1 Corinthians 1 ໂກຣິນໂທ11 ໂປໂລ ຜູ້ທີ່ພຣະເຈົ້າຊົງເອີ້ນໄວ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕານໍ້າພຣະທັຍຂອງພຣະອົງ ກັບໂຊຊະເທນຜູ້ເປັນນ້ອງ2 ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ໄດ້ຮັບການຊົງຊຳຮະໃຫ້ບໍຣິສຸດໃນພຣະເຢຊູຄຣິດ ຊຶ່ງພຣະອົງໄດ້ຊົງເອີ້ນໃຫ້ເປັນໄພ່ພົນດ້ວຍກັນກັບຄົນທັງປວງທຸກບ່ອນ ທີ່ຮ້ອງອອກພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະຜູ້ເປັນເຈົ້າຂອງເຂົາແລະຂອງພວກເຮົາດ້ວຍ 3 ຂໍພຣະຄຸນແລະສັນຕິສຸກຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີແກ່ເຈົ້າທັງຫລາຍເທີນ 4 ເຮົາໂມທະນາພຣະຄຸນພຣະເຈົ້າຂອງເຮົາໃນເຣື່ອງເຈົ້າທັງຫລາຍຢູ່ສເມີ ເພາະພຣະຄຸນຂອງພຣະເຈົ້າຊຶ່ງຊົງປະທານແກ່ພວກເຈົ້າໃນພຣະເຢຊູຄຣິດ 5 ເພາະໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຄົບເຕັມບໍຣິບູນດ້ວຍທຸກສິ່ງ ທັງຝ່າຍວາຈາແລະຄວາມຮູ້ທຸກຢ່າງ 6 ດ້ວຍວ່າຄຳພຍານເຣື່ອງພຣະຄຣິດນັ້ນເປັນທີ່ຮັບຮອງແນ່ນອນໃນຖ້າມກາງພວກເຈົ້າດ້ວຍ 7 ຈົນເຈົ້າທັງຫລາຍບໍ່ໄດ້ຂາດເຂີນຂອງພຣະຣາຊທານຈັກຢ່າງ ໃນຂນະທີ່ເຈົ້າທັງຫລາຍຄອຍຖ້າການສະເດັດມາປາກົດຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ 8 ພຣະອົງຈະຊົງບັນດານໃຫ້ເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ຈົນເຖິງທີ່ສຸດ ເພື່ອໃຫ້ພວກເຈົ້າພົ້ນຈາກການຖືກຕີ ໃນວັນຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 9 ພຣະເຈົ້າຜູ້ຊົງທ່ຽງທັມ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າສຳພັນສນິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ 10 ພີ່ນ້ອງທັງຫລາຍເອີຍ, ເຮົາອ້ອນວອນເຈົ້າທັງຫລາຍໃນພຣະນາມພຣະເຢຊູຄຣິດ ເຈົ້າຂອງເຮົາທັງຫລາຍ ຂໍໃຫ້ພວກເຈົ້າໃຊ້ຄວາມເວົ້າຢ່າງຖືກຕ້ອງປອງດອງກັນ ຢ່າຖືພັກຖືພວກ ແຕ່ໃຫ້ເຈົ້າທັງຫລາຍຮ່ວມເຂົ້າສນິດກັນເປັນນ້ຳນຶ່ງໃຈດຽວ ມີຈຸດປະສົງອັນດຽວກັນ 11 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຫດວ່າມີບາງຄົນທີ່ມາຈາກນາງຂະໂລເອ ໄດ້ເລົ່າເຣື່ອງຂອງເຈົ້າທັງຫລາຍໃຫ້ເຮົາຟັງວ່າ ເກີດມີການຜິດຖຽງກັນໃນຖ້າມກາງພວກເຈົ້າ 12 ດັ່ງນີ້ເຮົາຫມາຍຄວາມວ່າ ຄືພວກເຈົ້າຕ່າງຄົນກໍຕ່າງກ່າວວ່າ, “ຂ້ອຍເປັນຝ່າຍໂປໂລ” ຫລື “ຂ້ອຍເປັນຝ່າຍອາໂປໂລ” ຫລື “ຂ້ອຍເປັນຝ່າຍເກຟາ” ຫລື “ຂ້ອຍເປັນຝ່າຍພຣະຄຣິດ” 13 ພຣະຄຣິດແບ່ງອອກເປັນຫລາຍອົງແລ້ວຫລື ໂປໂລໄດ້ຖືກຄຶງໄວ້ເພື່ອພວກເຈົ້າຫລື ເຈົ້າໄດ້ຮັບບັບຕິສະມາໃນນາມຂອງໂປໂລຫລື 14 ເຮົາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ທຳພິທີບັບຕິສະມາໃຫ້ຜູ້ໃດໃນພວກເຈົ້າ ເວັ້ນແຕ່ທ່ານກີສະໂປກັບທ່ານຄາໂຍ 15 ດັ່ງນັ້ນຈຶ່ງບໍ່ມີຜູ້ໃດຈະເວົ້າໄດ້ວ່າ ພວກເຈົ້າໄດ້ຮັບບັບຕິສະມາໃນນາມຂອງເຮົາ 16 ເຮົາໄດ້ໃຫ້ບັບຕິສະມາແກ່ຄອບຄົວຂອງສະເຕຟານາດ້ວຍ ນອກຈາກຄົນເຫລົ່ານັ້ນແລ້ວ ເຮົາກໍບໍ່ຮູ້ວ່າ ເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ 17 ເພາະວ່າພຣະຄຣິດບໍ່ໄດ້ຊົງໃຊ້ເຮົາໄປເພື່ອທຳພິທີບັບຕິສະມາ ແຕ່ຊົງໃຊ້ໄປເພື່ອປະກາດຂ່າວປະເສີດ ແຕ່ບໍ່ແມ່ນອາໄສຄວາມເວົ້າອັນສລາດສລຽວ ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດຈະເສັຽປໂຍດ 18 ຝ່າຍຄົນທັງຫລາຍທີ່ກຳລັງຈິບຫາຍນັ້ນ ເຂົາເຫັນວ່າເຣື່ອງໄມ້ກາງແຂນເປັນເຣື່ອງໂງ່ ແຕ່ສຳລັບເຮົາທັງຫລາຍທີ່ກຳລັງຊົງໂຜດໃຫ້ພົ້ນ ກໍເຫັນວ່າເປັນຣິດອຳນາດຂອງພຣະເຈົ້າ 19 ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ ແລະຈະໃຫ້ຄວາມສລາດຂອງຄົນສລາດສູນເສັຽໄປ” 20 ຄົນມີປັນຍາຢູ່ໃສ ນັກທັມຢູ່ໃສ ນັກໂຕ້ຕອບບັນຫາສະໄຫມນີ້ຢູ່ໃສ ພຣະເຈົ້າບໍ່ໄດ້ຊົງກະທຳໃຫປັນຍາຂອງໂລກກາຍເປັນຄວາມໂງ່ຫລື 21 ເພາະຕາມພຣະສະຕິປັນຍາຂອງພຣະເຈົ້າຊົງເຫັນວ່າ ມະນຸດບໍ່ສາມາດຮູ້ຈັກພຣະເຈົ້າໄດ້ດ້ວຍປັນຍາຂອງຕົນ ພຣະເຈົ້າຈຶ່ງຊອບພຣະທັຍຊົງໂຜດຄົນທັງຫລາຍທີ່ເຊື່ອນັ້ນ ໃຫ້ພົ້ນດ້ວຍຄຳເທສນາເຣື່ອງທີ່ເຂົາຖືວ່າໂງ່ 22 ຝ່າຍພວກຢິວກໍຂໍເຫັນການສຳຄັນ ແລະພວກຕ່າງຊາດກໍຊອກຫາປັນຍາ 23 ແຕ່ພວກເຮົາປະກາດເຣື່ອງພຣະຄຣິດຜູ້ຊົງຄຶງໄວ້ທີ່ໄມ້ກາງແຂນນັ້ນ ອັນເປັນສິ່ງທີ່ໃຫ້ພວກຢິວຊູນສະດຸດ ແລະເປັນເຣື່ອງທີ່ພວກຕ່າງຊາດຖືວ່າໂງ່ 24 ແຕ່ຄົນທັງຫລາຍທີ່ພຣະເຈົ້າຊົງເອີ້ນໄວ້ແລ້ວນັ້ນ ທັງຄົນຢິວກັບຄົນຕ່າງຊາດ ກໍຖືວ່າພຣະຄຣິດເປັນຣິດອຳນາດແລະພຣະສະຕິປັນຍາຂອງພຣະເຈົ້າ 25 ດ້ວຍວ່າຄວາມໂງ່ຂອງພຣະເຈົ້າກໍຍັງສລາດກວ່າປັນຍາຂອງມະນຸດ ແລະຄວາມອ່ອນແຮງຂອງພຣະເຈົ້າກໍເຂັ້ມແຂງກວ່າກຳລັງຂອງມະນຸດ 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາຣະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນເປັນຄົນຢ່າງໃດ ຄືຄົນທີ່ມະນຸດຖືວ່າສລາດກໍມີຫນ້ອຍຄົນ ຄົນທີ່ມີອຳນາດກໍມີຫນ້ອຍຄົນ ຄົນທີ່ມີຖານະສູງກໍມີຫນ້ອຍຄົນ 27 ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ມະນຸດຖືວ່າໂງ່ນັ້ນ ເພື່ອຈະໃຫ້ຄົນສລາດຖືກອັບອາຍ ແລະໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ 28 ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າຕ່ຳຕ້ອຍແລະດູຫມິ່ນ ແລະເຫັນວ່າບໍ່ສຳຄັນ ເພື່ອທຳລາຍສິ່ງທີ່ມະນຸດເຫັນວ່າສຳຄັນ 29 ເພື່ອບໍ່ໃຫ້ມະນຸດຈັກຄົນອວດຕົວໄດ້ຕໍ່ພຣະພັກພຣະເຈົ້າ 30 ໂດຍພຣະອົງນັ້ນເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດ ເພາະພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນສະຕິປັນຍາແລະຄວາມຊອບທັມຂອງເຮົາ ແລະເປັນຜູ້ຊົງຕັ້ງເຮົາໄວ້ເປັນໄພ່ພົນຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ 31 ເພື່ອໃຫ້ເປັນໄປຕາມຄຳທີ່ຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຜູ້ອວດອ້າງນັ້ນຈົ່ງເອົາພຣະອົງເຈົ້າມາອວດອ້າງ” 21 ພີ່ນ້ອງທັງຫລາຍເອີຍ, ເມື່ອເຮົາໄດ້ມາຫາເຈົ້າທັງຫລາຍ ເຮົາບໍ່ໄດ້ມາເພື່ອປະກາດຄຳພຍານເຣື່ອງພຣະເຈົ້າແກ່ພວກເຈົ້າ ດ້ວຍຖ້ອຍຄຳອັນຫນ້າຟັງ ຫລືດ້ວຍສະຕິປັນຍາ2 ເພາະວ່າເຮົາຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເຣື່ອງໃດໆໃນຖ້າມກາງພວກເຈົ້າ ເວັ້ນແຕ່ເຣື່ອງພຣະເຢຊູຄຣິດ ແລະການທີ່ພຣະອົງຊົງຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ 3 ແລະເມື່ອເຮົາຢູ່ກັບພວກເຈົ້າທັງຫລາຍ ເຮົາກໍອ່ອນກຳລັງ ແລະມີຄວາມຢ້ານຫລາຍຈົນຕົວສັ່ນ 4 ຄຳເວົ້າແລະຄຳເທສນາຂອງເຮົາບໍ່ແມ່ນຄຳທີ່ສລາດສລຽວກ່ອມໃຈ ແຕ່ເປັນຄຳຊຶ່ງສະແດງພຣະວິນຍານແລະຣິດອຳນາດ 5 ເພື່ອຄວາມເຊື່ອຂອງເຈົ້າທັງຫລາຍຈະບໍ່ໄດ້ອາໄສສະຕິປັນຍາຂອງມະນຸດ ແຕ່ອາໄສຣິດອຳນາດຂອງພຣະເຈົ້າ 6 ເຖິງປານນັ້ນເຮົາກໍເຄີຍກ່າວດ້ວຍສະຕິປັນຍາໃນຖ້າມກາງຄົນທີ່ແກ່ແລ້ວ ແຕ່ບໍ່ແມ່ນດ້ວຍປັນຍາຂອງຄົນສະໄຫມນີ້ ຫລືດ້ວຍປັນຍາຂອງພວກຜູ້ປົກຄອງໃນສະໄຫມນີ້ຊຶ່ງກຳລັງເສື່ອມສູນໄປ 7 ແຕ່ເຮົາກ່າວດ້ວຍພຣະປັນຍາຂອງພຣະເຈົ້າຊຶ່ງເປັນຂໍ້ລັບເລິກ ຄືພຣະສະຕິປັນຍາທີ່ຊົງເຊື່ອງໄວ້ນັ້ນ ແລະທີ່ພຣະເຈົ້າໄດ້ຫຫຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອເປັນສະງ່າຣາສີແດ່ພວກເຮົາ 8 ບໍ່ມີຜູ້ປົກຄອງຄົນໃດໃນສະໄຫມນີ້ໄດ້ຮູ້ເຖິງພຣະປັນຍານັ້ນ ເພາະວ່າຖ້າຮູ້ແລ້ວ ເຂົາຄົງຈະບໍ່ໄດ້ເອົາອົງພຣະຜູ້ເປັນເຈົ້າຜູ້ຊົງຣັສມີຄຶງໄວ້ທີ່ໄມ້ກາງແຂນ 9 ແຕ່ເຫມືອນມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ສິ່ງທີ່ຕາບໍ່ໄດ້ເຫັນ, ຫູບໍ່ໄດ້ຍິນ, ແລະສິ່ງທີ່ມະນຸດຄຶດບໍ່ອອກ ຄືສິ່ງນັ້ນທີ່ພຣະເຈົ້າໄດ້ຊົງຈັດແຈງໄວ້ສຳລັບຄົນທີ່ຮັກພຣະອົງ” 10 ແຕ່ພຣະເຈົ້າໄດ້ຊົງສະແດງສິ່ງເຫລົ່ານັ້ນແກ່ເຮົາທັງຫລາຍທາງພຣະວິນຍານ ເພາະວ່າພຣະວິນຍານຊົງຢັ່ງຮູ້ທຸກສິ່ງ ແມ່ນເປັນຄວາມເລິກລັບຂອງພຣະເຈົ້າ 11 ດ້ວຍວ່າໃຜຫນໍ, ອາດຮູ້ຄວາມຄຶດຂອງມະນຸດໄດ້ ເວັ້ນແຕ່ຈິດວິນຍານພາຍໃນມະນຸດຜູ້ນັ້ນເອງ ດັ່ງນັ້ນແຫລະ, ພຣະທັຍຂອງພຣະເຈົ້າບໍ່ມີຜູ້ໃດຮູ້ໄດ້ ເວັ້ນແຕ່ພຣະວິນຍານຂອງພຣະເຈົ້າເທົ່ານັ້ນ 12 ເຮົາທັງຫລາຍບໍ່ໄດ້ຮັບວິນຍານຂອງໂລກ ແຕ່ໄດ້ຮັບພຣະວິນຍານຊຶ່ງມາຈາກພຣະເຈົ້າ ເພື່ອເຮົາທັງຫລາຍຈະໄດ້ຮູ້ເຖິງສິ່ງຕ່າງໆທີ່ພຣະເຈົ້າໄດ້ຊົງໂຜດປະທານແກ່ພວກເຮົານັ້ນ 13 ເຮົາບໍ່ໄດ້ກ່າວສິ່ງເຫລົ່ານີ້ດ້ວຍຖ້ອຍຄຳຊຶ່ງປັນຍາຂອງມະນຸດສອນໄວ້ ແຕ່ດ້ວຍຖ້ອຍຄຳຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືເຮົາໄດ້ອະທິບາຍຄວາມຫມາຍຂອງເຣື່ອງຝ່າຍວິນຍານໃຫ້ຄົນທີ່ມີພຣະວິນຍານຟັງ 14 ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານີ້ນັ້ນ ຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະວ່າທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງອາໄສພຣະວິນຍານ 15 ແຕ່ຜູ້ທີ່ຢູ່ຝ່າຍພຣະວິນຍານກໍສັງເກດຮູ້ສິ່ງສາຣະພັດໄດ້ ແຕ່ບໍ່ມີໃຜສັງເກດຮູ້ໃຈຜູ້ນັ້ນໄດ້ 16 “ດ້ວຍວ່າຜູ້ໃດຫນໍ ໄດ້ຮູ້ຈັກພຣະທັຍຂອງອົງພຣະຜູ້ເປັນເຈົ້າ ຈຶ່ງຈະສັ່ງສອນພຣະອົງໄດ້” ແຕ່ຝ່າຍເຮົາທັງຫລາຍກໍມີພຣະທັຍຂອງພຣະຄຣິດ 31 ພີ່ນ້ອງທັງຫລາຍເອີຍ, ຝ່າຍເຮົາຈະເວົ້າກັບເຈົ້າທັງຫລາຍເຫມືອນກັບເວົ້າກັບຜູ້ທີ່ຢູ່ຝ່າຍພຣະວິນຍານແລ້ວບໍ່ໄດ້ ແຕ່ຕ້ອງເວົ້າກັບເຈົ້າເຫມືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ ເຫມືອນກັບພວກເຈົ້າເປັນເດັກອ່ອນໃນພຣະຄຣິດ2 ເຮົາໄດ້ລ້ຽງພວກເຈົ້າດ້ວຍນຳນົມບໍ່ໃຊ້ດ້ວຍອາຫານແຂງ ເຫດວ່າເມື່ອກ່ອນນັ້ນເຈົ້າຍັງບໍ່ສາມາດຮັບໄດ້ ແລະເຖິງດຽວນີ້ກໍຍັງບໍ່ສາມາດ 3 ເພາະວ່າເຈົ້າທັງຫລາຍຍັງຢູ່ຝ່າຍມະນຸດທຳມະດາ ດ້ວຍວ່າເມື່ອພວກເຈົ້າຍັງອິດສາກັນແລະຜິດຖຽງກັນ ເຈົ້າທັງຫລາຍບໍ່ໄດ້ຢູ່ຝ່າຍມະນຸດທຳມະດາ ແລະບໍ່ໄດ້ດຳເນີນຊີວິດຕາມມະນຸດທຳມະດາດອກຫລື 4 ເພາະເມື່ອຜູ້ນຶ່ງກ່າວວ່າ, “ຂ້ອຍເປັນຝ່າຍໂປໂລ” ແລະອີກຜູ້ນຶ່ງກ່າວວ່າ, “ຂ້ອຍເປັນຝ່າຍອາໂປໂລ” ເຈົ້າທັງຫລາຍບໍ່ໄດ້ພຽງແຕ່ມະນຸດທຳມະດາຫລື” 5 ຖ້າດັ່ງນັ້ນ, ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ກໍແມ່ນຜູ້ຮັບໃຊ້ຊຶ່ງໄດ້ສອນພວກເຈົ້າໃຫ້ເຊື່ອ ເຮົາແຕ່ລະຄົນໄດ້ຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກຳນົດໃຫ້ 6 ເຮົາເປັນຜູ້ປູກ ອາໂປໂລເປັນຜູ້ຫົດນ້ຳ ແຕ່ພຣະເຈົ້າຊົງບັນດານໃຫ້ໃຫຍ່ຂຶ້ນ 7 ເພາະສັນນັ້ນຜູ້ປູກຫລືຜູ້ຫົດນ້ຳຈຶ່ງບໍ່ສຳຄັນອັນໃດ ແຕ່ພຣະເຈົ້າຜູ້ຊົງບັນດານໃຫ້ໃຫຍ່ຂຶ້ນນັ້ນກໍສຳຄັນ 8 ຜູ້ປູກກັບຜູ້ຫົດນ້ຳກໍສເມີກັນ ແຕ່ທຸກຄົນກໍຈະໄດ້ຮັບຮາງວັນຕາມການຂອງຕົນ 9 ເພາະວ່າເຮົາທັງຫລາຍເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ ພວກເຈົ້າເປັນໄຣ່ນາຂອງພຣະເຈົ້າ 10 ເຈົ້າທັງຫລາຍເປັນຕຶກຂອງພຣະອົງ ໂດຍພຣະຄຸນຂອງພຣະເຈົ້າທີ່ຊົງໂຜດປະທານແກ່ເຮົາແລ້ວ ເຮົາໄດ້ວາງຮາກລົງເຫມືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນ ແຕ່ທຸກຄົນຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ 11 ເພາະວ່າຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ຊົງວາງໄວ້ແລ້ວນັ້ນຄືພຣະເຢຊູຄຣິດ 12 ຖ້າຜູ້ໃດເອົາຄຳ, ເອົາເງິນ, ເອົາເພັດພອຍ, ເອົາໄມ້, ເອົາຫຍ້າແຫ້ງ, ເອົາເຟືອງກໍດີ, ມາກໍ່ຂຶ້ນເທິງຮາກນັ້ນ ການຂອງທຸກຄົນກໍຈະໄດ້ປາກົດແຈ້ງ 13 ດ້ວຍວ່າເວລານັ້ນຈະໃຫ້ເຫັນໄດ້ແຈ່ມແຈ້ງ ເພາະຈະເຫັນແຈ່ມແຈ້ງໄດ້ດ້ວຍໄຟ ໄຟນັ້ນຈະທົດລອງເບິ່ງວ່າການຂອງທຸກຄົນນັ້ນເປັນຢ່າງໃດ 14 ຖ້າການງານຂອງຜູ້ໃດທີ່ກໍ່ຂຶ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຣັບຮາງວັນ 15 ຖ້າການງານຂອງຜູ້ໃດຖືກເຜົາໄຫມ້ເສັຽ ຜູ້ນັ້ນຈະຂາດຮາງວັນ ແຕ່ຕົນເອງກໍຈະໄດ້ພົ້ນແຕ່ເຫມືອນຜ່ານພົ້ນໄຟ 16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າຊົງສະຖິດຢູໃນພວກເຈົ້າ 17 ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະຊົງທຳລາຍຜູ້ນັ້ນ ເພາະວິຫານຂອງພຣະເຈົ້າເປັນທີ່ສັກສິດ ເຈົ້າທັງຫລາຍແຫລະ, ເປັນວິຫານນັ້ນ 18 ຢ່າໃຫ້ຜູ້ໃດຫລອກລໍ້ຕົນເອງ ຖ້າຜູ້ໃດໃນພວກເຈົ້າຄຶດວ່າຕົນເປັນຄົນມີປັນຍາໃນສະໄຫມນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່ ເພື່ອຈະກາຍເປັນຄົນມີປັນຍາໄດ້ 19 ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຕໍ່ພຣະພັກພຣະເຈົ້າ ດ້ວຍມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະອົງຊົງຈັບຄົນທີ່ມີປັນຍາດ້ວຍອຸບາຍຂອງເຂົາເອງ” 20 ແລະມີຄຳຂຽນໄວ້ໃນພຣະຄັມພີອີກວ່າ, “ພຣະເຈົ້າຊົງຊາບວ່າ ຄວາມຄຶດຂອງຄົນທີ່ມີປັນຍານັ້ນເປັນການເປົ່າໆ” 21 ເຫດສັນນັ້ນຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນອວດ ດ້ວຍວ່າສິ່ງສາຣະພັດເປັນຂອງເຈົ້າທັງຫລາຍແລ້ວ 22 ເຖິງແມ່ນວ່າໂປໂລກໍດີ ອາໂປໂລ ແລະເກຟາກໍດີ ໂລກກັບຊີວິດແລະຄວາມຕາຍກໍດີ ຫລືສິ່ງທີ່ມີໃນປັດຈຸບັນແລະອະນາຄົດກໍດີ ສິ່ງສາຣະພັດນັ້ນກໍເປັນຂອງພວກເຈົ້າ 23 ແລະພວກເຈົ້າເປັນຂອງພຣະຄຣິດ ແລະພຣະຄຣິດຊົງເປັນຂອງພຣະເຈົ້າ 41 ໃຫ້ທຸກຄົນຖືວ່າພວກເຮົາເປັນຜູ້ຣັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຂໍ້ເລິກລັບຂອງພຣະເຈົ້າ2 ປະການນຶ່ງ, ຜູ້ປ້ອງກັນຮັກສານັ້ນຈຳເປັນຕ້ອງເປັນຄົນສັດຊື່ 3 ສຳລັບເຮົາ ການທີ່ເຈົ້າທັງຫລາຍຫລືມະນຸດຜູ້ໃດຈະຕັດສີນຕົວເຮົານັ້ນ ເຮົາເຫັນວ່າເປັນເຣື່ອງເລັກນ້ອຍ ເຖິງແມ່ນເຮົາເອງກໍບໍ່ໄດ້ຕັດສີນຕົວເຮົາ 4 ເພາະເຮົາບໍ່ຮູ້ວ່າເຮົາມີຜິດສິ່ງໃດ ເຖິງປານນັ້ນເຮົາກໍບໍ່ພົ້ນຈາກການພິພາກສາ ແຕ່ຜູ້ພິພາກສາຕົວເຮົານັ້ນແມ່ນອົງພຣະຜູ້ເປັນເຈົ້າ 5 ເຫດສັນນັ້ນພວກເຈົ້າຢ່າຕັດສີນສິ່ງໃດກ່ອນເວລາ ຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດໃຫ້ແຈ່ມແຈ້ງ ແລະຈະຊົງເຜີຍຄວາມຄາດຫມາຍໃນໃຈມະນຸດດ້ວຍ ເມື່ອນັ້ນແຫລະ, ທຸກຄົນຈະໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຕາມສົມຄວນ 6 ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເຣື່ອງຕົວເຮົາກັບເຣື່ອງອາໂປໂລມາກ່າວໄວ້ ກໍເພື່ອປໂຍດຂອງເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າຮຽນເອົາຕາມແບບຢ່າງຂອງພວກເຮົາຄື “ຢ່າອອກນອກຂອບເຂດຂອງພຣະຄັມພີ” ບໍ່ໃຫ້ຜູ້ໃດໃນພວກເຈົ້າມີໃຈຈອງຫອງຍົກຜູ້ນຶ່ງແລະຂົ່ມຜູ້ນຶ່ງ 7 ຜູ້ໃດໄດ້ເຮັດໃຫ້ເຈົ້າຕ່າງກັນກັບຄົນອື່ນ ຫລືມີອັນໃດທີ່ເຈົ້າບໍ່ໄດ້ຮັບມາ ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງໂອ້ອວດເຫມືອນກັບເຈົາບໍ່ໄດ້ຮັບເລີຍ 8 ດຽວນີ້ເຈົ້າທັງຫລາຍກໍອີ່ມແລ້ວຫນໍ, ຮັ່ງມີບໍຣິບູນແລ້ວຫນໍ, ໄດ້ຂຶ້ນສເວີຍຣາຊໂດຍຮ່ວມກັບພວກເຮົາຫນໍ ແມ່ນຢູ່ ເຮົາກໍປາຖນາຢາກໃຫ້ເຈົ້າທັງຫລາຍໄດ້ຂຶ້ນສເວີຍຣາຊ ເພື່ອພວກເຮົາຈະໄດ້ຂຶ້ນສເວີຍຣາຊດ້ວຍກັນກັບພວກເຈົ້າ 9 ເພາະເຮົາຄຶດວ່າພຣະເຈົ້າໄດ້ຊົງສະແດງພວກເຮົາ ຜູ້ເປັນອັຄສາວົກໄວ້ໃນທີ່ສຸດປາຍເຫມືອນຄົນທີ່ຖືກໂທດເຖິງຕາຍ ເພາະເຮົາກາຍເປັນເຫມືອນໂຕລະຄອນໃຫ້ຈັກກະວານຄືເທວະດາແລະມະນຸດຊົມ 10 ພວກເຮົາເປັນຄົນໂງ່ເພາະເຫັນແກ່ພຣະຄຣິດ ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາອ່ອນກຳລັງ ແຕ່ພວກເຈົ້າມີກຳລັງ ພວກເຈົ້າມີຍົດ ແຕ່ພວກເຮົາເປັນຄົນອັປຍົດ 11 ຈົນເຖິງປັດຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າຢາກນ້ຳ ຂາດເຄື່ອງນຸ່ງຫົ່ມ ຖືກທຸບຕີແລະບໍ່ມີບ່ອນພັກພາອາໄສເປັນຫລັກແຫລ່ງ 12 ພວກເຮົາຍັງອົດສາເຮັດການຫນັກຫນ່ວງລ້ຽງຊີບດ້ວຍມືຂອງເຮົາເອງ ເມື່ອຖືກປ້ອຍດ່າເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງເຮົາກໍອົດທົນເອົາ 13 ເມື່ອຖືກນິນທາປມາດເຮົາກໍຊອກຫາທາງປອງດອງ ເຮົາກາຍເປັນເຫມືອນຂີ້ເຫຍື້ອຂອງໂລກ ເປັນເຫມືອນຂອງເສດຈາກສິ່ງສາຣະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້ 14 ເຮົາບໍ່ໃຊ່ໄດ້ຂຽນຂໍ້ຄວາມເຫລົ່ານີ້ເພື່ອໃຫ້ເຈົ້າທັງຫລາຍລະອາຍ ແຕ່ຂຽນເພື່ອເຕືອນສະຕິພວກເຈົ້າໃນຖານະເປັນລູກທີ່ຮັກຂອງເຮົາ 15 ເພາະເຖິງແມ່ນວ່າໃນພຣະຄຣິດພວກເຈົ້າມີຄວາມຄວບຄຸມຈັກຫມື່ອນຄົນກໍຕາມ ແຕ່ພວກເຈົ້າກໍບໍ່ມີພໍ່ຫລາຍຄົນ ເພາະວ່າໃນພຣະເຢຊູຄຣິດແມ່ນເຮົານີ້ແຫລະ, ໄດ້ໃຫ້ກຳເນີດແກ່ພວກເຈົ້າໂດຍຂ່າວປະເສີດ 16 ເຫດສັນນັ້ນເຮົາຈຶ່ງຂໍໃຫ້ເຈົາທັງຫລາຍເຮັດຕາມແບບຢ່າງຂອງເຮົາໄປ 17 ເພາະເຫດນີ້ເຮົາຈຶ່ງໄດ້ໃຊ້ຕີໂມທຽວລູກທີ່ຮັກຂອງເຮົາ ຜູ້ສັດຊື່ໃນອົງພຣະຜູ້ເປັນເຈົ້າ ໃຫ້ມາຫາພວກເຈົ້າ ເພື່ອນຳພວກເຈົ້າໃຫ້ລະນຶກເຖິງຫລັກການປະຕິບັດຂອງເຮົາໃນພຣະຄຣິດ ເຫມືອນທີ່ເຮົາເຄີຍສອນໃນຄຣິສຕະຈັກທົ່ວໆໄປ 18 ແຕ່ມີບາງຄົນໄດ້ອວດຕົວຂຶ້ນ ເຫມືອນກັບວ່າເຮົາຈະບໍ່ມາຫາພວກເຈົ້າ 19 ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະທັຍ ເຮົາຈະມາຫາເຈົ້າທັງຫລາຍໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ບໍ່ໃຊ່ແຕ່ຖ້ອຍຄຳຂອງຄົນທີ່ອວດຕົວຂຶ້ນ ແຕ່ຈະຢັ່ງຮູ້ຣິດອຳນາດຂອງເຂົານັ້ນ 20 ເພາະວ່າຣາຊອານາຈັກຂອງພຣະເຈົ້າບໍ່ໃຊ່ເຣື່ອງຄຳເວົ້າ ແຕ່ເປັນເຣື່ອງຣິດອຳນາດ 21 ເຈົ້າທັງຫລາຍຈະເອົາຢ່າງໃດ ຈະໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກແລະດ້ວຍໃຈອ່ອນສຸພາບ 51 ມີຂ່າວເລົ່າລືກັນວ່າໃນພວກເຈົ້າມີການຜິດຊາຍຍິງ ແລະການຜິດຢ່າງນັ້ນ ເຖິງແມ່ນວ່າໃນພວກຕ່າງຊາດກໍບໍ່ເຄີຍມີ ຄືວ່າມີຊາຍຜູ້ນຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມັຽ2 ແລະເຈົ້າທັງຫລາຍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ພວກເຈົ້າຄວນຈະຕັດຜູ້ທີ່ເຮັດການຜິດ່ຢາງນັ້ນອອກເສັຽຈາກພວກເຈົ້າ 3 ເຖິງແມ່ນວ່າຕົວເຮົາບໍ່ໄດ້ຢູ່ນຳພວກເຈົ້າ ແຕ່ໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສີນລົງໂທດຜູ້ທີ່ໄດ້ເຮັດການຜິດຢ່າງນັ້ນ ເຫມືອນກັບເຮົາໄດ້ຢູ່ນຳພວກເຈົ້າໃນພຣະນາມຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ 4 ເມື່ອເຈົ້າທັງຫລາຍປະຊຸມກັນແລະໃຈຂອງເຮົາຮວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ 5 ຈົ່ງມອບຜູ້ນັ້ນໄວ້ໃຫ້ຊາຕາຍທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງເຂົາໄດ້ພົ້ນໃນວັນຂອງອົງພຣະຜູ້ເປັນເຈົ້າ 6 ການທີ່ເຈົ້າທັງຫລາຍອວດອ້າງນັ້ນບໍ່ດີດອກ ພວກເຈົ້າບໍ່ຮູ້ຫລືວ່າເຊື້ອແປ້ງແຕ່ຫນ້ອຍດຽວກໍແຜ່ໄປທົ່ວທັງກ້ອນ 7 ເຫດສັນນັ້ນຈົ່ງຊຳຮະເຊື້ອແປ້ງເກົ່າອອກເສັຽ ເພື່ອເຈົ້າທັງຫລາຍຈະໄດ້ເປັນກ້ອນໃຫມ່ ເຫມືອນບໍ່ມີເຊື້ອແປ້ງແລ້ວ ດ້ວຍວ່າພຣະຄຣິດຜູ້ຊົງເປັນປັສຄາຂອງເຮົາທັງຫລາຍ ໄດ້ຊົງຖືກຂ້າບູຊາແລ້ວ 8 ດ້ວຍເຫດນັ້ນເຮົາທັງຫລາຍຈົ່ງຖືປັສຄານັ້ນ ບໍ່ໃຊ່ດ້ວຍເຊື້ອເກົ່າຫລືເຊື້ອຂອງຄວາມຊົ່ວຮ້າຍ ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງຄືຄວາມສັດຊື່ແລະຄວາມຈິງ 9 ເຮົາໄດ້ຂຽນຈົດຫມາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້ 10 ແຕ່ບໍ່ໃຊ່ຫມາຍເຖິງຊາວໂລກທີ່ຫລິ້ນຊູ້, ຫລືຄົນໂລບ, ຄົນຂົ່ມຂູ່, ຄົນຂາບໄຫວ້ພຣະທຽມກໍດີ ເພາະວ່າຖ້າຫ້າມຢ່າງນັ້ນແລ້ວ ເຈົ້າທັງຫລາຍກໍຈະຕ້ອງອອກໄປເສັຽຈາກໂລກນີ້ 11 ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ ແຕ່ຍັງເປັນຄົນຫລິ້ນຊູ້, ຫລືຄົນໂລບ, ຄົນຂາບໄຫວ້ພຣະທຽມ, ຄົນເວົ້າຫຍາບຊ້າ, ຄົນຂີ້ເຫລົ້າ, ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ ແມ່ນແຕ່ກິນເຂົ້າຮ່ວມກໍຢ່າຊູ່ກິນ 12 ບໍ່ແມ່ນທຸຣະຂອງເຮົາທີ່ຈະໄປຕັດສີນລົງໂທດຄົນພາຍນອກ ແມ່ນທຸຣະຂອງພວກເຈົ້າທີ່ຈະຕັດສີນລົງໂທດຄົນພາຍໃນ ບໍ່ແມ່ນຫລື 13 ສ່ວນຄົນພາຍນອກນັ້ນແມ່ນພຣະເຈົ້າຊົງຕັດສີນລົງໂທດ “ຈົ່ງຂັບໄລ່ຄົນຊົ່ວນັ້ນອອກຈາກພວກເຈົ້າໄປເສັຽ” 61 ເມື່ອຜູ້ໃດໃນພວກເຈົ້າເປັນຄວາມກັນ ຈະກ້າໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາ ແລະບໍ່ໃຊ່ຕໍ່ຫນ້າໄພ່ພົນຂອງພຣະເຈົ້າຫລື2 ເຈົ້າທັງຫລາຍບໍ່ຮູ້ຫລືວ່າໄພ່ພົນຂອງພຣະເຈົ້າຈະພິພາກສາໂລກ ຖ້າພວກເຈົ້າຈະພິພາກສາໂລກເຈົ້າຈະບໍ່ສາມາດຕັດສິນເຣື່ອງເລັກນ້ອຍທີ່ສຸດຫລື 3 ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຮົາຈະພິພາກສາພວກເທວະດາ ຫລາຍກວ່ານັ້ນອີກເທົ່າໃດ ເຮົາສົມຄວນຈະຕັດສິນຄວາມເຣື່ອງຂອງຊີວິດນີ້ 4 ເມື່ອພວກເຈົ້າເປັນຄວາມກັນໃນເຣື່ອງຊີວິດນີ້ ເປັນຫຍັງເຈົ້າຈຶ່ງເອົາຄົນທີ່ຄຣິສຕະຈັກບໍ່ນັບຖືມາຕັ້ງໄວ້ໃຫ້ເປັນຜູ້ຕັດສິນ 5 ເຮົາກ່າວດັ່ງນີ້ກໍເພື່ອໃຫ້ພວກເຈົ້າເກີດລະອາຍໃຈ ໃນພວກເຈົ້າບໍ່ມີຈັກຄົນຫລືທີ່ມີປັນຍາພໍສາມາດຈະຕັດສິນຄວາມລະຫວ່າງພວກພີ່ນ້ອງ 6 ແຕ່ພີ່ນ້ອງກັບພີ່ນ້ອງຕ້ອງໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາຢ່າງນັ້ນຫລື 7 ທີ່ເຈົ້າທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ ກໍເປັນການຂາດສິນທັມແທ້ ເປັນຫຍັງເຈົ້າຈຶ່ງບໍ່ທົນເອົາເມື່ອເຂົາເຮັດການຮ້າຍແກ່ຕົນ ເປັນຫຍັງຈຶ່ງບໍ່ຍອມໃຫ້ເຂົາໂກງຕົນກໍດີກວ່າ 8 ແຕ່ເຈົ້າທັງຫລາຍຍັງເຮັດຮ້າຍແລະສໍ້ໂກງກັນໃນລະຫວ່າງພວກພີ່ນ້ອງຂອງຕົນ 9 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຄົນອະທັມຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ ຢ່າເຂົ້າໃຈຜິດວ່າຄົນຫລິ້ນຊູ້ກໍດີ ຫລືຄົນຂາບໄຫວ້ພຣະທຽມ ຄົນຜິດຈາກຜົວເມັຽກັນ ຊາຍຫລິ້ນຄືຍິງ ຊາຍຫລິ້ນກັບຊາຍ 10 ຄົນຂະໂມຍ ຄົນໂລບ ຄົນຂີ້ເຫລົ້າ ຄົນເວົ້າຫຍາບຊ້າ ຄົນຂົ່ມຂູ່ກໍດີ ຈະບໍ່ໄດ້ຮັບສ່ວນໃນຣາຊອານາຈັກຂອງພຣະເຈົ້າ 11 ເມື່ອກ່ອນມີບາງຄົນໃນພວກເຈົ້າເປັນຄົນຢ່າງນັ້ນ ແຕ່ເຈົ້າທັງຫລາຍໄດ້ຮັບການຊົງຊຳຮະແລ້ວ ໄດ້ຖືກຊົງຕັ້ງໄວ້ສຳລັບພຣະເຈົ້າແລ້ວ ໄດ້ຖືກຊົງນັບເປັນຄົນຊອບທັມໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ 12 “ເຮົາເຣັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນມີປໂຍດ “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ວ່າຝ່າຍເຮົາຈະບໍ່ຍອມຢູ່ໃຕ້ອຳນາດຂອງສິ່ງໃດ 13 ອາຫານມີໄວ້ສຳລັບທ້ອງແລະທ້ອງກໍສຳລັບອາຫານ ແຕ່ພຣະເຈົ້າຈະຊົງໃຫ້ທັງທ້ອງແລະອາຫານສູນຫາຍໄປ ສ່ວນຮ່າງກາຍນັ້ນບໍ່ໄດ້ມີໄວ້ສຳລັບການຫລິ້ນຊູ້ ແຕ່ມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ ແລະອົງພຣະຜູ້ເປັນເຈົ້າກໍມີໄວ້ສຳລັບຮ່າງກາຍ 14 ພຣະເຈົາໄດ້ຊົງບັນດານໃຫ້ອົງພຣະຜູ້ເປັນເຈົ້າຄືນຂຶ້ນມາ ແລະພຣະອົງຈະຊົງບັນດານໃຫ້ເຮົາທັງຫລາຍຄືນມາໃຫມ່ ດ້ວຍຣິດອຳນາດຂອງພຣະອົງ 15 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງພວກເຈົ້າເປັນອະວັຍວະຂອງພຣະຄຣິດ ຖ້າເປັນຢ່າງນັ້ນເຮົາຈະເອົາອະວັຍວະຂອງພຣະຄຣິດ ໄປເປັນອະວັຍວະຂອງຍິງແມ່ຈ້າງຫລື ຢ່າໃຫ້ເປັນຢ່າງນັ້ນເລີຍ 16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຜູ້ທີ່ຕິດພັນກັບຍິງແມ່ຈ້າງກໍເປັນກາຍອັນດຽວກັບຍິງນັ້ນ ເພາະພຣະເຈົ້າໄດ້ຊົງກ່າວໄວ້ວ່າ, “ເຂົາທັງສອງຈະເປັນກາຍອັນດຽວ” 17 ແຕ່ຜູ້ທີ່ຕິດພົນກັບອົງພຣະຜູ້ເປັນເຈົ້າ ກໍເປັນຈິດໃຈອັນດຽວກັບພຣະອົງ 18 ຈົ່ງຫລີກຫນີເສັຽຈາກການຫລິ້ນຊູ້ ຜິດບາບທຸກຢ່າງທີ່ມະນຸດເຮັດນັ້ນເປັນບາບນອກກາຍ ແຕ່ຜູ້ທີ່ຫລິ້ນຊູ້ນັ້ນກໍເຮັດຜິດບາບຕໍ່ຮ່າງກາຍຂອງຕົນເອງ 19 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງເຈົ້າເປັນວິຫານຂອງພຣະວິນຍານບໍຣິສຸດ ຜູ້ຊຶ່ງຊົງສະຖິດຢູ່ໃນພວກເຈົ້າຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ ເຈົ້າບໍ່ແມ່ນເຈົ້າຂອງຕົວເອງ 20 ພຣະເຈົ້າໄດ້ຊົງຊື້ເຈົ້າທັງຫລາຍໄວ້ແລ້ວດ້ວຍຣາຄາສູງ ເຫດສັນນັ້ນຈົ່ງຖວາຍພຣະກຽດຕໍ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ 71 ເຣື່ອງທີ່ພວກເຈົ້າໄດ້ຂຽນມານັ້ນ ຂໍຕອບວ່າ ການທີ່ຜູ້ຊາຍບໍ່ຖືກຕ້ອງກ່ຽວຂ້ອງກັບແມ່ຍິງກໍດີຢູ່2 ແຕ່ເພື່ອປ້ອງກັນການຫລິ້ນຊູ້ ຜູ້ຊາຍທຸກຄົນຄວນມີເມັຽຂອງຕົນແລະແມ່ຍິງທຸກຄົນຄວນມີຜົວຂອງຕົນ 3 ຜົວຕ້ອງຍອມຮ່ວມຢູ່ກັບເມັຽຕາມສົມຄວນ ແລະເມັຽກໍຕ້ອງຍອມຮ່ວມຢູ່ກັບຜົວເຫມືອນກັນ 4 ເມັຽບໍ່ມີອຳນາດເຫນືອຮ່າງກາຍຂອງຕົນ ແຕ່ອຳນາດນັ້ນຢູ່ນຳຜົວ ຢ່າງດຽວກັນ ຜົວບໍ່ມີອຳນາດເຫນືອຮ່າງກາຍຂອງຕົນເອງ ແຕ່ອຳນາດນັ້ນຢູ່ນຳເມັຽ 5 ຢ່າປະຕິເສດການຢູ່ຮ່ວມກັນ ເວັ້ນແຕ່ໄດ້ຕົກລົງກັນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການໄຫວ້ວອນ ແລ້ວຈຶ່ງຄ່ອຍມາຢູ່ຮ່ວມກັນອີກ ເພື່ອບໍ່ໃຫ້ຊາຕານຊັກຈູງໃຫ້ເຮັດຜິດເພາະຕົນອົດບໍ່ໄດ້ 6 ເຮົາກ່າວດັ່ງນີ້ເປັນການອະນຸຍາດ ບໍ່ໃຊ່ເປັນການສັ່ງ 7 ເຮົາປາຖນາໃຫ້ທຸກຄົນເປັນເຫມືອນຕົວເຮົາ ແຕ່ທຸກຄົນກໍໄດ້ຮັບຂອງປະທານຈາກພຣະເຈົ້າອັນເຫມາະສົມກັບຕົວຜູ້ນຶ່ງໄດ້ຮັບຢ່າງນັ້ນ ແລະອີກຜູ້ນຶ່ງໄດ້ຮັບຢ່າງນີ້ 8 ເຮົາຂໍກ່າວແກ່ຄົນທີ່ຍັງເປັນໂສດແລະພວກແມ່ຫມ້າຍວ່າ ຖ້າເຂົາຈະຢູ່ເຫມືອນຢ່າງເຮົາກໍດີແລ້ວ 9 ແຕ່ຖ້າເຂົາອົດໃຈບໍ່ໄດ້ກໍໃຫ້ເຂົາແຕ່ງງານເສັຽ ເພາະການແຕ່ງງານນັ້ນດີກວ່າມີໃຈເຜົາຮ້ອນດ້ວຍກາມຣາຄະ 10 ສ່ວນຄົນທີ່ແຕ່ງງານແລ້ວ ເຮົາຂໍສັ່ງ ບໍ່ໃຊ່ເຮົາສັ່ງເອງ ແຕ່ອົງພຣະຜູ້ເປັນເຈົ້າຊົງບັນຊາວ່າ ຢ່າໃຫ້ເມັຽປະຜົວ 11 ແຕ່ຖ້ານາງຫາກປະຜົວໄປ ຢ່າໃຫ້ນາງເອົາຜົວໃຫມ່ ຫລືບໍ່ດັ່ງນັ້ນກໍໃຫ້ນາງກັບມາຄືນດີກັບຜົວອີກ ແລະຂໍຢ່າໃຫ້ຜົວປະຮ້າງເມັຽ 12 ເຮົາຂໍກ່າວແກ່ຄົນອື່ນໆ ນອກຈາກພວກນີ້ (ອົງພຣະຜູ້ເປັນເຈົ້າບໍໄດ້ຊົງກ່າວ) ວ່າຖ້າພີ່ນ້ອງຄົນໃດມີເມັຽທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ນາງກໍພໍໃຈຈະຢູ່ກັບຜົວນັ້ນ ຜົວບໍ່ຄວນຢ່າຮ້າງນາງ 13 ຖ້າຍິງຄົນໃດມີຜົວທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ຜົວກໍພໍໃຈຈະຢູ່ກັບເມັຽນັ້ນ ເມັຽບໍ່ຄວນຢ່າຮ້າງຜົວນັ້ນ 14 ເພາະວ່າຜົວທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນເມັຽ ແລະເມັຽທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນຜົວນັ້ນ ຖ້າບໍ່ດັ່ງນັ້ນລູກຂອງເຈົ້າທັງຫລາຍກໍບໍ່ບໍຣິສຸດ ແຕ່ບັດນີ້ລູກເຫລົ່ານັ້ນກໍບໍຣິສຸດແລ້ວ 15 ແຕ່ຖ້າຜູ້ທີ່ບໍ່ມີຄວາມເຊື່ອຈະແຍກຕົວອອກໄປກໍຈົ່ງໃຫ້ທ່ານໄປ ເຣື່ອງຢ່າງນີ້ບໍ່ຈຳເປັນທີ່ພີ່ນ້ອງຊາຍຍິງຈະຜູກມັດຈຳໃຈໃຫ້ຢູ່ດ້ວຍກັນ ເພາະວ່າພຣະເຈົ້າໄດ້ຊົງເອີ້ນເຈົ້າທັງຫລາຍໃຫ້ຢູ່ຢ່າງສງົບງ 16 ຝ່າຍເຈົ້າຜູ້ເປັນເມັຽ ເຈົ້າຮູ້ໄດ້ວ່າເຈົ້າຈະຊ່ອຍຜົວໃຫ້ພົ້ນໄດ້ຫລືບໍ່ ຫລືເຈົ້າຜູ້ເປັນຜົວ ເຈົ້າຮູ້ໄດ້ວ່າເຈົ້າຈະຊ່ອຍເມັຽໃຫ້ພົ້ນໄດ້ຫລື 17 ແຕ່ຂໍໃຫ້ທຸກຄົນດຳເນີນຊີວິດຢູ່ຕາມຖານະທີ່ອົງພຣະຜູ້ເປັນເຈົ້າຊົງປະທານແກ່ຕົນແລະຕາມທີ່ພຣະເຈົ້າໄດ້ຊົງເອີ້ນເອົານັ້ນ ເຮົາຈຶ່ງວາງລະບຽບດັ່ງນັ້ນໄວ້ໃຫ້ຄຣິສຕະຈັກທົ່ວໄປ 18 ຖ້າມີຜູ້ໃດທີ່ຖືກຊົງເອີ້ນເອົາເມື່ອພາຍຫລັງການຮັບພິທີຕັດ ຢ່າໃຫ້ຜູ້ນັ້ນເລີກຈາກຖານະນັ້ນເສັຽ ຫລືຖ້າວ່າມີຜູ້ໃດທີ່ຖືກຊົງເອີ້ນເອົາໂດຍຍັງບໍ່ໄດ້ຮັບພິທີຕັດກໍຢ່າໃຫ້ຜູ້ນັ້ນຮັບ 19 ການທີ່ຮັບຫລືບໍ່ຮັບພິທີຕັດກໍບໍ່ສຳຄັນ ແຕ່ການຖືຮັກສາຂໍ້ບັນຍັດຂອງພຣະເຈົ້ານັ້ນສຳຄັນ 20 ໃຫ້ທຸກຄົນຢູ່ໃນຖານະທີ່ເຂົາຢູ່ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ 21 ເຈົ້າຖືກພຣະເຈົ້າຊົງເອີ້ນເອົາເມື່ອຍັງເປັນຂ້ອຍຂ້າຢູ່ຫລື ຢ່າຮ້ອນໃຈ ຖ້າເຈົ້າຈະສາມາດໄຖ່ຕົວອອກໄດ້ກໍຄວນໄຖ່ດີກວ່າ 22 ເຫດວ່າຖ້າອົງພຣະຜູ້ເປັນເຈົ້າຊົງເອີ້ນຜູ້ໃດເມື່ອຍັງເປັນຂ້ອຍຂ້າຢູ່ ຜູ້ນັ້ນກໍເປັນເສຣີຊົນຂອງອົງພຣະຜູ້ເປັນເຈົ້າ ຢ່າງນັ້ນແຫລະ, ຄົນໃດທີ່ໄດ້ຮັບການຊົງເອີ້ນເມື່ອເປັນເສຣີຊົນ ຄົນນັ້ນກໍເປັນຂ້ອຍຂ້າຂອງພຣະຄຣິດ 23 ພຣະເຈົ້າໄດ້ຊົງຊື້ເຈົ້າທັງຫລາຍດ້ວຍຣາຄາສູງ ຢ່າກັບໄປເປັນຂ້ອຍຂ້າຂອງມະນຸດ 24 ພີ່ນ້ອງທັງຫລາຍເອີຍ, ເຈົ້າທຸກຄົນຢູ່ໃນຖານະໃດເມື່ອພຣະເຈົ້າຊົງເອີ້ນ ກໍໃຫ້ຕັ້ງຢູ່ກັບພຣະເຈົ້າໃນຖານະນັ້ນ 25 ເຣື່ອງຄົນໂສດນັ້ນເຮົາບໍ່ໄດ້ຮັບພຣະບັນຊາຈາກອົງພຣະຜູ້ເປັນເຈົ້າ ແຕ່ເຮົາຂໍອອກຄວາມເຫັນໃນຖານະທີ່ເປັນຜູ້ໄດ້ຮັບພຣະຄຸນຈາກອົງພຣະຜູ້ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້ 26 ຍ້ອນຄວາມຍາກລຳບາກທີ່ມີຢູ່ແລ້ວ ເຮົາຈຶ່ງຄຶດເຫັນວ່າ ຄວນໃຫ້ທຸກຄົນຢູ່ຕາມຢ່າງທີ່ຕົນຢູ່ດຽວນີ້ກໍດີຢູ່ 27 ຖ້າເຈົ້າມີເມັຽແລ້ວ ຢ່າຊອກຫາທາງແຍກຈາກກັນ ຖ້າເຈົ້າແຍກຈາກເມັຽແລ້ວ ຢ່າຊອກຫາເມັຽໃຫມ່ 28 ແຕ່ຖ້າເຈົ້າແຕ່ງງານກໍບໍ່ຜິດ ແລະຖ້າຍິງໂສດຈະແຕ່ງງານກໍບໍ່ຜິດ ແຕ່ຄົນທີ່ແຕ່ງງານຢ່າງນັ້ນຄົງຈະມີຄວາມຫຍຸ້ງຍາກລຳບາກໃຈໃນຊີວິດນີ້ ແຕ່ເຮົາປາຖນາທີ່ຈະໃຫ້ເຈົ້າທັງຫລາຍພົ້ນຈາກຄວາມຫຍຸ້ງຍາກນັ້ນ 29 ພີ່ນ້ອງທັງຫລາຍເອີຍ, ເຮົາກ່າວດັ່ງນີ້ກໍເພາະເວລາທີ່ເຫລືອຢູ່ນັ້ນກໍສັ້ນເຂົ້າມາແລ້ວ ຕັ້ງແຕ່ນີ້ໄປໃຫ້ຜູ້ມີເມັຽດຳເນີນຊີວິດເຫມືອນບໍ່ມີເມັຽ 30 ໃຫ້ຜູ້ຮ້ອງໄຫ້ເຫມືອນບໍ່ຮ້ອງໄຫ້ ແລະຜູ້ທີ່ຊົມຊື່ນຍິນດີເຫມືອນບໍ່ຊົມຊື່ນຍິນດີ ແລະຜູ້ທີ່ຊື້ເຫມືອນບໍ່ໄດ້ສິ່ງໃດ 31 ແລະໃຫ້ຜູ້ທີ່ໃຊ້ຂອງໃນໂລກເຫມືອນກັບວ່າບໍ່ໄດ້ໃຊ້ເຕັມສ່ວນ ດ້ວຍວ່າລະບົບຂອງໂລກນີ້ກຳລັງລ່ວງໄປ 32 ເຮົາຢາກໃຫ້ເຈົ້າທັງຫລາຍພົ້ນຈາກຄວາມກະວົນກະວາຍໃຈ ຝ່າຍຜູ້ທີ່ບໍ່ມີເມັຽກໍຮ້ອນໃຈໃນການງານຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະເຮັດໃຫ້ຊອບພຣະທັຍຂອງພຣະອົງ 33 ແຕ່ຜູ້ທີ່ມີເມັຽແລ້ວກໍຮ້ອນໃຈໃນການຂອງໂລກນີ້ ເພື່ອຈະເຮັດໃຫ້ຊອບໃຈຂອງເມັຽ ຈຶ່ງມີຄວາມສົນໃຈເປັນສອງກ້ຳສອງຝ່າຍ 34 ຝ່າຍຍິງທີ່ບໍ່ມີຜົວແລະສາວໂສດກໍຮ້ອນໃຈໃນການງານຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະໄດ້ເປັນຄົນບໍຣິສຸດທັງກາຍແລະຈິດວິນຍານ ແຕ່ຍິງທີ່ມີຜົວກໍຮ້ອນໃຈໃນການຂອງໂລກນີ້ ເພື່ອຈະເຮັດໃຫ້ຊອບໃຈຂອງຜົວ 35 ເຮົາກ່າວດັ່ງນີ້ກໍເພື່ອປໂຍດຂອງເຈົ້າທັງຫລາຍເອງ ບໍ່ໃຊ່ຈະຫ້າງແຮ້ວໃສ່ພວກເຈົ້າ ແຕ່ເພື່ອຄວາມເປັນລະບຽບໃຫ້ພວກເຈົ້າບົວລະບັດອົງພຣະຜູ້ເປັນເຈົ້າ ໂດຍບໍ່ມີໃຈເປັນສອງກ້ຳສອງຝ່າຍ 36 ຖ້າຊາຍໃດມີຄູ່ຫມັ້ນເປັນສາວປອດ ແລະຮູ້ສຶກວ່າຕົນຈະປະຕິບັດຕໍ່ຄູ່ຫມັ້ນຢ່າງສົມຄວນບໍ່ໄດ້ແລ້ວ ຖ້າມີຄວາມຮັກຮ້ອນແຮງຈຶ່ງຕ້ອງເຮັດຢ່າງໃດຢ່າງນຶ່ງ ກໍໃຫ້ເຂົາເຮັດຕາມຄວາມປາຖນາ ຄືໃຫ້ເຂົາແຕ່ງງານເສັຽ ບໍ່ມີຄວາມຜິດອັນໃດ 37 ແຕ່ຖ້າຊາຍຄົນໃດຕັ້ງໃຈຄັກແນ່ ແລະເຫັນວ່າບໍ່ມີຄວາມຈຳເປັນ ແຕ່ອາດບັງຄັບໃຈຕົນເອງໄດ້ ດ້ວຍຕັ້ງໃຈວ່າຈະໃຫ້ຍິງນັ້ນເປັນຄູ່ຫມັ້ນຕໍ່ໄປ ຜູ້ນັ້ນກໍເຮັດດີຢູ່ 38 ເຫດສັນນັ້ນຜູ້ໃດທີ່ແຕ່ງງານກັບຄູ່ຫມັ້ນຂອງຕົນກໍເຣັດດີຢູ່ ແຕ່ຜູ້ທີ່ບໍ່ແຕ່ງງານນັ້ນກໍເຮັດດີກວ່າ 39 ຕາບໃດຜົວຍັງມີຊີວິດຢູ່ ເມັຽຕ້ອງຢູ່ກັບຜົວ ຖ້າຜົວຕາຍນາງກໍເປັນອິສຣະ ຈະແຕ່ງງານກັບຊາຍໃດກໍໄດ້ຕາມໃຈ ແຕ່ຕ້ອງແຕ່ງງານກັບຜູ້່ທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ 40 ແຕ່ຕາມເຮົາເຫັນວ່າ ຖ້ານາງຢູ່ຜູ້ດຽວກໍຈະເປັນສຸກກວ່າ ແລະເຮົາຄຶດວ່າພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ນຳເຮົາດ້ວຍ 81 ເຣື່ອງຂອງທີ່ເຂົາເອົາບູຊາແກ່ພຣະທຽມນັ້ນ ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາຕ່າງກໍມີຄວາມຮູ້ທຸກຄົນ” ຄວາມຮູ້ນັ້ນເຣັດໃຫ້ອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເຣີນຂຶ້ນ2 ຖ້າຜູ້ໃດຖືວ່າຕົວຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ອັນໃດຕາມທີ່ຄວນຈະຮູ້ 3 ແຕ່ວ່າຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ 4 ເຣື່ອງການກິນອາຫານທີ່ເຂົາເອົາບູຊາແກ່ພຣະທຽມນັ້ນ ເຮົາທັງຫລາຍຮູ້ຢູ່ວ່າ “ພຣະທຽມນັ້ນບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ” 5 ເຖິງແມ່ນວ່າມີພຣະຫລາຍໃນສວັນ ແລະເທິງແຜ່ນດິນໂລກກໍດີ ທີ່ເຂົາເອີ້ນວ່າພຣະເຈົ້າ (ພຣະກໍມີຫລາຍ ເຈົ້າກໍມີຫລາຍແທ້) 6 ແຕ່ສຳລັບພວກເຮົານັ້ນມີພຣະເຈົ້າອົງດຽວຄືພຣະບິດາ ແລະສິ່ງສາຣະພັດທັງປວງບັງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະຜູ້ເປັນເຈົ້າອົງດຽວ ຄືພຣະເຢຊູຄຣິດ ແລະສິ່ງສາຣະພັດກໍບັງເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ 7 ແຕ່ບໍ່ໃຊ່ທຸກຄົນມີຄວາມຮູ້ຢ່າງນີ້ ເພາະມີບາງຄົນທີ່ເຄີຍນັບຖືພຣະທຽມແຕ່ກ່ອນຈົນເຖິງບັດນີ້ ເມື່ອເຂົາກິນອາຫານນັ້ນກໍຖືວ່າເປັນຂອງບູຊາແກ່ພຣະທຽມນັ້ນແທ້ ແລະໃຈສຳນຶກຜິດແລະຊອບຂອງເຂົາຍັງອ່ອນຢູ່ຈຶ່ງຖືກຊົ່ວມົວຫມອງໄປ 8 ອາຫານບໍ່ແມ່ນສິ່ງທີ່ເຣັດໃຫ້ພວກເຮົາເປັນທີ່ຊອບພຣະທັຍພຣະເຈົ້າ ຖ້າບໍ່ກິນເຮົາບໍ່ໄດ້ຊົ່ວລົງ ຖ້າກິນເຮົາກໍບໍ່ດີຂຶ້ນ 9 ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສຣີພາບຂອງເຈົ້າທັງຫລາຍ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອນ້ອຍສະດຸດໃຈ 10 ເພາະວ່າຖ້າຜູ້ໃດຫາກມາເຫັນເຈົ້າຜູ້ມີຄວາມຣູ້ ນັ່ງກິນໃນວິຫານຂອງພຣະທຽມນັ້ນ ໃຈສຳນຶກຜິດແລະຊອບອັນອ່ອນຂອງຜູ້ນັ້ນຈະບໍ່ກ້າຂຶ້ນ ເຮັດໃຫ້ບັງອາດກິນຂອງທີ່ບູຊາແກ່ພຣະທຽມນັ້ນຫລື 11 ດັ່ງນັ້ນຄວາມຮູ້ຂອງເຈົ້າຈະເຮັດໃຫ້ພີ່ນ້ອງທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງວາຍພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ 12 ສັນນັ້ນເມື່ອພວກເຈົ້າເຮັດຜິດຕໍ່ພວກພີ່ນ້ອງ ຄືເຮັດຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງເຂົານັ້ນ ເຈົ້າກໍໄດ້ເຮັດຜິດຕໍ່ພຣະຄຣິດດ້ວຍ 13 ເຫດສັນນັ້ນຖ້າອາຫານເປັນເຫດທີ່ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕລອດໄປ ເພາະຢ້ານວ່າຈະເຮັດໃຫ້ພີ່ນ້ອງສະດຸດໃຈ 91 ເຮົາບໍ່ໄດ້ມີເສຣີພາບຫລື ເຮົາບໍ່ໄດ້ເປັນອັຄສາວົກຫລື ເຮົາບໍ່ໄດ້ເຫັນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຫລື ເຈົ້າທັງຫລາຍບໍ່ເປັນຜົນງານຂອງເຮົາໃນອົງພຣະຜູ້ເປັນເຈົ້າຫລື2 ຖ້າເຮົາບໍ່ໄດ້ເປັນອັຄສາວົກໃນສາຍຕາຂອງຄົນອື່ນ ເຮົາກໍເປັນອັຄສາວົກໃນສາຍຕາຂອງເຈົ້າທັງຫລາຍແທ້ ເພາະວ່າເຈົ້າທັງຫລາຍຄືກາປະຈຳຕຳແຫນ່ງອັຄສາວົກຂອງເຮົາໃນອົງພຣະຜູ້ເປັນເຈົ້າ 3 ຖ້າຜູ້ໃດສອບສວນເຮົາ ເຮົາກໍຈະແກ້ຕົວວ່າ 4 “ເຮົາບໍ່ມີສິດທີ່ຈະກິນແລະດື່ມຫລື 5 ເຮົາບໍ່ມີສິດຫລືທີ່ຈະພາເມັຽທີ່ເປັນຄຣິສະຕຽນໄປມາດ້ວຍກັນ ເຫມືອນຢ່າງອັຄສາວົກຄົນອື່ນ ແລະເຫມືອນຢ່າງພວກນ້ອງຂອງອົງພຣະຜູ້ເປັນເຈົ້າ ແລະເຫມືອນຢ່າງເກຟານັ້ນ 6 ຈຳເພາະແຕ່ເຮົາກັບບາຣ໌ນາບາເທົ່ານັ້ນຫລື ທີ່ບໍ່ມີສິດເລີກເຮັດການຫາລ້ຽງຊີບນັ້ນ 7 ແມ່ນໃຜທີ່ຮັບໃຊ້ເປັນທະຫານຕ້ອງກິນອາຫານຂອງຕົນເອງ ຜູ້ໃດທີ່ເຣັດສວນອະງຸ່ນແລ້ວບໍ່ໄດ້ກິນຜົນຈາກສວນນັ້ນ ຫລືຜູ້ໃດທີ່ລ້ຽງສັດແລ້ວບໍ່ໄດ້ກິນນ້ຳນົມຈາກຝູງສັດນັ້ນ 8 ເຮົາກ່າວຢ່າງນີ້ຕາມທັມນຽມຂອງມະນຸດຫລື ພຣະບັນຍັດບໍ່ໄດ້ກ່າວຢ່າງນີ້ເຫມືອນກັນຫລື 9 ເພາະມີຄຳຂຽນໄວ້ແລ້ວໃນບັນຍັດຂອງໂມເຊວ່າ, “ຢ່າເອົາກະສອບໃສ່ສົບງົວເມື່ອມັນຍັງຢຽບເຂົ້າຢູ່” ພຣະເຈົ້າຊົງເປັນຫ່ວງພຣະທັຍນຳງົວນັ້ນຫລື 10 ພຣະອົງບໍ່ໄດ້ຊົງກ່າວເພື່ອປໂຍດຂອງເຮົາທັງຫລາຍໂດຍຈຳເພາະດອກຫລື ແທ້ຈິງຂໍ້ຄວາມນັ້ນຂຽນໄວ້ເພື່ອປໂຍດຂອງເຮົາທັງຫລາຍໂດຍຈຳເພາະດອກຫລື ແທ້ຈິງຂໍ້ຄວາມນັ້ນຂຽນໄວ້ເພື່ອປໂຍດຂອງພວກເຮົາ ດ້ວຍວ່າຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງໃຈ ແລະຄົນທີ່ຟາດເຂົ້າກໍຄວນຟາດດ້ວຍຄວາມຫວັງຈະໄດ້ສ່ວນແບ່ງຂອງເຂົ້ານັ້ນ 11 ຖ້າພວກເຮົາໄດ້ຫວ່ານແນວປູກຝ່າຍວິນຍານໃຫ້ເຈົ້າທັງຫລາຍຈະເປັນການຫລາຍເກີນໄປຫລື ທີ່ພວກເຮົາຈະກ່ຽວຂອງຝ່າຍເນື້ອກາຍຈາກພວກເຈົ້າ 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປໂຍດຈາກພວກເຈົ້າ ພວກເຮົາບໍ່ມີສິດທີ່ຈະໄດ້ຮັບຫລາຍກວ່ານັ້ນອີກຫລື ເຖິງປານນັ້ນພວກເຮົາກໍບໍ່ໄດ້ໃຊ້ສິດນັ້ນ ແຕ່ໄດ້ຍອມອົດທົນເອົາທຸກສິ່ງ ເພາະຢ້ານວ່າເຮົາຈະເປັນຜູ້ກໍ່ເຫດໃດເຫດນຶ່ງຂຶ້ນຂັດຂວາງຂ່າວປະເສີດເຣື່ອງພຣະຄຣິດ 13 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ຄົນທີ່ປະຕິບັດໃນວິຫານກໍກິນຂອງຖວາຍໃນວິຫານນັ້ນ ແລະຄົນທີ່ປະຕິບັດແທ່ນບູຊາກໍຮັບສ່ວນແບ່ງຂອງເຄື່ອງບູຊານັ້ນ 14 ຢ່າງດຽວກັນ, ອົງພຣະຜູ້ເປັນເຈົ້າໄດ້ຊົງບັນຊາໄວ້ວ່າ “ຄົນທີ່ປະກາດຂ່າວປະເສີດຄວນໄດ້ຮັບການລ້ຽງຊີບດ້ວຍຂ່າວປະເສີດນັ້ນ 15 ແຕ່ເຮົາບໍ່ໄດ້ໃຊ້ສິດເຫລົ່ານີ້ຈັກຢ່າງ ທີ່ເຮົາຂຽນເຣື່ອງນີ້ກໍບໍ່ໃຊ່ເພື່ອຈະໃຫ້ເຂົາເຣັດຢ່າງນັ້ນແກ່ເຮົາ ດ້ວຍວ່າເຮົາຍອມຕາຍເສັຽກໍດີກວ່າທີ່ຈະ,,,, ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ 16 ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້ ເພາະຄວາມຈຳເປັນໄດ້ຕົກໃສ່ເຮົາ ວິບັດຈະເກີດມີແກ່ເຮົາຖ້າເຮົາບໍ່ປະກາດຂ່າວປະເສີດ 17 ເພາະຖ້າເຮົາເຮັດການນັ້ນດ້ວຍໃຈສມັກເຮົາກໍຈະໄດ້ບຳເຫນັດ ແຕ່ຖ້າເຮົາບໍ່ສມັກກໍຍັງເປັນການທີ່ຊົງມອບໄວ້ໃຫ້ເຮົາເຮັດ 18 ແລ້ວບຳເຫນັດຂອງເຮົາຄືອັນໃດ ຄືເມື່ອເຮົາປະກາດຂ່າວປະເສີດນັ້ນເຮົາບໍ່ໄດ້ຄິດຄ່າ ແລະບໍ່ໄດ້ໃຊ້ສິດຂອງເຮົາໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ 19 ເຖິງແມ່ນວ່າເຮົາບໍ່ໄດ້ຢູ່ໃນບັງຄັບຂອງຜູ້ໃດ ເຮົາກໍຍັງຍອມຕົວເປັນຜູ້ຮັບໃຊ້ ຂອງຄົນທັງປວງ ເພື່ອຈະໄດ້ນຳຄົນຈຳນວນຫລວງຫລາຍມາເປັນສິດ 20 ຕໍ່ຄົນຢິວເຮົາໄດ້ເຮັດເຫມືອນຄົນຢິວ ເພື່ອຈະໄດ້ໃຈຄົນຢິວ ຕໍ່ຄົນທີ່ຢູ່ໃຕ້ພຣະບັນຍັດເຮົາກໍເຮັດໄດ້ໃຈຄົນທັງຫລາຍທີ່ຢູ່ໃຕ້ພຣະບັນຍັດ (ເຖິງແມ່ນເຮົາເອງບໍ່ຢູ່ໃຕ້ພຣະບັນຍັດກໍດີ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ໃຕ້ພຣະບັນຍັດນັ້ນ 21 ຕໍ່ຄົນທີ່ຢູ່ນອກພຣະບັນຍັດເຮົາກໍເຣັດເຫມືອນຄົນທີ່ຢູ່ນອກພຣະບັນຍັດ (ເຖິງແມ່ນເຮົາບໍ່ຢູ່ນອກພຣະບັນຍັດຂອງພຣະເຈົ້າກໍດີ ແຕ່ເຮົາຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ນອກພຣະບັນຍັດນັ້ນ 22 ຕໍ່ຄົນທີ່ອ່ອນແອເຮົາກໍເຮັດເຫມືອນຄົນອ່ອນແອ ເພື່ອຈະໄດ້ໃຈຄົນອ່ອນແອ ເຮົາຍອມເປັນຄົນທຸກຊະນິດເພາະເຫັນແກ່ຄົນທັງປວງ ເພື່ອເຮົາຈະໄດ້ຊ່ອຍບາງຄົນໃຫ້ພົ້ນດ້ວຍທຸກວິທີທາງ 23 ເຮົາເຮັດຕາມສິ່ງເຫລົ່ານີ້ເພາະເຫັນແກ່ຂ່າວປະເສີດເພື່ອເຮົາຈະໄດ້ມີສ່ວນໃນຂ່າວປະເສີດນັ້ນ 24 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ຄົນເຫລົ່ານັ້ນທີ່ແລ່ນແຂ່ງກັນ ກໍແລ່ນດ້ວຍກັນທຸກຄົນ ແຕ່ຄົນທີ່ໄດ້ຮັບຮາງວັນມີແຕ່ຄົນດຽວ ເຫດສັນນັ້ນຈົ່ງແລ່ນເພື່ອຊີງຮາງວັນໃຫ້ໄດ້ 25 ຝ່າຍນັກກິລາທຸກຄົນກໍເຄັ່ງຄັດໃນລະບຽບທຸກຢ່າງ ເຂົາເຮັດຢ່າງນັ້ນກໍເພື່ອຈະໄດ້ພວງມາລັຍທີ່ຫ່ຽວແຫ້ງໄປ ແຕ່ເຮົາເຮັດເພື່ອຈະໄດ້ພວງມາລັຍອັນບໍ່ຫ່ຽວແຫ້ງໄປ 26 ດ້ວຍເຫດນັ້ນເຮົາຈຶ່ງແລ່ນເສັງໂດຍມີເປົ້າຫມາຍ ເຮົາບໍ່ໄດ້ຕໍ່ສູ້ຢ່າງນັກມວຍທີ່ຊົກລົມ 27 ແຕ່ເຮົາກໍທຸບຕີຮ່າງກາຍຂອງເຮົາໃຫ້ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອເຮົາໄດ້ປະກາດແກ່ຄົນອື່ນແລ້ວ ເຮົາເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນ 101 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ເຈົ້າທັງຫລາຍເຂົ້າໃຈວ່າ ພວກບັນພະບຸຣຸດຂອງເຮົາທັງຫລາຍໄດ້ຢູ່ໃຕ້ເມກ ແລະໄດ້ຜ່ານທະເລໄປທຸກຄົນ2 ແລະໄດ້ຮັບບັບຕິສະມາໃນເມກແລະໃນທະເລຮ່ວມກັບໂມເຊທຸກຄົນ 3 ໄດ້ຮັບປະທານອາຫານທິບຢ່າງດຽວກັນທຸກຄົນ ແລະໄດ້ດື່ມນ້ຳທິບຢ່າງດຽວກັນທຸກຄົນ 4 ດ້ວຍວ່າເຂົາເຄີຍໄດ້ດື່ມນ້ຳໄຫລອອກມາຈາກສີລາສັກສິດທີ່ຕາມເຂົາໄປ ສີລານັ້ນແມ່ນອົງພຣະຄຣິດ 5 ແຕ່ເຖິງປານນັ້ນກໍດີ, ມີຄົນສ່ວນຫລາຍໃນພວກນັ້ນທີ່ພຣະເຈົ້າບໍ່ຊົງພໍພຣະທັຍ ເຮົາຮູ້ໄດ້ກໍເພາະວ່າເຂົາລົ້ມຕາຍໃນປ່າບໍ່ຂາດສາຍ 6 ເຫດການເຫລົ່ານີ້ເປັນຕົວຢ່າງເຕືອນໃຈເຮົາທັງຫລາຍ ບໍ່ໃຫ້ພວກເຮົາມີໃຈໂລບແລະປາຖນາສິ່ງຊົ່ວເຫມືອນເຂົາເຫລົ່ານັ້ນ 7 ຢ່າກາຍເປັນຄົນຂາບໄຫວ້ພຣະທຽມເຫມືອນບາງຄົນໃນພວກເຂົາ ຕາມມີຄຳຂຽນໄວ້ໃນພຣະຄັມພີວ່າ, “ໄພ່ພົນທັງຫລາຍໄດ້ນັ່ງລົງກິນແລະດື່ມ ແລ້ວກໍລຸກຂຶ້ນເຕັ້ນລຳ” 8 ຢ່າໃຫ້ເຮົາທັງຫລາຍຫລິ້ນຜິດຊາຍຍິງ ເຫມືອນບາງຄົນໃນພວກນັ້ນໄດ້ເຮັດ ແລ້ວກໍລົ້ມລົງຕາຍໃນມື້ດຽວສອງຫມື່ນສາມພັນຄົນ 9 ຢ່າໃຫ້ພວກເຮົາທົດລອງອົງພຣະຜູ້ເປັນເຈົ້າ ເຫມືອນຢ່າງທີ່ບາງຄົນໃນພວກນັ້ນໄດ້ທົດລອງ ແລ້ວກໍຈິບຫາຍໄປດ້ວຍພິດງູ 10 ເຈົ້າທັງຫລາຍຢ່າຈົ່ມເຫມືອນບາງຄົນໃນພກວເຂົາໄດ້ຈົ່ມ ແລ້ວກໍໄດ້ຈິບຫາຍດ້ວຍເພັຊຄາດ 11 ເຫດການເຫລົ່ານີ້ໄດ້ບັງເກີດຂຶ້ນແກ່ເຂົາເພື່ອເປັນຕົວຢ່າງແກ່ຜູ້ອື່ນ ແລະໄດ້ບັນທຶກໄວ້ເພື່ອເຕືອນສະຕິເຮົາທັງຫລາຍ ຊຶ່ງກຳລັງປະສົບກັບເວລາສຸດທ້າຍທີ່ຈວນຈະມາເຖິງ 12 ເຫດສັນນັ້ນຜູ້ທີ່ຄຶດວ່າຕົວຕັ້ງຫມັ້ນຢູ່ແລ້ວ ຈົ່ງລະວັງໃຫ້ດີ ຢ້ານວ່າຈະລົ້ມລົງ 13 ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທັມ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກຫນີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້ 14 ເຫດສັນນັ້ນພວກທີ່ຮັກຂອງເຮົາເອີຍ ຈົ່ງຫລີກຫນີຈາກການຂາບໄຫວ້ພຣະທຽມ ເຮົາເວົ້າເຫມືອນດັ່ງເວົ້າກັບຄົນທີ່ມີປັນຍາ 15 ເຈົ້າທັງຫລາຍຈົ່ງພິຈາຣະນາເອົາໃນເຣື່ອງທີ່ເຮົາເວົ້ານັ້ນ 16 ຈອກແຫ່ງພຣະພອນຊຶ່ງເຮົາຂໍພຣະພອນນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະໂລຫິດຂອງພຣະຄຣິດ ບໍ່ແມ່ນຫລື ເຂົ້າຈີ່ຊຶ່ງເຮົາຫັກນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະກາຍຂອງພຣະຄຣິດ ບໍ່ແມ່ນຫລື 17 ເຖິງແມ່ນວ່າພວກເຮົາມີຫລາຍຄົນ ແຕ່ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາຈຶ່ງເປັນຮ່າງກາຍອັນດຽວກັນ ເພາະວ່າທຸກຄົນຮັບປະທານເຂົ້າຈີ່ກ້ອນດຽວກັນ 18 ຈົ່ງພິຈາຣະນາເບິ່ງຕົວຢ່າງພວກອິສຣາເອນ ຄົນທີ່ຮັບປະທານຂອງທີ່ບູຊາແລ້ວນັ້ນ ກໍມີສ່ວນຮ່ວມໃນແທ່ນບູຊານັ້ນ ບໍ່ແມ່ນຫລື 19 ຖ້າເປັນດັ່ງນັ້ນ, ເຮົາຫມາຍຄວາມວ່າຢ່າງໃດ ຈະວ່າເຄື່ອງບູຊາທີ່ຖວາຍພຣະທຽມນັ້ນສັກສິດຫລື ຫລືວ່າພຣະທຽມນັ້ນເປັນສິ່ງສັກສິດຫລື 20 ບໍ່ແມ່ນດອກ ແຕ່ເຮົາຫມາຍຄວາມວ່າເຄື່ອງບູຊາທີ່ພວກຕ່າງຊາດຖວາຍນັ້ນ ເຂົາຖວາຍແກ່ຜີ ຄືແກ່ສິ່ງທີ່ບໍ່ແມ່ນພຣະເຈົ້າ ເຮົາບໍ່ຢາກໃຫ້ເຈົ້າທັງຫລາຍມີສ່ວນຮ່ວມກັບຜີ 21 ເຈົ້າທັງຫລາຍຈະດື່ມແຕ່ຈອກຂອງອົງພຣະຜູ້ເປັນເຈົ້າແດ່ ແລະຂອງຜີແດ່ບໍ່ໄດ້ 22 ເຮົາທັງຫລາຍຈະຍຸແຍ່ໃຫ້ອົງພຣະຜູ້ເປັນເຈົ້າຊົງເຫິງສາຫລື ພວກເຮົາມີຣິດຫລາຍກວ່າພຣະອົງຫລື 23 “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນເປັນປໂຍດ “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນຈະໃຫ້ຈະເຣີນຂຶ້ນ 24 ຢ່າໃຫ້ຜູ້ໃດຫາປໂຍດສ່ວນຕົວ ແຕ່ຈົ່ງເຫັນແກ່ປໂຍດຂອງຄົນອື່ນ 25 ຊີ້ນທຸກຢ່າງທີ່ເຂົາຂາຍຕາມຕລາດນັ້ນກິນໄດ້ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບ 26 ດ້ວຍວ່າ, “ແຜ່ນດິນໂລກກັບສັພສິ່ງໃນໂລກນັ້ນເປັນຂອງອົງພຣະຜູ້ເປັນເຈົ້າ” 27 ຖ້າຄົນທີ່ບໍ່ມີຄວາມເຊື່ອເຊີນເຈົ້າໄປກິນລ້ຽງແລະເຈົ້າກໍເຕັມໃຈໄປ ສິ່ງໃດທີ່ເຂົາຈັດໃຫ້ກິນກໍກິນໄດ້ ບໍ່ຕ້ອງຖາມສິ່ງໃດເພາະເຫັນແກ່ໃຈສຳນຶກຜິດແລະຊອບ 28 ແຕ່ຖ້າມີຜູ້ໃດບອກເຈົ້າວ່າ, “ຂອງນີ້ເຂົາໄດ້ເອົາບູຊາແລ້ວ” ເຈົ້າຢ່າໄດ້ກິນເພາະເຫັນແກ່ຜູ້ທີ່ບອກນັ້ນ ແລະເພາະເຫັນແກ່ໃນສຳນຶກຜິດແລະຊອບ 29 ເຮົາບໍ່ໄດ້ຫມາຍເຖິງໃຈສຳນຶກຜິດແລະຊອບຂອງເຈົ້າ ແຕ່ຫມາຍເຖິງໃຈສຳນຶກຜິດແລະຊອບຂອງຄົນທີ່ບອກນັ້ນ “ເປັນຫຍັງໃນສຳນຶກຜິດແລະຊອບຂອງຄົນອື່ນ ຈະຕ້ອງມາຂັດຂວາງເສຣີພາບຂອງເຮົາ 30 ຖ້າເຮົາຮັບປະທານໂດຍຂອບພຣະຄຸນ ເປັນຫຍັງເຂົາຈຶ່ງຕິຕຽນເຮົາເພາະສິ່ງທີ່ເຮົາໄດ້ຂອບພຣະຄຸນແລ້ວ” 31 ເຫດສັນນັ້ນເມື່ອເຈົ້າທັງຫລາຍຈະກິນ ຈະດື່ມ ຫລືຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍກຽດແດ່ພຣະເຈົ້າ 32 ຢ່າເປັນຕົ້ນເຫດທີ່ເຮັດໃຫ້ພວກຢິວ ພວກຕ່າງຊາດ ຫລືຄຣິສຕະຈັກຂອງພຣະເຈົ້າສະດຸດໃຈ 33 ເຫມືອນດັ່ງເຮົາເອງເຄີຍເຮັດທຸກຢ່າງໃຫ້ເປັນທີ່ພໍໃຈຄົນທັງປວງ ໂດຍບໍ່ເຫັນແກ່ປໂຍດສ່ວນຕົວ ແຕ່ເຫັນແກ່ປໂຍດຂອງຄົນທັງຫລາຍ ເພື່ອເຂົາຈະໄດ້ພົ້ນ 111 ເຈົ້າທັງຫລາຍຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ເຫມືອນເຮົາປະຕິບັດຕາມແບບຢ່າງຂອງພຣະຄຣິດ2 ເຮົາຊົມເຊີຍເຈົ້າທັງຫລາຍເພາະພວກເຈົ້າລະນຶກເຖິງເຮົາໃນທຸກສິ່ງ ແລະຖືຮັກສາຂໍ້ຄວາມທີ່ສືບມານັ້ນ ຊຶ່ງເຮົາໄດ້ມອບໄວ້ແກ່ເຈົ້າທັງຫລາຍແລ້ວ 3 ແຕ່ເຮົາຢາກໃຫ້ເຈົ້າທັງຫລາຍເຂົ້າໃຈວ່າ ພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ ແລະຜູ້ຊາຍເປັນປະມຸກຂອງຜູ້ຍິງ ແລະພຣະປະມຸກຂອງພຣະຄຣິດກໍຄືພຣະເຈົ້າ 4 ຊາຍຄົນໃດທີ່ກຳລັງໄຫວ້ວອນຫລືປະກາດພຣະທັມໂດຍໃຊ້ຜ້າປົກຫົວ ກໍເຮັດເສັຽກຽດແກ່ປະມຸກຂອງຕົນ 5 ແຕ່ຜູ້ຍິງທີ່ກຳລັງໄຫວ້ວອນຫລືປະກາດພຣະທັມໂດຍບໍ່ໃຊ້ຜ້າປົກຫົວ ກໍເຮັດໃຫ້ເສັຽກຽດແກ່ປະມຸກຂອງຕົນ ເພາະເຫມືອນກັບວ່າຕົນໄດ້ແຖຫົວແລ້ວ 6 ຖ້າຜູ້ຍິງບໍ່ໃຊ້ຜ້າປົກຫົວກໍຄວນຈະຕັດຜົມເສັຽ ແຕ່ຖ້າການທີ່ຜູ້ຍິງຈະຕັດຜົມຫລືແຖຫົວນັ້ນເປັນການເສັຽກຽດແກ່ຕົນ ຈົ່ງໃຫ້ນາງເອົາຜ້າປົກຫົວເສັຽ 7 ການທີ່ຜູ້ຊາຍບໍ່ສົມຄວນປົກຫົວນັ້ນ ກໍເພາະຜູ້ຊາຍເປັນແບບລັກສະນະແລະພຣະກຽດຕິຍົດຂອງພຣະເຈົ້າ ແຕ່ສ່ວນຜູ້ຍິງນັ້ນເປັນກຽດຕິຍົດຂອງຜູ້ຊາຍ 8 (ເພາະວ່າບໍ່ໄດ້ຊົງສ້າງຜູ້ຊາຍຈາກຜູ້ຍິງ ແຕ່ໄດ້ຊົງສ້າງຜູ້ຍິງຈາກຜູ້ຊາຍ 9 ແລະບໍ່ໄດ້ຊົງສ້າງຜູ້ຊາຍໄວ້ສຳລັບຜູ້ຍິງ ແຕ່ໄດ້ຊົງສ້າງຜູ້ຍິງໄວ້ສຳລັບຜູ້ຊາຍ) 10 ເພາະເຫດນັ້ນຜູ້ຍິງຈຶ່ງຄວນຈະເອົາເຄື່ອງຫມາຍແຫ່ງອຳນາດນີ້ປົກຫົວໄວ້ ເພາະເຫັນແກ່ເທວະດາ 11 ເຖິງປານນັ້ນກໍດີ, ໃນອົງພຣະຜູ້ເປັນເຈົ້າຜູ້ຊາຍກໍຕ້ອງເພິ່ງຜູ້ຍິງ ແລະຜູ້ຍິງກໍຕ້ອງເພິ່ງຜູ້ຊາຍ 12 ດ້ວຍວ່າຜູ້ຍິງນັ້ນຊົງສ້າງມາຈາກຜູ້ຊາຍສັນໃດ ຕໍ່ມາຜູ້ຊາຍຈຶ່ງເກີດມາຈາກຜູ້ຍິງສັນນັ້ນ ແຕ່ສິ່ງສາຣະພັດກໍມີມາຈາກພຣະເຈົ້າ 13 ເຈົ້າທັງຫລາຍຈົ່ງພິຈາຣະນາເອົາເອງວ່າ ເປັນການສົມຄວນຫລືທີ່ຜູ້ຍິງຈະບໍ່ໃຊ້ຜ້າປົກຫົວ ເມື່ອກຳລັງໄຫວ້ວອນຕໍ່ພຣະເຈົ້າ 14 ທຳມະຊາດບໍ່ໄດ້ສອນເຈົ້າທັງຫລາຍຫລືວ່າ ຖ້າຜູ້ຊາຍໄວ້ຜົມຍາວກໍເປັນທີ່ຫນ້າອັບອາຍ 15 ແຕ່ຖ້າຜູ້ຍິງໄວ້ຜົມຍາວກໍເປັນກຽດແກ່ຕົນ ເພາະວ່າຜົມເປັນສິ່ງທີ່ຊົງປະທານໃຫ້ແກ່ນາງແທນຜ້າປົກຫົວ 16 ແຕ່ຖ້າຜູ້ໃດຈະຖຽງໃນຂໍ້ນີ້ ຝ່າຍເຮົາແລະຫມູ່ຄຣິສຕະຈັກຂອງພຣະເຈົ້າ ບໍ່ຮັບເອົາທັມນຽມຖຽງກັນຢ່າງນັ້ນ 17 ໃນຄຳສັ່ງຕໍ່ໄປນີ້ເຮົາບໍ່ຊົມເຊີຍເຈົ້າທັງຫລາຍດອກ ເພາະວ່າການປະຊຸມກັນຂອງພວກເຈົ້າບໍ່ໄດ້ຈະເຣີນຂຶ້ນ ແຕ່ໄດ້ຜົນຫນ້ອຍລົງ 18 ເປັນຕົ້ນເຮົາໄດ້ຍິນວ່າ ເມື່ອຄຣິສຕະຈັກມາປະຊຸມກັນ ກໍມີການແຕກເປັນພັກເປັນພວກໃນຖ້າມກາງພວກເຈົ້າ ເຣື່ອງນີ້ເຮົາກໍເຊື່ອວ່າຄົງມີຄວາມຈິງຢູ່ແດ່ 19 ເພາະຈຳເປັນຕ້ອງມີການຂັດແຍ້ງກັນຢູ່ແດ່ໃນຖ້າມກາງພວກເຈົ້າ ເພື່ອພວກຝ່າຍຖືກໃນພວກເຈົ້ານັ້ນຈະໄດ້ປາກົດແຈ້ງຂຶ້ນ 20 ເມື່ອເຈົ້າທັງຫລາຍປະຊຸມພ້ອມກັນນັ້ນ ຈຶ່ງບໍ່ແມ່ນການຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ 21 ດ້ວຍວ່າເມື່ອພວກເຈົ້າຮັບປະທານນັ້ນ ຕ່າງຄົນກໍຟ້າວຮັບກິນອາຫານຂອງຕົນກ່ອນ ບາງຄົນກໍບໍ່ອີ່ມ ບາງຄົນກໍເມົາ 22 ດັ່ງນັ້ນເຈົ້າທັງຫລາຍບໍ່ມີເຮືອນທີ່ຈະກິນແລະດື່ມຫລື ຫລືວ່າພວກເຈົ້າດູຫມິ່ນຄຣິສຕະຈັກຂອງພຣະເຈົ້າ ແລະເຮັດໃຫ້ພວກຄົນທີ່ຂັດສົນໄດ້ຮັບຄວາມອັບອາຍ ຈະໃຫ້ເຮົາເວົ້າຢ່າງໃດແກ່ເຈົ້າທັງຫລາຍ ຈະໃຫ້ເຮົາຊົມເຊີຍພວກເຈົ້າຫລື ໃນການນີ້ເຮົາຈະບໍ່ຊົມເຊີຍພວກເຈົ້າດອກ 23 ດ້ວຍວ່າເຣື່ອງຊຶ່ງເຮົາໄດ້ມອບໄວ້ໃຫ້ແກ່ເຈົ້າທັງຫລາຍນັ້ນ ເຮົາໄດ້ຣັບຈາກອົງພຣະຜູ້ເປັນເຈົ້າ ຄືໃນຄືນທີ່ຢູດາໄດ້ທໍຣະຍົດຕໍ່ພຣະອົງເຈົ້າເຢຊູນັ້ນ ພຣະອົງໄດ້ຊົງຈັບເຂົ້າຈີ່ມາ 24 ແລະເມື່ອຂອບພຣະຄຸນແລ້ວຊົງຫັກເຂົ້າຈີ່ນັ້ນ ໂດຍຊົງກ່າວວ່າ, “ນີ້ແຫລະ, ຄືກາຍຂອງເຮົາຊຶ່ງໃຫ້ສຳລັບພວກເຈົ້າ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ” 25 ເມື່ອຮັບປະທານເຂົ້າແລງແລ້ວ ພຣະອົງໄດ້ຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ຄືຄຳສັນຍາໃຫມ່ໂດຍເລືອດຂອງເຮົາ ເມື່ອເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມເປັນທີ່ລະນຶກເຖິງເຮົາ” 26 ເພາະວ່າເມື່ອເຈົ້າທັງຫລາຍກິນເຂົ້າຈີ່ນີ້ ແລະດື່ມຈາກຈອກນີ້ເວລາໃດ ເຈົ້າກໍປະກາດການວາຍພຣະຊົນຂອງອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະສະເດັດມາ 27 ເຫດສັນນັ້ນຖ້າຜູ້ກິນເຂົ້າຈີ່ ຫລືດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ສົມຄວນ ຜູ້ນັ້ນກໍຜິດຕໍ່ພຣະກາຍແລະຕໍ່ພຣະໂລຫິດຂອງອົງພຣະຜູ້ເປັນເຈົ້າ 28 ຂໍໃຫ້ທຸກຄົນພິຈາຣະນາເບິ່ງໃຈຂອງຕົນເອງ ແລ້ວຈຶ່ງກິນເຂົ້າຈີ່ແລະດື່ມນ້ຳຈາກຈອກນີ້ 29 ດ້ວຍວ່າຜູ້ກິນແລະດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ ກໍກິນແລະດື່ມເປັນເຫດໃຫ້ຕົນຖືກພິພາກສາລົງໂທດ 30 ດ້ວຍເຫດນີ້ໃນພວກເຈົ້າມີຫລາຍຄົນຈຶ່ງອ່ອນແຮງ ແລະປ່ວຍຢູ່ ແລະບາງຄົນກໍລ່ວງຫລັບໄປ 31 ຖ້າເຮົາທັງຫລາຍພິຈາຣະນາເບິ່ງໃຈຂອງຕົນ ພວກເຮົາຈະບໍ່ຖືກການຊົງພິພາກສາ 32 ເມື່ອເຮົາທັງຫລາຍຖືກທຳໂທດໂດຍອົງພຣະຜູ້ເປັນເຈົ້ານັ້ນ ພວກເຮົາກໍຖືກພຣະອົງຊົງຕີສອນ ເພື່ອບໍ່ໃຫ້ເຮົາຖືກຊົງພິພາກສາລົງໂທດດ້ວຍກັນກັບໂລກ 33 ດັ່ງນີ້ແຫລະ, ພີ່ນ້ອງທັງຫລາຍເອີຍ, ເມື່ອເຈົ້າທັງຫລາຍມາຮ່ວມປະຊຸມກັນຮັບປະທານອາຫານນັ້ນ ຈົ່ງຄອຍຖ້າຊຶ່ງກັນແລະກັນ 34 ຖ້າມີກໍໃຫ້ຜູ້ນັ້ນກິນທີ່ເຮືອນຂອງຕົນເສັຽ ເພື່ອເວລາມາປະຊຸມກັນເຈົ້າທັງຫລາຍຈະບໍ່ຖືກການຊົງພິພາກສາລົງໂທດ ສ່ວນເຣື່ອງອື່ນໆນັ້ນເມື່ອເຮົາມາ ເຮົາຈະແນະນຳໃຫ້ 121 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າເຂົ້າໃຈເຣື່ອງຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານນັ້ນ2 ເຈົ້າທັງຫລາຍຮູ້ຢູ່ວ່າແຕ່ກ່ອນ ເມື່ອພວກເຈົ້າຍັງເປັນຄົນນອກສາສນານັ້ນ ພວກເຈົ້າໄດ້ຖືກຊັກນຳໃຫ້ຫລົງໄປຫາພຣະທຽມທີ່ປາກບໍ່ເປັນ ຕາມທີ່ມີຜູ້ຊັກນຳໄປນັ້ນ 3 ເຫດສັນນັ້ນເຮົາຈຶ່ງບອກເຈົ້າທັງຫລາຍໃຫ້ຮູ້ວ່າ ບໍ່ມີໃຜທີ່ເວົ້າດ້ວຍພຣະວິນຍານຂອງພຣະເຈົ້າຈະກ່າວວ່າ, “ຂໍໃຫ້ພຣະເຢຊູຖືກດ່າ” ແລະບໍ່ມີໃຜອາດເວົ້າໄດ້ວ່າ, “ພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ” ເວັ້ນໄວ້ແຕ່ຜູ້ທີ່ກ່າວໂດຍພຣະວິນຍານບໍຣິສຸດ 4 ຂອງພຣະຣາຊທານນັ້ນມີຕ່າງໆກັນ ແຕ່ມີພຣະວິນຍານອົງດຽວກັນ 5 ງານຮັບໃຊ້ມີຕ່າງໆກັນ ແຕ່ມີພຣະຜູ້ເປັນເຈົ້າອົງດຽວກັນ 6 ການດຳເນີນງານມີຕ່າງໆກັນ ແຕ່ມີພຣະເຈົ້າອົງດຽວກັນຊົງເປັນຕົ້ນເຫດແຫ່ງການດຳເນີນງານຕ່າງໆນັ້ນໃນທຸກຄົນ 7 ການສະແດງຂອງພຣະວິນຍານນັ້ນມີແກ່ທຸກຄົນເພື່ອປໂຍດຮ່ວມກັນ 8 ພຣະເຈົ້າຊົງໂຜດປະທານໂດຍທາງພຣະວິນຍານ ໃຫ້ຜູ້ນຶ່ງມີຖ້ອຍຄຳປະກອບດ້ວຍສະຕິປັນຍາ ແລະໃຫ້ອີກຜູ້ນຶ່ງມີຖ້ອຍຄຳອັນປະກອບດ້ວຍວິຊາຄວາມຮູ້ ແຕ່ເປັນພຣະວິນຍານອົງດຽວກັນ 9 ແລະໃຫ້ອີກຜູ້ນຶ່ງມີຄວາມເຊື່ອ ແຕ່ເປັນພຣະວິນຍານອົງດຽວກັນ ແລະໃຫ້ອີກຜູ້ນຶ່ງມີອຳນາດໃຫ້ຄົນດີພຍາດ ແຕ່ເປັນພຣະວິນຍານອົງດຽວກັນ 10 ແລະໃຫ້ອີກຜູ້ນຶ່ງເຮັດການອິດທິຣິດຕ່າງໆ ແລະໃຫ້ອີກຜູ້ນຶ່ງປະກາດພຣະທັມ ແລະໃຫ້ອີກຜູ້ນຶ່ງຮູ້ຈັກສັງເກດວິນຍານຕ່າງໆ ແລະໃຫ້ອີກຜູ້ນຶ່ງປາກພາສາແປກໆ ແລະໃຫ້ອີກຜູ້ນຶ່ງແປພາສາແປກໆ 11 ສິ່ງສາຣະພັດເຫລົ່ານີ້ພຣະວິນຍານອົງດຽວກັນຊົງບັນດານ ແລະປະທານແກ່ທຸກຄົນຕາມຊອບພຣະທັຍຂອງພຣະອົງ” 12 ເຖິງວ່າຮ່າງກາຍເປັນອັນດຽວ ກໍຍັງມີອະວັຍວະຫລາຍສ່ວນ ແລະອະວັຍວະເຫລົ່ານັ້ນ ແມ່ນຈະມີຫລາຍສ່ວນ ກໍຍັງເປັນກາຍອັນດຽວກັນສັນໃດ ພຣະຄຣິດກໍຊົງເປັນສັນນັ້ນ 13 ເພາະວ່າເຖິງແມ່ນພວກເຮົາຈະເປັນຊາດຢິວ ຫລືຄົນຕ່າງຊາດກໍດີ ເປັນຂ້ອຍຂ້າ ຫລືເປັນອິສຣະກໍດີ ເຮົາທັງຫລາຍໄດ້ຮັບບັບຕິສະມາໂດຍພຣະວິນຍານອົງດຽວ ຈຶ່ງເຂົ້າເປັນກາຍອັນດຽວກັນ ແລະພຣະວິນຍານອົງດຽວກໍຊຶມຊວ່ານຢູ່ 14 ເພາະວ່າຮ່າງກາຍນັ້ນບໍ່ໄດ້ປະກອບດ້ວຍອະວັຍວະອັນດຽວ ແຕ່ໄດ້ປະກອບດ້ວຍອະວັຍວະຫລາຍອັນ 15 ຖ້າຕີນຈະກ່າວວ່າ, “ເພາະຂ້ອຍບໍ່ໄດ້ເປັນມື ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະວັຍວະຂອງຮ່າງກາຍນັ້ນ” ແລ້ວຕີນຈະບໍ່ເປັນສ່ວນໃນອະວັຍວະຂອງຮ່າງກາຍ ເພາະເຫດເວົ້າຢ່າງນັ້ນກໍບໍ່ໄດ້ 16 ຖ້າຫູຈະກ່າວວ່າ, “ເພາະຂ້ອຍບໍ່ໄດ້ເປັນຕາ ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະວັຍວະຂອງຮ່າງກາຍນັ້ນ” ຫູຈະບໍ່ໄດ້ເປັນສ່ວນໃນອະວັຍວະຂອງຮ່າງກາຍ ເພາະເຫດເວົ້າຢ່າງນັ້ນກໍບໍ່ໄດ້ 17 ຖ້າອະວັຍວະທັງຫມົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ ຖ້າຮ່າງກາຍທັງຫມົດເປັນຫູ ການດົມກິ່ນຈະຢູ່ໃສ 18 ແຕ່ພຣະເຈົ້າໄດ້ຊົງຕັ້ງອະວັຍວະທຸກສ່ວນໄວ້ໃນຮ່າງກາຍຕາມຊອບພຣະທັຍຂອງພຣະອົງ 19 ຖ້າອະວັຍວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ ຮ່າງກາຍຈະມີຢູ່ໃສ 20 ທີ່ຈິງມີອະວັຍວະຫລາຍອັນແຕ່ຍັງເປັນຮ່າງກາຍອັນດຽວກັນ 21 ຕາຈະເວົ້າແກ່ມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ ຫລືຫົວຈະເວົ້າແກ່ຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ 22 ທີ່ຈິງອະວັຍວະສ່ວນທີ່ເຮົາເຫັນວ່າອ່ອນແອ ເຮົາກໍຂາດເສັຽບໍ່ໄດ້ 23 ແລະອະວັຍວະສ່ວນທີ່ເຮົາຖືວ່າມີກຽດນ້ອຍ ເຮົາກໍຍັງເຮັດໃຫ້ມີກຽດຫລາຍຂຶ້ນ ແລະອະວັຍວະທີ່ຫນ້າຊົມຢູ່ແລ້ວ ກໍບໍ່ຈຳເປັນຫນ້າເບິ່ງຫລາຍຂຶ້ນ 24 ແຕ່ສ່ວນອະວັຍວະທີ່ຫນ້າຊົມຢູ່ແລ້ວ ກໍບໍ່ຈຳເປັນຕ້ອງຕົກແຕ່ງອີກ ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ອະວັຍວະທຸກສ່ວນເຂົ້າເປັນອັນດຽວກັນ ຊົງໃຫ້ອະວັຍວະທີ່ຕ່ຳຕ້ຍອໄດ້ຮັບຄວາມນັບຖືຫລາຍຂຶ້ນ 25 ເພື່ອບໍ່ໃຫ້ມີການຍາດແຍ່ງກັນໃນຮ່າງກາຍ ແຕ່ໃຫ້ອະວັຍວະທຸກສ່ວນຄຳນຶງເຖິງກັນແລະກັນ 26 ຖ້າອະວັຍວະນຶ່ງໄດ້ຮັບກຽດ ອະວັຍວະທັງຫມົດກໍຊົມຊື່ນຍິນດີດ້ວຍກັນ 27 ຝ່າຍເຈົ້າທັງຫລາຍເປັນພຣະກາຍຂອງພຣະຄຣິດ ແລະທຸກຄົນເປັນອະວັຍວະສ່ວນນຶ່ງຂອງພຣະກາຍນັ້ນ 28 ແລະພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກ ຄືນຶ່ງ ອັຄສາວົກ ສອງ ຜູ້ປະກາດພຣະທັມ ສາມ ຄຣູບາອາຈານ ແລ້ວຕໍ່ຈາກນັ້ນກໍມີຜູ້ເຮັດການອິດທິຣິດຕ່າງໆ ຜູ້ມີອຳນາດໃຫ້ດີພຍາດ ຜູ້ອຸປຖັມ ຜູ້ປົກຄອງ ແລະຜູ້ປາກພາສາແປກໆ 29 ທຸກຄົນເປັນອັຄສາວົກຫລື ທຸກຄົນປະກາດພຣະທັມຫລື ທຸກຄົນເປັນຄຣູບາອາຈານຫລື ທຸກຄົນເຮັດການອິດທິຣິດໄດ້ຫລື 30 ທຸກຄົນໄດ້ຮັບອຳນາດໃຫ້ດີພຍາດຫລື ທຸກຄົນປາກພາສາແປກໆໄດ້ຫລື ທຸກຄົນແປພາສາແປກໆໄດ້ຫລື 31 ແຕ່ເຈົ້າທັງຫລາຍຈົ່ງຮ້ອນໃຈສແວງຫາຂອງພຣະຣາຊທານອັນສຳຄັນກວ່ານັ້ນ ແລະເຮົາຈະສະແດງທາງອັນດີຫລາຍກວ່ານັ້ນອີກແກ່ພວກເຈົ້າ 131 ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດຫລືພາສາເທວະດາກໍດີ ແຕ່ບໍ່ມີຄວາມຮັກ ເຮົາກໍເປັນເຫມືອນຄ້ອງຫລືແຊ່ງທີ່ສົ່ງສຽງດັງອຶກກະທຶກ2 ເຖິງແມ່ນເຮົາປະກາດພຣະທັມໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້ ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ 3 ເຖິງແມ່ນເຮົາຈະບໍຣິຈາກສິ່ງຂອງຈົນຫມົດ ຫລືສະລະຕົວເຮົາໃຫ້ເຂົາເຜົາໄຟ ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ໄດ້ປໂຍດຫຍັງຫມົດ 4 ຄວາມຮັກກໍອົດທົນດົນນານ ແລະຊອບໃນການເມດຕາກະຣຸນາ ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ 5 ບໍ່ເຮັດການອັນບໍ່ສຸພາບ ບໍ່ຄຶດເຫັນແກ່ປໂຍດສ່ວນຕົວຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ຊອບຈົດຈຳຄວາມຜິດ 6 ບໍ່ຍິນດີໃນການອະທັມແຕ່ຍິນດີໃນການສັດຈິງ 7 ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ 8 ເຖິງແມ່ນການປະກາດພຣະທັມກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກ ແຕ່ຄວາມຮັກຕັ້ງຢູ່ບໍ່ຂາດຈັກເທື່ອ 9 ເພາະຄວາມຮູ້ຂອງພວກເຮົານັ້ນກໍບໍ່ສົມບູນ ແລະການປະກາດພຣະທັມກໍບໍ່ສົມບູນ 10 ແຕ່ເມື່ອຄວາມສົມບູນມາເຖິງແລ້ວ ຄວາມບົກພ່ອງນັ້ນກໍຈະຖືກຍົກເລີກເສັຽ 11 ເວລາເຮົາຍັງເປັນເດັກນ້ອຍຢູ່ນັ້ນ ເຮົາເຄີຍປາກແລະມີໃຈຢ່າງເດັກນ້ອຍ ເຄີຍຄຶດຫາເຫດຜົນຢ່າງເດັກນ້ອຍ ແຕ່ເມື່ອເຮົາກາຍເປັນຄົນແກ່ແລ້ວ ເຮົາກໍໄດ້ເລີກອາການເດັກນ້ອຍເສັຽ 12 ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆເຫມືອນເບິ່ງໃນແວ່ນ ແຕ່ເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ ແຕ່ເວລານັ້ນເຮົາຈະຮູ້ຢ່າງສົມບູນເຫມືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ 13 ບັດນີ້ຍັງຕັ້ງຢູ່ສາມສິ່ງ ຄືຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງໃຫຍ່ກວ່າແມ່ນຄວາມຮັກ 141 ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຣັກ ຈົ່ງຮ້ອນໃຈສແວງຫາຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ ເປັນຕົ້ນວ່າການປະກາດພຣະທັມ2 ເພາະວ່າຜູ້ປາກພາກສາແປກໆນັ້ນບໍ່ໄດ້ເວົ້າຕໍ່ພວກມະນຸດ ແຕ່ທູນຕໍ່ພຣະເຈົ້າ ເພາະບໍ່ມີໃຜເຂົ້າໃຈໄດ້ ແຕ່ຜູ້ນັ້ນກຳລັງກ່າວຂໍ້ເລິກລັບໂດຍພຣະວິນຍານ 3 ຝ່າຍຜູ້ທີ່ປະກາດພຣະທັມນັ້ນກໍກ່າວແກ່ຄົນທັງຫລາຍເພື່ອໃຫ້ເຂົາຈະເຣີນຂຶ້ນ ເປັນຄວາມເຕືອນສະຕິແລະເລົ້າໂລມ 4 ຝ່າຍຜູ້ທີ່ປາກພາສາແປກໆນັ້ນກໍໃຫ້ຕົນເອງຈະເຣີນຂຶ້ນຝ່າຍດຽວ ແຕ່ຝ່າຍຜູ້ປະກາດພຣະທັມນັ້ນກໍເຣັດໃຫ້ຄຣິສຕະຈັກຈະເຣີນຂຶ້ນ 5 ເຮົາຢາກໃຫ້ເຈົ້າທັງຫລາຍປາກພາສາແປກໆໄດ້ ແຕ່ຫລາຍກວ່ານັ້ນອີກ ເຮົາຢາກໃຫ້ພວກເຈົ້າປະກາດພຣະທັມໄດ້ ເພາະວ່າຜູ້ປະກາດພຣະທັມນັ້ນກໍໃຫຍ່ກວ່າຜູ້ທີ່ປາກພາສາແປກໆໄດ້ ເວັ້ນໄວ້ແຕ່ຜູ້ນັ້ນແປພາສານັ້ນອອກ ເພື່ອຄຣິສຕະຈັກຈະໄດ້ຮັບຄວາມຈະເຣີນຂຶ້ນ 6 ແຕ່ບັດນີ້ ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຈະມາຫາເຈົ້າທັງຫລາຍແລະປາກພາສາແປກໆ ພວກເຈົ້າຈະໄດ້ປໂຍດອັນໃດຈາກເຮົາ ເວັ້ນເສັຽແຕ່ເຮົາຈະກ່າວຄວາມທີ່ຊົງສະແດງຈາກພຣະເຈົ້າ ຈະສະແດງວິຊາຄວາມຮູ້ ຈະປະກາດພຣະທັມ ຫລືຈະນຳຄວາມສັ່ງສອນໃຫ້ແກ່ເຈົ້າທັງຫລາຍ 7 ດັ່ງນັ້ນເຄື່ອງດົນຕຣີທີ່ບໍ່ມີຊີວິດ ຄືປີ່ຫລືພິນກໍດີ ຖ້າມັນບໍ່ອອກສຽງຄັກ ໃຜຈະຮູ້ໄດ້ຢ່າງໃດວ່າເຂົາເປົ່າຫລືດີດຈັງຫວະໃດ 8 ຖ້າດ່ຽວແກອອກສຽງບໍ່ຄັກ ໃຜຈະຕຽມຕົວເຂົ້າສູ່ຂ້າເສິກ 9 ຝ່າຍເຈົ້າທັງຫລາຍກໍເປັນຢ່າງນັ້ນ ຖ້າພວກເຈົ້າປາກພາສາແປກໆ ແຕ່ເວົ້າຄວາມທີ່ເຂົ້າໃຈບໍ່ໄດ້ ຜູ້ທີ່ຟັງຈະເຂົ້າໃຈຄວາມເວົ້າຂອງເຈົ້ານັ້ນໄດ້ຢ່າງໃດ ເພາະເຈົ້າກໍຈະເວົ້າລອຍໄປຕາມລົມ 10 ໃນໂລກນີ້ມີຫລາຍພາສາ ແຕ່ບໍ່ມີພາສາໃດທີ່ຂາດຄວາມຫມາຍ 11 ແຕ່ຖ້າເຮົາບໍ່ເຂົ້າໃຈຄວາມຫມາຍຂອງພາສານັ້ນ ເຮົາຈະເປັນຄົນຕ່າງຊາດຕໍ່ຜູ້ທີ່ປາກພາສານັ້ນ ແລະຜູ້ທີ່ປາກພາສານັ້ນກໍຈະເປັນຄົນຕ່າງຊາດຕໍ່ເຮົາເຫມືອນກັນ 12 ເຫດສັນນັ້ນ, ເມື່ອເຈົ້າທັງຫລາຍກຳລັງຮ້ອນໃຈສແວງຫາຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ ກໍຈົ່ງສແວງຫາໃຫ້ຫລາຍກວ່າເພື່ອຈະໃຫ້ຄຣິສຕະຈັກຈະເຣີນຂຶ້ນ 13 ເພາະສັນນັ້ນຜູ້ປາກພາສາແປກໆໄດ້ນັ້ນຄວນອ້ອນວອນຂໍໃຫ້ຕົນສາມາດແປໄດ້ດ້ວຍ 14 ເພາະຖ້າເຮົາໄຫວ້ວອນເປັນພາສາແປກໆຈິດວິນຍານຂອງເຮົາໄຫວ້ວອນຢູ່ກໍຈິງ ແຕ່ຄວາມຄຶດຂອງເຮົາກໍບໍ່ເຂົ້າຮ່ວມ 15 ຖ້າດັ່ງນັ້ນແລ້ວ, ເຮົາຈະເຮັດຢ່າງໃດ ເຮົາຈະໄຫວ້ວອນດ້ວຍຈິດວິນຍານກໍຈິງ ແຕ່ຈະໄຫວ້ວອນດ້ວຍຄວາມຄຶດເຫມືອນກັນ ເຮົາຈະຮ້ອງເພງດ້ວຍຈິດວິນຍານກໍຈິງ ແຕ່ຈະຮ້ອງເພງດ້ວຍຄວາມຄຶດເຫມືອນກັນ 16 ຖ້າບໍ່ດັ່ງນັ້ນ, ຄັນພວກເຈົ້າກ່າວໂມທະນາພຣະຄຸນດ້ວຍຈິດວິນຍານ ຄົນທຳມະດາທີ່ບໍ່ຮູ້ພາສານັ້ນຈະກ່າວຕອບຄວາມໂມທະນາພຣະຄຸນຂອງພຣະເຈົ້າວ່າ “ອາແມນ” ໄດ້ຢ່າງໃດ ເພາະຄຳທີ່ເຈົ້າກ່າວນັ້ນເຂົາກໍບໍ່ເຂົ້າໃຈ 17 ເຖິງແມ່ນເຈົ້າໂມທະນາພຣະຄຸນຢ່າງໃດກໍຕາມ ແຕ່ຄົນອື່ນນັ້ນຈະບໍ່ໄດ້ຮັບຄວາມຈະເຣີນ 18 ເຮົາໂມທະນາພຣະຄຸນພຣະເຈົ້າວ່າເຮົາປາກພາສາແປກໆໄດ້ຫລາຍກວ່າພວກເຈົ້າ 19 ແຕ່ໃນຄຣິສຕະຈັກເຮົາພໍໃຈທີ່ຈະເວົ້າຫ້າຄຳດ້ວຍຈິດໃຈຂອງເຮົາ ເພື່ອເປັນຄະຕິສອນຄົນອື່ນ ດີກວ່າທີ່ຈະເວົ້າຫມື່ນຄຳເປັນພາສາແປກໆ 20 ພີ່ນ້ອງທັງຫລາຍເອີຍ, ຢ່າໃຫ້ຄວາມຄຶດຂອງເຈົ້າເປັນຢ່າງເດັກນ້ອຍ ຝ່າຍຄວາມຊົ່ວຈົ່ງເປັນເຫມືອນເດັກນ້ອຍອ່ອນ ແຕ່ຝ່າຍຄວາມນຶກຄິດຈົ່ງເປັນຢ່າງຜູ້ແກ່ 21 ໃນພຣະບັນຍັດມີຄຳຂຽນໄວ້ແລ້ວວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຈະເວົ້າກັບພົລເມືອງນີ້ດ້ວຍຄົນຕ່າງພາສາ ດ້ວຍຮີມສົບຂອງຄົນຕ່າງດ້ວຍ ເຖິງປານນັ້ນເຂົາກໍຈະບໍ່ຟັງເຮົາ” 22 ເຫດສັນນັ້ນການເວົ້າພາສາແປກໆ ຈຶ່ງບໍ່ເປັນເຄື່ອງຫມາຍສຳຄັນແກ່ຄົນທີ່ເຊື່ອ ແຕ່ເປັນສຳຄັນສຳລັບຄົນທີ່ບໍ່ເຊື່ອ ສ່ວນການປະກາດພຣະທັມບໍ່ເປັນສຳລັບຄົນທີ່ບໍ່ເຊື່ອ ແຕ່ເປັນສຳລັບຄົນທີ່ເຊື່ອແລ້ວ 23 ເຫດສັນນັ້ນຖ້າຄຣິສຕະຈັກມາຮ່ວມປະຊຸມກັນ ແລະຄົນທັງປວງຕ່ງຄົນກໍຕ່າງເວົ້າພາສາແປກໆ ແລະມີຄົນທຳມະດາທີ່ບໍ່ຮູ້ພາສານັ້ນຫລືຄົນທີ່ບໍ່ເຊື່ອເຂົ້າມາ ເຂົາຈະບໍ່ເວົ້າວ່າເຈົ້າທັງຫລາຍເປັນບ້າຫລື 24 ແຕ່ຖ້າທຸກຄົນປະກາດພຣະທັມ ແລ້ວມີຄົນທີ່ບໍ່ເຊື່ອຫລືຄົນທຳມະດາເຂົ້າມາ ທຸກຄົນຈະເປັນເຫດໃຫ້ເຂົາຮູ້ເມືອຕົວ ແລະເປັນເຫດໃຫ້ເຂົາເກີດຄວາມສັງເກດໃນຈິດໃຈຂອງເຂົາ 25 ຄວາມລັບທີ່ເຊື່ອງໄວ້ໃນໃຈຂອງເຂົາຈະປາກົດແຈ້ງ ເຂົາກໍຈະຫມູບລົງນະມັສການຂາບໄຫວ້ພຣະເຈົ້າ ໂດຍຮັບວ່າ, “ພຣະເຈົ້າຊົງສະຖິດຢູ່ຖ້າມກາງພວກທ່ານເປັນແທ້” 26 ພີ່ນ້ອງທັງຫລາຍເອີຍ, ຈະເປັນຢ່າງໃດ ເມື່ອພວກເຈົ້າມາປະຊຸມກັນ ບາງຄົນກໍມີບົດເພງສັຣເສີນ ບາງຄົນມີບົດຄຳສອນ ບາງຄົນກໍມີບົດຄວາມທີ່ຊົງສະແດງມາຈາກພຣະເຈົ້າ ບາງຄົນກໍປາກພາສາແປກ ບາງຄົນກໍແປພາສາແປກໆ ເຈົ້າຈົ່ງເຮັດທຸກຢ່າງເພື່ອໃຫ້ມີການຈະເຣີນຂຶ້ນ 27 ຖ້າຜູ້ໃດຈະປາກພາສາແປກໆ ຈົ່ງໃຫ້ປາກພຽງສອງຄົນຫລືຢ່າງຫລາຍສາມຄົນ ແລະໃຫ້ປາກເທື່ອລະຄົນ ແລ້ວໃຫ້ມີຜູ້ແປຜູ້ນຶ່ງ 28 ແຕ່ຖ້າບໍ່ມີຜູ້ໃດແປໄດ້ ກໍໃຫ້ຄົນເຫລົ່ານັ້ນມິດຢູ່ໃນທີ່ປະຊຸມ ໃຫ້ເຂົາເວົ້າກັບຕົນເອງແລະທູນຕໍ່ພຣະເຈົ້າ 29 ຝ່າຍຜູ້ປະກາດພຣະທັມນັ້ນໃຫ້ກ່າວແຕ່ສອງຫລືສາມຄົນ ແລະໃຫ້ພວກຄົນອື່ນຮັບພິຈາຣະນາເອົາຂໍ້ຄວາມທີ່ເຂົາກ່າວນັ້ນ 30 ແລະຖ້າມີສິ່ງໃດຊົງສະແດງແກ່ຄົນອື່ນທີ່ນັ່ງຢູ່ດ້ວຍກັນນັ້ນ ກໍໃຫ້ຜູ້ກ່າວກ່ອນນັ້ນມິດຢູ່ 31 ເພາະວ່າພວກເຈົ້າປະກາດພຣະທັມໄດ້ທຸກຄົນ ແຕ່ໃຫ້ປະກາດເປັນລຳດັບກັນເທື່ອລະຄົນ ເພື່ອຄົນທັງປວງຈະໄດ້ຄວາມຮູ້ແລະຈະໄດ້ຮັບຄວາມຫນຸນໃຈ 32 ວິນຍານຂອງຜູ້ປະກາດພຣະທັມນັ້ນຍ່ອມຢູ່ໃຕ້ບັງຄັບຂອງຕົນ 33 ເພາະວ່າພຣະເຈົ້າບໍ່ໃຊ່ເປັນຜູ້ກໍ່ເຫດວຸ້ນວາຍ ແຕ່ຊົງໃຫ້ເກີດຄວາມສງົບ 34 ຕາມລະບຽບທີ່ປະຕິບັດໃນບັນດາຄຣິສຕະຈັກແຫ່ງໄພ່ພົນຂອງພຣະເຈົ້ານັ້ນ ຈົ່ງໃຫ້ພວກຜູ້ຍິງມິດຢູ່ໃນທີ່ປະຊຸມ ເພາະເຂົາບໍ່ໄດ້ຮັບອະນຸຍາດໃຫ້ປາກ ແຕ່ໃຫ້ເຂົາຍອມຢູ່ໃຕ້ບັງຄັບບັນຊາຕາມດັ່ງພຣະບັນຍັດໄດ້ສັ່ງໄວ້ນັ້ນ 35 ຖ້າເຂົາຢາກຮຽນຮູ້ອັນໃດ ຈົ່ງໃຫ້ຖາມຜົວເຂົາເອງຢູ່ເຮືອນ ເພາະວ່າການທີ່ຜູ້ຍິງຈະກ່າວໃນທີ່ປະຊຸມກໍເປັນການຫນ້າອາຍ 36 ພຣະທັມຂອງພຣະເຈົ້າໄດ້ອອກມາຈາກພວກເຈົ້າຫລື ໄດ້ຊົງປະທານມາເຖິງພວກເຈົ້າແຕ່ພວກດຽວຫລື 37 ຖ້າຜູ້ໃດຖືວ່າຕົນເປັນຜູ້ປະກາດພຣະທັມ ຫລືເປັນຜູ້ຮັບຂອງພຣະຣາຊທານຈາກພຣະວິນຍານ ຜູ້ນັ້ນກໍຄວນຍອມຮັບຮູ້ວ່າຂໍ້ຄວາມທີ່ຂຽນມາເຖິງເຈົ້າທັງຫລາຍນັ້ນ ເປັນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ 38 ແລະຖ້າຜູ້ໃດບໍ່ຍອມຮັບຮູ້ຂໍ້ຄວາມນີ້ ກໍບໍ່ຕ້ອງຮັບຮູ້ຜູ້ນັ້ນເຫມືອນກັນ 39 ດັ່ງນີ້ແຫລະ, ພີ່ນ້ອງທັງຫລາຍເອີຍ, ຈົ່ງຮ້ອນໃຈສແວງຫາທີ່ຈະປະກາດພຣະທັມ ສ່ວນການປາກພາສາແປກໆນັ້ນກໍຢ່າຊູ່ຫ້າມ 40 ແຕ່ຈົ່ງປະຕິບັດທຸກສິ່ງໃຫ້ຖືກຕ້ອງຕາມລະບຽບວິນັຍ 151 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍແຈ້ງໃຫ້ເຈົ້າທັງຫລາຍຄຳນຶງເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າແລ້ວ ຊຶ່ງພວກເຈົ້າໄດ້ຍອມຮັບເອົາໄວ້ແລະຕັ້ງຢູ່ໃນຂ່າວປະເສີດນັ້ນ2 ແລະຊຶ່ງເປັນເຫດທີ່ກຳລັງໃຫ້ເຈົ້າທັງຫລາຍໄດ້ພົ້ນ ຖ້າພວກເຈົ້າຍັງຍຶດຖືຂໍ້ຄວາມທີ່ເຮົາໄດ້ປະກາດເປັນຂ່າວປະເສີດແກ່ພວກເຈົ້ານັ້ນ ເວັ້ນເສັຽແຕ່ພວກເຈົ້າຫາກເຊື່ອຢ່າງບໍ່ຈິງໃຈ 3 ເຣື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ມອບໄວ້ແກ່ເຈົ້າທັງຫລາຍເປັນເຣື່ອງສຳຄັນທີ່ສຸດຄືວ່າ ພຣະຄຣິດຊົງວາຍພຣະຊົນແທນຄວາມຜິດບາບຂອງເຮົາທັງຫລາຍຕາມທີ່ຂຽນໄວ້ໃນພຣະຄັມພີ 4 ແລະຊົງຖືກວາງໄວ້ ແລ້ວວັນຖ້ວນສາມໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ ຕາມທີ່ຂຽນໄວ້ໃນພຣະຄັມພີນັ້ນ 5 ພຣະອົງຊົງປາກົດແກ່ເກຟາ ແລ້ວແກ່ພວກສິບສອງຄົນນັ້ນ 6 ຕໍ່ມາພຣະອົງໄດ້ຊົງປາກົດແກ່ພວກພີ່ນ້ອງກວ່າຫ້າຮ້ອຍຄົນໃນຄາວດຽວ ຊຶ່ງສ່ວນຫລາຍຍັງເປັນຢູ່ຈົນເຖິງທຸກວັນນີ້ ແຕ່ບາງຄົນກໍລ່ວງຫລັບໄປແລ້ວ 7 ຕໍ່ນັ້ນອີກພຣະອົງໄດ້ຊົງປາກົດແກ່ຢາໂກໂບ ແລ້ວແກ່ອັຄສາວົກທັງຫມົດ 8 ພາຍຫລັງທີ່ສຸດພຣະອົງໄດ້ຊົງປາກົດແກ່ເຮົາ ຜູ້ເປັນເຫມືອນລູກທີ່ເກີດຜິດຍາມ 9 ເພາະວ່າເຮົາເປັນຜູ້ນ້ອຍທີ່ສຸດໃນພວກອັຄສາວົກ ແລະບໍ່ສົມຄວນຈະໄດ້ຊື່ວ່າເປັນອັຄສາວົກ ເພາະວ່າເຮົາໄດ້ກົດຂີ່ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ 10 ແຕ່ວ່າທີ່ເຮົາເປັນຢູ່ຢ່າງນີ້ກໍເນື່ອງດ້ວຍພຣະຄຸນຂອງພຣະເຈົ້າ ແລະພຣະຄຸນຂອງພຣະອົງທີ່ໄດ້ຊົງປະທານແກ່ເຮົານັ້ນກໍບໍ່ໄດ້ໄຮ້ປໂຍດ ແຕ່ແທນທີ່ຈະເປັນດັ່ງນັ້ນ ເຮົາໄດ້ເຮັດການຫນັກຫນ່ວງລື່ນກວ່າເຂົາທັງຫມົດອີກ ບໍ່ໃຊ່ເຮົາເອງທີ່ເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າຊຶ່ງສະຖິດຢູ່ນຳເຮົາທີ່ເຮັດ 11 ເຫດສັນນັ້ນເຖິງວ່າແມ່ນເຮົາຫລືເຂົາກໍດີ ເຮົາທັງຫລາຍກໍໄດ້ປະກາດຢ່າງທີ່ກ່າວມານັ້ນ ແລະເຈົ້າທັງຫລາຍກໍໄດ້ເຊື່ອຢ່າງນັ້ນການທີ່ຄົນຕາຍເປັນຄືນມາ 12 ປະການນຶ່ງ, ຖ້າເຮົາປະກາດວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດຄືນຂຶ້ນມາແລ້ວ ເປັນແນວໃດບາງຄົນໃນພວກເຈົ້າຈຶ່ງກ່າວວ່າບໍ່ມີການເປັນຄືນມາຈາກຕາຍ 13 ຖ້າບໍ່ມີການເປັນຄືນມາຈາກຕາຍ ພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ 14 ຖ້າພຣະຄຣິດບໍ່ໄດ້ຊົງຄືນພຣະຊົນແລ້ວ ການປະກາດຂອງພວກເຮົາກໍບໍ່ມີປໂຍດ ແລະຄວາມເຊື່ອຂອງພວກເຈົ້າກໍບໍ່ມີປໂຍດເຫມືອນກັນ 15 ແລ້ວກໍຈະປາກົດວ່າພວກເຮົາເປັນພຍານບໍ່ຈິງໃນເຣື່ອງພຣະເຈົ້າ ເພາະພວກເຮົາໄດ້ກ່າວພຍານອ້າງວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາແລ້ວ ແຕ່ຖ້າຄົນຕາຍບໍ່ຖືກຊົງບັນດານໃຫ້ຄືນມາ ພຣະເຈົ້າກໍບໍ່ໄດ້ຊົງບັນດານໃຫ້ພຣະຄຣິດຄືນພຣະຊົນເຫມືອນກັນ 16 ເພາະວ່າຖ້າຄົນຕາຍບໍ່ເປັນຄືນມາ ເຖິງແມ່ນພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ 17 ແລະຖ້າວ່າພຣະຄຣິດບໍ່ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ຄວາມເຊື່ອຂອງເຈົ້າທັງຫລາຍກໍໄຮ້ປໂຍດ ເຈົ້າທັງຫລາຍກໍຍັງຄົງຢູ່ໃນຜິດບາບຂອງຕົນ 18 ຊ້ຳກວ່ານັ້ນ, ພວກຄົນເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວນັ້ນກໍຈິບຫາຍໄປດ້ວຍ 19 ຖ້າແມ່ນເຮົາທັງຫລາຍໄດ້ໄວ້ວາງໃຈໃນພຣະຄຣິດຝ່າຍຊີວິດນີ້ເທົ່ານັ້ນ ພວກເຮົາກໍເປັນຄົນຫນ້າສັງເວດທີ່ສຸດໃນຫມູ່ຄົນທັງປວງ 20 ແຕ່ທີ່ຈິງພຣະຄຣິດໄດ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ແລະຊົງເປັນຜົນແຮກໃນພວກຄົນທີ່ລ່ວງຫລັບໄປແລ້ວນັ້ນ 21 ເພາະວ່າຄວາມຕາຍໄດ້ມີມາທາງມະນຸດສັນໃດ ການຄືນມາຈາກຕາຍກໍມີມາທາງມະນຸດສັນນັ້ນ 22 ດ້ວຍວ່າຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະຖືກຊົງບັນດານໃຫ້ມີຊີວິດເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ 23 ແຕ່ຈະເປັນໄປຕາມລຳດັບຂອງແຕ່ລະຄົນ ຄືພຣະຄຣິດຊົງເປັນຜົນແຣກ ຕໍ່ມາກໍແມ່ນຄົນທັງປວງທີ່ເປັນຢູ່ຝ່າຍພຣະຄຣິດໃນເວລາພຣະອົງສະເດັດມາປາກົດ 24 ຕໍ່ຈາກນັ້ນຈະເປັນຄາວສຸດທ້າຍ ຄືເມື່ອພຣະອົງຈະຊົງຍົກເລີກການປົກຄອງ ກັບທັງອານຸພາບແລະອຳນາດທຸກໆຢ່າງເສັຽ ແລ້ວຈະຊົງມອບຣາຊອານາຈັກໄວ້ແກ່ພຣະເຈົ້າຄືພຣະບິດາ 25 ເພາະວ່າຈຳເປັນພຣະອົງຈະຊົງສເວີຍຣາຊຢູ່ກ່ອນ ຈົນກວ່າພຣະເຈົ້າຈະຊົງປາບສັດຕຣູທັງປວງໃຫ້ຢູ່ໃຕ້ພຣະບາດຂອງພຣະອົງ 26 ສັດຕຣູຕົວສຸດທ້າຍທີ່ຈະຖືກຊົງຍົກເລີກເສັຽນັ້ນແມ່ນຄວາມຕາຍ 27 ເຫດວ່າ, “ພຣະເຈົ້າໄດ້ຊົງປາບສິ່ງສາຣະພັດລົງໃຕ້ພຣະບາດຂອງພຣະອົງແລ້ວ” ແຕ່ເມື່ອພຣະຄັມພີກ່າວວ່າ, “ຊົງປາບສິ່ງສາຣະພັດລົງນັ້ນ” ກໍປາກົດຄັກແນ່ວ່າ ເວັ້ນເສັຽແຕ່ພຣະຜູ້ຊົງປາບສິ່ງສາຣະພັດລົງຢູ່ໃຕ້ພຣະອົງ 28 ແລະເມື່ອສິ່ງສາຣະພັດໄດ້ຖືກຊົງປາບລົງຢູ່ໃຕ້ພຣະອົງແລ້ວ ເມື່ອນັ້ນອົງພຣະບຸດຈະຊົງຍອມລົງຢູ່ໃຕ້ພຣະເຈົ້າ ຜູ້ຊົງປາບສິ່ງສາຣະພັດລົງຢູ່ໃຕ້ພຣະອົງນັ້ນ ເພື່ອພຣະເຈົ້າຈະໄດ້ຊົງເປັນເອກເປັນໃຫຍ່ໃນສິ່ງສາຣະພັດທັງປວງ 29 ຖ້າບໍ່ເປັນຢ່າງນັ້ນ ຄົນທັງຫລາຍທີ່ຮັບບັບຕິສະມາເພື່ອຄົນຕາຍນັ້ນຈະຫມາຍຄວາມວ່າຢ່າງໃດ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍຄືນຂຶ້ນມາແທ້ ດ້ວຍເຫດໃດຈຶ່ງມີຄົນຮັບບັບຕິສະມາເພື່ອຄົນຕາຍ 30 ຝ່າຍພວກເຮົາເຫດສັນໃດເຮົາຈຶ່ງຕ້ອງສ່ຽງພັຍອັນຕະຣາຍຢູ່ທຸກເວລາ 31 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຢືນຢັນວ່າເຮົາກຳລັງຕາຍຢູ່ທຸກວັນ ທີ່ເຮົາເວົ້າດັ່ງນັ້ນກໍໂດຍອ້າງຄວາມພາກພູມໃຈ ຊຶ່ງເຮົາມີຢູ່ໃນເຈົ້າທັງຫລາຍ ໂດຍພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ 32 ຖ້າເຮົາໄດ້ຕໍ່ສູ້ກັບສັດຮ້າຍທີ່ເມືອງເອເຟໂຊ (ຕາມຄວາມເຫັນຂອງມະນຸດ) ຈະເປັນປໂຍດອັນໃດແກ່ເຮົາ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍເປັນຄືນມາອີກ “ກໍໃຫ້ເຮົາພາກັນກິນແລະດື່ມເທີນ ເພາະວ່າມື້ອື່ນເຮົາກໍຈະຕາຍ” 33 ຢ່າຊູ່ຫລົງຜິດໄປ “ການຄົບກັບຄົນຊົ່ວຍ່ອມເສັຽນິສັຍ” 34 ເຈົ້າທັງຫລາຍຈົ່ງກັບຄືນມາສູ່ນິສັຍອັນເຫມາະສົມແລະຢ່າເຮັດຜິດອີກ ເພາະວ່າບາງຄົນຍັງບໍ່ຮູ້ເຣື່ອງພຣະເຈົ້າ ທີ່ເຮົາເວົ້າດັ່ງນີ້ກໍເພື່ອພວກເຈົ້າຈະມີຄວາມລະອາຍ 35 ແຕ່ບາງຄົນຈະຖາມວ່າ, “ຄົນຕາຍຈະຄືນມາໄດ້ຢ່າງໃດ ເມື່ອເຂົາຄືນມາຈະມີຮ່າງກາຍເປັນຢ່າງໃດ” 36 ໂອ ຄົນຜູ້ໄຮ້ຄວາມຄຶດເອີຍ, ເມັດທີ່ເຈົ້າຫວ່ານລົງດິນນັ້ນ ຖ້າມັນບໍ່ຕາຍເສັຽກ່ອນ ຈະງອກຂຶ້ນໃຫມ່ບໍ່ໄດ້ 37 ເມັດທີ່ເຈົ້າຫວ່ານລົງນັ້ນ ຈະແມ່ນເຂົ້າບເລຫລືແນວອື່ນໆກໍດີ ເຈົ້າບໍ່ໄດ້ຫວ່ານສິ່ງທີ່ເປັນຮູບຮ່າງຂອງຕົ້ນທີ່ຈະງອກຂຶ້ນມານັ້ນ ແຕ່ໄດ້ຫວ່ານເມັດເທົ່ານັ້ນ 38 ພຣະເຈົ້າຊົງປະທານຕົ້ນໃຫ້ແກ່ເມັດນັ້ນຕາມທີ່ພຣະອົງຊົງເຫັນຊອບ ແລະຊົງປະທານແກ່ຜັກທຸກຊະນິດໃຫ້ມີກົກມີຕົ້ນຂອງມັນເອງ 39 (ເນື້ອນັ້ນບໍ່ເຫມືອນກັນຫມົດທຸກຢ່າງ ເນື້ອມະນຸດກໍຢ່າງນຶ່ງ ເນື້ອສັດສີ່ຕີນກໍຢ່າງນຶ່ງ ເນື້ອນົກກໍຢ່າງນຶ່ງ ເນື້ອປາກໍຢ່າງນຶ່ງ 40 ຮ່າງກາຍສຳລັບສວັນກໍມີ ແລະຮ່າງກາຍສຳລັບແຜ່ນດິນໂລກກໍມີ ແຕ່ວ່າສະງ່າຣາສີຂອງຮ່າງກາຍສຳລັບສວັນກໍຢ່າງນຶ່ງ ແລະສະງ່າຣາສີຂອງຮ່າງກາຍສຳລັບໂລກກໍຢ່າງນຶ່ງ 41 ສະງ່າຣາສີຂອງດວງອາທິດກໍຢ່າງນຶ່ງ ສະງ່າຣາສີຂອງດວງຈັນກໍຢ່າງນຶ່ງ ສະງ່າຣາສີຂອງດວງດາວກໍຢ່າງນຶ່ງ ແຕ່ທີ່ຈິງສະງ່າຣາສີຂອງດວງດາວນຶ່ງ ກໍຕ່າງກັນກັບສະງ່າຣາສີຂອງດວງດາວດວງອື່ນໆ) 42 ສ່ວນການເປັນຄືນມາຂອງຄົນຕາຍກໍເຫມືອນດັ່ງນັ້ນແຫລະ, ຄືສິ່ງທີ່ຫວ່ານລົງກໍເປື່ອຍເນົ່າໄປ ແຕ່ສິ່ງທີ່ເປັນຄືນມາກໍບໍ່ຮູ້ເປື່ອຍເນົ່າ 43 ເມື່ອຫວ່ານລົງນັ້ນບໍ່ມີຍົດ ເມື່ອຄືນຂຶ້ນມາກໍມີສະງ່າຣາສີ ເມື່ອຫວ່ານລົງກໍອ່ອນກຳລັງ ເມື່ອຄືນຂຶ້ນມາກໍມີຣິດອຳນາດ 44 ເມື່ອຫວ່ານລົງກໍເປັນກາຍທຳມະດາ ເມື່ອຄືນຂຶ້ນມາກໍເປັນກາຍຝ່າຍວິນຍານ ຖ້າມີກາຍທຳມະດາກໍຄົງມີກາຍຝ່າຍວິນຍານດ້ວຍ 45 ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ມະນຸດຄົນເດີມຄືອາດາມນັ້ນໄດ້ບັງເກີດເປັນຜູ້ມີຊີວິດຢູ່” ອາດາມຜູ້ສຸດທ້າຍຄືພຣະວິນຍານຜູ້ປະທານຊີວິດ 46 ແຕ່ກາຍທີ່ເກີດມາກ່ອນນັ້ນ ບໍ່ໃຊ່ເປັນກາຍຝ່າຍວິນຍານ ແຕ່ເປັນກາຍທຳມະດາແລະຕໍ່ມາຈິງເກີດມີກາຍຝ່າຍວິນຍານ 47 ມະນຸດເດີມນັ້ນເກີດມາຈາກດິນຈຶ່ງເປັນຂີ້ຝຸ່ນດິນ ມະນຸດຖ້ວນສອງສະເດັດມາຈາກສວັນ 48 ຜູ້ທີ່ເກີດມາຈາກດິນເປັນຢ່າງໃດ ຄົນທັງຫລາຍທີ່ເກີດມາຈາກດິນກໍເປັນຢ່າງນັ້ນ ແລະຜູ້ທີ່ສະເດັດມາຈາກສວັນເປັນຢ່າງໃດ ຄົນທັງຫລາຍທີ່ເປັນຝ່າຍສວັນກໍເປັນຢ່າງນັ້ນ 49 ເຮົາທັງຫລາຍມີລັກສະນະສົມກັບມະນຸດທີ່ເກີດມາຈາກດິນສັນໃດ ພວກເຮົາກໍຄົງຈະມີລັກສະນະສົມກັບຜູ້ສະເດັດມາຈາກສວັນສັນນັ້ນ 50 ພີ່ນ້ອງທັງຫລາຍເອີຍ, ເຮົາກ່າວດັ່ງນີ້ຫມາຍຄວາມວ່າ ມະນຸດທຳມະດາຈະມີສ່ວນໃນຣາຊອານາຈັກຂອງພຣະເຈົ້າບໍ່ໄດ້ ແລະສິ່ງທີ່ເປື່ອຍເນົ່າຈະມີສ່ວນໃນສິ່ງທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້ 51 ນີ້ແຫລະ, ເຮົາມີຂໍ້ລັບເລິກບອກພວກເຈົ້າວ່າ ເຮົາທັງຫລາຍຈະບໍ່ລ່ວງຫລັບໄປຫມົດທຸກຄົນ ແຕ່ເຮົາທັງຫລາຍຈະຖືກຊົງປ່ຽນແປງໃຫມ່ຫມົດທຸກຄົນ 52 ໃນຊົ່ວຂນະດຽວ ໃນພັບຕາດຽວ ເມື່ອເປົ່າແກຄັ້ງສຸດທ້າຍນັ້ນ ດ້ວຍວ່າຈະມີສຽງແກ ແລະຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນຂຶ້ນມາໂດຍບໍ່ເປື່ອຍເນົ່າ ແລະຝ່າຍພວກເຮົາກໍຈະຖືກຊົງປ່ຽນແປງໃຫມ່ 53 ເພາະວ່າກາຍທີ່ເປື່ອຍເນົ່ານີ້ຕ້ອງສວມກາຍທີ່ບໍ່ຮູ້ຈັກເປື່ອຍເນົ່າ ແລະກາຍທີ່ຕາຍເປັນນີ້ຕ້ອງສວມກາຍທີ່ຕາຍບໍ່ເປັນ 54 ແລະເມື່ອໃດກາຍທີ່ຮູ້ຈັກເປື່ອຍເນົ່ານີ້ຈະໄດ້ສວມກາຍທີ່ບໍ່ຮູ້ຈັກເປື່ອຍເນົ່າ ແລະກາຍທີ່ຕາຍເປັນນີ້ຈະໄດ້ສວມກາຍທີ່ຕາຍບໍ່ເປັນ ເມື່ອນັ້ນແຫລະ, ຄວາມທີ່ຂຽນໄວ້ໃນພຣະຄັມພີນັ້ນຈະສຳເຣັດ ຄືວ່າ, “ຄວາມຕາຍໄດ້ຕົກເຖິງປະຣາຊັຍແລ້ວ” 55 ໂອ ຄວາມຕາຍເຮີຍ, ຊັຍຊະນະຂອງມຶງຢູ່ໃສ ໂອຄວາມຕາຍເຮີຍ, ໄລພິດຂອງມຶງຢູ່ໃສ” 56 ໄລພິດຂອງຄວາມຕາຍຄືຄວາມບາບ ແລະຣິດອຳນາດຂອງຄວາມບາບຄືພຣະບັນຍັດ 57 ແຕ່ວ່າຈົ່ງຂອບພຣະຄຸນພຣະເຈົ້າຜູ້ຊົງປະທານຊັຍຊະນະແກ່ເຮົາທັງຫລາຍ ດ້ວຍພຣະເຢຊູຄຣິດເຈົ້າຂອງພວກເຮົາ 58 ດັ່ງນີ້ແຫລະ, ພີ່ນ້ອງທີ່ຮັກຂອງເຮົາເອີຍ, ເຈົ້າທັງຫລາຍຈົ່ງຕັ້ງຫມັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ບໍຣິບູນທຸກເວລາ ດ້ວຍຮູ້ວ່າໃນອົງພຣະຜູ້ເປັນເຈົ້າ ການຂອງພວກເຈົ້ານັ້ນຈະບໍ່ໄຮ້ປໂຍດ 161 ອັນນຶ່ງ, ກ່ຽວກັບເຣື່ອງການຮິບໂຮມຂອງທານສຳລັບໄພ່ພົນຂອງພຣະເຈົ້ານັ້ນ ເຮົາໄດ້ສັ່ງຄຣິສຕະຈັກທັງຫລາຍທີ່ແຂວງຄາລາເຕັຽຢ່າງໃດ ພວກເຈົ້າຈົ່ງເຮັດເຫມືອນຢ່າງນັ້ນດ້ວຍ2 ຄືທຸກວັນຕົນສັປດາພວກເຈົ້າທຸກຄົນຈົ່ງຄິດສະເລັ່ຽບາງສ່ວນຈາກຣາຍໄດ້ຂອງຕົນໄດ້ ເພື່ອຈະບໍ່ມີການແຜ່ເກັບເອົາເມື່ອເວລາເຮົາມານັ້ນ 3 ເມື່ອເຮົາມາເຖິງແລ້ວພວກເຈົ້າເຫັນຊອບຈະເລືອກຜູ້ໃດ ເຮົາຈະໃຊ້ຜູ້ນັ້ນຖືຈົດຫມາຍແລະຂອງທານຂອງເຈົ້າທັງຫລາຍໄປຍັງກຸງເຢຣູຊາເລັມ 4 ຖ້າເຫັນຄວນໃຫ້ເຮົາໄປເອງ ຄົນເຫລົ່ານັ້ນກໍຈະໄປນຳເຮົາ 5 ເວລາໃດເຮົາຜ່ານແຂວງມາເກໂດເນັຽແລ້ວ ເຮົາຈະມາຫາເຈົ້າທັງຫລາຍ ດ້ວຍວ່າເຮົາຈະມາທາງແຂວງນັ້ນ 6 ແລະເຮົາອາດຈະພັກຢູ່ນຳພວກເຈົ້າເຫິງເຕີບ ບາງທີຈົນຫມົດຣະດູຫນາວກໍເປັນໄດ້ ແລ້ວຈະໄປທາງໃດພວກເຈົ້າຈະຊ່ອຍຈັດສົ່ງເຮົາໄປທາງນັ້ນ 7 ເພາະວ່າເຮົາບໍ່ຢາກຈະພົບພວກເຈົ້າພຽງແຕ່ເມື່ອຜ່ານໄປເທົ່ານັ້ນ ແຕ່ເຮົາຫວັງໃຈວ່າ ຖ້າອົງພຣະຜູ້ເປັນເຈົ້າຊົງໂຜດເຮົາຈະຄ້າງຢູ່ກັບເຈົ້າທັງຫລາຍເຫິງຫນ້ອຍນຶ່ງ 8 ແຕ່ເຮົາຈະພັກຢູ່ໃນເມືອງເອເຟໂຊຈົນເຖິງເທສການເພັນເຕຄອສ 9 ເພາະວ່າທີ່ນີ້ມີປະຕູໄຂໃຫ້ເຮົາຢ່າງກວ້າງຂວາງຫນ້າຈະເກີດຜົນ ທັງຄົນຂັດຂວາງກໍມີຈຳນວນຫລວງຫລາຍດ້ວຍ 10 ຖ້າວ່າຕີໂມທຽວມາຫາພວກເຈົ້າ ພວກເຈົ້າຈົ່ງເອົາໃຈໃສ່ໃຫ້ທ່ານໄດ້ຢູ່ກັບເຈົ້າໂດຍຄວາມສະບາຍໃຈ ເພາະວ່າທ່ານເຮັດການຂອງອົງພຣະຜູ້ເປັນເຈົ້າເຫມືອນກັບເຮົາ 11 ດ້ວຍເຫດນັ້ນຢ່າໃຫ້ຜູ້ໃດດູຫມິ່ນທ່ານ ແຕ່ຈົ່ງນຳສົ່ງທ່ານໄປດ້ວຍຄວາມສຸກ ເພື່ອທ່ານຈະກັບມາເຖິງເຮົາ ເພາະເຮົາຄອງຖ້າທ່ານພ້ອມດ້ວຍພວກ ພີ່ນ້ອງ 12 ສ່ວນອາໂປໂລພີ່ນ້ອງຂອງພວກເຮົານັ້ນ, ເຮົາໄດ້ເຕືອນໃຈທ່ານຫລາຍເທື່ອແລ້ວ ເພື່ອໃຫ້ໄປຫາເຈົ້າທັງຫລາຍພ້ອມດ້ວຍພວກພີ່ນ້ອງ ແຕ່ດຽວນີ້ທ່ານຍັງບໍ່ເຕັມໃຈຈະໄປ ເມື່ອໃດມີໂອກາດທ່ານຈຶ່ງຈະໄປ 13 ເຈົ້າທັງຫລາຍຈົ່ງລະວັງໃຫ້ດີ ຈົ່ງຍຶດຫມັ້ນໃນຄວາມເຊື່ອ ຈົ່ງສະແດງຕົວເປັນຜູ້ແກ່ແລ້ວ ຈົ່ງເຂັ້ມແຂງຂຶ້ນ 14 ທຸກສິ່ງທີ່ເຈົ້າເຮັດນັ້ນ ຈົ່ງເຮັດດ້ວຍຄວາມຣັກ 15 ເຈົ້າທັງຫລາຍຮູ້ຈັກຄອບຄົວຂອງຊະເຕຟານາວ່າ ເຂົາເປັນຄຣິສະຕຽນພວກແຣກໃນແຂວງອະຂາຢາ ແລະພວກເຂົາໄດ້ຖວາຍຕົວໄວ້ໃນການປະຕິບັດໄພ່ພົນຂອງພຣະເຈົ້າ ພີ່ນ້ອງເອີຍ, ເຮົາເຕືອນສະຕິ 16 ໃຫ້ເຈົ້າທັງຫລາຍຢູ່ໃຕ້ບັງຄັບຄົນຢ່າງນັ້ນ ແລະຄົນທັງປວງທີ່ຮ່ວມໃນງານຫນັກຫນ່ວງນັ້ນ 17 ອັນນຶ່ງ, ທີ່ຊະເຕຟານາແລະຟໍຕູນາໂຕກັບອະຂາອີໂກໄດ້ມາແລ້ວນັ້ນ ເຮົາກໍຍິນດີ ເພາະວ່າສິ່ງທີ່ເຮົາຂາດເຂີນເພາະພວກເຈົ້າບໍ່ຢູ່ນັ້ນ ເຂົາໄດ້ເຮັດໃຫ້ຄົບຖ້ວນແທນແລ້ວ 18 ເພາະເຂົາໄດ້ເຣັດໃຫ້ໃຈຂອງເຮົາກັບໃຈຂອງພວກເຈົ້າເບີກບານ ດ້ວຍເຫດນັ້ນ, ເຈົ້າຈົ່ງຮັບຮູ້ຄຸນຄ່າຂອງຄົນຢ່າງນັ້ນ 19 ຄຣິສຕະຈັກທັງຫລາຍໃນແຂວງອາເຊັຽ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ອາກີລາແລະປີຊະກີລາພ້ອມກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຂົານັ້ນ ກໍຝາກຄວາມຄຶດເຖິງໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າຢ່າງເຕັມທີ 20 ພີ່ນ້ອງທຸກຄົນຝາກຄວາມຄຶດເຖິງມາຍັງພວກເຈົ້າ ໃຫ້ເຈົ້າທັງຫລາຍທັກທາຍປາສັຍກັນດ້ວຍທັມນຽມຈູບອັນບໍຣິສຸດ 21 ຄຳສະແດງຄວາມຄຶດເຖິງນີ້ເປັນລາຍມືຂອງເຮົາຄືໂປໂລ 22 ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າກໍໃຫ້ຜູ້ນັ້ນຖືກປ້ອຍດ່າ ອົງພຣະຜູ້ເປັນເຈົ້າຂອງເຮົາຈະສະເດັດມາ 23 ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ກັບເຈົ້າທັງຫລາຍ 24 ຄວາມຮັກຂອງເຮົາມີຢູ່ຕໍ່ເຈົ້າທັງຫລາຍໃນພຣະເຢຊູຄຣິດ |