personal Saviorແມ່ນຫຍັງຄືຈຸດມຸ້ງໝາຍທີ່ທ່າ ນໄດ້ຕ້ອນຮັບພະເຍຊູເຂົ້າມາໃນຊີວິດ ທີ່ພຣະອົງເປັນເໝືອນກັບຜູ້ທີ່ຊ່ວຍເຫຼືອ ເຮົາໃຫ້ພົ້ນຈາກຄວາມບາບ?ທ່ານເອງເຄີຍໄດ້ຕ້ອນຮັບພະເຍຊູໃຫ້ເປັນຜູ້ຊ່ວ ຍເຫຼືອທ່ານໃຫ້ພົ້ນຈາກຄວາມບາບແລ້ວຫຼືບໍ່? ກ່ອນທີ່ທ່ານ ຈະຕອບຄຳຖາມນີ້ ຂໍໃຫ້ເຮົາໄດ້ອະທິບາຍຄວາມໝາຍຂອງຄຳຖາມນີ້ເສຍກ່ອນ ເພື່ອທີ່ຈະໄດ້ເຂົ້າໃຈໃນຄຳຖາມນັ້ນ ຢ່າງຖືກຕ້ອງ ພຣະເຍຊູແມ່ນໃຜ? ຫຼາຍໆຄົນອາດຈະຮູ້ຈັກວ່າ ພຣະເຍຊູ ເປັນເໝືອນຜູ້ຊາຍທີ່ດີຄົນໜຶ່ງ, ເປັນຄູທີ່ຍິ່ງໃຫຍ່ ຫຼື ແມ້ນກະທັ້ງວ່າເປັນຜູ້ເຜີຍແຜ່ວະຈະນະຂອງພຣະເຈົ້າ. ທີ່ກ່າວມານີ້ເປັນຄຳຈຳກັດຄວາມທີ່ຖືກຕ້ອງທີ່ສຸດຂອງພຣະເຍຊູ ແຕ່ກໍ່ບໍ່ໄດ້ກຳນົດລົງຢ່າງຊັດເຈນວ່າ ແທ້ຈິງແລ້ວພຣະອົງແມ່ນໃຜ. ໃນພຣະຄຳພີໄດ້ແຈ້ງແກ່ພວກເຮົາວ່າ ພຣະເຍຊູ ເປັນພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງມະນຸດ, ເປັນພຣະເຈົ້າທີ່ກາຍຮ່າງມາເປັນມະນຸດ (ໃນພຣະຄຳພີຢອນ ບົດທີ 1 ຂໍ້ທີ 1 ແລະ ຂໍ້ທີ 14). ພຣະເຈົ້າລົງມາຍັງໂລກເພື່ອສອນພວກເຮົາ, ຮັກສາພວກເຮົາ, ລົງໂທດພວກເຮົາ, ໃຫ້ອະ ໄພເຮົາ ແລະ ຕາຍເພື່ອເຮົາ. ພຣະເຍຊູ ຄຣີດສ ຄືພຣະເຈົ້າ, ຜູ້ສ້າງຊັບພະສິ່ງ, ເປັນຈອມພິທັກທີ່ຍິ່ງໃຫຍ່ ແລະທີ່ກ່າວມາທັງໝົດນີ້ ຈະກະທຳໃຫ້ທ່ານໄດ້ຕ້ອນຮັບພຣະເຍຊູ ຄຣີດສໄດ້ແລ້ວຫຼືບໍ່? ![]() ແມ່ນຫຍັງຄືພຣະໄຖ່ເຮົາຈາກຄວາມບາບ ແລະ ເປັນຫຍັງເຮົາຈຶ່ງຕ້ອງການພຣະໄຖ່? ໃນພຣະທຳ ກໍ່ໄດ້ແຈ້ງແກ່ເຮົາ ວ່າເຮົາທຸກຄົນເປັນຄົນບາບ ມານຊາຕານໄດ້ລິດອຳນາດໃນການຫຼອກລວງຂອງມັນຜູກມັດເຮົາ (ເບິ່ງໃນພຣະທຳໂຣມ ບົດທີ 3 ຂໍ້ທີ 10-18) ເພາະເຫດນັ້ນຜົນຂອງມັນຄື ພວກເຮົາກໍ່ຕົກຢູ່ໃນຄວາມບາບນັ້ນ ເຮົາກໍ່ເປັນຜູ້ທີ່ສົມຄວນແລ້ວ ກັບການລົງໂທດທີ່ພິໂຣດ ແລະ ການພິພາກສາຂອງພຣະເຈົ້າ. ການລົງໂທດເປັນຫົນທາງດຽວເທົ່ານັ້ນສຳລັບການກະ ທຳຄວາມຜິດບາບ ເມື່ອທຽບກັບຄວາມເປັນນິລັນຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າເປັນຜູ້ພິພາກສານິລັນ (ພຣະທຳໂຣມບົດທີ 6 ຂໍ້ທີ 23, ພຣະທຳວິອນ ບົດທີ 20 ຂໍ້ທີ 11-15). ນັ້ນຄືເຫດຜົນທີ່ວ່າເປັນຫຍັງເຮົາຕ້ອງ ການຜູ້ໄຖ່ ! ພຣະເຍຊູ ຄຣີດສ ສະເດັດລົງມາໂລກນີ້ ແລະ ສີ້ນຊີວິດແທນພວກເຮົາ. ເພາະວ່າພຣະອົງເປັນພຣະເຈົ້າທີ່ຢູ່ໃນ ຮ່າງກາຍຂອງມະນຸດ ການສີ້ນຊີວິດຂອງພຣະເຍຊູ ຈຶ່ງເປັນການໄຖ່ບາບທີ່ບໍ່ສິ້ນສຸດຂອງພວກເຮົາ (ເບິ່ງໃນພຣະທຳ 2 ໂຄຣິນ ບົດທີ 5 ຂໍ້ທີ 21) ພຣະເຍຊູສິ້ນຊີວິດ ເພື່ອຈ່າຍຄ່າຄວາມບາບຂອງພວກເຮົາ (ເບິ່ງໃນພຣະທຳໂຣມບົດທີ 5 ຂໍ້ທີ 8) ພຣະເຍຊູຈ່າຍຄ່າຄວາມບາບຂ ອງເພື່ອພວກເຮົາທັງຫຼາຍຈະຕ້ອງບໍ່ໄດ້ຈ່າຍເອງ. ພຣະເຍຊູຟື້ນຈາກຄວາມ ຕາຍເພື່ອພິສູດໃຫ້ເຫັນວ່າ ການສິ້ນຊີວິດຂອງພະອົງນັ້ນ ພຽງພໍແລ້ວກັບຄ່າຄວາມຜິດບາບຂອງພວກເຮົາ ນັ້ນກໍ່ເປັນ ເພາະເຫດຜົນທີ່ວ່າ ພຣະເຍຊູເປັນພຣະຜູ້ໄຖ່ຄວາມຜິດບາບຂອງເຮົາພຽງອົງດຽວ (ໃນພຣະຄຳພີຢອນ ບົດທີ 14 ຂໍ້ທີ 6, ພຣະກິດຈະກຳຂອງອັກຄະຣະທູດ ບົດທີ 4 ຂໍ້ທີ 12). ແລ້ວທ່ານຈະວາງໃຈໃຫ້ພຣະເຍຊູເປັນພຣະໄຖ່ ຂອງທ່ານໄດ້ແລ້ວບໍ່? ທ່ານໃຫ້ພຣະເຍຊູເປັນພຣະໄຖ່ “ສ່ວນຕົວ” ຂອງທ່ານແລ້ວຫຼືບໍ່? ມີຄົນຫຼວງຫຼາຍທີ່ມອງວ່າຊາວຄຣີດສຕຽນຕ້ອງໄປໂບດ ໄປເຮັດພິທີຕ່າງໆຮ່ວມກັນໃນໂບດ ບໍ່ປະຕິບັດແບບນັ້ນ ບໍ່ແມ່ນຊາວຄຣີດສ. ແທ້ຈິງແລ້ວຊາວຄຣີດສກໍ່ຄືບຸກຄົນທີ່ມີຄວາມສຳພັນອັນດີກັບພຣະເຍຊູ ຄຣີດສ ຍອມໃຫ້ທ່ານເປັນ ຜູ້ຊ່ວຍໃຫ້ລອດ ນັ້ນກໍ່ໝາຍຄວາມວ່າຕົວຂອງທ່ານເອງຈະຕ້ອງຍອມຮັບ ມີຄວາມເຊື່ອແລະໄວ້ວາງໃຈກັບພຣະອົງ ເສຍກ່ອນ ບໍ່ມີໃຜທີ່ຈະປົກປ້ອງຜູ້ທີ່ມີຄວາມເຊື່ອທີ່ແຕກຕ່າງກັນ ບໍ່ມີໃຜທີ່ຈະຍົກໂທດໃຫ້ແກ່ຜູ້ທີ່ກະທຳບາບໄດ້ຢ່າງ ແນ່ນອນ ມີທາງດຽວທີ່ເຮົາຈະໄດ້ຮັບບການປົກປ້ອງກໍ່ຄື ການທີ່ຈະມີຄົນຕ້ອນຮັບພຣະເຍຊູຄຣີດສ ເປັນພຣະຜູ້ຊ່ວຍ ໃຫ້ລອດ ເຊື່ອແລະໄວ້ວາງໃຈໃນການສິ້ນຊີວິດ ຂອງພຣະເຍຊູ ປຽບເໝືອນການຊຳລະໂທດບາບຜິດຂອງທ່ານ ແລະ ການຟື້ນຈາກຄວາມຕາຍທີ່ເປັນກາ ນຍືນຍັງວ່າທ່ານໄດ້ຈະໄດ້ຮັບຊີວິດທີ່ເປັນນີລັນ (ເບິ່ງພຣະທຳຢອນ ບົດທີ 3 ຂໍ້ທີ 16). ທ່ານໄດ້ຮັບພຣະເຍຊູເປັນພຣະຜູ້ຊ່ວຍໃຫ້ລອດສຳລັບຕົວເອງຫຼືຍັງ? ຖ້າຫາກທ່ານຕ້ອງການຮັບເອົາພຣະເຍຊູເປັນພຣະຜູ້ຊ່ວຍໃຫ້ລອດ ໃຫ້ກ່າວຄຳເວົ້າເຫຼົ່ານີ້ກັບພຣະເຈົ້າ. ຈົ່ງຈຳໄວ້ສະ ເໝີວ່າ ຜູ້ກ່າວຄຳອະທິຖານ ຫຼືຜູ້ອະທິຖານເພື່ອຈະບໍ່ຮັບເອົາການປົກປ້ອງ. ທາງດຽວເທົ່ານັ້ນຄື ການວາງໃຈ ເລະ ເຊື່ອໃຈໃນພຣະຄຣີດສ ເພື່ອພຣະອົງຈະປົກປ້ອງທ່ານຈາກຄວາມບາບໄດ້. ນີ້ເປັນຄຳອະທິຖານງ່າຍໆທີ່ບອກແກ່ ພະເຈົ້າວ່າ ຕົວທ່ານເອງນັ້ນເຊື່ອແລະວາງໃຈໃນພຣະອົງ ແລະ ຂໍຂອບໃຈພຣະອົງສຳລັບການຊ່ວຍໃຫ້ພົ້ນຈາກ ບຶງໄຟນາຮົກ ແລະ ໃຫ້ເຮົາມີຊີວິດລອດຈາກຄວາມບາບ ![]() “ຂ້າແຕ່ພຣະບິດາ ຂ້າພຣະອົງ ຮູ້ວ່າຂ້າພຣະອົງມີຄວາມ ບາບ ແລະ ສົມຄວນທີ່ຈະໄດ້ຮັບການລົງໂທດຢ່າງສາສົມນັ້ນ, ແຕ່ພຣະເຍຊູຄຣີດສໄດ້ຮັບເອົາໂທດບາບຂອງຂ້າ ພະອົງນັ້ນໄປ ເພື່ອທີ່ຈະໃຫ້ຂ້າພະອົງໄດ້ຜ່ານຄວາມເຊື່ອ ແລະ ການໄວ້ວາງໃຈໃນພຣະອົງນັ້ນ. ຂ້າພຣະອົງໄດ້ ຮັບການອະໄພບາບ. ຂ້າພຣະອົງຫັນກັບຈາກຄວາມບາບຜິດທັງໝົດທັງສີ້ນແລ້ວ ແລະ ມີຄວາມເຊື່ອວ່າພຣະອົງນັ້ນ ຊ່ວຍໃຫ້ຂ້າພຣະອົງຈາກຄວາມບາບໄດ້. ນະບັດນີ້ຂ້າພຣະອົງຂໍຕ້ອນຮັບພຣະເຍຊູຄຣີດສເຂົ້າມາເປັນພຣະຜູ້ຊ່ວຍ ໃຫ້ລອດຂອງຂ້າພຣະອົງ ແລະ ຂອບໃຈສຳລັບຄວາມເມດຕາອັນແສນວິເສດ ອະໄພບາບຜິດ ແລະ ຂໍປະທານໃຫ້ກັບ ຂ້າພຣະອົງ ຄືຊີວິດນີລັນ” ອາເມນ!" |