2 Timothy 2 ຕິໂມທຽວ11 ໂປໂລ ອັຄສາວົກຂອງພຣະເຢຊູຄຣິດດ້ວຍທາງນ້ຳພຣະທັຍຂອງພຣະເຈົ້າ ຕາມພຣະສັນຍາທີ່ຈະຊົງປະທານຊີວິດຊຶ່ງມີຢູ່ໃນພຣະເຢຊູຄຣິດ2 ເຖິງ ຕີໂມທຽວ ທີ່ຮັກຂອງເຮົາ ຂໍພຣະຄຸນ ພຣະເມດຕາ ແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າຂອງພຣະເຢຊູຄຣິດ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຈົ່ງມີຢູ່ກັບເຈົ້າເທີນ 3 ເມື່ອເຮົາລະນຶກເຖິງເຈົ້າສເມີໃນການອ້ອນວອນທູນຂໍ ທັງກາງເວັນແລະກາງຄືນນັ້ນ ເຮົາໄດ້ຂອບພຣະຄຸນພຣະເຈົ້າ ຜູ້ຊຶ່ງເຮົາໄດ້ບົວລະບັດຢູ່ດ້ວຍໃຈສຳນຶກຜິດແລະຊອບອັນບໍຣິສຸດ ເຫມືອນຢ່າງປູ່ຍ່າຕາຍາຍຂອງເຮົາ 4 ຂນະເມື່ອລະນຶກເຖິງນ້ຳຕາຂອງເຈົ້າ ເຮົາກໍປາຖນາທີ່ຈະໄດ້ພົບເຈົ້າເພື່ອເຮົາຈະໄດ້ມີຄວາມຍິນດີຢ່າງເຕັມໃຈ 5 ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ອັນເປັນຄວາມເຊື່ອຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອິສແມ່ເຖົ້າຂອງເຈົ້າ ແລະໃນນາງອູນິເກແມ່ຂອງເຈົ້າ ບັດນີ້ເຮົາເຊື່ອແນ່ວ່າມີຢູ່ໃນເຈົ້າເຫມືອນກັນ 6 ເຫດສັນນັ້ນເຮົາຂໍເຕືອນສະຕິເຈົ້າໃຫ້ເປົ່າຄຸນທັມຂອງພຣະເຈົ້າ ທີ່ມີຢູ່ໃນເຈົ້າດ້ວຍການວາງມືຂອງເຮົານັ້ນໃຫ້ລຸກຮຸ່ງເຮືອງຂຶ້ນໃຫມ່ 7 ເພາະວ່າພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດອຳນາດ ຄວາມຮັກ ແລະການບັງຄັບຕົນໃຫ້ແກ່ເຮົາ 8 ເຫດສັນນັ້ນ ຢ່າລະອາຍທີ່ຈະເປັນພຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງມີສ່ວນໃນການລຳບາກເພື່ອເຫັນແກ່ຂ່າວປະເສີດ ໂດຍອາໄສຣິດອໍານາດແຫ່ງພຣະເຈົ້າ 9 ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ ບໍ່ໃຊ່ເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະເຢຊູຄຣິດຕັ້ງແຕ່ດຶກດຳບັນມານັ້ນ 10 ແລະບັດນີ້ໄດ້ຊົງສະແດງໃຫ້ແຈ່ມແຈ້ງ ໂດຍການທີ່ພຣະເຢຊູຄຣິດ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ ສະເດັດສ່ອງສວ່າງມາປາກົດ ຜູ້ໄດ້ຊົງກຳຈັດຄວາມຕາຍໃຫ້ສູນສິ້ນໄປ ແລະໄດ້ຊົງນຳຊີວິດແລະສະພາບອະມະຕະໃຫ້ປາກົດແຈ້ງໂດຍຂ່າວປະເສີດ 11 ສຳລັບຂ່າວປະເສີດນັ້ນເຮົາໄດ້ຮັບຊົງແຕ່ງຕັ້ງໃຫ້ເປັນຜູ້ປະກາດ ເປັນອັຄສາວົກ ແລະເປັນຄຣູສອນ 12 ເພາະເຫດນີ້ແຫລະ ເຮົາຈຶ່ງອົດທົນເອົາສິ່ງທັງຫລາຍນີ້ ເຖິງປານນັ້ນເຮົາກໍບໍ່ມີຄວາມລະອາຍ ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອຫມັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນ 13 ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອແລະຄວາມຮັກທີ່ມີຢູ່ໃນພຣະເຢຊູຄຣິດ 14 ຈົ່ງຮັກສາສິ່ງອັນດີທີ່ໄດ້ຊົງມອບໄວ້ກັບເຈົ້າໂດຍພຣະວິນຍານບໍຣີສຸດ ຊຶ່ງຊົງສະຖິດພາຍໃນເຮົາທັງຫລາຍ 15 ເຈົ້າກໍຮູ້ແລ້ວວ່າ ຄົນທັງປວງທີ່ຢູ່ແຂວງອາເຊັຽນັ້ນກໍຫລົບຫນ້າຫນີຈາກເຮົາຫມົດ ໃນພວກນັ້ນມີ ຟຸເຄໂລ ແລະເຮຣະໂມເຄນຮ່ວມດ້ວຍ 16 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງໂຜດເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະຫລາຍເທື່ອໆທ່ານໄດ້ເຣັດໃຫ້ເຮົາຊື່ນໃຈ ແລະທ່ານໄດ້ເອົາໃຈໃສ່ຊອກຫາເຮົາຈົນພົບ 17 (ຂໍອົງພຣະຜູ້ເປັນເຈົ້າຊົງໂຜດໃຫ້ທ່ານໄດ້ຮັບພຣະເມດຕາຈາກພຣະອົງໃນວັນນັ້ນ) ແລະທ່ານໄດ້ບົວລະບັດເຮົາທີ່ເມືອງເອເຟໂຊຫລາຍປານໃດ ເຈົ້າກໍຮູ້ດີຢູ່ແລ້ວ 21 ເຫດສັນນັ້ນ ລູກຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນດ້ວຍພຣະຄຸນຊຶ່ງມີຢູ່ໃນພຣະຄຣິດ ຄືພຣະເຢຊູ2 ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາຕໍ່ຫນ້າພຍານຫລາຍຄົນ ໄວ້ກັບຄົນຊື່ສັດທີ່ສາມາດສອນຄົນອື່ນໄດ້ດ້ວຍ 3 ຈົ່ງມີສ່ວນຮ່ວມທຸກດ້ວຍກັນເຫມືອນເປັນທະຫານທີ່ດີຂອງພຣະເຢຊູຄຣິດ 4 ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວຢູ່ກັບການງານຝ່າຍພົລເຮືອນ ດ້ວຍວ່າເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ 5 ນັກກິລາຈະບໍ່ໄດ້ສວມພວງມາລັຍ ຖ້າເຂົາບໍ່ແຂ່ງຂັນຕາມກົດລະບຽບ 6 ຊາວນາຜູ້ເຮັດການຫນັກຫນ່ວງກໍຄວນເປັນຜູ້ຕົ້ນທີ່ໄດ້ຮັບຜົນ 7 ຈົ່ງຄຶດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ ເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ 8 ຈົ່ງລະນຶກເຖິງພຣະເຢຊູຄຣິດ ຜູ້ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ ແລະຊົງສືບເຊື້ອສາຍຈາກດາວິດ ຕາມຂ່າວປະເສິດທີ່ເຮົາໄດ້ປະກາດນັ້ນ 9 ເພາະເຫດຂ່າວປະເສີດນັ້ນ ເຮົາຈຶ່ງທົນທຸກ ແລະຖືກຜູກມັດຢູ່ເຫມືອນດັ່ງຜູ້ຮ້າຍ ແຕ່ພຣະທັມຂອງພຣະເຈົ້ານັ້ນບໍ່ມີຜູ້ໃດຜູກມັດໄວ້ໄດ້ 10 ດ້ວຍເຫດນັ້ນເຮົາຈຶ່ງຍອມທົນເອົາທຸກຢ່າງ ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ ເພື່ອເຂົາຈະໄດ້ຮັບຄວາມພົ້ນ ຊຶ່ງມີຢູ່ໃນພຣະເຢຊູຄຣິດ ພ້ອມທັງສະງ່າຣາສີອັນຕລອດໄປເປັນນິດ 11 ຂໍ້ນີ້ເປັນຄຳສັດຈິງຄື “ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ ເຮົາກໍຈະມີຊີວິດດ້ວຍກັນກັບພຣະອົງເຫມືອນກັນ 12 ຖ້າພວກເຮົາພຽນອົດທົນເອົາ ເຮົາກໍຈະໄດ້ສເວີຍຣາຊຮ່ວມກັບພຣະອົງເຫມືອນກັນ ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະຊົງປະຕິເສດເຮົາເຫມືອນກັນ 13 ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງຊົງສັດຊື່ຫມັ້ນຄົງຢູ່ ເພາະວ່າພຣະອົງຈະບໍ່ຊົງສາມາດປະຕິເສດພຣະອົງເອງໄດ້” 14 ຈົ່ງຕັກເຕືອນເຂົາທັງຫລາຍເຖິງຂໍ້ຄວາມເຫລົ່ານີ້ ແລະຈົ່ງສັ່ງເຂົາຕໍ່ພຣະພັກພຣະເຈົ້າ ບໍ່ໃຫ້ເຂົາຜິດຖຽງກັນດ້ວຍຂໍ້ຄວາມຕ່າງໆຊຶ່ງຫາປໂຍດບໍ່ໄດ້ ແຕ່ກັບເປັນເຫດໃຫ້ຄົນທີ່ຟັງຫລົງຈິບຫາຍໄປ 15 ຈົ່ງອົດສາພຍາຍາມສະແດງຕົນເຫມືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທັມແຫ່ງຄວາມຈິງຢ່າງຖືກຕ້ອງ 16 ຈົ່ງຫລີກເສັຽຈາກຖ້ອຍຄຳອັນບໍ່ເປັນປໂຍດແລະນອກສາສນາ ເພາະຄຳຢ່າງນັ້ນຈະນໍາຄົນໄປສູ່ຄວາມອະທັມທະວີຫລາຍຂຶ້ນ ແລະຖ້ອຍຄຳຂອງເຂົາຈະເຫມືອນດັ່ງບາດແຜອັນເປື່ອຍເນົ່າທີ່ກິນລາມໄປ 17 ໃນຈຳພວກນັ້ນມີອີເມນາໂຢກັບຟີເລໂຕເປັນຕົ້ນ 18 ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ ໂດຍກ່າວວ່າການຄືນຈາກຄວາມຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ ເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງຜູ້ລາງຄົນລົ້ມລະລາຍໄປ 19 ແຕ່ຮາກຖານອັນແຫນ້ນຊຶ່ງພຣະເຈົ້າຊົງວາງໄວ້ນັ້ນ ກໍຕັ້ງຫມັ້ນຄົງຢູ່ໂດຍມີກາປະທັບໄວ້ວ່າ, “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫລົ່ານັ້ນທີ່ເປັນຂອງພຣະອົງ” ແລະ “ໃຫ້ທຸກຄົນຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ປິ່ນຫນ້າເສັຽຈາກຄວາມຊົ່ວ” 20 ໃນເຮືອນໃຫຍ່ຫລັງໃດບໍ່ແມ່ນມີແຕ່ພາຊນະເງິນ ແລະຄຳເທົ່ານັ້ນ ແຕ່ມີພາຊນະໄມ້ ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທັມມະດາ 21 ເຫດສັນນັ້ນຖ້າຜູ້ໃດຊໍາຮະຕົວໃຫ້ພົ້ນຈາກສິ່ງຊົ່ວເຫລົ່ານັ້ນ ກໍຈະເປັນເຫມືອນພາຊນະອັນມີກຽດຕັ້ງໄວ້ຕ່າງຫາກ ຊຶ່ງເປັນປໂຍດແກ່ເຈົ້າຂອງເຮືອນທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ 22 ດັ່ງນັ້ນເຈົ້າຈົ່ງຫລີກຫນີຈາກຣາຄະຕັນຫາຂອງຄົນຫນຸ່ມ ຈົ່ງຕິດຕາມຄວາມຊອບທັມ ຄວາມເຊື່ອ ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ອອກພຣະນາມອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ 23 ການຖົກຖຽງກັນແບບໂງ່ໆທີ່ບໍ່ເປັນແກ່ນສານນັ້ນ ຈົ່ງຫລີກເສັຽ ດ້ວຍຮູ້ແລ້ວວ່າ ການເຫລົ່ານັ້ນພາໃຫ້ເກີດການວິວາດຜິດຖຽງກັນ 24 ຝ່າຍຜູ້ຣັບໃຊ້ຂອງອົງພຣະຜູ້ເປັນເຈົ້າບໍ່ຕ້ອງວິວາດຜິດຖຽງກັນແຕ່ຕ້ອງມີໃຈເມດຕາຕໍ່ຄົນທັງປວງ ເປັນຄຣູທີ່ເຫມາະສົມ ແລະມີໃຈພາກພຽນອົດທົນ 25 ຊີ້ແຈງໃຫ້ຄົນທີ່ຂັດຂວາງຕໍ່ສູ້ນັ້ນດ້ວຍໃຈອ່ອນສຸພາບ ວ່າພຣະເຈົ້າອາດຊົງໂຜດໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃຫມ່ ແລະມາເຖິງການສັງເກດຮູ້ຄວາມຈິງ 26 ແລະໃຫ້ເຂົາຮູ້ສຶກຕື່ນຕົວຈຶ່ງຫລຸດພົ້ນຈາກບ້ວງແຮ້ວຂອງມານ ຜູ້ຊຶ່ງຈັບເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ 31 ແຕ່ຈົ່ງຮູ້ຈັກຂໍ້ຄວາມເຫລົ່ານີ້ວ່າ ໃນຄາວທີ່ສຸດນັ້ນຈະເກີດຄວາມລຳບາກຢ່າງຮ້າຍແຮງ2 ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ ເປັນແກ່ເງິນຄຳ ອວດຕົວ ຈອງຫອງ ຊອບດ່າວ່າ ບໍ່ເຊື່ອຟັງຄວາມພໍ່ແມ່ ເນຣະຄຸນ ເປັນຄົນບໍ່ມີສິນທັມ 3 ເປັນຄົນຂາດມະນຸສທັມ ບໍ່ຍອມຜ່ອນຜັນຜູ້ໃດ ໃສ່ຮ້າຍປ້າຍສີກັນ ບໍ່ຮູ້ຈັກບັງຄັບຕົນ ມີໃຈໂຫດຮ້າຍ ເປັນຄົນບໍ່ຮັກການດີ 4 ເປັນຄົນທໍຣະຍົດ ດື້ດ້ານ ອວດສະຫາວ ແລະເປັນຄົນຮັກຄວາມສນຸກຫລາຍກວ່າຮັກພຣະເຈົ້າ 5 ເຂົາກໍເຮັດເຫມືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ແຕ່ວ່າຣິດອຳນາດຂອງການນັບຖືນັ້ນ ເຂົາກໍປະຕິເສດເສັຽ ເຈົ້າຈົ່ງຫລີກຫນີເສັຽຈາກຄົນຢ່າງນັ້ນ 6 ເພາະໃນບັນດາຄົນເຫລົ່ານັ້ນ ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ ກ້ຽວກ່ອມເອົາໃຈຜູ້ຍິງທີ່ເບົາປັນຍາຫນາດ້ວຍຄວາມຜິດບາບ ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆເອົາໄປເປັນຊະເລີຍ 7 ຍິງພວກນີ້ກໍຍອມຮ່ຳຮຽນຢູ່ສເມີແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ 8 ຢານເນສ ແລະຢຳເບຣສຂັດຂວາງຕໍ່ສູ້ກັບໂມເຊສັນໃດ ຄົນເຫລົ່ານີ້ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເຫມືອນກັນ ເຂົາເປັນຄົນມີໃຈຊົ່ວຮ້າຍ ແລະໃນດ້ານຄວາມເຊື່ອນັ້ນເຂົາໃຊ້ບໍ່ໄດ້ 9 ແຕ່ເຂົາຈະກ້າວຫນ້າຕໍ່ໄປອີກບໍ່ໄດ້ ເພາະວ່າຄວາມໂງ່ຂອງເຂົານັ້ນຈະປາກົດແຈ້ງແກ່ຄົນທັງປວງເຫມືອນດັ່ງຄວາມໂງ່ຂອງຊາຍສອງຄົນນັ້ນ 10 ບັດນີ້ເຈົ້າກໍໄດ້ຕິດຕາມເຮົາໃນດ້ານຄຳສອນ ກິຣິຍາ ຄວາມມຸ້ງຫມາຍ ຄວາມເຊື່ອ ຄວາມພຽນ ຄວາມຮັກ ຄວາມຫນັກແຫນ້ນຫມັ້ນຄົງ 11 ແລະການຖືກຂົ່ມເຫັງກັບການທົນທຸກລຳບາກຕ່າງໆຂອງເຮົາ ຄືສີ່ງທີ່ໄດ້ເກີດແກ່ເຮົາໃນເມືອງເມືອງອັນຕິໂອເຂັຽ ເມືອງອີໂກນີອົນ ແລະລີຊະທາ ການຂົ່ມເຫັງຕ່າງໆທີ່ພວກເຮົາໄດ້ທົນເອົານັ້ນ ອົງພຣະຜູ້ເປັເຈົ້າໄດ້ຊົງໂຜດດຶງເຮົາອອກຈາກສິ່ງເຫລົ່ານັ້ນທັງຫມົດ 12 ແທ້ຈິງ ບັນດາຄົນທີ່ປາຖນາຈະດຳເນີນຊີວິດຄຣິສະຕຽນເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ 13 ແຕ່ຄົນຊົ່ວຮ້າຍແລະຄົນປອມຕົວຈະກຳເລີບທະວີຂຶ້ນໄປ ລໍ້ລວງຄົນອື່ນໃຫ້ຫລົງ ແລະຕົວເຂົາເອງກໍຈະຖືກລໍ້ລວງເຫມືອນກັນ 14 ແຕ່ຝ່າຍເຈົ້າ ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ເຈົ້າກໍຮູ້ແລ້ວວ່າເຈົ້າໄດ້ຮຽນມາຈາກຜູ້ໃດ 15 ແລະຮູ້ແລ້ວວ່າ ຕັ້ງແຕ່ນ້ອຍມາແລ້ວເຈົ້າກໍຮູ້ພຣະທັມຄັມພີອັນສັກສິດ ຊຶ່ງສາມາດໃຫ້ເຈົາມີປັນຍາທີ່ນຳເຈົ້າໄປເຖິງຄວາມພົ້ນໄດ້ ດ້ວຍທາງຄວາມເຊື່ອໃນພຣະຄຣິດ ຄືພຣະເຢຊູ 16 ພຣະຄັມພີທຸກຕອນໄດ້ຮັບການຊົງບັນດົນໃຈຈາກພຣະເຈົ້າ ແລະເປັນປໂຍດໃນການສອນ ການກ່າວຕັກເຕືອນວ່າກ່າວ ການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະການອົບຮົມໃນທາງຊອບທັມ 17 ເພື່ອຄົນຂອງພຣະເຈົ້າຈະບັນລຸຜົນສຳເຣັດ ແລະຈັດຕຽມໄວ້ພ້ອມສຳລັບການດີທຸກຢ່າງ 41 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະຕໍ່ພຣະພັກພຣະເຢຊູຄຣິດ ຜູ້ຊົງພິພາກສາທັງຄົນເປັນ ແລະຄົນຕາຍ ໂດຍອ້າງເຖິງການທີ່ພຣະອົງຈະຊົງສ່ອງສວ່າງມາປາກົດ ແລະອ້າງເຖິງຣາຊອານາຈັກຂອງພຣະອົງວ່າ,2 ຈົ່ງປະກາດພຣະທັມ ຈົ່ງເອົາໃຈໃສ່ເຮັດການທັງໃນເວລາທີ່ມີໂອກາດແລະບໍ່ມີໂອກາດ ຈົ່ງຊັກຊວນດ້ວຍເຫດຜົນ ຈົ່ງເຕືອນສະຕິ ແລະຕັກເຕືອນ ດ້ວຍຄວາມພຽນອົດທົນທຸກຢ່າງໃນການສອນ 3 ເພາະຈະມີເວລານຶ່ງທີ່ເຂົາຈະບໍ່ທົນຮັບເອົາຄຳສອນອັນມີຫລັກ ແຕ່ຕາມຄວາມປາຖນາຂອງເຂົານັ້ນ ເຂົາຈະຮວບຮວມຄຣູໄວ້ສຳລັບເຂົາເອງ ເພື່ອບັນເທົາຫູຄັນຂອງເຂົາ 4 ເຂົາຈະອວ່າຍຫູຫນີຈາກຄວາມທ່ຽງທັມ ຕ່າວໄປຟັງນິຍາຍຕ່າງໆ 5 ແຕ່ຝ່າຍເຈົ້າ ຈົ່ງລະວັງຕົວໃຫ້ດີໃນການທັງປວງ ຈົ່ງອົດທົນຕໍ່ການຍາກລຳບາກ ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ ແລະຈົ່ງປະຕິບັດຫນ້າທີ່ການຂອງເຈົ້ານັ້ນໃຫ້ສຳເຣັດ 6 ເພາະວ່າຝ່າຍຕົວເຮົາ ກຳລັງຈະຕົກເປັນເຄື່ອງບູຊາຢູ່ແລ້ວ ແລະເຖິງເວລາແລ້ວທີ່ເຮົາຈະຈາກໄປ 7 ເຮົາໄດ້ອົດສາສູ້ໃນການແຂ່ງຂັນ ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ 8 ແຕ່ນີ້ຕໍ່ໄປພວງມາລັຍຄືຮາງວັນແຫ່ງຄວາມຊອບທັມ ຊົງຈັດໄວ້ຖ້າເຮົາແລ້ວ ຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາອັນຍຸດຕິທັມ ຈະຊົງປະທານແກ່ເຮົາໃນວັນນັ້ນ ແລະບໍ່ແມ່ນແກ່ເຮົາຜູ້ດຽວ ແຕ່ຈະຊົງປະທານແກ່ຄົນທັງປວງທີ່ມີໃຈຍິນດີໃນການຊົງສ່ອງສວ່າງມາປາກົດຂອງພຣະອົງ 9 ຈົ່ງຮີບຮ້ອນໃຈມາຫາເຮົາໄວໆ 10 ເພາະວ່າເດມາໄດ້ຫລົງຮັກໂລກປັດຈຸບັນນີ້ເສັຽແລ້ວ ແລະໄດ້ປະຖິ້ມເຮົາໄປຍັງເມືອງເທຊະໂລນິກ ເກເຊັນໄດ້ໄປຍັງແຂວງຄາລາເຕັຽ ແລະຕີໂຕໄດ້ໄປຍັງເມືອງດານມາເຕັຽ 11 ລູກາຜູ້ດຽວເທົ່ານັ້ນ ທີ່ຍັງຢູ່ນຳເຮົາ ຈົ່ງຊອກຫາມາຣະໂກເອົາມາພ້ອມເຈົ້າ ເພາະທ່ານເປັນປໂຍດແກ່ເຮົາຫລາຍສຳລັບການຮັບໃຊ້ 12 ເຮົາໄດ້ໃຊ້ຕີຂີໂກໄປຍັງເມືອງເອເຟໂຊແລ້ວ 13 ເມື່ອເຈົ້າມາ ຈົ່ງເອົາເສື້ອຄຸມທີ່ເຮົາໄດ້ປະໄວ້ກັບກາຣະໂປທີ່ເມືອງໂທອາດນັ້ນມານຳດ້ວຍ ພ້ອມກັບຫນັງສືທັງຫລາຍ ເປັນຕົ້ນວ່າຫນັງສືທີ່ຂຽນໃສ່ແຜ່ນຫນັງນັ້ນ 14 ອາເລກຊັນໂດຊ່າງທອງແດງນັ້ນ ໄດ້ທຳຮ້າຍຕໍ່ເຮົາຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນໃຫ້ສົມກັບການທີ່ເຂົາເຮັດນັ້ນ 15 ເຈົ້າຈົ່ງລະວັງຕົວເຂົາໃຫ້ດີດ້ວຍ ເພາະເຂົາໄດ້ຂັດຂວາງຕໍ່ສູ້ຖ້ອຍຄຳຂອງເຮົາຢ່າງແຂງແຮງ 16 ເມື່ອເຮົາໄດ້ເວົ້າແກ່ຄະດີເທື່ອທຳອິດນັ້ນບໍ່ມີໃຜເຂົ້າຂ້າງເຮົາຈັກຄົນ ທຸກຄົນໄດ້ປະຖິ້ມເຮົາຫມົດ (ຂໍຢ່າຊົງຖືເປັນໂທດແກ່ເຂົາ) 17 ແຕ່ອົງພຣະຜູ້ເປັນເຈົ້າໄດ້ຊົງເຂົ້າຂ້າງເຮົາ ແລະຊົງຊູກຳລັງຂອງເຮົາຂື້ນ ໃຫ້ເຮົາປະກາດພຣະທັມຢ່າງຄົບຖ້ວນ ເພື່ອໃຫ້ພວກຕ່າງຊາດທັງຫມົດໄດ້ຍິນ ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ເຮົາຫລຸດພົ້ນຈາກປາກສິງໂຕນັ້ນ 18 ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ເຮົາພົ້ນຈາກການຊົ່ວຮ້າຍທຸກຢ່າງ ແລະຊົງໂຜດເຮົາລອດພົ້ນເຂົ້າສູ່ຣາຊອານາຈັກ ຄືແຜ່ນດິນສວັນຂອງພຣະອົງ ພຣະຣັສມີຈົ່ງມີແກ່ພຣະອົງສືບໆໄປເປັນນິດ ອາແມນ 19 ຂໍຝາກຄວາມຄຶດເຖິງມາຍັງປີຊະກາ ກັບອາກີລາ ແລະຄົນໃນຄົວເຮືອນຂອງໂອເນຊີໂຟ 20 ເອຣາຊະໂຕໄດ້ຄ້າງຢູ່ທີ່ເມືອງໂກຣິນໂທ ແຕ່ສ່ວນໂທຟີໂມ ເຮົາກໍປະໄວ້ທີ່ເມືອງມີເລໂຕເພາະທ່ານຍັງປ່ວຍຢູ່ 21 ຈົ່ງອົດສາຮ້ອນໃຈມາຫາເຮົາກ່ອນຣະດູຫນາວ ຢູບູໂລ ປູເດ ລີໂນ ກລາວເດັຽ ແລະພີ່ນ້ອງທັງປວງ ຝາກຄວາມຄຶດເຖິງມາຍັງເຈົ້າເຫມືອນກັນ 22 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບວິນຍານຈິດຂອງເຈົ້າເທີນ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ |