Ephesians ເອເຟໂຊ11 ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕາມນ້ຳພຣະທັຍຂອງພຣະເຈົ້າ ເຖິງພວກໄພ່ພົນຂອງພຣະເຈົ້າ ຜູ້ທີ່ເຫລື້ອມໃສສັດທາໃນພຣະເຢຊູຄຣິດ2 ຂໍໃຫ້ພຣະຄຸນແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະອົງເຈົ້າເຢຊູຄຣິດສະຖິດຢູ່ກັບທ່ານທັງຫລາຍ 3 ສາທຸການແດ່ພຣະເຈົ້າ ຄືພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສວັນສະຖານໂດຍພຣະຄຣິດ 4 ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ 5 ພຣະອົງໄດ້ຊົງຄາດຫມາຍພວກເຮົາໄວ້ກ່ອນດ້ວຍຄວາມຮັກ ໃຫ້ເປັນບຸດຂອງພຣະອົງໂດຍ ພຣະເຢຊູຄຣິດຕາມທີ່ຊອບພຣະທັຍພຣະອົງ 6 ເພື່ອຈະໃຫ້ເປັນທີ່ສັຣເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູຄຣິດຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ 7 ໃນພຣະເຢຊູນັ້ນ ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍພຣະໂລຫິດຂອງພຣະອົງ ຄືໄດ້ຮັບການອະພັຍການຫລົງຜິດຂອງເຮົາ ໂດຍພຣະກະຣຸນາອັນອຸດົມຂອງພວກເຈົ້າ 8 ຊຶ່ງໄດ້ຊົງປະທານແກ່ພວກເຮົາຢ່າງລົ້ນເຫລືອ ຕາມພຣະສະຕິປັນຍາແລະຄວາມສລາດສລຽວທຸກປະການ 9 ພຣະເຈົ້າໄດ້ຊົງໂຜດໃຫ້ພວກເຮົາຮູ້ຈັກຄວາມລັບເລິກໃນນ້ຳພຣະທັຍຂອງພຣະອົງຕາມພຣະເຈຕະນາຂອງພຣະອົງ ຊຶ່ງພຣະອົງໄດ້ຊົງຕັ້ງພຣະທັຍໄວ້ກ່ອນໃນພຣະຄຣິດ 10 ປະສົງວ່າເມື່ອເວລາກຳນົດຄົບບໍຣິບູນແລ້ວ ພຣະອົງຈະຊົງຮວບຮວມສິ່ງສາຣະພັດທັງທີ່ມີຢູ່ໃນຟ້າສວັນແລະແຜ່ນດິນໂລກ ໄວ້ໃນອົງພຣະຄຣິດຜູ້ຊົງເປັນພຣະປະມຸກ 11 ໃນພຣະຄຣິດນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະທັຍໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາຣະພັດດຳເນີນໄປໃຫ້ສົມກັບນ້ຳພຣະທັຍຂອງພຣະອົງ 12 ພວກເຮົາຜູ້ເປັນຄົນແຮກທີ່ຫວັງໃຈໃນພຣະຄຣິດ ໄດ້ຮັບກຳນົດແລະຮັບການແຕ່ງຕັ້ງໃຫ້ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ 13 ໃນພຣະອົງນັ້ນທ່ານທັງຫລາຍກໍເຫມືອນກັນ ເມື່ອໄດ້ຍິນພຣະທັມອັນສັດຈິງ ຄືຂ່າວປະເສີດເຣື່ອງຄວາມພົ້ນຂອງພວກທ່ານ ແລະໄດ້ວາງໃຈໃນພຣະອົງ ກໍໄດ້ຖືກຊົງປະທັບຕາຫມາຍໄວ້ດ້ວຍພຣະວິນຍານບໍຣິສຸດທີ່ຊົງສັນຍາໄວ້ນັ້ນ 14 ເປັນເຄື່ອງມັດຈຳຂອງການຮັບມໍຣະດົກຂອງພວກເຮົາ ຈົນກວ່າເຮົາຈະໄດ້ຮັບເປັນກັມມະສິດ ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ 15 ເຫດສັນນັ້ນ, ເມື່ອເຮົາໄດ້ຍິນຂ່າວວ່າທ່ານທັງຫລາຍໄດ້ວາງໃຈໃນພຣະເຢຊູເຈົ້າ ແລະພວກທ່ານຮັກພວກໄພ່ພົນຂອງພຣະເຈົ້າ 16 ເຮົາຈຶ່ງຂອບພຣະຄຸນ ເພາະທ່ານທັງຫລາຍຢູ່ສເມີບໍ່ຂາດ ແລະລະນຶກເຖິງພວກທ່ານເມື່ອເຮົາອ້ອນວອນ 17 ເຮົາອ້ອນວອນວ່າຂໍພຣະເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາຜູ້ຊົງພຣະສະງ່າຣາສີ ຊົງໂຜດປະທານໃຫ້ທ່ານທັງຫລາຍມີຈິດໃຈປະກອບດ້ວຍສະຕິປັນຍາແລະຄວາມຮູ້ແຈ້ງເຫັນຈິງເຖິງເຣື່ອງພຣະອົງ 18 ແລະຂໍຊົງໂຜດໃຫ້ຕາພາຍໃນຂອງທ່ານທັງຫລາຍສວ່າງຂຶ້ນ ເພື່ອພວກທ່ານຈະໄດ້ຮູ້ວ່າໃນການທີ່ພຣະອົງຊົງເອີ້ນພວກທ່ານນັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກທ່ານ ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະງ່າຣາສີອັນອຸດົມສົມບູນພຽງໃດ 19 ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫລືອປະມານຂອງພຣະອົງມີຫລາຍພຽງໃດສຳລັບພວກເຮົາ ທີ່ເຊື່ອ ຕາມອຳນາດຂອງພຣະກຳລັງແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ 20 ຊຶ່ງພຣະອົງໄດ້ຊົງກະທຳໃນອົງພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າໃນສວັນສະຖານ 21 ສູງກວ່າບັນດາຜູ້ປົກຄອງ ຜູ້ມີອຳນາດ ຜູ້ມີຣິດເດດ ຜູ້ມີອານຸພາບ ແລະເຫນືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ໃຊ່ໃນສະໄຫມນີ້ເທົ່ານັ້ນ ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ 22 ພຣະເຈົ້າໄດ້ຊົງປາບສິ່ງສາຣະພັດທັງປວງລົງໃຕ້ພຣະບາດຂອງພຣະຄຣິດ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກເຫນືອສິ່ງສາຣະພັດແກ່ຄຣິສຕະຈັກ 23 ຊຶ່ງເປັນພຣະກາຍຂອງພຣະອົງ ຄືຊຶ່ງເຕັມບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມໃນທຸກຫົນທຸກແຫ່ງທົ່ວສັພສິ່ງ 21 ພຣະເຈົ້າໄດ້ຊົງບັນດານໃຫ້ທ່ານທັງຫລາຍຄືນມີຊີວິດເຫມືອນກັນ ເຖິງແມ່ນວ່າທ່ານທັງຫລາຍຕາຍແລ້ວໂດຍການຫລົງຜິດແລະເຮັດບາບ2 ເມື່ອກ່ອນພວກທ່ານເຄີຍດຳເນີນຢູ່ໃນການບາບນັ້ນຕາມວິທີຂອງໂລກ ຕາມເຈົ້ານາຍແຫ່ງຍ່ານອາກາດ ຄືວິນຍານທີ່ຄອບຄອງຢູ່ໃນຄົນທັງຫລາຍທີ່ບໍ່ເຊື່ອຟັງ 3 ເມື່ອກ່ອນ, ເຮົາທັງປວງເຄີຍດຳເນີນຊີວິດຕາມຕັນຫາຂອງຝ່າຍມະນຸດທັມມະດາເຫມືອນຄົນເຫລົ່ານັ້ນ ຄືດຳເນີນໄປຕາມຄວາມປາຖນາຂອງຮ່າງກາຍແລະຂອງຈິດໃຈ ຕາມສັນດານພວກເຮົາເປັນຄົນຄວນຖືກພຣະພິໂຣດເຫມືອນດັ່ງຄົນອື່ນ 4 ແຕ່ພຣະເຈົ້າຜູ້ຊົງປະກອບດ້ວຍພຣະກະຣຸນາອັນອຸດົມ ເພາະເຫດຄວາມຮັກອັນໃຫຍ່ຫລວງທີ່ພຣະອົງຊົງຮັກພວກເຮົານັ້ນ 5 ເຖິງແມ່ນວ່າເມື່ອພວກເຮົາຕາຍໄປແລ້ວໃນການຫລົງຜິດ ພຣະອົງຍັງໄດ້ຊົງບັນດານໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ທີ່ທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນກໍພົ້ນດ້ວຍພຣະຄຸນ) 6 ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສວັນສະຖານດ້ວຍກັນກັບພຣະເຢຊູຄຣິດ 7 ເພື່ອໃນຄາວຕໍ່ໄປພຣະອົງຈະໄດ້ຊົງສະແດງພຣະຄຸນອັນອຸດົມເຫລືອລົ້ນຂອງພຣະອົງ ໃນການຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະເຢຊູຄຣິດ 8 ດ້ວຍວ່າຊຶ່ງທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ ສິ່ງເຫລົ່ານີ້ບໍ່ໃຊ່ພວກທ່ານເຮັດເອົາເອງ ແຕ່ພຣະເຈົ້າຊົງປະທານໃຫ້ 9 ຄວາມພົ້ນນັ້ນບໍ່ໃຊ່ມີມາຍ້ອນການປະຕິບັດ ເພື່ອບໍ່ໃຫ້ຄົນນຶ່ງຄົນໃດອວດໄດ້ 10 ເພາະວ່າເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນ ເພື່ອໃຫ້ເຮົາທັງຫລາຍປະຕິບັດຕາມ 11 ເຫດສັນນັ້ນ, ຈົ່ງລະນຶກວ່າເມື່ອກ່ອນທ່ານທັງຫລາຍເປັນຄົນຕ່າງຊາດຕາມເນື້ອກາຍ ແລະພວກທີ່ເຂົາເອີ້ນວ່າຝ່າຍພິທີຕັດ ຄືພວກທີ່ຮັບພິທີຕັດດ້ວຍມືມະນຸດນັ້ນເຄີຍເອີ້ນທ່ານທັງຫລາຍວ່າ ຝ່າຍບໍ່ຮັບພິທີຕັດ 12 ຈົ່ງລະນຶກວ່າ ເມື່ອນັ້ນທ່ານທັງຫລາຍເປັນຄົນຢູ່ນອກພຣະຄຣິດ ຂາດຈາກການເປັນພົລເມືອງອິສຣາເອນ ບໍ່ມີສ່ວນໃນບັນດາຄໍາຫມັ້ນສັນຍາທີ່ຊົງສັນຍາໄວ້ນັ້ນ ຢູ່ໃນໂລກໂດຍບໍ່ມີຄວາມຫວັງ ແລະບໍ່ມີພຣະເຈົ້າ 13 ແຕ່ບັດນີ້ທ່ານທັງຫລາຍຢູ່ໃນພຣະເຢຊູຄຣິດ ຊຶ່ງເມື່ອກ່ອນນັ້ນເຄີຍຢູ່ຫ່າງໄກ ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະອົງ 14 ເພາະວ່າພຣະຄຣິດນັ້ນຊົງເປັນສັນຕິສຸກຂອງເຮົາທັງຫລາຍຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍເຂົ້າເປັນພວກດຽວກັນ ພຣະອົງໄດ້ຊົງຮຶ້ກຳແພງທີ່ຂັ້ນລະຫວ່າງການເປັນສັດຕຣູກັນຖິ້ມເສັຽດ້ວຍພຣະກາຍຂອງພຣະອົງ 15 ພຣະອົງໄດ້ຊົງຍົກເລີກກົດຂອງພຣະບັນຍັດທີ່ໃຫ້ຖືສິນຕ່າງໆ ເພື່ອຈະກະທຳໃຫ້ທັງສອງຝ່າຍເປັນຄົນໃຫມ່ຄົນດຽວໃນພຣະອົງ ຢ່າງນັ້ນແຫລະ, ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ 16 ແລະເພື່ອຈະຊົງກະທຳໃຫ້ທັງສອງພວກຄືນດີກັນກັບພຣະເຈົ້າ ເປັນກາຍອັນດຽວກັນໂດຍໄດ້ກາງແຂນ ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕຣູກັນນັ້ນສູນສິ້ນໄປ 17 ພຣະອົງໄດ້ສະເດັດມາປະກາດຂ່າວປະເສີດເຣື່ອງສັນຕິສຸກແກ່ທ່ານທັງຫລາຍທີ່ຢູ່ຫ່າງໄປຈາກພຣະເຈົ້າ ແລະປະກາດສັນຕິສຸກແກ່ພວກຄົນທີ່ຢູ່ໃກ້ພຣະອົງ 18 ເພາະໂດຍພຣະອົງນີ້ແຫລະ, ເຮົາທັງສອງພວກຈຶ່ງມີໂອກາດເຂົ້າເຝົ້າພຣະບິດາໂດຍພຣະວິນຍານອົງດຽວກັນ 19 ເຫດສັນນັ້ນ, ທ່ານທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງເມືອງອີກຕໍ່ໄປ ແຕ່ວ່າເປັນພົລເມືອງອັນດຽວກັນກັບພວກໄພ່ພົນ ແລະເປັນຄົວເຮືອນຂອງພຣະເຈົ້າ 20 ພວກທ່ານໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັຄສາວົກແລະພວກຜູ້ປະກາດພຣະທັມໄດ້ວາງລົງແລ້ວ ອົງພຣະເຢຊູຄຣິດເອງຊົງເປັນຫີນເສົາເອກ 21 ໃນພຣະອົງນັ້ນທຸກສ່ວນຂອງໂຄງຮ່າງກໍຕິດຕໍ່ເຊື່ອມສນິດກັນໂດຍດີ ແລະຈະເຣິນຂຶ້ນເປັນພຣະວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ 22 ໃນພຣະອົງນັ້ນທ່ານທັງຫລາຍກຳລັງຖືກກໍ່ຂຶ້ນ ໃຫ້ເປັນທີ່ສະຖິດຂອງພຣະເຈົ້າໂດຍພຣະວິນຍານເຫມືອນກັນ 31 ເພາະເຫດນີ້ຂ້າພະເຈົ້າ, ໂປໂລ ຜູ້ທີ່ຖືກຈຳຈອງເພາະເຫັນແກ່ພຣະເຢຊູຄຣິດ ເພື່ອທ່ານທັງຫລາຍທີ່ເປັນຄົນຕ່າງຊາດ2 ຂ້າພະເຈົ້າເຊື່ອວ່າທ່ານທັງຫລາຍໄດ້ຍິນເຖິງພຣະຄຸນຂອງພຣະເຈົ້າ ທີ່ຊົງໂຜດປະທານແກ່ຂ້າພະເຈົ້າແລ້ວວ່າໃຫ້ຮັບໃຊ້ປະຕິບັດຕາມຕຳແຫນ່ງນີ້ເພື່ອທ່ານທັງຫລາຍ 3 ຄືວ່າພຣະອົງໄດ້ຊົງສະແດງໃຫ້ຂ້າພະເຈົ້າຮູ້ຂໍ້ເລິກລັບຂອງອົງພຣະຄຣິດ ຕາມທີ່ຂ້າພະເຈົ້າໄດ້ຂຽນໄວ້ແລ້ວຢ່າງຫຍໍ້ໆ 4 ເມື່ອທ່ານທັງຫລາຍອ່ານຄຳເຫລົ່ານັ້ນແລ້ວ ທ່ານກໍຈະຮູ້ເຖິງຄວາມເຂົ້າໃຈຂອງຂ້າພະເຈົ້າໃນເຣື່ອງຄວາມລັບເລີກຂອງອົງພຣະຄຣິດ 5 ຊຶ່ງໃນສະໄຫມກ່ອນພຣະອົງບໍ່ໄດ້ຊົງໂຜດສະແດງແກ່ມະນຸດ ເຫມືອນຢ່າງບັດນີ້ໄດ້ຊົງໂຜດສະແດງແກ່ພວກອັຄສາວົກທີ່ບໍຣິສຸດ ແລະພວກຜູ້ປະກາດພຣະທັມໂດຍພຣະວິນຍານ 6 ວ່າຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ ແລະເປັນອະວັຍວະຂອງກາຍອັນດຽວກັນ ກັບມີສ່ວນໄດ້ຮັບພຣະສັນຍາໃນພຣະເຢຊູຄຣິດໂດຍທາງຂ່າວປະເສີດ 7 ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດ ຕາມພຣະຄຸນຊຶ່ງເປັນຂອງພຣະຣາຊທານຈາກພຣະເຈົ້າ ຊຶ່ງຊົງໂຜດປະທານແກ່ຂ້າພະເຈົ້າໂດຍຣິດອຳນາດຂອງພຣະອົງຊົງກະທຳ 8 ເຖິງແມ່ນຂ້າພະເຈົ້າເປັນຜູ້ນ້ອຍກວ່າຜູ້ນ້ອຍທີ່ສຸດໃນພວກໄພ່ພົນທັງຫມົດຂອງພຣະເຈົ້າ ກໍຊົງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເຖິງເຣື່ອງຄວາມບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງອົງພຣະຄຣິດ 9 ແລະເຮັດໃຫ້ຄົນທັງປວງເຫັນແຈ້ງໃນແຜນການແຫ່ງຂໍ້ລັບເລິກ ທີ່ຊົງອັດບັງໄວ້ກັບພຣະເຈົ້າຜູ້ຊົງນີຣະມິດສ້າງສັພສິ່ງທັງປວງ ຄືຊົງອັດບັງໄວ້ຕັ້ງແຕ່ແຮກສ້າງໂລກ 10 ເພື່ອວ່າໃນປັດຈຸບັນນີ້ຜູ້ປົກຄອງແລະຜູ້ມີອຳນາດໃນສວັນສະຖານ ຈະໄດ້ຮູ້ຍັງພຣະສະຕິປັນຍາອັນສັບຊ້ອນຂອງພຣະເຈົ້າໂດຍທາງຄຣິສຕະຈັກ 11 ອັນນີ້ກໍເປັນໄປຕາມພຣະປະສົງອັນຖາວອນຂອງພຣະເຈົ້າ ທີ່ພຣະອົງໄດ້ຊົງກະທຳໃຫ້ສຳເຣັດດ້ວຍພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 12 ໃນພຣະອົງນັ້ນພວກເຮົາຈຶ່ງມີໃຈກ້າ ແລະມີໂອກາດທີ່ຈະເຂົ້າເຝົ້າພຣະເຈົ້າໄດ້ ດ້ວຍຄວາມໄວ້ໃຈເພາະຄວາມເຊື່ອໃນພຣະອົງ 13 ເຫດສັນນັ້ນ, ຂ້າພະເຈົ້າຈຶ່ງຂໍຮ້ອງທ່ານທັງຫລາຍວ່າ ຢ່າທໍ້ໃຈຍ້ອນຄວາມຍາກລຳບາກຂອງຂ້າພະເຈົ້າຊຶ່ງມີເພາະເຫັນແກ່ພວກທ່ານ ອັນເປັນກຽດຕິຍົດຂອງພວກທ່ານເອງ 14 ເພາະເຫດນີ້, ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ພຣະພັກພຣະບິດາ 15 ຄຳວ່າ ບິດາ ຂອງທຸກຄອບຄົວໃນສວັນແລະທີ່ແຜ່ນດີນໂລກ ກໍໄດ້ຊື່ມາຈາກຄຳວ່າພຣະບິດາ 16 ຂໍໃຫ້ພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ທ່ານທັງຫລາຍຕາມຄວາມອຸດົມສົມບູນແຫ່ງພຣະສະງ່າຣາສີຂອງພຣະອົງ ໂດຍເດດພຣະວິນຍານຂອງພຣະອົງ 17 ເພື່ອພຣະຄຣິດຈະຊົງຕັ້ງຢູ່ໃນໃຈຂອງທ່ານທັງຫລາຍທາງຄວາມເຊື່ອ ເພື່ອວ່າ, ເມື່ອພວກທ່ານໄດ້ວາງຮາກລົງຫມັ້ນຄົງໃນຄວາມຮັກແລ້ວ 18 ພວກທ່ານກໍຈະມີຄວາມສາມາດເຂົ້າໃຈ ພ້ອມກັບໄພ່ພົນທັງປວງຂອງພຣະອົງ ເຖິງຄວາມກວ້າງ ຄວາມຍາວ ຄວາມສູງ ແລະຄວາມເລິກ 19 ທັງຈະຮູ້ຈັກຄວາມຮັກຂອງອົງພຣະຄຣິດຊຶ່ງເກີນຄວາມຮູ້ ເພື່ອທ່ານທັງຫລາຍຈະໄດ້ຮັບຄວາມເຕັມບໍຣິບູນຂອງພຣະເຈົ້າທຸກປະການ 20 ຂໍໃຫ້ພຣະກຽດຈົ່ງມີແກ່ພຣະອົງ ຜູ້ຊົງຣີດສາມາດກະທຳນອກເຫນືອສາຣະພັດ ຫລືຊົງສາມາດກະທຳເຫນືອກວ່າທີ່ພວກເຮົາຈະຂໍ ຫລືຄຶດໄດ້ ຕາມຣິດອຳນາດທີ່ກຳລັງດຳເນີນຢູ່ພາຍໃນຕົວເຮົາທັງຫລາຍ 21 ຈົ່ງຖວາຍພຣະກຽດແກ່ພຣະອົງໃນຄຣິສຕະຈັກແລະໃນພຣະເຢຊູຄຣິດ ທຸກຊົ່ວອາຍຸຄົນຕລອດໄປເປັນນິດ ອາແມນ 4ເຫດສັນນັ້ນຂ້າພະເຈົ້າ, ຜູ້ຖືກຈຳຈອງເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ຈຶ່ງວອນຂໍທ່ານທັງຫລາຍໃຫ້ດຳເນີນຊີວິດສົມກັບທີ່ພວກທ່ານໄດ້ຖືກຊົງເອີ້ນເອົາແລ້ວນັ້ນ2 ຄືຈົ່ງມີໃຈຖ່ອມລົງທຸກຢ່າງແລະໃຈອ່ອນສຸພາບ ດ້ວຍຄວາມພຽນອົດທົນ ແລະຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນດ້ວຍຄວາມຮັກ 3 ຈົ່ງພຽນພຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມເປັນນ້ຳນຶ່ງໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ 4 ມີກາຍດຽວແລະມີພຣະວິນຍານອົງດຽວ ເຫມືອນມີຄວາມຫວັງໃຈອັນດຽວທີ່ເນື່ອງໃນການທີ່ຊົງເອີ້ນເອົາພວກທ່ານແລ້ວນັ້ນ 5 ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ມີບັບຕິສະມາດຽວ 6 ມີພຣະເຈົ້າອົງດຽວ ຄືພຣະບິດາຂອງຄົນທັງປວງ ຜູ້ຊົງສະຖິດຢູ່ເທິງຄົນທັງປວງ ແລະທົ່ວຄົນທັງປວງ ແລະໃນຄົນທັງປວງ 7 ແຕ່ວ່າພຣະຄຸນນັ້ນຊົງໂຜດປະທານແກ່ເຮົາທຸກໆຄົນ ຕາມຂອງພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້ 8 ເຫດສັນນັ້ນ, ຈຶ່ງມີພຣະທັມກ່າວວ່າ, “ເມື່ອໄດ້ສະເດັດຂຶ້ນເມືອສູ່ສະຖານທີ່ສູງ ພຣະອົງກໍຊົງນຳພາພວກຊະເລີຍໄປ ແລະຊົງປະທານຂອງພຣະຣາຊທານໃຫ້ແກ່ມະນຸດ” 9 ທີ່ກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ” ນັ້ນ ຈະຫມາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕ່ຳຂອງແຜ່ນດິນໂລກແລ້ວດ້ວຍ 10 ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງເຫນືອຟ້າສວັນທັງປວງນັ້ນເອງ ເພື່ອຈະໄດ້ສະຖິດຢູ່ໃນທົ່ວພິພົບ 11 ຂອງພຣະຣາຊທານຂອງພຣະອົງກໍຄືໃຫ້ລາງຄົນເປັນອັຄສາວົກ ລາງຄົນເປັນຜູ້ປະກາດພຣະທັມ ລາງຄົນເປັນຜູ້ປະກາດຂ່າວປະເສີດ ລາງຄົນເປັນສິດຍາພິບານແລະອາຈານ 12 ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ທີ່ເຫມາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເຣີນຂຶ້ນ 13 ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳນຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເຣື່ອງພຣະບຸດຂອງພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະຫນາດຄວາມສົມບູນຂອງພຣະຄຣິດ 14 ເພື່ອພວກເຮົາຈະບໍ່ໄດ້ເປັນເດັກນ້ອຍອີກຕໍ່ໄປ ຖືກພັດໄປພັດມາ ແລະຫັນເຫໄປມາດ້ວຍລົມປາກຂອງຄຳສັ່ງສອນທຸກຢ່າງ ແລະດ້ວຍເລ່ກົນຂອງມະນຸດທີ່ຫລອກລວງໃຫ້ຫລົງຕາມອຸບາຍອັນສລາດຂອງເຂົາ 15 ແຕ່ໃຫ້ພວກເຮົາຍຶດເອົາຄວາມຈິງດ້ວຍໃຈຮັກ ເພື່ອຈະຈະເຣີນຂຶ້ນທຸກຢ່າງຈົນເຖິງພຣະອົງຜູ້ເປັນສີສະ ຄືພຣະຄຣິດ 16 ເນື່ອງຈາກພຣະອົງນັ້ນ ຮ່າງກາຍທັງສິ້ນທີ່ຕິດຕໍ່ສນິດແລະຜູກພັນກັນໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ ຈຶ່ງໄດ້ຈະເຣີນໃຫຍ່ຂຶ້ນດ້ວຍຄວາມຮັກ ເມື່ອອະວັຍວະທຸກສ່ວນເຮັດຫນ້າທີ່ຕາມຄວາມເຫມາະສົມແລ້ວ 17 ເຫດສັນນັ້ນ, ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປທ່ານທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນກັນນັ້ນ ຄືດ້ວຍໃຈໂງ່ອັນຫາປໂຍດບໍ່ໄດ້ 18 ໂດຍທີ່ຄວາມຄຶດຂອງເຂົາມືດມົນໄປ ແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມບໍ່ຮູ້ເທົ່າເຖິງການທີ່ມີຢູ່ໃນຕົວເຂົາ ອັນເນື່ອງຈາກໃຈແຂງກະດ້າງຂອງເຂົາ 19 ເຂົາບໍ່ມີຄວາມຮູ້ສຶກຢ້ານກົວຕໍ່ບາບ ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພະຕັນຫາ ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມປາຖນາ 20 ແຕ່ວ່າທ່ານທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ 21 ຖ້າແມ່ນວ່າພວກທ່ານໄດ້ຍິນເຣື່ອງພຣະອົງ ແລະໄດ້ຮັບຄຳສັ່ງສອນເຣື່ອງພຣະອົງຕາມຄວາມຈິງຊຶ່ງມີຢູ່ໃນພຣະເຢຊູແລ້ວ 22 ພວກທ່ານຈົ່ງຖອດຖິ້ມສະພາບມະນຸດເກົ່າຂອງຕົນຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສັຽ ທີ່ກຳລັງເສື່ອມເສັຽໄປສູ່ຄວາມຕາຍຕາມຕັນຫາອັນເປັນທີ່ຫລອກລວງນັ້ນ 23 ແລະຈົ່ງໃຫ້ວິນຍານຈິດຂອງທ່ານຖືກຊົງຕັ້ງຂຶ້ນໃຫມ່ 24 ແລະໃຫ້ທ່ານທັງຫລາຍສວມສະພາບມະນຸດໃຫມ່ ຊຶ່ງຊົງສ້າງຂຶ້ນໃຫມ່ຕາມແບບລັກສະນະຂອງພຣະເຈົ້າໃນຄວາມຊອບທັມ ແລະຄວາມບໍຣິສຸດທີ່ແທ້ຈິງ 25 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງເລີກກ່າວຄວາມຕົວະເສັຽ “ທຸກຄົນຈົ່ງກາວຄວາມຈິງຕໍ່ເພື່ອນບ້ານຂອງຕົນ” ເພາະວ່າເຮົາທັງຫລາຍເປັນອະວັຍວະຂອງກັນແລະກັນ 26 ຈະຮ້າຍກໍຮ້າຍໄດ້ ແຕ່ຢ່າໃຫ້ຄວາມຮ້າຍເປັນເຫດໃຫ້ເກີດການຜິດບາບ ຢ່າຮ້າຍຢູ່ຈົນຕາເວັນຕົກ 27 ແລະຢ່າປ່ອຍໂອກາດໃຫ້ມານ 28 ຝ່າຍຄົນຂີ້ລັກ ຢ່າໄດ້ລັກຕໍ່ໄປ ແຕ່ໃຫ້ໃຊ້ມືອອກເຫື່ອແຮງຫາລ້ຽງຊີບໂດຍທາງຊອບດີກວ່າ ເພື່ອຈະມີສ່ວນເຫລືອພໍແຈກໃຫ້ແກ່ຄົນຍາກຈົນ 29 ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງພວກທ່ານຈັກເທື່ອ ແຕ່ໃຫ້ໃຊ້ຄຳດີຊຶ່ງເປັນປໂຍດໃຫ້ຈະເຣີນຂຶ້ນ ແລະໃຫ້ເຫມາະສົມກັບຄວາມຕ້ອງການ ເພື່ອຈະໄດ້ເປັນຄຸນປໂຍດແກ່ຄົນທັງຫລາຍທີ່ໄດ້ຍິນໄດ້ຟັງ 30 ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດຂອງພຣະເຈົ້າເສັຽພຣະທັຍ ເພາະໂດຍພຣະວິນຍານນັ້ນທ່ານທັງຫລາຍໄດ້ຖືກຊົງປະທັບຕາຫມາຍໄວ້ ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ 31 ສ່ວນໃຈຂົມຂື່ນ ໃຈໂມໂຫໂທໂສ ໃຈຄຽດຮ້າຍ ການອຶກກະທຶກຜິດຖຽງກັນ ການກ່າວສຽດສີກັນ ແລະການຄຶດປອງຮ້າຍທຸກຢ່າງ ຈົ່ງຖິ້ມໃຫ້ຫ່າງໄປຈາກທ່ານທັງຫລາຍເສັຽ 32 ຈົ່ງມີໃຈເມດຕາຕໍ່ກັນ ມີໃຈເອັນດູກັນ ແລະອະພັຍໂທດໃຫ້ກັນ ເຫມືອນດັ່ງພຣະເຈົ້າໄດ້ຊົງໂຜດອະພັຍໂທດໃຫ້ແກ່ພວກທ່ານໃນອົງພຣະຄຣິດນັ້ນ 51 ເພາະສັນນັ້ນທ່ານທັງຫລາຍ ຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າເຫມືອນເປັນບຸດທີ່ຊົງຮັກ2 ແລະຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເຫມືອນດັ່ງພຣະຄຣິດໄດ້ຊົງຮັກທ່ານທັງຫລາຍ ແລະຊົງສລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍທີ່ມີກິ່ນຫອມຫວານແກ່ພຣະເຈົ້າ 3 ແຕ່ການເອີ່ຍເຖິງການຫລິ້ນຊູ້ ການຊົ່ວຮ້າຍທຸກຢ່າງ ຫລືຄວາມໂລພະຕັນຫາກໍດີ ຢ່າໃຫ້ມີຂຶ້ນໃນຖ້າມກາງທ່ານທັງຫລາຍ ເພື່ອຈະໄດ້ເຫມາະສົມກັບພວກທ່ານເປັນໄພ່ພົນຂອງພຣະເຈົ້າ 4 ທັງຢ່າກ່າວຄຳຫຍາບຊ້າ ຢ່າເວົ້າຢ່າງບໍ່ມີແກ່ນສານ ຫລືເວົ້າຕລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ ແຕ່ໃຫ້ມີການຂອບພຣະຄຸນດີກວ່າ 5 ເພາະວ່າເຣື່ອງນີ້ທ່ານທັງຫລາຍຄົງຮຼ້ແນ່ວ່າ ຄົນຫລິ້ນຊູ້ ຄົນຊົ່ວຮ້າຍ ຄົນໂລພະຕັນຫາ (ທີ່ເປັນເຫມືອນຄົນທີ່ໄຫວ້ພຣະທຽມ) ກໍດີ ຈະມີສ່ວນໃນຣາຊອານາຈັກຂອງພຣະຄຣິດແລະຂອງພຣະເຈົ້າບໍ່ໄດ້ 6 ຢ່າໃຫ້ຜູ້ໃດລໍ້ລວງພວກທ່ານດ້ວຍຄຳເວົ້າອັນໄຮ້ປໂຍດ ເພາະການເຮັດເຫລົ່ານີ້ແຫລະ, ພຣະພິໂຣດຂອງພຣະເຈົ້າຈຶ່ງຕົກໃສ່ຄົນທັງຫລາຍທີ່ບໍ່ຍອມເຊື່ອຟັງ 7 ເຫດສັນນັ້ນ, ທ່ານທັງຫລາຍຢາຄົບຫາສະມາຄົມກັບຄົນເຫລົ່ານັ້ນຈັກເທື່ອ 8 ເພາະວ່າເມື່ອກ່ອນ, ທ່ານທັງຫລາຍຢູ່ຝ່າຍຄວາມມືດ ແຕ່ບັດນີ້ກໍຢູ່ຝ່າຍຄວາມສວ່າງໃນອົງພຣະຜູ້ເປັນເຈົ້າ ຈົ່ງດຳເນີນຊີວິດເຫມືອນຢູ່ຝ່າຍຄວາມສວ່າງແລ້ວ 9 (ດ້ວຍວ່າຜົນຂອງຄວາມສວ່າງນັ້ນ ຄືຄວາມດີ ແລະຄວາມຊອບທັມກັບຄວາມຈິງທຸກຢ່າງ) 10 ທ່ານທັງຫາຍຈົ່ງພຍາຍາມຮຽນຮູ້ຈັກວ່າ ເຮັດອັນໃດຈຶ່ງຈະເປັນທີ່ຊອບພຣະທັຍອົງພຣະຜູ້ເປັນເຈົ້າ 11 ແລະຢ່າເຂົ້າສ່ວນກັບກິຈການຂອງຄວາມມືດທີ່ບໍ່ມີປໂຍດ ແຕ່ຈົ່ງເປີດເຜີຍກິຈການນັ້ນໃຫ້ປາກົດດີກວ່າ 12 ເພາະວ່າແມ່ນແຕ່ຈະເວົ້າເຖິງການເຫລົ່ານັ້ນທີ່ເຂົາເຮັດໃນທີ່ລັບລີ້ ກໍຍັງເປັນການຫນ້າອາຍ 13 ແຕ່ເມື່ອສິ່ງສາຣະພັດຖືກເປີດເຜີຍອອກໂດຍຄວາມສວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງກໍຄືຄວາມສວ່າງ 14 ເຫດສັນນັ້ນຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນ ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະຊົງສ່ອງສວ່າງໃສ່ເຈົ້າ” 15 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າໃຫ້ເຫມືອນຄົນໄຮ້ປັນຍາ ແຕ່ໃຫ້ເຫມືອນຄົນມີປັນຍາ 16 ຈົ່ງສວຍໂອກາດ ເພາະວ່າທຸກວັນນີ້ ເປັນຄາວຊົ່ວຮ້າຍ 17 ເຫດສັນນັ້ນ, ຢ່າເປັນຄົນໂງ່ ແຕ່ຈົ່ງເຂົ້າໃຈນ້ຳພຣະທັຍຂອງອົງພຣະຜູ້ເປັນເຈົ້າວ່າເປັນຢ່າງໃດ 18 ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສັຽຄົນ ແຕ່ຈົ່ງເຕັມໄປດ້ວຍພຣະວິນຍານກໍດີກວ່າ 19 ຈົ່ງສົນທະນາກັນດ້ວຍເພງສັຣເສີນ ເພງນະມັສການ ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ ຄືຮ້ອງເພງແລະສັຣເສີນຈາກໃຈຂອງທ່ານທັງຫລາຍຖວາຍແດ່ອົງພຣະຜູ້ເປັນເຈົ້າ 20 ຈົ່ງຂອບພຣະຄຸນພຣະເຈົ້າ ຄືພຣະບິດາສຳລັບສິ່ງສາຣະພັດສເມີ ໃນພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 21 ເນື່ອງດ້ວຍເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງເຊິ່ງກັນແລະກັນ 22 ຝ່າຍພັຣຍາ ຈົ່ງຍອມຢູ່ໃຕ້ບັງຄັບສາມີຂອງຕົນ ຫມືອນຍອມຟັງອົງພຣະຜູ້ເປັນເຈົ້າ 23 ເພາະວ່າສາມີເປັນສີສະຂອງພັຣຍາ ເຫມືອນພຣະຄຣິດຊົງເປັນປະມຸກຂອງຄຣິສຕະຈັກ ຊຶ່ງເປັນພຣະກາຍຂອງພຣະອົງ ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ 24 ຄຣິສຕະຈັກຍອມຢູ່ໃຕ້ບັງຄັບຂອງພຣະຄຣິດສັນໃດ ພັຣຍາກໍຄວນຍອມຢູ່ໃຕ້ບັງຄັບສາມີຂອງຕົນທຸກປະການສັນນັ້ນ 25 ຝ່າຍສາມີ ຈົ່ງຮັກພັຣຍາຂອງຕົນ ເຫມືອນດັ່ງພຣະຄຣິດໄດ້ຊົງຮັກຄຣິສຕະຈັກ ແລະຊົງສລະພຣະອົງເອງເພື່ອຄຣິສຕະຈັກ 26 ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າໂດຍການຊົງຊໍາຮະດ້ວຍນ້ຳກັບດ້ວຍຖ້ອຍຄຳ 27 ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະງ່າຣາສີ ບໍ່ມີຈຸດດ່າງພ້ອຍຫລືຮອຍຫນັງຫ່ຽວ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳຫນີ 28 ຢ່າງນັ້ນແຫລະ, ສາມີຈຶ່ງຄວນຮັກພັຣຍາຂອງຕົນເຫມືອນກັບຮັກກາຍຂອງຕົນເອງ ຜູ້ທີ່ຮັກພັຣຍາຂອງຕົນກໍຮັກຕົນເອງ 29 ເພາະວ່າບໍ່ມີຜູ້ໃດກຽດຊັງເນື້ອກາຍຂອງຕົນເອງຈັກເທື່ອ ມີແຕ່ບໍາຣຸງຖະນອມລ້ຽງໄວ້ ເຫມືອນດັ່ງພຣະຄຣິດຊົງກະທຳແກ່ຄຣິສຕະຈັກ 30 ເພາະວ່າເຮົາທັງຫລາຍເປັນອະວັຍວະແຫ່ງພຣະກາຍຂອງພຣະອົງ 31 “ເພາະເຫດນີ້ຜູ້ຊາຍຈຶ່ງຈະລະບິດາມານດາຂອງຕົນໄປຜູກພັນກັບພັຣຍາ ແລະເຂົາທັງສອງຈະເປັນກາຍອັນດຽວກັນ” 32 ຄວາມຈິງທີ່ຝັງຢູ້ໃນຂໍ້ນີ້ກໍເລິກເຊິ່ງ ແຕ່ສ່ວນຂ້າພະເຈົ້າ ເຂົ້າໃຈວ່າຫມາຍເຖິງພຣະຄຣິດ ແລະຄຣິສຕະຈັກ 33 ເຖິງຢ່າງໃດກໍດີ, ພວກທ່ານທຸກຄົນຈົ່ງຮັກພັຣຍາຂອງຕົນເຫມືອນຮັກຕົນເອງ ແລະພັຣຍາກໍຈົ່ງຢຳເກງສາມີຂອງຕົນ 61 ຝ່າຍບຸດທັງຫລາຍ, ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ເພາະເຮັດແນວນັ້ນເປນັການຖືກຕ້ອງ2 “ຈົ່ງນັບຖືບິດາມານດາຂອງຕົນ” ນີ້ເປັນພຣະບັນຍັດຂໍ້ຕົ້ນທີ່ມີພຣະສັນຍາໄວ້ດ້ວຍ 3 ຄື “ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະມີອາຍຸຫມັ້ນຍືນທີ່ແຜ່ນດິນນີ້” 4 ຝ່າຍພວກທ່ານທີ່ເປັນບິດາ ຢ່າຮົບກວນບຸດຂອງຕົນໃຫ້ຂັດເຄືອງໃຈ ແຕ່ຈົ່ງອົບຮົມເຂົາດ້ວຍການຕີສອນ ແລະການເຕືອນສະຕິ ຕາມຫລັກຄຳສອນຂອງອົງພຣະຜູ້ເປັນເຈົ້າ 5 ຝ່າຍພວກຂ້ອຍຂ້າ, ຈົ່ງເຊື່ອຟັງຄວາມນາຍຝ່າຍໂລກດ້ວຍຄວາມຢຳເກງຈົນຕົວສັ່ນ ດ້ວຍນ້ຳໃສໃຈຈິງເຫມືອນດັ່ງຟັງພຣະຄຣິດ 6 ບໍ່ເຫມືອນຢ່າງຄົນທີ່ເຮັດແຕ່ຕໍ່ຫນ້າ ຢ່າງຄົນທີ່ເຮັດໃຫ້ຊອບໃຈມະນຸດ ແຕ່ຈົ່ງເຮັດເຫມືອນຢ່າງຂ້ອຍຂ້າຂອງພຣະຄຣິດ ຄືເຮັດຕາມຊອບພຣະທັຍພຣະເຈົ້າດ້ວຍຄວາມເຕັມໃຈ 7 ຈົ່ງຮັບໃຊ້ນາຍດ້ວຍໃຈຊື່ນບານ ເຫມືອນກັບຮັບໃຊ້ອົງພຣະຜູ້ເປັນເຈົ້າ ບໍ່ໃຊ່ເຫມືອນຮັບໃຊ້ມະນຸດ 8 ເພາະວ່າພວກທ່ານຮູ້ຢູ່ແລ້ວວ່າຜູ້ໃດເຮັດການດີປະການໃດ ຜູ້ນັ້ນກໍຈະໄດ້ຮັບບຳເຫນັດຢ່າງນັ້ນຈາກອົງພຣະຜູ້ເປັນເຈົ້າ ບໍ່ວ່າເຂົາຈະເປັນຂ້ອຍຂ້າ ຫລືເປັນອິສຣະກໍດີ 9 ຝ່າຍນາຍກໍຈົ່ງເຮັດຕໍ່ຂ້ອຍຂ້າຂອງຕົນໃນທຳນອງດຽວກັນ ຄືຢ່າຂູ່ເຂັນເຂົາ ເພາະພວກທ່ານກໍຮູ້ແລ້ວວ່າ ພຣະອົງຜູ້ຊົງເປັນນາຍຂອງເຂົາແລະຂອງທ່ານທັງຫລາຍນັ້ນຢູ່ໃນສວັນ ແລະພຣະອົງບໍ່ຊົງເລືອກຫນ້າຜູ້ໃດຈັກເທື່ອ 10 ສຸດທ້າຍນີ້, ຂໍພວກທ່ານຈົ່ງມີກຳລັງເພີ້ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ 11 ຈົ່ງສວມຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ ເພື່ອທ່ານທັງຫລາຍຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງພຍາມານໄດ້ 12 ເພາະວ່າເຮົາທັງຫລາຍບໍ່ໄດ້ຕໍ່ສູ້ກັບມະນຸດທັມມະດາ ແຕ່ຕໍ່ສູ້ກັບຜູ້ປົກຄອງ ຜູ້ມີອຳນາດ ເຈົ້າໂລກທີ່ຢູ່ໃນໂມຫະຄວາມມືດແຫ່ງໂລກນີ້ ແລະຕໍ່ສູ້ກັບກຳລັງວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ 13 ເຫດສັນນັ້ນ, ຈົ່ງຮັບເອົາຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ ເພື່ອທ່ານທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ ແລະເມື່ອເຮັດແລ້ວຈະຢູ່ຢ່າງຫມັ້ນຄົງໄດ້ 14 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງຢືນຫມັ້ນ ເອົາຄວາມຈິງຄາດແອວໄວ້ເອົາຄວາມຊອບທັມເປັນເຄື່ອງປ້ອງການເອິກໄວ້ 15 ແລະເອົາຄວາມພັ່ງພ້ອມຝ່າຍຂ່າວປະເສີດເຣື່ອງສັນຕິສຸກມາສຸບໃສ່ຕີນ 16 ແລະພ້ອມກັບສິ່ງທັງຫມົດນີ້, ຈົ່ງຍົກເອົາຄວາມເຊື່ອເປັນເຂນ ດ້ວຍເຂນນັ້ນທ່ານທັງຫລາຍຈະສາມາດດັບລູກສອນໄຟທັງຫມົດຂອງຜູ້ຮ້າຍນັ້ນໃຫ້ມອດເສັຽ 17 ຈົ່ງເອົາຄວາມພົ້ນເປັນເຄື່ອງຄຽນປ້ອງຫົວໄວ້ ແລະຈົ່ງຖືພຣະແສງຂອງພຣະວິນຍານ ຄືພຣະທັມຂອງພຣະເຈົ້າ 18 ຈົ່ງອ້ອນວອນແລະໄຫວ້ວອນທຸກຢ່າງ ຈົ່ງອ້ອນວອນໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນດ້ວຍຄວາມພຽນທຸກຢ່າງ ຈົ່ງອ້ອນວອນເພື່ອໄພ່ພົນທັງປວງຂອງພຣະເຈົ້າ 19 ແລະອ້ອນວອນເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເຣື່ອງຂ່າວປະເສີດ 20 ຍ້ອນຂ່າວປະເສີດນີ້ແຫລະ, ຂ້າພະເຈົ້າຈຶ່ງເປັນຣາຊທູດຜູ້ຕິດໂສ້ຢູ່ ເພື່ອຂ້າພະເຈົ້າຈະເລົ່າຂ່າວປະເສີດນັ້ນດ້ວຍໃຈກ້າຫານ ຕາມທີ່ຂ້າພະເຈົ້າຄວນຈະກ່າວ 21 ບັດນີ້, ເພື່ອໃຫ້ທ່ານທັງຫລາຍຮູ້ເຫດການທັງປວງຂອງຂ້າພະເຈົ້າ ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ ຕີຂີໂກ, ຜູ້ເປັນນ້ອງທີ່ຮັກແລະເປັນຜູ້ປະຕິບັດທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ຈະໄດ້ບອກໃຫ້ທ່ານທັງຫລາຍຊາບເຖິງເຫດການທັງປວງຂອງຂ້າພະເຈົ້າ 22 ຂ້າພະເຈົ້າໄດ້ໃຫ້ຜູ້ນີ້ໄປຫາພວກທ່ານ ກໍເພາະການນີ້ແຫລະ, ຄືເພື່ອໃຫ້ພວກທ່ານໄດ້ຊາບເຖິງຄວາມເປັນຢູ່ຂອງຂ້າພະເຈົ້າ ແລະເພື່ອໃຫ້ເຂົ່າຫນຸນນ້ຳໃຈຂອງພວກທ່ານ 23 ຂໍໃຫ້ພວກພີ່ນ້ອງໄດ້ຮັບສັນຕິສຸກ ແລະຄວາມຮັກດ້ວຍຄວາມເຊື່ອ ມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າ 24 ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳບັນດາຄົນທັງປວງທີ່ຮັກພຣະເຢຊູຄຣິດເຈົ້າຂອງພວກເຮົາຢ່າງບໍ່ຮູ້ເສື່ອມສູນ |