1 Thessalonians
you will need the DokChampa font - click here


1 ເທຊະໂລນິກ


1

1 ໂປ​ໂລ ກັບ​ຊີລາ​ວານ ແລະ​ຕີ​ໂມ​ທຽວ ເຖິງ ຄ​ຣິ​ສ​ຕະ​ຈັກ​ຂອງ​ຊາວ​ເທ​ຊະ​ໂລ​ນິ​ກ​ໃນ​ພຣະ​ບິ​ດາ​ເຈົ້າ​ແລະ​ໃນ​ພຣະ​ອົງ​ເຈົ້າ​ເຢ​ຊູ​ຄຣິດ ຂໍໃຫ້​ພຣະ​ຄຸ​ນ​ແລະ​ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ພີ່​ນ້ອງ​ທັງ​ຫລາຍ​ເທີນ

2 ພວກ​ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເພາະ​ເຈົ້າ​ທັງ​ປວງ​ຢູ່​ສເມີ ແລະ​ໃນ​ຄວາມ​ອ້ອນວອນ​ຂອງ​ພວ​ກ​ເຮົາ​ກໍ​ເອີ່ຍ​ເຖິງ​ພວກ​ເຈົ້າ​ຢູ່

3 ໂດຍ​ບໍ່​ໄດ້​ຢຸດ​ຢັ້ງ​ໃນ​ການ​ລະ​ນຶກ​ເຖິງ​ກິ​ຈ​ການ​ຂອງ​ເຈົ້າ​ທັງ​ຫລາຍ ອັນ​ເກີດ​ມາ​ຈາກ​ຄວາມ​ເຊື່ອ ກັບ​ທັງ​ການ​ງານ​ອັນ​ຫນັກ​ຫນ່ວງ​ທີ່​ພວ​ກ​ເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມ​ຮັກ ແລະ​ຄວາມ​ຫມັ່ນ​ພຽນ​ອັນ​ມີ​ມາ​ຈາກ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ

4 ພີ່​ນ້ອງ​ທັງ​ຫລາຍ​ຜູ້​ເປັນ​ທີ່​ຮັກ​ຂອງ​ພຣະ​ເຈົ້າ​ເອີຍ, ພວກ​ເຮົາ​ຮູ້​ເຖິງ​ການ​ຊົງ​ເລືອກ​ເຈົ້າ​ທັງ​ຫລາຍ​ໄວ້​ແລ້ວ​ນັ້ນ

5 ເພາະ​ວ່າ​ຂ່າວ​ປະ​ເສີດ​ຂອງ​ເຮົາ​ບໍ່​ໄດ້​ມາ​ເຖິງ​ພວກ​ເຈົ້າ​ພໍ​ເປັນ​ແຕ່​ຖ້ອຍ​ຄຳ​ເທົ່າ​ນັ້ນ ແຕ່​ວ່າ​ໄດ້​ມາ​ດ້ວຍ​ຣິດ​ອຳ​ນາດ​ກັບ​ທັງ​ພຣະ​ວິນ​ຍານ​ບໍ​ຣິສຸດ ແລະ​ຄວາມ​ໄວ້​ວາງ​ໃຈ​ອັນ​ຄົບ​ຖ້ວນ​ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ ພວກ​ເຮົາ​ກາຍ​ເປັນ​ຄົນ​ຢ່າງ​ໃດ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ເພາະ​ເຫັນ​ແກ່​ເຈົ້າ​ທັງ​ຫລາຍ

6 ແລະ​ຝ່າຍພວກ​ເຈົ້າ, ກໍ​ໄດ້​ກາຍ​ເປັນ​ຜູ້​ຊອບ​ເອົາ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ພ້ອມ​ທັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ ເຖິງ​ແມ່ນວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຖືກ​ຄວາມ​ຍາກ​ລຳ​ບາກ​ອັນ​ຫລວງ​ຫລາຍ​ກໍ​ຕາມ ພວກ​ເຈົ້າ​ກໍ​ໄດ້​ຮັບ​ພຣະ​ທັມ​ນັ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

7 ຈົນ​ເຈົ້າ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ແລ້ວ ໃນ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອະ​ຂາ​ຢາ

8 ເພາະ​ວ່າ​ພຣະ​ທັມ​ຂອງ​ພຣະ​ອົງ​ເຈົ້າ​ໄດ້​ອອກ​ຈາກ​ພວກ​ເຈົ້າ​ຊ່າ​ລື​ກ້ອງ​ໄປ ບໍ່​ໃຊ່​ແຕ່​ໃນ​ແຂວງ​ມາເກ​ໂດ​ເນັຽ​ແລະ​ແຂວງ​ອະ​ຂາ​ຢາ​ເທົ່າ​ນັ້ນ ແຕ່​ຂ່າວ​ແຫ່ງ​ຄວາມ​ເຊື່ອ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ນັ້ນ​ໄດ້​ຊ່າ​ລືອອ​ກ​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ ຈົນ​ພວກ​ເຮົາ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ

9 ດ້ວຍ​ວ່າ​ຄົນ​ເຫລົ່າ​ນັ້ນ​ເອງ​ກໍ​ໄດ້​ລາຍ​ງານ​ເຖິງ​ເຣື່ອງ​ພວກ​ເຮົາ​ວ່າ ເຮົາ​ໄດ້​ເຂົ້າ​ມາ​ຫາ​ເຈົ້າ​ດ້ວຍ​ຢ່າງ​ໃດ ແລະ​ພວກ​ເຈົ້າ​ໄດ້​ອ​ວ່າຍ​ຫນີ​ຈາກ​ພຣະ​ທຽມ​ມາ​ຫາ​ພຣະ​ເຈົ້າ​ດ້ວຍ​ຢ່າງ​ໃດ ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ແລະ​ຜູ້​ທ່ຽງ​ທັມ

10 ແລະ​ຄອຍ​ຖ້າ​ພຣະ​ບຸດ​ຂອງ​ພຣະ​ອົງ​ຈາກ​ສວັນ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ບຸດ​ນັ້ນ​ຄືນຂຶ້ນ​ມາ​ຈາກ​ຕາຍ ຄື​ພຣະ​ເຢ​ຊຜູ້​ໄດ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ​ຈາກ​ພຣະ​ພິ​ໂຣດ​ທີ່​ຈະ​ມີ​ມາ​ນັ້ນ



2

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກ​ເຮົາ​ໄດ້​ມາ​ຫາ​ພຣະ​ເຈົ້າ​ນັ້ນ​ບໍ່​ເປັນ​ການ​ເສັຽ​ປ​ໂຍດ

2 ແຕ່​ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ທົນ​ການ​ຍາກ​ລຳ​ບາກ​ມາ​ກ່ອນ ແລະ​ໄດ້​ຮັບການ​ປະ​ຈານ​ຂາຍ​ຫນ້າ​ທີ່​ເມືອງ​ຟີ​ລິບ​ປອຍ ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ແລ້ວ​ນັ້ນ ພວກ​ເຮົາ​ກໍ​ຍັງ​ມີ​ໃຈ​ກ້າ​ໃນ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຈົ້າ​ແກ່​ພວກ​ເຈົ້າ ດ້ວຍ​ມີ​ການ​ຕໍ່​ສູ້​ຢ່າງ​ຫລວງ​ຫລາຍ

3 ເພາະ​ວ່າ​ຄຳ​ເຕືອນ​ສະ​ຕິ​ຂອງ​ພວກ​ເຮົາ​ບໍ່​ໃຊ່​ເນື່ອງ​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ການ​ຊົ່ວ​ຮ້າຍ ຫລື​ກົນ​ອຸບາຍ

4 ແຕ່​ຕາມ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ລອງ​ເບິ່ງ​ໃຈ​ຂອງ​ເຮົາ ຈຶ່ງ​ຊົງ​ເຫັນ​ຊອບ​ທີ່​ຈະ​ມອບ​ຂ່າວ​ປະ​ເສີດ​ໄວ້​ກັບ​ເຮົາ ດັ່ງ​ນີ້​ພວກ​ເຮົາ​ຈີ່ງ​ກ່າວ​ຢູ່ ບໍ່​ໃຊ່​ເພື່ອ​ໃຫ້​ຊອບ​ໃຈ​ມະ​ນຸດ​ແຕ່​ເພື່ອ​ໃຫ້​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຜູ້​ຊົງ​ຊັນ​ນະ​ສູດ​ເບິ່ງ​ໃຈ​ຂອງ​ເຮົາ​ທັງ​ຫລາຍ

5 ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ໃຊ້​ຖ້ອຍ​ຄຳ​ຖ​ແລງ​ຍ້ອງ​ຍໍ​ຈັກ​ເທື່ອ ຕາ​ມດັ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ ຫລື​ບໍ່​ໄດ້​ໃຊ້​ກົນ​ອຸ​ບາຍ​ປົກ​ບັງ​ໂລ​ພະ​ຕັນ​ຫາ​ໄວ້ ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ຝ່າຍ​ພວກ​ເຮົາ

6 ເຖິງ​ແມ່ນ​ວ່າເຮົາ​ເປັນ​ອັ​ຄ​ສາ​ວົກຂອງ​ພຣະ​ຄຣິດ​ແລະ​ມີ​ສິດ​ຮຽກ​ຮ້ອງ​ໄດ້ ເຮົາ​ກໍ​ບໍ່​ໄດ້​ສ​ແວງ​ຫາ​ກຽດ​ຕິ​ຍົດ​ຈາກ​ມະ​ນຸດ ບໍ່​ວ່າ​ຈະ​ມາ​ຈາກ​ພວກ​ເຈົ້າ​ຫລື​ຈາກ​ຄົນ​ອື່ນ

7 ແຕ່​ວ່າ​ພວກ​ເຮົາ​ໄດ້​ຢູ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ດ້ວຍ​ໃຈ​ສຸ​ພາບ​ອ່ອນ​ໂຍນ ເຫມືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນ​ນ້ອຍ​ຂອງ​ຕົນ

8 ເມື່ອ​ພວກ​ເຮົາ​ມີ​ໃຈ​ຮັກ​ແພງ​ເຈົ້າ​ທັງ​ຫລາຍ​ດັ່ງ​ນີ້​ແລ້ວ ເຮົາ​ກໍ​ມີ​ໃຈ​ພ້ອມ​ທີ່​ຈະ​ເຜື່ອ​ແຜ່ ບໍ່​ໃຊ່​ແຕ່​ພ​ຽງ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ ແຕ່​ມີ​ໃຈ​ພ້ອມ​ທີ່​ຈະ​ສ​ລະ​ຊີ​ວິດ​ຈິດໃຈ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າດ້ວຍ ເພາະ​ວ່າ​ພວກ​ເຈົ້າ​ເກີດ​ເປັນ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ

9 ພີ່​ນ້ອງເອີຍ, ເຈົ້າ​ທັງ​ຫລາຍ​ຄົງ​ຈຳ​ໄດ້​ເຖິງ​ການ​ອັນ​ຫນັ​ກ​ຫນ່ວງ​ແລະ​ຄວາມ​ລຳ​ບາກ​ຂອງ​ພວກ​ເຮົາ ເມື່ອ​ເວ​ລາ​ພວກ​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ແກ່​ເຈົ້າ​ທັງ​ຫລາຍ ເຮົາ​ໄດ້​ເຮັດ​ການ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ພາ​ຣະ​ອັນ​ຫນັກຍ້ອນ​ພວກ​ເຮົາ

10 ຝ່າຍ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຍານ​ແລະ​ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ເຫມືອນ​ກັນວ່າ ເຮົາ​ໄດ້​ປະ​ຕິ​ບັດ​ຕົນ​ຢ່າງ​ບໍ​ຣິ​ສຸດ ທ່ຽງ​ທັມ ແລະ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້​ຢ່າງ​ໃດ​ໃນ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ​ແລ້ວ

11 ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຊາບ​ແລ້ວ​ວ່າ ເຮົາ​ໄດ້​ເຮັດ​ນຳ​ພວກ​ເຈົ້າ​ທຸກ​ຄົນ​ເຫມືອນ​ພໍ່​ກັບ​ລູກ​ຂອງ​ຕົນ

12 ຄື​ໄດ້​ເຕືອນ​ສະ​ຕິ​ຫນຸນ​ໃຈ​ພວກ​ເຈົ້າ ແລະ​ສັ່ງ​ເນັ້ນ​ພວກ​ເຈົ້າ​ເພື່ອ​ໃຫ້​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ສົມ​ຄວນ​ຕໍ່​ພຣະ​ເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງ​ຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາ​ຊ​ອາ​ນາ​ຈັກ ແລະ​ໃນ​ສະ​ງ່າ​ຣາ​ສີ​ຂອງພຣະ​ອົງ​ເອງ

13 ເພາະ​ເຫ​ດ​ນີ້​ແຫລະ​, ພວກ​ເຮົາ​ຈຶ່ງຂອບ​ພຣະ​ຄຸນພຣະ​ເຈົ້າ​ໂດຍ​ບໍ່​ຢຸດ​ບໍ່​ຢັ້ງ ເພາະ​ເມື່ອ​ພວ​ກ​ເຈົ້າ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ຍິນ​ຈາກ​ພວກ​ເຮົາ​ນັ້ນ ພວກ​ເຈົ້າ​ບໍ່​ໄດ້​ຕ້ອນ​ຮັບ​ເອົາ​ເຫມືອນ​ເປັນ​ຂໍ້​ຄວາມ​ຂອງ​ມະ​ນຸດ ແຕ່​ໄດ້​ຮັບ​ເອົາ​ຕາມ​ຄວາມ​ເປັນ​ຈີງ​ເຫມືອນ​ເປັນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ທີ່​ດຳ​ເນີນ​ງານ​ຢູ່​ພາຍໃນ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ

14 ພີ່​ນ້ອງ​ເອີຍ, ເຈົ້າ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ຜູ້​ປະ​ຕິ​ບັດ​ຕາມ​ແບບຢ່າງ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ໃນ​ແຂວງ​ຢູ​ດາ ຊຶ່ງ​ເປັນ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳ​ບາກ​ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນ ເຫມືອນ​ຄຣິ​ສ​ຕະ​ຈັກ​ນັ້ນ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳ​ບາກ​ຈາກ​ພວກ​ຢູ​ດາ​ດ້ວຍ

15 ແມ່ນ​ພວກ​ຢູ​ດາ​ນັ້ນ​ແຫລະ​, ທີ່​ໄດ້​ປະ​ຫານ​ຊີ​ວິດ​ພຣະ​ເຢ​ຊູ​ຄຣິດ ກັ​ບ​ທັງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໄດ້​ຂັບ​ໄລ່​ພວກ​ເຮົາ​ໃຫ້​ຫນີ​ໄປ ເຂົາ​ຂັດ​ພຣະ​ທັຍ​ພຣະ​ເຈົ້າ​ທັງ​ຕໍ່​ສູ້​ຄົນ​ທັງ​ປວງ

16 ໂດຍ​ທີ່​ເຂົາ​ໄດ້​ຫ້າມ​ປາມ​ພວກ​ເຮົາ​ບໍ່​ໃຫ້​ກ່າວ​ແກ່​ຄົນ​ຕ່າງ​ຊາດ ເພື່ອ​ຄົນ​ເຫລົ່າ​ນັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດ​ບາບ​ທີ່​ເຂົາ​ເຮັດ​ມາ​ນັ້ນ​ຈະ​ຄົບ​ຖ້ວນ ແຕ່​ໃນ​ທ້າຍ​ສຸດ​ພຣະ​ພິ​ໂຣດ​ໄດ້​ຕົກ​ໃສ່​ເຂົາ​ແລ້ວ”

17 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ແຕ່​ເມື່ອ​ພວກ​ເຮົາ​ໄດ້​ຖື​ກ​ພັດ​ພາກ​ຈາກ​ພວກ​ເຈົ້າ​ໄປ​ຈັກ​ຫວ່າງ​ນຶ່ງ ກໍ​ພາກ​ໄປ​ແຕ່​ຮ່າງ​ກາຍ​ເທົ່າ​ນັ້ນບໍ່​ແມ່ນ​ຈິດ​ໃຈ ເຮົາຈຶ່ງ​ເປັນ​ພຍານ​ດ້ວຍ​ຄວາມ​ປາ​ຖ​ນາ​ຢ່າງ​ຮ້ອນ​ຮົນ ຊອກ​ຫາ​ໂອ​ກາດ​ເພື່ອ​ເຫັນ​ຫນ້າ​ພວກ​ເຈົ້າ

18 ດ້ວຍ​ເຫ​ດ​ນັ້ນ​ພວກ​ເຮົາ​ມີ​ໃຈ​ປະ​ສົງ​ຢາກ​ມາ​ຫາ​ພວກ​ເຈົ້າ ເຮົາ, ໂປ​ໂລ ຫມາຍ​ໃຈ​ຈະ​ມາ​ເທື່ອ​ນຶ່ງ​ສອງ​ເທື່ອ​ແລ້ວ) ແຕ່​ວ່າ​ຊາ​ຕານ​ໄດ້​ມາ​ຂັດ​ຂວາງ​ພວກ​ເຮົາ​ໄວ້

19 ດ້ວຍ​ວ່າແມ່ນ​ສິ່ງ​ໃດ​ຈະ​ເປັນ​ທີ​ຫວັງ​ໃຈ​ຂອງ​ເຮົາ​ ຫລື​ທີ່​ຊົມ​ຊື່ນ​ຍິນ​ດີ ຫລື​ພວງ​ມາ​ລັຍ​ອັນ​ໃຫ້​ມີ​ຄວາມອວດ​ອ້າງ​ຊ້ອງ​ພຣະ​ພັກ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ປາ​ກົດ ບໍ່​ແມ່ນ​ພວກ​ເຈົ້າ​ດອກ​ຫລື

20 ເຫດ​ວ່າ​ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ​, ເປັນ​ກຽດ​ຕິ​ຍົດ​ແລະ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຮົາ​ທັງ​ຫ​ລາຍ



3

1 ເຫດສັນ​ນັ້ນ, ຄັນ​ເຮົາ​ອົດ​ຢູ່​ຕໍ່​ໄປ​ອີກ​ບໍ່​ໄດ້ ຈຶ່ງ​ເຫັນ​ດີ​ໃຫ້​ເຂົາ​ປະ​ເຮົາ​ຜູ້​ດຽວ​ຢູ່​ກຸງ​ອາ​ເທນ

2 ແລະ​ໄດ້​ໃຊ້​ຕີ​ໂມ​ທຽວ​ພີ່​ນ້ອງ​ຂອງ​ເຮົາ ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ຝ່າຍ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ໃຫ້​ໄປ​ຫາ​ເຈົ້າ​ທັ​ງຫລາຍ ເພື່ອ​ຈະ​ຕັ້ງ​ພວກ​ເຈົ້າ​ໄວ້​ໃຫ້​ຫມັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເຣື່ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ

3 ເພື່ອ​ບໍ່​ໃຫ້​ມີ​ໃຜ​ຈັກ​ຄົນ​ວຸ້ນ​ວາຍ​ໄປ​ດ້ວຍ​ເຫດ​ການ​ລຳ​ບາກ​ທັງ​ຫລາຍ​ນີ້ ເຈົ້າ​ທັງ​ຫລາຍ​ກໍ​ຊາບ​ແລ້ວ​ວ່າ ເຮົາ​ທັງ​ຫລາຍ​ຖືກ​ຊົງ​ກຳ​ນົດ​ໄວ້​ແລ້ວ​ສຳ​ລັບ​ການ​ນັ້ນ

4 ດ້ວຍ​ວ່າ, ເມື່ອ​ໄດ້​ຢູ່​ນຳ​ເຈົ້າ​ທັງ​ຫລາຍ ພວກ​ເຮົາ​ໄດ້​ບອກ​ເຈົ້າ​ລ່​ວງ​ຫນ້າ​ໄວ້​ແລ້ວ​ວ່າ ເຮົາ​ຄົງ​ຈະ​ຖືກ​ການ​ຍາກ​ລຳ​ບາກ​ຕາມ​ດັ່ງ​ໄດ້​ເກີດ​ມີ​ມາ​ແລ້ວ ຕາມ​ທີ່​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ນັ້ນ

5 ດ້ວຍ​ເຫດ​ນັ້ນ, ຄັນ​ເຮົາ​ອົດ​ຢູ່​ຕໍ່​ໄປ​ອີກ​ບໍ່​ໄດ້ ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ ຢ້ານ​ວ່າ​ຜູ້​ທົດ​ລອງ​ນັ້ນ​ຈະ​ໄດ້​ທົດ​ລອງ​ເຈົ້າ​ທັງ​ຫລາຍ​ດ້ວຍ​ຢ່າງ​ນຶ່ງ​ຢ່າງ​ໃດ ແລ້ວ​ການ​ຫນັກ​ຫນ່ວງ​ຂອງ​ເຮົາ​ກໍ​ຈະ​ກາຍ​ເປັນ​ການ​ເສັຽ​ປ​ໂຍດ

6 ແຕ່​ບັດ​ນີ້​ຕີ​ໂມ​ທຽວ​ໄດ້​ກັບ​ມາ​ຈາກ​ເຈົ້າ​ທັງ​ຫລາຍ ຫາ​ກໍ​ມາ​ຮອດ​ພວກ​ເຮົາ​ແລະ​ໄດ້​ນຳ​ຂ່າວ​ດີມາ​ບອກ​ພວກ​ເຮົາ​ດ້ວຍ​ເຣື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ ກັບທັງ​ບອກວ່າ​ເຈົ້າ​ທັງ​ຫລາຍ​ມີ​ຄວາມຄຶດ​ເຖິງ​ພວກ​ເຮົາ​ຢ່າງ​ດີ​ຢູ່​ສເມີ ແລະ​ປາ​ຖ​ນາ​ຢ່າງ​ຫລວງ​ຫລາຍ​ຢາກ​ເຫັນ​ພວກ​ເຮົາເຫ​ມືອນ​ດັ່ງ​ພວກ​ເຮົາ​ໄດ້​ປາ​ຖ​ນາ​ຢາກ​ເຫັນ​ພວກ​ເຈົ້າ​ນັ້ນ

