າ​ລື​ໄປ​ເຖິງຫູ​ຄົນ​ທັງ​ປວງ​ແລ້ວ ເຮົາ​ຈຶ່ງ​ມີ​ຄວາມ​ຍິນ​ດີ​ເພາະ​ເຈົ້າ​ທັງ​ຫລາຍ ແຕ່​ຢາກ​ໃຫ້​ພວກ​ເຈົ້າ​ສ​ລຽວ​ສ​ລາດ​ຝ່າຍ​ການ​ດີ ແລະ​ໃຫ້​ເປັນ​ຄົນ​ໂງ່​ຝ່າ​ຍການ​ຊົ່ວ

20 ຍັງ​ບໍ່​ຊ້າ​ບໍ່​ນານ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ຈະ​ຊົງ​ປາບ​ຊາ​ຕານ​ໃຫ້​ຫມຸ່ນ​ລົງ​ໃຕ້​ພື້ນ​ຕີນ​ຂອງ​ເຈົ້າ​ທັ​ງ​ຫລາຍ ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ສະ​ຖິດຢູ່ກັບ​ພວກ​ເຈົ້າ​ເທີນ

21 ທ່ານ​ຕີ​ໂມ​ທຽວ​ເພື່ອ​ຮ່ວມ​ງານ​ກັບ​ເຮົາ ແລະ​ທ່ານ​ລູ​ກີ​ໂອ ທ່ານ​ຢາ​ໂຊ​ນ ທ່ານ​ໂຊ​ຊີ​ປາໂທ ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ

22 ຂ້າ​ພະ​ເຈົ້າ ຄື ເຕ​ຣະ​ຕຽວ​ຜູ້​ຂຽນ​ຈົດ​ຫມາຍ​ສະ​ບັບ​ນີ້ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ທ່ານ​ໃນ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ

23 ທ່ານ​ຄາ​ໂຍເຈົ້າ​ຂອງ​ບ້ານ ຜູ້​ຮັບ​ລ້ຽງ​ເຮົາ​ແລະ​ຜູ້​ບຳ​ຣຸງຄ​ຣິ​ສ​ຕະ​ຈັກ​ຫນ່ວຍ​ນີ້ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ເອ​ຣາ​ຊະ​ໂຕ​ພະ​ນັກ​ງານ​ຄັງ​ຂອງ​ເມືອງ ແລະ​ກູ​ອາ​ໂຕ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ

24 ຂໍ​ໃຫ້​ພຣະ​ຄຸນ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ເທີນ ອາ​ແມນ

25 ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ຜູ້​ຊົ​ງ​ຣິດ​ອາດ​ໃຫ້​ເຈົ້າ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຕາມ​ຂ່າວ​ປະ​ເສີດ​ຊື່ງ​ເຮົາ​ປະ​ກາດ​ນັ້ນ ຕາມ​ທີ່​ໄດ້​ປະ​ກາດ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ ຕາມ​ການ​ເປີດ​ເຜີຍ​ຂໍ້​ຄວາມ​ອັນ​ເລິກ​ລັບ ຊຶ່ງ​ໄດ້​ປົກ​ບັງ​ໄວ້​ຕັ້ງ​ແຕ່​ອະ​ດີຕ​ການ​ພຸ້ນ

26 ແຕ່​ບັດ​ນີ້​ໄດ້​ເປີດ​ເຜີຍ​ໃຫ້​ປາ​ກົດ​ແລ້ວ ແລະ​ໂດຍ​ຄັມ​ພີ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຕາ​ມ​ຊຶ່ງ​ພຣະ​ເຈົ້າ​ຜູ້​ຊົງ​ຕັ້ງ​ຢູ່​ຖາ​ວອນ​ໄດ້​ຊົງ​ບັນ​ຍັດ​ໄວ້ ກໍ​ໄດ້​ເປີດ​ເຜີຍອອ​ກ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ເຫັນ​ແຈ້ງ​ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ຟັງ

27 ໂດຍ​ພຣະ​ເຢ​ຊູ​ຄຣິດ ພຣະ​ກຽດ​ຕິ​ຍົດ ຈົ່ງ​ມີ​ແກ່​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ປັນ​ຍາ​ແຕ່​ອົງ​ດຽວ​ສືບໆ​ໄປ​ເປັນ​ນິດ ອາ​ແມນ



AMAZING GRACE BIBLE INSTITUTE