Philemon ຟີເລໂມນ11 ໂປໂລ ຜູ້ຖືກຈຳຈອງຢູ່ເພາະພຣະເຢຊູຄຣິດ ແລະຕີໂມທຽວນ້ອງຂອງເຮົາ2 ເຖິງ ຟີເລໂມນ ເພື່ອນຮ່ວມງານທີ່ຮັກຂອງເຮົາ ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ ແລະອັບເຟັຽນ້ອງສາວ ແລະກັບອາຂີໂປ ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ 3 ຂໍພຣະຄຸນ ແລະສັນຕິສຸກ ຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບເຈົ້າທັງຫລາຍເທີນ 4 ຟີເລໂມນເອີຍ ເຮົາຂອບພຣະຄຸນພຣະຜູ້ເປັນເຈົ້າຂອງເຮົາຢູ່ສເມີ ໄດ້ລະນຶກເຖິງເຈົ້າເມື່ອເຮົາອ້ອນວອນ 5 ເພາະເຮົາໄດ້ຮັບຂ່າວເຣື່ອງຄວາມຮັກ ແລະຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ພຣະເຢຊູເຈົ້າ ແລະຕໍ່ບັນດາໄພ່ພົນທັງປວງຂອງພຣະເຈົ້າ 6 ເຮົາໄດ້ອ້ອນວອນຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ້ມພູນຄວາມສັງເກດຮູ້ໃນການດີທຸກຢ່າງທີ່ພວກເຮົາມີໃນພຣະຄຣິດ 7 ນ້ອງເອີຍ, ເຮົາມີຄວາມຍິນດີຫລາຍ ແລະໄດ້ຮັບຊູໃຈເພາະຄວາມຮັກຂອງເຈົ້າ ຈິດໃຈຂອງໄພ່ພົນຂອງພຣະເຈົ້າໄດ້ຊຸ່ມເຢັນຂຶ້ນເພາະເຈົ້າ 8 ເຫດສັນນັ້ນ ເຖິງແມ່ນວ່າຍ້ອນເຮົາເປັນພີ່ນ້ອງກັນໃນພຣະຄຣິດ ເຮົາມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດສິ່ງທີ່ຄວນເຮັດ 9 ແຕ່ເພາະເຫັນແກ່ຄວາມຮັກ ເຮົາຈຶ່ງຂໍຮ້ອງເຈົ້າກໍດີກວ່າ ເຮົາ ຄືໂປໂລ ຜູ້ເປັນຣາຊທູດຂອງພຣະເຢຊູຄຣິດ ແລະບັດນີ້ໄດ້ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງດ້ວຍ 10 ເຮົາຂໍຮ້ອງເຈົ້າດ້ວຍເຣື່ອງໂອເນຊີໂມ ລູກຂອງເຮົາ ທີ່ເຮົາໄດ້ເກີດເປັນພໍ່ຂອງເຂົາຝ່າຍຄວາມເຊື່ອ ເມື່ອເຮົາຖືກຈຳຈອງຢູ່ 11 ເມື່ອກ່ອນ ເຂົາບໍ່ເປັນປໂຍດແກ່ເຈົ້າ ແຕ່ບັດນີ້ກໍເປັນປໂຍດແກ່ເຈົ້າ ແລະແກ່ເຮົາເຫມືອນກັນ 12 ບັດນີ້ເຮົາໄດ້ໃຊ້ເຂົາຄືນມາຫາເຈົ້າ ໂອເນຊີໂມຜູ້ນີ້ທໍ່ກັບຫມາກຫົວໃຈຂອງເຮົາ 13 ເຮົາຢາກໃຫ້ເຂົາຢູ່ກັບເຮົາ ເພື່ອເຂົາຈະໄດ້ບົວລະບັດເຮົາແທນເຈົ້າ ໃນລະຫວ່າງເຮົາຖືກຈຳຈອງຢູ່ເພາະຂ່າວປະເສິດນັ້ນ 14 ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມປະສົງຂອງເຈົ້າດ້ວຍ 15 ເພາະວ່າບາງທີ່ອາດຈະເປັນເພາະເຫດນີ້ ທີ່ໃຫ້ເຂົາໄດ້ພາກຈາກໄປຈັກຄາວນຶ່ງ ເພື່ອເຈົ້າຈະໄດ້ຮັບເຂົາກັບຄືນມາຢູ່ອິກຕໍ່ໄປ 16 ບໍ່ແມ່ນເຂົາຈະເປັນຂ້ອຍຂ້າຕໍ່ໄປ ແຕ່ດີກວ່າຂ້ອຍຂ້າອີກ ຄືເປັນອ້າຍນ້ອງທີ່ຮັກ ເຂົາເປັນທີ່ຮັກຂອງເຮົາ ແຕ່ຄົງຈະເປັນທີ່ຮັກຂອງເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະເປັນເພື່ອນມະນຸດ ແລະເປັນເພື່ອນຄຣິສະຕຽນດ້ວຍກັນ 17 ເຫດສັນນັ້ນຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າ ກໍຈົ່ງຮັບເຂົາໄວ້ເຫມືອນຮັບຕົວເຮົາເອງ 18 ແລະຖ້າເຂົາໄດ້ເຮັດຜິດພາດຕໍ່ເຈົ້າປະການໃດ ຫລືໄດ້ເປັນຫນີ້ເຈົ້າກໍໃຫ້ເຈົ້າຄິດເອົານຳເຮົາ 19 ຝ່າຍເຮົາໄດ້ລົງມືຂຽນໄວ້ວ່າ, “ເຮົາ ໂປໂລ ຈະໃຊ້ແທນໃຫ້” ແຕ່ສ່ວນເຈົ້າເປັນຫນີ້ເຮົານັ້ນ ຄືຊີວິດຂອງເຈົ້າເອງ ເຮົາຈະບໍ່ອ້າງເຖິງ 20 ດັ່ງນີ້ແຫລະ, ນ້ອງເອີຍ ຂໍໃຫ້ເຮົາໄດ້ຮັບປໂຍດຈາກເຈົ້າເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ໃຫ້ໃຈຂອງເຮົາຊຸ່ມເຢັນຂຶ້ນໃນຖານະເປັນຄຣິສະຕຽນຮ່ວມກັນ 21 ເຮົາມີຄວາມຫມັ້ນໃຈວ່າເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດຫມາຍມາເຖິງເຈົ້າ ເພາະຮູ້ວ່າເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ 22 ແຕ່ຢ່າງໃດກໍດີ ເຈົ້າຈົ່ງຈັດແຈ່ງທີ່ພັກໄວ້ຖ້າເຮົາ ເພາະເຮົາຫວັງໃຈວ່າພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າອີກ ຕາມຄວາມອ້ອນວອນຂອງພວກເຈົ້າ 23 ເອປາຟາ ຜູ້ຖືກຈຳຈອງດ້ວຍກັນກັບເຮົາ ເພາະເຫັນແກ່ພຣະເຢຊູຄຣິດ ກໍຝາກຄວາມຄິດເຖິງມາຍັງເຈົ້າ 24 ມາຣະໂກ ອາຣິດຕາໂຂ ເດມາ ແລະລູກາ ເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຍັງເຈົ້າດ້ວຍ 25 ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າທັງຫລາຍເທີນ |