7 ດ້ວຍ​ເຫ​ດນີ້​ແຫລະ ພີ່ນ້ອງ​ທັງ​ຫລາຍເອີຍ, ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ນັ້ນ​ໄດ້​ເຣັດ​ໃຫ້​ເຮົາ​ບັນ​ເທົາ​ຈາກ​ຄວາມ​ທຸກ​ຍາກ ແລະ​ຄວາມ​ລຳ​ບາກ​ຂອງ​ພວກ​ເຮົາ​ທຸກ​ປະ​ການ

8 ເພາະ​ວ່າ​ເມື່ອ​ເຈົ້າ​ທັງ​ຫ​ລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຊີ​ວິດ​ຂອງ​ເຮົາ​ກໍ​ສົດ​ຊື່ນ

9 ເຮົາ​ຈະ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ​ເພາະ​ເຈົ້າ​ທັງ​ຫລາຍ​ຢ່າງ​ໃດ​ອີກ ຈຶ່ງ​ຈະ​ເຫມາະ​ສົມ​ສຳ​ລັບ​ຄວາມ​ຊົມ​ຊື່ນ​ຍິນ​ດີທັງ​ຫມົດ​ທີ່​ເຮົາ​ມີ​ຢູ່​ຍ້ອນ​ພວກ​ເຈົ້າ​ຊ້ອງ​ພຣະ​ພັກ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

10 ຍາມ​ເມື່ອ​ພວກ​ເຮົາ​ໄດ້​ອ້ອນວອນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຢ່າງ​ຫລວງ​ຫລາຍ ເພື່ອ​ຈະ​ໄດ້​ເຫັນ​ຫນ້າ​ເຈົ້າ​ທັງ​ຫລາຍ​ອີກ ທັງ​ຈະ​ໄດ້​ເພີ້ມ​ເຕີມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ ສ່ວນ​ທີ່​ຍັງ​ບົກ​ພ່ອງ​ຢູ່​ນັ້ນ​ໃຫ້​ຄົບ​ບໍ​ຣິ​ບູນ

11 ອັນ​ນຶ່ງ, ຂໍ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ແລະ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ຊົງ​ນຳ​ທາງ​ເຮົາ​ໄປ​ຫາ​ພວກ​ເຈົ້າ

12 ແລະ​ເຮົາ​ກໍ​ທູນ​ຂໍ​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພວກ​ເຈົ້າຈະ​ເຣີນ​ຂຶ້ນ ແລະ​ລົ້ນ​ເຫລືອ​ໄປ​ດ້ວຍ​ຄວາມ​ຮັກ​ກັນ​ແລະ​ກັນ ທັງ​ຮັກ​ຄົນ​ທັງ​ປວງ​ເຫມືອນ​ດັ່ງ​ພວກ​ເຮົາ​ໄດ້​ຮັກ​ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ

13 ເພື່ອພຣະ​ອົງ​ຈະ​ໄດ້​ຊົງ​ຊູ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ຫມັ້ນ​ຄົງ​ຢູ່​ໃນ​ຄວາມ​ບໍ​ຣິ​ສຸດ ໂດຍ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ໃນ​ເມື່ອ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາຈະ​ສະ​ເດັດ​ມາ​ປາ​ກົດ ກັບ​ພວກ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ອົງ



4

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ທ້າຍ​ສຸດ​ນີ້​ພວກ​ເຮົາ​ວອນ​ຂໍ ​ແລະ​ເຕືອນ​ສະ​ຕິ​ເຈົ້າ​ທັງ​ຫລາຍ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ວ່າ ພວກ​ເຈົ້າ​ໄດ້​ຮຽນ​ຈາກ​ເຮົາ​ແລ້ວ​ວ່າ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ຊີ​ວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ເຫມືອນ​ດັ່ງ​ພວກ​ເຈົ້າ​ກຳ​ລັງ​ປະ​ຕິ​ບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະ​ຕິ​ບັດ​ດັ່ງ​ນັ້ນ​ໃຫ້​ຫລາຍ​ກວ່າ​ເກົ່າ

2 ດ້ວຍ​ວ່າ​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ຂໍ້​ຄວາມ​ທັງ​ຫລາຍທີ່​ພວກ​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ພວກ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ແລ້ວ

3 ອັນ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຄື​ໃຫ້​ເຈົ້າ​ທັງ​ຫລາຍ​ເປັນ​ຄົນ​ບໍ​ຣິ​ສຸດ ໃຫ້​ພວກ​ເຈົ້າ​ລະ​ເວັ້ນ​ຈາກ​ການ​ຜິດ​ຊາຍ​ຍິງ

4 ໃຫ້​ເຈົ້າ​ທຸກ​ຄົນ​ຮູ້​ຈັກ​ມີ​ພັຣ​ຍາ​ໃນ​ທາງບໍ​ຣິ​ສຸດ ແລະ​ໃນ​ທາງ​ນັບ​ຖື

5 ບໍ່​ໃຊ່​ດ້ວຍ​ຣາ​ຄະ​ຕັນ​ຫາ​ຕາ​ມດັ່ງ​ພວກນອກ​ຊາດ​ທີ່​ບໍ່​ຮູ້​ຈັກ​ພຣະ​ເຈົ້າ

6 ຢ່າ​ໃຫ້​ຜູ້​ໃດ​ລ່ວງ​ເກີນ​ແລະ​ເຮັດ​ຜິດ​ຕໍ່​ພີ່​ນ້ອງ​ຂອງ​ຕົນ​ໃນ​ເຣື່ອງ​ນີ້ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຊົງ​ແກ້​ແຄ້ນ​ຄົນ​ທີ່​ເຮັດ​ຜີດແນວ​ນັ້​ນ ຕາມ​ດັ່ງ​ພວກ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ຢ່າງ​ຫນັກ​ແຫນ້ນ​ໄວ້​ກ່ອນ​ແລ້ວ

7 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ເອີ້​ນ​ພວກ​ເຮົາ​ໃຫ້​ເປັນ​ຄົນ​ຊົ່ວ​ຮ້າຍ ແຕ່​ວ່າ​ເພື່ອ​ໃຫ້​ເປັນ​ຄົນ​ບໍ​ຣິ​ສຸດ

8 ສັນ​ນັ້ນ​ຜູ້​ທີ່​ຝ່າ​ຝືນ​ນັ້ນ​ກໍ​ບໍ່​ຝ່າ​ຝືນ​ຕໍ່​ມະ​ນຸດ ແຕ່​ຝ່າ​ຝືນ​ຕໍ່​ພຣະ​ເຈົ້າ ຜູ້​ຊົງໂຜດ​ປະ​ທານ​ພຣະ​ວິນ​ຍານບໍ​ຣິ​ສຸດ​ຂອງພຣະ​ອົ​ງໃຫ້ແກ່​ເຈົ້າ​ທັງ​ຫລາຍ

9 ສ່ວນເຣື່ອງ​ການ​ຮັກ​ພີ່​ນ້ອງ​ທັງ​ຫລາຍ​ນັ້ນ, ເຮົາ​ບໍ່​ຈຳ​ເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກ​ເຈົ້າ ເພາະ​ເຈົ້າ​ເອງ​ກໍ​ໄດ້​ຮັບ​ການ​ຊົງ​ສັ່ງ​ສອນ​ຈາກ​ພຣະ​ເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນ​ແລະ​ກັນ

10 ທີ່​ຈິງ, ເຈົ້າ​ທັງ​ຫລາຍ​ກຳ​ລັງ​ເຮັດ​ດັ່ງ​ນັ້ນ​ແກ່​ພວກ​ພີ່​ນ້ອງ​ທັງ​ປວງ​ຕລອດ​ທົ່ວ​ແຂວງ​ມາ​ເກ​ໂດ​ເນັຽ​ແລ້ວ ແຕ່​ພີ່​ນ້ອງ​ເອີຍ, ພວກ​ເຮົາ​ເຕືອນ​ສະ​ຕິ​ເຈົ້າ​ທັ​ງ​ຫລາຍ​ໃຫ້​ເຮັດ​ດັ່ງ​ນັ້ນ​ຫລາຍກວ່າ​ເກົ່າ

11 ແລະ​ຈົ່ງ​ຕັ້ງ​ເປົ້າ​ຫມາຍ​ວ່າ​ຈະ​ຢູ່​ຢ່າງ​ສ​ງົບ ເຮັດ​ການ​ກ່ຽວ​ກັບ​ກິດ​ທຸ​ຣະ​ສ່ວນ​ຂອງ​ຕົນ ທັງ​ເຮັດ​ວຽກ​ດ້ວຍ​ມື​ຂອງ​ຕົນ​ເອງ ຕາມ​ດັ່ງ​ພ​ວກ​ເຮົາ​ໄດ້​ສັ່ງ​ເຈົ້າ​ທັງ​ຫລາຍ​ໄວ້​ແລ້ວ

12 ເພື່ອ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທີ່​ນັບ​ຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ອາ​ໄສຄົນ​ອື່ນ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ຄວາມ​ຈີງ​ເຣື່ອງ​ຄົນ​ທີ່​ຫລັບ​ໄປ​ນັ້ນ ເພື່​ອ​ພວກ​ເຈົ້າ​ຈະ​ບໍ່​ໂສກ​ເສົ້າ​ເຫມືອນ​ດັ່ງ​ຄົນ​ອື່ນ​ທີ່​ບໍ່​ມີ​ຄວາມ​ຫວັງ

14 ເພາະ​ໃນ​ເມື່ອ​ເຮົາ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ສີ້ນ​ພຣະ​ຊົນ​ແລະ​ຊົງ​ຄືນ​ພຣະ​ຊົນ​ແລ້ວ ໂດຍ​ພຣະ​ເຢ​ຊູ​ນັ້ນ​ແຫລະ​, ພຣະ​ເຈົ້າ​ຈະ​ຊົງ​ນຳ​ບັນ​ດາ​ຄົນ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ໃຫ້​ມາ​ກັບ​ພຣະ​ອົງ

15 ໃນ​ຂໍ້​ນີ້​ເຮົາ​ບອ​ກ​ເຈົ້າ​ທັງ​ຫລາຍ​ຕາມ​ພຣະ​ທັມ​ຂອງ​ອົງ​​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພ​ວກ​ເຮົາ​ຜູ້​ຍັງ​ເປັນ​ຢູ່​ແລະ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ລ່ວງ​ຫນ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ກໍ​ບໍ່​ໄດ້​ແທ້

16 ດ້ວຍ​ວ່າ​ຈະ​ມີ​ຄຳ​ສັ່ງ​ອັນ​ດັງ ຈະ​ມີ​ສຽງ​ຂອງ​ອັ​ຄ​ເທວະ​ດາ ແລະ​ສຽງ​ແກ​ຂອງ​ພຣະ​ເຈົ້າ ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ຈາກ​ສວັນ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຄື​ນ​ຂຶ້ນ​ມາ​ກ່ອນ

17 ຫລັງ​ຈາກ​ນັ້ນ​ເຮົາ​ທັງ​ຫລາຍ​ຜູ້​ມີ​ຊີ​ວິດ​ຍັງ​ເປັນ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັນ​ກັບ​ຄົນ​ພວກ​ນັ້ນ ແລະ​ຈະ​ພົບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຟ້າ​ອາ​ກາດ ຢ່າງ​ນັ້ນ​ແຫລະ, ພວກ​ເຮົາ​ກໍ​ຈະ​ຢູ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ

18 ເຫ​ດ​ສັນ​ນັ້ນ​ຈົ່ງ​ເລົ້າ​ໂລມ​ອອຍ​ໃຈ​ກັນ​ແລະ​ກັນ ດ້ວຍ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ເທີນ



5

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຣື່ອງ​ເວ​ລາ​ແລະ​ວັນ​ທີ່​ຊົງ​ກຳ​ນົດ​ໄວ້ນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ຂຽນ​ບອກ​ໃຫ້​ພວກ​ເຈົ້າ​ຮູ້

2 ເພາະ​ວ່າ​ເຈົ້າ​ເອງ​ຮູ້​ດີ​ແລ້ວວ່າ ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຫມືອນ​ຂະ​ໂມຍ​ມາ​ໃນ​ເວ​ລາ​ກາງ​ຄືນ

3 ເມື່ອ​ໃດ​ເຂົາ​ຫາກ​ເວົ້າ​ວ່າ, “ສ​ງົບ​ສຸກ​ແລະ​ປອດ​ພັຍ​ຢູ່​ແລ້ວ” ເມື່ອ​ນັ້ນ​ແຫລະ​, ຄວາມ​ວິ​ນາດ​ຈິບ​ຫາຍ​ກໍ​ຈະ​ມາ​ເຖິງ​ເຂົາ​ໃນ​ທັນ​ທີ ເຫມືອນ​ດັ່ງ​ຄວາມ​ເຈັບ​ປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ເຂົາ​ຈະ​ຫນີ​ບໍ່​ພົ້ນ​ເປັນ​ແນ່

4 ແຕ່​ວ່າ​ພີ່​ນ້ອງ​ເອີຍ, ພວກ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃນ​ຄວາມ​ມືດ​ແລ້ວ ເຫມືອນ​ວັນ​ນັ້ນ​ຈະ​ມາ​ໂດດ​ໃສ່​ເຈົ້າ​ເຫມືອນ​ດັ່ງ​ຂະ​ໂມຍ​ມາ

5 ເຫດ​ວ່າ​ເຈົ້າ​ທັງປວງ​ເປັນ​ຝ່າຍ​ກາງເວັນ ພວກ​ເຮົາ​ບໍ່​ເປັນ​ຝ່າຍ​ກາງ​ຄືນ​ຫລື​ຝ່າຍ​ຄວາມ​ມືດ

6 ສັນ​ນັ້ນ​ແຫລະ​, ຢ່າ​ໃຫ້​ເຮົາ​ທັງ​ຫລາຍ​ຫລັບ​ຢູ່​ເຫມືອນ​ດັ່ງ​ຄົນ​ອື່ນ ແຕ່​ໃຫ້​ເຮົາ​ເຝົ້າ​ລະ​ວັງ ​ແລະ​ຢ່າ​ເມົາ​ມົວ

7 ເພາະ​ວ່າ​ຄົນ​ທີ່​ນອນ​ຫລັບ​ກໍ​ຫລັບ​ໃນ​ກາງ​ຄືນ​ແລະ​ຄົນ​ເມົາ​ເຫລົ້າ​ກໍ​ເມົາ​ໃນ​ກາງ​ຄືນ

8 ແຕ່​ສ່ວນ​ພວກ​ເຮົາ​ຜູ້​ເປັນ​ຝ່າຍ​ກາງ​ເວັນ​ຢ່າ​ໃຫ້​ເຮົາ​ເມົາ​ມົວ​ຢູ່ ຈົ່ງ​ສຸ​ບ​ເອົາ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ເປັນ​ເຄື່ອງ​ປ້ອງ​ກັນ​ຫນ້າ​ເອີກ​ໄວ້​ ແລະ​ເອົາ​ຄວາມ​ໄວ້​ໃຈ​ວ່າ​ຈະ​ໄດ້​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງ​ຫົວ​ໄວ້

9 ເຫດ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຕັ້ງ​ແຕ່ງ​ເຮົາ​ທັງ​ຫລາຍ​ໄວ້​ສຳ​ລັບ​ພຣະ​ພິ​ໂຣດ ແຕ່​ວ່າ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພົ້ນ​ດ້ວຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ

10 ຜູ້​ໄດ້​ຊົງ​ສ​ລະ​ພຣະ​ຊົນ​ເພື່ອ​ພວກ​ເຮົາ​ທັງ​ຫລາຍ ເພື່ອ​ວ່າ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕື່ນ​ຫລື​ຫລັບ​ຢູ່​ກໍ​ດີ​ ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ຊີ​ວິດ​ດ້ວຍ​ກັນ​ກັບ​ພຣະ​ອົງ

11 ດ້ວຍເຫດ​ນີ້​ຈົ່ງ​ເລົ້າ​ໂລມ​ອອຍ​ໃຈ​ກັນ​ແລະ​ກັນ ແລະ​ຈົ່ງ​ຊ່ອຍ​ກັນ​ໃຫ້​ມີ​ຄວາມ​ຈະ​ເຣີນ​ຂື້​ນ​ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ເຮັດ​ຢູ່​ນັ້ນ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ວອນ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບຮູ້​ຄົນ​ທີ່​ເຮັດ​ການ​ຫນັກ​ຫນ່ວງ​ຢູ່​ຖ້າມ​ກາງ​ພວກ​ເຈົ້າ ຄື​ຜູ້​ຄຸ້ມ​ຄອງ​ແລະ​ເຕືອນ​ສະ​ຕິ​ພວກ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

13 ຈົ່ງ​ນັບ​ຖື​ແລະ​ຮັກ​ເຂົາ​ຢ່າງ​ຫລາ​ຍທີ່​ສຸດ ເພາະ​ເນື່ອງ​ດ້ວຍ​ການ​ງານ​ຂອງ​ເຂົາ​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສ​ງົບ​ສຸກ

14 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ວອນ​ຂໍ​ພວກ​ເຈົ້າ​ໃຫ້​ເຕືອນ​ສະ​ຕິ​ຄົນ​ທີ່​ບໍ່​ຢູ່​ໃນ​ລະ​ບຽບ ຈົ່ງ​ຊູ​ໃຈ​ຜູ້​ທີ່​ນ້ອຍ​ໃຈ ຈົ່ງ​ຊ່ອຍ​ເຫລືອ​ຜູ້​ທີ່​ອ່ອນ​ກຳ​ລັງ ຈົ່ງ​ອົດ​ທົນ​ຕໍ່​ຄົນ​ທັງ​ປ​ວງ

15 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ເຮັດ​ຊົ່ວ​ຕອບ​ແທນ​ການ​ຊົ່ວ ແຕ່​ວ່າ​ຈົ່ງ​ສ​ແວງ​ຫາ​ທາງ​ເຮັດ​ດີ​ຕໍ່​ກັນ​ແລະ​ກັນ​ຢູ່​ສເມີ ແລະ​ຕໍ່​ຄົນ​ທັງ​ປວງ​ດ້ວຍ

16 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ຢູ່​ສເມີ ຈົ່ງ​ອ້ອນວອນ​ຢູ່​ບໍ່​ຂາດ

17 ຈົ່ງຂອບ​ພຣະ​ຄຸນ​ໃນ​ທຸກ​ສິ່ງ

18 ເພາະ​ວ່າ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຊຶ່ງ​ປາ​ກົດ​ໃນ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ເຈົ້າ​ທັງ​ຫລາຍ

19 ຢ່າ​ຫັ​ກ​ຫ້າມ​ພຣະ​ວິນຍານ

20 ຢ່າ​ປ​ມາດ​ຄຳ​ທຳ​ນ​ວາຍ

21 ແຕ່​ຈົ່ງ​ທົດ​ລອງ​ເບິ່ງ​ທຸກ​ສິ່ງ ສິ່ງ​ໃດ​ດີ​ຈົ່ງ​ຍຶດ​ຖື​ໄວ້​ໃຫ້​ຫມັ້ນ

22 ຈົ່ງ​ເວັ້ນ​ຈາກ​ຄວາມ​ຊົ່ວ​ທຸກ​ຊະ​ນິດ

23 ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ນັ້ນ ຈົ່ງ​ຊົງ​ບັນ​ດານ​ໃຫ້​ເຈົ້າ​ທັງ​ຫລາຍ​ເປັນ​ຄົນ​ບໍ​ຣິ​ສຸດ​ຮຽບ​ຮ້ອຍ ແລະ​ຊົງ​ຮັກ​ສາ​ວິນ​ຍານ ຈິດ​ໃຈ ແລະ​ກາຍ​ຂອງ​ພວກ​ເຈົ້າ​ໄວ້ບໍ່​ໃຫ້​ມີ​ຂໍ້ຕິ​ຕຽນ​ໄດ້​ ໃນ​ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຄືພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ປາ​ກົດ

24 ພຣະ​ອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງ​ຫລາຍ​ນັ້ນ​ກໍ​ທ່ຽງ​ທັມ ພຣະ​ອົງ​ນັ້ນ​ແຫລະ​, ຈະ​ຊົງ​ດຳ​ເນີນ​ງານ

25 ພວກພີ່​ນ້ອງ​ເອີຍ, ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ​ເທີນ

26 ຂໍ​ຄຳ​ນັບ​ພີ່​ນ້ອງ​ທັງ​ປວງ​ດ້ວຍ​ທັ​ມ​ນຽມ​ຈູບ​ອັນ​ບໍ​ຣິ​ສຸດ

27 ເຮົາ​ບັນ​ຊາ​ສັ່ງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃຫ້​ພວກ​ເຈົ້າ​ອ່ານ​ຈົດ​ຫມາຍ​ສະ​ບັບ​ນີ້​ໃຫ້​ພີ່​ນ້ອງ​ທັງ​ປວງ​ຟັງ

28 ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ



AMAZING GRACE BIBLE INSTITUTE